ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ (ພາກທີສອງ)

ເມື່ອມະນຸດບັນລຸຊີວິດທີ່ແທ້ຈິງຂອງມະນຸດເທິງແຜ່ນດິນໂລກ ແລະ ກອງກຳລັງທັງໝົດຂອງຊາຕານຕົກຢູ່ໃນພັນທະນາການ ມະນຸດຈະດຳລົງຊີວິດເທິງແຜ່ນດິນໂລກຢ່າງງ່າຍດາຍ. ສິ່ງຕ່າງໆຈະບໍ່ຊັບຊ້ອນຄືກັບທີ່ພວກມັນເປັນຢູ່ໃນປັດຈຸບັນ ເຊັ່ນ: ຄວາມສຳພັນຂອງມະນຸດ, ການສຳພັນໃນສັງຄົມ, ຄວາມສຳພັນທີ່ຊັບຊ້ອນຂອງຄອບຄົວ... ພວກມັນນຳເອົາຫຼາຍໆບັນຫາມາ ເຊິ່ງເຈັບປວດຫຼາຍ! ຊີວິດຂອງມະນຸດໃນນີ້ແມ່ນມີຄວາມທຸກຫຼາຍ! ເມື່ອມະນຸດຖືກເອົາຊະນະ ຫົວໃຈ ແລະ ຈິດໃຈຂອງເຂົາຈະປ່ຽນແປງ ນັ້ນກໍຄື ເຂົາຈະມີຫົວໃຈທີ່ຢໍາເກງ ແລະ ຮັກພຣະເຈົ້າ. ເມື່ອທຸກຄົນທີ່ຢູ່ພາຍໃນຈັກກະວານ ຜູ້ເຊິ່ງສະແຫວງຫາເພື່ອຮັກພຣະເຈົ້າໄດ້ຖືກເອົາຊະນະແລ້ວ ເຊິ່ງເວົ້າໄດ້ວ່າ ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ແລະ ເມື່ອຊາຕານພ້ອມກັບກອງກຳລັງແຫ່ງຄວາມມືດທັງໝົດໄດ້ຕົກຢູ່ໃນພັນທະນາການ ແລ້ວຊີວິດຂອງມະນຸດເທິງແຜ່ນດິນໂລກກໍຈະບໍ່ຖືກລົບກວນ ແລະ ເຂົາຈະສາມາດດຳລົງຊີວິດຢູ່ເທິງແຜ່ນດິນໂລກຢ່າງມີອິດສະຫຼະ. ຖ້າຊີວິດຂອງມະນຸດປາສະຈາກຄວາມສຳພັນທາງເນື້ອໜັງ ແລະ ປາສະຈາກຄວາມຊັບຊ້ອນຂອງເນື້ອໜັງ ແລ້ວມັນກໍຈະງ່າຍກວ່າເກົ່າຫຼາຍ. ຄວາມສຳພັນທາງເນື້ອໜັງຂອງມະນຸດຊັບຊ້ອນຫຼາຍ ແລະ ການທີ່ມະນຸດມີສິ່ງດັ່ງກ່າວກໍເປັນເຄື່ອງພິສູດແລ້ວວ່າ ເຂົາຍັງບໍ່ໄດ້ເປັນອິດສະຫຼະຈາກອິດທິພົນຂອງຊາຕານ. ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບອ້າຍເອື້ອຍນ້ອງຂອງເຈົ້າ, ຖ້າເຈົ້າມີຄວາມສຳພັນແບບດຽວກັນກັບສະມາຊິກແຕ່ລະຄົນໃນຄອບຄົວຂອງເຈົ້າ ແລ້ວເຈົ້າກໍຈະບໍ່ມີຄວາມກັງວົນ ແລະ ຈະບໍ່ຈໍາເປັນຕ້ອງເປັນຫ່ວງໃຜເລີຍ. ບໍ່ມີສິ່ງໃດທີ່ດີກວ່ານີ້ ແລະ ດ້ວຍວິທີນີ້ ມະນຸດຈະຮັບການບັນເທົາຈາກຄວາມເຈັບປວດເຄິ່ງໜຶ່ງ. ການມີຊີວິດແບບມະນຸດປົກກະຕິເທິງແຜ່ນດິນໂລກ ມະນຸດກໍຈະຄ້າຍຄືກັບທູດສະຫວັນ; ເຖິງແມ່ນຈະຍັງເປັນເນື້ອໜັງຢູ່ ເຂົາຈະຄ້າຍຄືກັບທູດສະຫວັນຫຼາຍ. ນີ້ຄືຄຳສັນຍາສຸດທ້າຍ ເຊິ່ງມັນເປັນຄຳສັນຍາສຸດທ້າຍທີ່ປະທານໃຫ້ກັບມະນຸດ. ໃນປັດຈຸບັນ ມະນຸດຜ່ານການຂ້ຽນຕີ ແລະ ການພິພາກສາ; ເຈົ້າຄິດວ່າ ປະສົບການຂອງມະນຸດໃນສິ່ງດັ່ງກ່າວເປັນເລື່ອງທີ່ບໍ່ມີຄວາມໝາຍບໍ? ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຈະຖືກເຮັດໃຫ້ສຳເລັດໂດຍບໍ່ມີເຫດຜົນບໍ? ກ່ອນໜ້ານັ້ນ ມີການເວົ້າວ່າ ການຂ້ຽນຕີ ແລະ ການພິພາກສາມະນຸດກໍຄືການວາງເຂົາໃນເຫວເລິກ ເຊິ່ງໝາຍຄວາມເຖິງການນໍາໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາອອກໄປ. ນີ້ກໍເພື່ອຜົນປະໂຫຍດຂອງສິ່ງໜຶ່ງ ນັ້ນຄື ການຊໍາລະລ້າງມະນຸດ. ມະນຸດບໍ່ໄດ້ຖືກວາງໃນເຫວເລິກໂດຍເຈດຕະນາ ເຊິ່ງຫຼັງຈາກນັ້ນ ພຣະເຈົ້າກໍຊໍາລະລ້າງມືຂອງພຣະອົງອອກຈາກເຂົາ. ກົງກັນຂ້າມ ມັນແມ່ນເພື່ອລິຮານກັບຄວາມກະບົດທີ່ຢູ່ພາຍໃນມະນຸດ ເພື່ອວ່າໃນສຸດທ້າຍແລ້ວ ສິ່ງທີ່ຢູ່ພາຍໃນມະນຸດອາດໄດ້ຮັບການຊໍາລະລ້າງ, ເພື່ອເຂົາອາດຈະມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ ແລະ ເປັນຄືກັບຄົນທີ່ບໍລິສຸດ. ຖ້າສິ່ງນີ້ຖືກເຮັດໃຫ້ສຳເລັດ ແລ້ວທຸກສິ່ງກໍຈະສຳເລັດລົງທັງໝົດ. ຕາມຄວາມຈິງແລ້ວ ເມື່ອສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດທີ່ຈຳເປັນຕ້ອງຖືກລິຮານກໍຖືກລິຮານແລ້ວ ແລະ ມະນຸດເປັນພະຍານທີ່ດັງສະນັ່ນ ຊາຕານກໍຈະຖືກເຮັດໃຫ້ພ່າຍແພ້ເຊັ່ນດຽວກັນ ແລະ ເຖິງແມ່ນວ່າມີສອງສາມສິ່ງເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດແຕ່ທຳອິດເຊິ່ງບໍ່ໄດ້ຖືກຊໍາລະລ້າງຢ່າງສົມບູນ, ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ແລ້ວ ມັນກໍຈະບໍ່ລົບກວນອີກຕໍ່ໄປ ແລະ ໃນເວລານັ້ນ ມະນຸດຈະຖືກຊໍາລະລ້າງຢ່າງສົມບູນ. ມະນຸດບໍ່ເຄີຍມີປະສົບການຊີວິດແບບນັ້ນຈັກເທື່ອ ແຕ່ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ທຸກສິ່ງກໍຈະສະຫງົບລົງ ແລະ ສິ່ງເລັກໆນ້ອຍໆເຫຼົ່ານັ້ນທີ່ຢູ່ພາຍໃນມະນຸດກໍຈະຮັບການແກ້ໄຂທັງໝົດ ແລະ ເມື່ອບັນຫາຫຼັກນັ້ນຖືກແກ້ໄຂ ທຸກບັນຫາອື່ນກໍຈະຈົບລົງ. ໃນລະຫວ່າງການບັງເກີດເປັນມະນຸດຄັ້ງນີ້ຂອງພຣະເຈົ້າເທິງແຜ່ນດິນໂລກ, ເມື່ອພຣະອົງປະຕິບັດພາລະກິດຂອງພຣະອົງດ້ວຍຕົວເອງທ່າມກາງມະນຸດ ພາລະກິດທຸກຢ່າງທີ່ພຣະອົງປະຕິບັດກໍເພື່ອປາບຊາຕານ ແລະ ພຣະອົງຈະປາບຊາຕານຜ່ານການເອົາຊະນະມະນຸດ ແລະ ການເຮັດໃຫ້ພວກເຈົ້າສົມບູນ. ເມື່ອພວກເຈົ້າເປັນພະຍານທີ່ດັງສະນັ່ນ ໃນທຳນອງດຽວກັນ ສິ່ງນີ້ກໍຈະເປັນເຄື່ອງໝາຍແຫ່ງຄວາມພ່າຍແພ້ຂອງຊາຕານ. ມະນຸດຖືກເອົາຊະນະກ່ອນ ແລະ ຖືກເຮັດໃຫ້ສົມບູນຢ່າງຄົບຖ້ວນໃນທີ່ສຸດເພື່ອປາບຊາຕານ. ເຖິງແນວໃດກໍຕາມ ໃນແກ່ນແທ້ແລ້ວ ນີ້ຄືຄວາມລອດພົ້ນຂອງມະນຸດຊາດທັງປວງຈາກທະເລທີ່ວ່າງເປົ່າແຫ່ງຄວາມເຈັບປວດ ເຊິ່ງເກີດຂຶ້ນໃນເວລາດຽວກັນກັບຄວາມພ່າຍແພ້ຂອງຊາຕານ. ບໍ່ວ່າພາລະກິດນີ້ຈະຖືກປະຕິບັດທົ່ວທັງຈັກກະວານທັງໝົດ ຫຼື ຢູ່ໃນປະເທດຈີນ, ທັງໝົດນັ້ນກໍແມ່ນເພື່ອປາບຊາຕານ ແລະ ນໍາຄວາມລອດພົ້ນມາເຖິງມະນຸດຊາດທັງປວງ ເພື່ອມະນຸດອາດຈະເຂົ້າສູ່ບ່ອນພັກຜ່ອນ. ພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງເປັນເນື້ອໜັງທີ່ປົກກະຕິນີ້ ກໍແມ່ນເພື່ອຜົນປາບຊາຕານຢ່າງແນ່ນອນ. ພາລະກິດຂອງພຣະເຈົ້າແຫ່ງເນື້ອໜັງແມ່ນຖືກໃຊ້ເພື່ອນໍາຄວາມລອດພົ້ນມາເຖິງທຸກຄົນທີ່ຢູ່ພາຍໃຕ້ສະຫວັນ ເຊິ່ງເປັນຄົນຮັກພຣະເຈົ້າ, ແມ່ນເພື່ອຜົນປະໂຫຍດແຫ່ງການເອົາຊະນະບັນດາມະນຸດຊາດທັງປວງ ແລະ ຍິ່ງໄປກວ່ານັ້ນກໍເພື່ອປາບຊາຕານ. ຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດແມ່ນບໍ່ສາມາດແຍກອອກຈາກການປາບຊາຕານເພື່ອນໍາຄວາມລອດພົ້ນມາເຖິງມວນມະນຸດທັງປວງແລ້ວ. ໃນພາລະກິດສ່ວນຫຼາຍ ເປັນຫຍັງຈຶ່ງມັກມີຄຳເວົ້າທີ່ໃຫ້ພວກເຈົ້າເປັນພະຍານຢູ່ສະເໝີ? ພະຍານນີ້ແມ່ນກຳລັງແນໃສ່ໃຜ? ບໍ່ແມ່ນແນໃສ່ຊາຕານບໍ? ພະຍານນີ້ແມ່ນສ້າງຂຶ້ນເພື່ອພຣະເຈົ້າ ແລະ ມັນຖືກສ້າງຂຶ້ນເພື່ອເປັນພະຍານວ່າ ພາລະກິດຂອງພຣະເຈົ້າໄດ້ບັນລຸຜົນສຳເລັດແລ້ວ. ການເປັນພະຍານກ່ຽວຂ້ອງກັບພາລະກິດໃນການປາບຊາຕານ; ຖ້າບໍ່ມີສົງຄາມກັບຊາຕານ ແລ້ວມະນຸດກໍບໍ່ຈຳເປັນຕ້ອງເປັນພະຍານ. ມັນກໍເປັນເພາະຊາຕານຕ້ອງພ່າຍແພ້ ຈຶ່ງເຮັດໃຫ້ພຣະເຈົ້າຮຽກຮ້ອງໃຫ້ມະນຸດເປັນພະຍານໃຫ້ກັບພຣະອົງຕໍ່ໜ້າຊາຕານໃນເວລາດຽວກັນກັບທີ່ພຣະອົງກຳລັງຊ່ວຍມະນຸດ ເຊິ່ງພຣະອົງນໍາໃຊ້ເພື່ອຊ່ວຍມະນຸດ ແລະ ເຮັດສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມະນຸດເປັນທັງຈຸດມຸ່ງໝາຍຂອງຄວາມລອດພົ້ນ ແລະ ເຄື່ອງມືໃນການປາບຊາຕານ, ເພາະສະນັ້ນ ມະນຸດຈຶ່ງເປັນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງທັງໝົດຂອງພຣະເຈົ້າ ໃນຂະນະທີ່ຊາຕານກໍເປັນພຽງຈຸດມຸ່ງໝາຍຂອງການທຳລາຍ ເຊິ່ງເປັນສັດຕູ. ເຈົ້າອາດຮູ້ສຶກວ່າ ເຈົ້າບໍ່ໄດ້ເຮັດຫຍັງ ແຕ່ຍ້ອນການປ່ຽນແປງໃນອຸປະນິໄສຂອງເຈົ້າ ພະຍານຈຶ່ງໄດ້ເກີດຂຶ້ນ ແລະ ພະຍານນີ້ກໍແນໃສ່ຊາຕານ ແລະ ບໍ່ໄດ້ຖືກສ້າງສຳລັບມະນຸດ. ມະນຸດບໍ່ເໝາະສົມທີ່ຈະຊື່ນຊົມພະຍານດັ່ງກ່າວ. ເຂົາຈະສາມາດເຂົ້າໃຈພາລະກິດທີ່ພຣະເຈົ້າປະຕິບັດໄດ້ແນວໃດ? ຈຸດມຸ່ງໝາຍຂອງການຕໍ່ສູ້ຂອງພຣະເຈົ້າກໍແມ່ນຊາຕານ; ໃນຂະນະດຽວກັນ ມະນຸດເປັນພຽງແຕ່ຈຸດມຸ່ງໝາຍຂອງຄວາມລອດພົ້ນ. ມະນຸດມີອຸປະນິໄສທີ່ເສື່ອມຊາມຂອງຊາຕານ ແລະ ບໍ່ສາມາດເຂົ້າໃຈພາລະກິດນີ້ໄດ້. ນີ້ກໍຍ້ອນຄວາມເສື່ອມຊາມຂອງຊາຕານ ແລະ ບໍ່ໄດ້ຢູ່ພາຍໃນມະນຸດໂດຍທຳມະຊາດ ແຕ່ເປັນການບົງການຂອງຊາຕານ. ໃນປັດຈຸບັນ ພາລະກິດຫຼັກຂອງພຣະເຈົ້າແມ່ນເພື່ອປາບຊາຕານ ນັ້ນກໍຄື ເພື່ອເອົາຊະນະມະນຸດຢ່າງສົມບູນ ເພື່ອວ່າມະນຸດອາດເປັນພະຍານສຸດທ້າຍໃຫ້ກັບພຣະເຈົ້າຕໍ່ໜ້າຊາຕານ. ດ້ວຍວິທີນີ້ ທຸກສິ່ງຈະຖືກເຮັດໃຫ້ສຳເລັດ. ໃນຫຼາຍໆກໍລະນີ ເມື່ອເບິ່ງດ້ວຍຕາເປົ່າຂອງເຈົ້າ ມັນເບິ່ງຄືກັບວ່າ ບໍ່ມີຫຍັງຖືກເຮັດໃຫ້ສຳເລັດເລີຍ ແຕ່ໃນຄວາມຈິງ ພາລະກິດໄດ້ຖືກເຮັດໃຫ້ສຳເລັດແລ້ວ. ມະນຸດຮຽກຮ້ອງໃຫ້ພາລະກິດແຫ່ງຄວາມສຳເລັດທັງໝົດເປັນສິ່ງທີ່ເຫັນໄດ້ ແຕ່ເຖິງຈະບໍ່ໄດ້ເຮັດໃຫ້ເຈົ້າເຫັນ ເຮົາກໍໄດ້ສຳເລັດພາລະກິດຂອງເຮົາແລ້ວ ຍ້ອນຊາຕານຍິນຍອມ ເຊິ່ງໝາຍຄວາມວ່າ ມັນຖືກປາບຢ່າງສິ້ນເຊີງ ເພາະສະຕິປັນຍາ, ລິດອຳນາດ ແລະ ສິດອຳນາດຂອງພຣະເຈົ້າທັງໝົດໄດ້ປາບຊາຕານ. ນີ້ເປັນພະຍານທີ່ຕ້ອງເກີດຂຶ້ນຢ່າງແນ່ນອນ ແລະ ເຖິງແມ່ນວ່າ ມັນບໍ່ມີການສະແດງອອກຢ່າງຊັດເຈນໃນມະນຸດ, ເຖິງແມ່ນວ່າ ມັນບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ ຊາຕານກໍພ່າຍແພ້ເປັນທີ່ຮຽບຮ້ອຍແລ້ວ. ພາລະກິດທັງໝົດນີ້ແມ່ນແນໃສ່ຊາຕານ ແລະ ຖືກປະຕິບັດຍ້ອນສົງຄາມກັບຊາຕານ. ດ້ວຍເຫດນັ້ນ ມີຫຼາຍສິ່ງທີ່ມະນຸດບໍ່ໄດ້ເຫັນວ່າເປັນຄວາມສຳເລັດ, ແຕ່ໃນສາຍຕາຂອງພຣະເຈົ້າ ພວກມັນເປັນສິ່ງທີ່ປະສົບຜົນສຳເລັດເປັນເວລາດົນນານມາແລ້ວ. ນີ້ຄືໜຶ່ງໃນຄວາມຈິງຂ້າງໃນຂອງພາລະກິດທັງໝົດຂອງພຣະເຈົ້າ.

ເມື່ອຊາຕານພ່າຍແພ້ ເຊິ່ງເວົ້າໄດ້ວ່າ ເມື່ອມະນຸດໄດ້ຖືກເອົາຊະນະຢ່າງສົມບູນ ແລ້ວມະນຸດກໍຈະເຂົ້າໃຈວ່າ ພາລະກິດທັງໝົດນີ້ກໍແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ ແລະ ວິທີການແຫ່ງຄວາມລອດພົ້ນນີ້ກໍເພື່ອຍາດເອົາຜູ້ຄົນຈາກມືຂອງຊາຕານ. ພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າຖືກແບ່ງອອກເປັນສາມຍຸກ: ຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ທັງສາມຂັ້ນຕອນຂອງພາລະກິດແມ່ນເພື່ອຜົນປະໂຫຍດຂອງຄວາມລອດພົ້ນຂອງມະນຸດຊາດ ເຊິ່ງເວົ້າໄດ້ວ່າ ພວກມັນແມ່ນເພື່ອຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ. ຢ່າງໃດກໍຕາມ ໃນເວລາດຽວກັນ ພວກມັນເປັນແບບນັ້ນກໍເພື່ອພຣະເຈົ້າອາດຈະເຮັດສົງຄາມກັບຊາຕານໄດ້. ດ້ວຍເຫດນັ້ນ ຄືກັບທີ່ພາລະກິດແຫ່ງຄວາມລອດພົ້ນຖືກແບ່ງອອກເປັນສາມຂັ້ນຕອນ ສະນັ້ນສົງຄາມກັບຊາຕານກໍຖືກແບ່ງອອກເປັນສາມຂັ້ນຕອນເຊັ່ນກັນ ແລະ ລັກສະນະສອງຢ່າງຂອງພາລະກິດຂອງພຣະເຈົ້າຖືກດຳເນີນໄປພ້ອມໆກັນ. ຕາມຄວາມຈິງແລ້ວ ສົງຄາມກັບຊາຕານແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ ແລະ ຍ້ອນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ແມ່ນສິ່ງທີ່ສາມາດເຮັດໃຫ້ສຳເລັດໄດ້ໃນຂັ້ນຕອນດຽວ ສົງຄາມກັບຊາຕານຈຶ່ງຖືກແບ່ງອອກເປັນຂັ້ນຕອນ ແລະ ໄລຍະ ແລະ ກໍເຮັດສົງຄາມກັບຊາຕານຕາມຄວາມຕ້ອງການຂອງມະນຸດ ແລະ ການຂະຫຍາຍຄວາມເສື່ອມຊາມທີ່ຊາຕານມີຕໍ່ມະນຸດ. ບາງເທື່ອ ໃນຈິນຕະນາການຂອງມະນຸດ ເຂົາເຊື່ອວ່າ ໃນສົງຄາມນີ້ ພຣະເຈົ້າຈະຈັບອາວຸດຂຶ້ນຕໍ່ສູ້ກັບຊາຕານໃນທຳນອງດຽວກັນກັບທີ່ກອງທັບສອງຝ່າຍຈະຕໍ່ສູ້ກັນ. ນີ້ເປັນພຽງແຕ່ສິ່ງທີ່ຄວາມສະຫຼາດຂອງມະນຸດສາມາດຈິນຕະນາການໄດ້; ມັນເປັນຄວາມຄິດທີ່ບໍ່ແຈ່ມແຈ້ງຫຼາຍ ແລະ ບໍ່ເປັນຈິງເລີຍ ແຕ່ມັນກໍເປັນສິ່ງທີ່ມະນຸດເຊື່ອ. ແລະ ຍ້ອນເຮົາກ່າວໃນທີ່ນີ້ວ່າ ວິທີການແຫ່ງຄວາມລອດພົ້ນຂອງມະນຸດແມ່ນໂດຍການເຮັດສົງຄາມກັບຊາຕານ ມະນຸດຈຶ່ງຈິນຕະນາການວ່ານີ້ຄືວິທີທີ່ສົງຄາມດຳເນີນການ. ໃນພາລະກິດແຫ່ງຄວາມລອດພົ້ນຂອງມະນຸດນັ້ນ ມີການດໍາເນີນການຢູ່ສາມຍຸກ ເຊິ່ງເວົ້າໄດ້ວ່າ ການຕໍ່ສູ້ກັບຊາຕານແມ່ນໄດ້ແຍກອອກເປັນສາມຂັ້ນຕອນເພື່ອປາບຊາຕານຢ່າງເດັດຂາດ. ແຕ່ເບື້ອງໃນທີ່ແທ້ຈິງຂອງພາລະກິດທັງໝົດໃນການຕໍ່ສູ້ກັບຊາຕານແມ່ນໄດ້ຮັບຜົນຜ່ານສອງສາມຂັ້ນຕອນຂອງພາລະກິດ ເຊັ່ນ: ການມີຄວາມເມດຕາກະລຸນາຕໍ່ມະນຸດ, ການເປັນເຄື່ອງຖວາຍບາບໃຫ້ແກ່ມະນຸດ, ການໃຫ້ອະໄພຕໍ່ຄວາມຜິດບາບຂອງມະນຸດ, ການເອົາຊະນະມະນຸດ ແລະ ການສ້າງມະນຸດໃຫ້ສົມບູນ. ຄວາມຈິງກໍຄື ການຕໍ່ສູ້ກັບຊາຕານບໍ່ແມ່ນການໃຊ້ອາວຸດສູ້ຮົບກັບຊາຕານ ແຕ່ກົງກັນຂ້າມພັດແມ່ນການມີຄໍາພະຍານໃຫ້ແກ່ພຣະເຈົ້າຜ່ານການຊ່ວຍມະນຸດໃຫ້ລອດພົ້ນ, ການປະຕິບັດພາລະກິດເພື່ອຊີວິດຂອງມະນຸດ ແລະ ການປ່ຽນແປງອຸປະນິໄສຂອງມະນຸດ ແລະ ດ້ວຍເມື່ອເປັນແບບນັ້ນ ຈຶ່ງເປັນການ ປາບຊາຕານ. ຊາຕານພ່າຍແພ້ຍ້ອນການປ່ຽນແປງຈິດໃຈອັນເສື່ອມຊາມຂອງມະນຸດ. ເມື່ອຊາຕານຖືກປາບ ເຊິ່ງນັ້ນກໍຄື ເມື່ອມະນຸດໄດ້ລອດພົ້ນຢ່າງສົມບູນ ແລ້ວເມື່ອນັ້ນຊາຕານທີ່ອັບອາຍໃຈກໍຈະຖືກຜູກມັດໄວ້ຢ່າງສົມບູນ ແລະ ດ້ວຍວິທີນີ້ ມະນຸດຈຶ່ງຈະໄດ້ຮັບຄວາມລອດພົ້ນຢ່າງສົມບູນ. ສະນັ້ນ ແກ່ນແທ້ຂອງຄວາມລອດພົ້ນຂອງມະນຸດກໍຄື ການເຮັດສົງຄາມກັບຊາຕານ ແລະ ໂດຍສ່ວນໃຫຍ່ແລ້ວ ສົງຄາມນີ້ກໍຈະສະທ້ອນໃຫ້ເຫັນຢູ່ໃນຄວາມລອດພົ້ນຂອງມະນຸດ. ໃນຂັ້ນຕອນສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຂັ້ນຕອນສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດໃນການຊ່ວຍມະນຸດໃຫ້ລອດພົ້ນຢ່າງສົມບູນຈາກອໍານາດຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການກະບົດຕໍ່ຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອປາບຊາຕານ. ຖ້າບໍ່ມີພາລະກິດນີ້, ໃນທີ່ສຸດແລ້ວຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການປາບຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນັ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ພ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກປາບໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ແລະ ການຟື້ນຟູເຫດຜົນເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະພ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດທັງໝົດຖືກເຮັດໃຫ້ສຳເລັດ.

ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ; ພຣະອົງພຽງແຕ່ປາຖະໜາທີ່ຈະປາບຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕີສອນ ຫຼື ການພິພາກສາ ກໍແນໃສ່ຊາຕານ; ມັນຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດ, ທັງໝົດນີ້ກໍເພື່ອປາບຊາຕານ ແລະ ມັນມີຈຸດປະສົງດຽວ ນັ້ນກໍຄື ການເຮັດສົງຄາມກັບຊາຕານຈົນເຖິງທີ່ສຸດ! ພຣະເຈົ້າຈະບໍ່ພັກຜ່ອນຈັກເທື່ອຈົນກວ່າພຣະອົງຈະມີໄຊຊະນະເໜືອຊາຕານ! ພຣະອົງຈະພັກຜ່ອນພຽງແຕ່ເມື່ອພຣະອົງໄດ້ປາບຊາຕານແລ້ວ. ຍ້ອນພາລະກິດທັງໝົດທີ່ພຣະເຈົ້າປະຕິບັດນັ້ນແມ່ນແນໃສ່ຊາຕານ ແລະ ຍ້ອນຄົນທີ່ຖືກເຮັດໃຫ້ເສື່ອມຊາມນັ້ນຢູ່ພາຍໃຕ້ການຄວບຄຸມແຫ່ງອຳນາດຂອງຊາຕານ ແລະ ດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ເຊິ່ງຫາກປາສະຈາກການຕໍ່ສູ້ກັບຊາຕານ ແລະ ການທຳລາຍມັນ ຊາຕານຈະບໍ່ຍອມຜ່ອນຄາຍອິດທີພົນທີ່ມັນມີຕໍ່ຜູ້ຄົນເຫຼົ່ານີ້ ແລະ ພວກເຂົາກໍບໍ່ສາມາດຖືກຮັບໄດ້. ຖ້າພວກເຂົາບໍ່ໄດ້ຖືກຮັບ ມັນກໍຈະພິສູດວ່າ ຊາຕານຍັງບໍ່ທັນໄດ້ພ່າຍແພ້ເທື່ອ ແລະ ມັນຍັງບໍ່ໄດ້ຖືກປາບເທື່ອ. ດ້ວຍເຫດນັ້ນ ໃນແຜນການຄຸ້ມຄອງ 6.000 ປີ ຂອງພຣະອົງ ໃນລະຫວ່າງຂັ້ນຕອນທຳອິດ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງພຣະບັນຍັດ, ໃນລະຫວ່າງຂັ້ນຕອນທີສອງ ພຣະອົງແມ່ນໄດ້ປະຕິບັດພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄື ພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ໃນລະຫວ່າງຂັ້ນຕອນທີສາມ ພຣະອົງແມ່ນໄດ້ປະຕິບັດພາລະກິດແຫ່ງການເອົາຊະນະມະນຸດ. ທຸກພາລະກິດແມ່ນແນໃສ່ຂອບເຂດທີ່ຊາຕານເຮັດໃຫ້ມະນຸດຊາດເສື່ອມຊາມ, ທຸກພາລະກິດແມ່ນເພື່ອປາບຊາຕານ ແລະ ແຕ່ລະຂັ້ນຕອນທຸກຢ່າງແມ່ນເພື່ອປາບຊາຕານ. ແກ່ນແທ້ຂອງພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນສົງຄາມຕໍ່ສູ້ກັບມັງກອນແດງໃຫຍ່ ແລະ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍແມ່ນພາລະກິດໃນການປາບຊາຕານເຊັ່ນດຽວກັນ ແລະ ເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ພຣະເຈົ້າເຮັດສົງຄາມເປັນເວລາ 6.000 ປີ ແລະ ດ້ວຍເຫດນັ້ນກໍປະຕິບັດພາລະກິດເປັນເວລາ 6.000 ປີ ເພື່ອນໍາມະນຸດສູ່ອານາຈັກໃໝ່ໃນທີ່ສຸດ. ເມື່ອຊາຕານພ່າຍແພ້ ມະນຸດຈະຖືກປົດປ່ອຍຢ່າງສົມບູນ. ນີ້ບໍ່ແມ່ນແນວທາງຂອງພາລະກິດຂອງພຣະເຈົ້າໃນປັດຈຸບັນບໍ? ນີ້ຄືແນວທາງຂອງພາລະກິດໃນປັດຈຸບັນຢ່າງແນ່ນອນ ນັ້ນກໍຄື ການປົດປ່ອຍຢ່າງສົມບູນ ແລະ ການເຮັດໃຫ້ມະນຸດເປັນອິດສະຫຼະ ເພື່ອເຂົາຈະບໍ່ຖືກຈໍາກັດໂດຍລະບຽບໃດ ຫຼື ຖືກຈຳກັດໂດຍຂໍ້ຜູກມັດ ຫຼື ຂໍ້ຈຳກັດອື່ນໆ. ທຸກພາລະກິດຖືກປະຕິບັດໂດຍສອດຄ່ອງກັບວຸດທິພາວະຂອງພວກເຈົ້າ ແລະ ໂດຍສອດຄ່ອງກັບຄວາມຕ້ອງການຂອງພວກເຈົ້າ ເຊິ່ງໝາຍຄວາມວ່າ ພວກເຈົ້າຖືກຈັດກຽມດ້ວຍທຸກສິ່ງຢ່າງທີ່ພວກເຈົ້າສາມາດເຮັດໃຫ້ສຳເລັດໄດ້. ເຊິ່ງມັນບໍ່ແມ່ນກໍລະນີດຽວກັນກັບ “ການໄລ່ເປັດໃຫ້ຂຶ້ນງ່າໄມ້” ໂດຍບັງຄັບພວກເຈົ້າທຸກສິ່ງ; ກົງກັນຂ້າມ ທຸກພາລະກິດນີ້ແມ່ນຖືກປະຕິບັດໂດຍສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງຂອງພວກເຈົ້າ. ແຕ່ລະຂັ້ນຕອນຂອງພາລະກິດແມ່ນສອດຄ່ອງກັບຄວາມຕ້ອງການ ແລະ ສິ່ງທີ່ຮຽກຮ້ອງຈາກມະນຸດທີ່ແທ້ຈິງ; ແຕ່ລະຂັ້ນຕອນຂອງພາລະກິດແມ່ນເພື່ອປາບຊາຕານ. ໃນຄວາມຈິງແລ້ວ ບໍ່ມີອຸປະສັກກັ້ນລະຫວ່າງພຣະຜູ້ສ້າງ ແລະ ສິ່ງຖືກສ້າງຂອງພຣະອົງໃນຕອນເລີ່ມຕົ້ນ. ອຸປະສັກທັງໝົດແມ່ນເກີດຂຶ້ນຈາກຊາຕານ. ມະນຸດບໍ່ສາມາດເຫັນ ຫຼື ສຳຜັດຫຍັງເລີຍ ຍ້ອນການລົບກວນຂອງຊາຕານ ແລະ ຄວາມເສື່ອມຊາມຂອງມະນຸດ. ມະນຸດເປັນເຫຍື່ອ ທີ່ຖືກລໍ້ລວງ. ເມື່ອຊາຕານພ່າຍແພ້ ສິ່ງຖືກສ້າງຈະເຫັນພຣະຜູ້ສ້າງ ແລະ ພຣະຜູ້ສ້າງຈະເຝົ້າເບິ່ງສິ່ງຖືກສ້າງ ແລະ ສາມາດນໍາພາພວກເຂົາດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ທີ່ເປັນຊີວິດທີ່ມະນຸດຄວນມີຢູ່ເທິງແຜ່ນດິນໂລກ. ດ້ວຍເຫດນັ້ນ ພາລະກິດຫຼັກໆຂອງພຣະເຈົ້າແມ່ນເພື່ອເອົາຊະນະຊາຕານ ແລະ ເມື່ອຊາຕານພ່າຍແພ້ ທຸກສິ່ງກໍຈະຖືກແກ້ໄຂ. ໃນປັດຈຸບັນ ເຈົ້າກໍໄດ້ເຫັນແລ້ວວ່າ ມັນບໍ່ແມ່ນເລື່ອງງ່າຍທີ່ພຣະເຈົ້າມາທ່າມກາງມະນຸດ. ພຣະອົງບໍ່ໄດ້ມາເພື່ອໃຊ້ເວລາແຕ່ລະມື້ໃນການຈັບຜິດພວກເຈົ້າ, ເພື່ອເວົ້ານັ້ນເວົ້ານີ້ ແລະ ນັ້ນ ຫຼື ເພື່ອພຽງແຕ່ເຮັດໃຫ້ພວກເຈົ້າເຫັນວ່າ ພຣະອົງມີລັກສະນະແບບໃດ ແລະ ພຣະອົງກ່າວ ແລະ ດຳລົງຊີວິດແນວໃດ. ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງພຽງແຕ່ເພື່ອເຮັດໃຫ້ພວກເຈົ້າເຝົ້າເບິ່ງພຣະອົງ ຫຼື ເປີດຕາຂອງພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າໄດ້ຍິນຄວາມລຶກລັບທີ່ພຣະອົງໄດ້ກ່າວເຖິງ ແລະ ຕາປະທັບເຈັດຢ່າງທີ່ພຣະອົງໄດ້ເປີດ. ກົງກັນຂ້າມ ພຣະອົງກາຍມາເປັນເນື້ອໜັງກໍເພື່ອປາບຊາຕານ. ພຣະອົງໄດ້ມາທ່າມກາງມະນຸດໂດຍຜ່ານເນື້ອໜັງເພື່ອຊ່ວຍມະນຸດດ້ວຍຕົວພຣະອົງເອງ ແລະ ເພື່ອເຮັດສົງຄາມກັບຊາຕານ; ນີ້ແມ່ນຄວາມສຳຄັນຂອງການບັງເກີດເປັນມະນຸດຂອງພຣະອົງ. ຖ້າບໍ່ແມ່ນເພື່ອປາບຊາຕານ ແລ້ວພຣະອົງກໍຈະບໍ່ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ ເຮັດໃຫ້ມະນຸດໄດ້ເຫັນພຣະອົງ; ນີ້ເປັນເລື່ອງເລັກນ້ອຍບໍ? ມັນບໍ່ແມ່ນເລື່ອງງ່າຍແທ້ໆ! ມັນບໍ່ຄືກັບທີ່ມະນຸດຈິນຕະນາການວ່າ ພຣະເຈົ້າໄດ້ລົງມາເພື່ອມະນຸດອາດເຝົ້າເບິ່ງພຣະອົງ, ເພື່ອມະນຸດອາດເຂົ້າໃຈວ່າ ພຣະເຈົ້າມີຈິງ ແລະ ບໍ່ໄດ້ເລື່ອນລອຍ ຫຼື ວ່າງເປົ່າ ແລະ ພຣະເຈົ້າສູງສົ່ງແຕ່ກໍຍັງຖ່ອມຕົວ. ສິ່ງນີ້ງ່າຍຂະໜາດນັ້ນບໍ? ມັນເປັນຍ້ອນຊາຕານໄດ້ເຮັດໃຫ້ເນື້ອໜັງຂອງມະນຸດເສື່ອມຊາມຢ່າງແນ່ນອນ ແລະ ມະນຸດເປັນຄົນທີ່ພຣະເຈົ້າເຈດຕະນາທີ່ຈະຊ່ວຍ ພຣະເຈົ້າຈຶ່ງຕ້ອງສວມໃສ່ເນື້ອໜັງເພື່ອເຮັດສົງຄາມກັບຊາຕານ ແລະ ເພື່ອລ້ຽງດູມະນຸດດ້ວຍຕົວພຣະອົງເອງ. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ມີປະໂຫຍດກັບພາລະກິດຂອງພຣະອົງ. ເນື້ອໜັງທີ່ບັງເກີດເປັນມະນຸດທັງສອງຄັ້ງຂອງພຣະເຈົ້າມີຢູ່ກໍເພື່ອປາບຊາຕານ ແລະ ຍັງໄດ້ມີຢູ່ເພື່ອຊ່ວຍມະນຸດໃນທາງທີ່ດີກວ່າ. ນັ້ນກໍຍ້ອນວ່າ ຄົນທີ່ກຳລັງເຮັດສົງຄາມກັບຊາຕານສາມາດເປັນພຽງແຕ່ພຣະເຈົ້າເທົ່ານັ້ນ ບໍ່ວ່າຈະເປັນພຣະວິນຍານຂອງພຣະເຈົ້າ ຫຼື ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າກໍຕາມ. ຖ້າເວົ້າໃຫ້ສັ້ນກໍຄື ຄົນທີ່ກຳລັງເຮັດສົງຄາມກັບຊາຕານບໍ່ສາມາດເປັນທູດສະຫວັນ ຢ່າວ່າແຕ່ເປັນມະນຸດເລີຍ ຜູ້ເຊິ່ງຖືກຊາຕານເຮັດໃຫ້ເສື່ອມຊາມ. ທູດສະຫວັນກໍບໍ່ມີອຳນາດທີ່ຈະປະຕິບັດພາລະກິດນີ້ ແລະ ມະນຸດກໍຍິ່ງບໍ່ມີກຳລັງເລີຍ. ເມື່ອເປັນດັ່ງນັ້ນ ຖ້າພຣະເຈົ້າປາຖະໜາທີ່ຈະປະຕິບັດພາລະກິດໃນຊີວິດຂອງມະນຸດ, ຖ້າພຣະອົງປາຖະໜາທີ່ຈະມາເທິງແຜ່ນດິນໂລກດ້ວຍຕົວພຣະອົງເອງເພື່ອຊ່ວຍມະນຸດ ແລ້ວພຣະອົງຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ນັ້ນກໍຄື ພຣະອົງຕ້ອງສວມໃສ່ເນື້ອໜັງດ້ວຍຕົວພຣະອົງເອງ ແລະ ດ້ວຍຕົວຕົນທໍາມະຊາດຂອງພຣະອົງ ແລະ ພາລະກິດທີ່ພຣະອົງຕ້ອງປະຕິບັດ, ລົງມາທ່າມກາງມະນຸດ ແລະ ຊ່ວຍມະນຸດດ້ວຍຕົວພຣະອົງເອງ. ຖ້າບໍ່ດັ່ງນັ້ນ ຖ້າເປັນພຣະວິນຍານຂອງພຣະເຈົ້າ ຫຼື ມະນຸດທີ່ປະຕິບັດພາລະກິດນີ້ ແລ້ວກໍຈະບໍ່ໄດ້ຫຍັງຈາກສົງຄາມນີ້ ແລະ ມັນຈະບໍ່ສິ້ນສຸດຈັກເທື່ອ. ພຽງແຕ່ເມື່ອພຣະເຈົ້າກາຍມາເປັນເນື້ອໜັງເພື່ອອອກຮົບຕໍ່ສູ້ກັບຊາຕານທ່າມກາງມະນຸດດ້ວຍຕົວພຣະອົງເອງເທົ່ານັ້ນ ມະນຸດຈຶ່ງຈະມີຊ່ອງທາງແຫ່ງຄວາມລອດພົ້ນ. ຍິ່ງໄປກວ່ານັ້ນ ມີພຽງແຕ່ຕອນນັ້ນ ຊາຕານຈຶ່ງຈະອັບອາຍ ແລະ ບໍ່ມີໂອກາດໃຫ້ຂູດຮີດ ຫຼື ບໍ່ມີແຜນໃດເລີຍທີ່ຈະດຳເນີນການ. ພຣະວິນຍານຂອງພຣະເຈົ້າກໍບໍ່ສາມາດບັນລຸພາລະກິດທີ່ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດປະຕິບັດ ແລະ ຍິ່ງໄປກວ່ານັ້ນ ບໍ່ມີມະນຸດຄົນໃດທີ່ເກີດຈາກເນື້ອໜັງຂອງຄົນທີ່ສາມາດປະຕິບັດແທນພຣະເຈົ້າໄດ້ ຍ້ອນພາລະກິດທີ່ພຣະອົງປະຕິບັດແມ່ນເພື່ອຜົນປະໂຫຍດແຫ່ງຊີວິດຂອງມະນຸດ ແລະ ເພື່ອປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດ. ຖ້າມະນຸດເຂົ້າຮ່ວມໃນສົງຄາມນີ້ ເຂົາພຽງແຕ່ຈະພ່າຍໜີດ້ວຍຄວາມສັບສົນແຫ່ງຄວາມຈິບຫາຍ ແລະ ຈະບໍ່ສາມາດປ່ຽນແປງອຸປະນິໄສທີ່ເສື່ອມຊາມຂອງມະນຸດໄດ້ເລີຍ. ເຂົາຈະບໍ່ສາມາດຊ່ວຍມະນຸດຈາກໄມ້ກາງແຂນໄດ້ ຫຼື ເອົາຊະນະມະນຸດຊາດທີ່ມີຄວາມກະບົດທັງໝົດ ແຕ່ຈະສາມາດປະຕິບັດພາລະກິດເລັກນ້ອຍທີ່ເກົ່າແກ່ໂດຍບໍ່ອີງຕາມຫຼັກການເທົ່ານັ້ນ ຫຼື ບໍ່ກໍປະຕິບັດພາລະກິດທີ່ບໍ່ກ່ຽວຂ້ອງກັບການປາບຊາຕານ. ສະນັ້ນ ເປັນຫຍັງຕ້ອງຫຍຸ້ງຍາກ? ແມ່ນຫຍັງຄືຄວາມສຳຄັນຂອງພາລະກິດທີ່ບໍ່ສາມາດຮັບມະນຸດຊາດ ຢ່າວ່າແຕ່ປາບຊາຕານເລີຍ? ດ້ວຍເຫດນັ້ນ ສົງຄາມກັບຊາຕານຈຶ່ງພຽງແຕ່ສາມາດຖືກປະຕິບັດໂດຍພຣະເຈົ້າເອງ ແລະ ມັນກໍເປັນໄປບໍ່ໄດ້ເລີຍທີ່ມະນຸດຈະເຮັດມັນໄດ້. ໜ້າທີ່ຂອງມະນຸດກໍຄືການອ່ອນນ້ອມ ແລະ ປະຕິບັດຕາມ ຍ້ອນມະນຸດບໍ່ສາມາດປະຕິບັດພາລະກິດຄ້າຍກັບການເນລະມິດສ້າງສະຫວັນ ແລະ ແຜ່ນດິນໂລກ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດປະຕິບັດພາລະກິດແຫ່ງການຕໍ່ສູ້ກັບຊາຕານ. ມະນຸດພຽງແຕ່ສາມາດເຮັດໃຫ້ພຣະຜູ້ສ້າງພໍໃຈໂດຍຢູ່ພາຍໃຕ້ການນໍາຂອງພຣະເຈົ້າເອງ ເຊິ່ງເປັນສິ່ງທີ່ເຮັດໃຫ້ຊາຕານພ່າຍແພ້; ນີ້ແມ່ນສິ່ງດຽວທີ່ມະນຸດສາມາດເຮັດໄດ້. ດ້ວຍເຫດນັ້ນ ທຸກຄັ້ງທີ່ສົງຄາມໃໝ່ເລີ່ມຕົ້ນຂຶ້ນ ເຊິ່ງເວົ້າໄດ້ວ່າ ທຸກຄັ້ງທີ່ພາລະກິດແຫ່ງຍຸກໃໝ່ເລີ່ມຕົ້ນຂຶ້ນ ພາລະກິດນີ້ກໍຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ເຊິ່ງພຣະອົງນໍາພາຍຸກທັງໝົດ ແລະ ເປີດເສັ້ນທາງໃໝ່ໃຫ້ກັບບັນດາມວນມະນຸດຊາດ. ການເລີ່ມຕົ້ນຍຸກໃໝ່ແຕ່ລະຍຸກແມ່ນການເລີ່ມຕົ້ນໃໝ່ໃນສົງຄາມກັບຊາຕານ ເຊິ່ງມະນຸດຈະເຂົ້າສູ່ອານາຈັກທີ່ໃໝ່ກວ່າ ແລະ ສວຍງາມກວ່າ ແລະ ສູ່ຍຸກໃໝ່ທີ່ນໍາພາໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ມະນຸດເປັນເຈົ້ານາຍຂອງທຸກສິ່ງ ແຕ່ຄົນທີ່ຖືກຮັບຈະກາຍເປັນໝາກຜົນຂອງສົງຄາມກັບຊາຕານທັງໝົດ. ຊາຕານເປັນຜູ້ເຮັດໃຫ້ທຸກສິ່ງຢ່າງເສື່ອມຊາມ, ມັນເປັນຜູ້ພ່າຍແພ້ໃນເວລາສຸດທ້າຍຂອງສົງຄາມທັງໝົດ ແລະ ຍັງເປັນຜູ້ທີ່ຈະຖືກລົງໂທດຫຼັງຈາກສົງຄາມເຫຼົ່ານີ້. ທ່າມກາງພຣະເຈົ້າ, ມະນຸດ ແລະ ຊາຕານ ຈະມີພຽງແຕ່ຊາຕານ ທີ່ຈະເປັນຜູ້ທີ່ຖືກປະຕິເສດ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານຮັບເອົາ ແຕ່ບໍ່ໄດ້ຖືກພຣະເຈົ້າຮັບເອົາຄືນກໍຈະກາຍເປັນຄົນທີ່ຈະໄດ້ຮັບການລົງໂທດແທນຊາຕານ. ໃນສາມຝ່າຍນີ້ ມີພຽງແຕ່ພຣະເຈົ້າທີ່ຄວນໄດ້ຮັບການນະມັດສະການຈາກທຸກສິ່ງຢ່າງ. ໃນຂະນະດຽວກັນ ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແຕ່ຖືກພຣະເຈົ້າຮັບເອົາຄືນ ແລະ ຄົນທີ່ປະຕິບັດຕາມຫົນທາງຂອງພຣະເຈົ້າກໍຈະກາຍເປັນຄົນທີ່ຈະໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ຈະພິພາກສາຄົນທີ່ຊົ່ວຊ້າແທນພຣະເຈົ້າ. ພຣະເຈົ້າຈະມີໄຊຊະນະຢ່າງແນ່ນອນ ແລະ ຊາຕານຈະພ່າຍແພ້ຢ່າງແນ່ນອນ ແຕ່ທ່າມກາງມະນຸດກໍຈະມີຄົນທີ່ຈະຊະນະ ແລະ ຄົນທີ່ຈະເສຍ. ຄົນທີ່ຊະນະຈະຢູ່ກັບຜູ້ຊະນະ ແລະ ຄົນທີ່ເສຍກໍຈະຢູ່ກັບຜູ້ພ່າຍແພ້; ນີ້ຄືການຈັດແບ່ງແຕ່ລະຄົນອອກໂດຍອີງຕາມປະເພດ ເຊິ່ງມັນແມ່ນຜົນໄດ້ຮັບສຸດທ້າຍຂອງພາລະກິດທັງໝົດຂອງພຣະເຈົ້ານັ້ນ, ມັນຍັງເປັນເປົ້າໝາຍຂອງພາລະກິດທັງໝົດຂອງພຣະເຈົ້າ ແລະ ມັນຈະບໍ່ມີປ່ຽນແປງຈັກເທື່ອ. ຫົວໃຈຫຼັກຂອງພາລະກິດຫຼັກແຫ່ງແຜນການຄຸ້ມຄອງຂອງພຣະເຈົ້າແມ່ນແນໃສ່ຄວາມລອດພົ້ນຂອງມະນຸດ ແລະ ພຣະເຈົ້າກາຍມາເປັນເນື້ອໜັງຫຼັກໆກໍເພື່ອຜົນປະໂຫຍດຂອງຫົວໃຈຫຼັກນີ້, ເພື່ອຜົນປະໂຫຍດຂອງພາລະກິດນີ້ ແລະ ເພື່ອປາບຊາຕານ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍເພື່ອປາບຊາຕານເຊັ່ນດຽວກັນ ນັ້ນກໍຄື ພຣະອົງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ແລະ ຖືກຄຶງທີ່ໄມ້ກາງແຂນດ້ວຍຕົວພຣະອົງເອງ ເພື່ອເຮັດໃຫ້ພາລະກິດຂອງສົງຄາມຄັ້ງທຳອິດສຳເລັດ ເຊິ່ງເປັນພາລະກິດແຫ່ງການໄຖ່ມະນຸດຊາດ. ໃນທຳນອງດຽວກັນ ຂັ້ນຕອນນີ້ຂອງພາລະກິດຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ ຜູ້ເຊິ່ງກາຍມາເປັນເນື້ອໜັງ ເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອກ່າວພຣະທຳຂອງພຣະອົງດ້ວຍຕົວພຣະອົງເອງ ແລະ ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ແນ່ນອນ ມັນຫຼີກລ່ຽງບໍ່ໄດ້ທີ່ພຣະອົງຍັງປະຕິບັດພາລະກິດອື່ນໆໄປພ້ອມໆກັນ ແຕ່ເຫດຜົນຫຼັກທີ່ພຣະອົງປະຕິບັດພາລະກິດດ້ວຍຕົວພຣະອົງເອງແມ່ນເພື່ອປາບຊະນະຊາຕານ, ເພື່ອເອົາຊະນະບັນດາມວນມະນຸດຊາດ ແລະ ເພື່ອຮັບຄົນເຫຼົ່ານີ້. ດ້ວຍເຫດນັ້ນ ພາລະກິດແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າຈຶ່ງບໍ່ງ່າຍເລີຍ. ຖ້າເປົ້າໝາຍຂອງພຣະອົງແມ່ນພຽງແຕ່ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະເຈົ້າຖ່ອມຕົວ ແລະ ລີ້ລັບ ແລະ ພຣະເຈົ້າເປັນຈິງ, ຖ້າມັນເປັນພຽງແຕ່ເພື່ອຜົນປະໂຫຍດໃນການປະຕິບັດພາລະກິດນີ້ ແລ້ວກໍບໍ່ມີຄວາມຈຳເປັນທີ່ຈະກາຍມາເປັນເນື້ອໜັງ. ເຖິງແມ່ນພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ພຣະອົງກໍສາມາດເປີດເຜີຍຄວາມຖ່ອມຕົວ ແລະ ຄວາມລີ້ລັບຂອງພຣະອົງ, ຄວາມຍິ່ງໃຫຍ່ ແລະ ຄວາມບໍລິສຸດຂອງພຣະອົງໃຫ້ກັບມະນຸດໂດຍກົງ ແຕ່ສິ່ງດັ່ງກ່າວຈະບໍ່ມີສ່ວນກ່ຽວຂ້ອງຫຍັງກັບພາລະກິດແຫ່ງການຄຸ້ມຄອງມະນຸດຊາດ. ສິ່ງເຫຼົ່ານັ້ນບໍ່ສາມາດຊ່ວຍມະນຸດ ຫຼື ເຮັດໃຫ້ເຂົາສົມບູນ ຢ່າວ່າແຕ່ຈະສາມາດປາບຊາຕານເລີຍ. ຖ້າການປາບຊາຕານພຽງແຕ່ກ່ຽວພັນເຖິງພຣະວິນຍານທີ່ເຮັດສົງຄາມກັບວິນຍານ ແລ້ວພາລະກິດດັ່ງກ່າວກໍຍິ່ງຈະມີຄຸນຄ່າທີ່ເປັນປະໂຫຍດໜ້ອຍລົງ; ມັນຈະບໍ່ສາມາດຮັບມະນຸດ ແລະ ຈະທຳລາຍໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດ. ເມື່ອເປັນດັ່ງນັ້ນ ພາລະກິດຂອງພຣະເຈົ້າໃນປັດຈຸບັນກໍມີຄວາມສຳຄັນຢ່າງເລິກເຊິ່ງ. ມັນບໍ່ແມ່ນພຽງແຕ່ເພື່ອມະນຸດອາດເຫັນພຣະອົງ ຫຼື ເພື່ອຕາຂອງມະນຸດອາດຖືກເປີດ ຫຼື ເພື່ອເຮັດໃຫ້ເຂົາຮູ້ສຶກຖືກປຸກໃຈ ແລະ ໜູນໃຈເລັກນ້ອຍ; ພາລະກິດດັ່ງກ່າວບໍ່ມີຄວາມສຳຄັນເລີຍ. ຖ້າເຈົ້າພຽງແຕ່ສາມາດເວົ້າເຖິງຄວາມຮູ້ປະເພດນີ້ໄດ້ ມັນກໍພິສູດແລ້ວວ່າ ເຈົ້າບໍ່ຮູ້ຈັກຄວາມສຳຄັນທີ່ແທ້ຈິງຂອງການບັງເກີດເປັນມະນຸດຂອງພຣະເຈົ້າ.

ພາລະກິດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະເຈົ້າແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຂັ້ນຕອນທຳອິດ ເຊິ່ງເປັນການສ້າງໂລກ ຖືກປະຕິບັດໂດຍພຣະເຈົ້າເອງ ແລະ ຖ້າບໍ່ເປັນດັ່ງນັ້ນ ກໍບໍ່ມີໃຜສາມາດສ້າງມະນຸດຊາດໄດ້; ຂັ້ນຕອນທີສອງແມ່ນການໄຖ່ມະນຸດຊາດທັງປວງ ແລະ ມັນກໍຖືກປະຕິບັດດ້ວຍຕົວພຣະອົງເອງ; ຂັ້ນຕອນທີສາມເປັນທີ່ແນ່ຊັດແລ້ວວ່າ ມີຄວາມຕ້ອງການທີ່ຫຼາຍຂຶ້ນສຳລັບເວລາສຸດທ້າຍຂອງທຸກພາລະກິດຂອງພຣະເຈົ້າທີ່ຖືກປະຕິບັດດ້ວຍຕົວພຣະອົງເອງ. ພາລະກິດແຫ່ງການໄຖ່, ການເອົາຊະນະ, ການຮັບ ແລະ ການເຮັດໃຫ້ບັນດາມວນມະນຸດຊາດສົມບູນແມ່ນຖືກປະຕິບັດໂດຍພຣະເຈົ້າເອງ. ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ ແລ້ວມະນຸດກໍບໍ່ສາມາດເປັນຕົວແທນໃຫ້ກັບຕົວຕົນຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້. ເພື່ອທີ່ຈະປາບຊາຕານ, ເພື່ອທີ່ຈະຮັບມະນຸດຊາດ ແລະ ເພື່ອທີ່ຈະມອບຊີວິດປົກກະຕິໃຫ້ກັບມະນຸດເທິງແຜ່ນດິນໂລກ, ພຣະອົງແມ່ນນໍາພາມະນຸດດ້ວຍຕົວພຣະອົງເອງ ແລະ ປະຕິບັດພາລະກິດທ່າມກາງມະນຸດດ້ວຍຕົວພຣະອົງເອງ; ເພື່ອຜົນປະໂຫຍດແຫ່ງແຜນການຄຸ້ມຄອງທັງໝົດຂອງພຣະອົງ ແລະ ເພື່ອພາລະກິດທັງໝົດຂອງພຣະອົງ, ພຣະອົງຈຶ່ງຕ້ອງປະຕິບັດພາລະກິດນີ້ດ້ວຍຕົວພຣະອົງເອງ. ຖ້າມະນຸດພຽງແຕ່ເຊື່ອວ່າ ພຣະເຈົ້າມາເພື່ອໃຫ້ເຂົາສາມາດເຫັນ ແລະ ເພື່ອເຮັດໃຫ້ເຂົາມີຄວາມສຸກ ແລ້ວຄວາມເຊື່ອດັ່ງກ່າວບໍ່ມີຄຸນຄ່າໃດເລີຍ, ພວກມັນບໍ່ມີຄວາມສຳຄັນເລີຍ. ຄວາມຮູ້ຂອງມະນຸດບໍ່ເລິກເຊິ່ງປານໃດ! ມີພຽງແຕ່ການປະຕິບັດພາລະກິດນັ້ນດ້ວຍຕົວພຣະອົງເອງ ພຣະເຈົ້າຈຶ່ງຈະສາມາດປະຕິບັດພາລະກິດຢ່າງທົ່ວເຖິງ ແລະ ສົມບູນ. ຖ້າມະນຸດຕ້ອງເຮັດພາລະກິດນີ້, ເຂົາຈະບໍ່ສາມາດແທນທີ່ພຣະເຈົ້າໄດ້. ຍ້ອນເຂົາບໍ່ມີຕົວຕົນຂອງພຣະເຈົ້າ ຫຼື ແກ່ນແທ້ຂອງພຣະອົງ, ເຂົາກໍບໍ່ສາມາດປະຕິບັດພາລະກິດຂອງພຣະອົງໄດ້ ແລະ ເຖິງແມ່ນມະນຸດໄດ້ປະຕິບັດ ມັນກໍຈະບໍ່ມີຜົນຕາມມາເລີຍ. ຄັ້ງທຳອິດທີ່ພຣະເຈົ້າກາຍມາເປັນເນື້ອໜັງກໍແມ່ນເພື່ອຜົນປະໂຫຍດແຫ່ງການໄຖ່ ເພື່ອໄຖ່ບັນດາມະນຸດຊາດອອກຈາກຄວາມບາບ, ເພື່ອເຮັດໃຫ້ມະນຸດສາມາດໄດ້ຮັບການຊໍາລະລ້າງ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງເຂົາ. ພາລະກິດແຫ່ງການເອົາຊະນະແມ່ນຖືກປະຕິບັດທ່າມກາງມະນຸດໂດຍພຣະເຈົ້າເອງເຊັ່ນດຽວກັນ. ໃນລະຫວ່າງຂັ້ນຕອນນີ້ ຖ້າພຣະເຈົ້າພຽງແຕ່ຕ້ອງກ່າວຄຳທຳນາຍ ແລ້ວຜູ້ປະກາດພຣະທຳ ຫຼື ບາງຄົນທີ່ມີພອນສະຫວັນກໍສາມາດເຮັດໜ້າທີ່ແທນພຣະອົງໄດ້; ຖ້າມີພຽງແຕ່ກ່າວຄຳທຳນາຍ ມະນຸດກໍສາມາດເຮັດແທນພຣະເຈົ້າໄດ້. ແຕ່ຖ້າມະນຸດຕ້ອງປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວເຂົາເອງ ແລະ ຕ້ອງປະຕິບັດພາລະກິດໃນຊີວິດຂອງມະນຸດ ມັນກໍຈະເປັນໄປບໍ່ໄດ້ທີ່ເຂົາຈະປະຕິບັດພາລະກິດນີ້. ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ພຣະເຈົ້າຕ້ອງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງເພື່ອປະຕິບັດພາລະກິດນີ້. ໃນຍຸກແຫ່ງພຣະທຳ ຖ້າມີພຽງແຕ່ການກ່າວຄຳທຳນາຍ ແລ້ວເອຊາຢາ ຫຼື ເອລີຢາກໍສາມາດປະຕິບັດພາລະກິດນີ້ ແລະ ກໍຈະບໍ່ມີຄວາມຕ້ອງການໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ຍ້ອນພາລະກິດທີ່ປະຕິບັດໃນຂັ້ນຕອນນີ້ບໍ່ແມ່ນພຽງແຕ່ການກ່າວຄຳທຳນາຍ ແລະ ຍ້ອນມັນເປັນສິ່ງທີ່ສຳຄັນຫຼາຍທີ່ພາລະກິດແຫ່ງພຣະທຳຖືກນໍາໃຊ້ເພື່ອເອົາຊະນະມະນຸດ ແລະ ເຮັດໃຫ້ຊາຕານພ່າຍແພ້ ມະນຸດຈຶ່ງບໍ່ສາມາດປະຕິບັດພາລະກິດນີ້ໄດ້ ແລະ ມັນຕ້ອງຖືກປະຕິບັດໂດຍພຣະເຈົ້າດ້ວຍຕົວພຣະອົງເອງ. ໃນຍຸກແຫ່ງພຣະບັນຍັດ ພຣະເຢໂຮວາປະຕິບັດສ່ວນຂອງພາລະກິດຂອງພຣະເຈົ້າ ຫຼັງຈາກນັ້ນພຣະອົງກໍກ່າວພຣະທຳບາງຂໍ້ ແລະ ປະຕິບັດພາລະກິດຜ່ານຜູ້ປະກາດພຣະທຳ. ນັ້ນກໍຍ້ອນມະນຸດສາມາດປະຕິບັດພາລະກິດຂອງພຣະເຢໂຮວາ ແລະ ຜູ້ທຳນາຍສາມາດພະຍາກອນລ່ວງໜ້າເຖິງສິ່ງຕ່າງໆ ແລະ ຕີຄວາມໝາຍຄວາມຝັນບາງຢ່າງແທນພຣະອົງໄດ້. ພາລະກິດທີ່ປະຕິບັດໃນຕອນເລີ່ມຕົ້ນບໍ່ແມ່ນພາລະກິດໃນການປ່ຽນແປງອຸປະນິໄສຂອງມະນຸດໂດຍກົງ ແລະ ບໍ່ກ່ຽວຂ້ອງກັບຄວາມບາບຂອງມະນຸດ ແລະ ມະນຸດຖືກຮຽກຮ້ອງໃຫ້ພຽງແຕ່ປະຕິບັດຕາມພຣະບັນຍັດເທົ່ານັ້ນ. ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ເປີດເຜີຍພຣະອົງເອງໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງກ່າວຕໍ່ໂມເຊ ແລະ ຄົນອື່ນໆໂດຍກົງ, ເຮັດໃຫ້ພວກເຂົາກ່າວ ແລະ ປະຕິບັດພາລະກິດແທນພຣະອົງ ແລະ ເຮັດໃຫ້ພວກເຂົາປະຕິບັດພາລະກິດທ່າມກາງມະນຸດຊາດໂດຍກົງ. ຂັ້ນຕອນທຳອິດຂອງພາລະກິດຂອງພຣະເຈົ້າແມ່ນການນໍາພາມະນຸດ. ມັນເປັນຈຸດເລີ່ມຕົ້ນຂອງສົງຄາມກັບຊາຕານ ແຕ່ສົງຄາມນີ້ກໍຍັງບໍ່ໄດ້ເລີ່ມຕົ້ນຢ່າງເປັນທາງການ. ສົງຄາມທີ່ເປັນທາງການກັບຊາຕານເລີ່ມຕົ້ນດ້ວຍການບັງເກີດເປັນມະນຸດຂອງພຣະເຈົ້າຄັ້ງທໍາອິດ ແລະ ມັນໄດ້ສືບຕໍ່ຈົນມາເຖິງປັດຈຸບັນ. ການຕໍ່ສູ້ຄັ້ງທຳອິດຂອງສົງຄາມນີ້ກໍຄືຕອນທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຖືກຄຶງທີ່ໄມ້ກາງແຂນ. ການຄຶງພຣະເຈົ້າຜູ້ບັງເກີດເປັນມະນຸດທີ່ໄມ້ກາງແຂນໄດ້ປາບຊາຕານ ແລະ ມັນເປັນຂັ້ນຕອນທຳອິດໃນສົງຄາມທີ່ປະສົບຜົນສຳເລັດ. ເມື່ອພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນປະຕິບັດພາລະກິດໃນຊີວິດຂອງມະນຸດໂດຍກົງ, ນີ້ຄືການເລີ່ມຕົ້ນທີ່ເປັນທາງການຂອງພາລະກິດແຫ່ງການຮັບມະນຸດຄືນ ແລະ ຍ້ອນນີ້ແມ່ນພາລະກິດແຫ່ງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ມັນຈຶ່ງເປັນພາລະກິດແຫ່ງການເຮັດສົງຄາມກັບຊາຕານ. ເຊິ່ງຂັ້ນຕອນຂອງພາລະກິດທີ່ຖືກປະຕິບັດໂດຍພຣະເຢໂຮວາໃນຕອນເລີ່ມຕົ້ນແມ່ນພຽງແຕ່ການນໍາພາຊີວິດຂອງມະນຸດເທິງແຜ່ນດິນໂລກ. ມັນເປັນຄືການເລີ່ມພາລະກິດຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ມັນຍັງບໍ່ກ່ຽວພັນເຖິງສົງຄາມໃດກໍຕາມ ຫຼື ພາລະກິດຫຼັກໆໃດກໍຕາມ ມັນກໍໄດ້ວາງພື້ນຖານໃຫ້ກັບພາລະກິດແຫ່ງສົງຄາມທີ່ຈະມາເຖິງ. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດໃນລະຫວ່າງຍຸກແຫ່ງພຣະຄຸນແມ່ນກ່ຽວພັນເຖິງການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າເອງໄດ້ສ້າງຊີວິດຂອງມະນຸດຂຶ້ນ. ນີ້ກໍຕ້ອງຖືກປະຕິບັດໂດຍພຣະເຈົ້າເອງ ນັ້ນກໍຄື ມັນຈຳເປັນທີ່ພຣະເຈົ້າຈະກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ. ຖ້າພຣະອົງບໍ່ໄດ້ກາຍມາເປັນເນື້ອໜັງ ກໍບໍ່ມີໃຜທີ່ສາມາດແທນພຣະອົງໄດ້ໃນຂັ້ນຕອນນີ້ຂອງພາລະກິດ ຍ້ອນມັນສະແດງເຖິງພາລະກິດແຫ່ງການຕໍ່ສູ້ກັບຊາຕານໂດຍກົງ. ຖ້າມະນຸດປະຕິບັດພາລະກິດນີ້ແທນພຣະເຈົ້າ, ເມື່ອມະນຸດຢືນຢູ່ຕໍ່ໜ້າຊາຕານ, ຊາຕານຈະບໍ່ຍິນຍອມ ແລະ ມັນຈະເປັນໄປບໍ່ໄດ້ທີ່ຈະປາບຊາຕານ. ຕ້ອງເປັນພຣະເຈົ້າທີ່ບັງເກີດເປັນມະນຸດຜູ້ເຊິ່ງມາເພື່ອປາບຊາຕານ ຍ້ອນແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍັງຄົງມີຄວາມເປັນພຣະເຈົ້າ, ພຣະອົງຍັງເປັນຊີວິດຂອງມະນຸດ ແລະ ພຣະອົງຍັງເປັນພຣະຜູ້ສ້າງ; ບໍ່ວ່າແມ່ນຫຍັງກໍຕາມຈະເກີດຂຶ້ນ ຕົວຕົນ ແລະ ແກ່ນແທ້ຂອງພຣະອົງຈະບໍ່ປ່ຽນແປງໄປ. ດ້ວຍເຫດນັ້ນ ພຣະອົງຈຶ່ງສວມໃສ່ເນື້ອໜັງ ແລະ ປະຕິບັດພາລະກິດເພື່ອເຮັດໃຫ້ຊາຕານຍິນຍອມສົມບູນ. ໃນລະຫວ່າງຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍ ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລະ ຖືກສ້າງໃຫ້ກ່າວພຣະທຳໂດຍກົງ ແລ້ວເຂົາກໍຈະບໍ່ສາມາດກ່າວພຣະທຳເຫຼົ່ານັ້ນໄດ້ ແລະ ຖ້າກ່າວເຖິງການທຳນາຍ ແລ້ວຄໍາທໍານາຍນີ້ກໍຈະບໍ່ສາມາດເອົາຊະນະມະນຸດໄດ້. ດ້ວຍການຮັບເອົາເນື້ອໜັງ ພຣະເຈົ້າຈຶ່ງມາເພື່ອປາບຊາຕານ ແລະ ເຮັດໃຫ້ມັນຍິນຍອມຢ່າງສົມບູນ. ເມື່ອພຣະອົງປາບຊາຕານຢ່າງເດັດຂາດ, ເອົາຊະນະມະນຸດຢ່າງສິ້ນເຊີງ ແລະ ຮັບມະນຸດຢ່າງສົມບູນ, ຂັ້ນຕອນນີ້ຂອງພາລະກິດຈະຖືກເຮັດໃຫ້ສຳເລັດ ແລະ ຈະບັນລຸຄວາມສຳເລັດ. ໃນການຄຸ້ມຄອງຂອງພຣະເຈົ້າ ມະນຸດບໍ່ສາມາດເຮັດແທນພຣະອົງໄດ້. ໂດຍສະເພາະແລ້ວ ພາລະກິດແຫ່ງການນໍາພາຍຸກ ແລະ ການເລີ່ມຕົ້ນພາລະກິດໃໝ່ກໍຍິ່ງມີຄວາມຕ້ອງການຫຼາຍຂຶ້ນໃຫ້ພຣະເຈົ້າປະຕິບັດດ້ວຍຕົວພຣະອົງເອງ. ການເປີດເຜີຍໃຫ້ກັບມະນຸດ ແລະ ການຈັດກຽມມະນຸດພ້ອມກັບຄຳທຳນາຍແມ່ນສາມາດຖືກປະຕິບັດໄດ້ໂດຍມະນຸດ ແຕ່ຖ້າເປັນພາລະກິດທີ່ຕ້ອງຖືກປະຕິບັດໂດຍພຣະເຈົ້າ ເຊິ່ງເປັນພາລະກິດແຫ່ງສົງຄາມລະຫວ່າງພຣະເຈົ້າເອງ ແລະ ຊາຕານ, ພາລະກິດນີ້ກໍຈະບໍ່ສາມາດຖືກປະຕິບັດໂດຍມະນຸດ. ໃນລະຫວ່າງຂັ້ນຕອນທຳອິດຂອງພາລະກິດ ເມື່ອຍັງບໍ່ມີສົງຄາມກັບຊາຕານ ພຣະເຢໂຮວາໄດ້ນໍາພາປະຊາຊົນອິດສະຣາເອນດ້ວຍຕົວພຣະອົງເອງໂດຍການໃຊ້ຄຳທຳນາຍທີ່ຜູ້ປະກາດພຣະທຳກ່າວໄວ້. ຫຼັງຈາກນັ້ນ ຂັ້ນຕອນທີສອງຂອງພາລະກິດແມ່ນການເຮັດສົງຄາມກັບຊາຕານ ແລະ ພຣະເຈົ້າກໍໄດ້ກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ ໂດຍການເຂົ້າມາຢູ່ໃນເນື້ອໜັງເພື່ອປະຕິບັດພາລະກິດນີ້. ສິ່ງໃດກໍຕາມທີ່ກ່ຽວພັນເຖິງສົງຄາມກັບຊາຕານ ແມ່ນຍັງກ່ຽວພັນເຖິງການບັງເກີດເປັນມະນຸດຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າ ມະນຸດບໍ່ສາມາດສູ້ຮົບໃນສົງຄາມນີ້. ຖ້າມະນຸດຕ້ອງເຮັດສົງຄາມ ເຂົາຈະບໍ່ສາມາດປາບຊາຕານໄດ້. ເຂົາຈະມີກຳລັງເພື່ອຕໍ່ສູ້ກັບຊາຕານໄດ້ແນວໃດ ໃນຂະນະທີ່ຍັງຢູ່ພາຍໃຕ້ອຳນາດຂອງມັນ? ມະນຸດຢູ່ທາງກາງ ນັ້ນກໍຄື ຖ້າເຈົ້າອ່ຽງໄປທາງຊາຕານ ເຈົ້າກໍຈະເປັນຂອງຊາຕານ ແຕ່ຖ້າເຈົ້າເຮັດໃຫ້ພຣະເຈົ້າພໍໃຈ ເຈົ້າກໍຈະເປັນຂອງພຣະເຈົ້າ. ຖ້າມະນຸດຕ້ອງປະຕິບັດພາລະກິດແຫ່ງສົງຄາມນີ້ແທນພຣະເຈົ້າ ເຂົາຈະສາມາດປະຕິບັດມັນໄດ້ບໍ? ຖ້າເຂົາປະຕິບັດ ເຂົາຈະບໍ່ຈິບຫາຍຕັ້ງແຕ່ດົນນານມາແລ້ວບໍ? ເຂົາຈະບໍ່ໄດ້ເຂົ້າສູ່ໂລກເບື້ອງລຸ່ມເປັນເວລາດົນນານມາແລ້ວບໍ? ດ້ວຍເຫດນັ້ນ ມະນຸດຈະບໍ່ສາມາດແທນພຣະເຈົ້າໃນພາລະກິດຂອງພຣະອົງໄດ້ ເຊິ່ງເວົ້າໄດ້ວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າ ແລະ ຖ້າເຈົ້າເຮັດສົງຄາມກັບຊາຕານ ເຈົ້າກໍຈະບໍ່ສາມາດປາບມັນໄດ້. ມະນຸດພຽງແຕ່ສາມາດປະຕິບັດບາງພາລະກິດ; ເຂົາສາມາດເອົາຊະນະບາງຜູ້ຄົນ ແຕ່ເຂົາບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະເຈົ້າໄດ້. ມະນຸດສາມາດເຮັດສົງຄາມກັບຊາຕານໄດ້ແນວໃດ? ເຊິ່ງຊາຕານຈະຈັບເຈົ້າເປັນຊະເລີຍກ່ອນທີ່ເຈົ້າຈະເລີ່ມຕົ້ນດ້ວຍຊໍ້າ. ພຽງແຕ່ເມື່ອພຣະເຈົ້າເຮັດສົງຄາມກັບຊາຕານ ແລະ ມະນຸດຕິດຕາມ ແລະ ອ່ອນນ້ອມຕໍ່ພຣະເຈົ້າໂດຍຢູ່ໃນພື້ນຖານນີ້ ມະນຸດຈຶ່ງຈະສາມາດຖືກພຣະເຈົ້າຮັບເອົາ ແລະ ຫຼົບໜີອອກຈາກພັນທະນາການຂອງຊາຕານ. ສິ່ງທີ່ມະນຸດສາມາດບັນລຸໄດ້ດ້ວຍສະຕິປັນຍາ ແລະ ຄວາມສາມາດຂອງເຂົາເອງກໍມີຈຳກັດຫຼາຍ; ເຂົາບໍ່ສາມາດເຮັດໃຫ້ມະນຸດສົມບູນ, ບໍ່ສາມາດນໍາພາເຂົາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດປາບຊາຕານໄດ້. ຄວາມສະຫຼາດ ແລະ ສະຕິປັນຍາຂອງມະນຸດບໍ່ສາມາດຂັດຂວາງແຜນການຂອງຊາຕານໄດ້ ແລ້ວມະນຸດຈະສາມາດເຮັດສົງຄາມກັບມັນໄດ້ແນວໃດ?

ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນມີຊ່ອງທາງໃນການຖືກເຮັດໃຫ້ສົມບູນ ສະນັ້ນ ທຸກຄົນຕ້ອງຜ່ອນຄາຍ ນັ້ນກໍຄື ໃນອະນາຄົດ ພວກເຈົ້າທັງໝົດຈະເຂົ້າສູ່ປາຍທາງດັ່ງກ່າວ. ແຕ່ຖ້າເຈົ້າບໍ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ບໍ່ເຕັມໃຈທີ່ຈະເຂົ້າສູ່ອານາຈັກທີ່ມະຫັດສະຈັນ, ນັ້ນກໍຈະແມ່ນບັນຫາຂອງເຈົ້າ. ທຸກຄົນທີ່ເຕັມໃຈໃນການຖືກເຮັດໃຫ້ສົມບູນ ແລະ ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ອ່ອນນ້ອມ ແລະ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງສັດຊື່ ເຊິ່ງ ທຸກຄົນທີ່ກ່າວມາທັງໝົດນັ້ນສາມາດຖືກເຮັດໃຫ້ສົມບູນໄດ້. ໃນປັດຈຸບັນ ທຸກຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຢ່າງບໍ່ສັດຊື່, ທຸກຄົນທີ່ບໍ່ຊື່ສັດກັບພຣະເຈົ້າ, ທຸກຄົນທີ່ບໍ່ຍອມຢູ່ພາຍໃຕ້ພຣະເຈົ້າ ໂດຍສະເພາະຄົນທີ່ໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດ ແຕ່ບໍ່ນໍາເຂົ້າສູ່ການປະຕິບັດ ເຊິ່ງທຸກຄົນທີ່ກ່າວມາທັງໝົດນັ້ນຈະບໍ່ສາມາດຖືກເຮັດໃຫ້ສົມບູນ. ທຸກຄົນທີ່ເຕັມໃຈຊື່ສັດ ແລະ ອ່ອນນ້ອມຕໍ່ພຣະເຈົ້າແມ່ນສາມາດຖືກເຮັດໃຫ້ສົມບູນໄດ້ ເຖິງແມ່ນວ່າພວກເຂົາຈະໂງ່ພຽງໜ້ອຍດຽວ; ທຸກຄົນທີ່ເຕັມໃຈສະແຫວງຫາກໍສາມາດຖືກເຮັດໃຫ້ສົມບູນໄດ້. ບໍ່ຈຳເປັນຕ້ອງກັງວົນກ່ຽວກັບສິ່ງນີ້. ຕາບໃດທີ່ເຈົ້າເຕັມໃຈສະແຫວງຫາໃນແນວທາງນີ້ ເຈົ້າກໍຈະສາມາດຖືກເຮັດໃຫ້ສົມບູນໄດ້. ເຮົາບໍ່ເຕັມໃຈທີ່ຈະປະຖິ້ມ ຫຼື ກຳຈັດຄົນໃດຄົນໜຶ່ງໃນພວກເຈົ້າ ແຕ່ຖ້າມະນຸດບໍ່ພະຍາຍາມເຮັດດີ, ເຈົ້າກໍພຽງແຕ່ຈະທຳລາຍຕົວເຈົ້າເອງ; ມັນບໍ່ແມ່ນເຮົາທີ່ກຳຈັດເຈົ້າ ແຕ່ເປັນຕົວເຈົ້າເອງ. ຖ້າເຈົ້າບໍ່ພະຍາຍາມເຮັດດີດ້ວຍຕົວເຈົ້າເອງ ນັ້ນກໍຄື ຖ້າເຈົ້າຂີ້ຄ້ານ ຫຼື ບໍ່ປະຕິບັດໜ້າທີ່ຂອງເຈົ້າ ຫຼື ບໍ່ສັດຊື່ ຫຼື ບໍ່ສະແຫວງຫາຄວາມຈິງ ແລະ ເຮັດໃນສິ່ງທີ່ເຈົ້າຢາກເຮັດ, ຖ້າເຈົ້າປະພຶດຕົວຢ່າງບໍ່ລະວັງ, ຕໍ່ສູ້ເພື່ອຊື່ສຽງ ແລະ ຊັບສິນຂອງເຈົ້າເອງ ແລະ ບໍ່ຄຳນຶງເຖິງສິນທຳເວລາທີ່ຕິດຕໍ່ກັບເພດຕົງຂ້າມ, ເຈົ້າກໍຈະແບກຮັບພາລະແຫ່ງຄວາມບາບຂອງເຈົ້າເອງ; ເຈົ້າບໍ່ສົມຄວນທີ່ຈະໄດ້ຮັບການສົງສານຈາກຄົນໃດເລີຍ. ເຈດຕະນາຂອງເຮົາແມ່ນເພື່ອພວກເຈົ້າທຸກຄົນຈະໄດ້ຖືກເຮັດໃຫ້ສົມບູນ ແລະ ຢ່າງໜ້ອຍກໍຖືກເອົາຊະນະ ເພື່ອໃຫ້ຂັ້ນຕອນນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດຢ່າງຄົບຖ້ວນ. ຄວາມປາຖະໜາຂອງພຣະເຈົ້າສຳລັບທຸກຄົນແມ່ນເພື່ອໃຫ້ທຸກຄົນຖືກເຮັດໃຫ້ສົມບູນ, ເພື່ອຖືກຮັບໂດຍພຣະອົງໃນທີ່ສຸດ, ເພື່ອຖືກຊໍາລະລ້າງໂດຍພຣະອົງຢ່າງສົມບູນ ແລະ ເພື່ອກາຍເປັນຄົນທີ່ພຣະອົງຮັກ. ບໍ່ວ່າເຮົາຈະເວົ້າວ່າ ພວກເຈົ້າເປັນຄົນຫຼ້າຫຼັງ ຫຼື ມີຄວາມສາມາດຕໍ່າກໍຕາມ ເຊິ່ງສິ່ງນີ້ກໍເປັນຄວາມຈິງທັງໝົດ. ການທີ່ເຮົາເວົ້າແບບນີ້ບໍ່ໄດ້ພິສູດວ່າ ເຮົາເຈດຕະນາທີ່ຈະປະຖິ້ມເຈົ້າ ຫຼື ເຮົາສູນເສຍຄວາມຫວັງໃນພວກເຈົ້າ ຢ່າວ່າແຕ່ເຮົາບໍ່ເຕັມໃຈທີ່ຈະຊ່ວຍພວກເຈົ້າເລີຍ. ໃນປັດຈຸບັນ ເຮົາໄດ້ມາເພື່ອປະຕິບັດພາລະກິດແຫ່ງຄວາມລອດພົ້ນຂອງພວກເຈົ້າ ເຊິ່ງເວົ້າໄດ້ວ່າ ພາລະກິດທີ່ເຮົາປະຕິບັດແມ່ນການສືບຕໍ່ຂອງພາລະກິດແຫ່ງຄວາມລອດພົ້ນ. ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ໂດຍມີເງື່ອນໄຂວ່າເຈົ້າຕ້ອງເຕັມໃຈ, ໂດຍມີເງື່ອນໄຂວ່າເຈົ້າຕ້ອງສະແຫວງຫາ ເຊິ່ງໃນທີ່ສຸດ ເຈົ້າກໍຈະສາມາດບັນລຸຜົນຕາມມາດັ່ງກ່າວ ແລະ ບໍ່ມີພວກເຈົ້າແມ່ນແຕ່ຄົນດຽວທີ່ຈະຖືກປະຖິ້ມ. ຖ້າເຈົ້າມີຄວາມສາມາດຕໍ່າ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດຕໍ່າຂອງເຈົ້າ; ຖ້າເຈົ້າມີຄວາມສາມາດສູງ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດສູງຂອງເຈົ້າ; ຖ້າເຈົ້າຂາດຄວາມຮູ້ ແລະ ກືກໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມກືກໜັງສືຂອງເຈົ້າ; ຖ້າເຈົ້າຮູ້ໜັງສື, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມຈິງທີ່ເຈົ້າຮູ້ໜັງສື; ຖ້າເຈົ້າເປັນຜູ້ອາວຸໂສ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບອາຍຸຂອງເຈົ້າ; ຖ້າເຈົ້າສາມາດສະໜອງການຕ້ອນຮັບຢ່າງອົບອຸ່ນ, ເງື່ອນໄຂຂອງເຮົາທີ່ມີຕໍ່ເຈົ້າກໍຈະສອດຄ່ອງກັບຄວາມສາມາດນີ້; ຖ້າເຈົ້າເວົ້າວ່າ ເຈົ້າບໍ່ສາມາດສະເໜີການຕ້ອນຮັບຢ່າງອົບອຸ່ນ ແລະ ພຽງແຕ່ສາມາດປະຕິບັດໜ້າທີ່ບາງຢ່າງ ບໍ່ວ່າຈະເປັນການປະກາດຂ່າວປະເສີດ ຫຼື ການດູແລຄຣິດຕະຈັກ ຫຼື ການເຂົ້າຮ່ວມວຽກງານທົ່ວໄປອື່ນໆ, ຄວາມສົມບູນທີ່ເຮົາມີຕໍ່ເຈົ້າກໍຈະສອດຄ່ອງກັບໜ້າທີ່ທີ່ເຈົ້າປະຕິບັດ. ການເປັນຄົນທີ່ສັດຊື່, ອ່ອນນ້ອມຈົນເຖິງທີ່ສຸດ ແລະ ສະແຫວງຫາເພື່ອຮັກພຣະເຈົ້າສູງສຸດ, ນີ້ຄືສິ່ງທີ່ເຈົ້າຕ້ອງເຮັດໃຫ້ສຳເລັດ ແລະ ບໍ່ມີການປະຕິບັດໃດທີ່ດີກວ່າທັງສາມຢ່າງນີ້. ໃນທີ່ສຸດ ມະນຸດກໍຈຳເປັນຕ້ອງບັນລຸທັງສາມສິ່ງເຫຼົ່ານີ້ ແລະ ຖ້າເຂົາສາມາດບັນລຸພວກມັນໄດ້ ເຂົາກໍຈະຖືກເຮັດໃຫ້ສົມບູນ. ແຕ່ທີ່ສຳຄັນຄື ເຈົ້າຕ້ອງສະແຫວງຫາຢ່າງແທ້ຈິງ, ເຈົ້າຕ້ອງກ້າວໄປຂ້າງໜ້າ ແລະ ຂ້າງເທິງຢ່າງຂະຫຍັນຂັນແຂງ ແລະ ຕ້ອງບໍ່ຄິດລົບຕໍ່ສິ່ງນັ້ນ. ເຮົາໄດ້ກ່າວວ່າ ທຸກຄົນມີໂອກາດທີ່ຈະຖືກເຮັດໃຫ້ສົມບູນ ແລະ ສາມາດຖືກເຮັດໃຫ້ສົມບູນ ແລະ ສິ່ງນີ້ເອງກໍຄືຄວາມຈິງ, ແຕ່ ເຈົ້າບໍ່ພະຍາຍາມໃຫ້ຫຼາຍຂຶ້ນໃນການສະແຫວງຫາຂອງເຈົ້າ, ຖ້າເຈົ້າບໍ່ໄດ້ບັນລຸຕາມບັນທັດຖານທັງສາມຢ່າງນີ້, ໃນທີ່ສຸດ ເຈົ້າກໍຕ້ອງຖືກກຳຈັດ. ເຮົາຕ້ອງການໃຫ້ທຸກຄົນນໍາໃຫ້ທັນ, ຕ້ອງການໃຫ້ທຸກຄົນມີພາລະກິດ ແລະ ແສງສະຫວ່າງຈາກພຣະວິນຍານບໍລິສຸດ ແລະ ສາມາດອ່ອນນ້ອມຈົນເຖິງທີ່ສຸດ ຍ້ອນນີ້ຄືໜ້າທີ່ທີ່ພວກເຈົ້າແຕ່ລະຄົນຄວນປະຕິບັດ. ເມື່ອພວກເຈົ້າທຸກຄົນໄດ້ປະຕິບັດໜ້າທີ່ຂອງພວກເຈົ້າ, ພວກເຈົ້າກໍຈະຖືກເຮັດໃຫ້ສົມບູນ, ພວກເຈົ້າກໍຈະມີພະຍານທີ່ດັງສະນັ່ນເຊັ່ນດຽວກັນ. ທຸກຄົນທີ່ມີພະຍານແມ່ນຄົນທີ່ມີໄຊຊະນະເໜືອຊາຕານ ແລະ ໄດ້ຮັບຄຳສັນຍາຂອງພຣະເຈົ້າ ແລະ ພວກເຂົາແມ່ນຄົນທີ່ຈະຍັງຄົງດຳລົງຊີວິດຢູ່ໃນປາຍທາງທີ່ມະຫັດສະຈັນ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?