ເພງຄຣິດສະຕຽນ “ຜົນທີ່ຕາມມາຂອງການຫຼົບຫຼີກການພິພາກສາ”

16 ເດືອນມີນາ 2022

ຕອນນີ້ ເຈົ້າເຂົ້າໃຈແລ້ວບໍ ວ່າສິ່ງໃດຄືການພິພາກສາ

ແລະ ສິ່ງໃດຄືຄວາມຈິງ?

ເຈົ້າເຂົ້າໃຈແລ້ວບໍ?

ຖ້າເຈົ້າໄດ້ເຂົ້າໃຈແລ້ວ, ແລ້ວພຣະເຈົ້າຂໍແນະນໍາເຈົ້າ

ໃຫ້ຍອມເຊື່ອຟັງຮັບເອົາການຖືກພິພາກສາ

ບໍ່ດັ່ງນັ້ນ ເຈົ້າຈະບໍ່ໄດ້ມີໂອກາດທີ່ຈະຖືກຍົກຍ້ອງໂດຍພຣະເຈົ້າ

ຫຼື ຖືກພຣະອົງນໍາພາໄປສູ່ອານາຈັກຂອງພຣະອົງ.

ຜູ້ທີ່ພຽງຍອມຮັບເອົາຄໍາພິພາກສາ

ແຕ່ບໍ່ສາມາດຖືກຊໍາລະລ້າງໃຫ້ບໍລິສຸດຈັກເທື່ອ

ນັ້ນກໍຄື ຜູ້ທີ່ຫຼົບໜີໄປໃນທ່າມກາງພາລະກິດແຫ່ງການພິພາກສາ

ຈະຖືກລັງກຽດ ແລະ ປະຕິເສດໂດຍພຣະເຈົ້າຕະຫຼອດໄປ.

ຄວາມບາບຂອງພວກເຂົາຈະມີຢ່າງຫຼວງຫຼາຍກວ່າ

ແລະ ຮ້າຍແຮງກວ່າຄວາມບາບພວກຟາຣິຊາຍ

ຍ້ອນວ່າພວກເຂົາໄດ້ທໍລະຍົດພຣະເຈົ້າ

ແລະ ເປັນກະບົດຕໍ່ພຣະເຈົ້າ.

ຜູ້ຄົນດັ່ງກ່າວ ຜູ້ທີ່ບໍ່ມີສົມຄວນແມ່ນແຕ່ຈະເຮັດບໍລິການ

ກໍຈະໄດ້ຮັບການລົງໂທດທີ່ຮ້າຍແຮງຂຶ້ນກວ່າເກົ່າ

ຍິ່ງໄປກວ່ານັ້ນກໍເປັນການລົງໂທດຊົ່ວນິລັນດອນ.

ພຣະເຈົ້າຈະບໍ່ຍົກເວັ້ນຄົນທໍລະຍົດ

ຜູ້ທີ່ໄດ້ສະແດງຄວາມສັດຊື່ດ້ວຍຄຳເວົ້າ

ແຕ່ຕໍ່ມາແມ່ນທໍລະຍົດຕໍ່ພຣະອົງ.

ຄົນປະເພດນີ້ຈະໄດ້ຮັບຜົນກໍາຜ່ານການລົງໂທດ

ຕໍ່ວິນຍານ, ຈິດໃຈ ແລະ ຮ່າງກາຍ.

ແລ້ວນີ້ບໍ່ແມ່ນການເປີດເຜີຍແທ້ຈິງ

ເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ?

ນີ້ບໍ່ແມ່ນຈຸດປະສົງຂອງພຣະເຈົ້າ

ໃນການຕັດສິນລົງໂທດ ແລະ ເປີດເຜີຍເຂົາບໍ?

(ຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່)​

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ