1. ແມ່ນຫຍັງຄືການບັງເກີດເປັນມະນຸດ? ແມ່ນຫຍັງຄືທາດແທ້ຂອງການບັງເກີດເປັນມະນຸດ?
ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:
“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ ສຳລັບພຣະເຈົ້າທີ່ຕ້ອງບັງເກີດເປັນມະນຸດ ພຣະອົງຕ້ອງເປັນເນື້ອໜັງກ່ອນ, ເນື້ອໜັງທີ່ມີຄວາມເປັນມະນຸດທີ່ທຳມະດາ; ນີ້ແມ່ນຂໍ້ກໍານົດເບື້ອງຕົ້ນໂດຍພື້ນຖານທີ່ສຸດ. ຕາມຄວາມເປັນຈິງ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າແມ່ນ ພຣະເຈົ້າມີຊີວິດ ແລະ ປະຕິບັດພາລະກິດໃນເນື້ອໜັງ, ພຣະເຈົ້າທີ່ຢູ່ໃນແກ່ນແທ້ຂອງພຣະອົງໄດ້ກາຍມາເປັນເນື້ອໜັງ, ກາຍມາເປັນມະນຸດ. ຊີວິດທີ່ບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະອົງສາມາດແບ່ງອອກເປັນສອງຂັ້ນຕອນ. ຂັ້ນຕອນທີໜຶ່ງແມ່ນຊີວິດທີ່ພຣະອົງມີກ່ອນການປະຕິບັດພັນທະກິດຂອງພຣະອົງ. ພຣະອົງມີຊີວິດໃນຄອບຄົວມະນຸດທີ່ທຳມະດາ, ຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງ, ເຊື່ອຟັງສິນທຳທີ່ປົກກະຕິ ແລະ ກົດເກນແຫ່ງຊີວິດມະນຸດ, ມີຄວາມຕ້ອງການແບບມະນຸດປົກກະຕິ (ອາຫານ, ເຄື່ອງນຸ່ງ, ການຫຼັບນອນ, ທີ່ພັກອາໄສ), ມີຄວາມອ່ອນແບບມະນຸດປົກກະຕິ ແລະ ມີຄວາມຮູ້ສຶກແບບມະນຸດປົກກະຕິ. ເວົ້າອີກຢ່າງໜຶ່ງກໍຄື ໃນລະຫວ່າງຂັ້ນຕອນທຳອິດນັ້ນ ພຣະອົງບໍ່ໄດ້ດໍາລົງຊີວິດຢູ່ໃນຄວາມເປັນມະນຸດທີ່ບໍ່ແມ່ນພຣະເຈົ້າ, ທຳມະດາຢ່າງສິ້ນເຊີງ, ໂດຍມີສ່ວນຮ່ວມໃນທຸກກິດຈະກຳທີ່ປົກກະຕິຂອງມະນຸດ. ຂັ້ນຕອນທີສອງແມ່ນຊີວິດທີ່ພຣະອົງມີຫຼັງຈາກເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ. ພຣະອົງຍັງດຳລົງຢູ່ໃນຄວາມເປັນມະນຸດທີ່ທຳມະດາ ໂດຍມີເປືອກນອກຂອງມະນຸດທຳມະດາ, ບໍ່ໄດ້ສະແດງເຖິງໝາຍສຳຄັນພາຍນອກທີ່ເໜືອທຳມະຊາດ. ແຕ່ພຣະອົງມີຊີວິດເພື່ອຜົນປະໂຫຍດແຫ່ງພັນທະກິດຂອງພຣະອົງແທ້ໆ ແລະ ໃນໄລຍະເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງມີຢູ່ເພື່ອສະໜັບສະໜູນພາລະກິດທີ່ທຳມະດາແຫ່ງຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ, ຍ້ອນເວລານັ້ນ ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງໄດ້ເຕີບໃຫຍ່ຈົນເຖິງຈຸດທີ່ສາມາດປະຕິບັດພັນທະກິດຂອງພຣະອົງໄດ້. ສະນັ້ນ ຂັ້ນຕອນທີສອງແຫ່ງຊີວິດຂອງພຣະອົງແມ່ນການປະຕິບັດພັນທະກິດຂອງພຣະອົງໃນຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ, ເມື່ອມັນເປັນຊີວິດທີ່ມີທັງຄວາມເປັນມະນຸດທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ໃນລະຫວ່າງຂັ້ນຕອນທຳອິດຂອງຊີວິດຂອງພຣະອົງ ເຫດຜົນທີ່ເຮັດພຣະອົງມີຊີວິດຢູ່ໃນຄວາມເປັນມະນຸດທີ່ທຳມະດາຢ່າງສິ້ນເຊີງກໍຍ້ອນຄວາມເປັນມະນຸດຂອງພຣະອົງຍັງບໍ່ສາມາດຮັກສາພາລະກິດທີ່ສັກສິດທັງໝົດເທື່ອ, ຍັງບໍ່ເຕີບໃຫຍ່ເທື່ອ; ພຽງແຕ່ຫຼັງຈາກທີ່ຄວາມເປັນມະນຸດຂອງພຣະອົງເຕີບໃຫຍ່ເທົ່ານັ້ນ ຈຶ່ງສາມາດຮັບແບກພັນທະກິດຂອງພຣະອົງ, ພຣະອົງຈຶ່ງສາມາດເລີ່ມຕົ້ນປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດໄດ້. ຍ້ອນພຣະອົງເປັນເນື້ອໜັງ ພຣະອົງຈຶ່ງຕ້ອງເຕີບໂຕ ແລະ ເຕີບໃຫຍ່, ຂັ້ນຕອນທຳອິດຂອງຊີວິດຂອງພຣະອົງແມ່ນຢູ່ໃນຄວາມເປັນມະນຸດທຳມະດາ, ໃນຂະນະທີ່ຂັ້ນຕອນທີສອງນັ້ນ ຍ້ອນຄວາມເປັນມະນຸດຂອງພຣະອົງສາມາດປະຕິບັດພາລະກິດຂອງພຣະອົງ ແລະ ໄດ້ປະຕິບັດພັນທະກິດຂອງພຣະອົງໄດ້ແລ້ວ, ຊີວິດທີ່ພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ມີໃນລະຫວ່າງພັນທະກິດນີ້ ຈຶ່ງຢູ່ໃນທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າຢ່າງສົມບູນ. ນັບຕັ້ງແຕ່ຊ່ວງເວລາທີ່ພຣະອົງກຳເນີດ ຖ້າພຣະເຈົ້າທີ່ບັງເກີດເປັນມະນຸດເລີ່ມຕົ້ນພັນທະກິດຂອງພຣະອົງຢ່າງຈິງຈັງ ໂດຍປະຕິບັດໝາຍສຳຄັນທີ່ເໜືອທຳມະຊາດ ແລະ ການອັດສະຈັນຕ່າງໆ ແລ້ວພຣະອົງກໍຈະບໍ່ມີແກ່ນແທ້ທາງຮ່າງກາຍ. ສະນັ້ນ ຄວາມເປັນມະນຸດຂອງພຣະເຈົ້າມີຢູ່ກໍເພື່ອເຫັນແກ່ຜົນປະໂຫຍດຂອງທາດແທ້ຝ່າຍຮ່າງກາຍຂອງພຣະອົງ; ບໍ່ມີເນື້ອໜັງໃດທີ່ປາສະຈາກຄວາມເປັນມະນຸດ ແລະ ຄົນທີ່ປາສະຈາກຄວາມເປັນມະນຸດກໍບໍ່ແມ່ນມະນຸດ. ເມື່ອເປັນແນວນີ້ຄວາມເປັນມະນຸດແຫ່ງເນື້ອໜັງຂອງພຣະເຈົ້າຈຶ່ງເປັນຄຸນສົມບັດທາງທໍາມະຊາດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ການເວົ້າວ່າ “ເມື່ອພຣະເຈົ້າກາຍມາເປັນເນື້ອໜັງ ພຣະອົງເປັນສິ່ງສັກສິດຢ່າງສິ້ນເຊີງ ແລະ ບໍ່ແມ່ນມະນຸດເລີຍ” ແມ່ນການໝິ່ນປະໝາດ ຍ້ອນວ່າປະໂຫຍກນີ້ແມ່ນບໍ່ເປັນຈິງ ແລະ ລະເມີດຫຼັກການແຫ່ງການບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ພຣະເຈົ້າເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ພຣະອົງຍັງດໍາລົງຢູ່ດ້ວຍຄວາມເປັນພຣະເຈົ້າຂອງພຣະອົງໃນເປືອກນອກຂອງມະນຸດ ໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງ; ພຽງແຕ່ວ່າ ໃນເວລານັ້ນຄວາມເປັນມະນຸດຂອງພຣະເຈົ້າຮັບໃຊ້ຈຸດປະສົງຢ່າງດຽວໃນການເຮັດໃຫ້ຄວາມເປັນພຣະເຈົ້າຂອງພຣະອົງປະຕິບັດພາລະກິດໃນເນື້ອໜັງທຳມະດາ. ສະນັ້ນ ຕົວແທນຂອງພາລະກິດກໍຄືຄວາມເປັນພຣະເຈົ້າທີ່ສະຖິດຢູ່ໃນຄວາມເປັນມະນຸດຂອງພຣະອົງ. ມັນແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງທີ່ປະຕິບັດພາລະກິດ ແຕ່ຜູ້ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ໂດຍແກ່ນແທ້ແລ້ວ ພາລະກິດຂອງພຣະອົງແມ່ນຖືກກະທຳໂດຍຄວາມເປັນພຣະເຈົ້າທີ່ສົມບູນຂອງພຣະອົງ ບໍ່ແມ່ນຄວາມເປັນມະນຸດຂອງພຣະອົງ. ແຕ່ຜູ້ທີ່ປະຕິບັດພາລະກິດແມ່ນເນື້ອໜັງຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ພຣະອົງເປັນມະນຸດ ແລະ ຍັງເປັນພຣະເຈົ້າ, ຍ້ອນພຣະເຈົ້າກາຍມາເປັນພຣະເຈົ້າທີ່ມີຊີວິດໃນເນື້ອໜັງ, ມີເປືອກນອກຂອງມະນຸດ ແລະ ແກ່ນແທ້ຂອງມະນຸດ ແຕ່ພ້ອມນັ້ນ ກໍຍັງມີແກ່ນແທ້ຂອງພຣະເຈົ້າອີກດ້ວຍ. ຍ້ອນພຣະອົງເປັນມະນຸດທີ່ມີແກ່ນແທ້ຂອງພຣະເຈົ້າ ພຣະອົງຈຶ່ງຢູ່ເໜືອມະນຸດທຸກຄົນທີ່ຖືກສ້າງຂຶ້ນ, ຢູ່ເໜືອມະນຸດທຸກຄົນທີ່ສາມາດປະຕິບັດພາລະກິດຂອງພຣະເຈົ້າ. ດ້ວຍເຫດນັ້ນ ທ່າມກາງທຸກຄົນທີ່ມີຮ່າງກາຍຂອງມະນຸດຄືກັບພຣະອົງ, ທ່າມກາງທຸກຄົນທີ່ມີຄວາມເປັນມະນຸດ, ມີພຽງແຕ່ພຣະອົງເອງທີ່ເປັນພຣະເຈົ້າທີ່ບັງເກີດເປັນມະນຸດ, ສ່ວນຄົນອື່ນໆແມ່ນເປັນມະນຸດທີ່ຖືກສ້າງຂຶ້ນ. ເຖິງແມ່ນວ່າ ພວກເຂົາທັງໝົດໄດ້ມີຄວາມເປັນມະນຸດແລ້ວ, ມະນຸດທີ່ຖືກສ້າງຂຶ້ນບໍ່ມີສິ່ງໃດນອກຈາກຄວາມເປັນມະນຸດ, ໃນຂະນະດຽວກັນ ພຣະເຈົ້າທີ່ບັງເກີດເປັນມະນຸດນັ້ນແມ່ນແຕກຕ່າງ: ໃນເນື້ອໜັງຂອງພຣະອົງ ພຣະອົງບໍ່ພຽງແຕ່ມີຄວາມເປັນມະນຸດ ແຕ່ທີ່ສຳຄັນກວ່ານັ້ນກໍຄືມີຄວາມເປັນພຣະເຈົ້າ. ຄວາມເປັນມະນຸດຂອງພຣະອົງສາມາດເຫັນໄດ້ຈາກການປາກົດຕົວພາຍນອກຂອງເນື້ອໜັງຂອງພຣະອົງ ແລະ ໃນຊີວິດປະຈຳວັນຂອງພຣະອົງ, ແຕ່ຄວາມເປັນພຣະເຈົ້າຂອງພຣະອົງແມ່ນຍາກທີ່ຈະເຫັນໄດ້. ຍ້ອນຄວາມເປັນພຣະເຈົ້າຂອງພຣະອົງສະແດງອອກພຽງແຕ່ໃນເວລາທີ່ພຣະອົງມີຄວາມເປັນມະນຸດ ແລະ ບໍ່ໄດ້ເໜືອທຳມະຊາດແບບທີ່ມະນຸດໄດ້ຈິນຕະນາການໃຫ້ເປັນ, ໃຫ້ມັນເປັນເລື່ອງທີ່ຍາກທີ່ສຸດສຳລັບມະນຸດຈະເຫັນໄດ້. ເຖິງແມ່ນໃນປັດຈຸບັນ ຜູ້ຄົນແມ່ນຍາກຫຼາຍທີ່ຈະຢັ່ງເຖິງແກ່ນແທ້ອັນແທ້ຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ. ແມ່ນແຕ່ຫຼັງຈາກທີ່ເຮົາໄດ້ກ່າວຢ່າງຍືດຍາວແບບນີ້ ເຮົາຄາດວ່າ ມັນຍັງເປັນສິ່ງທີ່ລຶກລັບຕໍ່ພວກເຈົ້າຫຼາຍຄົນ. ໃນຄວາມເປັນຈິງ ບັນຫານີ້ງ່າຍຫຼາຍ: ຕັ້ງແຕ່ພຣະເຈົ້າກາຍມາເປັນເນື້ອໜັງ, ແກ່ນແທ້ຂອງພຣະອົງແມ່ນການປະສົມປະສານລະຫວ່າງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າ. ການປະສົມປະສານນີ້ຖືກເອີ້ນວ່າ ພຣະເຈົ້າເອງ, ພຣະເຈົ້າເອງເທິງແຜ່ນດິນໂລກ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່
ຊີວິດທີ່ພຣະເຢຊູດຳລົງຢູ່ເທິງແຜ່ນດິນໂລກແມ່ນຊີວິດທຳມະດາຂອງເນື້ອໜັງ. ພຣະອົງດຳລົງຊີວິດໃນຄວາມເປັນມະນຸດທີ່ປົກກະຕິຂອງເນື້ອໜັງຂອງພຣະອົງ. ສິດອຳນາດຂອງພຣະອົງ ນັ້ນກໍຄືການປະຕິບັດພາລະກິດຂອງພຣະອົງ ແລະ ກ່າວພຣະທຳຂອງພຣະອົງ ຫຼື ເພື່ອຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍ, ເພື່ອກະທຳສິ່ງທີ່ພິເສດຕ່າງໆບໍ່ໄດ້ເປີດເຜີຍຕົວມັນເອງເປັນສ່ວນໃຫຍ່ ຈົນກະທັງພຣະອົງເລີ່ມຕົ້ນພັນທະກິດຂອງພຣະອົງ. ຊີວິດຂອງພຣະອົງກ່ອນອາຍຸຊາວເກົ້າປີ, ກ່ອນພຣະອົງປະຕິບັດພັນທະກິດຂອງພຣະອົງ ຄືຫຼັກຖານພິສູດໃຫ້ເຫັນຢ່າງພຽງພໍແລ້ວວ່າ ພຣະອົງເປັນພຽງຮ່າງກາຍທີ່ເປັນເນື້ອໜັງທຳມະດາ. ຍ້ອນສິ່ງນີ້ ແລະ ຍ້ອນພຣະອົງຍັງບໍ່ໄດ້ເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງ, ຜູ້ຄົນບໍ່ໄດ້ເຫັນສິ່ງສັກສິດໃນຕົວພຣະອົງ, ບໍ່ໄດ້ເຫັນຫຍັງ ນອກຈາກສິ່ງທີ່ເກີນມະນຸດປົກກະຕິ, ນັ້ນກໍຄື ມະນຸດທຳມະດາສາມັນ, ດັ່ງໃນເວລານັ້ນ ມີບາງຄົນເຊື່ອວ່າພຣະອົງເປັນລູກຊາຍຂອງໂຢເຊບ. ຜູ້ຄົນຄິດວ່າ ພຣະອົງເປັນລູກຊາຍຂອງມະນຸດທຳມະດາ ພວກເຂົາບໍ່ມີທາງບອກໄດ້ເລີຍວ່າ ພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ; ແມ່ນແຕ່ໃນຊ່ວງເວລາການປະຕິບັດພັນທະກິດຂອງພຣະອົງ ພຣະອົງປະຕິບັດສິ່ງອັດສະຈັນຫຼາຍຢ່າງ, ຄົນສ່ວນໃຫຍ່ກໍຍັງເວົ້າວ່າ ພຣະອົງເປັນລູກຊາຍຂອງໂຢເຊບ ຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງຄວາມເປັນມະນຸດທຳມະດາ. ຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ພາລະກິດຂອງພຣະອົງ ທັງສອງສິ່ງນີ້ເກີດຂຶ້ນເພື່ອບັນລຸຄວາມໝາຍຂອງການບັງເກີດເປັນມະນຸດຄັ້ງທຳອິດ ເຊິ່ງພິສູດໃຫ້ເຫັນວ່າ ພຣະເຈົ້າໄດ້ສະຖິດເຂົ້າສູ່ເນື້ອໜັງມະນຸດຢ່າງສົມບູນ ແລະ ກາຍມາເປັນມະນຸດທຳມະດາຢ່າງສິ້ນເຊີງ. ຄວາມເປັນມະນຸດທຳມະດາຂອງພຣະອົງກ່ອນທີ່ພຣະອົງເລີ່ມຕົ້ນປະຕິບັດພາລະກິດຂອງພຣະອົງນັ້ນ ເປັນຫຼັກຖານພິສູດໃຫ້ເຫັນວ່າ ພຣະອົງເປັນເນື້ອໜັງທີ່ທຳມະດາ; ແລະ ຫຼັງຈາກພຣະອົງໄດ້ປະຕິບັດພາລະກິດກໍຍັງພິສູດໃຫ້ເຫັນວ່າພຣະອົງຍັງເປັນມະນຸດທຳມະດາ, ຍ້ອນວ່າພຣະອົງປະຕິບັດໝາຍສຳຄັນ ແລະ ສິ່ງອັດສະຈັນ, ຮັກສາຄົນປ່ວຍ ແລະ ຂັບໄລ່ຜີຮ້າຍຜ່ານເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ. ເຫດຜົນທີ່ພຣະອົງສາມາດປະຕິບັດສິ່ງອັດສະຈັນກໍຍ້ອນວ່າ ເນື້ອໜັງຂອງພຣະອົງເກີດຈາກສິດອຳນາດຂອງພຣະເຈົ້າ, ເປັນເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່. ພຣະອົງໄດ້ມີສິດອຳນາດນີ້ກໍຍ້ອນພຣະວິນຍານຂອງພຣະເຈົ້າ ແລະ ມັນບໍ່ໄດ້ໝາຍຄວາມວ່າ ພຣະອົງບໍ່ໄດ້ເປັນເນື້ອໜັງ. ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍແມ່ນພາລະກິດທີ່ພຣະອົງຕ້ອງປະຕິບັດໃນພັນທະກິດຂອງພຣະອົງ, ມັນເປັນການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງທີ່ເຊື່ອງຊ້ອນຢູ່ໃນຄວາມເປັນມະນຸດຂອງພຣະອົງ ແລະ ບໍ່ວ່າພຣະອົງຈະສະແດງໝາຍສຳຄັນໃດກໍຕາມ ຫຼື ພຣະອົງສະແດງສິດອໍານາດຂອງພຣະອົງແນວໃດກໍຕາມ ພຣະອົງກໍຍັງຢູ່ໃນຄວາມເປັນມະນຸດທຳມະດາ ແລະ ຍັງເປັນເນື້ອໜັງທີ່ທຳມະດາ. ຈົນເຖິງຈຸດທີ່ພຣະອົງຟື້ນຄືນຊີບຫຼັງຈາກທີ່ໄດ້ຕາຍເທິງໄມ້ກາງແຂນ, ພຣະອົງກໍໄດ້ດຳລົງຊີວິດຢູ່ກັບເນື້ອໜັງທຳມະດາ. ການປະທານພຣະຄຸນ, ການຮັກສາຄົນປ່ວຍ ແລະ ການຂັບໄລ່ຜີຮ້າຍທັງໝົດແມ່ນລ້ວນແລ້ວແຕ່ເປັນສ່ວນຂອງພັນທະກິດຂອງພຣະອົງ, ພວກມັນກໍລ້ວນແລ້ວແຕ່ເປັນພາລະກິດທີ່ພຣະອົງປະຕິບັດໃນເນື້ອໜັງທຳມະດາຂອງພຣະອົງ. ກ່ອນທີ່ພຣະອົງຈະໄປທີ່ໄມ້ກາງແຂນ ບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ພຣະອົງບໍ່ເຄີຍອອກຈາກເນື້ອໜັງມະນຸດທຳມະດາຂອງພຣະອົງເລີຍ. ພຣະອົງເອງເປັນພຣະເຈົ້າ, ປະຕິບັດພາລະກິດຂອງພຣະເຈົ້າເອງ ແຕ່ຍ້ອນພຣະອົງເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ, ພຣະອົງກິນອາຫານ ແລະ ນຸ່ງເສື້ອຜ້າ, ມີຄວາມຕ້ອງການແບບມະນຸດປົກກະຕິ, ມີເຫດຜົນແບບມະນຸດປົກກະຕິ ແລະ ມີຈິດໃຈແບບມະນຸດປົກກະຕິ. ທັງໝົດນີ້ເປັນຫຼັກຖານພິສູດໃຫ້ເຫັນແລ້ວວ່າ ພຣະອົງເປັນມະນຸດທຳມະດາ ເຊິ່ງພິສູດວ່າເນື້ອໜັງບັງເກີດເປັນມະນຸດຂອງພຣະອົງແມ່ນເນື້ອໜັງທີ່ມີຄວາມເປັນມະນຸດທຳມະດາ ແລະ ບໍ່ແມ່ນເນື້ອໜັງທີ່ເໜືອທຳມະຊາດ. ໜ້າທີ່ຂອງພຣະອົງກໍຄືການເຮັດໃຫ້ພາລະກິດຂອງການບັງເກີດເປັນມະນຸດຄັ້ງທຳອິດຂອງພຣະເຈົ້າສຳເລັດລົງ, ເພື່ອສຳເລັດພັນທະກິດຂອງການບັງເກີດເປັນມະນຸດໃນຄັ້ງທຳອິດທີ່ຄວນປະຕິບັດ. ຄວາມໝາຍຂອງການບັງເກີດເປັນມະນຸດກໍຄືມະນຸດທຳມະດາສາມັນ, ປົກກະຕິປະຕິບັດພາລະກິດຂອງພຣະເຈົ້າເອງ; ນັ້ນກໍຄື ພຣະເຈົ້າປະຕິບັດພາລະກິດອັນສັກສິດຂອງພຣະອົງໃນຄວາມເປັນມະນຸດ ແລະ ເອົາຊະນະຊາຕານ. ການບັງເກີດເປັນມະນຸດໝາຍຄວາມວ່າ ພຣະວິນຍານຂອງພຣະເຈົ້າກາຍມາເປັນເນື້ອໜັງ, ນັ້ນກໍຄື ພຣະເຈົ້າກາຍມາເປັນເນື້ອໜັງ; ພາລະກິດທີ່ເນື້ອໜັງປະຕິບັດແມ່ນພາລະກິດແຫ່ງພຣະວິນຍານ ເຊິ່ງກາຍມາເປັນຈິງໃນເນື້ອໜັງ, ສຳແດງອອກຜ່ານເນື້ອໜັງ. ບໍ່ມີໃຜ ນອກຈາກເນື້ອໜັງຂອງພຣະເຈົ້າທີ່ສາມາດເຮັດໃຫ້ພັນທະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດສຳເລັດລົງໄດ້; ຄືວ່າ ມີພຽງແຕ່ເນື້ອໜັງທີ່ບັງເກີດຈາກພຣະເຈົ້າ, ຄວາມເປັນມະນຸດທຳມະດານີ້ ແລະ ບໍ່ມີສິ່ງອື່ນໃດທີ່ສາມາດສະແດງພາລະກິດອັນສັກສິດໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່
ຄວາມເປັນມະນຸດຂອງພຣະເຈົ້າທີ່ບັງເກີດເປັນມະນຸດດໍາລົງຢູ່ ເພື່ອຮັກສາພາລະກິດສັກສິດທີ່ທຳມະດາຜ່ານເນື້ອໜັງ; ແນວຄິດແບບມະນຸດທຳມະດາຂອງພຣະອົງສະໜັບສະໜູນຄວາມເປັນມະນຸດທຳມະດາຂອງພຣະອົງ ແລະ ທຸກກິດຈະກຳທີ່ທຳມະດາທາງຮ່າງກາຍຂອງພຣະອົງ. ຄົນໆໜຶ່ງສາມາດເວົ້າໄດ້ວ່າ ແນວຄິດແບບມະນຸດຂອງພຣະອົງມີຢູ່ ເພື່ອສະໜັບສະໜູນພາລະກິດທັງໝົດຂອງພຣະເຈົ້າຜ່ານເນື້ອໜັງ. ຖ້າເນື້ອໜັງນີ້ບໍ່ມີແນວຄິດແບບມະນຸດປົກກະຕິ ແລ້ວພຣະເຈົ້າຈະບໍ່ສາມາດປະຕິບັດພາລະກິດຜ່ານເນື້ອໜັງໄດ້ ແລະ ສິ່ງທີ່ພຣະອົງຕ້ອງເຮັດຜ່ານເນື້ອໜັງກໍບໍ່ສາມາດເຮັດໃຫ້ສຳເລັດໄດ້. ເຖິງແມ່ນວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດມີຄວາມຄິດແບບມະນຸດປົກກະຕິ ພາລະກິດຂອງພຣະອົງກໍບໍ່ໄດ້ຖືກເຈືອປົນໂດຍຄວາມຄິດຂອງມະນຸດ; ພຣະອົງປະຕິບັດພາລະກິດໃນຄວາມເປັນມະນຸດໂດຍໃຊ້ຄວາມຄິດທຳມະດາພາຍໃຕ້ເງື່ອນໄຂບັງຄັບທີ່ມີຄວາມເປັນມະນຸດດ້ວຍຄວາມຄິດ ແຕ່ບໍ່ແມ່ນໂດຍການປະຕິບັດຂອງຄວາມຄິດແບບມະນຸດທີ່ທຳມະດາ. ບໍ່ວ່າແນວຄິດຂອງເນື້ອໜັງຂອງພຣະອົງຈະສູງສົ່ງໜ້ອຍຫຼາຍພຽງໃດ ໃນພາລະກິດຂອງພຣະອົງກໍຈະບໍ່ໄດ້ມີມົນທິນໂດຍເຫດຜົນ ຫຼື ການຄິດ. ເວົ້າອີກຢ່າງໜຶ່ງກໍຄື ພາລະກິດຂອງພຣະອົງບໍ່ໄດ້ຄົ້ນຄິດຂຶ້ນຈາກແນວຄິດຂອງເນື້ອໜັງຂອງພຣະອົງ ແຕ່ເປັນການສະແດງອອກໂດຍກົງເຖິງພາລະກິດທີ່ສັກສິດຜ່ານຄວາມເປັນມະນຸດຂອງພຣະເຈົ້າ. ທຸກພາລະກິດແມ່ນພັນທະກິດທີ່ພຣະອົງຕ້ອງເຮັດໃຫ້ສຳເລັດ, ບໍ່ມີສ່ວນໃດເລີຍທີ່ຄົ້ນຄິດຂຶ້ນໂດຍສະໝອງຂອງພຣະອົງ. ຕົວຢ່າງເຊັ່ນ ການຮັກສາຄົນປ່ວຍ, ການຂັບໄລ່ຜີຮ້າຍ ແລະ ການຖືກຄຶງທີ່ໄມ້ກາງແຂນບໍ່ແມ່ນຜົນຈາກແນວຄິດແບບມະນຸດຂອງພຣະອົງ ແລະ ບໍ່ສາມາດເຮັດສຳເລັດໄດ້ໂດຍມະນຸດຄົນໃດທີ່ມີແນວຄິດແບບມະນຸດ. ໃນຮູບແບບດຽວກັນ ພາລະກິດການເອົາຊະນະໃນປັດຈຸບັນ ແມ່ນພັນທະກິດທີ່ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງປະຕິບັດ, ແຕ່ບໍ່ແມ່ນພາລະກິດແຫ່ງຄວາມປະສົງຂອງມະນຸດ, ເປັນພາລະກິດທີ່ຄວາມເປັນພຣະເຈົ້າຂອງພຣະອົງຄວນປະຕິບັດ ເຊິ່ງເປັນພາລະກິດທີ່ບໍ່ມີມະນຸດທີ່ເປັນເນື້ອໜັງສາມາດເຮັດໄດ້. ສະນັ້ນ ພຣະເຈົ້າຜູ້ບັງເກີດເປັນມະນຸດຕ້ອງມີແນວຄິດແບບມະນຸດທໍາມະດາ, ຕ້ອງມີຄວາມເປັນມະນຸດທຳມະດາ, ເພາະພຣະອົງຕ້ອງປະຕິບັດພາລະກິດຂອງພຣະອົງໃນຄວາມເປັນມະນຸດທີ່ມີແນວຄິດທຳມະດາ. ນີ້ຄືແກ່ນແທ້ຂອງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ, ນັ້ນກໍຄື ແກ່ນແທ້ຈິງຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່
ກ່ອນທີ່ພຣະເຢຊູປະຕິບັດພາລະກິດ ພຣະອົງມີພຽງແຕ່ອາໄສຢູ່ໃນຄວາມເປັນມະນຸດທຳມະດາຂອງພຣະອົງ. ບໍ່ມີໃຜສາມາດບອກໄດ້ວ່າ ພຣະອົງເປັນພຣະເຈົ້າ, ບໍ່ມີໃຜຄົ້ນພົບວ່າ ພຣະອົງເປັນພຣະເຈົ້າທີ່ບັງເກີດເປັນມະນຸດ; ຜູ້ຄົນພຽງແຕ່ຮູ້ຈັກພຣະອົງໃນຖານະທີ່ເປັນມະນຸດທຳມະດາໂດຍສົມບູນແບບຄົນໜຶ່ງ. ຄວາມເປັນມະນຸດທຳມະດາທີ່ບໍ່ມີຫຍັງພິເສດຢ່າງສິ້ນເຊີງຂອງພຣະອົງເປັນເຄື່ອງພິສູດວ່າ ພຣະເຈົ້າບັງເກີດເປັນເນື້ອໜັງ ແລະ ຍຸກແຫ່ງພຣະຄຸນແມ່ນຍຸກແຫ່ງພາລະກິດຂອງພຣະເຈົ້າຜູ້ບັງເກີດເປັນມະນຸດ, ບໍ່ໄດ້ແມ່ນຍຸກແຫ່ງພາລະກິດຂອງພຣະວິນຍານ. ເຊິ່ງມັນເປັນເຄື່ອງພິສູດວ່າ ພຣະວິນຍານຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງມະນຸດຢ່າງສົມບູນ, ໃນຍຸກແຫ່ງການບັງເກີດເປັນມະນຸດຂອງພຣະເຈົ້າ ເນື້ອໜັງຂອງພຣະອົງຈະປະຕິບັດພາລະກິດທັງໝົດຂອງພຣະວິນຍານ. ພຣະຄຣິດທີ່ມີຄວາມເປັນມະນຸດທຳມະດາແມ່ນເນື້ອໜັງທີ່ພຣະວິນຍານເຮັດໃຫ້ເກີດເປັນຈິງ, ເຊິ່ງມີຄວາມເປັນມະນຸດທຳມະດາ, ຄວາມຮູ້ສຶກທີ່ທຳມະດາ ແລະ ຄວາມຄິດແບບມະນຸດ. “ການເຮັດໃຫ້ເກີດເປັນຈິງ” ໝາຍເຖິງພຣະເຈົ້າກາຍມາເປັນມະນຸດ ພຣະວິນຍານກາຍມາເປັນເນື້ອໜັງ; ເວົ້າງ່າຍໆກໍຄື ເມື່ອພຣະເຈົ້າເອງສະຖິດໃນເນື້ອໜັງໂດຍມີຄວາມເປັນມະນຸດທຳມະດາ ແລະ ສະແດງພາລະກິດທີ່ສັກສິດຂອງພຣະອົງຜ່ານສິ່ງນັ້ນ, ນີ້ຄືຄວາມໝາຍຂອງການເຮັດໃຫ້ເກີດເປັນຈິງ ຫຼື ການບັງເກີດເປັນມະນຸດ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ແກ່ນແທ້ຂອງເນື້ອໜັງທີ່ພຣະເຈົ້າສະຖິດຢູ່
ໃນຊ່ວງເວລາທີ່ພຣະເຢຊູເຈົ້າປະຕິບັດພາລະກິດ, ຜູ້ຄົນສາມາດເຫັນວ່າພຣະເຈົ້າມີການສະແດງອອກແບບມະນຸດຫຼາຍຢ່າງ. ຕົວຢ່າງເຊັ່ນ: ພຣະອົງສາມາດເຕັ້ນລໍາ, ພຣະອົງສາມາດເຂົ້າຮ່ວມງານດອງ, ພຣະອົງສາມາດລົມກັບຜູ້ຄົນ, ເວົ້າກັບພວກເຂົາ ແລະ ສົນທະນາກ່ຽວກັບສິ່ງຕ່າງໆກັບພວກເຂົາ. ນອກຈາກນັ້ນ, ພຣະເຢຊູເຈົ້າຍັງສຳເລັດພາລະກິດຫຼາຍຢ່າງທີ່ເປັນຕົວແທນໃຫ້ແກ່ຄວາມເປັນພຣະເຈົ້າຂອງພຣະອົງ ແລະ ແນ່ນອນ ພາລະກິດທັງໝົດນີ້ແມ່ນການສະແດງອອກ ແລະ ການເປີດເຜີຍເຖິງອຸປະນິໄສຂອງພຣະເຈົ້າ. ໃນໄລຍະນີ້, ເມື່ອຄວາມເປັນພຣະເຈົ້າຂອງພຣະເຈົ້າຖືກເຮັດໃຫ້ເປັນຈິງໃນເນື້ອໜັງທຳມະດາທີ່ຜູ້ຄົນສາມາດເຫັນ ແລະ ສຳຜັດໄດ້, ພວກເຂົາຈຶ່ງບໍ່ຮູ້ສຶກວ່າ ພຣະອົງເລື່ອນລອຍຢູ່ໃນຄວາມຄິດອີກຕໍ່ໄປ ແລະ ບໍ່ຮູ້ສຶກວ່າພວກເຂົາບໍ່ສາມາດເຂົ້າໃກ້ພຣະອົງ. ໃນທາງກົງກັນຂ້າມ ພວກເຂົາສາມາດທີ່ຈະພະຍາຍາມເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າ ຫຼື ເຂົ້າໃຈເຖິງຄວາມເປັນພຣະເຈົ້າຂອງພຣະອົງຜ່ານທຸກການເຄື່ອນໄຫວ, ຜ່ານທາງພຣະທຳ ແລະ ຜ່ານທາງພາລະກິດຂອງບຸດມະນຸດ. ບຸດມະນຸດທີ່ບັງເກີດເປັນມະນຸດໄດ້ສະແດງອອກເຖິງຄວາມເປັນພຣະເຈົ້າຜ່ານຄວາມເປັນມະນຸດຂອງພຣະອົງ ແລະ ຖ່າຍທອດຄວາມປະສົງຂອງພຣະເຈົ້າໃຫ້ແກ່ມະນຸດຊາດ. ຜ່ານການສະແດງອອກຂອງພຣະອົງກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ, ພຣະອົງຍັງໄດ້ເປີດເຜີຍໃຫ້ຜູ້ຄົນເຫັນເຖິງພຣະເຈົ້າທີ່ບໍ່ສາມາດເຫັນ ຫຼື ສຳຜັດໄດ້ ຜູ້ເຊິ່ງອາໄສຢູ່ໃນໂລກຝ່າຍວິນຍານ. ສິ່ງທີ່ຜູ້ຄົນເຫັນແມ່ນພຣະເຈົ້າເອງໃນຮູບຮ່າງທີ່ຈັບຕ້ອງໄດ້, ເກີດຈາກເນື້ອໜັງ ແລະ ເລືອດ. ສະນັ້ນ ບຸດມະນຸດທີ່ບັງເກີດເປັນມະນຸດຈຶ່ງເຮັດສິ່ງຕ່າງໆເປັນຮູບປະທຳ ແລະ ມີຄວາມເປັນມະນຸດ ເຊັ່ນ: ຕົວຕົນຂອງພຣະເຈົ້າເອງ, ສະຖານະ, ລັກສະນະ, ອຸປະນິໄສຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເຖິງແມ່ນລັກສະນະພາຍນອກຂອງບຸດມະນຸດມີຂໍ້ຈຳກັດບາງຢ່າງກ່ຽວກັບພາບລັກສະນະຂອງພຣະເຈົ້າ, ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ແມ່ນສາມາດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງໄດ້ຢ່າງຄົບຖ້ວນ, ມີພຽງຄວາມແຕກຕ່າງບາງຢ່າງໃນລັກສະນະຂອງການສະແດງອອກເທົ່ານັ້ນ. ພວກເຮົາບໍ່ສາມາດປະຕິເສດວ່າ ບຸດມະນຸດເປັນຕົວແທນໃຫ້ແກ່ຕົວຕົນ ແລະ ສະຖານະຂອງພຣະເຈົ້າເອງ, ທັງໃນລັກສະນະຄວາມເປັນມະນຸດຂອງພຣະອົງ ແລະ ໃນຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງຢ່າງໃດກໍຕາມ, ໃນລະຫວ່າງເວລານີ້ ພຣະເຈົ້າໄດ້ປະຕິບັດພາລະກິດຜ່ານທາງເນື້ອໜັງ, ກ່າວຈາກທັດສະນະຂອງເນື້ອໜັງ ແລະ ຢືນຢູ່ຕໍ່ໜ້າມະນຸດຊາດດ້ວຍຕົວຕົນ ແລະ ສະຖານະຂອງບຸດມະນຸດ ແລະ ສິ່ງນີ້ໄດ້ໃຫ້ໂອກາດແກ່ຜູ້ຄົນໄດ້ຜະເຊີນ ແລະ ພົບກັບພຣະທຳ ແລະ ພາລະກິດທີ່ແທ້ຈິງຂອງພຣະເຈົ້າໃນທ່າມກາງມະນຸດຊາດ. ມັນຍັງເຮັດໃຫ້ຜູ້ຄົນມີຄວາມເຂົ້າໃຈໃນຄວາມເປັນພຣະເຈົ້າຂອງພຣະອົງ ແລະ ຄວາມຍິ່ງໃຫຍ່ຂອງພຣະອົງທີ່ຢູ່ທ່າມກາງຄວາມຖ່ອມຕົນ ພ້ອມທັງຮັບເອົາຄວາມເຂົ້າໃຈ ແລະ ນິຍາມເບື້ອງຕົ້ນກ່ຽວກັບຄວາມແທ້ຈິງ ແລະ ຄວາມເປັນຈິງຂອງພຣະເຈົ້າ. ເຖິງແມ່ນວ່າ ພາລະກິຖືກເຮັດສໍາເລັດໂດຍພຣະເຢຊູເຈົ້າ, ວິທີການປະຕິບັດພາລະກິດຂອງພຣະອົງ ແລະ ທັດສະນະທີ່ພຣະອົງກ່າວນັ້ນແຕກຕ່າງຈາກຕົວຕົນທີ່ແທ້ຈິງຂອງພຣະເຈົ້າໃນໂລກຝ່າຍວິນຍານ, ທຸກສິ່ງທີ່ກ່ຽວກັບພຣະອົງກໍເປັນຕົວແທນໃຫ້ແກ່ພຣະເຈົ້າເອງຢ່າງແທ້ຈິງ ຜູ້ທີ່ມະນຸດຊາດບໍ່ເຄີຍເຫັນມາກ່ອນ, ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້! ນັ້ນໝາຍຄວາມວ່າ ບໍ່ວ່າພຣະເຈົ້າຈະປາກົດໃນຮູບຮ່າງຫຍັງກໍຕາມ, ພຣະອົງຈະກ່າວຈາກທັດສະນະໃດກໍຕາມ ຫຼື ພຣະອົງຈະຜະເຊີນກັບມະນຸດໃນລັກສະນະໃດກໍຕາມ, ພຣະເຈົ້າກໍບໍ່ໄດ້ເປັນຕົວແທນໃຫ້ແກ່ສິ່ງໃດ ນອກຈາກພຣະອົງ. ພຣະອົງບໍ່ສາມາດເປັນຕົວແທນໃຫ້ແກ່ມະນຸດຄົນໃດໜຶ່ງ ຫຼື ມະນຸດຊາດຄົນໃດທີ່ເສື່ອມຊາມ. ພຣະເຈົ້າເປັນພຣະເຈົ້າເອງ ແລະ ສິ່ງນີ້ແມ່ນບໍ່ສາມາດຖືກປະຕິເສດໄດ້.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
ເຖິງແມ່ນລັກສະນະພາຍນອກຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນຄືກັບມະນຸດແທ້ໆ ແລະ ເຖິງແມ່ນພຣະອົງຮຽນຮູ້ຄວາມຮູ້ຂອງມະນຸດ ແລະ ເວົ້າພາສາມະນຸດ ແລະ ບາງເທື່ອ ພຣະອົງເຖິງກັບສະແດງແນວຄິດຂອງພຣະອົງຜ່ານທາງວິທີການ ຫຼື ຮູບແບບການເວົ້າຂອງມະນຸດຊາດເອງ, ເຖິງຢ່າງນັ້ນກໍຕາມ ວິທີທີ່ພຣະອົງເຫັນມະນຸດ ແລະ ເຫັນແກ່ນແທ້ຂອງສິ່ງຕ່າງໆບໍ່ແມ່ນວິທີດຽວກັນກັບຜູ້ຄົນເສື່ອມຊາມໄດ້ເຫັນມະນຸດຊາດ ແລະ ແກ່ນແທ້ຂອງສິ່ງຕ່າງໆຢ່າງແນ່ນອນ. ທັດສະນະຂອງພຣະອົງ ແລະ ຄວາມສູງສົ່ງທີ່ພຣະອົງຢືນຢູ່ແມ່ນສິ່ງທີ່ຄົນເສື່ອມຊາມບໍ່ສາມາດບັນລຸໄດ້. ນີ້ກໍຍ້ອນພຣະເຈົ້າເປັນຄວາມຈິງ, ຍ້ອນເນື້ອໜັງທີ່ພຣະອົງສວມໃສ່ກໍມີແກ່ນແທ້ຂອງພຣະເຈົ້າ ແລະ ຄວາມຄິດຂອງພຣະອົງ ແລະ ສິ່ງທີ່ຄວາມເປັນມະນຸດຂອງພຣະອົງສະແດງອອກກໍປັນຄວາມຈິງ. ສຳລັບຄົນເສື່ອມຊາມ, ສິ່ງທີ່ພຣະອົງສະແດງອອກໃນເນື້ອໜັງແມ່ນການສະໜອງຄວາມຈິງ ແລະ ຊີວິດ. ການສະໜອງເຫຼົ່ານີ້ບໍ່ແມ່ນພຽງສຳລັບບຸກຄົນໜຶ່ງ, ແຕ່ສຳລັບມະນຸດຊາດທັງປວງ. ໃນຫົວໃຈຂອງຄົນທີ່ເສື່ອມຊາມ ມີພຽງຄົນຈຳນວນໜ້ອຍເທົ່ານັ້ນທີ່ຄົບຄ້າສະມາຄົມກັບພວກເຂົາ. ພວກເຂົາຫ່ວງໃຍ ແລະ ກັງວົນໃຈພຽງແຕ່ຄົນຈຳນວນສໍ່າກຳມືນີ້. ເມື່ອໄພພິບັດຈະເກີດຂຶ້ນໃນບໍ່ຊ້າ, ພວກເຂົາກໍຄິດເຖິງລູກຫຼານ, ຜົວເມຍ ຫຼື ພໍ່ແມ່ຂອງພວກເຂົາເອງກ່ອນ. ຢ່າງຫຼາຍສຸດ, ບຸກຄົນທີ່ມີຄວາມເຫັນອົກເຫັນໃຈຫຼາຍກວ່າ ກໍຈະຄິດເພື່ອຍາດຕິພີ່ນ້ອງບາງຄົນ ຫຼື ເພື່ອນທີ່ດີ, ແຕ່ແມ່ນແຕ່ຄວາມຄິດຂອງຄົນທີ່ມີຄວາມເຫັນອົກເຫັນໃຈດັ່ງກ່າວຈະໄປໄກຫຼາຍກວ່ານັ້ນບໍ? ບໍ່, ບໍ່ມີທາງ! ໃນທີ່ສຸດແລ້ວ ຍ້ອນມະນຸດກໍເປັນມະນຸດ ແລະ ພວກເຂົາພຽງແຕ່ສາມາດເບິ່ງທຸກສິ່ງຈາກຈຸດຢືນ ແລະ ທັດສະນະຂອງມະນຸດ. ເຖິງຢ່າງໃດກໍຕາມ ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນແຕກຕ່າງຈາກມະນຸດທີ່ເສື່ອມຊາມທັງສິ້ນ. ບໍ່ວ່າເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າຈະທຳມະດາສໍ່າໃດ, ປົກກະຕິສໍ່າໃດ, ຕໍ່າຕ້ອຍສໍ່າໃດກໍຕາມ ຫຼື ແມ່ນແຕ່ຜູ້ຄົນຈະຫຼຽວເບິ່ງພຣະອົງດ້ວຍການດູຖູກແບບໃດກໍຕາມ, ຄວາມຄິດຂອງພຣະອົງ ແລະ ທ່າທີຂອງພຣະອົງຕໍ່ມະນຸດຊາດແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເຮັດໄດ້, ບໍ່ມີມະນຸດຄົນໃດສາມາດລອກແບບໄດ້. ພຣະອົງຈະສັງເກດເບິ່ງມະນຸດຊາດຈາກທັດສະນະຂອງຄວາມເປັນພຣະເຈົ້າຢູ່ສະເໝີ ແລະ ຈາກຕໍາແໜ່ງທີ່ສູງສົ່ງຂອງພຣະອົງດັ່ງພຣະຜູ້ສ້າງ. ພຣະອົງຈະເບິ່ງມະນຸດຊາດຜ່ານແກ່ນແທ້ ແລະ ແນວຄວາມຄິດຂອງພຣະເຈົ້າຢູ່ສະເໝີ. ພຣະອົງບໍ່ສາມາດເບິ່ງມະນຸດຈາກຈຸດຕໍ່າຕ້ອຍຂອງຄົນທຳມະດາຢ່າງແນ່ນອນ ຫຼື ຈາກທັດສະນະຂອງຄົນທີ່ເສື່ອມຊາມ. ເມື່ອຜູ້ຄົນເບິ່ງມະນຸດຊາດ, ພວກເຂົາກໍເບິ່ງດ້ວຍສາຍຕາຂອງມະນຸດ ແລະ ພວກເຂົາໃຊ້ສິ່ງຕ່າງໆ ເຊັ່ນ: ຄວາມຮູ້ຂອງມະນຸດ, ກົດລະບຽບ ແລະ ທິດສະດີຂອງມະນຸດເປັນເຄື່ອງວັດແທກຂອງພວກເຂົາ. ສິ່ງນີ້ແມ່ນຢູ່ພາຍໃນຂອບເຂດຂອງສິ່ງທີ່ຜູ້ຄົນສາມາດເຫັນດ້ວຍຕາຂອງພວກເຂົາ ແລະ ຂອບເຂດທີ່ສາມາດບັນລຸໄດ້ໂດຍຜູ້ຄົນທີ່ເສື່ອມຊາມ. ເມື່ອພຣະເຈົ້າເບິ່ງມະນຸດຊາດ, ພຣະອົງເບິ່ງດ້ວຍສາຍຕາອັນສັກສິດ ແລະ ພຣະອົງໃຊ້ແກ່ນແທ້ຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ ເພື່ອເປັນເຄື່ອງວັດແທກ. ຂອບເຂດນີ້ລວມເຖິງສິ່ງຕ່າງໆທີ່ຜູ້ຄົນບໍ່ສາມາດເຫັນໄດ້ ແລະ ນີ້ຄືຄວາມແຕກຕ່າງລະຫວ່າງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ມະນຸດເສື່ອມຊາມທັງໝົດ. ຄວາມແຕກຕ່າງນີ້ແມ່ນຖືກກຳນົດໂດຍແກ່ນແທ້ທີ່ແຕກຕ່າງກັນຂອງມະນຸດ ແລະ ພຣະເຈົ້າ, ມັນແມ່ນແກ່ນແທ້ທີ່ແຕກຕ່າງກັນເຫຼົ່ານີ້ທີ່ກຳນົດຕົວຕົນ ແລະ ຕໍາແໜ່ງຂອງພວກເຂົາ ພ້ອມທັງທັດສະນະ ແລະ ຈຸດຢືນທີ່ພວກເຂົາເບິ່ງສິ່ງຕ່າງໆ.
ພຣະທຳ, ເຫຼັ້ມທີ 2. ກ່ຽວກັບການຮູ້ຈັກພຣະເຈົ້າ. ພາລະກິດຂອງພຣະເຈົ້າ, ອຸປະນິໄສຂອງພຣະເຈົ້າ ແລະ ພຣະເຈົ້າເອງ III
ເນື້ອໜັງທີ່ພຣະວິນຍານຂອງພຣະເຈົ້າສະຖິດຢູ່ແມ່ນເນື້ອໜັງຂອງພຣະເຈົ້າເອງ. ພຣະວິນຍານຂອງພຣະເຈົ້າສູງສຸດ; ພຣະອົງຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາ. ໃນທໍານອງດຽວກັນນັ້ນ, ເນື້ອໜັງຂອງພຣະອົງກໍສູງສຸດ, ຊົງລິດທານຸພາບສູງສຸດ, ບໍລິສຸດ ແລະ ຊອບທໍາເຊັ່ນກັນ. ເນື້ອໜັງດັ່ງກ່າວແມ່ນພຽງແຕ່ສາມາດເຮັດໃນສິ່ງທີ່ຊອບທໍາ ແລະ ເປັນປະໂຫຍດແກ່ມະນຸດຊາດ, ເຮັດໃນສິ່ງທີ່ບໍລິສຸດ, ມີສະຫງ່າລາສີ ແລະ ຍິ່ງໃຫຍ່; ພຣະອົງບໍ່ສາມາດເຮັດສິ່ງທີ່ລະເມີດຄວາມຈິງ, ລະເມີດສິນທໍາ ແລະ ຄວາມຍຸຕິທໍາ ແລ້ວແຮງໄກທີ່ພຣະອົງຈະສາມາດເຮັດສິ່ງທີ່ທໍລະຍົດພຣະວິນຍານຂອງພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າບໍລິສຸດ ແລະ ດ້ວຍເຫດນັ້ນ ເນື້ອໜັງຂອງພຣະອົງຈຶ່ງບໍ່ສາມາດຖືກຊາຕານເຮັດໃຫ້ເສື່ອມຊາມ; ເນື້ອໜັງຂອງພຣະອົງມີແກ່ນແທ້ທີ່ແຕກຕ່າງຈາກເນື້ອໜັງຂອງມະນຸດ. ຍ້ອນເປັນມະນຸດ ບໍ່ແມ່ນພຣະເຈົ້າ ທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ; ຊາຕານບໍ່ສາມາດເຮັດໃຫ້ເນື້ອໜັງຂອງພຣະເຈົ້າເສື່ອມຊາມໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ບັນຫາທີ່ຮ້າຍແຮງ: ການທໍລະຍົດ (2)
ພຣະເຈົ້າທີ່ບັງເກີດເປັນມະນຸດຖືກເອີ້ນວ່າ ພຣະຄຣິດ ແລະ ດ້ວຍເຫດນັ້ນ ພຣະຄຣິດທີ່ສາມາດມອບຄວາມຈິງໃຫ້ກັບຜູ້ຄົນຖືກເອີ້ນວ່າ ພຣະເຈົ້າ. ບໍ່ມີຫຍັງທີ່ຫຼາຍເກີນໄປກວ່າສິ່ງນີ້ ຍ້ອນພຣະອົງມີທາດແທ້ຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າ, ສະຕິປັນຍາໃນພາລະກິດຂອງພຣະອົງ ເຊິ່ງມະນຸດບໍ່ສາມາດຢັ່ງເຖິງໄດ້. ຜູ້ຄົນທີ່ເອີ້ນຕົນເອງວ່າ ພຣະຄຣິດ ແຕ່ບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າໄດ້ ແມ່ນນັກຫຼອກລວງ. ພຣະຄຣິດບໍ່ແມ່ນພຽງແຕ່ເປັນການປາກົດຕົວຂອງພຣະເຈົ້າເທິງແຜ່ນດິນໂລກເທົ່ານັ້ນ ແຕ່ພຣະອົງຍັງເຮັດໜ້າທີ່ເປັນເນື້ອໜັງພິເສດ ໃນຂະນະທີ່ພຣະອົງປະຕິບັດ ແລະ ເຮັດພາລະກິດຂອງພຣະອົງໃຫ້ສຳເລັດທ່າມກາງມະນຸດ. ເນື້ອໜັງນີ້ບໍ່ແມ່ນສິ່ງທີ່ມະນຸດຄົນໃດສາມາດທົດແທນໄດ້ ແຕ່ແມ່ນເນື້ອໜັງທີ່ສາມາດແບກຫາບພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກໄດ້ຢ່າງເຕັມທີ່ ແລະ ສຳແດງອຸປະນິໄສຂອງພຣະເຈົ້າ ແລະ ເປັນຕົວແທນຂອງພຣະເຈົ້າໄດ້ຢ່າງຖືກຕ້ອງ ແລະ ສະໜອງຊີວິດໃຫ້ກັບມະນຸດ. ບໍ່ໄວກໍຊ້າ ຜູ້ທີ່ປອມເປັນພຣະຄຣິດເຫຼົ່ານັ້ນຈະລົ້ມລະລາຍໄປໝົດ, ເຖິງພວກເຂົາຈະອ້າງວ່າເປັນພຣະຄຣິດ ພວກເຂົາກໍບໍ່ມີທາດແທ້ຂອງພຣະຄຣິດເລີຍ. ດ້ວຍເຫດນັ້ນ ເຮົາຈຶ່ງເວົ້າວ່າ ມະນຸດບໍ່ສາມາດອະທິບາຍຄວາມແທ້ຈິງຂອງພຣະຄຣິດໄດ້, ມີແຕ່ພຣະເຈົ້າເອງທີ່ສາມາດຕອບຄຳຖາມ ແລະ ຕັດສິນໃຈໄດ້.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ພຣະຄຣິດແຫ່ງຍຸກສຸດທ້າຍເທົ່ານັ້ນທີ່ສາມາດມອບຫົນທາງແຫ່ງຊີວິດຊົ່ວນິດນິລັນໃຫ້ກັບມະນຸດໄດ້
ແກ່ນແທ້ຂອງພຣະຄຣິດຄືການເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ
(ບົດຄັດເລືອກຈາກພຣະທຳຂອງພຣະເຈົ້າ)
ພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນຖືກເອີ້ນວ່າ ພຣະຄຣິດ ແລະ ພຣະຄຣິດເປັນມະນຸດທີ່ຖືກສະຖິດໂດຍພຣະວິນຍານຂອງພຣະເຈົ້າ. ມະນຸດທີ່ກ່າວເຖິງບໍ່ຄືກັບມະນຸດທົ່ວໄປທີ່ເກີດຈາກເນື້ອໜັງ. ຄວາມແຕກຕ່າງກໍຍ້ອນພຣະຄຣິດບໍ່ໄດ້ເກີດຈາກເນື້ອໜັງ ແລະ ເລືອດເນື້ອ; ພຣະອົງເປັນການບັງເກີດເປັນມະນຸດຂອງພຣະວິນຍານ. ພຣະອົງມີທັງຄວາມເປັນມະນຸດທີ່ທຳມະດາ ແລະ ຄວາມເປັນພຣະເຈົ້າທີ່ສົມບູນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ໄດ້ຖືກຄອບງຳໂດຍມະນຸດຄົນໃດ. ຄວາມເປັນມະນຸດທີ່ທຳມະດາຂອງພຣະອົງປະຄັບປະຄອງກິດຈະກຳທີ່ທຳມະດາທັງໝົດຂອງພຣະອົງທີ່ເກີດຂຶ້ນທາງເນື້ອໜັງ ໃນຂະນະທີ່ຄວາມເປັນພຣະເຈົ້າຂອງພຣະອົງໄດ້ປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ. ບໍ່ວ່າຄວາມເປັນມະນຸດ ຫຼື ຄວາມເປັນພຣະເຈົ້າຂອງພຣະອົງ ທັງສອງກໍຍອມອ່ອນນ້ອມຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ແກ່ນແທ້ຂອງພຣະຄຣິດແມ່ນພຣະວິນຍານ ນັ້ນກໍຄື ຄວາມເປັນພຣະເຈົ້າ. ດ້ວຍເຫດນັ້ນ ແກ່ນແທ້ຂອງພຣະອົງແມ່ນເກີດຈາກຕົວພຣະອົງເອງ; ແກ່ນແທ້ນີ້ຈະບໍ່ຂັດຂວາງພາລະກິດຂອງພຣະອົງເອງ ແລະ ເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດເຮັດໃນສິ່ງໃດກໍຕາມທີ່ທຳລາຍພາລະກິດຂອງພຣະອົງເອງ ຫຼື ພຣະອົງເຄີຍກ່າວພຣະທຳໃດໆທີ່ຕໍ່ຕ້ານຄວາມປະສົງຂອງພຣະອົງເອງ. ເພາະສະນັ້ນ ພຣະເຈົ້າທີ່ບັງເກີດເປັນມະນຸດຈະບໍ່ປະຕິບັດພາລະກິດໃດກໍຕາມທີ່ຂັດຂວາງການຄຸ້ມຄອງຂອງພຣະອົງເອງຢ່າງແນ່ນອນ. ນີ້ຄືສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ແກ່ນແທ້ຂອງພາລະກິດຂອງພຣະວິນຍານບໍລິສຸດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະເຈົ້າເອງ. ໃນທຳນອງດຽວກັນ ພາລະກິດຂອງພຣະຄຣິດກໍຄືການຊ່ວຍມະນຸດໃຫ້ລອດພົ້ນ ແລະ ເພື່ອຜົນປະໂຫຍດແຫ່ງຄວາມປະສົງຂອງພຣະເຈົ້າອີກດ້ວຍ. ດ້ວຍວ່າ ພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງເຂົ້າໃຈເຖິງແກ່ນແທ້ຂອງພຣະອົງທີ່ຢູ່ພາຍໃຕ້ເນື້ອໜັງຂອງພຣະອົງ ຈົນເຖິງຂັ້ນທີ່ວ່າເນື້ອໜັງຂອງພຣະອົງພຽງພໍທີ່ຈະຮັບພາລະກິດຂອງພຣະອົງໄດ້. ດ້ວຍເຫດນັ້ນ ພາລະກິດທັງໝົດຂອງພຣະວິນຍານຂອງພຣະເຈົ້າຈຶ່ງຖືກແທນໂດຍພາລະກິດຂອງພຣະຄຣິດໃນລະຫວ່າງເວລາແຫ່ງການບັງເກີດເປັນມະນຸດ ແລະ ພາລະກິດຂອງພຣະຄຣິດແມ່ນຈຸດໃຈກາງທີ່ສໍາຄັນຂອງພາລະກິດທັງໝົດໃນຕະຫຼອດເວລາແຫ່ງການບັງເກີດເປັນມະນຸດ. ພາລະກິດຂອງພຣະຄຣິດບໍ່ສາມາດປະສົມກັນກັບພາລະກິດຈາກຍຸກອື່ນໆ. ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ ພຣະອົງຈຶ່ງປະຕິບັດພາລະກິດໃນຕົວຕົນທີ່ເປັນເນື້ອໜັງຂອງພຣະອົງ; ຍ້ອນພຣະອົງມາບັງເກີດເປັນມະນຸດ ແລ້ວພຣະອົງກໍສຳເລັດພາລະກິດທີ່ພຣະອົງຄວນປະຕິບັດໂດຍຜ່ານເນື້ອໜັງ. ບໍ່ວ່າພຣະວິນຍານຂອງພຣະເຈົ້າ ຫຼື ພຣະຄຣິດ ທັງສອງກໍເປັນພຣະເຈົ້າເອງ ແລະ ພຣະອົງກະທໍາພາລະກິດທີ່ພຣະອົງຄວນກະທໍາ ແລະ ປະຕິບັດພັນທະກິດທີ່ພຣະອົງຄວນປະຕິບັດ.
ແກ່ນແທ້ຂອງພຣະເຈົ້າເອງແມ່ນມີສິດອຳນາດ ແຕ່ພຣະອົງສາມາດຍອມຢູ່ພາຍໃຕ້ສິດອຳນາດທີ່ມາຈາກພຣະອົງຢ່າງສົມບູນ. ບໍ່ວ່າພາລະກິດຂອງພຣະວິນຍານ ຫຼື ພາລະກິດແຫ່ງເນື້ອໜັງ ທັງສອງບໍ່ໄດ້ຂັດແຍ້ງຕໍ່ກັນແລະກັນ. ພຣະວິນຍານຂອງພຣະເຈົ້າມີສິດອຳນາດເໜືອການຊົງສ້າງທັງໝົດ. ເນື້ອໜັງທີ່ເປັນແກ່ນແທ້ຂອງພຣະເຈົ້າກໍປະກອບດ້ວຍສິດອຳນາດເຊັ່ນດຽວກັນ ແຕ່ພຣະເຈົ້າໃນເນື້ອໜັງສາມາດປະຕິບັດພາລະກິດທັງໝົດທີ່ເຊື່ອຟັງຄວາມປະສົງຂອງພຣະບິດາໃນສະຫວັນ. ບໍ່ມີຄົນໃດສາມາດບັນລຸ ຫຼື ຄາດຄິດເຖິງສິ່ງນີ້ໄດ້. ພຣະເຈົ້າເອງມີສິດອຳນາດ ສ່ວນເນື້ອໜັງຂອງພຣະອົງແມ່ນຢູ່ພາຍໃຕ້ສິດອຳນາດຂອງພຣະອົງ. ນີ້ຄືຄວາມໝາຍເມື່ອມັນຖືກກ່າວວ່າ “ພຣະຄຣິດເຊື່ອຟັງຄວາມປະສົງຂອງພຣະເຈົ້າພຣະບິດາ”. ພຣະເຈົ້າເປັນພຣະວິນຍານ ແລະ ສາມາດປະຕິບັດພາລະກິດແຫ່ງຄວາມລອດພົ້ນໄດ້ ຍ້ອນພຣະເຈົ້າມາບັງເກີດເປັນມະນຸດ. ຢ່າງໃດກໍຕາມ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງເອງດ້ວຍພຣະອົງເອງ; ພຣະອົງບໍ່ໄດ້ຂັດຂວາງ ຫຼື ແຊກແຊງ ແຮງໄກທີ່ພຣະອົງຈະປະຕິບັດພາລະກິດທີ່ຂັດແຍ້ງກັບຕົວມັນເອງ ນັ້ນກໍຍ້ອນວ່າ ແກ່ນແທ້ຂອງພາລະກິດທີ່ປະຕິບັດໂດຍພຣະວິນຍານ ແລະ ເນື້ອໜັງນັ້ນແມ່ນແບບດຽວກັນ. ບໍ່ວ່າພຣະວິນຍານ ຫຼື ເນື້ອໜັງ ທັງສອງປະຕິບັດພາລະກິດເພື່ອບັນລຸຕາມຄວາມປະສົງດຽວກັນ ແລະ ເພື່ອຄຸ້ມຄອງພາລະກິດດຽວກັນ. ເຖິງແມ່ນວ່າພຣະວິນຍານ ແລະ ເນື້ອໜັງມີຄຸນສົມບັດທີ່ແຕກຕ່າງກັນ ແຕ່ແກ່ນແທ້ຂອງພວກເພິ່ນແມ່ນຄືກັນ; ທັງສອງມີແກ່ນແທ້ຂອງພຣະເຈົ້າ ແລະ ເປັນຕົວຕົນຂອງພຣະເຈົ້າເອງ. ພຣະເຈົ້າເອງບໍ່ມີອົງປະກອບແຫ່ງຄວາມບໍ່ເຊື່ອຟັງ; ແກ່ນແທ້ຂອງພຣະອົງແມ່ນດີ. ພຣະອົງແມ່ນການສະແດງໃຫ້ເຫັນເຖິງຄວາມສວຍງາມ ແລະ ຄວາມດີທຸກຢ່າງ ພ້ອມທັງຄວາມຮັກທັງໝົດ. ແມ່ນແຕ່ໃນເນື້ອໜັງ ພຣະເຈົ້າກໍບໍ່ເຮັດສິ່ງໃດທີ່ບໍ່ເຊື່ອຟັງພຣະເຈົ້າພຣະບິດາ. ເຖິງແມ່ນຕ້ອງເສຍສະລະຊີວິດຂອງພຣະອົງ ພຣະອົງກໍເຕັມໃຈທີ່ຈະເຮັດເຊັ່ນນັ້ນ ແລະ ພຣະອົງຈະບໍ່ຕັດສິນໃຈແບບອື່ນ. ພຣະເຈົ້າບໍ່ມີອົງປະກອບແຫ່ງຄວາມຄິດວ່າຕົນເອງຖືກຕ້ອງ ຫຼື ການເຫັນວ່າຕົນເອງສຳຄັນ ຫຼື ການຫຼອກລວງ ແລະ ຄວາມອວດດີ; ພຣະອົງບໍ່ມີອົງປະກອບແຫ່ງຄວາມບໍ່ຊື່ສັດ. ທຸກສິ່ງທີ່ບໍ່ເຊື່ອຟັງພຣະເຈົ້າມາຈາກຊາຕານ; ຊາຕານເປັນຕົ້ນເຫດແຫ່ງຄວາມໜ້າລັງກຽດ ແລະ ຄວາມຊົ່ວຮ້າຍທັງໝົດ. ເຫດຜົນທີ່ມະນຸດມີຄຸນສົມບັດຄ້າຍຄືກັບຂອງຊາຕານກໍຍ້ອນມະນຸດໄດ້ຖືກເຮັດໃຫ້ເສື່ອມຊາມ ແລະ ຈັດການໂດຍຊາຕານ. ພຣະຄຣິດບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ດ້ວຍເຫດນີ້ ພຣະອົງຈຶ່ງມີພຽງແຕ່ລັກສະນະຂອງພຣະເຈົ້າເທົ່ານັ້ນ ແລະ ບໍ່ມີລັກສະນະຂອງຊາຕານ. ບໍ່ວ່າພາລະກິດຈະຍາກພຽງໃດ ຫຼື ເນື້ອໜັງຈະອ່ອນແອພຽງໃດ, ໃນຂະນະທີ່ພຣະອົງດຳລົງຊີວິດໂດຍເນື້ອໜັງ ພຣະເຈົ້າຈະບໍ່ເຮັດສິ່ງໃດທີ່ຂັດຂວາງພາລະກິດຂອງພຣະເຈົ້າເອງ ແຮງໄກທີ່ຈະປະຖິ້ມຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຄວາມບໍ່ເຊື່ອຟັງເລີຍ. ພຣະອົງນັ້ນຍອມທົນທຸກຕໍ່ຄວາມເຈັບປວດທາງເນື້ອໜັງດີກວ່າຈະຝ່າຝືນຄວາມປະສົງຂອງພຣະເຈົ້າພຣະບິດາ; ຄືກັບພຣະເຢຊູໄດ້ກ່າວໄວ້ໃນຄຳອະທິຖານວ່າ “ໂອບິດາເອີຍ, ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນເປັນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ຜູ້ຄົນສ້າງທາງເລືອກຂອງຕົນເອງ ແຕ່ພຣະຄຣິດບໍ່ແມ່ນແບບນັ້ນ. ເຖິງພຣະອົງມີຕົວຕົນຂອງພຣະເຈົ້າເອງ ພຣະອົງຍັງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາ ແລະ ໄດ້ປະຕິບັດຕາມສິ່ງທີ່ພຣະເຈົ້າພຣະບິດາມອບໝາຍໃຫ້ກັບພຣະອົງຈາກມຸມມອງຂອງມະນຸດ. ນີ້ຄືສິ່ງທີ່ມະນຸດບໍ່ສາມາດເຮັດໄດ້. ສິ່ງທີ່ມາຈາກຊາຕານບໍ່ສາມາດມີແກ່ນແທ້ຂອງພຣະເຈົ້າໄດ້ ມັນສາມາດມີໄດ້ພຽງແຕ່ສິ່ງທີ່ບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ. ສິ່ງນັ້ນບໍ່ສາມາດເຊື່ອຟັງພຣະເຈົ້າຢ່າງເຕັມປ່ຽມ ແຮງໄກທີ່ຈະເຕັມໃຈເຊື່ອງຟັງຄວາມປະສົງຂອງພຣະເຈົ້າຢ່າງເຕັມໃຈ. ມະນຸດທຸກຄົນນອກຈາກພຣະຄຣິດອາດເຮັດສິ່ງທີ່ຕໍ່ຕ້ານພຣະເຈົ້າ ແລະ ບໍ່ມີມະນຸດຄົນໃດສາມາດຮັບພາລະກິດທີ່ພຣະເຈົ້າມອບໝາຍໃຫ້ໂດຍກົງໄດ້; ບໍ່ມີໃຜສາມາດເຫັນການຄຸ້ມຄອງຂອງພຣະເຈົ້າວ່າເປັນໜ້າທີ່ຂອງພວກເຂົາເອງທີ່ຕ້ອງປະຕິບັດ. ແກ່ນແທ້ຂອງພຣະຄຣິດແມ່ນການຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າພຣະບິດາ; ການບໍ່ເຊື່ອຟັງພຣະເຈົ້າແມ່ນລັກສະນະຂອງຊາຕານ. ຄຸນສົມບັດສອງຢ່າງນີ້ບໍ່ສາມາດເຂົ້າກັນໄດ້ ແລະ ຄົນໃດທີ່ມີຄຸນສົມບັດຂອງຊາຕານບໍ່ສາມາດຖືກເອີ້ນວ່າ ພຣະຄຣິດ. ເຫດຜົນທີ່ມະນຸດບໍ່ສາມາດປະຕິບັດພາລະກິດຂອງພຣະເຈົ້າແທນພຣະອົງໄດ້ກໍຍ້ອນວ່າ ມະນຸດບໍ່ມີແກ່ນແທ້ຂອງພຣະເຈົ້າເລີຍ. ມະນຸດປະຕິບັດພາລະກິດເພື່ອພຣະເຈົ້າໂດຍເຫັນແກ່ຜົນປະໂຫຍດສ່ວນຕົວຂອງມະນຸດ ແລະ ຄວາມຫວັງໃນອະນາຄົດ ແຕ່ພຣະຄຣິດປະຕິບັດພາລະກິດເພື່ອເຮັດຕາມຄວາມປະສົງຂອງພຣະເຈົ້າພຣະບິດາ.
ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະອົງຢູ່ໃນເນື້ອໜັງ ຄວາມເປັນມະນຸດຂອງພຣະອົງກໍບໍ່ຄືກັນກັບມະນຸດທີ່ເກີດຈາກເນື້ອໜັງໂດຍສິ້ນເຊີງ. ພຣະອົງມີລັກສະນະພິເສດຂອງພຣະອົງເອງ ແລະ ລັກສະນະນີ້ກໍຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງເຊັ່ນດຽວກັນ. ຄວາມເປັນພຣະເຈົ້າຂອງພຣະອົງບໍ່ມີຈຸດອ່ອນ; ຈຸດອ່ອນຂອງພຣະຄຣິດໝາຍເຖິງສິ່ງທີ່ເກີດຈາກຄວາມເປັນມະນຸດຂອງພຣະອົງ. ຈຸດອ່ອນນີ້ຈຳກັດຄວາມເປັນພຣະເຈົ້າຂອງພຣະອົງໃນລະດັບໃດໜຶ່ງ ແຕ່ຂໍ້ຈຳກັດດັ່ງກ່າວແມ່ນຢູ່ພາຍໃຕ້ຂອບເຂດ ແລະ ເວລາ ແລະ ຢູ່ໃນຂອບເຂດ. ເມື່ອເຖິງເວລາປະຕິບັດພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງ ພຣະອົງກໍປະຕິບັດໂດຍບໍ່ໃສ່ໃຈຄວາມເປັນມະນຸດຂອງພຣະອົງ. ຄວາມເປັນມະນຸດຂອງພຣະຄຣິດແມ່ນຖືກຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງສິ້ນເຊີງ. ນອກຈາກຊີວິດທີ່ທຳມະດາຂອງຄວາມເປັນມະນຸດຂອງພຣະອົງ ທຸກການກະທຳອື່ນໆຂອງຄວາມເປັນມະນຸດຂອງພຣະອົງແມ່ນໄດ້ຮັບອິດທິພົນ, ໄດ້ຮັບຜົນກະທົບ ແລະ ໄດ້ຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າຂອງພຣະອົງ. ເຖິງແມ່ນພຣະຄຣິດມີຄວາມເປັນມະນຸດ ສິ່ງນັ້ນກໍບໍ່ໄດ້ສ້າງຄວາມຫຍຸ້ງຍາກໃຫ້ກັບພາລະກິດຂອງຄວາມເປັນພຣະເຈົ້າຂອງພຣະອົງເລີຍ ແລະ ນີ້ກໍຍ້ອນວ່າຄວາມເປັນມະນຸດຂອງພຣະຄຣິດຖືກຊີ້ນຳໂດຍຄວາມເປັນພຣະເຈົ້າຂອງພຣະອົງຢ່າງແນ່ນອນ; ເຖິງແມ່ນຄວາມເປັນມະນຸດຂອງພຣະອົງບໍ່ໄດ້ບັນລຸວຸດທິພາວະໃນການທີ່ມັນປະພຶດຕົນກັບຄົນອື່ນ ສິ່ງນັ້ນກໍບໍ່ໄດ້ກະທົບພາລະກິດທຳມະດາຂອງຄວາມເປັນພຣະເຈົ້າຂອງພຣະອົງ. ເມື່ອເຮົາກ່າວວ່າ ຄວາມເປັນມະນຸດຂອງພຣະອົງບໍ່ໄດ້ຖືກເຮັດໃຫ້ເສື່ອມຊາມ ເຮົາໝາຍຄວາມວ່າ ຄວາມເປັນມະນຸດຂອງພຣະຄຣິດສາມາດຖືກສັ່ງໂດຍຄວາມເປັນພຣະເຈົ້າຂອງພຣະອົງໂດຍກົງ ແລະ ພຣະອົງມີຄວາມສຳນຶກທີ່ສູງກວ່າມະນຸດທຳມະດາ. ຄວາມເປັນມະນຸດຂອງພຣະອົງເໝາະສົມທີ່ສຸດທີ່ຈະຮັບການຄວບຄຸມໂດຍຄວາມເປັນພຣະເຈົ້າໃນພາລະກິດຂອງພຣະອົງ; ຄວາມເປັນມະນຸດຂອງພຣະອົງແມ່ນມີຄວາມສາມາດທີ່ສຸດໃນການສະແດງພາລະກິດແຫ່ງຄວາມເປັນພຣະເຈົ້າ ແລະ ມີຄວາມສາມາດສຸດທີ່ຈະຍອມຢູ່ພາຍໃຕ້ພາລະກິດດັ່ງກ່າວ. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ພຣະອົງບໍ່ເບິ່ງຂ້າມໜ້າທີ່ທີ່ມະນຸດໃນເນື້ອໜັງຄວນປະຕິບັດຕາມ; ພຣະອົງສາມາດນະມັດສະການພຣະເຈົ້າໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ. ພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ຕົວຕົນຂອງພຣະອົງກໍມາຈາກພຣະເຈົ້າເອງ. ພຽງແຕ່ພຣະອົງລົງມາເທິງແຜ່ນດິນໂລກ ແລະ ກາຍມາເປັນສິ່ງມີຊີວິດທີ່ຖືກສ້າງ ໂດຍຢູ່ໃນຮ່າງກາຍຂອງສິ່ງມີຊີວິດທີ່ຖືກສ້າງ ແລະ ປະກອບມີຄວາມເປັນມະນຸດທີ່ພຣະອົງບໍ່ເຄີຍມີມາກ່ອນ; ພຣະອົງຈຶ່ງສາມາດນະມັດສະການພຣະເຈົ້າໃນສະຫວັນໄດ້; ນີ້ຄືການເປັນຢູ່ຂອງພຣະເຈົ້າເອງ ແລະ ມະນຸດບໍ່ສາມາດຮຽນແບບໄດ້. ຕົວຕົນຂອງພຣະອົງແມ່ນພຣະເຈົ້າເອງ. ພຣະອົງນະມັດສະການພຣະເຈົ້າຈາກມຸມມອງຂອງມະນຸດ; ດ້ວຍເຫດນັ້ນ ພຣະທຳທີ່ວ່າ “ພຣະຄຣິດນະມັດສະການພຣະເຈົ້າໃນສະຫວັນ” ກໍບໍ່ແມ່ນສິ່ງທີ່ຜິດເລີຍ. ສິ່ງທີ່ພຣະອົງຮຽກຮ້ອງຈາກມະນຸດກໍຄືການເປັນຢູ່ຂອງພຣະອົງນັ້ນເອງ; ພຣະອົງໄດ້ຮັບທຸກຢ່າງທີ່ພຣະອົງຮຽກຮ້ອງຈາກມະນຸດແລ້ວ ກ່ອນໜ້າທີ່ພຣະອົງຈະຮຽກຮ້ອງຈາກພວກເຂົາດ້ວຍຊໍ້າ. ພຣະອົງຈະບໍ່ຮຽກຮ້ອງຈາກຄົນອື່ນ ໃນຂະນະທີ່ພຣະອົງເອງຫຼຸດພົ້ນຈາກພວກເຂົາ ຍ້ອນສິ່ງທັງໝົດນີ້ປະກອບເປັນການເປັນຢູ່ຂອງພຣະອົງ. ບໍ່ວ່າພຣະອົງປະຕິບັດພາລະກິດຂອງພຣະອົງແນວໃດ ພຣະອົງຈະບໍ່ກະທຳໃນທ່າທາງທີ່ບໍ່ເຊື່ອຟັງພຣະເຈົ້າ. ບໍ່ວ່າພຣະອົງຮຽກຮ້ອງຫຍັງຈາກມະນຸດ ບໍ່ມີການຮຽກຮ້ອງໃດທີ່ເໜືອໄປກວ່າສິ່ງທີ່ມະນຸດເຮັດໄດ້. ທຸກສິ່ງທີ່ພຣະອົງກະທຳແມ່ນການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ ແລະ ເພື່ອເຫັນແກ່ຜົນປະໂຫຍດແຫ່ງການຄຸ້ມຄອງຂອງພຣະອົງ. ຄວາມເປັນພຣະເຈົ້າຂອງພຣະຄຣິດແມ່ນຢູ່ເໜືອມະນຸດທຸກຄົນ ດ້ວຍເຫດນີ້ ພຣະອົງຈຶ່ງມີສິດອຳນາດສູງສຸດເໜືອສິ່ງມີຊີວິດທີ່ຖືກສ້າງທັງໝົດ. ສິດອຳນາດນີ້ແມ່ນຄວາມເປັນພຣະເຈົ້າຂອງພຣະອົງ ນັ້ນກໍຄື ອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າເອງ ເຊິ່ງກຳນົດຕົວຕົນຂອງພຣະອົງ. ດ້ວຍເຫດນີ້ ບໍ່ວ່າຄວາມເປັນມະນຸດຂອງພຣະອົງຈະທຳມະດາພຽງໃດ ກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງມີຕົວຕົນຂອງພຣະເຈົ້າເອງ; ບໍ່ວ່າພຣະອົງກ່າວຈາກຈຸດຢືນໃດກໍຕາມ ແລະ ພຣະອົງເຊື່ອຟັງຄວາມປະສົງຂອງພຣະເຈົ້າແນວໃດກໍຕາມ ບໍ່ສາມາດເວົ້າໄດ້ວ່າ ພຣະອົງບໍ່ແມ່ນພຣະເຈົ້າ. ມະນຸດທີ່ໂງ່ຈ້າ ແລະ ບໍ່ມີຄວາມຮູ້ມັກເຫັນຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດເປັນຂໍ້ບົກຜ່ອງ. ບໍ່ວ່າພຣະອົງສະແດງ ແລະ ເປີດເຜີຍການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງແນວໃດກໍຕາມ ມະນຸດບໍ່ສາມາດຍອມຮັບວ່າ ພຣະອົງເປັນພຣະຄຣິດ. ຍິ່ງພຣະຄຣິດສະແດງເຖິງຄວາມເຊື່ອຟັງ ແລະ ຄວາມຖ່ອມຕົວຂອງພຣະອົງຫຼາຍພຽງໃດ, ມະນຸດທີ່ໂງ່ຈ້າກໍເຫັນພຣະຄຣິດແບບບໍ່ຈິງຈັງຫຼາຍພຽງນັ້ນ. ຍັງມີຄົນເຖິງກັບມີທັດສະນະຄະຕິກີດກັ້ນ ແລະ ດູຖູກພຣະອົງ ແຕ່ຈັດວາງ “ມະນຸດຍິ່ງໃຫຍ່” ທີ່ມີຮູບລັກສະນະເປັນຕານັບຖືໄວ້ເທິງໂຕະເພື່ອບູຊາ. ການຕໍ່ຕ້ານຂອງມະນຸດ ແລະ ການບໍ່ເຊື່ອຟັງຂອງພຣະເຈົ້າມາຈາກຄວາມຈິງທີ່ວ່າ ແກ່ນແທ້ຂອງພຣະເຈົ້າທີ່ບັງເກີດເປັນມະນຸດຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະເຈົ້າ ພ້ອມທັງຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ; ເລື່ອງນີ້ຄືຕົ້ນເຫດໃນການຕໍ່ຕ້ານຂອງມະນຸດ ແລະ ຄວາມບໍ່ເຊື່ອຟັງພຣະເຈົ້າ. ຖ້າພຣະຄຣິດບໍ່ມີຮູບລັກສະນະໃນຄວາມເປັນມະນຸດຂອງພຣະອົງ ຫຼື ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາຈາກມຸມມອງຂອງສິ່ງມີຊີວິດທີ່ຖືກສ້າງ, ແຕ່ກົງກັນຂ້າມ ພຣະອົງປະກອບມີຄວາມເໜືອມະນຸດ, ແລ້ວອາດຈະບໍ່ມີຄວາມບໍ່ເຊື່ອຟັງໃນມະນຸດ. ເຫດຜົນທີ່ມະນຸດເຕັມໃຈເຊື່ອໃນພຣະເຈົ້າທີ່ບໍ່ສາມາດເຫັນໄດ້ຢູ່ສະເໝີເຊິ່ງຢູ່ໃນສະຫວັນກໍຍ້ອນພຣະເຈົ້າທີ່ຢູ່ໃນສະຫວັນບໍ່ມີຄວາມເປັນມະນຸດ ແລະ ພຣະອົງບໍ່ມີຄຸນສົມບັດແມ່ນແຕ່ຢ່າງດຽວຂອງສິ່ງມີຊີວິດທີ່ຖືກສ້າງ. ເພາະສະນັ້ນ ມະນຸດເຄົາລົບພຣະອົງດ້ວຍຄວາມນັບຖືຢ່າງຍິ່ງ ແຕ່ມີທັດສະນະຄະຕິດູຖູກຕໍ່ພຣະຄຣິດ.
ເຖິງແມ່ນພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກສາມາດປະຕິບັດພາລະກິດແທນພຣະເຈົ້າເອງໄດ້ ພຣະອົງບໍ່ໄດ້ມາດ້ວຍເຈດຕະນາສະແດງພາບລັກຂອງພຣະອົງຜ່ານເນື້ອໜັງໃຫ້ມະນຸດທຸກຄົນເຫັນ. ພຣະອົງບໍ່ໄດ້ມາເພື່ອໃຫ້ມະນຸດທຸກຄົນເຫັນພຣະອົງ; ພຣະອົງມາເພື່ອເຮັດໃຫ້ມະນຸດຖືກນໍາພາໂດຍມືຂອງພຣະອົງ ແລະ ເພື່ອໃຫ້ມະນຸດເຂົ້າສູ່ຍຸກໃໝ່. ໜ້າທີ່ຂອງພຣະຄຣິດໃນເນື້ອໜັງກໍເພື່ອພາລະກິດຂອງພຣະເຈົ້າເອງ ນັ້ນກໍຄືເພື່ອພາລະກິດຂອງພຣະເຈົ້າທີ່ເປັນມະນຸດ ແລະ ບໍ່ແມ່ນເພື່ອເຮັດໃຫ້ມະນຸດເຂົ້າໃຈແກ່ນແທ້ແຫ່ງເນື້ອໜັງຂອງພຣະອົງຢ່າງສິ້ນເຊີງ. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ບໍ່ມີຫຍັງທີ່ພຣະອົງເຮັດນອກເໜືອໄປກວ່າສິ່ງທີ່ມະນຸດສາມາດຮັບໄດ້. ບໍ່ວ່າພຣະອົງປະຕິບັດພາລະກິດແນວໃດ ພຣະອົງກໍປະຕິບັດຜ່ານເນື້ອໜັງພ້ອມກັບຄວາມເປັນມະນຸດທີ່ທຳມະດາ ແລະ ບໍ່ເປີດເຜີຍໃຫ້ມະນຸດເຫັນທັງໝົດເຖິງໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ ພາລະກິດຂອງພຣະອົງບໍ່ເຄີຍຢູ່ເໜືອທຳມະຊາດ ຫຼື ລໍ້າຄ່າເກີນກວ່າທີ່ມະນຸດຈະຄາດຄິດໄດ້. ເຖິງແມ່ນວ່າ ພຣະຄຣິດເປັນຕົວແທນໃຫ້ກັບພຣະເຈົ້າເອງຜ່ານເນື້ອໜັງ ແລະ ດໍາເນີນພາລະກິດທີ່ພຣະເຈົ້າເອງຄວນເຮັດດ້ວຍຕົວເອງ, ພຣະອົງບໍ່ປະຕິເສດການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ ຫຼື ພຣະອົງບໍ່ໄດ້ປະກາດເຖິງການກະທຳຂອງພຣະອົງເອງຢ່າງຕື່ນເຕັ້ນ. ກົງກັນຂ້າມ ພຣະອົງຍັງຄົງລີ້ລັບພາຍໃຕ້ເນື້ອໜັງຂອງພຣະອົງຢ່າງຖ່ອມຕົວ. ນອກຈາກພຣະຄຣິດແລ້ວ ຄົນທີ່ອ້າງວ່າຕົນເອງເປັນພຣະຄຣິດແບບຜິດໆ ແມ່ນບໍ່ມີຄຸນສົມບັດຂອງພຣະອົງ. ເມື່ອທຽບໃສ່ກັບນິໄສທີ່ອວດດີ ແລະ ຍົກຍ້ອງຕົນເອງຂອງພຣະຄຣິດທີ່ຈອມປອມເຫຼົ່ານັ້ນ ກໍເຫັນໄດ້ຊັດເຈນວ່າ ເນື້ອໜັງປະເພດໃດທີ່ແມ່ນພຣະຄຣິດຢ່າງແທ້ຈິງ. ຍິ່ງພວກເຂົາຈອມປອມຫຼາຍພຽງໃດ ພຣະຄຣິດທີ່ຈອມປອມດັ່ງກ່າວກໍຍິ່ງອວດອ້າງຕົວຕົນຂອງພວກເຂົາອອກມາຫຼາຍພຽງນັ້ນ ແລະ ພວກເຂົາກໍຍິ່ງສາມາດເຮັດໝາຍສຳຄັນ ແລະ ການອັດສະຈັນເພື່ອຫຼອກລວງມະນຸດຫຼາຍພຽງນັ້ນ. ພຣະຄຣິດຈອມປອມບໍ່ມີຄຸນສົມບັດຂອງພຣະເຈົ້າ; ພຣະຄຣິດບໍ່ມີມົນທິນຈາກອົງປະກອບຕ່າງໆທີ່ເປັນຂອງພຣະຄຣິດຈອມປອມ. ພຣະເຈົ້າກາຍເປັນມະນຸດພຽງເຮັດສໍາເລັດພາລະກິດແຫ່ງເນື້ອໜັງ ບໍ່ແມ່ນພຽງແຕ່ເພື່ອເຮັດໃຫ້ມະນຸດເຫັນພຣະອົງ. ກົງກັນຂ້າມ ພຣະອົງປ່ອຍໃຫ້ພາລະກິດຂອງພຣະອົງຢືນຢັນຕົວຕົນຂອງພຣະອົງ ແລະ ປ່ອຍໃຫ້ສິ່ງທີ່ພຣະອົງເປີດເຜີຍ ພິສູດເຖິງແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງໂດຍບໍ່ແມ່ນບໍ່ມີຫຼັກຖານ; ຕົວຕົນຂອງພຣະອົງບໍ່ໄດ້ຖືກຄວບຄຸມດ້ວຍມືຂອງພຣະອົງ; ຕົວຕົນຂອງພຣະອົງຖືກກຳນົດໂດຍພາລະກິດຂອງພຣະອົງ ແລະ ແກ່ນແທ້ຂອງພຣະອົງ. ເຖິງແມ່ນພຣະອົງມີແກ່ນແທ້ຂອງພຣະເຈົ້າເອງ ແລະ ສາມາດປະຕິບັດພາລະກິດຂອງພຣະເຈົ້າດ້ວຍຕົວພຣະອົງເອງ, ເຖິງຢ່າງໃດກໍຕາມ ພຣະອົງຍັງເປັນເນື້ອໜັງ ເຊິ່ງບໍ່ຄືກັບພຣະວິນຍານ. ພຣະອົງບໍ່ແມ່ນພຣະເຈົ້າທີ່ມີຄຸນສົມບັດຂອງພຣະວິນຍານ; ພຣະອົງເປັນພຣະເຈົ້າທີ່ມີເປືອກນອກເປັນມະນຸດ. ສະນັ້ນ ບໍ່ວ່າພຣະອົງຈະທຳມະດາ ແລະ ອ່ອນແອຫຼາຍພຽງໃດ ແລະ ພຣະອົງສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາແນວໃດກໍຕາມ, ຄວາມເປັນພຣະເຈົ້າຂອງພຣະອົງກໍບໍ່ສາມາດປະຕິເສດໄດ້. ພາຍໃນພຣະເຈົ້າທີ່ບັງເກີດເປັນມະນຸດບໍ່ໄດ້ມີພຽງແຕ່ຄວາມເປັນມະນຸດທີ່ທຳມະດາ ແລະ ຈຸດອ່ອນຂອງມະນຸດ; ຍັງມີຄວາມອັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງຂອງຄວາມເປັນພຣະເຈົ້າຂອງພຣະອົງໄດ້ອີກດ້ວຍ ພ້ອມກັບການກະທຳທັງໝົດຜ່ານເນື້ອໜັງຂອງພຣະອົງອີກ. ດ້ວຍເຫດນັ້ນ ທັງຄວາມເປັນມະນຸດ ແລະ ຄວາມເປັນພຣະເຈົ້າແມ່ນມີຢູ່ໃນພຣະຄຣິດທັງໃນຄວາມເປັນຈິງ ແລະ ພາກປະຕິບັດ. ສິ່ງນີ້ບໍ່ແມ່ນສິ່ງທີ່ວ່າງເວົ້າ ຫຼື ເໜືອທຳມະຊາດແມ່ນແຕ່ໜ້ອຍເລີຍ. ພຣະອົງມາເທິງແຜ່ນດິນໂລກພ້ອມກັບຈຸດປະສົງຫຼັກໃນການປະຕິບັດພາລະກິດ; ມັນເປັນສິ່ງຈໍາເປັນທີ່ຕ້ອງມີຄວາມເປັນມະນຸດທຳມະດາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກ; ບໍ່ດັ່ງນັ້ນ ບໍ່ວ່າລິດອຳນາດຂອງຄວາມເປັນພຣະເຈົ້າຂອງພຣະອົງຈະຍິ່ງໃຫຍ່ພຽງໃດ ໜ້າທີ່ດັ້ງເດີມຂອງສິດອຳນາດນັ້ນກໍບໍ່ສາມາດນໍາໄປປະຕິບັດໃຫ້ເກີດຜົນດີໄດ້. ເຖິງແມ່ນຄວາມເປັນມະນຸດຂອງພຣະອົງສຳຄັນຢ່າງຍິ່ງ ມັນກໍບໍ່ແມ່ນແກ່ນແທ້ຂອງພຣະອົງ. ແກ່ນແທ້ຂອງພຣະອົງແມ່ນຄວາມເປັນພຣະເຈົ້າ; ສະນັ້ນ ຊ່ວງເວລາທີ່ພຣະອົງເລີ່ມຕົ້ນປະຕິບັດພັນທະກິດຂອງພຣະອົງເທິງແຜ່ນດິນໂລກແມ່ນຊ່ວງເວລາທີ່ພຣະອົງເລີ່ມຕົ້ນສະແດງເຖິງຄວາມເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ. ຄວາມເປັນມະນຸດຂອງພຣະອົງດຳລົງຢູ່ພຽງແຕ່ປະຄັບປະຄອງຊີວິດທຳມະດາຂອງເນື້ອໜັງຂອງພຣະອົງ ເພື່ອວ່າຄວາມເປັນພຣະເຈົ້າຂອງພຣະອົງຈະສາມາດປະຕິບັດພາລະກິດໄດ້ເປັນປົກກະຕິຜ່ານເນື້ອໜັງ; ແມ່ນຄວາມເປັນພຣະເຈົ້າທີ່ຊີ້ນຳພາລະກິດທັງໝົດ. ເມື່ອພຣະອົງເຮັດສໍາເລັດພາລະກິດຂອງພຣະອົງ ພຣະອົງກໍໄດ້ບັນລຸພັນທະກິດຂອງພຣະອົງ. ສິ່ງທີ່ມະນຸດຄວນຮູ້ກໍຄືພາລະກິດທັງໝົດຂອງພຣະອົງ ແລະ ຍ້ອນພາລະກິດຂອງພຣະອົງທີ່ພຣະອົງເຮັດໃຫ້ມະນຸດຮູ້ຈັກພຣະອົງ. ໃນໄລຍະເວລາການປະຕິບັດພາລະກິດຂອງພຣະອົງ ພຣະອົງສະແດງເຖິງການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງຫຼາຍພໍສົມຄວນ ເຊິ່ງບໍ່ແມ່ນອຸປະນິໄສທີ່ມີມົນທິນຈາກຄວາມເປັນມະນຸດ ຫຼື ມີມົນທິນຈາກຄວາມຄິດ ແລະ ການປະພຶດຂອງມະນຸດ. ເມື່ອມາເຖິງເວລາທີ່ພັນທະກິດທັງໝົດຂອງພຣະອົງມາເຖິງຈຸດສິ້ນສຸດລົງ, ພຣະອົງກໍໄດ້ສະແດງເຖິງອຸປະນິໄສທີ່ພຣະອົງຄວນສຳແດງຢ່າງສົມບູນ ແລະ ຄົບຖ້ວນແລ້ວ. ບໍ່ມີມະນຸດຄົນໃດແນະນໍາພາລະກິດຂອງພຣະອົງ; ການສະແດງເຖິງອຸປະນິໄສຂອງພຣະອົງເປັນອິດສະຫຼະພໍສົມຄວນ ແລະ ບໍ່ຖືກຄວບຄຸມໂດຍຈິດໃຈ ຫຼື ດຳເນີນການໂດຍຄວາມຄິດ ແຕ່ຖືກເປີດເຜີຍຢ່າງເປັນທຳມະຊາດ. ບໍ່ມີມະນຸດຄົນໃດສາມາດເຮັດສິ່ງນີ້ໄດ້. ເຖິງແມ່ນສະພາບແວດລ້ອມລຳບາກພຽງໃດ ຫຼື ເງື່ອນໄຂບໍ່ເອື້ອອຳນວຍ ພຣະອົງກໍສາມາດສະແດງອຸປະນິໄສຂອງພຣະອົງໄດ້ໃນເວລາທີ່ເໝາະສົມ. ຄົນທີ່ເປັນພຣະຄຣິດສະແດງເຖິງການເປັນຢູ່ຂອງພຣະຄຣິດ ໃນຂະນະທີ່ຄົນບໍ່ໄດ້ເປັນພຣະຄຣິດ ບໍ່ມີອຸປະນິໄສຂອງພຣະຄຣິດ. ດ້ວຍເຫດນັ້ນ ເຖິງທຸກຄົນຕໍ່ຕ້ານພຣະອົງ ຫຼື ມີຄວາມເຊື່ອກ່ຽວກັບພຣະອົງ ບໍ່ມີໃຜສາມາດປະຕິເສດໂດຍອີງຕາມພື້ນຖານແຫ່ງຄວາມເຊື່ອຂອງມະນຸດໄດ້ວ່າ ອຸປະນິໄສທີ່ພຣະຄຣິດສະແດງອອກແມ່ນມາຈາກພຣະເຈົ້າ. ທຸກຄົນທີ່ສະແຫວງຫາພຣະຄຣິດດ້ວຍຫົວໃຈທີ່ແທ້ຈິງ ຫຼື ສະແຫວງຫາພຣະເຈົ້າດ້ວຍຄວາມຕັ້ງໃຈຈະຍອມຮັບວ່າ ພຣະອົງເປັນພຣະຄຣິດໂດຍອີງຕາມການສະແດງອອກຂອງຄວາມເປັນພຣະເຈົ້າຂອງພຣະອົງ. ພວກເຂົາຈະບໍ່ປະຕິເສດພຣະຄຣິດ ໂດຍອີງຕາມພື້ນຖານແຫ່ງລັກສະນະໃດໜຶ່ງຂອງພຣະອົງທີ່ບໍ່ສອດຄ່ອງກັບຄວາມເຊື່ອຂອງມະນຸດ. ເຖິງແມ່ນມະນຸດໂງ່ຈ້າຫຼາຍ ທຸກຄົນຮູ້ຈັກຢ່າງຊັດເຈນວ່າ ແມ່ນຫຍັງຄືຄວາມປາຖະໜາຂອງມະນຸດ ແລະ ແມ່ນຫຍັງທີ່ເກີດມາຈາກພຣະເຈົ້າ. ພຽງແຕ່ຫຼາຍຄົນຈົງໃຈຕໍ່ຕ້ານພຣະຄຣິດອັນເປັນຜົນຈາກຄວາມຕັ້ງໃຈຂອງພວກເຂົາເອງເທົ່ານັ້ນ. ຖ້າບໍ່ແມ່ນຍ້ອນສິ່ງນີ້ ແລ້ວບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະມີເຫດຜົນປະຕິເສດການດຳລົງຢູ່ຂອງພຣະຄຣິດ ຍ້ອນວ່າ ຄວາມເປັນພຣະເຈົ້າທີ່ສະແດງອອກໂດຍພຣະຄຣິດແມ່ນມີຢູ່ຈິງຢ່າງແນ່ນອນ ແລະ ພາລະກິດຂອງພຣະອົງກໍສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າຂອງທຸກຄົນ.
ພາລະກິດ ແລະ ການສະແດງຂອງພຣະຄຣິດກຳນົດແກ່ນແທ້ຂອງພຣະອົງ. ພຣະອົງສາມາດເຮັດໃຫ້ສໍາເລັດດ້ວຍຫົວໃຈຢ່າງແທ້ຈິງທີ່ຖືກມອບໝາຍໃຫ້ກັບພຣະອົງ. ພຣະອົງສາມາດນະມັດສະການພຣະເຈົ້າທີ່ຢູ່ສະຫວັນດ້ວຍຫົວໃຈທີ່ແທ້ຈິງ ແລະ ສະແຫວງຫາຄວາມປະສົງຂອງພຣະເຈົ້າພຣະບິດາດ້ວຍຫົວໃຈທີ່ແທ້ຈິງ. ທຸກສິ່ງນີ້ແມ່ນຖືກກຳນົດໂດຍແກ່ນແທ້ຂອງພຣະອົງ. ດ້ວຍເຫດນັ້ນ ການເປີດເຜີຍຢ່າງທຳມະຊາດຂອງພຣະອົງກໍຖືກກຳນົດໂດຍແກ່ນແທ້ຂອງພຣະອົງ; ເຫດຜົນທີ່ເຮົາເອີ້ນສິ່ງນີ້ວ່າເປັນ “ການເປີດເຜີຍຢ່າງທຳມະຊາດ” ຂອງພຣະອົງ ກໍຍ້ອນວ່າ ການສະແດງຂອງພຣະອົງບໍ່ແມ່ນການຮຽນແບບ ຫຼື ຜົນຈາກການສຶກສາຂອງມະນຸດ ຫຼື ຜົນຈາກການປູກຝັງເປັນເວລາຫຼາຍປີຂອງມະນຸດ. ພຣະອົງບໍ່ໄດ້ຮຽນຮູ້ ຫຼື ປະດັບປະດາພຣະອົງເອງດ້ວຍສິ່ງນັ້ນ; ກົງກັນຂ້າມ ມັນເປັນທໍາມະຊາດຂອງພຣະອົງ. ມະນຸດອາດປະຕິເສດພາລະກິດຂອງພຣະອົງ, ການສະແດງຂອງພຣະອົງ, ຄວາມເປັນມະນຸດຂອງພຣະອົງ ແລະ ຕະຫຼອດທັງຊີວິດແຫ່ງຄວາມເປັນມະນຸດທີ່ທຳມະດາຂອງພຣະອົງ ແຕ່ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງນະມັດສະການພຣະເຈົ້າທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ; ບໍ່ມີໃຜສາມາດປະຕິເສດໄດ້ວ່າ ພຣະອົງໄດ້ມາເພື່ອປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນ ແລະ ບໍ່ມີໃຜສາມາດປະຕິເສດຄວາມຈິງໃຈທີ່ວ່າພຣະອົງສະແຫວງຫາພຣະເຈົ້າພຣະບິດາ. ເຖິງແມ່ນວ່າ ພາບລັກຂອງພຣະອົງບໍ່ເປັນທີ່ພໍໃຈຕໍ່ຄວາມຮູ້ສຶກ, ການສົນທະນາຂອງພຣະອົງບໍ່ໄດ້ປະກອບດ້ວຍບັນຍາກາດທີ່ພິເສດ ແລະ ພາລະກິດຂອງພຣະອົງບໍ່ໄດ້ສະທ້ານໂລກ ຫຼື ສັ່ນສະເທືອນສະຫວັນຕາມທີ່ມະນຸດຈິນຕະນາການ, ຄວາມຈິງກໍຄື ພຣະອົງເປັນພຣະຄຣິດ ຜູ້ເຊິ່ງປະຕິບັດຕາມຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນດ້ວຍຫົວໃຈທີ່ແທ້ຈິງ, ຍອມຢູ່ພາຍໃຕ້ພຣະບິດາທີ່ຢູ່ໃນສະຫວັນຢ່າງສົມບູນ ແລະ ເຊື່ອຟັງຈົນຕາຍ. ນີ້ກໍຍ້ອນວ່າ ແກ່ນແທ້ຂອງພຣະອົງແມ່ນແກ່ນແທ້ຂອງພຣະຄຣິດ. ຄວາມຈິງນີ້ຍາກທີ່ຈະໃຫ້ມະນຸດເຊື່ອ ແຕ່ມັນກໍແມ່ນຄວາມເປັນຈິງ. ເມື່ອພັນທະກິດຂອງພຣະຄຣິດຖືກເຮັດໃຫ້ສໍາເລັດໂດຍສົມບູນແລ້ວ ມະນຸດຈະສາມາດເຫັນຈາກພາລະກິດຂອງພຣະອົງໄດ້ວ່າ ອຸປະນິໄສຂອງພຣະອົງ ແລະ ການເປັນຢູ່ຂອງພຣະອົງສະແດງໃຫ້ເຫັນເຖິງອຸປະນິໄສ ແລະ ການເປັນຢູ່ຂອງພຣະເຈົ້າທີ່ຢູ່ໃນສະຫວັນ. ໃນເວລານັ້ນ ບົດສະຫຼຸບຂອງພາລະກິດທັງໝົດຂອງພຣະອົງສາມາດຢືນຢັນໄດ້ວ່າ ພຣະອົງເປັນພຣະທຳທີ່ກາຍເປັນມະນຸດຢ່າງແທ້ຈິງ ແລະ ບໍ່ຄືກັນກັບເນື້ອໜັງ ແລະ ເລືອດເນື້ອຂອງມະນຸດ. ທຸກບາດກ້າວຂອງພາລະກິດຂອງພຣະຄຣິດທີ່ຢູ່ເທິງແຜ່ນດິນໂລກແມ່ນມີຄວາມສໍາຄັນໃນຕົວຂອງມັນເອງ ແຕ່ມະນຸດທີ່ຜະເຊີນກັບພາລະກິດທີ່ແທ້ຈິງຂອງແຕ່ລະບາດກ້າວນັ້ນ ແມ່ນບໍ່ສາມາດເຂົ້າໃຈຄວາມສໍາຄັນຂອງພາລະກິດຂອງພຣະອົງໄດ້; ເປັນຕົ້ນໂດຍສະເພາະສຳລັບສອງສາມບາດກ້າວຂອງພາລະກິດທີ່ດໍາເນີນໂດຍພຣະເຈົ້າໃນການບັງເກີດເປັນມະນຸດຄັ້ງທີ່ສອງຂອງພຣະອົງ. ຄົນສ່ວນຫຼາຍທີ່ພຽງແຕ່ໄດ້ຍິນ ຫຼື ເຫັນພຣະທຳຂອງພຣະຄຣິດ ແຕ່ບໍ່ເຄີຍເຫັນພຣະອົງບໍ່ມີແນວຄວາມຄິດກ່ຽວກັບພາລະກິດຂອງພຣະອົງ; ຄົນທີ່ເຫັນພຣະຄຣິດ ແລະ ໄດ້ຍິນພຣະທຳຂອງພຣະອົງ ພ້ອມທັງຜະເຊີນພາລະກິດຂອງພຣະອົງ ເຫັນມັນເປັນເລື່ອງຍາກທີ່ຈະຍອມຮັບພາລະກິດຂອງພຣະອົງ. ນີ້ບໍ່ແມ່ນເປັນຍ້ອນການປາກົດຕົວ ແລະ ຄວາມເປັນມະນຸດທຳມະດາຂອງພຣະຄຣິດບໍ່ແມ່ນລົດນິຍົມຂອງມະນຸດບໍ? ຄົນທີ່ຍອມຮັບພາລະກິດຂອງພຣະອົງຫຼັງຈາກທີ່ພຣະຄຣິດໄດ້ຈາກໄປຈະບໍ່ພົບກັບຄວາມຫຍຸ້ງຍາກດັ່ງກ່າວ ຍ້ອນພວກເຂົາພຽງແຕ່ຍອມຮັບພາລະກິດຂອງພຣະອົງເທົ່ານັ້ນ ແລະ ບໍ່ໄດ້ສໍາຜັດກັບຄວາມເປັນມະນຸດທີ່ທຳມະດາຂອງພຣະຄຣິດ. ມະນຸດແທນທີ່ຈະປ່ອຍວາງແນວຄິດຕ່າງໆນາໆຂອງເຂົາກ່ຽວກັບພຣະເຈົ້າ ແຕ່ຊໍ້າພັດພາກັນສໍາຫຼວດພຣະອົງຢ່າງຮຸນແຮງ; ນີ້ເປັນເພາະຄວາມຈິງທີ່ວ່າມະນຸດໃສ່ໃຈພຽງແຕ່ການປາກົດຂອງພຣະອົງເທົ່ານັ້ນ ແລະ ບໍ່ສາມາດຮັບຮູ້ແກ່ນແທ້ຂອງພຣະອົງໂດຍອີງຕາມພາລະກິດ ແລະ ພຣະທຳຂອງພຣະອົງນັ້ນ. ຖ້າມະນຸດຫຼັບຕາຕໍ່ການປາກົດຂອງພຣະຄຣິດ ຫຼື ຫຼີກເວັ້ນການສົນທະນາກ່ຽວກັບຄວາມເປັນມະນຸດຂອງພຣະຄຣິດ ແລະ ກ່າວເຖິງພຽງແຕ່ຄວາມເປັນພຣະເຈົ້າຂອງພຣະອົງເທົ່ານັ້ນ ເຊິ່ງມີພາລະກິດ ແລະ ພຣະທຳທີ່ມະນຸດບໍ່ສາມາດຮັບໄດ້ ແລ້ວແນວຄິດຕ່າງໆນາໆຂອງມະນຸດກໍຈະຫຼຸດລົງເຄິ່ງໜຶ່ງ ຈົນເຖິງຂັ້ນທີ່ວ່າ ຄວາມຫຍຸ້ງຍາກທຸກຢ່າງຂອງມະນຸດຈະໄດ້ຮັບການແກ້ໄຂ. ໃນລະຫວ່າງພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ມະນຸດບໍ່ສາມາດທົນພຣະອົງໄດ້ ແລະ ເຕັມໄປດ້ວຍແນວຄິດຕ່າງໆນາໆກ່ຽວກັບພຣະອົງ ແລະ ເຫດການທີ່ພວກເຂົາຕໍ່ຕ້ານ ແລະ ບໍ່ເຊື່ອຟັງກໍພົບເຫັນໄດ້ທົ່ວໄປ. ມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະເຈົ້າ, ບໍ່ສາມາດສະແດງຄວາມເມດຕາຕໍ່ຄວາມຖ່ອມຕົວ ແລະ ການລີ້ລັບຂອງພຣະຄຣິດ ຫຼື ຍົກໂທດໃຫ້ພຣະຄຣິດທີ່ມີແກ່ນແທ້ເຊື່ອຟັງພຣະບິດາທີ່ຢູ່ໃນສະຫວັນ. ດ້ວຍເຫດນັ້ນ ພຣະອົງບໍ່ສາມາດຢູ່ຮ່ວມກັບມະນຸດຊົ່ວນິດນິລັນ, ຫຼັງຈາກທີ່ພຣະອົງສຳເລັດພາລະກິດຂອງພຣະອົງ, ພຣະອົງກໍຈະຈາກໄປ ຍ້ອນວ່າມະນຸດບໍ່ເຕັມໃຈທີ່ຈະໃຫ້ພຣະອົງຢູ່ຄຽງຂ້າງພວກເຂົາ. ຖ້າມະນຸດບໍ່ສາມາດສະແດງຄວາມເມດຕາຕໍ່ພຣະອົງໃນລະຫວ່າງໄລຍະເວລາຂອງການປະຕິບັດພາລະກິດ ແລ້ວພວກເຂົາຈະສາມາດທົນຕໍ່ພຣະອົງທີ່ຢູ່ຄຽງຂ້າງພວກເຂົາຫຼັງຈາກທີ່ພຣະອົງສຳເລັດພັນທະກິດຂອງພຣະອົງ ເມື່ອພຣະອົງເບິ່ງພວກເຂົາຄ່ອຍໆສໍາຜັດກັບພຣະທຳຂອງພຣະອົງໄດ້ແນວໃດ? ແລ້ວຫຼາຍຄົນຈະບໍ່ລົ້ມລົງຍ້ອນພຣະອົງບໍ? ມະນຸດພຽງແຕ່ອະນຸຍາດໃຫ້ພຣະອົງປະຕິບັດພາລະກິດເທິງແຜ່ນດິນໂລກ; ສິ່ງນີ້ຄືຄວາມກະລຸນາທີ່ຍິ່ງໃຫຍ່ສຸດຂອງມະນຸດ. ຖ້າບໍ່ແມ່ນຍ້ອນພາລະກິດຂອງພຣະອົງ ມະນຸດຄົງຈະຂັບໄລ່ພຣະອົງອອກຈາກໂລກຕັ້ງແຕ່ດົນແລ້ວ, ເພາະສະນັ້ນ ຫຼັງຈາກພາລະກິດຂອງພຣະອົງສໍາເລັດລົງແລ້ວ ພວກເຂົາຈະສະແດງຄວາມເມດຕາຕໍ່ພຣະອົງຫຼາຍໜ້ອຍສໍ່າໃດ? ແລ້ວມະນຸດຈະບໍ່ຂ້າພຣະອົງ ແລະ ທໍລະມານພຣະອົງຈົນຕາຍບໍ? ຖ້າພຣະອົງບໍ່ໄດ້ຖືກເອີ້ນວ່າພຣະຄຣິດ, ກໍເປັນໄປບໍ່ໄດ້ທີ່ພຣະອົງຈະສາມາດປະຕິບັດພາລະກິດທ່າມກາງມະນຸດຊາດໄດ້; ຖ້າພຣະອົງບໍ່ໄດ້ປະຕິບັດພາລະກິດດ້ວຍຕົວຕົນຂອງພຣະເຈົ້າເອງ ແລະ ປະຕິບັດພາລະກິດເປັນພຽງມະນຸດທຳມະດາແທນ ແລ້ວມະນຸດຈະບໍ່ທົນແມ່ນພຣະຄຳຂອງພຣະອົງແມ່ນແຕ່ປະໂຫຍກດຽວ ແຮງໄກທີ່ຈະທົນຕໍ່ສ່ວນເລັກນ້ອຍສຸດໃນພາລະກິດຂອງພຣະອົງເລີຍ. ດ້ວຍເຫດນັ້ນ ພຣະອົງພຽງແຕ່ສາມາດໃຊ້ຕົວຕົນນີ້ຂອງພຣະອົງໃນການປະຕິບັດພາລະກິດຂອງພຣະອົງເທົ່ານັ້ນ. ດ້ວຍວິທີນີ້ ພາລະກິດຂອງພຣະອົງຈຶ່ງມີອຳນາດຫຼາຍກວ່າເວລາທີ່ພຣະອົງບໍ່ໄດ້ປະຕິບັດພາລະກິດແບບນັ້ນ ຍ້ອນມະນຸດທຸກຄົນເຕັມໃຈທີ່ຈະເຊື່ອຟັງຖານະ ແລະ ຕົວຕົນທີ່ຍິ່ງໃຫຍ່. ຖ້າພຣະອົງບໍ່ໃຊ້ຕົວຕົນຂອງພຣະເຈົ້າເອງ ໃນຂະນະທີ່ພຣະອົງປະຕິບັດພາລະກິດ ຫຼື ປາກົດຕົວເປັນພຣະເຈົ້າເອງ ແລ້ວພຣະອົງຈະບໍ່ມີໂອກາດທີ່ຈະປະຕິບັດພາລະກິດເລີຍ. ເຖິງແມ່ນເປັນຄວາມຈິງທີ່ວ່າພຣະອົງມີແກ່ນແທ້ຂອງພຣະເຈົ້າ ແລະ ການເປັນຢູ່ຂອງພຣະຄຣິດ ມະນຸດກໍຈະບໍ່ຜ່ອນຄາຍ ແລະ ອະນຸຍາດໃຫ້ພຣະອົງປະຕິບັດພາລະກິດຢ່າງງ່າຍດາຍທ່າມກາງມະນຸດຊາດ. ພຣະອົງໃຊ້ຕົວຕົນຂອງພຣະເຈົ້າເອງໃນພາລະກິດຂອງພຣະອົງ; ເຖິງແມ່ນວ່າ ພາລະກິດດັ່ງກ່າວຈະມີອຳນາດຫຼາຍກວ່າພາລະກິດທີ່ປາສະຈາກພາບລັກສະນະດັ່ງກ່າວຕໍ່ຫຼາຍສິບເທົ່າ, ມະນຸດຍັງບໍ່ເຊື່ອຟັງພຣະອົງຢ່າງເຕັມປ່ຽມ ຍ້ອນມະນຸດພຽງແຕ່ຍອມຢູ່ພາຍໃຕ້ຖານະຂອງພຣະອົງ ແລະ ບໍ່ແມ່ນແກ່ນແທ້ຂອງພຣະອົງ. ຖ້າເປັນດັ່ງນັ້ນ ບາງເທື່ອ ມື້ໜຶ່ງຖ້າພຣະຄຣິດລົງມາຈາກຕໍາແໜ່ງຂອງພຣະອົງ ມະນຸດຈະສາມາດອະນຸຍາດໃຫ້ພຣະອົງຍັງຄົງມີຊີວິດຢູ່ແມ່ນແຕ່ມື້ດຽວບໍ? ພຣະເຈົ້າເຕັມໃຈອາໄສຢູ່ເທິງແຜ່ນດິນໂລກກັບມະນຸດ ເພື່ອພຣະອົງອາດເຫັນຜົນພາລະກິດທີປະຕິບັດດ້ວຍມືຂອງພຣະອົງຈະນໍາມາສູ່ຄວາມສໍາເລັດສືບຕໍ່ໄປເປັນນິດ. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດທົນການຊົງຢູ່ຂອງພຣະອົງໄດ້ແມ່ນແຕ່ມື້ດຽວ ສະນັ້ນ ພຣະອົງເຮັດໄດ້ແຕ່ຍອມຈໍານົນ. ຖືວ່າເປັນຄວາມເມດຕາ ແລະ ຄວາມກະລຸນາທີ່ຍິ່ງໃຫຍ່ສຸດແລ້ວທີ່ມະນຸດອະນຸຍາດໃຫ້ພຣະເຈົ້າປະຕິບັດພາລະກິດທີ່ພຣະອົງຄວນປະຕິບັດທ່າມກາງມະນຸດ ແລະ ເຮັດໃຫ້ພັນທະກິດຂອງພຣະອົງສຳເລັດ. ເຖິງແມ່ນວ່າ ຄົນທີ່ຖືກເອົາຊະນະໂດຍພຣະເຈົ້າເປັນການສ່ວນຕົວໄດ້ສະແດງຄວາມກະລຸນາດັ່ງກ່າວຕໍ່ກັບພຣະອົງ ພວກເຂົາກໍພຽງແຕ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄດ້ຈົນກວ່າພາລະກິດຂອງພຣະອົງສຳເລັດລົງ ແລະ ຫລັງຈາກນັ້ນກໍບໍ່ອະນຸຍາດໃຫ້ພຣະອົງຢູ່ຕໍ່ໄປແມ່ນແຕ່ນາທີດຽວ. ຖ້າເປັນດັ່ງນັ້ນ ຄົນທີ່ພຣະອົງບໍ່ໄດ້ເອົາຊະນະເດ? ເຫດຜົນທີ່ມະນຸດປະຕິບັດຕໍ່ພຣະເຈົ້າທີ່ບັງເກີດເປັນມະນຸດດ້ວຍວິທີນີ້ ບໍ່ແມ່ນຍ້ອນພຣະອົງເປັນພຣະຄຣິດທີ່ມີເປືອກນອກຂອງມະນຸດທຳມະດາບໍ? ຖ້າພຣະອົງມີພຽງແຕ່ຄວາມເປັນພຣະເຈົ້າ ແລະ ບໍ່ມີຄວາມເປັນມະນຸດທຳມະດາ ແລ້ວຄວາມຫຍຸ້ງຍາກຕ່າງໆຂອງມະນຸດຈະບໍ່ໄດ້ຮັບການແກ້ໄຂງ່າຍເກີນໄປບໍ? ມະນຸດຮັບຮູ້ຄວາມເປັນພຣະເຈົ້າຂອງພຣະອົງດ້ວຍຄວາມບໍ່ພໍໃຈ ແລະ ບໍ່ສົນໃຈຕໍ່ເປືອກນອກຂອງມະນຸດທຳມະດາຂອງພຣະອົງ ເຖິງແມ່ນວ່າ ແກ່ນແທ້ຂອງພຣະອົງກໍມາຈາກພຣະຄຣິດຜູ້ເຊິ່ງຍອມຢູ່ພາຍໃຕ້ຄວາມປະສົງຂອງພຣະບິດາທີ່ຢູ່ໃນສະຫວັນຢ່າງຊັດເຈນ. ຖ້າເປັນດັ່ງນັ້ນ ພຣະອົງພຽງແຕ່ສາມາດຍົກເລີກພາລະກິດຂອງພຣະອົງທີ່ຢູ່ທ່າມກາງມະນຸດເພື່ອແບ່ງປັນຄວາມສຸກ ແລະ ຄວາມທຸກກັບພວກເຂົາ ຍ້ອນມະນຸດບໍ່ສາມາດທົນຕໍ່ການເປັນຢູ່ຂອງພຣະອົງໄດ້ອີກຕໍ່ໄປ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ