​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການມີຈິດໃຈທີ່ບໍ່ປ່ຽນແປງຄືການເປັນປໍລະປັກກັບພຣະເຈົ້າ

ຫຼັງຈາກຫຼາຍພັນປີຂອງຄວາມເສື່ອມຊາມ, ມະນຸດໄດ້ຕາຍດ້ານ ແລະ ໂງ່ຈ້າ, ກາຍເປັນຜີສາດທີ່ຕໍ່ຕ້ານພຣະເຈົ້າ ໃນຂອບເຂດທີ່ວ່າ ການຕໍ່ຕ້ານຂອງມະນຸດຕໍ່ພຣະເຈົ້າຖືກບັນທຶກໄວ້ໃນໜັງສືແຫ່ງປະຫວັດສາດ ແລະ ແມ່ນແຕ່ມະນຸດເອງກໍບໍ່ສາມາດອະທິບາຍໄດ້ເຖິງພຶດຕິກໍາການຕໍ່ຕ້ານຂອງຕົນ ເນື່ອງຈາກວ່າ ມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງໜັກ ແລະ ຖືກຊາຕານນໍາໃຫ້ຫຼົງຜິດຈົນບໍ່ຮູ້ວ່າ ຈະຫັນໄປທາງໃດ. ແມ່ນແຕ່ທຸກມື້ນີ້, ມະນຸດຍັງຄົງທໍລະຍົດຕໍ່ພຣະເຈົ້າ: ເມື່ອມະນຸດແນມເຫັນພຣະເຈົ້າ, ເຂົາກໍທໍລະຍົດຕໍ່ພຣະອົງ ແລະ ເມື່ອເຂົາບໍ່ສາມາດແນມເຫັນພຣະເຈົ້າ, ເຂົາກໍຍັງຄົງທໍລະຍົດຕໍ່ພຣະອົງ. ທັງຍັງມີຜູ້ຄົນ ທີ່ໄດ້ເຫັນເຖິງການສາບແຊ່ງຂອງພຣະເຈົ້າ ແລະ ຄວາມໂມໂຫຮ້າຍຂອງພຣະອົງ ກໍຍັງຄົງທໍລະຍົດຕໍ່ພຣະອົງ. ດ້ວຍເຫດນັ້ນ, ເຮົາຈຶ່ງກ່າວວ່າ ຄວາມຮູ້ສຶກນຶກຄິດຂອງມະນຸດແມ່ນໄດ້ສູນຫາຍ, ລວມທັງສາມັນສໍານຶກຂອງມະນຸດກໍໄດ້ທຳງານຜິດພາດດ້ວຍ. ມະນຸດທີ່ເຮົາແນມເບິ່ງແມ່ນສັດເດລະສານທີ່ແຕ່ງກາຍເປັນຄົນ, ເຂົາເປັນງູທີ່ມີພິດຮ້າຍ ແລະ ບໍ່ວ່າເຂົາຈະພະຍາຍາມກະທໍາຕົວໃຫ້ໜ້າສົງສານພຽງໃດໃນສາຍຕາຂອງເຮົາ, ເຮົາຈະບໍ່ມີວັນເມດຕາຕໍ່ພວກເຂົາ ເນື່ອງຈາກວ່າ ມະນຸດບໍ່ຮູ້ຈັກແຍກແຍະຄວາມແຕກຕ່າງ ລະຫວ່າງ ສີດໍາ ແລະ ສີຂາວ ຫຼື ຄວາມແຕກຕ່າງ ລະຫວ່າງ ຄວາມຈິງ ແລະ ຄວາມເທັດ. ຄວາມຮູ້ສຶກນຶກຄິດຂອງມະນຸດດ້ານຊາ, ເຖິງຢ່າງນັ້ນ ເຂົາຍັງຫວັງຈະໄດ້ຮັບພອນ; ມະນຸດສະທໍາຂອງເຂົາຕໍ່າຊ້າ ແຕ່ເຖິງຢ່າງນັ້ນ ເຂົາຍັງຫວັງຈະໄດ້ຄອບຄອງອໍານາດຂອງກະສັດ. ເຂົາຈະເປັນກະສັດຂອງໃຜໄດ້ ດ້ວຍການມີຄວາມຮູ້ສຶກນຶກຄິດແບບນັ້ນ? ເຂົາທີ່ມີມະນຸດສະທໍາແບບນັ້ນຈະນັ່ງເທິງບັນລັງໄດ້ຢ່າງໃດ? ມະນຸດແມ່ນບໍ່ຮູ້ຈັກອາຍ! ເຂົາເປັນຄົນທີ່ໜ້າເວດທະນາທີ່ອວດດີ! ສໍາລັບພວກເຈົ້າທີ່ຫວັງຈະໄດ້ຮັບພອນ, ເຮົາຂໍແນະນໍາວ່າ ກ່ອນອື່ນໝົດ ໃຫ້ພວກເຈົ້າຊອກຫາແວ່ນ ແລະ ແຍງເບິ່ງເງົາສະທ້ອນອັນອັບປະລັກຂອງພວກເຈົ້າເສຍກ່ອນ. ເຈົ້າມີສິ່ງທີ່ເຮັດໃຫ້ເປັນກະສັດບໍ? ເຈົ້າຍັງມີໜ້າຕາຂອງຄົນທີ່ສາມາດຮັບພອນບໍ? ບໍ່ໄດ້ມີການປ່ຽນແປງແມ່ນແຕ່ນ້ອຍໃນຈິດໃຈຂອງເຈົ້າ ແລະ ເຈົ້າບໍ່ໄດ້ນໍາຄວາມຈິງໃດໜຶ່ງໄປປະຕິບັດ ແຕ່ເຖິງຢ່າງນັ້ນ ເຈົ້າຍັງຫວັງເຖິງອະນາຄົດອັນວິເສດ. ເຈົ້າກໍາລັງລວງຕາຕົນເອງ! ເນື່ອງຈາກເກີດຢູ່ໃນແຜ່ນດິນທີ່ສົກກະປົກ, ມະນຸດໄດ້ຖືກສັງຄົມທໍາລາຍຢ່າງຮ້າຍແຮງ, ເຂົາໄດ້ຮັບອິດທິພົນຈາກຈະລິຍະທໍາສັກດີນາ ແລະ ເຂົາໄດ້ຖືກສັ່ງສອນທີ່ “ສະຖາບັນແຫ່ງການຮຽນຮູ້ຊັ້ນສູງ”. ຄວາມຄິດແບບຫຼ້າຫຼັງ, ສິນທຳທີ່ເສື່ອມຊາມ, ມຸມມອງຊີວິດທີ່ຊົ່ວຮ້າຍ, ປັດຊະຍາທີ່ໜ້າລັງກຽດ, ການຢູ່ທີ່ໄຮ້ຄຸນຄ່າ ແລະ ການດໍາລົງຊີວິດ ແລະ ປະເພນີທີ່ຕໍ່າຊ້າ ເຊິ່ງສິ່ງເຫຼົ່ານີ້ທັງໝົດໄດ້ລຸກລໍ້າເຂົ້າໄປໃນຈິດໃຈຂອງມະນຸດຢ່າງຮ້າຍແຮງ, ທັງໄດ້ທໍາລາຍ ແລະ ໂຈມຕີສາມັນສໍານຶກຂອງເຂົາ. ຜົນທີ່ຕາມມາຄື ມະນຸດໄດ້ຫ່າງໄກຈາກພຣະເຈົ້າກວ່າແຕ່ກ່ອນ ແລະ ໄດ້ຕໍ່ຕ້ານພຣະອົງກວ່າທີ່ເຄີຍ. ຈິດໃຈຂອງມະນຸດກັບກາຍເປັນຄວາມຊົ່ວຮ້າຍນັບແຕ່ນັ້ນ ແລະ ບໍ່ມີໃຜຈັກຄົນທີ່ຍິນດີທີ່ຈະສະຫຼະທຸກໆສິ່ງເພື່ອພຣະອົງ, ບໍ່ມີແມ່ນແຕ່ຄົນດຽວທີ່ຍິນດີຈະເຊື່ອຟັງພຣະອົງ ຫຼື ຍິ່ງໄປກວ່ານັ້ນ, ບໍ່ມີໃຜເລີຍທີ່ຍິນດີຈະສະແຫວງຫາການປະກົດຕົວຂອງພຣະເຈົ້າ. ໃນທາງກັບກັນ, ພາຍໃຕ້ອໍານາດຂອງຊາຕານ, ມະນຸດບໍ່ກະທໍາສິ່ງໃດເລີຍນອກຈາກສະແຫວງຫາຄວາມສຸກສະບາຍ, ອຸທິດຕົນໃນການເຮັດໃຫ້ເນື້ອໜັງເສື່ອມຊາມລົງໃນດິນແດນແຫ່ງຕົມໂຄນ. ແມ່ນແຕ່ຕອນທີ່ພວກເຂົາໄດ້ຍິນຄວາມຈີງ, ພວກເຂົາທີ່ຈົມຢູ່ໃນຄວາມມືດບໍ່ໄດ້ຄິດທີ່ຈະນໍາເອົາຄວາມຈິງມາປະຕິບັດ ແລະ ພວກເຂົາບໍ່ມີແນວໂນ້ມທີ່ຈະສະແຫວງຫາພຣະເຈົ້າ ເຖິງແມ່ນວ່າພວກເຂົາໄດ້ພົບເຫັນການປະກົດຕົວຂອງພຣະອົງ. ມວນມະນຸດທີ່ຕໍ່າຊ້າຈະມີໂອກາດໄດ້ຮັບຄວາມລອດພົ້ນໄດ້ແນວໃດ? ມວນມະນຸດທີ່ເສື່ອມໂຊມຈະສາມາດຢູ່ໃນແສງສະຫວ່າງໄດ້ແນວໃດ?

ຈິດໃຈຂອງມະນຸດຄວນໄດ້ຮັບການປ່ຽນແປງເລີ່ມຈາກການຮັບຮູ້ທາດແທ້ຂອງເຂົາ ແລະ ຜ່ານການປ່ຽນແປງຄວາມຄິດ, ອຸປະນິໄສ ແລະ ທັດສະນະຄະຕິທາງຈິດໃຈ ໂດຍຜ່ານການປ່ຽນແປງທີ່ເປັນພື້ນຖານສໍາຄັນ. ມີພຽງວິທີນີ້ເທົ່ານັ້ນທີ່ຈະສາມາດປ່ຽນແປງຈິດໃຈຂອງມະນຸດໄດ້ຢ່າງແທ້ຈິງ. ຈິດໃຈທີ່ເສື່ອມຊາມຂອງມະນຸດແມ່ນເກີດມາຈາກການທີ່ເຂົາຖືກຊາຕານໃສ່ຢາພິດ ແລະ ຢຽບຢໍ້າ, ຈາກໄພຊົ່ວຮ້າຍທີ່ຊາຕານໃສ່ເຂົ້າໃນຄວາມຄິດ, ສິນທໍາ, ດຸນພິນິດ ແລະ ຄວາມຮູ້ສຶກນຶກຂອງເຂົາ. ມັນເປັນສິ່ງທີ່ຖືກຕ້ອງ ເພາະວ່າສິ່ງພື້ນຖານເຫຼົ່ານີ້ຂອງມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ແຕກຕ່າງຈາກທີ່ພຣະເຈົ້າໄດ້ຊົງສ້າງມະນຸດໃນເບື້ອງຕົ້ນຢ່າງສິ້ນເຊີງ ຈົນມະນຸດຕໍ່ຕ້ານພຣະເຈົ້າ ແລະ ບໍ່ເຂົ້າໃຈຄວາມຈິງ. ດ້ວຍເຫດນັ້ນ, ການປ່ຽນແປງໃນຈິດໃຈຂອງມະນຸດຄວນເລີ່ມຕົ້ນຈາກການປ່ຽນແປງຄວາມຄິດ, ດຸນພິນິດ ແລະ ຄວາມຮູ້ສຶກນຶກຄິດຂອງເຂົາ ທີ່ຈະປ່ຽນແປງຄວາມຮູ້ຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມຮັບຮູ້ຂອງເຂົາກ່ຽວກັບຄວາມຈິງ. ຜູ້ຄົນທີ່ກໍາເນີດໃນດິນແດນທີ່ເສື່ອມຊາມທີ່ສຸດຍິ່ງບໍ່ຮັບຮູ້ເຖິງສິ່ງທີ່ພຣະເຈົ້າເປັນ ຫຼື ຄວາມໝາຍຂອງການເຊື່ອໃນພຣະອົງ. ຍິ່ງມະນຸດເສື່ອມຊາມຫຼາຍເທົ່າໃດ, ມະນຸດຍິ່ງຮັບຮູ້ເຖິງການຊົງຢູ່ຂອງພຣະເຈົ້າໜ້ອຍສໍ່ານັ້ນ, ຄວາມຮູ້ສຶກນຶກຄິດ ແລະ ດຸນພິນິດຂອງພວກເຂົາກໍຍິ່ງອ່ອນແອລົງສໍ່ານັ້ນ. ແຫຼ່ງທີ່ມາຂອງການຄັດຄ້ານ ແລະ ການຕໍ່ຕ້ານຕໍ່ພຣະເຈົ້າຂອງມະນຸດແມ່ນຄວາມເສື່ອມຊາມຂອງເຂົາທີ່ຊາຕານໄດ້ກະທໍາໃຫ້. ເພາະວ່າມະນຸດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ມະນຸດໄດ້ສູນເສຍສາມັນສໍານຶກ, ເຂົາຜິດສິນທໍາ, ແນວຄິດຂອງເຂົາຕໍ່າຊາມ ແລະ ເຂົາມີແນວຄິດທັດສະນະຄະຕິທີ່ຫຼ້າຫຼັງ. ກ່ອນທີ່ພວກເຂົາຈະຖືກຊາຕານເຮັດໃຫ້ເສື່ອມຊາມ, ໂດຍທໍາມະຊາດແລ້ວ ມະນຸດແມ່ນຕິດຕາມພຣະເຈົ້າ ແລະ ເຊື່ອຟັງພຣະທໍາຂອງພຣະອົງຫຼັງຈາກທີ່ໄດ້ຮັບຟັງພຣະທໍາເຫຼົ່ານັ້ນ. ເຂົາມີຄວາມຮູ້ສຶກນຶກຄິດ ແລະ ສາມັນສໍານຶກທີ່ຖືກຕ້ອງ ແລະ ມີຄວາມເປັນມະນຸດແບບປົກກະຕິ. ຫຼັງຈາກຖືກຊາຕານເຮັດໃຫ້ເສື່ອມຊາມ, ຄວາມຮູ້ສຶກນຶກຄິດ, ສາມັນສໍານຶກ ແລະ ຄວາມເປັນມະນຸດແຕ່ຕົ້ນເດີມຂອງເຂົາໄດ້ມີຄວາມມົວໝອງ ແລະ ຖືກຊາຕານເຮັດໃຫ້ເສຍຫາຍ. ດ້ວຍເຫດນີ້, ເຂົາໄດ້ສູນເສຍນຄວາມເຊື່ອຟັງ ແລະ ຄວາມຮັກທີ່ມີຕໍ່ພຣະເຈົ້າ. ຄວາມຮູ້ສຶກນຶກຄິດຂອງມະນຸດໄດ້ວິປະລິດ, ຈິດໃຈຂອງເຂົາເປັນດັ່ງສັດ, ການຕໍ່ຕ້ານຂອງເຂົາຕໍ່ພຣະເຈົ້າແມ່ນເກີດຂຶ້ນເລື້ອຍ ແລະ ຮ້າຍແຮງຂຶ້ນຫຼາຍກ່ວາເກົ່າ. ເຖິງປານນັ້ນ, ມະນຸດຍັງບໍ່ຮູ້ຈັກ ຫຼື ຮັບຮູ້ເຖິງສິ່ງນີ້, ມີແຕ່ການຄັດຄ້ານ ແລະ ຕໍ່ຕ້ານຢ່າງຕາບອດຢູ່ແບບນັ້ນ. ການເປີດເຜີຍຈິດໃຈຂອງມະນຸດແມ່ນການສະແດງອອກເຖິງຄວາມຮູ້ສຶກນຶກຄິດ, ດຸນພິນິດ ແລະ ສາມັນສໍານຶກຂອງເຂົາ, ທັງຍ້ອນວ່າຄວາມຮູ້ສຶກນຶກຄິດ ແລະ ດຸນພິນິດຂອງເຂົາບໍ່ໝັ້ນຄົງ ແລະ ສາມັນສໍານຶກຂອງເຂົາໄດ້ມົວໝອງຫຼາຍ ເຊິ່ງດ້ວຍເຫດນັ້ນ ຈິດໃຈຂອງເຂົາຈຶ່ງຕໍ່ຕ້ານພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດ ແລະ ດຸນພິນິດຂອງມະນຸດບໍ່ສາມາດປ່ຽນແປງໄດ້, ການປ່ຽນແປງຈິດໃຈຂອງເຂົາກໍຍິ່ງເປັນໄປບໍ່ໄດ້ ຕາມທີ່ຈະເປັນໄປຕາມຈິດໃຈຂອງພຣະເຈົ້າ. ຖ້າຄວາມຮູ້ສຶກນຶກຄິດຂອງມະນຸດບໍ່ໝັ້ນຄົງ, ເຂົາກໍບໍ່ສາມາດຈະຮັບໃຊ້ພຣະເຈົ້າໄດ້ ແລະ ບໍ່ເໝາະສົມທີ່ຈະໃຫ້ພຣະອົງຊົງໃຊ້. “ຄວາມຮູ້ສຶກນຶກຄິດໂດຍທໍາມະຊາດ” ບົ່ງບອກເຖິງການເຊື່ອຟັງ ແລະ ການສັດຊື່ຕໍ່ພຣະເຈົ້າ, ການໂຫຍຫາພຣະອົງ, ການມີຄວາມຊັດເຈນຕໍ່ພຣະເຈົ້າ ແລະ ການມີສາມັນສໍານຶກຕໍ່ພຣະເຈົ້າ. ມັນບົ່ງບອກເຖິງການມີຫົວໃຈ ແລະ ແນວຄິດດຽວຕໍ່ພຣະເຈົ້າ ແລະ ການທີ່ບໍ່ໄດ້ມີເຈດຕະນາຕໍ່ຕ້ານພຣະເຈົ້າ. ຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ວິປະລິດຈະບໍ່ເປັນແນວນີ້. ເນື່ອງຈາກວ່າມະນຸດຖືກຊາຕານເຮັດໃຫ້ເສື່ອມຊາມ, ເຂົາໄດ້ສ້າງມະໂນພາບກ່ຽວກັບພຣະເຈົ້າ ແລະ ເຂົາບໍ່ມີຄວາມຈົງຮັກພັກດີ ຫຼື ບໍ່ມີຄວາມໂຫຍຫາຕໍ່ພຣະເຈົ້າ ໂດຍທີ່ບໍ່ເວົ້າເຖິງສາມັນສໍານຶກທີ່ມີຕໍ່ພຣະອົງ. ມະນຸດແມ່ນຕໍ່ຕ້ານ ແລະ ຕັດສິນພຣະເຈົ້າໂດຍເຈດຕະນາ ແລະ ຍິ່ງໄປກ່ວານັ້ນ ຍັງກ່າວໝິ່ນປະໝາດຫຼັບຫຼັງພຣະອົງ. ມະນຸດຮູ້ດີວ່າພຣະອົງຊົງເປັນພຣະເຈົ້າ ແຕ່ເຖິງປານນັ້ນ ຍັງຕັດສິນພຣະອົງຫຼັບຫຼັງ ໂດຍທີ່ບໍ່ມີຄວາມຕັ້ງໃຈທີ່ຈະເຊື່ອຟັງພຣະອົງ ແລະ ພຽງແຕ່ຮຽກຮ້ອງ ແລະ ຮ້ອງຂໍຈາກພຣະເຈົ້າແບບບໍ່ມືນຫູມືນຕາ. ຜູ້ຄົນດັ່ງກ່າວ ກໍຄືຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດວິປະລິດ ແມ່ນບໍ່ສາມາດຮັບຮູ້ພຶດຕິກໍາທີ່ໜ້າລັງກຽດຂອງຕົນ ຫຼື ຮູ້ສຶກເສຍໃຈຕໍ່ການຕໍ່ຕ້ານຂອງພວກເຂົາ. ຖ້າມະນຸດສາມາດຮູ້ຈັກຕົນເອງໄດ້, ເມື່ອນັ້ນ ພວກເຂົາກໍຈະໄດ້ຮັບຄວາມຮູ້ສຶກນຶກຄິດຂອງຕົນຄືນມາເລັກໜ້ອຍ; ຍິ່ງມະນຸດຕໍ່ຕ້ານພຣະເຈົ້າ ແຕ່ບໍ່ຮູ້ຈັກຕົນເອງ, ພວກເຂົາຍິ່ງມີຄວາມຮູ້ສຶກນຶກຄິດທີ່ໄວ້ວາງໃຈບໍ່ໄດ້.

ແຫຼ່ງທີ່ມາຂອງການເປີດເຜີຍຈິດໃຈທີ່ເສື່ອມຊາມຂອງມະນຸດບໍ່ແມ່ນສິ່ງໃດ ແຕ່ເປັນສາມັນສໍານຶກທີ່ມົວໝອງ, ນິໄສທີ່ມຸ່ງຮ້າຍ ແລະ ຄວາມຮູ້ສຶກນຶກຄິດທີ່ໄວ້ວາງໃຈບໍ່ໄດ້ຂອງເຂົາ; ຖ້າສາມັນສໍານຶກ ແລະ ຄວາມຮູ້ສຶກນຶກຄິດຂອງມະນຸດສາມາດກັບມາເປັນປົກກະຕິໄດ້, ເມື່ອນັ້ນເຂົາກໍຈະເໝາະສົມໃຫ້ພຣະເຈົ້າຊົງໃຊ້. ນັ້ນຍ້ອນວ່າສາມັນສໍານຶກຂອງມະນຸດໄດ້ມົວໝອງມາສະເໝີ, ຄວາມຮູ້ສຶກນຶກຄິດຂອງມະນຸດໄວ້ວາງໃຈບໍ່ໄດ້ ແລະ ມັນຍິ່ງມົວໝອງຫຼາຍຂຶ້ນເມື່ອມະນຸດຕໍ່ຕ້ານພຣະເຈົ້າຫຼາຍຂຶ້ນ ເຊິ່ງຍ້ອນແນວນັ້ນ ເຂົາຈຶ່ງໄດ້ຄຶງພຣະເຢຊູທີ່ໄມ້ກາງແຂນ ແລະ ໄດ້ປະຕິເສດພຣະເຈົ້າທີ່ບັງເກີດເປັນມະນຸດຂອງຍຸກສຸດທ້າຍ ບໍ່ໃຫ້ເຂົ້າໄປໃນເຮືອນຂອງເຂົາ, ທັງປະນາມເນື້ອໜັງຂອງພຣະເຈົ້າ ແລະ ເຫັນເນື້ອໜັງຂອງພຣະອົງເປັນສິ່ງຊົ່ວຮ້າຍ ແລະ ຕໍ່າຊ້າ. ຖ້າມະນຸດມີມະນຸດສະທໍາແດ່ຈັກໜ້ອຍໜຶ່ງ, ພວກເຂົາຄົງບໍ່ປະຕິບັດຢ່າງຊົ່ວຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ; ຖ້າມະນຸດມີຄວາມຮູ້ສຶກນຶກຄິດຈັກໜ້ອຍໜຶ່ງ, ພວກເຂົາຄົງບໍ່ປະຕິບັດຢ່າງໂຫດຮ້າຍຕໍ່ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ; ຖ້າເຂົາມີສາມັນສໍານຶກຈັກໜ້ອຍໜຶ່ງ, ເຂົາຄົງບໍ່ພາກັນ “ຕອບແທນ” ພຣະເຈົ້າຜູ້ບັງເກີດເປັນເນື້ອໜັງແບບນີ້. ມະນຸດອາໄສຢູ່ໃນສະໄໝທີ່ພຣະເຈົ້າບັງເກີດເປັນເນື້ອໜັງ ແຕ່ເຖິງຢ່າງນັ້ນ ເຂົາກໍບໍ່ສາມາດຂອບໃຈພຣະອົງສໍາລັບການທີ່ໄດ້ມອບໂອກາດພິເສດນີ້ໃຫ້ກັບເຂົາ ແລະ ໃນທາງກົງກັນຂ້າມ ເຂົາໄດ້ສາບແຊ່ງການສະເດັດມາຂອງພຣະເຈົ້າ ຫຼື ເມີນເສີຍຕໍ່ຄວາມຈິງກ່ຽວກັບພຣະເຈົ້າຜູ້ບັງເກີດເປັນເນື້ອໜັງ, ທັງເບິ່ງຄືວ່າພວກເຂົາຈະຕໍ່ຕ້ານ ແລະ ເບື່ອໜ່າຍດ້ວຍຊໍ້າ. ບໍ່ວ່າມະນຸດຈະປະຕິບັດຕໍ່ການສະເດັດມາຂອງພຣະເຈົ້າດ້ວຍວິທີໃດກໍຕາມ, ເວົ້າສັ້ນໆກໍຄື ພຣະອົງຍັງເຮັດພາລະກິດຂອງພຣະອົງ ເຖິງແມ່ນວ່າ ມະນຸດບໍ່ໄດ້ສະແດງການຕ້ອນຮັບແກ່ພຣະອົງແມ່ນແຕ່ໜ້ອຍ ແລະ ຮ້ອງຂໍຈາກພຣະອົງແບບບໍ່ມືນຫູມືນຕາ. ຈິດໃຈຂອງມະນຸດແມ່ນໂຫດຮ້າຍທີ່ສຸດ, ຄວາມຮູ້ສຶກນຶກຄິດຂອງມະນຸດແມ່ນມົວໝອງຢ່າງໜັກ ແລະ ສາມັນສໍານຶກຂອງມະນຸດໄດ້ຖືກສິ່ງຊົ່ວຮ້າຍຢຽບຢໍ້າຈົນສິ້ນຊາກ ແລະ ຢຸດຕິການເປັນສາມັນສໍານຶກດັ່ງເດີມຂອງມະນຸດແຕ່ເມື່ອດົນນານມາແລ້ວ. ມະນຸດບໍ່ພຽງແຕ່ເນລະຄຸນຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດ ສໍາລັບການປະທານຊີວິດ ແລະ ພຣະຄຸນຢ່າງຫຼວງຫຼາຍແກ່ມວນມະນຸດ, ແຕ່ຍັງບໍ່ພໍໃຈກັບພຣະເຈົ້າທີ່ໄດ້ປະທານຄວາມຈິງແກ່ພວກເຂົາ; ນີ້ຍ້ອນວ່າມະນຸດບໍ່ໃສ່ໃຈໃນຄວາມຈິງແມ່ນແຕ່ໜ້ອຍ ຈົນເຮັດໃຫ້ມະນຸດບໍ່ພໍໃຈກັບພຣະເຈົ້າ. ມະນຸດບໍ່ພຽງແຕ່ບໍ່ສາມາດປ່ອຍວາງຊີວິດຂອງເຂົາເພື່ອພຣະເຈົ້າທີ່ບັງເກີດເປັນມະນຸດ, ແຕ່ເຂົາຍັງພະຍາຍາມເອົາຄວາມປາດຖະໜາດີຈາກພຣະອົງ ແລະ ຮຽກຮ້ອງເອົາສິດຜົນປະໂຫຍດຫຼາຍກວ່າສິ່ງທີ່ມະນຸດໄດ້ມອບໃຫ້ພຣະເຈົ້າຫຼາຍເທົ່າຕົວ. ຜູ້ຄົນທີ່ມີສາມັນສໍານຶກ ແລະ ຄວາມຮູ້ສຶກນຶກຄິດແບບນີ້ໄດ້ຖືສິ່ງເຫຼົ່ານີ້ເປັນສິ່ງທີ່ໄດ້ມອບໃຫ້ ແລະ ຍັງເຊື່ອວ່າ ພວກເຂົາໄດ້ເສຍສະຫຼະຫຼາຍເພື່ອພຣະເຈົ້າ ແລະ ພຣະເຈົ້າໄດ້ໃຫ້ກັບພວກເຂົາໜ້ອຍເກີນໄປ. ມີຜູ້ຄົນທີ່ໄດ້ໃຫ້ນໍ້າໜຶ່ງຂັນແກ່ເຮົາ ແຕ່ຍື່ນມືຂອງເຂົາ ແລະ ຮຽກຮ້ອງເອົານົມສອງຂັນ[ກ] ທີ່ເທົ່າກັນກັບນໍ້າຂັນນັ້ນ ຫຼື ໄດ້ໃຫ້ຫ້ອງພັກກັບເຮົາໜຶ່ງຄືນ ແຕ່ພະຍາຍາມຈະເກັບເງິນນໍາເຮົາຫຼາຍກວ່າຄ່າທີ່ພັກປົກກະຕິຫຼາຍເທົ່າຕົວ. ດ້ວຍມະນຸດສະທໍາແບບນີ້ ແລະ ດ້ວຍສາມັນສໍານຶກແບບນີ້, ເຈົ້າຍັງຫວັງຈະໄດ້ຮັບຊີວິດຢູ່ບໍ? ພວກເຈົ້າຊ່າງແມ່ນຜູ້ໜ້າເວດທະນາທີ່ຕໍ່າຊ້າແທໆ! ຍ້ອນມະນຸດສະທໍາ ແລະ ສາມັນສໍານຶກຂອງມະນຸດເປັນແບບນີ້ ພຣະເຈົ້າທີ່ບັງເກີດເປັນມະນຸດຈຶ່ງເດີນທາງໄປທົ່ວດິນແດນ ໂດຍບໍ່ມີທີ່ພັກພິງອາໄສ. ຜູ້ທີ່ມີສາມັນສໍານຶກ ແລະ ມະນຸດສະທໍາທີ່ແທ້ຈິງຄວນນະມັດສະການ ແລະ ຮັບໃຊ້ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍໃຈຈິງ ໂດຍທີ່ບໍ່ແມ່ນຍ້ອນຈໍານວນພາລະກິດທີ່ພຣະອົງກະທໍາ ແຕ່ຍັງຕ້ອງເຮັດແບບນັ້ນ ເຖິງແມ່ນວ່າພຣະອົງຈະບໍ່ກະທໍາການໃດເລີຍ. ນີ້ແມ່ນສິ່ງທີ່ຄວນຖືກກະທໍາໂດຍຜູ້ຄົນທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ມັນເປັນໜ້າທີ່ຂອງມະນຸດ. ຜູ້ຄົນສ່ວນໃຫຍ່ຍັງເວົ້າເຖິງເງື່ອນໄຂຂອງພວກເຂົາໃນການຮັບໃຊ້ພຣະອົງ: ພວກເຂົາບໍ່ໄດ້ສົນໃຈວ່າພຣະອົງເປັນພຣະເຈົ້າ ຫຼື ມະນຸດ, ພວກເຂົາເວົ້າເຖິງພຽງເງື່ອນໄຂຂອງຕົນເອງ ແລະ ສະແຫວງຫາພຽງແຕ່ຜົນສໍາເລັດຂອງຄວາມຕ້ອງການຂອງຕົນເອງ. ເມື່ອພວກເຈົ້າເຮັດອາຫານໃຫ້ແກ່ເຮົາ ພວກເຈົ້າກໍຕ້ອງການຄ່າແຕ່ງກິນ, ເມື່ອພວກເຈົ້າແລ່ນເພື່ອເຮົາ ພວກເຈົ້າກໍຖາມຫາຄ່າແລ່ນ, ເມື່ອພວກເຈົ້າເຮັດວຽກເພື່ອເຮົາ ພວກເຈົ້າກໍຕ້ອງການຄ່າເຮັດວຽກ, ເມື່ອພວກເຈົ້າຊັກເຄື່ອງໃຫ້ແກ່ເຮົາ ພວກເຈົ້າກໍຕ້ອງການຄ່າຊັກລີດ, ເມື່ອພວກເຈົ້າສະໜອງໃຫ້ແກ່ຄຣິດຕະຈັກ ພວກເຈົ້າກໍຕ້ອງການຄ່າພັກຟື້ນ, ເມື່ອພວກເຈົ້າເວົ້າ ພວກເຈົ້າກໍຕ້ອງການຄ່າເວົ້າ, ເມື່ອພວກເຈົ້າມອບປຶ້ມ ພວກເຈົ້າກໍຕ້ອງການຄ່າແຈກຢາຍ ແລະ ເມື່ອພວກເຈົ້າຂຽນ ພວກເຈົ້າກໍຕ້ອງການຄ່າຂຽນ. ຜູ້ຄົນທີ່ເຮົາໄດ້ຈັດການຍັງຕ້ອງການຄ່າຕອບແທນຈາກເຮົາ, ໃນຂະນະທີ່ຜູ້ທີ່ຖືກສົ່ງກັບບ້ານຕ້ອງການຄ່າຊົດໃຊ້ທີ່ພວກເຂົາເສຍຊື່ສຽງ; ຜູ້ຄົນທີ່ບໍ່ໄດ້ແຕ່ງງານ ຕ້ອງການຄ່າສິນສອດ ຫຼື ຄ່າເຮັດຂວັນສໍາລັບຄວາມໜຸ່ມທີ່ສູນເສຍໄປ, ຜູ້ຄົນທີ່ຂ້າໄກ່ ແມ່ນຕ້ອງການຄ່າຂ້າ, ຜູ້ທີ່ຈືນອາຫານ ແມ່ນຕ້ອງການຄ່າຈືນ ແລະ ຜູ້ທີ່ເຮັດແກງ ແມ່ນຕ້ອງການຄ່າເຮັດແກງເຊັ່ນກັນ. ນີ້ຄືມະນຸດສະທໍາຂອງພວກເຈົ້າທີ່ທະນົງຕົວ ແລະ ຍິ່ງໃຫຍ່ ແລະ ນີ້ຄືການກະທໍາທີ່ຖືກບົງການໂດຍສາມັນສໍານຶກທີ່ກະຕືລືລົ້ນຂອງພວກເຈົ້າ. ຄວາມຮູ້ສຶກນຶກຄິດຂອງພວກເຈົ້າຢູ່ໃສ? ມະນຸດສະທໍາຂອງພວກເຈົ້າຢູ່ໃສ? ເຮົາຈະບອກພວກເຈົ້າແນວນີ້! ຖ້າພວກເຈົ້າສືບຕໍ່ເຮັດດັ່ງນີ້, ເຮົາຈະຢຸດຕິພາລະກິດຂອງເຮົາໃນພວກເຈົ້າ. ເຮົາຈະບໍ່ເຮັດພາລະກິດໃນທ່າມການຝູງສັດຮ້າຍທີ່ຢູ່ໃນຮ່າງຂອງມະນຸດ, ເຮົາຈະບໍ່ທົນທຸກເພື່ອກຸ່ມຄົນທີ່ໜ້າຊື່ໃຈຄົດ, ເຮົາຈະບໍ່ອົດກັ້ນເພື່ອຝູງສັດທີ່ບໍ່ມີໂອກາດແມ່ນແຕ່ໜ້ອຍທີ່ຈະໄດ້ຮັບຄວາມລອດພົ້ນ. ມື້ທີ່ເຮົາຫັນຫຼັງໃຫ້ແກ່ພວກເຈົ້າແມ່ນມື້ທີ່ພວກເຈົ້າເສຍຊີວິດ, ມັນແມ່ນມື້ທີ່ຄວາມມືດເຂົ້າມາປົກຄຸມພວກເຈົ້າ ແລະ ເປັນມື້ທີ່ພວກເຈົ້າຖືກແສງສະຫວ່າງປະຖິ້ມ. ເຮົາຈະບອກພວກເຈົ້າແນວນີ້! ເຮົາຈະບໍ່ມີຄວາມເມດຕາຕໍ່ກຸ່ມຄົນເຊັ່ນພວກເຈົ້າ, ກຸ່ມທີ່ຕ້ອຍຕໍ່າຍິ່ງກວ່າສັດ! ພຣະທໍາ ແລະ ການກະທໍາຂອງເຮົາແມ່ນມີຂໍ້ຈໍາກັດ ແລະ ດ້ວຍມະນຸດສະທໍາ ແລະ ສາມັນສໍານຶກທີ່ພວກເຂົາມີ, ເຮົາຈະບໍ່ເຮັດພາລະກິດອີກ ເພາະວ່າພວກເຈົ້າຂາດສາມັນສໍານຶກ, ພວກເຈົ້າໄດ້ເຮັດໃຫ້ເຮົາເຈັບປວດແສນສາຫັດ, ພຶດຕິກໍາທີ່ໜ້າລັງກຽດຂອງພວກເຈົ້າເຮັດໃຫ້ເຮົາລັງກຽດຫຼາຍ. ຜູ້ຄົນທີ່ຂາດມະນຸດສະທໍາ ແລະ ສາມັນສໍານຶກຈະບໍ່ມີວັນໄດ້ຮັບຄວາມລອດພົ້ນ; ເຮົາຈະບໍ່ຊ່ວຍຜູ້ຄົນທີ່ບໍ່ມີຫົວໃຈ ແລະ ບໍ່ສໍານຶກບຸນຄຸນ. ເມື່ອວັນຂອງເຮົາມາເຖິງ, ເຮົາຈະໃຫ້ເປວໄຟທີ່ແຜດຈ້ານິດນິລັນຂອງເຮົາຕົກລົງມາໃສ່ບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງໄດ້ກະຕຸ້ນຄວາມກ້ຽວກາດອັນຮຸນແຮງຂອງເຮົາ, ເຮົາຈະກໍານົດການລົງໂທດອັນເປັນນິດນິລັນຂອງເຮົາຕໍ່ເຫຼົ່າສັດທີ່ຄັ່ງໜຶ່ງໄດ້ປະນາມເຮົາ ແລະ ປະຖິ້ມເຮົາ, ເຮົາຈະເຜົາບຸດແຫ່ງຄວາມບໍ່ເຊື່ອຟັງທີ່ຄັ້ງໜຶ່ງເຄີຍກິນ ແລະ ຢູ່ຮ່ວມກັບເຮົາແຕ່ບໍ່ໄດ້ເຊື່ອໃນເຮົາ, ທັງດູຖູກ ແລະ ຫັກຫຼັງເຮົາ ດ້ວຍໄຟທີ່ບໍ່ມີວັນດັບຈາກຄວາມໂກດຮ້າຍຂອງເຮົາ. ເຮົາຈະຄວບຄຸມຜູ້ທີ່ກະຕຸ້ນຄວາມໂກດຮ້າຍຂອງເຮົາໃຫ້ໄດ້ຮັບໂທດ, ເຮົາຈະຖອກເທຄວາມໂກດຮ້າຍທັງໝົດຂອງເຮົາລົງສູ່ສັດຮ້າຍເຫຼົ່ານັ້ນທີ່ຄັ້ງໜຶ່ງເຄີຍຫວັງຈະຢືນຄຽງບ່າຄຽງໄຫຼ່ເຮົາ ແຕ່ບໍ່ໄດ້ນະມັດສະການ ຫຼື ເຊື່ອຟັງເຮົາ, ທ່ອນໄມ້ທີ່ໄດ້ຂ້ຽນຕີມະນຸດຈະຕົກໃສ່ສັດເຫຼົ່ານັ້ນ ທີ່ຄັ້ງໜຶ່ງ ເຄີຍມີຄວາມສຸກກັບການເບິ່ງແຍງຂອງເຮົາ ແລະ ຄວາມເລິກລັບທີ່ເຮົາໄດ້ກ່າວ ແລະ ຜູ້ທີ່ພະຍາຍາມຫາຄວາມສຸກຈາກວັດຖຸທີ່ໄດ້ຮັບຈາກເຮົາ. ເຮົາຈະບໍ່ໃຫ້ອະໄພໃຜທີ່ພະຍາຍາມມາແທນທີ່ເຮົາ; ເຮົາຈະບໍ່ລະເວັ້ນຜູ້ທີ່ພະຍາຍາມຈະສວຍເອົາອາຫານ ແລະ ເຄື່ອງນຸ່ງຫົ່ມຈາກເຮົາ. ສໍາລັບຕອນນີ້, ພວກເຈົ້າຍັງເປັນອິດສະຫຼະຈາກອັນຕະລາຍ ແລະ ສືບຕໍ່ຮຽກຮ້ອງຈາກເຮົາຢ່າງທະເຍີທະຍານ. ເມື່ອວັນແຫ່ງຄວາມກ້ຽວກາດມາເຖິງ ພວກເຈົ້າຈະບໍ່ຕ້ອງການຫຍັງຈາກເຮົາອີກ; ໃນເວລານັ້ນ, ເຮົາຈະໃຫ້ພວກເຈົ້າ “ມ່ວນຊື່ນ” ກັບການເຮັດຕາມຄວາມຕ້ອງການຕາມໃຈຕົວເອງ, ເຮົາຈະບັງຄັບພວກເຈົ້າໃຫ້ໜ້າມຸດລົງໄປໃນດິນ ແລະ ຈົນພວກເຈົ້າບໍ່ສາມາດລຸກຂຶ້ນມາຄືນໄດ້ອີກ! ບໍ່ໄວກໍຊ້າ, ເຮົາຈະ “ຕອບແທນ” ໜີ້ຄືນແກ່ພວກເຈົ້າ ແລະ ເຮົາຫວັງວ່າ ພວກເຈົ້າຈະລໍຖ້າເຖິງວັນນັ້ນທີ່ຈະມາເຖິງດ້ວຍໃຈອົດທົນ.

ຖ້າສິ່ງມີຊີວິດທີ່ໜ້າລັງກຽດນີ້ສາມາດແຍກຄວາມຕ້ອງການທີ່ເກີນຂອບເຂດຂອງພວກເຂົາ ແລະ ກັບມາຫາພຣະເຈົ້າ, ເມື່ອນັ້ນ ພວກເຮົາກໍຍັງມີໂອກາດໄດ້ຮັບຄວາມລອດພົ້ນ; ຖ້າມະນຸດມີຫົວໃຈທີ່ໂຫຍຫາພຣະເຈົ້າຢ່າງແທ້ຈິງ, ເມື່ອນັ້ນເຂົາຈະບໍ່ຖືກພຣະອົງປະຖິ້ມ. ມະນຸດລົ້ມເຫຼວທີ່ຈະໄດ້ຮັບພຣະເຈົ້າ ບໍ່ແມ່ນຍ້ອນພຣະອົງບໍ່ມີຄວາມຮູ້ສຶກ ຫຼື ເພາະພຣະອົງບໍ່ຍອມໃຫ້ມະນຸດໄດ້ຮັບພຣະອົງ ແຕ່ຍ້ອນມະນຸດບໍ່ໄດ້ຕ້ອງການໄດ້ຮັບພຣະເຈົ້າ ແລະ ເພາະມະນຸດບໍ່ໄດ້ສະແຫວງຫາພຣະອົງດ້ວຍໃຈທີ່ຮ້ອນຮົນ. ໜຶ່ງໃນຜູ້ຄົນທີ່ສະແຫວງຫາພຣະເຈົ້າດ້ວຍໃຈຈິງຈະຖືກສາບແຊ່ງໂດຍພຣະອົງໄດ້ຢ່າງໃດ? ຜູ້ທີ່ມີຄວາມຮູ້ສຶກນຶກຄິດທີ່ຖືກຕ້ອງ ແລະ ສາມັນສໍານຶກທີ່ເຂົ້າໃຈຜູ້ອື່ນຈະຖືກພຣະເຈົ້າສາບແຊ່ງໄດ້ແນວໃດ? ຜູ້ທີ່ນະມັດສະການ ແລະ ຮັບໃຊ້ພຣະເຈົ້າດ້ວຍໃຈຈິງຈະຖືກໄຟແຫ່ງຄວາມກ້ຽວກາດຂອງພຣະອົງເຜົາໄໝ້ໄດ້ຢ່າງໃດ? ຜູ້ທີ່ມີຄວາມສຸກກັບການເຊື່ອຟັງພຣະອົງຈະຖືກເຕະອອກຈາກພຣະວິຫານຂອງພຣະອົງໄດ້ຢ່າງໃດ? ຜູ້ທີ່ບໍ່ຢຸດທີ່ຈະຮັກພຣະອົງຈະຢູ່ໃນການລົງໂທດຂອງພຣະອົງໄດ້ຢ່າງໃດ? ຜູ້ທີ່ມີຄວາມສຸກກັບການປະຖິ້ມທຸກສິ່ງເພື່ອພຣະອົງຈະຖືກປະຖິ້ມໂດຍສູນເສຍທຸກສິ່ງໄດ້ແນວໃດ? ມະນຸດບໍ່ເຕັມໃຈທີ່ຈະສະແຫວງຫາພຣະເຈົ້າ, ບໍ່ເຕັມໃຈທີ່ຈະໃຊ້ສິ່ງຂອງຂອງຕົນເພື່ອພຣະເຈົ້າ, ບໍ່ເຕັມໃຈທີ່ຈະອຸທິດຄວາມພະຍາຍາມຕະຫຼອດຊີວິດເພື່ອພຣະເຈົ້າ ແຕ່ພັດເວົ້າວ່າພຣະອົງຕ້ອງການຫຼາຍເກີນໄປ, ຫຼາຍພິລຶກເກີນທີ່ມະນຸດຈະເຂົ້າໃຈ. ດ້ວຍມະນຸດສະທໍາແບບນີ້, ຕໍ່ໃຫ້ພວກເຈົ້າທຸ້ມເທໃນຄວາມພະຍາຍາມຂອງພວກເຈົ້າ ພວກເຈົ້າກໍຍັງບໍ່ສາມາດໄດ້ຮັບການເຫັນດີຈາກພຣະເຈົ້າ ໂດຍທີ່ບໍ່ສາມາດປະຕິເສດຄວາມຈິງທີ່ວ່າພວກເຈົ້າບໍ່ສະແຫວງຫາພຣະເຈົ້າ. ພວກເຈົ້າບໍ່ຮູ້ບໍວ່າ ພວກເຈົ້າເປັນຜົນຜະລິດທີ່ມີຂໍ້ບົກຜ່ອງຂອງມວນມະນຸດ? ພວກເຈົ້າບໍ່ຮູ້ບໍວ່າ ບໍ່ມີມະນຸດສະທໍາໃດທີ່ຕໍ່າຊ້າກວ່າມະນຸດສະທໍາຂອງພວກເຈົ້າ? ພວກເຈົ້າບໍ່ຮູ້ບໍວ່າ “ຕໍາແໜ່ງອັນຊົງກຽດ” ຂອງພວກເຈົ້າແມ່ນຫຍັງ? ຜູ້ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງເອີ້ນພວກເຈົ້າວ່າ ບິດາຂອງໝາປ່າ, ມານດາຂອງໝາປ່າ, ບຸດຂອງໝາປ່າ ແລະ ລູກຫຼານຂອງໝາປ່າ; ພວກເຈົ້າແມ່ນທາຍາດຂອງໝາປ່າ, ຜູ້ຄົນຂອງໝາປ່າ ແລະ ພວກເຈົ້າຄວນຮູ້ຈັກຕົວຕົນຂອງພວກເຈົ້າເອງ ແລະ ຢ່າໄດ້ລືມມັນ. ຢ່າໄດ້ຄິດວ່າ ພວກເຈົ້າເປັນສິ່ງທີ່ສູງສົ່ງ: ພວກເຈົ້າເປັນອະມະນຸດທີ່ຊົ່ວຮ້າຍທີ່ສຸດໃນທ່າມກາງມວນມະນຸດ. ພວກເຈົ້າບໍ່ຮູ້ສິ່ງນີ້ເລີຍບໍ? ພວກເຈົ້າຮູ້ບໍວ່າ ເຮົາຕ້ອງສ່ຽງເທົ່າໃດໃນການເຮັດພາລະກິດໃນພວກເຈົ້າ? ຖ້າຄວາມຮູ້ສຶກນຶກຄິດຂອງພວກເຈົ້າບໍ່ສາມາດກັບມາເປັນປົກກະຕິ ແລະ ສາມັນສໍານຶກຂອງພວກເຈົ້າບໍ່ສາມາດກັບມາທໍາງານເປັນປົກກະຕິ, ເມື່ອນັ້ນ ພວກເຈົ້າຈະບໍ່ມີວັນເປັນອິດສະຫຼະຈາກສາຍານາມ “ໝາປ່າ”, ພວກເຈົ້າຈະບໍ່ມີວັນໜີພົ້ນວັນແຫ່ງການສາບແຊ່ງ, ຈະບໍ່ມີວັນໜີພົ້ນວັນແຫ່ງການຮັບໂທດຂອງພວກເຈົ້າ. ພວກເຈົ້າເກີດມາຢ່າງຕ້ອຍຕໍ່າ ແລະ ເປັນສິ່ງທີ່ບໍ່ມີຄ່າ. ພວກເຈົ້າຄືຝູງໝາປ່າທີ່ຫິວໂຫຍໂດຍເນື້ອແທ້, ເປັນກອງເສດຊາກ ແລະ ຂີ້ເຫຍື້ອ ແລະ ໂດຍທີ່ມີຄວາມແຕກຕ່າງຈາກພວກເຈົ້າ ເຮົາແມ່ນບໍ່ໄດ້ເຮັດພາລະກິດຕໍ່ພວກເຈົ້າເພື່ອຮັບຄວາມນິຍົມຊົມຊອບ ແຕ່ຍ້ອນມີຄວາມຈໍາເປັນໃນການເຮັດພາລະກິດ. ຖ້າພວກເຈົ້າຍັງສືບຕໍ່ຕໍ່ຕ້ານແບບນີ້, ເຮົາຈະຢຸດພາລະກິດຂອງເຮົາ ແລະ ຈະບໍ່ເຮັດພາລະກິດຕໍ່ພວດເຈົ້າອີກ; ໃນທາງກົງກັນຂ້າມ, ເຮົາຈະໂອນພາລະກິດຂອງເຮົາໃຫ້ກັບກຸ່ມອື່ນທີ່ເຮັດໃຫ້ເຮົາພໍໃຈ ແລະ ດ້ວຍວິທີນີ້ ກໍຈະປະຖິ້ມພວກເຈົ້າຕະຫຼອດໄປ ເພາະວ່າເຮົາບໍ່ເຕັມໃຈເຝົ້າເບິ່ງຜູ້ຄົນທີ່ເປັນປໍລະປັກກັບເຮົາ. ສະນັ້ນ, ພວກເຈົ້າຫວັງທີ່ຈະເຂົ້າກັນກັບເຮົາ ຫຼື ເປັນປໍລະປັກກັບເຮົາ?

ໝາຍເຫດ:

ກ. ຕົ້ນສະບັບແມ່ນ “ຫຼຽນຄໍາສໍາລັບ”.

​ກ່ອນ​ນີ້ :ເຈົ້າມີຊີວິດແລ້ວຫຼືຍັງ?

ຕໍ່​ໄປ:ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ

ເນື່ອຫາທີ່ກ່ຽວຂ້ອງ