ເປັນຫຍັງຈຶ່ງມີອຸປະສັກຫຼາຍຢ່າງໃນການຍອມຮັບຫົນທາງທີ່ແທ້ຈິງ

22 ເດືອນສິງຫາ 2023

ໃນປີ 2008, ຂ້ອຍໄດ້ວາງຄວາມເຊື່ອຂອງຂ້ອຍໄວ້ໃນພຣະຜູ້ເປັນເຈົ້າພ້ອມກັບແມ່ຂອງຂ້ອຍ ແລະ ຫຼັງຈາກນັ້ນ ຂ້ອຍກໍເລີ່ມເຂົ້າຮ່ວມການເຕົ້າໂຮມຢູ່ຄຣິສຕະຈັກທ້ອງຖິ່ນ. ຕໍ່ມາຂ້ອຍໄດ້ກາຍມາເປັນຜູ້ຊ່ວຍສິດຍາພິບານຢູ່ຄຣິສຕະຈັກ. ໃນແຕ່ລະຄັ້ງທີ່ພວກເຮົາມີການເຕົ້າໂຮມ, ຂ້ອຍຕ້ອງການອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນຢູ່ສະເໝີ ແລະ ມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຄວາມປະສົງຂອງພຣະເຈົ້າ, ແຕ່ເມື່ອເວລາຜ່ານໄປ, ຂ້ອຍກໍຮູ້ວ່າຂ້ອຍບໍ່ໄດ້ຮັບການລ້ຽງດູຈາກຄຳເທດສະໜາຂອງສິດຍາພິບານ. ຂ້ອຍບໍ່ມີຄວາມສຸກກັບການເຕົ້າໂຮມ ແລະ ຮູ້ສຶກວ່າງເປົ່າຢູ່ພາຍໃນ. ໃນເດືອນມິຖຸນາຂອງປີ 2020, ເມື່ອຂ້ອຍກຳລັງຈະເຂົ້າສູ່ງານສຳມະນາເພື່ອຮຽນຕໍ່, ຂ້ອຍໄດ້ພົບກັບເອື້ອຍກາເຊຍຜ່ານອອນລາຍ, ເຊິ່ງເປັນສະມາຊິກຄົນໜຶ່ງໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ລາວໄດ້ແບ່ງປັນຂ່າວປະເສີດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໃນຍຸກສຸດທ້າຍກັບຂ້ອຍ ແລະ ເຊີນໃຫ້ຂ້ອຍເຂົ້າຮ່ວມກຸ່ມເຕົ້າໂຮມ. ຂ້ອຍໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດຫຼາຍຂໍ້, ເຫັນວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດມີສິດອຳນາດ ແລະ ລິດອຳນາດ, ພວກມັນຄືສຽງຂອງພຣະເຈົ້າ ແລະ ເລີ່ມແນ່ໃຈວ່າພຣະເຈົ້າອົງຊົງລິດທານຸພາບສູງສຸດຄືພຣະເຢຊູເຈົ້າທີ່ກັບຄືນມາທີ່ພວກເຮົາລໍຖ້າເປັນເວລາດົນນານ. ຂ້ອຍຕື້ນຕັນໃຈຫຼາຍຈົນຂ້ອຍເລີ່ມຮ້ອງໄຫ້. ຂ້ອຍຮູ້ສຶກໂຊກດີຫຼາຍທີ່ຂ້ອຍສາມາດຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າໃນຍຸກສຸດທ້າຍ.

ຫຼັງຈາກນັ້ນ, ຂ້ອຍຕ້ອງການປ່ອຍໃຫ້ອ້າຍເອື້ອຍນ້ອງຂ້ອຍຮູ້ເຖິງການກັບຄືນມາຂອງພຣະຜູ້ເປັນເຈົ້າໃຫ້ໄວເທົ່າທີ່ເປັນໄປໄດ້. ໂດຍຮູ້ວ່າອັງເຮວອັງເຮວເປັນນັກເທດສະໜາຢູ່ຄຣິສຕະຈັກຂອງພວກເຮົາ ແລະ ລາວມີເມດຕາ, ມີຄວາມຮັບຜິດຊອບ ແລະ ມັກຊ່ວຍພວກເຮົາທຸກຄົນ, ຂ້ອຍໄດ້ໄປຫາລາວກ່ອນດ້ວຍຂ່າວການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ແບ່ງປັນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດກັບລາວ, ໂອ້ລົມກ່ຽວກັບຄວາມເຂົ້າໃຈຂອງຂ້ອຍຕໍ່ພຣະທຳຂອງພຣະອົງ. ຂ້ອຍປະຫຼາດໃຈເມື່ອອັງເຮວອັງເຮວເວົ້າແຊກຂ້ອຍໃນທັນທີ, ໂດຍເວົ້າວ່າ: “ນັ້ນຄືສິ່ງທີ່ເປັນໄປບໍ່ໄດ້. ພຣະຄຳພີເປັນບ່ອນດຽວທີ່ປະກອບມີພຣະທຳຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າບໍ່ສາມາດປາກົດຢູ່ນອກພຣະຄຳພີໄດ້. ການອ່ານເນື້ອຫາທີ່ບໍ່ພົບເຫັນຢູ່ໃນພຣະຄຳພີຄືການທໍລະຍົດພຣະຜູ້ເປັນເຈົ້າ!” ຂ້ອຍຟ້າວຕອບກັບວ່າ: “ສິ່ງນີ້ຈະສາມາດເປັນການທໍລະຍົດພຣະຜູ້ເປັນເຈົ້າໄດ້ແນວໃດ? ເຈົ້າບໍ່ມີຄວາມເຂົ້າໃຈແມ່ນແຕ່ໜ້ອຍດຽວກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ສະນັ້ນຢ່າງໜ້ອຍເຈົ້າກໍຄວນສືບຄົ້ນມັນກ່ອນ ເພື່ອເບິ່ງວ່າພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນສຽງຂອງພຣະເຈົ້າ ຫຼື ບໍ່, ແລ້ວເຈົ້າຈຶ່ງສາມາດຕັດສິນໄດ້”. ແຕ່ລາວເວົ້າແຊກຂ້ອຍອີກຄັ້ງ ແລະ ຕອບກັບຢ່າງທະນົງຕົວວ່າ: “ບໍ່ຈຳເປັນຕ້ອງສືບຄົ້ນ. ຖ້າເຈົ້າຕ້ອງການໄດ້ຍິນຄຳເທດສະໜາ, ພຽງແຕ່ຟັງຂ້ອຍ. ເຈົ້າຕ້ອງຈື່ວ່າ ບໍ່ວ່າຫຍັງກໍຕາມແມ່ນບໍ່ໃຫ້ອ່ານໜັງສືເຫຼັ້ມອື່ນນອກຈາກພຣະຄຳພີ. ການອອກຈາກພຣະຄຳພີຄືການທໍລະຍົດພຣະຜູ້ເປັນເຈົ້າ”. ຂ້ອຍແປກໃຈ ແລະ ສັບສັນ ກັບທັດສະນະຂອງລາວຕໍ່ພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ: “ໃນອະດີດ, ລາວບອກພວກເຮົາຢູ່ສະເໝີວ່າພວກເຮົາຄວນເປັນຄືກັບຍິງພົມມະຈັນທີ່ສະຫຼາດ ແລະ ລໍຖ້າພຣະຜູ້ເປັນເຈົ້າຢ່າງເດັດດ່ຽວ, ຖ້າບໍ່ດັ່ງນັ້ນ ພວກເຮົາອາດພາດການກັບຄືນມາຂອງພຣະອົງ. ຕອນນີ້, ພຣະຜູ້ເປັນເຈົ້າໄດ້ກັບຄືນມາແລ້ວ, ສະນັ້ນເປັນຫຍັງລາວຈຶ່ງບໍ່ເຕັມໃຈທີ່ຈະສະແຫວງຫາ ແລະ ສືບຄົ້ນ ແລະ ເຖິງກັບສັ່ງໃຫ້ຂ້ອຍເຊົາຟັງພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ? ລາວບໍ່ໄດ້ຕ້ອງການຕ້ອນຮັບການກັບຄືນມາຂອງພຣະຜູ້ເປັນເຈົ້າບໍ?” ຂ້ອຍພຽງແຕ່ບໍ່ເຂົ້າໃຈວ່າເປັນຫຍັງລາວຈຶ່ງມີທັດສະນະເຊັ່ນນັ້ນ. ຂ້ອຍຍັງຄິດກ່ຽວກັບສິ່ງທີ່ລາວໄດ້ເວົ້າວ່າ: “ພຣະຄຳພີປະກອບມີພຣະທຳທັງໝົດຂອງພຣະເຈົ້າ. ພຣະທຳຂອງພຣະເຈົ້າບໍ່ໄດ້ປາກົດຢູ່ນອກພຣະຄຳພີ. ການອອກຫ່າງຈາກພຣະຄຳພີຄືການທໍລະຍົດພຣະຜູ້ເປັນເຈົ້າ”. ເຖິງຂ້ອຍຈະຮູ້ວ່າຂ້ອຍກຳລັງຕ້ອນຮັບພຣະຜູ້ເປັນເຈົ້າໂດຍການຍອມຮັບພຣະເຈົ້າອົງຊົງລິດທານຸພາບສູງສຸດ, ການບໍ່ທໍລະຍົດພຣະອົງ, ຂ້ອຍຍັງຮູ້ສຶກສັບສົນກັບສິ່ງທີ່ລາວໄດ້ເວົ້າ.

ຕໍ່ມາຂ້ອຍໄດ້ອ່ານສອງສາມຂໍ້ຄວາມໃນພຣະທຳຂອງພຣະເຈົ້າ ແລະ ຟັງການໂອ້ລົມຈາກອ້າຍເອື້ອຍນ້ອງໃນຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ສິ່ງນີ້ກໍໄດ້ຊ່ວຍໃຫ້ແກ້ໄຂຄວາມສັບສົນຂອງຂ້ອຍ. ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ສິ່ງຕ່າງໆທີ່ຖືກບັນທຶກໃນພຣະຄຳພີແມ່ນມີຈຳກັດ; ສິ່ງເຫຼົ່ານັ້ນບໍ່ສາມາດເປັນຕົວແທນໃຫ້ກັບພາລະກິດທັງໝົດຂອງພຣະເຈົ້າໄດ້. ພຣະກິດຕິຄຸນທັງສີ່ຮວມກັນມີໜ້ອຍກວ່າໜຶ່ງຮ້ອຍບົດ ທີ່ຂຽນເຖິງເຫດການໃນຈຳນວນທີ່ຈໍາກັດ ເຊັ່ນ: ການທີ່ພຣະເຢຊູສາບແຊ່ງຕົ້ນເດື່ອ, ການທີ່ເປໂຕປະຕິເສດພຣະຜູ້ເປັນເຈົ້າສາມຄັ້ງ, ການທີ່ພຣະເຢຊູປາກົດຕົວຕໍ່ອັກຄະສາວົກຫຼັງຈາກຖືກຄຶງເທິງໄມ້ກາງແຂນ ແລະ ການຟື້ນຄືນຊີບຂອງພຣະອົງ, ຄຳສັ່ງສອນກ່ຽວກັບການຖືອົດອາຫານ, ຄໍາສັ່ງສອນກ່ຽວກັບຄຳອະທິຖານ, ຄຳສັ່ງສອນກ່ຽວກັບການຢ່າຮ້າງ, ການກຳເນີດ ແລະ ວົງຕະກູນຂອງພຣະເຢຊູ, ການແຕ່ງຕັ້ງສາວົກຂອງພຣະເຢຊູ ແລະ ອື່ນໆອີກ. ເຖິງຢ່າງໃດກໍຕາມ ມະນຸດເຊີດຊູສິ່ງເຫຼົ່ານັ້ນເປັນຊັບສົມບັດ ເຖິງກັບປຽບທຽບພາລະກິດໃນປັດຈຸບັນໃສ່ກັບສິ່ງເຫຼົ່ານັ້ນ. ພວກເຂົາເຖິງກັບເຊື່ອວ່າ ພາລະກິດທັງໝົດທີ່ພຣະເຢຊູປະຕິບັດໃນຊີວິດຂອງພຣະອົງມີຫຼາຍພຽງແຕ່ສໍ່ານັ້ນ ຄືກັນກັບວ່າພຣະເຈົ້າພຽງແຕ່ສາມາດປະຕິບັດຫຼາຍສໍ່ານີ້ ແລະ ບໍ່ມີຫຼາຍກວ່ານີ້ອີກ. ນີ້ບໍ່ແມ່ນເລື່ອງໄຮ້ເຫດຜົນທີ່ສຸດບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (1)). “ໃນທີ່ສຸດແລ້ວ ສິ່ງໃດຍິ່ງໃຫຍ່ກວ່າກັນ: ພຣະເຈົ້າ ຫຼື ພຣະຄຳພີ? ເປັນຫຍັງພຣະເຈົ້າຈຶ່ງຕ້ອງເຮັດພາລະກິດຕາມພຣະຄຳພີ? ມັນເປັນຍ້ອນພຣະເຈົ້າບໍ່ມີສິດໃຫຍ່ກວ່າພຣະຄຳພີບໍ? ພຣະເຈົ້າບໍ່ສາມາດອອກຈາພຣະຄຳພີ ແລະ ປະຕິບັດພາລະກິດອື່ນໄດ້ບໍ? ເປັນຫຍັງພຣະເຢຊູ ແລະ ພວກສາວົກຂອງພຣະອົງຈຶ່ງບໍ່ຮັກສາວັນຊະບາໂຕ? ຖ້າພຣະອົງຕ້ອງປະຕິບັດຕາມວັນຊະບາໂຕ ແລະ ພຣະບັນຍັດແຫ່ງພຣະສັນຍາເດີມ, ເປັນຫຍັງພຣະເຢຊູຈຶ່ງບໍ່ຮັກສາວັນຊະບາໂຕຫຼັງຈາກທີ່ພຣະອົງສະເດັດມາ ແຕ່ກົງກັນຂ້າມ ພຣະອົງລ້າງຕີນ, ຜ້າຄຸມຫົວ, ຫັກເຂົ້າຈີ່ ແລະ ດື່ມເຫຼົ້າແວງ? ທຸກສິ່ງທີ່ກ່າວມານີ້ບໍ່ໄດ້ຢູ່ພຣະບັນຍັດແຫ່ງພຣະສັນຍາເດີມບໍ່ແມ່ນບໍ? ຖ້າພຣະເຢຊູນັບຖືພຣະສັນຍາເດີມ, ເປັນຫຍັງພຣະອົງຈຶ່ງຝ່າຝືນຫຼັກຄຳສອນເຫຼົ່ານີ້? ເຈົ້າຄວນຮູ້ຈັກວ່າ ສິ່ງໃດມາກ່ອນ ພຣະເຈົ້າ ຫຼື ພຣະຄຳພີ! ເມື່ອເປັນພຣະຜູ້ເປັນເຈົ້າແຫ່ງວັນຊະບາໂຕ, ພຣະອົງບໍ່ສາມາດເປັນພຣະຜູ້ເປັນເຈົ້າແຫ່ງພຣະຄຳພີບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (1)). “ບໍ່ມີໃຜຮູ້ຈັກຄວາມເປັນຈິງແຫ່ງພຣະຄຳພີ ເຊິ່ງບໍ່ມີຫຍັງຫຼາຍນອກຈາກການບັນທຶກທາງປະຫວັດສາດຂອງພາລະກິດຂອງພຣະເຈົ້າ ແລະ ເປັນຫຼັກຖານພິສູດໃຫ້ກັບພາລະກິດສອງຂັ້ນຕອນທີ່ຜ່ານມາຂອງພຣະເຈົ້າ ແລະ ມັນບໍ່ໄດ້ເຮັດໃຫ້ເຈົ້າເຂົ້າໃຈສິ່ງໃດເລີຍກ່ຽວກັບຈຸດປະສົງຂອງພາລະກິດຂອງພຣະເຈົ້າ. ທຸກຄົນທີ່ໄດ້ອ່ານພຣະຄຳພີຮູ້ຈັກວ່າ ພຣະຄຳພີບັນທຶກພາລະກິດສອງຂັ້ນຕອນຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ ແລະ ຍຸກແຫ່ງພຣະຄຸນ. ພຣະສັນຍາເດີມບັນທຶກເຫດການປະຫວັດສາດຂອງອິດສະຣາເອນ ແລະ ພາລະກິດຂອງພຣະເຢໂຮວາຕັ້ງແຕ່ເວລາການຊົງສ້າງຈົນເຖິງເວລາສຸດທ້າຍຂອງຍຸກແຫ່ງພຣະບັນຍັດ. ພຣະສັນຍາໃໝ່ບັນທຶກພາລະກິດຂອງພຣະເຢຊູຢູ່ເທິງແຜ່ນດິນໂລກ ເຊິ່ງກໍຢູ່ໃນພຣະກິດຕິຄຸນທັງສີ່ ພ້ອມທັງພາລະກິດຂອງໂປໂລ, ສິ່ງເຫຼົ່ານີ້ບໍ່ແມ່ນການບັນທຶກທາງປະຫວັດສາດບໍ? ການນໍາເອົາສິ່ງທີ່ຢູ່ໃນອະດີດມາເວົ້າເຮັດໃຫ້ພວກມັນກາຍເປັນປະຫວັດສາດ ແລະ ບໍ່ວ່າ ພວກມັນອາດເປັນຈິງ ຫຼື ແທ້ຈິງຫຼາຍສໍ່າໃດກໍຕາມ, ພວກມັນກໍຍັງເປັນປະຫວັດສາດ ແລະ ປະຫວັດສາດບໍ່ສາມາດກ່າວເຖິງປັດຈຸບັນ, ຍ້ອນພຣະເຈົ້າບໍ່ໄດ້ຫັນເບິ່ງທີ່ປະຫວັດສາດ! ເພາະສະນັ້ນ ຖ້າເຈົ້າພຽງແຕ່ເຂົ້າໃຈພຣະຄຳພີເທົ່ານັ້ນ ແລະ ບໍ່ເຂົ້າໃຈຫຍັງເລີຍກ່ຽວກັບພາລະກິດທີ່ພຣະເຈົ້າຕັ້ງໃຈປະຕິບັດໃນປັດຈຸບັນ ແລະ ຖ້າເຈົ້າເຊື່ອໃນພຣະເຈົ້າ ແຕ່ບໍ່ໄດ້ສະແຫວງຫາພາລະກິດຂອງພຣະວິນຍານບໍລິສຸດ ແລ້ວເຈົ້າກໍບໍ່ເຂົ້າໃຈວ່າ ການສະແຫວງຫາພຣະເຈົ້າໝາຍເຖິງຫຍັງ. ຖ້າເຈົ້າອ່ານພຣະຄຳພີເພື່ອສຶກສາປະຫວັດສາດຂອງອິດສະຣາເອນ, ເພື່ອຄົ້ນຄວ້າປະຫວັດສາດຂອງການຊົງສ້າງສະຫວັນ ແລະ ແຜ່ນດິນໂລກຂອງພຣະເຈົ້າ ແລ້ວເຈົ້າກໍບໍ່ໄດ້ເຊື່ອໃນພຣະເຈົ້າ. ແຕ່ໃນປັດຈຸບັນ, ຍ້ອນເຈົ້າເຊື່ອໃນພຣະເຈົ້າ ແລະ ສະແຫວງຫາຊີວິດ, ຍ້ອນເຈົ້າສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ບໍ່ໄດ້ສະແຫວງຫາຕົວອັກສອນ ແລະ ຄຳສັ່ງສອນທີ່ຕາຍໄປແລ້ວ ຫຼື ການເຂົ້າໃຈປະຫວັດສາດ, ເຈົ້າຕ້ອງສະແຫວງຫາຄວາມປະສົງຂອງພຣະເຈົ້າແຫ່ງປັດຈຸບັນ ແລະ ເຈົ້າຕ້ອງຊອກຫາທິດທາງຂອງພາລະກິດຂອງພຣະວິນຍານບໍລິສຸດ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ກ່ຽວກັບພຣະຄຳພີ (4)). ຂ້ອຍຈື່ໄດ້ວ່າອ້າຍເອື້ອຍນ້ອງໄດ້ໂອ້ລົມກັບຂ້ອຍໂດຍເວົ້າວ່າ ພຣະຄຳພີເປັນພຽງການບັນທຶກປະຫວັດພາລະກິດທີ່ຜ່ານມາຂອງພຣະເຈົ້າ. ມັນເປັນການຮວບຮວມການບັນທຶກທີ່ເປັນລາຍລັກອັກສອນກ່ຽວກັບພາລະກິດຂອງພຣະເຈົ້າ. ເນື່ອງຈາກຜູ້ຄົນຮວບຮວມ ແລະ ແກ້ໄຂມັນ, ສິ່ງໃດໜຶ່ງຈຶ່ງໄດ້ຜ່ານການຄັດເລືອກໂດຍຫຼີກລ່ຽງບໍ່ໄດ້, ໃນຂະນະທີ່ສິ່ງອື່ນກໍຖືກແກ້ໄຂອອກ ຫຼື ເບິ່ງຂ້າມ. ມັນເປັນໄປບໍ່ໄດ້ທີ່ຈະຮວບຮວມ ແລະ ບັນທຶກພຣະທຳ ແລະ ພາລະກິດທັງໝົດຂອງພຣະເຈົ້າໄວ້ໃນພຣະຄຳພີ. ດັ່ງທີ່ອັກຄະສາວົກໂຢຮັນໄດ້ກ່າວວ່າ: “ແລະ ພຣະເຢຊູຍັງໄດ້ກະທຳສິ່ງອື່ນໆອີກຫຼາຍຢ່າງ. ຖ້າຈະຂຽນໄວ້ຕາມລໍາດັບທຸກປະການ, ເຊິ່ງຖ້າຈະຂຽນພວກມັນໄວ້ທຸກໆຢ່າງ, ຂ້າພະເຈົ້າຄາດການວ່າ ແມ່ນແຕ່ໂລກເອງກໍບໍ່ສາມາດເກັບຮັກສາປຶ້ມທີ່ຄວນຖືກຂຽນ” (ໂຢຮັນ 21:25). ສິ່ງນີ້ໄດ້ສະແດງໃຫ້ເຫັນວ່າພຣະທຳ ແລະ ພາລະກິດຂອງພຣະເຈົ້າທີ່ຖືກບັນທຶກໄວ້ໃນພຣະຄຳພີແມ່ນມີຈຳກັດຫຼາຍ. ພຣະເຈົ້າເປັນພຣະຜູ້ເປັນເຈົ້າແຫ່ງການເນລະມິດສ້າງ ແລະ ແຫຼ່ງກຳເນີດຂອງຊີວິດມະນຸດ. ເປັນເວລາຫຼາຍພັນປີ, ພຣະເຈົ້າໄດ້ເຮັດພາລະກິດ ແລະ ເວົ້າ, ລ້ຽງດູມະນຸດຊາດດ້ວຍສິ່ງທີ່ພວກເຂົາຕ້ອງການໃນກະແສທີ່ບໍ່ສິ້ນສຸດ ແລະ ຊີ້ນໍາມະນຸດຊາດໄປຂ້າງໜ້າ. ພຣະທຳຂອງພຣະເຈົ້າເປັນຄືກັບນໍ້າພຸຊີວິດທີ່ໄຫຼຢ່າງບໍ່ສິ້ນສຸດ, ສະນັ້ນພຣະທຳທັງໝົດຂອງພຣະເຈົ້າຈະມີຢູ່ໃນພຣະຄຳພີໄດ້ແນວໃດ? ພຣະເຈົ້າປົກຄອງດ້ວຍອຳນາດສູງສຸດເໜືອສິ່ງທັງປວງ, ພຣະອົງເປັນພຣະຜູ້ເປັນເຈົ້າອົງດຽວຂອງວັນຊະບາໂຕ, ແຕ່ຍັງເປັນພຣະຜູ້ເປັນເຈົ້າຂອງພຣະຄຳພີ. ພຣະອົງບໍ່ເຮັດພາລະກິດຂອງພຣະອົງຕາມພຣະຄຳພີ ຫຼື ພຣະອົງບໍ່ໄດ້ຖືກຈຳກັດໂດຍພຣະຄຳພີ. ພຣະອົງມີສິດອຳນາດຢ່າງສົມບູນທີ່ຈະຢູ່ເໜືອພຣະຄຳພີ ແລະ ເຮັດພາລະກິດໃໝ່ໆອີກ ແລະ ປະກາດພຣະທຳຂອງພຣະອົງອີກ ຕາມແຜນການຂອງພຣະອົງເອງ ແລະ ຄວາມຕ້ອງການຂອງມະນຸດຊາດ. ຕົວຢ່າງ: ໃນຍຸກພຣະຄຸນ, ພຣະເຢຊູເຈົ້າບໍ່ໄດ້ເຮັດພາລະກິດຂອງພຣະອົງໃນລັກສະນະດຽວກັນກັບການບັນທຶກໃນພຣະສັນຍາເດີມດັ່ງທີ່ໄດ້ເຮັດໃນຍຸກພຣະບັນຍັດ. ພຣະອົງປະຕິບັດພາລະກິດໃໝ່ຂຶ້ນ ແລະ ສູງສົ່ງຂຶ້ນ, ສະແດງຫົນທາງແຫ່ງການກັບໃຈ, ປະຕິບັດພາລະກິດຂອງການຖືກຄຶງເທິງໄມ້ກາງແຂນ, ໄຖ່ມະນຸດຊາດຈາກຄວາມຜິດບາບຂອງພວກເຂົາ, ເພື່ອວ່າຜູ້ຄົນຈະບໍ່ຖືກປະນາມ ແລະ ຖືກຕັດສິນປະຫານຊີວິດໂດຍກົດໝາຍອີກຕໍ່ໄປ ແລະ ສາມາດມີຊີວິດຢູ່ລອດຕໍ່ໄດ້. ຕອນນີ້ເມື່ອພຣະເຈົ້າໄດ້ມາເຮັດພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ພຣະອົງບໍ່ເຮັດຊໍ້າພາລະກິດທີ່ຜ່ານມາຂອງພຣະອົງດັ່ງທີ່ບັນທຶກໄວ້ໃນພຣະຄຳພີ, ແຕ່ກ່າວພຣະທຳໃໝ່ໆ ແລະ ເຮັດພາລະກິດໃໝ່ໆ. ດັ່ງທີ່ພຣະເຢຊູເຈົ້າໄດ້ທຳນາຍໄວ້ວ່າ: “ເຮົາຍັງມີຫລາຍສິ່ງທີ່ຈະບອກພວກເຈົ້າ ແຕ່ໃນເວລານີ້ພວກເຈົ້າອາດຈະບໍ່ສາມາດທົນໄດ້. ເຖິງຢ່າງໃດກໍຕາມເມື່ອພຣະອົງ ຜູ້ເປັນພຣະວິນຍານແຫ່ງຄວາມຈິງ ສະເດັດມາ, ພຣະອົງຈະນຳທາງພວກເຈົ້າໄປສູ່ຄວາມຈິງທັງໝົດ(ໂຢຮັນ 16:12-13). ໃນຍຸກສຸດທ້າຍ, ພຣະເຢຊູເຈົ້າໄດ້ກັບຄືນມາດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ. ພຣະອົງເຮັດພາລະກິດແຫ່ງການພິພາກສາໂດຍເລີ່ມຕົ້ນຈາກເຮືອນຂອງພຣະເຈົ້າ, ກ່າວຄວາມຈິງທັງໝົດທີ່ຈຳເປັນເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ, ເຮັດໃຫ້ມະນຸດຊາດສາມາດປົດປ່ອຍຕົນເອງຈາກພັນທະນາການຂອງຄວາມຜິດບາບຢ່າງສົມບູນ, ຖືກຊໍາລະລ້າງ, ເຮັດໃຫ້ສົມບູນ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ທຸກຄົນທີ່ຍອມຮັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ຮັບການລ້ຽງດູ ແລະ ການບຳລຸງລ້ຽງຈາກພຣະທຳຂອງພຣະອົງ ແລະ ເຂົ້າຮ່ວມງານກິນລ້ຽງແຕ່ງດອງຂອງພຣະເມສານ້ອຍ. ພວກເຂົາເປັນດັ່ງທີ່ພຣະນິມິດໄດ້ອະທິບາຍໄວ້ວ່າ: “ຄົນເຫຼົ່ານີ້ແມ່ນຄົນທີ່ຕິດຕາມພຣະເມສານ້ອຍໄປທຸກບ່ອນທີ່ພຣະອົງສະເດັດໄປ(ພຣະນິມິດ 14:4). ມັນຊັດເຈນວ່າພວກເຂົາກຳລັງເຮັດຕາມບາດກ້າວຂອງພຣະເມສານ້ອຍ ແລະ ບໍ່ໄດ້ທໍລະຍົດພຣະຜູ້ເປັນເຈົ້າ. ສະນັ້ນແນວຄິດນີ້ທີ່ວ່າ “ທຸກສິ່ງທີ່ພຣະເຈົ້າໄດ້ເວົ້າ ແລະ ເຮັດແມ່ນຖືກບັນທຶກໄວ້ໃນພຣະຄຳພີ ແລະ ການອອກຫ່າງຈາກພຣະຄຳພີຄືການທໍລະຍົດພຣະເຈົ້າ” ຈຶ່ງເປັນພຽງຄວາມເຊື່ອຜິດໆ ແລະ ບໍ່ສອດຄ່ອງກັບພຣະທຳຂອງພຣະເຈົ້າ ຫຼື ຂໍ້ແທ້ຈິງ. ຫຼັງຈາກທີ່ໄດ້ໂອ້ລົມກັບອ້າຍເອື້ອຍນ້ອງ, ຂ້ອຍກໍຮູ້ສຶກຊັດເຈນຂຶ້ນຫຼາຍ ແລະ ໄດ້ຮັບການຢັ່ງເຖິງຄວາມຄິດເຫັນທີ່ຜິດໆຂອງອັງເຮວ.

ຫຼັງຈາກນັ້ນ, ຂ້ອຍກໍໄປແບ່ງປັນຂ່າວປະເສີດກັບເອື້ອຍຄົນໜຶ່ງຈາກຄຣິສຕະຈັກເດີມຂອງຂ້ອຍ. ຂ້ອຍປະຫຼາດໃຈເມື່ອອັງເຮວໄດ້ຍິນກ່ຽວກັບເລື່ອງນັ້ນ, ລາວກໍໄປຂັດຂວາງເອື້ອຍຄົນນັ້ນ ແລະ ເຮັດໃຫ້ແນ່ໃຈວ່າສະມາຊິກຄົນອື່ນໆບໍ່ໄດ້ຍອມຮັບຂ່າວປະເສີດ, ລາວປະນາມ ແລະ ໝິ່ນປະໝາດຄຣິສຕະຈັກຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ເວົ້າວ່າຂ້ອຍໄດ້ທໍລະຍົດພຣະຜູ້ເປັນເຈົ້າໂດຍເຂົ້າຮ່ວມນິກາຍທີ່ແຕກຕ່າງກັນ. ລາວ ແລະ ສິດຍາພິບານຍັງເຜີຍແຜ່ຂ່າວລືກ່ຽວກັບຂ້ອຍໃນຄຣິສຕະຈັກ, ໂດຍເວົ້າວ່າຂ້ອຍໄດ້ເຊົາເຂົ້າຮ່ວມການເຕົ້າໂຮມ ເພາະຂ້ອຍມີຜູ້ບ່າວໃໝ່, ຂ້ອຍບໍ່ມີຄວາມເຊື່ອທີ່ແທ້ຈິງໃນພຣະຜູ້ເປັນເຈົ້າ ແລະ ສະມາຊິກຄົນອື່ນໆໃນຄຣິສຕະຈັກກໍຄວນຫຼີກໜີຈາກຂ້ອຍ. ເມື່ອທຸກຄົນໄດ້ຍິນຂ່າວລື, ພວກເຂົາກໍຄິດຫາຂ້ອຍໜ້ອຍລົງ ແລະ ເລີ່ມຫຼີກໜີຈາກຂ້ອຍ. ບາງຄົນເຖິງກັບດູຖູກຂ້ອຍໃນລັກສະນະທີ່ແປກປະຫຼາດ ຄືກັບວ່າຂ້ອຍເປັນຕົວປະຫຼາດບາງຢ່າງ. ສອງສາມມື້ຕໍ່ມານັ້ນເອງ, ສິດຍາພິບານກໍຊອກຫາພໍ່ແມ່ຂອງຂ້ອຍ ເພື່ອບອກພວກເຂົາວ່າຂ້ອຍໄດ້ໄປໃນເສັ້ນທາງບໍ່ຖືກຕ້ອງ ແລະ ເຊົາເຂົ້າຮ່ວມການເຕົ້າໂຮມ. ລາວຍັງບອກແມ່ຂອງຂ້ອຍໃຫ້ຈັບຕາເບິ່ງຂ້ອຍ ແລະ ບໍ່ປ່ອຍໃຫ້ຂ້ອຍໄປບ່ອນໃດ. ເມື່ອທັງໝົດນີ້ເກີດຂຶ້ນພ້ອມກັນ, ຂ້ອຍກໍຮູ້ສຶກຫົດຫູ່ໃຈແທ້ໆ ແລະ ຂ້ອຍຄິດວ່າຂ້ອຍຈະຮັບມັນບໍ່ໄຫວແທ້ໆ. ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງພວກເຂົາຈຶ່ງປະຕິບັດຕໍ່ຂ້ອຍເຊັ່ນນັ້ນ. ສິ່ງດຽວທີ່ຂ້ອຍເຮັດກໍຄືເປັນພະຍານໃຫ້ກັບພວກເຂົາກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ ແລະ ຫຼັງຈາກນັ້ນພວກເຂົາກໍສ້າງຂ່າວລືທັງໝົດນີ້ຂຶ້ນມາເພື່ອເຮັດໃຫ້ຂ້ອຍອັບອາຍ ແລະ ເຖິງກັບສົ່ງເສີມໃຫ້ພໍ່ແມ່ຂອງຂ້ອຍກົດຂີ່ຂ້ອຍ. ທັງໝົດນີ້ຮູ້ສຶກຄືກັບວ່າເປັນມີດທີ່ສຽບແທງຫົວໃຈຂອງຂ້ອຍ ແລະ ສ້າງການທົນທຸກທີ່ທົນຮັບບໍ່ໄດ້ໃຫ້ກັບຂ້ອຍ. ໂດຍທີ່ມີນໍ້າຕາໄຫຼຢູ່ໃນຕາຂອງຂ້ອຍ, ຂ້ອຍກໍອະທິຖານຫາພຣະເຈົ້າ, ຂໍຄວາມຊ່ວຍເຫຼືອຂອງພຣະອົງ. ເມື່ອເອື້ອຍຄົນໜຶ່ງໄດ້ຍິນກ່ຽວກັບສະຖານະການຂອງຂ້ອຍ, ລາວກໍແບ່ງປັນພຣະທຳຫຼາຍຂໍ້ຂອງພຣະເຈົ້າກັບຂ້ອຍ ແລະ ໜູນໃຈຂ້ອຍຫຼາຍ.

ຂ້ອຍໄດ້ເຫັນຂໍ້ຄວາມໃນພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ກ່າວວ່າ: “ທຸກມື້ນີ້ ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ເຊິ່ງຈຸດໝາຍປາຍທາງຂອງພວກເຂົາກໍຍັງແຕກຕ່າງກັນອີກດ້ວຍ. ຜູ້ທີ່ສະແຫວງຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນຄົນທີ່ພຣະເຈົ້າຈະຊ່ວຍໃຫ້ລອດພົ້ນ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະເປັນເປົ້າໝາຍແຫ່ງການທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າເລື່ອນລອຍ, ພວກເຂົາບໍ່ແມ່ນພວກຜີສາດເຊັ່ນກັນບໍ? ຜູ້ຄົນທີ່ມີຈິດສຳນຶກດີ ແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງ ແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ... ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຜີສາດ; ແລະ ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ມີຄວາມເຊື່ອແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຢູ່ຂອງພຣະເຈົ້າຈະເປັນເປົ້າໝາຍຂອງການທໍາລາຍ. ຄົນທີ່ຈະຖືກອະນຸຍາດໃຫ້ຄົງຢູ່ ແມ່ນຄົນທີ່ໄດ້ຜ່ານການທົນທຸກຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນຄົນທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າຄືສັດຕູ; ນັ້ນກໍຄື ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າທີ່ບັງເກີດເປັນມະນຸດ, ບໍ່ວ່າພວກເຂົາຈະຢູ່ພາຍໃນ ຫຼື ພາຍນອກກະແສນີ້ກໍຕາມຖືວ່າເປັນຜູ້ຕໍ່ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ ຖ້າບໍ່ແມ່ນຜູ້ຕໍ່ຕ້ານທີ່ບໍ່ເຊື່ອໃນພຣະເຈົ້າ? ພວກເຂົາບໍ່ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າບໍ?(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ). ຜ່ານການໂອ້ລົມພຣະທຳຂອງພຣະເຈົ້າກັບເອື້ອຍນ້ອງຂອງຂ້ອຍ, ຂ້ອຍກໍຮູ້ວ່າ ເມື່ອພຣະເຢຊູເຈົ້າມາເຮັດພາລະກິດຂອງພຣະອົງ, ພວກຟາຣີຊາຍທີ່ນະມັດສະການພຣະເຈົ້າເຢໂຮວາໃນພຣະວິຫານ ກໍຮູ້ຢ່າງຊັດເຈນວ່າສິ່ງທີ່ພຣະເຢຊູເຈົ້າເວົ້ານັ້ນມີສິດອຳນາດ ແລະ ລິດອຳນາດ, ແຕ່ພວກເຂົາບໍ່ພຽງແຕ່ບໍ່ສາມາດສະແຫວງຫາ ແລະ ສືບຄົ້ນ, ພວກເຂົາຍັງຕໍ່ຕ້ານ ແລະ ປະນາມພຣະອົງຢ່າງບ້າປ່ວງ, ກ່າວອ້າງຢ່າງຜິດໆວ່າພຣະອົງໃຊ້ອຳນາດຂອງເບເອນເຊບັບເພື່ອປະຕິບັດການຂັບໄລ່ຜີ. ພວກເຂົາໝິ່ນປະໝາດພຣະວິນຍານບໍລິສຸດ ແລະ ຖືກພຣະເຈົ້າສາບແຊ່ງ ແລະ ລົງໂທດ. ພວກຟາຣີຊາບບໍ່ພຽງແຕ່ໝິ່ນປະໝາດ ແລະ ປະນາມພຣະຜູ້ເປັນເຈົ້າເອງ, ພວກເຂົາຍັງລໍ້ລວງຜູ້ເຊື່ອໃຫ້ຕໍ່ຕ້ານພຣະອົງ, ເຊິ່ງພາໃຫ້ພວກເຂົາສູນເສຍຄວາມລອດພົ້ນຂອງພຣະເຈົ້າ ແລະ ກາຍມາເປັນຄຸນງາມຄວາມດີທີ່ຊົ່ວຊ້າຂອງພວກຟາຣີຊາຍ. ຂ້ອຍຄິດວ່າການທີ່ພຣະເຢຊູເຈົ້າສາບແຊ່ງພວກຟາຣີຊາຍໃນເວລານັ້ນ: “ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າໄດ້ອັດອານາຈັກແຫ່ງສະຫວັນໃສ່ມະນຸດ, ຍ້ອນເຈົ້າບໍ່ເຂົ້າໄປເອງ ແລະ ເຈົ້າຍັງທໍລະມານຄົນທີ່ກຳລັງເຂົ້າໄປອີກ(ມັດທາຍ 23:13). ແລະ “ຄວາມຈິບຫາຍຈົ່ງເກີດຂຶ້ນກັບເຈົ້າ ພວກນັກທຳ ແລະ ພວກຟາຣີຊາຍ ພວກໜ້າຊື່ໃຈຄົດ! ຍ້ອນເຈົ້າເດີນທາງຂ້າມທະເລ ແລະ ແຜ່ນດິນເພື່ອສ້າງຄົນຜູ້ໜຶ່ງໃຫ້ເຊື່ອສາສະໜາ ແລະ ເມື່ອເຂົາເຊື່ອແລ້ວ ເຈົ້າກໍເຮັດໃຫ້ເຂົາເປັນເດັກນະຮົກຫຼາຍກວ່າເຈົ້າຕັ້ງສອງເທົ່າ(ມັດທາຍ 23:15). ຜ່ານພຣະທຳຂອງພຣະຜູ້ເປັນເຈົ້າ, ຄົນໜຶ່ງສາມາດເຫັນໄດ້ວ່າ ພວກຟາຣີຊາຍເປັນຜູ້ຕໍ່ຕ້ານພຣະຄຣິດທີ່ຕໍ່ຕ້ານພຣະເຈົ້າ. ພວກເຂົາທຳທ່າເປັນຄົນມີເມດຕາ, ແຕ່ໃນຄວາມເປັນຈິງ ພວກເຂົາກຽດຊັງຄວາມຈິງ ແລະ ຖືວ່າພຣະເຈົ້າເປັນສັດຕູຂອງພວກເຂົາ. ພວກເຂົາເປັນມານຮ້າຍທີ່ກືນກິນວິນຍານ ແລະ ລໍ້ລວງໃຫ້ຜູ້ຄົນຕົກລົງສູ່ນະຮົກ. ໂດຍອີງໃສ່ການກະທຳທີ່ຊົ່ວຮ້າຍຂອງພວກຟາຣີຊາຍ, ພຣະເຢຊູເຈົ້າໄດ້ສ້າງ “ຄຳສາບແຊ່ງເຈັດຢ່າງ” ໃສ່ພວກເຂົາ. ຈາກນີ້, ພວກເຮົາສາມາດເຫັນວ່າອຸປະນິໄສຂອງພຣະເຈົ້າບໍ່ອົດກັ້ນຕໍ່ການເຮັດຜິດ. ໃນຍຸກສຸດທ້າຍ, ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ມາເຮັດພາລະກິດຂອງພຣະອົງ. ພຣະອົງໄດ້ກ່າວຄວາມຈິງທັງໝົດທີ່ຈຳເປັນຕ້ອງເພື່ອຊໍາລະລ້າງ ແລະ ຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ສ້າງກຸ່ມຜູ້ຊະນະ, ສົ່ງຄື້ນກະແທກຜ່ານໂລກສາສະໜາ. ເຖິງແມ່ນວ່າພຣະເຈົ້າຈະເຮັດພາລະກິດທີ່ໃຫຍ່ຫຼວງເຊັ່ນນັ້ນ, ສິດຍາພິບານ ແລະ ຜູ້ເທດສະໜາໃນໂລກສາສະໜາຈະບໍ່ສະແຫວງຫາ ແລະ ສືບຄົ້ນມັນ, ພວກເຂົາຈົນກັບຈະເຮັດທຸກຢ່າງເພື່ອເຜີຍແຜ່ຂ່າວລື ແລະ ຂັດຂວາງຜູ້ເຊື່ອຈາກການສືບຄົ້ນຫົນທາງທີ່ແທ້ຈິງ. ພວກເຂົາເປັນຄືກັບພວກຟາຣີຊາຍ ເຊິ່ງມີທຳມະຊາດ ແລະ ແກ່ນແທ້ທີ່ກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ໃນຍຸກສຸດທ້າຍ, ພຣະເຈົ້າເຮັດພາລະກິດໃນການຈັດແຍກແຕ່ລະຄົນຕາມປະເພດຂອງພວກເຂົາ, ເປີດໂປງຜູ້ເຊື່ອຈອມປອມ ແລະ ລະບຸຜູ້ເຊື່ອຕົວຈິງ. ຄົນທີ່ອ້າງວ່າເຊື່ອໃນພຣະເຈົ້າແຕ່ບໍ່ຍອມຮັບຄວາມຈິງ ແລະ ພຣະເຈົ້າທີ່ບັງເກີດເປັນມະນຸດ ບໍ່ແມ່ນຜູ້ເຊື່ອຕົວຈິງ ແລະ ຈະຖືກຂັບໄລ່ໄປໃນທີ່ສຸດ. ມີພຽງແຕ່ຄົນທີ່ສະແຫວງຫາຄວາມຈິງທີ່ມີຄວາມຄິດເປີດ ແລະ ຍອມຮັບພາລະກິດຂອງພຣະເຈົ້າໃນໃນຍຸກສຸດທ້າຍ ຈະມີໂອກາດທີ່ຈະຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ. ອັງເຮວເບິ່ງຄືເປັນຄົນທີ່ມີເມດຕາ, ຖ່ອມຕົວ ແລະ ໃຫ້ການຊ່ວຍເຫຼືອ, ແຕ່ເມື່ອລາວໄດ້ຍິນກ່ຽວກັບການກັບຄືນມາຂອງພຣະຜູ້ເປັນເຈົ້າ, ລາວບໍ່ໄດ້ສະແຫວງຫາ ແລະ ສືບຄົ້ນເລີຍ, ລາວຕັດສິນ ແລະ ປະນາມພຣະທຳ ແລະ ພາລະກິດຂອງພຣະເຈົ້າ ແລະ ເຖິງກັບເຜີຍແຜ່ຂ່າວລື ແລະ ຂັດຂວາງຜູ້ເຊື່ອຄົນອື່ນໆຈາກການສືບຄົ້ນຫົນທາງທີ່ແທ້ຈິງ. ລາວບໍ່ມີຄວາມຢຳເກງພຣະເຈົ້າແມ່ນແຕ່ໜ້ອຍດຽວ. ຂ້ອຍເຫັນວ່າໃນຂະນະທີ່ລາວເຊື່ອ ແລະ ຮັບໃຊ້ພຣະຜູ້ເປັນເຈົ້າ, ແກ່ນແທ້ຂອງລາວແມ່ນການກຽດຊັງຄວາມຈິງ ແລະ ຕໍ່ຕ້ານພຣະເຈົ້າ. ບໍ່ມີຄວາມແຕກຕ່າງລະຫວ່າງລາວ ແລະ ພວກຟາຣີຊາຍທີ່ຕໍ່ຕ້ານພຣະເຈົ້າໃນຍຸກເກົ່າ. ເມື່ອຮູ້ທັງໝົດນີ້, ຂ້ອຍກໍໄດ້ຮັບຄວາມຢັ່ງຮູ້ບາງຢ່າງກ່ຽວກັບອັງເຮວ ແລະ ຜູ້ນໍາໃນໂລກສາສະໜາ ແລະ ມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບວ່າເປັນຫຍັງພວກເຂົາຈຶ່ງເຮັດໃນລັກສະນະທີ່ພວກເຂົາເຮັດນັ້ນ. ຂ້ອຍບໍ່ຮູ້ສຶກເສົ້າໃຈຫຼາຍຫຼັງຈາກນັ້ນ.

ບໍ່ດົນຫຼັງຈາກນັ້ນໜ້ອຍໜຶ່ງ, ຂ້ອຍກໍເລີ່ມປະຕິບັດໜ້າທີ່ໃນຄຣິສຕະຈັກ. ຂ້ອຍເຂົ້າຮ່ວມການເຕົ້າໂຮມ ແລະ ອ່ານພຣະທຳຂອງພຣະເຈົ້າທຸກໆມື້ກັບຄົນອື່ນ ແລະ ຂ້ອຍຮູ້ສຶກດີຫຼາຍ. ແຕ່ເມື່ອພໍ່ແມ່ຂອງຂ້ອຍໄດ້ຍິນຂ່າວລືທີ່ສິດຍາພິບານ ແລະ ຜູ້ເທດສະໜາໄດ້ເຜີຍແຜ່, ພວກເຂົາກໍຮ້າຍດ່າຂ້ອຍຢ່າງໃຈຮ້າຍ. ພວກເຂົາບັງຄັບໃຫ້ຂ້ອຍໄປຄຣິສຕະຈັກເດີມຂອງຂ້ອຍ ແລະ ຫ້າມບໍ່ໃຫ້ຂ້ອຍເຊື່ອໃນພຣະເຈົ້າອົງຊົງລິດທານຸພາບສູງສຸດ. ເນື່ອງຈາກການຂັດຂວາງ ແລະ ການລົບກວນຂອງພໍ່ແມ່ຂ້ອຍ, ຂ້ອຍບໍ່ສາມາດເຮັດໜ້າທີ່ຂອງຂ້ອຍຢ່າງເປັນປົກກະຕິ ແລະ ເຖິງກັບບໍ່ສາມາດເຂົ້າຮ່ວມການເຕົ້າໂຮມ. ມື້ໜຶ່ງ, ພໍ່ຂອງຂ້ອຍຈັບໄດ້ວ່າຂ້ອຍເຂົ້າຮ່ວມການເຕົ້າໂຮມທາງອອນລາຍກັບອ້າຍເອື້ອຍນ້ອງຄົນອື່ນ ແລະ ໃຈຮ້າຍຫຼາຍຈົນລາວເກືອບຕີຂ້ອຍ. ໂຊກດີທີ່ແມ່ຂອງຂ້ອຍເຂົ້າມາ ແລະ ຫ້າມລາວໄດ້ທັນເວລາ. ຫຼັງຈາກນັ້ນ, ພໍ່ແມ່ຂອງຂ້ອຍກໍຈັບຕາເບິ່ງຂ້ອຍຢ່າງເຂັ້ມງວດ. ພວກເຂົາກັກຂັງຂ້ອຍໃນເຮືອນ ແລະ ບໍ່ປ່ອຍຂ້ອຍອອກໄປ, ສະນັ້ນຂ້ອຍຈຶ່ງບໍ່ສາມາດເຂົ້າຮ່ວມການເຕົ້າໂຮມໄດ້ອີກຕໍ່ໄປ. ໃນເວລານັ້ນ, ມັນຫຼາຍເກີນໄປສຳລັບຂ້ອຍແທ້ໆ. ຂ້ອຍຮູ້ສຶກອ່ອນແອ ແລະ ບໍ່ມີຄວາມໝັ້ນໃຈທີ່ຈະເຮັດໜ້າທີ່ຂອງຂ້ອຍ. ຂ້ອຍໄດ້ອະທິຖານຫາພຣະເຈົ້າ, ຂໍໃຫ້ພຣະອົງມອບຄວາມເຊື່ອ ແລະ ກຳລັງໃຫ້ກັບຂ້ອຍ. ຫຼັງຈາກນັ້ນ, ຂ້ອຍກໍພົບຂໍ້ຄວາມໜຶ່ງໃນພຣະທຳຂອງພຣະເຈົ້າ: “ໃນທຸກບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນຜູ້ຄົນນັ້ນ, ເບິ່ງຈາກພາຍນອກ ມັນຄືກັບວ່າເປັນການປະຕິບັດຕໍ່ກັນລະຫວ່າງຜູ້ຄົນ ເໝືອນກັບວ່າມັນເກີດຈາກການຈັດແຈງຂອງມະນຸດ ຫຼື ການແຊກແຊງຂອງມະນຸດ. ແຕ່ໃນເບື້ອງຫຼັງແລ້ວ ທຸກບາດກ້າວຂອງພາລະກິດ ແລະ ທຸກສິ່ງທີ່ເກີດຂຶ້ນ ແມ່ນການເດີມພັນທີ່ຊາຕານສ້າງຂຶ້ນຕໍ່ໜ້າພຣະເຈົ້າ ແລະ ຮຽກຮ້ອງໃຫ້ຜູ້ຄົນຍຶດໝັ້ນໃນຄຳພະຍານທີ່ພວກເຂົາມີໃຫ້ກັບພຣະເຈົ້າ. ໃຫ້ສັງເກດເບິ່ງຕອນທີ່ໂຢບຖືກທົດລອງ ຕົວຢ່າງ: ໃນເບື້ອງຫຼັງແລ້ວ ຊາຕານກຳລັງເດີມພັນກັບພຣະເຈົ້າ ແລະ ສິ່ງທີ່ເກີດຂຶ້ນກັບໂຢບແມ່ນການກະທຳຂອງມະນຸດ ແລະ ການແຊກແຊງຂອງມະນຸດ. ເບື້ອງຫຼັງທຸກໆບາດກ້າວຂອງພາລະກິດທີ່ພຣະເຈົ້າປະຕິບັດໃນພວກເຈົ້າແມ່ນເປັນການເດີມພັນຂອງຊາຕານກັບພຣະເຈົ້າ, ທຸກສິ່ງທຸກຢ່າງທີ່ຢູ່ເບື້ອງຫຼັງແມ່ນການຕໍ່ສູ້(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ການຮັກພຣະເຈົ້າເທົ່ານັ້ນທີ່ເປັນການເຊື່ອໃນພຣະເຈົ້າຢ່າງແທ້ຈິງ). ຜ່ານພຣະທຳຂອງພຣະເຈົ້າ, ຂ້ອຍໄດ້ຮູ້ວ່າ ໃນສະຖານະການປັດຈຸບັນ, ມັນເບິ່ງຄືກັບວ່າເຖິງແມ່ນວ່າພໍ່ແມ່ຂອງຂ້ອຍກຳລັງຂັດຂວາງຂ້ອຍຈາກການຕິດຕາມພຣະເຈົ້າອົງຊົງລິດທານຸພາບສຸງສຸດ, ແຕ່ຢູ່ເບື້ອງຫຼັງແລ້ວ, ມັນເປັນຊາຕານທີ່ສ້າງການລົບກວນ. ນີ້ຄືການສູ້ຮົບຝ່າຍວິນຍານ. ພຣະເຈົ້າໄດ້ກ່າວຄວາມຈິງຫຼາຍຢ່າງໃນຍຸກສຸດທ້າຍ ເພື່ອອະນຸຍາດໃຫ້ພວກເຮົາເປັນອິດສະຫຼະຈາກຄວາມເສື່ອມຊາມແບບຊາຕານຂອງພວກເຮົາ ແລະ ຖືກພຣະເຈົ້າຊ່ວຍເຫຼືອໃຫ້ລອດພົ້ນ. ແຕ່ຊາຕານບໍ່ຕ້ອງການໃຫ້ຂ້ອຍຖືກພຣະເຈົ້າຊ່ວຍໃຫ້ລອດພົ້ນ, ສະນັ້ນມັນຈຶ່ງໃຊ້ພໍ່ແມ່ຂອງຂ້ອຍເພື່ອໂຈມຕີຂ້ອຍ ແລະ ກີດກັນຂ້ອຍຈາກການເຊື່ອໃນພຣະເຈົ້າ ແລະ ການເຮັດໜ້າທີ່ຂອງຂ້ອຍ. ຊາຕານຕ້ອງການເຮັດໃຫ້ຂ້ອຍສູນເສຍໂອກາດຂອງຂ້ອຍຢ່າງສົມບູນທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກໂຍນລົງສູ່ນະຮົກພ້ອມກັບມັນ. ຊາຕານໂຫດຮ້າຍ ແລະ ຊົ່ວຮ້າຍຫຼາຍແທ້ໆ! ຖ້າຂ້ອຍເຊົາຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍຈະບໍ່ຕົກລົງສູ່ແຜນອຸບາຍທີ່ຊົ່ວຮ້າຍຂອງມັນບໍ?

ແລ້ວຂ້ອຍກໍພົບກັບຂໍ້ຄວາມອີກຂໍ້ໃນພຣະທຳຂອງພຣະເຈົ້າ: “ຈົ່ງຢ່າທໍ້ແທ້, ຢ່າອ່ອນແອ ແລະ ເຮົາຈະເປີດເຜີຍສິ່ງຕ່າງໃຫ້ກັບເຈົ້າ. ເສັ້ນທາງໄປສູ່ອານາຈັກແມ່ນບໍ່ລຽບງ່າຍ ແລະ ບໍ່ມີສິ່ງໃດທີ່ຈະງ່າຍປານນັ້ນ! ເຈົ້າຕ້ອງການໃຫ້ພອນມາຫາເຈົ້າແບບງ່າຍໆແມ່ນບໍ? ໃນປັດຈຸບັນ ທຸກຄົນຈະຜະເຊີນກັບການທົດສອບທີ່ຂົມຂື່ນ, ປາສະຈາກການທົດສອບດັ່ງກ່າວ ຫົວໃຈຂອງພວກເຈົ້າທີ່ມີຄວາມຮັກຕໍ່ເຮົາກໍຈະບໍ່ເຂັ້ມແຂງ ແລະ ເຈົ້າຈະບໍ່ມີຄວາມຮັກທີ່ແທ້ຈິງຕໍ່ເຮົາ. ເຖິງແມ່ນການທົດສອບເຫຼົ່ານີ້ຈະເປັນພຽງເຫດການເລັກນ້ອຍ ແຕ່ທຸກຄົນກໍຕ້ອງໄດ້ຜ່ານພວກມັນ ພຽງແຕ່ວ່າ ຄວາມຍາກຂອງການທົດສອບຂອງແຕ່ລະຄົນຈະແຕກຕ່າງກັນ. ການທົດລອງແມ່ນພອນຈາກເຮົາ ແລ້ວມີຈັກຄົນທີ່ມາຄຸເຂົ່າຢູ່ຕໍ່ໜ້າເຮົາເພື່ອຂໍພອນຈາກເຮົາ? ເດັກໂງ່ເອີຍ! ເຈົ້າຄິດສະເໝີວ່າ ພຣະທໍາອັນປະເສີດພຽງບາງຂໍ້ກໍຖືວ່າ ເປັນພອນຂອງເຮົາ ແຕ່ບໍ່ຮັບຮູ້ວ່າ ຄວາມຂົມຂື່ນກໍແມ່ນໜຶ່ງໃນບັນດາພອນຂອງເຮົາເຊັ່ນກັນ. ຜູ້ທີ່ແບ່ງປັນຄວາມຂົມຂື່ນຂອງເຮົາຈະແບ່ງປັນຄວາມຫວານຊື່ນຂອງເຮົາຢ່າງແນ່ນອນ. ນັ້ນແມ່ນສັນຍາຂອງເຮົາ ແລະ ພອນຂອງເຮົາທີ່ມີໃຫ້ພວກເຈົ້າ(ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຳຂອງພຣະຄຣິດໃນຕົ້ນເດີມ, ບົດທີ 41). ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ຂ້ອຍກໍຮູ້ວ່າ ເຖິງແມ່ນວ່າຂ້ອຍໄດ້ທົນທຸກໜ້ອຍໜຶ່ງເນື່ອງຈາກການກົດຂີ່ຂອງສິດຍາພິບານ ແລະ ການຂັດຂວາງຈາກພໍ່ແມ່ຂອງຂ້ອຍ, ແຕ່ພຣະເຈົ້າກໍໄດ້ອະນຸຍາດໃຫ້ເກີດສະຖານະການນີ້ເພື່ອທີ່ຈະເຮັດໃຫ້ຄວາມເຊື່ອຂອງຂ້ອຍສົມບູນ. ນີ້ຄືເຈດຕະນາດີຂອງພຣະເຈົ້າ! ແຕ່ຂ້ອຍອ່ອນແອ ແລະ ພ້ອມທີ່ຈະປະຖິ້ມໜ້າທີ່ຂອງຂ້ອຍພຽງແຕ່ຍ້ອນຄວາມຫຍຸ້ງຍາກໜ້ອຍໜຶ່ງ. ຂ້ອຍຮູ້ວ່າຂ້ອຍບໍ່ມີແຮງຂັບເຄື່ອນທີ່ຈະທົນທຸກ ແລະ ຈ່າຍລາຄາເພື່ອຮັບເອົາຄວາມຈິງ. ຂ້ອຍບໍ່ມີທັດສະນະທີ່ຈິງໃຈຕໍ່ພຣະເຈົ້າ ແລະ ວຸດທິພາວະຂອງຂ້ອຍກໍຍັງຂ້ອນຂ້າງນ້ອຍຢູ່. ຂ້ອຍເລີ່ມເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ບໍ່ຮູ້ສຶກຂີ້ຄ້ານ ແລະ ເສົ້າໃຈອີກຕໍ່ໄປ. ຂ້ອຍຍັງມີຄວາມຮູ້ສຶກເຖິງຄວາມເຊື່ອ ແລະ ກຳລັງ ແລະ ພ້ອມທີ່ຈະຜະເຊີນໜ້າກັບສະຖານະການແບບຕົວຕໍ່ຕົວ, ໂດຍເພິ່ງພາພຣະເຈົ້າເພື່ອຍຶດໝັ້ນເມື່ອຜະເຊີນໜ້າກັບການກົດຂີ່. ຕໍ່ມາຂ້ອຍມັກຈະອະທິຖານຫາພຣະເຈົ້າ, ອ່ານພຣະທຳຂອງພຣະເຈົ້າເພື່ອເສີມສ້າງຄວາມເຊື່ອຂອງຂ້ອຍ ແລະ ຂໍໃຫ້ພຣະເຈົ້າຊ່ວຍເປີດເສັ້ນທາງສຳລັບຂ້ອຍ ເພື່ອວ່າຂ້ອຍຈະສາມາດສືບຕໍ່ເຕົ້າໂຮມ ແລະ ເຮັດໜ້າທີ່ຂອງຂ້ອຍ.

ຫຼັງຈາກນັ້ນ, ຂ່າວລືທີ່ອັງເຮວ ແລະ ຄົນອື່ນໄດ້ເຜີຍແຜ່ກ່ຽວກັບຂ້ອຍໄດ້ເລີ່ມທຳລາຍພໍ່ແມ່ຂອງຂ້ອຍ ແລະ ເພື່ອກຳຈັດອິດທິພົນຂ່າວລືໃຫ້ອອກຈາກພວກເຂົາເອງ, ພວກເຂົາໄດ້ສົ່ງຂ້ອຍໄປອາໄສຢູ່ກັບແມ່ເຖົ້າຂອງຂ້ອຍ. ຂ້ອຍສາມາດຕິດຕໍ່ກັບອ້າຍເອື້ອຍນ້ອງຂອງຂ້ອຍຢູ່ບ່ອນນັ້ນຜ່ານອິນເຕີເນັດ ແລະ ສາມາດເຕົ້າໂຮມ ແລະ ເຮັດໜ້າທີ່ຂອງຂ້ອຍອີກຄັ້ງ. ພໍ່ແມ່ຂອງຂ້ອຍໃຈຮ້າຍເມື່ອພວກເຂົາຮູ້, ແຕ່ຂ້ອຍບໍ່ໄດ້ຮັບອິດທິພົນຈາກພວກເຂົາ ແລະ ເວົ້າຢ່າງເດັດດ່ຽວກັບພວກເຂົາວ່າ: “ຄວາມຫວັງທີ່ຍິ່ງໃຫຍ່ທີ່ສຸດຂອງຂ້ອຍໃນການເຊື່ອໃນພຣະຜູ້ເປັນເຈົ້າກໍຄືການຕ້ອນຮັບການກັບຄືນມາຂອງພຣະອົງ. ຕອນນີ້, ພຣະເຢຊູເຈົ້າໄດ້ກັບຄືນມາດັ່ງພຣະເຈົ້າອົງຊົງລິດທານຸພາບສູງສຸດ, ສະນັ້ນເຖິງແມ່ນວ່າພວກເຈົ້າບໍ່ເຂົ້າໃຈ, ຂ້ອຍກໍຈະຍັງຕິດຕາມພຣະເຈົ້າອົງຊົງລິດທານຸພາບສູງສຸດຈົນເຖິງທີ່ສຸດ. ຖ້າພວກເຈົ້າຍັງຢືນຢັນທີ່ຈະຫ້າມຂ້ອຍ, ຂ້ອຍບໍ່ມີທາງເລືອກອື່ນ ນອກຈາກຈະອອກຈາກຄອບຄົວນີ້”. ເມື່ອເຫັນວ່າຂ້ອຍໜັ້ກແໜ້ນສໍ່າໃດ, ພໍ່ແມ່ຂອງຂ້ອຍກໍບໍ່ເວົ້າຫຍັງເລີຍກ່ຽວກັບເລື່ອງນັ້ນ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ເຖິງແມ່ນວ່າພວກເຂົາຍັງມັກຈົ່ມ ຫຼື ພະຍາຍາມລົບກວນຂ້ອຍໃນໜ້າທີ່ຂອງຂ້ອຍ, ຂ້ອຍກໍບໍ່ຖືກພວກເຂົາຈຳກັດອີກຕໍ່ໄປ ແລະ ເດັດດ່ຽວໃນການເຮັດໜ້າທີ່ຂອງຂ້ອຍ. ເມື່ອຜະເຊີນໜ້າກັບການກົດຂີ່ ແລະ ການລົບກວນຈາກສິດຍາພິບານ ແລະ ຄອບຄົວຂອງຂ້ອຍຊໍ້າໄປຊໍ້າ, ຂ້ອຍໄດ້ທົນທຸກໜ້ອຍໜຶ່ງ, ແຕ່ຂ້ອຍເລີ່ມເຂົ້າໃຈຄວາມຈິງບາງຢ່າງ, ໄດ້ຮັບການຢັ່ງຮູ້ ແລະ ຄວາມເຊື່ອຂອງຂ້ອຍໃນພຣະເຈົ້າກໍເລິກເຊິ່ງຂຶ້ນ. ບໍ່ວ່າສະຖານະການທີ່ຂ້ອຍຜະເຊີນໃນອະນາຄົດຈະເປັນແນວໃດກໍຕາມ, ຂ້ອຍພ້ອມທີ່ຈະເພິ່ງພາພຣະເຈົ້າເພື່ອຜ່ານຜ່າພວກມັນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ການຫາຍໃຈງ່າຍໂດຍບໍ່ມີຄວາມອິດສາ

ໂດຍ ອ່ານຈິ້ງ, ຈີນໃນເດືອນມັງກອນຂອງປີ 2017, ຂ້ອຍໄດ້ຮັບໜ້າທີ່ໃນການພາຍໃນຄຣິດຕະຈັກ. ຂ້ອຍຊື່ນຊົມຍິນດີຫຼາຍທີີ່ພຣະເຈົ້າໃຫ້ໂອກາດຝຶກຝົນໃນໜ້າທີ່ນີ້...