3. ຄວາມໝາຍຂອງພາລະກິດແຫ່ງການພິພາກສາ ແລະ ການຕີສອນຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ພາລະກິດຂອງຍຸກສຸດທ້າຍແມ່ນເພື່ອຈັດແບ່ງທຸກສິ່ງອອກຕາມປະເພດໃຜປະເພດມັນ ແລະ ເພື່ອສິ້ນສຸດແຜນການຄຸ້ມຄອງຂອງພຣະເຈົ້າ, ເພາະວ່າ ເວລາໃກ້ມາເຖິງແລ້ວ ແລະ ມື້ຂອງພຣະເຈົ້າມາຮອດແລ້ວ. ພຣະເຈົ້ານໍາເອົາທຸກຄົນທີ່ໄດ້ເຂົ້າສູ່ອານາຈັກຂອງພຣະອົງ, ນັ້ນກໍຄື ຜູ້ຄົນທັງໝົດທີ່ຊື່ສັດຕໍ່ພຣະອົງຈົນເຖິງທີ່ສຸດ ເຂົ້າສູ່ຍຸກຂອງພຣະເຈົ້າເອງ. ແຕ່ວ່າ, ພາລະກິດທີ່ພຣະເຈົ້າຕ້ອງປະຕິບັດ ກ່ອນທີ່ຍຸກຂອງພຣະເຈົ້າເອງຈະມາເຖິງນັ້ນ ບໍ່ແມ່ນເພື່ອສັງເກດການປະພຶດຂອງມະນຸດ ຫຼື ຂຸດຄົ້ນຫາຊີວິດຂອງມະນຸດ, ແຕ່ເພື່ອພິພາກສາຄວາມບໍ່ເຊື່ອຟັງຂອງພວກເຂົາ ເພາະວ່າພຣະເຈົ້າຈະຕ້ອງຊໍາລະລ້າງຜູ້ຄົນທັງໝົດທີ່ມາຢູ່ຕໍ່ໜ້າບັນລັງຂອງພຣະອົງໃຫ້ບໍລິສຸດ. ຜູ້ຄົນທັງໝົດທີ່ໄດ້ເດີນຕາມບາດກ້າວຂອງພຣະເຈົ້າຈົນເຖິງທຸກວັນນີ້ ແມ່ນຜູ້ທີ່ໄດ້ມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍຄືຄົນທີ່ພຣະເຈົ້າຊໍາລະລ້າງໃຫ້ບໍລິສຸດ. ເວົ້າໄດ້ອີກຢ່າງໜຶ່ງກໍຄື ທຸກຄົນທີ່ຮັບເອົາພາລະກິດຂອງພຣະເຈົ້າໃນຂັ້ນຕອນສຸດທ້າຍນີ້ ຄືຄົນທີ່ໄດ້ຮັບເອົາການພິພາກສາຂອງພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ພຣະຄຣິດແຫ່ງຍຸກສຸດທ້າຍໃຊ້ຄວາມຈິງຫຼາກຫຼາຍຢ່າງເພື່ອສັ່ງສອນມະນຸດ, ເພື່ອເປີດໂປງທາດແທ້ຂອງມະນຸດ ແລະ ວິເຄາະຄໍາເວົ້າ ແລະ ການກະທຳຂອງມະນຸດ. ພຣະທໍາເຫຼົ່ານີ້ປະກອບດ້ວຍຄວາມຈິງຫຼາຍປະການ, ເຊັ່ນ: ໜ້າທີ່ຂອງມະນຸດ, ວິທີມະນຸດຄວນເຊື່ອຟັງພຣະເຈົ້າ, ວິທີມະນຸດຄວນຈົງຮັກພັກດີຕໍ່ພຣະເຈົ້າ, ວິທີທີ່ມະນຸດຄວນສະແດງຄວາມປະພຶດຕົນແບບມະນຸດປົກກະຕິທົ່ວໄປ ພ້ອມດ້ວຍສະຕິປັນຍາ ແລະ ອຸປະນິໄສຂອງພຣະເຈົ້າ ແລະ ອື່ນໆ. ພຣະທໍາເຫຼົ່ານີ້ແມ່ນເນັ້ນໃສ່ທາດແທ້ ແລະ ອຸປະນິໄສທີ່ເສື່ອມຊາມຂອງມະນຸດໂດຍກົງ. ໂດຍສະເພາະແລ້ວ ພຣະທຳທີ່ເປີດໂປງວິທີມະນຸດທີ່ປະຕິເສດພຣະເຈົ້າໃນເລື່ອງທີ່ກ່ຽວກັບວິທີທີ່ມະນຸດເປັນຮູບຮ່າງປາກົດຂອງຊາຕານ ແລະ ເປັນກໍາລັງສັດຕູທີ່ຕໍ່ຕ້ານພຣະເຈົ້າ. ໃນການປະຕິບັດພາລະກິດພິພາກສາຂອງພຣະເຈົ້າ, ພຣະອົງບໍ່ພຽງແຕ່ເຮັດໃຫ້ທໍາມະຊາດຂອງມະນຸດຊັດເຈນດ້ວຍພຣະທໍາສອງສາມຂໍ້ເທົ່ານັ້ນ; ແຕ່ພຣະອົງເປີດໂປງ, ຈັດການ ແລະ ລິຮານມັນໃນໄລຍະຍາວ. ທັງໝົດຂອງວິທີການເປີດໂປງ, ຈັດການ ແລະ ລິຮານທີ່ແຕກຕ່າງກັນເຫຼົ່ານີ້ບໍ່ສາມາດທົດແທນດ້ວຍຄໍາກ່າວທໍາມະດາ ແຕ່ທົດແທນດ້ວຍຄວາມຈິງທີ່ມະນຸດບໍ່ມີແທ້ໆ. ມີພຽງວິທີການແບບນີ້ເທົ່ານັ້ນຈຶ່ງຖືກເອີ້ນວ່າເປັນການພິພາກສາ; ຜ່ານການພິພາກສາແບບນີ້ເທົ່ານັ້ນ ມະນຸດຈຶ່ງສາມາດຖືກເອົາຊະນະ ແລະ ເຊື່ອໝັ້ນຢ່າງແທ້ຈິງກ່ຽວກັບພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍຮັບເອົາຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະອົງ. ສິ່ງທີ່ພາລະກິດແຫ່ງການພິພາກສານໍາມາ ກໍຄືຄວາມເຂົ້າໃຈຂອງມະນຸດຕໍ່ໃບໜ້າທີ່ແທ້ຈິງຂອງພຣະເຈົ້າ ແລະ ຄວາມຈິງກ່ຽວກັບການກະບົດຂອງເຂົາເອງ. ພາລະກິດແຫ່ງການພິພາກສາເຮັດໃຫ້ມະນຸດເຂົ້າໃຈຈຸດປະສົງຂອງພຣະເຈົ້າຫຼາຍຂຶ້ນ, ເຂົ້າໃຈຈຸດປະສົງຂອງພາລະກິດຂອງພຣະອົງ ແລະ ເຂົ້າໃຈເຖິງຄວາມລຶກລັບທີ່ເຂົາບໍ່ອາດສາມາດເຂົ້າໃຈໄດ້. ພາລະກິດດັ່ງກ່າວຍັງສາມາດເຮັດໃຫ້ມະນຸດຮັບຮູ້ ແລະ ຮູ້ຈັກແກ່ນແທ້ທີ່ເສື່ອມຊາມຂອງເຂົາ ແລະ ຕົ້ນຕໍຂອງຄວາມເສື່ອມຊາມຂອງຕົນ ພ້ອມທັງຄົ້ນພົບຄວາມໜ້າລັງກຽດຂອງມະນຸດອີກດ້ວຍ. ຜົນກະທົບເຫຼົ່ານີ້ແມ່ນເກີດຂຶ້ນໂດຍພາລະກິດແຫ່ງການພິພາກສາທັງໝົດ ເພາະວ່າແກ່ນແທ້ຂອງພາລະກິດນີ້ຄືພາລະກິດແຫ່ງການເປີດເຜີຍຄວາມເປັນຈິງ, ຫົນທາງ ແລະ ຊີວິດຂອງພຣະເຈົ້າ ໃຫ້ກັບຜູ້ທີ່ມີຄວາມສັດທາໃນພຣະອົງແທ້ໆ. ພາລະກິດນີ້ແມ່ນພາລະກິດແຫ່ງການພິພາກສາທີ່ພຣະເຈົ້າໄດ້ປະຕິບັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະຄຣິດປະຕິບັດພາລະກິດແຫ່ງການພິພາກສາດ້ວຍຄວາມຈິງ

ຈຸດປະສົງສໍາຄັນຂອງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າແມ່ນເພື່ອຊໍາລະລ້າງບາບໃຫ້ກັບມະນຸດຊາດ ເພື່ອການພັກເຊົາຄັ້ງສຸດທ້າຍ; ຖ້າບໍ່ມີການຊໍາລະລ້າງບາບ ມະນຸດຊາດກໍ່ຈະບໍ່ສາມາດຖືກຈັດຕາມປະເພດຂອງພວກເຂົາໄດ້ ຫຼື ເຂົ້າສູ່ບ່ອນພັກເຊົາໄດ້. ພາລະກິດນີ້ຄືເສັ້ນທາງດຽວຂອງມະນຸດເທົ່ານັ້ນທີ່ຈະເຂົ້າສູ່ບ່ອນພັກເຊົາໄດ້. ມີພຽງພາລະກິດແຫ່ງການຊໍາລະລ້າງບາບຂອງພຣະເຈົ້າເທົ່ານັ້ນທີ່ຈະຊໍາລະລ້າງມະນຸດອອກຈາກຄວາມບໍ່ຊອບທໍາຂອງພວກເຂົາໄດ້ ແລະ ມີພຽງພາລະກິດຂອງການຂ້ຽນຕີ ແລະ ການພິພາກສາຂອງພຣະອົງເທົ່ານັ້ນທີ່ຈະນໍາເອົາແສງສະຫວ່າງມາສູ່ອົງປະກອບທີ່ບໍ່ເຊື່ອຟັງຂອງມະນຸດຊາດ ເພື່ອແຍກຜູ້ທີ່ຈະສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນອອກຈາກຜູ້ທີ່ຈະບໍ່ສາມາດໄດ້ຮັບການຊ່ວຍໃຫ້ລອດພົ້ນ ແລະ ແຍກຜູ້ທີ່ຈະຍັງຢູ່ອອກຈາກຜູ້ທີ່ຈະບໍ່ຍັງຢູ່. ເມື່ອພາລະກິດນີ້ຂອງພຣະອົງສິ້ນສຸດລົງ, ຜູ້ທີ່ອະນຸຍາດໃຫ້ມີຊີວິດຢູ່ຈະຖືກຊໍາລະລ້າງ ແລະ ເຂົ້າສູ່ສະພາບທີ່ສູງຂຶ້ນຂອງມະນຸດ ເຊິ່ງພວກເຂົາຈະມີຄວາມສຸກກັບຊີວິດມະນຸດອັນງົດງາມອີກຄັ້ງໃໝ່ເທິງແຜ່ນດິນໂລກ; ເວົ້າອີກຢ່າງໜຶ່ງກໍຄື ພວກເຂົາຈະເລີ່ມວັນແຫ່ງການພັກເຊົາຂອງມະນຸດ ແລະ ໃຊ້ຊີວິດຢູ່ຮ່ວມກັບພຣະເຈົ້າ. ຫຼັງຈາກຜູ້ທີ່ບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໄດ້ຖືກຂ້ຽນຕີ ແລະ ຖືກພິພາກສາ, ທາດແທ້ຂອງພວກເຂົາກໍຈະຖືກເປີດເຜີຍທັງໝົດ ເຊິ່ງຫຼັງຈາກນັ້ນ ພວກເຂົາທຸກຄົນກໍຈະຖືກທໍາລາຍ ແລະ ພວກເຂົາຈະບໍ່ໄດ້ຮັບອະນຸຍາດໃຫ້ມີຊີວິດຢູ່ໃນແຜ່ນດິນໂລກນີ້ອີກຕໍ່ໄປຄືດັ່ງຊາຕານ. ມະນຸດໃນອະນາຄົດຈະບໍ່ມີຜູ້ຄົນປະເພດນີ້ອີກ; ຜູ້ຄົນດັ່ງກ່າວບໍ່ເໝາະທີ່ຈະເຂົ້າສູ່ດິນແດນແຫ່ງຄວາມສະຫງົບສຸດທ້າຍ ຫຼື ພວກເຂົາບໍ່ເໝາະທີ່ຈະເຂົ້າຮ່ວມວັນແຫ່ງຄວາມສະຫງົບທີ່ພຣະເຈົ້າ ແລະ ມະນຸດຈະແບ່ງປັນກັນ ເນື່ອງຈາກວ່າ ພວກເຂົາຄືເປົ້າໝາຍໃນການລົງໂທດ ແລະ ເປັນຄົນຊົ່ວຊ້າ ແລະ ຄົນໄຮ້ສິນທໍາ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພຣະເຈົ້າ ແລະ ມະນຸດຈະເຂົ້າບ່ອນພັກເຊົາພ້ອມກັນ

ໃນພາລະກິດສຸດທ້າຍຂອງການສິ້ນສຸດຍຸກຂອງພຣະອົງ, ອຸປະນິໄສຂອງພຣະອົງແມ່ນການຂ້ຽນຕີ ແລະ ການພິພາກສາ ເຊິ່ງພຣະອົງເປີດເຜີຍທຸກສິ່ງທີ່ບໍ່ຊອບທໍາ ເພື່ອພິພາກສາທຸກຄົນຢ່າງເປີດເຜີຍ ແລະ ເພື່ອເຮັດໃຫ້ຄົນທີ່ຮັກພຣະອົງດ້ວຍຈິງໃຈສົມບູນແບບ. ພຽງການກະທໍາແບບນີ້ເທົ່ານັ້ນທີ່ສາມາດນໍາການສິ້ນສຸດມາສູ່ຍຸກໄດ້. ຍຸກສຸດທ້າຍໄດ້ມາເຖິງແລ້ວ. ສັບພະທຸກສິ່ງໃນການຊົງສ້າງຈະຖືກແບ່ງແຍກອອກຕາມປະເພດຂອງພວກເຂົາ ແລະ ແບ່ງແຕ່ລະປະເພດອອກອີງຕາມທໍາມະຊາດຂອງພວກເຂົາ. ນີ້ແມ່ນຊ່ວງເວລາທີ່ພຣະເຈົ້າເປີດເຜີຍຜົນສະຫຼຸບທີ່ມະນຸດຈະໄດ້ຮັບ ແລະ ຈຸດໝາຍປາຍທາງຂອງພວກເຂົາ. ຖ້າຜູ້ຄົນບໍ່ໄດ້ຜ່ານການຂ້ຽນຕີ ແລະ ການພິພາກສາ ແລ້ວກໍຈະບໍ່ມີທາງເປີດເຜີຍຄວາມບໍ່ເຊື່ອຟັງ ແລະ ຄວາມບໍ່ຊອບທຳຂອງພວກເຂົາໄດ້. ພຽງແຕ່ຜ່ານການຂ້ຽນຕີ ແລະ ການພິພາກສາເທົ່ານັ້ນຈຶ່ງຈະສາມາດເປີດເຜີຍຜົນຕາມມາຂອງການສ້າງສັບພະສິ່ງ. ມະນຸດພຽງແຕ່ສະແດງທາດແທ້ຂອງເຂົາເມື່ອເຂົາຖືກຂ້ຽນຕີ ແລະ ຖືກພິພາກສາ. ຄົນຊົ່ວຮ້າຍຈະຖືກຈັດໄວ້ຢູ່ນໍາຄົນຊົ່ວຮ້າຍ, ຄົນດີໄວ້ກັບຄົນດີ ແລະ ມະນຸດທຸກຄົນຈະຖືກແບ່ງແຍກຕາມປະເພດຂອງພວກເຂົາ. ຜົນຕາມມາຂອງການຊົງສ້າງຈະຖືກເປີດເຜີຍຜ່ານການຂ້ຽນຕີ ແລະ ການພິພາກສາ ເພື່ອຄົນຊົ່ວຮ້າຍຈະຖືກລົງໂທດ ແລະ ຄົນດີຈະໄດ້ຮັບລາງວັນ ແລະ ທຸກຄົນຈະໄດ້ຢູ່ພາຍໃຕ້ອຳນາດຂອງພຣະເຈົ້າ. ພາລະກິດທັງໝົດນີ້ຕ້ອງຖືກເຮັດໃຫ້ສຳເລັດຜ່ານການຂ້ຽນຕີ ແລະ ພິພາກສາຢ່າງຊອບທຳ. ເນື່ອງຈາກຄວາມເສື່ອມຊາມຂອງມະນຸດໄດ້ເຖິງຂັ້ນຮ້າຍແຮງທີ່ສຸດ ແລະ ຄວາມບໍ່ເຊື່ອຟັງຂອງພວກເຂົານັ້ນຮ້າຍແຮງຢ່າງລົ້ນເຫຼືອ, ມີພຽງແຕ່ອຸປະນິໄສທີ່ຊອບທຳຂອງພຣະເຈົ້າເທົ່ານັ້ນ ເຊິ່ງເປັນສິ່ງທີ່ປະກອບດ້ວຍການຂ້ຽນຕີ ແລະ ການພິພາກສາເປັນສ່ວນໃຫຍ່ ທີ່ຖືກເປີດເຜີຍໃນຍຸກສຸດທ້າຍຈຶ່ງສາມາດປ່ຽນແປງ ແລະ ເຮັດໃຫ້ມະນຸດສົມບູນແບບຢ່າງແທ້ຈິງໄດ້. ມີພຽງອຸປະນິໄສນີ້ເທົ່ານັ້ນທີ່ສາມາດເປີດເຜີຍຄົນຊົ່ວຮ້າຍ ແລະ ລົງໂທດຄົນທີ່ບໍ່ຊອບທຳທຸກຄົນຢ່າງຮຸນແຮງໄດ້.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (3)

ມື້ນີ້ພຣະເຈົ້າຕັດສິນພວກເຈົ້າ, ຂ້ຽນຕີພວກເຈົ້າ ແລະ ກ່າວໂທດພວກເຈົ້າ, ແຕ່ພວກເຈົ້າຕ້ອງຮູ້ຈຸດປະສົງໃນການກ່າວໂທດຂອງພວກເຈົ້າ ນັ້ນກໍ່ເພື່ອເຮັດໃຫ້ພວກເຈົ້າຮູ້ຈັກຕົວພວກເຈົ້າເອງ. ພຣະອົງກ່າວໂທດ, ສາບແຊ່ງ, ຕັດສິນ ແລະ ຂ້ຽນຕີເພື່ອວ່າເຈົ້າຈະໄດ້ຮູ້ຈັກຕົວເອງ, ເພື່ອວ່າອຸປະນິໄສຂອງເຈົ້າອາດຈະປ່ຽນແປງ ແລະ ຍິ່ງໄປກວ່ານັ້ນ ກໍ່ເພື່ອວ່າ ເຈົ້າອາດຈະຮູ້ຄຸນຄ່າຂອງຕົວເຈົ້າເອງ ແລະ ເຫັນວ່າການກະທຳຂອງພຣະເຈົ້າທັງໝົດນັ້ນຊອບທຳ ແລະ ສອດຄ່ອງກັບອຸປະນິໄສຂອງພຣະອົງ ແລະ ອີງຕາມຄວາມຕ້ອງການຂອງພາລະກິດຂອງພຣະອົງ, ວ່າພຣະອົງປະຕິບັດພາລະກິດຕາມແຜນການໄຖ່ບາບມະນຸດຂອງພຣະອົງ ແລະ ພຣະອົງເປັນພຣະເຈົ້າຜູ້ທ່ຽງທຳຜູ້ທີ່ຮັກມະນຸດ, ຊ່ວຍມະນຸດໃຫ້ລອດພົ້ນ, ຕັດສິນ ແລະ ຂ້ຽນຕີມະນຸດ. ຖ້າເຈົ້າຮູ້ພຽງແຕ່ວ່າເຈົ້າເປັນຄົນມີສະຖານະຕ່ຳຕ້ອຍ, ວ່າເຈົ້າເປັນຄົນເສື່ອມຊາມ ແລະ ບໍ່ເຊື່ອຟັງ, ແຕ່ກັບບໍ່ຮູ້ວ່າພຣະເຈົ້າປາດຖະໜາປະຕິບັດພາລະກິດການໄຖ່ບາບມະນຸດຂອງພຣະອົງແບບລຽບງ່າຍຜ່ານທາງການພິພາກສາ ແລະ ການຂ້ຽນຕີທີ່ພຣະອົງປະຕິບັດໃນຕົວເຈົ້າໃນປັດຈຸບັນນີ້, ເຈົ້າກໍ່ຈະບໍ່ມີທາງໄດ້ຮັບປະສົບການ, ແຮງໄກທີ່ເຈົ້າຈະສາມາດດຳເນີນຕໍ່ໄປຂ້າງໜ້າໄດ້. ພຣະເຈົ້າບໍ່ໄດ້ມາເພື່ອຂ້າ ຫຼື ທຳລາຍ, ແຕ່ມາເພື່ອຕັດສິນ, ສາບແຊ່ງ, ຂ້ຽນຕີ ແລະ ຊ່ວຍໃຫ້ລອດພົ້ນ. ຈົນກວ່າແຜນການຄຸ້ມຄອງ 6.000 ປີຂອງພຣະອົງຈະຈົບສິ້ນລົງ ກ່ອນທີ່ພຣະອົງຈະເປີດເຜີດຜົນສະຫຼຸບແຕ່ລະປະເພດຂອງມະນຸດ ພາລະກິດຂອງພຣະເຈົ້າເທິງແຜ່ນດິນໂລກແມ່ນເພື່ອຄວາມລອດພົ້ນ; ຈຸດປະສົງຂອງມັນກໍ່ເພື່ອເຮັດໃຫ້ຜູ້ທີ່ຮັກພຣະອົງຢ່າງແທ້ຈິງສົມບູນທັງໝົດ ແລະ ເຮັດໃຫ້ພວກເຂົາຍອມຢູ່ພາຍໃຕ້ການປົກຄອງຂອງພຣະອົງ. ບໍ່ວ່າພຣະເຈົ້າຈະຊ່ວຍມະນຸດໃຫ້ລອດພົ້ນດ້ວຍວິທີໃດກໍຕາມ, ທັງໝົດແມ່ນເພື່ອເຮັດໃຫ້ພວກເຂົາຫຼຸດພົ້ນອອກຈາກທຳມະຊາດທີ່ຊົ່ວຮ້າຍດັ່ງເດີມຂອງພວກເຂົາ; ນັ້ນກໍ່ຄື ພຣະອົງຊ່ວຍພວກເຂົາໃຫ້ລອດພົ້ນໂດຍເຮັດໃຫ້ພວກເຂົາສະແຫວງຫາຊີວິດ. ຖ້າພວກເຂົາບໍ່ສະແຫວງຫາຊີວິດດັ່ງກ່າວ ພວກເຂົາກໍ່ຈະບໍ່ມີທາງທີ່ຈະຮັບເອົາການໄຖ່ບາບຂອງພຣະເຈົ້າໄດ້. ການໄຖ່ບາບແມ່ນພາລະກິດຂອງພຣະເຈົ້າເອງ ແລະ ການສະແຫວງຫາຊີວິດຄືສິ່ງທີ່ມະນຸດຕ້ອງປະຕິບັດເພື່ອຮັບເອົາການໄຖ່ບາບນັ້ນ. ໃນສາຍຕາຂອງມະນຸດ, ການໄຖ່ບາບຄືຄວາມຮັກຂອງພຣະເຈົ້າ ແລະ ຄວາມຮັກຂອງພຣະເຈົ້າບໍ່ສາມາດເປັນການຂ້ຽນຕີ, ການຕັດສິນ, ແລະ ການສາບແຊ່ງໄດ້; ການໄຖ່ບາບຕ້ອງປະກອບດ້ວຍຄວາມຮັກ, ຄວາມເມດຕາ ແລະ ຍິ່ງໄປກວ່ານັ້ນ, ຕ້ອງມີຄຳເວົ້າປອບໃຈ ແລະ ພອນອັນໃຫຍ່ຫຼວງທີ່ປະທານໂດຍພຣະເຈົ້າ. ຄົນເຊື່ອວ່າ ເມື່ອພຣະເຈົ້າຊ່ວຍມະນຸດໃຫ້ລອດພົ້ນ, ພຣະອົງປະຕິບັດເຊັ່ນນັ້ນໂດຍສໍາຜັດພວກເຂົາດ້ວຍພອນ ແລະ ພຣະຄຸນຂອງພຣະອົງ ເພື່ອວ່າ ພວກເຂົາຈະໄດ້ມອບຫົວໃຈຂອງພວກເຂົາໃຫ້ກັບພຣະເຈົ້າ. ນັ້ນໝາຍຄວາມວ່າ, ການສໍາຜັດມະນຸດຂອງພຣະອົງກໍ່ຄືການຊ່ວຍພວກເຂົາໃຫ້ລອດພົ້ນ. ການລອດພົ້ນແບບນີ້ແມ່ນຖືກປະຕິບັດໂດຍການບັນລຸຕາມຂໍ້ຕົກລົງ. ມີພຽງເມື່ອພຣະເຈົ້າປະທານໃຫ້ພວກເຂົາເປັນຮ້ອຍເທົ່າເທົ່ານັ້ນ ມະນຸດຈິ່ງຈະຍອມຮັບນາມຂອງພຣະເຈົ້າ ແລະ ພະຍາຍາມເຮັດດີເພື່ອພຣະອົງ ແລະ ນຳສະຫງ່າລາສີມາໃຫ້ພຣະອົງ. ນີ້ບໍ່ແມ່ນຄວາມປະສົງຂອງພຣະເຈົ້າສໍາລັບມະນຸດ. ພຣະເຈົ້າລົງມາເພື່ອປະຕິບັດພາລະກິດເທິງແຜ່ນດິນໂລກກໍ່ເພື່ອຊ່ວຍມະນຸດທີ່ເສື່ອມຊາມໃຫ້ລອດພົ້ນ; ສິ່ງນີ້ຄືຄວາມເປັນຈິງ. ຖ້າບໍ່ແມ່ນຄວາມຈິງ, ແນ່ນອນວ່າ ພຣະອົງຈະບໍ່ມາປະຕິບັດພາລະກິດຂອງພຣະອົງດ້ວຍພຣະອົງເອງ. ໃນອະດີດ, ຫົນທາງແຫ່ງການລອດພົ້ນຂອງພຣະອົງປະກອບດ້ວຍການສະແດງເຖິງຄວາມຮັກ ແລະ ຄວາມເມດຕາຢ່າງໃຫຍ່ຫຼວງ, ເຊັ່ນ: ພຣະອົງມອບທຸກສິ່ງໃຫ້ກັບຊາຕານເພື່ອແລກປ່ຽນກັບມະນຸດຊາດທັງໝົດ. ປັດຈຸບັນແມ່ນບໍ່ຄືອະດີດ: ຄວາມລອດພົ້ນທີ່ໄດ້ປະທານໃຫ້ກັບພວກເຈົ້າໃນປັດຈຸບັນເກີດຂຶ້ນໃນເວລາຍຸກສຸດທ້າຍ ໃນລະຫວ່າງການຈັດແບ່ງຜູ້ຄົນຕາມປະເພດຂອງພວກເຂົາ; ວິທີທາງແຫ່ງການລອດພົ້ນຂອງພວກເຈົ້າບໍ່ແມ່ນຄວາມຮັກ ຫຼື ຄວາມເມດຕາ, ແຕ່ແມ່ນການຂ້ຽນຕີ ແລະ ການພິພາກສາ ເພື່ອວ່າມະນຸດອາດຈະຖືກຊ່ວຍໃຫ້ລອດພົ້ນໄດ້ຢ່າງສົມບູນ. ດັ່ງນັ້ນ, ສິ່ງດຽວທີ່ພວກເຈົ້າຈະໄດ້ຮັບກໍຄືການຕີສອນ, ການພິພາກສາ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ແຕ່ຮູ້ໄວ້ວ່າ ໃນການຂ້ຽນຕີຢ່າງໄຮ້ຄວາມປານີນີ້ ບໍ່ແມ່ນການລົງໂທດແມ່ນແຕ່ໜ້ອຍດຽວເລີຍ. ບໍ່ວ່າພຣະທຳຂອງເຮົາຈະຮຸນແຮງພຽງໃດກໍຕາມ ຫຼື ພຣະທໍາເລັກນ້ອຍທີ່ພວກເຈົ້າໄດ້ຮັບ ປາກົດວ່າຈະໄຮ້ຄວາມເມດຕາທີ່ສຸດສໍາລັບພວກເຈົ້າ ແລະ ບໍ່ວ່າເຮົາຈະໂກດຮ້າຍພຽງໃດກໍຕາມ, ສິ່ງທີ່ເກີດຂຶ້ນກັບພວກເຈົ້າກໍ່ຄືພຣະທຳແຫ່ງການສິດສອນ ແລະ ເຮົາບໍ່ໄດ້ຕັ້ງໃຈທີ່ຈະທຳຮ້າຍພວກເຈົ້າ ຫຼື ເຮັດໃຫ້ພວກເຈົ້າເຖິງແກ່ຄວາມຕາຍ. ນີ້ບໍ່ແມ່ນຂໍ້ເທັດຈິງທັງໝົດບໍ? ຮູ້ໄວ້ວ່າ ທຸກມື້ນີ້, ບໍ່ວ່າຈະເປັນການພິພາກສາຢ່າງຊອບທຳ ຫຼື ການຫຼໍ່ຫຼອມ ແລະ ການຂ້ຽນຕີຢ່າງໄຮ້ຄວາມປານີ, ທັງໝົດນີ້ແມ່ນເພື່ອຄວາມລອດພົ້ນຂອງມວນມະນຸດ. ບໍ່ວ່າໃນປັດຈຸບັນນີ້ຈະມີການຈັດແບ່ງຄົນຕາມປະເພດຂອງພວກເຂົາແບບໃດ ຫຼື ປະເພດຂອງມະນຸດຈະຖືກຈັດວາງອອກແບບໃດກໍຕາມ, ຈຸດປະສົງຂອງພຣະທໍາ ແລະ ພາລະກິດທັງໝົດຂອງພຣະເຈົ້າແມ່ນເພື່ອຊ່ວຍບັນດາຜູ້ທີ່ຮັກພຣະອົງຢ່າງແທ້ຈິງໃຫ້ລອດພົ້ນ. ການພິພາກສາຢ່າງຊອບທຳກໍ່ເພື່ອເຮັດໃຫ້ມະນຸດບໍລິສຸດ, ການຫຼໍ່ຫຼອມຢ່າງໄຮ້ຄວາມເມດຕາກໍ່ເພື່ອຊຳລະລ້າງພວກເຂົາ, ພຣະທຳ ຫຼື ການຂ້ຽນຕີຢ່າງຮຸນແຮງກໍ່ເພື່ອເຮັດໃຫ້ບໍລິສຸດ ແລະ ເພື່ອຄວາມລອດພົ້ນ. ສະນັ້ນ ວິທີການໄຖ່ບາບໃນປັດຈຸບັນນີ້ຈະບໍ່ຄືກັນກັບໃນອະດີດ. ປັດຈຸບັນ, ພວກເຈົ້າຖືກນໍາໄປສູ່ຄວາມລອດພົ້ນຜ່ານການພິພາກສາຢ່າງຊອບທຳ ແລະ ເປັນເຄື່ອງມືທີ່ດີສຳລັບຈັດແບ່ງພວກເຈົ້າແຕ່ລະຄົນອອກຕາມປະເພດຂອງຕົນ. ຍິ່ງໄປກວ່ານັ້ນ ການຂ້ຽນຕີຢ່າງໂຫດຮ້າຍຄືຫົນທາງແຫ່ງຄວາມລອດພົ້ນຢ່າງແທ້ຈິງຂອງພວກເຈົ້າ ແລ້ວພວກເຈົ້າຈະມີຫຍັງເວົ້າອີກໃນການຜະເຊີນກັບການຂ້ຽນຕີ ແລະ ການພິພາກສາດັ່ງກ່າວນີ້? ພວກເຈົ້າບໍ່ໄດ້ມີຄວາມສຸກກັບຄວາມລອດພົ້ນຕັ້ງແຕ່ຕົ້ນຈົນຈົບບໍ? ພວກເຈົ້າໄດ້ເຫັນພຣະເຈົ້າຜູ້ບັງເກີດເປັນມະນຸດ ແລະ ຮູ້ຈັກລິດທານຸພາບ ແລະ ສະຕິປັນຍາຂອງພຣະອົງ; ນອກຈາກນັ້ນ, ພວກເຈົ້າຍັງໄດ້ປະສົບກັບການຂ້ຽນຕີ ແລະ ການລົງວິໄນຂອງພຣະອົງຊ້ຳແລ້ວຊໍ້າອີກ. ເຖິງຢ່າງໃດກໍຕາມ ພວກເຈົ້າກໍ່ຍັງໄດ້ຮັບພຣະຄຸນຢ່າງສູງ ບໍ່ແມ່ນບໍ? ພອນຂອງພວກເຈົ້າບໍ່ຍິ່ງໃຫຍ່ກວ່າພອນຂອງຄົນອື່ນບໍ? ພຣະຄຸນຂອງພວກເຈົ້ານັ້ນຍິ່ງໃຫຍ່ກວ່າສະຫງ່າລາສີ ແລະ ຄວາມຮັ່ງມີທີ່ຊາໂລມອນໄດ້ຮັບອີກ! ໃຫ້ຄິດເບິ່ງ: ຖ້າເຈດຕະນາໃນການມາຂອງເຮົາແມ່ນເພື່ອກ່າວໂທດ ແລະ ລົງໂທດພວກເຈົ້າ ແຕ່ບໍ່ແມ່ນເພື່ອຊ່ວຍພວກເຈົ້າໃຫ້ລອດພົ້ນ, ແລ້ວວັນຂອງພວກເຈົ້າຈະລອດມາຮອດທຸກມື້ນີ້ບໍ? ພວກເຈົ້າ ເປັນຄົນຜິດບາບທີ່ມີເລືອດ ແລະ ເນື້ອຈະສາມາດມີຊີວິດລອດມາຮອດທຸກມື້ນີ້ບໍ? ຖ້າເປົ້າໝາຍຂອງເຮົາແມ່ນພຽງການລົງໂທດພວກເຈົ້າເທົ່ານັ້ນ, ແລ້ວເປັນຫຍັງເຮົາຈຶ່ງຕ້ອງບັງເກີດເປັນເນື້ອໜັງ ແລະ ເລີ່ມດຳເນີນກິດຈະການທີ່ຍິ່ງໃຫຍ່ດັ່ງກ່າວນັ້ນ? ເຮົາພຽງໃຊ້ພຣະທໍາຂໍ້ດຽວກໍສາມາດລົງໂທດພວກເຈົ້າໄດ້ແລ້ວ ບໍ່ແມ່ນບໍ? ເຮົາຍັງຈະຕ້ອງການທຳລາຍພວກເຈົ້າຫຼັງຈາກທີ່ໄດ້ກ່າວໂທດພວກເຈົ້າອີກບໍ? ພວກເຈົ້າຍັງບໍ່ເຊື່ອພຣະທຳເຫຼົ່ານີ້ຂອງເຮົາອີກບໍ? ເຮົາສາມາດຊ່ວຍມະນຸດໃຫ້ລອດພົ້ນພຽງຜ່ານຄວາມຮັກ ແລະ ຄວາມເມດຕາເທົ່ານັ້ນບໍ່? ຫຼື ເຮົາສາມາດພຽງໃຊ້ແຕ່ການຄຶງກາງແຂນເພື່ອຊ່ວຍມະນຸດໃຫ້ລອດພົ້ນເທົ່ານັ້ນບໍ? ອຸປະນິໄສອັນຊອບທຳຂອງເຮົາບໍ່ເອື້ອອຳນວຍໃນການເຮັດໃຫ້ມະນຸດເຊື່ອຟັງຢ່າງສົມບູນຫຼາຍຂຶ້ນບໍ? ມັນບໍ່ສາມາດຊ່ວຍມະນຸດໃຫ້ລອດພົ້ນໄດ້ຢ່າງສົມບູນຫຼາຍຂຶ້ນແທ້ບໍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ພວກເຈົ້າຄວນວາງພອນທາງດ້ານສະຖານະໄວ້ທາງຂ້າງ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າເພື່ອນໍາຄວາມລອດພົ້ນມາສູ່ມະນຸດ

ໃນຄວາມຈິງ ພາລະກິດທີ່ກຳລັງປະຕິບັດຢູ່ໃນຕອນີ້ແມ່ນເພື່ອໃຫ້ຜູ້ຄົນປະຖິ້ມຊາຕານ, ບັນພະບຸລຸດເດີມຂອງພວກເຂົາ. ການພິພາກສາທຸກຢ່າງດ້ວຍພຣະທຳແມ່ນແນໃສ່ເພື່ອເປີດໂປງອຸປະນິໄສທີ່ເສື່ອມຊາມຂອງມະນຸດຊາດ ແລະ ເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈແກ່ນແທ້ແຫ່ງຊີວິດ. ການພິພາກສາຊໍ້າໆເຫຼົ່ານີ້ສຽບໄດ້ແທງໃສ່ຫົວໃຈຂອງຜູ້ຄົນ. ການພິພາກສາແຕ່ລະຄັ້ງກ່ຽວພັນກັບຊະຕາກໍາຂອງພວກເຂົາໂດຍກົງ ແລະ ມຸ່ງໝາຍທີ່ຈະເຮັດໃຫ້ຫົວໃຈຂອງພວກເຂົາໄດ້ຮັບບາດເຈັບ ເພື່ອວ່າພວກເຂົາຈະສາມາດປະຖິ້ມທຸກສິ່ງ ແລະ ມາຮູ້ຈັກຊີວິດ; ຮູ້ຈັກໂລກທີ່ສົກກະປົກນີ້, ຮູ້ຈັກສະຕິປັນຍາ ແລະ ລິດທານຸພາບສູງສຸດຂອງພຣະເຈົ້າ ແລະ ຍັງຮູ້ຈັກມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຍິ່ງມະນຸດໄດ້ຮັບການຕີສອນ ແລະ ການພິພາກສາແບບນີ້ຫຼາຍສໍ່າໃດ, ຫົວໃຈຂອງມະນຸດກໍ່ຍິ່ງສາມາດຖືກເຮັດໃຫ້ບາດເຈັບໄດ້ຫຼາຍສໍ່ານັ້ນ ແລະ ຈິດວິນຍານຂອງເຂົາກໍ່ຍິ່ງສາມາດຖືກປຸກໃຫ້ຕື່ນຫຼາຍຍິ່ງຂຶ້ນ. ການປຸກຈິດວິນຍານຂອງຄົນເຫຼົ່ານີ້ທີ່ເສື່ອມຊາມທີ່ສຸດ ແລະ ຄົນ ຖືກຫຼອກລວງຢ່າງຮ້າຍແຮງທີ່ສຸດຄືເປົ້າໝາຍຂອງການພິພາກສາປະເພດນີ້. ມະນຸດບໍ່ມີຈິດວິນຍານ ນັ້ນກໍ່ຄື ຈິດວິນຍານຂອງເຂົາໄດ້ຕາຍໄປດົນນານແລ້ວ ແລະ ເຂົາບໍ່ຮູ້ຈັກວ່າມີສະຫວັນ, ບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ບໍ່ສາມາດຮູ້ໄດ້ວ່າເຂົາກຳລັງດີ້ນຮົນໃນເຫວເລິກແຫ່ງຄວາມຕາຍ; ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ເຂົາກຳລັງດຳລົງຊີວິດໃນນະຮົກນີ້ທີ່ຢູ່ເທິງແຜ່ນດິນໂລກ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ຊາກສົບຂອງເຂົາທີ່ເນົ່າເປື່ອຍນີ້ໄດ້ຕົກລົງໄປຢູ່ໃນແດນມໍລະນາແຫ່ງຄວາມຕາຍຜ່ານການທີ່ຊາຕານເຮັດໃຫ້ເສື່ອມຊາມ? ເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ທຸກສິ່ງເທິງແຜ່ນດິນໂລກຖືກທຳລາຍເປັນເວລາດົນນານຈົນເກີນກວ່າທີ່ມະນຸດຈະສາມາດແກ້ໄຂໄດ້? ແລ້ວເຂົາຈະສາມາດຮູ້ຈັກໄດ້ແນວໃດວ່າ ພຣະຜູ້ສ້າງໄດ້ລົງມາເທິງແຜ່ນດິນໂລກໃນມື້ນີ້ ແລະ ກຳລັງຊອກຫາກຸ່ມຄົນເສື່ອມຊາມທີ່ພຣະອົງສາມາດຊ່ວຍໃຫ້ລອດພົ້ນໄດ້? ເຖິງແມ່ນວ່າ ຫຼັງຈາກທີ່ມະນຸດໄດ້ຜະເຊີນກັບການຫຼໍ່ຫຼອມ ແລະ ການພິພາກສາທຸກຢ່າງທີ່ສາມາດເກີດຂຶ້ນໄດ້, ຈິດສຳນຶກທີ່ແຂງກະດ້າງຂອງເຂົາກໍ່ຍັງບໍ່ຕື່ນຂຶ້ນແມ່ນພຽງໜ້ອຍດຽວ ແລະ ບໍ່ມີການຕອບໂຕ້ຫຍັງແມ່ນແຕ່ໜ້ອຍດຽວແທ້ໆ. ມະນຸດຊາດຊ່າງເສື່ອມໂຊມ! ແລ້ວເຖິງແມ່ນວ່າ ການພິພາກສາປະເພດນີ້ເປັນຄືກັບໝາກເຫັບຮ້າຍກາດທີ່ຕົກລົງມາຈາກທ້ອງຟ້າ, ມັນກໍ່ເພື່ອຜົນປະໂຫຍດສຳລັບມະນຸດຫຼາຍທີ່ສຸດ. ຖ້າບໍ່ແມ່ນຍ້ອນການພິພາກສາຄົນແບບນີ້ ມັນກໍ່ຈະບໍ່ມີຜົນຫຍັງຕາມມາ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ຈະຊ່ວຍຜູ້ຄົນໃຫ້ລອດພົ້ນຈາກເຫວເລິກແຫ່ງຄວາມທຸກລຳບາກໄດ້. ຖ້າບໍ່ແມ່ນຍ້ອນພາລະກິດນີ້ ມັນກໍ່ຈະເປັນການຍາກຫຼາຍທີ່ຜູ້ຄົນຈະຫຼຸດພົ້ນຈາກແດນມໍລະນາ, ເພາະຫົວໃຈຂອງພວກເຂົາໄດ້ຕາຍໄປດົນແລ້ວ ແລະ ຈິດວິນຍານຂອງພວກເຂົາກໍ່ຖືກຊາຕານຢຽບຢ່ຳແຕ່ດົນແລ້ວ. ການຊ່ວຍພວກເຈົ້າທີ່ຈົມຢູ່ກັບຄວາມເສື່ອມໂຊມຢ່າງໜັກທີ່ສຸດໃຫ້ລອດພົ້ນແມ່ນຈຳເປັນຕ້ອງມີການເອີ້ນເອົາພວກເຈົ້າຢ່າງແຮງ, ພິພາກສາພວກເຈົ້າຢ່າງໜັກ; ແລ້ວໃນເມື່ອນັ້ນເອງ ມັນຈຶ່ງຈະເປັນໄປໄດ້ທີ່ຈະປຸກຫົວໃຈທີ່ເຢືອກເຢັນຂອງພວກເຈົ້າໃຫ້ຕື່ນຂຶ້ນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງແຕ່ຄົນທີ່ຖືກເຮັດໃຫ້ສົມບູນແລ້ວເທົ່ານັ້ນຈຶ່ງສາມາດດຳລົງຊີວິດທີ່ມີຄວາມໝາຍໄດ້

ພວກເຈົ້າທຸກຄົນດໍາລົງຊີວິດຢູ່ໃນດິນແດນແຫ່ງຄວາມບາບ ແລະ ຄວາມຜິດສິນທໍາ ແລະ ພວກເຈົ້າທຸກຄົນແມ່ນຄົນທີ່ຜິດສິນທໍາ ແລະ ເປັນຄົນບາບ. ໃນປັດຈຸບັນ ພວກເຈົ້າບໍ່ພຽງແຕ່ຈະໄດ້ເຝົ້າເບິ່ງພຣະເຈົ້າ, ແຕ່ສໍາຄັນໄປກວ່ານັ້ນ ພວກເຈົ້າໄດ້ຮັບການຂ້ຽນຕີ ແລະ ການພິພາກສາ, ພວກເຈົ້າໄດ້ຮັບຄວາມລອດພົ້ນຢ່າງເລິກເຊິ່ງແທ້ໆ ນັ້ນໝາຍຄວາມວ່າ ພວກເຈົ້າໄດ້ຮັບຄວາມຮັກທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ໃນທຸກສິ່ງທີ່ພຣະເຈົ້າເຮັດ, ພຣະເຈົ້າຮັກພວກເຈົ້າຢ່າງແທ້ຈິງ. ພຣະອົງບໍ່ໄດ້ມີເຈດຕະນາຮ້າຍ. ມັນເປັນຍ້ອນຄວາມຜິດບາບຂອງພວກເຈົ້າ, ພຣະອົງພິພາກສາພວກເຈົ້າ ເພື່ອວ່າພວກເຈົ້າຈະກວດສອບຕົນເອງ ແລະ ຮັບຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້. ທັງໝົດນີ້ກໍເພື່ອຈຸດປະສົງໃນການເຮັດມະນຸດໃຫ້ສົມບູນ. ຕັ້ງແຕ່ຕົ້ນຈົນຈົບ, ພຣະເຈົ້າໄດ້ກະທໍາຢ່າງສຸດຄວາມສາມາດຂອງພຣະອົງ ເພື່ອຊ່ວຍໃຫ້ມະນຸດລອດພົ້ນ ແລະ ບໍ່ມີຄວາມປາຖະໜາທີ່ຈະທຳລາຍມະນຸດທີ່ພຣະອົງສ້າງຂຶ້ນມາດ້ວຍມືຂອງພຣະອົງຢ່າງສິ້ນເຊີງ. ຕອນນີ້ ພຣະອົງໄດ້ມາຢູ່ທ່າມກາງພວກເຈົ້າເພື່ອປະຕິບັດພາລະກິດ; ນີ້ຍິ່ງບໍ່ແມ່ນຄວາມລອດພົ້ນບໍ? ຖ້າພຣະອົງກຽດຊັງພວກເຈົ້າ, ພຣະອົງຍັງຈະປະຕິບັດພາລະກິດທີ່ສໍາຄັນດັ່ງນັ້ນເພື່ອນໍາພາພວກເຈົ້າດ້ວຍຕົວພຣະອົງເອງບໍ? ເປັນຫຍັງພຣະອົງຈຶ່ງຕ້ອງທົນທຸກແບບນັ້ນ? ພຣະເຈົ້າບໍ່ໄດ້ກຽດຊັງພວກເຈົ້າ ຫຼື ມີເຈດຕະນາຮ້າຍຕໍ່ພວກເຈົ້າ. ພວກເຈົ້າຄວນຮູ້ວ່າ ຄວາມຮັກຂອງພຣະເຈົ້າ ແມ່ນຄວາມຮັກທີ່ແທ້ຈິງທີ່ສຸດ. ມັນເປັນຍ້ອນຜູ້ຄົນບໍ່ເຊື່ອຟັງ ພຣະອົງຈຶ່ງຕ້ອງໄດ້ຊ່ວຍພວກເຂົາໃຫ້ລອດພົ້ນຜ່ານການພິພາກສາ; ຖ້າບໍ່ສະນັ້ນ, ການຊ່ວຍພວກເຂົາໃຫ້ລອດພົ້ນກໍເປັນໄປບໍ່ໄດ້. ຍ້ອນພວກເຈົ້າບໍ່ຮູ້ຈັກວິທີດໍາລົງຊີວິດ ແລະ ເຖິງກັບບໍ່ຮູ້ວິທີການດຳລົງຊີວິດ ແລະ ຍ້ອນພວກເຈົ້າດໍາລົງຊີວິດຢູ່ໃນດິນແດນທີ່ຜິດສິນທໍາ ແລະ ຜິດບາບນີ້ ແລະ ພວກເຈົ້າເອງເປັນຜີຮ້າຍທີ່ຜິດສິນທຳ ແລະ ສົກກະປົກ, ພຣະອົງຈຶ່ງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຊົ່ວຊ້າລົງກວ່າເກົ່າ, ພຣະອົງບໍ່ສາມາດທົນເຫັນພວກເຈົ້າດໍາລົງຊີວິດໃນດິນແດນທີ່ສົກກະປົກນີ້ດັ່ງທີ່ພວກເຈົ້າເຮັດໃນຕອນນີ້, ຖືກຊາຕານຢຽບຢ່ຳຢ່າງຕາມໃຈ ແລະ ພຣະອົງບໍ່ສາມາດທົນປ່ອຍໃຫ້ພວກເຈົ້າຕົກລົງສູ່ດິນແດນມໍລະນາ. ພຣະອົງພຽງແຕ່ຕ້ອງການຮັບເອົາຄົນກຸ່ມນີ້ເທົ່ານັ້ນ ແລະ ຊ່ວຍພວກເຈົ້າໃຫ້ພົ້ນຢ່າງສົມບູນ. ນີ້ແມ່ນຈຸດປະສົງຫຼັກຂອງການປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າ, ມັນພຽງແຕ່ເພື່ອຄວາມລອດພົ້ນ. ຖ້າເຈົ້າບໍ່ສາມາດເຫັນວ່າ ທຸກສິ່ງທີ່ປະຕິບັດໃນຕົວເຈົ້າແມ່ນຄວາມຮັກ ແລະ ຄວາມລອດພົ້ນ, ຖ້າເຈົ້າຄິດວ່າ ມັນເປັນພຽງວິທີການ, ວິທີທໍລະມານມະນຸດ ແລະ ເປັນບາງສິ່ງທີ່ເຊື່ອຖືບໍ່ໄດ້, ແລ້ວເຈົ້າກໍອາດຕ້ອງກັບໄປທີ່ໂລກຂອງເຈົ້າເພື່ອທົນທຸກກັບຄວາມເຈັບປວດ ແລະ ຄວາມລໍາບາກ! ຖ້າເຈົ້າເຕັມໃຈທີ່ຈະຢູ່ໃນກະແສນີ້ ແລະ ເພີດເພີນກັບການພິພາກສານີ້ ແລະ ຄວາມລອດພົ້ນທີ່ຍິ່ງໃຫຍ່ນີ້, ເພີດເພີນກັບພອນທັງໝົດເຫຼົ່ານີ້, ພອນທີ່ບໍ່ສາມາດພົບເຫັນໄດ້ບ່ອນໃດບ່ອນໜຶ່ງຢູ່ໃນໂລກມະນຸດ ແລະ ເພີດເພີນກັບຄວາມຮັກນີ້, ແລ້ວໃຫ້ເຮັດດີໆ: ຢູ່ໃນກະແສນີ້ເພື່ອຍອມຮັບພາລະກິດແຫ່ງການເອົາຊະນະ ເພື່ອວ່າເຈົ້າຈະສາມາດຖືກເຮັດໃຫ້ສົມບູນ. ໃນມື້ນີ້ ເຈົ້າອາດທົນທຸກກັບຄວາມເຈັບປວດເລັກນ້ອຍ ແລະ ການຫຼໍ່ຫຼອມ ຍ້ອນການພິພາກສາຂອງພຣະເຈົ້າ, ແຕ່ມີຄຸນຄ່າ ແລະ ຄວາມໝາຍໃນການທົນທຸກກັບຄວາມເຈັບປວດນີ້. ເຖິງແມ່ນວ່າຜູ້ຄົນຖືກຫຼໍ່ຫຼອມ ແລະ ຖືກເປີດໂປງໂດຍການຂ້ຽນຕີ ແລະ ການພິພາກສາຂອງພຣະເຈົ້າຢ່າງໄຮ້ປານີ, ເປົ້າໝາຍກໍແມ່ນເພື່ອລົງໂທດພວກເຂົາສຳລັບຄວາມຜິດບາບຂອງພວກເຂົາ, ລົງໂທດເນື້ອໜັງຂອງພວກເຂົາ, ບໍ່ມີຫຍັງໃນພາລະກິດນີ້ທີ່ມີເຈດຕະນາປະນາມເນື້ອໜັງໃຫ້ພັງທະລາຍ. ການເປີດເຜີຍຢ່າງໂຫດຮ້າຍຂອງພຣະທໍາແມ່ນພຽງເພື່ອຈຸດປະສົງໃນການນໍາພາເຈົ້າເຂົ້າສູ່ເສັ້ນທາງທີ່ຖືກຕ້ອງ. ພວກເຈົ້າໄດ້ປະສົບກັບພາລະກິດນີ້ດ້ວຍຕົວເອງຢ່າງຫຼວງຫຼາຍ ແລະ ເຫັນໄດ້ຊັດເຈນວ່າ ມັນບໍ່ໄດ້ນໍາພາພວກເຈົ້າເຂົ້າສູ່ເສັ້ນທາງທີ່ຊົ່ວຮ້າຍ! ທັງໝົດນີ້ແມ່ນເພື່ອເຮັດໃຫ້ເຈົ້າສາມາດດໍາລົງຢູ່ດ້ວຍຄວາມເປັນມະນຸດທີ່ປົກກະຕິ ແລະ ທັງໝົດນີ້ແມ່ນສາມາດບັນລຸໄດ້ໂດຍຄວາມເປັນມະນຸດປົກກະຕິຂອງເຈົ້າ. ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າແມ່ນອີງຕາມຄວາມຕ້ອງການຂອງເຈົ້າ, ຕາມຄວາມອ່ອນແອຂອງເຈົ້າ ແລະ ຕາມວຸດທິພາວະແທ້ຈິງຂອງເຈົ້າ ແລະ ບໍ່ມີພາລະທີ່ບໍ່ສາມາດທົນໄດ້ຖືກວາງໃສ່ພວກເຈົ້າ. ສິ່ງນີ້ບໍ່ໄດ້ຊັດເຈນຕໍ່ເຈົ້າໃນປັດຈຸບັນ ແລະ ເຈົ້າຮູ້ສຶກຄືກັບວ່າ ເຮົາເຂັ້ມງວດກັບເຈົ້າ ແລະ ແນ່ນອນ ເຈົ້າເຊື່ອຢູ່ສະເໝີວ່າ ເຫດຜົນທີ່ເຮົາຂ້ຽນຕີ, ພິພາກສາ ແລະ ຕໍານິຕິເຕືອນເຈົ້າທຸກມື້ແມ່ນຍ້ອນເຮົາກຽດຊັງເຈົ້າ. ແຕ່ເຖິງແມ່ນວ່າ ສິ່ງທີ່ເຈົ້າໄດ້ທົນທຸກແມ່ນການຂ້ຽນຕີ ແລະ ການພິພາກສາ, ແຕ່ໃນຄວາມເປັນຈິງແລ້ວ ສິ່ງນີ້ແມ່ນຄວາມຮັກສໍາລັບເຈົ້າ ແລະ ມັນຄືການປົກປ້ອງອັນຍິ່ງໃຫຍ່ທີ່ສຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ພຣະເຈົ້າກາຍມາເປັນເນື້ອໜັງໃນສະຖານທີ່ໆຫຼ້າຫຼັງ ແລະ ສົກກະປົກທີ່ສຸດໃນບັນດາສະຖານທີ່ທັງປວງ ແລະ ດ້ວຍວິທີນີ້ເທົ່ານັ້ນ ພຣະເຈົ້າຈຶ່ງສາມາດສະແດງຢ່າງຊັດເຈນເຖິງອຸປະນິໄສອັນບໍລິສຸດ ແລະ ຊອບທຳທັງໝົດຂອງພຣະອົງ. ແລ້ວອຸປະນິໄສອັນຊອບທຳຂອງພຣະອົງຖືກສະແດງອອກຜ່ານຫຍັງ? ມັນຖືກສະແດງອອກ ເມື່ອພຣະອົງພິພາກສາຄວາມຜິດບາບຂອງມະນຸດ, ເມື່ອພຣະອົງພິພາກສາຊາຕານ, ເມື່ອພຣະອົງກຽດຊັງຄວາມຜິດບາບ ແລະ ເມື່ອພຣະອົງລັງກຽດສັດຕູທີ່ຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ພຣະທຳທີ່ເຮົາກ່າວໃນມື້ນີ້ແມ່ນເພື່ອພິພາກສາຄວາມຜິດບາບຂອງມະນຸດ, ເພື່ອພິພາກສາຄວາມບໍ່ຊອບທຳຂອງມະນຸດ, ເພື່ອສາບແຊ່ງຄວາມບໍ່ເຊື່ອຟັງຂອງມະນຸດ. ຄວາມບໍ່ຊື່ສັດ ແລະ ຄວາມທໍລະຍົດຂອງມະນຸດ, ຄຳເວົ້າ ແລະ ການກະທຳຂອງມະນຸດ, ທຸກສິ່ງທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າຕ້ອງຕົກຢູ່ພາຍໃຕ້ການພິພາກສາ ແລະ ຄວາມບໍ່ເຊື່ອຟັງທັງໝົດຂອງມະນຸດແມ່ນໄດ້ຖືກປະນາມວ່າເປັນຄວາມຜິດບາບ. ພຣະທຳຂອງພຣະອົງກ່ຽວພັນກັບຫຼັກການແຫ່ງການພິພາກສາ; ພຣະອົງໃຊ້ການພິພາກສາແຫ່ງຄວາມບໍ່ຊອບທຳຂອງມະນຸດ, ຄຳສາບແຊ່ງແຫ່ງຄວາມກະບົດຂອງມະນຸດ ແລະ ການເປີດໂປງໃບໜ້າທີ່ຂີ້ຮ້າຍຂອງມະນຸດເພື່ອສະແດງອອກເຖິງອຸປະນິໄສອັນຊອບທຳຂອງພຣະອົງ. ຄວາມບໍລິສຸດເປັນຕົວແທນໃຫ້ແກ່ອຸປະນິໄສອັນຊອບທຳຂອງພຣະອົງ ແລະ ໃນຄວາມເປັນຈິງແລ້ວ ຄວາມບໍລິສຸດຂອງພຣະເຈົ້າຄືອຸປະນິໄສອັນຊອບທຳແທ້ຈິງຂອງພຣະອົງ. ອຸປະນິໄສອັນເສື່ອມຊາມຂອງພວກເຈົ້າແມ່ນບໍລິບົດແຫ່ງພຣະທຳໃນປັດຈຸບັນ, ເຮົາໃຊ້ພວກມັນເພື່ອກ່າວ ແລະ ພິພາກສາ ແລະ ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະ. ສິ່ງນີ້ເທົ່ານັ້ນຄືພາລະກິດທີ່ແທ້ຈິງ ແລະ ສິ່ງນີ້ເທົ່ານັ້ນທີ່ເຮັດໃຫ້ຄວາມບໍລິສຸດຂອງພຣະເຈົ້າແຈ້ງສະຫວ່າງຢ່າງສົມບູນ. ຖ້າບໍ່ມີຮ່ອງຮອຍຂອງອຸປະນິໄສອັນເສື່ອມຊາມໃນຕົວເຈົ້າ, ແລ້ວພຣະເຈົ້າຈະບໍ່ພິພາກສາເຈົ້າ ຫຼື ພຣະອົງຈະບໍ່ສະແດງອຸປະນິໄສອັນຊອບທຳຂອງພຣະອົງຕໍ່ເຈົ້າ. ຍ້ອນເຈົ້າມີອຸປະນິໄສອັນເສື່ອມຊາມ, ພຣະເຈົ້າຈະບໍ່ປ່ອຍເຈົ້າໄປ ແລະ ມັນແມ່ນຜ່ານສິ່ງນີ້ ຄວາມບໍລິສຸດຂອງພຣະອົງຈຶ່ງຖືກສະແດງອອກ. ຖ້າພຣະເຈົ້າເຫັນວ່າ ຄວາມສົກກະປົກ ແລະ ຄວາມກະບົດຂອງມະນຸດມີຫຼາຍເກີນໄປ ແຕ່ພຣະອົງບໍ່ໄດ້ກ່າວ ຫຼື ພິພາກສາເຈົ້າ ຫຼື ບໍ່ໄດ້ຂ້ຽນຕີເຈົ້າ ຍ້ອນຄວາມບໍ່ຊອບທຳຂອງເຈົ້າ, ແລ້ວສິ່ງນີ້ກໍຈະພິສູດວ່າພຣະອົງບໍ່ແມ່ນພຣະເຈົ້າ, ຍ້ອນວ່າພຣະອົງຈະບໍ່ມີຄວາມກຽດຊັງຄວາມຜິດບາບ; ພຣະອົງຈະສົກກະປົກຄືກັບມະນຸດ. ໃນປັດຈຸບັນ, ມັນເປັນຍ້ອນຄວາມສົກກະປົກຂອງເຈົ້າ ເຮົາຈຶ່ງພິພາກສາເຈົ້າ ແລະ ມັນເປັນຍ້ອນຄວາມເສື່ອມຊາມ ແລະ ຄວາມກະບົດຂອງເຈົ້າ ເຮົາຈຶ່ງຂ້ຽນຕີເຈົ້າ. ເຮົາບໍ່ໄດ້ໂອ້ອວດລິດອຳນາດຂອງເຮົາຕໍ່ພວກເຈົ້າ ຫຼື ຕັ້ງໃຈກົດຂີ່ພວກເຈົ້າ; ເຮົາເຮັດສິ່ງເຫຼົ່ານີ້ ກໍຍ້ອນພວກເຈົ້າຜູ້ທີ່ເກີດໃນດິນແດນອັນສົກກະປົກນີ້ ຖືກເຮັດໃຫ້ເປິເປື້ອນດ້ວຍຄວາມສົກກະປົກຢ່າງຮຸນແຮງ. ພວກເຈົ້າໄດ້ສູນເສຍຄວາມຊື່ສັດ ແລະ ຄວາມເປັນມະນຸດຂອງພວກເຈົ້າໄປແລ້ວ ແລະ ພວກເຈົ້າໄດ້ກາຍມາເປັນໝູທີ່ເກີດໃນມຸມທີ່ສົກກະປົກທີ່ສຸດຂອງໂລກ ແລະ ດ້ວຍເຫດນັ້ນ ມັນເປັນຍ້ອນສິ່ງນີ້ ພວກເຈົ້າຈຶ່ງຖືກພິພາກສາ ແລະ ເຮົາຈຶ່ງປ່ອຍຄວາມໂກດຮ້າຍຂອງເຮົາມາເຖິງພວກເຈົ້າ. ມັນເປັນຍ້ອນການພິພາກສານີ້ແທ້ໆ ພວກເຈົ້າຈຶ່ງສາມາດເຫັນວ່າພຣະເຈົ້າເປັນພຣະເຈົ້າທີ່ຊອບທຳ ແລະ ພຣະເຈົ້າເປັນພຣະເຈົ້າທີ່ບໍລິສຸດ; ມັນເປັນຍ້ອນຄວາມບໍລິສຸດຂອງພຣະອົງ ແລະ ຄວາມຊອບທຳຂອງພຣະອົງແທ້ໆ, ພຣະອົງຈຶ່ງພິພາກສາພວກເຈົ້າ ແລະ ປ່ອຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຈົ້າ. ຍ້ອນພຣະອົງສາມາດເປີດເຜີຍອຸປະນິໄສອັນຊອບທຳຂອງພຣະອົງ ເມື່ອພຣະອົງເຫັນຄວາມກະບົດຂອງມະນຸດ ແລະ ຍ້ອນພຣະອົງສາມາດເປີດເຜີຍຄວາມບໍລິສຸດຂອງພຣະອົງ ເມື່ອພຣະອົງເຫັນຄວາມສົກກະປົກຂອງມະນຸດ, ສິ່ງນີ້ກໍພຽງພໍທີ່ຈະສະແດງວ່າ ພຣະອົງເປັນພຣະເຈົ້າເອງ ຜູ້ທີ່ບໍລິສຸດ ແລະ ສົມບູນ ແລະ ຍັງດຳລົງຊີວິດຢູ່ໃນດິນແດນທີ່ສົກກະປົກ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ວິທີທີ່ຜົນຂອງບາດກ້າວທີສອງຂອງພາລະກິດແຫ່ງການເອົາຊະນະຖືກບັນລຸ

ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ແລະ ເຂົາຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນະຊົນ, ສະນັ້ນ ການປາກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ຫຼື ສະແຫວງຫາຫົວໃຈຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສະແຫວງຫາຫົວໃຈຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ເຊື່ອຟັງພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ເຊື່ອຟັງທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບແນວຄິດຂອງມະນຸດ ແລະ ເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ, ການຈັດການ ແລະ ການຕັດຈໍານວນ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງດ້ວຍປາກຂອງເຂົາ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ການເປັນພະຍານແບບຂອງຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍເຫຼືອ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້

ກ່ອນນີ້: 2. ຄວາມໝາຍຂອງພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າ

ຕໍ່ໄປ: 4. ຄວາມໝາຍຂອງພາລະກິດແຫ່ງການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້