​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນຕົ້ນເດີມນັ້ນ ພຣະເຈົ້າໄດ້ຢູ່ໃນຄວາມສະຫງົບ. ໃນເວລານັ້ນ ບໍ່ມີມະນຸດ ຫຼື ສິ່ງໃດຢູ່ເທິງແຜ່ນດິນໂລກນີ້ ແລະ ພຣະເຈົ້າບໍ່ໄດ້ປະຕິບັດພາລະກິດໃດທັງສິ້ນ. ພຣະເຈົ້າພຽງແຕ່ເລີ່ມພາລະກິດການຄຸ້ມຄອງຂອງພຣະອົງ ຫຼັງຈາກທີ່ເກີດມີມະນຸດ ແລະ ຫຼັງຈາກມະນຸດໄດ້ເສື່ອມຊາມ. ເລີ່ມແຕ່ນັ້ນມາ ພຣະເຈົ້າບໍ່ໄດ້ຢຸດພັກເຊົາອີກເລີຍ ແຕ່ພັດກົງກັນຂ້າມ ພຣະອົງແມ່ນເລີ່ມປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ. ເປັນຍ້ອນຄວາມເສື່ອມຊາມຂອງມະນຸດທີ່ພາໃຫ້ພຣະເຈົ້າບໍ່ໄດ້ຢຸດພັກ ແລະ ເປັນຍ້ອນການຕໍ່ຕ້ານຂອງເທວະທູດ ທີ່ພາໃຫ້ພຣະເຈົ້າບໍ່ໄດ້ຢຸດພັກຢູ່ໃນບ່ອນພັກເຊົາ. ຖ້າພຣະເຈົ້າບໍ່ຊະນະຊາຕານ ແລະ ຊ່ວຍມະນຸດຊາດທີ່ຖືກເຮັດໃຫ້ເສື່ອມຊາມ, ພຣະເຈົ້າຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ອີກ. ໃນເມື່ອມະນຸດບໍ່ມີຄວາມສະຫງົບ, ພຣະເຈົ້າກໍຈະບໍ່ມີຄວາມສະຫງົບເຊັ່ນກັນ. ເມື່ອໃດພຣະເຈົ້າເຂົ້າສູ່ບ່ອນພັກເຊົາອີກຄັ້ງ, ມະນຸດກໍຈະເຂົ້າສູ່ບ່ອນພັກເຊົາພ້ອມກັນກັບພຣະອົງ. ຊີວິດຢູ່ໃນຄວາມສະຫງົບເປັນຊີວິດທີ່ບໍ່ມີສົງຄາມ, ບໍ່ມີຄວາມເປິເປື້ອນ, ບໍ່ມີຄວາມທົນທຸກກັບຄວາມບໍ່ຊອບທໍາ. ນີ້ໝາຍຄວາມວ່າ ຈະປາສະຈາກການຮຸກຮານຂອງຊາຕານ (ໃນນີ້ “ຊາຕານ” ໝາຍເຖິງກອງກໍາລັງທີ່ເປັນສັດຕູ), ປາສະຈາກຄວາມເສື່ອມຊາມຂອງຊາຕານ ພ້ອມກັບການຮຸກຮານຂອງກອງກໍາລັງໃດໆທີ່ຕໍ່ຕ້ານພຣະເຈົ້າ. ທຸກສັບພະສິ່ງປະຕິບັດຕາມປະເພດຂອງຕົນເອງ ແລະ ບູຊາພຣະຜູ້ເປັນເຈົ້າແຫ່ງການສ້າງ. ສະຫວັນ ແລະ ແຜ່ນດິນໂລກແມ່ນເຕັມໄປດ້ວຍຄວາມສະຫງົບ. ນີ້ຄືຊີວິດການພັກເຊົາຂອງມະນຸດຊາດ. ເມື່ອພຣະເຈົ້າເຂົ້າສູ່ບ່ອນພັກເຊົາ, ໃນແຜ່ນດິນໂລກຈະມີແຕ່ຄວາມຊອບທໍາຕະຫຼອດໄປ ແລະ ຈະບໍ່ມີການຮຸກຮານຈາກກອງກໍາລັງໃດໆທີ່ເປັນສັດຕູ. ມະນຸດຊາດຈະໄດ້ເຂົ້າສູ່ອີກໂລກໃໝ່; ພວກເຂົາຈະບໍ່ແມ່ນມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມອີກຕໍ່ໄປ, ແຕ່ກົງກັບຂ້າມ ພວກເຂົາຄືມະນຸດທີ່ໄດ້ລອດພົ້ນ ຫຼັງຈາກທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ວັນທີ່ມະນຸດມີຄວາມສະຫງົບກໍຄືມື້ທີ່ພຣະເຈົ້າມີຄວາມສະຫງົບ. ພຣະເຈົ້າບໍ່ໄດ້ມີຄວາມສະຫງົບກໍຍ້ອນວ່າມະນຸດບໍ່ມີຄວາມສະຫງົບໄດ້; ບໍ່ແມ່ນເປັນຍ້ອນວ່າພຣະອົງບໍ່ສາມາດມີຄວາມສະຫງົບຕັ້ງແຕ່ຕົ້ນ. ການເຂົ້າໄປສູ່ບ່ອນພັກເຊົາ ບໍ່ໄດ້ໝາຍຄວາມວ່າ ທຸກສິ່ງທຸກຢ່າງຈະຢຸດການເຄື່ອນໄຫວ ຫຼື ວ່າທຸກສິ່ງທຸກຢ່າງຈະຢຸດການພັດທະນາ ແລະ ກໍບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະຢຸດການເຮັດພະລິກິດ ຫຼື ມະນຸດຈະຢຸດການດໍາເນີນຊີວິດ. ດັ່ງນັ້ນ ການເຂົ້າໄປສູ່ບ່ອນພັກເຊົາແມ່ນ: ຊາຕານໄດ້ຖືກທໍາລາຍ; ພວກຄົນຊົ່ວຮ້າຍທີ່ເຂົ້າຮ່ວມກັບຊາຕານໃນການເຮັດຄວາມຊົ່ວຮ້າຍໄດ້ຖືກລົງໂທດ ແລະ ຖືກລຶບລ້າງ; ກໍາລັງທັງໝົດ ທີ່ເປັນສັດຕູກັບພຣະເຈົ້າບໍ່ມີຢູ່ອີກຕໍ່ໄປ. ການທີ່ພຣະເຈົ້າເຂົ້າໄປສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງການຊ່ວຍເຫຼືອມະນຸດໃຫ້ລອດພົ້ນ. ການທີ່ມະນຸດຊາດເຂົ້າໄປສູ່ບ່ອນພັກເຊົາແມ່ນໝາຍຄວາມວ່າ ມະນຸດທຸກຄົນຈະຢູ່ພາຍໃຕ້ແສງສະຫວ່າງຂອງພຣະເຈົ້າ ແລະ ພາຍໃຕ້ພຣະພອນຂອງພຣະອົງ; ມັນຈະບໍ່ມີຄວາມເສື່ອມຊາມໃດໆຂອງຊາຕານ ແລະ ບໍ່ມີສິ່ງທີ່ບໍ່ຊອບທໍາໃດໆເກີດຂຶ້ນ. ມະນຸດຊາດຈະດໍາລົງຊີວິດຕາມປົກກະຕິເທິງແຜ່ນດິນໂລກ ແລະ ພວກເຂົາຈະຢູ່ພາຍໃຕ້ການເບິ່ງແຍງຂອງພຣະເຈົ້າ. ໃນເມື່ອພຣະເຈົ້າ ແລະ ມະນຸດຊາດເຂົ້າໄປສູ່ບ່ອນພັກເຊົາຮ່ວມກັນ, ກໍໝາຍຄວາມວ່າ ມະນຸດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຊາຕານໄດ້ຖືກທໍາລາຍ ໂດຍພາລະກິດຂອງພຣະເຈົ້າປະຕິບັດຕໍ່ມະນຸດຊາດໄດ້ສໍາເລັດຢ່າງສົມບູນແລ້ວ. ພຣະເຈົ້າຈະບໍ່ສືບຕໍ່ເຮັດພາລະກິດກັບມະນຸດຊາດອີກ ແລະ ມະນຸດຈະບໍ່ຢູ່ພາຍໃຕ້ອໍານາດຂອງຊາຕານອີກ. ເພາະສະນັ້ນ ພຣະເຈົ້າຈະບໍ່ຫຍຸ້ງຍາກ ແລະ ມະນຸດຈະບໍ່ວຸ້ນວາຍອີກ; ພຣະເຈົ້າ ແລະ ມະນຸດຈະເຂົ້າໄປສູ່ບ່ອນພັກເຊົາພ້ອມໆກັນ. ພຣະເຈົ້າຈະກັບຄືນໄປສູ່ຕໍາແໜ່ງດັ່ງເດີມຂອງພຣະອົງ ແລະ ແຕ່ລະຄົນກໍຈະກັບໄປສະຖານທີ່ອັນຖືກຕ້ອງຂອງຕົນ. ນີ້ແມ່ນຈຸດໝາຍປາຍທາງທີ່ພຣະເຈົ້າ ແລະ ມະນຸດຈະດໍາລົງຢູ່ຫຼັງຈາກສິ້ນສຸດການຄຸ້ມຄອງທັງໝົດຂອງພຣະເຈົ້າ. ພຣະເຈົ້າມີຈຸດໝາຍປາຍທາງຂອງພຣະອົງ ແລະ ມະນຸດກໍມີຈຸດໝາຍປາຍທາງຂອງມະນຸດ. ໃນຊ່ວງເວລາທີ່ພັກເຊົາ, ພຣະເຈົ້າຈະສືບຕໍ່ນໍາພາມະນຸດຊາດທັງໝົດໃນການດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ. ໃນຂະນະທີ່ຢູ່ໃຕ້ແສງສະຫວ່າງຂອງພຣະເຈົ້າ, ມະນຸດຈະນະມັດສະການພຣະເຈົ້າທີ່ແທ້ຈິງຢູ່ເທິງສະຫວັນອົງດຽວເທົ່ານັ້ນ. ພຣະເຈົ້າຈະບໍ່ຢູ່ປົນກັບມະນຸດຊາດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ສາມາດຢູ່ກັບພຣະເຈົ້າໃນຈຸດໝາຍປາຍທາງຂອງພຣະເຈົ້າໄດ້. ພຣະເຈົ້າ ແລະ ມະນຸດບໍ່ສາມາດອາໄສຢູ່ໃນອານາຈັກດຽວກັນ; ໃນທາງກົງກັນຂ້າມ, ທັງສອງມີລັກສະນະການດຳລົງຊີວິດຂອງຕົນເອງທີ່ແຕກຕ່າງກັັນ. ພຣະເຈົ້າເປັນຜູ້ທີ່ນໍາພາມະນຸດຊາດທັງໝົດ ໃນຂະນະທີ່ມະນຸດທັງໝົດເປັນຮູບປະທຳຂອງການຄຸ້ມຄອງຂອງພຣະເຈົ້າ. ມັນແມ່ນມະນຸດຊາດທີ່ຖືກນໍາພາ; ໃນເລື່ອງແກ່ນສານ, ມະນຸດແມ່ນບໍ່ໄດ້ຄ້າຍຄືກັນກັບພຣະເຈົ້າ. ການເຂົ້າໄປສູ່ບ່ອນພັກເຊົາໝາຍຄວາມວ່າ ການກັບຄືນໄປສະຖານທີ່ດັ່ງເດີມຂອງຕົນ. ດັ່ງນັ້ນ, ໃນເມື່ອພຣະເຈົ້າເຂົ້າໄປສູ່ບ່ອນພັກເຊົາ, ກໍໝາຍຄວາມວ່າ ພຣະເຈົ້າຈະກັບຄືນໄປສະຖານທີ່ດັ່ງເດີມຂອງພຣະອົງ. ພຣະເຈົ້າຈະບໍ່ມີຊີວິດຢູ່ເທິງແຜ່ນດິນໂລກ ຫຼື ແບ່ງປັນຄວາມສຸກ ແລະ ຄວາມທຸກທໍລະມານຂອງມະນຸດຊາດຄື ໃນຕອນທີ່ພຣະອົງອາໃສຢູ່ນຳມະນຸດຊາດ. ໃນເວລາທີ່ມະນຸດຊາດເຂົ້າໄປສູ່ບ່ອນພັກເຊົາ, ກໍໝາຍຄວາມວ່າ ພວກເຂົາໄດ້ກາຍເປັນສິ່ງຊົງສ້າງທີ່ແທ້ຈິງແລ້ວ; ມະນຸດຊາດຈະນະມັດສະການພຣະເຈົ້າຈາກແຜ່ນດິນໂລກ ແລະ ມີຊີວິດຂອງມະນຸດທີ່ປົກກະຕິ. ຜູ້ຄົນຈະບໍ່ຂັດຂືນພຣະເຈົ້າ ຫຼື ຕໍ່ຕ້ານພຣະເຈົ້າ; ພວກເຂົາຈະກັບຄືນໄປຫາຊີວິດດັ່ງເດີມຂອງອາດາມ ແລະ ເອວາ. ນີ້ແມ່ນຊີວິດ ແລະ ຈຸດໝາຍປາຍທາງຂອງພຣະເຈົ້າ ພາຍຫຼັງມະນຸດຊາດໄດ້ເຂົ້າໄປສູ່ບ່ອນພັກເຊົາ. ຄວາມຜ່າຍແພ້ຂອງຊາຕານເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້ໃນສົງຄາມລະຫວ່າງ ພຣະເຈົ້າ ແລະ ຊາຕານ. ໃນທາງນີ້, ພຣະເຈົ້າໄດ້ເຂົ້າໄປສູ່ບ່ອນພັກເຊົາຫຼັງຈາກໄດ້ສໍາເລັດພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ການຊ່ວຍໃຫ້ມະນຸດໃຫ້ລອດພົ້ນຢ່ງສົມບູນ ແລະ ການເຂົ້າໄປສູ່ບ່ອນພັກເຊົາ ແລະ ກໍກາຍເປັນແນວໂນ້ມທີ່ຫຼີກເວັ້ນບໍ່ໄດ້. ສະຖານທີ່ແຫ່ງສະຫງົບຂອງມະນຸດຊາດແມ່ນຢູ່ໃນແຜ່ນດິນໂລກ ແລະ ສະຖານທີ່ສະຫງົບຂອງພຣະເຈົ້າແມ່ນຢູ່ເທິງສະຫວັນ. ໃນຂະນະທີ່ມະນຸດນະມັດສະການພຣະເຈົ້າທີ່ຢູ່ໃນພາວະສະຫງົບ, ເຂົາຈະມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ໃນຂະນະທີ່ພຣະເຈົ້ານໍາພາມະນຸດໃນສ່ວນທີ່ເຫຼືອໃນພາວະສະຫງົບ, ພຣະອົງຈະນໍາພາພວກເຂົາຈາກເທິງສະຫວັນ ໂດຍທີ່ບໍ່ແມ່ນຈາກແຜ່ນດິນໂລກ. ພຣະເຈົ້າຍັງຄົງຈະເປັນພຣະວິນຍານ ໃນຂະນະທີ່ມະນຸດຈະຍັງເປັນເນື້ອໜັງ. ທັງພຣະເຈົ້າ ແລະ ມະນຸດແມ່ນມີລັກສະນະທີ່ຢູ່ໃນພາວະສະຫງົບທີ່ແຕກຕ່າງກັນ. ໃນຂະນະທີ່ພຣະເຈົ້າຢູ່ໃນຄວາມສະຫງົບ, ພຣະອົງຈະມາ ແລະ ປາກົດຢູ່ທ່າມກາງມະນຸດ; ໃນຂະນະທີ່ມະນຸດຢູ່ໃນພາວະສະຫງົບ, ເຂົາຈະຖືກນໍາພາໂດຍພຣະເຈົ້າ ເພື່ອໄປຢ້ຽມຢາມສະຫວັນ ແລະ ຍັງມີຊີວິດທີ່ເປັນສຸກຢູ່ໃນສະຫວັນ. ຫຼັງຈາກພະເຈົ້າ ແລະ ມະນຸດເຂົ້າໄປສູ່ບ່ອນພັກເຊົາ ຊາຕານຈະບໍ່ມີຢູ່ອີກຕໍ່ໄປ ແລະ ຄົນຊົ່ວທັງຫຼາຍກໍຈະບໍ່ມີຢູ່ອີກຕໍ່ໄປຄືກັບຊາຕານ. ກ່ອນທີ່ພຣະເຈົ້າ ແລະ ມະນຸດຈະເຂົ້າໄປສູ່ບ່ອນພັກເຊົາ, ບຸກຄົນທີ່ຊົ່ວຮ້າຍທີ່ເຄີຍຂົ່ມເຫັງພຣະເຈົ້າເທິງແຜ່ນດິນໂລກ ແລະ ສັດຕູທີ່ບໍ່ເຊື່ອຟັງພຣະອົງຢູ່ເທິງແຜ່ນດິນໂລກຈະຖືກທໍາລາຍ; ພວກເຂົາຈະຖືກທໍາລາຍໂດຍໄພພິບັດທີ່ຍິ່ງໃຫຍ່ໃນຍຸກສຸດທ້າຍ. ຫຼັງຈາກບຸກຄົນທີ່ຊົ່ວຮ້າຍເຫຼົ່ານີ້ຖືກທໍາລາຍໝົດແລ້ວ, ແຜ່ນດິນໂລກຈະບໍ່ພົບກັບການຂົ່ມຂູ່ຂອງຊາຕານ. ມະນຸດຊາດຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຫຼັງຈາກນັ້ນເທົ່ານັ້ນ ທີ່ພາລະກິດຂອງພຣະເຈົ້າຈະສິ້ນສຸດລົງຢ່າງສົມບູນ. ນີ້ແມ່ນເງື່ອນໄຂສໍາຄັນສໍາລັບພຣະເຈົ້າ ແລະ ມະນຸດ ເພື່ອເຂົ້າໄປສູ່ບ່ອນພັກເຊົາ.

ວິທີການກ້າວໄປສູ່ຈຸດສິ້ນສຸດຂອງຊັບພະສິ່ງຊີ້ໃຫ້ເຫັນເຖິງການສິ້ນສຸດພາລະກິດຂອງພຣະເຈົ້າ ແລະ ຊີ້ໃຫ້ເຫັນເຖິງການສິ້ນສຸດຂອງການພັດທະນາຂອງມະນຸດ. ນີ້ໝາຍຄວາມວ່າມະນຸດທີ່ຖືກເຮັດໃຫ້ເສື່ອມຊາມໂດຍຊາຕານໄດ້ເຖິງຈຸດສິ້ນສຸດຂອງການພັດທະນາຂອງພວກເຂົາ ແລະ ເຊື້ອສາຍຂອງອາດາມ ແລະ ເອວາໄດ້ຂະຫຍາຍພັນໄປເຖິງຈຸດສຸດທ້າຍຂອງພວກເຂົາ ແລະ ມັນກໍຍັງໝາຍຄວາມວ່າມັນເປັນໄປບໍ່ໄດ້ສໍາລັບມະນຸດດັ່ງກ່າວ ທີ່ເສື່ອມຊາມຍ້ອນຊາຕານ ຈະສືບຕໍ່ພັດທະນາ. ອາດາມ ແລະ ເອວາ ໃນຕອນເລີ່ມຕົ້ນບໍ່ໄດ້ຖືກໄດ້ເຮັດໃຫ້ເສື່ອມຊາມ, ແຕ່ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ. ໃນເວລາທີ່ພຣະເຈົ້າ ແລະ ມະນຸດເຂົ້າໄປສູ່ບ່ອນພັກເຊົານຳກັນ, ອາດາມ ແລະ ເອວາ ທີ່ຖືກຂັບໄລ່ອອກຈາກສວນເອເດນ ແລະ ເຊື້ອສາຍຂອງພວກເຂົາຈະກ້າວໄປສູ່ຈຸດຈົບໃນທີ່ສຸດ; ມະນຸດຊາດໃນອະນາຄົດຈະຍັງມີລູກຫຼານຂອງອາດາມ ແລະ ເອວາປະປົນຢູ່ ແຕ່ພວກເຂົາຈະບໍ່ເປັນຄົນທີ່ຢູ່ພາຍໃຕ້ອິດທິພົນຂອງຊາຕານ. ກົງກັນຂ້າມ, ພວກເຂົາຈະເປັນຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ຖືກຊໍາລະລ້າງ. ພວກເຂົາເຫຼົ່ານີ້ຈະເປັນມະນຸດທີ່ຖືກຕັດສິນ ແລະ ຖືກລົງໂທດແລ້ວ ແລະ ເປັນຄົນທີ່ບໍລິສຸດ. ຜູ້ຄົນເຫຼົ່ານີ້ຈະບໍ່ຄືກັນກັບເຊື້ອຊາດຂອງມະນຸດໃນຕອນທຳອິດ; ສາມາດເວົ້າໄດ້ວ່າພວກເຂົາເປັນບຸກຄົນທີ່ແຕກຕ່າງຢ່າງສິ້ນເຊີງຈາກອາດາມ ແລະ ເອວາ. ຜູ້ຄົນເຫຼົ່ານີ້ຈະໄດ້ຮັບການຄັດເລືອກຈາກຈຳນວນຄົນທັງໝົດທີ່ເສື່ອມຊາມຍ້ອນຊາຕານ ແລະ ພວກເຂົາຈະເປັນຄົນທີ່ຢືນຢູ່ຢ່າງໝັ້ນຄົງໃນໄລຍະການພິພາກສາ ແລະ ການລົງໂທດຂອງພຣະເຈົ້າ; ພວກເຂົາຈະເປັນກຸ່ມທີ່ລອດເຫຼືອຈາກກຸ່ມຄົນທີ່ເສື່ອມຊາມ. ມີພຽງແຕ່ກຸ່ມຄົນເຫຼົ່ານີ້ ຈະສາມາດເຂົ້າໄປສູ່ບ່ອນພັກເຊົາໃນທີ່ສຸດ ຮ່ວມກັບພຣະເຈົ້າ. ຜູ້ທີ່ສາມາດຍຶດໝັ້ນໃນໄລຍະການປະຕິບັດພາລະກິດພິພາກສາ ແລະ ການຕີສອນຂອງພຣະອົງໃນລະຫວ່າງຍຸກສຸດທ້າຍ ນັ້ນກໍຄືໃນໄລຍະພາລະກິດຂັ້ນຕອນສຸດທ້າຍຂອງການຊໍາລະລ້າງບາບ ຈະເປັນຜູ້ໄດ້ເຂົ້າໄປສູ່ບ່ອນພັກເຊົາກັບພຣະເຈົ້າ; ສະນັ້ນ, ຄົນທີ່ເຂົ້າໄປສູ່ບ່ອນພັກເຊົາລ້ວນແຕ່ເປັນຄົນທີ່ຫຼຸດພົ້ນຈາກອິດທິພົນຂອງຊາຕານ ແລະ ໄດ້ຖືກຮັບເອົາໂດຍພຣະເຈົ້າ ຫຼັງຈາກຜ່ານພາລະກິດຊໍາລະລ້າງບາບຂອງພຣະອົງ. ໃນທີ່ສຸດ ຜູ້ຄົນເຫຼົ່ານີ້ທີ່ຖືກຮັບເອົາໂດຍພຣະເຈົ້າຈະເຂົ້າໄປສູ່ບ່ອນພັກເຊົາຄັ້ງສຸດທ້າຍ. ໃຈຄວາມແທ້ຈິງຂອງພາລະກິດຂອງການຕີສອນ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດ ແລະ ເພື່ອວັນແຫ່ງຄວາມສະຫງົບຄັ້ງສຸດທ້າຍ. ບໍ່ດັ່ງນັ້ນ ມວນມະນຸດຈະບໍ່ສາມາດປະຕິບັດຕາມປະເພດຂອງພວກເຂົາ ຫຼື ເຂົ້າໄປສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າໄປສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຕີສອນ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ບັນດາຜູ້ທີ່ບໍ່ເຊື່ອຟັງໃນບັນດາມວນມະນຸດຊາດ ເຊິ່ງເປັນການແຍກຜູ້ທີ່ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດຂອງພຣະອົງສິ້ນສຸດລົງ, ຜູ້ທີ່ຍັງຢູ່ຈະຖືກຊໍາລະລ້າງ ແລະ ຊື່ນຊົມກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ຢູ່ເທິງແຜ່ນດິນໂລກ ໃນຂະນະທີ່ພວກເຂົາກໍາລັງເຂົ້າສູ່ໂລກຂັ້ນສູງສຸດຂອງມະນຸດ. ນັ້ນໝາຍຄວາມວ່າ ພວກເຂົາຈະເຂົ້າສູ່ວັນແຫ່ງຄວາມສະຫງົບຂອງມະນຸດ ແລະ ໃຊ້ຊີວິດຢູ່ກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ສາມາດຢູ່ໄດ້ຖືກຕີສອນ ແລະ ພິພາກສາ, ຮູບຮ່າງດັ່ງເດີມຂອງພວກເຂົາຈະຖືກເປີດເຜີຍທັງໝົດ; ຫຼັງຈາກນັ້ນ ພວກເຂົາທຸກຄົນຈະຖືກທໍາລາຍ ແລະ ຈະບໍ່ໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປ ຄືດັ່ງກັບຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນເຫຼົ່ານີ້ບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງສະຫງົບສຸກທີ່ແທ້ຈິງ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າສູ່ວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍຂອງການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ພວກເຂົາເປັນຄົນທີ່ບໍ່ຊອບທໍາ. ພວກເຂົາໄດ້ຮັບການໄຖ່ບາບຄັ້ງໜຶ່ງ ແລະ ພວກເຂົາກໍຖືກຕັດສິນ ແລະ ລົງໂທດ; ພວກເຂົາຍັງໄດ້ໃຫ້ການຮັບໃຊ້ຄັ້ງໜຶ່ງແກ່ພຣະເຈົ້າ, ແຕ່ເມື່ອວັນສຸດທ້າຍມາເຖິງ, ພວກເຂົາຈະຖືກກໍາຈັດ ແລະ ຖືກທໍາລາຍ ຍ້ອນຄວາມຊົ່ວຮ້າຍຂອງພວກເຂົາເອງ ແລະ ຍ້ອນການບໍ່ເຊື່ອຟັງຂອງພວກເຂົາ ແລະ ຄວາມບໍ່ສາມາດແກ້ໄຂຕົນເອງໄດ້ນັ້ນເອງ. ພວກເຂົາຈະບໍ່ມີຢູ່ໃນໂລກແຫ່ງອະນາຄົດ ແລະ ພວກເຂົາຈະບໍ່ມີຢູ່ຮ່ວມກັບເຊື້ອຊາດຂອງມະນຸດໃນອະນາຄົດ. ຄົນຊົ່ວຮ້າຍໃດໜຶ່ງ ແລະ ທຸກຄົນ ແລະ ໃຜຜູ້ໜຶ່ງ ແລະ ທຸກຄົນ ທີ່ບໍ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ຈະຖືກທໍາລາຍຫຼັງຈາກທີ່ຜູ້ຄົນບໍລິສຸດທັງໝົດໄດ້ເຂົ້າໄປສູ່ພາວະສະຫງົບສຸກ ບໍ່ວ່າຈະເປັນພວກວິນຍານຂອງຄົນຕາຍ ຫຼື ຜູ້ທີ່ຍັງມີຊີວິດຢູ່ໃນເນື້ອໜັງ. ບໍ່ວ່າວິນຍານທີ່ຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍ ຫຼື ວິນຍານຂອງຄົນທີ່ຊອບທໍາ ແລະ ຄົນທີ່ເຮັດໃນສິ່ງທີ່ຊອບທໍາຈະຢູ່ໃນຍຸກໃດກໍຕາມ, ຄົນຊົ່ວທັງປວງຈະຖືກທໍາລາຍ ແລະ ຄົນທີ່ຊອບທໍາຈະຢູ່ລອດ. ການທີ່ບຸກຄົນ ຫຼື ວິນຍານຈະໄດ້ຮັບຄວາມລອດພົ້ນ ແມ່ນບໍ່ໄດ້ຕັດສິນໂດຍອີງໃສ່ພາລະກິດຂອງຍຸກສຸດທ້າຍທັງໝົດ, ແຕ່ຖືກກໍານົດໂດຍອີງໃສ່ວ່າພວກເຂົາໄດ້ຕໍ່ຕ້ານ ຫຼື ບໍ່ເຊື່ອຟັງຕໍ່ພຣະເຈົ້າ ຫຼື ບໍ່. ຖ້າຜູ້ຄົນໃນຍຸກກ່ອນໄດ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ພວກເຂົາກໍຈະເປັນເປົ້າໝາຍຂອງການລົງໂທດໂດຍທີ່ບໍ່ຕ້ອງສົງໄສ. ຖ້າຜູ້ຄົນໃນຍຸກນີ້ເຮັດຄວາມຊົ່ວ ແລະ ບໍ່ສາມາດຊ່ວຍໃຫ້ລອດພົ້ນໄດ້, ພວກເຂົາກໍແມ່ນເປົ້າໝາຍຂອງການລົງໂທດຢ່າງແນ່ນອນ. ຜູ້ຄົນຖືກແບ່ງແຍກບົນພື້ນຖານຄວາມດີ ແລະ ຄວາມຊົ່ວ ແຕ່ບໍ່ແມ່ນບົນພື້ນຖານຂອງຍຸກ. ເມື່ອຖືກແບ່ງແຍກບົນພື້ນຖານຄວາມດີ ແລະ ຄວາມຊົ່ວ, ຜູ້ຄົນຈະບໍ່ຖືກລົງໂທດ ຫຼື ໄດ້ຮັບລາງວັນທັນທີ; ແຕ່ພຣະເຈົ້າຈະປະຕິບັດພາລະກິດຂອງພຣະອົງໃນການລົງໂທດຄວາມຊົ່ວ ແລະ ໃຫ້ລາງວັນແກ່ຄວາມດີ ຫຼັງຈາກທີ່ໄດ້ດໍາເນີນພາລະກິດແຫ່ງການເອົາຊະນະຂອງພຣະອົງໃນຍຸກສຸດທ້າຍ. ຄວາມຈິງແລ້ວ, ພຣະອົງໄດ້ໃຊ້ຄວາມດີ ແລະ ຄວາມຊົ່ວ ເພື່ອແບ່ງແຍກມະນຸດຊາດ ນັບຕັ້ງແຕ່ພຣະອົງດໍາເນີນພາລະກິດກັບມະນຸດເປັນຕົ້ນມາ. ພຣະອົງຈະມອບລາງວັນໃຫ້ແກ່ຄົນຊອບທໍາ ແລະ ລົງໂທດຄົນຊົ່ວ ເມື່ອພາລະກິດຂອງພຣະອົງສິ້ນສຸດລົງ. ພຣະອົງຈະແຍກຄົນຊົ່ວ ແລະ ຄົນຊອບທໍານັ້ນອອກເປັນກຸ່ມ ແລ້ວຫຼັງຈາກນັ້ນກໍເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງໃນການລົງໂທດພວກເຂົາ. ພາລະກິດແທ້ຈິງຂອງພຣະອົງໃນການລົງໂທດຄົນຊົ່ວຮ້າຍ ແລະ ການໃຫ້ພອນແກ່ຄົນດີນັ້ນ ແມ່ນເປັນການກະທໍາທັງໝົດ ເພື່ອຊໍາລະລ້າງມວນມະນຸດ, ເພື່ອວ່າພຣະອົງຈະໄດ້ນໍາເອົາມວນມະນຸດຜູ້ທີ່ບໍລິສຸດເຂົ້າໄປສູ່ບ່ອນພັກເຊົາຢ່າງນິລັນດອນ. ຂັ້ນຕອນພາລະກິດນີ້ຂອງພຣະອົງ ແມ່ນເປັນຂັ້ນຕອນພາລະກິດທີ່ສໍາຄັນທີ່ສຸດຂອງພຣະອົງ. ມັນແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຄຸ້ມຄອງທັງໝົດຂອງພຣະອົງ. ຖ້າພຣະເຈົ້າບໍ່ໄດ້ທໍາລາຍຄົນຊົ່ວ ແຕ່ປ່ອຍໃຫ້ພວກເຂົາຍັງຢູ່, ມວນມະນຸດກໍຈະບໍ່ສາມາດເຂົ້າສູ່ບ່ອນພັກເຊົາໄດ້ ແລະ ພຣະເຈົ້າຈະບໍ່ສາມາດນໍາເອົາມວນມະນຸດເຂົ້າສູ່ໂລກທີ່ດີກວ່ານີ້ໄດ້. ແລ້ວພາລະກິດໃນລັກສະນະແບບນີ້ກໍຈະບໍ່ສໍາເລັດຜົນຢ່າງສົມບູນ. ເມື່ອພຣະອົງສໍາເລັດພາລະກິດຂອງພຣະອົງ, ມວນມະນຸດທັງໝົດກໍຈະເປັນຄົນບໍລິສຸດ. ພຣະເຈົ້າຈະສາມາດເຂົ້າສູ່ບ່ອນພັກເຊົາໄດ້ດ້ວຍວິທີນີ້ເທົ່ານັ້ນ.

ຜູ້ຄົນໃນມື້ນີ້ບໍ່ສາມາດທີ່ຈະແຍກອອກຈາກສິ່ງຕ່າງໆທີ່ເປັນເນື້ອໜັງໄດ້; ພວກເຂົາບໍ່ສາມາດປະຖິ້ມຄວາມສຸກຂອງເນື້ອໜັງໄດ້ ແລະ ພວກເຂົາບໍ່ສາມາດເສຍສະລະໂລກ, ເງິນ ຫຼື ຈິດໃຈອັນເສື່ອມຊາມຂອງພວກເຂົາ. ຜູ້ຄົນສ່ວນຫຼາຍແມ່ນສະແຫວງຫາພໍເປັນພິທີ. ທີ່ຈິງແລ້ວ, ຜູ້ຄົນເຫຼົ່ານີ້ບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາເລີຍ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ຢ້ານກົວພຣະເຈົ້າ. ພວກເຂົາບໍ່ມີພຣະເຈົ້າຢູ່ໃນໃຈຂອງພວກເຂົາ ແລະ ດັ່ງນັ້ນ ພວກເຂົາບໍ່ສາມາດເຫັນໄດ້ທຸກຢ່າງທີ່ພຣະເຈົ້າກະທຳ ແລະ ບໍ່ສາມາດເຊື່ອໃນພຣະທໍາທີ່ພຣະອົງກ່າວຈາກປາກຂອງພຣະອົງ. ຜູ້ຄົນເຫຼົ່ານີ້ຫ່ວງແຕ່ຮ່າງກາຍເກີນໄປ; ພວກເຂົາເສື່ອມຊາມຢ່າງເລິກເຊິ່ງ ແລະ ຂາດຄວາມຈິງດ້ວຍປະການທັງປວງ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຈະສາມາດກາຍເປັນເນື້ອໜັງ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນເນື້ອໜັງຂອງພຣະເຈົ້າ ນັ້ນກໍຄື ໃຜກໍຕາມທີ່ບໍ່ເຊື່ອໃນພາລະກິດ ແລະ ຖ້ອຍຄໍາຂອງພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ພັດໄປນະມັດສະການພຣະເຈົ້າທີ່ເບິ່ງເຫັນບໍ່ໄດ້ຢູ່ເທິງສະຫວັນ ແມ່ນບໍ່ມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ. ພວກເຂົາເປັນຄົນທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ຜູ້ຄົນເຫຼົ່ານີ້ບໍ່ມີຄວມເປັນມະນຸດ, ບໍ່ມີເຫດຜົນ ແລະ ບໍ່ກ້າເວົ້າຄວາມຈິງ. ສໍາລັບຜູ້ຄົນເຫຼົ່ານີ້, ພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ຈັບຕ້ອງໄດ້ພັດບໍ່ສາມາດເຊື່ອໄດ້, ແຕ່ພຣະເຈົ້າທີ່ເບິ່ງບໍ່ເຫັນ ແລະ ຈັບຕ້ອງບໍ່ໄດ້ພັດແມ່ນສິ່ງທີ່ໜ້າເຊື່ອຖືທີ່ສຸດ ແລະ ຍັງເປັນສິ່ງທີ່ເຮັດໃຫ້ຫົວໃຈຂອງພວກເຂົາມີຄວາມຍິນດີທີ່ສຸດ. ສິ່ງທີ່ພວກເຂົາຊອກຫາບໍ່ແມ່ນຄວາມຈິງຂອງຄວາມເປັນຈິງ ແລະ ກໍບໍ່ແມ່ນແກ່ນແທ້ຂອງຊີວິດ ແລະ ຍິ່ງບໍ່ແມ່ນເຈດຕະນາລົມຂອງພຣະເຈົ້າ; ແຕ່ພວກເຂົາໄຄວ່ຄ້ວາຫາຄວາມຕື່ນເຕັ້ນ. ສິ່ງທີ່ສາມາດເຮັດໃຫ້ພວກເຂົາບັນລຸຄວາມປາດຖະໜາຂອງຕົນເອງແມ່ນຄວາມເຊື່ອ ແລະ ການສະແຫວງຫາຂອງພວກເຂົາ ໂດຍທີ່ບໍ່ຕ້ອງສົງໄສ. ພວກເຂົາພຽງແຕ່ເຊື່ອໃນພຣະເຈົ້າ ເພື່ອຕອບສະໜອງຄວາມປາຖະໜາຂອງຕົນເອງ, ບໍ່ແມ່ນເພື່ອຊອກຫາຄວາມຈິງ. ຜູ້ຄົນເຫຼົ່ານີ້ບໍ່ແມ່ນຄົນຊົ່ວຮ້າຍບໍ? ພວກເຂົາມີຄວາມໝັ້ນໃຈໃນຕົນເອງສູງຫຼາຍ ແລະ ພວກເຂົາບໍ່ເຊື່ອວ່າພຣະເຈົ້າຢູ່ເທິງສະຫວັນຈະທໍາລາຍພວກເຂົາ ທີ່ເປັນ “ຄົນດີ” ເຫຼົ່ານີ້. ກົງກັນຂ້າມ, ພວກເຂົາເຊື່ອວ່າພຣະເຈົ້າຈະອະນຸຍາດໃຫ້ພວກເຂົາຄົງຢູ່ ແລະ ຍິ່ງໄປກວ່ານັ້ນຈະໃຫ້ລາງວັນພວກເຂົາຢ່າງສວຍງາມ ຍ້ອນວ່າພວກເຂົາໄດ້ເຮັດຫຼາຍສິ່ງຫຼາຍຢ່າງໃຫ້ແກ່ພຣະເຈົ້າ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມ “ພັກດີ” ອັນໃຫຍ່ຫຼວງຕໍ່ພຣະອົງ. ຖ້າພວກເຂົາຕ້ອງສະແຫວງຫາພຣະເຈົ້າທີ່ເບິ່ງເຫັນໄດ້, ພວກເຂົາກໍຈະໂຕ້ກັບຫາພຣະເຈົ້າໂດຍທັນທີ ຫຼື ເກີດຄວາມໂກດແຄ້ນເມື່ອຮູ້ວ່າຄວາມປາຖະໜາຂອງພວກເຂົາຈະບໍ່ໄດ້ດັ່ງຄາດຫວັງ. ຜູ້ຄົນເຫຼົ່ານີ້ແມ່ນຄົນຊົ່ວຮ້າຍທີ່ຊອກຫາເຮັດໃຫ້ຄວາມປາຖະໜາຂອງຕົນສົມຫວັງ; ພວກເຂົາບໍ່ແມ່ນຄົນທີ່ມີຄວາມຊື່ສັດໃນການສະແຫວງຫາຄວາມຈິງ. ຜູ້ຄົນດັ່ງກ່າວແມ່ນຜູ້ທີ່ເອີ້ນວ່າຄົນຊົ່ວ ທີ່ຕິດຕາມພຣະຄຣິດ. ຜູ້ທີ່ບໍ່ໄດ້ຊອກຫາຄວາມຈິງບໍ່ສາມາດເຊື່ອຄວາມຈິງໄດ້. ພວກເຂົາທັງໝົດບໍ່ສາມາດຮັບຮູ້ຜົນໄດ້ຮັບໃນອະນາຄົດຂອງມະນຸດຊາດໄດ້ ເພາະວ່າພວກເຂົາບໍ່ເຊື່ອໃນພາລະກິດ ຫຼື ຖ້ອຍຄໍາໃດໆຂອງພຣະເຈົ້າທີ່ເບິ່ງເຫັນໄດ້ ແລະ ພວກເຂົາບໍ່ສາມາດເຊື່ອໃນຈຸດໝາຍປາຍທາງໃນອະນາຄົດຂອງມະນຸດຊາດ. ເພາະສະນັ້ນ, ເຖິງແມ່ນວ່າພວກເຂົາຈະປະຕິບັດຕາມພຣະເຈົ້າທີ່ເບິ່ງເຫັນໄດ້, ພວກເຂົາກໍຍັງສ້າງຄວາມຊົ່ວ ແລະ ບໍ່ໄດ້ສະແຫວງຫາຄວາມຈິງ ແລະ ພວກເຂົາບໍ່ປະຕິບັດຄວາມຈິງ ທີ່ເຮົາຕ້ອງການ. ຜູ້ຄົນເຫຼົ້່ານັ້ນທີ່ບໍ່ເຊື່ອວ່າພວກເຂົາຈະຖືກທໍາລາຍ ແມ່ນໃນທາງກັບກັນກໍຄືບຸກຄົນທີ່ຈະຖືກທໍາລາຍ. ພວກເຂົາທັງໝົດເຊື່ອວ່າຕົວເອງເປັນຄົນທີ່ສະຫຼາດຫຼາຍ ແລະ ພວກເຂົາເຊື່ອວ່າຕົນເອງເປັນຜູ້ທີ່ປະຕິບັດຄວາມຈິງ. ພວກເຂົາຖືວ່າການກະທໍາທີ່ຊົ່ວຮ້າຍຂອງພວກເຂົາແມ່ນຄວາມຈິງ ແລະ ສະນັ້ນ ຈຶ່ງໄດ້ສັນລະເສີນການກະທຳດັ່ງກ່າວ. ຄົນຊົ່ວເຫຼົ່ານີ້ມີຄວາມໝັ້ນໃຈຕົນເອງຫຼາຍ; ພວກເຂົາຖືຄວາມຈິງເປັນຫຼັກຄຳສອນ ແລະ ຖືການກະທໍາຊົ່ວຂອງພວກເຂົາເປັນຄວາມຈິງ ແລະ ໃນທີ່ສຸດ ພວກເຂົາກໍຈະໄດ້ຮັບຜົນກໍາທີ່ພວກເຂົາໄດ້ສ້າງໄວ້ຢ່າງແນ່ນອນ. ຍິ່ງຜູ້ຄົນມີຄວາມໝັ້ນໃຈຕົນເອງສູງເທົ່າໃດ ແລະ ອວດດີຫຼາຍເທົ່າໃດ, ພວກເຂົາກໍຍິ່ງບໍ່ສາມາດທີ່ຈະໄດ້ຮັບຄວາມຈິງຫຼາຍເທົ່ານັ້ນ; ຍິ່ງຜູ້ຄົນເຊື່ອໃນພຣະເຈົ້າເທິງສະຫວັນຫຼາຍເທົ່າໃດ, ພວກເຂົາກໍຍິ່ງຈະຕໍ່ຕ້ານພຣະເຈົ້າຫຼາຍເທົ່ານັ້ນ. ຜູ້ຄົນເຫຼົ່ານີ້ແມ່ນຜູ້ຄົນທີ່ຈະຖືກລົງໂທດ. ກ່ອນທີ່ມະນຸດຈະເຂົ້າໄປສູ່ບ່ອນພັກເຊົາ, ການທີ່ຄົນແຕ່ລະປະເພດຈະຖືກລົງໂທດ ຫຼື ໄດ້ຮັບລາງວັນ ແມ່ນຈະຖືກກໍານົດໂດຍອີງຕາມວ່າ ພວກເຂົາສະແຫວງຫາຄວາມຈິງ, ວ່າພວກເຂົາຮູ້ຈັກພຣະເຈົ້າ ແລະ ວ່າພວກເຂົາຈະສາມາດເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ຫຼື ບໍ່. ຜູ້ທີ່ໄດ້ໃຫ້ການຮັບໃຊ້ແກ່ພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ຍັງຮູ້ ຫຼື ບໍ່ເຊື່ອຟັງພຣະອົງແມ່ນບໍ່ມີຄວາມຈິງ. ຜູ້ຄົນເຫຼົ່ານີ້ແມ່ນຄົນຊົ່ວຮ້າຍ ແລະ ຄົນຊົ່ວຮ້າຍຈະຖືກລົງໂທດຢ່າງບໍ່ຕ້ອງສົງໄສ; ນອກຈາກນັ້ນ, ພວກເຂົາຈະຖືກລົງໂທດອີງຕາມການກະທໍາທີ່ຊົ່ວຮ້າຍຂອງພວກເຂົາ. ພຣະເຈົ້າແມ່ນສໍາລັບໃຫ້ຜູ້ຄົນເຊື່ອ ແລະ ພຣະອົງກໍຄວນໄດ້ຮັບການເຊື່ອຟັງຂອງມະນຸດ. ຜູ້ທີ່ພຽງແຕ່ເຊື່ອໃນພຣະເຈົ້າຈອມປອມ ແລະ ເບິ່ງບໍ່ເຫັນແມ່ນແຕ່ຜູ້ທີ່ບໍ່ເຊື່ອໃນພຣະເຈົ້າ; ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ສາມາດເຊື່ອຟັງພຣະເຈົ້າ. ຖ້າຄົນເຫຼົ່ານີ້ຍັງບໍ່ສາມາດເຊື່ອໃນພຣະເຈົ້າທີ່ເບິ່ງເຫັນໄດ້ ໃນເວລາທີ່ພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າສິ້ນສຸດລົງ ແລະ ຍັງຄົງບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າທີ່ເຫັນໄດ້ໃນເນື້ອໜັງ, ຜູ້ເຊື່ອໃນພຣະເຈົ້າຈອມປອມເຫຼົ່ານີ້ຈະຖືກທໍາລາຍຢ່າງບໍ່ຕ້ອງສົງໄສ. ມັນເປັນແບບນັ້ນກັບຜູ້ທີ່ຢູ່ໃນບັນດາພວກເຈົ້າ. ໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ບັງເກີດເປັນເນື້ອໜັງດ້ວຍຄໍາເວົ້າ ແຕ່ບໍ່ສາມາດປະຕິບັດຄວາມຈິງຂອງການເຊື່ອຟັງຕໍ່ພຣະເຈົ້າທີ່ບັງເກີດເປັນເນື້ອໜັງແມ່ນຈະຖືກກໍາຈັດ ແລະ ຖືກທໍາລາຍໃນທີ່ສຸດ ແລະ ໃຜກໍຕາມທີ່ຮັບຮູ້ພຣະເຈົ້າທີ່ເບິ່ງເຫັນໄດ້ດ້ວຍຄໍາເວົ້າ ແລະ ຍັງກິນ ແລະ ດື່ມຄວາມຈິງ ທີ່ສະແດງໂດຍພຣະເຈົ້າທີ່ເບິ່ງເຫັນໄດ້ ແຕ່ພັດຍັງສະແຫວງຫາພຣະເຈົ້າທີ່ບໍ່ຊັດເຈນ ແລະ ເບິ່ງບໍ່ເຫັນ ແມ່ນຍິ່ງຈະຖືກທຳລາຍໃນອະນາຄົດ. ບໍ່ມີໃຜໃນກຸ່ມຜູ້ຄົນເຫຼົ່ານີ້ ທີ່ຈະສາມາດຄົງຢູ່ຈົນຮອດເວລາແຫ່ງຄວາມສະຫງົບ ຫຼັງຈາກທີ່ພາລະກິດຂອງພຣະເຈົ້າໄດ້ສໍາເລັດລົງ; ຈະບໍ່ມີຜູ້ໃດ ທີ່ຄືກັນກັບກຸ່ມຄົນເຫຼົ່ານີ້ ທີ່ຍັງຈະຄົງຢູ່ຈົນຮອດເວລາແຫ່ງຄວາມສະຫງົບ. ຄົນທີ່່ເປັນຜີສາດແມ່ນຜູ້ທີ່ບໍ່ປະຕິບັດຄວາມຈິງ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານ ແລະ ການບໍ່ເຊື່ອຟັງຕໍ່ພຣະເຈົ້າ ແລະ ພວກເຂົາບໍ່ມີຈຸດປະສົງທີ່ຈະເຊື່ອຟັງພຣະເຈົ້າແມ່ນແຕ່ໜ້ອຍ. ຜູ້ຄົນດັ່ງກ່າວຈະຖືກທໍາລາຍທັງໝົດ. ການທີ່ເຈົ້າຈະມີຄວາມຈິງ ແລະ ການທີ່ເຈົ້າຈະຕໍ່ຕ້ານພຣະເຈົ້າ ແມ່ນຈະຖືກກໍານົດຕາມທາດແທ້ຂອງເຈົ້າ, ບໍ່ແມ່ນຕາມຮູບຮ່າງຂອງເຈົ້າ ຫຼື ຄໍາເວົ້າ ແລະ ການກະທຳບາງຄັ້ງຄາວຂອງເຈົ້າ. ທາດແທ້ຂອງທຸກຄົນແມ່ນຈະຖືກນໍາມາຕັດສິນວ່າ ພວກເຂົາຈະຖືກທໍາລາຍ ຫຼື ບໍ່; ການຕັດສິນຈະກໍານົດຕາມທາດແທ້ ທີ່ເປີດເຜີຍອອກມາຜ່ານການກະທໍາຂອງພວກເຂົາ ແລະ ການສະແຫວງຫາຄວາມຈິງຂອງພວກເຂົາ. ໃນບັນດາຜູ້ທີ່ເຮັດພາລະກິດຄືກັນ ແລະ ເຮັດພາລະກິດເທົ່າກັນ, ຜູ້ທີ່ມີທາດແທ້ຂອງມະນຸດທີ່ດີ ແລະ ຜູ້ທີ່ມີຄວາມຈິງ ແມ່ນຜູ້ທີ່ສາມາດຄົງຢູ່ ແຕ່ຜູ້ທີ່ມີທາດແທ້ຂອງມະນຸດທີ່ມີຄວາມຊົ່ວ ແລະ ຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າທີ່ເບິ່ງເຫັນໄດ້ ແມ່ນຄົນທີ່ຈະຖືກທໍາລາຍ. ພາລະກິດ ຫຼື ພຣະທໍາໃດໜື່ງຂອງພຣະເຈົ້າ ທີ່ມີຕໍ່ຈຸດໝາຍປາຍທາງຂອງມະນຸດ ແມ່ນຈະໄດ້ຈັດການກັບມະນຸດຢ່າງເໝາະສົມ ໂດຍອີງໃສ່ທາດແທ້ຂອງມະນຸດແຕ່ລະຄົນ; ມັນຈະບໍ່ມີອຸປະຕິເຫດໃດໆ ແລະ ຈະບໍ່ມີຂໍ້ຜິດພາດແມ່ນແຕ່ໜ້ອຍດຽວຢ່າງແນ່ນອນ. ເມື່ອຄົນໃດໜຶ່ງດໍາເນີນພາລະກິດ ຄວາມຮູ້ສຶກ ຫຼື ຄວາມໝາຍຂອງມະນຸດກໍຈະປະສົມປະສານກັນ. ພາລະກິດທີ່ພຣະເຈົ້າເຮັດແມ່ນເໝາະສົມທີ່ສຸດ; ພຣະອົງຈະບໍ່ນໍາເອົາຄໍາກ່າວອ້າງທີ່ບໍ່ຖືກຕ້ອງມາສູ່ສັບພະສິ່ງທັງປວງ. ໃນປັດຈຸບັນມີຫຼາຍຄົນທີ່ບໍ່ສາມາດເຫັນໄດ້ເຖິງຈຸດໝາຍປາຍທາງຂອງມະນຸດຊາດໃນອະນາຄົດ ແລະ ຜູ້ທີ່ຍັງບໍ່ເຊື່ອໃນພຣະທໍາທີ່ເຮົາກ່າວອອກມາ; ທຸກຄົນທີ່ບໍ່ເຊື່ອ ພ້ອມກັບຜູ້ທີ່ບໍ່ປະຕິບັດຄວາມຈິງ ແມ່ນພວກຜີປີສາດ!

ຜູ້ທີ່ສະແຫວງຫາ ແລະ ຜູ້ທີ່ບໍ່ສະແຫວງຫາ ຕອນນີ້ແມ່ນກຸ່ມຄົນສອງປະເພດທີ່ແຕກຕ່າງກັນ ແລະ ພວກເຂົາເປັນກຸ່ມຄົນສອງປະເພດ ທີ່ມີສອງຈຸດໝາຍປາຍທາງທີ່ແຕກຕ່າງກັນ. ຜູ້ທີ່ໄຝ່ຫາຄວາມຮູ້ກ່ຽວກັບຄວາມຈິງ ແລະ ປະຕິບັດຄວາມຈິງ ແມ່ນກຸ່ມຄົນທີ່ພຣະເຈົ້າຈະຊ່ວຍ. ຜູ້ທີ່ບໍ່ຮູ້ວິທີທາງທີ່ແທ້ຈິງ ແມ່ນພວກຜີສາດ ແລະ ສັດຕູ; ພວກເຂົາເປັນເຊື້ອສາຍຂອງເທວະທູດ ແລະ ຈະຖືກທໍາລາຍ. ແມ່ນແຕ່ຜູ້ທີ່ເຊື່ອຢ່າງຕາຍໃຈໃນພຣະເຈົ້າຈອມປອມກໍບໍ່ແມ່ນພວກຜີສາດບໍ? ຜູ້ຄົນທີ່ມີຈິດສຳນຶກດີ ແຕ່ບໍ່ຍອມຮັບວິທີທາງທີ່ແທ້ຈິງ ແມ່ນພວກຜີສາດ; ທາດແທ້ຂອງພວກເຂົາແມ່ນການຕໍ່ຕ້ານພຣະເຈົ້າ. ຜູ້ທີ່ບໍ່ຍອມຮັບວິທີທາງທີ່ແທ້ຈິງແມ່ນຜູ້ທີ່ຕໍ່ຕ້ານພຣະເຈົ້າ ແລະ ເຖິງແມ່ນວ່າຄົນເຫຼົ່ານີ້ ຈະພະເຊີນກັບຄວາມລໍາບາກນາໆປະການ, ພວກເຂົາກໍຍັງຈະຖືກທໍາລາຍ. ຜູ້ທີ່ບໍ່ເຕັມໃຈທີ່ຈະປະຖິ້ມໂລກ, ຜູ້ທີ່ບໍ່ສາມາດຮັບການພັດພາກຈາກພໍ່ແມ່ຂອງພວກເຂົາ, ຜູ້ທີ່ບໍ່ສາມາດຍອມຮັບການກໍາຈັດຄວາມສຸກຂອງຕົນເອງໃນເນື້ອໜັງ ແມ່ນຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າທັງໝົດ ແລະ ຈະຖືກທໍາລາຍ. ໃຜກໍຕາມທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນຄືກັບຜີສາດ; ຍິ່ງໄປກວ່ານັ້ນ, ພວກເຂົາຈະຖືກທໍາລາຍ. ຜູ້ທີ່ເຊື່ອ ແຕ່ບໍ່ປະຕິບັດຄວາມຈິງ, ຜູ້ທີ່ບໍ່ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ຜູ້ທີ່ບໍ່ເຊື່ອໃນການມີຕົວຕົນຂອງພຣະເຈົ້າຈະຖືກທໍາລາຍ. ໃຜກໍຕາມທີ່ສາມາດຄົງຢູ່ໄດ້ ແມ່ນຄົນທີ່ໄດ້ຜ່ານຄວາມຂົມຂື່ນ ຂອງການຫຼໍ່ຫຼອມ ແລະ ຢືນຢັດຢ່າງໝັ້ນຄົງ; ນີ້ແມ່ນບຸກຄົນຜູ້ທີ່ໄດ້ຜ່ານການທົດລອງຢ່າງແທ້ຈິງ. ໃຜກໍຕາມທີ່ບໍ່ຮູ້ຈັກພຣະເຈົ້າແມ່ນສັດຕູ; ໝາຍຄວາມວ່າ ຜູ້ທີ່ຢູ່ພາຍໃນ ຫຼື ບໍ່ຢູ່ໃນແນວຄວາມຄິດຂອງການເກີດເປັນມະນຸດຂອງພຣະເຈົ້າຖືວ່າເປັນຜູ້ຕ້ານພຣະຄຣິດ! ໃຜແມ່ນຊາຕານ, ໃຜແມ່ນຜີສາດ ແລະ ໃຜແມ່ນສັດຕູຂອງພຣະເຈົ້າ ຄັນຖ້າບໍ່ແມ່ນຜູ້ທີ່ຕໍ່ຕ້ານ ທີ່ບໍ່ເຊື່ອໃນພະເຈົ້າແມ່ນບໍ? ພວກເຂົາບໍ່ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າບໍ? ພວກເຂົາບໍ່ແມ່ນຜູ້ທີ່ກ່າວອ້າງດ້ວຍປາກວ່າ ມີຄວາມເຊື່ອ ແຕ່ປາດສະຈາກຄວາມຈິງບໍ? ພວກເຂົາບໍ່ແມ່ນຜູ້ທີ່ພຽງແຕ່ໄຝ່ຫາທີ່ຈະໄດ້ຮັບພອນ ແຕ່ຍັງບໍ່ສາມາດເປັນພະຍານຕໍ່ພຣະເຈົ້າໄດ້ບໍ? ເຈົ້າຍັງສາມາດຜູກມິດກັບພວກຜີປີສາດເຫຼົ່ານີ້ໃນມື້ນີ້ ແລະ ສະແດງມະໂນທຳ ແລະ ຄວາມຮັກກັບພວກຜີປີສາດເຫຼົ່ານີ້; ແລ້ວນີ້ບໍ່ແມ່ນການຂະຫຍາຍຄວາມຕັ້ງໃຈທີ່ດີໄປໃຫ້ຊາຕານບໍ? ມັນບໍ່ຖືວ່າເປັນການພົວພັນກັບພວກຜີປີສາດບໍ? ຖ້າຜູ້ຄົນຍັງບໍ່ສາມາດແຍກແຍະ ລະຫວ່າງ ຄວາມດີ ແລະ ຄວາມຊົ່ວໃນມື້ນີ້ ແລະ ຍັງສະແດງຄວາມຮັກແບບຕາບອດ ແລະ ຄວາມອີດູສົງສານ ໂດຍບໍ່ໄດ້ຫວັງທີ່ຈະສະແຫວງຫາຄວາມປະສົງຂອງພະເຈົ້າ ແລະ ບໍ່ສາມາດໄດ້ໃຈຂອງພຣະເຈົ້າມາເປັນຂອງຕົວເອງ, ຈຸດຈົບຂອງພວກເຂົາກໍຈະເປັນຕາສົມເພດ. ໃຜກໍຕາມທີ່ບໍ່ເຊື່ອໃນພຣະເຈົ້າທີ່ຢູ່ໃນເນື້ອໜັງ ແມ່ນສັດຕູຂອງພຣະເຈົ້າ. ຖ້າເຈົ້າສາມາດສະແດງມະໂນທຳ ແລະ ຄວາມຮັກຕໍ່ສັດຕູໄດ້, ເຈົ້າຈະບໍ່ຂາດຄວາມຮູ້ສຶກເຖິງຄວາມຊອບທໍາບໍ? ຖ້າເຈົ້າເຂົ້າກັນໄດ້ກັບຄົນທີ່ເຮົາກຽດຊັງ ແລະ ບໍ່ເຫັນດີນຳ ແລະ ຍັງສະແດງຄວາມຮັກ ຫຼື ຄວາມຮູ້ສຶກສ່ວນຕົວກັບພວກເຂົາ, ເຈົ້າຈະບໍ່ເປັນຄົນທີ່ບໍ່ເຊື່ອຟັງບໍ? ເຈົ້າບໍ່ໄດ້ຕໍ່ຕ້ານພຣະເຈົ້າໂດຍເຈດຕະນາບໍ? ຄົນແບບນີ້ມີຄວາມຈິງບໍ? ຖ້າຄົນສະແດງມະໂນທຳຕໍ່ສັດຕູ, ສະແດງຄວາມຮັກຕໍ່ພວກຜີປີສາດ ແລະ ຄວາມອີດູສົງສານຕໍ່ຊາຕານ, ພວກເຂົາບໍ່ໄດ້ຂັດຂວາງພາລະກິດຂອງພຣະເຈົ້າໂດຍເຈດຕະນາບໍ? ຜູ້ຄົນທີ່ເຊື່ອພຽງແຕ່ໃນພຣະເຢຊູ ແລະ ບໍ່ເຊື່ອໃນພຣະເຈົ້າທີ່ບັງເກີດເປັນມະນຸດໃນຍຸກສຸດທ້າຍ ແລະ ຜູ້ທີ່ກ່າວອ້າງດ້ວຍຄຳເວົ້າວ່າ ເຊື່ອໃນການບັງເກີດເປັນມະນຸດຂອງພຣະເຈົ້າ ແຕ່ພັດເຮັດຄວາມຊົ່ວ ແມ່ນຜູ້ທີ່ຕ້ານພຣະຄຣິດທັງໝົດ ຢ່າວ່າແຕ່ເຊື່ອໃນພຣະເຈົ້າເລີຍ. ຜູ້ຄົນເຫຼົ່ານີ້ຈະຖືກທໍາລາຍທັງໝົດ. ມາດຕະຖານທີ່ມະນຸດໃຊ້ຕັດສິນມະນຸດແມ່ນອີງໃສ່ພຶດຕິກຳຂອງເຂົາ; ຜູ້ທີ່ມີພຶດຕິກຳດີເປັນຄົນຊອບທໍາ ແລະ ຄົນທີ່ມີພຶດຕິກຳທີ່ໜ້າລັງກຽດແມ່ນເປັນຄົນຊົ່ວ. ມາດຕະຖານທີ່ພຣະເຈົ້າໃຊ້ພິພາກສາມະນຸດ ແມ່ນອີງໃສ່ວ່າ ທາດແທ້ຂອງຄົນຜູ້ນັ້ນແມ່ນເຊື່ອຟັງພຣະອົງ ຫຼື ບໍ່; ຜູ້ທີ່ເຊື່ອຟັງພຣະເຈົ້າແມ່ນເປັນບຸກຄົນທີ່ຊອບທໍາ ແລະ ຄົນທີ່ບໍ່ເຊື່ອຟັງພຣະເຈົ້າແມ່ນເປັນສັດຕູ ແລະ ເປັນຄົນຊົ່ວ ໂດຍບໍ່ກ່ຽວກັບວ່າ ຜູ້ກ່ຽວຈະມີພຶດຕິກຳທີ່ດີ ຫຼື ບໍ່ດີ ແລະ ບໍ່ກ່ຽວກັບວ່າ ຄໍາເວົ້າຂອງຜູ້ກ່ຽວຖືກຕ້ອງ ຫຼື ບໍ່ຖືກຕ້ອງ. ບາງຄົນຕ້ອງການນໍາໃຊ້ການກະກຳທີ່ດີ ເພື່ອໃຫ້ໄດ້ຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ບາງຄົນຕ້ອງການນຳໃຊ້ຄໍາເວົ້າທີ່ດີ ເພື່ອຊື້ຈຸດໝາຍປາຍທາງທີ່ດີ. ຜູ້ຄົນເຊື່ອແບບຜິດໆວ່າ ພຣະເຈົ້າກຳນົດຜົນໄດ້ຮັບຂອງມະນຸດຕາມພຶດຕິກໍາ ຫຼື ຄຳເວົ້າຂອງເຂົາ ແລະ ດັ່ງນັ້ນ ຜູ້ຄົນຈໍານວນຫຼາຍຈຶ່ງປະສົງທີ່ຈະໃຊ້ສິ່ງນີ້ ເພື່ອໃຫ້ໄດ້ຮັບການຊ່ວຍເຫຼືອຊົ່ວຄາວຜ່ານການຫຼອກລວງ. ຜູ້ຄົນທີ່ຈະລອດເຫຼືອຢູ່ໃນພາຍຫຼັງ ທີ່ຈະຜ່ານການເຂົ້າສູ່ບ່ອນພັກເຊົາ ຈະຕ້ອງໄດ້ທົນຕໍ່ວັນແຫ່ງຄວາມຍາກລໍາບາກ ແລະ ຍັງເປັນພະຍານຕໍ່ພຣະເຈົ້າ; ພວກເຂົາທັງໝົດຈະເປັນຄົນ ທີ່ເຮັດໜ້າທີ່ຂອງຕົນ ແລະ ຕັ້ງໃຈທີ່ຈະເຊື່ອຟັງພຣະເຈົ້າ. ຜູ້ທີ່ພຽງແຕ່ຕ້ອງການໃຊ້ໂອກາດ ເພື່ອເຮັດການຮັບໃຊ້ ເພື່ອຫຼີກເວັ້ນການປະຕິບັດຄວາມຈິງຈະບໍ່ສາມາດຢູ່ໄດ້. ພຣະເຈົ້າແມ່ນມີມາດຕະຖານທີ່ເໝາະສົມສໍາລັບການຈັດແຈງຜົນໄດ້ຮັບຂອງທຸກໆຄົນ; ພຣະອົງບໍ່ພຽງແຕ່ເຮັດການຕັດສິນໃຈເຫຼົ່ານີ້ຕາມຄໍາເວົ້າ ແລະ ພຶດຕິກຳຂອງຄົນເທົ່ານັ້ນ ແລະ ພຣະອົງບໍ່ໄດ້ເຮັດຕາມການກະທໍາຂອງພວກເຂົາໃນໄລຍະເວລາດຽວເທົ່ານັ້ນ. ພຣະອົງຈະບໍ່ຜ່ອນຜັນຕໍ່ທຸກການກະທໍາທີ່ຊົ່ວຮ້າຍທັງໝົດຂອງຄົນຢ່າງເດັດຂາດ ຍ້ອນການຮັບໃຊ້ພຣະອົງທີ່ຜ່ານມາ ແລະ ພຣະອົງຈະບໍ່ລະເວັ້ນຜູ້ໃດຈາກຄວາມຕາຍຍ້ອນວ່າເຂົາເຈົ້າໄດ້ເສຍສະລະຄັ້ງດຽວໃຫ້ພຣະເຈົ້າ. ບໍ່ມີໃຜສາມາດຫຼີກເວັ້ນການລົງໂທດຕໍ່ຄວາມຊົ່ວຮ້າຍຂອງພວກເຂົາ ແລະ ບໍ່ມີໃຜສາມາດປົກປິດການກະທໍາທີ່ຊົ່ວຮ້າຍຂອງພວກເຂົາໄດ້ ແລະ ນອກຈາກນັ້ນ ກໍບໍ່ສາມາດຫຼີກເວັ້ນການທໍລະມານຈາກການທໍາລາຍໄດ້. ຖ້າຄົນເຮົາສາມາດເຮັດໜ້າທີ່ຂອງຕົນເອງໄດ້ຢ່າງແທ້ຈິງ, ນັ້ນກໍໝາຍຄວາມວ່າ ພວກເຂົາເປັນຄົນທີ່ຊື່ສັດຕໍ່ພຣະເຈົ້າຕະຫຼອດໄປ ແລະ ບໍ່ໄດ້ສະແຫວງຫາລາງວັນ ໂດຍບໍ່ຄໍານຶງວ່າ ພວກເຂົາຈະໄດ້ຮັບພອນ ຫຼື ຈະໄດ້ຮັບຄວາມໂຊກຮ້າຍກໍຕາມ. ຖ້າຜູ້ຄົນມີຄວາມສັດຊື່ຕໍ່ພຣະເຈົ້າເມື່ອເວລາທີ່ພວກເຂົາເຫັນພອນ ແຕ່ສູນເສຍຄວາມຊື່ສັດ ເມື່ອພວກເຂົາບໍ່ສາມາດເຫັນພອນ ແລະ ໃນທີ່ສຸດ ກໍຍັງບໍ່ສາມາດເປັນພະຍານຕໍ່ພຣະເຈົ້າ ແລະ ຍັງບໍ່ສາມາດເຮັດໜ້າທີ່ໄດ້ຕາມທີ່ພວກເຂົາຄວນ, ຄົນເຫຼົ່ານີ້ທີ່ເຄີຍໄດ້ຮັບໃຊ້ພຣະເຈົ້າຢ່າງຊື່ສັດຍັງຈະຖືກທໍາລາຍ. ສະຫຼຸບແລ້ວ, ຄົນຊົ່ວບໍ່ສາມາດຢູ່ລອດໄດ້ຕະຫຼອດການ ແລະ ພວກເຂົາບໍ່ສາມາດເຂົ້າໄປສູ່ບ່ອນພັກເຊົາໄດ້; ມີພຽງແຕ່ຄົນຊອບທໍາເທົ່ານັ້ນ ທີ່ຈະເປັນເຈົ້າຂອງຄວາມສະຫງົບ. ຫຼັງຈາກມະນຸດຊາດກ້າວເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ, ຜູ້ຄົນກໍຈະມີຊີວິດປົກກະຕິແບບມະນຸດ. ພວກເຂົາທັງໝົດຈະເຮັດໜ້າທີ່ຂອງຕົນເອງ ແລະ ຈະມີຄວາມຊື່ສັດຢ່າງແທ້ຈິງຕໍ່ພຣະເຈົ້າ. ພວກເຂົາຈະປະຖິ້ມຄວາມບໍ່ເຊື່ອຟັງ ແລະ ນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ພວກເຂົາຈະດໍາລົງຊີວິດເພື່ອພຣະເຈົ້າ ແລະ ກໍເພາະພຣະເຈົ້າ. ພວກເຂົາຈະເຊື່ອຟັງ ແລະ ບໍ່ຕໍ່ຕ້ານ. ພວກເຂົາຈະສາມາດເຊື່ອຟັງພຣະເຈົ້າໄດ້ຢ່າງສົມບູນ. ນີ້ແມ່ນຊີວິດຂອງພຣະເຈົ້າ ແລະ ມະນຸດ ແລະ ຊີວິດຂອງອານາຈັກ ແລະ ມັນແມ່ນຊີວິດແຫ່ງຄວາມສະຫງົບ.

ຜູ້ທີ່ພາເດັກນ້ອຍ ແລະ ຍາດພີ່ນ້ອງທີ່ບໍ່ມີຄວາມເຊື່ອຂອງເຂົາເຈົ້າເຂົ້າໄປໃນຄຣິສຕະຈັກ ແມ່ນເຫັນແກ່ຕົວ ແລະ ເປັນພວກທີ່ມັກສະແດງວ່າຕົນເອງມີນ້ຳໃຈ. ຄົນເຫຼົ່ານີ້ເນັ້ນໜັກແຕ່ຄວາມຮັກເທົ່ານັ້ນ ໂດຍບໍ່ຄຳນຶງວ່າ ພວກເຂົາເຊື່ອ ຫຼື ບໍ່, ຫຼື ບໍ່ຄຳນຶງວ່າມັນຈະເປັນຄວາມປະສົງຂອງພຣະເຈົ້າ ຫຼື ບໍ່. ບາງຄົນນຳເອົາພັນລາຍາຂອງພວກເຂົາມາຕໍ່ໜ້າພຣະເຈົ້າ ຫຼື ນໍາເອົາພໍ່ແມ່ຂອງພວກເຂົາມາຕໍ່ໜ້າພຣະເຈົ້າ ແລະ ບໍ່ຄຳນຶງວ່າ ພຣະວິນຍານບໍລິສຸດຈະຍອມຮັບ ຫຼື ປະຕິບັດພາລະກິດຂອງພຣະອົງ ຫຼືບໍ່, ພວກເຂົາຈະ “ຮັບເອົາຄົນທີ່ມີພອນສະຫວັນ” ເພື່ອພຣະເຈົ້າ. ຈະໄດ້ຜົນປະໂຫຍດອັນໃດຈາກການແຜ່ຄວາມເມດຕາຕໍ່ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້? ເຖິງແມ່ນວ່າ ຄົນທີ່ບໍ່ມີຄວາມເຊື່ອເຫຼົ່ານີ້ ທີ່ປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ ແມ່ນດິ້ນລົນເພື່ອຕິດຕາມພຣະເຈົ້າ, ພວກເຂົາກໍຍັງບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້ຕາມແນວຄິດຂອງຄົນທີ່ເຊື່ອວ່າພວກເຂົາຈະສາມາດໄດ້ຮັບ. ທີ່ຈິງແລ້ວ ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນ ບໍ່ແມ່ນໄດ້ຮັບມາແບບງ່າຍໆ. ຜູ້ທີ່ບໍ່ໄດ້ຜ່ານພາລະກິດ ແລະ ການທົດສອບຂອງພຣະວິນຍານບໍລິສຸດ ແລະ ບໍ່ໄດ້ຮັບການເຮັດໃຫ້ສົມບູນ ໂດຍພຣະເຈົ້າທີ່ບັງເກີດເປັນເນື້ອໜັງ ບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ເພາະສະນັ້ນ, ຜູ້ຄົນເຫຼົ່ານີ້ຂາດການສະຖິດຂອງພຣະວິນຍານບໍລິສຸດຕັ້ງແຕ່ວິນາທີທີ່ພວກເຂົາເລີ່ມຕົ້ນຕິດຕາມພຣະເຈົ້າ ດ້ວຍວ່າພວກເຂົາພຽງແຕ່ຕິດຕາມໃນນາມຊື່ໆ. ອີງຕາມເງື່ອນໄຂ ແລະ ສະຖານະທີ່ແທ້ຈິງຂອງພວກເຂົາ, ພວກເຂົາບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ດັ່ງນັ້ນ, ພຣະວິນຍານບໍລິສຸດຈຶ່ງບໍ່ໄດ້ໃສ່ໃຈ ທີ່ຈະເສຍສະລະເຮື່ອແຮງກັບພວກເຂົາ ແລະ ພຣະອົງບໍ່ໄດ້ໃຫ້ແສງສະຫວ່າງ ຫຼື ຊີ້ນໍາພວກເຂົາໃນທິດທາງໃດເລີຍ; ພຣະອົງພຽງແຕ່ອະນຸຍາດໃຫ້ພວກເຂົາປະຕິບັດຕາມ ແລະ ສຸດທ້າຍກໍໄດ້ເປີດເຜີຍຜົນໄດ້ຮັບຂອງພວກເຂົາ ທີ່ພວກເຂົາສົມຄວນໄດ້ຮັບ. ຄວາມກະຕືລືລົ້ນ ແລະ ຄວາມຕັ້ງໃຈຂອງມະນຸດແມ່ນມາຈາກຊາຕານ ແລະ ພວກເຂົາຈຶ່ງບໍ່ສາມາດເຮັດສໍາເລັດພາລະກິດຂອງພຣະວິນຍານບໍລິສຸດ. ບໍ່ວ່າຄົນເຮົາຈະເປັນຄົນປະເພດໃດກໍຕາມ, ຄົນເຮົາຕ້ອງມີພາລະກິດຂອງພຣະວິນຍານບໍລິສຸດ. ຄົນໃດໜຶ່ງສາມາດເຮັດໃຫ້ຄົນໆໜຶ່ງສົມບູນໄດ້ບໍ? ເປັນຫຍັງສາມີຈຶ່ງຮັກພັນລະຍາຂອງຕົນ? ເປັນຫຍັງພັນລະຍາຈຶ່ງຮັກສາມີຂອງນາງ? ເປັນຫຍັງລູກຈຶ່ງປະຕິບັດໜ້າທີ່ຂອງຕົນຕໍ່ພໍ່ແມ່? ເປັນຫຍັງພໍ່ແມ່ຈຶ່ງຮັກລູກຂອງພວກເຂົາ? ຜູ້ຄົນມີຄວາມຕັ້ງໃຈເພື່ອຫຍັງກັນແທ້? ເພື່ອປະຕິບັດແຜນການ ແລະ ຄວາມປາດຖະໜາທີ່ເຫັນແກ່ຕົວຂອງຕົນເອງບໍ? ມັນແມ່ນເພື່ອແຜນການຄຸ້ມຄອງຂອງພຣະເຈົ້າແທ້ບໍ? ມັນແມ່ນເພື່ອພາລະກິດຂອງພຣະເຈົ້າບໍ? ຫຼື ເພື່ອບັບລຸໜ້າທີ່ຂອງມະນຸດເອງ? ຜູ້ທີ່ມີຄວາມເຊື່ອໃນພຣະເຈົ້າເປັນຄັ້ງທໍາອິດ ແລະ ບໍ່ສາມາດຮັບການສະຖິດຢູ່ຂອງພຣະວິນຍານບໍລິສຸດ ຈະບໍ່ສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ; ເຊິ່ງໄດ້ຖືກກໍານົດໄວ້ແລ້ວວ່າ ຜູ້ຄົນເຫຼົ່ານີ້ຈະຖືກທໍາລາຍ. ບໍ່ວ່າຄົນເຮົາຈະມີຄວາມຮັກຕໍ່ສິ່ງນັ້ນຫຼາຍເທົ່າໃດ, ສິ່ງນັ້ນກໍບໍ່ສາມາດທົດແທນພາລະກິດຂອງພຣະວິນຍານບໍລິສຸດໄດ້. ຄວາມກະຕືລືລົ້ນ ແລະ ຄວາມຮັກຂອງມະນຸດແມ່ນສະແດງເຖິງຄວາມຕັ້ງໃຈຂອງມະນຸດ ແຕ່ບໍ່ສາມາດເປັນຕົວແທນຂອງເຈດຕະນາລົມຂອງພຣະເຈົ້າໄດ້ ແລະ ບໍ່ສາມາດທົດແທນພາລະກິດຂອງພຣະເຈົ້າໄດ້. ເຖິງແມ່ນວ່າ ຄົນເຮົາຈະສະແດງຄວາມຮັກ ຫຼື ຄວາມເມດຕາທີ່ຍິ່ງໃຫຍ່ສໍ່າໃດກໍຕາມ ຕໍ່ບັນດາຜູ້ທີ່ເຊື່ອໃນພະເຈົ້າພຽງແຕ່ໃນນາມ ແລະ ທໍາທ່າເຮັດຕາມພຣະອົງ ແຕ່ບໍ່ຮູ້ວ່າ ການເຊື່ອໃນພຣະເຈົ້າເປັນແນວໃດ, ພວກເຂົາຈະບໍ່ໄດ້ຮັບຄວາມເຫັນໃຈຈາກພຣະເຈົ້າ ຫຼື ໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ. ເຖິງແມ່ນວ່າຄົນທີ່ປະຕິບັດຕາມພຣະເຈົ້າຢ່າງຈິງໃຈ ຈະມີຄວາມສາມາດຕ່ຳ ແລະ ບໍ່ສາມາດເຂົ້າໃຈຄວາມຈິງຢ່າງເລິກເຊິ່ງ, ພວກເຂົາຍັງສາມາດໄດ້ຮັບພາລະກິດຂອງພຣະວິນຍານບໍລິສຸດ, ສໍາລັບຜູ້ທີ່ມີຄວາມສາມາດທີ່ດີ ແຕ່ບໍ່ເຊື່ອຢ່າງຈິງໃຈແມ່ນບໍ່ສາມາດໄດ້ຮັບການສະຖິດຂອງພຣະວິນຍານບໍລິສຸດໄດ້. ບໍ່ມີທາງເປັນໄປໄດ້ທີ່ພຣະເຈົ້າຈະສາມາດຊ່ວຍຄົນເຫຼົ່ານີ້ໃຫ້ລອດພົ້ນໄດ້. ເຖິງແມ່ນວ່າ ພວກເຂົາຈະອ່ານພຣະທໍາຂອງພຣະເຈົ້າ ຫຼື ບາງຄັ້ງກໍໄດ້ຍິນຄໍາເວົ້າ ຫຼື ຮ້ອງເພງສັນລະເສີນພຣະເຈົ້າ, ໃນທີ່ສຸດ ພວກເຂົາກໍຈະບໍ່ສາມາດມີຊີວິດຢູ່ຕໍ່ໄປຈົນເຖິງເວລາແຫ່ງຄວາມສະຫງົບໄດ້. ການທີ່ຄົນເຮົາສະແຫວງຫາດ້ວຍຄວາມຈິງໃຈ ແມ່ນບໍ່ໄດ້ກໍານົດຈາກວິທີການຕັດສິນຂອງຄົນອື່ນ ຫຼື ວິທີທີ່ຄົນອ້ອມຂ້າງພິຈາລະນາພວກເຂົາ ແຕ່ຂຶ້ນຢູ່ກັບວ່າ ພຣະວິນຍານບໍລິສຸດປະຕິບັດພາລະກິດກັບພວກເຂົາ ຫຼື ບໍ່ ແລະ ຂຶ້ນກັບວ່າ ພວກເຂົາມີການສະຖິດຂອງພຣະວິນຍານບໍລິສຸດ ຫຼື ບໍ່ ແລະ ຍິ່ງໄປກວ່ານັ້ນ ບໍ່ໄດ້ຖືກກຳນົດວ່າ ພວກເຂົາໄດ້ປ່ຽນແປງຈິດໃຈຂອງພວກເຂົາແລ້ວບໍ ຫຼື ຂຶ້ນກັບວ່າພວກເຂົາມີຄວາມຮູ້ກ່ຽວກັບພຣະເຈົ້າ ຫຼື ບໍ່. ຫຼັງຈາກການດໍາເນີນພາລະກິດຂອງພຣະວິນຍານບໍລິສຸດໃນໄລຍະເວລາໃດໜຶ່ງ; ຖ້າພຣະວິນຍານບໍລິສຸດປະຕິບັດພາລະກິດຕໍ່ບຸກຄົນໃດໜຶ່ງ, ນິໄສຂອງບຸກຄົນນັ້ນກໍຈະຄ່ອຍໆປ່ຽນແປງ ແລະ ມຸມມອງຂອງພວກເຂົາກ່ຽວກັບການເຊື່ອໃນພຣະເຈົ້າກໍຈະຄ່ອຍໆບໍລິສຸດຂຶ້ນ. ບໍ່ວ່າຄົນໃດໜຶ່ງຈະຕິດຕາມພຣະເຈົ້າໄປເປັນເວລາດົນນານປານໃດ, ຖ້າເຂົາໄດ້ປ່ຽນແປງ ກໍໝາຍຄວາມວ່າ ພຣະວິນຍານບໍລິສຸດໄດ້ປະຕິບັດພາລະກິດກັບພວກເຂົາແລ້ວ. ຖ້າພວກເຂົາບໍ່ປ່ຽນແປງ, ນັ້ນກໍໝາຍຄວາມວ່າ ພຣະວິນຍານບໍລິສຸດບໍ່ໄດ້ປະຕິບັດພາລະກິດກັບພວກເຂົາ. ເຖິງແມ່ນວ່າຜູ້ຄົນເຫຼົ່ານີ້ໄດ້ເຮັດວຽກງານຮັບໃຊ້ບາງຢ່າງ, ແຕ່ພວກເຂົາແມ່ນຖືກກະຕຸ້ນດ້ວຍຄວາມປາຖະໜາທີ່ຢາກໄດ້ຮັບພອນ. ການຮັບໃຊ້ບາງຄັ້ງຄາວບໍ່ສາມາດທົດແທນການປ່ຽນແປງໃນຈິດໃຈຂອງພວກເຂົາໄດ້. ໃນທີ່ສຸດພວກເຂົາກໍຈະຖືກທໍາລາຍ ເພາະບໍ່ມີຄວາມຈໍາເປັນຕ້ອງມີຜູ້ຮັບໃຊ້ປະເພດນີ້ໃນອານາຈັກ ແລະ ບໍ່ມີຄວາມຈຳເປັນຕ້ອງມີຄົນທີ່ຈິດໃຈບໍ່ມີການປ່ຽນແປງ ເພື່ອມາຮັບໃຊ້ຜູ້ທີ່ຖືກເຮັດໃຫ້ສົມບູນແລ້ວ ແລະ ຜູ້ທີ່ມີຄວາມຊື່ສັດຕໍ່ພຣະເຈົ້າ. ຄໍາເວົ້າເຫຼົ່ານັ້ນຈາກອາດີດທີ່ວ່າ “ເມື່ອຄົນເຮົາເຊື່ອໃນພຣະຜູ້ເປັນເຈົ້າ, ຄວາມໂຊກດີກໍຈະມີແກ່ຄອບຄົວຂອງຄົນເຮົາ” ແມ່ນເໝາະສົມສໍາລັບຍຸກແຫ່ງພຣະຄຸນ ແຕ່ມັນບໍ່ກ່ຽວກັບຈຸດໝາຍປາຍທາງຂອງມະນຸດ. ຄຳເວົ້າເຫຼົ່ານັ້ນເໝາະສົມກັບຍຸກແຫ່ງພຣະຄຸນເທົ່ານັ້ນ. ຄວາມໝາຍຂອງຄໍາເວົ້າເຫຼົ່ານັ້ນແມ່ນແນໃສ່ການເຂົ້າສູ່ຄວາມສະຫງົບສຸກ ແລະ ວັດຖຸປະສົງທີ່ຜູ້ຄົນໄດ້ຮັບແມ່ນເພື່ອຄວາມສຸກ; ເຊິ່ງບໍ່ໄດ້ໝາຍຄວາມວ່າ ທັງໝົດຄອບຄົວຂອງຜູ້ທີ່ເຊື່ອໃນພຣະຜູ້ເປັນເຈົ້ານັ້ນ ຈະໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ບໍ່ໄດ້ໝາຍຄວາມວ່າ ເມື່ອຄົນໃດໜຶ່ງໄດ້ຮັບພອນ, ທັງໝົດຄອບຄົວຂອງເຂົາຈະຖືກນໍາພາໄປສູ່ບ່ອນພັກເຊົາໄດ້. ການທີ່ຄົນໃດໜຶ່ງຈະໄດ້ຮັບພອນ ຫຼື ທົນທຸກກັບຄວາມໂຊກຮ້າຍ ແມ່ນຖືກກໍານົດຕາມທາດແທ້ຂອງຄົນນັ້ນ ແລະ ບໍ່ໄດ້ຖືກກໍານົດຕາມທາດແທ້ທີ່ຄົນນັ້ນມີຄືກັນກັບຄົນອື່ນໆ. ອານາຈັກບໍ່ມີຄໍາກ່າວ ຫຼື ກົດລະບຽບແບບນີ້. ຫາກຄົນໃດໜຶ່ງສາມາດຢູ່ລອດໄດ້ ກໍຍ້ອນວ່າ ຄົນນັ້ນໄດ້ບັນລຸເງື່ອນໄຂຂອງພຣະເຈົ້າ ແລະ ຖ້າຫາກວ່າ ຄົນນັ້ນບໍ່ສາມາດຢູ່ລອດຈົນເຖິງເວລາແຫ່ງຄວາມສະຫງົບ ກໍຍ້ອນວ່າ ບຸກຄົນດັ່ງກ່າວບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງພຣະເຈົ້າໄດ້. ທຸກຄົນແມ່ນມີຈຸດໝາຍປາຍທາງທີ່ເໝາະສົມ. ຈຸດໝາຍປາຍທາງເຫຼົ່ານີ້ແມ່ນໄດ້ຖືກກໍານົດຕາມທາດແທ້ຂອງແຕ່ລະຄົນ ແລະ ບໍ່ໄດ້ກ່ຽວຂ້ອງກັບຄົນອື່ນຢ່າງຊິ້ນເຊີງ. ການກະທໍາທີ່ຊົ່ວຮ້າຍຂອງເດັກນ້ອຍບໍ່ສາມາດໂອນໄປໃຫ້ພໍ່ແມ່ຂອງລາວໄດ້ ແລະ ຄວາມຊອບທໍາຂອງເດັກນ້ອຍກໍບໍ່ສາມາດແບ່ງປັນກັບພໍ່ແມ່ຂອງລາວໄດ້. ການກະທໍາທີ່ຊົ່ວຮ້າຍຂອງພໍ່ແມ່ບໍ່ສາມາດໂອນໄປໃຫ້ລູກຂອງຕົນໄດ້ ແລະ ຄວາມຊອບທໍາຂອງພໍ່ແມ່ກໍບໍ່ສາມາດແບ່ງປັນກັບລູກໆຂອງພວກເຂົາໄດ້. ທຸກຄົນແມ່ນແບກຮັບບາບກໍາຂອງຕົນເອງ ແລະ ທຸກຄົນແມ່ນເສບສຸກກັບໂຊກລາບຂອງຕົນເອງ. ບໍ່ມີໃຜສາມາດທົດແທນຄົນອື່ນໄດ້. ນີ້ແມ່ນຄວາມຊອບທໍາ. ໃນມຸມມອງຂອງມະນຸດ, ຖ້າພໍ່ແມ່ໄດ້ຮັບພອນ, ລູກໆຂອງພວກເຂົາກໍໄດ້ຮັບເຊັ່ນກັນ ແລະ ຖ້າເດັກນ້ອຍເຮັດຄວາມຊົ່ວ, ພໍ່ແມ່ຂອງພວກເຂົາຕ້ອງຊົດໃຊ້ບາບຂອງລູກໆຂອງຕົນ. ນີ້ແມ່ນມຸມມອງຂອງມະນຸດ ແລະ ວິທີການກະທຳສິ່ງຕ່າງໆຂອງມະນຸດ. ມັນບໍ່ແມ່ນມຸມມອງຂອງພຣະເຈົ້າ. ຜົນໄດ້ຮັບຂອງແຕ່ລະຄົນແມ່ນຖືກກໍານົດຕາມທາດແທ້ທີ່ເກີດມາຈາກການກະທໍາຂອງພວກເຂົາ ແລະ ມັນຖືກກໍານົດຢ່າງເໝາະສົມສະເໝີ. ບໍ່ມີໃຜສາມາດຮັບຜິດຊອບບາບຂອງຄົນອື່ນໄດ້; ຍິ່ງໄປກວ່ານັ້ນ, ບໍ່ມີໃຜສາມາດຮັບໂທດແທນຄົນອື່ນໄດ້. ນີ້ແມ່ນສິ່ງທີ່ແນ່ນອນທີ່ສຸດ. ການດູແລຢ່າງຖະໜຸຖະໜອມຂອງພໍ່ແມ່ຕໍ່ລູກຂອງຕົນເອງບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນລູກໆຂອງພວກເຂົາໄດ້ ແລະ ຄວາມຮັກຂອງລູກໆທີ່ມີຕໍ່ພໍ່ແມ່ຂອງເຂົາເຈົ້າ ຕາມໜ້າທີ່ຂອງລຸກໆ ກໍບໍ່ໄດ້ໝາຍຄວາມວ່າ ພວກເຂົາສາມາດປະຕິບັດສິ່ງທີ່ຊອບທໍາແທນພໍ່ແມ່ຂອງພວກເຂົາໄດ້. ນີ້ຄືຄວາມໝາຍທີ່ແທ້ຈິງຂອງຄໍາເວົ້າທີ່ວ່າ “ແລ້ວໃນທົ່ງນາມີຊາຍສອງຄົນ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ. ຍິງສອງຄົນກຳລັງບົດແປ້ງຢູ່ໃນໂຮງເຮັດແປ້ງ; ຄົນໜຶ່ງຈະຖືກຮັບໄປ ແລະ ອີກຄົນຈະຖືກປະຖິ້ມ.” ບໍ່ມີໃຜສາມາດນຳເອົາລູກຂອງພວກເຂົາ ທີ່ເຮັດສິ່ງຊົ່ວຮ້າຍໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານຄວາມຮັກອັນລົ້ນຟ້າຂອງພວກເຂົາທີ່ມີຕໍ່ລູກໆ ແລະ ບໍ່ມີໃຜສາມາດເອົາເມຍ (ຫຼືຜົວ) ຂອງຕົນໄປສູ່ບ່ອນພັກເຊົາໄດ້ໃນບົນພື້ນຖານການປະພຶດທີ່ຊອບທໍາຂອງຕົນເອງ. ນີ້ແມ່ນກົດແຫ່ງການປັ້ນແຕ່ງ; ບໍ່ມີຂໍ້ຍົກເວັ້ນໃຫ້ແກ່ບຸກຄົນໃດ. ຜູ້ທີ່ປະຕິບັດຄວາມຊອບທໍາແມ່ນຜູ້ປະຕິບັດຄວາມຊອບທໍາ ແລະ ຜູ້ທີ່ກະທໍາຄວາມຊົ່ວແມ່ນຜູ້ທີ່ກະທໍາຄວາມຊົ່ວ. ຜູ້ທີ່ປະຕິບັດຄວາມຊອບທໍາຈະສາມາດຢູ່ລອດ ແລະ ຜູ້ທີ່ກະທໍາຄວາມຊົ່ວຈະຖືກທໍາລາຍ. ຜູ້ທີ່ບໍລິສຸດແມ່ນຜູ້ທີ່ບໍລິສຸດ; ພວກເຂົາບໍ່ສົກກະປົກ. ຜູ້ທີ່ສົກກະປົກແມ່ນຜູ້ທີ່ສົກກະປົກ ແລະ ພວກເຂົາບໍ່ມີຄວາມບໍລິສຸດປະປົນແມ່ນແຕ່ໜ້ອຍດຽວ. ຄົນຊົ່ວທັງປວງຈະຖືກທໍາລາຍ ແລະ ຄົນຊອບທໍາທັງໝົດຈະຢູ່ລອດ ເຖິງແມ່ນວ່າ ລູກໆຂອງຄົນຊົ່ວໄດ້ເຮັດສິ່ງທີ່ຊອບທໍາ ແລະ ເຖິງແມ່ນວ່າ ພໍ່ແມ່ຂອງຄົນຊອບທໍາໄດ້ກະທຳຄວາມຊົ່ວຮ້າຍ. ບໍ່ມີຄວາມສໍາພັນ ລະຫວ່າງ ຜົວທີ່ເຊື່ອ ແລະ ພັນລະຍາທີ່ບໍ່ເຊື່ອ ແລະ ບໍ່ມີຄວາມສໍາພັນລະຫວ່າງເດັກນ້ອຍທີ່ເຊື່ອ ແລະ ພໍ່ແມ່ທີ່ບໍ່ເຊື່ອ. ພວກເຂົາແມ່ນສອງກໍລະນີທີ່ເຂົ້າກັນບໍ່ໄດ້. ກ່ອນທີ່ຈະກ້າວເຂົ້າໄປຢູ່ໃນບ່ອນພັກເຊົາ, ຄົນໃດໜຶ່ງແມ່ນມີຍາດຕິພີ່ນ້ອງເປັນຕົວຕົນ ແຕ່ເມື່ອພວກເຂົາໄດ້ເຂົ້າໄປສູ່ບ່ອນພັກເຊົາ ພວກເຂົາຈະບໍ່ມີຍາດຕິພີ່ນ້ອງທີ່ເປັນຕົວຕົນໃຫ້ກ່າວເຖິງອີກ. ຜູ້ທີ່ເຮັດໜ້າທີ່ຂອງຕົນ ແລະ ຜູ້ທີ່ບໍ່ເຮັດໜ້າທີ່ຂອງຕົນແມ່ນເປັນສັດຕູກັນ; ຜູ້ທີ່ຮັກພຣະເຈົ້າ ແລະ ຜູ້ທີ່ກຽດຊັງພຣະເຈົ້າແມ່ນກົງກັນຂ້າມກັນ. ຜູ້ທີ່ເຂົ້າໄປສູ່ຄວາມສະຫງົບ ແລະ ຜູ້ທີ່ຖືກທໍາລາຍແມ່ນມະນຸດຄົນລະປະເພດທີ່ບໍ່ຄືກັນ. ສິ່ງມີຊີວິດທີ່ປະຕິບັດໜ້າທີ່ຂອງຕົນຈະສາມາດຢູ່ລອດ ແລະ ສິ່ງມີຊີວິດທີ່ບໍ່ປະຕິບັດໜ້າທີ່ຂອງຕົນຈະຖືກທໍາລາຍ; ຍິ່ງໄປກວ່ານີ້, ສິ່ງດັ່ງກ່າວນີ້ຈະມີຜົນກະທົບຢ່າງຍາວນານ. ເຈົ້າຮັກສາມີຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງຄວາມເປັນມະນຸດຂອງເຈົ້າບໍ? ເຈົ້າຮັກພັນລະຍາຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງຄວາມເປັນມະນຸດຂອງເຈົ້າບໍ? ເຈົ້າເຊື່ອຟັງພໍ່ແມ່ທີ່ບໍ່ມີຄວາມເຊື່ອຂອງເຈົ້າເພື່ອປະຕິບັດໜ້າທີ່ຂອງຄວາມເປັນມະນຸດຂອງເຈົ້າບໍ? ທັດສະນະຂອງມະນຸດຕໍ່ການເຊື່ອໃນພຣະເຈົ້ານັ້ນຖືກ ຫຼື ບໍ່? ເປັນຫຍັງເຈົ້າຈຶ່ງເຊື່ອໃນພຣະເຈົ້າ? ເຈົ້າຕ້ອງການຢາກໄດ້ຮັບຫຍັງ? ເຈົ້າຮັກພຣະເຈົ້າແນວໃດ? ຜູ້ທີ່ບໍ່ສາມາດປະຕິບັດໜ້າທີ່ຂອງຕົນໃນການເປັນມະນຸດ ແລະ ບໍ່ສາມາດໃຊ້ຄວາມພະຍາຍາມຢ່າງສຸດຂີດແມ່ນຈະຖືກທໍາລາຍ. ຄົນໃນປັດຈຸບັນມີສາຍພົວພັນທາງດ້ານຮ່າງກາຍກັບຄົນອື່ນ ເຊັ່ນດຽວກັນກັບສາຍສຳພັນຜ່ານສາຍເລືອດ ແຕ່ໃນເວລາຕໍ່ມາສິ່ງເຫຼົ່ານີ້ຈະຖືກທໍາລາຍທັງໝົດ. ຜູ້ທີ່ເຊື່ອ ແລະ ຜູ້ບໍ່ເຊື່ອແມ່ນເຂົ້າກັນບໍ່ໄດ້ ແຕ່ຈະຕໍ່ຕ້ານເຊິ່ງກັນແລະກັນ. ຜູ້ທີ່ຢູ່ໃນບ່ອນພັກເຊົາເຊື່ອວ່າ ມີພຣະເຈົ້າ ແລະ ເຊື່ອຟັງພຣະເຈົ້າ. ຜູ້ທີ່ບໍ່ເຊື່ອຟັງພຣະເຈົ້າຈະຖືກທໍາລາຍທັງໝົດ. ຄອບຄົວຈະບໍ່ມີຢູ່ເທິງແຜ່ນດິນໂລກອີກຕໍ່ໄປ; ແລ້ວຈະມີພໍ່ແມ່ ຫຼື ເດັກນ້ອຍ ຫຼື ຄວາມສໍາພັນລະຫວ່າງຜົວ ແລະ ເມຍໄດ້ແນວໃດ? ຄວາມເຊື່ອ ແລະ ຄວາມບໍ່ເຊື່ອທີ່ເຂົ້າກັນບໍ່ໄດ້ ສຸດທ້າຍຈະເຮັດໃຫ້ຄວາມສຳພັນເຫຼົ່ານີ້ຂາດຫາຍໄປ!

ແຕ່ເດີມນັ້ນບໍ່ມີສາຍສຳພັນຄອບຄົວຢູ່ໃນຊາດມະນຸດ, ມີພຽງແມ່ຍິງ ແລະ ຜູ້ຊາຍສອງປະເພດ. ບໍ່ມີປະເທດໃດຈະກ່າວເຖິງຄຳວ່າ ຄອບຄົວ ແຕ່ເນື່ອງຈາກມີຄວາມເສື່ອມຊາມຂອງມະນຸດ, ຜູ້ຄົນທຸກປະເພດໄດ້ຈັດຕັ້ງຕົນເອງເປັນຊົນເຜົ່າໃຜລາວ ແລ້ວຕໍ່ມາໄດ້ພັດທະນາໄປເປັນປະເທດ ແລະ ຊາດຕ່າງໆ. ບັນດາປະເທດ ແລະ ຊາດເຫຼົ່ານີ້ ແມ່ນປະກອບດ້ວຍກຸ່ມຕະກຸນຂະໜາດນ້ອຍຈຳນວນໜຶ່ງ ແລະ ດ້ວຍວິທີນີ້ ຄົນທຸກປະເພດແມ່ນຖືກແຜ່ຂະຫຍາຍອອກກາຍມາເປັນເຊື້ອຊາດຕ່າງໆ ຕາມຄວາມແຕກຕ່າງທາງດ້ານພາສາຂອງແຕ່ລະຊົນຊາດ ແລະ ແລ້ວ ສຸດທ້າຍກໍໄດ້ມີການແບ່ງປັນຂອບເຂດຊາຍແດນເປັນປະເທດໃຜລາວ. ຄວາມຈິງແລ້ວ, ບໍ່ວ່າໃນໂລກນີ້ຈະປະກອບມີຈັກເຊື້ອຊາດ, ມະນຸດຊາດມີບັນພະບູລຸດດຽວກັນ. ໃນຕອນເລີ່ມຕົ້ນ, ມີຄົນພຽງແຕ່ສອງປະເພດ ແລະ ສອງປະເພດດັ່ງກ່າວແມ່ນຜູ້ຊາຍ ແລະ ແມ່ຍິງ. ຢ່າງໃດກໍຕາມ, ເນື່ອງຈາກຄວາມກ້າວໜ້າໃນພາລະກິດຂອງພຣະເຈົ້າ, ປະຫວັດສາດທີ່ຜ່ານໄປ ແລະ ການປ່ຽນແປງທາງພູມສາດຈົນເຖິງລະດັບຕ່າງໆ ຄົນທັງສອງປະເພດເຫຼົ່ານີ້ຍິ່ງພັດທະນາອອກເປັນຫຼາຍເຊື້ອຊາດຍິ່ງຂຶ້ນ. ໃນທີ່ສຸດ, ບໍ່ວ່າຜູ້ຄົນຈະປະກອບດ້ວຍຫຼາຍເຊື້ອຊາດປານໃດກໍຕາມ, ມະນຸດທັງໝົດຍັງແມ່ນສິ່ງຊົງສ້າງຂອງພຣະເຈົ້າ. ບໍ່ວ່າຈະເປັນເຊື້ອຊາດໃດກໍຕາມ, ພວກເຂົາທັງໝົດຄືສິ່ງທີ່ມີຊີວິດຂອງພຣະເຈົ້າ; ພວກເຂົາທັງໝົດຄືເຊື້ອສາຍຂອງອາດາມ ແລະ ເອວາ. ເຖິງແມ່ນວ່າພວກເຂົາບໍ່ຖືກສ້າງດ້ວຍມືຂອງພຣະເຈົ້າ, ພວກເຂົາທັງໝົດກໍເປັນເຊື້ອສາຍຂອງອາດາມ ແລະ ເອວາ ເຊິ່ງພຣະເຈົ້າໄດ້ສ້າງພວກເຂົາດ້ວຍກໍາມືຂອງພຣະອົງເອງ. ບໍ່ວ່າພວກເຂົາຈະເປັນຄົນປະເພດໃດກໍຕາມ, ພວກເຂົາທັງໝົດແມ່ນສິ່ງທີ່ມີຊີວິດຂອງພຣະອົງ; ຍ້ອນພວກເຂົາທັງໝົດແມ່ນມະນຸດຊາດ ທີ່ຖືກສ້າງຂຶ້ນໂດຍພຣະເຈົ້າ, ຈຸດໝາຍປາຍທາງຂອງພວກເຂົາກໍຄືສິ່ງທີ່ມະນຸດຄວນມີ ແລະ ພວກເຂົາຈະຖືກແບ່ງອອກຕາມກົດເກນຂອງມະນຸດຊາດ. ນັ້ນໝາຍຄວາມວ່າ ຄົນທີ່ເຮັດຊົ່ວ ແລະ ຄົນທີ່ປະຕິບັດໃນທາງຊອບທໍາ ບໍ່ວ່າໃນກໍລະນີໃດກໍຕາມ ແມ່ນສິ່ງທີ່ມີຊີວິດ. ສິ່ງທີ່ມີຊີວິດທີ່ກະທໍາຄວາມຊົ່ວ ຈະຖືກທໍາລາຍໃນທີ່ສຸດ ແລະ ສິ່ງທີ່ມີຊີວິດທີ່ກະທໍາຄວາມດີຈະລອດພົ້ນ. ນີ້ແມ່ນການຈັດການທີ່ເໝາະສົມທີ່ສຸດສໍາລັບສິ່ງທີ່ມີຊີວິດທັງສອງປະເພດ. ເນື່ອງຈາກຄວາມບໍ່ເຊື່ອຟັງຂອງພວກເຂົາ, ຄົນທີ່ກະທໍາຊົ່ວ ເຖິງແມ່ນວ່າພວກເຂົາແມ່ນສິ່ງຊົງສ້າງຂອງພຣະເຈົ້າ ແຕ່ຍ້ອນວ່າພວກເຂົາຖືກຊາຕານຄອບງໍາ, ດ້ວຍເຫດນັ້ນ ຈຶ່ງບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້. ສິ່ງມີຊີວິດທີ່ກະທໍາຄວາມດີ ບໍ່ສາມາດລອດພົ້ນໄດ້ບົນພື້ນຖານຄວາມຈິງທີ່ວ່າ ພວກເຂົາຖືກສ້າງຂື້ນໂດຍພຣະເຈົ້າ ແຕ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຫຼັງຈາກທີ່ຊາຕານໄດ້ເຮັດໃຫ້ພວກເຂົາເສື່ອມຊາມ. ຄົນທີ່ກະທໍາຊົ່ວ ແມ່ນສິ່ງມີຊີວິດທີ່ບໍ່ເຊື່ອຟັງພຣະເຈົ້າ; ພວກເຂົາເປັນສິ່ງມີຊີວິດທີ່ບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້ ແລະ ໄດ້ຖືກຊາຕານລັກເອົາໄປຢ່າງສົມບູນ. ຜູ້ຄົນທີ່ກະທໍາຄວາມຊົ່ວກໍແມ່ນຄົນເຊັ່ນກັນ, ແຕ່ພວກເຂົາເປັນຄົນທີ່ເສື່ອມຊາມຢ່າງຮ້າຍແຮງ ແລະ ພວກເຂົາບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນໄດ້. ຍ້ອນພວກເຂົາເປັນມະນຸດ, ຄົນທີ່ກະທໍາຄວາມດີກໍເຄີຍຖືກເສື່ອມຊາມເຊັ່ນກັນ ແຕ່ພວກເຂົາແມ່ນຄົນທີ່ເຕັມໃຈແຍກຕົວອອກຈາກຈິດໃຈອັນເສື່ອມຊາມຂອງພວກເຂົາ ແລະ ສາມາດເຊື່ອຟັງພຣະເຈົ້າໄດ້. ຜູ້ຄົນທີ່ກະທໍາຄວາມດີບໍ່ໄດ້ເຕັມໄປດ້ວຍຄວາມຊອບທໍາ, ແຕ່ພວກເຂົາໄດ້ຮັບຄວາມລອດພົ້ນ ແລະ ໄດ້ແຍກອອກຈາກຈິດໃຈອັນເສື່ອມຊາມຂອງພວກເຂົາເພື່ອເຊື່ອຟັງພຣະເຈົ້າ. ພວກເຂົາຈະຕັ້ງໝັ້ນໄດ້ໃນທີ່ສຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ພວກເຂົາບໍ່ເຄີຍຖືກເຮັດໃຫ້ເຊື່ອມຊາມໂດຍຊາຕານມາກ່ອນ. ຫຼັງຈາກພາລະກິດຂອງພຣະເຈົ້າສິ້ນສຸດລົງ, ຈະມີຜູ້ຄົນໃນບັນດາສັບພະສິ່ງທັງປວງຂອງພຣະອົງຖືກທໍາລາຍ ແລະ ຖືກຊ່ວຍໃຫ້ລອດພົ້ນ. ນີ້ແມ່ນວີທີທາງໃນພາລະກິດຄຸ້ມຄອງຂອງພຣະອົງທີ່ບໍ່ສາມາດຫຼີກເວັ້ນໄດ້ ແລະ ບໍ່ມີໃຜສາມາດປະຕິເສດໄດ້. ຄົນກະທໍາຄວາມຊົ່ວບໍ່ສາມາດຢູ່ລອດ; ຄົນທີ່ເຊື່ອຟັງ ແລະ ປະຕິບັດຕາມພຣະອົງຈົນເຖິງທີ່ສຸດຈະຢູ່ລອດຢ່າງແນ່ນອນ. ເນື່ອງຈາກວ່າ ພາລະກິດນີ້ແມ່ນການຈັດການມະນຸດຊາດ, ດັ່ງນັ້ນຈຶ່ງຈະມີຜູ້ທີ່ລອດພົ້ນ ແລະ ຜູ້ທີ່ຖືກກໍາຈັດ. ນີ້ແມ່ນຜົນໄດ້ຮັບອີງຕາມຄວາມແຕກຕ່າງຂອງແຕ່ລະຄົນ ແລະ ນີ້ແມ່ນການຈັດການທີ່ເໝາະສົມທີ່ສຸດສໍາລັບສິ່ງມີຊີວິດຂອງພຣະອົງ. ການຈັດການຂັ້ນສຸດທ້າຍຂອງພຣະເຈົ້າຕໍ່ມະນຸດຊາດ ແມ່ນການແບ່ງແຍກ ໂດຍການທຳລາຍຄອບຄົວ, ທຳລາຍຊາດ ແລະ ທຳລາຍຊາຍແດນລະຫວ່າງປະເທດ. ທຸກສິ່ງຈະເປັນອັນດຽວກັນ ໂດຍປາສະຈາກຄອບຄົວ ແລະ ຊາຍແດນປະເທດ ເພາະໃນທີ່ສຸດແລ້ວ ມະນຸດແມ່ນມາຈາກບັນພະບຸລຸດດຽວກັນ ແລະ ເປັນສິ່ງຊົງສ້າງຂອງພຣະເຈົ້າ. ສະຫຼຸບແລ້ວ, ສິ່ງມີຊີວິດທີ່ກະທໍາຊົ່ວຈະຖືກທໍາລາຍ ແລະ ສິ່ງມີຊີວິດທີ່ເຊື່ອຟັງພຣະເຈົ້າຈະລອດຊີວິດ. ດ້ວຍວິທີນີ້, ຈະບໍ່ມີຄອບຄົວ, ບໍ່ມີປະເທດ ແລະ ໂດຍສະເພາະ ແມ່ນຈະບໍ່ມີຊາດຕ່າງໆໃນອະນາຄົດ; ມະນຸດຊາດປະເພດນີ້ແມ່ນມະນຸດຊາດທີ່ບໍລິສຸດທີ່ສຸດ. ອາດາມ ແລະ ເອວາ ໄດ້ຖືກສ້າງຂຶ້ນໃນເບື້ອງຕົ້ນ ເພື່ອໃຫ້ມະນຸດສາມາດເບິ່ງແຍງທຸກສັບພະສິ່ງໃນໂລກ ເຊິ່ງໃນເບື້ອງຕົ້ນນັ້ນມະນຸດແມ່ນເປັນເຈົ້າແຫ່ງສັບພະສິ່ງທັງໝົດ. ຈຸດປະສົງຂອງພຣະເຢໂຮວາໃນການສ້າງມະນຸດແມ່ນເພື່ອໃຫ້ມະນຸດມີຊີວິດຢູ່ເທິງແຜ່ນດິນໂລກ ແລະ ເບິ່ງແຍງສັບພະສິ່ງເທິງແຜ່ນດິນໂລກ ຍ້ອນວ່າດັ່ງເດີມແລ້ວ ມະນຸດບໍ່ໄດ້ເສື່ອມຊາມ ແລະ ບໍ່ສາມາດກະທຳສິ່ງທີ່ຊົ່ວຮ້າຍໄດ້. ຢ່າງໃດກໍຕາມ, ຫຼັງຈາກທີ່ມະນຸດໄດ້ເສື່ອມຊາມ, ພວກເຂົາກໍບໍ່ແມ່ນຜູ້ດູແລສັບພະສິ່ງທັງໝົດອີກຕໍ່ໄປ. ຈຸດປະສົງໃນການຊ່ວຍໃຫ້ລອດພົ້ນຂອງພຣະເຈົ້າ ແມ່ນເພື່ອຟື້ນຟູໜ້າທີ່ດັ່ງກ່າວນີ້ຂອງມະນຸດ, ເພື່ອຟື້ນຟູສະພາບຕົ້ນເດີມ ແລະ ການເຊື່ອຟັງດັ່ງເດີມຂອງພວກເຂົາ. ມະນຸດໃນຄວາມສະຫງົບຈະເປັນຜົນສະທ້ອນເຖິງການບັນລຸຜົນສໍາເລັດແຫ່ງພາລະກິດການຊ່ວຍໃຫ້ລອດພົ້ນຂອງພຣະອົງ. ເຖິງແມ່ນວ່າມັນຈະບໍ່ເປັນຊີວິດຄືດັ່ງໃນສວນເອເດນອີກຕໍ່ໄປ, ແຕ່ທາດແທ້ຂອງມັນຈະຄືເກົ່າ; ມະນຸດຊາດຈະບໍ່ເປັນມະນຸດທີ່ເສື່ອມຊາມຄືເກົ່າ ແຕ່ວ່າຈະເປັນມະນຸດທີ່ຖືກເສື່ອມຊາມມາແລ້ວ ແລະ ໄດ້ຮັບການຊ່ວຍໃຫ້ລອດພົ້ນ. ຜູ້ຄົນເຫຼົ່ານີ້ ນ້ັນກໍຄື ຜູ້ທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ (ໝາຍຄວາມວ່າ ຫຼັງຈາກພາລະກິດຂອງພຣະອົງໄດ້ສິ້ນສຸດລົງ) ແມ່ນໄດ້ເຂົ້າໄປສູ່ບ່ອນພັກເຊົາ. ເຊັ່ນດຽວກັນ, ຄົນທີ່ຖືກລົງໂທດຈະໄດ້ຮັບການເປີດເຜີຍຢ່າງສົມບູນໃນທີ່ສຸດ ແລະ ພວກເຂົາຈະຖືກທໍາລາຍຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ. ນີ້ໝາຍຄວາມວ່າ ຫຼັງຈາກພາລະກິດຂອງພຣະອົງສິ້ນສຸດລົງ, ຄົນກະທຳຄວາມຊົ່ວ ແລະ ຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນຈະໄດ້ຮັບການເປີດເຜີຍທັງໝົດ ຍ້ອນວ່າພາລະກິດຂອງການເປີດເຜີຍຜູ້ຄົນທຸກປະເພດ (ບໍ່ວ່າຈະເປັນຄົນທີ່ກະທໍາຄວາມຊົ່ວ ຫຼື ຄົນທີ່ຖືກຊ່ວຍໃຫ້ລອດພົ້ນ) ຈະຖືກປະຕິບັດຕໍ່ທຸກຄົນໄປພ້ອມໆກັນ. ຄົນທີ່ກະທໍາຄວາມຊົ່ວຈະຖືກກໍາຈັດ ແລະ ຄົນທີ່ສາມາດຢູ່ລອດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ດັ່ງນັ້ນ, ຜົນໄດ້ຮັບຂອງຄົນທຸກປະເພດຈະໄດ້ຮັບການເປີດເຜີຍພ້ອມໆກັນ. ພຣະອົງຈະບໍ່ອະນຸຍາດໃຫ້ກຸ່ມຄົນທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນນັ້ນ ເຂົ້າໄປສູ່ບ່ອນພັກເຊົາກ່ອນ ແລ້ວຫລັງຈາກນັ້ນແຍກຄົນທີ່ກະທໍາຄວາມຊົ່ວນັ້ນອອກເພື່ອຕັດສິນ ຫຼື ລົງໂທດພວກເຂົາເທື່ອລະຄົນ; ຄວາມຈິງບໍ່ໄດ້ເປັນເຊັ່ນນີ້. ເມື່ອຄົນທີ່ກະທໍາຊົ່ວຖືກທໍາລາຍ ແລະ ຄົນທີ່ສາມາດລອດພົ້ນໄດ້ເຂົ້າໄປສູ່ບ່ອນພັກເຊົາ, ພາລະກິດຂອງພຣະອົງໃນຈັກກະວານທັງໝົດກໍຈະສິ້ນສຸດລົງ. ຈະບໍ່ມີການຍົກລໍາດັບຄວາມສໍາຄັນ ລະຫວ່າງ ຄົນທີ່ໄດ້ຮັບພອນ ແລະ ຄົນທີ່ໄດ້ຮັບຄວາມໂຊກຮ້າຍ; ຄົນທີ່ໄດ້ຮັບພອນຈະດໍາລົງຊີວິດຢ່າງນິລັນດອນ ແລະ ຄົນທີ່ທົນທຸກທໍລະມານກັບຄວາມໂຊກຮ້າຍຈະພິນາດໄປຊົ່ວນິລັນດອນ. ທັງສອງຂັ້ນຕອນຂອງພາລະກິດນີ້ຈະສຳເລັດພ້ອມໆກັນ ເນື່ອງຈາກວ່າ ຍັງມີຄົນທີ່ບໍ່ເຊື່ອຟັງໃນທ່າມກາງຄົນທີ່ເຊື່ອຟັງທີ່ມີຄວາມຊອບທໍາຈະໄດ້ຖືກເປີດເຜີຍ ແລະ ເນື່ອງຈາກວ່າ ຍັງມີຄົນທີ່ໄດ້ຮັບພອນໃນທ່າມກາງຄົນທີ່ໄດ້ຮັບຄວາມໂຊກຮ້າຍຈາກຜູ້ທີ່ກະທໍາຊົ່ວຈະໄດ້ຖືກເປີດເຜີຍ. ຖ້າພຣະເຈົ້າບໍ່ໄດ້ເປີດເຜີຍຄົນກະທໍາຄວາມຊົ່ວ, ຜູ້ຄົນທີ່ເຊື່ອຟັງພຣະເຈົ້າຢ່າງຈິງໃຈຈະບໍ່ມີວັນເຫັນຕາເວັນ; ຖ້າພຣະເຈົ້າບໍ່ໄດ້ເອົາຄົນທີ່ເຊື່ອຟັງພຣະອົງໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ, ຜູ້ຄົນທີ່ບໍ່ເຊື່ອຟັງພຣະເຈົ້າຈະບໍ່ສາມາດໄດ້ຮັບການລົງໂທດອັນສົມຄວນ. ນີ້ແມ່ນວິທີທາງຂອງພາລະກິດຂອງພຣະອົງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດການລົງໂທດຄົນຊົ່ວ ແລະ ໃຫ້ລາງວັນແກ່ຄົນດີ, ສິ່ງທີ່ມີຊີວິດຂອງພຣະອົງຈະບໍ່ສາມາດເຂົ້າໄປໃນຈຸດໝາຍປາຍທາງທີ່ເໝາະສົມຂອງຕົນໄດ້. ເມື່ອມະນຸດຊາດໄດ້ເຂົ້າສູ່ບ່ອນພັກເຊົາ, ຄົນກະທໍາຄວາມຊົ່ວຈະຖືກທໍາລາຍ, ມະນຸດຊາດທັງໝົດຈະເຂົ້າໄປສູ່ເສັ້ນທາງທີ່ຖືກຕ້ອງ ແລະ ຄົນທຸກປະເພດຈະຢູ່ກັບປະເພດຂອງຕົນເອງຕາມໜ້າທີ່ທີ່ພວກເຂົາຄວນປະຕິບັດ. ນີ້ຈະເປັນມື້ແຫ່ງຄວາມສະຫງົບຂອງມະນຸດ ແລະ ແນວທາງທີ່ບໍ່ສາມາດຫຼີກເວັ້ນໄດ້ໃນການພັດທະນາຂອງມະນຸດ ແລະ ເມື່ອມະນຸດໄດ້ເຂົ້າໄປສູ່ບ່ອນພັກເຊົາເທົ່ານັ້ນ ຜົນສໍາເລັດອັນຫຍິ່ງໃຫຍ່ຂອງພຣະເຈົ້າກໍຈະສຳເລັດລົງຢ່າງສົມບູນ; ນີ້ຈະເປັນການສິ້ນສຸດຂອງພາລະກິດຂອງພຣະອົງ. ພາລະກິດນີ້ຈະຈົບຊີວິດຝ່າຍຮ່າງກາຍທີ່ເສື່ອມໂຊມຂອງມະນຸດທັງໝົດ ແລະ ຈະຈົບຊີວິດຂອງມະນຸດທີ່ເສື່ອມຊາມທັງໝົດ. ຈາກຈຸດນີ້ ມະນຸດຈະເຂົ້າສູ່ອານາຈັກໃໝ່. ເຖິງແມ່ນວ່າມະນຸດຈະດໍາລົງຢູ່ດ້ວຍການມີຕົວຕົນ, ແຕ່ຍັງມີຄວາມແຕກຕ່າງທີ່ສໍາຄັນ ລະຫວ່າງ ທາດແທ້ຂອງຊີວິດ ແລະ ທາດແທ້ຂອງຊີວິດທີ່ເສື່ອມຊາມ. ຄວາມໝາຍຂອງການມີຊີວິດ ແລະ ຄວາມໝາຍຂອງການມີຊີວິດທີ່ເສື່ອມຊາມແມ່ນແຕກຕ່າງກັນ. ເຖິງແມ່ນວ່ານີ້ບໍ່ແມ່ນຊີວິດຂອງຄົນປະເພດໃໝ່, ແຕ່ສາມາດເວົ້າໄດ້ວ່າ ເປັນຊີວິດຂອງມະນຸດຊາດທີ່ໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ເປັນຊີວິດທີ່ມີຄວາມເປັນມະນຸດ ແລະ ມີເຫດຜົນ. ຄົນເຫຼົ່ານີ້ແມ່ນຄົນທີ່ບໍ່ເຊື່ອຟັງພຣະເຈົ້າມາກ່ອນ ແລະ ເປັນຄົນທີ່ພຣະເຈົ້າໄດ້ເອົາຊະນະ ແລະ ຫຼັງຈາກນັ້ນໄດ້ຮັບການຊ່ວຍໃຫ້ລອດພົ້ນໂດຍພຣະອົງ; ຄົນເຫຼົ່ານີ້ແມ່ນຜູ້ຄົນ ທີ່ເຮັດໃຫ້ພຣະອົງອັບອາຍຂາຍໜ້າມາກ່ອນ ແລະ ຕໍ່ມາໄດ້ກາຍມາເປັນພະຍານໃຫ້ກັບພຣະອົງ. ການມີຊີວິດຢູ່ຂອງພວກເຂົາ ຫຼັງຈາກໄດ້ຖືກທົດສອບ ແລະ ຜ່ານການທົດສອບຂອງພຣະອົງ ແມ່ນການມີຊີວິດ ທີ່ມີຄວາມໝາຍຫຼາຍທີ່ສຸດ; ພວກເຂົາຄືຄົນທີ່ເປັນພະຍານໃຫ້ພຣະເຈົ້າຕໍ່ໜ້າຊາຕານ; ພວກເຂົາເປັນຄົນທີ່ເໝາະສົມທີ່ສຸດທີ່ຈະມີຊີວິດຢູ່. ຄົນຜູ້ທີ່ຈະຖືກທໍາລາຍ ແມ່ນຄົນທີ່ບໍ່ສາມາດເປັນພະຍານໃຫ້ພຣະເຈົ້າ ແລະ ບໍ່ເໝາະສົມທີ່ຈະມີຊີວິດຢູ່. ການທໍາລາຍພວກເຂົາ ແມ່ນຍ້ອນພວກເຂົາກະທໍາຄວາມຊົ່ວ ແລະ ການທໍາລາຍລ້າງ ພວກເຂົາແມ່ນຈຸດໝາຍປາຍທາງທີ່ດີທີ່ສຸດສໍາລັບພວກເຂົາ. ເມື່ອມະນຸດເຂົ້າໄປສູ່ອານາເຂດທີ່ດີ, ຈະບໍ່ມີຄວາມສໍາພັນລະຫວ່າງຜົວ ແລະ ເມຍ, ລະຫວ່າງ ພໍ່ ແລະ ລູກສາວ ຫຼື ລະຫວ່າງ ແມ່ ແລະ ລູກຊາຍ ທີ່ມະນຸດຈິນຕະນາການວ່າ ພວກເຂົາຈະໄດ້ພົບເຫັນ. ໃນເວລານັ້ນ, ມະນຸດຈະປະຕິບັດຕາມປະເພດຂອງຕົນເອງ ແລະ ຈະບໍ່ມີຄໍາວ່າ ຄອບຄົວອີກຕໍ່ໄປ. ເມື່ອຊາຕານໄດ້ລົ້ມເຫຼວຢ່າງສິ້ນເຊີງແບບນີ້, ມັນຈະບໍ່ລົບກວນມະນຸດອີກຕໍ່ໄປ ແລະ ມະນຸດກໍຈະບໍ່ມີຈິດໃຈທີ່ເສື່ອມຊາມຄືຊາຕານອີກຕໍ່ໄປ. ຜູ້ຄົນທີ່ບໍ່ເຊື່ອຟັງຈະຖືກທໍາລາຍໄປໝົດແລ້ວ ແລະ ຜູ້ຄົນທີ່ເຊື່ອຟັງຈະຢູ່ລອດ. ດັ່ງນັ້ນ, ຈະມີຄອບຄົວພຽງຈໍານວນໜ້ອຍດຽວຢູ່ລອດໂດຍສົມບູນ; ການພົວພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ໄດ້ແນວໃດ? ຊີວິດທາງດ້ານຮ່າງກາຍຂອງມະນຸດທີ່ຜ່ານມາຈະຖືກເກືອດຫ້າມ; ແລ້ວການພົວພັນທາງດ້ານຮ່າງກາຍຈະສາມາດຄົງຢູ່ລະຫວ່າງຜູ້ຄົນໄດ້ແນວໃດ? ໂດຍປາດສະຈາກຈິດໃຈທີ່ເສື່ອມຊາມແບບຊາຕານ, ຊີວິດຂອງຄົນຈະບໍ່ເປັນຊີວິດແບບເກົ່າຄືໃນອະດີດ, ແຕ່ເປັນຊີວິດໃໝ່. ພໍ່ແມ່ຈະສູນເສຍລູກໆ ແລະ ລູກໆຈະສູນເສຍພໍ່ແມ່. ສາມີຈະສູນເສຍພັນລະຍາ ແລະ ພັນລະຍາຈະສູນເສຍສາມີ. ຜູ້ຄົນໃນປັດຈຸບັນແມ່ນມີຄວາມສໍາພັນທາງດ້ານຮ່າງກາຍຕໍ່ກັນ. ເມື່ອພວກເຂົາເຈົ້າທັງໝົດໄດ້ເຂົ້າໄປສູ່ບ່ອນພັກເຊົາ ກໍຈະບໍ່ມີສາຍພົວພັນທາງດ້ານຮ່າງກາຍອີກຕໍ່ໄປ. ມະນຸດຊາດດັ່ງກ່າວເທົ່ານັ້ນທີ່ຈະມີຄວາມຊອບທໍາ ແລະ ຄວາມບໍລິສຸດ ແລະ ມະນຸດຊາດດັ່ງກ່າວເທົ່ານັ້ນທີ່ຈະເປັນຜູ້ນະມັດສະການພຣະເຈົ້າຢ່າງແທ້ຈິງ.

ພຣະເຈົ້າສ້າງມະນຸດ ແລະ ເອົາພວກເຂົ້າໄວ້ເທິງແຜ່ນດິນໂລກ ແລະ ພຣະອົງໄດ້ນໍາພາພວກເຂົາຈົນມາເຖິງປັດຈຸບັນ. ຫຼັງຈາກນັ້ນ ພຣະອົງຊ່ວຍມວນມະນຸດໃຫ້ລອດພົ້ນ ແລະ ກາຍມາເປັນຜູ້ຖວາຍບາບໃຫ້ແກ່ມະນຸດ. ແຕ່ ສຸດທ້າຍພຣະອົງກໍຍັງຕ້ອງໄດ້ເອົາຊະນະມະນຸດ, ຊ່ວຍມະນຸດໃຫ້ລອດ ແລະ ຟື້ນຟູພວກເຂົາໃຫ້ເປັນເໝືອນດັ່ງເດີມອີກ. ນີ້ແມ່ນພາລະກິດທີ່ພຣະອົງໄດ້ປະຕິບັດຕັ້ງແຕ່ຕົ້ນຈົນຈົບ ເຊິ່ງເປັນການຟື້ນຟູມະນຸດກັບຄືນສູ່ພາບດັ່ງເດີມ ແລະ ກັບໄປສູ່ສະພາບດັ່ງເດີມຂອງພວກເຂົາ. ພຣະອົງຈະສ້າງຕັ້ງອານາຈັກຂອງພຣະອົງ ແລະ ຟື້ນຟູມະນຸດໃຫ້ເປັນແບບເດີມ ເຊິ່ງນີ້ກໍໝາຍຄວາມວ່າ ພຣະອົງຈະຟື້ນຟູອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ ແລະ ຟື້ນຟູອໍານາດຂອງພຣະອົງໃນທ່າມກາງການສ້າງທັງໝົດ. ຫຼັງຈາກຊາຕານໄດ້ເຮັດໃຫ້ເສື່ອມຊາມ, ມະນຸດກໍຂາດຄວາມຢໍາເກງຕໍ່ພຣະເຈົ້າ ແລະ ຂາດຄວາມສາມາດທີ່ສິ່ງມີຊີວິດທີ່ພຣະເຈົ້າສ້າງຂຶ້ນຄວນມີ ໂດຍກາຍເປັນສັດຕູທີ່ບໍ່ເຊື່ອຟັງພຣະເຈົ້າ. ມະນຸດດໍາລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ປະຕິບັດຕາມຄໍາສັ່ງຂອງຊາຕານ; ສະນັ້ນ ພຣະເຈົ້າບໍ່ມີຫົນທາງທີ່ຈະປະຕິບັດພາລະກິດໃນທ່າມກາງສັບພະສິ່ງຂອງພຣະອົງ ແລະ ບໍ່ສາມາດເອົາຊະນະຄວາມຢໍາເກງຂອງສັບພະສິ່ງຂອງພຣະອົງໄດ້. ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ຄວນບູຊາພຣະເຈົ້າ ແຕ່ມະນຸດຊໍ້າພັດຫັນຫຼັງໃສ່ພຣະເຈົ້າ ແລະ ບູຊາຊາຕານ. ຊາຕານກາຍເປັນມິ່ງຂວັນໃນຫົວໃຈຂອງມະນຸດ. ດ້ວຍເຫດນີ້ ພຣະເຈົ້າຈຶ່ງໄດ້ສູນເສຍຈຸດຢືນຂອງພຣະອົງໃນຫົວໃຈມະນຸດ ເຊິ່ງເວົ້າໄດ້ອີກວ່າ ພຣະອົງຂາດຄວາມໝາຍຂອງການສ້າງມະນຸດຂອງພຣະອົງ ແລະ ສະນັ້ນ ເພື່ອທີ່ຈະຟື້ນຟູຄວາມໝາຍຂອງການສ້າງມະນຸດຂອງພຣະອົງ, ພຣະອົງຕ້ອງຟື້ນຟູມະນຸດໃຫ້ເປັນເໝືອນດັ່ງເດີມ ແລະ ຕ້ອງກໍາຈັດອຸປະນິໄສອັນເສື່ອມຊາມຂອງມະນຸດ. ເພື່ອເອົາມະນຸດກັບຄືນມາຈາກຊາຕານ, ພຣະອົງຕ້ອງຊ່ວຍມະນຸດໃຫ້ລອດຈາກຄວາມຜິດບາບ. ມີພຽງວິທີນີ້ເທົ່ານັ້ນ ທີ່ພຣະອົງຈະສາມາດຟື້ນຟູມະນຸດໃຫ້ເປັນເໝືອນເດີມໄດ້ ແລະ ຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດ ແລະ ໃນທີ່ສຸດກໍຟື້ນຟູອານາຈັກຂອງພຣະອົງ. ຈະໄດ້ມີການທໍາລາຍບຸຸດຊາຍທີ່ບໍ່ເຊື່ອຟັງເຫຼຼົ່ານັ້ນ ເພື່ອເຮັດໃຫ້ມະນຸດບູຊາພຣະເຈົ້າດີຂຶ້ນ ແລະ ມີຊີວິດຢູ່ເທິງແຜ່ນດິນໂລກໃຫ້ດີຂຶ້ນ. ໃນເມື່ອພຣະເຈົ້າໄດ້ສ້າງມະນຸດ, ພຣະອົງກໍຕ້ອງເຮັດໃຫ້ມະນຸດບູຊາພຣະອົງ; ໃນເມື່ອພຣະອົງປາຖະໜາຟື້ນຟູໜ້າທີ່ດັ່ງເດີມຂອງມະນຸດ, ພຣະອົງກໍຕ້ອງຟື້ນຟູສິ່ງນັ້ນໃຫ້ສົມບູນ ແລະ ປາດສະຈາກການເຈືອປົນໃດໆ. ການຟື້ນຟູອໍານາດຂອງພຣະອົງໝາຍເຖິງການເຮັດໃຫ້ມະນຸດບູຊາພຣະອົງ ແລະ ເຮັດໃຫ້ມະນຸດເຊື່ອຟັງພຣະອົງ; ໝາຍເຖິງ ພຣະອົງຕ້ອງເຮັດໃຫ້ມະນຸດດໍາລົງຊີວິດຍ້ອນພຣະອົງ ແລະ ເຮັດໃຫ້ສັດຕູຂອງພຣະອົງດັບສູນຍ້ອນອໍານາດຂອງພຣະອົງ; ໝາຍເຖິງວ່າ ພຣະອົງຈະເຮັດໃຫ້ທຸກພາກສ່ວນຂອງພຣະອົງຍັງຄົງຢູ່ໃນທ່າມກາງມະນຸດຊາດ ແລະ ປາດສະຈາກທຸກການຕໍ່ຕ້ານໃດໆຈາກມະນຸດ. ອານາຈັກທີ່ພຣະອົງປາດຖະໜາຈະສ້າງຕັ້ງຄືອານາຈັກຂອງພຣະອົງ. ມະນຸດທີ່ພຣະອົງປາດຖະໜາແມ່ນຜູ້ທີ່ບູຊາພຣະອົງ ເຊິ່ງເປັນຜູ້ທີ່ເຊື່ອຟັງພຣະອົງຢ່າງເຕັມທີ່ ແລະ ມີຄວາມສະຫງ່າລາສີຂອງພຣະອົງ. ຖ້າພຣະອົງບໍ່ຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ, ການສ້າງມະນຸດຂອງພຣະອົງຈະບໍ່ມີຄວາມໝາຍຫຍັງ; ພຣະອົງຈະບໍ່ມີອໍານາດໃນທ່າມກາງມະນຸດ ແລະ ອານາຈັກຂອງພຣະອົງຈະບໍ່ສາມາດເກີດຂຶ້ນຢູ່ເທິງແຜ່ນດິນໂລກອີກຕໍ່ໄປ. ຖ້າພຣະອົງບໍ່ທໍາລາຍສັດຕູ ຜູ້ທີ່ບໍ່ເຊື່ອຟັງພຣະອົງເຫຼົ່ານັ້ນ, ພຣະອົງຈະບໍ່ສາມາດຮັບເອົາຄວາມສະຫງ່າລາສີຂອງພຣະອົງໄດ້ຢ່າງສົມບູນ ຫຼື ພຣະອົງຈະບໍ່ສາມາດສ້າງຕັ້ງອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກໄດ້. ສິ່ງເຫຼົ່ານີ້ເປັນສັນຍາລັກຂອງຄວາມສໍາເລັດຂອງພາລະກິດຂອງພຣະອົງ ແລະ ເປັນສັນຍາລັກຂອງການບັນລຸຜົນສໍາເລັດຢ່າງຍິ່ງໃຫຍ່ຂອງພຣະອົງ: ນັ້ນກໍເພື່ອທໍາລາຍຜູ້ທີ່ຢູ່ໃນທ່າມກາງມະນຸດ ທີ່ບໍ່ເຊື່ອຟັງພຣະອົງ ແລະ ເພື່ອນໍາເອົາຜູ້ທີ່ຖືກເຮັດໃຫ້ສົມບູນແບບເຂົ້າໄປບ່ອນພັກເຊົາ. ເມື່ອມະນຸດໄດ້ຖືກຟື້ນຟູກັບຄືນໄປເປັນເໝືອນເດີມ, ເມື່ອມະນຸດສາມາດບັນລຸຜົນຕາມໜ້າທີ່ຂອງຕົນ, ຮັກສາຖານະຂອງຕົນ ແລະ ເຊື່ອຟັງການຈັດແຈງທັງໝົດຂອງພຣະເຈົ້າ, ພຣະເຈົ້າກໍຈະຮັບເອົາກຸ່ມຄົນທີ່ນະມັດສະການພຣະອົງຢູ່ເທິງແຜ່ນດິນໂລກ ແລະ ພ້ອມນັ້ນ ພຣະອົງຈະໄດ້ສ້າງຕັ້ງອານາຈັກທີ່ບູຊາພຣະອົງຢູ່ເທິງແຜ່ນດິນໂລກ. ພຣະອົງຈະຮັບໄຊຊະນະຢູ່ເທິງແຜ່ນດິນໂລກໂດຍນິລັນດອນ ແລະ ຜູ້ທີ່ຕໍ່ຕ້ານພຣະອົງຈະຖືກທໍາລາຍລົງຊົ່ວນິລັນດອນ. ນີ້ຈະເປັນການຟື້ນຟູເຈດຕະນາດັ່ງເດີມຂອງພຣະອົງໃນການສ້າງມະນຸດ ແລະ ພ້ອມນີ້ ກໍຈະເປັນການຟື້ນຟູອໍານາດຂອງພຣະອົງຢູ່ເທິງແຜ່ນດິນໂລກ, ຟື້ນຟູອໍານາດຂອງພຣະອົງໃນທ່າມກາງສັບພະທຸກສິ່ງ ແລະ ຟື້ນຟູອໍານາດໃນທ່າມກາງສັດຕູຂອງພຣະອົງ. ສິ່ງເຫຼົ່ານີ້ເປັນສັນຍາລັກແຫ່ງໄຊຊະນະທັງໝົດຂອງພຣະອົງ. ຕໍ່ຈາກນີ້ໄປ ມະນຸດຈະເຂົ້າສູ່ບ່ອນທີ່ມີຄວາມສະຫງົບ ແລະ ເຂົ້າສູ່ຊີວິດຕາມເສັ້ນທາງທີ່ຖືກຕ້ອງ. ພ້ອມນີ້ ພຣະເຈົ້າຈະເຂົ້າສູ່ຄວາມສະຫງົບຢ່າງນິລັນດອນກັບມະນຸດ ແລະ ເຂົ້າສູ່ຊີວິດແບບນິລັນດອນຮ່ວມກັນລະຫວ່າງພຣະເຈົ້າ ກັບ ມະນຸດ. ຄົນຊົ່ວຊ້າ ແລະ ຄົນບໍ່ເຊື່ອຟັງ ພ້ອມທັງຜູ້ຮ້ອງໄຫ້ເສຍໃຈຢູ່ເທິງແຜ່ນດິນໂລກຈະຕ້ອງດັບສູນ. ທຸກສິ່ງທີ່ຕໍ່ຕ້ານພຣະເຈົ້າຈະຖືກທໍາລາຍ. ມີແຕ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະອົງຊ່ວຍໃຫ້ລອດເທົ່ານັ້ນທີ່ຈະຍັງເຫຼືອຢູ່ ແລະ ການສ້າງຂອງພຣະອົງເທົ່ານັ້ນທີ່ຈະຍັງເຫຼືອຢູ່.

​ກ່ອນ​ນີ້ :ເມື່ອເວົ້າເຖິງພຣະເຈົ້າ, ເຈົ້າມີຄວາມເຂົ້າໃຈຫຍັງແນ່?

ຕໍ່​ໄປ:ຄົນທີ່ບໍ່ຮຽນຮູ້ ແລະ ບໍ່ຮູ້ຈັກຫຍັງເລີຍນັ້ນ ເປັນສັດບໍ?

ເນື່ອຫາທີ່ກ່ຽວຂ້ອງ