ເພງຄຣິດສະຕຽນ “ພຣະເຈົ້າທີ່ບັງເກີດເປັນມະນຸດເຮັດວຽກງານທີ່ສຳຄັນທີ່ສຸດໃນການຊ່ວຍມະນຸດໃຫ້ລອດພົ້ນ”

26 ເດືອນມີນາ 2023

ພາລະກິດທີ່ປະຕິບັດໂດຍ ພຣະເຈົ້າຜູ້ບັງເກີດເປັນມະນຸດ ແມ່ນພາລະກິດທີ່ຍິ່ງໃຫຍ່ທີ່ສຸດ

ແລະ ເປັນພາລະກິດທີ່ເລິກເຊິ່ງທີ່ສຸດ

ແລະ ສ່ວນສຳຄັນໃນພາລະກິດສາມຂັ້ນຕອນ ຂອງພຣະເຈົ້າກໍແມ່ນພາລະກິດສອງຂັ້ນຕອນ ແຫ່ງການບັງເກີດເປັນມະນຸດ.

ພາລະກິດທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດຖືກປະຕິບັດໃນເນື້ອໜັງ

ແລະ ຄວາມລອດພົ້ນຂອງມະນຸດຕ້ອງຖືກປະຕິບັດ ໂດຍພຣະເຈົ້າທີ່ຢູ່ໃນເນື້ອໜັງດ້ວຍຕົວພຣະອົງເອງ.

ເຖິງແມ່ນວ່າ ມະນຸດຊາດທັງປວງຮູ້ສຶກວ່າ ພຣະເຈົ້າທີ່ຢູ່ໃນເນື້ອໜັງ ເບິ່ງຄືບໍ່ກ່ຽວຂ້ອງກັບມະນຸດ,

ແຕ່ໃນຄວາມເປັນຈິງແລ້ວ ເນື້ອໜັງນີ້ກ່ຽວພັນກັບ

ໂຊກຊະຕາ ແລະ ການເປັນຢູ່ຂອງມະນຸດຊາດທັງປວງ

ໃນຂະນະທີ່ພຣະອົງເຮັດພາລະກິດທີ່ຈຳເປັນທີ່ສຸດ.

ຄວາມເສື່ອມຊາມທີ່ເລິກເຊິ່ງຂອງມະນຸດ ແມ່ນອຸປະສັກທີ່ໃຫຍ່ຫຼວງຕໍ່ພາລະກິດ ຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ.

ເວົ້າໂດຍສະເພາະແລ້ວ ພາລະກິດທີ່ຖືກປະຕິບັດ ໃນຜູ້ຄົນແຫ່ງຍຸກສຸດທ້າຍແມ່ນຍາກຫຼາຍ

ແລະ ສະພາບແວດລ້ອມກໍໂຫດຮ້າຍ

ແລະ ຄວາມສາມາດຂອງຄົນ ແຕ່ລະປະເພດກໍຕໍ່າພໍສົມຄວນ.

ແຕ່ເຖິງຢ່າງນັ້ນກໍຕາມ ໃນຕອນຈົບຂອງພາລະກິດນີ້,

ມັນກໍຍັງຈະບັນລຸຜົນຢ່າງຖືກຕ້ອງ ໂດຍບໍ່ມີຂໍ້ບົກຜ່ອງໃດໆ.

ພາລະກິດທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດຖືກປະຕິບັດໃນເນື້ອໜັງ

ແລະ ຄວາມລອດພົ້ນຂອງມະນຸດຕ້ອງຖືກປະຕິບັດ ໂດຍພຣະເຈົ້າທີ່ຢູ່ໃນເນື້ອໜັງດ້ວຍຕົວພຣະອົງເອງ.

ເຖິງແມ່ນວ່າ ມະນຸດຊາດທັງປວງ ຮູ້ສຶກວ່າພຣະເຈົ້າທີ່ຢູ່ໃນເນື້ອໜັງ ເບິ່ງຄືບໍ່ກ່ຽວຂ້ອງກັບມະນຸດ,

ແຕ່ໃນຄວາມເປັນຈິງແລ້ວ ເນື້ອໜັງນີ້ກ່ຽວພັນກັບ

ໂຊກຊະຕາ ແລະ ການເປັນຢູ່ຂອງມະນຸດຊາດທັງປວງ

ໃນຂະນະທີ່ພຣະອົງເຮັດພາລະກິດທີ່ຈຳເປັນທີ່ສຸດ.

ພາລະກິດຂອງພຣະເຈົ້າຈະບັນລຸຜົນຢ່າງຖືກຕ້ອງ.

ພາລະກິດຂອງພຣະເຈົ້າ ຈະບັັນລຸມັນໂດຍບໍ່ມີຂໍ້ບົກຜ່ອງໃດໆ.

ນີ້ແມ່ນຜົນຂອງພາລະກິດແຫ່ງເນື້ອໜັງ

ແລະ ຜົນນີ້ກໍດົນໃຈຫຼາຍກວ່າ ພາລະກິດຂອງພຣະວິນຍານ.

ພາລະກິດສາມຂັ້ນຕອນຂອງພຣະເຈົ້າ ຈະຖືກເຮັດໃຫ້ສິ້ນສຸດລົງໃນເນື້ອໜັງ

ແລະ ພວກມັນຕ້ອງຖືກເຮັດໃຫ້ ສິ້ນສຸດໂດຍພຣະເຈົ້າທີ່ບັງເກີດເປັນມະນຸດ.

ພາລະກິດທີ່ສຳຄັນທີ່ສຸດ ແລະ ຈຳເປັນທີ່ສຸດຖືກປະຕິບັດໃນເນື້ອໜັງ

ແລະ ຄວາມລອດພົ້ນຂອງມະນຸດຕ້ອງຖືກປະຕິບັດ ໂດຍພຣະເຈົ້າທີ່ຢູ່ໃນເນື້ອໜັງດ້ວຍຕົວພຣະອົງເອງ.

ເຖິງແມ່ນວ່າ ມະນຸດຊາດທັງປວງຮູ້ສຶກວ່າ ພຣະເຈົ້າທີ່ຢູ່ໃນເນື້ອໜັງເບິ່ງຄືບໍ່ກ່ຽວຂ້ອງກັບມະນຸດ,

ແຕ່ໃນຄວາມເປັນຈິງແລ້ວ ເນື້ອໜັງນີ້ກ່ຽວພັນກັບ

ໂຊກຊະຕາ ແລະ ການເປັນຢູ່ຂອງມະນຸດຊາດທັງປວງ

ໃນຂະນະທີ່ພຣະອົງເຮັດພາລະກິດທີ່ຈຳເປັນທີ່ສຸດ.

ຄັດຈາກໜັງສືຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ