​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ຄົນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ ແມ່ນຄົນທີ່ຕໍ່ຕ້ານພຣະເຈົ້າ

ເພື່ອໃຫ້ເຂົ້າໃຈເຖິງຈຸດປະສົງຂອງພາລະກິດຂອງພຣະເຈົ້າ, ສິ່ງທີ່ເຮັດໃຫ້ມະນຸດປະສົບຜົນສຳເລັດ ແລະ ສໍາຜັດກັບຄວາມປະສົງຂອງພຣະເຈົ້າທີ່ມີຕໍ່ມະນຸດ, ນີ້ແມ່ນສິ່ງທີ່ມະນຸດທຸກຄົນທີ່ຕິດຕາມພຣະເຈົ້າຄວນບັນລຸ. ຕອນນີ້ ສິ່ງທີ່ມະນຸດທຸກຄົນຂາດເຂີນແມ່ນຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າ. ມະນຸດຍັງບໍ່ເຂົ້າໃຈແຈ້ງ ພ້ອມທັງບໍ່ເຂົ້າໃຈຢ່າງແນ່ນອນຕໍ່ສິ່ງທີ່ປະກອບເປັນການກະທຳຂອງພຣະເຈົ້າໃນມະນຸດ, ທຸກພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະເຈົ້ານັບຕັ້ງແຕ່ການສ້າງໂລກ. ຄວາມຂັດສົນດັ່ງກ່າວ ບໍ່ພຽງແຕ່ສາມາດເຫັນໄດ້ທົ່ວໂລກຂອງສາສະໜາເທົ່ານັ້ນ, ແຕ່ຍິ່ງກວ່ານັ້ນ ຍັງເຫັນໄດ້ໃນບັນດາຜູ້ສັດທາຕໍ່ພຣະເຈົ້າ. ເມື່ອມື້ນັ້ນມາເຖິງ ເຈົ້າກໍຈະເຫັນພຣະເຈົ້າຢ່າງແທ້ຈິງ ແລະ ສຳນຶກໄດ້ເຖິງປັນຍາຂອງພຣະເຈົ້າ; ເມື່ອເຈົ້າເຫັນການກະທຳຂອງພຣະເຈົ້າ ແລະ ສຳນຶກໄດ້ເຖິງສິ່ງທີ່ພຣະເຈົ້າເປັນ ແລະ ມີ; ເມື່ອເຈົ້າເຫັນເຖິງຄວາມອຸດົມສົມບູນ, ປັນຍາ, ຄວາມມະຫັດສະຈັນ ແລະ ພາລະກິດທັງໝົດຂອງພຣະອົງໃນຕົວມະນຸດ, ເມື່ອນັ້ນແລ້ວ ເຈົ້າຈະໄດ້ຮັບສັດທາທີ່ປະສົບຜົນສຳເລັດໃນຕົວຂອງພຣະເຈົ້າ. ເມື່ອພຣະເຈົ້າຖືກກ່າວເຖິງວ່າເປັນສິ່ງທີ່ຄອບຄຸມທັງໝົດ ແລະ ມີຄວາມອຸດົມສົມບູນຢ່າງໃຫຍ່ຫຼວງ, ຄຳວ່າ ຄອບຄຸມທັງໝົດນັ້ນ ໝາຍຄວາມວ່າແນວໃດ? ຄວາມອຸດົມສົມບູນນັ້ນ ໝາຍຄວາມວ່າແນວໃດ? ຖ້າເຈົ້າຍັງບໍ່ເຂົ້າໃຈໃນສິ່ງນີ້ໄດ້, ກໍບໍ່ສາມາດຖືວ່າ ເຈົ້າເປັນຜູ້ທີ່ສັດທາຕໍ່ພຣະເຈົ້າ. ເປັນຫຍັງເຮົາຈຶ່ງກ່າວວ່າ ຜູ້ທີ່ຢູ່ໃນໂລກແຫ່ງສາສະໜາບໍ່ໄດ້ເຊື່ອຖືໃນພຣະເຈົ້າ ແລະ ເປັນຄົນຊົ່ວ ທີ່ເປັນຄົນປະເພດດຽວກັບມານຮ້າຍ? ເມື່ອເຮົາເວົ້າວ່າພວກເຂົາເປັນຄົນຊົ່ວ, ນັ້ນກໍຍ້ອນວ່າ ພວກເຂົາບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ຫຼື ເຫັນໄດ້ເຖິງປັນຍາຂອງພຣະອົງ. ບໍ່ວ່າຈະເວລາໃດກໍຕາມ ພຣະເຈົ້າຈະບໍ່ເປີດເຜີຍພາລະກິດຂອງພຣະອົງຕໍ່ພວກເຂົາ; ພວກເຂົາເປັນຄົນຕາບອດ ເຊິ່ງເປັນຜູ້ທີ່ບໍ່ເຫັນການກະທຳຂອງພຣະເຈົ້າ. ພວກເຂົາເປັນຜູ້ທີ່ພຣະເຈົ້າປະຖີ້ມ ແລະ ບໍ່ໄດ້ຮັບການເອົາໃຈໃສ່ ແລະ ການປົກປ້ອງຈາກພຣະເຈົ້າເລີຍແມ່ນແຕ່ໜ້ອຍ ເຊິ່ງຍິ່ງໜ້ອຍກວ່າພາລະກິດຂອງພຣະວິນຍານບໍລິສຸດດ້ວຍຊ້ຳ. ຜູ້ທີ່ບໍ່ມີພາລະກິດຂອງພຣະເຈົ້າ ລ້ວນແມ່ນຄົນຊົ່ວ ແລະ ຢືນເປັນປໍລະປັກກັບພຣະເຈົ້າ. ຜູ້ທີ່ເຮົາບອກວ່າ ເປັນປໍລະປັກກັບພຣະເຈົ້າ ລ້ວນແຕ່ແມ່ນຜູ້ທີ່ບໍ່ຮູ້ຈັກພຣະເຈົ້າ, ຜູ້ທີ່ຍອມຮັບພຣະເຈົ້າດ້ວຍຄຳເວົ້າທີ່ຫວ່າງເປົ່າ ແຕ່ບໍ່ຮູ້ຈັກພຣະອົງ, ຜູ້ທີ່ຕິດຕາມຕາມພຣະເຈົ້າ ແຕ່ບໍ່ເຊື່ອຟັງພຣະອົງ ແລະ ຜູ້ທີ່ຍົກຍ້ອງໃນພຣະຄຸນຂອງພຣະເຈົ້າ ແຕ່ບໍ່ສາມາດເປັນພະຍານໃຫ້ພຣະອົງໄດ້. ຫາກປາດສະຈາກຄວາມເຂົ້າໃຈຕໍ່ໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແລະ ພາລະກິດຂອງພຣະເຈົ້າທີ່ມີຕໍ່ມະນຸດ, ມະນຸດກໍບໍ່ສາມາດທີ່ຈະປະຕິບັດຕາມຫົວໃຈຂອງພຣະເຈົ້າໄດ້ ແລະ ບໍ່ສາມາດເປັນພະຍານໃຫ້ພຣະເຈົ້າໄດ້. ເຫດຜົນທີ່ມະນຸດຕໍ່ຕ້ານພຣະເຈົ້ານັ້ນ ດ້ານໜຶ່ງແມ່ນເກີດຈາກນິໃສທີ່ເສື່ອມຊາມຂອງມະນຸດ ແລະ ອີກດ້ານໜຶ່ງແມ່ນເກີດຈາກຄວາມບໍ່ຮູ້ກ່ຽວກັບພຣະເຈົ້າ ແລະ ການຂາດຄວາມເຂົ້າໃຈຕໍ່ບັນດາຫຼັກການຂອງພາລະກິດຂອງພຣະເຈົ້າ ແລະ ຄວາມປະສົງຂອງພຣະອົງທີ່ມີຕໍ່ມະນຸດ. ທັງສອງດ້ານນີ້ປະສານກັນເຂົ້າໃນປະຫວັດສາດຂອງການຕໍ່ຕ້ານຂອງມະນຸດທີ່ມີຕໍ່ພຣະເຈົ້າ. ບັນດາຜູ້ທີ່ຫາກໍມີຄວາມສັດທາແມ່ນຕໍ່ຕ້ານພຣະເຈົ້າ ກໍຍ້ອນວ່າ ການຕໍ່ຕ້ານນັ້ນ ນອນຢູ່ໃນທຳມະຊາດຂອງພວກເຂົາ, ໃນຂະນະທີ່ການຕໍ່ຕ້ານພຣະເຈົ້າ ຂອງຜູ້ຄົນທີ່ມີຄວາມສັດທາເປັນເວລາຫຼາຍປີ ກໍເປັນຜົນມາຈາກຄວາມບໍ່ຮູ້ກ່ຽວກັບພຣະເຈົ້າ ນອກເໜືອຈາກນິໃສທີ່ເສື່ອມຊາມຂອງພວກເຂົາ. ໃນເວລາກ່ອນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງ, ການປະເມີນວ່າ ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ ແມ່ນດ້ວຍວິທີການປະເມີນວ່າ ເຂົາໄດ້ເກັບຮັກສາພຣະດຳລັດ ທີ່ພຣະເຈົ້າໄດ້ກຳນົດໄວ້ໃນສະຫວັນ ຫຼື ບໍ່. ເປັນຕົ້ນແມ່ນໃນຍຸກແຫ່ງພຣະບັນຍັດ ເຊິ່ງບຸກຄົນໃດທີ່ບໍ່ຮັກສາພຣະບັນຍັດຂອງພຣະເຢໂຮວາ ລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ; ບຸກຄົນໃດທີ່ລັກເອົາເຄື່ອງຖວາຍຕໍ່ພຣະເຢໂຮວາ ແລະ ບຸກຄົນໃດທີ່ຕໍ່ຕ້ານບຸກຄົນທີ່ພຣະເຢໂຮວາເລືອກ ລ້ວນແຕ່ແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ແມ່ນຜູ້ທີ່ຈະຖືກແກວ່ງກ້ອນຫີນໃສ່ຈົນຕາຍ; ບຸກຄົນໃດທີ່ບໍ່ເຄົາລົບພໍ່ ແລະ ແມ່ຂອງຕົນ ແລະ ບຸກຄົນໃດທີ່ທຸບຕີ ແລະ ສາບແຊ່ງຜູ້ອື່ນ ລ້ວນແມ່ນຜູ້ທີ່ບໍ່ຮັກສາພຣະບັນຍັດ. ທຸກຄົນທີ່ບໍ່ຮັກສາພຣະບັນຍັດຂອງພະເຢໂຮວາ ລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະອົງ. ສິ່ງນີ້ຢູ່ໃນຍຸກແຫ່ງພຣະຄຸນ ແມ່ນບໍ່ມີຕໍ່ໄປແລ້ວ ໃນເວລາທີ່ບຸກຄົນໃດທີ່ຕໍ່ຕ້ານພຣະເຢຊູ ກໍລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ບຸກຄົນໃດທີ່ບໍ່ເຊື່ອຟັງຕໍ່ພຣະທຳ ທີ່ພຣະເຢຊູກ່າວ ລ້ວນແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ. ຢູ່ໃນຍຸກນີ້, ການກໍານົດການຕໍ່ຕ້ານພຣະເຈົ້າ ໄດ້ຖືກຕີຄວາມໝາຍຢ່າງຊັດເຈນຫຼາຍຂື້ນ ແລະ ເປັນຄວາມຈິງຫຼາຍຂື້ນ. ຢູ່ໃນໄລຍະເວລາທີ່ພຣະເຈົ້າຍັງບໍ່ທັນກາຍມາເປັນເນື້ອໜັງ, ການປະເມີນວ່າ ມະນຸດຕໍ່ຕ້ານພຣະເຈົ້າ ຫຼື ບໍ່ນັ້ນ ແມ່ນ ອີງໃສ່ວ່າ ມະນຸດຄົນນັ້ນໄດ້ບູຊາ ແລະ ແຫງນໜ້າຂຶ້ນເບິ່ງພຣະເຈົ້າທີ່ລ້ອງຫົນຢູ່ໃນສະຫວັນ ຫຼື ບໍ່. ຄຳນິຍາມຂອງການຕໍ່ຕ້ານພຣະເຈົ້າ ໃນເວລານັ້ນ ແມ່ນຍັງບໍ່ເປັນຄວາມຈິງ ເນື່ອງຈາກວ່າ ມະນຸດບໍ່ສາມາດແນມເຫັນ ຫຼື ຮູ້ຈັກຮູບໂສມຂອງພຣະເຈົ້າ ຫຼື ວິທີທີ່ພຣະອົງເຮັດພາລະກິດ ແລະ ເວົ້າ. ມະນຸດບໍ່ມີແນວຄວາມຄິດເລື່ອງພຣະເຈົ້າ ແລະ ເຊື່ອໃນພຣະເຈົ້າໃນຄວາມຄຸມເຄືອ ເນື່ອງຈາກວ່າ ພຣະອົງບໍ່ໄດ້ປະກົດຕົວຕໍ່ໜ້າມະນຸດ. ດັ່ງນັ້ນ, ເຖິງວ່າມະນຸດຈະເຊື່ອໃນພຣະເຈົ້າ ຢູ່ໃນຈິນຕະນາການຂອງພວກເຂົາ, ພຣະເຈົ້າກໍບໍ່ໄດ້ປະນາມມະນຸດ ຫຼື ຮຽກຮ້ອງຫຍັງຫຼາຍຈາກມະນຸດ ເນື່ອງຈາກວ່າ ມະນຸດບໍ່ສາມາດແນມເຫັນພຣະເຈົ້າໄດ້ເລີຍຜູ້ທີ່ບໍ່ໄດ້ເຫັນພຣະເຈົ້າເລີຍ. ເມື່ອພຣະເຈົ້າໄດ້ກາຍມາເປັນເນື້ອໜັງ ແລະ ເຮັດພາລະກິດໃນທ່າມກາງມະນຸດທັງຫລາຍ, ທຸກຄົນຈະເຫັນ ແລະ ໄດ້ຍິນພຣະທຳຂອງພຣະເຈົ້າ ແລະ ທຸກຄົນຈະເຫັນການປະຕິບັດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງ. ໃນເວລານັ້ນ, ທຸກແນວຄວາມຄິດຂອງມະນຸດຈະພັງທະລາຍລົງຈົນບໍ່ເຫຼືອຍັງນອກຈາກແຕ່ຟອງນ້ຳ. ສຳລັບຜູ້ທີ່ເຫັນພຣະເຈົ້າທີ່ປະກົດຕົວເປັນເນື້ອໜັງ, ຜູ້ທີ່ມີຄວາມເຊື່ອຟັງຢູ່ໃນໃຈຂອງພວກເຂົາ ກໍຈະບໍ່ຖືກປະນາມ, ໃນຂະນະທີ່ຈະມີການຖືວ່າ ຜູ້ທີ່ເຈດຕະນາຕໍ່ຕ້ານພຣະອົງກໍແມ່ນເປັນປໍລະປັກກັບພຣະເຈົ້າ. ມະນຸດພວກນີ້ ແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ແລະ ເປັນສັດຕູ ຊຶ່ງຕັ້ງໃຈຕໍ່ຕ້ານພຣະເຈົ້າ. ຜູ້ທີ່ມີຄວາມເຂົ້າໃຈເລື່ອງພຣະເຈົ້າ ແຕ່ຍັງໄດ້ເຊື່ອຟັງພຣະເຈົ້າດ້ວຍຄວາມຍິນດີນັ້ນ ກໍຈະບໍ່ຖືກປະນາມ. ພຣະເຈົ້າປະນາມມະນຸດ ບົນພື້ນຖານຄວາມຕັ້ງໃຈ ແລະ ການກະທຳຂອງຜູ້ກ່ຽວ ໂດຍບໍ່ແມ່ນຍ້ອນຄວາມຄິດ ແລະ ແນວຄິດຂອງຜູ້ກ່ຽວ. ຖ້າຫາກມະນຸດໄດ້ຖືກປະນາມຕາມພື້ນຖານນັ້ນ, ກໍຈະບໍ່ມີມະນຸດຄົນໃດທີ່ສາມາດລົບໜີຈາກອຸ້ງມືທີ່ເຕັມໄປດ້ວຍຄວາມໂມໂຫຂອງພຣະເຈົ້າ. ຜູ້ທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້າທີ່ບັງເກີດເປັນມະນຸດ ຈະຕ້ອງຖືກລົງໂທດ ຍ້ອນຄວາມດື້ດ້ານຂອງພວກເຂົາ. ການຕໍ່ຕ້ານໂດຍເຈດຕະນາຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແມ່ນມາຈາກແນວຄວາມຄິດກ່ຽວກັບພຣະອົງ ເຊິ່ງເປັນຜົນເຮັດໃຫ້ພວກເຂົາລົບກວນພາລະກິດຂອງພຣະເຈົ້າ. ມະນຸດດັ່ງກ່າວຕໍ່ຕ້ານ ແລະ ທຳລາຍພາລະກິດຂອງພຣະເຈົ້າໂດຍຕັ້ງໃຈ. ພວກເຂົາບໍ່ພຽງແຕ່ມີແນວຄວາມຄິດກ່ຽວກັບພຣະເຈົ້າເທົ່ານັ້ນ, ແຕ່ວ່າພວກເຂົາ ເຮັດແນວນັ້ນ ເຊິ່ງມັນກໍລົບກວນພາລະກິດຂອງພຣະອົງ ແລະ ກໍຍ້ອນເຫດນັ້ນ ທີ່ການກະທໍາຂອງມະຸນດຈຶ່ງຖືກປະນາມ. ຜູ້ທີ່ບໍ່ມີສ່ວນຮ່ວມໃນການລົບກວນຕໍ່ພາລະກິດຂອງພຣະເຈົ້າ ໂດຍເຈດຕະນາ ຈະບໍ່ຖືກປະນາມວ່າເປັນຄົນບາບ ຍ້ອນວ່າພວກເຂົາສາມາດເຊື່ອຟັງດ້ວຍຄວາມເຕັມໃຈ ແລະ ບໍ່ໄດ້ເຮັດໃຫ້ເກີດການຂັດຂວາງ ແລະ ການລົບກວນ. ມະນຸດດັ່ງກ່າວຈະບໍ່ຖືກປະນາມ. ແນວໃດກໍຕາມ, ເມື່ອມະນຸດໄດ້ມີປະສົບການຫຼາຍປີກັບພາລະກິດຂອງພຣະເຈົ້າ, ຖ້າຫາກພວກເຂົາຍັງປິດບັງແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດທີ່ຈະຮູ້ໄດ້ເຖິງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ເຖິງແມ່ນວ່າຈະມີປະສົບການມາແລ້ວຫຼາຍປີ, ພວກເຂົາກໍຍັງສືບຕໍ່ຍຶດຖືຕໍ່ບັນດາແນວຄິດກ່ຽວກັບພຣະເຈົ້າ ແລະ ຍັງບໍ່ສາມາດທີ່ຈະຮູ້ຈັກພຣະເຈົ້າ, ດ້ວຍເຫດນັ້ນ ເຖິງວ່າ ພວກເຂົາບໍ່ໄດ້ສ້າງບັນຫາອັນໃດຕໍ່ບັນດາແນວຄວາມຄິດທັງຫຼາຍກ່ຽວກັບຂອງພຣະເຈົ້າ ຢູ່ໃນຫົວໃຈຂອງພວກເຂົາ ແລະ ເຖິງວ່າແນວຄວາມຄິດດັ່ງກ່າວບໍ່ໄດ້ສະແດງອອກມາກໍຕາມ, ມະນຸດດັ່ງກ່າວແມ່ນບໍ່ມີປະໂຫຍດຕໍ່ພາລະກິດຂອງພຣະເຈົ້າເລີຍ. ພວກເຂົາບໍ່ສາມາດທີ່ຈະສັ່ງສອນພຣະກິດຕິຄຸນ ຫຼື ບໍ່ສາມາດທີ່ຈະເປັນພະຍານໃຫ້ພຣະເຈົ້າໄດ້; ມະນຸດດັ່ງກ່າວແມ່ນບໍ່ມີຫຍັງດີເລີຍ ແລະ ເປັນພວກຄົນປັນຍາອ່ອນ. ຍ້ອນວ່າພວກເຂົາບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ສາມາດປະຖີ້ມແນວຄວາມຂອງພວກເຂົາກ່ຽວກັບພຣະເຈົ້າອອກໄປໄດ້ ພວກເຂົາຈຶ່ງຖືກປະນາມ. ສາມາດເວົ້າໄດ້ດັ່ງນີ້: ມັນບໍ່ແມ່ນເລື່ອງແປກ ສຳລັບຜູ້ທີ່ຫາກໍເລີ່ມມີສັດທາ ທີ່ຈະມີແນວຄວາມຄິດເລື່ອງພຣະເຈົ້າ ຫຼື ບໍ່ຮູ້ຈັກຫຍັງກ່ຽວກັບພຣະອົງ, ແຕ່ມັນເປັນເລື່ອງຜິດປົກກະຕິ ສຳລັບຜູ້ທີ່ໄດ້ມີສັດທາມາເປັນເວລາຫຼາຍປີ ແລະ ມີປະສົບການຫຼາຍກ່ຽວກັບພາລະກິດຂອງພຣະເຈົ້າທີ່ຈະຍຶດຖືແນວຄວາມຄິດດັ່ງກ່າວນັ້ນ ແລະ ຍິ່ງໄປກວ່ານັ້ນ ກໍແມ່ນສຳລັບມະນຸດ ທີ່ຈະບໍ່ມີຄວາມຮູ້ເລື່ອງພຣະເຈົ້າເລີຍ. ມັນເປັນຜົນມາຈາກສະພາບຄວາມຜິດປົກກະຕິນັ້ນ ທີ່ມະນຸດດັ່ງກ່າວຖືກປະນາມ. ມະນຸດທີ່ຜິດປົກກະຕິ ແມ່ນບໍ່ມີຫຍັງດີ; ພວກເຂົາເປັນຜູ້ທີ່ຕໍ່ຕ້ານພຣະເຈົ້າຫຼາຍທີ່ສຸດ ແລະ ຜູ້ທີ່ມີຄວາມສຸກກັບພຣະຄຸນຂອງພຣະເຈົ້າ ຢູ່ໃນສາຍເລືອດ. ສຸດທ້າຍແລ້ວ ມະນຸດເຫຼົ່ານີ້ ກໍຈະຖືກກຳຈັດອອກໄປ!

ບຸກຄົນໃດທີ່ບໍ່ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະເຈົ້າ ລ້ວນແຕ່ເປັນຜູ້ຕໍ່ຕ້ານພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນ ແມ່ນຜູ້ທີ່ຮັບຮູ້ຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາເພື່ອເຮັດໃຫ້ພຣະເຈົ້າເພີ່ງພໍໃຈ. ບຸກຄົນໃດທີ່ອ່ານພຣະຄຳພີໄບເບີ້ນ ຢູ່ໃນໂບດໃຫຍ່ໆ ແມ່ນທ່ອງພຣະຄຳພີໄບເບີ້ນທຸກມື້, ແຕ່ກໍຍັງບໍ່ເຂົ້າໃຈຕໍ່ຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ບໍ່ມີມະນຸດຄົນໃດທີ່ສາມາດຮູ້ຈັກພຣະເຈົ້າໄດ້; ຍິ່ງກວ່ານັ້ນ, ບໍ່ມີໃຜທີ່ຈະປະຕິບັດຕາມໃຈຂອງພຣະເຈົ້າໄດ້. ພວກເຂົາລ້ວນແຕ່ເປັນຄົນໄຮ້ຄ່າ, ມະນຸດຜູ້ຊົ່ວຊ້າ ເຊິ່ງແຕ່ລະຄົນແມ່ນຢືນຢູ່ບ່ອນສູງ ເພື່ອສອນພຣະເຈົ້າ. ເຖິງແມ່ນວ່າພວກເຂົາຈະເທີດທູນ ພຣະນາມຂອງພຣະເຈົ້າ, ພວກເຂົາແມ່ນຕັ້ງໃຈທີ່ຈະຕໍ່ຕ້ານພຣະອົງ. ເຖິງແມ່ນວ່າ ພວກເຂົາຈະຈັດພວກເຂົາເອງວ່າ ເປັນຜູ້ສັດທາຕໍ່ພຣະເຈົ້າ, ພວກເຂົາກໍແມ່ນຜູ້ທີ່ກິນເນື້ອໜັງ ແລະ ດື່ມເລືອດຂອງມະນຸດ. ມະນຸດທຸກຄົນລ້ວນແຕ່ແມ່ນຜິສາດທີ່ກືນກິນວິນຍານຂອງມະນຸດ, ເປັນຜີສາດ ທີ່ຕັ້ງໃຈຈະລົບກວນຜູ້ທີ່ພະຍາຍາມກ້າວໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ເປັນສິ່ງກີດຂວາງ ທີ່ຂັດຂວາງເສັ້ນທາງຂອງຜູ້ທີ່ສະແຫວງຫາພຣະເຈົ້າ. ເຖີງແມ່ນວ່າ ພວກເຂົ້າຈະເປັນ “ເນື້ອໜັງທີ່ແຂງແຮງ” ກໍຕາມ, ບັນດາສາວົກຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜູ້ທີ່ບໍ່ເຊື່ອໃນພຣະເຢຊູຄຣິສ ທີ່ນຳພາມະນຸດຕໍ່ຕ້ານພຣະເຈົ້າ? ພວກເຂົາຈະຮູ້ໄດ້ແນວໃດວ່າ ພວກເຂົາແມ່ນຜິສາດທີ່ມີຊີວິດ ທີ່ສະແຫວງຫາວິຍານໂດຍສະເພາະ ເພື່ອກືນກິນ? ຜູ້ທີ່ໃຫ້ກຽດຕົນເອງຢູ່ໜ້າພຣະເຈົ້າ ລ້ວນແມ່ນບຸກຄົນທີ່ຕໍ່າຕ້ອຍທີ່ສຸດໃນມວນມະນຸດ ແລະ ໃນຂະນະທີ່ຜູ້ທີ່ ອ່ອນນ້ອມຖ່ອມຕົວ ແມ່ນຜູ້ທີ່ມີກຽດທີ່ສຸດ. ຜູ້ທີ່ຄິດວ່າຕົນເອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ກ່າວອ້າງພາລະກິດຂອງພຣະເຈົ້າຕໍ່ຄົນອື່ນ ດ້ວຍການປ່າວປະກາດຢ່າງອຶກກະທຶກຄຶກໂຄມ ໃນຂະນະທີ່ສາຍຕາຂອງພວກເຂົາແມ່ນແນມເບິ່ງພຣະອົງ. ສິ່ງເຫຼົ່ານີ້ ແມ່ນຄວາມໂງ່ຈ້າທີ່ສຸດຂອງມະນຸດ. ມະນຸດເຫຼົ່ານີ້ ແມ່ນຜູ້ທີ່ປາດສະຈາກການເປັນພຣະຍານໃຫ້ແກ່ພຣະເຈົ້າ ແລະ ເປັນຜູ້ທີ່ທະນົງໂຕ ແລະ ອວດດີ. ຜູ້ທີ່ເຊື່ອວ່າຕົນມີຄວາມຮູ້ກ່ຽວກັບພຣະເຈົ້າໜ້ອຍເກີນໄປ ເຖິງແມ່ນວ່າ ປະສົບການຕົວຈິງ ແລະ ຄວາມຮູ້ໃນພາກປະຕິບັດກ່ຽວກັບພຣະເຈົ້າຈະມີຫຼາຍ ແມ່ນຜູ້ທີ່ພຣະອົງຮັກຫຼາຍທີ່ສຸດ. ມັນແມ່ນມະນຸດແບບນີ້ ທີ່ມີການເປັນພະຍານຢ່າງແທ້ຈິງ ແລະ ແມ່ນຜູ້ທີ່ພຣະເຈົ້າສາມາດເຮັດໃຫ້ສົມບູນໄດ້ຢ່າງແທ້ຈິງ. ຜູ້ທີ່ບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແຕ່ຍັງບໍ່ປະຕິບັດຄວາມຈິງ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງຂັດກັບແກ່ນແທ້ໃນພຣະທຳຂອງພຣະເຈົ້າ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ມີແນວຄວາມຄິດກ່ຽວກັບພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຕັ້ງໃຈຕໍ່ຕ້ານ ແມ່ນເປັນປໍລະປັກຕໍ່ພຣະເຈົ້າ; ຜູ້ທີ່ຕັດສິນພຣະເຈົ້າ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ; ແລະ ບຸກຄົນໃດທີ່ບໍ່ສາມາດຮູ້ຈັກພຣະເຈົ້າ ແລະ ເປັນພະຍານໃຫ້ພຣະອົງ ແມ່ນຄູ່ຕໍ່ສູ້ຂອງພຣະເຈົ້າ. ດັ່ງນັ້ນ, ຈົ່ງຮັບຟັງເອົາຄຳແນະນຳຂອງເຮົາ: ຖ້າຫາກພວກເຈົ້າມີສັດທາຢ່າງແທ້ຈິງທີ່ຈະເດີນໃນເສັ້ນທາງນີ້, ກໍຈົ່ງປະຕິບັດຕາມມັນ. ຖ້າຫາກພວກເຈົ້າບໍ່ສາມາດລະງັບຢັບຢັ້ງກັບການຕໍ່ຕ້ານພຣະເຈົ້າ, ມັນກໍຈະດີທີ່ສຸດແມ່ນ ທີ່ພວກເຈົ້າເດີນໜີຈາກໄປ ກ່ອນທີ່ມັນຈະຊ້າເກີນໄປ. ບໍ່ດັ່ງນັ້ນແລ້ວ, ມັນກໍຈະເປັນລາງຮ້າຍຢ່າງແທ້ຈິງ ແທນທີ່ວ່າຈະເປັນລາງດີ ເນື່ອງຈາກວ່າ ທຳມະຊາດຂອງພວກເຈົ້າ ແມ່ນເສື່ອມຊາມຫຼາຍເກີນໄປ. ພວກເຈົ້າບໍ່ມີຄວາມຈົງຮັກພັກດີ ຫຼື ຄວາມເຊື່ອຟັງແມ່ນແຕ່ໜ້ອຍ ຫຼື ມີຫົວໃຈທີ່ປາດຖະໜາເຖິງຄວາມຊອບທຳ ແລະ ຄວາມຈິງ. ພວກເຈົ້າບໍ່ໄດ້ມີຄວາມຮັກຕໍ່ພຣະເຈົ້າແມ່ນແຕ່ໜ້ອຍດຽວ. ສາມາດເວົ້າໄດ້ວ່າ ສະພາບຂອງພວກເຈົ້າ ຕໍ່ໜ້າພຣະເຈົ້າ ແມ່ນຢູ່ໃນຄວາມໂກລາຫົນທີ່ສຸດ. ພວກເຈົ້າບໍ່ສາມາດຈະຮັກສາສິ່ງທີ່ຄວນຮັກສາ ຫຼື ບໍ່ສາມາດເວົ້າໃນສິ່ງທີ່ຄວນເວົ້າ. ພວກເຈົ້າບໍ່ສາມາດນຳໄປປະຕິບັດໃນສິ່ງທີ່ຄວນປະຕິບັດໄດ້ ແລະ ພວກເຈົ້າບໍ່ສາມາດປະຕິບັດໜ້າທີ່ ທີ່ຕົນຄວນປະຕິບັດໄດ້. ພວກເຈົ້າບໍ່ມີຄວາມຈົງຮັກພັກດີ, ສາມັນສໍານຶກ, ຄວາມເຊື່ອຟັງ ຫຼື ຄວາມເດັດດ່ຽວ ທີ່ພວກເຈົ້າຄວນມີໄດ້. ພວກເຈົ້າບໍ່ມີຄວາມອົດທົນຕໍ່ຄວາມທຸກທໍລະມານທີ່ພວກເຈົ້າຄວນຈະມີ ແລະ ພວກເຈົ້າບໍ່ມີຄວາມສັດທາ ທີ່ພວກເຈົ້າຄວນຈະມີ. ພວກເຈົ້າຂາດຄຸນງາມຄວາມດີຢ່າງສິ້ນເຊີງ; ພວກເຈົ້າມີຄວາມເຄົາລົບຕົນເອງເພື່ອມີຊີວິດຢູ່ຕໍ່ໄປບໍ? ເຮົາຂໍຮຽກຮ້ອງໃຫ້ພວກເຈົ້າຫຼັບຕາເພື່ອພັກຜ່ອນໄປຊົ່ວນິລັນຈະດີກວ່າ, ທັງນີ້ ກໍເພື່ອບໍ່ໃຫ້ພຣະເຈົ້າຕ້ອງມາກັງວົນກັບພວກເຈົ້າ ແລະ ຕ້ອງມາອົດທົນຕໍ່ຄວາມທຸກທໍລະມານ ເພື່ອພວກເຈົ້າ. ພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງບໍ່ຮູ້ຄວາມປະສົງຂອງພຣະອົງ; ພວກເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແຕ່ຍັງບໍ່ສາມາດຮັກສາຄວາມຕ້ອງການຂອງພຣະເຈົ້າເອົາໄວ້ໄດ້. ພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງບໍ່ຮູ້ຈັກພຣະອົງ ແລະ ມີຊີວິດຢູ່ ທັງທີ່ບໍ່ມີເປົ້າໝາຍທີ່ສະແຫວງຫາ. ພວກເຈົ້າບໍ່ມີຄຸນຄ່າ ແລະ ບໍ່ມີຈຸດປະສົງ. ພວກເຈົ້າມີຊີວິດຢູ່ເປັນມະນຸດ ແຕ່ບໍ່ມີສາມັນສໍານຶກ, ສິນທຳ ຫຼື ຄວາມໜ້າເຊື່ອຖືແມ່ນແຕ່ໜ້ອຍ. ຈະສາມາດຖືວ່າ ພວກເຈົ້າເປັນມະນຸດໄດ້ແນວໃດ? ພວກເຈົ້າເຊື່ອໃນພຣະເຈົ້າ ແຕ່ຍັງຫຼອກລວງພຣະອົງ. ຍິ່ງໄປກວ່ານັ້ນ, ພວກເຈົ້າເອົາເງີນຂອງພຣະເຈົ້າ ແລະ ກິນເຄື່ອງຖວາຍຂອງພຣະອົງ ແລະ ສຸດທ້າຍກໍບໍ່ໄດ້ຄໍານຶງເຖິງຄວາມຮູ້ສຶກຂອງພຣະເຈົ້າ ຫຼື ສາມັນສໍານຶກຕໍ່ພຣະເຈົ້າ. ພວກເຈົ້າບໍ່ສາມາດແມ່ນແຕ່ຈະຕອບສະໜອງຄວາມຕ້ອງການອັນເລັກໜ້ອຍທີ່ສຸດຂອງພຣະເຈົ້າໄດ້. ດັ່ງນັ້ນ ຈະສາມາດຖືວ່າ ພວກເຈົ້າເປັນມະນຸດໄດ້ແນວໃດ? ອາຫານທີ່ພວກເຈົ້າກິນ ແລະ ອາກາດທີ່ພວກເຈົ້າຫາຍໃຈ ແມ່ນມາຈາກພຣະເຈົ້າ, ພວກເຈົ້າເພີດເພີນກັບພຣະຄຸນຂອງພຣະອົງ, ແຕ່ສຸດທ້າຍແລ້ວ ພວກເຈົ້າກໍບໍ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນແຕ່ໜ້ອຍ. ກົງກັນຂ້າມ, ພວກເຈົ້າພັດກາຍເປັນຄົນໄຮ້ປະໂຫຍດ ຊຶ່ງຕໍ່ຕ້ານພຣະເຈົ້າ. ພວກເຈົ້າບໍ່ແມ່ນສັດເດລະສານ ທີ່ບໍ່ດີໄປກວ່າໝາໂຕໜຶ່ງບໍ? ມີສັດຕ່າງໆ ທີ່ມີເຈດຕະນາຮ້າຍຫຼາຍກວ່າພວກເຈົ້າບໍ?

ພວກນັກບວດ ແລະ ຜູ້ອາວຸໂສ ທີ່ຢືນຢູ່ເທິງບ່ອນສູງສໍາລັບເທດມະນຸດ ແມ່ນປໍລະປັກຂອງພຣະເຈົ້າ ແລະ ເປັນພັນທະມິດກັບຊາຕານ; ພວກເຈົ້າ ທີ່ຢືນຢູ່ເທິງບ່ອນສູງສໍາລັບເທດສະໜາມະນຸດ ຍິ່ງບໍ່ແມ່ນປໍລະປັກຂອງພຣະເຈົ້າຫຼາຍກວ່າບໍ? ຍິ່ງກວ່ານັ້ນ, ພວກເຈົ້າບໍ່ແມ່ນສົມຮູ້ຮ່ວມຄິດກັບຊາຕານບໍ? ຜູ້ທີ່ບໍ່ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແມ່ນບໍ່ຮູ້ວ່າຈະເຮັດແນວໃດໃຫ້ຖືກກັບໃຈຂອງພຣະເຈົ້າ. ແນ່ນອນວ່າ ມັນບໍ່ສາມາດເປັນຄວາມຈິງໄປໄດ້ບໍ ສຳລັບຜູ້ທີ່ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ? ພາລະກິດຂອງພຣະເຈົ້າບໍ່ເຄີຍຜິດພາດ; ແຕ່ການສະແຫວງຫາຂອງມະນຸດນັ້ນ ທີ່ຜິດພາດ. ຜູ້ທີ່ມີຈິດໃຈເສື່ອມຊາມຂຶ້ນ ທີ່ຕັ້ງໃຈຕໍ່ຕ້ານພຣະເຈົ້ານັ້ນ ບໍ່ແມ່ນວ່າເປັນໜ້າຢ້ານ ແລະ ອັນຕະລາຍກວ່າ ພວກນັກບວດ ແລະ ຜູ້ອາວຸໂສເຫຼົ້່ານັ້ນບໍ? ມີຫຼາຍຄົນທີ່ຕໍ່ຕ້ານພຣະເຈົ້າ ແລະ ໃນທ່າມກາງມະນຸດຈຳນວນຫຼາຍ ກໍມີການຕໍ່ຕ້ານພຣະເຈົ້າແບບຫຼາກຫຼາຍປະເພດ. ໃນເມື່ອມີຜູ້ສັດທາຫຼາກຫຼາຍຮູບແບບ, ຜູ້ຕໍ່ຕ້ານພຣະເຈົ້າກໍມີຫຼາກຫຼາຍຮູບແບບເຊັ່ນດຽວກັນ ເຊິ່ງແຕ່ລະຄົນກໍບໍ່ຄືກັບຄົນອື່ນ. ຜູ້ທີ່ບໍ່ຮັບຮູ້ຈຸດປະສົງຂອງພາລະກິດຂອງພຣະເຈົ້າຢ່າງຊັດເຈນ ຈະບໍ່ສາມາດຖືກຊ່ວຍໃຫ່ລອດພົ້ນໄດ້. ບໍ່ວ່າມະນຸດຈະຕໍ່ຕ້ານພຣະເຈົ້າໃນອະດີດດ້ວຍວິທີການໃດກໍຕາມ, ເມື່ອມະນຸດຫາກເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະເຈົ້າ ແລະ ອຸທິດຄວາມພະຍາຍາມຂອງຕົນ ເພື່ອໃຫ້ພຣະເຈົ້າເພີ່ງພໍໃຈ, ບາບໃນເມື່ອກ່ອນຂອງຜູ້ກ່ຽວ ກໍຈະຖືກຊຳລະລ້າງໃຫ້ສະອາດໂດຍພຣະເຈົ້າ. ຕາບໃດທີ່ມະນຸດຍັງສະແຫວງຫາຄວາມຈິງ ແລະ ປະຕິບັດຄວາມຈິງນັ້ນ, ພຣະເຈົ້າກໍຈະບໍ່ຈົດຈໍາເລື່ອງທີ່ຜູ້ກ່ຽວໄດ້ກະທຳ. ໃນທາງກົນກັນຂ້າມ, ພຣະເຈົ້າແມ່ນຕັດສິນມະນຸດ ບົນພື້ນຖານການກະທຳຕໍ່ຄວາມເປັນຈິງ. ອັນນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ. ກ່ອນທີ່ມະນຸດຈະໄດ້ເຫັນພຣະເຈົ້າ ຫຼື ປະສົບກັບພາລະກິດຂອງພຣະອົງ, ພຣະອົງກໍຈະຈົດຈໍາສິ່ງນັ້ນໄວ້ໃນໃຈ ບໍ່ວ່າມະນຸດຈະປະຕິບັດຕໍ່ພຣະເຈົ້າແນວໃດກໍຕາມ. ແນວໃດກໍຕາມ, ເມື່ອມະນຸດໄດ້ພົບເຫັນພຣະເຈົ້າແລ້ວ ແລະ ໄດ້ປະສົບກັບພາລະກິດຂອງພຣະອົງ, ການປະຕິບັດ ແລະ ການກະທຳທຸກຢ່າງຂອງມະນຸດ ກໍຈະຖືກຂຽນລົງໃນ “ຈົດໝາຍເຫດ” ໂດຍພຣະເຈົ້າ ເນື່ອງຈາກວ່າ ມະນຸດໄດ້ເຫັນ ແລະ ມີຊີວິດຢູ່ພາຍໃນພາລະກິດຂອງພຣະອົງ.

ເມື່ອມະນຸດໄດ້ພົບເຫັນສິ່ງທີ່ພຣະເຈົ້າມີ ແລະ ເປັນຢ່າງແທ້ຈິງ, ໄດ້ເຫັນອຳນາດອັນສູງສຸດຂອງພຣະອົງ ແລະ ຮັບຮູ້ພາລະກິດຂອງພຣະເຈົ້າຢ່າງແທ້ຈິງ ແລະ ນອກເໜືອຈາກນັ້ນແລ້ວ ເມື່ອນິໃສເກົ່າຂອງມະນຸດໄດ້ຖືກປ່ຽນແປງແລ້ວ, ມະນຸດກໍຈະໄດ້ຊຳລະລ້າງນິໃສຂອງຕົນທີ່ຕໍ່ຕ້ານພຣະເຈົ້າ ໃຫ້ອອກໄປຢ່າງສິ້ນເຊີງ. ສາມາດເວົ້າໄດ້ວ່າ ຄັ້ງໜຶ່ງມະນຸດທຸກຄົນລ້ວນແຕ່ເຄີຍຕໍ່ຕ້ານພຣະເຈົ້າ ແລະ ຄັ້ງໜຶ່ງມະນຸດທຸກຄົນລ້ວນແຕ່ເຄີຍກະບົດຕໍ່ພຣະເຈົ້າ. ແນວໃດກໍຕາມ, ຖ້າຫາກເຈົ້າມີຈິດໃຈເຊື່ອຟັງ ພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຈາກນັ້ນ ກໍໄດ້ເຮັດໃຫ້ຫົວໃຈຂອງພຣະເຈົ້າເພີ່ງພໍໃຈ ດ້ວຍຄວາມຈົງຮັກພັກດີຂອງເຈົ້າ, ປະຕິບັດຄວາມຈິງ ທີ່ເຈົ້າຄວນປະຕິບັດ, ປະຕິບັດໜ້າທີ່ຂອງເຈົ້າຕາມທີ່ຄວນ ແລະ ຮັກສາກົດລະບຽບຕາມທີ່ຄວນ, ເຈົ້າກໍຈະແມ່ນຜູ້ທີ່ເຕັມໃຈກຳຈັດຄວາມກະບົດຂອງເຈົ້າອອກໄປ ເພື່ອເຮັດໃຫ້ພຣະເຈົ້າເພີ່ງພໍໃຈ ແລະ ຈະເປັນຜູ້ທີ່ພຣະເຈົ້າເຮັດໃຫ້ສົມບູບແບບ. ເຈົ້າຍັງຈະປະຕິເສດທີ່ຈະສຳນຶກເຖິງຄວາມຜິດ ແລະ ບໍ່ມີຫົວໃຈຂອງຜູ້ສຳນຶກຜິດແດ່ບໍ; ເຈົ້າຍັງຈະດື້ດ້ານໃນວິທີທາງກະບົດຂອງເຈົ້າຢູ່ບໍ ແລະ ຍັງຈະບໍ່ມີໃຈຈັກໜ້ອຍເລີຍບໍທີ່ຈະເຮັດວຽກຮ່ວມກັບພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າເພີ່ງພໍໃຈ, ບໍ່ດັ່ງນັ້ນແລ້ວ ຄົນໂງ່ທີ່ດື້ດ້ານຄືເຈົ້ານີ້ ກໍຈະຖືກລົງໂທດຢ່າງແນ່ນອນ ແລະ ຈະບໍ່ມີວັນທີ່ຈະຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ຖ້າເປັນແນວນັ້ນ, ເຈົ້າກໍແມ່ນສັດຕູຂອງພຣະເຈົ້າໃນມື້ນີ້ ແລະ ມື້ອື່ນ ແລະ ເຈົ້າກໍຍັງຈະຄົງເປັນສັດຕູຂອງພຣະເຈົ້າໃນມື້ຕໍ່ໆໄປເຊັ່ນດຽວກັນ; ເຈົ້າຈະເປັນປໍລະປັກຕໍ່ພຣະເຈົ້າ ແລະ ເປັນສັດຕູຂອງພຣະເຈົ້າຕະຫຼອດໄປ. ພຣະເຈົ້າຈະປ່ອຍເຈົ້າໄປໄດ້ແນວໃດ? ມັນເປັນທຳມະຊາດຂອງມະນູດ ທີ່ຈະຕໍ່ຕ້ານພຣະເຈົ້າ, ແຕ່ວ່າ ມະນຸດກໍບໍ່ສາມາດຕັ້ງໃຈສະແຫວງຫາ “ຄວາມລັບ” ຂອງການຕໍ່ຕ້ານພຣະເຈົ້າ ຍ້ອນວ່າ ການປ່ຽນແປງທຳມະຊາດຂອງມະນຸດ ແມ່ນວຽກທີ່ຍາກຈະເອົາຊະນະລົງໄດ້. ຖ້າເປັນຄືກໍລະນີນັ້ນ, ເຈົ້າກໍຄວນຈະຍ່າງຈາກໄປດີກວ່າ ກ່ອນທີ່ມັນຈະຊ້າເກີນໄປ, ເພາະຢ້ານວ່າ ການລົງໂທດຂອງເຈົ້າໃນຕໍ່ໜ້າຈະຍິ່ງຮຸນແຮງ ແລະ ຢ້ານວ່າ ທຳມະຊາດທີ່ໂຫດຫ້ຽມຂອງເຈົ້າຈະປະກົດອອກມາ ແລະ ບໍ່ສາມາດທີ່ຈະຄວບຄຸມໄວ້ໄດ້ ຈົນກວ່າວ່າ ພຣະເຈົ້າຈະເຮັດໃຫ້ຮ່າງກາຍດັບສູນລົງໃນທີ່ສຸດ. ເຈົ້າເຊື່ອໃນພຣະເຈົ້າ ເພື່ອໃຫ້ໄດ້ຮັບພອນ; ຖ້າໃນທີ່ສຸດແລ້ວ, ຫາກມີແຕ່ຄວາມໂຊກຮ້າຍເກີດຂື້ນກັບເຈົ້າ ມັນກໍຈະບໍ່ຄຸ້ມຄ່າເລີຍ. ເຮົາຂໍແນະນຳໃຫ້ພວກເຈົ້າສ້າງແຜນອື່ນຂື້ນມາ; ການກະທຳອັນໃດກໍໄດ້ທີ່ດີກວ່າຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ແນ່ນອນວ່າ ມັນຕ້ອງມີຫຼາຍກວ່າໜຶ່ງຊ່ອງທາງນີ້ແມ່ນບໍ? ພວກເຈົ້າຈະບໍ່ສືບຕໍ່ດຳລົງຊີວິດທັງໝົດຄືເກົ່າ ໂດຍປາດສະຈາກການສະແຫວງຫາຄວາມຈິງແມ່ນບໍ? ເປັນຫຍັງຈຶ່ງຕ້ອງດຳລົງຊີວິດໂດຍທີ່ບໍ່ເຫັນດີກັບພຣະເຈົ້າ ໃນລັກສະນະແບບນີ້?

​ກ່ອນ​ນີ້ :ການມີຈິດໃຈທີ່ບໍ່ປ່ຽນແປງຄືການເປັນປໍລະປັກກັບພຣະເຈົ້າ

ຕໍ່​ໄປ:ນິມິດແຫ່ງພາລະກິດຂອງພຣະເຈົ້າ (1)

ເນື່ອຫາທີ່ກ່ຽວຂ້ອງ