ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 20

ຄວາມຮັ່ງມີຂອງຄົວເຮືອນຂອງເຮົາແມ່ນບໍ່ສາມາດນັບໄດ້ ແລະ ບໍ່ສາມາດຢັ່ງເຖິງໄດ້, ແຕ່ມະນຸດກໍບໍ່ເຄີຍມາຫາເຮົາເພື່ອຮັບເອົາສິ່ງເຫຼົ່ານັ້ນຈັກເທື່ອ. ເຂົາບໍ່ສາມາດຮັບເອົາສິ່ງເຫຼົ່ານັ້ນດ້ວຍຕົນເອງ ຫຼື ບໍ່ສາມາດປົກປ້ອງຕົນເອງດ້ວຍຄວາມພະຍາຍາມຂອງເຂົາເອງ; ກົງກັນຂ້າມ ເຂົາໄວ້ວາງໃຈໃນຄົນອື່ນຢູ່ສະເໝີ. ໃນບັນດາຄົນທີ່ເຮົາເຝົ້າເບິ່ງ, ບໍ່ມີໃຜສະແຫວງຫາເຮົາຢ່າງຕັ້ງໃຈ ແລະ ແບບກົງໄປກົງມາ. ພວກເຂົາລ້ວນແລ້ວແຕ່ມາຢູ່ຕໍ່ໜ້າເຮົາຍ້ອນການຊັກຈູງຂອງຄົນອື່ນ, ແລ່ນຕາມຄົນສ່ວນໃຫຍ່ ແລະ ພວກເຂົາບໍ່ເຕັມໃຈທີ່ຈະຈ່າຍລາຄາ ຫຼື ໃຊ້ເວລາເພື່ອເພີ່ມພູນຊີວິດຂອງພວກເຂົາ. ສະນັ້ນ ໃນທ່າມກາງມະນຸດ ບໍ່ມີໃຜເຄີຍດຳລົງຊີວິດຢູ່ໃນຄວາມເປັນຈິງຈັກເທື່ອ ແລະ ທຸກຄົນດຳລົງຊີວິດຢ່າງບໍ່ມີຄວາມໝາຍ. ຍ້ອນວິທີທາງ ແລະ ປະເພນີຂອງມະນຸດທີ່ຖືກຈັດຕັ້ງຂຶ້ນມາແຕ່ດົນ, ຮ່າງກາຍຂອງທຸກຄົນຈຶ່ງເຕັມໄປດ້ວຍກິ່ນອາຍຂອງດິນ. ຜົນຕາມມາກໍຄື ມະນຸດເລີ່ມບໍ່ມີຄວາມຮູ້ສຶກ, ບໍ່ສາມາດຮູ້ສຶກເຖິງຄວາມສິ້ນຫວັງຂອງໂລກ ແລະ ກົງກັນຂ້າມ ເຂົາຫຍຸ້ງຢູ່ກັບການເຮັດໃຫ້ຕົນເອງມີຄວາມສຸກເທິງແຜ່ນດິນໂລກທີ່ເຢືອກເຢັນນີ້. ຊີວິດຂອງມະນຸດບໍ່ມີຄວາມອົບອຸ່ນແມ່ນແຕ່ໜ້ອຍດຽວ ແລະ ປາສະຈາກຮ່ອງຮອຍຂອງມະນຸດ ຫຼື ແສງສະຫວ່າງທັງສິ້ນ, ແຕ່ເຂົາກໍຍັງຕາມໃຈຕົວເອງ, ພວກເຂົາປ່ອຍໃຫ້ຊີວິດໝົດຄຸນຄ່າກັບການດີ້ນລົນໂດຍບໍ່ບັນລຸຫຍັງຈັກຢ່າງ. ໃນພິບຕາດຽວ, ມື້ແຫ່ງຄວາມຕາຍກໍໃກ້ເຂົ້າມາ ແລະ ມະນຸດກໍຕາຍຢ່າງຂົມຂື່ນ. ໃນໂລກນີ້ ເຂົາບໍ່ເຄີຍສຳເລັດຫຍັງເລີຍ ຫຼື ໄດ້ຮັບຫຍັງເລີຍ, ເຂົາພຽງແຕ່ມາ ແລະ ຈາກໄປຢ່າງຮີບດ່ວນ. ໃນສາຍຕາຂອງເຮົາ ບໍ່ມີໃຜໃນບັນດາຄົນເຫຼົ່ານີ້ທີ່ນໍາຫຍັງມາ ຫຼື ນໍາຫຍັງໄປ ແລະ ສະນັ້ນ ມະນຸດຈຶ່ງຮູ້ສຶກວ່າໂລກນີ້ບໍ່ຍຸຕິທຳ. ແຕ່ບໍ່ມີໃຜເຕັມໃຈທີ່ຈະຮີບໜີ. ພວກເຂົາພຽງແຕ່ລໍຖ້າມື້ທີ່ສັນຍາຂອງເຮົາຈາກສະຫວັນຈະລົງມາທ່າມກາງມະນຸດໃນທັນທີທັນໃດ, ໃນເວລາທີ່ພວກເຂົາໄດ້ຫຼົງທາງ ສັນຍານັ້ນກໍຈະເຮັດໃຫ້ພວກເຂົາເບິ່ງເຫັນວິທີທາງແຫ່ງຊີວິດທີ່ນິລັນອີກຄັ້ງ. ສະນັ້ນ ມະນຸດຈຶ່ງຕັ້ງຈິດຕັ້ງໃຈໃສ່ການກະທຳ ແລະ ການປະຕິບັດທຸກຢ່າງຂອງເຮົາເພື່ອເບິ່ງວ່າ ເຮົາໄດ້ຮັກສາສັນຍາທີ່ເຮົາມີຕໍ່ເຂົາແທ້ ຫຼື ບໍ່. ເມື່ອເຂົາຢູ່ທ່າມກາງຄວາມເດືອດຮ້ອນ ຫຼື ໃນຄວາມເຈັບປວດຢ່າງຮຸນແຮງ ຫຼື ອ້ອມລ້ອມໄປດ້ວຍການທົດລອງ ແລະ ໃກ້ຈະລົ້ມລົງ, ມະນຸດກໍສາບແຊ່ງວັນເກີດຂອງເຂົາ ເພື່ອວ່າເຂົາຈະໄດ້ຫຼົບໜີຈາກບັນຫາຂອງເຂົາ ແລະ ຍ້າຍໄປຢູ່ໂລກແຫ່ງອຸດົມຄະຕິໂດຍໄວ. ແຕ່ເມື່ອການທົດລອງໄດ້ຜ່ານໄປ, ມະນຸດກໍເຕັມໄປດ້ວຍຄວາມປິຕິຍິນດີ. ເຂົາສະເຫຼີມສະຫຼອງວັນເກີດຂອງເຂົາເທິງແຜ່ນດິນໂລກ ແລະ ຂໍໃຫ້ເຮົາອວຍພອນວັນເກີດຂອງເຂົາ; ໃນເວລານັ້ນ, ມະນຸດກໍບໍ່ກ່າວເຖິງຄຳສັນຍາຈາກອະດີດອີກເລີຍ ໂດຍຢ້ານຢູ່ເລິກໆວ່າຄວາມຕາຍຈະມາເຖິງເຂົາເປັນຄັ້ງທີສອງ. ເມື່ອມືຂອງເຮົາຍົກແຜ່ນດິນໂລກຂຶ້ນ, ຜູ້ຄົນກໍເຕັ້ນລຳດ້ວຍຄວາມປິຕິຍິນດີ, ພວກເຂົາບໍ່ຮູ້ສຶກໂສກເສົ້າອີກຕໍ່ໄປ ແລະ ພວກເຂົາທຸກຄົນກໍເພິ່ງພາເຮົາ. ເມື່ອເຮົາປົກປິດໃບໜ້າຂອງເຮົາດ້ວຍມືຂອງເຮົາ ແລະ ແນບຜູ້ຄົນລົງພື້ນດິນ, ພວກເຂົາກໍຮູ້ສຶກຫັນໃຈຫອບທັນທີ ແລະ ເກືອບຈະບໍ່ສາມາດເອົາຕົວລອດໄດ້. ພວກເຂົາທຸກຄົນກໍຮ້ອງໄຫ້ຫາເຮົາ ໂດຍຢ້ານວ່າເຮົາຈະທຳລາຍພວກເຂົາ ຍ້ອນວ່າ ພວກເຂົາທຸກຄົນປາຖະໜາທີ່ຈະເຫັນມື້ທີ່ເຮົາໄດ້ຮັບສະຫງ່າລາສີ. ມະນຸດຍຶດມື້ຂອງເຮົາໃຫ້ເປັນທຶນໃນການເປັນຢູ່ຂອງເຂົາ ແລະ ມັນເປັນຍ້ອນວ່າຜູ້ຄົນປາຖະໜາໃຫ້ມື້ແຫ່ງສະຫງ່າລາສີຂອງເຮົາມາເຖິງ ມະນຸດຊາດຈຶ່ງຢູ່ລອດຈົນເຖິງປັດຈຸບັນ. ພອນທີ່ປາກຂອງເຮົາບັນຍັດອອກມາ ແມ່ນໃຫ້ຄົນທີ່ເກີດໃນລະຫວ່າງຍຸກສຸດທ້າຍໂຊກດີພໍທີ່ຈະເຫັນສະຫງ່າລາສີທັງໝົດຂອງເຮົາ.

ທົ່ວທັງຍຸກຕ່າງໆ, ຫຼາຍຄົນໄດ້ຈາກໂລກນີ້ໄປດ້ວຍຄວາມຜິດຫວັງ ແລະ ດ້ວຍຄວາມບໍ່ເຕັມໃຈ ແລະ ຫຼາຍຄົນມາສູ່ໂລກນີ້ດ້ວຍຄວາມຫວັງ ແລະ ຄວາມເຊື່ອ. ເຮົາໄດ້ຈັດກຽມໃຫ້ກັບຫຼາຍຄົນທີ່ຈະມາ ແລະ ໄດ້ສົ່ງຫຼາຍຄົນໃຫ້ຈາກໄປ. ຄົນຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ຜ່ານມືຂອງເຮົາໄປ. ວິນຍານຫຼາຍຕົນໄດ້ຖືກໂຍນຖິ້ມລົງສູ່ແດນມໍລະນາ, ຫຼາຍຄົນໄດ້ດຳລົງຊີວິດໃນເນື້ອໜັງ ແລະ ຫຼາຍຄົນໄດ້ຕາຍ ແລະ ເກີດໃໝ່ເທິງແຜ່ນດິນໂລກ. ແຕ່ບໍ່ເຄີຍມີໃຜທີ່ໄດ້ມີໂອກາດຮັບເອົາພອນແຫ່ງອານາຈັກໃນປັດຈຸບັນ. ເຮົາໄດ້ມອບຫຼາຍສິ່ງໃຫ້ກັບມະນຸດ, ແຕ່ເຂົາໄດ້ຮັບພຽງໜ້ອຍດຽວ, ຍ້ອນການໂຈມຕີຈາກກໍາລັງຂອງຊາຕານໄດ້ເຮັດໃຫ້ເຂົາບໍ່ສາມາດຮັບເອົາຄວາມຮັ່ງມີທັງໝົດຂອງເຮົາໄດ້. ເຂົາມີພຽງແຕ່ໂຊກດີທີ່ໄດ້ຮັບການເຝົ້າເບິ່ງ, ແຕ່ບໍ່ເຄີຍທີ່ຈະສາມາດຊື່ນຊົມຢ່າງສົມບູນຈັກເທື່ອ. ມະນຸດບໍ່ເຄີຍຄົ້ນພົບຄັງສົມບັດໃນຮ່າງກາຍຂອງເຂົາເພື່ອຮັບເອົາຄວາມຮັ່ງມີຂອງສະຫວັນຈັກເທື່ອ ແລະ ສະນັ້ນ ເຂົາກໍໄດ້ສູນເສຍພອນຕ່າງໆທີ່ເຮົາໄດ້ປະທານໃຫ້ກັບເຂົາ. ວິນຍານຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຊື່ອມໂຍງມະນຸດກັບພຣະວິນຍານຂອງເຮົາແທ້ບໍ? ເປັນຫຍັງມະນຸດຈຶ່ງບໍ່ເຄີຍພົວພົນເຮົາດ້ວຍວິນຍານຂອງເຂົາຈັກເທື່ອ? ເປັນຫຍັງເຂົາຈຶ່ງສາມາດຍັບເຂົ້າໃກ້ເຮົາດ້ວຍເນື້ອໜັງ, ແຕ່ບໍ່ສາມາດເຮັດແບບນັ້ນກັບຝ່າຍວິນຍານ? ໃບໜ້າທີ່ແທ້ຈິງຂອງເຮົາແມ່ນມາຈາກເນື້ອໜັງບໍ? ເປັນຫຍັງມະນຸດຈຶ່ງບໍ່ຮູ້ຈັກທາດແທ້ຂອງເຮົາ? ບໍ່ເຄີຍມີຮ່ອງຮອຍກ່ຽວກັບເຮົາໃນວິນຍານຂອງມະນຸດແທ້ບໍ? ເຮົາໄດ້ຫາຍໄປຈາກວິນຍານຂອງມະນຸດໂດຍສົມບູນແລ້ວບໍ? ຖ້າມະນຸດບໍ່ເຂົ້າສູ່ອານາຈັກຝ່າຍວິນຍານ, ເຂົາຈະສາມາດເຂົ້າໃຈເຈດຕະນາຂອງເຮົາໄດ້ແນວໃດ? ໃນສາຍຕາຂອງມະນຸດ ມີຫຍັງບໍທີ່ສາມາດເຂົ້າສູ່ອານາຈັກຝ່າຍວິນຍານໄດ້ໂດຍກົງ? ມີຫຼາຍຄັ້ງທີ່ເຮົາໄດ້ເອີ້ນຫາມະນຸດດ້ວຍພຣະວິນຍານຂອງເຮົາ, ແຕ່ມະນຸດກໍເຮັດຄືກັບວ່າເຂົາຖືກເຮົາແທງ, ຈ້ອງເບິ່ງເຮົາຢູ່ຫ່າງໆ ຍ້ອນຢ້ານຢ່າງໃຫຍ່ວ່າເຮົາຈະນໍາພາເຂົາໄປສູ່ໂລກອີກໃບໜຶ່ງ. ມີຫຼາຍຄັ້ງທີ່ເຮົາໄດ້ສອບຖາມໃນວິນຍານຂອງມະນຸດ, ແຕ່ເຂົາກໍຍັງຄົງບໍ່ຮູ້ເມື່ອ ໂດຍຢ້ານຢ່າງແຮງວ່າເຮົາຈະເຂົ້າໄປໃນເຮືອນຂອງເຂົາ ແລະ ສວຍໂອກາດຍຶດສິ່ງຂອງທັງໝົດຂອງເຂົາ. ສະນັ້ນ ເຂົາຈຶ່ງອັດປະຕູຕັນເຮົາໄວ້ຂ້າງນອກ ໂດຍປ່ອຍໃຫ້ເຮົາບໍ່ພົບຫຍັງເລີຍນອກຈາກປະຕູເຢືອກເຢັນທີ່ອັດແຈບຢ່າງແໜ້ນ. ມີຫຼາຍຄັ້ງທີ່ມະນຸດໄດ້ລົ້ມລົງ ແລະ ເຮົາໄດ້ຊ່ວຍເຫຼືອເຂົາໄວ້, ແຕ່ຫຼັງຈາກຕື່ນຂຶ້ນ ເຂົາກໍຈາກເຮົາໄປທັນທີ ແລະ ຫຼຽວເບິ່ງເຮົາຢ່າງລະແວງ ໂດຍທີ່ຍັງບໍ່ໄດ້ຖືກສຳຜັດກັບຄວາມຮັກຂອງເຮົາເທື່ອ; ເຮົາບໍ່ເຄີຍເຮັດໃຫ້ຫົວໃຈຂອງມະນຸດອົບອຸ່ນເລີຍ. ມະນຸດເປັນສັດທີ່ໄຮ້ຄວາມຮູ້ສຶກ ແລະ ເລືອດເຢັນທີ່ສຸດ. ເຖິງແມ່ນເຂົາໄດ້ຮັບຄວາມອົບອຸ່ນຈາກອ້ອມກອດຂອງເຮົາ, ເຂົາກໍບໍ່ເຄີຍຕື່ນຕັນໃຈຍ້ອນສິ່ງນັ້ນຈັກເທື່ອ. ມະນຸດເໝືອນຄົນປ່າເຖື່ອນທີ່ຢູ່ເທິງພູເຂົາ. ເຂົາບໍ່ເຄີຍເຫັນຄຸນຄ່າຂອງຄວາມຮັກທີ່ເຮົາມີຕໍ່ມະນຸດຊາດ. ເຂົາບໍ່ເຕັມໃຈທີ່ຈະເຂົ້າຫາເຮົາ, ເລືອກທີ່ຈະອາໄສຢູ່ເທິງພູເຂົາ ເຊິ່ງເປັນບ່ອນທີ່ເຂົາອົດກັ້ນຕໍ່ການຂົ່ມຂູ່ຂອງສັດຮ້າຍ, ແຕ່ເຂົາກໍຍັງບໍ່ເຕັມໃຈທີ່ຈະລີ້ໄພໃນຕົວເຮົາ. ເຮົາບໍ່ໄດ້ບັງຄັບມະນຸດຄົນໃດ, ເຮົາພຽງແຕ່ປະຕິບັດພາລະກິດຂອງເຮົາ. ແລ້ວມື້ນັ້ນຈະມາເຖິງ ມື້ທີ່ມະນຸດລອຍຂ້າມມະຫາສະໝຸດທີ່ກວ້າງໃຫຍ່ມາຫາເຮົາ ເພື່ອວ່າ ເຂົາອາດຈະໄດ້ຮັບຄວາມຮັ່ງມີເທິງແຜ່ນດິນໂລກ ແລະ ປະຖິ້ມຄວາມສ່ຽງທີ່ຈະຖືກກືນໂດຍທະເລ.

ໃນຂະນະທີ່ພຣະທຳຂອງເຮົາຖືກເຮັດໃຫ້ສົມບູນ, ອານາຈັກກໍຖືກກໍ່ສ້າງຂຶ້ນເທິງແຜ່ນດິນໂລກເທື່ອລະໜ້ອຍ ແລະ ມະນຸດກໍກັບຄືນສູ່ຄວາມທຳມະດາເທື່ອລະໜ້ອຍ ແລະ ສະນັ້ນ ອານາຈັກໃນຫົວໃຈຂອງເຮົາຈຶ່ງຖືກສ້າງຂຶ້ນເທິງແຜ່ນດິນໂລກ. ໃນອານາຈັກນັ້ນ, ປະຊາຊົນຂອງພຣະເຈົ້າທຸກຄົນຟື້ນຟູຊີວິດຂອງມະນຸດທຳມະດາ. ລະດູໜາວທີ່ໜາວຈັດໄດ້ຈາກໄປ, ແທນດ້ວຍໂລກແຫ່ງເມືອງລະດູໃບໄມ້ປົ່ງ ເຊິ່ງເປັນບ່ອນທີ່ມີລະດູໃບໄມ້ປົ່ງໝົດປີ. ຜູ້ຄົນຈະບໍ່ພົບກັບໂລກທີ່ມືດມົນ ແລະ ໂສກເສົ້າຂອງມະນຸດອີກຕໍ່ໄປ, ພວກເຂົາຈະບໍ່ອົດກັ້ນຕໍ່ຄວາມໜາວເຢັນຂອງໂລກມະນຸດອີກຕໍ່ໄປ. ຜູ້ຄົນບໍ່ຕີກັນ, ປະເທດຕ່າງໆບໍ່ເຮັດສົງຄາມຕໍ່ກັນ, ບໍ່ມີການເຂັນຂ້າ ແລະ ນອງເລືອດຈາກການເຂັນຂ້າກັນອີກຕໍ່ໄປ; ດິນແດນທັງປວງແມ່ນເຕັມໄປດ້ວຍຄວາມສຸກ ແລະ ທຸກຫົນແຫ່ງເຕັມໄປດ້ວຍຄວາມອົບອຸ່ນລະຫວ່າງມະນຸດ. ເຮົາຍ້າຍໄປທົ່ວແຜ່ນດິນໂລກ, ເຮົາມີຄວາມສຸກຈາກເທິງບັນລັງຂອງເຮົາ, ເຮົາດຳລົງຊີວິດຢູ່ທ່າມກາງດວງດາວ. ທູດສະຫວັນພາກັນຖວາຍເພງໃໝ່ ແລະ ການເຕັ້ນລຳໃໝ່ໃຫ້ກັບເຮົາ. ຄວາມອ່ອນແອຂອງພວກເຂົາເອງບໍ່ໄດ້ເຮັດໃຫ້ນໍ້າຕາໄຫຼລົງໃບໜ້າຂອງພວກເຂົາອີກຕໍ່ໄປ. ເຮົາບໍ່ໄດ້ຍິນສຽງທູດສະຫວັນຮ້ອງໄຫ້ຕໍ່ໜ້າເຮົາອີກຕໍ່ໄປ ແລະ ບໍ່ມີໃຜຕໍ່ວ່າເຮົາກ່ຽວກັບຄວາມລໍາບາກອີກຕໍ່ໄປ. ມື້ນີ້ ພວກເຈົ້າທຸກຄົນດຳລົງຊີວິດຢູ່ຕໍ່ໜ້າເຮົາ; ມື້ອື່ນ ພວກເຈົ້າທຸກຄົນຈະມີຊີວິດຢູ່ໃນອານາຈັກຂອງເຮົາ. ສິ່ງນີ້ບໍ່ແມ່ນພອນຍິ່ງໃຫຍ່ທີ່ສຸດທີ່ເຮົາໄດ້ປະທານໃຫ້ກັບມະນຸດບໍ? ຍ້ອນລາຄາທີ່ພວກເຈົ້າຈ່າຍໃນມື້ນີ້, ພວກເຈົ້າຈະໄດ້ຮັບພອນໃນອະນາຄົດ ແລະ ຈະໄດ້ດຳລົງຊີວິດທ່າມກາງສະຫງ່າລາສີຂອງເຮົາ. ພວກເຈົ້າຍັງບໍ່ປາຖະໜາທີ່ຈະປະຕິບັດກັບເນື້ອແທ້ຂອງພຣະວິນຍານຂອງເຮົາບໍ? ພວກເຈົ້າຍັງປາຖະໜາທີ່ຈະຂ້າຕົນເອງບໍ? ຜູ້ຄົນເຕັມໃຈທີ່ຈະສະແຫວງຫາຄໍາໝັ້ນສັນຍາທີ່ພວກເຂົາສາມາດເຫັນ ເຖິງແມ່ນສິ່ງເຫຼົ່ານັ້ນຈະບໍ່ໝັ້ນຄົງ, ແຕ່ບໍ່ມີໃຜເຕັມໃຈທີ່ຈະຮັບເອົາສັນຍາແຫ່ງມື້ອື່ນ ເຖິງແມ່ນສິ່ງເຫຼົ່ານັ້ນຈະໝັ້ນຄົງຕະຫຼອດໄປ. ສິ່ງຕ່າງໆທີ່ມະນຸດສາມາດເຫັນໄດ້ແມ່ນສິ່ງ ທີ່ເຮົາຈະທຳລາຍລ້າງ ແລະ ສິ່ງຕ່າງໆທີ່ມະນຸດເຂົ້າໃຈໄດ້ຍາກແມ່ນສິ່ງທີ່ເຮົາຈະເຮັດໃຫ້ສຳເລັດ. ນີ້ແມ່ນຄວາມແຕກຕ່າງລະຫວ່າງພຣະເຈົ້າ ແລະ ມະນຸດ.

ມະນຸດໄດ້ນັບມື້ຂອງເຮົາ, ແຕ່ບໍ່ມີໃຜຮູ້ຈັກມື້ທີ່ແນ່ນອນ ແລະ ສະນັ້ນ ມະນຸດຈຶ່ງພຽງແຕ່ສາມາດດຳລົງຊີວິດທ່າມກາງຄວາມມຶນມົວເທົ່ານັ້ນ. ຍ້ອນຄວາມປາຖະໜາຂອງມະນຸດດັງກ້ອງໄປທົ່ວທ້ອງຟ້າຢ່າງບໍ່ມີຂອບເຂດ ແລະ ຫຼັງຈາກນັ້ນກໍຫາຍໄປ, ມະນຸດຈຶ່ງສູນເສຍຄວາມຫວັງຄັ້ງແລ້ວຄັ້ງເລົ່າ ຈົນວ່າເຂົາໄດ້ຕົກຢູ່ໃນສະຖານະການປັດຈຸບັນຂອງເຂົາ. ເປົ້າໝາຍຂອງຖ້ອຍຄຳຂອງເຮົາບໍ່ແມ່ນເພື່ອເຮັດໃຫ້ມະນຸດສະແຫວງຫາວັນທີ ຫຼື ຂັບເຄື່ອນເຂົາໄປສູ່ຄວາມພິນາດຂອງເຂົາເອງ ຍ້ອນຄວາມໝົດຫວັງຂອງເຂົາ. ເຮົາປາຖະໜາທີ່ຈະເຮັດໃຫ້ມະນຸດຍອມຮັບສັນຍາຂອງເຮົາ ແລະ ເຮົາປາຖະໜາທີ່ຈະໃຫ້ຜູ້ຄົນທົ່ວແຜ່ນດິນໂລກມີສ່ວນແບ່ງໃນສັນຍາຂອງເຮົາ. ສິ່ງທີ່ເຮົາຕ້ອງການແມ່ນສິ່ງມີຊີວິດທີ່ເຕັມໄປດ້ວຍຊີວິດ, ບໍ່ແມ່ນຊາກສົບທີ່ຈົມຢູ່ໃນຄວາມຕາຍ. ເມື່ອເຮົາເນີ້ງລົງເທິງໂຕະໃນອານາຈັກ, ເຮົາຈະບັນຊາທຸກຄົນເທິງແຜ່ນດິນໂລກໃຫ້ຮັບເອົາການກວດສອບຂອງເຮົາ. ເຮົາບໍ່ຍອມໃຫ້ມີສິ່ງເປິເປື້ອນຢູ່ຕໍ່ໜ້າເຮົາ. ເຮົາບໍ່ຍອມໃຫ້ມະນຸດແຊກແຊງໃນພາລະກິດຂອງເຮົາ; ທຸກຄົນທີ່ແຊກແຊງພາລະກິດຂອງເຮົາຈະຖືກໂຍນລົງຄຸກໃຕ້ດິນ ແລະ ຫຼັງຈາກທີ່ພວກເຂົາຖືກປ່ອຍອອກມາ ພວກເຂົາກໍຍັງຈະຖືກລ້ອມໄປດ້ວຍໄພພິບັດ, ຖືກໄຟເຜົາໄໝ້ເທິງແຜ່ນດິນໂລກ. ເມື່ອເຮົາເປັນເນື້ອໜັງທີ່ບັງເກີດເປັນມະນຸດ ໃຜກໍຕາມທີ່ໂຕ້ຖຽງກັບເນື້ອໜັງຂອງເຮົາກ່ຽວກັບພາລະກິດຂອງເຮົາ ຄົນນັ້ນກໍຈະຖືກເຮົາກຽດຊັງ. ມີຫຼາຍຄັ້ງທີ່ເຮົາໄດ້ເຕືອນມະນຸດທຸກຄົນວ່າເຮົາບໍ່ມີຍາດພີ່ນ້ອງເທິງແຜ່ນດິນໂລກ ແລະ ໃຜກໍຕາມທີ່ເບິ່ງເຮົາຢ່າງເທົ່າທຽມ ແລະ ດຶງເຮົາເຂົ້າຫາພວກເຂົາເພື່ອວ່າພວກເຂົາຈະໄດ້ລະລຶກເຖິງຄວາມຫຼັງທີ່ເຂົາມີກັບເຮົາ, ພວກເຂົາຈະຕົກຢູ່ໃນຄວາມພິນາດ. ນີ້ແມ່ນສິ່ງທີ່ເຮົາສັ່ງ. ໃນເລື່ອງດັ່ງກ່າວ ເຮົາຈະບໍ່ຜ່ອນຜັນໃຫ້ກັບມະນຸດແມ່ນແຕ່ໜ້ອຍດຽວ. ທຸກຄົນທີ່ແຊກແຊງໃນພາລະກິດຂອງເຮົາ ແລະ ໃຫ້ຄຳປຶກສາແກ່ເຮົາແມ່ນຈະຖືກເຮົາຂ້ຽນຕີ ແລະ ຈະບໍ່ໄດ້ຮັບການອະໄພຈາກເຮົາ. ຖ້າເຮົາບໍ່ເວົ້າຢ່າງແຈ່ມແຈ້ງ, ມະນຸດກໍຈະບໍ່ຮູ້ສຶກຕົວຈັກເທື່ອ ແລະ ຈະຕົກລົງສູ່ການຂ້ຽນຕີຂອງເຮົາໂດຍບໍ່ໄດ້ຕັ້ງໃຈ, ນັ້ນກໍເພາະວ່າ ມະນຸດບໍ່ຮູ້ຈັກເຮົາທີ່ຢູ່ໃນເນື້ອໜັງ.

ວັນທີ 20 ມີນາ 1992

​ກ່ອນ​ນີ້ :ບົດທີ 19

ຕໍ່​ໄປ:ບົດທີ 21

ເນື່ອຫາທີ່ກ່ຽວຂ້ອງ