ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 476
30 ເດືອນສິງຫາ 2025
ເປໂຕເປັນມະນຸດທີ່ຖືກເຮັດໃຫ້ສົມບູນ. ຫຼັງຈາກທີ່ໄດ້ຜະເຊີນກັບການຕີສອນ ແລະ ການພິພາກສາ ແລະ ດ້ວຍເຫດນັ້ນກໍ່ໄດ້ຮັບຫົວໃຈທີ່ຮັກພຣະເຈົ້າ, ລາວຈຶ່ງໄດ້ຖືກເຮັດໃຫ້ສົມບູນຢ່າງແທ້ຈິງ; ເສັ້ນທາງທີ່ລາວຍ່າງເປັນເສັ້ນທາງແຫ່ງການຖືກເຮັດໃຫ້ສົມບູນ. ນັ້ນໝາຍຄວາມວ່າ ຕັ້ງແຕ່ເລີ່ມຕົ້ນແລ້ວ, ເສັ້ນທາງທີ່ເປໂຕຍ່າງແມ່ນເສັ້ນທາງທີ່ຖືກຕ້ອງ ແລະ ແຮງຜັກດັນຂອງລາວສຳລັບການເຊື່ອໃນພຣະເຈົ້າກໍເປັນສິ່ງທີ່ຖືກຕ້ອງ ແລະ ດ້ວຍເຫດນັ້ນ ລາວຈຶ່ງກາຍເປັນຄົນທີ່ຖືກເຮັດໃຫ້ສົມບູນ ແລະ ຍ່າງໃນເສັ້ນທາງໃໝ່ທີ່ບໍ່ມີມະນຸດຄົນໃດເຄີຍຍ່າງມາກ່ອນໜ້ານັ້ນ. ເຖິງຢ່າງໃດກໍຕາມ, ເສັ້ນທາງທີ່ໂປໂລຍ່າງຕັ້ງແຕ່ຕອນເລີ່ມຕົ້ນແມ່ນເສັ້ນທາງແຫ່ງການຕໍ່ຕ້ານພຣະຄຣິດ ແລະ ເປັນພຽງຍ້ອນວ່າ ພຣະວິນຍານບໍລິສຸດປາຖະໜາໃຊ້ລາວ ແລະ ສວຍໂອກາດໃຊ້ພອນສະຫວັນຂອງລາວ ແລະ ຄຸນຄວາມດີທັງໝົດຂອງລາວສຳລັບພາລະກິດຂອງພຣະອົງ, ສະນັ້ນ ລາວຈຶ່ງປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາສອງສາມທົດສະວັດ. ລາວພຽງແຕ່ເປັນຄົນທີ່ຖືກພຣະວິນຍານບໍລິສຸດໃຊ້ເທົ່ານັ້ນ ແລະ ລາວບໍ່ໄດ້ຖືກໃຊ້ຍ້ອນພຣະເຢຊູຊື່ນຊົມຄວາມເປັນມະນຸດຂອງລາວ ແຕ່ຍ້ອນພອນສະຫວັນຂອງລາວ. ລາວສາມາດປະຕິບັດພາລະກິດເພື່ອພຣະເຢຊູ ຍ້ອນວ່າລາວຖືກໂຈມຕີ, ບໍ່ແມ່ນຍ້ອນລາວພໍໃຈທີ່ຈະເຮັດແບບນັ້ນ. ລາວສາມາດປະຕິບັດພາລະກິດດັ່ງກ່າວ ຍ້ອນແສງສະຫວ່າງ ແລະ ການນໍາພາຂອງພຣະວິນຍານບໍລິສຸດ ແລະ ພາລະກິດທີ່ລາວປະຕິບັດແມ່ນບໍ່ມີທາງເປັນຕົວແທນໃຫ້ກັບການສະແຫວງຫາຂອງລາວ ຫຼື ຄວາມເປັນມະນຸດຂອງລາວໄດ້. ພາລະກິດຂອງໂປໂລເປັນຕົວແທນໃຫ້ກັບພາລະກິດຂອງຜູ້ຮັບໃຊ້ ເຊິ່ງໝາຍຄວາມວ່າ ລາວປະຕິບັດພາລະກິດຂອງອັກຄະສາວົກ. ແຕ່ສໍາລັບເປໂຕແມ່ນແຕກຕ່າງ, ລາວໄດ້ປະຕິບັດພາລະກິດບາງຢ່າງເຊັ່ນກັນ; ແລະ ເຖິງແມ່ນວ່າພາລະກິດນັ້ນບໍ່ໄດ້ຍິ່ງໃຫຍ່ສໍ່າພາລະກິດຂອງໂປໂລ, ແຕ່ລາວປະຕິບັດພາລະກິດໃນຂະນະທີ່ກຳລັງສະແຫວງຫາທາງເຂົ້າຂອງລາວເອງ ແລະ ພາລະກິດຂອງລາວແມ່ນແຕກຕ່າງຈາກພາລະກິດຂອງໂປໂລ. ພາລະກິດຂອງເປໂຕແມ່ນການປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງ. ລາວບໍ່ໄດ້ປະຕິບັດພາລະກິດໃນບົດບາດຂອງອັກຄະສາວົກ, ແຕ່ເຮັດພາລະກິດໃນຂະນະທີ່ກຳລັງສະແຫວງຫາຄວາມຮັກສໍາລັບພຣະເຈົ້າ. ເສັ້ນທາງແຫ່ງພາລະກິດຂອງໂປໂລແມ່ນປະກອບດ້ວຍການສະແຫວງຫາເພື່ອຜົນປະໂຫຍດສ່ວນຕົວຂອງລາວ: ການສະແຫວງຫາຂອງລາວແມ່ນບໍ່ໄດ້ເຫັນແກ່ຫຍັງເລີຍ ນອກຈາກຄວາມຫວັງສຳລັບອະນາຄົດຂອງລາວ ແລະ ຄວາມປາຖະໜາສຳລັບຈຸດໝາຍປາຍທາງທີ່ດີ. ລາວບໍ່ຍອມຮັບເອົາການຫຼໍ່ຫຼອມໃນລະຫວ່າງປະຕິບັດພາລະກິດຂອງລາວ ຫຼື ລາວບໍ່ຍອມຮັບເອົາການລິຮານ. ລາວເຊື່ອວ່າ ຕາບໃດທີ່ພາລະກິດທີ່ລາວເຮັດນັ້ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ທຸກສິ່ງທີ່ລາວເຮັດນັ້ນເປັນທີ່ພໍໃຈພຣະເຈົ້າ, ແລ້ວໃນທີ່ສຸດ ລາງວັນກໍຈະເປັນຂອງລາວ. ບໍ່ມີປະສົບການສ່ວນຕົວໃນພາລະກິດຂອງລາວ, ພາລະກິດນັ້ນແມ່ນລ້ວນແລ້ວແຕ່ເພື່ອຕົວມັນເອງ ແລະ ບໍ່ໄດ້ປະຕິບັດໃນທ່າມກາງການສະແຫວງຫາເພື່ອປ່ຽນແປງ. ທຸກສິ່ງທີ່ຢູ່ໃນພາລະກິດຂອງລາວແມ່ນປະຕິບັດໃນຮູບແບບທຸລະກິດ, ມັນບໍ່ໄດ້ປະຕິບັດໃນຮູບແບບໜ້າທີ່ ຫຼື ການຍິນຍອມຂອງສິ່ງທີ່ຖືກສ້າງ. ໃນລະຫວ່າງເສັ້ນທາງແຫ່ງພາລະກິດຂອງໂປໂລນັ້ນ, ບໍ່ມີການປ່ຽນແປງໃນອຸປະນິໄສເດີມຂອງລາວ. ພາລະກິດຂອງລາວແມ່ນເປັນການບໍລິການຄົນອື່ນເທົ່ານັ້ນ ແລະ ບໍ່ສາມາດນໍາການປ່ຽນແປງມາສູ່ອຸປະນິໄສຂອງລາວໄດ້. ໂປໂລປະຕິບັດພາລະກິດຂອງລາວໂດຍກົງ ໂດຍບໍ່ໄດ້ຖືກເຮັດໃຫ້ສົມບູນ ຫຼື ຖືກລິຮານ ແຕ່ລາວຖືກຜັກດັນໂດຍລາງວັນ. ເປໂຕແມ່ນແຕກຕ່າງ: ລາວເປັນຄົນທີ່ຜະເຊີນກັບການລິຮານ ແລະ ການຫຼໍ່ຫຼອມ. ໂດຍພື້ນຖານແລ້ວ ຈຸດປະສົງ ແລະ ແຮງຜັກດັນຂອງພາລະກິດຂອງເປໂຕແຕກຕ່າງຈາກໂປໂລ. ເຖິງແມ່ນເປໂຕບໍ່ໄດ້ປະຕິບັດພາລະກິດຢ່າງຫຼວງຫຼາຍ, ອຸປະນິໄສຂອງລາວແມ່ນໄດ້ຮັບການປ່ຽນແປງຫຼາຍຢ່າງ ແລະ ສິ່ງທີ່ລາວສະແຫວງຫາຄືຄວາມຈິງ ແລະ ການປ່ຽນແປງທີ່ແທ້ຈິງ. ພາລະກິດຂອງລາວບໍ່ໄດ້ຖືກປະຕິບັດໂດຍເຫັນແກ່ພາລະກິດເອງ. ເຖິງແມ່ນວ່າ ໂປໂລປະຕິບັດພາລະກິດຢ່າງຫຼວງຫຼາຍ, ມັນກໍລ້ວນແລ້ວແຕ່ເປັນພາລະກິດຂອງພຣະວິນຍານບໍລິສຸດ ແລະ ເຖິງແມ່ນວ່າ ໂປໂລຮ່ວມມືໃນພາລະກິດນີ້, ລາວກໍບໍ່ໄດ້ປະສົບກັບມັນ. ສິ່ງທີ່ເຮັດໃຫ້ເປໂຕປະຕິບັດພາລະກິດໜ້ອຍກວ່າກໍຍ້ອນວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດຜ່ານທາງລາວຢ່າງຫຼວງຫຼາຍ. ຈຳນວນຂອງພາລະກິດຂອງພວກເຂົາບໍ່ໄດ້ກຳນົດວ່າ ພວກເຂົາຖືກເຮັດໃຫ້ສົມບູນ ຫຼື ບໍ່; ການສະແຫວງຫາຂອງຄົນໜຶ່ງແມ່ນເພື່ອຮັບເອົາລາງວັນ ແລະ ອີກຄົນໜຶ່ງແມ່ນເພື່ອບັນລຸຄວາມຮັກທີ່ສູງສຸດສຳລັບພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຂົາໃນຖານະທີ່ເປັນສິ່ງຖືກສ້າງ, ຈົນເຖິງຂັ້ນທີ່ວ່າ ເຂົາສາມາດດຳລົງຊີວິດຕາມລັກສະນະທີ່ເປັນຕາຮັກເພື່ອປະຕິບັດຕາມເຈດຕະນາຂອງພຣະເຈົ້າ. ພວກເຂົາແຕກຕ່າງກັນຢູ່ພາຍນອກ ແລະ ດ້ວຍເຫດນັ້ນ ແກ່ນແທ້ຂອງພວກເຂົາກໍຈຶ່ງແຕກຕ່າງກັນ. ເຈົ້າບໍ່ສາມາດກຳນົດໄດ້ວ່າ ແມ່ນໃຜໃນພວກເຂົາທີ່ຖືກເຮັດໃຫ້ສົມບູນ ໂດຍອີງຕາມຈຳນວນຂອງພາລະກິດທີ່ພວກເຂົາປະຕິບັດ. ເປໂຕສະແຫວງຫາເພື່ອດຳລົງຊີວິດຕາມລັກສະນະຂອງຄົນທີ່ຮັກພຣະເຈົ້າ, ເພື່ອເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າ, ເພື່ອເປັນຄົນທີ່ຮັບເອົາການລິຮານ ແລະ ເພື່ອເປັນຄົນທີ່ປະຕິບັດໜ້າທີ່ຂອງລາວໃນຖານະທີ່ເປັນສິ່ງຖືກສ້າງ. ລາວສາມາດອຸທິດຕົນເອງໃຫ້ກັບພຣະເຈົ້າ, ນໍາທັງໝົດຂອງລາວເອງມາຢູ່ໃນມືຂອງພຣະເຈົ້າ ແລະ ອ່ອນນ້ອມຕໍ່ພຣະອົງຈົນຕາຍ. ນັ້ນຄືສິ່ງທີ່ລາວຕັດສິນໃຈທີ່ຈະເຮັດ ແລະ ຍິ່ງໄປກວ່ານັ້ນ ນັ້ນຄືສິ່ງທີ່ລາວໄດ້ບັນລຸ. ນີ້ຄືເຫດຜົນພື້ນຖານທີ່ວ່າ ໃນທີ່ສຸດແລ້ວ ເປັນຫຍັງຜົນໄດ້ຮັບຂອງລາວຈຶ່ງແຕກຕ່າງຈາກຜົນໄດ້ຮັບຂອງໂປໂລ. ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນເປໂຕແມ່ນເພື່ອເຮັດໃຫ້ລາວສົມບູນ ແລະ ພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດໃນໂປໂລແມ່ນເພື່ອນໍາໃຊ້ລາວ. ນັ້ນກໍເພາະທຳມະຊາດຂອງພວກເຂົາ ແລະ ມຸມມອງຂອງພວກເຂົາຕໍ່ການສະແຫວງຫາແມ່ນບໍ່ຄືກັນ. ທັງສອງມີພາລະກິດຂອງພຣະວິນຍານບໍລິສຸດ. ເປໂຕນໍາໃຊ້ພາລະກິດນີ້ກັບຕົວລາວເອງ ແລະ ຍັງສະໜອງພາລະກິດນັ້ນໃຫ້ກັບຄົນອື່ນ; ໃນຂະນະດຽວກັນ ໂປໂລພຽງແຕ່ສະໜອງທັງໝົດຂອງພາລະກິດຂອງພຣະວິນຍານບໍລິສຸດໃຫ້ກັບຄົນອື່ນ ແລະ ລາວເອງກໍບໍ່ໄດ້ຮັບຜົນຫຍັງເລີຍຈາກພາລະກິດນັ້ນ. ດ້ວຍເຫດນີ້, ຫຼັງຈາກທີ່ລາວໄດ້ຜະເຊີນກັບພາລະກິດຂອງພຣະວິນຍານບໍລິສຸດເປັນເວລາຫຼາຍປີ, ການປ່ຽນແປງໃນໂປໂລຈຶ່ງເກືອບບໍ່ມີເລີຍ. ລາວຍັງຢູ່ໃນສະພາວະທຳມະຊາດຂອງລາວ ແລະ ມັນຍັງເປັນໂປໂລໃນເມື່ອກ່ອນຄືເກົ່າ. ມັນເປັນພຽງຍ້ອນ ຫຼັງຈາກການອົດທົນຕໍ່ຄວາມລໍາບາກຈາກພາລະກິດເປັນເວລາຫຼາຍປີ, ລາວຈຶ່ງຮຽນຮູ້ວິທີ “ປະຕິບັດພາລະກິດ” ແລະ ຮຽນຮູ້ເຖິງຄວາມອົດກັ້ນ, ແຕ່ທຳມະຊາດດັ່ງເດີມຂອງລາວທີ່ເປັນທຳມະຊາດທີ່ມັກໃນການແຂ່ງຂັນສູງ ແລະ ມັກຄ້າຂາຍ ກໍຍັງຄົງຢູ່ຄືເກົ່າ. ຫຼັງຈາກປະຕິບັດພາລະກິດເປັນເວລາຫຼາຍປີ, ລາວບໍ່ຮູ້ຈັກອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ຫຼື ລາວບໍ່ປະຖິ້ມອຸປະນິໄສເກົ່າອອກຈາກຕົນເອງ ແລະ ອຸປະນິໄສນັ້ນກໍຍັງສາມາດເຫັນໄດ້ໃນພາລະກິດຂອງລາວ. ໃນຕົວລາວນັ້ນ ມີພຽງປະສົບການກ່ຽວກັບພາລະກິດ, ແຕ່ປະສົບການເລັກນ້ອຍພຽງຢ່າງດຽວແມ່ນບໍ່ສາມາດປ່ຽນແປງລາວໄດ້ ແລະ ບໍ່ສາມາດປ່ຽນແປງມຸມມອງຂອງລາວກ່ຽວກັບການເປັນຢູ່ ຫຼື ຄວາມສຳຄັນຂອງການສະແຫວງຫາຂອງລາວໄດ້. ເຖິງແມ່ນວ່າ ລາວປະຕິບັດພາລະກິດເພື່ອພຣະຄຣິດເປັນເວລາຫຼາຍປີ ແລະ ບໍ່ເຄີຍຂົ່ມເຫັງພຣະເຢຊູເຈົ້າຈັກເທື່ອ, ໃນຫົວໃຈຂອງລາວນັ້ນ ບໍ່ມີການປ່ຽນແປງໃນຄວາມຮູ້ທີ່ລາວມີກ່ຽວກັບພຣະເຈົ້າເລີຍ. ນີ້ໝາຍຄວາມວ່າ ລາວບໍ່ໄດ້ປະຕິບັດພາລະກິດເພື່ອອຸທິດຕົນໃຫ້ກັບພຣະເຈົ້າ, ແຕ່ກົງກັນຂ້າມ ລາວຖືກບັງຄັບໃຫ້ປະຕິບັດພາລະກິດໂດຍເຫັນແກ່ຈຸດໝາຍປາຍທາງໃນອະນາຄົດຂອງລາວ. ຍ້ອນວ່າໃນຕອນເລີ່ມຕົ້ນນັ້ນ ລາວໄດ້ຂົ່ມເຫັງພຣະຄຣິດ ແລະ ບໍ່ຍອມອ່ອນນ້ອມຕໍ່ພຣະຄຣິດ; ລາວເປັນກະບົດໂດຍທຳມະຊາດ ຜູ້ເຊິ່ງຕໍ່ຕ້ານພຣະຄຣິດໂດຍເຈດຕະນາ ແລະ ເປັນຄົນທີ່ບໍ່ມີຄວາມຮູ້ກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອພາລະກິດຂອງລາວເກືອບຈະສິ້ນສຸດລົງ, ລາວຍັງບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ພຽງແຕ່ປະພຶດຕາມຄວາມຕ້ອງການຂອງລາວເອງ ອີງຕາມລັກສະນະຂອງລາວເອງ ໂດຍບໍ່ສົນໃຈເຈດຕະນາຂອງພຣະວິນຍານບໍລິສຸດແມ່ນແຕ່ໜ້ອຍດຽວ. ແລ້ວດ້ວຍເຫດນັ້ນ ທຳມະຊາດຂອງລາວຈຶ່ງເປັນສັດຕູກັບພຣະຄຣິດ ແລະ ບໍ່ອ່ອນນ້ອມຕໍ່ຄວາມຈິງ. ຄົນແບບນີ້ ຜູ້ເຊິ່ງຖືກພາລະກິດຂອງພຣະວິນຍານບໍລິສຸດປະຖິ້ມ, ຜູ້ເຊິ່ງບໍ່ຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ແລະ ຜູ້ທີ່ຍັງຕໍ່ຕ້ານພຣະຄຣິດ, ຄົນປະເພດນີ້ຈະຮັບຄວາມລອດພົ້ນໄດ້ແນວໃດ? ບໍ່ວ່າມະນຸດຈະສາມາດຖືກຊ່ວຍໃຫ້ລອດພົ້ນໄດ້ ຫຼື ບໍ່ ແມ່ນບໍ່ໄດ້ຂຶ້ນກັບຈຳນວນພາລະກິດທີ່ເຂົາປະຕິບັດ ຫຼື ເຂົາອຸທິດຕົນຫຼາຍສໍ່າໃດ, ແຕ່ກົງກັນຂ້າມ ມັນຖືກກຳນົດດ້ວຍຄຳຖາມທີ່ວ່າ ເຂົາຮູ້ຈັກພາລະກິດຂອງພຣະວິນຍານບໍລິສຸດ ຫຼື ບໍ່, ເຂົາສາມາດນໍາຄວາມຈິງເຂົ້າສູ່ການປະຕິບັດ ຫຼື ບໍ່ ແລະ ມຸມມອງຂອງເຂົາທີ່ມີຕໍ່ການສະແຫວງຫານັ້ນ ສອດຄ່ອງກັບຄວາມຈິງ ຫຼື ບໍ່.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມສຳເລັດ ຫຼື ຄວາມລົ້ມເຫຼວແມ່ນຂຶ້ນກັບເສັ້ນທາງມະນຸດຍ່າງ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ