ເພງຄຣິດສະຕຽນ “ເຈົ້າກ້າບໍທີ່ຈະຢືນຢັນວ່າຊື່ຂອງພຣະເຈົ້າບໍ່ເຄີຍປ່ຽນແປງ?”

23 ເດືອນມີນາ 2023

ບາງຄົນເວົ້າວ່າ ນາມຂອງພຣະເຈົ້າບໍ່ປ່ຽນແປງ.

ແລ້ວເປັນຫຍັງຊື່ ເຢໂຮວາ ຈຶ່ງກາຍມາເປັນເຢຊູ?

ມີການທຳນາຍວ່າພຣະເມຊີອາຈະມາ,

ແລ້ວເປັນຫຍັງຈຶ່ງມີມະນຸດທີ່ມີຊື່ວ່າ ເຢຊູ ມາແທນ?

ເປັນຫຍັງຊື່ຂອງພຣະເຈົ້າຈຶ່ງປ່ຽນແປງ? ພາລະກິດດັ່ງກ່າວບໍ່ໄດ້ຖືກປະຕິບັດ ແຕ່ດົນນານມາແລ້ວບໍ?

ໃນມື້ນີ້ ພຣະເຈົ້າບໍ່ໄດ້ດຳເນີນພາລະກິດໃໝ່ບໍ?

ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ.

ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ,

ອຸປະນິໄສ ແລະ ສະຕິປັນຍາ ຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ.

ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ.

ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ,

ອຸປະນິໄສ ແລະ ສະຕິປັນຍາ ຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ.

ພາລະກິດຂອງມື້ວານສາມາດປ່ຽນແປງໄດ້

ແລະ ພາລະກິດຂອງພຣະເຢຊູສາມາດສືບຕໍ່ ຈາກພາລະກິດຂອງພຣະເຢໂຮວາໄດ້.

ແລ້ວພາລະກິດຂອງພຣະເຢຊູ ບໍ່ສາມາດຖືກສືບຕໍ່ໂດຍພາລະກິດອື່ນບໍ?

ຖ້າຊື່ພຣະເຢໂຮວາສາມາດປ່ຽນເປັນ ພຣະເຢຊູ,

ແລ້ວ ຊື່ພຣະເຢຊູບໍ່ສາມາດປ່ຽນແປງບໍ?

ບໍ່ມີຫຍັງໃນສິ່ງນີ້ທີ່ຜິດປົກກະຕິ;

ມັນເປັນພຽງຍ້ອນຜູ້ຄົນມັກງ່າຍເກີນໄປ.

ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ.

ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ,

ອຸປະນິໄສ ແລະ ສະຕິປັນຍາ ຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ.

ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ.

ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ,

ອຸປະນິໄສ ແລະ ສະຕິປັນຍາ ຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ.

ຖ້າເຈົ້າເຊື່ອວ່າ ພຣະເຈົ້າສາມາດ ພຽງແຕ່ຖືກເອີ້ນໃນນາມ ເຢຊູ,

ແລ້ວຄວາມຮູ້ຂອງເຈົ້າກໍມີໜ້ອຍເກີນໄປ.

ເຈົ້າກ້າຢືນຢັນບໍວ່າ ເຢຊູຈະເປັນຊື່ຂອງພຣະເຈົ້າຕະຫຼອດໄປ,

ພຣະເຈົ້າຈະໃຊ້ຊື່ເຢຊູ ຕະຫຼອດໄປ ແລະ ຢູ່ສະເໝີ ແລະ ຊື່ນີ້ຈະບໍ່ປ່ຽນແປງ?

ເຈົ້າກ້າຢືນຢັນຢ່າງໝັ້ນໃຈບໍວ່າ ມັນແມ່ນຊື່ເຢຊູ ທີ່ສິ້ນສຸດຍຸກແຫ່ງພຣະບັນຍັດ

ແລະ ຍັງຈະສິ້ນສຸດຍຸກສຸດທ້າຍເຊັ່ນດຽວກັນ?

ໃຜສາມາດເວົ້າໄດ້ວ່າ ພຣະຄຸນຂອງພຣະເຢຊູ ສາມາດນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ?

ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ.

ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ,

ອຸປະນິໄສ ແລະ ສະຕິປັນຍາ ຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ.

ພຣະເຈົ້າຈະເປັນພຣະເຈົ້າຢູ່ສະເໝີ.

ບໍ່ວ່າພາລະກິດຂອງພຣະອົງຈະປ່ຽນແປງ ແລະ ບໍ່ວ່າຊື່ຂອງພຣະອົງອາດປ່ຽນແປງ,

ອຸປະນິໄສ ແລະ ສະຕິປັນຍາ ຂອງພຣະອົງຈະບໍ່ປ່ຽນແປງຈັກເທື່ອ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ