ບົດທີ 39
ໃນແຕ່ລະມື້ ເຮົາເຄື່ອນໄຫວເໜືອຈັກກະວານ, ສັງເກດສິ່ງທັງປວງທີ່ສ້າງຂຶ້ນໂດຍມືຂອງເຮົາ. ທີ່ພັກຜ່ອນຂອງເຮົາແມ່ນຢູ່ເທິງສະຫວັນ ແລະ ຂ້າງລຸ່ມແມ່ນດິນແດນທີ່ເຮົາເຄື່ອນໄຫວໄປມາ. ເຮົາປົກຄອງທຸກສິ່ງໃນທ່າມກາງສິ່ງທັງປວງ, ເຮົາບັນຊາທຸກສິ່ງໃນທ່າມກາງສິ່ງທັງປວງ, ເຮັດໃຫ້ທຸກສິ່ງທີ່ມີຢູ່ນັ້ນປະຕິບັດຕາມກົດເກນທຳມະຊາດ ແລະ ຢູ່ພາຍໃຕ້ຄຳສັ່ງຂອງທຳມະຊາດ. ເພາະເຮົາລັງກຽດຄົນທີ່ບໍ່ເຊື່ອຟັງ ແລະ ລັງກຽດຄົນທີ່ຕໍ່ຕ້ານເຮົາ ແລະ ບໍ່ຍອມຢູ່ໃນໝວດຂອງຕົວເອງ, ເຮົາຈະເຮັດໃຫ້ທຸກສິ່ງຍອມຕໍ່ການຈັດແຈງຂອງເຮົາ ໂດຍບໍ່ມີການຕໍ່ຕ້ານ, ເຮົາຈະເຮັດໃຫ້ທຸກສິ່ງຂ້າງເທິງ ແລະ ພາຍໃນຈັກກະວານມີລະບຽບ. ຜູ້ໃດແດ່ຍັງກ້າຕໍ່ຕ້ານເຮົາຢ່າງຕາມໃຈ? ຜູ້ໃດກ້າບໍ່ເຊື່ອຟັງການຈັດແຈງໂດຍມືຂອງເຮົາບໍ? ມະນຸດຈະມີ “ຄວາມສົນໃຈ” ກະບົດຕໍ່ເຮົາໄດ້ແນວໃດ? ເຮົາຈະນໍາຜູ້ຄົນມາຢູ່ຕໍ່ໜ້າ “ບັນພະບຸລຸດ” ຂອງພວກເຂົາ, ຈະເຮັດໃຫ້ບັນພະບຸລຸດຂອງພວກເຂົານໍາພາພວກເຂົາຄືນສູ່ຄອບຄົວຂອງພວກເຂົາ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ກະບົດຕໍ່ບັນພະບຸລຸດຂອງພວກເຂົາ ແລະ ກັບຄືນມາຢູ່ຂ້າງເຮົາ. ສິ່ງດັ່ງກ່າວແມ່ນແຜນການຂອງເຮົາ. ໃນປັດຈຸບັນ, ພຣະວິນຍານຂອງເຮົາເຄື່ອນໄຫວທົ່ວແຜ່ນດິນໂລກ, ກຳນົດຕົວເລກໃຫ້ກັບຜູ້ຄົນທຸກປະເພດ, ເຮັດເຄື່ອງໝາຍທີ່ແຕກຕ່າງກັນກັບຄົນທຸກປະເພດ, ເພື່ອວ່າບັນພະບຸລຸດຂອງພວກເຂົາຈະສາມາດນໍາພາພວກເຂົາກັບຄືນສູ່ຄອບຄົວຂອງພວກເຂົາໄດ້ຢ່າງສຳເລັດ ແລະ ເຮົາຈະບໍ່ຈຳເປັນຕ້ອງສືບຕໍ່ “ກັງວົນ” ກ່ຽວກັບພວກເຂົາ ເຊິ່ງເປັນສິ່ງທີ່ໜ້າລຳຄານທີ່ສຸດ; ສະນັ້ນ ເຮົາຍັງຈະແບ່ງວຽກງານ ແລະ ປະທານຄວາມພະຍາຍາມໃຫ້ອີກດ້ວຍ. ນີ້ແມ່ນສ່ວນໜຶ່ງຂອງແຜນການຂອງເຮົາ ແລະ ບໍ່ສາມາດຖືກຂັດຂວາງໂດຍມະນຸດຄົນໃດໄດ້. ເຮົາຈະເລືອກຕົວແທນທີ່ເໝາະສົມຈາກທຸກສິ່ງທີ່ມີຢູ່ເພື່ອຄຸ້ມຄອງສິ່ງທັງປວງ, ເຮັດໃຫ້ເກີດການຍອມຮັບຢ່າງເປັນລະບົບລະບຽບຂອງທຸກສິ່ງຕໍ່ໜ້າເຮົາ. ເຮົາພະເນຈອນຢູ່ເທິງສະຫວັນຢູ່ເລື້ອຍໆ ແລະ ຍ່າງຢູ່ລຸ່ມສະຫວັນສະເໝີ. ເມື່ອໄດ້ເຫັນແຜ່ນດິນໂລກອັນກວ້າງໃຫຍ່ທີ່ມີຜູ້ຄົນມາໄປ, ສັງເກດເຫັນມະນຸດຊາດບຽດບຽນກັນຢ່າງໜາແໜ້ນເທິງແຜ່ນດິນໂລກ ແລະ ເຫັນຝູງນົກ ແລະ ສັດເດຍລະສານທີ່ອາໄສຢູ່ແຜ່ນດິນໂລກ, ເຮົາບໍ່ສາມາດເຮັດຫຍັງໄດ້ ນອກຈາກຮູ້ສຶກເສົ້າໃຈ. ໃນເວລາແຫ່ງການເນລະມິດສ້າງ, ຍ້ອນເຮົາສ້າງທຸກສິ່ງຂຶ້ນ ແລະ ທຸກສິ່ງລ້ວນແລ້ວແຕ່ປະຕິບັດໜ້າທີ່ໃນຕໍາແໜ່ງຂອງໃຜມັນພາຍໃຕ້ການຈັດແຈງຂອງເຮົາ, ເຮົາຫົວຈາກເບື້ອງເທິງ ແລະ ເມື່ອທຸກສິ່ງທີ່ຢູ່ພາຍໃຕ້ສະຫວັນໄດ້ຍິນສຽງຫົວຂອງເຮົາ, ພວກເຂົາກໍຖືກດົນບັນດານທັນທີ, ຍ້ອນໃນຊ່ວງເວລານີ້ ກິດຈະການທີ່ຍິ່ງໃຫຍ່ຂອງເຮົາຖືກເຮັດໃຫ້ສຳເລັດແລ້ວ. ເຮົາເພີ່ມສະຕິປັນຍາຂອງສະຫວັນເຂົ້າໃນມະນຸດ, ເຮັດໃຫ້ເຂົາເປັນຕົວແທນໃຫ້ກັບເຮົາທ່າມກາງສິ່ງທັງປວງ, ຍ້ອນເຮົາສ້າງມະນຸດເພື່ອໃຫ້ເຂົາເປັນຕົວແທນຂອງເຮົາ, ບໍ່ແມ່ນບໍ່ເຊື່ອຟັງເຮົາ ແຕ່ສັນລະເສີນເຮົາໃນສ່ວນເລິກຂອງຫົວໃຈຂອງເຂົາ. ແລ້ວຜູ້ໃດຈະສາມາດເຮັດໃຫ້ພຣະທຳທີ່ງ່າຍດາຍເຫຼົ່ານີ້ສຳເລັດໄດ້? ເປັນຫຍັງມະນຸດຈຶ່ງເກັບຫົວໃຈຂອງເຂົາໄວ້ສໍາລັບຕົວເຂົາເອງຢູ່ສະເໝີ? ຫົວໃຈຂອງເຂົາບໍ່ແມ່ນເພື່ອເຮົາບໍ? ບໍ່ແມ່ນວ່າເຮົາຮຽກຮ້ອງຈາກມະນຸດໂດຍບໍ່ມີເງື່ອນໄຂ, ແຕ່ເຂົາເປັນຂອງເຮົາຢູ່ຕະຫຼອດເວລາ. ເຮົາຈະມອບສິ່ງທີ່ເປັນຂອງເຮົາໃຫ້ກັບຄົນອື່ນເສີຍໆໄດ້ແນວໃດ? ເຮົາຈະມອບ “ເຄື່ອງນຸ່ງ” ທີ່ເຮົາສ້າງຂຶ້ນມາໃຫ້ຄົນອື່ນສວມໃສ່ໄດ້ແນວໃດ? ໃນສາຍຕາຂອງຜູ້ຄົນ, ມັນເປັນຄືກັບວ່າເຮົາເປັນບ້າໄປແລ້ວ, ເປັນຄົນປ່ວຍທາງຈິດ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບວິທີທາງຂອງມະນຸດ, ມັນເປັນຄືກັບວ່າເຮົາປັນຍາອ່ອນ. ດ້ວຍເຫດນັ້ນ ຜູ້ຄົນຈຶ່ງຫຼຽວເບິ່ງເຮົາວ່າເປັນຄົນໂງ່ສະເໝີ ແລະ ພວກເຂົາບໍ່ເຄີຍຮັກເຮົາຢ່າງແທ້ຈິງເລີຍ. ຍ້ອນທຸກສິ່ງທີ່ມະນຸດເຮັດແມ່ນເພື່ອລໍ້ລວງເຮົາ, ເຮົາຈຶ່ງທຳລາຍມະນຸດຊາດທັງປວງດ້ວຍອາລົມທີ່ໂກດຮ້າຍ. ໃນບັນດາທຸກສິ່ງທີ່ເຮົາໄດ້ສ້າງຂຶ້ນ, ມີພຽງແຕ່ມະນຸດຊາດທີ່ພະຍາຍາມຊອກຫາວິທີເພື່ອຫຼອກລວງເຮົາຢູ່ສະເໝີ ແລະ ມັນເປັນຍ້ອນສິ່ງນີ້ເທົ່ານັ້ນ ເຮົາຈຶ່ງເວົ້າວ່າ ມະນຸດເປັນ “ຜູ້ປົກຄອງ” ສິ່ງທັງປວງ.
ໃນປັດຈຸບັນ ເຮົາໄດ້ໂຍນທຸກຄົນສູ່ “ເຕົາຫຼໍ່ໃຫຍ່” ເພື່ອຖືກຫຼໍ່ຫຼອມ. ເຮົາຢືນຂຶ້ນສູງ ແລະ ຫຼຽວເບິ່ງຢ່າງໃກ້ຊິດ ໃນຂະນະທີ່ພວກເຂົາເຜົາໄໝ້ໃນໄຟ ແລະ ເມື່ອຖືກບີບບັງຄັບດ້ວຍແປວໄຟ ຜູ້ຄົນກໍຄາຍຄວາມຈິງອອກມາ. ນີ້ແມ່ນໜຶ່ງໃນວິທີການທີ່ເຮົາປະຕິບັດພາລະກິດ. ຖ້າມັນບໍ່ເປັນແບບນັ້ນ, ຜູ້ຄົນຈະກ່າວອ້າງວ່າຕົນເອງ “ຖ່ອມຕົວ” ແລະ ບໍ່ມີໃຜເຕັມໃຈທີ່ຈະເປັນຄົນທຳອິດເປີດປາກຂອງພວກເຂົາເພື່ອເວົ້າເຖິງປະສົບການຂອງພວກເຂົາເອງ, ທຸກຄົນແມ່ນໄດ້ແຕ່ຫຼຽວເບິ່ງໜ້າກັນ. ນີ້ແມ່ນແກ້ວຜະລຶກແຫ່ງສະຕິປັນຍາຂອງເຮົາແທ້ຈິງ, ຍ້ອນເຮົາໄດ້ກຳນົດບັນຫາຂອງປັດຈຸບັນກ່ອນຍຸກຕ່າງໆແລ້ວ. ສະນັ້ນ ຜູ້ຄົນຈຶ່ງເຂົ້າສູ່ເຕົາຫຼໍ່ໂດຍບໍ່ຮູ້ຕົວ ຄືກັບວ່າ ພວກເຂົາຖືກຈູງດ້ວຍເຊືອກ, ຄືກັບວ່າ ພວກເຂົາເລີ່ມມຶນຊາ. ບໍ່ມີໃຜສາມາດຫຼົບໜີຈາກການໂຈມຕີຂອງແປວໄຟ, ພວກເຂົາ “ໂຈມຕີ” ກັນເອງ, ພວກເຂົາ “ແລ່ນໄປມາດ້ວຍຄວາມຍິນດີ”, ຍັງກັງວົນໃຈກ່ຽວກັບໂຊກຊະຕາຂອງພວກເຂົາທີ່ຢູ່ໃນເຕົາຫຼໍ່ ໂດຍຢ້ານຢ່າງເລິກໆວ່າພວກເຂົາຈະຖືກເຜົາໄໝ້ຈົນຕາຍ. ເມື່ອເຮົາກໍ່ໄຟ, ມັນກໍລຸກໄໝ້ທັນທີ, ພຸ່ງຂຶ້ນສູ່ທ້ອງຟ້າ ແລະ ແປວໄຟກໍເກາະເສື້ອຄຸມຂອງເຮົາຢູ່ເລື້ອຍໆ ຄືກັບວ່າ ພະຍາຍາມດຶງມັນເຂົ້າສູ່ເຕົາຫຼໍ່. ຜູ້ຄົນຈ້ອງຕາເບິ່ງເຮົາ. ທັນທີທັນໃດ, ເຮົາກໍຕິດຕາມໄຟໄປສູ່ເຕົາຫຼໍ່ ແລະ ໃນຊ່ວງເວລານີ້ ແປວໄຟກໍລຸກໄໝ້ ແລະ ຜູ້ຄົນກໍຮ້ອງອອກມາ. ເຮົາຍ່າງໄປມາທ່າມກາງແປວໄຟ. ແປວໄຟຮ້ອນຫຼາຍ, ແຕ່ພວກມັນບໍ່ໄດ້ມີເຈດຕະນາທີ່ຈະທຳຮ້າຍເຮົາ ແລະ ເຮົາມອບເສື້ອຄຸມຂອງເຮົາທີ່ຄຸມຮ່າງກາຍຂອງເຮົາໃຫ້ກັບແປວໄຟອີກຄັ້ງໜຶ່ງ, ແຕ່ມັນກໍຢູ່ຫ່າງຈາກເຮົາ. ເມື່ອນັ້ນ ຜູ້ຄົນຈຶ່ງຈະເຫັນໃບໜ້າທີ່ແທ້ຈິງຂອງເຮົາຢ່າງຊັດເຈນ ຍ້ອນແສງແປວໄຟນັ້ນ. ເພາະພວກເຂົາຢູ່ທ່າມກາງການເຜົາໄໝ້ຂອງເຕົາໄຟ, ພວກເຂົາຈຶ່ງໜີໄປທົ່ວສາລະທິດ ຍ້ອນໃບໜ້າຂອງເຮົາ ແລະ ເຕົາຫຼໍ່ໄດ້ເລີ່ມ “ຟົດ” ຂຶ້ນ. ທຸກຄົນທີ່ຢູ່ໃນແປວໄຟໄດ້ເຫັນເຖິງບຸດມະນຸດ ຜູ້ທີ່ຖືກຫຼໍ່ຫຼອມໃນແປວໄຟ. ເຖິງແມ່ນເສື້ອຜ້າເທິງຮ່າງກາຍຂອງພຣະອົງນັ້ນທຳມະດາ, ພວກມັນກໍມາຈາກຄວາມສວຍງາມທີ່ສຸດ; ເຖິງແມ່ນເກີບທີ່ຢູ່ໃນຕີນຂອງພຣະອົງບໍ່ໄດ້ພິເສດຫຍັງ, ພວກມັນກໍເຮັດໃຫ້ເກີດຄວາມອິດສາຫຼາຍ; ແສງໄຟໄໝ້ເປັ່ງປະກາຍອອກຈາກໃບໜ້າຂອງພຣະອົງ, ຕາຂອງພຣະອົງເຫຼື້ອມຍິບໆ ແລະ ມັນເບິ່ງຄືກັບວ່າ ເປັນຍ້ອນແສງສະຫວ່າງທີ່ຢູ່ຕາຂອງພຣະອົງ, ຜູ້ຄົນຈຶ່ງໄດ້ເຫັນໃບໜ້າທີ່ແທ້ຈິງຂອງພຣະອົງຢ່າງຊັດເຈນ. ຜູ້ຄົນຕົກໃຈຢ້ານ ແລະ ພວກເຂົາເຫັນເສື້ອຜ້າສີຂາວທີ່ປົກຄຸມຮ່າງກາຍຂອງພຣະອົງ ແລະ ຜົມຂອງພຣະອົງ ຂາວຄືກັບຂົນແກະທີ່ຍາວລົງສູ່ບ່າໄຫຼ່ຂອງພຣະອົງ. ໂດຍສະເພາະແລ້ວ ສາຍຮັດສີທອງທີ່ອ້ອມເອິກຂອງພຣະອົງສະທ້ອນແສງສະຫວ່າງຈົນເຫຼື້ອມຕາ, ໃນຂະນະທີ່ເກີບຢູ່ໃນຕີນຂອງພຣະອົງກໍຍິ່ງໜ້າປະທັບໃຈ. ຍ້ອນເກີບທີ່ບຸດມະນຸດສວມໃສ່ນັ້ນຍັງຢູ່ທ່າມກາງແປວໄຟ, ຜູ້ຄົນຈຶ່ງເຊື່ອວ່າພວກມັນເປັນສິ່ງທີ່ມະຫັດສະຈັນ. ພຽງແຕ່ເມື່ອມີການຮ້ອງເຈັບປວດຂຶ້ນ, ຜູ້ຄົນຈຶ່ງໄດ້ເຫັນປາກຂອງບຸດມະນຸດ. ເຖິງແມ່ນພວກເຂົາຢູ່ທ່າມກາງການຫຼໍ່ຫຼອມແຫ່ງໄຟ, ພວກເຂົາກໍບໍ່ເຂົ້າໃຈພຣະທຳໃດໆຈາກປາກຂອງບຸດມະນຸດ ແລະ ດ້ວຍເຫດນັ້ນ ໃນຊ່ວງເວລານີ້ ພວກເຂົາຈຶ່ງບໍ່ໄດ້ຍິນສຽງອ່ອນຫວານຂອງບຸດມະນຸດ, ແຕ່ເຫັນດາບແຫຼມຄົມທີ່ຢູ່ພາຍໃນປາກຂອງພຣະອົງ ແລະ ພຣະອົງກໍບໍ່ເວົ້າຫຍັງອີກ, ແຕ່ດາບຂອງພຣະອົງໄດ້ເຮັດໃຫ້ມະນຸດເຈັບປວດ. ອ້ອມລ້ອມໄປດ້ວຍແປວໄຟ, ຜູ້ຄົນທົນທຸກກັບຄວາມເຈັບປວດ. ຍ້ອນຄວາມຢາກຮູ້ຢາກເຫັນຂອງພວກເຂົາ, ພວກເຂົາຈຶ່ງສືບຕໍ່ເບິ່ງການປາກົດຕົວຢ່າງເໜືອທໍາມະຊາດຂອງບຸດມະນຸດ ແລະ ພຽງແຕ່ໃນຊ່ວງເວລານີ້ ພວກເຂົາຈຶ່ງຄົ້ນພົບວ່າ ດາວເຈັດດວງທີ່ຢູ່ໃນມືຂອງພຣະອົງນັ້ນໄດ້ຫາຍໄປແລ້ວ. ຍ້ອນບຸດມະນຸດຢູ່ໃນເຕົາຫຼໍ່ ແລະ ບໍ່ໄດ້ຢູ່ເທິງແຜ່ນດິນໂລກ, ດາວເຈັດດວງທີ່ຢູ່ໃນມືຂອງພຣະອົງຈຶ່ງຖືກຮັບເອົາໄປ, ນັ້ນກໍຍ້ອນວ່າ ພວກມັນເປັນພຽງການອຸປະມາ. ໃນຊ່ວງເວລານີ້, ພວກມັນບໍ່ຖືກກ່າວເຖິງອີກຕໍ່ໄປ, ແຕ່ຖືກກຳນົດໃຫ້ຢູ່ໃນສ່ວນຕ່າງໆຂອງບຸດມະນຸດ. ໃນຄວາມຊົງຈຳຂອງຜູ້ຄົນ, ດາວເຈັດດວງເຮັດໃຫ້ເຂົາບໍ່ສະບາຍໃຈ. ໃນປັດຈຸບັນ, ເຮົາບໍ່ເຮັດສິ່ງຕ່າງໆໃຫ້ຫຍຸ້ງຍາກສຳລັບມະນຸດອີກຕໍ່ໄປ, ເຮົານໍາເອົາດາວເຈັດດວງໄປຈາກບຸດມະນຸດ ແລະ ໂຮມທຸກສ່ວນຂອງບຸດມະນຸດໃຫ້ກາຍເປັນໜຶ່ງ. ມີພຽງແຕ່ໃນຊ່ວງເວລານີ້ເທົ່ານັ້ນ ມະນຸດຈຶ່ງເຫັນເຖິງການປາກົດຕົວທັງໝົດຂອງເຮົາ. ຜູ້ຄົນຈະບໍ່ແຍກພຣະວິນຍານຂອງເຮົາອອກຈາກເນື້ອໜັງຂອງເຮົາອີກຕໍ່ໄປ, ຍ້ອນເຮົາໄດ້ອອກຈາກແຜ່ນດິນໂລກຂຶ້ນສູ່ທີ່ສູງແລ້ວ. ຜູ້ຄົນໄດ້ເຫັນເຖິງໃບໜ້າທີ່ແທ້ຈິງຂອງເຮົາ, ພວກເຂົາບໍ່ເຮັດໃຫ້ເຮົາແຕກຫັກອີກຕໍ່ໄປ ແລະ ເຮົາກໍບໍ່ທົນທຸກກັບການປະນາມຂອງມະນຸດອີກຕໍ່ໄປ. ຍ້ອນເຮົາຍ່າງເຂົ້າສູ່ເຕົາຫຼໍ່ໃຫຍ່ຄຽງຂ້າງກັບມະນຸດ, ເຂົາຈຶ່ງຍັງຕ້ອງໄດ້ເພິ່ງພາເຮົາ, ໃນຄວາມສໍານຶກຂອງເຂົາ, ເຂົາຮູ້ສຶກເຖິງການເປັນຢູ່ຂອງເຮົາ. ສະນັ້ນ ທຸກສິ່ງທີ່ເປັນທອງຄຳບໍລິສຸດຈຶ່ງໄດ້ໂຮມຢູ່ກັບເຮົາໃນທ່າມກາງການເຜົາໄໝ້ຂອງໄຟ ເຊິ່ງເປັນຊ່ວງເວລາທີ່ແຕ່ລະຄົນຖືກຈັດແບ່ງຕາມປະເພດຂອງໃຜລາວ. ເຮົາຈັດແບ່ງ “ໂລຫະ” ແຕ່ລະປະເພດ, ເຮັດໃຫ້ພວກມັນທັງໝົດກັບຄືນສູ່ຄອບຄົວຂອງພວກມັນ ແລະ ມີແຕ່ໃນຕອນນີ້ ທຸກສິ່ງຈຶ່ງເລີ່ມຟື້ນຄືນອີກຄັ້ງ...
ມັນເປັນຍ້ອນມະນຸດມີມົນທິນຫຼາຍ ເຮົາຈຶ່ງໂຍນເຂົາເຂົ້າສູ່ເຕົາຫຼໍ່ເພື່ອໃຫ້ຖືກເຜົາໄໝ້. ແຕ່ເຂົາກໍບໍ່ໄດ້ຖືກທຳລາຍໂດຍແປວໄຟ, ແຕ່ຖືກຫຼໍ່ຫຼອມ ເຮົາຈຶ່ງພໍໃຈໃນຕົວເຂົາ, ຍ້ອນສິ່ງທີ່ເຮົາຕ້ອງການແມ່ນມາຈາກທອງຄຳບໍລິສຸດ ໂດຍບໍ່ມີສິ່ງເຈືອປົນ, ບໍ່ແມ່ນສິ່ງທີ່ສົກກະປົກ ແລະ ເປິເປື້ອນ. ຜູ້ຄົນບໍ່ເຂົ້າໃຈຄວາມຮູ້ສຶກຂອງເຮົາ, ສະນັ້ນກ່ອນທີ່ຈະປີນຂຶ້ນ “ໂຕະຜ່າຕັດ” ພວກເຂົາກໍເຕັມໄປດ້ວຍຄວາມວິຕົກກັງວົນ, ຄືກັບວ່າ ຫຼັງຈາກທີ່ໄດ້ຜ່າຕັດພວກເຂົາແລ້ວ ເຮົາຈະສັງຫານພວກເຂົາຢູ່ທີ່ນັ້ນ ແລະ ແລ້ວພວກເຂົາກໍຈະນອນຕາຍຢູ່ເທິງໂຕະຜ່າຕັດ. ເຮົາເຂົ້າໃຈຄວາມຮູ້ສຶກຂອງຜູ້ຄົນ ແລະ ສະນັ້ນ ເຮົາຈຶ່ງເບິ່ງຄືກັບວ່າເປັນສະມາຊິກຂອງມະນຸດຊາດ. ເຮົາເຫັນໃຈ “ຄວາມໂຊກຮ້າຍ” ຂອງມະນຸດຫຼາຍ ແລະ ເຮົາບໍ່ຮູ້ວ່າເປັນຫຍັງມະນຸດຈຶ່ງ “ລົ້ມປ່ວຍ”. ຖ້າເຂົາສຸຂະພາບດີ ແລະ ບໍ່ມີຄວາມຜິດປົກກະຕິ, ຈຳເປັນຫຍັງທີ່ຈະຕ້ອງຈ່າຍລາຄາ ແລະ ໃຊ້ເວລາຢູ່ເທິງໂຕະຜ່າຕັດ? ແຕ່ຄວາມຈິງບໍ່ສາມາດຖອນຄືນໄດ້, ຜູ້ໃດບອກໃຫ້ມະນຸດບໍ່ສົນໃຈ “ການອະນາໄມອາຫານ?” ຜູ້ໃດບອກເຂົາບໍ່ໃຫ້ສົນໃຈກັບການມີສຸຂະພາບທີ່ດີ? ໃນປັດຈຸບັນ, ເຮົາມີທາງອື່ນເລືອກຢູ່ບໍ? ເພື່ອສະແດງຄວາມເຫັນໃຈຂອງເຮົາສຳລັບມະນຸດ, ເຮົາຈຶ່ງເຂົ້າສູ່ “ຫ້ອງຜ່າຕັດ” ພ້ອມກັບເຂົາ ແລະ ຜູ້ໃດບອກເຮົາໃຫ້ຮັກມະນຸດ? ສະນັ້ນ ເຮົາຈຶ່ງຈັບ “ມີດຜ່າຕັດ” ດ້ວຍຕົນເອງ ແລະ ເລີ່ມ “ຜ່າຕັດ” ມະນຸດເພື່ອປ້ອງກັນຜົນທີ່ຈະຕາມມາ. ຍ້ອນຄວາມຊື່ສັດຂອງເຮົາຕໍ່ມະນຸດ, ຜູ້ຄົນຮ້ອງໄຫ້ທ່າມກາງຄວາມເຈັບປວດເພື່ອສະແດງຄວາມກະຕັນຍູຕໍ່ເຮົາ. ຜູ້ຄົນເຊື່ອວ່າ ເຮົາໃຫ້ຄຸນຄ່າກັບຄວາມຊອບທໍາ, ເຮົາຈະຍື່ນມືຊ່ວຍເຫຼືອ ເມື່ອ “ໝູ່ເພື່ອນ” ຂອງເຮົາລໍາບາກ ແລະ ຜູ້ຄົນຍິ່ງຕື່ນຕັນໃຈກັບຄວາມເມດຕາຂອງເຮົາ ແລະ ເວົ້າວ່າ ພວກເຂົາຈະສົ່ງ “ຂອງຂວັນ” ໃຫ້ກັບເຮົາ ເມື່ອຄວາມເຈັບປ່ວຍຖືກປິ່ນປົວແລ້ວ, ແຕ່ເຮົາບໍ່ໄດ້ສົນໃຈຕໍ່ການສະແດງອອກເຖິງຄວາມຕັ້ງໃຈເຊັ່ນນັ້ນ ແລະ ກົງກັນຂ້າມ ເຮົາຕັ້ງໃຈໃສ່ແຕ່ການຜ່າຕັດມະນຸດ. ຍ້ອນຄວາມອ່ອນແອທາງຮ່າງກາຍຂອງມະນຸດ, ພາຍໃຕ້ຜົນຂອງມີດ ເຂົາຈຶ່ງຫຼັບຕາຂອງເຂົາຊະນິດ ແລະ ນອນຕົກໃຈຢູ່ເທິງໂຕະຜ່າຕັດ, ແຕ່ເຮົາກໍບໍ່ສົນໃຈ, ເຮົາສືບຕໍ່ປະຕິບັດພາລະກິດທີ່ຢູ່ໃນມືຂອງເຮົາ. ເມື່ອການຜ່າຕັດສຳເລັດລົງ, ຜູ້ຄົນກໍຫຼຸດພົ້ນອອກຈາກ “ຄາງເສືອ” ແລະ ເຮົາບຳລຸງພວກເຂົາດ້ວຍສານອາຫານທີ່ອຸດົມສົມບູນ ແລະ ເຖິງແມ່ນວ່າ ພວກເຂົາຈະບໍ່ຮູ້ຈັກ, ສານອາຫານທີ່ຢູ່ພາຍໃນພວກເຂົາກໍເພີ່ມຂຶ້ນເທື່ອລະໜ້ອຍ. ແລ້ວເຮົາກໍຍິ້ມໃຫ້ກັບພວກເຂົາ ແລະ ພວກເຂົາກໍໄດ້ເຫັນໃບໜ້າທີ່ແທ້ຈິງຂອງເຮົາຢ່າງຊັດເຈນ ຫຼັງຈາກທີ່ພວກເຂົາໄດ້ຟື້ນຟູສຸຂະພາບຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຮັກເຮົາຫຼາຍຍິ່ງຂຶ້ນ, ພວກເຂົາຮັບເອົາເຮົາເປັນບິດາຂອງພວກເຂົາ ແລະ ນີ້ບໍ່ແມ່ນຄວາມເຊື່ອມໂຍງລະຫວ່າງສະຫວັນ ແລະ ແຜ່ນດິນໂລກບໍ?
ວັນທີ 4 ພຶດສະພາ 1992