ບົດທີ 18

ໃນແສງແມບຂອງຟ້າແມບເຫຼື້ອມ, ສັດທຸກໂຕແມ່ນຖືກເປີດເຜີຍໃນຮູບຮ່າງທີ່ແທ້ຈິງຂອງມັນ. ເຊັ່ນກັນ ດ້ວຍການເຍືອງທາງຈາກແສງສະຫວ່າງຂອງເຮົາ ມະນຸດກໍໄດ້ຮັບຄວາມບໍລິສຸດທີ່ເຂົາເຄີຍມີຄັ້ງໜຶ່ງກັບຄືນມາ. ໂອ, ໂລກທີ່ເສື່ອມຊາມຂອງອະດີດ! ໃນທີ່ສຸດ ມັນກໍຖືກຂວໍ້າລົງໄປໃນນໍ້າທີ່ສົກກະປົກ ແລະ ຈົມລົງພື້ນ ແລ້ວກໍສະຫຼາຍກາຍເປັນຂີ້ຕົມ. ໂອ, ມະນຸດທັງໝົດເອີຍ ທີ່ເປັນສິ່ງຊົງສ້າງຂອງເຮົາເອງ! ໃນທີ່ສຸດພວກເຂົາກໍໄດ້ກັບຄືນມາມີຊີວິດອີກຄັ້ງໃນແສງສະຫວ່າງ, ໄດ້ຄົ້ນພົບພື້ນຖານສໍາລັບການມີຊີວິດ ແລະ ຢຸດດິ້ນຮົນໃນຂີ້ຕົມ! ໂອ, ສິ່ງຕ່າງໆຂອງການຊົງສ້າງທີ່ນັບບໍ່ຖ້ວນທີ່ເຮົາຖືໃນມືຂອງເຮົາ! ພວກເຂົາບໍ່ສາມາດຖືກສ້າງຂຶ້ນໃໝ່ຜ່ານພຣະທໍາຂອງເຮົາບໍ? ພວກເຂົາຈະບໍ່ມີບົດບາດໃນໜ້າທີ່ຂອງພວກເຂົາໃນແສງສະຫວ່າງໄດ້ແນວໃດ? ແຜ່ນດິນໂລກຈະບໍ່ຢຸດນິ້ງ ແລະ ມິດງຽບອີກຕໍ່ໄປ ແລະ ສະຫວັນຈະບໍ່ເປົ່າປ່ຽວ ແລະ ໂສກເສົ້າອີກຕໍ່ໄປ. ສະຫວັນ ແລະ ແຜ່ນດິນໂລກທີ່ບໍ່ຖືກແຍກໂດຍຊ່ອງວ່າງອີກຕໍ່ໄປ ຖືກຮວມເຂົ້າກັນໂດຍບໍ່ມີວັນຈະຖືກແຍກອອກອີກ. ໃນໂອກາດທີ່ປິຕິຍິນດີນີ້, ໃນຊ່ວງເວລາແຫ່ງຄວາມຍິນດີນີ້, ຄວາມຊອບທໍາຂອງເຮົາ ແລະ ຄວາມບໍລິສຸດຂອງເຮົາໄດ້ແຜ່ອອກໄປທົ່ວຈັກກະວານ ແລະ ມະນຸດທຸກຄົນຈະສັນລະເສີນສິ່ງເຫຼົ່ານັ້ນຢ່າງບໍ່ຢຸດຢັ້ງ. ນະຄອນແຫ່ງສະຫວັນກໍາລັງຫົວດ້ວຍຄວາມສຸກ ແລະ ອານາຈັກຂອງແຜ່ນດິນໂລກກໍາລັງເຕັ້ນລໍາດ້ວຍຄວາມສຸກ. ໃນເວລານີ້ ແມ່ນຜູ້ໃດທີ່ບໍ່ມີຄວາມຍິນດີ ແລະ ມີຜູ້ໃດທີ່ຍັງບໍ່ຮ້ອງໄຫ້ແດ່? ແຜ່ນດິນໂລກທີ່ຢູ່ໃນສະພາບດັ່ງເດີມຂອງມັນແມ່ນເປັນຂອງສະຫວັນ ແລະ ສະຫວັນກໍໄດ້ຮວມເຂົ້າກັນກັບແຜ່ນດິນໂລກ. ມະນຸດແມ່ນສາຍເຊືອກທີ່ຮັດສະຫວັນ ແລະ ແຜ່ນດິນໂລກເຂົ້າກັນ ແລະ ຍ້ອນຄວາມບໍລິສຸດຂອງມະນຸດ, ຍ້ອນການສ້າງມະນຸດຂຶ້ນໃໝ່, ສະຫວັນຈຶ່ງບໍ່ຖືກປິດບັງຈາກແຜ່ນດິນໂລກອີກຕໍ່ໄປ ແລະ ແຜ່ນດິນໂລກກໍບໍ່ມິດງຽບຕໍ່ສະຫວັນອີກຕໍ່ໄປ. ໃບໜ້າຂອງມະນຸດແມ່ນເຕັມໄປດ້ວຍຮອຍຍິ້ມແຫ່ງຄວາມພໍໃຈ ແລະ ເຊື່ອງຊ້ອນຢູ່ໃນຫົວໃຈຂອງພວກເຂົາທຸກຄົນແມ່ນຄວາມຫວານຊື່ນທີ່ບໍ່ມີຂອບເຂດ. ມະນຸດບໍ່ຖຽງກັບມະນຸດ ແລະ ມະນຸດບໍ່ຕີກັນ. ໃນແສງສະຫວ່າງຂອງເຮົາ ແມ່ນມີຜູ້ໃດບໍ ທີ່ບໍ່ດໍາລົງຊີວິດຢ່າງສະຫງົບສຸກກັບຜູ້ອື່ນ? ໃນມື້ຂອງເຮົາ ແມ່ນມີຜູ້ໃດບໍ ທີ່ເຮັດໃຫ້ຊື່ຂອງເຮົາເສື່ອມເສຍ? ມະນຸດທຸກຄົນຈ້ອງເບິ່ງເຮົາດ້ວຍຄວາມເຄົາລົບນັບຖື ແລະ ໃນໃຈຂອງພວກເຂົາ ພວກເຂົາກໍຮ້ອງຫາເຮົາຢ່າງລັບໆ. ເຮົາໄດ້ຄົ້ນຫາທຸກການກະທໍາຂອງມະນຸດ. ໃນທ່າມກາງມະນຸດທີ່ຖືກຊໍາລະລ້າງ ແມ່ນບໍ່ມີຜູ້ໃດທີ່ບໍ່ເຊື່ອຟັງເຮົາ ແລະ ບໍ່ມີຜູ້ໃດທີ່ຈະຕັດສິນເຮົາ. ມະນຸດທຸກຄົນແມ່ນເຕັມໄປດ້ວຍອຸປະນິໄສຂອງເຮົາ. ມະນຸດທຸກຄົນກໍາລັງຮູ້ຈັກເຮົາ, ກໍາລັງເຂົ້າໃກ້ເຮົາ ແລະ ຮັກເຮົາ. ເຮົາຖືກຍຶດໝັ້ນໃນຈິດໃຈຂອງມະນຸດ, ຖືກສັນລະເສີນຢ່າງສູງສຸດໃນສາຍຕາຂອງມະນຸດ ແລະ ໄຫຼຜ່ານໃນເສັ້ນເລືອດຂອງມະນຸດ. ຄວາມເບີກບານໃນຫົວໃຈຂອງມະນຸດເຕັມໄປທົ່ວທຸກແຫ່ງຫົນໃນແຜ່ນດິນໂລກ, ອາກາດເຢັນ ແລະ ສົດຊື່ນ, ບໍ່ມີໝອກໜາປົກຄຸມແຜ່ນດິນອີກຕໍ່ໄປ ແລະ ດວງຕາເວັນກໍສ່ອງແສງຮຸ່ງເຫຼື້ອມ.

ບັດນີ້ ຈົ່ງເບິ່ງອານາຈັກຂອງເຮົາ ເຊິ່ງເປັນບ່ອນທີ່ເຮົາເປັນກະສັດເໜືອທຸກສິ່ງ ແລະ ເປັນບ່ອນທີ່ເຮົາຖືອໍານາດເໜືອທຸກສິ່ງ. ນັບແຕ່ຕອນເລີ່ມຕົ້ນຂອງການຊົງສ້າງຈົນຮອດຍຸກປັດຈຸບັນ, ບຸດຊາຍຂອງເຮົາ ທີ່ໄດ້ຮັບການຊີ້ນໍາຈາກເຮົາ ແມ່ນໄດ້ປະສົບກັບຄວາມລໍາບາກຂອງຊີວິດຢ່າງຫຼວງຫຼາຍ, ຄວາມບໍ່ຍຸຕິທໍາຂອງໂລກຢ່າງຫຼວງຫຼາຍ, ການປ່ຽນແປງໃນຊີວິດຂອງໂລກມະນຸດຢ່າງຫຼວງຫຼາຍ ແຕ່ຕອນນີ້ພວກເຂົາອາໄສຢູ່ໃນແສງສະຫວ່າງຂອງເຮົາ. ຜູ້ໃດທີ່ບໍ່ຮ້ອງໄຫ້ກັບຄວາມບໍ່ຍຸຕິທໍາໃນອະດີດ? ຜູ້ໃດທີ່ບໍ່ຫຼັ່ງນໍ້າຕາໃນການທົນຕໍ່ຄວາມລໍາບາກເພື່ອທີ່ຈະມາຮອດປັດຈຸບັນ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ອຸທິດຕົວເອງເພື່ອເຮົາ? ມີຜູ້ໃດບໍ ທີ່ບໍ່ຖືເອົາໂອກາດນີ້ເພື່ອສະແດງຄວາມຫຼົງໄຫຼໃນໃຈຂອງພວກເຂົາ? ມີຜູ້ໃດບໍ ໃນຊ່ວງເວລານີ້ ທີ່ບໍ່ເວົ້າໃນສິ່ງທີ່ພວກເຂົາໄດ້ຜະເຊີນ? ໃນເວລານີ້, ມະນຸດທຸກຄົນກໍາລັງອຸທິດສ່ວນທີ່ດີທີ່ສຸດຂອງພວກເຂົາໃຫ້ແກ່ເຮົາ. ມີຈັກຄົນທີ່ຖືກທໍລະມານດ້ວຍຄວາມເສຍໃຈສໍາລັບຄວາມໂງ່ຂອງພວກເຂົາໃນອະດີດ ແລະ ມີຈັກຄົນທີ່ກຽດຊັງຕົວເອງສໍາລັບການສະແຫວງຫາໃນອະດີດ! ມະນຸດທຸກຄົນໄດ້ຮູ້ຈັກຕົວເອງ, ພວກເຂົາທຸກຄົນໄດ້ເຫັນການກະທໍາຂອງຊາຕານ ແລະ ຄວາມວິເສດຂອງເຮົາ ແລະ ຕອນນີ້ພາຍໃນໃຈຂອງພວກເຂົາແມ່ນມີບ່ອນສໍາລັບເຮົາ. ເຮົາຈະບໍ່ໄດ້ພົບກັບຄວາມລັງກຽດ ຫຼື ການປະຕິເສດໃນທ່າມກາງມະນຸດອີກຕໍ່ໄປ ເນື່ອງຈາກພາລະກິດທີ່ຍິ່ງໃຫຍ່ຂອງເຮົາໄດ້ສໍາເລັດແລ້ວ ແລະ ບໍ່ຖືກກີດຂວາງອີກຕໍ່ໄປ. ໃນປັດຈຸບັນ ໃນທ່າມກາງບຸດຊາຍຂອງອານາຈັກຂອງເຮົາ ແມ່ນມີຜູ້ໃດບໍ ທີ່ບໍ່ໄດ້ຄິດກ່ຽວກັບເລື່ອງຂອງຕົວເອງ? ມີຜູ້ໃດບໍ ທີ່ບໍ່ມີການພິຈາລະນາເພີ່ມເຕີມ ຍ້ອນວິທີທາງປະຕິບັດພາລະກິດຂອງເຮົາ? ມີຜູ່ໃດບໍ ທີ່ໄດ້ຖວາຍຕົວເອງຢ່າງຈິງໃຈເພື່ອປະໂຫຍດຂອງເຮົາ? ຄວາມບໍ່ບໍລິສຸດໃນໃຈຂອງພວກເຈົ້າໄດ້ມີໜ້ອຍລົງແລ້ວບໍ? ຫຼື ພວກມັນໄດ້ເພີ່ມຂຶ້ນແລ້ວບໍ? ຖ້າອົງປະກອບທີ່ບໍ່ບໍລິສຸດໃນໃຈຂອງພວກເຈົ້າບໍ່ໄດ້ລົດລົງ ແລະ ພວກມັນກໍບໍ່ໄດ້ເພີ່ມຂຶ້ນ, ເຮົາກໍຈະຖິ້ມຄົນແບບພວກເຈົ້າຢ່າງແນ່ນອນ. ສິ່ງທີ່ເຮົາຕ້ອງການແມ່ນຜູ້ຄົນທີ່ບໍລິສຸດທີ່ເຮັດຕາມຫົວໃຈຂອງເຮົາເອງ ແລະ ບໍ່ແມ່ນພວກຜີສາດທີ່ສົກກະປົກທີ່ກະບົດຕໍ່ເຮົາ. ເຖິງແມ່ນວ່າ ຄວາມຮຽກຮ້ອງຂອງເຮົາທີ່ມີຕໍ່ມະນຸດຈະບໍ່ສູງ ແຕ່ໂລກພາຍໃນຂອງຫົວໃຈຂອງມະນຸດແມ່ນຊັບຊ້ອນຫຼາຍຈົນມະນຸດບໍ່ສາມາດມີຄວາມພ້ອມເຮັດຕາມຄວາມປະສົງຂອງເຮົາໄດ້ ຫຼື ເຮັດໃຫ້ເຈດຕະນາຂອງເຮົາສໍາເລັດລົງໂດຍໄວ. ມະນຸດສ່ວນໃຫຍ່ແມ່ນໃຊ້ຄວາມພະຍາຍາມຢ່າງລັບໆໂດຍມີຄວາມຫວັງທີ່ຈະຍຶດເອົາພວງມະໄລສຸດທ້າຍແຫ່ງໄຊຊະນະ. ມະນຸດສ່ວນໃຫຍ່ແມ່ນພະຍາຍາມຢ່າງສຸດຄວາມສາມາດ ໂດຍບໍ່ກ້າຂີ້ຄ້ານແມ່ນແຕ່ໜ້ອຍເລີຍ ແລະ ຢ້ານຫຼາຍທີ່ຈະຖືກຊາຕານຈັບຕົວໄປເປັນສະເລີຍຄັ້ງທີສອງ. ພວກເຂົາບໍ່ກ້າທີ່ຈະມີຄວາມບໍ່ພໍໃຈກັບເຮົາອີກຕໍ່ໄປ ແຕ່ສະແດງຄວາມຈົງຮັກພັກດີຂອງພວກເຂົາຕໍ່ໜ້າເຮົາຢ່າງຕໍ່ເນື່ອງ. ເຮົາໄດ້ຍິນຄໍາເວົ້າຈິງໃຈທີ່ກ່າວໂດຍຫຼາຍຄົນ ເຊິ່ງເປັນການອະທິບາຍຈາກຫຼາຍຄົນກ່ຽວກັບປະສົບການທີ່ເຈັບປວດຂອງພວກເຂົາໃນທ່າມກາງຄວາມທໍລະມານ; ໃນຄວາມຍາກລໍາບາກທີ່ຮ້າຍແຮງທີ່ສຸດ, ເຮົາໄດ້ເຫັນຫຼາຍຄົນຖວາຍຄວາມຈົງຮັກພັກດີຂອງພວກເຂົາໃຫ້ກັບເຮົາຢ່າງບໍ່ສິ້ນສຸດ ແລະ ເຮົາໄດ້ເບິ່ງຫຼາຍຄົນຊອກຫາທາງອອກຂະນະທີ່ພວກເຂົາຍ່າງຢູ່ເສັ້ນທາງທີ່ເຕັມໄປດ້ວຍກ້ອນຫິນ. ໃນສະຖານະການເຫຼົ່ານີ້ ພວກເຂົາບໍ່ເຄີຍຈົ່ມ; ແມ່ນແຕ່ໃນເວລາທີ່ພວກເຂົາຂ້ອນຂ້າງທໍ້ແທ້ໃຈໃນການບໍ່ສາມາດຊອກຫາແສງສະຫວ່າງ, ພວກເຂົາກໍບໍ່ເຄີຍຈົ່ມແມ່ນແຕ່ຄັ້ງດຽວ. ແຕ່ເຮົາຍັງໄດ້ຍິນຫຼາຍຄົນລະບາຍດ້ວຍການສາບແຊ່ງຈາກສ່ວນເລິກຂອງຫົວໃຈຂອງພວກເຂົາ, ສາບແຊ່ງສະຫວັນ ແລະ ກ່າວໂທດແຜ່ນດິນໂລກ ແລະ ເຮົາໄດ້ເຫັນຫຼາຍຄົນປະຖິ້ມຕົວເອງກັບຄວາມສິ້ນຫວັງໃນທ່າມກາງຄວາມເສົ້າໂສກເສຍໃຈຂອງພວກເຂົາ, ໂຍນຕົວເອງຖິ້ມລົງຖັງຂີ້ເຫຍື້ອຄືກັບຂີ້ເຫຍື້ອ ເພື່ອຖືກເຄືອບດ້ວຍຄວາມສົກກະປົກ ແລະ ຄວາມເປື້ອນ. ເຮົາໄດ້ຍິນຫຼາຍຄົນຖົກຖຽງກັນຍ້ອນມີການປ່ຽນແປງໃນຕໍາແໜ່ງ ທີ່ນໍາໄປສູ່ການປ່ຽນແປງໃບໜ້າຂອງພວກເຂົາ ເຊິ່ງເກີດໃຫ້ມີການປ່ຽນແປງສາຍພົວພັນຂອງພວກເຂົາຕໍ່ມະນຸດດ້ວຍກັນ ເຊັ່ນວ່າ: ໝູ່ຈະຢຸດເປັນໝູ່ ແລະ ກາຍເປັນສັດຕູ ແລ້ວກໍໂຈມຕີກັນແລະກັນດ້ວຍລິ້ນຂອງພວກເຂົາ. ຜູ້ຄົນສ່ວນໃຫຍ່ໃຊ້ພຣະທໍາຂອງເຮົາຄືລູກປືນກົນທີ່ຍິງໃສ່ຜູ້ອື່ນໂດຍບໍ່ຮູ້ຕົວ ຈົນໂລກມະນຸດທຸກບ່ອນແມ່ນເຕັມໄປດ້ວຍສຽງວຸ້ນວາຍທີ່ລົບກວນຄວາມສະຫງົບສຸກ. ໂຊກດີທີ່ມື້ນີ້ໄດ້ມາຮອດແລ້ວ; ບໍ່ສະນັ້ນ ແມ່ນໃຜຮູ້ແດ່ວ່າ ມີຈັກຄົນທີ່ອາດຈະຕາຍໄປພາຍໃຕ້ການກວາດລ້າງຢ່າງໄຮ້ຄວາມປານີຈາກການຍິງປືນກົນນີ້.

ຫຼັງຈາກອອກພຣະທໍາຂອງເຮົາ ແລະ ເຟົ້າຕິດຕາມສະພາບຂອງມະນຸດທຸກຄົນ, ອານາຈັກຂອງເຮົາກໍຈະຄ່ອຍໆລົງມາສູ່ແຜ່ນດິນໂລກເທື່ອລະບາດກ້າວ. ມະນຸດບໍ່ມີຄວາມຄິດກັງວົນໃຈ ຫຼື ເຮັດໃຫ້ຕົວເອງ “ໝົກມຸ້ນ” ກັບຄົນອື່ນ ຫຼື “ຄິດແທນ” ພວກເຂົາອີກຕໍ່ໄປ. ສະນັ້ນ, ຄວາມຂັດແຍ້ງທີ່ມັກເກີດຂຶ້ນຢູ່ແຜ່ນດິນໂລກກໍຈະບໍ່ມີອີກຕໍ່ໄປ ແລະ ຫຼັງຈາກການອອກພຣະທໍາຂອງເຮົາ “ອາວຸດ” ຕ່າງໆຂອງສະໄໝໃໝ່ແມ່ນຖືກຖອນຄືນ. ມະນຸດພົບຄວາມສະຫງົບສຸກອີກຄັ້ງກັບມະນຸດ, ຫົວໃຈຂອງມະນຸດແຜ່ຈິດໃຈແຫ່ງຄວາມສັນຕິສຸກອີກຄັ້ງ ແລະ ບໍ່ມີຜູ້ໃດປ້ອງກັນຕົວເອງຈາກການລັກລອບໂຈມຕີອີກຕໍ່ໄປ. ມະນຸດທຸກຄົນໄດ້ກັບຄືນສູ່ສະພາບປົກກະຕິ ແລະ ເລີ່ມຊີວິດໃໝ່. ເມື່ອອາໄສຢູ່ໃນສະພາບແວດລ້ອມໃໝ່ ກໍມີຜູ້ຄົນຈໍານວນຫຼາຍທີ່ພາກັນເບິ່ງອ້ອມຮອບສິ່ງເຫຼົ່ານັ້ນ, ຮູ້ສຶກຄືກັບວ່າ ພວກເຂົາໄດ້ເຂົ້າສູ່ໂລກໃໝ່ທັງໝົດ ແລະ ຍ້ອນສິ່ງນີ້ ພວກເຂົາຈຶ່ງບໍ່ສາມາດປັບຕົວໃຫ້ເຂົ້າກັບສະພາບແວດລ້ອມປັດຈຸບັນໄດ້ທັນທີ ຫຼື ເຂົ້າສູ່ເສັ້ນທາງທີ່ຖືກຕ້ອງທັນທີ. ສະນັ້ນ, ເທົ່າທີ່ມະນຸດຮູ້ ມັນຈຶ່ງເປັນກໍລະນີທີ່ວ່າ “ວິນຍານເຕັມໃຈ ແຕ່ເນື້ອໜັງອ່ອນແອ”. ເຖິງວ່າ ເຮົາຈະບໍ່ໄດ້ຊິມຄວາມຂົມຂື່ນຂອງຄວາມລໍາບາກຍາກແຄ້ນຂອງຕົວເອງຄືກັບມະນຸດ ແຕ່ເຖິງຢ່າງນັ້ນກໍຕາມ ເຮົາກໍຮູ້ທຸກສິ່ງທີ່ຕ້ອງຮູ້ ກ່ຽວກັບຄວາມບໍ່ພຽງພໍຂອງມະນຸດ. ເຮົາຄຸ້ນເຄີຍກັບຄວາມຕ້ອງການຂອງມະນຸດຢ່າງໃກ້ຊິດ ແລະ ຄວາມເຂົ້າໃຈຂອງເຮົາ ກ່ຽວກັບຄວາມອ່ອນແອຂອງພວກເຂົາແມ່ນສົມບູນ. ຍ້ອນເຫດຜົນນີ້, ເຮົາຈຶ່ງບໍ່ລໍ້ຫຼິ້ນມະນຸດຍ້ອນຂໍ້ບົກຜ່ອງຂອງເຂົາ; ໂດຍອີງຕາມຄວາມບໍ່ຊອບທໍາຂອງເຂົາ, ເຮົາພຽງແຕ່ໃຊ້ມາດຕະການ “ສຶກສາອົບຮົມ” ທີ່ເໝາະສົມ ເພື່ອເຮັດໃຫ້ທຸກຄົນເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໄດ້ດີຂຶ້ນ ເພື່ອວ່າ ມະນຸດຈະຢຸດເປັນເດັກກໍາພ້າພະເນຈອນ ແລະ ກາຍເປັນເດັກອ່ອນທີ່ມີບ່ອນເອີ້ນວ່າເຮືອນແທນ. ຢ່າງໃດກໍຕາມ, ການກະທໍາຂອງເຮົາແມ່ນຖືກຄຸ້ມຄອງໂດຍຫຼັກການຂອງເຮົາ. ຖ້າມະນຸດບໍ່ເຕັມໃຈທີ່ຈະຮັບເອົາຄວາມສຸກຢູ່ໃນຕົວເຮົາ, ເຮົາກໍພຽງໄດ້ແຕ່ເຫັນດີນໍາເທົ່ານັ້ນກັບສິ່ງທີ່ພວກເຂົາຕັ້ງໃຈໃສ່ ແລະ ສົ່ງພວກເຂົາໄປສູ່ຂຸມເລິກທີ່ສຸດ. ໃນຈຸດນີ້, ຜູ້ຄົນບໍ່ຄວນມີຄວາມບໍ່ພໍໃຈໃນຫົວໃຈຂອງພວກເຂົາອີກຕໍ່ໄປ ແຕ່ທຸກຄົນຄວນສາມາດເຫັນຄວາມຊອບທໍາຂອງເຮົາໃນການຈັດແຈງທີ່ເຮົາໄດ້ຈັດແຈງໄວ້. ເຮົາບໍ່ໄດ້ບັງຄັບມະນຸດໃຫ້ຮັກເຮົາ ແລະ ເຮົາບໍ່ໄດ້ໂຈມຕີມະນຸດຜູ້ໃດເພື່ອໃຫ້ຮັກເຮົາ. ໃນຕົວເຮົາແມ່ນມີຄວາມເປັນອິດສະຫຼະທັງໝົດ ແລະ ການປົດປ່ອຍທັງໝົດ. ເຖິງວ່າ ຊາຕາກໍາຂອງມະນຸດແມ່ນຂຶ້ນຢູ່ກັບມືຂອງເຮົາ ແຕ່ເຮົາໄດ້ມອບຄວາມເປັນອິດສະຫຼະໃຫ້ແກ່ມະນຸດ ເຊິ່ງບໍ່ໄດ້ຂຶ້ນກັບການຄວບຄຸມຂອງເຮົາອີກຕໍ່ໄປ. ດ້ວຍວິທີນີ້ ມະນຸດຈະບໍ່ຊອກຫາວິທີທາງເພື່ອສ້າງ “ບັນຫາ” ຍ້ອນພຣະດໍາລັດແຫ່ງການປົກຄອງຂອງເຮົາ ແຕ່ຈະອາໄສຄວາມໃຈກ້ວາງຂອງເຮົາແທນເພື່ອຮັບເອົາ “ການປົດປ່ອຍ”. ສະນັ້ນ, ຫຼາຍຄົນຈຶ່ງສະແຫວງຫາທາງອອກຂອງຕົວເອງພາຍໃນການປົດປ່ອຍຂອງພວກເຂົາ ແທນທີ່ຈະຖືກບັງຄັບດ້ວຍຂໍ້ກໍານົດຂອງເຮົາ.

ເຮົາໄດ້ປະຕິບັດກັບມະນຸດດ້ວຍມືທີ່ເປີດກວ້າງຕະຫຼອດ, ບໍ່ເຄີຍກີດຂວາງມະນຸດດ້ວຍບັນຫາທີ່ແກ້ໄຂບໍ່ຕົກ ແລະ ບໍ່ເຄີຍເຮັດໃຫ້ແມ່ນແຕ່ຄົນດຽວຕົກຢູ່ໃນຄວາມລໍາບາກ. ມັນບໍ່ແມ່ນແບບນີ້ບໍ? ເຖິງວ່າ ຫຼາຍຄົນຈະບໍ່ຮັກເຮົາ ແຕ່ທັດສະນະຄະຕິແບບນີ້ກໍບໍ່ໄດ້ລົບກວນເຮົາ ເຊິ່ງເຮົາກໍຍັງມອບອິດສະຫຼະໃຫ້ແກ່ພວກເຂົາ ໂດຍເຮັດໃຫ້ພວກເຂົາມີອິດສະຫຼະພາບຈົນເຖິງຂັ້ນໃຫ້ພວກເຂົາລອຍນໍ້າໄປມາຢ່າງເສລີໃນທະເລແຫ່ງຄວາມຂົມຂື່ນ ແລະ ຄວາມທໍລະມານ. ຍ້ອນວ່າ ມະນຸດຄືພາຊະນະທີ່ໃຊ້ທົ່ວໄປ; ເຖິງວ່າ ເຂົາຈະເຫັນພອນທີ່ເຮົາຖືໃນມືຂອງເຮົາ ເຂົາກໍບໍ່ສົນໃຈທີ່ຈະຮັບເອົາພອນເຫຼົ່ານັ້ນ ແຕ່ຈະດຶງເອົາແສ້ຈາກມືຂອງຊາຕານແທນ ແລ້ວໃນທີ່ສຸດກໍກໍານົດຊະຕາກໍາຕົນເອງໃຫ້ຖືກຊາຕານກິນເປັນ “ອາຫານ”. ແນ່ນອນ ມີບາງຄົນທີ່ໄດ້ເຫັນແສງສະຫວ່າງຂອງເຮົາດ້ວຍຕາຂອງພວກເຂົາ ແລະ ເຖິງແມ່ນວ່າ ພວກເຂົາກໍາລັງດໍາລົງຊີວິດຢູ່ໃນໝອກໜາຂອງຍຸກປັດຈຸບັນ ພວກເຂົາກໍບໍ່ໄດ້ສູນເສຍຄວາມເຊື່ອໃນແສງສະຫວ່າງຍ້ອນໝອກເຫຼົ່ານີ້ ແຕ່ຍັງສືບຕໍ່ງົມ ແລະ ສະແຫວງຫາຜ່ານໝອກເຫຼົ່ານັ້ນ ເຖິງແມ່ນຕາມເສັ້ນທາງຈະມີອຸປະສັກໄປທົ່ວກໍຕາມ. ເມື່ອມະນຸດກະບົດຕໍ່ເຮົາ, ເຮົາຈະໂຍນຄວາມໂກດຮ້າຍຂອງເຮົາໃສ່ເຂົາ ແລະ ດ້ວຍເຫດນັ້ນ ມະນຸດກໍອາດຈະຕາຍໄປຍ້ອນຄວາມບໍ່ເຊື່ອຟັງຂອງເຂົາ. ເມື່ອເຂົາເຊື່ອຟັງເຮົາ, ເຮົາກໍຍັງຈະລີ້ຈາກເຂົາ ເຊິ່ງວິທີນີ້ຈະປຸກຄວາມຮັກໃນສ່ວນເລິກຂອງຫົວໃຈຂອງເຂົາ ທີ່ເປັນຄວາມຮັກທີ່ບໍ່ຕ້ອງການທີ່ຈະຊັກຊວນເຮົາ ແຕ່ເພື່ອມອບຄວາມສຸກໃຫ້ກັບເຮົາ. ໃນການສະແຫວງຫາເຮົາຂອງມະນຸດ, ເຮົາໄດ້ປິດຕາຂອງເຮົາ ແລະ ຢູ່ຢ່າງງຽບໆຫຼາຍຄັ້ງ ເພື່ອດຶງເອົາຄວາມເຊື່ອທີ່ແທ້ຈິງຂອງເຂົາອອກມາ. ແຕ່ເມື່ອເຮົາບໍ່ເວົ້າ, ຄວາມເຊື່ອຂອງມະນຸດກໍປ່ຽນແປງໃນກະພິບຕາ ແລະ ທຸກສິ່ງທີ່ເຮົາເຫັນກໍຄື “ສິນຄ້າປອມ” ຂອງເຂົາ ຍ້ອນມະນຸດບໍ່ເຄີຍຮັກເຮົາຢ່າງຈິງໃຈ. ເມື່ອເຮົາສະແດງຕົວເອງເທົ່ານັ້ນ ມະນຸດທຸກຄົນຈຶ່ງສະແດງ “ຄວາມເຊື່ອ” ຢ່າງຫຼວງຫຼາຍ; ແຕ່ເມື່ອເຮົາລີ້ໃນບ່ອນລັບຂອງເຮົາ ພວກເຂົາກໍອ່ອນແອ ແລະ ບໍ່ມີຄວາມກ້າ ຄືກັບວ່າ ຢ້ານທີ່ຈະລ່ວງເກີນເຮົາ; ມີບາງຄົນເຖິງກັບບໍ່ສາມາດເຫັນໃບໜ້າຂອງເຮົາ ແລະ ເຮັດໃຫ້ເຮົາຢູ່ພາຍໃຕ້ “ຂະບວນການທີ່ເລິກເຊິ່ງ”, ດ້ວຍເຫດນັ້ນ ຈຶ່ງເປັນການປະຕິເສດຄວາມຈິງກ່ຽວກັບການມີຢູ່ຂອງເຮົາ. ຫຼາຍຄົນຍັງຄົງຢູ່ໃນສະພາບນີ້; ຫຼາຍຄົນມີຄວາມຄິດແບບນີ້. ມັນເປັນພຽງຄວາມພໍໃຈຂອງມະນຸດທຸກຄົນເພື່ອປົກປິດສິ່ງຂີ້ຮ້າຍໃນຕົວພວກເຂົາເອງ. ຍ້ອນສິ່ງນີ້ ພວກເຂົາຈຶ່ງລັງເລທີ່ຈະຮຽກຮ້ອງຄວາມສົນໃຈຕໍ່ຂໍ້ບົກຜ່ອງຂອງພວກເຂົາເອງ ແລະ ມີແຕ່ຍອມຮັບຄວາມຈິງກ່ຽວກັບພຣະທໍາຂອງເຮົາດ້ວຍການກັດແຂ້ວ ແລະ ປິດບັງໜ້າຕາເທົ່ານັ້ນ.

ວັນທີ 17 ມີນາ 1992

ກ່ອນນີ້: ບົດທີ 17

ຕໍ່ໄປ: ບົດທີ 19

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຄວນຮູ້ວ່າ ພຣະເຈົ້າຕາມຄວາມເປັນຈິງແມ່ນພຣະເຈົ້າເອງ

ເຈົ້າຄວນຮູ້ແມ່ນຫຍັງແດ່ກ່ຽວກັບພຣະເຈົ້າຕາມຄວາມເປັນຈິງ? ພຣະວິນຍານ, ບຸກຄົນ ແລະ ພຣະທຳທີ່ປະກອບສ່ວນຂອງພຣະເຈົ້າຕາມຄວາມເປັນຈິງ ແລະ...

ເຈົ້າຮູ້ບໍ? ພຣະເຈົ້າໄດ້ກະທຳການອັນຍິ່ງໃຫຍ່ທ່າມກາງມະນຸດ

ຍຸກເກົ່າໄດ້ຜ່ານໄປ ແລະ ຍຸກໃໝ່ໄດ້ກ້າວເຂົ້າມາ. ໃນແຕ່ລະປີ ແລະ ແຕ່ລະວັນ ພຣະເຈົ້າໄດ້ກະທໍາການຫຼາຍຢ່າງ. ພຣະອົງໄດ້ສະເດັດມາຍັງໂລກ ແລະ ຈາກໄປ....

ພຣະໂອວາດສາມຂໍ້

ໃນຖານະເປັນຜູ້ທີ່ເຊື່ອໃນພຣະເຈົ້າ ເຈົ້າບໍ່ຄວນ ຈົງຮັກພັກດີຕໍ່ຜູ້ໃດ ນອກຈາກຕໍ່ພຣະອົງໃນທຸກສິ່ງ ທຸກຢ່າງ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້