ບົດທີ 40
ຜູ້ຄົນຈ້ອງເບິ່ງທຸກການເຄື່ອນໄຫວຂອງເຮົາ ຄືກັບວ່າເຮົາກຳລັງຈະນໍາສະຫວັນລົງມາ ແລະ ພວກເຂົາກໍສັບສົນຍ້ອນການກະທຳຂອງເຮົາຢູ່ສະເໝີ ຄືກັບວ່າການກະທຳຂອງເຮົາບໍ່ສາມາດຢັ່ງເຖິງໂດຍພວກເຂົາແທ້ໆ. ສະນັ້ນ ພວກເຂົາຈຶ່ງຮັບເອົາຄຳແນະນໍາຈາກເຮົາໃນທຸກສິ່ງທີ່ພວກເຂົາເຮັດ ໂດຍຢ້ານວ່າພວກເຂົາຈະຝ່າຝືນສະຫວັນ ແລະ ຖືກໂຍນສູ່ “ໂລກມະນຸດ”. ເຮົາບໍ່ໄດ້ພະຍາຍາມຄົ້ນຫາສິ່ງໃດທີ່ເຮົາສາມາດໃຊ້ຕໍ່ຜູ້ຄົນ ຫຼື ເຮັດໃຫ້ຄວາມບົກຜ່ອງຂອງພວກເຂົາເປັນເປົ້າໝາຍຂອງພາລະກິດຂອງເຮົາ. ໃນຊ່ວງເວລານີ້, ພວກເຂົາມີຄວາມສຸກຫຼາຍ ແລະ ມາເພິ່ງພາເຮົາ. ເມື່ອເຮົາມອບໃຫ້ກັບມະນຸດ, ຜູ້ຄົນຮັກເຮົາດັ່ງທີ່ພວກເຂົາຮັກຊີວິດຂອງພວກເຂົາເອງ, ແຕ່ເມື່ອເຮົາຂໍສິ່ງຕ່າງໆຈາກພວກເຂົາ, ພວກເຂົາກໍຫຼີກເວັ້ນເຮົາ. ເປັນຫຍັງຈຶ່ງເປັນແບບນີ້? ພວກເຂົາບໍ່ສາມາດນໍາເອົາ “ຄວາມຍຸຕິທຳ ແລະ ຄວາມມີເຫດຜົນ” ຂອງໂລກມະນຸດເຂົ້າສູ່ການປະຕິບັດບໍ? ເປັນຫຍັງເຮົາຈຶ່ງຮຽກຮ້ອງສິ່ງຕ່າງໆຈາກຜູ້ຄົນຊໍ້າແລ້ວຊໍ້າອີກ? ມັນເປັນຍ້ອນວ່າເຮົາບໍ່ມີຫຍັງແທ້ບໍ? ຜູ້ຄົນປະຕິບັດຕໍ່ເຮົາຄືກັບຄົນຂໍທານ. ເມື່ອເຮົາຂໍສິ່ງຕ່າງໆຈາກພວກເຂົາ, ພວກເຂົາກໍຍື່ນ “ຂອງເຫຼືອ” ຂອງພວກເຂົາຕໍ່ໜ້າເຮົາເພື່ອໃຫ້ເຮົາ “ຮັບເອົາ” ແລະ ເຖິງກັບເວົ້າວ່າພວກເຂົາດູແລເຮົາເປັນພິເສດ. ເຮົາຫຼຽວເບິ່ງໃບໜ້າທີ່ຂີ້ຮ້າຍ ແລະ ສະພາບທີ່ຜິດປົກກະຕິຂອງພວກເຂົາ ແລ້ວເຮົາກໍຈາກມະນຸດໄປອີກຄັ້ງ. ພາຍໃຕ້ສະຖານະການດັ່ງກ່າວ, ຜູ້ຄົນຍັງບໍ່ເຂົ້າໃຈ ແລະ ເອົາສິ່ງທີ່ເຮົາໄດ້ປະຕິເສດພວກເຂົານັ້ນກັບຄືນອີກຄັ້ງ, ລໍຖ້າການກັບມາຂອງເຮົາ. ເຮົາໄດ້ສະຫຼະເວລາຢ່າງຫຼວງຫຼາຍ ແລະ ໄດ້ຈ່າຍລາຄາຢ່າງສູງເພື່ອເຫັນແກ່ມະນຸດ, ແຕ່ໃນເວລານີ້ ບໍ່ຮູ້ວ່າຍ້ອນເຫດຜົນໃດ, ຄວາມສຳນຶກຂອງຜູ້ຄົນຈຶ່ງຍັງບໍ່ສາມາດປະຕິບັດໜ້າທີ່ເດີມຂອງພວກເຂົາໄດ້. ດ້ວຍເຫດນັ້ນ ເຮົາຈຶ່ງຂຽນ “ຂໍ້ສົງໄສທີ່ດື້ດ້ານ” ຂອງພວກເຂົາໃສ່ທ່າມກາງ “ພຣະທຳແຫ່ງຄວາມເລິກລັບ” ເພື່ອເຮັດໜ້າທີ່ເປັນ “ບ່ອນອ້າງອີງ” ສຳລັບຄົນຮຸ່ນອະນາຄົດ, ເພາະພຣະທໍາເຫຼົ່ານີ້ເປັນ “ຜົນຂອງການຄົ້ນຄວ້າທາງວິທະຍາສາດ” ທີ່ເກີດຈາກ “ການເຮັດວຽກໜັກ” ຂອງຜູ້ຄົນ; ເຮົາຈະລຶບພຣະທໍາເຫຼົ່ານີ້ຖິ້ມແບບເສີຍໆໄດ້ແນວໃດ? ນີ້ຈະບໍ່ເປັນ “ການທໍລະຍົດ” ຕໍ່ເຈດຕະນາດີຂອງຜູ້ຄົນບໍ? ແທ້ຈິງແລ້ວ, ເຮົາກໍມີຄວາມສຳນຶກ, ສະນັ້ນ ເຮົາຈຶ່ງບໍ່ເຮັດໃນສິ່ງທີ່ມີເລ່ລ່ຽມ ແລະ ສົມຮູ້ຮ່ວມຄິດກັບມະນຸດ, ການກະທຳຂອງເຮົາບໍ່ໄດ້ເປັນແບບນັ້ນບໍ? ນີ້ບໍ່ແມ່ນ “ຄວາມຍຸຕິທຳ ແລະ ຄວາມມີເຫດຜົນ” ທີ່ມະນຸດກ່າວເຖິງບໍ? ໃນທ່າມກາງມະນຸດ, ເຮົາໄດ້ປະຕິບັດພາລະກິດຢ່າງບໍ່ຢຸດເຊົາຈົນເຖິງປັດຈຸບັນ. ດ້ວຍການມາເຖິງຂອງເວລາແບບມື້ນີ້, ຜູ້ຄົນຍັງບໍ່ຮູ້ຈັກເຮົາ, ພວກເຂົາຍັງປະຕິບັດຕໍ່ເຮົາຄືກັບຄົນແປກໜ້າ ແລະ ເຖິງກັບກຽດຊັງເຮົາຫຼາຍຂຶ້ນ ຍ້ອນເຮົາໄດ້ນໍາພວກເຂົາໄປເຖິງ “ທາງຕັນ”. ໃນເວລານີ້, ຄວາມຮັກທີ່ຢູ່ໃນຫົວໃຈຂອງພວກເຂົາໄດ້ຫາຍໄປແຕ່ດົນຢ່າງບໍ່ມີຮ່ອງຮອຍ. ເຮົາບໍ່ໄດ້ເວົ້າເກີນຂອບເຂດ, ແຮງໄກທີ່ເຮົາຈະດູຖູກມະນຸດ. ເຮົາສາມາດຮັກມະນຸດຊົ່ວນິດນິລັນ ແລະ ເຮົາຍັງສາມາດຊັງມະນຸດຊົ່ວນິດນິລັນອີກດ້ວຍ ແລະ ສິ່ງນີ້ຈະບໍ່ປ່ຽນແປງຈັກເທື່ອ, ຍ້ອນເຮົາມີຄວາມພາກພຽນ. ແຕ່ມະນຸດບໍ່ໄດ້ມີຄວາມພາກພຽນນີ້, ເຂົາເຮັດເປັນຮ້ອນໆໜາວໆຕໍ່ເຮົາຢູ່ສະເໝີ, ເຂົາພຽງແຕ່ໃສ່ໃຈເຮົາໜ້ອຍດຽວເມື່ອເຮົາເປີດປາກຂອງເຮົາ ແລະ ເມື່ອເຮົາປິດປາກຂອງເຮົາ ແລະ ບໍ່ເວົ້າຫຍັງ, ທັນໃດເຂົາກໍຫາຍໄປໃນທ່າມກາງຄື້ນຂອງໂລກໃຫຍ່. ສະນັ້ນ ເຮົາຈຶ່ງສະຫຼຸບສິ່ງນີ້ເປັນສຸພາສິດສັ້ນໆວ່າ: ຜູ້ຄົນຂາດຄວາມພາກພຽນ ແລະ ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເຮັດໃຫ້ເຮົາພໍໃຈໄດ້.
ໃນຂະນະທີ່ຜູ້ຄົນກຳລັງຝັນ, ເຮົາໄດ້ເດີນທາງໄປປະເທດຕ່າງໆຂອງໂລກ ໂດຍກະຈາຍ “ກິ່ນແຫ່ງຄວາມຕາຍ” ທີ່ຢູ່ໃນມືຂອງເຮົາທ່າມກາງມະນຸດ. ທຸກຄົນປະຖິ້ມພະລັງໄວ້ເບື້ອງຫຼັງທັນທີ ແລະ ເຂົ້າສູ່ຊັ້ນຕໍ່ໄປຂອງຊີວິດມະນຸດ. ໃນທ່າມກາງມະນຸດຊາດ, ສິ່ງທີ່ມີຊີວິດໃດກໍຕາມແມ່ນບໍ່ສາມາດເຫັນໄດ້ອີກຕໍ່ໄປ, ຊາກສົບແມ່ນກະຈັດກະຈາຍໄປທົ່ວທີບ, ສິ່ງຕ່າງໆທີ່ເຕັມໄປດ້ວຍຊີວິດຊີວາກໍຫາຍໄປທັນທີຢ່າງບໍ່ມີຮ່ອງຮອຍ ແລະ ກິ່ນຂອງຊາກສົບທີ່ເຮັດໃຫ້ຫາຍໃຈບໍ່ອອກກໍແຜ່ຄຸມໄປທົ່ວແຜ່ນດິນ. ເຮົາກໍອັດໜ້າຂອງເຮົາທັນທີ ແລະ ຈາກມະນຸດໄປ, ຍ້ອນເຮົາກຳລັງເລີ່ມຕົ້ນຂັ້ນຕອນຕໍ່ໄປຂອງພາລະກິດ, ມອບບ່ອນຢູ່ອາໄສໃຫ້ກັບຄົນທີ່ກັບມາມີຊີວິດ ແລະ ເຮັດໃຫ້ທຸກຄົນດຳລົງຊີວິດຢູ່ໃນດິນແດນແຫ່ງອຸດົມຄະຕິ. ນີ້ແມ່ນດິນແດນທີ່ຖືກອວຍພອນ, ເປັນດິນແດນທີ່ບໍ່ມີຄວາມໂສກເສົ້າ ຫຼື ການເສົ້າເສຍໃຈ ເຊິ່ງເຮົາໄດ້ຈັດແຈງໄວ້ໃຫ້ກັບມະນຸດ. ນໍ້າທີ່ພຸ່ງອອກຈາກນໍ້າພຸໃນຮ່ອມພູກໍໃສຈົນສາມາດເຫັນພື້ນໄດ້, ມັນຫຼັ່ງໄຫຼໂດຍບໍ່ເຊົາ ແລະ ບໍ່ເຄີຍເຫືອດແຫ້ງຈັກເທື່ອ, ຜູ້ຄົນດຳລົງຊີວິດຢ່າງສະຫງົບສຸກກັບພຣະເຈົ້າ, ນົກກໍຮ້ອງເພງ ແລະ ໃນທ່າມກາງລົມທີ່ພັດຄ່ອຍໆ ແລະ ແສງແດດທີ່ອົບອຸ່ນ, ທັງສະຫວັນ ແລະ ແຜ່ນດິນໂລກກໍສະຫງົບລົງ. ມື້ນີ້ ໃນທີ່ນີ້, ຊາກສົບຂອງທຸກຄົນກະຈາຍໄປທົ່ວຢ່າງບໍ່ເປັນລະບຽບ. ໂດຍທີ່ຜູ້ຄົນບໍ່ຮູ້ຕົວ, ເຮົາໄດ້ປ່ອຍໂລກລະບາດທີ່ຢູ່ໃນມືຂອງເຮົາ ແລະ ຮ່າງກາຍຂອງມະນຸດກໍເນົ່າເປື່ອຍ, ບໍ່ເຫຼືອຮ່ອງຮອຍຂອງເນື້ອໜັງຕັ້ງແຕ່ຫົວຈົນຮອດໂປ້ຕີນ ແລະ ເຮົາກໍຈາກມະນຸດໄປໄກ. ເຮົາຈະບໍ່ເຕົ້າໂຮມກັນກັບມະນຸດອີກຈັກເທື່ອ, ເຮົາຈະບໍ່ຢູ່ທ່າມກາງມະນຸດຈັກເທື່ອ, ຍ້ອນຂັ້ນຕອນສຸດທ້າຍຂອງການຄຸ້ມຄອງທັງໝົດຂອງເຮົາໄດ້ມາເຖິງຈຸດສິ້ນສຸດແລ້ວ ແລະ ເຮົາຈະບໍ່ສ້າງມະນຸດຊາດອີກຄັ້ງ, ຈະບໍ່ໃສ່ໃຈມະນຸດອີກຕໍ່ໄປ. ຫຼັງຈາກທີ່ໄດ້ອ່ານພຣະທຳຈາກປາກຂອງເຮົາ, ທຸກຄົນກໍສູນເສຍຄວາມຫວັງ, ຍ້ອນພວກເຂົາບໍ່ຕ້ອງການຕາຍ, ແຕ່ຜູ້ໃດຈະບໍ່ “ຕາຍ” ເພື່ອ “ກັບມາມີຊີວິດ” ໃໝ່ແດ່? ເມື່ອເຮົາບອກຜູ້ຄົນວ່າ ເຮົາບໍ່ມີເວດມົນທີ່ຈະເຮັດໃຫ້ພວກເຂົາກັບຄືນມາມີຊີວິດ, ພວກເຂົາກໍຮ້ອງໄຫ້ຂຶ້ນດ້ວຍຄວາມເຈັບປວດ; ແນ່ນອນ ເຖິງແມ່ນເຮົາເປັນພຣະຜູ້ສ້າງ, ເຮົາກໍມີພຽງລິດອຳນາດທີ່ຈະເຮັດໃຫ້ຄົນຕາຍ ແລະ ບໍ່ມີຄວາມສາມາດທີ່ຈະເຮັດໃຫ້ພວກເຂົາກັບມາມີຊີວິດ. ໃນສິ່ງນີ້, ເຮົາກໍຂໍໂທດກັບມະນຸດດ້ວຍ. ສະນັ້ນ ເຮົາຈຶ່ງບອກມະນຸດກ່ອນລ່ວງໜ້າວ່າ “ເຮົາຕິດໜີ້ເຂົາທີ່ບໍ່ສາມາດໃຊ້ຄືນໄດ້”, ແຕ່ເຂົາກໍຄິດວ່າເຮົາເຮັດເປັນສຸພາບ. ໃນປັດຈຸບັນ, ດ້ວຍການມາເຖິງຂອງຄວາມຈິງ, ເຮົາກໍຍັງເວົ້າເຖິງສິ່ງນີ້. ເຮົາຈະບໍ່ທໍລະຍົດຄວາມຈິງເມື່ອເຮົາກ່າວ. ໃນແນວຄິດຂອງພວກເຂົາ, ຜູ້ຄົນເຊື່ອວ່າມີຫຼາຍວິທີການທີ່ເຮົາກ່າວ ແລະ ສະນັ້ນ ພວກເຂົາຈຶ່ງຍຶດຕິດກັບພຣະທຳທີ່ເຮົາມອບໃຫ້ກັບພວກເຂົາຢູ່ສະເໝີ ໃນຂະນະທີ່ຫວັງສິ່ງອື່ນ. ສິ່ງເຫຼົ່ານີ້ບໍ່ແມ່ນແຮງຜັກດັນທີ່ບໍ່ຖືກຕ້ອງຂອງມະນຸດບໍ? ມັນຢູ່ພາຍໃຕ້ສະຖານະການເຫຼົ່ານີ້, ເຮົາຈຶ່ງກ້າເວົ້າ “ຢ່າງໝັ້ນໃຈ” ວ່າມະນຸດບໍ່ຮັກເຮົາຢ່າງແທ້ຈິງ. ເຮົາຈະບໍ່ຫັນຫຼັງຂອງເຮົາໃຫ້ກັບຄວາມສຳນຶກ ແລະ ບິດເບືອນຄວາມຈິງ, ຍ້ອນເຮົາຈະບໍ່ນໍາຜູ້ຄົນໄປສູ່ດິນແດນໃນອຸດົມຄະຕິຂອງພວກເຂົາ; ໃນທີ່ສຸດແລ້ວ ເມື່ອພາລະກິດຂອງເຮົາສຳເລັດລົງ, ເຮົາຈະນໍາພາພວກເຂົາໄປສູ່ດິນແດນແຫ່ງຄວາມຕາຍ. ສະນັ້ນ ທາງທີ່ດີຜູ້ຄົນບໍ່ຕ້ອງຕໍ່ວ່າເຮົາ, ມັນບໍ່ແມ່ນຍ້ອນຜູ້ຄົນ “ຮັກ” ເຮົາບໍ? ມັນບໍ່ແມ່ນຍ້ອນຄວາມປາຖະໜາຂອງພວກເຂົາທີ່ຢາກໄດ້ພອນນັ້ນແຮງກ້າເກີນໄປບໍ? ຖ້າຜູ້ຄົນບໍ່ຕ້ອງການສະແຫວງຫາພອນ, ມັນຈະມີ “ຄວາມໂຊກຮ້າຍ” ນີ້ໄດ້ແນວໃດ? ຍ້ອນ “ຄວາມຊື່ສັດ” ຂອງຜູ້ຄົນທີ່ມີຕໍ່ເຮົາ, ຍ້ອນພວກເຂົາໄດ້ຕິດຕາມເຮົາເປັນເວລາຫຼາຍປີ, ເຮັດວຽກໜັກໂດຍບໍ່ເຄີຍປະກອບສ່ວນຫຍັງເລີຍ, ເຮົາຈຶ່ງເປີດເຜີຍສິ່ງທີ່ກຳລັງເກີດຂຶ້ນໃນ “ຫ້ອງລັບ” ແກ່ພວກເຂົາເລັກນ້ອຍ: ປັດຈຸບັນນີ້ ໃນເມື່ອວ່າພາລະກິດຂອງເຮົາຍັງບໍ່ໄດ້ໄປເຖິງຈຸດໃດໜຶ່ງ ແລະ ຜູ້ຄົນຍັງບໍ່ໄດ້ຖືກໂຍນສູ່ເຫວເລິກທີ່ກຳລັງເຜົາໄໝ້, ເຮົາແນະນໍາໃຫ້ພວກເຂົາຈາກໄປໃຫ້ໄວເທົ່າທີ່ຈະໄວໄດ້, ທຸກຄົນທີ່ຄົງຢູ່ອາດຈະທົນທຸກກັບຄວາມໂຊກຮ້າຍ ແລະ ຄວາມໂຊກດີເລັກນ້ອຍ ແລະ ໃນທີ່ສຸດ ພວກເຂົາກໍຍັງຈະບໍ່ສາມາດຫຼີກເວັ້ນຄວາມຕາຍ. ເຮົາເປີດ “ປະຕູສູ່ຄວາມຮັ່ງມີ” ອອກກວ້າງໃຫ້ແກ່ພວກເຂົາ; ໃຜກໍຕາມທີ່ເຕັມໃຈຈາກໄປກໍຄວນເລີ່ມຕົ້ນເດີນທາງໃຫ້ໄວເທົ່າທີ່ຈະໄວໄດ້, ຖ້າພວກເຂົາລໍຖ້າຈົນຮອດການມາເຖິງຂອງການຂ້ຽນຕີ, ມັນກໍຈະຊ້າເກີນໄປ. ພຣະທຳເຫຼົ່ານີ້ບໍ່ແມ່ນການເຍາະເຍີ້ຍ, ພວກມັນແມ່ນຄວາມຈິງແທ້ໆ. ພຣະທຳຂອງເຮົາແມ່ນຖືກກ່າວຕໍ່ມະນຸດດ້ວຍຄວາມປາຖະໜາດີ ແລະ ຖ້າເຈົ້າບໍ່ໄປໃນຕອນນີ້, ເມື່ອໃດເຈົ້າຈະໄປ? ຜູ້ຄົນສາມາດໄວ້ໃຈໃນພຣະທຳຂອງເຮົາແທ້ບໍ?
ເຮົາບໍ່ເຄີຍຄິດຫຍັງຫຼາຍກ່ຽວກັບໂຊກຊະຕາຂອງມະນຸດ; ເຮົາພຽງແຕ່ປະຕິບັດຕາມຄວາມປະສົງຂອງເຮົາເອງ, ບໍ່ໄດ້ຖືກຈຳກັດໂດຍຜູ້ຄົນ. ເຮົາຈະສາມາດຖອນມືຂອງເຮົາຍ້ອນຄວາມຢ້ານຂອງພວກເຂົາໄດ້ແນວໃດ? ທົ່ວແຜນການຄຸ້ມຄອງທັງໝົດຂອງເຮົາ, ເຮົາບໍ່ເຄີຍຈັດແຈງເພີ່ມເຕີມສຳລັບປະສົບການຂອງມະນຸດ. ເຮົາພຽງແຕ່ເຮັດຕາມແຜນການເດີມຂອງເຮົາເທົ່ານັ້ນ. ໃນອະດີດ ຜູ້ຄົນ “ຖວາຍ” ຕົນເອງເພື່ອເຮົາ ແລະ ເຮົາກໍບໍ່ໄດ້ຮ້ອນ ຫຼື ໜາວຕໍ່ພວກເຂົາ. ໃນປັດຈຸບັນ, ພວກເຂົາໄດ້ “ສະຫຼະ” ຕົນເອງເພື່ອເຮົາ ແລະ ເຮົາກໍຍັງບໍ່ຮ້ອນ ຫຼື ໜາວຕໍ່ພວກເຂົາ. ເຮົາບໍ່ໄດ້ພໍໃຈໃນຕົນເອງ ຍ້ອນຜູ້ຄົນສະຫຼະຊີວິດຂອງພວກເຂົາເພື່ອເຮົາ ຫຼື ເຮົາບໍ່ໄດ້ມີຄວາມຮູ້ສຶກປິຕິຍິນດີຢ່າງໃຫຍ່ຫຼວງ, ແຕ່ສືບຕໍ່ສົ່ງພວກເຂົາໄປທີ່ແດນປະຫານຕາມແຜນການຂອງເຮົາ. ເຮົາບໍ່ໃສ່ໃຈຕໍ່ທ່າທີຂອງພວກເຂົາໃນລະຫວ່າງການສາລະພາບຜິດ, ຫົວໃຈທີ່ເຢືອກເຢັນ ແລະ ເຢັນຊາຂອງເຮົາຈະຖືກສຳຜັດໂດຍຫົວໃຈຂອງມະນຸດໄດ້ແນວໃດ? ເຮົາເປັນໜຶ່ງໃນສັດເຈົ້າອາລົມທີ່ຢູ່ທ່າມກາງມະນຸດຊາດບໍ? ຫຼາຍຄັ້ງ ເຮົາໄດ້ເຕືອນຜູ້ຄົນວ່າເຮົາບໍ່ມີຄວາມຮູ້ສຶກ, ແຕ່ພວກເຂົາກໍພຽງໄດ້ແຕ່ຍິ້ມ ໂດຍເຊື່ອວ່າເຮົາພຽງແຕ່ເຮັດເປັນສຸພາບ. ເຮົາໄດ້ເວົ້າວ່າ “ເຮົາບໍ່ຮູ້ຈັກປັດຊະຍາຊີວິດຂອງໂລກມະນຸດ”, ແຕ່ຜູ້ຄົນກໍບໍ່ເຄີຍເຊື່ອສິ່ງນັ້ນ ແລະ ເວົ້າວ່າວິທີການທີ່ເຮົາເວົ້ານັ້ນແມ່ນມີຫຼາກຫຼາຍວິທີ. ຍ້ອນຂໍ້ຈຳກັດຂອງແນວຄິດນີ້ຂອງມະນຸດ, ເຮົາຈຶ່ງບໍ່ຮູ້ວ່າດ້ວຍນໍ້າສຽງໃດ ແລະ ດ້ວຍວິທີການໃດທີ່ຈະເວົ້າກັບຜູ້ຄົນ ແລະ ດ້ວຍເຫດນັ້ນ ເຮົາຈຶ່ງພຽງແຕ່ສາມາດເວົ້າແບບກົງໄປກົງມາຢ່າງບໍ່ມີທາງເລືອກອື່ນ. ເຮົາສາມາດເຮັດຫຍັງໄດ້ອີກແດ່? ວິທີການທີ່ຜູ້ຄົນເວົ້າກໍມີຫຼາຍ, ພວກເຂົາເວົ້າວ່າ “ພວກຂ້ານ້ອຍບໍ່ຄວນເພິ່ງພາຄວາມຮູ້ສຶກ ແຕ່ປະຕິບັດຄວາມຊອບທຳ” ເຊິ່ງເປັນຄຳຂວັນປະເພດທີ່ພວກເຂົາຮ້ອງໄຫ້ເປັນເວລາຫຼາຍປີ, ແຕ່ພວກເຂົາກໍບໍ່ສາມາດເຮັດຕາມຄຳເວົ້າຂອງພວກເຂົາໄດ້, ຄຳເວົ້າຂອງພວກເຂົາແມ່ນວ່າງເປົ່າ, ສະນັ້ນ ເຮົາຈຶ່ງເວົ້າວ່າ ຜູ້ຄົນຂາດຄວາມສາມາດທີ່ຈະເຮັດໃຫ້ “ຄຳເວົ້າ ແລະ ຄວາມສຳເລັດຂອງພວກເຂົາເກີດຂຶ້ນພ້ອມໆກັນ”. ໃນຫົວໃຈຂອງພວກເຂົາ, ຜູ້ຄົນເຊື່ອວ່າການເຮັດແບບນັ້ນແມ່ນເປັນການຮຽນແບບເຮົາ, ແຕ່ເຮົາກໍບໍ່ສົນໃຈໃນການຮຽນແບບຂອງພວກເຂົາ, ເຮົາເບື່ອໜ່າຍ ແລະ ເມື່ອຍກັບສິ່ງນັ້ນ. ເປັນຫຍັງຜູ້ຄົນຈຶ່ງຫັນມາຕໍ່ຕ້ານຜູ້ທີ່ລ້ຽງພວກເຂົາຢູ່ສະເໝີ? ເຮົາໄດ້ມອບໃຫ້ມະນຸດໜ້ອຍເກີນໄປບໍ? ເປັນຫຍັງຜູ້ຄົນຈຶ່ງບູຊາຊາຕານຢ່າງລັບໆຢູ່ລັບຫຼັງເຮົາສະເໝີ? ມັນເປັນຄືກັບວ່າພວກເຂົາເຮັດວຽກໃຫ້ເຮົາ ແລະ ເງິນເດືອນທີ່ເຮົາໃຫ້ພວກເຂົາແມ່ນບໍ່ພຽງພໍທີ່ຈະຈ່າຍຄ່າຄອງຊີບຂອງພວກເຂົາ, ຍ້ອນແບບນັ້ນ ພວກເຂົາຈຶ່ງຊອກຫາວຽກອື່ນທີ່ຢູ່ນອກຊົ່ວໂມງເຮັດວຽກເພື່ອເພີ່ມລາຍໄດ້ຂອງພວກເຂົາຂຶ້ນເປັນສອງເທົ່າ, ຍ້ອນຄ່າໃຊ້ຈ່າຍຂອງຜູ້ຄົນແມ່ນມີຫຼາຍເກີນໄປ ແລະ ພວກເຂົາເບິ່ງຄືກັບວ່າບໍ່ຮູ້ວິທີທີ່ຈະໃຊ້ຊີວິດຕໍ່ໄປ. ຖ້າມັນເປັນແບບນັ້ນແທ້ໆ, ເຮົາຈະຂໍໃຫ້ພວກເຂົາອອກຈາກ “ໂຮງງານ” ຂອງເຮົາ. ດົນນານມາແລ້ວ ເຮົາໄດ້ອະທິບາຍຕໍ່ມະນຸດວ່າ ການເຮັດວຽກໃຫ້ເຮົາບໍ່ໄດ້ມີການປະຕິບັດພິເສດ: ໂດຍບໍ່ມີຂໍ້ຍົກເວັ້ນ, ເຮົາປະຕິບັດຕໍ່ຜູ້ຄົນຢ່າງຍຸຕິທຳ ແລະ ມີເຫດຜົນ, ນໍາໃຊ້ລະບົບທີ່ວ່າ “ເຮັດວຽກຫຼາຍໄດ້ຮັບຫຼາຍ, ເຮັດວຽກໜ້ອຍໄດ້ຮັບໜ້ອຍ, ບໍ່ເຮັດວຽກ ບໍ່ໄດ້ຮັບຫຍັງເລີຍ”. ເມື່ອເຮົາເວົ້າ, ເຮົາບໍ່ໄດ້ປິດບັງຫຍັງໄວ້; ຖ້າຄົນໃດກໍຕາມເຊື່ອວ່າ “ກົດລະບຽບໃນໂຮງງານ” ຂອງເຮົາເຄັ່ງຄັດເກີນໄປ, ພວກເຂົາກໍຄວນອອກໄປທັນທີ, ເຮົາຈະຈ່າຍສຳລັບ “ຄ່າເດີນທາງ” ຂອງພວກເຂົາ. ເຮົາ “ຜ່ອນຜັນ” ໃນການຈັດການກັບຄົນດັ່ງກ່າວ, ເຮົາບໍ່ບັງຄັບພວກເຂົາໃຫ້ຢູ່. ໃນທ່າມກາງບັນດາຄົນຈຳນວນຫຼວງຫຼາຍທີ່ນັບບໍ່ຖ້ວນເຫຼົ່ານີ້, ເຮົາບໍ່ສາມາດຊອກຫາ “ພະນັກງານ” ທີ່ເຮັດໃຫ້ເຮົາພໍໃຈໄດ້ບໍ? ຜູ້ຄົນບໍ່ຄວນປະເມີນເຮົາຕໍ່າເກີນໄປ! ຖ້າຜູ້ຄົນຍັງບໍ່ເຊື່ອຟັງເຮົາ ແລະ ຕ້ອງການສະແຫວງຫາ “ວຽກງານ” ຢູ່ບ່ອນອື່ນ, ເຮົາຈະບໍ່ບັງຄັບພວກເຂົາ, ເຮົາຍິນດີ, ເຮົາບໍ່ມີທາງເລືອກ! ມັນບໍ່ແມ່ນຍ້ອນເຮົາມີ “ກົດລະບຽບ ແລະ ລະບຽບການ” ຫຼາຍເກີນໄປບໍ?
ວັນທີ 8 ພຶດສະພາ 1992