ບົດທີ 60
ມັນບໍ່ແມ່ນເລື່ອງງ່າຍທີ່ຈະໃຫ້ຊີວິດເຕີບໃຫຍ່; ມັນຈຳເປັນຕ້ອງມີຂະບວນການ ແລະ ຍິ່ງໄປກວ່ານັ້ນ ມັນຮຽກຮ້ອງໃຫ້ພວກເຈົ້າສາມາດຈ່າຍລາຄາ ແລະ ໃຫ້ພວກເຈົ້າຮ່ວມມືກັບເຮົາພ້ອມດ້ວຍຫົວໃຈໜຶ່ງດຽວ ແລະ ເນື່ອງດ້ວຍເຫດນີ້ ເຈົ້າຈະໄດ້ຮັບການສັນລະເສີນຈາກເຮົາ. ສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງຖືກສ້າງ ແລະ ຖືກເຮັດໃຫ້ສົມບູນໂດຍພຣະທຳທີ່ເຮົາກ່າວ ແລະ ເມື່ອມີເຮົາ ທຸກສິ່ງສາມາດຖືກເຮັດໃຫ້ສຳເລັດ. ຄວາມປະສົງດຽວຂອງເຮົາກໍຄືໃຫ້ພວກເຈົ້າເຕີບໃຫຍ່ຢ່າງໄວວາ, ຮັບແບກພາລະຈາກບ່າຂອງເຮົາ, ຖືເອົາພາລະນັ້ນເປັນຂອງເຈົ້າ ແລະ ເຮັດວຽກອອກແຮງງານຂອງເຮົາແທນເຮົາ; ເມື່ອນັ້ໜເທົ່ານັ້ນງເຮົາຈຶ່ງຈະພໍໃຈ. ລູກຊາຍແບບໃດຈະປະຕິເສດພາລະຂອງບິດາຂອງຕົນເອງ? ບິດາປະເພດໃດທີ່ຈະບໍ່ເຮັດວຽກໜັກທັງກາງເວັນ ແລະ ກາງຄືນເພື່ອລູກຊາຍຂອງຕົນ? ແຕ່ພວກເຈົ້າບໍ່ເຂົ້າໃຈຄວາມປະສົງຂອງເຮົາ ແລະ ບໍ່ຄຳນຶງເຖິງພາລະຂອງເຮົາ; ພຣະທຳຂອງເຮົາບໍ່ມີນໍ້າໜັກສໍາລັບພວກເຈົ້າ ແລະ ພວກເຈົ້າບໍ່ເຮັດຕາມພຣະທຳຂອງເຮົາທີ່ກ່າວໄວ້. ເຈົ້າເປັນເຈົ້ານາຍຂອງຕົນເອງຢູ່ສະເໝີ; ຊ່າງເຫັນແກ່ຕົວ! ເຈົ້າພຽງແຕ່ຄິດເຖິງຕົນເອງ!
ເຈົ້າເຂົ້າໃຈຄວາມປະສົງຂອງເຮົາແທ້ບໍ ຫຼື ເຈົ້າພຽງແຕ່ທຳທ່າບໍ່ເຂົ້າໃຈບໍ? ເປັນຫຍັງເຈົ້າຈຶ່ງມີຄວາມປະພຶດທີ່ບໍ່ມີເຫດຜົນແບບນັ້ນຢູ່ສະເໝີ? ຄວາມສຳນຶກຂອງເຈົ້າເວົ້າວ່າ ເຈົ້າກຳລັງໃຫ້ກຽດເຮົາ ໃນການເຮັດແບບນັ້ນບໍ? ເມື່ອໄດ້ຄົ້ນພົບສາເຫດຂອງຄວາມເຈັບປ່ວຍ, ເປັນຫຍັງເຈົ້າຈຶ່ງບໍ່ສື່ສານກັບເຮົາເພື່ອຫາວິທີຮັກສາ? ເຮົາຈະບອກເຈົ້າວ່າ: ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ພວກເຈົ້າຈະບໍ່ມີພະຍາດທາງຮ່າງກາຍອີກຕໍ່ໄປ. ຖ້າມີບາງສ່ວນໃນຕົວເຈົ້າທີ່ຮູ້ສຶກບໍ່ສະບາຍ ກໍຢ່າວຸ້ນວາຍຕົນເອງໃນການຊອກຫາສາເຫດພາຍນອກເລີຍ; ກົງກັນຂ້າມ, ຈົ່ງມາຢູ່ຕໍ່ໜ້າເຮົາ ແລະ ສະແຫວງຫາເພື່ອຮູ້ຈັກເຈດຕະນາຂອງເຮົາ. ເຈົ້າຈະຈື່ສິ່ງນີ້ບໍ? ນີ້ແມ່ນຄຳສັນຍາຂອງເຮົາ: ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເຈົ້າຈະຍ່າງອອກຈາກຮ່າງກາຍທາງກາຍະພາບຂອງເຈົ້າຢ່າງສົມບູນ ແລະ ເຂົ້າສູ່ໂລກແຫ່ງຝ່າຍວິນຍານ; ນັ້ນກໍຄື ຮ່າງກາຍຂອງພວກເຈົ້າຈະບໍ່ແບກຫາບຄວາມເຈັບປ່ວຍອີກຕໍ່ໄປ. ພວກເຈົ້າມີຄວາມສຸກກັບສິ່ງນັ້ນບໍ? ເຈົ້າຮູ້ສຶກເບີກບານບໍ? ນີ້ແມ່ນຄຳສັນຍາຂອງເຮົາ. ຍິ່ງໄປກວ່ານັ້ນ ມັນຄືສິ່ງທີ່ພວກເຈົ້າຫວັງມາແຕ່ດົນ. ໃນປັດຈຸບັນນີ້ ມັນຖືກເຮັດໃຫ້ສຳເລັດໃນພວກເຈົ້າ ຜູ້ເຊິ່ງໄດ້ຮັບພອນ. ຊ່າງເປັນຕາອັດສະຈັນ ແລະ ເປັນສິ່ງທີ່ຢັ່ງບໍ່ເຖິງແທ້ໆ!
ພາລະກິດຂອງເຮົາກ້າວໜ້າທັງກາງເວັນ ແລະ ກາງຄືນ; ມັນບໍ່ເຄີຍຢຸດໃນແຕ່ລະຊ່ວງເວລາ. ນີ້ກໍຍ້ອນວ່າ ຄວາມປາຖະໜາອັນຮີບດ່ວນຂອງເຮົາແມ່ນການເຮັດໃຫ້ເຈົ້າສະແຫວງຫາຫົວໃຈຂອງເຮົາ ແລະ ຫົວໃຈຂອງເຮົາຈະຖືກພວກເຈົ້າເຮັດໃຫ້ອົບອຸ່ນ. ບຸດຊາຍຂອງເຮົາເອີຍ! ເວລາທີ່ຈະໃຫ້ພວກເຈົ້າແບ່ງປັນໃນພອນແຫ່ງຄວາມດີຂອງເຮົາໄດ້ມາເຖິງແລ້ວ! ໃນອະດີດ, ພວກເຈົ້າທົນທຸກເພື່ອນາມຂອງເຮົາ ແຕ່ບັດນີ້ ເວລາແຫ່ງການທົດສອບຂອງພວກເຈົ້າໄດ້ຜ່ານພົ້ນໄປແລ້ວ. ຖ້າໃຜກໍຕາມທີ່ກ້າທຳຮ້າຍເສັ້ນຜົມໜຶ່ງເສັ້ນເທິງຫົວຂອງບຸດຊາຍຂອງເຮົາ, ເຮົາຈະບໍ່ໃຫ້ອະໄພພວກເຂົາຢ່າງງ່າຍດາຍ ຫຼື ພວກເຂົາຈະບໍ່ສາມາດລຸກຂຶ້ນໄດ້ອີກຈັກເທື່ອ. ນີ້ແມ່ນກົດບັນຍັດແຫ່ງການບໍລິຫານຂອງເຮົາ ແລະ ໃຜກໍຕາມທີ່ລະເມີດສິ່ງນີ້ກໍຈະພົບກັບອັນຕະລາຍ. ບຸດຊາຍຂອງເຮົາເອີຍ! ຈົ່ງເພີດເພີນຈົນເຈົ້າພໍໃຈ! ຈົ່ງຮ້ອງເພງ ແລະ ຮ້ອງອອກດ້ວຍຄວາມປິຕິຍິນດີ! ພວກເຈົ້າຈະບໍ່ຖືກກັ່ນແກ້ງ ແລະ ຖືກກົດຂີ່ອີກຕໍ່ໄປ ແລະ ພວກເຈົ້າຈະບໍ່ຕົກຢູ່ໃນການຂົ່ມເຫັງອີກຕໍ່ໄປ. ເຈົ້າຈະບໍ່ກັງວົນກ່ຽວກັບຄວາມເຊື່ອຂອງເຈົ້າໃນຕົວເຮົາອີກຕໍ່ໄປ; ເຈົ້າຄວນເຊື່ອໃນຕົວເຮົາຢ່າງເປີດເຜີຍ. ຈົ່ງຮ້ອງເຖິງນາມອັນບໍລິສຸດຂອງເຮົາ ເພື່ອວ່າມັນຈະດັງກ້ອງສະນັ້ນໄປທົ່ວຈັກກະວານ. ໃຫ້ພວກເຂົາເຫັນວ່າ ຄົນທີ່ພວກເຂົາດູຖູກ, ຜູ້ທີ່ຖືກພວກເຂົາທຳລາຍ ແລະ ທໍລະມານ, ໃນປັດຈຸບັນ ແມ່ນໄດ້ຢືນຢູ່ເໜືອພວກເຂົາ ແລະ ປົກຄອງພວກເຂົາ, ຄວບຄຸມພວກເຂົາ ແລະ ທີ່ສຳຄັນໄປກວ່ານັ້ນກໍຄື ໄດ້ພິພາກສາພວກເຂົາ.
ພວກເຈົ້າຄວນສົນໃຈແຕ່ກັບການເຂົ້າຫາຂອງພວກເຈົ້າເອງ ແລະ ເຮົາຈະປະທານພອນທີ່ດີຂຶ້ນໃຫ້ກັບພວກເຈົ້າ ທີ່ລໍຖ້າໃຫ້ພວກເຈົ້າໄດ້ເພີດເພີນ ແລະ ພວກເຈົ້າຈະສາມາດໄດ້ຊີມລົດຊາດຂອງຄວາມຫວານທີ່ຫາສິ່ງມາປຽບທຽບບໍ່ໄດ້, ຄວາມເລິກລັບທີ່ບໍ່ສິ້ນສຸດ ແລະ ຄວາມເລິກເຊິ່ງທີ່ຢັ່ງເຖິງບໍ່ໄດ້!