ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 539
26 ເດືອນກໍລະກົດ 2025
ໃນການສະແຫວງຫາການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ, ເສັ້ນທາງແຫ່ງການປະຕິບັດແມ່ນງ່າຍ. ຖ້າຫາກໃນປະສົບການຕົວຈິງຂອງເຈົ້າ ເຈົ້າສາມາດປະຕິບັດຕາມພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ແລະ ປະສົບກັບພາລະກິດຂອງພຣະເຈົ້າ, ແລ້ວອຸປະນິໄສຂອງເຈົ້າກໍສາມາດປ່ຽນແປງໄດ້. ຖ້າເຈົ້າປະຕິບັດຕາມທຸກສິ່ງທີ່ພຣະວິນຍານບໍລິສຸດກ່າວ ແລະ ສະແຫວງຫາໃນທຸກສິ່ງທີ່ພຣະວິນຍານບໍລິສຸດກ່າວ, ແລ້ວເຈົ້າກໍເປັນຄົນທີ່ອ່ອນນ້ອມຕໍ່ພຣະອົງ ແລະ ຈະມີການປ່ຽນແປງໃນອຸປະນິໄສຂອງເຈົ້າ. ອຸປະນິໄສຂອງຜູ້ຄົນປ່ຽນແປງພ້ອມກັບພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ; ຖ້າເຈົ້າຍຶດຕິດກັບປະສົບການເດີມຂອງເຈົ້າ ແລະ ຍຶດຕິດຢູ່ກັບກົດເກນໃນອະດີດຢູ່ສະເໝີ, ແລ້ວອຸປະນິໄສຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ຖ້າພຣະທຳຂອງພຣະວິນຍານບໍລິສຸດໃນປັດຈຸບັນຮຽກຮ້ອງໃຫ້ທຸກຄົນເຂົ້າສູ່ຊີວິດຂອງຄວາມເປັນມະນຸດແບບປົກກະຕິ ແຕ່ເຈົ້າຍັງຕັ້ງໝັ້ນກັບສິ່ງຕ່າງໆທີ່ຢູ່ພາຍນອກ ແລະ ສັບສົນກ່ຽວກັບຄວາມເປັນຈິງ ແລະ ບໍ່ຈິງຈັງກັບສິ່ງນັ້ນ, ແລ້ວເຈົ້າກໍເປັນຄົນທີ່ບໍ່ສາມາດນໍາທັນພາລະກິດຂອງພຣະວິນຍານບໍລິສຸດ, ເປັນຄົນທີ່ບໍ່ໄດ້ເຂົ້າສູ່ເສັ້ນທາງແຫ່ງການນໍາພາຂອງພຣະວິນຍານບໍລິສຸດ. ບໍ່ວ່າອຸປະນິໄສຂອງເຈົ້າຈະປ່ຽນແປງ ຫຼື ບໍ່ ແມ່ນຂຶ້ນຢູ່ກັບວ່າ ເຈົ້ານໍາທັນພຣະທຳໃນປັດຈຸບັນຂອງພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ຂຶ້ນຢູ່ກັບວ່າ ເຈົ້າມີຄວາມຮູ້ທີ່ແທ້ຈິງ ຫຼື ບໍ່. ສິ່ງນີ້ແມ່ນບໍ່ຄືກັນກັບສິ່ງທີ່ພວກເຈົ້າເຂົ້າໃຈກ່ອນໜ້ານັ້ນ. ການປ່ຽນແປງໃນອຸປະນິໄສຂອງເຈົ້າທີ່ເຈົ້າເຂົ້າໃຈກ່ອນໜ້ານັ້ນແມ່ນ ເຈົ້າຜູ້ທີ່ຕັດສິນຢ່າງໄວ ຜ່ານການລົງວິໄນຂອງພຣະເຈົ້າ ໄດ້ເຊົາເວົ້າໂດຍບໍ່ຄິດ; ແຕ່ນີ້ເປັນພຽງການປ່ຽນແປງໜຶ່ງດ້ານເທົ່ານັ້ນ. ໃນຕອນນີ້ ຈຸດສຳຄັນທີ່ສຸດຄືການຕິດຕາມການນໍາພາຂອງພຣະວິນຍານບໍລິສຸດ: ປະຕິບັດຕາມທຸກສິ່ງທີ່ພຣະເຈົ້າກ່າວ ແລະ ອ່ອນນ້ອມຕໍ່ທຸກສິ່ງທີ່ພຣະອົງກ່າວ. ຜູ້ຄົນບໍ່ສາມາດປ່ຽນແປງອຸປະນິໄສຂອງພວກເຂົາເອງ; ພວກເຂົາຕ້ອງໄດ້ຜ່ານການພິພາກສາ ແລະ ການຂ້ຽນຕີ ແລະ ການທົນທຸກ ແລະ ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າ ຫຼື ການລົງວິໄນ ແລະ ການລິຮານໂດຍພຣະທຳຂອງພຣະອົງ. ເມື່ອນັ້ນ ພວກເຂົາຈຶ່ງຈະສາມາດອ່ອນນ້ອມສໍາເລັດໄດ້ ແລະ ຄວາມຊື່ສັດຕໍ່ພຣະເຈົ້າ ແລະ ບໍ່ເຮັດພໍເປັນພິທີຕໍ່ພຣະອົງອີກຕໍ່ໄປ. ມັນແມ່ນພາຍໃຕ້ການຫຼໍ່ຫຼອມແຫ່ງພຣະທຳຂອງພຣະເຈົ້າທີ່ເຮັດໃຫ້ອຸປະນິໄສຂອງຜູ້ຄົນປ່ຽນແປງ. ຜ່ານການເປີດໂປງ, ການພິພາກສາ, ການລົງວິໄນ ແລະ ການລິຮານຈາກພຣະທຳຂອງພຣະອົງເທົ່ານັ້ນ ພວກເຂົາຈຶ່ງຈະບໍ່ກ້າປະພຶດຢ່າງໃຈຮ້ອນອີກຕໍ່ໄປ ແຕ່ກົງກັນຂ້າມ ພວກເຂົາຈະເລີ່ມໝັ້ນຄົງ ແລະ ສະຫງົບໃຈ. ຈຸດສຳຄັນທີ່ສຸດກໍຄືພວກເຂົາສາມາດຍອມຢູ່ພາຍໃຕ້ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ພາຍໃຕ້ພາລະກິດຂອງພຣະອົງ, ເຖິງແມ່ນມັນຈະບໍ່ສອດຄ່ອງກັບແນວຄິດຂອງມະນຸດ, ພວກເຂົາກໍສາມາດປະຖິ້ມແນວຄິດເຫຼົ່ານີ້ ແລະ ເຕັມໃຈທີ່ຈະຍອມຮັບ. ໃນອະດີດ, ການເວົ້າເຖິງການປ່ຽນແປງໃນອຸປະນິໄສ ສ່ວນໃຫຍ່ ແມ່ນໝາຍເຖິງການສາມາດກະບົດຕໍ່ຕົນເອງ, ເພື່ອຍອມໃຫ້ເນື້ອໜັງທົນທຸກ, ເພື່ອລົງວິໄນຮ່າງກາຍຂອງຄົນໆໜຶ່ງ ແລະ ເພື່ອກຳຈັດຄວາມສຸກດ້ານເນື້ອໜັງອອກຈາກຕົນເອງ ເຊິ່ງເປັນການປ່ຽນແປງໃນອຸປະນິໄສອີກແບບໜຶ່ງ. ໃນປັດຈຸບັນ, ທຸກຄົນຮູ້ວ່າ ການສະແດງເຖິງການປ່ຽນແປງໃນອຸປະນິໄສຢ່າງແທ້ຈິງແມ່ນການອ່ອນນ້ອມຕໍ່ພຣະທຳໃນປັດຈຸບັນຂອງພຣະເຈົ້າ ແລະ ການຮູ້ຈັກພາລະກິດໃໝ່ຂອງພຣະອົງຢ່າງແທ້ຈິງ. ດ້ວຍວິທີນີ້, ຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບພຣະເຈົ້າໃນເມື່ອກ່ອນ ເຊິ່ງຖືກວາດແຕ້ມດ້ວຍແນວຄິດຂອງພວກເຂົາເອງ ແມ່ນສາມາດຖືກກຳຈັດອອກ ແລະ ພວກເຂົາຈະສາມາດບັນລຸຄວາມຮູ້ ແລະ ຄວາມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ, ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນການສະແດງເຖິງການປ່ຽນແປງອຸປະນິໄສຢ່າງແທ້ຈິງ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຜູ້ຄົນທີ່ປ່ຽນແປງອຸປະນິໄສແມ່ນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ