ເພງຄຣິດສະຕຽນ “ອານາຈັກຂອງພຣະຄຣິດຖືກເຮັດໃຫ້ເປັນຈິງທ່າມກາງມະນຸດ”

10 ເດືອນມີນາ 2019

ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດທີ່ບັງເກີດເປັນມະນຸດ

ໄດ້ປະກົດຕົວຢູ່ໃນຍຸກສຸດທ້າຍໃນທິດຕາເວັນອອກ,

ເໝືອນກັບທີ່ດວງຕາເວັນອັນຊອບທຳທີ່ກຳລັງຂຶ້ນ;

ມະນຸດຊາດໄດ້ເຫັນແສງສະຫວັນທີ່ແທ້ຈິງປະກົດຂຶ້ນ.

ພຣະເຈົ້າຜູ້ຊົງຊອບທຳ ແລະ ສະຫງ່າງາມ,

ເຕັັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ

ເຊື່ອງລີ້ແບບຕໍ່າຕ້ອຍທ່າມກາງມະນຸດ,

ປະກາດຄວາມຈິງ, ກ່າວ ແລະ ປະຕິບັດພາລະກິດ.

ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດຢູ່ກັບພວກເຮົາໜ້າຕໍ່ໜ້າ

ພຣະເຈົ້າທີ່ເຈົ້າກະຫາຍຫາ, ພຣະເຈົ້າທີ່ຂ້ານ້ອຍລໍຖ້າ,

ໃນປັດຈຸບັນ ໄດ້ປະກົດຕົວແກ່ພວກເຮົາຕາມຄວາມເປັນຈິງແລ້ວ.

ພວກເຮົາສະແຫວງຫາຄວາມຈິງ,

ພວກເຮົາປາຖະໜາຫາຄວາມຊອບທຳ;

ຄວາມຈິງ ແລະ ຄວາມຊອບທຳໄດ້ລົງມາຢູ່ທ່າມກາງມະນຸດ.

ເຈົ້າຮັກພຣະເຈົ້າ, ຂ້ານ້ອຍຮັກພຣະເຈົ້າ

ມະນຸດຊາດແມ່ນເຕັມໄປດ້ວຍຄວາມຫວັງທີ່ໄດ້ຮັບການຟື້ນຄືນໃໝ່.

ຜູ້ຄົນເຊື່ອຟັງ, ປະຊາຊາດນະມັດສະການ

ພຣະເຈົ້າທີ່ແທ້ຈິງທີ່ບັງເກີດເປັນມະນຸດ.

II

ພຣະເຈົ້າຜູ້ຊົງລິດທານຸພາບສູງສຸດໄດ້ສຳແດງຄວາມຈິງ

ແລະ ນໍາການພິພາກສາ,

ເປີດເຜີຍອູປະນິໄສອັນຊອບທຳຂອງພຣະເຈົ້າ.

ໂດຍການພິພາກສາ, ການຕີສອນ ແລະ ການທົດລອງແຫ່ງພຣະທຳ,

ພຣະອົງເອົາຊະນະ ແລະ ເຮັດໃຫ້ກຸ່ມຄົນທີ່ເອົາຊະນະນັ້ນສົມບູນ.

ພຣະທຳຂອງພຣະເຈົ້າ, ຊ່າງໂກດຮ້າຍ ແລະ ສະຫງ່າງາມ,

ໄດ້ພິພາກສາ ແລະ ຊຳລະລ້າງຄວາມບໍ່ຊອບທຳຂອງມະນຸດຊາດ,

ໄດ້ທຳລາຍຍຸກແຫ່ງຄວາມມືດທັງໝົດ.

ຄວາມຈິງ ແລະ ຄວາມຊອບທຳປົກຄອງຢູ່ເທິງແຜ່ນດິນໂລກ.

ແຜ່ນດິນໂລກທັງໝົດໂຮຮ້ອງ, ທຸກຄົນຍິນດີ;

ຫໍເຕັ້ນສັກສິດຂອງພຣະເຈົ້າໄດ້ມາເຖິງມະນຸດແລ້ວ.

ຈັກກະວານສັ່ນໄຫວ ແລະ ປະຊາຊາດນະມັດສະການ,

ຄວາມປະສົງຂອງພຣະເຈົ້າຖືກປະຕິບັດຢູ່ເທິງແຜ່ນດິນໂລກ.

ແຜ່ນດິນໂລກທັງໝົດໂຮຮ້ອງ, ທຸກຄົນຍິນດີ;

ຫໍເຕັ້ນສັກສິດຂອງພຣະເຈົ້າໄດ້ມາເຖິງມະນຸດແລ້ວ.

ຈັກກະວານສັ່ນໄຫວ ແລະ ປະຊາຊາດນະມັດສະການ,

ຄວາມປະສົງຂອງພຣະເຈົ້າຖືກປະຕິບັດຢູ່ເທິງແຜ່ນດິນໂລກ.

ຈາກໜັງສື ຕິດຕາມພຣະເມສານ້ອຍ ແລະ ຮ້ອງເພງໃໝ່

ເບິ່ງເພີ່ມເຕີມ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ແບ່ງປັນ

ຍົກເລີກ