ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 457
11 ເດືອນກໍລະກົດ 2025
ເມື່ອເວົ້າເຖິງພາລະກິດ, ມະນຸດເຊື່ອວ່າພາລະກິດແມ່ນຕ້ອງແລ່ນໄປມາເພື່ອພຣະເຈົ້າ, ເທດສະໜາໃນທຸກບ່ອນ ແລະ ໃຊ້ເວລາເພື່ອຜົນປະໂຫຍດຂອງພຣະອົງ. ເຖິງແມ່ນຄວາມເຊື່ອນີ້ຖືກຕ້ອງ, ມັນກໍເປັນພຽງດ້ານດຽວ; ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ແມ່ນການເດີນທາງໄປໆມາໆເພື່ອພຣະອົງເທົ່ານັ້ນ; ນອກເໜືອຈາກນີ້, ພາລະກິດນີ້ແມ່ນກ່ຽວຂ້ອງກັບພັນທະກິດ ແລະ ການຕອບສະໜອງພາຍໃນຈິດວິນຍານ. ອ້າຍເອື້ອຍນ້ອງຫຼາຍຄົນບໍ່ເຄີຍຄິດເຖິງການປະຕິບັດພາລະກິດເພື່ອພຣະເຈົ້າ ແມ່ນແຕ່ຫຼັງຈາກມີປະສົບການຫຼາຍປີ, ຍ້ອນວ່າ ພາລະກິດທີ່ມະນຸດຄິດຂຶ້ນແມ່ນບໍ່ສອດຄ່ອງກັບສິ່ງທີ່ພຣະເຈົ້າຮຽກຮ້ອງ. ສະນັ້ນ ມະນຸດຈຶ່ງບໍ່ສົນໃຈສິ່ງໃດໃນເລື່ອງພາລະກິດ ແລະ ນີ້ກໍຄືເຫດຜົນຢ່າງແທ້ຈິງທີ່ວ່າ ເປັນຫຍັງທາງເຂົ້າຂອງມະນຸດຈຶ່ງຍັງຢູ່ໃນດ້ານດຽວມາຕະຫຼອດ. ພວກເຈົ້າທຸກຄົນຄວນເລີ່ມຕົ້ນເຂົ້າສູ່ໂດຍການປະຕິບັດພາລະກິດເພື່ອພຣະເຈົ້າ ເພື່ອວ່າ ພວກເຈົ້າຈະມີປະສົບການທີ່ດີຂຶ້ນໃນທຸກດ້ານ. ນີ້ແມ່ນສິ່ງທີ່ພວກເຈົ້າຄວນເຂົ້າສູ່. ພາລະກິດບໍ່ໄດ້ໝາຍເຖິງການແລ່ນໄປມາເພື່ອພຣະເຈົ້າ; ແຕ່ມັນໝາຍຄວາມວ່າ ຊີວິດຂອງມະນຸດ ແລະ ສິ່ງທີ່ມະນຸດດຳລົງຊີວິດຕາມແມ່ນເພື່ອມອບຄວາມສຸກໃຫ້ແກ່ພຣະເຈົ້າ ຫຼື ບໍ່. ພາລະກິດໝາຍເຖິງການທີ່ມະນຸດໃຊ້ຄວາມຊື່ສັດທີ່ພວກເຂົາມີຕໍ່ພຣະເຈົ້າ ແລະ ຄວາມຮູ້ທີ່ພວກເຂົາມີກ່ຽວກັບພຣະເຈົ້າເພື່ອເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດ. ນີ້ແມ່ນຄວາມຮັບຜິດຊອບຂອງມະນຸດ ແລະ ນີ້ແມ່ນສິ່ງທີ່ມະນຸດຄວນເຂົ້າໃຈ. ເວົ້າອີກແບບໜຶ່ງກໍຄື ທາງເຂົ້າຂອງພວກເຈົ້າແມ່ນພາລະກິດຂອງພວກເຈົ້າ ແລະ ພວກເຈົ້າກຳລັງສະແຫວງຫາເພື່ອເຂົ້າສູ່ລະຫວ່າງເສັ້ນທາງການປະຕິບັດພາລະກິດເພື່ອພຣະເຈົ້າ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ໄດ້ໝາຍຄວາມວ່າ ເຈົ້າຮູ້ຈັກວິທີການກິນ ແລະ ດື່ມພຣະທຳຂອງພຣະອົງເທົ່ານັ້ນ; ທີ່ສຳຄັນໄປກວ່ານັ້ນກໍຄື ພວກເຈົ້າຕ້ອງຮູ້ວິທີການເປັນພະຍານກ່ຽວກັບພຣະເຈົ້າ, ສາມາດຮັບໃຊ້ພຣະເຈົ້າ, ສາມາດຄອຍຮັບໃຊ້ ແລະ ຕອບສະໜອງໃຫ້ກັບມະນຸດ. ນີ້ແມ່ນພາລະກິດ ແລະ ຍັງເປັນທາງເຂົ້າຂອງພວກເຈົ້າ; ນີ້ແມ່ນສິ່ງທີ່ທຸກຄົນຄວນເຮັດໃຫ້ສຳເລັດ. ມີຫຼາຍຄົນທີ່ພຽງແຕ່ໃສ່ໃຈກັບການເດີນທາງໄປມາເພື່ອພຣະເຈົ້າ ແລະ ເທດສະໜາໃນທຸກບ່ອນ, ແຕ່ພາກັນເບິ່ງຂ້າມປະສົບການສ່ວນຕົວຂອງພວກເຂົາ ແລະ ເບິ່ງຂ້າມທາງເຂົ້າສູ່ຊີວິດຝ່າຍວິນຍານຂອງພວກເຂົາ. ນີ້ແມ່ນສິ່ງທີ່ນໍາພາໃຫ້ຄົນທີ່ຮັບໃຊ້ພຣະເຈົ້າກາຍເປັນຄົນຕໍ່ຕ້ານພຣະເຈົ້າ. ຄົນເຫຼົ່ານີ້ ເຊິ່ງເປັນຄົນທີ່ຮັບໃຊ້ພຣະເຈົ້າ ແລະ ຄອຍຮັບໃຊ້ມະນຸດເປັນເວລາຫຼາຍປີ ພຽງແຕ່ຖືວ່າການປະຕິບັດພາລະກິດ ແລະ ການເທດສະໜາເປັນທາງເຂົ້າ ແລະ ບໍ່ມີໃຜຖືວ່າ ປະສົບການຝ່າຍວິນຍານຂອງພວກເຂົາເອງເປັນທາງເຂົ້າທີ່ສຳຄັນ. ກົງກັນຂ້າມ, ພວກເຂົາໃຊ້ແສງສະຫວ່າງແຫ່ງພາລະກິດທີ່ສືບມາຈາກພາລະກິດຂອງພຣະວິນຍານບໍລິສຸດເພື່ອເປັນປະໂຫຍດໃນການສັ່ງສອນຄົນອື່ນ. ເມື່ອເວລາເທດສະໜາ, ພວກເຂົາແມ່ນແບກຫາບພາລະຢ່າງຫຼວງຫຼາຍ ແລະ ຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ດ້ວຍສິ່ງນີ້ ພວກເຂົາຈຶ່ງໄດ້ປ່ອຍສຽງຂອງພຣະວິນຍານບໍລິສຸດ. ໃນເວລານັ້ນ ຄົນທີ່ປະຕິບັດພາລະກິດກໍເຕັມໄປດ້ວຍຄວາມເພິ່ງພໍໃຈ ຄືກັບວ່າພາລະກິດຂອງພຣະວິນຍານບໍລິສຸດເປັນປະສົບການຝ່າຍວິນຍານຂອງພວກເຂົາເອງ; ພວກເຂົາຮູ້ສຶກວ່າພຣະທຳທຸກຂໍ້ທີ່ພວກເຂົາກ່າວໃນເວລານັ້ນແມ່ນຕົວຕົນຂອງພວກເຂົາເອງ ແຕ່ອີກຄັ້ງໜຶ່ງກໍ ຄືກັບວ່າປະສົບການຂອງພວກເຂົາແມ່ນບໍ່ຊັດເຈນດັ່ງທີ່ພວກເຂົາໄດ້ອະທິບາຍ. ນອກຈາກນັ້ນ ກ່ອນທີ່ຈະເວົ້າ ພວກເຂົາແມ່ນບໍ່ມີວີ່ແວວວ່າຈະເວົ້າຫຍັງເລີຍ, ແຕ່ເມື່ອພຣະວິນຍານບໍລິສຸດປະຕິບັດພາລະກິດໃນພວກເຂົາ, ຄໍາເວົ້າຂອງພວກເຂົາແມ່ນຫລັ່ງໄຫຼ່ອອກມາຢ່າງບໍ່ຮູ້ຈົບ. ຫຼັງຈາກທີ່ເຈົ້າໄດ້ເທດສະໜາໄປໃນລັກສະນະນັ້ນເທື່ອໜຶ່ງ, ເຈົ້າຈະຮູ້ສຶກວ່າວຸດທິພາວະຕົວຈິງຂອງເຈົ້າບໍ່ໄດ້ຕໍ່າເທົ່າທີ່ເຈົ້າເຊື່ອ ແລະ ໃນສະຖານະການທີ່ພຣະວິນຍານບໍລິສຸດໄດ້ປະຕິບັດພາລະກິດໃນຕົວເຈົ້າເປັນເວລາສອງສາມຄັ້ງ, ແລ້ວເຈົ້າກໍຈະກຳນົດວ່າ ເຈົ້າໄດ້ມີວຸດທິພາວະແລ້ວ ແລະ ເຊື່ອຢ່າງຜິດໆວ່າພາລະກິດຂອງພຣະວິນຍານບໍລິສຸດແມ່ນທາງເຂົ້າ ແລະ ການເປັນຢູ່ຂອງເຈົ້າເອງ. ເມື່ອເຈົ້າມີປະສົບການນີ້ຢ່າງຕໍ່ເນື່ອງ, ເຈົ້າກໍຈະເລີ່ມບໍ່ເຄັ່ງຄັດກ່ຽວກັບທາງເຂົ້າຂອງເຈົ້າເອງ, ແລ້ວເຈົ້າກໍຈະກ້າວເຂົ້າໄປສູ່ຄວາມຂີ້ຄ້ານໂດຍບໍ່ຮູ້ຕົວ ແລະ ເຊົາໃຫ້ຄວາມສຳຄັນຂອງທາງເຂົ້າຂອງເຈົ້າເລີຍ. ດັ່ງນັ້ນ ເມື່ອເຈົ້າຄອຍຮັບໃຊ້ຄົນອື່ນ, ເຈົ້າຕ້ອງແຍກແຍະຢ່າງຊັດເຈນລະຫວ່າງວຸດທິພາວະຂອງເຈົ້າ ແລະ ພາລະກິດຂອງພຣະວິນຍານບໍລິສຸດ. ສິ່ງນີ້ຈະເຮັດໃຫ້ທາງເຂົ້າຂອງເຈົ້າສະດວກຂຶ້ນ ແລະ ເຮັດໃຫ້ປະສົບການຂອງເຈົ້າມີຜົນປະໂຫຍດຫຼາຍຂຶ້ນ. ເມື່ອມະນຸດຖືພາລະກິດຂອງພຣະວິນຍານບໍລິສຸດເປັນດັ່ງປະສົບການຂອງພວກເຂົາເອງ, ສິ່ງນີ້ຈະກາຍມາເປັນຈຸດເລີ່ມຕົ້ນແຫ່ງການເສື່ອມໂຊມຂອງມະນຸດ. ນີ້ຄືເຫດຜົນທີ່ເຮົາບອກວ່າ ໜ້າທີ່ຫຍັງກໍຕາມທີ່ພວກເຈົ້າປະຕິບັດ, ພວກເຈົ້າຄວນຖືວ່າທາງເຂົ້າຂອງພວກເຈົ້າເປັນບົດຮຽນທີ່ສຳຄັນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພາລະກິດ ແລະ ທາງເຂົ້າ (2)
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຊຸດວິດີໂອອື່ນໆ