​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ການຟື້ນຟູຊີວິດປົກກະຕິ ແລະ ນໍາພາມະນຸດໄປສູ່ປາຍທາງທີ່ມະຫັດສະຈັນ

ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ ນັ້ນກໍຄື ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ, ພວກເຈົ້າຄວນດຳເນີນການໃນທຸກຫົນທາງທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການທຸກສິ່ງຢ່າງສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີອຳນາດຄວບຄຸມເໜືອຕົວເຈົ້າເອງໄດ້, ທຸກສິ່ງຕ້ອງຂຶ້ນກັບການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຢູ່ພາຍໃນກຳມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມເວລາສຸດທ້າຍໃຫ້ກັບມະນຸດ ທີ່ເປັນປາຍທາງທີ່ມະຫັດສະຈັນເຊິ່ງຢູ່ກ່ອນເວລາ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນຈະບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ເວລາສຸດທ້າຍເພື່ອຄວບຄຸມມະນຸດ ແລະ ຮັບຫົວໃຈຂອງເຂົາ ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບມະນຸດ ແຕ່ກົງກັນຂ້າມ ພຣະອົງຈະໃຊ້ປາຍທາງເພື່ອຄວບຄຸມມະນຸດ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກເວລາສຸດທ້າຍໃນອະນາຄົດ, ປາຍທາງສຸດທ້າຍ ແລະ ຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວບໍ່ແມ່ນແຕ່ການເອົາຊະນະມະນຸດຈະບໍ່ບັນລຸຜົນໄດ້ຮັບ ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະຈະຍັງໄດ້ຮັບອິດທິພົນ. ນັ້ນກໍເພື່ອເວົ້າວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນໂດຍການເອົາໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດອອກໄປ ໂດຍການພິພາກສາ ແລະ ຕິສອນອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ ນັ້ນກໍຄື ໂດຍການມອບພອນ ແລະ ພຣະຄຸນໃຫ້ກັບມະນຸດ ແຕ່ໂດຍການເປີດເຜິຍຄວາມຊື່ສັດຂອງມະນຸດຜ່ານການຍຶດເອົາ “ອິດສະຫຼະພາບ” ຂອງເຂົາ ແລະ ທຳລາຍລ້າງຄວາມຄາດຫວັງຂອງເຂົາ. ນີ້ຄືທາດແທ້ຂອງພາລະກິດແຫ່ງການເອົາຊະນະ. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນຕອນເລີ່ມຕົ້ນເລີຍ ແລະ ພາລະກິດແຫ່ງການຕິສອນ ແລະ ການພິພາກສາຖືກເຮັດໃຫ້ສຳເລັດໃນພາຍຫຼັງ ແລ້ວມະນຸດກໍຈະຍອມຮັບການຕີສອນ ແລະ ການພິພາກສານີ້ໂດຍອີງຕາມພື້ນຖານທີ່ເຂົາມີຄວາມຄາດຫວັງ ແລະ ໃນທີ່ສຸດ ສິ່ງຖືກສ້າງທັງໝົດຂອງພຣະອົງກໍຈະບໍ່ສາມາດບັນລຸການເຊື່ອຟັງໂດຍບໍ່ມີເງື່ອນໄຂ ແລະ ການນະມັດສະການພຣະຜູ້ສ້າງໄດ້, ຈະມີພຽງແຕ່ການເຊື່ອຟັງທີ່ຂາດເຫດຜົນ ແລະ ຂາດຄວາມເຂົ້າໃຈ ຫຼື ຖ້າບໍ່ດັ່ງນັ້ນ ມະນຸດກໍຈະປະຕິບັດຕາມການຮຽກຮ້ອງຂອງພຣະເຈົ້າຢ່າງຕາບອດ ແລະ ດ້ວຍເຫດນັ້ນ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະຫົວໃຈຂອງມະນຸດຢ່າງສົມບູນ. ດັ່ງນັ້ນ ພາລະກິດແຫ່ງການເອົາຊະນະດັ່ງກ່າວຈະບໍ່ສາມາດຮັບມະນຸດໄດ້ ຫຼື ຍິ່ງໄປກວ່ານັ້ນ ມັນຈະບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້. ສິ່ງຖືກສ້າງດັ່ງກ່າວຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະພຽງແຕ່ຕໍ່ລອງກັບພຣະເຈົ້າ, ເຊິ່ງສິ່ງນີ້ຈະບໍ່ແມ່ນການເອົາຊະນະ ແຕ່ເປັນຄວາມເມດຕາ ແລະ ການໃຫ້ພອນ. ບັນຫາໃຫຍ່ທີ່ສຸດກັບມະນຸດຄື ເຂົາບໍ່ຄິດເຖິງສິ່ງອື່ນນອກຈາກໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ຍ້ອນເຂົາຫຼົງໄຫຼໃນສິ່ງເຫຼົ່ານັ້ນ. ມະນຸດສະແຫວງຫາພຣະເຈົ້າເພື່ອຜົນປະໂຫຍດແຫ່ງໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ, ເຂົາບໍ່ໄດ້ນະມັດສະການພຣະເຈົ້າຍ້ອນເຂົາຮັກພຣະອົງ. ດ້ວຍເຫດນັ້ນ ໃນການເອົາຊະນະມະນຸດ, ຄວາມເຫັນແກ່ຕົວຂອງມະນຸດ, ຄວາມໂລບມາກ ແລະ ທຸກສິ່ງທີ່ເປັນອຸປະສັກຕໍ່ການນະມັດສະການພຣະເຈົ້າຂອງເຂົາຕ້ອງຖືກກຳຈັດທັງໝົດ. ດ້ວຍການເຮັດແບບນັ້ນ ຈຶ່ງຈະບັນລຸຜົນຕາມມາຂອງການເອົາຊະນະມະນຸດ. ຜົນກໍຄື ໃນການເອົາຊະນະມະນຸດໃນຊ່ວງທຳອິດ ມັນຈຳເປັນທີ່ຈະຕ້ອງຊໍາລະຄວາມທະເຍີທະຍານທີ່ເປັນບ້າ ແລະ ຈຸດອ່ອນທີ່ຮ້າຍແຮງສຸດຂອງມະນຸດກ່ອນ ແລະ ໂດຍສິ່ງນີ້ຈຶ່ງຈະເປີດເຜີຍຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າ ແລະ ປ່ຽນແປງຄວາມຮູ້ຂອງເຂົາທີ່ກ່ຽວກັບຊີວິດຂອງມະນຸດ, ມຸມມອງກ່ຽວກັບພຣະເຈົ້າຂອງເຂົາ ແລະ ຄວາມສຳຄັນຂອງການມີຊີວິດຢູ່ຂອງເຂົາ. ດ້ວຍວິທີນີ້ ຄວາມຮັກທີ່ມະນຸດມີໃຫ້ກັບພຣະເຈົ້າຈະຖືກຊໍາລະ ເຊິ່ງເວົ້າໄດ້ວ່າ ຫົວໃຈຂອງມະນຸດຖືກເອົາຊະນະ. ແຕ່ໃນທ່າທີ່ຂອງພຣະເຈົ້າທີ່ມີຕໍ່ສິ່ງຖືກສ້າງທັງໝົດ ພຣະອົງບໍ່ເອົາຊະນະພຽງແຕ່ຍ້ອນຜົນປະໂຫຍດແຫ່ງການເອົາຊະນະ, ກົງກັນຂ້າມ ພຣະອົງເອົາຊະນະເພື່ອຮັບມະນຸດ, ເພື່ອຜົນປະໂຫຍດແຫ່ງລັດສະໝີຂອງພຣະອົງເອງ ແລະ ເພື່ອໄດ້ຄືນລັກສະນະດັ່ງເດີມຂອງມະນຸດໃນຊ່ວງທຳອິດ. ຖ້າພຣະອົງຕ້ອງເອົາຊະນະພຽງແຕ່ເພື່ອຜົນປະໂຫຍດແຫ່ງການເອົາຊະນະເທົ່ານັ້ນ ແລ້ວຄວາມສຳຄັນຂອງພາລະກິດແຫ່ງການເອົາຊະນະກໍຈະສູນເສຍໄປ. ນັ້ນກໍເພື່ອເວົ້າວ່າ ຖ້າຫຼັງຈາກການເອົາຊະນະມະນຸດແລ້ວ ພຣະເຈົ້າຊໍາລະລ້າງມືຂອງພຣະອົງອອກຈາກມະນຸດ ແລະ ບໍ່ສົນໃຈຕໍ່ຊີວິດ ຫຼື ຄວາມຕາຍຂອງເຂົາ ແລ້ວສິ່ງນີ້ກໍບໍ່ແມ່ນການຄຸ້ມຄອງມະນຸດຊາດ ຫຼື ການເອົາຊະນະມະນຸດຈະບໍ່ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ. ມີພຽງແຕ່ການຮັບມະນຸດຫຼັງຈາກທີ່ເອົາຊະນະເຂົາ ແລະ ການທີ່ເຂົາມາເຖິງປາຍທາງທີ່ມະຫັດສະຈັນໃນທີ່ສຸດເທົ່ານັ້ນ ທີ່ເປັນຫົວໃຈຂອງພາລະກິດແຫ່ງຄວາມລອດພົ້ນທັງໝົດ ແລະ ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຕາມເປົ້າໝາຍແຫ່ງຄວາມລອດພົ້ນຂອງມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ການທີ່ມະນຸດມາເຖິງປາຍທາງທີ່ສວຍງາມ ແລະ ການທີ່ເຂົາເຂົ້າສູ່ຄວາມສະຫງົບເທົ່ານັ້ນທີ່ເປັນຄວາມຄາດຫວັງທີ່ສິ່ງຖືກສ້າງທັງໝົດຄວນມີ ແລະ ເປັນພາລະກິດທີ່ພຣະຜູ້ສ້າງຄວນເຮັດໃຫ້ສຳເລັດ. ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລ້ວມັນກໍຈະຈໍາກັດຫຼາຍ ນັ້ນກໍຄື ມັນສາມາດນໍາມະນຸດໄປເຖິງບາງຈຸດ ແຕ່ມັນຈະບໍ່ສາມາດນໍາມະນຸດໄປເຖິງປາຍທາງນິດນິລັນ. ມະນຸດບໍ່ສາມາດຕັດສິນຊະຕາກຳຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດຮັບຮອງຄວາມຄາດຫວັງ ແລະ ປາຍທາງໃນອະນາຄົດຂອງເຂົາ. ເຖິງຢ່າງໃດກໍຕາມ ພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງກັນ. ຍ້ອນພຣະອົງສ້າງມະນຸດ ພຣະອົງກໍນໍາພາເຂົາ, ຍ້ອນພຣະອົງຊ່ວຍມະນຸດ ພຣະອົງກໍຊ່ວຍເຂົາຢ່າງທົ່ວເຖິງ ແລະ ຈະຮັບເຂົາຢ່າງສົມບູນ, ຍ້ອນພຣະອົງນໍາພາມະນຸດ ພຣະອົງຈະນໍາເຂົາໄປສູ່ປາຍທາງທີ່ເໝາະສົມ ແລະ ຍ້ອນພຣະອົງສ້າງ ແລະ ຄຸ້ມຄອງມະນຸດ ພຣະອົງຕ້ອງຮັບຜິດຊອບຕໍ່ໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດ. ມັນຄືສິ່ງນີ້ແຫຼະເຊິ່ງເປັນພາລະກິດທີ່ພຣະຜູ້ສ້າງປະຕິບັດ. ເຖິງແມ່ນພາລະກິດແຫ່ງການເອົາຊະນະຖືກບັນລຸໂດຍການຊໍາລະມະນຸດຈາກຄວາມຄາດຫວັງຂອງເຂົາ ມະນຸດກໍຕ້ອງຖືກນໍາໄປສູ່ປາຍທາງທີ່ເໝາະສົມໃນທີ່ສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບເຂົາ. ມັນແມ່ນຍ້ອນພຣະເຈົ້າປະຕິບັດພາລະກິດໃນມະນຸດຢ່າງແນ່ນອນ ຈຶ່ງເຮັດໃຫ້ມະນຸດມີປາຍທາງ ແລະ ໂຊກຊາຕາຂອງເຂົາຈຶ່ງຖືກຮັບຮອງໄວ້. ໃນທີ່ນີ້ ປາຍທາງທີ່ເໝາະສົມບໍ່ໄດ້ໝາຍເຖິງຄວາມຫວັງ ແລະ ຄວາມຄາດຫວັງຂອງມະນຸດທີ່ຖືກຊໍາລະໃນເວລາທີ່ຜ່ານໄປ, ທັງສອງຢ່າງແມ່ນແຕກຕ່າງກັນ. ສິ່ງທີ່ມະນຸດຄາດຫວັງ ແລະ ສະແຫວງຫາແມ່ນຄວາມປາຖະໜາຂອງການສະແຫວງຂອງເຂົາຕໍ່ຄວາມຕ້ອງການໃນເນື້ອໜັງທີ່ຫຼາຍເກີນຄວນ ແທນທີ່ຈະແມ່ນປາຍທາງທີ່ເໝາະສົມກັບມະນຸດ. ໃນຂະນະດຽວກັນ ສິ່ງທີ່ພຣະເຈົ້າຈັດກຽມໃຫ້ກັບມະນຸດແມ່ນການໃຫ້ພອນ ແລະ ສັນຍາທີ່ເໝາະສົມກັບມະນຸດໃນເວລາທີ່ເຂົາຖືກເຮັດໃຫ້ບໍລິສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໃຫ້ກັບມະນຸດຫຼັງຈາກສ້າງໂລກ ແລະ ເຊິ່ງບໍ່ໄດ້ຮັບມົນທິນຈາກທາງເລືອກ, ແນວຄິດ, ຈິນຕະນາການ ຫຼື ເນື້ອໜັງຂອງມະນຸດ. ປາຍທາງນີ້ບໍ່ໄດ້ຖືກຈັດກຽມໃຫ້ກັບຄົນໃດໜຶ່ງເທົ່ານັ້ນ ແຕ່ເປັນສະຖານສະຫງົບຂອງບັນດາມວນມະນຸດຊາດ. ດ້ວຍເຫດນັ້ນ ປາຍທາງນີ້ຈຶ່ງເປັນປາຍທາງທີ່ເໝາະສົມທີ່ສຸດສຳລັບມະນຸດຊາດ.

ພຣະຜູ້ສ້າງປະສົງທີ່ຈະຈັດແຈງສິ່ງຖືກສ້າງທຸກຢ່າງ. ເຈົ້າບໍ່ຕ້ອງປະຖິ້ມ ຫຼື ບໍ່ເຊື່ອຟັງສິ່ງໃດກໍຕາມທີ່ພຣະອົງປະຕິບັດ ຫຼື ເຈົ້າບໍ່ຄວນກະບົດຕໍ່ພຣະອົງ. ພາລະກິດທີ່ພຣະອົງປະຕິບັດຈະບັນລຸຕາມເປົ້າໝາຍຂອງພຣະອົງໃນທີ່ສຸດ ແລະ ດ້ວຍສິ່ງນີ້ ພຣະອົງຈະໄດ້ຮັບລັດສະໝີ. ໃນປັດຈຸບັນ ເປັນຫຍັງຈຶ່ງບໍ່ມີຄຳເວົ້າທີ່ວ່າ ເຈົ້າເປັນລູກຫຼານຂອງໂມອາບ ຫຼື ເປັນເຊື້ອສາຍຂອງມັງກອນແດງໃຫຍ່? ເປັນຫຍັງຈຶ່ງບໍ່ມີການເວົ້າເຖິງຜູ້ຄົນທີ່ຖືກເລືອກ ແລະ ມີພຽງແຕ່ການເວົ້າເຖິງສິ່ງຖືກສ້າງ? ສິ່ງຖືກສ້າງດັ່ງກ່າວຄືນາມມະຍົດດັ່ງເດີມຂອງມະນຸດ ແລະ ມັນເປັນສິ່ງທີ່ບົ່ງບອກເຖິງຕົວຕົນທີ່ມີມາຕັ້ງແຕ່ເກີດຂອງເຂົາ. ຊື່ພຽງແຕ່ມີການປ່ຽນແປງຍ້ອນຍຸກ ແລະ ຊ່ວງເວລາຂອງພາລະກິດແມ່ນແຕກຕ່າງກັນ, ໃນຄວາມເປັນຈິງ ມະນຸດເປັນສິ່ງຖືກສ້າງທຳມະດາ. ສິ່ງຖືກສ້າງທັງປວງ ບໍ່ວ່າພວກເຂົາຈະເສື່ອມຊາມທີ່ສຸດ ຫຼື ບໍລິສຸດທີ່ສຸດ ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ເມື່ອພຣະອົງປະຕິບັດພາລະກິດແຫ່ງການເອົາຊະນະ ພຣະເຈົ້າບໍ່ໄດ້ຄວບຄຸມເຈົ້າໂດຍໃຊ້ຄວາມຄາດຫວັງ, ໂຊກຊາຕາ ຫຼື ປາຍທາງ. ມັນບໍ່ຈຳເປັນແທ້ໆທີ່ຈະປະຕິບັດພາລະກິດດ້ວຍວິທີນີ້. ເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ມະນຸດປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເພື່ອເຮັດໃຫ້ເຂົານະມັດສະການພຣະຜູ້ສ້າງ ແລະ ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຂົາຈຶ່ງສາມາດເຂົ້າສູ່ປາຍທາງທີ່ມະຫັດສະຈັນ. ໂຊກຊາຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເຂົາເອງ. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊາຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ຖ້າຈະເວົ້າໃຫ້ສັ້ນກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນໃຫ້ຮັບໃຊ້ມະນຸດ ເຊັ່ນ: ດວງເດືອນ, ດວງຕາເວັນ ແລະ ດວງດາວທີ່ພຣະອົງສ້າງຂຶ້ນສຳລັບມະນຸດ, ສັດ ແລະ ພືດ, ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ແລະ ອື່ນໆອີກ, ທຸກສິ່ງແມ່ນຖືກສ້າງຂຶ້ນເພື່ອຜົນປະໂຫຍດແຫ່ງການມີຊີວິດຢູ່ຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະຕິສອນ ແລະ ພິພາກສາມະນຸດແນວໃດກໍຕາມ ມັນກໍເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດທັງໝົດ. ເຖິງແມ່ນວ່າ ພຣະອົງຍຶດເອົາຄວາມຫວັງໃນເນື້ອໜັງຈາກມະນຸດ ມັນກໍເພື່ອຜົນປະໂຫຍດແຫ່ງການເຮັດໃຫ້ມະນຸດບໍລິສຸດຂຶ້ນ ແລະ ການເຮັດໃຫ້ມະນຸດບໍລິສຸດຂຶ້ນກໍເພື່ອຜົນປະໂຫຍດແຫ່ງການມີຊີວິດຢູ່ຂອງເຂົາ. ປາຍທາງຂອງມະນຸດແມ່ນຢູ່ໃນມືຂອງພຣະຜູ້ສ້າງ ສະນັ້ນ ມະນຸດຈະສາມາດຄວບຄຸມຕົວເຂົາເອງໄດ້ແນວໃດ?

ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ, ຂໍ້ສະເໜີພື້ນຖານຂອງຊີວິດທີ່ສວຍງາມດັ່ງກ່າວຕ້ອງເປັນຄື ເຂົາຈະຍອມຢູ່ພາຍໃຕ້ພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ປາຍທາງທີ່ສວຍງາມນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ຜ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານຜ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ. ມີແຕ່ຕໍ່ເມື່ອກອງກຳລັງຮຸນແຮງແຫ່ງຄວາມມືດຖືກຜູກມັດໄວ້ ມະນຸດຈຶ່ງຈະເປັນອິດສະຫຼະໃນທຸກບ່ອນທີ່ເຂົາໄປ ແລະ ປາສະຈາກຄວາມກະບົດ ຫຼື ການຕໍ່ຕ້ານ. ຊາຕານຕ້ອງຖືກຜູກມັດເພື່ອໃຫ້ມະນຸດປອດໄພ, ໃນປັດຈຸບັນ ມະນຸດຍັງບໍ່ປອດໄພ ຍ້ອນ[ກ] ຊາຕານຍັງກໍ່ໃຫ້ເກີດບັນຫາໃນທຸກໆບ່ອນເທິງແຜ່ນດິນໂລກ ແລະ ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ. ເມື່ອຊາຕານຖືກເຮັດໃຫ້ຜ່າຍແພ້ ມະນຸດຈະໄດ້ຮັບອິດສະຫຼະຢ່າງສົມບູນ, ເມື່ອມະນຸດຮັບພຣະເຈົ້າ ແລະ ອອກມາຈາກອຳນາດຂອງຊາຕານ ເຂົາຈະເຫັນດວງຕາເວັນແຫ່ງຄວາມຊອບທຳ. ຊີວິດທີ່ເໝາະສົມກັບມະນຸດຈະຖືກຮັບອີກຄັ້ງ, ທຸກສິ່ງທີ່ມະນຸດປົກກະຕິຄວນມີ ເຊັ່ນ: ຄວາມສາມາດໃນການສັງເກດຄວາມດີຈາກຄວາມຊົ່ວ, ຄວາມເຂົ້າໃຈວີທີການກິນ ແລະ ປົກຄຸມຕົວເອງ ແລະ ຄວາມສາມາດໃນການດຳລົງຊີວິດໂດຍປົກກະຕິ ເຊິ່ງສິ່ງທັງໝົດນີ້ຈະຖືກຮັບຄືນອີກຄັ້ງ. ເຖິງແມ່ນວ່າ ເອວາບໍ່ໄດ້ຖືກງູລໍ້ລວງ ມະນຸດກໍຄວນມີຊີວິດທີ່ປົກກະຕິຫຼັງຈາກທີ່ເຂົາຖືກສ້າງໃນຕອນເລີ່ມຕົ້ນ. ເຂົາຄວນໄດ້ກິນ, ໄດ້ຖືກປົກຄຸມ ແລະ ໄດ້ນໍາໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ແຕ່ຫຼັງຈາກທີ່ມະນຸດໄດ້ກາຍມາເປັນຄົນຊົ່ວຊ້າ ຊີວິດແບບນີ້ກໍກາຍມາເປັນຄວາມຝັນລົມໆແລ້ງໆ ແລະ ຍິ່ງໄປກວ່ານັ້ນໃນປັດຈຸບັນ ມະນຸດບໍ່ກ້າທີ່ຈະຈິນຕະນາການເຖິງສິ່ງດັ່ງກ່າວ. ຕາມຄວາມຈິງແລ້ວ ຊີວິດທີ່ສວຍງາມທີ່ມະນຸດປາຖະໜານີ້ແມ່ນສິ່ງຈຳເປັນ. ຖ້າມະນຸດປາສະຈາກປາຍທາງດັ່ງກ່າວ ແລ້ວຊີວິດທີ່ຊົ່ວຊ້າຂອງເຂົາເທິງແຜ່ນດິນໂລກກໍຈະບໍ່ຈົບສິ້ນຈັກເທື່ອ ແລະ ຖ້າບໍ່ມີຊີວິດທີ່ສວຍງາມ ແລ້ວກໍຈະບໍ່ມີຕອນຈົບໃຫ້ກັບໂຊກຊາຕາຂອງຊາຕານ ຫຼື ໃຫ້ກັບຍຸກທີ່ຊາຕານມີອຳນາດເທິງແຜ່ນດິນໂລກ. ມະນຸດຕ້ອງມາເຖິງອານາຈັກທີ່ກອງກຳລັງແຫ່ງຄວາມມືດບໍ່ສາມາດເຂົ້າເຖິງໄດ້ ແລະ ເມື່ອເຂົາມາເຖິງແລ້ວ ສິ່ງນີ້ຈະພິສູດໃຫ້ເຫັນວ່າ ຊາຕານຜ່າຍແພ້ແລ້ວ. ດ້ວຍວິທີນີ້ ເມື່ອບໍ່ມີການລົບກວນຈາກຊາຕານ ພຣະເຈົ້າເອງຈະຄວບຄຸມມະນຸດຊາດ ແລະ ພຣະອົງຈະສັ່ງ ແລະ ຄວບຄຸມຊີວິດທັງໝົດຂອງມະນຸດ; ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງຈະຖືວ່າເປັນຄວາມຜ່າຍແພ້ຂອງຊາຕານ. ສ່ວນຫຼາຍ ຊີວິດຂອງມະນຸດໃນປັດຈຸບັນເປັນຊີວິດແຫ່ງຄວາມສົກກະປົກ ແລະ ຍັງເປັນຊີວິດແຫ່ງຄວາມເຈັບປວດ ແລະ ຄວາມທຸກທໍລະມານ. ສິ່ງນີ້ບໍ່ສາມາດຖືກເອີ້ນວ່າ ຄວາມຜ່າຍແພ້ຂອງຊາຕານ, ມະນຸດຍັງບໍ່ໄດ້ຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ, ຍັງບໍ່ໄດ້ຫຼົບໜີຈາກຄວາມລໍາບາກໃນຊີວິດຂອງມະນຸດ ຫຼື ອິດທິພົນຂອງຊາຕານ ແລະ ເຂົາຍັງຈະມີພຽງຄວາມຮູ້ທີ່ໜ້ອຍຫຼາຍແທ້ໆກ່ຽວກັບພຣະເຈົ້າ. ຄວາມລໍາບາກທຸກຢ່າງຂອງມະນຸດຖືກສ້າງໂດຍຊາຕານ, ມັນແມ່ນຊາຕານທີ່ນໍາຄວາມເຈັບປວດມາສູ່ຊີວິດຂອງມະນຸດ ແລະ ພຽງແຕ່ຫຼັງຈາກທີ່ຊາຕານຖືກຜູກມັດ ມະນຸດຈຶ່ງຈະສາມາດຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ. ຢ່າງໃດກໍຕາມ ການເປັນທາດຂອງຊາຕານແມ່ນຖືກບັນລຸຜ່ານການເອົາຊະນະ ແລະ ການຮັບຫົວໃຈຂອງມະນຸດ ໂດຍເຮັດໃຫ້ມະນຸດເປັນສິ່ງທີ່ຍາດເອົາມາໄດ້ຈາກສົງຄາມກັບຊາຕານ.

ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນໜ້າທີ່ເຂົາຈະມີຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ເປັນຈຸດປະສົງທີ່ມະນຸດສະແຫວງຫາກ່ອນທີ່ຈະຕົກເປັນທາດຂອງຊາຕານ. ໃນທາດແທ້ນັ້ນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນ ຫຼື ການຖືກນໍາໃຊ້ໃຫ້ເກີດຜົນໃຫຍ່ຫຼວງ ກໍແມ່ນການຫຼົບໜີຈາກອິດທິພົນຂອງຊາຕານ; ການສະແຫວງຫາຂອງມະນຸດກໍແມ່ນເພື່ອກາຍເປັນຜູ້ຊະນະ ແຕ່ຜົນໄດ້ຮັບສຸດທ້າຍນັ້ນຈະເປັນການທີ່ເຂົາຫຼົບໜີຈາກອິດທິພົນຂອງຊາຕານ. ມີພຽງແຕ່ການຫຼົບໜີຈາກອິດທິພົນຂອງຊາຕານເທົ່ານັ້ນທີ່ສາມາດໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດແຫ່ງການນະມັດສະການພຣະເຈົ້າ. ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນທີ່ຈະມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ສິ່ງເຫຼົ່ານັ້ນຖືກສະແຫວງຫາຫຼັກໆກໍເພື່ອຜົນປະໂຫຍດແຫ່ງການຖືກຊໍາລະ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອທີ່ຈະບັນລຸການນະມັດສະການພຣະຜູ້ສ້າງ. ຖ້າມະນຸດມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດທີ່ປາສະຈາກຄວາມລຳບາກ ແລະ ການທຸກທໍລະມານ ແລ້ວມະນຸດຈະບໍ່ເຂົ້າຮ່ວມໃນການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ. “ການກາຍມາເປັນຜູ້ຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນຈຸດປະສົງທີ່ພຣະອົງມອບໃຫ້ມະນຸດສະແຫວງຫາ ແລະ ຜ່ານການສະແຫວງຫາໂດຍມີຈຸດປະສົງເຫຼົ່ານີ້ ພຣະອົງເຮັດໃຫ້ມະນຸດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ດຳລົງຊີວິດທີ່ມີຄວາມໝາຍ. ຈຸດປະສົງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເພື່ອຮັບເຂົາ ແລະ ການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນເປັນພຽງແຕ່ວິທີທາງ. ໃນອະນາຄົດ ຖ້າມະນຸດເຂົ້າສູ່ປາຍທາງທີ່ມະຫັດສະຈັນ ຈະບໍ່ມີການອ້າງເຖິງການກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນອີກຕໍ່ໄປ; ຈະມີພຽງແຕ່ສິ່ງຖືກສ້າງແຕ່ລະຢ່າງປະຕິບັດໜ້າທີ່ຂອງພວກເຂົາ. ໃນປັດຈຸບັນ ມະນຸດຖືກສ້າງໃຫ້ສະແຫວງຫາສິ່ງເຫຼົ່ານີ້ພຽງແຕ່ເພື່ອຈຳກັດຂອບເຂດໃຫ້ກັບມະນຸດ ເພື່ອການສະແຫວງຫາຂອງມະນຸດຈະມີເປົ້າໝາຍ ແລະ ເປັນປະໂຫຍດຫຼາຍຍິ່ງຂຶ້ນ. ຫາກປາສະຈາກສິ່ງນັ້ນ ການທີ່ມະນຸດສະແຫວງຫາທາງເຂົ້າສູ່ຊີວິດນິດນິລັນຈະເປັນພຽງສິ່ງທີ່ເລື່ອນລອຍ ແລະ ບໍ່ມີຕົວຕົນ ແລະ ຖ້າເປັນແບບນີ້ ມະນຸດຈະບໍ່ໜ້າສັງເວດຫຼາຍຍິ່ງຂຶ້ນບໍ? ການສະແຫວງຫາດ້ວຍວິທີນີ້ ເຊິ່ງປາສະຈາກເປົ້າໝາຍ ຫຼື ຫຼັກການ ບໍ່ແມ່ນການຫຼອກລວງຕົນເອງບໍ? ໃນທີ່ສຸດແລ້ວ ການສະແຫວງແບບນີ້ກໍຈະບໍ່ເກີດຜົນຕາມທຳມະຊາດເລີຍ; ໃນສຸດທ້າຍ ມະນຸດຈະຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ບໍ່ສາມາດເຮັດໃຫ້ຕົນເອງຫຼຸດອອກຈາກສິ່ງນັ້ນໄດ້. ເປັນຫຍັງຈຶ່ງຕ້ອງນໍາຕົວເຂົາເອງມາຢູ່ພາຍໃຕ້ການສະແຫວງຫາທີ່ບໍ່ມີເປົ້າໝາຍດັ່ງກ່າວ? ເມື່ອມະນຸດເຂົ້າສູ່ປາຍທາງນິດນິລັນ ມະນຸດຈະນະມັດສະການພຣະຜູ້ສ້າງ ແລະ ຍ້ອນມະນຸດໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ຄວາມເປັນນິດນິລັນ ມະນຸດຈຶ່ງຈະບໍ່ສະແຫວງຫາຈຸດປະສົງໃດອີກ ຫຼື ຍິ່ງໄປກວ່ານັ້ນກໍຄື ເຂົາຈະບໍ່ຕ້ອງກັງວົນວ່າ ເຂົາຖືກອ້ອມລ້ອມດ້ວຍຊາຕານ. ໃນເວລານີ້ ມະນຸດຈະຮູ້ຈັກທີ່ຂອງເຂົາ ແລະ ຈະປະຕິບັດໜ້າທີ່ຂອງເຂົາ ແລະ ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຖືກຕິສອນ ຫຼື ພິພາກສາ, ແຕ່ລະຄົນກໍຈະປະຕິບັດໜ້າທີ່ຂອງພວກເຂົາ. ໃນເວລານັ້ນ ມະນຸດຈະເປັນສິ່ງຖືກສ້າງທັງໃນຕົວຕົນ ແລະ ໃນສະຖານະ. ຈະບໍ່ມີການຈຳແນກວ່າສູງ ແລະ ຕໍ່າອີກຕໍ່ໄປ; ແຕ່ລະຄົນຈະພຽງແຕ່ປະຕິບັດໜ້າທີ່ທີ່ແຕກຕ່າງກັນ. ຢ່າງໃດກໍຕາມ ມະນຸດຈະຍັງດຳລົງຊີວິດໃນປາຍທາງຂອງມະນຸດຊາດທີ່ເປັນລະບຽບ ແລະ ເໝາະສົມ, ມະນຸດຈະປະຕິບັດໜ້າທີ່ຂອງເຂົາເພື່ອຜົນປະໂຫຍດແຫ່ງການນະມັດສະການພຣະຜູ້ສ້າງ ແລະ ມະນຸດຊາດປະເພດນີ້ຈະເປັນມະນຸດຊາດຕະຫຼອດໄປເປັນນິດ. ໃນເວລານັ້ນ ມະນຸດຈະໄດ້ຮັບຊີວິດທີ່ເຍືອງທາງໂດຍພຣະເຈົ້າ, ເປັນຊີວິດທີ່ຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ເປັນຊີວິດທີ່ຮ່ວມກັນກັບພຣະເຈົ້າ.​ ມະນຸດຊາດຈະໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ບັນດາມະນຸດຊາດຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ແຜນການຄຸ້ມຄອງ 6.000 ປີຈະເຮັດໃຫ້ຊາຕານຜ່າຍແພ້ໄປໃນທີ່ສຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະເອົາຄືນລັກສະນະດັ່ງເດີມຂອງມະນຸດຫຼັງຈາກທີ່ສ້າງເຂົາຂຶ້ນມາ ແລະ ດ້ວຍເຫດນັ້ນ ຄວາມປະສົງດັ່ງເດີມຂອງພຣະເຈົ້າຈະຖືກເຮັດໃຫ້ສຳເລັດ. ໃນຕອນເລີ່ມຕົ້ນ ກ່ອນທີ່ມະນຸດຈະຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດຊາດໄດ້ໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ຕໍ່ມາ ເມື່ອເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດແມ່ນໄດ້ສູນເສຍຊີວິດປົກກະຕິນີ້ໄປ ແລະ ດ້ວຍເຫດນັ້ນ ຈຶ່ງເລີ່ມມີພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມີສົງຄາມກັບຊາຕານເພື່ອເອົາຄືນຊີວິດປົກກະຕິຂອງມະນຸດ. ມີພຽງແຕ່ເມື່ອພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າມາເຖິງຈຸດສຸດທ້າຍ ຊີວິດຂອງບັນດາມວນມະນຸດຊາດຈຶ່ງຈະເລີ່ມຕົ້ນຢ່າງເປັນທາງການເທິງແຜ່ນດິນໂລກ, ມີພຽງແຕ່ຕອນນັ້ນ ມະນຸດຈຶ່ງຈະມີຊິວິດທີ່ມະຫັດສະຈັນ ແລະ ພຣະເຈົ້າຈຶ່ງຈະຟື້ນຄືນເປົ້າໝາຍແຫ່ງການສ້າງມະນຸດທີ່ຢູ່ໃນຕອນເລີ່ມຕົ້ນ ພ້ອມທັງລັກສະນະດັ່ງເດີມຂອງມະນຸດອີກດ້ວຍ. ດ້ວຍເຫດນັ້ນ ເມື່ອເຂົາມີຊີວິດປົກກະຕິຂອງມະນຸດຊາດເທິງແຜ່ນດິນໂລກ ມະນຸດຈະບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ເພື່ອຖືກເຮັດໃຫ້ສົມບູນ ຍ້ອນມະນຸດຈະເປັນຄົນທີ່ບໍລິສຸດ. ໄຊຊະນະ ແລະ ຄວາມສົມບູນທີ່ມະນຸດກ່າວເຖິງແມ່ນຈຸດປະສົງທີ່ມອບໃຫ້ມະນຸດສະແຫວງຫາໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ພວກມັນມີຢູ່ກໍພຽງແຕ່ຍ້ອນມະນຸດຖືກເຮັດໃຫ້ເສື່ອມຊາມ. ໂດຍການມອບຈຸດປະສົງໃຫ້ເຈົ້າ ແລະ ການເຮັດໃຫ້ເຈົ້າສະແຫວງຫາຈຸດປະສົງນີ້ທີ່ຈະເຮັດໃຫ້ຊາຕານຜ່າຍແພ້. ການຂໍໃຫ້ເຈົ້າເປັນຜູ້ຊະນະ ຫຼື ຖືກເຮັດໃຫ້ສົມບູນ ຫຼື ນໍາໃຊ້ກໍແມ່ນການຮຽກຮ້ອງໃຫ້ເຈົ້າເປັນພະຍານເພື່ອເຮັດໃຫ້ຊາຕານອັບອາຍ. ໃນສຸດທ້າຍແລ້ວ ມະນຸດຈະໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ມະນຸດຈະເປັນຄົນທີ່ບໍລິສຸດ ແລະ ເມື່ອສິ່ງນີ້ເກີດຂຶ້ນ ພວກເຂົາຈະຍັງສະແຫວງຫາເພື່ອກາຍມາເປັນຜູ້ຊະນະອີກບໍ? ພວກເຂົາທັງໝົດບໍ່ແມ່ນສິ່ງຖືກສ້າງບໍ? ທັງການເປັນຜູ້ຊະນະ ແລະ ການເປັນຄົນທີ່ສົມບູນແມ່ນແນໃສ່ຊາຕານ ແລະ ຄວາມສົກກະປົກຂອງມະນຸດ. “ຜູ້ຊະນະ” ໃນທີ່ນີ້ບໍ່ໄດ້ອ້າງເຖິງໄຊຊະນະເໜືອຊາຕານ ແລະ ກອງກຳລັງທີ່ຮຸນແຮງບໍ? ເມື່ອເຈົ້າເວົ້າວ່າ ເຈົ້າຖືກເຮັດໃຫ້ສົມບູນ, ແມ່ນຫຍັງໃນຕົວເຈົ້າທີ່ຖືກເຮັດໃຫ້ສົມບູນ? ມັນບໍ່ແມ່ນວ່າ ເຈົ້າໄດ້ຖອນຕົວເຈົ້າເອງອອກຈາກອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມແລ້ວບໍ ເພື່ອເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງທີ່ສຸດ? ສິ່ງດັ່ງກ່າວຖືກກ່າວຂຶ້ນໂດຍກ່ຽວພັນກັບສິ່ງທີ່ສົກກະປົກພາຍໃນມະນຸດ ແລະ ໂດຍກ່ຽວພັນກັບຊາຕານ; ພວກມັນບໍ່ໄດ້ຖືກກ່າວຂຶ້ນໂດຍກ່ຽວພັນກັບພຣະເຈົ້າ.

ໃນປັດຈຸບັນ ຖ້າເຈົ້າບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ຖືກເຮັດໃຫ້ສົມບູນ ແລ້ວໃນອະນາຄົດ ເມື່ອມະນຸດຊາດໃຊ້ຊີວິດປົກກະຕິເທິງແຜ່ນດິນໂລກ ກໍຈະບໍ່ມີໂອກາດໃຫ້ການສະແຫວງຫາດັ່ງກ່າວອີກແລ້ວ. ໃນເວລານັ້ນ ເວລາສຸດທ້າຍຂອງຄົນທຸກປະເພດຈະຖືກເປີດເຜີຍອອກ. ໃນເວລານັ້ນ ມັນຈະຊັດເຈນວ່າ ເຈົ້າເປັນຄົນປະເພດໃດ ແລະ ຖ້າເຈົ້າປາຖະໜາທີ່ຈະເປັນຜູ້ຊະນະ ຫຼື ປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ ມັນກໍຈະເປັນໄປບໍ່ໄດ້. ມັນກໍພຽງແຕ່ວ່າ ຍ້ອນຄວາມກະບົດຂອງເຂົາ ມະນຸດຈະຖືກລົງໂທດຫຼັງຈາກທີ່ຖືກເປີດເຜີຍ. ໃນເວລານັ້ນ ການສະແຫວງຫາຂອງມະນຸດຈະບໍ່ໄດ້ຢູ່ໃນຕໍາແໜ່ງທີ່ສູງກວ່າສິ່ງອື່ນ ສຳລັບບາງຄົນກໍເປັນຜູ້ຊະນະ ແລະ ຄົນອື່ນກໍຖືກເຮັດໃຫ້ສົມບູນ ຫຼື ສຳລັບບາງຄົນກໍເປັນບຸດຜູ້ກົກຂອງພຣະເຈົ້າ ແລະ ຄົນອື່ນກໍເປັນບຸດຂອງພຣະເຈົ້າ; ພວກເຂົາຈະບໍ່ສະແຫວງຫາສິ່ງເຫຼົ່ານີ້. ທຸກສິ່ງຈະເປັນສິ່ງຖືກສ້າງຂອງພຣະເຈົ້າ, ທຸກສິ່ງຈະດຳລົງຢູ່ເທິງແຜ່ນດິນໂລກ ແລະ ທຸກຢ່າງຈະດຳລົງຊີວິດຢູ່ຮ່ວມກັນກັບພຣະເຈົ້າເທິງແຜ່ນດິນໂລກ. ບັດນີ້ແມ່ນເວລາແຫ່ງສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ, ມັນເປັນເວລາທີ່ສົງຄາມນີ້ຍັງບໍ່ໄດ້ສິ້ນສຸດລົງເທື່ອ ເຊິ່ງເປັນເວລາທີ່ມະນຸດຍັງບໍ່ໄດ້ຖືກຮັບຢ່າງສົມບູນ ແລະ ເປັນໄລຍະເວລາແຫ່ງການປ່ຽນສະພາບ. ດ້ວຍເຫດນັ້ນ ມະນຸດຈຳເປັນຕ້ອງສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ໜຶ່ງໃນຄົນຂອງພຣະເຈົ້າ. ໃນປັດຈຸບັນ ມີຄວາມແຕກຕ່າງໃນສະຖານະ ແຕ່ເມື່ອເວລານັ້ນມາຮອດ ຈະບໍ່ມີຄວາມແຕກຕ່າງໃດເລີຍ; ສະຖານະຂອງທຸກຄົນທີ່ມີໄຊຊະນະຈະຄືກັນໝົດ, ພວກເຂົາຈະເປັນມະນຸດຊາດທີ່ມີຄຸນສົມບັດທັງໝົດ ແລະ ຈະດຳລົງຊີວິດຢ່າງເທົ່າທຽມກັນເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພວກເຂົາຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດ ແລະ ສິ່ງທີ່ພວກເຂົາໄດ້ຮັບກໍຈະຄືກັັນທັງໝົດ. ຍ້ອນຍຸກແຫ່ງພາລະກິດຂອງພຣະເຈົ້າແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງກໍແຕກຕ່າງເຊັ່ນກັນ, ຖ້າພາລະກິດນີ້ຖືກເຮັດໃຫ້ສຳເລັດໃນພວກເຈົ້າ, ພວກເຈົ້າກໍມີສິດຖືກເຮັດໃຫ້ສົມບູນ ແລະ ກາຍມາເປັນຜູ້ຊະນະ; ຖ້າພາລະກິດນີ້ຖືກເຮັດໃຫ້ສຳເລັດໃນຕ່າງແດນ ແລ້ວພວກເຂົາກໍມີສິດທີ່ຈະກາຍມາເປັນຜູ້ຄົນກຸ່ມທຳອິດທີ່ຈະຖືກເອົາຊະນະ ແລະ ຜູ້ຄົນກຸ່ມທຳອິດທີ່ຈະຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ພາລະກິດນີ້ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນຕ່າງແດນ ສະນັ້ນ ພວກເຂົາກໍບໍ່ມີສິດທີ່ຈະຖືກເຮັດໃຫ້ສົມບູນ ແລະ ກາຍມາເປັນຜູ້ຊະນະ ແລະ ມັນເປັນໄປບໍ່ໄດ້ສຳລັບພວກເຂົາທີ່ຈະກາຍມາເປັນກຸ່ມທຳອິດ. ຍ້ອນຈຸດປະສົງຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນ, ຍຸກແຫ່ງພາລະກິດຂອງພຣະເຈົ້າກໍແຕກຕ່າງກັນ ແລະ ຂອບເຂດຂອງພາລະກິດນັ້ນກໍແຕກຕ່າງກັນ ສະນັ້ນຈຶ່ງມີກຸ່ມທຳອິດ ນັ້ນກໍຄື ມີຜູ້ຊະນະ ແລະ ດ້ວຍເຫດນັ້ນກໍຈະມີກຸ່ມທີສອງທີ່ຖືກເຮັດໃຫ້ສົມບູນ. ເມື່ອມີກຸ່ມທຳອິດທີ່ຖືກເຮັດໃຫ້ສົມບູນ ກໍຈະມີຕົວຢ່າງ ແລະ ແບບຢ່າງ ແລະ ດ້ວຍເຫດນັ້ນ ໃນອະນາຄົດຈຶ່ງຈະມີກຸ່ມຄົນທີສອງ ແລະ ທີສາມທີ່ຈະຖືກເຮັດໃຫ້ສົມບູນ ແຕ່ໃນຄວາມເປັນນິດນິລັນ ພວກເຂົາທັງໝົດກໍຈະເປັນຄືກັນ ແລະ ຈະບໍ່ມີການຈັດສະຖານະເປັນແຕ່ລະປະເພດ. ພວກເຂົາພຽງແຕ່ຈະຖືກເຮັດໃຫ້ສົມບູນໃນເວລາທີ່ແຕກຕ່າງກັນ ແລະ ຈະບໍ່ມີຄວາມແຕກຕ່າງໃນສະຖານະ. ເມື່ອຮອດເວລາທີ່ທຸກຄົນຈະຖືກເຮັດໃຫ້ສົມບູນ ແລະ ທີ່ພາລະກິດແຫ່ງຈັກກະວານທັງໝົດຈະສິ້ນສຸດລົງ ຈະບໍ່ມີຄວາມແຕກຕ່າງໃນສະຖານະ ແລະ ທຸກສິ່ງຈະມີສະຖານະເທົ່າທຽມກັນ. ໃນປັດຈຸບັນ ພາລະກິດນີ້ຖືກປະຕິບັດທ່າມກາງພວກເຈົ້າເພື່ອພວກເຈົ້າຈະໄດ້ກາຍມາເປັນຜູ້ຊະນະ. ຖ້າມັນຖືກປະຕິບັດທີ່ປະເທດອັງກິດ ແລ້ວປະເທດອັງກິດກໍຈະເປັນກຸ່ມທຳອິດ ໃນທຳນອງດຽວກັນກັບທີ່ພວກເຈົ້າຈະເປັນ. ເຮົາພຽງແຕ່ມີຄວາມເມດຕາເປັນພິເສດໂດຍການປະຕິບັດພາລະກິດຂອງເຮົາໃນພວກເຈົ້າໃນປັດຈຸບັນ ແລະ ຖ້າເຮົາບໍ່ໄດ້ປະຕິບັດພາລະກິດນີ້ໃນພວກເຈົ້າ ແລ້ວດ້ວຍຄວາມເທົ່າທຽມກັນ ພວກເຈົ້າກໍຈະເປັນກຸ່ມທີສອງ ຫຼື ທີສາມ ຫຼື ທີສີ່ ຫຼື ທີຫ້າ. ນີ້ເປັນພຽງຍ້ອນຄວາມແຕກຕ່າງໃນລະດັບຂອງພາລະກິດ; ກຸ່ມທຳອິດ ແລະ ກຸ່ມທີສອງບໍ່ໄດ້ໝາຍເຖິງວ່າ ກຸ່ມໜຶ່ງສູງກວ່າ ຫຼື ຕໍ່າກວ່າອີກກຸ່ມໜຶ່ງ, ມັນພຽງແຕ່ໝາຍເຖິງລະດັບທີ່ຄົນເຫຼົ່ານີ້ຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ພຣະທຳຂອງເຮົາຖືກສື່ສານໃຫ້ກັບພວກເຈົ້າ ແຕ່ເປັນຫຍັງພວກເຈົ້າຈຶ່ງບໍ່ຮັບຮູ້ກ່ອນໜ້ານີ້? ຍ້ອນວ່າ ຫາກປາສະຈາກຂະບວນການ ຜູ້ຄົນມັກຈະເຮັດເກີນປົກກະຕິ. ຕົວຢ່າງເຊັ່ນ: ພຣະເຢຊູກ່າວໃນເວລານັ້ນວ່າ ເມື່ອເຮົາຈາກໄປ ດ້ວຍເຫດນັ້ນ ເຮົາກໍຈະມາເຖິງ.​ ໃນປັດຈຸບັນ ຫຼາຍຄົນຫຼົງໄຫຼໃນພຣະທຳເຫຼົ່ານີ້ ແລະ ພວກເຂົາຕ້ອງການພຽງແຕ່ນຸ່ງເສື້ອຄຸມສີຂາວ ແລະ ລໍຖ້າໃຫ້ຖືກຍົກຂຶ້ນເມື່ອສະຫວັນ. ດ້ວຍເຫດນັ້ນ ມີພຣະທຳຫຼາຍຂໍ້ທີ່ບໍ່ສາມາດກ່າວກ່ອນເວລາກຳນົດ; ຖ້າພຣະທຳເຫຼົ່ານັ້ນຖືກກ່າວກ່ອນເວລາກຳນົດ ມະນຸດກໍຈະເຮັດເກີນປົກກະຕິ. ວຸດທິພາວະຂອງມະນຸດນ້ອຍເກີນໄປ ແລະ ເຂົາບໍ່ສາມາດເບິ່ງຜ່ານໄປເຖິງຄວາມຈິງຂອງພຣະທຳເຫຼົ່ານີ້.

ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຖືກຜູກມັດ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ທຸກສິ່ງຢ່າງຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ..., ສິ່ງເຫຼົ່ານັ້ນຊ່າງເປັນຕົວບັນຫາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນທີ່ນີ້ໂສກເສົ້າຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ເຄົາລົບພຣະເຈົ້າ ແລະ ຫົວໃຈທີ່ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ຜ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຖືກຜູກມັດ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະແຈ່ມໃສ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບຄອບຄົວປົກກະຕິຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ເມື່ອມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຕິສອນ ແລະ ການພິພາກສາ; ເຈົ້າຄິດວ່າ ປະສົບການຂອງມະນຸດໃນສິ່ງດັ່ງກ່າວເປັນເລື່ອງທີ່ບໍ່ມີຄວາມໝາຍບໍ? ພາລະກິດແຫ່ງການຕິສອນ ແລະ ການພິພາກສາຈະຖືກເຮັດໃຫ້ສຳເລັດໂດຍບໍ່ມີເຫດຜົນບໍ? ກ່ອນໜ້ານັ້ນ ມີການເວົ້າວ່າ ການຕິສອນ ແລະ ການພິພາກສາມະນຸດກໍຄືການວາງເຂົາໃນເຫວເລິກ ເຊິ່ງໝາຍຄວາມເຖິງການນໍາໂຊກຊາຕາ ແລະ ຄວາມຄາດຫວັງຂອງເຂົາອອກໄປ. ນີ້ກໍເພື່ອຜົນປະໂຫຍດຂອງສິ່ງໜຶ່ງ ນັ້ນຄື ການຊໍາລະລ້າງມະນຸດ. ມະນຸດບໍ່ໄດ້ຖືກວາງໃນເຫວເລິກໂດຍເຈດຕະນາ ຫຼັງຈາກທີ່ພຣະເຈົ້າຊໍາລະລ້າງມືຂອງພຣະອົງອອກຈາກເຂົາ. ກົງກັນຂ້າມ ມັນແມ່ນເພື່ອຈັດການກັບຄວາມກະບົດທີ່ຢູ່ພາຍໃນມະນຸດ ເພື່ອໃນສຸດທ້າຍແລ້ວ ສິ່ງທີ່ຢູ່ພາຍໃນມະນຸດອາດໄດ້ຮັບການຊໍາລະລ້າງ, ເພື່ອເຂົາອາດຈະມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ເປັນຄືກັບຄົນທີ່ບໍລິສຸດ. ຖ້າສິ່ງນີ້ຖືກເຮັດໃຫ້ສຳເລັດ ແລ້ວທຸກສິ່ງກໍຈະສຳເລັດລົງທັງໝົດ. ຕາມຄວາມຈິງແລ້ວ ເມື່ອສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດທີ່ຈຳເປັນຕ້ອງຈັດການກໍຖືກຈັດການແລ້ວ ແລະ ມະນຸດເປັນພະຍານທີ່ດັງສະນັ່ນ ຊາຕານກໍຈະຜ່າຍແພ້ເຊັ່ນດຽວກັນ ແລະ ເຖິງແມ່ນວ່າມີສອງສາມສິ່ງທີ່ຢູ່ພາຍໃນມະນຸດແຕ່ທຳອິດເຊິ່ງບໍ່ໄດ້ຖືກຊໍາລະລ້າງຢ່າງສົມບູນ, ເມື່ອຊາຕານຜ່າຍແພ້ແລ້ວ ມັນກໍຈະບໍ່ເປັນບັນຫາອີກຕໍ່ໄປ ແລະ ໃນເວລານັ້ນ ມະນຸດຈະຖືກຊໍາລະລ້າງຢ່າງສົມບູນ. ມະນຸດບໍ່ເຄີຍມີປະສົບການຊີວິດແບບນັ້ນຈັກເທື່ອ ແຕ່ເມື່ອຊາຕານຜ່າຍແພ້ ທຸກສິ່ງກໍຈະສະຫງົບລົງ ແລະ ສິ່ງເລັກໆນ້ອຍໆເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດກໍຈະຮັບການແກ້ໄຂທັງໝົດ; ບັນຫາອື່ນໆກໍຈະໝົດສິ້ນໄປເມື່ອບັນຫາຫຼັກຖືກແກ້ໄຂແລ້ວ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງນີ້ຂອງພຣະເຈົ້າເທິງແຜ່ນດິນໂລກ, ເມື່ອພຣະອົງປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ ພາລະກິດທຸກຢ່າງທີ່ພຣະອົງປະຕິບັດກໍເພື່ອເອົາຊະນະຊາຕານ ແລະ ພຣະອົງຈະເອົາຊະນະຊາຕານຜ່ານການເອົາຊະນະມະນຸດ ແລະ ການເຮັດໃຫ້ພວກເຈົ້າສົມບູນ. ເມື່ອພວກເຈົ້າເປັນພະຍານທີ່ດັງສະນັ່ນ ໃນທຳນອງດຽວກັນ ສິ່ງນີ້ກໍຈະເປັນເຄື່ອງໝາຍແຫ່ງຄວາມຜ່າຍແພ້ຂອງຊາຕານ. ມະນຸດຖືກເອົາຊະນະກ່ອນ ແລະ ຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນໃນທີ່ສຸດເພື່ອເອົາຊະນະຊາຕານ. ເຖິງແນວໃດກໍຕາມ ໃນທາດແທ້ແລ້ວ ນີ້ຄືຄວາມລອດພົ້ນຂອງບັນດາມວນມະນຸດຊາດຈາກທະເລທີ່ວ່າງເປົ່າແຫ່ງຄວາມເຈັບປວດ ເຊິ່ງເກີດຂຶ້ນໃນເວລາດຽວກັນກັບຄວາມຜ່າຍແພ້ຂອງຊາຕານ. ບໍ່ວ່າພາລະກິດນີ້ຈະຖືກປະຕິບັດທົ່ວທັງຈັກກະວານທັງໝົດ ຫຼື ຢູ່ໃນປະເທດຈີນ, ພາລະກິດດັ່ງກ່າວກໍເພື່ອເອົາຊະນະຊາຕານ ແລະ ນໍາຄວາມລອດພົ້ນມາເຖິງບັນດາມະນຸດຊາດ ເພື່ອມະນຸດອາດຈະເຂົ້າສູ່ສະຖານທີ່ແຫ່ງຄວາມສະຫງົບ. ພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງເປັນເນື້ອໜັງທີ່ປົກກະຕິນີ້ ກໍແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານຢ່າງແນ່ນອນ. ພາລະກິດຂອງພຣະເຈົ້າແຫ່ງເນື້ອໜັງແມ່ນຖືກໃຊ້ເພື່ອນໍາຄວາມລອດພົ້ນມາເຖິງທຸກຄົນທີ່ຢູ່ພາຍໃຕ້ສະຫວັນ ເຊິ່ງເປັນຄົນຮັກພຣະເຈົ້າ, ມັນກໍເພື່ອຜົນປະໂຫຍດແຫ່ງການເອົາຊະນະບັນດາມວນມະນຸດຊາດ ແລະ ຍິ່ງໄປກວ່ານັ້ນກໍເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດແມ່ນບໍ່ສາມາດແຍກອອກຈາກການເອົາຊະນະຊາຕານເພື່ອນໍາຄວາມລອດພົ້ນມາເຖິງບັນດາມວນມະນຸດແລ້ວ. ໃນພາລະກິດສ່ວນຫຼາຍ ເປັນຫຍັງຈຶ່ງມັກມີຄຳເວົ້າທີ່ໃຫ້ພວກເຈົ້າເປັນພະຍານຢູ່ຕະຫຼອດເວລາ? ພະຍານນີ້ແມ່ນກຳລັງແນໃສ່ໃຜ? ພະຍານນີ້ບໍ່ໄດ້ແນໃສ່ຊາຕານບໍ? ພະຍານນີ້ແມ່ນສ້າງຂຶ້ນເພື່ອພຣະເຈົ້າ ແລະ ມັນຖືກສ້າງຂຶ້ນເພື່ອເປັນພະຍານວ່າ ພາລະກິດຂອງພຣະເຈົ້າໄດ້ບັນລຸຜົນຕາມມາແລ້ວ. ການເປັນພະຍານກ່ຽວຂ້ອງກັບພາລະກິດແຫ່ງການເອົາຊະນະຊາຕານ; ຖ້າບໍ່ມີສົງຄາມກັບຊາຕານ ແລ້ວມະນຸດກໍບໍ່ຈຳເປັນຕ້ອງເປັນພະຍານ. ມັນກໍເປັນເພາະຊາຕານຕ້ອງຜ່າຍແພ້ ຈຶ່ງເຮັດໃຫ້ພຣະເຈົ້າຮຽກຮ້ອງໃຫ້ມະນຸດເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານໃນເວລາດຽວກັນກັບທີ່ພຣະອົງກຳລັງຊ່ວຍມະນຸດ ເຊິ່ງພຣະອົງນໍາໃຊ້ສິ່ງນີ້ເພື່ອຊ່ວຍມະນຸດ ແລະ ເຮັດສົງຄາມກັບຊາຕານ. ຜົນກໍຄື ມະນຸດເປັນທັງຈຸດມຸ່ງໝາຍຂອງຄວາມລອດພົ້ນ ແລະ ເຄື່ອງມືໃນການເອົາຊະນະຊາຕານ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເປັນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ຊາຕານກໍເປັນພຽງຈຸດມຸ່ງໝາຍຂອງຄວາມທຳລາຍ ເຊິ່ງເປັນສັດຕູ. ເຈົ້າອາດຮູ້ສຶກວ່າ ເຈົ້າບໍ່ໄດ້ເຮັດຫຍັງ ແຕ່ຍ້ອນການປ່ຽນແປງໃນອຸປະນິໄສຂອງເຈົ້າ ພະຍານຈຶ່ງໄດ້ເກີດຂຶ້ນ ແລະ ພະຍານນີ້ກໍແນໃສ່ຊາຕານ ແລະ ບໍ່ໄດ້ຖືກສ້າງສຳລັບມະນຸດ. ມະນຸດບໍ່ເໝາະສົມທີ່ຈະຊື່ນຊົມກັບພະຍານດັ່ງກ່າວ. ເຂົາຈະສາມາດເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໄດ້ແນວໃດ? ຈຸດມຸ່ງໝາຍຂອງການຕໍ່ສູ້ຂອງພຣະເຈົ້າກໍແມ່ນຊາຕານ; ໃນຂະນະດຽວກັນ ມະນຸດເປັນພຽງແຕ່ຈຸດມຸ່ງໝາຍຂອງຄວາມລອດພົ້ນ. ມະນຸດມີອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້. ນີ້ກໍຍ້ອນຄວາມເສື່ອມຊາມຂອງຊາຕານ. ມັນບໍ່ໄດ້ຢູ່ພາຍໃນມະນຸດໂດຍທຳມະຊາດ ແຕ່ເປັນການບົງການຂອງຊາຕານ. ໃນປັດຈຸບັນ ພາລະກິດຫຼັກຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ນັ້ນກໍຄື ເພື່ອເອົາຊະນະມະນຸດຢ່າງສົມບູນ ເພື່ອມະນຸດອາດເປັນພະຍານສຸດທ້າຍໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ. ດ້ວຍວິທີນີ້ ທຸກສິ່ງຈະຖືກເຮັດໃຫ້ສຳເລັດ. ໃນຫຼາຍໆຄັ້ງ ເມື່ອເບິ່ງດ້ວຍຕາເປົ່າຂອງເຈົ້າ ມັນເບິ່ງຄືກັບວ່າ ບໍ່ມີຫຍັງຖືກເຮັດໃຫ້ສຳເລັດເລີຍ ແຕ່ໃນຄວາມຈິງ ພາລະກິດໄດ້ຖືກເຮັດໃຫ້ສຳເລັດແລ້ວ. ມະນຸດຮຽກຮ້ອງໃຫ້ພາລະກິດແຫ່ງຄວາມສຳເລັດທັງໝົດເປັນສິ່ງທີ່ເຫັນໄດ້ ແຕ່ເຖິງຈະບໍ່ໄດ້ເຮັດໃຫ້ເຈົ້າເຫັນ ເຮົາກໍໄດ້ສຳເລັດພາລະກິດຂອງເຮົາແລ້ວ ຍ້ອນຊາຕານຍອມຜ່າຍແພ້ ເຊິ່ງໝາຍຄວາມວ່າ ມັນຖືກເອົາຊະນະຢ່າງສິ້ນເຊີງ ເພາະສະຕິປັນຍາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າທັງໝົດໄດ້ປາບຊາຕານ. ນີ້ເປັນພະຍານທີ່ຕ້ອງເກີດຂຶ້ນຢ່າງແນ່ນອນ ແລະ ເຖິງແມ່ນວ່າ ມັນບໍ່ມີການສະແດງອອກຢ່າງຊັດເຈນໃນມະນຸດ, ເຖິງແມ່ນວ່າ ມັນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ຊາຕານກໍຜ່າຍແພ້ເປັນທີ່ຮຽບຮ້ອຍ. ຄວາມສົມບູນຂອງພາລະກິດນີ້ແມ່ນຖືກບັນຊາໃຫ້ຕໍ່ສູ້ກັບຊາຕານ ແລະ ຖືກປະຕິບັດຍ້ອນສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມີຫຼາຍສິ່ງທີ່ມະນຸດບໍ່ໄດ້ເຫັນໃນຂະນະທີ່ພວກມັນກຳລັງປະສົບຜົນສຳເລັດ ແຕ່ໃນສາຍຕາຂອງພຣະເຈົ້າ ພວກມັນເປັນສິ່ງທີ່ປະສົບຜົນສຳເລັດເປັນເວລາດົນນານມາແລ້ວ. ນີ້ຄືໜຶ່ງໃນຄວາມຈິງຂ້າງໃນຂອງພາລະກິດທັງໝົດຂອງພຣະເຈົ້າ.

ເມື່ອຊາຕານຜ່າຍແພ້ ເຊິ່ງເວົ້າໄດ້ວ່າ ເມື່ອມະນຸດໄດ້ຖືກເອົາຊະນະຢ່າງສົມບູນ ມະນຸດກໍຈະເຂົ້າໃຈວ່າ ພາລະກິດທັງໝົດນີ້ກໍແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ ແລະ ວິທີການແຫ່ງຄວາມລອດພົ້ນນີ້ກໍເພື່ອຮັບຄືນຈາກມືຂອງຊາຕານ. ເວລາ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ແລ້ວສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້ ແລະ ເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນກ່ອນການເອົາຊະນະຊາຕານຢ່າງສົມບູນ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຈາກການມີຄວາມເມດຕາກະລຸນາຕໍ່ມະນຸດ ແລະ ຈາກການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ. ຄວາມຈິງກໍຄື ການຕໍ່ສູ້ກັບຊາຕານບໍ່ແມ່ນການໃຊ້ອາວຸດສູ້ຮົບກັບຊາຕານ ແຕ່ເປັນການເຮັດໃຫ້ມະນຸດລອດພົ້ນ, ເປັນການປະຕິບັດເພື່ອຊີວິດຂອງມະນຸດ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ເພື່ອມະນຸດຈະໄດ້ເປັນພະຍານໃຫ້ແກ່ພຣະເຈົ້າ. ນີ້ແມ່ນວິທີເອົາຊະນະຊາຕານ. ຊາຕານຜ່າຍແພ້ຍ້ອນການປ່ຽນແປງຈິດໃຈອັນເສື່ອມຊາມຂອງມະນຸດ. ເມື່ອຊາຕານໄດ້ຖືກເອົາຊະນະ ເຊິ່ງນັ້ນກໍຄື ເມື່ອມະນຸດໄດ້ລອດພົ້ນ ແລ້ວເມື່ອນັ້ນຊາຕານທີ່ອັບອາຍໃຈກໍຈະຖືກຜູກມັດໄວ້ຢ່າງສົມບູນ ແລະ ດ້ວຍວິທີນີ້ ມະນຸດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສະນັ້ນ ແກ່ນແທ້ຂອງຄວາມລອດພົ້ນຂອງມະນຸດກໍຄືການຕໍ່ສູ້ກັບຊາຕານ ແລະ ການເຮັດສົງຄາມກັບຊາຕານ ໂດຍສ່ວນໃຫຍ່ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ. ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະໃຈ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ເປັນການປະຕິບັດພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະໃຈມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖຸືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນ້ັນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ຜ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ.​ ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍ່ຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ຊາຕານຜ່າຍແພ້ໂດຍຜ່ານການປ່ຽນແປງໃນອຸປະນິໄສທີ່ເກົ່າແກ່ຂອງມະນຸດທີ່ເອົາສະຕິເດີມຂອງເຂົາກັບຄືນມາ ແລະ ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະຜ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນູດຊາດທັງໝົດຖືກເຮັດໃຫ້ສຳເລັດ.

ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ ແລະ ພຽງແຕ່ປາຖະໜາທີ່ຈະເອົາຊະນະຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕິສອນ ຫຼື ການພິພາກສາ ກໍແນໃສ່ຊາຕານ; ມັນຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ, ເພື່ອເອົາຊະນະຊາຕານ ແລະ ມັນມີຈຸດປະສົງດຽວ ນັ້ນກໍຄື ການເຮັດສົງຄາມກັບຊາຕານຈົນເຖິງທີ່ສຸດ! ພຣະເຈົ້າຈະບໍ່ພັກຜ່ອນຈັກເທື່ອກ່ອນທີ່ພຣະອົງຈະມີໄຊຊະນະເໜືອຊາຕານ! ພຣະອົງຈະພັກຜ່ອນພຽງແຕ່ເມື່ອພຣະອົງໄດ້ເອົາຊະນະຊາຕານແລ້ວ. ຍ້ອນພາລະກິດທັງໝົດທີ່ພຣະເຈົ້າປະຕິບັດນັ້ນແມ່ນແນໃສ່ຊາຕານ ແລະ ຍ້ອນຄົນທີ່ຖືກເຮັດໃຫ້ເສື່ອມຊາມນັ້ນຢູ່ພາຍໃຕ້ການຄວບຄຸມແຫ່ງອຳນາດຂອງຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ເຊິ່ງຫາກປາສະຈາກການຕໍ່ສູ້ກັບຊາຕານ ແລະ ການທຳລາຍມັນ ຊາຕານຈະບໍ່ຍອມຜ່ອນຄາຍອິດທີພົນທີ່ມັນມີຕໍ່ຜູ້ຄົນເຫຼົ່ານີ້ ແລະ ພວກເຂົາກໍບໍ່ສາມາດຖືກຮັບໄດ້. ຖ້າພວກເຂົາບໍ່ໄດ້ຖືກຮັບ ມັນກໍຈະພິສູດວ່າ ຊາຕານຍັງບໍ່ທັນໄດ້ຜ່າຍແພ້ເທື່ອ ແລະ ມັນຍັງບໍ່ໄດ້ຖືກປາບເທື່ອ. ດ້ວຍເຫດນັ້ນ ໃນແຜນການຄຸ້ມຄອງ 6.000 ປີ ໃນລະຫວ່າງຂັ້ນຕອນທຳອິດ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງພຣະບັນຍັດ, ໃນລະຫວ່າງຂັ້ນຕອນທີສອງ ພຣະອົງແມ່ນໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄື ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ໃນລະຫວ່າງຂັ້ນຕອນທີສາມ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະມະນຸດ. ທຸກພາລະກິດແມ່ນແນໃສ່ຂອບເຂດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ທຸກພາລະກິດແມ່ນເພື່ອເອົາຊະນະຊາຕານ ແລະ ບໍ່ມີແມ່ນແຕ່ຂັ້ນຕອນດຽວທີ່ບໍ່ແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ທາດແທ້ຂອງພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນສົງຄາມຕໍ່ສູ້ກັບມັງກອນແດງໃຫຍ່ ແລະ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍແມ່ນພາລະກິດແຫ່ງການເອົາຊະນະຊາຕານເຊັ່ນດຽວກັນ ແລະ ເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ພຣະເຈົ້າເຮັດສົງຄາມເປັນເວລາ 6.000 ປີ ແລະ ດ້ວຍເຫດນັ້ນກໍປະຕິບັດພາລະກິດເປັນເວລາ 6.000 ປີ ເພື່ອນໍາມະນຸດສູ່ອະນາຈັກໃໝ່ໃນທີ່ສຸດ. ເມື່ອຊາຕານຜ່າຍແພ້ ມະນຸດຈະຖືກປົດປ່ອຍຢ່າງສົມບູນ. ນີ້ບໍ່ແມ່ນແນວທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ? ນີ້ຄືແນວທາງຂອງພາລະກິດໃນປັດຈຸບັນຢ່າງແນ່ນອນ ນັ້ນກໍຄື ການປົດປ່ອຍຢ່າງສົມບູນ ແລະ ການເຮັດໃຫ້ມະນຸດເປັນອິດສະຫຼະ ເພື່ອເຂົາຈະບໍ່ຕົກຢູ່ພາຍໃຕ້ກົດລະບຽບໃດ ຫຼື ຖືກຈຳກັດໂດຍຂໍ້ຜູກມັດ ຫຼື ຂໍ້ຈຳກັດອື່ນໆ. ທຸກພາລະກິດຖືກປະຕິບັດໂດຍສອດຄ່ອງກັບວຸດທິພາວະຂອງພວກເຈົ້າ ແລະ ໂດຍສອດຄ່ອງກັບຄວາມຕ້ອງການຂອງພວກເຈົ້າ ເຊິ່ງໝາຍຄວາມວ່າ ພວກເຈົ້າຖືກຈັດກຽມດ້ວຍທຸກສິ່ງຢ່າງທີ່ພວກເຈົ້າສາມາດເຮັດໃຫ້ສຳເລັດໄດ້. ມັນບໍ່ແມ່ນກໍລະນີດຽວກັນກັບ “ການໄລ່ເປັດໃຫ້ຂຶ້ນງ່າໄມ້” ໂດຍບັງຄັບພວກເຈົ້າໃຫ້ປະຕິບັດທຸກສິ່ງທີ່ຢູ່ເໜືອຄວາມສາມາດຂອງພວກເຈົ້າ; ກົງກັນຂ້າມ ທຸກພາລະກິດນີ້ແມ່ນຖືກປະຕິບັດໂດຍສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງພວກເຈົ້າ.​ ແຕ່ລະຂັ້ນຕອນຂອງພາລະກິດແມ່ນສອດຄ່ອງກັບຄວາມຕ້ອງການ ແລະ ເງື່ອນໄຂທີ່ແທ້ຈິງຂອງມະນຸດ ແລະ ເພື່ອຜົນປະໂຫຍດແຫ່ງການເອົາຊະນະຊາຕານ. ໃນຄວາມຈິງແລ້ວ ບໍ່ມີອຸປະສັກກັ້ນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຂອງພຣະອົງໃນຕອນເລີ່ມຕົ້ນ. ອຸປະສັກທັງໝົດແມ່ນເກີດຂຶ້ນຈາກຊາຕານ. ມະນຸດບໍ່ສາມາດເຫັນ ຫຼື ສຳພັດຫຍັງເລີຍ ຍ້ອນການລົບກວນຂອງຊາຕານ ແລະ ຄວາມເສື່ອມຊາມຂອງມະນຸດ. ມະນຸດເປັນເຫຍື່ອ ທີ່ຖືກລໍ້ລວງ. ເມື່ອຊາຕານຜ່າຍແພ້ ສິ່ງຖືກສ້າງຈະເຫັນພຣະຜູ້ສ້າງ ແລະ ພຣະຜູ້ສ້າງຈະເຝົ້າເບິ່ງສິ່ງຖືກສ້າງ ແລະ ສາມາດນໍາພາພວກເຂົາດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ທີ່ເປັນຊີວິດທີ່ມະນຸດຄວນມີຢູ່ເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ພາລະກິດຫຼັກໆຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ແລະ ເມື່ອຊາຕານຜ່າຍແພ້ ທຸກສິ່ງກໍຈະຖືກແກ້ໄຂ. ໃນປັດຈຸບັນ ເຈົ້າກໍໄດ້ເຫັນແລ້ວວ່າ ມັນຄືບາງສິ່ງບາງຢ່າງແທ້ໆທີ່ພຣະເຈົ້າມາທ່າມກາງມະນຸດ. ພຣະອົງບໍ່ໄດ້ມາເພື່ອໃຊ້ເວລາແຕ່ລະມື້ໃນການຈັບຜິດພວກເຈົ້າ, ເພື່ອເວົ້ານັ້ນເວົ້ານີ້ ຫຼື ເພື່ອພຽງແຕ່ເຮັດໃຫ້ພວກເຈົ້າເຫັນວ່າ ພຣະອົງມີລັກສະນະແບບໃດ ແລະ ພຣະອົງກ່າວ ແລະ ດຳລົງຊີວິດແນວໃດ. ພຣະເຈົ້າບໍ່ກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ພວກເຈົ້າເຝົ້າເບິ່ງພຣະອົງ ຫຼື ເປີດຕາຂອງພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຍິນຄວາມລຶກລັບທີ່ພຣະອົງໄດ້ກ່າວເຖິງ ແລະ ຕາປະທັບເຈັດຢ່າງທີ່ພຣະອົງໄດ້ເປີດ. ກົງກັນຂ້າມ ພຣະອົງກາຍມາເປັນເນື້ອໜັງກໍເພື່ອເອົາຊະນະຊາຕານ. ພຣະອົງໄດ້ມາທ່າມກາງມະນຸດໂດຍຜ່ານເນື້ອໜັງເພື່ອຊ່ວຍມະນຸດດ້ວຍຕົວພຣະອົງເອງ, ເພື່ອເຮັດສົງຄາມກັບຊາຕານ ແລະ ນີ້ແມ່ນຄວາມສຳຄັນຂອງການບັງເກີດເປັນມະນຸດຂອງພຣະອົງ. ຖ້າບໍ່ແມ່ນເພື່ອການເອົາຊະນະຊາຕານ ແລ້ວພຣະອົງກໍຈະບໍ່ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນຄືບາງສິ່ງບາງຢ່າງແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ທຳມະດາຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງເຂົ້າຮັບເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສ່ິງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອເອົາຊະນະຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນັ້ນ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດໃນມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ລົງມາທ່າມກາງມະນຸດພ້ອມກັບຕົວຕົນທີ່ຝັງຕິດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື ມະນຸດທີ່ປະຕິບັດພາລະກິດນີ້ ແລ້ວສົງຄາມນີ້ກໍຈະລົ້ມເຫຼວທີ່ຈະບັນລຸຜົນຕາມມາຕະຫຼອດໄປ ແລະ ຈະບໍ່ສິ້ນສຸດຈັກເທື່ອ. ພຽງແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອອອກຮົບຕໍ່ສູ້ກັບຊາຕານທ່າມກາງມະນຸດດ້ວຍຕົວພຣະອົງເອງເທົ່ານັ້ນ ມະນຸດຈຶ່ງຈະມີຊ່ອງທາງແຫ່ງຄວາມລອດພົ້ນ. ຍິ່ງໄປກວ່ານັ້ນ ມີພຽງແຕ່ຕອນນັ້ນ ຊາຕານຈຶ່ງຈະອັບອາຍ ແລະ ບໍ່ມີໂອກາດໃດເລີຍທີ່ຈະຂູດຮີດ ຫຼື ບໍ່ມີແຜນໃດເລີຍທີ່ຈະດຳເນີນການ. ພຣະວິນຍານຂອງພຣະເຈົ້າກໍບໍ່ສາມາດບັນລຸພາລະກິດທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີມະນຸດຄົນໃດທີ່ເກີດຈາກເນື້ອໜັງຂອງຄົນທີ່ສາມາດປະຕິບັດແທນພຣະເຈົ້າໄດ້ ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຜົນປະໂຫຍດແຫ່ງຊີວິດຂອງມະນຸດ ແລະ ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຖ້າມະນຸດເຂົ້າຮ່ວມໃນສົງຄາມນີ້ ເຂົາພຽງແຕ່ຈະພ່າຍໜີດ້ວຍຄວາມສັບສົນແຫ່ງຄວາມຈິບຫາຍ ແລະ ຈະບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້ເລີຍ. ເຂົາຈະບໍ່ສາມາດຊ່ວຍມະນຸດຈາກໄມ້ກາງແຂນໄດ້ ຫຼື ເອົາຊະນະມະນຸດຊາດທີ່ມີຄວາມກະບົດທັງໝົດ ແຕ່ຈະສາມາດປະຕິບັດພາລະກິດເລັກນ້ອຍທີ່ເກົ່າແກ່ໂດຍອີງຕາມຫຼັກການເທົ່ານັ້ນ ຫຼື ບໍກໍປະຕິບັດພາລະກິດທີ່ບໍ່ກ່ຽວຂ້ອງກັບການເອົາຊະນະຊາຕານ. ສະນັ້ນ ເປັນຫຍັງຕ້ອງຫຍຸ້ງຍາກ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດທີ່ບໍ່ສາມາດຮັບມະນຸດຊາດ ຢ່າວ່າແຕ່ເອົາຊະນະຊາຕານເລີຍ? ດ້ວຍເຫດນັ້ນ ສົງຄາມກັບຊາຕານຈຶ່ງພຽງແຕ່ສາມາດຖືກປະຕິບັດໂດຍພຣະເຈົ້າເອງ ແລະ ມະນຸດກໍບໍ່ສາມາດເຮັດໃຫ້ສຳເລັດໄດ້ເລີຍ. ໜ້າທີ່ຂອງມະນຸດກໍຄືການເຊື່ອຟັງ ແລະ ປະຕິບັດຕາມ ຍ້ອນມະນຸດບໍ່ສາມາດປະຕິບັດພາລະກິດໃນການເປີດຍຸກສະໄໝໃໝ່ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດປະຕິບັດພາລະກິດແຫ່ງການຕໍ່ສູ້ກັບຊາຕານ. ມະນຸດພຽງແຕ່ສາມາດເຮັດໃຫ້ພຣະຜູ້ສ້າງພໍໃຈໂດຍຢູ່ພາຍໃຕ້ການນໍາຂອງພຣະເຈົ້າເອງ ເຊິ່ງເປັນສິ່ງທີ່ເຮັດໃຫ້ຊາຕານຜ່າຍແພ້; ນີ້ແມ່ນສິ່ງດຽວທີ່ມະນຸດສາມາດເຮັດໄດ້. ດ້ວຍເຫດນັ້ນ ທຸກຄັ້ງທີ່ສົງຄາມໃໝ່ເລີ່ມຕົ້ນຂຶ້ນ ເຊິ່ງເວົ້າໄດ້ວ່າ ທຸກຄັ້ງທີ່ພາລະກິດແຫ່ງຍຸກໃໝ່ເລີ່ມຕົ້ນຂຶ້ນ ພາລະກິດນີ້ກໍຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ເຊິ່ງພຣະອົງນໍາພາຍຸກທັງໝົດ ແລະ ເປີດເສັ້ນທາງໃໝ່ໃຫ້ກັບບັນດາມວນມະນຸດຊາດ. ເຊົ້າມືດຂອງຍຸກໃໝ່ແຕ່ລະຍຸກແມ່ນການເລີ່ມຕົ້ນໃໝ່ໃນສົງຄາມກັບຊາຕານ ເຊິ່ງມະນຸດຈະເຂົ້າສູ່ອານາຈັກທີ່ໃໝ່ກວ່າ ແລະ ສວຍງາມກວ່າ ແລະ ສູ່ຍຸກໃໝ່ທີ່ນໍາພາໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ມະນຸດເປັນເຈົ້ານາຍຂອງທຸກສິ່ງ ແຕ່ຄົນທີ່ຖືກຮັບຈະກາຍເປັນໝາກຜົນຂອງສົງຄາມກັບຊາຕານທັງໝົດ. ຊາຕານເປັນຜູ້ເຮັດໃຫ້ທຸກສິ່ງຢ່າງເສື່ອມຊາມ, ມັນເປັນຜູ້ຜ່າຍແພ້ໃນເວລາສຸດທ້າຍຂອງສົງຄາມທັງໝົດ ແລະ ຍັງເປັນຜູ້ທີ່ຈະຖືກລົງໂທດຫຼັງຈາກສົງຄາມເຫຼົ່ານີ້. ທ່າມກາງພຣະເຈົ້າ, ມະນຸດ ແລະ ຊາຕານ ຈະມີພຽງແຕ່ຊາຕານ ທີ່ຈະເປັນຜູ້ທີ່ຖືກກຽດຊັງ ແລະ ຖືກປະຕິເສດ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານຮັບເອົາ ແຕ່ບໍ່ໄດ້ຖືກພຣະເຈົ້າຮັບເອົາຄືນກໍຈະກາຍເປັນຄົນທີ່ຈະໄດ້ຮັບການລົງໂທດແທນຊາຕານ. ໃນສາມຝ່າຍນີ້ ມີພຽງແຕ່ພຣະເຈົ້າທີ່ຄວນໄດ້ຮັບການນະມັດສະການຈາກທຸກສິ່ງຢ່າງ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແຕ່ຖືກພຣະເຈົ້າຮັບເອົາຄືນ ແລະ ຄົນທີ່ປະຕິບັດຕາມຫົນທາງຂອງພຣະເຈົ້າກໍຈະກາຍເປັນຄົນທີ່ຈະໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ຈະພິພາກສາຄົນທີ່ຊົ່ວຊ້າແທນພຣະເຈົ້າ. ພຣະເຈົ້າຈະມີໄຊຊະນະຢ່າງແນ່ນອນ ແລະ ຊາຕານຈະຜ່າຍແພ້ຢ່າງແນ່ນອນ ແຕ່ທ່າມກາງມະນຸດກໍຈະມີຄົນທີ່ຈະຊະນະ ແລະ ຄົນທີ່ຈະເສຍ. ຄົນທີ່ຊະນະຈະເປັນຂອງຜູ້ຊະນະ ແລະ ຄົນທີ່ເສຍກໍຈະເປັນຂອງຜູ້ແພ້; ນີ້ຄືການຈັດແບ່ງແຕ່ລະຄົນອອກໂດຍອີງຕາມປະເພດ ເຊິ່ງມັນແມ່ນຜົນໄດ້ຮັບສຸດທ້າຍຂອງພາລະກິດທັງໝົດຂອງພຣະເຈົ້າ, ມັນຍັງເປັນເປົ້າໝາຍຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ມັນຈະບໍ່ປ່ຽນແປງຈັກເທື່ອ. ຫົວໃຈຫຼັກຂອງພາລະກິດຫຼັກແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າແມ່ນແນໃສ່ຄວາມລອດພົ້ນຂອງມະນຸດ ແລະ ພຣະເຈົ້າກາຍມາເປັນເນື້ອໜັງຫຼັກໆກໍເພື່ອຜົນປະໂຫຍດຂອງຫົວໃຈຫຼັກນີ້, ເພື່ອຜົນປະໂຫຍດຂອງພາລະກິດນີ້ ແລະ ເພື່ອເອົາຊະນະຊາຕານ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍເພື່ອເອົາຊະນະຊາຕານເຊັ່ນດຽວກັນ ນັ້ນກໍຄື ພຣະອົງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ແລະ ຖືກຄຶງທີ່ໄມ້ກາງແຂນດ້ວຍຕົວພຣະອົງເອງ ເພື່ອເຮັດໃຫ້ພາລະກິດຂອງສົງຄາມຄັ້ງທຳອິດສຳເລັດ ເຊິ່ງເປັນພາລະກິດແຫ່ງການໄຖ່ມະນຸດຊາດ. ໃນທຳນອງດຽວກັນ ຂັ້ນຕອນນີ້ຂອງພາລະກິດຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ຜູ້ເຊິ່ງກາຍມາເປັນເນື້ອໜັງ ເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອກ່າວພຣະທຳຂອງພຣະອົງດ້ວຍຕົວພຣະອົງເອງ ແລະ ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ແນ່ນອນ ມັນຫຼີກລ່ຽງບໍ່ໄດ້ທີ່ພຣະອົງຍັງປະຕິບັດພາລະກິດອື່ນໆໄປພ້ອມໆກັນ ແຕ່ເຫດຜົນຫຼັກທີ່ພຣະອົງປະຕິບັດພາລະກິດດ້ວຍຕົວພຣະອົງເອງແມ່ນເພື່ອເອົາຊະນະຊາຕານ, ເພື່ອເອົາຊະນະບັນດາມວນມະນຸດ ແລະ ເພື່ອຮັບຄົນເຫຼົ່ານີ້. ດ້ວຍເຫດນັ້ນ ພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າຄືບາງສິ່ງບາງຢ່າງແທ້ໆ. ຖ້າເປົ້າໝາຍຂອງພຣະອົງແມ່ນພຽງແຕ່ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ ແລະ ພຣະເຈົ້າເປັນຈິງ, ຖ້າມັນເປັນພຽງແຕ່ເພື່ອຜົນປະໂຫຍດໃນການປະຕິບັດພາລະກິດນີ້ ແລ້ວກໍບໍ່ມີຄວາມຈຳເປັນທີ່ຈະກາຍມາເປັນເນື້ອໜັງ. ເຖິງແມ່ນພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ພຣະອົງກໍສາມາດເປີດເຜີຍຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ, ຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງພຣະອົງໃຫ້ກັບມະນຸດໂດຍກົງ ແຕ່ສິ່ງດັ່ງກ່າວຈະບໍ່ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດແຫ່ງການຄຸ້ມຄອງມະນຸດ. ສິ່ງເຫຼົ່ານັ້ນບໍ່ສາມາດຊ່ວຍມະນຸດ ຫຼື ເຮັດໃຫ້ເຂົາສົມບູນ ຢ່າວ່າແຕ່ຈະສາມາດເອົາຊະນະຊາຕານເລີຍ. ຖ້າການເອົາຊະນະຊາຕານພຽງແຕ່ກ່ຽວພັນເຖິງພຣະວິນຍານທີ່ເຮັດສົງຄາມກັບວິນຍານ ແລ້ວພາລະກິດດັ່ງກ່າວກໍຍິ່ງຈະມີຄຸ່ນຄ່າທີ່ເປັນປະໂຫຍດໜ້ອຍລົງ; ມັນຈະບໍ່ສາມາດຮັບມະນຸດ ແລະ ຈະທຳລາຍໂຊກຊາຕາ ແລະ ຄວາມຄາດຫວັງຂອງມະນຸດ. ເມື່ອເປັນດັ່ງນັ້ນ ພາລະກິດຂອງພຣະເຈົ້າໃນປັດຈຸບັນກໍມີຄວາມສຳຄັນຢ່າງເລິກເຊິ່ງ. ມັນບໍ່ແມ່ນພຽງແຕ່ເພື່ອມະນຸດອາດເຫັນພຣະອົງ ຫຼື ເພື່ອຕາຂອງມະນຸດອາດຖືກເປີດ ຫຼື ເພື່ອສະໜອງເຂົາດ້ວຍການປຸກໃຈ ແລະ ການໜູນໃຈເລັກໜ້ອຍ; ພາລະກິດດັ່ງກ່າວບໍ່ມີຄວາມສຳຄັນເລີຍ. ຖ້າເຈົ້າພຽງແຕ່ສາມາດເວົ້າເຖິງຄວາມຮູ້ປະເພດນີ້ໄດ້ ມັນກໍພິສູດແລ້ວວ່າ ເຈົ້າບໍ່ຮູ້ຈັກຄວາມສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ.

ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນພາລະກິດຂອງຍຸກແຫ່ງພຣະບັນຍັດຫຼັງຈາກການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ. ພຣະເຈົ້າໃຊ້ໂມເຊເພື່ອປະກາດໃຊ້ພຣະບັນຍັດ. ຂັ້ນຕອນທີສອງແຫ່ງການໄຖ່ມະນຸດຊາດທັງປວງແມ່ນຖືກປະຕິບັດໂດຍພຣະເຈົ້າຜູ້ເຊິ່ງບັງເກີດເປັນມະນຸດດ້ວຍຕົວພຣະອົງເອງ; ນອກຈາກພຣະເຈົ້າທີ່ກາຍມາເປັນເນື້ອໜັງແລ້ວ ບໍ່ມີໃຜມີຄຸນສົມບັດພໍທີ່ຈະປະຕິບັດພາລະກິດນັ້ນ. ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະເອົາຊະນະຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸ່ນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ.​ ມະນຸດບໍ່ສາມາດປະຕິບັດພາລະກິດນັ້ນແທນພຣະອົງໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ທາດແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງເຂົາ. ພາລະກິດແຫ່ງການເອົາຊະນະແມ່ນຖືກປະຕິບັດທ່າມກາງມະນຸດໂດຍພຣະເຈົ້າເອງເຊັ່ນດຽວກັນ. ໃນລະຫວ່າງຂັ້ນຕອນນີ້ ຖ້າພຣະເຈົ້າພຽງແຕ່ຕ້ອງກ່າວຄຳທຳນາຍ ແລ້ວຜູ້ປະກາດພຣະທຳ ຫຼື ບາງຄົນທີ່ມີພອນສະຫວັນກໍສາມາດເຮັດໜ້າທີ່ແທນພຣະອົງໄດ້; ຖ້າມີພຽງແຕ່ກ່າວຄຳທຳນາຍ ມະນຸດກໍສາມາດເຮັດແທນພຣະເຈົ້າໄດ້. ແຕ່ຖ້າມະນຸດຕ້ອງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວເຂົາເອງ ແລະ ຕ້ອງປະຕິບັດພາລະກິດໃນຊີວິດຂອງມະນຸດ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະປະຕິບັດພາລະກິດຂອງນີ້. ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ພຣະເຈົ້າຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດນີ້. ໃນຍຸກແຫ່ງພຣະທຳ ຖ້າມີພຽງແຕ່ການກ່າວຄຳທຳນາຍ ແລ້ວເອຊາຢາ ຫຼື ເອລີຢາກໍສາມາດປະຕິບັດພາລະກິດນີ້ ແລະ ກໍຈະບໍ່ມີຄວາມຕ້ອງການໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ຍ້ອນພາລະກິດທີ່ປະຕິບັດໃນຂັ້ນຕອນນີ້ບໍ່ແມ່ນພຽງແຕ່ການກ່າວຄຳທຳນາຍ ແລະ ຍ້ອນມັນເປັນສິ່ງທີ່ສຳຄັນຫຼາຍທີ່ພາລະກິດແຫ່ງພຣະທຳຖືກນໍາໃຊ້ເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ຊາຕານຜ່າຍແພ້ ມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດນີ້ໄດ້ ແລະ ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ໃນຍຸກແຫ່ງພຣະບັນຍັດ ພຣະເຢໂຮວາປະຕິບັດສ່ວນຂອງພາລະກິດຂອງພຣະເຈົ້າ ຫຼັງຈາກນັ້ນພຣະອົງກໍກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດຜ່ານຜູ້ປະກາດພຣະທຳ. ນັ້ນກໍຍ້ອນມະນຸດສາມາດປະຕິບັດພາລະກິດຂອງພຣະເຢໂຮວາ ແລະ ຜູ້ທຳນາຍສາມາດພະຍາກອນລ່ວງໜ້າເຖິງສິ່ງຕ່າງໆ ແລະ ຕີຄວາມໝາຍຄວາມຝັນບາງຢ່າງແທນພຣະອົງໄດ້. ພາລະກິດທີ່ປະຕິບັດໃນຕອນເລີ່ມຕົ້ນບໍ່ແມ່ນພາລະກິດໃນການປ່ຽນແປງອຸປະນິໄສຂອງມະນຸດໂດຍກົງ ແລະ ບໍ່ກ່ຽວຂ້ອງກັບຄວາມບາບຂອງມະນຸດ ແລະ ມະນຸດຖືກຮຽກຮ້ອງໃຫ້ພຽງແຕ່ປະຕິບັດຕາມພຣະບັນຍັດເທົ່ານັ້ນ. ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ເປີດເຜີຍພຣະອົງເອງໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງກ່າວຕໍ່ໂມຊ ແລະ ຄົນອື່ນໆໂດຍກົງ, ເຮັດໃຫ້ພວກເຂົາກ່າວ ແລະ ປະຕິບັດພາລະກິດແທນພຣະອົງ ແລະ ເຮັດໃຫ້ພວກເຂົາປະຕິບັດພາລະກິດທ່າມກາງມະນຸດຊາດໂດຍກົງ. ຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນການນໍາພາມະນຸດ. ມັນເປັນຈຸດເລີ່ມຕົ້ນຂອງສົງຄາມກັບຊາຕານ ແຕ່ສົງຄາມນີ້ກໍຍັງບໍ່ໄດ້ເລີ່ມຕົ້ນຢ່າງເປັນທາງການ. ສົງຄາມທີ່ເປັນທາງການກັບຊາຕານເລີ່ມຕົ້ນດ້ວຍການບັງເກີດເປັນມະນຸດຂອງພຣະເຈົ້າຄັ້ງທໍາອິດ ແລະ ມັນໄດ້ສືບຕໍ່ຈົນມາເຖິງທຸກປັດຈຸບັນ. ການດຳເນີນຄັ້ງທຳອິດຂອງສົງຄາມນີ້ກໍຄືຕອນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຖືກຄຶງທີ່ໄມ້ກາງແຂນ. ການຄຶງພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ໄມ້ກາງແຂນໄດ້ເອົາຊະນະຊາຕານ ແລະ ມັນເປັນຂັ້ນຕອນທຳອິດໃນສົງຄາມທີ່ປະສົບຜົນສຳເລັດ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນປະຕິບັດພາລະກິດໃນຊີວິດຂອງມະນຸດໂດຍກົງ, ນີ້ຄືການເລີ່ມຕົ້ນທີ່ເປັນທາງການຂອງພາລະກິດແຫ່ງການຮັບມະນຸດ ແລະ ຍ້ອນນີ້ແມ່ນພາລະກິດແຫ່ງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ມັນຈຶ່ງເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ຂັ້ນຕອນຂອງພາລະກິດທີ່ຖືກປະຕິບັດໂດຍພຣະເຢໂຮວາໃນຕອນເລີ່ມຕົ້ນແມ່ນພຽງແຕ່ການນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ. ມັນເປັນການເລີ່ມພາລະກິດຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ມັນຍັງບໍ່ກ່ຽວພັນເຖິງສົງຄາມໃດກໍຕາມ ຫຼື ພາລະກິດຫຼັກໆໃດກໍຕາມ ມັນກໍໄດ້ວາງພື້ນຖານໃຫ້ກັບພາລະກິດແຫ່ງສົງຄາມທີ່ຈະມາເຖິງ. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນກ່ຽວພັນເຖິງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າເອງໄດ້ສ້າງຊີວິດຂອງມະນຸດຂຶ້ນ. ນີ້ກໍຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ມັນຈຳເປັນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ແລະ ຖ້າພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ກໍບໍ່ມີໃຜທີ່ສາມາດແທນພຣະອົງໄດ້ໃນຂັ້ນຕອນນີ້ຂອງພາລະກິດ ຍ້ອນມັນສະແດງເຖິງພາລະກິດແຫ່ງການຕໍ່ສູ້ກັບຊາຕານໂດຍກົງ. ຖ້າມະນຸດປະຕິບັດພາລະກິດນີ້ແທນພຣະເຈົ້າ, ເມື່ອມະນຸດຢືນຢູ່ຕໍ່ໜ້າຊາຕານ, ຊາຕານກໍຈະບໍ່ຍອມຜ່າຍແພ້ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະເອົາຊະນະຊາຕານ. ຕ້ອງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ເຊິ່ງມາເພື່ອເອົາຊະນະຊາຕານ ຍ້ອນທາດແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍັງຄົງມີຄວາມເປັນພຣະເຈົ້າ, ເນື້ອໜັງທີ່ພຣະອົງສວມໃສ່ກໍມີຊີວິດຂອງມະນຸດ ແລະ ນີ້ແມ່ນລັກສະນະຂອງພຣະຜູ້ສ້າງ; ບໍ່ວ່າຫຍັງກໍຕາມຈະເກີດຂຶ້ນ ຕົວຕົນ ແລະ ທາດແທ້ຂອງພຣະອົງຈະບໍ່ປ່ຽນແປງໄປ. ດ້ວຍເຫດນັ້ນ ພຣະອົງຈຶ່ງສວມໃສ່ເນື້ອໜັງ ແລະ ປະຕິບັດພາລະກິດເພື່ອເຮັດໃຫ້ຊາຕານຍອມແພ້ຢ່າງສົມບູນ. ໃນລະຫວ່າງຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍ ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລະ ຖືກສ້າງໃຫ້ກ່າວພຣະທຳໂດຍກົງ ແລ້ວເຂົາກໍຈະບໍ່ສາມາດກ່າວພຣະທຳເຫຼົ່ານັ້ນໄດ້ ແລະ ຖ້າກ່າວເຖິງການທຳນາຍ ແລ້ວມັນກໍຈະບໍ່ສາມາດເອົາຊະນະມະນຸດໄດ້. ດ້ວຍການຮັບເອົາເນື້ອໜັງ ພຣະເຈົ້າຈຶ່ງມາເພື່ອເອົາຊະນະຊາຕານ ແລະ ເຮັດໃຫ້ການຍອມແພ້ຂອງມັນສົມບູນ. ເມື່ອພຣະອົງເອົາຊະນະຊາຕານຢ່າງເດັດຂາດ, ພຣະອົງກໍໄດ້ເອົາຊະນະມະນຸດຢ່າງສິ້ນເຊີງ ແລະ ຮັບເອົາມະນຸດຢ່າງສົມບູນ, ຂັ້ນຕອນນີ້ຂອງພາລະກິດຈະຖືກເຮັດໃຫ້ສຳເລັດ ແລະ ຈະບັນລຸຄວາມສຳເລັດ. ໃນການຄຸ້ມຄອງຂອງພຣະເຈົ້າ ມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ໂດຍສະເພາະແລ້ວ ພາລະກິດແຫ່ງການນໍາພາຍຸກ ແລະ ການເລີ່ມຕົ້ນພາລະກິດໃໝ່ກໍຍິ່ງມີຄວາມຕ້ອງການຫຼາຍຂຶ້ນໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ການເປີດເຜີຍໃຫ້ກັບມະນຸດ ແລະ ການຈັດກຽມມະນຸດພ້ອມກັບຄຳທຳນາຍແມ່ນສາມາດຖືກປະຕິບັດໄດ້ໂດຍມະນຸດ ແຕ່ຖ້າເປັນພາລະກິດທີ່ຕ້ອງຖືກປະຕິບັດໂດຍພຣະເຈົ້າ ເຊິ່ງເປັນພາລະກິດແຫ່ງສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ, ພາລະກິດນີ້ກໍຈະບໍ່ສາມາດຖືກປະຕິບັດໂດຍມະນຸດ. ໃນລະຫວ່າງຂັ້ນຕອນທຳອິດຂອງພາລະກິດ ເມື່ອຍັງບໍ່ມີສົງຄາມກັບຊາຕານ ພຣະເຢໂຮວາໄດ້ນໍາພາປະຊາຊົນອິດສະຣາແອນດ້ວຍຕົວພຣະອົງເອງໂດຍການໃຊ້ຄຳທຳນາຍທີ່ຜູ້ປະກາດພຣະທຳກ່າວໄວ້. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດແມ່ນການເຮັດສົງຄາມກັບຊາຕານ ແລະ ພຣະເຈົ້າກໍໄດ້ກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ໂດຍການເຂົ້າມາຢູ່ໃນເນື້ອໜັງເພື່ອປະຕິບັດພາລະກິດນີ້. ສິ່ງໃດກໍຕາມທີ່ກ່ຽວພັນເຖິງສົງຄາມກັບຊາຕານກໍຍັງກ່ຽວພັນເຖິງການບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ມະນຸດບໍ່ສາມາດສູ້ຮົບໃນສົງຄາມນີ້. ຖ້າມະນຸດຕ້ອງເຮັດສົງຄາມ ເຂົາຈະບໍ່ສາມາດເອົາຊະນະຊາຕານໄດ້. ເຂົາຈະມີກຳລັງເພື່ອຕໍ່ສູ້ກັບຊາຕານໄດ້ແນວໃດ ໃນຂະນະທີ່ຍັງຢູ່ພາຍໃຕ້ອຳນາດຂອງມັນ? ມະນຸດຢູ່ທາງກາງ ນັ້ນກໍຄື ຖ້າເຈົ້າອ່ຽງໄປທາງຊາຕານ ເຈົ້າກໍຈະເປັນຂອງຊາຕານ ແຕ່ຖ້າເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າມະນຸດຕ້ອງປະຕິບັດພາລະກິດແຫ່ງສົງຄາມນີ້ແທນພຣະເຈົ້າ ເຂົາຈະສາມາດປະຕິບັດມັນໄດ້ບໍ? ຖ້າເຂົາປະຕິບັດ ເຂົາຈະບໍ່ຈິບຫາຍຕັ້ງແຕ່ດົນນານມາແລ້ວບໍ? ເຂົາຈະບໍ່ໄດ້ເຂົ້າສູ່ໂລກເບື້ອງລຸ່ມເປັນເວລາດົນນານມາແລ້ວບໍ? ດ້ວຍເຫດນັ້ນ ມະນຸດຈະບໍ່ສາມາດແທນພຣະເຈົ້າໃນພາລະກິດຂອງພຣະອົງໄດ້ ເຊິ່ງເວົ້າໄດ້ວ່າ ມະນຸດບໍ່ມີທາດແທ້ຂອງພຣະເຈົ້າ ແລະ ຖ້າເຈົ້າເຮັດສົງຄາມກັບຊາຕານ ເຈົ້າກໍຈະບໍ່ສາມາດເອົາຊະນະມັນໄດ້. ມະນຸດພຽງແຕ່ສາມາດປະຕິບັດບາງພາລະກິດ; ເຂົາສາມາດເອົາຊະນະບາງຜູ້ຄົນ ແຕ່ເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະເຈົ້າໄດ້. ມະນຸດຈະສາມາດເຮັດສົງຄາມກັບຊາຕານໄດ້ແນວໃດ? ຊາຕານຈະຈັບເຈົ້າເປັນຊະເລີຍກ່ອນທີ່ເຈົ້າຈະເລີ່ມຕົ້ນດ້ວຍຊໍ້າ. ພຽງແຕ່ເມື່ອພຣະເຈົ້າເຮັດສົງຄາມກັບຊາຕານ ແລະ ມະນຸດຕິດຕາມ ແລະ ເຊື່ອຟັງພຣະເຈົ້າໂດຍຢູ່ໃນພື້ນຖານນີ້ ມະນຸດຈຶ່ງຈະສາມາດຖືກພຣະເຈົ້າຮັບເອົາ ແລະ ຫຼົບໜີອອກຈາກການເປັນທາດຂອງຊາຕານ. ສິ່ງທີ່ມະນຸດສາມາດບັນລຸໄດ້ດ້ວຍສະຕິປັນຍາ ແລະ ຄວາມສາມາດຂອງເຂົາເອງກໍມີຈຳກັດຫຼາຍ; ເຂົາບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດນໍາພາເຂົາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດເອົາຊະນະຊາຕານໄດ້. ຄວາມສະຫຼາດ ແລະ ສະຕິປັນຍາຂອງມະນຸດບໍ່ສາມາດຂັດຂວາງແຜນການຂອງຊາຕານໄດ້ ແລ້ວມະນຸດຈະສາມາດເຮັດສົງຄາມກັບມັນໄດ້ແນວໃດ?

ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນມີຊ່ອງທາງໃນການຖືກເຮັດໃຫ້ສົມບູນ ສະນັ້ນ ທຸກຄົນຕ້ອງຜ່ອນຄາຍ ນັ້ນກໍຄື ໃນອະນາຄົດ ພວກເຈົ້າທັງໝົດຈະເຂົ້າສູ່ປາຍທາງດັ່ງກ່າວ. ແຕ່ຖ້າເຈົ້າບໍ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກທີ່ມະຫັດສະຈັນ, ນັ້ນກໍຈະແມ່ນບັນຫາຂອງເຈົ້າ.​ ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ເຊື່ອຟັງ ແລະ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງສັດຊື່ ເຊິ່ງ ທຸກຄົນທີ່ກ່າວມາທັງໝົດນັ້ນສາມາດຖືກເຮັດໃຫ້ສົມບູນໄດ້. ໃນປັດຈຸບັນ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ສັດຊື່, ທຸກຄົນທີ່ບໍ່ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ ໂດຍສະເພາະຄົນທີ່ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແຕ່ບໍ່ນໍາເຂົ້າສູ່ການປະຕິບັດ ເຊິ່ງທຸກຄົນທີ່ກ່າວມາທັງໝົດນັ້ນຈະບໍ່ສາມາດຖືກເຮັດໃຫ້ສົມບູນ. ທຸກຄົນທີ່ເຕັມໃຈຊື່ສັດ ແລະ ເຊື່ອຟັງພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າພວກເຂົາຈະມີຄວາມຮູ້ພຽງໜ້ອຍດຽວ; ທຸກຄົນທີ່ເຕັມໃຈສະແຫວງຫາກໍສາມາດຖືກເຮັດໃຫ້ສົມບູນໄດ້. ບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງນີ້. ຕາບໃດທີ່ເຈົ້າເຕັມໃຈສະແຫວງຫາໃນແນວທາງນີ້ ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຮົາບໍ່ເຕັມໃຈທີ່ຈະປະຖິ້ມ ຫຼື ກຳຈັດຄົນໃດຄົນໜຶ່ງໃນພວກເຈົ້າ ແຕ່ຖ້າມະນຸດບໍ່ພະຍາຍາມເຮັດດີ, ເຈົ້າກໍພຽງແຕ່ຈະທຳລາຍຕົວເຈົ້າເອງ; ມັນບໍ່ແມ່ນເຮົາທີ່ກຳຈັດເຈົ້າ ແຕ່ເປັນຕົວເຈົ້າເອງ. ຖ້າເຈົ້າບໍ່ພະຍາຍາມເຮັດດີດ້ວຍຕົວເຈົ້າເອງ ນັ້ນກໍຄື ຖ້າເຈົ້າຂີ້ຄ້ານ ຫຼື ບໍ່ປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ສັດຊື່ ຫຼື ບໍ່ສະແຫວງຫາຄວາມຈິງ ແລະ ເຮັດໃນສິ່ງທີ່ເຈົ້າຢາກເຮັດ, ຖ້າເຈົ້າປະພຶດຕົວຢ່າງບໍ່ລະວັງ, ຕໍ່ສູ້ເພື່ອຊື່ສຽງ ແລະ ຊັບສິນຂອງເຈົ້າເອງ ແລະ ບໍ່ຄຳນຶງເຖິງສິນທຳເວລາທີ່ຕິດຕໍ່ກັບເພດຕົງຂ້າມ, ເຈົ້າກໍຈະແບກຮັບພາລະແຫ່ງຄວາມບາບຂອງເຈົ້າເອງ; ເຈົ້າບໍ່ສົມຄວນທີ່ຈະໄດ້ຮັບການສົງສານຈາກຄົນໃດເລີຍ. ເປົ້າໝາຍຂອງເຮົາແມ່ນເພື່ອພວກເຈົ້າທຸກຄົນຈະໄດ້ຖືກເຮັດໃຫ້ສົມບູນ ແລະ ຢ່າງໜ້ອຍກໍຖືກເອົາຊະນະ ເພື່ອໃຫ້ຂັ້ນຕອນນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ. ຄວາມປາຖະໜາຂອງພຣະເຈົ້າສຳລັບທຸກໆຄົນແມ່ນເພື່ອໃຫ້ທຸກຄົນຖືກເຮັດໃຫ້ສົມບູນ, ເພື່ອຖືກຮັບໂດຍພຣະອົງໃນທີ່ສຸດ, ເພື່ອຖືກຊໍາລະລ້າງໂດຍພຣະອົງຢ່າງສົມບູນ ແລະ ເພື່ອກາຍເປັນຄົນທີ່ພຣະອົງຮັກ. ມັນບໍ່ສຳຄັນທີ່ເຮົາຈະເວົ້າວ່າ ພວກເຈົ້າເປັນຄົນລ້າຫຼັງ ຫຼື ມີຄວາມສາມາດຕໍ່າ ເຊິ່ງສິ່ງນີ້ກໍເປັນຄວາມຈິງທັງໝົດ. ການທີ່ເຮົາເວົ້າແບບນີ້ບໍ່ໄດ້ພິສູດວ່າ ເຮົາເຈດຕະນາທີ່ຈະປະຖິ້ມເຈົ້າ ຫຼື ເຮົາສູນເສຍຄວາມຫວັງໃນພວກເຈົ້າ ຢ່າວ່າແຕ່ເຮົາບໍ່ເຕັມໃຈທີ່ຈະຊ່ວຍພວກເຈົ້າເລິຍ. ໃນປັດຈຸບັນ ເຮົາໄດ້ມາເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງພວກເຈົ້າ ເຊິ່ງເວົ້າໄດ້ວ່າ ພາລະກິດທີ່ເຮົາປະຕິບັດແມ່ນການສືບຕໍ່ຂອງພາລະກິດແຫ່ງຄວາມລອດພົ້ນ. ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ໂດຍມີເງື່ອນໄຂວ່າເຈົ້າຕ້ອງເຕັມໃຈ, ໂດຍມີເງື່ອນໄຂວ່າເຈົ້າຕ້ອງສະແຫວງຫາ ເຊິ່ງໃນທີ່ສຸດ ເຈົ້າກໍຈະສາມາດບັນລູຜົນຕາມມາດັ່ງກ່າວ ແລະ ບໍ່ມີພວກເຈົ້າແມ່ນແຕ່ຄົນດຽວທີ່ຈະຖືກປະຖິ້ມ. ຖ້າເຈົ້າມີຄວາມສາມາດຕໍ່າ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດຕໍ່າຂອງເຈົ້າ; ຖ້າເຈົ້າມີຄວາມສາມາດສູງ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດສູງຂອງເຈົ້າ; ຖ້າເຈົ້າຂາດຄວາມຮູ້ ແລະ ກືກໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມກືກໜັງສືຂອງເຈົ້າ; ຖ້າເຈົ້າຮູ້ໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບລະດັບຄວາມຮູ້ໜັງສຶຂອງເຈົ້າ; ຖ້າເຈົ້າເປັນຜູ້ອາວຸໂສ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບອາຍຸຂອງເຈົ້າ; ຖ້າເຈົ້າສາມາດສະໜອງການຕ້ອນຮັບຢ່າງອົບອຸ່ນ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບສິ່ງນີ້; ຖ້າເຈົ້າບໍ່ສາມາດສະເໜີການຕ້ອນຮັບຢ່າງອົບອຸ່ນ ແລະ ພຽງແຕ່ສາມາດປະຕິບັດໜ້າທີ່ບາງຢ່າງ ບໍ່ວ່າຈະເປັນການປະກາດຂ່າວປະເສີດ ຫຼື ການດູແລຄຣິສຕະຈັກ ຫຼື ການເຂົ້າຮ່ວມວຽກງານທົ່ວໄປອື່ນໆ, ຄວາມສົມບູນທີ່ເຮົາມີຕໍ່ເຈົ້າກໍຈະສອດຄ່ອງກັບໜ້າທີ່ທີ່ເຈົ້າປະຕິບັດ. ການເປັນຄົນທີ່ສັດຊື່, ເຊື່ອຟັງຈົນເຖິງທີ່ສຸດ ແລະ ສະແຫວງຫາເພື່ອຮັກພຣະເຈົ້າສູງສຸດ, ນີ້ຄືສິ່ງທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ ແລະ ບໍ່ມີການປະຕິບັດໃດທີ່ດີກວ່າທັງສາມຢ່າງນີ້. ໃນທີ່ສຸດ ມະນຸດກໍຈຳເປັນຕ້ອງບັນລຸທັງສາມສິ່ງນີ້ ແລະ ຖ້າເຂົາສາມາດບັນລຸພວກມັນໄດ້ ເຂົາກໍຈະຖືກເຮັດໃຫ້ສົມບູນ. ແຕ່ທີ່ສຳຄັນຄື ເຈົ້າຕ້ອງສະແຫວງຫາຢ່າງແທ້ຈິງ, ເຈົ້າຕ້ອງກ້າວໄປຂ້າງໜ້າ ແລະ ຂ້າງເທິງຢ່າງຂະຫຍັນຂັນແຂງ ແລະ ຕ້ອງບໍ່ຢູ່ລ້າກັບສິ່ງນັ້ນ. ເຮົາໄດ້ກ່າວວ່າ ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ສາມາດຖືກເຮັດໃຫ້ສົມບູນ ແລະ ສິ່ງນີ້ກໍມີຄວາມສຳຄັນ ແຕ່ຖ້າເຈົ້າບໍ່ພະຍາຍາມໃຫ້ຫຼາຍຂຶ້ນໃນການສະແຫວງຫາຂອງເຈົ້າ, ຖ້າເຈົ້າບໍ່ໄດ້ບັນລຸຕາມບັນທັດຖານທັງສາມຢ່າງນີ້, ໃນທີ່ສຸດ ເຈົ້າກໍຕ້ອງຖືກກຳຈັດ. ເຮົາຕ້ອງການໃຫ້ທຸກຄົນນໍາໃຫ້ທັນ, ຕ້ອງການໃຫ້ທຸກຄົນມີພາລະກິດ ແລະ ແສງສະຫວ່າງຈາກພຣະວິນຍານບໍລິສຸດ ແລະ ສາມາດເຊື່ອຟັງຈົນເຖິງທີ່ສຸດ ຍ້ອນນີ້ຄືໜ້າທີ່ທີ່ພວກເຈົ້າແຕ່ລະຄົນຄວນປະຕິບັດ. ເມື່ອພວກເຈົ້າທັງໝົດໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍຈະຖືກເຮັດໃຫ້ສົມບູນ, ພວກເຈົ້າກໍຈະມີພະຍານທີ່ດັງສະນັ່ນເຊັ່ນດຽວກັນ. ທຸກຄົນທີ່ມີພະຍານແມ່ນຄົນທີ່ມີໄຊຊະນະເໜືອຊາຕານ ແລະ ໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ຈະຍັງຄົງດຳລົງຊີວິດຢູ່ໃນປາຍທາງທີ່ມະຫັດສະຈັນ.

ໝາຍເຫດ:

ກ. ເນື້ອຫາດັ່ງເດີມອ່ານວ່າ “ໃນປັດຈຸບັນ ມັນແມ່ນຍ້ອນ”.

​ກ່ອນ​ນີ້ :ທາດແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ

ຕໍ່​ໄປ:ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ເນື່ອຫາທີ່ກ່ຽວຂ້ອງ

  • ວ່າດ້ວຍເລື່ອງຈຸດໝາຍປາຍທາງ

    ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ພວກເຈົ້າທຸກຄົນອ່ອນໄຫວເປັນພິເສດໃນບັນຫານີ້. ບາງຄົນບໍ່ສາມາດລໍຖ້າທີ່ຈະ…

  • ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມເຊື່ອ?

    ໃນມະນຸດມີພຽງພຣະທໍາທີ່ບໍ່ແນ່ນອນກ່ຽວກັບຄວາມເຊື່ອ, ແຕ່ມະນຸດຍັງບໍ່ຮູ້ວ່າແມ່ນຫຍັງທີ່ປະກອບເປັນຄວາມເຊື່ອ, ເປັນຫຍັງເຂົາຈິ່ງມີຄວາມເຊື່ອໜ້ອຍລົງ. ມະນຸດເຂົ້າໃຈໜ້…

  • ເຈົ້າຄວນຮູ້ວ່າ ມວນມະນຸດທັງໝົດໄດ້ພັດທະນາມາຮອດມື້ນີ້ໄດ້ແນວໃດ

    ພາລະກິດທັງໝົດໃນໄລຍະເວລາທີ່ຫຼາຍກ່ວາ 6,000 ປີ ໄດ້ມີການປ່ຽນແປງເທື່ອລະໜ້ອຍຕາມການເວລາ. ການປ່ຽນແປງຕໍ່ພາລະກິດນີ້ໄດ້ເກີດຂຶ້ນຕາມສະຖານະການຂອງໂລກທັງໝົດ. ວຽກງານກ…

  • ກ່ຽວກັບການປະຕິບັດຂອງການອະທິຖານ

    ພວກເຈົ້າບໍ່ເອົາໃຈໃສ່ກັບການອະທິຖານໃນຊີວິດປະຈໍາວັນຂອງພວກເຈົ້າ. ຜູ້ຄົນມັກຈະເບິ່ງຂ້າມການອະທິຖານສະເໝີ. ໃນການອະທິຖານຂອງພວກເຂົາຜ່ານມາພວກເຂົາແມ່ນພຽງແຕ່ເຮັດໄ…