ຂ້ອຍບໍ່ຢ້ານຄວາມຮັບຜິດຊອບອີກຕໍ່ໄປ

19 ເດືອນກຸມພາ 2022

ໂດຍ ເຊີງນົ່ວ, ຈີນ

ມື້ໜຶ່ງໃນເດືອນພະຈິກ ປີ 2020, ຜູ້ນຳຄົນໜຶ່ງໄດ້ເຂົ້າຮ່ວມການເຕົ້າໂຮມທີມຂອງພວກເຮົາ ແລະ ຫຼັງຈາກທີ່ມັນໄດ້ສິ້ນສຸດລົງ, ເພິ່ນໄດ້ກ່າວວ່າເພິ່ນຕ້ອງການໃຫ້ພວກເຮົາເລືອກຕັ້ງຫົວໜ້າທີມ ເຊິ່ງເປັນຜູ້ທີ່ຈະດູແລວຽກງານການກວດແກ້ຂອງພວກເຮົາ. ຂ້ອຍແປກໃຈທີ່ຂ້ອຍໄດ້ຮັບຄະແນນສຽງຫຼາຍທີ່ສຸດ. ຂ້ອຍຕົກໃຈທີ່ສຸດ: ຂ້ອຍຖືກເລືອກໃຫ້ເປັນຫົວໜ້າທີມບໍ? ຂ້ອຍເກືອບຈະບໍ່ມີທາງເຂົ້າສູ່ຊີວິດໃດເລີຍ ແລະ ຂ້ອຍກໍຂາດຄວາມເປັນຈິງແຫ່ງຄວາມຈິງ. ຂ້ອຍຈະສາມາດເຮັດໜ້າທີ່ເປັນຜູ້ນຳທີມໄດ້ແທ້ບໍ? ຖ້າຫາກວ່າເກີດບັນຫາຂຶ້ນໃນການເຮັດວຽກຂອງພວກເຮົາ, ມັນຈະບໍ່ເປັນທໍາມະຊາດບໍທີ່ຈະຊອກຫາຫົວໜ້າທີມທີ່ຍອມຮັບເອົາຄວາມຮັບຜິດຊອບ? ຈະເກີດຫຍັງຂຶ້ນຖ້າຂ້ອຍບໍ່ສາມາດແກ້ໄຂພວກມັນ ແລະ ວຽກງານຂອງພວກເຂົາໄດ້ຮັບຄວາມເສຍຫາຍໂດຍເປັນຜົນຕາມມາ? ຂ້ອຍຄິດຫາປະສົບການທີ່ຜ່ານມາທີ່ຂ້ອຍໄດ້ເຮັດໜ້າທີ່ເປັນຫົວໜ້າທີມ. ຂ້ອຍພຽງແຕ່ປົກປ້ອງຕົນເອງ ໂດຍບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດ. ເມື່ອຂ້ອຍເຫັນຜູ້ຄົນລົບກວນ ແລະ ຂັດຂວາງວຽກງານຂອງຄຣິດຕະຈັກ, ຂ້ອຍກໍບໍ່ໄດ້ຢຸດມັນໃນທັນທີ ເພາະຢ້ານເຮັດໃຫ້ພວກເຂົາບໍ່ພໍໃຈ. ຜົນຕາມມາກໍຄື ວຽກງານຂອງຄຣິດຕະຈັກໄດ້ຖືກປະນີປະນອມ ແລະ ຂ້ອຍກໍຖືກໄລ່ອອກ. ຂ້ອຍຮູ້ສຶກວ່າຖ້າຂ້ອຍບໍ່ປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີໃນຄັ້ງນີ້, ແຕ່ຍຶດຖືເອົາພາລະກິດໃນເຮືອນຂອງພຣະເຈົ້າ ແລະ ການເຂົ້າສູ່ຊີວິດຂອງອ້າຍເອື້ອຍນ້ອງແທນ, ນັ້ນຈະເທົ່າກັບການເຮັດຊົ່ວ. ການຖືກໄລ່ອອກຈະບໍ່ແມ່ນຄວາມກັງວົນພຽງຢ່າງດຽວຂອງຂ້ອຍ ເຊິ່ງນັ້ນກໍຄື ມັນອາດເຖິງກັບມີຄວາມເປັນໄປໄດ້ທີ່ຂ້ອຍຈະຖືກກຳຈັດ. ຂ້ອຍບໍ່ເຕັມໃຈທີ່ຈະເຫັນສິ່ງນັ້ນເກີດຂຶ້ນ ແລະ ຮູ້ສຶກວ່າຂ້ອຍບໍ່ສາມາດຮັບມືກັບມັນໄດ້. ດ້ວຍເຫດນັ້ນ, ຂ້ອຍຈຶ່ງບອກຜູ້ນໍາວ່າ ຂ້ອຍບໍ່ມີການເຂົ້າສູ່ຊີວິດຢ່າງພຽງພໍ ແລະ ຂ້ອຍບໍ່ສາມາດແກ້ໄຂບັນຫາຂອງຄົນອື່ນໄດ້, ສະນັ້ນ ຂ້ອຍຈຶ່ງບໍ່ເໝາະສົມກັບຕໍາແໜ່ງ. ຂ້ອຍມີຄໍາແກ້ຕົວຢ່າງຫຼວງຫຼາຍ. ເພິ່ນບອກຂ້ອຍວ່າຂ້ອຍຄວນຮັບເອົາໜ້າທີ່ນັ້ນ ແລະ ຍອມປະຕິບັດມັນ, ແຕ່ຂ້ອຍບໍ່ສາມາດຄົ້ນຫາຄວາມສະຫງົບກັບສິ່ງນັ້ນແທ້ໆ. ຈິດໃຈຂອງຂ້ອຍປັ່ນປວນ. ໃນຕອນນັ້ນ, ຂ້ອຍກໍເລີຍຄິດເຖິງບົດຄວາມນີ້ໃນພຣະທຳຂອງພຣະເຈົ້າໃນທັນທີ: “ເຈົ້າຄວນຍອມອ່ອນນ້ອມ ແລະ ໃຫ້ການຮ່ວມມືຢ່າງຫ້າວຫັນ. ນີ້ແມ່ນໜ້າທີ່ຂອງເຈົ້າ ແລະ ຄວາມຮັບຜິດຊອບຂອງເຈົ້າ. ບໍ່ວ່າຫົນທາງຂ້າງໜ້າຈະເປັນແນວໃດກໍ່ຕາມ, ເຈົ້າຄວນມີຫົວໃຈແຫ່ງການເຊື່ອຟັງ. ຄວາມຂີ້ຢ້ານ, ຄວາມຢ້ານກົວ, ຄວາມກົງວົນ, ຄວາມສົງໄສ, ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ຄວນເປັນທ່າທີທີ່ເຈົາປະຕິບັດໃນໜ້າທີ່ຂອງເຈົ້າ” (ຄັດຈາກບົດ “ແມ່ນຫຍັງຄືການປະຕິບັດໜ້າທີ່ໃຫ້ພໍໃຊ້ໄດ້?” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ໃນຂະນະທີ່ຂ້ອຍໄຕ່ຕອງກ່ຽວກັບເລື່ອງນີ້, ຂ້ອຍກໍເລີ່ມຮູ້ສຶກເຖິງຄວາມສະຫງົບສຸກ ແລະ ຂ້ອຍຮູ້ວ່າ ໜ້າທີ່ນີ້ທີ່ຖືກວາງຢູ່ຕໍ່ໜ້າຂ້ອຍແມ່ນມາຈາກກົດລະບຽບ ແລະ ການຈັດແຈງຂອງພຣະເຈົ້າ. ເຖິງແມ່ນວ່າຂ້ອຍຈະບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າໃນເວລານັ້ນ, ຂ້ອຍກໍເຫັນວ່າຂ້ອຍຈຳເປັນຕ້ອງຍອມໃຫ້ຕົນເອງຖືກນໍາພາໂດຍພຣະເຈົ້າ ແລະ ຍອມອ່ອນນ້ອມ.

ຫຼັງຈາກນັ້ນ, ຂ້ອຍພົບວ່າຕົນເອງກຳລັງຜະເຊີນກັບບັນຫາ ແລະ ຄວາມຫຍຸ້ງຍາກທຸກຮູບແບບໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍບໍ່ເຫັນຄວາມຄືບໜ້າໂດຍສະເພາະໃນການເຮັດວຽກຂອງທີມຂອງພວກເຮົາ. ຄວາມກັງວົນຂອງຂ້ອຍປາກົດຂຶ້ນອີກ, ຖ້າປະສິດທິພາບຂອງພວກເຮົາບໍ່ດີຂື້ນ, ຂ້ອຍກໍບໍ່ສາມາດລະເລີຍຄວາມຮັບຜິດຊອບຂອງຂ້ອຍໃນຖານະທີ່ເປັນຫົວໜ້າທີມໄດ້. ການຄິດກ່ຽວກັບເລື່ອງນີ້ໄດ້ເຮັດໃຫ້ຂ້ອຍຕົກຢູ່ໃນສະພາວະທີ່ວຸ້ນວາຍທີ່ສຸດ. ໃນຕອນແລງຂອງມື້ໜຶ່ງເມື່ອຂ້ອຍກຳລັງລົມກັບເອື້ອຍຜູ້ທີ່ເຮັດວຽກຢ່າງໃກ້ຊິດກັບຂ້ອຍ ກ່ຽວກັບສະພາວະຂອງພວກເຮົາ, ຂ້ອຍເລີ່ມຮູ້ສຶກບໍ່ສະບາຍໃຈແທ້ໆ ຍ້ອນລາວເວົ້າກ່ຽວກັບຫົວໜ້າທີມກ່ອນໜ້ານີ້ທີ່ຖືກໄລ່ອອກ ເພາະລາວບໍ່ໄດ້ສະແຫວງຫາຄວາມຈິງ ຫຼື ພະຍາຍາມເຮັດໃຫ້ດີຂຶ້ນ. ລາວບໍ່ໄດ້ປັບປຸງຫຍັງເລີຍໃນທັກສະດ້ານວິຊາຊີບຂອງລາວ ແລະ ບໍ່ສາມາດເຮັດວຽກງານຕົວຈິງໃດໆ. ຂ້ອຍຮູ້ວ່າຂ້ອຍເຮັດໜ້າທີ່ເປັນຫົວໜ້າທີມໃຫ້ກັບທີມທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ບັນຫາຈຳນວນໜຶ່ງ, ສະນັ້ນ ຖ້າຂ້ອຍບໍ່ສາມາດຈັດການກັບບັນຫາເຫຼົ່ານັ້ນ ແລະ ເຮັດວຽກງານຕົວຈິງບາງຢ່າງໄດ້, ຂ້ອຍກໍຈະພົບກັບການຖືກໄລ່ອອກຄືກັນບໍ? ຂ້ອຍຕ້ອງການກັບໄປເປັນສະມາຊິກທີມທຳມະດາທີ່ບໍ່ມີຄວາມຮັບຜິດຊອບຫຼາຍ. ຂ້ອຍກຳລັງຄິດວ່າ ຂ້ອຍຈະເຮັດໜ້າທີ່ນີ້ໃນເວລານີ້ ເນື່ອງຈາກຂ້ອຍຫາກໍຖືກເລືອກຕັ້ງ, ຫຼັງຈາກນັ້ນ ຖ້າປາກົດວ່າຂ້ອຍບໍ່ເໝາະສົມ, ຂ້ອຍກໍຄວນລົງຈາກຕໍາແໜ່ງຢ່າງສະຫງ່າງາມໃຫ້ໄວເທົ່າທີ່ເປັນໄປໄດ້ ເພື່ອວ່າຂ້ອຍຈະບໍ່ເຮັດສິ່ງຊົ່ວຮ້າຍທີ່ສາມາດລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິດຕະຈັກ ແລ້ວຖືກໄລ່ອອກ. ຖ້າສິ່ງນັ້ນເກີດຂຶ້ນ, ມັນສາມາດເຖິງໝາຍຄວາມເຖິງການສູນເສຍຈຸດໝາຍປາຍທາງສຸດທ້າຍຂອງຂ້ອຍ. ຂ້ອຍພົບວ່າຕົນເອງຕິດຢູ່ໃນສະພາວະນັ້ນ, ຢ້ານກົວວ່າຈະເຮັດໜ້າທີ່ຂອງຂ້ອຍບໍ່ໄດ້ດີ, ທີ່ຈະມີຄວາມຮັບຜິດຊອບຕໍ່ກັບບັນຫາໃດໜຶ່ງ. ເມື່ອຂ້ອຍປະສົບກັບຄວາມຫຍຸ້ງຍາກໃນວຽກງານຂອງຂ້ອຍ, ຂ້ອຍກໍພົບວ່າຕົນເອງຢ້ານເປັນພິເສດວ່າຂ້ອຍຈະບໍ່ສາມາດຈັດການກັບມັນໄດ້ ເຊິ່ງນັ້ນກໍຄື ຂ້ອຍຈຳໃຈຢູ່ຕະຫຼອດເວລາ, ຢູ່ໃນໂລກແຫ່ງຄວາມເຈັບປວດ ແລະ ຄວາມທຸກທົນທຸກ.

ແລ້ວບົດຄວາມນີ້ໃນພຣະທຳຂອງພຣະເຈົ້າທີ່ຂ້ອຍອ່ານໃນມື້ໜຶ່ງ ເຊິ່ງເປີດເຜີຍເຖິງແກ່ນແທ້ຂອງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດ ກໍໄດ້ໃຫ້ຄວາມເຂົ້າໃຈບາງຢ່າງແກ່ຂ້ອຍກ່ຽວກັບສະພາວະຂອງຂ້ອຍເອງ: “ເມື່ອມີການປັບໜ້າທີ່ຂອງເຈົ້າແບບງ່າຍດາຍ, ໃຫ້ເຮັດຕາມທີ່ເຈົ້າຖືກບອກ ແລະ ເຮັດສິ່ງທີ່ເຈົ້າສາມາດເຮັດໄດ້ ແລະ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຮັດມັນເຊັ່ນດຽວກັນກັບທີ່ຢູ່ໃນອໍານາດຂອງເຈົ້າ, ດ້ວຍສຸດຫົວໃຈ ແລະ ສຸດເຫື່ອແຮງຂອງເຈົ້າ. ສິ່ງທີ່ພຣະເຈົ້າເຮັດນັ້ນບໍ່ຜິດພາດ. ແມ່ນແຕ່ຄວາມຈິງທີ່ລຽບງ່າຍເຊັ່ນນີ້ກໍບໍ່ຢູ່ໃນຫົວໃຈຂອງຜູ້ຕໍ່ຕ້ານພຣະຄຣິດ. ພວກເຂົາມີຫຍັງຢູ່ໃນໃຈຂອງພວກເຂົາບໍ? ຄວາມສົງໄສ, ຄວາມຂ້ອງໃຈ, ການຂັດຂືນ, ການລໍ້ລວງ... ເປັນເລື່ອງງ່າຍໆ ແຕ່ຜູ້ຕໍ່ຕ້ານພຣະຄຣິດຜູ້ໜຶ່ງໄດ້ເຮັດໃຫ້ມັນເປັນເລື່ອງໃຫຍ່ ແລະ ຄິດແລ້ວຄິດອີກ, ຈົນພວກເຂົານອນບໍ່ຫຼັບ. ເປັນຫຍັງພວກເຂົາຈຶ່ງຄິດແບບນີ້? ເປັນຫຍັງພວກເຂົາຈຶ່ງຄິດໃນແບບທີ່ສັບສົນຫຼາຍກ່ຽວກັບເລື່ອງງ່າຍໆ? ມີພຽງເຫດຜົນດຽວຄື: ການຈັດແຈງໃດໜຶ່ງໂດຍເຮືອນຂອງພຣະເຈົ້າທີ່ກ່ຽວຂ້ອງກັບພວກເຂົາ, ພວກເຂົາຈະຜູກມັດສິ່ງນັ້ນໃຫ້ແໜ້ນເຂົ້າກັບຄວາມຫວັງຂອງພວກເຂົາສຳລັບພອນ ແລະ ປາຍທາງໃນອະນາຄົດ. ນີ້ແມ່ນເຫດຜົນທີ່ວ່າເປັນຫຍັງພວກເຂົາຈຶ່ງຄິດວ່າ ‘ຂ້ານ້ອຍຕ້ອງລະມັດລະວັງ; ຜິດພາດພຽງແຕ່ກ້າວດຽວຈະເຮັດໃຫ້ທຸກບາດກ້າວຜິດພາດໄປໝົດ ແລະ ຂ້ານ້ອຍກໍສາມາດບອກລາຄວາມປາດຖະໜາຂອງຂ້ານ້ອຍທີ່ຈະໄດ້ຮັບພອນ ແລະ ນັ້ນຈະເປັນຈຸດຈົບຂອງຂ້ານ້ອຍ. ຂ້ານ້ອຍປະໝາດບໍ່ໄດ້! ເຮືອນຂອງພຣະເຈົ້າ, ອ້າຍເອື້ອຍນ້ອງ, ການນຳຂັ້ນເທິງ, ແມ່ນແຕ່ພຣະເຈົ້າ, ພວກເຂົາທັງໝົດແມ່ນເຊື່ອຖືບໍ່ໄດ້. ຂ້ານ້ອຍບໍ່ມອບຄວາມໄວ້ວາງໃຈຂອງຂ້ານ້ອຍໃຫ້ກັບພວກເຂົາ. ບຸກຄົນທີ່ໜ້າເຊື່ອຖືທີ່ສຸດ ແລະ ໜ້າໄວ້ວາງໃຈທີ່ສຸດແມ່ນຕົວເອງ; ຖ້າເຈົ້າບໍ່ວາງແຜນໃຫ້ກັບຕົວເຈົ້າເອງ, ແລ້ວມີໃຜອີກທີ່ຈະເບິ່ງແຍງເຈົ້າໄດ້? ມີໃຜອີກທີ່ຈະຄຳນຶງເຖິງຄວາມຄາດຫວັງຂອງເຈົ້າ ແລະ ຄຳນຶງວ່າເຈົ້າຈະໄດ້ຮັບພອນ ຫຼື ບໍ່? ສະນັ້ນ, ຂ້ານ້ອຍຕ້ອງກະກຽມຢ່າງລະມັດລະວັງ ແລະ ເຮັດວຽກໜັກທີ່ສຸດເພື່ອສ້າງແຜນການໃຫ້ຕົນເອງ; ຂ້ານ້ອຍບໍ່ສາມາດເລິນເລີ້ແມ່ນແຕ່ໜ້ອຍ, ບໍ່ດັ່ງນັ້ນ ມັນກໍຈະງ່າຍສຳລັບຜູ້ຄົນທີ່ຈະຫຼອກລວງຂ້ານ້ອຍ ແລະ ເອົາປຽບຂ້ານ້ອຍ’” (ຄັດຈາກບົດ “ພວກເຂົາຕ້ອງການຖອຍ ເມື່ອບໍ່ມີຕໍາແໜ່ງ ແລະ ບໍ່ມີຫວັງທີ່ຈະໄດ້ຮັບພອນ” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ຫຼັງຈາກທີ່ອ່ານພຣະທຳເຫຼົ່ານີ້ຈາກພຣະເຈົ້າເທົ່ານັ້ນ, ຂ້ອຍຈຶ່ງເຂົ້າໃຈວ່າມັນເປັນເລື່ອງປົກກະຕິຢ່າງສິ້ນເຊີງທີ່ຈະປະສົບກັບການປ່ຽນແປງໃນໜ້າທີ່ຂອງພວກເຮົາ ແລະ ຂ້ອຍຄວນເຂົ້າຫາມັນດ້ວຍທັດສະນະຄະຕິທີ່ຖືກຕ້ອງ. ຂ້ອຍຄວນເຮັດສຸດຄວາມສາມາດຂອງຂ້ອຍເພື່ອປັບປຸງໃນວຽກງານຂອງຂ້ອຍ ແລະ ປະຕິບັດຄວາມຮັບຜິດຊອບຂອງຂ້ອຍ ແລະ ຖ້າຂ້ອຍຍັງບໍ່ສາມາດເຮັດຄະແນນດ້ວຍຄວາມພະຍາຍາມທີ່ດີທີ່ສຸດຂອງຂ້ອຍ, ຂ້ອຍກໍຈຳເປັນຕ້ອງຍອມຮັບການຖືກໄລ່ອອກຢ່າງມີຄວາມສຸກ. ໜ້າທີ່ຖືກປ່ຽນໄປຕາມຄວາມຕ້ອງການໃນເຮືອນຂອງພຣະເຈົ້າ ພ້ອມທັງຄວາມສາມາດສ່ວນຕົວຂອງຜູ້ຄົນໃນການຮັບເອົາໜ້າທີ່ໆຖືກມອບໝາຍ. ມັນບໍ່ມີຫຍັງກ່ຽວຂ້ອງກັບຜົນ ແລະ ຈຸດໝາຍປາຍທາງຂອງຜູ້ຄົນ. ແຕ່ຂ້ອຍກຳລັງຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ ແລະ ຂ້ອຍບໍ່ສາມາດເຂົ້າໃຈເຖິງການປ່ຽນແປງທີ່ເໝາະສົມໃນໜ້າທີ່ຂອງຜູ້ຄົນພາຍໃນເຮືອນຂອງພຣະເຈົ້າຢ່າງສົມບູນ. ຂ້ອຍມີທັດສະນະຄະຕິທີ່ບິດບ້ຽວ, ຄິດວ່າໜ້າທີ່ຂອງຂ້ອຍເຊື່ອມໂຍງກັບຈຸດໝາຍປາຍທາງ ແລະ ຜົນຂອງຂ້ອຍຢ່າງຫຼີກເວັ້ນບໍ່ໄດ້, ບໍ່ວ່າຂ້ອຍຈະຈົບລົງໂດຍໄດ້ຮັບພອນ ຫຼື ບໍ່. ຂ້ອຍຄາດເດົາທຸກສິ່ງ, ກຽມພ້ອມຕໍ່ສູ້ກັບພຣະເຈົ້າ, ຢ້ານວ່າຂ້ອຍຈະຖືກເປີດໂປງ ແລະ ຖືກກໍາຈັດ ຖ້າຂ້ອຍບໍ່ສາມາດປະຕິບັດໜ້າທີ່ຂອງຂ້ອຍໄດ້ດີ ແລະ ຫຼັງຈາກນັ້ນ ຂ້ອຍກໍຈະຖືກປະໄວ້ໂດຍບໍ່ມີສະຖານະ ຫຼື ອະນາຄົດປະເພດໃດໜຶ່ງ. ຂ້ອຍຄິດຫຼາຍແທ້ໆກ່ຽວກັບເລື່ອງນັ້ນ ແລະ ມົກໝຸ່ນກັບສິ່ງຊົ່ວຮ້າຍ! ຂ້ອຍພະຍາຍາມເປັນຄົນທີ່ມີເລ່ຫຼ່ຽມ ແລະ ຫຼິ້ນເກມກັບພຣະເຈົ້າ ເພື່ອປົກປ້ອງຜົນປະໂຫຍດສ່ວນຕົວຂອງຂ້ອຍເອງ, ວາງແຜນທີ່ຈະຍອມຈຳນົນ ຖ້າຂ້ອຍບໍ່ສາມາດເຮັດວຽກອອກມາໄດ້ດີໄດ້ໃນໜ້າທີ່ຂອງຂ້ອຍ. ຂ້ອຍບໍ່ໄດ້ໃຊ້ຄວາມຄິດແມ່ນແຕ່ໜ້ອຍດຽວສຳລັບວິທີການປະຕິບັດໜ້າທີ່ຂອງຂ້ອຍໃຫ້ດີແທ້ໆ, ແຕ່ກົງກັນຂ້າມ ຂ້ອຍຕັ້ງໃຈໃສ່ກັບຄວາມຄາດຫວັງໃນອະນາຄົດຂອງຂ້ອຍເອງ. ການທີ່ພຣະເຈົ້າຍົກໃຫ້ຂ້ອຍເຮັດໜ້າທີ່ເປັນຫົວໜ້າທີມຄືການມອບໂອກາດໃຫ້ຂ້ອຍໄດ້ຝຶກຝົນຕົນເອງ ເພື່ອໃຫ້ຂ້ອຍສາມາດສ້າງຄວາມກ້າວໜ້າໃນວຽກງານຂອງຂ້ອຍ ແລະ ການເຂົ້າສູ່ຊີວິດຂອງຂ້ອຍ. ນັ້ນຄືຄວາມຮັກຂອງພຣະເຈົ້າສຳລັບຂ້ອຍ. ແຕ່ຂ້ອຍໄດ້ບິດເບືອນຄວາມຄິດຂອງຂ້ອຍກ່ຽວກັບຄວາມຮັກຂອງພຣະເຈົ້າ ໂດຍຄິດວ່າ ໃນຄວາມເປັນຈິງແລ້ວ ນັ້ນຄືການທີ່ຂ້ອຍກໍາລັງຈະຖືກເປີດໂປງ ແລະ ກໍາຈັດ. ນັ້ນບໍ່ແມ່ນການໝິ່ນປະໝາດພຣະເຈົ້າບໍ? ຂ້ອຍບໍ່ໄດ້ກຳລັງເປີດເຜີຍອຸປະນິໄສທີ່ຊົ່ວຮ້າຍຂອງຜູ້ຕໍ່ຕ້ານພຣະຄຣິດຢ່າງຊັດເຈນບໍ?

ຂ້ອຍຫວນຄິດຫາສິ່ງທີ່ຂ້ອຍໄດ້ເປີດເຜີຍໃນຊ່ວງເວລານັ້ນ: ຂ້ອຍບໍ່ໄດ້ເຂົ້າໃຈພຣະເຈົ້າແມ່ນແຕ່ໜ້ອຍດຽວ, ແຕ່ຂ້ອຍຫາກໍຖືກເອົາຊະນະດ້ວຍການຄາດເດົາ ແລະ ການລະວັງຕົວ. ຂ້ອຍຮູ້ສຶກບໍ່ພໍໃຈຢ່າງບໍ່ໜ້າເຊື່ອ ແລະ ຂ້ອຍບໍ່ສາມາດຢຸດສົງໄສວ່າເປັນຫຍັງຂ້ອຍຈຶ່ງຢູ່ໃນສະພາວະນັ້ນ ເຊິ່ງເປັນບ່ອນທີ່ເປັນຕົ້ນເຫດຂອງບັນຫາແທ້ໆ. ຕໍ່ມາ ຂ້ອຍໄດ້ອ່ານບົດຄວາມອື່ນໃນພຣະທຳຂອງພຣະເຈົ້າທີ່ເປີດໂປງເຖິງອຸປະນິໄສຂອງຜູ້ຕໍ່ຕ້ານພຣະຄຣິດ ເຊິ່ງສະທ້ອນເຖິງຂ້ອຍແທ້ໆ: “ຜູ້ຕໍ່ຕ້ານພຣະຄຣິດບໍ່ເຊື່ອວ່າມີຄວາມຈິງໃນພຣະທຳຂອງພຣະເຈົ້າ ແລະ ພວກເຂົາບໍ່ເຊື່ອໃນອຸປະນິໄສ, ຕົວຕົນ ຫຼື ແກ່ນແທ້ຂອງພຣະອົງ. ພວກເຂົາພິຈາລະນາສິ່ງທັງໝົດນີ້ດ້ວຍຄວາມຄິດຂອງມະນຸດ ແລະ ດ້ວຍມຸມມອງຂອງມະນຸດ ເພື່ອວິເຄາະ ແລະ ກວດສອບທຸກສິ່ງທີ່ເກີດຂຶ້ນອ້ອມຮອບຕົວພວກເຂົາ ແລະ ພວກເຂົາຍັງເບິ່ງວິທີການທີ່ພຣະເຈົ້າປະຕິບັດຕໍ່ຜູ້ຄົນ, ວຽກງານຕ່າງໆທີ່ພຣະເຈົ້າເຮັດໃນຜູ້ຄົນດ້ວຍມຸມມອງຂອງມະນຸດ, ຄວາມຄິດຂອງມະນຸດ ແລະ ການລໍ້ລວງຂອງມະນຸດ. ຍິ່ງໄປກວ່ານັ້ນ, ພວກເຂົາໃຊ້ຄວາມຄິດຂອງມະນຸດ ແລະ ວິທີການຂອງມະນຸດ, ໃຊ້ເຫດຜົນ ແລະ ຄວາມຄິດຂອງຊາຕານເພື່ອພິຈາລະນາອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ເຫັນໄດ້ຊັດເຈນວ່າ ຜູ້ຕໍ່ຕ້ານພຣະຄຣິດບໍ່ພຽງແຕ່ບໍ່ຍອມຮັບ ຫຼື ຮັບຮູ້ອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ, ແຕ່ພວກເຂົາເຕັມໄປດ້ວຍແນວຄິດ ແລະ ຄວາມຄິດທີ່ຄຸມເຄືອ, ຫວ່າງເປົ່າກ່ຽວກັບອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າ. ສິ່ງດຽວທີ່ເຕັມໃນພວກເຂົາແມ່ນຄວາມເຂົ້າໃຈຂອງມະນຸດ; ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງແມ່ນແຕ່ໜ້ອຍດຽວ. ເມື່ອເປັນດັ່ງນີ້, ຜູ້ຕໍ່ຕ້ານພຣະຄຣິດໃຫ້ນິຍາມອຸປະນິໄສ, ຕົວຕົນ ແລະ ແກ່ນແທ້ຂອງພຣະເຈົ້າແນວໃດ? ພວກເຂົາສາມາດຮັບຮູ້ໄດ້ບໍວ່າພຣະເຈົ້ານັ້ນຊອບທຳ ແລະ ສຳລັບມະນຸດແລ້ວ ພຣະອົງແມ່ນຄວາມຮັກ? ແນ່ນອນວ່າພວກເຂົາບໍ່ສາມາດເຮັດໄດ້. ຄໍານິຍາມຂອງຜູ້ຕໍ່ຕ້ານພຣະຄຣິດກ່ຽວກັບຄວາມຊອບທໍາ ແລະ ຄວາມຮັກຂອງພຣະເຈົ້າແມ່ນເຄື່ອງຫມາຍຄໍາຖາມ. ເປັນຄວາມໜ້າສົງໄສ. ອຸປະນິໄສຂອງພຣະເຈົ້າກໍານົດຕົວຕົນຂອງພຣະອົງ ແລະ ພວກເຂົາເຍາະເຍີ້ຍອຸປະນິໄສຂອງພຣະອົງ ແລະ ເຕັມໄປດ້ວຍຄວາມສົງໄສ ແລະ ເຕັມໄປດ້ວຍການປະຕິເສດ ແລະ ການດູຖູກຕໍ່ສິ່ງນັ້ນ, ສະນັ້ນແລ້ວ, ແມ່ນຫຍັງຄືຕົວຕົນຂອງພຣະອົງ? ອຸປະນິໄສຂອງພຣະເຈົ້າສະແດງເຖິງຕົວຕົນຂອງພຣະອົງ; ເມື່ອຖືວ່າມັນເປັນຂອງພວກເຂົາ, ມຸມມອງຂອງພວກເຂົາກ່ຽວກັບຕົວຕົນຂອງພຣະເຈົ້າຈຶ່ງເປັນຫຼັກຖານໃນຕົວຂອງມັນເອງ, ເປັນການປະຕິເສດໂດຍກົງ. ນີ້ແມ່ນແກ່ນແທ້ຂອງຜູ້ຕໍ່ຕ້ານພຣະຄຣິດ” (ຄັດຈາກບົດ “ພວກເຂົາລັງກຽດຄວາມຈິງ, ດູຖູກຫຼັກການຢ່າງເປີດເຜີຍ ແລະ ເມີນເສີຍການຈັດແຈງໃນເຮືອນຂອງພຣະເຈົ້າ (ພາກທີຫົກ)” ໃນໜັງສືການເປີດໂປງຜູ້ຕໍ່ຕ້ານພຣະຄຣິດ). ພຣະທຳຂອງພຣະເຈົ້າສະແດງໃຫ້ເຫັນວ່າ ຜູ້ຕໍ່ຕ້ານພຣະຄຣິດບໍ່ເຊື່ອວ່າພຣະທຳຂອງພຣະເຈົ້າເປັນຄວາມຈິງ, ແລ້ວແຮງໄກທີ່ຈະຮູ້ເຖິງອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ. ພວກເຂົາບໍ່ເຄີຍອີງຄວາມຄິດເຫັນຂອງພວກເຂົາກ່ຽວກັບສິ່ງຕ່າງໆໃສ່ພຣະທຳຂອງພຣະເຈົ້າ, ແຕ່ກົງກັນຂ້າມ ພວກເຂົາເຂົ້າຫາທຸກສິ່ງໂດຍອີງໃສ່ຄວາມເຂົ້າໃຈຂອງມະນຸດ ແລະ ເຫດຜົນຂອງຊາຕານ. ຂ້ອຍເຫັນວ່າຂ້ອຍຍັງມີອຸປະນິໄສແບບນັ້ນຂອງຜູ້ຕໍ່ຕ້ານພຣະຄຣິດ, ຂ້ອຍບໍ່ມີຄວາມເຂົ້າໃຈໃດເລີຍກ່ຽວກັບອຸປະນິໄສທີ່ຊອບທໍາຂອງພຣະເຈົ້າ ຍ້ອນວ່າມັນກ່ຽວຂ້ອງກັບການທີ່ຄຣິດຕະຈັກປັບຕໍາແໜ່ງ ຫຼື ປົດຕໍາແໜ່ງ ຫຼື ກຳຈັດຜູ້ຄົນ. ກົງກັນຂ້າມ, ຂ້ອຍໄດ້ເບິ່ງບັນຫາເຫຼົ່ານີ້ຜ່ານທັດສະນະຂອງເຫດຜົນແບບຊາຕານເຊັ່ນ: “ຍິ່ງພວກເຂົາຍິ່ງໃຫຍ່ເທົ່າໃດ, ພວກເຂົາກໍ່ຍິ່ງລົ້ມລົງຍາກເທົ່າໃດ”, “ຕະປູທີ່ໂພ່ຂຶ້ນຫຼາຍທີ່ສຸດຈະຖືກຄ້ອນຕີລົງ” ແລະ “ມັນໂດດດ່ຽວຢູ່ເທິງສຸດ”. ຂ້ອຍຄິດວ່າການມີສະຖານະ ແລະ ຄວາມຮັບຜິດຊອບຈະພຽງແຕ່ເປີດໂປງຂ້ອຍໃຫ້ໄວຂຶ້ນ ແລະ ຫຼັງຈາກນັ້ນກໍນໍາໄປສູ່ການທີ່ຂ້ອຍຖືກກຳຈັດ. ເຖິງແມ່ນວ່າຂ້ອຍຈະຍອມຮັບຕໍາແໜ່ງຂອງຂ້ອຍໃນຖານະຫົວໜ້າທີມຢູ່ພາຍນອກ, ນັ້ນຄືເຫດຜົນທີ່ຂ້ອຍຍັງລະວັງພຣະເຈົ້າ, ຢ້ານວ່າຈະຖືກເປີດໂປງ ແລະ ຖືກກໍາຈັດຖ້າຂ້ອຍສະດຸດລົງ, ແລ້ວໃນທີ່ສຸດແລ້ວກໍສູນເສຍຈຸດໝາຍປາຍທາງສຸດທ້າຍຂອງຂ້ອຍ. ຂ້ອຍເປັນຜູ້ເຊື່ອທີ່ອ່ານພຣະທຳຂອງພຣະເຈົ້າ, ແຕ່ທັດສະນະຄະຕິຂອງຂ້ອຍຕໍ່ກັບສິ່ງຕ່າງໆບໍ່ໄດ້ປ່ຽນແປງເລີຍ ແລະ ຂ້ອຍບໍ່ເຄີຍສະແຫວງຫາຄວາມຈິງໃນເວລາທີ່ປະສົບກັບບັນຫາ ຫຼື ເບິ່ງສິ່ງຕ່າງໆຕາມຄວາມຈິງແຫ່ງພຣະທຳຂອງພຣະເຈົ້າ, ແຕ່ກົງກັນຂ້າມ ຂ້ອຍປະເມີນພາລະກິດຂອງພຣະເຈົ້າໂດຍອີງໃສ່ແນວຄິດຂອງຊາຕານ, ຈິນຕະນາການວ່າພຣະເຈົ້າເປັນຜະເດັດການບາງຢ່າງທີ່ຈະເປີດໂປງ ແລະ ກໍາຈັດຂ້ອຍໃນເວລາທີ່ຂ້ອຍບໍ່ລະມັດລະວັງແມ່ນແຕ່ໜ້ອຍດຽວ, ນັ້ນບໍ່ແມ່ນການທີ່ຂ້ອຍປະຕິເສດອຸປະນິໄສທີ່ຊອບທໍາຂອງພຣະເຈົ້າບໍ? ນັ້ນບໍ່ແມ່ນການທີ່ຂ້ອຍໝິ່ນປະໝາດພຣະເຈົ້າບໍ? ຄວາມຈິງກໍຄືເມື່ອໃດກໍຕາມທີ່ມີບາງຄົນຖືກປົດຕໍາແໜ່ງ ຫຼື ຖືກກຳຈັດໂດຍຄຣິດຕະຈັກ, ມັນກໍອີງໃສ່ຫຼັກການ. ມັນອີງໃສ່ການພິຈາລະນາໂດຍລວມກ່ຽວກັບຄວາມສາມາດຂອງບຸກຄົນໜຶ່ງ, ບໍ່ວ່າພວກເຂົາຈະມີຄວາມເປັນມະນຸດທີ່ດີ ຫຼື ຊົ່ວຮ້າຍ, ບໍ່ວ່າພວກເຂົາຈະສະແຫວງຫາຄວາມຈິງ ຫຼື ບໍ່ ແລະ ບໍ່ວ່າພວກເຂົາຢູ່ໃນເສັ້ນທາງປະເພດໃດກໍຕາມ. ພວກເຂົາບໍ່ໄດ້ຖືກກໍານົດວ່າເປັນບຸກຄົນໜຶ່ງ ເຊິ່ງຖືກປົດຕໍາແໜ່ງ ແລະ ຖືກກໍາຈັດໂດຍອີງໃສ່ການເຮັດຜິດໃນບາງຄັ້ງບາງຄາວຂອງພວກເຂົາ ຫຼື ການສະແດງອອກພຽງຊົ່ວຄາວ​ ຫຼື ພວກເຂົາມີສະຖານະທີ່ສູງສົ່ງ ຫຼື ບໍ່. ເຮືອນຂອງພຣະເຈົ້າຈະໃຫ້ໂອກາດພິເສດແກ່ຜູ້ນຳທີ່ເສຍສະຫຼະຕົນເອງຢ່າງແທ້ຈິງໃຫ້ກັບພຣະເຈົ້າ ແລະ ສະແຫວງຫາຄວາມຈິງ, ເຖິງແມ່ນວ່າຈະມີການເຮັດຜິດໃດໜຶ່ງກໍຕາມ. ພວກເຂົາຈະຖືກລິຮານ ແລະ ຖືກຈັດການ, ຖືກກ່າວເຕືອນ ແລະ ຖືກຕັກເຕືອນ ແລະ ຜູ້ໃດກໍຕາມທີ່ສາມາດຮູ້ຈັກຕົນເອງ, ຜູ້ໃດກໍຕາມທີ່ກັບໃຈ ແລະ ປ່ຽນແປງ ຈະສືບຕໍ່ຖືກໃຊ້ປະໂຫຍດ ແລະ ຖືກປູກຝັງ. ມີຜູ້ນຳຈອມປອມບາງຄົນທີ່ບໍ່ປະຕິບັດວຽກງານຕົວຈິງ, ຜູ້ທີ່ໂລບມາກຢາກໄດ້ຄວາມສະດວກສະບາຍ, ປະຖິ້ມໜ້າທີ່ຂອງພວກເຂົາ ແລະ ຜູ້ທີ່ມີຕຳແໜ່ງເປັນຜູ້ນຳໂດຍບໍ່ຮັບພັນທະທີ່ຜູ້ນຳຄວນມີ. ບຸກຄົນປະເພດນັ້ນຈະຖືກປົດຈາກຕໍາແໜ່ງຂອງພວກເຂົາຢ່າງແນ່ນອນ, ແຕ່ຕາບໃດທີ່ພວກເຂົາບໍ່ແມ່ນຄົນຊົ່ວຮ້າຍທີ່ເຮັດການຊົ່ວທຸກຮູບແບບ, ພວກເຂົາກໍຈະບໍ່ຖືກກຳຈັດຢ່າງງ່າຍດາຍ, ຖືກເຕະອອກຈາກຄຣິດຕະຈັກ. ເຮືອນຂອງພຣະເຈົ້າຈະຈັດແຈງໜ້າທີ່ອື່ນທີ່ເໝາະສົມໃຫ້ກັບພວກເຂົາ, ໃຫ້ໂອກາດພວກເຂົາໃນການກັບໃຈ ແລະ ການໄຕ່ຕອງຕົນເອງ. ມີຜູ້ຕໍ່ຕ້ານພຣະຄຣິດທີ່ປະຕິເສດຈະຍອມຮັບຄວາມຈິງໃດໜຶ່ງ, ຜູ້ທີ່ພຽງແຕ່ເຮັດວຽກເພື່ອສະຖານະ ແລະ ອໍານາດຂອງພວກເຂົາເອງ, ຜູ້ທີ່ພຽງແຕ່ຢາກຍຶດອໍານາດເພື່ອຄວບຄຸມຄຣິດຕະຈັກ ເຊິ່ງນັ້ນກໍຄື ມີພຽງແຕ່ພວກເຂົາເທົ່ານັ້ນທີ່ຈະຖືກເປີດໂປງ ແລະ ຖືກກໍາຈັດຢ່າງສົມບູນ, ຖືກຂັບໄລ່ອອກຈາກຄຣິດຕະຈັກຢ່າງຖາວອນ. ຂ້ອຍໄດ້ເຫັນວ່າເຮືອນຂອງພຣະເຈົ້າປະຕິບັດຕໍ່ຜູ້ຄົນໃນລັກສະນະທີ່ຍຸຕິທໍາ ແລະ ທ່ຽງທຳໂດຍສິ້ນເຊີງ, ຄວາມຈິງມີອຳນາດໃນເຮືອນຂອງພຣະເຈົ້າ. ບໍ່ມີຄົນດີໆຄົນໃດທີ່ຖືກກ່າວຫາຢ່າງຜິດໆຈັກເທື່ອ ແລະ ບໍ່ມີຄົນຊົ່ວຮ້າຍຄົນໃດຈະລອດຕົວໄປຢ່າງງ່າຍດາຍ. ການທີ່ຄົນໆໜຶ່ງຈະຖືກເປີດໂປງ ແລະ ຖືກກຳຈັດແມ່ນບໍ່ມີຫຍັງກ່ຽວຂ້ອງກັບຕໍາແໜ່ງຂອງພວກເຂົາ. ສິ່ງທີ່ສຳຄັນແທ້ໆກໍຄືການທີ່ພວກເຂົາສາມາດຍອມຮັບ ແລະ ສະແຫວງຫາຄວາມຈິງໄດ້ ຫຼື ບໍ່. ສຳລັບຄົນທີ່ສະແຫວງຫາຄວາມຈິງ, ເມື່ອພວກເຂົາຮັບໜ້າທີ່ໆສຳຄັນ, ເມື່ອພວກເຂົາແບກຮັບຄວາມຮັບຜິດຊອບຫຼາຍຂຶ້ນ, ພວກເຂົາກໍໄດ້ຮັບໂອກາດຫຼາຍຂຶ້ນທີ່ຈະພັດທະນາພວກເຂົາເອງ ແລະ ສາມາດຖືກພຣະເຈົ້າເຮັດໃຫ້ສົມບູນຍິ່ງຂຶ້ນ. ແຕ່ຄົນທີ່ບໍ່ສະແຫວງຫາຄວາມຈິງ, ຄົນທີ່ບໍ່ສະແຫວງຫາຫຼັກການໃນໜ້າທີ່ຂອງພວກເຂົາ ແລະ ປະຕິເສດທີ່ຈະຍອມຮັບການຖືກພິພາກສາ, ຖືກຂ້ຽນຕີ, ຖືກລິຮານ ແລະ ຖືກຈັດການ, ຄົນທີ່ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາບໍ່ຖືກປ່ຽນແປງແມ່ນແຕ່ໜ້ອຍດຽວ, ບໍ່ວ່າສະຖານະຂອງພວກເຂົາອາດເປັນຫຍັງກໍຕາມ, ໃນທີ່ສຸດແລ້ວ ພວກເຂົາຈະຖືກກໍາຈັດ. ເມື່ອຄິດຫຼາຍຂຶ້ນອີກກ່ຽວກັບເລື່ອງນີ້, ຂ້ອຍກໍຮູ້ວ່າ ເມື່ອຂ້ອຍຖືກປົດອອກຈາກຕໍາແໜ່ງຂອງຂ້ອຍໃນຖານະຜູ້ນໍາທີມໃນເມື່ອກ່ອນ, ມັນເປັນຍ້ອນວ່າ ຂ້ອຍເຫັນແກ່ຕົວ ແລະ ມີທຳມະຊາດທີ່ເປັນຕາລັງກຽດ ແລະ ບໍ່ໄດ້ເອົາຄວາມຈິງເຂົ້າສູ່ການປະຕິບັດເລີຍ. ຂ້ອຍຢືນໃນເສັ້ນທາງຂອງວຽກງານຂອງຄຣິດຕະຈັກ. ນັ້ນຄືການທີ່ອຸປະນິໄສທີ່ຊອບທໍາຂອງພຣະເຈົ້າເກີດຂຶ້ນກັບຂ້ອຍ ແລະ ມັນເປັນການທີ່ພຣະເຈົ້າໃຫ້ໂອກາດຂ້ອຍກັບໃຈ ແລະ ປ່ຽນແປງ. ແຕ່ກົງກັນຂ້າມ ຂ້ອຍເຮັດຄືກັບຄົນທີ່ບໍ່ເຊື່ອ, ບໍ່ມີຄວາມເຊື່ອໃນຄວາມລອດພົ້ນຂອງພຣະເຈົ້າ ແລະ ເຂົ້າໃຈພຣະອົງຢ່າງຜິດໆ. ໃນຕອນນັ້ນ ຂ້ອຍຈຶ່ງຮູ້ໃນທີ່ສຸດວ່າ ປັດຊະຍາຂອງຊາຕານທີ່ວ່າ “ຍິ່ງພວກເຂົາຍິ່ງໃຫຍ່ເທົ່າໃດ, ພວກເຂົາກໍ່ຍິ່ງລົ້ມລົງຍາກເທົ່າໃດ” ໄດ້ທໍາຮ້າຍຂ້ອຍຢ່າງໂຫດຮ້າຍສໍ່າໃດ. ຂ້ອຍບໍ່ພຽງແຕ່ຖືກກືນກິນດ້ວຍຄວາມເຂົ້າໃຈຜິດ ແລະ ເຈົ້າ, ແຕ່ຂ້ອຍກາຍເປັນຄົນທີ່ມີເລ່ຫຼ່ຽມ ແລະ ຊົ່ວຫຼາຍຂຶ້ນເລື້ອຍໆ. ຂ້ອຍຮູ້ວ່າຂ້ອຍບໍ່ສາມາດສືບຕໍ່ມີຊີວິດດ້ວຍເຫດຜົນ ແລະ ກົດເກນຂອງຊາຕານແບບນັ້ນ, ແຕ່ຂ້ອຍຈຳເປັນຕ້ອງເບິ່ງ ແລະ ເຂົ້າຫາສິ່ງຕ່າງໆໂດຍອີງໃສ່ພຣະທຳຂອງພຣະເຈົ້າ. ການໄດ້ຮັບໜ້າທີ່ນີ້ໃນການເປັນຫົວໜ້າທີມຄືການຖືກຍົກຂຶ້ນໂດຍພຣະເຈົ້າ ແລະ ມັນເປັນການທີ່ພຣະເຈົ້າໃຫ້ໂອກາດຂ້ອຍໃນການຮຽນຮູ້. ຂ້ອຍຈຳເປັນຕ້ອງເຊີດຊູໂອກາດນີ້. ຂ້ອຍເຄີຍເປັນອຸປະສັກໃນໜ້າທີ່ຂອງຂ້ອຍໃນອະດີດ, ແຕ່ຄັ້ງນີ້ ຂ້ອຍຮູ້ວ່າຂ້ອຍຈຳເປັນຕ້ອງໄດ້ຈ່າຍລາຄາໃນໜ້າທີ່ຂອງຂ້ອຍ, ຊົດເຊີຍສຳລັບຄວາມລົ້ມເຫຼວໃນອະດີດຂອງຂ້ອຍ, ສະແຫວງຫາຫຼັກການແຫ່ງຄວາມຈິງຫຼາຍຂຶ້ນ ແລະ ໃສ່ທັງໝົດຂອງຂ້ອຍເຂົ້າເພື່ອເຮັດໜ້າທີ່ຂອງຂ້ອຍໃຫ້ດີ.

ການເຂົ້າໃຈສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຂ້ອຍເປັນອິດສະຫຼະຢ່າງແທ້ຈິງເຊັ່ນກັນ. ເມື່ອຂ້ອຍຫວນຄິດຄືນຫຼັງໃນຕອນນີ້ກ່ຽວກັບວ່າຂ້ອຍເຂົ້າໃຈຜິດ ແລະ ຖືກປົກປ້ອງຈາກພຣະເຈົ້າແນວໃດ, ຂ້ອຍກໍຮູ້ສຶກວ່າຂ້ອຍບໍ່ມີເຫດຜົນຫຼາຍສໍ່າໃດ, ຂ້ອຍໂງ່ຈ້າ ແລະ ຕາບອດຫຼາຍສໍ່າໃດ, ໂດຍບໍ່ມີຄວາມເຂົ້າໃຈໃດເລີຍກ່ຽວກັບພຣະເຈົ້າ. ຂ້ອຍໄດ້ອະທິຖານຢ່າງງຽບໆຫາພຣະເຈົ້າພາຍໃນໃຈຂອງຂ້ອຍວ່າ “ໂອ້ ພຣະເຈົ້າ, ຂອບພຣະຄຸນພຣະອົງສໍາລັບການຊີ້ນໍາຂອງພຣະອົງ, ຂອບພຣະຄຸນທີ່ອະນຸຍາດໃຫ້ຂ້ານ້ອຍເຫັນເຖິງຄວາມຂີ້ຮ້າຍຂອງຂ້ານ້ອຍເອງ ແລະ ທີ່ໄດ້ສະແດງໃຫ້ຂ້ານ້ອຍເຫັນວ່າແມ່ນຫຍັງຄືສິ່ງກີດຂວາງອັນໃຫຍ່ຫຼວງທີ່ແນວຄິດແບບຊາຕານເຫຼົ່ານີ້ໄດ້ສ້າງຂຶ້ນລະຫວ່າງພຣະອົງ ແລະ ຂ້ານ້ອຍ. ຂ້ານ້ອຍບໍ່ມີຄວາມຮູ້ສຶກ ແລະ ບໍ່ຮູ້, ເຂົ້າໃຈຢ່າງຜິດໆກ່ຽວກັບສິ່ງຕ່າງໆ ແລະ ກຽມພ້ອມຕໍ່ສູ້ ແລະ ຂ້ານ້ອຍບໍ່ຄຳນຶງຫຍັງເລີຍວ່າພຣະອົງຮູ້ສຶກແນວໃດ. ຂ້ານ້ອຍເປັນຄົນກະບົດຫຼາຍ ແລະ ຂ້ານ້ອຍກັບໃຈຫາເຈົ້າຢ່າງສົມບູນ”.

ມື້ໜຶ່ງ ຂ້ອຍໄດ້ອ່ານບົດຄວາມໜຶ່ງທີ່ນັກຂຽນໄດ້ສະແດງເຖິງສະພາວະສ່ວນຕົວຂອງຂ້ອຍຢ່າງສົມບູນແບບ ແລະ ໄດ້ອ້າງເຖິງພຣະທຳບາງຂໍ້ຂອງພຣະເຈົ້າ ເຊິ່ງໃຫ້ເສັ້ນທາງການປະຕິບັດແກ່ຂ້ອຍ: “ໃນຄວາມເປັນຈິງແລ້ວ ການທີ່ມະນຸດປະຕິບັດໜ້າທີ່ຂອງເຂົາຄືການບັນລຸຜົນສໍາເລັດໃນທຸກສິ່ງທີ່ມີຢູ່ພາຍໃນມະນຸດ, ນັ້ນກໍຄື ສິ່ງທີ່ເປັນໄປໄດ້ສໍາລັບມະນຸດ. ຫລັງຈາກນັ້ນ ໜ້າທີ່ຂອງເຂົາກໍຈະສໍາເລັດ. ຂໍ້ບົກຜ່ອງຂອງມະນຸດໃນຊ່ວງການຮັບໃຊ້ຂອງເຂົາກໍຄ່ອຍໆຫຼຸດລົງ ໂດຍຜ່ານປະສົບການຢ່າງຕໍ່ເນື່ອງ ແລະ ຜ່ານຂະບວນການຂອງການພິພາກສາຂອງພວກເຂົາ; ສິ່ງເຫຼົ່ານັ້ນຈະບໍ່ຂັດຂວາງ ຫຼື ສົ່ງຜົນກະທົບຕໍ່ໜ້າທີ່ຂອງມະນຸດ. ຜູ້ທີ່ຢຸດໃນການຮັບໃຊ້ ຫຼື ຍ້ອມແພ້ ແລະ ທໍ້ຖອຍ ຍ້ອນຢ້ານກົວຂໍ້ບົກຜ່ອງທີ່ອາດຈະເກີດຂຶ້ນໃນການຮັບໃຊ້ຂອງພວກເຂົາ ຄືຄົນທີ່ຂີ້ຢ້ານທີ່ສຸດໃນບັນດາມະນຸດ... ລະຫວ່າງໜ້າທີ່ຂອງມະນຸດ ແລະ ເລື່ອງທີ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ວ່າຄໍາສາບແຊ່ງນັ້ນ ແມ່ນບໍ່ກ່ຽວຂ້ອງກັນ. ໜ້າທີ່ແມ່ນສິ່ງທີ່ມະນຸດຄວນປະຕິບັດ; ມັນແມ່ນວຽກງານທີ່ສະຫວັນສົ່ງມາ ແລະ ບໍ່ຄວນອີງໃສ່ຜົນຕອບແທນ, ເງື່ອນໄຂ ແລະ ເຫດຜົນ. ເມື່ອນັ້ນເທົ່ານັ້ນ ຈຶ່ງຖືວ່າ ເຂົາໄດ້ປະຕິບັດຕໍ່ໜ້າທີ່ຂອງຕົນ. ການໄດ້ຮັບພອນແມ່ນເວລາທີ່ຄົນເຮົາຖືກເຮັດໃຫ້ສົມບູນ ແລະ ມີຄວາມສຸກກັບພອນຂອງພຣະເຈົ້າຫຼັງຈາກໄດ້ປະສົບກັບການພິພາກສາ. ການຖືກສາບແຊ່ງແມ່ນເວລາທີ່ໃຈຂອງບາງຄົນບໍ່ປ່ຽນແປງຫລັງຈາກປະສົບກັບການຂ້ຽນຕີ ແລະ ການພິພາກສາ, ມັນແມ່ນເວລາທີ່ພວກເຂົາບໍ່ໄດ້ປະສົບກັບການຖືກເຮັດໃຫ້ສົມບູນ ນອກຈາກຖືກລົງໂທດ. ແຕ່ຢ່າງໃດກໍຕາມ ບໍ່ວ່າພວກເຂົາຈະໄດ້ຮັບພອນ ຫຼື ຖືກສາບແຊ່ງກໍຕາມ, ສິ່ງມີຊີວິດທີ່ຖືກສ້າງຂຶ້ນກໍຄວນສໍາເລັດໜ້າທີ່ຂອງຕົນ, ປະຕິບັດສິ່ງທີ່ພວກເຂົາຄວນປະຕິບັດ ແລະ ເຮັດໃນສິ່ງທີ່ພວກເຂົາສາມາດເຮັດໄດ້; ນີ້ຄືສິ່ງທີ່ໜ້ອຍທີ່ສຸດທີ່ຄົນທີ່ສະແຫວງຫາພຣະເຈົ້າຄວນເຮັດ. ເຈົ້າບໍ່ຄວນປະຕິບັດໜ້າທີ່ຂອງເຈົ້າພຽງແຕ່ຢາກໄດ້ຮັບພອນ ແລະ ເຈົ້າບໍ່ຄວນປະຕິເສດທີ່ຈະກະທໍາເພາະຢ້ານຖືກສາບແຊ່ງ. ເຮົາຂໍບອກພວກເຈົ້າກ່ຽວກັບສິ່ງນີ້ວ່າ: ການປະຕິບັດໜ້າຂອງມະນຸດແມ່ນສິ່ງທີ່ເຂົາຄວນເຮັດ ແລະ ຖ້າເຂົາບໍ່ສາມາດປະຕິບັດໜ້າທີ່ຂອງຕົນໄດ້ ນັ້ນແມ່ນຄວາມກະບົດຂອງເຂົາ” (ຄັດຈາກບົດ “ຄວາມແຕກຕ່າງລະຫວ່າງພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ໜ້າທີ່ຂອງມະນຸດ” ໃນໜັງສືພຣະທໍາປາກົດໃນຮ່າງກາຍ). ເມື່ອຂ້ອຍພິຈາລະນາເລື່ອງນີ້, ຂ້ອຍກໍເຂົ້າໃຈຄວາມປະສົງຂອງພຣະເຈົ້າ. ພຣະເຈົ້າບໍ່ໄດ້ຄາດຫວັງຫຼາຍສໍ່ານັ້ນຈາກມະນຸດຊາດ. ພຣະອົງພຽງແຕ່ຕ້ອງການໃຫ້ພວກເຮົາສະແຫວງຫາຄວາມຈິງ, ເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ເພື່ອນໍາເອົາສິ່ງທີ່ພວກເຮົາສາມາດເຂົ້າໃຈ, ສິ່ງທີ່ພວກເຮົາສາມາດເຮັດໃຫ້ສໍາເລັດໄດ້ເພື່ອປະຕິບັດ, ບໍ່ເຮັດໃຫ້ວຸ້ນວາຍ, ບໍ່ໃຫ້ມີເລ່ຫຼ່ຽມ ແລະ ຫຼອກລວງ, ແຕ່ທຸ້ມເທທຸກຢ່າງຂອງພວກເຮົາເຂົ້າໃນສິ່ງນັ້ນ ແລະ ເຮັດໃນສິ່ງທີ່ພຣະເຈົ້າຂໍຮ້ອງຈາກພວກເຮົາ. ເຖິງແມ່ນວ່າພວກເຮົາຈະປະສົບກັບຄວາມລົ້ມເຫຼວ ແລະ ຄວາມຜິດພາດບາງຢ່າງໃນຂະບວນການ, ຕາບໃດທີ່ພວກເຮົາສາມາດຍອມຮັບຄວາມຈິງ ແລະ ຍອມຮັບການຖືກລິຮານ ແລະ ການຖືກຈັດການ, ບັນຫາເຫຼົ່ານີ້ສາມາດຖືກແກ້ໄຂໄດ້. ພວກເຮົາສາມາດເຫັນຄວາມກ້າວໜ້າ ແລະ ການປ່ຽນແປງ. ນັບຕັ້ງແຕ່ໄດ້ຮັບການຝາກຝັງນັ້ນ, ຂ້ອຍກໍຂາດທັດສະນະຄະຕິຕໍ່ການຍອມຮັບ ແລະ ການອ່ອນນ້ອມຢ່າງສິ້ນເຊີງ. ຂ້ອຍຢ້ານວ່າ ດ້ວຍຄວາມຜິດພາດແມ່ນແຕ່ໜ້ອຍດຽວ, ດ້ວຍການເຮັດບໍ່ຖືກ, ຂ້ອຍຈະຖືກກໍາຈັດ, ຂ້ອຍຈະສູນເສຍຜົນ ແລະ ຈຸດໝາຍປາຍທາງສຸດທ້າຍຂອງຂ້ອຍ. ຂ້ອຍເຫັນວ່າຂ້ອຍບໍ່ມີຄວາມເຂົ້າໃຈໃດເລີຍກ່ຽວກັບຄວາມຈິງ ແລະ ຂ້ອຍບໍ່ເຂົ້າໃຈພາລະກິດຂອງພຣະເຈົ້າຢ່າງແທ້ຈິງ. ໂດຍສະເພາະແລ້ວ, ຂ້ອຍເຫັນວ່າຕະຫຼອດປີທີ່ເຊື່ອໃນພຣະເຈົ້າ ແລະ ເຮັດໜ້າທີ່ຂອງຂ້ອຍ, ມັນບໍ່ແມ່ນເພື່ອເຮັດໃຫ້ພຣະເຈົ້າພໍໃຈ, ແຕ່ມັນເປັນພຽງການພະຍາຍາມເພື່ອອະນາຄົດ ແລະ ຈຸດໝາຍປາຍທາງຂອງຂ້ອຍເອງ. ຂ້ອຍເຫັນແກ່ຕົວ ແລະ ມີເລ່ຫຼ່ຽມຫຼາຍ! ໜ້າທີ່ແມ່ນການຝາກຝັງຈາກພຣະເຈົ້າ ແລະ ມັນຄືຄວາມຮັບຜິດຊອບທີ່ທຸກສິ່ງທີ່ຖືກສ້າງຂຶ້ນຈຳເປັນຕ້ອງປະຕິບັດ. ມັນບໍ່ສຳຄັນວ່າພວກເຮົາໄດ້ຮັບພອນ ຫຼື ຖືກສາບແຊ່ງໃນທີ່ສຸດ, ພວກເຮົາທຸກຄົນຕ້ອງເຮັດໜ້າທີ່ຂອງພວກເຮົາເອງ. ຂ້ອຍບໍ່ສາມາດປະຕິເສດທີ່ຈະເຮັດໜ້າທີ່ຂອງຂ້ອຍ ພຽງແຕ່ເພາະຂ້ອຍຢ້ານການເຮັດຄວາມຊົ່ວ. ເຖິງວ່າຂ້ອຍຈະມີທາງເຂົ້າສູ່ຊີວິດໜ້ອຍດຽວ ແລະ ຂາດຄວາມເປັນຈິງແຫ່ງຄວາມຈິງ, ພຣະເຈົ້າກໍໄດ້ຍົກຂ້ອຍຂຶ້ນໃຫ້ເຮັດໜ້າທີ່ເປັນຫົວໜ້າທີມ. ມັນບໍ່ແມ່ນເພາະວ່າຂ້ອຍເໝາະສົມກັບຕຳແໜ່ງໃນຕອນນີ້, ແຕ່ມັນເພື່ອຄວາມຫວັງທີ່ວ່າ ໂດຍຜ່ານວິທີການທີ່ຂ້ອຍເຮັດໜ້າທີ່ນີ້ ຂ້ອຍຈະສາມາດສະແຫວງຫາຄວາມຈິງ, ຍອມຮັບການຖືກພິພາກສາ, ຖືກຂ້ຽນຕີ, ຖືກລິຮານ ແລະ ຖືກຈັດການ ແລະ ສືບຕໍ່ປັບປຸງຂໍ້ບົກຜ່ອງສ່ວນຕົວຂອງຂ້ອຍ. ຫວັງວ່າໃນທີ່ສຸດແລ້ວ ຂ້ອຍຈະສາມາດເຮັດໜ້າທີ່ນີ້ໄດ້ຢ່າງເໝາະສົມ. ຫຼັງຈາກທີ່ຂ້ອຍເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຂ້ອຍກໍໄດ້ຮັບຄວາມໝັ້ນໃຈຫຼາຍຂຶ້ນໃນການຜະເຊີນ​​ໜ້າກັບບັນຫາ ແລະ ຄວາມຫຍຸ້ງຍາກຕ່າງໆທີ່ປາກົດຂຶ້ນໃນໜ້າທີ່ຂອງຂ້ອຍ ແລະ ຂ້ອຍຕັດສິນໃຈທີ່ຈະເຮັດໃຫ້ພຣະເຈົ້າພໍໃຈຜ່ານການເຮັດໜ້າທີ່ນັ້ນ.

ຂ້ອຍອ່ານສິ່ງນີ້ໃນພຣະທຳຂອງພຣະເຈົ້າຫຼັງຈາກນັ້ນ: “ແມ່ນຫຍັງຄືການສະແດງອອກຂອງຄົນຊື່ສັດ? ສິ່ງສຳຄັນກໍຄືການປະຕິບັດຄວາມຈິງໃນທຸກສິ່ງ. ຖ້າເຈົ້າເວົ້າວ່າເຈົ້າເປັນຄົນຊື່ສັດ ແຕ່ເຈົ້າກັບບໍ່ສົນໃຈພຣະທຳຂອງພຣະເຈົ້າຢູ່ສະເໝີ ແລະ ເຮັດຕາມທີ່ເຈົ້າຕ້ອງການ, ແລ້ວນີ້ແມ່ນການສະແດງອອກຂອງຄົນຊື່ສັດບໍ? ເຈົ້າເວົ້າວ່າ ‘ຄວາມສາມາດຂອງຂ້ານ້ອຍຕ່ຳ, ແຕ່ຂ້ານ້ອຍມີໃຈທີ່ຊື່ສັດ’. ແນວໃດກໍຕາມ, ເມື່ອໜ້າທີ່ຕົກຢູ່ກັບເຈົ້າ, ເຈົ້າຢ້ານທົນທຸກ ຫຼື ຢ້ານວ່າເຈົ້າບໍ່ສາມາດເຮັດມັນໄດ້ດີ, ເຈົ້າຈະຕ້ອງແບກຫາບຄວາມຮັບຜິດຊອບ, ດັ່ງນັ້ນ ເຈົ້າຈິ່ງແກ້ໂຕເພື່ອຫຼີກເວັ້ນ ແລະ ແນະນຳໃຫ້ຄົນອື່ນເຮັດມັນ. ນີ້ແມ່ນການສະແດງອອກຂອງຄົນຊື່ສັດບໍ? ຊັດເຈນວ່າບໍ. ແລ້ວຄົນຊື່ສັດຄວນປະພຶດຕົນແນວໃດ? ພວກເຈົ້າຄວນຍອມຮັບ ແລະ ເຊື່ອຟັງ, ແລ້ວອຸທິດຕົນຢ່າງເຕັມທີ່ໃນການເຮັດໜ້າທີ່ຂອງຕົນເອງຢ່າງສຸດຄວາມສາມາດ, ພະຍາຍາມບັນລຸຄວາມປະສົງຂອງພຣະເຈົ້າ. ສິ່ງນີ້ໄດ້ຖືກສະແດງອອກໃນຫຼາຍວິທີ. ວິທີໜຶ່ງແມ່ນ ເຈົ້າສາມາດຍອມຮັບໜ້າທີ່ຂອງເຈົ້າດ້ວຍຄວາມຊື່ສັດ, ບໍ່ຄິດເຖິງສິ່ງອື່ນໃດ ແລະ ບໍ່ສອງຈິດສອງໃຈກ່ຽວກັບມັນ. ບໍ່ວາງແຜນເພື່ອຜົນປະໂຫຍດຂອງຕົວເຈົ້າເອງ. ນີ້ແມ່ນການສະແດງອອກຂອງຄວາມຊື່ສັດ. ອີກວິທີໜຶ່ງແມ່ນທຸ້ມເທສຸດກຳລັງ ແລະ ສຸດໃຈຂອງເຈົ້າໃຫ້ກັບມັນ. ເຈົ້າເວົ້າວ່າ ‘ນີ້ແມ່ນທຸກສິ່ງທີ່ຂ້ານ້ອຍສາມາດເຮັດໄດ້; ຂ້ານ້ອຍຈະແນະນຳມັນທັງໝົດ ແລະ ອຸທິດໃຫ້ແກ່ພຣະເຈົ້າຢ່າງສົມບູນ’. ນີ້ແມ່ນການສະແດງອອກຂອງຄວາມຊື່ສັດບໍ? ເຈົ້າອຸທິດທັງໝົດທີ່ເຈົ້າມີ ແລະ ທັງໝົດທີ່ເຈົ້າສາມາດເຮັດໄດ້, ນີ້ແມ່ນການສະແດງອອກຂອງຄວາມຊື່ສັດ. ຖ້າເຈົ້າບໍ່ເຕັມໃຈທີ່ຈະອຸທິດທັງໝົດທີ່ເຈົ້າມີ, ຖ້າເຈົ້າເຊື່ອງຊ້ອນມັນ ແລະ ເກັບມ້ຽນໄວ້, ເລື່ອນໄຫຼໃນການກະທຳຂອງເຈົ້າ, ຫຼີກເວັ້ນໜ້າທີ່ຂອງເຈົ້າ ແລະ ໃຫ້ຄົນອື່ນເຮັດ ຍ້ອນວ່າເຈົ້າຢ້ານຈະໄດ້ຮັບຜົນຕາມມາຈາກການເຮັດມັນບໍ່ໄດ້ດີ, ແລ້ວນີ້ແມ່ນການຊື່ສັດບໍ? ບໍ່, ມັນບໍ່ແມ່ນ. ເພາະສະນັ້ນ, ການເປັນຄົນຊື່ສັດບໍ່ແມ່ນພຽງແຕ່ການມີຄວາມປາຖະໜາ. ຖ້າເຈົ້າບໍ່ນຳຄວາມຈິງໄປປະຕິບັດເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້າ, ເຈົ້າກໍຈະບໍ່ແມ່ນຄົນຊື່ສັດ. ເມື່ອເຈົ້າຜະເຊີນບັນຫາ, ເຈົ້າຕ້ອງປະຕິບັດຄວາມຈິງ ແລະ ມີການສະແດງອອກທີ່ແທ້ຈິງ. ນີ້ແມ່ນທາງດຽວໃນການເປັນຄົນຊື່ສັດ ແລະ ສິ່ງເຫຼົ່ານີ້ເທົ່ານັ້ນທີ່ເປັນການສະແດງອອກຂອງຫົວໃຈທີ່ຊື່ສັດ” (ຄັດຈາກບົດ “ຜູ້ຄົນສາມາດມີຄວາມສຸກໄດ້ຢ່າງແທ້ຈິງໂດຍການເປັນຄົນຊື່ສັດເທົ່ານັ້ນ” ໃນໜັງສືການບັນທຶກບົດສົນທະນາຂອງພຣະຄຣິດກ່ຽວກັບຍຸກສຸດທ້າຍ). ພຣະເຈົ້າມັກຄົນທີ່ຊື່ສັດ ແລະ ຄົນທີ່ຊື່ສັດທີ່ບໍ່ມົກໝຸ່ນກັບພອນຕ່າງໆ. ພວກເຂົາບໍ່ຢ້ານທີ່ຈະຮັບເອົາຄວາມຮັບຜິດຊອບ, ແຕ່ເຕັມໃຈທີ່ຈະພະຍາຍາມເຮັດໜ້າທີ່ຂອງພວກເຂົາເປັນຢ່າງດີເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ພວກເຂົາໃສ່ທັງໝົດຂອງພວກເຂົາໃນການເຮັດສິ່ງທີ່ພວກເຂົາສາມາດເຮັດໄດ້. ການຄິດກ່ຽວກັບເລື່ອງນີ້ເຮັດໃຫ້ຂ້ອຍອາຍແທ້ໆ. ຂ້ອຍເວົ້າຢູ່ສະເໝີກ່ຽວກັບວິທີທີ່ຂ້ອຍຕ້ອງການເຮັດໃຫ້ພຣະເຈົ້າພໍໃຈ, ແຕ່ເມື່ອມັນຮອດເວລາທີ່ຂ້ອຍຕ້ອງຮັບເອົາການຝາກຝັງແທ້ໆ, ໃສ່ໃຈຂອງຂ້ອຍໃນບາງສິ່ງຢ່າງແທ້ຈິງ, ຂ້ອຍກໍບໍ່ກົງໄປກົງມາ ແລະ ຢາກອອກຈາກມັນ. ຫຼັງຈາກນັ້ນ ຂ້ອຍກໍຮູ້ວ່າຂ້ອຍພຽງແຕ່ເວົ້າບາງສິ່ງທີ່ມ່ວນຫູ, ແຕ່ໃນຄວາມຈິງແລ້ວ ຂ້ອຍພະຍາຍາມຫຼອກລວງພຣະເຈົ້າ ແລະ ໃນໃຈ ຂ້ອຍກໍບໍ່ໄດ້ຊື່ສັດຢ່າງສິ້ນເຊີງ. ເມື່ອຂ້ອຍຮູ້ເລື່ອງນີ້, ຂ້ອຍກໍຮູ້ວ່າຂ້ອຍບໍ່ສາມາດສືບຕໍ່ໃນລັກສະນະນັ້ນໄດ້. ເຖິງແມ່ນວ່າຂ້ອຍມີບັນຫາ ແລະ ຂໍ້ບົກຜ່ອງຫຼາຍຢ່າງ, ຂ້ອຍກໍຕ້ອງປະຕິບັດການເປັນຄົນສັດຊື່ໃຫ້ສອດຄ່ອງກັບຂໍ້ກຳນົດຂອງພຣະເຈົ້າ. ຂ້ອຍຕ້ອງມອບຫົວໃຈຂອງຂ້ອຍໃຫ້ກັບພຣະເຈົ້າ ແລະ ເຮັດໜ້າທີ່ຂອງຂ້ອຍໃຫ້ສຸດຄວາມສາມາດຂອງຂ້ອຍ ໂດຍທີ່ຕີນຂອງຂ້ອຍໄດ້ວາງໄວ້ເທິງພື້ນດິນຢ່າງໜັກແໜ້ນ. ບໍ່ວ່າສິ່ງຕ່າງໆຈະເປັນແນວໃດກໍຕາມ, ຂ້ອຍກໍເຕັມໃຈທີ່ຈະເຊື່ອຟັງການປັ້ນແຕ່ງ ແລະ ການຈັດແຈງຂອງພຣະເຈົ້າ. ຫຼັງຈາກນັ້ນ ຂ້ອຍກໍຜ່ອນຄາຍໄປໃນລະດັບທີ່ບໍ່ໜ້າເຊື່ອ. ເມື່ອຂ້ອຍປະສົບກັບຄວາມຫຍຸ້ງຍາກໃນໜ້າທີ່ຂອງຂ້ອຍ, ຂ້ອຍກໍອະທິຖານຫາພຣະເຈົ້າເພື່ອຄົ້ນຫາ ແລະ ແກ້ໄຂບັນຫາເຫຼົ່ານັ້ນ ແລະ ເມື່ອຂ້ອຍສັບສົນ ຂ້ອຍກໍຄົ້ນຫາສິ່ງຕ່າງໆພ້ອມກັບອ້າຍເອື້ອຍນ້ອງ, ໂດຍສະແຫວງຫາຫຼັກການແຫ່ງຄວາມຈິງ. ຕະຫຼອດເວລາ ຂ້ອຍພົບວ່າຂ້ອຍສາມາດແກ້ໄຂບັນຫາ ແລະ ຄວາມຫຍຸ້ງຍາກຫຼາຍຢ່າງໄດ້.

ປະສົບການນີ້ໄດ້ສະແດງໃຫ້ຂ້ອຍເຫັນວ່າ ການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າເປັນຄວາມຮັກຂອງພຣະອົງ ແລະ ເປັນຄວາມລອດສຳລັບມະນຸດຊາດຢ່າງແທ້ຈິງ. ຂ້ອຍສູນເສຍຄວາມຢ້ານຂອງຂ້ອຍທີ່ຈະຮັບເອົາຄວາມຮັບຜິດຊອບ ແລະ ຂ້ອຍບໍ່ມີການປ້ອງກັນ ຫຼື ມີແນວໂນ້ມທີ່ຈະເຂົ້າໃຈຜິດອີກຕໍ່ໄປ. ເຖິງແມ່ນວ່າຂ້ອຍຍັງມີອຸປະນິໄສທີ່ເສື່ອມຊາມຢ່າງຫຼວງຫຼາຍ, ຂ້ອຍກໍເຕັມໃຈຍອມຮັບການຖືກພິພາກສາ, ຖືກຂ້ຽນຕີ, ຖືກລິຮານ ແລະ ຖືກຈັດການໂດຍພຣະເຈົ້າ ແລະ ສະແຫວງຫາເພື່ອຖືກຊໍາລະລ້າງ ແລະ ຖືກປ່ຽນແປງ. ຂ້ອຍຂອບພຣະຄຸນພຣະເຈົ້າ!

ໄພພິບັດ, ສົງຄາມ,ໄພນ້ຳຖ້ວມ ແລະ ອື່ນໆ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ, ໃຜສາມາດຊ່ວຍພວກເຮົາໃຫ້ຫຼຸດພົ້ນຈາກໄພພິບັດໄດ້? ເຂົ້າຮ່ວມການເຕົ້າໂຮມຟຣີເພື່ອຊອກຮູ້.

ເນື້ອຫາທີ່ກ່ຽວຂ້ອງ

ບໍ່ມີການໂອ້ອວດອີກຕໍ່ໄປ

ໂດຍ ໂມ່ເຫວີນ, ສະເປນ ຂ້ານ້ອຍຈື່ໄດ້ວ່າຍ້ອນກັບໄປໃນປີ 2018, ຂ້ານ້ອຍເຮັດໜ້າທີ່ປະກາດຂ່າວປະເສີດໃນຄຣິດຕະຈັກ ແລະ ຕໍ່ມາ...

ຜ່ານຄວາມເຈັບປ່ວຍ, ແຮງຈູງໃຈຂອງຂ້ອຍໃນການຮັບເອົາພອນໄດ້ຖືກເປີດເຜີຍອອກ

ໂດຍ ເຈີນຊິນ, ສະຫະລັດອາເມຣິກາ ພຣະເຈົ້າອົງຊົງລິດທານຸພາບສູງສຸດຊົງກ່າວວ່າ: “ໃນຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າ,...

ການຫາຍໃຈງ່າຍໂດຍບໍ່ມີຄວາມອິດສາ

ໂດຍ ອ່ານຈິ້ງ, ຈີນ ໃນເດືອນມັງກອນຂອງປີ 2017, ຂ້ອຍໄດ້ຮັບໜ້າທີ່ໃນການພາຍໃນຄຣິດຕະຈັກ. ຂ້ອຍຊື່ນຊົມຍິນດີຫຼາຍທີີ່ພຣະເຈົ້າໃຫ້ໂອກາດຝຶກຝົນໃນໜ້າທີ່ນີ້...