ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ (ພາກທີໜຶ່ງ)
ມະນຸດເຂົ້າໃຈພາລະກິດໃນປັດຈຸບັນ ແລະ ພາລະກິດໃນອະນາຄົດພຽງແຕ່ໜ້ອຍດຽວ ແຕ່ເຂົາບໍ່ເຂົ້າໃຈຈຸດໝາຍປາຍທາງທີ່ມະນຸດຊາດຈະເຂົ້າສູ່. ໃນຖານະທີ່ເປັນສິ່ງຖືກສ້າງ ມະນຸດຄວນປະຕິບັດໜ້າທີ່ຂອງສິ່ງຖືກສ້າງ: ມະນຸດຄວນຕິດຕາມພຣະເຈົ້າໃນທຸກສິ່ງທີ່ພຣະອົງປະຕິບັດ; ພວກເຈົ້າຄວນດຳເນີນການໃນຫົນທາງໃດກໍຕາມທີ່ເຮົາບອກກັບພວກເຈົ້າ. ເຈົ້າບໍ່ມີທາງຈັດການສິ່ງຕ່າງໆສຳລັບຕົວເຈົ້າເອງໄດ້ ແລະ ເຈົ້າບໍ່ມີຄວາມລຶກລັບເໜືອຕົວເຈົ້າເອງໄດ້; ທຸກສິ່ງຕ້ອງປະໄວ້ທີ່ການຈັດແຈງຂອງພຣະເຈົ້າ ແລະ ທຸກສິ່ງແມ່ນຖືກກຳໄວ້ຢູ່ພາຍໃນມືຂອງພຣະອົງ. ຖ້າພາລະກິດຂອງພຣະເຈົ້າໄດ້ຈັດກຽມແກ່ມະນຸດດ້ວຍຈຸດຈົບ, ຈຸດໝາຍປາຍທາງທີ່ມະຫັດສະຈັນໄວ້ລ່ວງໜ້າ ແລະ ຖ້າພຣະເຈົ້ານໍາໃຊ້ສິ່ງນີ້ເພື່ອລໍ້ໃຈມະນຸດ ແລະ ເຮັດໃຫ້ມະນຸດຕິດຕາມພຣະອົງ ນັ້ນກໍຄື ຖ້າພຣະອົງສ້າງຂໍ້ສັນຍາກັບມະນຸດ ແລ້ວສິ່ງນີ້ຈະບໍ່ແມ່ນການເອົາຊະນະ ຫຼື ມັນບໍ່ແມ່ນເພື່ອປະຕິບັດພາລະກິດໃນຊີວິດຂອງມະນຸດ. ຖ້າພຣະເຈົ້າຕ້ອງໃຊ້ຈຸດຈົບຂອງມະນຸດເພື່ອຄວບຄຸມມະນຸດ ແລະ ຮັບເອົາຫົວໃຈຂອງເຂົາ, ແລ້ວໃນເລື່ອງນີ້ ພຣະອົງຈະບໍ່ໄດ້ເຮັດໃຫ້ມະນຸດສົມບູນ ຫຼື ພຣະອົງຈະບໍ່ສາມາດຮັບເອົາມະນຸດ, ແຕ່ກົງກັນຂ້າມ ພຣະອົງຈະໃຊ້ຈຸດໝາຍປາຍທາງເພື່ອຄວບຄຸມເຂົາ. ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ພຽງແຕ່ບໍ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ ນັ້ນກໍຄື ໂດຍການມອບພອນ ແລະ ພຣະຄຸນໃຫ້ກັບມະນຸດ ແຕ່ກົງກັນຂ້າມແມ່ນໂດຍການເປີດເຜີຍຄວາມຊື່ສັດຂອງມະນຸດຜ່ານການຍຶດເອົາ “ອິດສະຫຼະພາບ” ຂອງເຂົາ ແລະ ທຳລາຍລ້າງຄວາມຄາດຫວັງຂອງເຂົາ. ນີ້ຄືແກ່ນແທ້ຂອງພາລະກິດແຫ່ງການເອົາຊະນະ. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນຕອນເລີ່ມຕົ້ນ ແລະ ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຖືກເຮັດໃຫ້ສຳເລັດໃນພາຍຫຼັງ ແລ້ວມະນຸດກໍຈະຍອມຮັບການຂ້ຽນຕີ ແລະ ການພິພາກສານີ້ບົນພື້ນຖານທີ່ເຂົາຄາດຫວັງ ແລະ ໃນທີ່ສຸດ ຄວາມອ່ອນນ້ອມທີ່ບໍ່ມີເງື່ອນໄຂ ແລະ ການນະມັດສະການພຣະຜູ້ສ້າງໂດຍສິ່ງຖືກສ້າງທັງປວງຂອງພຣະອົງກໍຈະບໍ່ຖືກບັນລຸ; ຈະມີພຽງແຕ່ການອ່ອນນ້ອມແບບລັບຫູລັບຕາ ແລະ ຂາດຄວາມເຂົ້າໃຈ ຫຼື ຖ້າບໍ່ດັ່ງນັ້ນ ມະນຸດກໍຈະຮຽກຮ້ອງຈາກພຣະເຈົ້າຢ່າງຕາບອດ ແລະ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະຫົວໃຈຂອງມະນຸດຢ່າງສົມບູນ. ດັ່ງນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ພາລະກິດແຫ່ງການເອົາຊະນະດັ່ງກ່າວຈະສາມາດຮັບເອົາມະນຸດໄດ້ ຫຼື ຍິ່ງໄປກວ່ານັ້ນກໍເປັນພະຍານໃຫ້ກັບພຣະເຈົ້າໄດ້. ສິ່ງຖືກສ້າງດັ່ງກ່າວຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະພຽງແຕ່ຕໍ່ລອງກັບພຣະເຈົ້າ; ສິ່ງນີ້ຈະບໍ່ແມ່ນການເອົາຊະນະ ແຕ່ເປັນຄວາມເມດຕາ ແລະ ພອນ. ບັນຫາໃຫຍ່ທີ່ສຸດກັບມະນຸດຄື ເຂົາບໍ່ຄິດເຖິງສິ່ງອື່ນນອກຈາກໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ບູຊາສິ່ງເຫຼົ່ານີ້. ມະນຸດສະແຫວງຫາພຣະເຈົ້າເພື່ອຜົນປະໂຫຍດແຫ່ງໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ; ເຂົາບໍ່ໄດ້ນະມັດສະການພຣະເຈົ້າ ຍ້ອນຄວາມຮັກຂອງເຂົາສຳລັບພຣະອົງ. ແລ້ວດ້ວຍເຫດນັ້ນ ໃນການເອົາຊະນະມະນຸດ, ຄວາມເຫັນແກ່ຕົວຂອງມະນຸດ, ຄວາມໂລບມາກ ແລະ ທຸກສິ່ງທີ່ເປັນອຸປະສັກຕໍ່ການທີ່ເຂົານະມັດສະການພຣະເຈົ້າແມ່ນຕ້ອງຖືກລິຮານ ແລະ ກຳຈັດທັງໝົດ. ດ້ວຍການເຮັດແບບນັ້ນ ຜົນແຫ່ງການເອົາຊະນະຂອງມະນຸດຈຶ່ງຈະຖືກບັນລຸ. ຜົນຕາມມາກໍຄື ໃນຂັ້ນຕອນທຳອິດຂອງການເອົາຊະນະມະນຸດ ມັນຈຶ່ງຈຳເປັນຕ້ອງລົບລ້າງຄວາມທະເຍີທະຍານທີ່ບ້າປ່ວງ ແລະ ຄວາມອ່ອນແອທີ່ຮ້າຍແຮງສຸດຂອງມະນຸດ ແລະ ຜ່ານສິ່ງນີ້ຈຶ່ງຈະເປີດເຜີຍຫົວໃຈທີ່ຮັກພຣະເຈົ້າຂອງມະນຸດ ແລະ ປ່ຽນແປງຄວາມຮູ້ຂອງເຂົາທີ່ກ່ຽວກັບຊີວິດຂອງມະນຸດ, ມຸມມອງຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງເຂົາ. ດ້ວຍວິທີນີ້ ຫົວໃຈທີ່ຮັກພຣະເຈົ້າຂອງມະນຸດຈຶ່ງຖືກຊໍາລະລ້າງ ເຊິ່ງໝາຍຄວາມວ່າ ຫົວໃຈຂອງມະນຸດຖືກເອົາຊະນະ. ແຕ່ໃນທ່າທີຂອງພຣະເຈົ້າທີ່ມີຕໍ່ສິ່ງຖືກສ້າງທັງໝົດແລ້ວ ພຣະອົງບໍ່ໄດ້ເອົາຊະນະພຽງແຕ່ຍ້ອນຜົນປະໂຫຍດແຫ່ງການເອົາຊະນະ; ກົງກັນຂ້າມ ພຣະອົງເອົາຊະນະເພື່ອຮັບເອົາມະນຸດ, ເພື່ອຜົນປະໂຫຍດແຫ່ງສະຫງ່າລາສີຂອງພຣະອົງເອງ ແລະ ເພື່ອຟື້ນຟູລັກສະນະດັ່ງເດີມໃນຊ່ວງທຳອິດຂອງມະນຸດ. ຖ້າພຣະອົງຕ້ອງເອົາຊະນະພຽງແຕ່ເພື່ອຜົນປະໂຫຍດແຫ່ງການເອົາຊະນະເທົ່ານັ້ນ ແລ້ວຄວາມໝາຍຂອງພາລະກິດແຫ່ງການເອົາຊະນະກໍຈະສູນເສຍໄປ. ນັ້ນໝາຍຄວາມວ່າ ຖ້າຫຼັງຈາກເອົາຊະນະມະນຸດແລ້ວ ພຣະເຈົ້າລ້າງມືຂອງພຣະອົງຈາກມະນຸດ ແລະ ບໍ່ສົນໃຈຕໍ່ຊີວິດ ຫຼື ຄວາມຕາຍຂອງມະນຸດ ແລ້ວສິ່ງນີ້ກໍບໍ່ແມ່ນການຄຸ້ມຄອງມະນຸດຊາດ ຫຼື ການເອົາຊະນະມະນຸດກໍຈະບໍ່ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ. ມີພຽງແຕ່ການຮັບເອົາມະນຸດຫຼັງຈາກທີ່ເອົາຊະນະເຂົາ ແລະ ການທີ່ເຂົາມາເຖິງຈຸດໝາຍປາຍທາງທີ່ມະຫັດສະຈັນໃນທີ່ສຸດເທົ່ານັ້ນ ຈຶ່ງຢູ່ໃນຫົວໃຈຂອງພາລະກິດແຫ່ງຄວາມລອດພົ້ນທັງໝົດ ແລະ ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຕາມເປົ້າໝາຍແຫ່ງຄວາມລອດພົ້ນຂອງມະນຸດໄດ້. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ການມາເຖິງຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ ແລະ ການທີ່ເຂົາເຂົ້າສູ່ການພັກຜ່ອນເທົ່ານັ້ນທີ່ເປັນຄວາມຄາດຫວັງທີ່ສິ່ງຖືກສ້າງທັງໝົດຄວນມີ ແລະ ເປັນພາລະກິດທີ່ພຣະຜູ້ສ້າງຄວນເຮັດໃຫ້ສຳເລັດ. ຖ້າມະນຸດຕ້ອງປະຕິບັດພາລະກິດນີ້ ແລ້ວມັນກໍຈະຈໍາກັດເກີນໄປ: ມັນສາມາດນໍາມະນຸດໄປເຖິງຈຸດໃດໜຶ່ງ, ແຕ່ມັນຈະບໍ່ສາມາດນໍາມະນຸດໄປເຖິງຈຸດໝາຍປາຍທາງຊົ່ວນິດນິລັນ. ມະນຸດບໍ່ສາມາດຕັດສິນຊະຕາກຳຂອງມະນຸດ ຫຼື ຍິ່ງໄປກວ່ານັ້ນ ເຂົາບໍ່ສາມາດຮັບຮອງຄວາມຄາດຫວັງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງມະນຸດໄດ້. ເຖິງຢ່າງໃດກໍຕາມ ພາລະກິດທີ່ພຣະເຈົ້າປະຕິບັດແມ່ນແຕກຕ່າງກັນ. ຍ້ອນພຣະອົງສ້າງມະນຸດ ພຣະອົງກໍນໍາພາເຂົາ; ຍ້ອນພຣະອົງຊ່ວຍມະນຸດໃຫ້ລອດພົ້ນ ພຣະອົງກໍຊ່ວຍເຂົາຢ່າງທົ່ວເຖິງ ແລະ ຈະຮັບເອົາເຂົາຢ່າງສົມບູນ; ຍ້ອນພຣະອົງນໍາພາມະນຸດ ພຣະອົງຈະນໍາເຂົາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມ; ແລະ ຍ້ອນພຣະອົງສ້າງ ແລະ ຄຸ້ມຄອງມະນຸດ ພຣະອົງຕ້ອງຮັບຜິດຊອບຕໍ່ໂຊກຊະຕາ ແລະ ຄວາມຄາດຫວັງຂອງມະນຸດ. ມັນຄືສິ່ງນີ້ທີ່ເປັນພາລະກິດທີ່ພຣະຜູ້ສ້າງປະຕິບັດ. ເຖິງແມ່ນພາລະກິດແຫ່ງການເອົາຊະນະຈະຖືກບັນລຸໂດຍການລົບລ້າງຄວາມຄາດຫວັງອອກຈາກມະນຸດ, ມະນຸດກໍຕ້ອງຖືກນໍາໄປສູ່ຈຸດໝາຍປາຍທາງທີ່ເໝາະສົມໃນທີ່ສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໄວ້ໃຫ້ກັບເຂົາແລ້ວ. ມັນແມ່ນຍ້ອນພຣະເຈົ້າປັ້ນມະນຸດຢ່າງແນ່ນອນ ຈຶ່ງເຮັດໃຫ້ມະນຸດມີຈຸດໝາຍປາຍທາງ ແລະ ໂຊກຊະຕາຂອງເຂົາຈຶ່ງຖືກຮັບຮອງ. ໃນນີ້ ຈຸດໝາຍປາຍທາງເໝາະສົມທີ່ກ່າວເຖິງບໍ່ແມ່ນຄວາມຫວັງ ແລະ ຄວາມຄາດຫວັງຂອງມະນຸດທີ່ຖືກກໍາຈັດໃນອະດີດ; ທັງສອງຢ່າງແມ່ນແຕກຕ່າງກັນ. ສິ່ງທີ່ມະນຸດຄາດຫວັງ ແລະ ສະແຫວງຫາແມ່ນຄວາມປາຖະໜາທີ່ເກີດຂຶ້ນຈາກການສະແຫວງຫາຄວາມຕ້ອງການໃນເນື້ອໜັງທີ່ຫຼາຍເກີນຄວນຂອງເຂົາ, ແທນທີ່ຈະແມ່ນຈຸດໝາຍປາຍທາງທີ່ເໝາະສົມກັບມະນຸດ. ໃນຂະນະດຽວກັນ ສິ່ງທີ່ພຣະເຈົ້າຈັດກຽມໃຫ້ກັບມະນຸດແມ່ນພອນ ແລະ ສັນຍາທີ່ເໝາະສົມກັບມະນຸດ ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດ ເຊິ່ງພຣະເຈົ້າໄດ້ຈັດກຽມໃຫ້ກັບມະນຸດຫຼັງຈາກສ້າງໂລກ ແລະ ເຊິ່ງບໍ່ໄດ້ຮັບມົນທິນຈາກທາງເລືອກ, ແນວຄິດ, ຈິນຕະນາການ ຫຼື ເນື້ອໜັງຂອງມະນຸດ. ຈຸດໝາຍປາຍທາງນີ້ບໍ່ໄດ້ຖືກຈັດກຽມໃຫ້ກັບຄົນໃດໜຶ່ງເທົ່ານັ້ນ ແຕ່ເປັນສະຖານທີ່ພັກຜ່ອນຂອງບັນດາມວນມະນຸດຊາດ. ແລ້ວດ້ວຍເຫດນັ້ນ ຈຸດໝາຍປາຍທາງນີ້ຈຶ່ງເປັນຈຸດໝາຍປາຍທາງທີ່ເໝາະສົມທີ່ສຸດສຳລັບມະນຸດຊາດ.
ພຣະຜູ້ສ້າງປະສົງທີ່ຈະປັ້ນແຕ່ງສິ່ງຖືກສ້າງທັງໝົດ. ເຈົ້າບໍ່ຕ້ອງປະຖິ້ມ ຫຼື ບໍ່ເຊື່ອຟັງສິ່ງໃດກໍຕາມທີ່ພຣະອົງປະຕິບັດ ຫຼື ເຈົ້າບໍ່ຄວນກະບົດຕໍ່ພຣະອົງ. ເມື່ອພາລະກິດທີ່ພຣະອົງປະຕິບັດໄດ້ບັນລຸຕາມເປົ້າໝາຍຂອງພຣະອົງໃນທີ່ສຸດ ດ້ວຍສິ່ງນີ້ພຣະອົງກໍຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນ ເປັນຫຍັງຈຶ່ງບໍ່ເວົ້າວ່າ ເຈົ້າເປັນລູກຫຼານຂອງໂມອາບ ຫຼື ເປັນເຊື້ອສາຍຂອງມັງກອນແດງໃຫຍ່? ເປັນຫຍັງຈຶ່ງບໍ່ມີການເວົ້າເຖິງຜູ້ຄົນທີ່ຖືກເລືອກ ແລະ ມີພຽງແຕ່ການເວົ້າເຖິງສິ່ງຖືກສ້າງ? ສິ່ງຖືກສ້າງດັ່ງກ່າວຄືນາມມະຍົດດັ່ງເດີມຂອງມະນຸດ ແລະ ມັນແມ່ນສິ່ງນີ້ທີ່ບົ່ງບອກເຖິງຕົວຕົນທີ່ມີມາຕັ້ງແຕ່ເກີດຂອງເຂົານັ້ນເອງ. ຊື່ແຕກຕ່າງກັນກໍຍ້ອນວ່າຍຸກ ແລະ ຊ່ວງເວລາຂອງພາລະກິດແຕກຕ່າງກັນ, ໃນຄວາມເປັນຈິງ ມະນຸດເປັນສິ່ງຖືກສ້າງທຳມະດາ. ສິ່ງຖືກສ້າງທັງປວງບໍ່ວ່າພວກເຂົາຈະເສື່ອມຊາມທີ່ສຸດ ຫຼື ບໍລິສຸດທີ່ສຸດ ກໍຕ້ອງປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ເມື່ອພຣະອົງປະຕິບັດພາລະກິດແຫ່ງການເອົາຊະນະ ພຣະເຈົ້າບໍ່ໄດ້ຄວບຄຸມເຈົ້າໂດຍໃຊ້ຄວາມຄາດຫວັງ, ໂຊກຊະຕາ ຫຼື ຈຸດໝາຍປາຍທາງ. ມັນບໍ່ຈຳເປັນທີ່ຈະປະຕິບັດພາລະກິດດ້ວຍວິທີນີ້. ເປົ້າໝາຍຂອງພາລະກິດແຫ່ງການເອົາຊະນະແມ່ນເພື່ອເຮັດໃຫ້ມະນຸດປະຕິບັດໜ້າທີ່ຂອງສິ່ງຖືກສ້າງ, ເພື່ອເຮັດໃຫ້ເຂົານະມັດສະການພຣະຜູ້ສ້າງ ແລະ ພຽງແຕ່ຫຼັງຈາກສິ່ງນີ້ເທົ່ານັ້ນ ເຂົາຈຶ່ງຈະສາມາດເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນໄດ້. ໂຊກຊະຕາຂອງມະນຸດຖືກຄວບຄຸມໂດຍມືຂອງພຣະເຈົ້າ. ເຈົ້າບໍ່ສາມາດຄວບຄຸມຕົວເຈົ້າເອງໄດ້. ເຖິງແມ່ນຈະຟ້າວ ແລະ ຫຍຸ້ງກັບຕົວເຂົາເອງຢູ່ຕະຫຼອດເວລາກໍຕາມ ມະນຸດກໍຍັງຄົງບໍ່ສາມາດຄວບຄຸມຕົວເອງໄດ້. ຖ້າເຈົ້າສາມາດຮູ້ຈັກຄວາມຄາດຫວັງຂອງເຈົ້າເອງ, ຖ້າເຈົ້າສາມາດຄວບຄຸມໂຊກຊະຕາຂອງເຈົ້າເອງ ເຈົ້າຈະຍັງເປັນສິ່ງຖືກສ້າງບໍ? ສະຫຼຸບກໍຄື ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດແນວໃດກໍຕາມ ພາລະກິດທັງໝົດຂອງພຣະອົງກໍເພື່ອຜົນປະໂຫຍດຂອງມະນຸດ. ຍົກຕົວຢ່າງ ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງທີ່ພຣະເຈົ້າສ້າງຂຶ້ນເພື່ອຮັບໃຊ້ມະນຸດ ເຊັ່ນ: ດວງເດືອນ, ດວງຕາເວັນ ແລະ ດວງດາວທີ່ພຣະອົງສ້າງຂຶ້ນສຳລັບມະນຸດ, ສັດ ແລະ ພືດ, ລະດູໃບໄມ້ປົ່ງ, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ ແລະ ອື່ນໆອີກ, ທຸກສິ່ງແມ່ນຖືກສ້າງຂຶ້ນເພື່ອຜົນປະໂຫຍດແຫ່ງການມີຊີວິດຢູ່ຂອງມະນຸດ. ດ້ວຍເຫດນັ້ນ ບໍ່ວ່າພຣະອົງຈະຂ້ຽນຕີ ແລະ ພິພາກສາມະນຸດແນວໃດກໍຕາມ ມັນກໍເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດທັງໝົດ. ເຖິງແມ່ນວ່າ ພຣະອົງຍຶດເອົາຄວາມຫວັງທາງເນື້ອໜັງຈາກມະນຸດ ມັນກໍເພື່ອຜົນປະໂຫຍດແຫ່ງການເຮັດໃຫ້ມະນຸດບໍລິສຸດຂຶ້ນ ແລະ ການເຮັດໃຫ້ມະນຸດບໍລິສຸດຂຶ້ນກໍຖືກປະຕິບັດເພື່ອວ່າເຂົາຈະສາມາດລອດພົ້ນໄດ້. ເຊິ່ງຈຸດໝາຍປາຍທາງຂອງມະນຸດແມ່ນຢູ່ໃນມືຂອງພຣະຜູ້ສ້າງ ສະນັ້ນ ມະນຸດຈະສາມາດຄວບຄຸມຕົວເອງໄດ້ແນວໃດ?
ເມື່ອພາລະກິດແຫ່ງການເອົາຊະນະຖືກເຮັດໃຫ້ສຳເລັດ ມະນຸດຈະຖືກນໍາໄປສູ່ໂລກທີ່ສວຍງາມ. ແນ່ນອນ ຊີວິດນີ້ກໍຈະຍັງຢູ່ເທິງແຜ່ນດິນໂລກ ແຕ່ມັນຈະບໍ່ເປັນຄືກັບຊີວິດມະນຸດໃນປັດຈຸບັນຢ່າງສິ້ນເຊີງ. ມັນເປັນຊີວິດທີ່ມະນຸດຊາດຈະມີຫຼັງຈາກທີ່ໄດ້ເອົາຊະນະບັນດາມວນມະນຸດຊາດ, ມັນຈະເປັນການເລີ່ມຕົ້ນໃໝ່ສຳລັບມະນຸດເທິງແຜ່ນດິນໂລກ ແລະ ການທີ່ມະນຸດຊາດມີຊີວິດດັ່ງກ່າວຈະເປັນເຄື່ອງພິສູດວ່າ ມະນຸດຊາດໄດ້ເຂົ້າສູ່ອານາຈັກໃໝ່ທີ່ສວຍງາມແລ້ວ. ມັນຈະເປັນການເລີ່ມຕົ້ນຂອງຊີວິດຂອງມະນຸດ ແລະ ພຣະເຈົ້າເທິງແຜ່ນດິນໂລກ. ເງື່ອນໄຂລ່ວງໜ້າສໍາລັບຊີວິດທີ່ສວຍງາມດັ່ງກ່າວຕ້ອງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຮັບການເຮັດໃຫ້ບໍລິສຸດ ແລະ ຖືກເອົາຊະນະ ເຂົາຈະອ່ອນນ້ອມຕໍ່ໜ້າພຣະຜູ້ສ້າງ. ດ້ວຍເຫດນັ້ນ ພາລະກິດແຫ່ງການເອົາຊະນະແມ່ນຂັ້ນຕອນສຸດທ້າຍຂອງພາລະກິດຂອງພຣະເຈົ້າກ່ອນທີ່ມະນຸດຊາດຈະເຂົ້າສູ່ຈຸດໝາຍປາຍທາງທີ່ມະຫັດສະຈັນນັ້ນ. ຊີວິດດັ່ງກ່າວແມ່ນຊີວິດໃນອະນາຄົດຂອງມະນຸດເທິງແຜ່ນດິນໂລກ, ມັນເປັນຊີວິດທີ່ສວຍງາມທີ່ສຸດເທິງແຜ່ນດິນໂລກ, ເປັນຊີວິດປະເພດທີ່ມະນຸດປາຖະໜາ ເຊິ່ງເປັນປະເພດທີ່ມະນຸດບໍ່ເຄີຍໄດ້ຮັບໃນປະຫວັດສາດຂອງໂລກ. ມັນເປັນຜົນໄດ້ຮັບສຸດທ້າຍຂອງ 6.000 ປີຂອງພາລະກິດແຫ່ງການຄຸ້ມຄອງ, ມັນເປັນສິ່ງທີ່ມະນຸດຊາດປາຖະໜາຫຼາຍທີ່ສຸດ ແລະ ມັນຍັງເປັນຄຳສັນຍາທີ່ພຣະເຈົ້າມີໃຫ້ມະນຸດ. ແຕ່ຄຳສັນຍານີ້ບໍ່ສາມາດບັງເກີດຂຶ້ນໃນທັນທີ; ມະນຸດຈະເຂົ້າສູ່ປາຍທາງໃນອະນາຄົດພຽງແຕ່ເມື່ອພາລະກິດແຫ່ງຍຸກສຸດທ້າຍໄດ້ຖືກເຮັດໃຫ້ສຳເລັດ ແລະ ເຂົາຖືກເອົາຊະນະຢ່າງສົມບູນ ນັ້ນກໍຄື ເມື່ອຊາຕານໄດ້ຖືກເຮັດໃຫ້ພ່າຍແພ້ຢ່າງສິ້ນເຊີງ. ມະນຸດຈະປາສະຈາກທຳມະຊາດແຫ່ງຄວາມຜິດບາບຫຼັງຈາກທີ່ເຂົາຖືກຫຼໍ່ຫຼອມ ເພາະພຣະເຈົ້າຈະໄດ້ເຮັດໃຫ້ຊາຕານພ່າຍແພ້ ເຊິ່ງໝາຍຄວາມວ່າ ຈະບໍ່ມີການບຸກລຸກໂດຍກອງກຳລັງຮຸນແຮງ ແລະ ບໍ່ມີກອງກຳລັງຮຸນແຮງໃດທີ່ສາມາດໂຈມຕີເນື້ອໜັງຂອງມະນຸດໄດ້. ດ້ວຍເຫດນັ້ນ ມະນຸດຈະເປັນອິດສະຫຼະ ແລະ ບໍລິສຸດ ນັ້ນກໍຄື ເຂົາຈະເຂົ້າສູ່ຄວາມເປັນນິລັນດອນ. ມີພຽງເມື່ອກອງກຳລັງທີ່ຮຸນແຮງແຫ່ງຄວາມມືດຖືກຈັບມັດໄວ້ ມະນຸດຈຶ່ງຈະເປັນອິດສະຫຼະໃນທຸກບ່ອນທີ່ເຂົາໄປ ແລະ ດັ່ງນັ້ນເຂົາກໍຈະປາສະຈາກຄວາມກະບົດ ຫຼື ການຕໍ່ຕ້ານ. ຊາຕານຕ້ອງຖືກຈັບມັດໄວ້ ແລະ ມະນຸດທຸກຄົນກໍຈະປອດໄພ; ສະຖານະການໃນປັດຈຸບັນເກີດຂຶ້ນກໍຍ້ອນ ຊາຕານຍັງກໍ່ໃຫ້ເກີດສິ່ງລົບກວນໃນທຸກໆບ່ອນເທິງແຜ່ນດິນໂລກ ແລະ ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທັງໝົດຍັງບໍ່ໄດ້ມາເຖິງຈຸດສິ້ນສຸດ. ເມື່ອຊາຕານຖືກເຮັດໃຫ້ພ່າຍແພ້ ມະນຸດຈະໄດ້ຮັບອິດສະຫຼະຢ່າງສົມບູນ, ເມື່ອມະນຸດໄດ້ຮັບພຣະເຈົ້າແລ້ວ ແລະ ອອກມາຈາກໃຕ້ອຳນາດຂອງຊາຕານ ເຂົາຈະເຫັນດວງຕາເວັນແຫ່ງຄວາມຊອບທຳ. ຊີວິດທີ່ເໝາະສົມກັບມະນຸດປົກກະຕິຈະຖືກຮັບອີກຄັ້ງ, ທຸກສິ່ງທີ່ມະນຸດປົກກະຕິຄວນມີ ເຊັ່ນ: ຄວາມສາມາດໃນການແຍກແຍະຄວາມດີຈາກຄວາມຊົ່ວ, ຄວາມເຂົ້າໃຈວິທີການກິນ ແລະ ຫໍ່ຫຸ້ມຕົວເອງ ແລະ ຄວາມສາມາດໃນການດຳລົງຊີວິດໂດຍປົກກະຕິ ເຊິ່ງສິ່ງທັງໝົດນີ້ຈະຖືກຮັບຄືນອີກຄັ້ງ. ເຖິງແມ່ນວ່າ ເອວາບໍ່ໄດ້ຖືກງູລໍ້ລວງ ມະນຸດກໍຄວນມີຊີວິດທີ່ປົກກະຕິແບບນີ້ຫຼັງຈາກທີ່ເຂົາຖືກສ້າງໃນຕອນເລີ່ມຕົ້ນ. ເຂົາຄວນໄດ້ກິນ, ໄດ້ຖືກປົກຄຸມ ແລະ ໄດ້ນໍາໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ແຕ່ຫຼັງຈາກທີ່ມະນຸດໄດ້ກາຍມາເປັນຄົນຊົ່ວຊ້າ ຊີວິດນີ້ກໍກາຍມາເປັນຄວາມຝັນລົມໆແລ້ງໆ ແລະ ຍິ່ງໄປກວ່ານັ້ນໃນປັດຈຸບັນ ມະນຸດບໍ່ກ້າທີ່ຈະຈິນຕະນາການເຖິງສິ່ງດັ່ງກ່າວ. ຕາມຄວາມຈິງແລ້ວ ຊີວິດທີ່ສວຍງາມທີ່ມະນຸດປາຖະໜານີ້ແມ່ນສິ່ງຈຳເປັນ. ຖ້າວ່າມະນຸດປາສະຈາກປາຍທາງດັ່ງກ່າວ ແລ້ວຊີວິດທີ່ຊົ່ວຊ້າຂອງເຂົາເທິງແຜ່ນດິນໂລກກໍຈະບໍ່ຈົບສິ້ນຈັກເທື່ອ ແລະ ຖ້າບໍ່ມີຊີວິດທີ່ສວຍງາມດັ່ງກ່າວ ແລ້ວກໍຈະບໍ່ມີຕອນຈົບໃຫ້ກັບໂຊກຊະຕາຂອງຊາຕານ ຫຼື ໃຫ້ກັບຍຸກທີ່ຊາຕານມີອຳນາດເທິງແຜ່ນດິນໂລກ. ມະນຸດຕ້ອງມາເຖິງອານາຈັກທີ່ກອງກຳລັງແຫ່ງຄວາມມືດບໍ່ສາມາດເຂົ້າເຖິງໄດ້ ແລະ ເມື່ອເຂົາມາເຖິງແລ້ວ ສິ່ງນີ້ຈະພິສູດໃຫ້ເຫັນວ່າ ຊາຕານພ່າຍແພ້ແລ້ວ. ດ້ວຍວິທີນີ້ ເມື່ອບໍ່ມີການລົບກວນຈາກຊາຕານ ພຣະເຈົ້າເອງຈະຄວບຄຸມມະນຸດຊາດ ແລະ ພຣະອົງຈະສັ່ງ ແລະ ຄວບຄຸມຊີວິດທັງໝົດຂອງມະນຸດ; ພຽງແຕ່ສິ່ງນີ້ເທົ່ານັ້ນຈຶ່ງຈະຖືວ່າເປັນຄວາມພ່າຍແພ້ຂອງຊາຕານ. ສ່ວນຫຼາຍຊີວິດຂອງມະນຸດໃນປັດຈຸບັນເປັນຊີວິດແຫ່ງຄວາມສົກກະປົກ; ມັນຍັງເປັນຊີວິດແຫ່ງຄວາມເຈັບປວດ ແລະ ຄວາມທຸກທໍລະມານ. ສິ່ງນີ້ບໍ່ສາມາດຖືກເອີ້ນວ່າ ຄວາມພ່າຍແພ້ຂອງຊາຕານ, ມະນຸດຍັງບໍ່ໄດ້ຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ, ຍັງບໍ່ໄດ້ຫຼົບໜີຈາກຄວາມລໍາບາກໃນຊີວິດຂອງມະນຸດ ຫຼື ອິດທິພົນຂອງຊາຕານ ແລະ ເຂົາຍັງຈະມີພຽງຄວາມຮູ້ທີ່ໜ້ອຍຫຼາຍແທ້ໆກ່ຽວກັບພຣະເຈົ້າ. ຄວາມລໍາບາກທຸກຢ່າງຂອງມະນຸດຖືກສ້າງໂດຍຊາຕານ, ມັນແມ່ນຊາຕານທີ່ນໍາຄວາມເຈັບປວດມາສູ່ຊີວິດຂອງມະນຸດ ແລະ ພຽງແຕ່ຫຼັງຈາກທີ່ຊາຕານຖືກຜູກມັດ ມະນຸດຈຶ່ງຈະສາມາດຫຼົບໜີຈາກທະເລແຫ່ງຄວາມທຸກທໍລະມານ. ຢ່າງໃດກໍຕາມ ການຜູກມັດຂອງຊາຕານແມ່ນຖືກບັນລຸຜ່ານການເອົາຊະນະ ແລະ ການຮັບຫົວໃຈຂອງມະນຸດ ໂດຍເຮັດໃຫ້ມະນຸດເປັນສິ່ງທີ່ຍາດເອົາມາໄດ້ຈາກສົງຄາມກັບຊາຕານ.
ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນໜ້າທີ່ເຂົາຈະມີຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ພວກມັນເປັນຈຸດປະສົງທີ່ມະນຸດສະແຫວງຫາກ່ອນທີ່ຊາຕານຈະຖືກພັນທະນາການ. ໃນແກ່ນແທ້ນັ້ນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນ ຫຼື ການຖືກນໍາໃຊ້ໃຫ້ເກີດຜົນໃຫຍ່ຫຼວງ ກໍແມ່ນການຫຼົບໜີຈາກອິດທິພົນຂອງຊາຕານ; ການສະແຫວງຫາຂອງມະນຸດກໍແມ່ນເພື່ອກາຍເປັນຜູ້ຊະນະ ແຕ່ຜົນໄດ້ຮັບສຸດທ້າຍນັ້ນຈະເປັນການທີ່ເຂົາຫຼົບໜີຈາກອິດທິພົນຂອງຊາຕານ. ມີພຽງແຕ່ການຫຼົບໜີຈາກອິດທິພົນຂອງຊາຕານເທົ່ານັ້ນທີ່ມະນຸດສາມາດໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດແຫ່ງການນະມັດສະການພຣະເຈົ້າ. ໃນປັດຈຸບັນ ການທີ່ມະນຸດສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນແມ່ນສິ່ງທີ່ໄດ້ສະແຫວງຫາກ່ອນທີ່ຈະມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ໂດຍສິ່ງເຫຼົ່ານັ້ນຖືກສະແຫວງຫາຫຼັກໆກໍເພື່ອຜົນປະໂຫຍດແຫ່ງການຖືກຊໍາລະ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ເພື່ອທີ່ຈະນະມັດສະການພຣະຜູ້ສ້າງ. ຖ້າມະນຸດມີຊີວິດແບບຄົນປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ເຊິ່ງເປັນຊີວິດທີ່ປາສະຈາກຄວາມລຳບາກ ຫຼື ການທຸກທໍລະມານ ແລ້ວມະນຸດຈະບໍ່ເຂົ້າຮ່ວມໃນການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ. “ການກາຍມາເປັນຜູ້ຊະນະ” ແລະ “ການຖືກເຮັດໃຫ້ສົມບູນ” ແມ່ນຈຸດປະສົງທີ່ພຣະອົງມອບໃຫ້ມະນຸດສະແຫວງຫາ ແລະ ຜ່ານການສະແຫວງຫາໂດຍມີຈຸດປະສົງເຫຼົ່ານີ້ ພຣະອົງເຮັດໃຫ້ມະນຸດນໍາຄວາມຈິງເຂົ້າສູ່ການປະຕິບັດ ແລະ ດຳລົງຊີວິດຢ່າງມີຄວາມໝາຍ. ຈຸດປະສົງແມ່ນເພື່ອເຮັດໃຫ້ມະນຸດສົມບູນ ແລະ ເພື່ອຮັບເຂົາ ແລະ ການສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນເປັນພຽງແຕ່ວິທີທາງ. ໃນອະນາຄົດ ຖ້າມະນຸດເຂົ້າສູ່ປາຍທາງທີ່ມະຫັດສະຈັນ ຈະບໍ່ມີການອ້າງເຖິງການກາຍມາເປັນຜູ້ຊະນະ ແລະ ການຖືກເຮັດໃຫ້ສົມບູນອີກຕໍ່ໄປ; ຈະມີພຽງແຕ່ສິ່ງຖືກສ້າງແຕ່ລະຢ່າງປະຕິບັດໜ້າທີ່ຂອງພວກເຂົາ. ໃນປັດຈຸບັນ ມະນຸດຖືກສ້າງໃຫ້ສະແຫວງຫາສິ່ງເຫຼົ່ານີ້ພຽງແຕ່ເພື່ອຈຳກັດຂອບເຂດໃຫ້ກັບມະນຸດ ເພື່ອການສະແຫວງຫາຂອງມະນຸດຈະມີເປົ້າໝາຍ ແລະ ປະຕິບັດໄດ້ຫຼາຍຍິ່ງຂຶ້ນ. ຫາກປາສະຈາກສິ່ງນັ້ນ ມະນຸດກໍຈະດໍາລົງຊີວິດຢູ່ທ່າມກາງສິ່ງວ່າງເປົ່າທີ່ເປັນພຽງນາມມະທໍາ ແລະ ສະແຫວງຫາທາງເຂົ້າສູ່ຊີວິດຊົ່ວນິລັນດອນ ແລະ ຖ້າເປັນແບບນີ້ ມະນຸດຈະບໍ່ໜ້າສັງເວດຫຼາຍຍິ່ງຂຶ້ນບໍ? ການສະແຫວງຫາດ້ວຍວິທີນີ້ ເຊິ່ງປາສະຈາກເປົ້າໝາຍ ຫຼື ຫຼັກການ ບໍ່ແມ່ນການຫຼອກລວງຕົນເອງບໍ? ໃນທີ່ສຸດແລ້ວ ການສະແຫວງຫາແບບນີ້ກໍຈະບໍ່ເກີດຜົນຕາມທຳມະຊາດເລີຍ; ໃນສຸດທ້າຍ ມະນຸດຈະຍັງດຳລົງຊີວິດຢູ່ພາຍໃຕ້ອຳນາດຂອງຊາຕານ ແລະ ບໍ່ສາມາດເຮັດໃຫ້ຕົນເອງຫຼຸດອອກຈາກສິ່ງນັ້ນໄດ້. ເປັນຫຍັງຈຶ່ງຕ້ອງນໍາຕົວເຂົາເອງມາຢູ່ພາຍໃຕ້ການສະແຫວງຫາທີ່ບໍ່ມີເປົ້າໝາຍດັ່ງກ່າວ? ເມື່ອມະນຸດເຂົ້າສູ່ປາຍທາງນິດນິລັນ ມະນຸດຈະນະມັດສະການພຣະຜູ້ສ້າງ ແລະ ຍ້ອນມະນຸດໄດ້ຮັບຄວາມລອດພົ້ນ ແລະ ເຂົ້າສູ່ຄວາມເປັນນິດນິລັນ ມະນຸດຈຶ່ງຈະບໍ່ສະແຫວງຫາຈຸດປະສົງໃດອີກ ຫຼື ຍິ່ງໄປກວ່ານັ້ນກໍຄື ເຂົາຈະບໍ່ຕ້ອງກັງວົນວ່າ ເຂົາຖືກອ້ອມລ້ອມດ້ວຍຊາຕານ. ໃນເວລານີ້ ມະນຸດທຸກຄົນຈະຮັກສາບ່ອນຂອງເຂົາ ແລະ ຈະປະຕິບັດໜ້າທີ່ຂອງເຂົາ ແລະ ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຖືກຕີສອນ ຫຼື ພິພາກສາ, ແຕ່ລະຄົນກໍຈະປະຕິບັດໜ້າທີ່ຂອງພວກເຂົາ. ໃນເວລານັ້ນ ມະນຸດຈະເປັນສິ່ງຖືກສ້າງທັງໃນຕົວຕົນ ແລະ ໃນສະຖານະ. ຈະບໍ່ມີການຈຳແນກວ່າສູງ ແລະ ຕໍ່າອີກຕໍ່ໄປ; ແຕ່ລະຄົນຈະພຽງແຕ່ປະຕິບັດໜ້າທີ່ທີ່ແຕກຕ່າງກັນ. ຢ່າງໃດກໍຕາມ ມະນຸດຈະຍັງດຳລົງຊີວິດໃນປາຍທາງຂອງມະນຸດຊາດທີ່ເປັນລະບຽບ ແລະ ເໝາະສົມສໍາລັບມະນຸດຊາດ, ມະນຸດຈະປະຕິບັດໜ້າທີ່ຂອງເຂົາເພື່ອຜົນປະໂຫຍດແຫ່ງການນະມັດສະການພຣະຜູ້ສ້າງ ແລະ ມະນຸດຊາດປະເພດນີ້ຈະເປັນມະນຸດຊາດຕະຫຼອດໄປເປັນນິດ. ໃນເວລານັ້ນ ມະນຸດຈະໄດ້ຮັບຊີວິດທີ່ເຍືອງທາງໂດຍພຣະເຈົ້າ, ເປັນຊີວິດທີ່ຢູ່ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະເຈົ້າ ແລະ ເປັນຊີວິດທີ່ຮ່ວມກັນກັບພຣະເຈົ້າ. ມະນຸດຊາດຈະໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ບັນດາມະນຸດຊາດຈະເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ແຜນການຄຸ້ມຄອງ 6.000 ປີຈະເຮັດໃຫ້ຊາຕານພ່າຍແພ້ໄປໃນທີ່ສຸດ ເຊິ່ງໝາຍຄວາມວ່າ ພຣະເຈົ້າຈະເອົາຄືນລັກສະນະດັ່ງເດີມຂອງມະນຸດຫຼັງການສ້າງເຂົາຂຶ້ນມາຢູ່ແຜ່ນດິນໂລກ ແລະ ດ້ວຍເຫດນັ້ນ ເຈດຕະນາດັ່ງເດີມຂອງພຣະເຈົ້າຈະຖືກຕອບສະໜອງ. ໃນຕອນເລີ່ມຕົ້ນ ກ່ອນທີ່ມະນຸດຊາດຈະຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດຊາດໄດ້ໃຊ້ຊີວິດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ. ຕໍ່ມາ ເມື່ອເຂົາຖືກຊາຕານເຮັດໃຫ້ເສື່ອມຊາມ ມະນຸດແມ່ນໄດ້ສູນເສຍຊີວິດປົກກະຕິນີ້ໄປ ແລະ ດ້ວຍເຫດນັ້ນ ຈຶ່ງເລີ່ມມີພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ ແລະ ມີສົງຄາມກັບຊາຕານເພື່ອເອົາຄືນຊີວິດປົກກະຕິຂອງມະນຸດ. ມີພຽງແຕ່ເມື່ອພາລະກິດ 6.000 ປີແຫ່ງການຄຸ້ມຄອງຂອງພຣະເຈົ້າສິ້ນສຸດລົງ ຊີວິດຂອງບັນດາມວນມະນຸດຊາດຈຶ່ງຈະເລີ່ມຕົ້ນຢ່າງເປັນທາງການເທິງແຜ່ນດິນໂລກ, ມີພຽງແຕ່ຕອນນັ້ນ ມະນຸດຈຶ່ງຈະມີຊີວິດທີ່ມະຫັດສະຈັນ ແລະ ພຣະເຈົ້າຈຶ່ງຈະຟື້ນຄືນເປົ້າໝາຍແຫ່ງການສ້າງມະນຸດທີ່ຢູ່ໃນຕອນເລີ່ມຕົ້ນ ພ້ອມທັງລັກສະນະດັ່ງເດີມຂອງມະນຸດອີກດ້ວຍ. ດ້ວຍເຫດນັ້ນ ເມື່ອມະນຸດມີຊີວິດປົກກະຕິຂອງມະນຸດຊາດເທິງແຜ່ນດິນໂລກ ມະນຸດຈະບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ເພື່ອຖືກເຮັດໃຫ້ສົມບູນ ຍ້ອນມະນຸດຈະເປັນຄົນທີ່ບໍລິສຸດ. “ຜູ້ຊະນະ” ແລະ “ຖືກເຮັດໃຫ້ສົມບູນ” ທີ່ມະນຸດກ່າວເຖິງແມ່ນຈຸດປະສົງທີ່ມອບໃຫ້ມະນຸດສະແຫວງຫາໃນສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ ແລະ ພວກມັນມີຢູ່ກໍພຽງແຕ່ຍ້ອນມະນຸດຖືກເຮັດໃຫ້ເສື່ອມຊາມ. ໂດຍການມອບຈຸດປະສົງໃຫ້ເຈົ້າ ແລະ ການເຮັດໃຫ້ເຈົ້າສະແຫວງຫາຈຸດປະສົງນີ້ທີ່ຈະເຮັດໃຫ້ຊາຕານພ່າຍແພ້. ການໃຫ້ເຈົ້າເປັນຜູ້ຊະນະ ຫຼື ຖືກເຮັດໃຫ້ສົມບູນ ຫຼື ຖືກນໍາໃຊ້ກໍຮຽກຮ້ອງໃຫ້ເຈົ້າເປັນພະຍານເພື່ອເຮັດໃຫ້ຊາຕານອັບອາຍ. ໃນສຸດທ້າຍແລ້ວ ມະນຸດຈະໃຊ້ຊີວິດແບບມະນຸດປົກກະຕິທີ່ຢູ່ເທິງແຜ່ນດິນໂລກ ແລະ ມະນຸດຈະເປັນຄົນທີ່ບໍລິສຸດ; ເມື່ອສິ່ງນີ້ເກີດຂຶ້ນ ພວກເຂົາຈະຍັງສະແຫວງຫາເພື່ອກາຍມາເປັນຜູ້ຊະນະອີກບໍ? ພວກເຂົາທັງໝົດບໍ່ແມ່ນສິ່ງຖືກສ້າງບໍ? ເວົ້າເຖິງການເປັນຜູ້ຊະນະ ແລະ ການເປັນຄົນທີ່ສົມບູນ, ຄໍາສັບເຫຼົ່ານີ້ແມ່ນແນໃສ່ຊາຕານ ແລະ ຄວາມສົກກະປົກຂອງມະນຸດ. ຄໍາວ່າ “ຜູ້ຊະນະ” ໃນທີ່ນີ້ບໍ່ໄດ້ອ້າງເຖິງໄຊຊະນະເໜືອຊາຕານ ແລະ ກອງກຳລັງທີ່ຮຸນແຮງບໍ? ເມື່ອເຈົ້າເວົ້າວ່າ ເຈົ້າຖືກເຮັດໃຫ້ສົມບູນ, ແມ່ນຫຍັງໃນຕົວເຈົ້າທີ່ຖືກເຮັດໃຫ້ສົມບູນ? ມັນບໍ່ແມ່ນວ່າ ເຈົ້າໄດ້ຖອນຕົວເຈົ້າເອງອອກຈາກອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມແລ້ວບໍ ເພື່ອເຈົ້າຈະສາມາດບັນລຸການຮັກພຣະເຈົ້າຢ່າງທີ່ສຸດ? ສິ່ງດັ່ງກ່າວຖືກກ່າວຂຶ້ນໂດຍກ່ຽວພັນກັບສິ່ງທີ່ສົກກະປົກພາຍໃນມະນຸດ ແລະ ໂດຍກ່ຽວພັນກັບຊາຕານ; ພວກມັນບໍ່ໄດ້ຖືກກ່າວຂຶ້ນໂດຍກ່ຽວພັນກັບພຣະເຈົ້າ.
ໃນປັດຈຸບັນ ຖ້າເຈົ້າບໍ່ສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ແລະ ຖືກເຮັດໃຫ້ສົມບູນ ແລ້ວໃນອະນາຄົດ ເມື່ອມະນຸດຊາດໃຊ້ຊີວິດປົກກະຕິເທິງແຜ່ນດິນໂລກ ກໍຈະບໍ່ມີໂອກາດໃຫ້ການສະແຫວງຫາດັ່ງກ່າວອີກແລ້ວ. ໃນເວລານັ້ນ ເວລາສຸດທ້າຍຂອງຄົນທຸກປະເພດຈະຖືກເປີດເຜີຍອອກ. ໃນເວລານັ້ນ ມັນຈະຊັດເຈນວ່າ ເຈົ້າເປັນຄົນປະເພດໃດ ແລະ ຖ້າເຈົ້າປາຖະໜາທີ່ຈະເປັນຜູ້ຊະນະ ຫຼື ປາຖະໜາທີ່ຈະຖືກເຮັດໃຫ້ສົມບູນ ມັນກໍຈະເປັນໄປບໍ່ໄດ້. ມັນກໍພຽງແຕ່ວ່າ ຍ້ອນຄວາມກະບົດຂອງເຂົາ ມະນຸດຈະຖືກລົງໂທດຫຼັງຈາກທີ່ຖືກເປີດເຜີຍ. ໃນເວລານັ້ນ ການສະແຫວງຫາຂອງມະນຸດຈະບໍ່ໄດ້ຢູ່ໃນຕໍາແໜ່ງທີ່ສູງກວ່າສິ່ງອື່ນ ສຳລັບບາງຄົນກໍເປັນຜູ້ຊະນະ ແລະ ຄົນອື່ນກໍຖືກເຮັດໃຫ້ສົມບູນ ຫຼື ສຳລັບບາງຄົນກໍເປັນບຸດຜູ້ກົກຂອງພຣະເຈົ້າ ແລະ ຄົນອື່ນກໍເປັນບຸດຂອງພຣະເຈົ້າ; ພວກເຂົາຈະບໍ່ສະແຫວງຫາສິ່ງເຫຼົ່ານີ້. ທຸກສິ່ງຈະເປັນສິ່ງຖືກສ້າງຂອງພຣະເຈົ້າ, ທຸກສິ່ງຈະດຳລົງຢູ່ເທິງແຜ່ນດິນໂລກ ແລະ ທຸກຢ່າງຈະດຳລົງຊີວິດຢູ່ຮ່ວມກັນກັບພຣະເຈົ້າເທິງແຜ່ນດິນໂລກ. ບັດນີ້ແມ່ນເວລາແຫ່ງສົງຄາມລະຫວ່າງພຣະເຈົ້າ ແລະ ຊາຕານ, ມັນເປັນເວລາທີ່ສົງຄາມນີ້ຍັງບໍ່ໄດ້ສິ້ນສຸດລົງເທື່ອ ເຊິ່ງເປັນເວລາທີ່ມະນຸດຍັງບໍ່ໄດ້ຖືກຮັບຢ່າງສົມບູນ; ມັນເປັນໄລຍະເວລາແຫ່ງການປ່ຽນສະພາບ. ດ້ວຍເຫດນັ້ນ ມະນຸດຈຳເປັນຕ້ອງສະແຫວງຫາເພື່ອກາຍມາເປັນຜູ້ຊະນະ ຫຼື ໜຶ່ງໃນຄົນຂອງພຣະເຈົ້າ. ໃນປັດຈຸບັນ ມີຄວາມແຕກຕ່າງໃນສະຖານະ ແຕ່ເມື່ອເວລານັ້ນມາຮອດ ຈະບໍ່ມີຄວາມແຕກຕ່າງໃດເລີຍ; ສະຖານະຂອງທຸກຄົນທີ່ມີໄຊຊະນະຈະຄືກັນໝົດ, ພວກເຂົາຈະເປັນສະມາຊິກຂອງມະນຸດຊາດທີ່ມີຄຸນສົມບັດທັງໝົດ ແລະ ຈະດຳລົງຊີວິດຢ່າງເທົ່າທຽມກັນເທິງແຜ່ນດິນໂລກ ເຊິ່ງໝາຍຄວາມວ່າ ພວກເຂົາຈະເປັນສິ່ງຖືກສ້າງທີ່ມີຄຸນສົມບັດ ແລະ ສິ່ງທີ່ພວກເຂົາໄດ້ຮັບກໍຈະຄືກັນທັງໝົດ. ຍ້ອນຍຸກແຫ່ງພາລະກິດຂອງພຣະເຈົ້າແຕກຕ່າງກັນ ແລະ ຈຸດປະສົງຂອງພາລະກິດຂອງພຣະອົງກໍແຕກຕ່າງເຊັ່ນກັນ, ຖ້າພາລະກິດນີ້ຖືກເຮັດໃຫ້ສຳເລັດໃນພວກເຈົ້າ, ພວກເຈົ້າກໍມີສິດຖືກເຮັດໃຫ້ສົມບູນ ແລະ ກາຍມາເປັນຜູ້ຊະນະ; ຖ້າພາລະກິດນີ້ຖືກເຮັດໃຫ້ສຳເລັດໃນຕ່າງແດນ ແລ້ວຜູ້ຄົນຢູ່ທີ່ນັ້ນກໍມີສິດທີ່ຈະກາຍມາເປັນຜູ້ຄົນກຸ່ມທຳອິດທີ່ຈະຖືກເອົາຊະນະ ແລະ ຜູ້ຄົນກຸ່ມທຳອິດທີ່ຈະຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ພາລະກິດນີ້ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນຕ່າງແດນ ສະນັ້ນ ຜູ້ຄົນໃນປະເທດອື່ນກໍບໍ່ມີສິດທີ່ຈະຖືກເຮັດໃຫ້ສົມບູນ ແລະ ກາຍມາເປັນຜູ້ຊະນະ ແລະ ມັນເປັນໄປບໍ່ໄດ້ເລີຍສຳລັບພວກເຂົາທີ່ຈະກາຍມາເປັນກຸ່ມທຳອິດ. ຍ້ອນຈຸດປະສົງຂອງພາລະກິດຂອງພຣະເຈົ້າແຕກຕ່າງກັນ, ຍຸກແຫ່ງພາລະກິດຂອງພຣະເຈົ້າກໍແຕກຕ່າງກັນ ແລະ ຂອບເຂດຂອງພາລະກິດນັ້ນກໍແຕກຕ່າງກັນ ສະນັ້ນຈຶ່ງມີກຸ່ມທຳອິດ ນັ້ນກໍຄື ມີຜູ້ຊະນະ ແລະ ດ້ວຍເຫດນັ້ນກໍຈະມີກຸ່ມທີສອງທີ່ຖືກເຮັດໃຫ້ສົມບູນເຊັ່ນດຽວກັນ. ເມື່ອມີກຸ່ມທຳອິດທີ່ຖືກເຮັດໃຫ້ສົມບູນ ກໍຈະມີຕົວຢ່າງ ແລະ ແບບຢ່າງ ແລະ ດ້ວຍເຫດນັ້ນ ໃນອະນາຄົດຈຶ່ງຈະມີກຸ່ມຄົນທີສອງ ແລະ ທີສາມທີ່ຈະຖືກເຮັດໃຫ້ສົມບູນ ແຕ່ໃນຄວາມເປັນນິດນິລັນ ພວກເຂົາທັງໝົດກໍຈະເປັນຄືກັນ ແລະ ຈະບໍ່ມີການຈັດສະຖານະເປັນແຕ່ລະປະເພດ. ພວກເຂົາພຽງແຕ່ຈະຖືກເຮັດໃຫ້ສົມບູນໃນເວລາທີ່ແຕກຕ່າງກັນ ແລະ ຈະບໍ່ມີຄວາມແຕກຕ່າງໃນສະຖານະ. ເມື່ອຮອດເວລາທີ່ທຸກຄົນຈະຖືກເຮັດໃຫ້ສົມບູນ ແລະ ທີ່ພາລະກິດແຫ່ງຈັກກະວານທັງໝົດຈະສິ້ນສຸດລົງ ຈະບໍ່ມີຄວາມແຕກຕ່າງໃນສະຖານະ ແລະ ທຸກສິ່ງຈະມີສະຖານະເທົ່າທຽມກັນ. ໃນປັດຈຸບັນ ພາລະກິດນີ້ຖືກປະຕິບັດທ່າມກາງພວກເຈົ້າເພື່ອພວກເຈົ້າຈະໄດ້ກາຍມາເປັນຜູ້ຊະນະ. ຖ້າມັນຖືກປະຕິບັດໃນປະເທດອັງກິດ ແລ້ວປະເທດອັງກິດກໍຈະເປັນກຸ່ມທຳອິດ, ເຊັ່ນດຽວກັນ ພວກເຈົ້າກໍຈະເປັນກຸ່ມທໍາອິດ. ມັນເປັນພຽງແຕ່ວ່າ ພວກເຈົ້າໄດ້ຮັບພອນຢ່າງພິເສດພ້ອມດ້ວຍພຣະຄຸນໃນທໍານອງທີ່ພາລະກິດກໍາລັງດໍາເນີນໃນຕົວພວກເຈົ້າໃນປັດຈຸບັນ ແລະ ຖ້າພາລະກິດນີ້ບໍ່ໄດ້ປະຕິບັດໃນພວກເຈົ້າ ແລ້ວພວກເຈົ້າກໍຈະເປັນກຸ່ມທີສອງ ຫຼື ທີສາມ ຫຼື ທີສີ່ ຫຼື ທີຫ້າ. ນີ້ເປັນພຽງຍ້ອນຄວາມແຕກຕ່າງໃນລໍາດັບຂອງພາລະກິດ; ກຸ່ມທຳອິດ ແລະ ກຸ່ມທີສອງບໍ່ໄດ້ໝາຍເຖິງວ່າ ກຸ່ມໜຶ່ງສູງກວ່າ ຫຼື ຕໍ່າກວ່າອີກກຸ່ມໜຶ່ງ, ມັນພຽງແຕ່ໝາຍເຖິງລໍາດັບທີ່ຄົນເຫຼົ່ານີ້ຖືກເຮັດໃຫ້ສົມບູນ. ໃນປັດຈຸບັນ ພຣະທຳເຫຼົ່ານີ້ຖືກສື່ສານໃຫ້ກັບພວກເຈົ້າ ແຕ່ເປັນຫຍັງພວກເຈົ້າຈຶ່ງບໍ່ຮັບຮູ້ກ່ອນໜ້ານີ້? ຍ້ອນວ່າ ຫາກປາສະຈາກຂະບວນການ ຜູ້ຄົນມັກຈະເຮັດເກີນປົກກະຕິ. ຕົວຢ່າງເຊັ່ນ: ພຣະເຢຊູກ່າວໃນເວລາຂອງພຣະອົງວ່າ: “ເຮົາຈາກໄປແບບໃດ, ເຮົາກໍຈະມາເຖິງແບບນັ້ນ”. ໃນປັດຈຸບັນ ຫຼາຍຄົນຫຼົງໄຫຼໃນພຣະທຳເຫຼົ່ານີ້ ແລະ ພວກເຂົາຕ້ອງການພຽງແຕ່ນຸ່ງເສື້ອຄຸມສີຂາວ ແລະ ລໍຖ້າໃຫ້ຖືກຍົກຂຶ້ນເມືອສະຫວັນ. ດ້ວຍເຫດນັ້ນ ມີພຣະທຳຫຼາຍຂໍ້ທີ່ບໍ່ສາມາດກ່າວກ່ອນເວລາກຳນົດ; ຖ້າພຣະທຳເຫຼົ່ານັ້ນຖືກກ່າວກ່ອນເວລາກຳນົດ ມະນຸດກໍຈະເຮັດເກີນປົກກະຕິ. ວຸດທິພາວະຂອງມະນຸດນ້ອຍເກີນໄປ ແລະ ພວກເຂົາບໍ່ສາມາດເບິ່ງຜ່ານໄປເຖິງຄວາມຈິງຂອງພຣະທຳເຫຼົ່ານີ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?