2. ຄວາມໝາຍຂອງພາລະກິດແຫ່ງການເອົາຊະນະຂອງພຣະເຈົ້າ

ພຣະທຳທີ່ກ່ຽວຂ້ອງກັບພຣະເຈົ້າ:

ເມື່ອຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ, ມະນຸດຊາດກໍບໍ່ຮູ້ຈັກວ່າມີພຣະເຈົ້າ ແລະ ຢຸດນະມັດສະການພຣະເຈົ້າ. ໃນຕອນເລີ່ມຕົ້ນ, ເມື່ອອາດາມ ແລະ ເອວາຖືກສ້າງ, ສະຫງ່າລາສີ ແລະ ຄຳພະຍານຂອງພຣະເຢໂຮວາກໍປາກົດຢູ່ສະເໝີ. ແຕ່ຫຼັງຈາກທີ່ຖືກເຮັດໃຫ້ເສື່ອມຊາມ, ມະນຸດກໍສູນເສຍສະຫງ່າລາສີ ແລະ ຄຳພະຍານ ຍ້ອນທຸກຄົນກະບົດຕໍ່ພຣະເຈົ້າ ແລະ ເຊົາເຄົາລົບນັບຖືພຣະອົງທັງສິ້ນ. ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນເພື່ອຟື້ນຟູຄຳພະຍານທັງໝົດ ແລະ ສະຫງ່າລາສີທັງໝົດ ແລະ ເພື່ອເຮັດໃຫ້ມະນຸດທຸກຄົນນະມັດສະການພຣະເຈົ້າ, ເພື່ອວ່າຈະມີຄຳພະຍານຢູ່ທ່າມກາງສິ່ງທີ່ຖືກສ້າງ; ນີ້ແມ່ນພາລະກິດທີ່ຈະຖືກປະຕິບັດໃນລະຫວ່າງຂັ້ນຕອນນີ້. ມະນຸດຊາດຈະຖືກເອົາຊະນະແນວໃດກັນແທ້? ໂດຍໃຊ້ພາລະກິດແຫ່ງພຣະທຳໃນຂັ້ນຕອນນີ້ເພື່ອເຮັດໃຫ້ມະນຸດເຊື່ອຢ່າງສົມບູນ; ໂດຍໃຊ້ການເປີດເຜີຍ, ການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຢ່າງໄຮ້ປານີເພື່ອຊັກຈູງເຂົາຢ່າງທີ່ສຸດ; ໂດຍເປີດໂປງຄວາມກະບົດຂອງມະນຸດ ແລະ ພິພາກສາການຕໍ່ຕ້ານຂອງເຂົາ ເພື່ອວ່າເຂົາອາດຮູ້ຈັກຄວາມບໍ່ຊອບທຳ ແລະ ຄວາມສົກກະປົກຂອງມະນຸດຊາດ ແລະ ດ້ວຍເຫດນັ້ນຈຶ່ງໃຊ້ສິ່ງເຫຼົ່ານີ້ເພື່ອເປັນສິ່ງສະແດງໃຫ້ເຫັນເຖິງອຸປະນິໄສອັນຊອບທຳຂອງພຣະເຈົ້າແຈ້ງຂຶ້ນ. ໂດຍສະເພາະຢ່າງຍິ່ງແມ່ນຜ່ານພຣະທຳເຫຼົ່ານີ້ ມະນຸດຈຶ່ງຖືກເອົາຊະນະ ແລະ ຖືກເຮັດໃຫ້ເຊື່ອຢ່າງສົມບູນ. ພຣະທຳແມ່ນວິທີໃນການເອົາຊະນະຂັ້ນສຸດທ້າຍຂອງມະນຸດຊາດ ແລະ ທຸກຄົນທີ່ຍອມຮັບການເອົາຊະນະຂອງພຣະເຈົ້າກໍຕ້ອງຍອມຮັບເອົາການຂ້ຽນຕີ ແລະ ການພິພາກສາແຫ່ງພຣະທຳຂອງພຣະອົງ. ຂະບວນການແຫ່ງການເອົາຊະນະໃນປັດຈຸບັນແມ່ນຂະບວນການແຫ່ງການກ່າວພຣະທຳຢ່າງແນ່ນອນ. ແລ້ວຜູ້ຄົນຄວນຮ່ວມມືແນວໃດ? ໂດຍຮູ້ຈັກວິທີການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ການບັນລຸຄວາມເຂົ້າໃຈກ່ຽວກັບພຣະທຳເຫຼົ່ານີ້. ແຕ່ສຳລັບວິທີທີ່ຜູ້ຄົນຈະຖືກເອົາຊະນະນັ້ນ, ນີ້ບໍ່ແມ່ນສິ່ງທີ່ພວກເຂົາສາມາດເຮັດດ້ວຍຕົນເອງໄດ້. ສິ່ງທີ່ເຈົ້າສາມາດເຮັດໄດ້ກໍມີພຽງແຕ່ການມາຮູ້ຈັກຄວາມເສື່ອມຊາມ ແລະ ຄວາມສົກກະປົກຂອງເຈົ້າ, ຄວາມກະບົດຂອງເຈົ້າ ແລະ ຄວາມບໍ່ຊອບທຳຂອງເຈົ້າ ຜ່ານການກິນ ແລະ ດື່ມພຣະທຳເຫຼົ່ານີ້ ແລະ ລົ້ມລົງຕໍ່ໜ້າພຣະເຈົ້າ. ຫຼັງຈາກທີ່ໄດ້ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຖ້າເຈົ້າສາມາດນໍາຄວາມປະສົງນັ້ນເຂົ້າສູ່ການປະຕິບັດ ແລະ ຖ້າເຈົ້າມີນິມິດ ແລະ ສາມາດຍອມຕໍ່ພຣະທຳເຫຼົ່ານີ້ຢ່າງສົມບູນ ແລະ ບໍ່ຕັດສິນໃຈເລືອກດ້ວຍຕົນເອງ, ແລ້ວເຈົ້າກໍຈະຖືກເອົາຊະນະ ແລະ ມັນກໍເປັນຍ້ອນຜົນຂອງພຣະທຳເຫຼົ່ານີ້. ເປັນຫຍັງມະນຸດຊາດຈຶ່ງສູນເສຍຄຳພະຍານ? ເພາະບໍ່ມີໃຜມີຄວາມເຊື່ອໃນພຣະເຈົ້າ, ເພາະພຣະເຈົ້າບໍ່ມີພື້ນທີ່ໃນຫົວໃຈຂອງຜູ້ຄົນ. ການເອົາຊະນະມະນຸດຊາດແມ່ນການຟື້ນຟູຄວາມເຊື່ອຂອງມະນຸດຊາດ. ຜູ້ຄົນມັກຈະແລ່ນໂດຍບໍ່ຄິດສູ່ໂລກທີ່ທຳມະດາຢູ່ສະເໝີ, ພວກເຂົາບົ່ມຊ້ອນຄວາມຫວັງໄວ້ຫຼາຍເກີນໄປ, ຕ້ອງການສຳລັບອະນາຄົດຂອງພວກເຂົາຫຼາຍເກີນໄປ ແລະ ມີຄວາມຮຽກຮ້ອງຕ້ອງການທີ່ຟຸມເຟືອຍຫຼາຍເກີນໄປ. ພວກເຂົາຄິດເຖິງເນື້ອໜັງຢູ່ສະເໝີ, ວາງແຜນສຳລັບເນື້ອໜັງ ແລະ ບໍ່ສົນໃຈໃນການສະແຫວງຫາຫົນທາງແຫ່ງຄວາມເຊື່ອໃນພຣະເຈົ້າເລີຍ. ຫົວໃຈຂອງພວກເຂົາຖືກຊາຕານຍາດເອົາໄປ, ພວກເຂົາສູນເສຍຄວາມເຄົາລົບນັບຖືຂອງພວກເຂົາສຳລັບພຣະເຈົ້າ ແລະ ພວກເຂົາຕັ້ງຈິດຕັ້ງໃຈໃສ່ຊາຕານ. ແຕ່ມະນຸດຖືກພຣະເຈົ້າສ້າງຂຶ້ນມາ. ສະນັ້ນ ມະນຸດກໍໄດ້ສູນເສຍຄຳພະຍານ ໝາຍຄວາມວ່າເຂົາໄດ້ສູນເສຍສະຫງ່າລາສີຂອງພຣະເຈົ້າ. ເປົ້າໝາຍແຫ່ງການເອົາຊະນະມະນຸດຊາດແມ່ນເພື່ອຮຽກຄືນສະຫງ່າລາສີແຫ່ງຄວາມເຄົາລົບນັບຖືທີ່ມະນຸດມີສຳລັບພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)

ພາລະກິດແຫ່ງການເອົາຊະນະໃນປັດຈຸບັນແມ່ນມີເຈດຕະນາເຮັດໃຫ້ຈຸດຈົບຂອງມະນຸດຈົບລົງດ້ວຍວິທີໃດ. ເປັນຫຍັງມັນຈຶ່ງເວົ້າວ່າການຂ້ຽນຕີ ແລະ ການພິພາກສາໃນປັດຈຸບັນແມ່ນການພິພາກສາຕໍ່ໜ້າບັນລັງສີຂາວທີ່ຍິ່ງໃຫຍ່ຂອງຍຸກສຸດທ້າຍ? ເຈົ້າບໍ່ເຂົ້າໃຈໃນສິ່ງນີ້ບໍ? ເປັນຫຍັງພາລະກິດແຫ່ງການເອົາຊະນະຈຶ່ງເປັນຂັ້ນຕອນສຸດທ້າຍ? ມັນບໍ່ແມ່ນເພື່ອເຮັດໃຫ້ປາກົດແຈ້ງຂຶ້ນວ່າມະນຸດແຕ່ລະຊົນຊັ້ນຈະພົບກັບຈຸດຈົບແບບໃດບໍ? ໃນຊ່ວງເວລາຂອງພາລະກິດແຫ່ງການເອົາຊະນະໂດຍການຂ້ຽນຕີ ແລະ ການພິພາກສາ, ມັນບໍ່ແມ່ນເພື່ອເຮັດໃຫ້ທຸກຄົນສະແດງທາດແທ້ຂອງພວກເຂົາ ແລະ ຫຼັງຈາກນັ້ນຕໍ່ມາກໍຖືກຈັດແບ່ງຕາມປະເພດຂອງພວກເຂົາບໍ? ແທນທີ່ຈະເວົ້າວ່ານີ້ແມ່ນການເອົາຊະນະມະນຸດຊາດ, ມັນອາດດີກວ່າທີ່ຈະເວົ້າວ່າ ສິ່ງນີ້ແມ່ນສະແດງເຖິງວິທີຈົບສິ້ນຂອງແຕ່ລະຊັ້ນຄົນ. ນີ້ແມ່ນກ່ຽວກັບການພິພາກສາຄວາມບາບຂອງຜູ້ຄົນ ແລະ ຫຼັງຈາກນັ້ນກໍເປີດເຜີຍຊົນຊັ້ນຕ່າງໆຂອງຄົນ, ແລ້ວສຸດທ້າຍກໍຕັດສິນວ່າພວກເຂົາຊົ່ວຮ້າຍ ຫຼື ຊອບທຳ. ຫຼັງຈາກພາລະກິດແຫ່ງການເອົາຊະນະ, ກໍມີພາລະກິດແຫ່ງການໃຫ້ລາງວັນຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ. ຜູ້ຄົນທີ່ເຊື່ອຟັງຢ່າງສົມບູນ ໝາຍເຖິງຄົນທີ່ຖືກເອົາຊະນະແທ້ໆ ແມ່ນຈະຖືກວາງໄວ້ໃນບາດກ້າວຕໍ່ໄປຂອງການເຜີຍແຜ່ພາລະກິດຂອງພຣະເຈົ້າຕໍ່ຈັກກະວານທັງປວງ; ຜູ້ທີ່ບໍ່ໄດ້ຖືກເອົາຊະນະກໍຈະຖືກວາງໄວ້ໃນຄວາມມືດມິດ ແລະ ຈະພົບກັບໄພພິບັດ. ສະນັ້ນ ມະນຸດຈຶ່ງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ, ພວກທີ່ເຮັດຊົ່ວກໍຈະຖືກຮວມຢູ່ກັບກຸ່ມຄົນຊົ່ວຮ້າຍ ເຊິ່ງຈະບໍ່ມີແສງຕາເວັນອີກຕໍ່ໄປ ແລະ ພວກທີ່ມີຄວາມຊອບທຳກໍຈະຖືກຮວມຢູ່ກັບກຸ່ມຄົນດີ ເພື່ອຮັບເອົາແສງສະຫວ່າງ ແລະ ດຳລົງຊີວິດຢູ່ໃນແສງສະຫວ່າງຕະຫຼອດໄປ. ຈຸດຈົບສຳລັບທຸກສິ່ງແມ່ນໃກ້ເຂົ້າມາແລ້ວ; ຈຸດຈົບຂອງມະນຸດແມ່ນຖືກສະແດງຢ່າງຊັດເຈນຕໍ່ໜ້າຂອງເຂົາ ແລະ ທຸກສິ່ງຈະຖືກຈັດແບ່ງຕາມປະເພດຂອງເຂົາ. ແລ້ວຜູ້ຄົນຈະສາມາດຫຼົບໜີຈາກຄວາມເຈັບປວດໃນການຈັດແບ່ງແຕ່ລະຄົນຕາມປະເພດໄດ້ແນວໃດ? ຈຸດຈົບຂອງບຸກຄົນທຸກປະເພດຈະຖືກເປີດເຜີຍ ເມື່ອຈຸດຈົບຂອງທຸກສິ່ງໃກ້ມາເຖິງ ແລະ ສິ່ງນີ້ແມ່ນຖືກປະຕິບັດໃນລະຫວ່າງພາລະກິດແຫ່ງການເອົາຊະນະຈັກກະວານທັງປວງ (ລວມເຖິງພາລະກິດແຫ່ງການເອົາຊະນະທັງໝົດ, ເລີ່ມຕົ້ນດ້ວຍພາລະກິດໃນປັດຈຸບັນ). ການເປີດເຜີຍຈຸດຈົບຂອງມະນຸດຊາດທັງປວງແມ່ນຖືກປະຕິບັດຕໍ່ໜ້າບັນລັງແຫ່ງການພິພາກສາ, ໃນລະຫວ່າງການຂ້ຽນຕີ ແລະ ໃນລະຫວ່າງພາລະກິດແຫ່ງການເອົາຊະນະໃນຍຸກສຸດທ້າຍ... ຂັ້ນຕອນສຸດທ້າຍຂອງການເອົາຊະນະໝາຍເຖິງການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການເປີດເຜີຍຈຸດຈົບຂອງພວກເຂົາ. ມັນແມ່ນການເປີດໂປງຄວາມເສື່ອມໂຊມຂອງຜູ້ຄົນຜ່ານການພິພາກສາ, ແລ້ວກໍເຮັດໃຫ້ພວກເຂົາກັບໃຈ, ລຸກຂຶ້ນ ແລະ ສະແຫວງຫາຊີວິດ ແລະ ເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ. ມັນແມ່ນການປຸກຫົວໃຈຂອງຄົນທີ່ດ້ານຊາ ແລະ ໂງ່ຈ້າ ແລະ ສະແດງເຖິງຄວາມກະບົດພາຍໃນພວກເຂົາຜ່ານທາງການພິພາກສາ. ເຖິງຢ່າງໃດກໍຕາມ, ຖ້າຜູ້ຄົນຍັງບໍ່ສາມາດກັບໃຈໄດ້, ຍັງບໍ່ສາມາດສະແຫວງຫາເສັ້ນທາງທີ່ຖືກຕ້ອງຂອງຊີວິດມະນຸດ ແລະ ບໍ່ສາມາດປະຖິ້ມຄວາມເສື່ອມຊາມເຫຼົ່ານີ້, ແລ້ວພວກເຂົາກໍຢູ່ໄກຈາກຄວາມລອດພົ້ນ ແລະ ຈະຖືກກືນກິນໂດຍຊາຕານ. ສິ່ງດັ່ງກ່າວແມ່ນຄວາມໝາຍຂອງການເອົາຊະນະຂອງພຣະເຈົ້າ: ການຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຍັງເປັນການສະແດງເຖິງຈຸດຈົບຂອງພວກເຂົາ. ຈຸດຈົບທີ່ດີ, ຈຸດຈົບທີ່ບໍ່ດີ, ພວກມັນລ້ວນແລ້ວແຕ່ຖືກເປີດເຜີຍໂດຍພາລະກິດແຫ່ງການເອົາຊະນະ. ບໍ່ວ່າຜູ້ຄົນຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກສາບແຊ່ງກໍລ້ວນແລ້ວແຕ່ຖືກເປີດເຜີຍໃນລະຫວ່າງພາລະກິດແຫ່ງການເອົາຊະນະ.

ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື ການຕັດສິນຄວາມບາບຂອງແຕ່ລະຄົນແມ່ນພາລະກິດຂອງຍຸກສຸດທ້າຍ. ບໍ່ດັ່ງນັ້ນ ຜູ້ຄົນຈະຖືກຈັດແບ່ງໄດ້ແນວໃດ? ພາລະກິດແຫ່ງການຈັດແບ່ງປະເພດທີ່ຖືກປະຕິບັດໃນທ່າມກາງພວກເຈົ້າແມ່ນຈຸດເລີ່ມຕົ້ນຂອງພາລະກິດດັ່ງກ່າວໃນຈັກກະວານທັງປວງ. ຫຼັງຈາກນີ້, ຜູ້ຄົນເຫຼົ່ານັ້ນຈາກດິນແດນທັງປວງ ແລະ ທຸກຄົນກໍຍັງຈະຢູ່ພາຍໃຕ້ພາລະກິດແຫ່ງການເອົາຊະນະອີກດ້ວຍ. ນີ້ໝາຍຄວາມວ່າທຸກຄົນທີ່ຢູ່ໃນການເນລະມິດສ້າງຈະຖືກຈັດແບ່ງອອກຕາມປະເພດຂອງເຂົາ ໂດຍຍອມຢູ່ຕໍ່ໜ້າບັນລັງແຫ່ງການພິພາກສາເພື່ອຮັບເອົາການພິພາກສາ. ບໍ່ມີຜູ້ໃດ ແລະ ບໍ່ມີສິ່ງໃດສາມາດຫຼົບໜີການທົນທຸກຈາກການຂ້ຽນຕີ ແລະ ການພິພາກສານີ້ໄດ້ ຫຼື ບໍ່ມີຜູ້ໃດ ຫຼື ສິ່ງໃດທີ່ຈະບໍ່ຖືກຈັດແບ່ງຕາມປະເພດ; ທຸກຄົນຈະຖືກຈັດແບ່ງ ຍ້ອນຈຸດຈົບຂອງທຸກສິ່ງໃກ້ເຂົ້າມາແລ້ວ ແລະ ສະຫວັນ ແລະ ແຜ່ນດິນໂລກທັງປວງໄດ້ໄປເຖິງຈຸດສິ້ນສຸດຂອງມັນແລ້ວ. ມະນຸດຈະສາມາດຫຼົບໜີຍຸກສຸດທ້າຍຂອງການເປັນຢູ່ຂອງມະນຸດໄດ້ແນວໃດ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (1)

ຜົນທີ່ຕັ້ງໃຈເອົາໄວ້ຂອງພາລະກິດແຫ່ງການເອົາຊະນະ ນອກເໜືອສິ່ງອື່ນໃດ ແມ່ນເພື່ອບໍ່ໃຫ້ເນື້ອໜັງຂອງມະນຸດກະບົດອີກຕໍ່ໄປ; ນັ້ນກໍຄື ເພື່ອໃຫ້ຄວາມຄິດຂອງມະນຸດໄດ້ຮັບເອົາຄວາມຮູ້ໃໝ່ກ່ຽວກັບພຣະເຈົ້າ, ເພື່ອໃຫ້ຫົວໃຈຂອງມະນຸດເຊື່ອຟັງພຣະເຈົ້າໂດຍສິ້ນເຊີງ ແລະ ເພື່ອໃຫ້ມະນຸດປາຖະໜາທີ່ຈະເປັນເພື່ອພຣະເຈົ້າ. ຜູ້ຄົນບໍ່ຖືວ່າໄດ້ຖືກເອົາຊະນະ ເມື່ອນິໄສ ຫຼື ເນື້ອໜັງຂອງພວກເຂົາປ່ຽນແປງ; ເມື່ອຄວາມຄິດຂອງມະນຸດ, ສະຕິຂອງມະນຸດ ແລະ ຄວາມຮູ້ສຶກຂອງມະນຸດປ່ຽນແປງ, ເຊິ່ງເວົ້າໄດ້ວ່າ ເມື່ອທ່າທີທາງຈິດໃຈທັງໝົດຂອງເຈົ້າປ່ຽນແປງ, ນັ້ນຈະເປັນເວລາທີ່ເຈົ້າໄດ້ຖືກເອົາຊະນະໂດຍພຣະເຈົ້າ. ເມື່ອເຈົ້າໄດ້ຕັ້ງໃຈທີ່ຈະເຊື່ອຟັງ ແລະ ນໍາໃຊ້ຄວາມຄິດແບບໃໝ່, ເມື່ອເຈົ້າບໍ່ນຳເອົາແນວຄິດ ຫຼື ເຈດຕະນາໃດໆຂອງເຈົ້າເອງເຂົ້າສູ່ພຣະທຳ ແລະ ພາລະກິດຂອງພຣະເຈົ້າອີກຕໍ່ໄປ ແລະ ເມື່ອສະໝອງຂອງເຈົ້າສາມາດຄິດຢ່າງປົກກະຕິ, ນັ້ນໝາຍຄວາມວ່າ ເມື່ອເຈົ້າສາມາດທຸ້ມເທຕົວເຈົ້າເອງໃຫ້ກັບພຣະເຈົ້າດ້ວຍຫົວໃຈທັງໝົດຂອງເຈົ້າ, ແລ້ວເຈົ້າກໍເປັນຄົນປະເພດທີ່ຖືກເອົາຊະນະຢ່າງສົມບູນ. ໃນສາສະໜາ, ຫຼາຍຄົນໄດ້ທົນທຸກຢ່າງຫຼວງຫຼາຍຕະຫຼອດຊີວິດຂອງພວກເຂົາ: ພວກເຂົາເອົາຊະນະຮ່າງກາຍຂອງພວກເຂົາ ແລະ ແບກໄມ້ກາງແຂນຂອງພວກເຂົາ ແລະ ພວກເຂົາເຖິງກັບສືບຕໍ່ທົນທຸກ ແລະ ອົດກັ້ນໃນເວລາທີ່ໃກ້ຈະຕາຍ! ບາງຄົນຍັງອົດອາຫານໃນຕອນເຊົ້າກ່ອນພວກເຂົາຈະຕາຍ. ຕະຫຼອດທັງຊີວິດຂອງພວກເຂົາ, ພວກເຂົາປະຕິເສດອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ດີສໍາລັບຕົວພວກເຂົາເອງ, ພຽງແຕ່ໃສ່ໃຈກັບການທົນທຸກຢ່າງດຽວ. ພວກເຂົາສາມາດເອົາຊະນະຮ່າງກາຍຂອງພວກເຂົາ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ. ວິນຍານແຫ່ງການອົດກັ້ນຕໍ່ການທົນທຸກຂອງພວກເຂົາເປັນຕາຍ້ອງຍໍສັນລະເສີນ. ແຕ່ຄວາມຄິດຂອງພວກເຂົາ, ແນວຄິດຂອງພວກເຂົາ, ທ່າທີທາງຈິດໃຈຂອງພວກເຂົາ ແລະ ແນ່ນອນ ທຳມະຊາດເດີມຂອງພວກເຂົາບໍ່ໄດ້ຖືກຈັດການແມ່ນແຕ່ໜ້ອຍດຽວ. ພວກເຂົາຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບຕົນເອງ. ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນພາບດັ້ງເດີມຂອງພຣະເຈົ້າທີ່ເລື່ອນລອຍ. ຄວາມຕັ້ງໃຈຂອງພວກເຂົາທີ່ຈະທົນທຸກເພື່ອພຣະເຈົ້າມາຈາກຄວາມກະຕືລືລົ້ນຂອງພວກເຂົາ ແລະ ລັກສະນະຂອງຄວາມເປັນມະນຸດທີ່ດີຂອງພວກເຂົາ. ເຖິງແມ່ນພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ເຂົ້າໃຈພຣະອົງ ຫຼື ຮູ້ຈັກເຖິງຄວາມປະສົງຂອງພຣະອົງ. ພວກເຂົາພຽງແຕ່ເຮັດວຽກ ແລະ ທົນທຸກເພື່ອພຣະເຈົ້າແບບຕາບອດ. ພວກເຂົາບໍ່ໄດ້ໃຫ້ຄຸນຄ່າຫຍັງກໍ່ຕາມໃນການແຍກແຍະ, ສົນໃຈແຕ່ໜ້ອຍດຽວກັບວິທີທີ່ຈະຮັບປະກັນວ່າການບໍລິການຂອງພວກເຂົາບັນລຸຕາມຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ ແລະ ແຮງໄກທີ່ພວກເຂົາຈະຮູ້ຈັກເຖິງວິທີທີ່ຈະບັນລຸຄວາມຮູ້ກ່ຽວກັບພຣະເຈົ້າ. ພຣະເຈົ້າທີ່ພວກເຂົາຮັບໃຊ້ບໍ່ແມ່ນພຣະເຈົ້າໃນລັກສະນະທຳມະຊາດຂອງພຣະອົງ, ແຕ່ເປັນພຣະເຈົ້າທີ່ພວກເຂົາຈິນຕະນາການ, ພຣະເຈົ້າທີ່ພວກເຂົາພຽງແຕ່ໄດ້ຍິນ ຫຼື ພວກເຂົາພຽງແຕ່ໄດ້ອ່ານເລື່ອງເລົ່າລືທີ່ຢູ່ໃນບົດຂຽນ. ແລ້ວພວກເຂົາກໍໃຊ້ຈິນຕະນາການທີ່ອຸດົມສົມບູນ ແລະ ຄວາມເຫຼື້ອມໃສໃນສາສະໜາຂອງພວກເຂົາເພື່ອທົນທຸກເພື່ອພຣະເຈົ້າ ແລະ ຮັບເອົາພາລະກິດຂອງພຣະເຈົ້າ. ການຮັບໃຊ້ຂອງພວກເຂົາແມ່ນບໍ່ແນ່ນອນຫຼາຍ ຈົນເຖິງກັບວ່າໃນພາກປະຕິບັດຕົວຈິງແລ້ວ ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ຈະສາມາດຮັບໃຊ້ຄວາມປະສົງຂອງພຣະເຈົ້າໄດ້ຢ່າງແທ້ຈິງ. ບໍ່ວ່າພວກເຂົາຈະທົນທຸກດ້ວຍຄວາມຍິນດີແບບໃດກໍຕາມ, ທັດສະນະເດີມຂອງພວກເຂົາກ່ຽວກັບການຮັບໃຊ້ ແລະ ພາບໃນຄວາມຄິດຂອງພວກເຂົາກ່ຽວກັບພຣະເຈົ້າກໍຍັງບໍ່ໄດ້ປ່ຽນແປງ, ເພາະພວກເຂົາບໍ່ໄດ້ຜະເຊີນກັບການພິພາກສາ, ການຂ້ຽນຕີ, ການຫຼໍ່ຫຼອມ ແລະ ການເຮັດໃຫ້ສົມບູນຂອງພຣະເຈົ້າ ແລະ ບໍ່ມີຜູ້ໃດນໍາພາພວກເຂົາໂດຍໃຊ້ຄວາມຈິງ. ເຖິງແມ່ນພວກເຂົາເຊື່ອໃນພຣະເຢຊູພຣະຜູ້ໄຖ່, ແຕ່ບໍ່ມີຜູ້ໃດໃນບັນດາພວກເຂົາເຄີຍເຫັນພຣະຜູ້ໄຖ່. ພວກເຂົາພຽງແຕ່ຮູ້ຈັກກ່ຽວກັບພຣະອົງຜ່ານທາງເລື່ອງເລົ່າລື ແລະ ຄຳບອກເລົ່າ. ຜົນຕາມມາກໍຄື ການຮັບໃຊ້ຂອງພວກເຂົາກໍພຽງແຕ່ເທົ່າກັບການຮັບໃຊ້ຕາມເວນຕາມກຳໂດຍລັບຕາເທົ່ານັ້ນ, ຄືກັບຄົນຕາບອດຮັບໃຊ້ພໍ່ຂອງເຂົາເອງ. ໃນທີ່ສຸດແລ້ວ ແມ່ນຫຍັງຈະສາມາດຖືກບັນລຸໄດ້ໂດຍການຮັບໃຊ້ດັ່ງກ່າວ? ແລ້ວຜູ້ໃດຈະເຫັນດີໃນການຮັບໃຊ້ນັ້ນ? ຕັ້ງແຕ່ຕົ້ນຈົນຈົບ, ການຮັບໃຊ້ຂອງພວກເຂົາຍັງເໝືອນເດີມໂດຍຕະຫຼອດ; ພວກເຂົາພຽງແຕ່ຮັບເອົາບົດຮຽນທີ່ມະນຸດສ້າງຂຶ້ນ ແລະ ອີງການຮັບໃຊ້ຂອງພວກເຂົາໃສ່ທຳມະຊາດຂອງພວກເຂົາ ແລະ ຄວາມມັກຂອງພວກເຂົາເອງເທົ່ານັ້ນ. ສິ່ງນີ້ຈະສາມາດໃຫ້ລາງວັນຫຍັງໄດ້? ແມ່ນແຕ່ເປໂຕ ຜູ້ທີ່ໄດ້ເຫັນພຣະເຢຊູກໍບໍ່ຮູ້ຈັກວິທີຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າ; ເພິ່ນພຽງແຕ່ຮູ້ຈັກສິ່ງນີ້ໃນເວລາສຸດທ້າຍ, ໃນເວລາທີ່ເພິ່ນເຖົ້າແລ້ວ. ສິ່ງນີ້ບອກຫຍັງກ່ຽວກັບຄົນຕາບອດເຫຼົ່ານັ້ນ ທີ່ບໍ່ໄດ້ຜະເຊີນກັບການຖືກຈັດການ ຫຼື ການຖືກຮານແມ່ນແຕ່ໜ້ອຍດຽວ ແລະ ຄົນທີ່ບໍ່ມີຜູ້ໃດນໍາພາພວກເຂົາ? ການຮັບໃຊ້ຂອງຫຼາຍຄົນທ່າມກາງພວກເຈົ້າໃນປັດຈຸບັນບໍ່ໄດ້ເປັນດັ່ງການຮັບໃຊ້ຂອງຄົນຕາບອດເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ໄດ້ຮັບເອົາການພິພາກສາ, ບໍ່ໄດ້ຮັບເອົາການລິຮານ ແລະ ການຈັດການ ແລະ ຜູ້ທີ່ບໍ່ໄດ້ປ່ຽນແປງ, ພວກເຂົາບໍ່ແມ່ນລ້ວນແຕ່ຖືກເອົາຊະນະຢ່າງບໍ່ຄົບຖ້ວນບໍ? ຜູ້ຄົນເຫຼົ່ານັ້ນມີປະໂຫຍດຫຍັງ? ຖ້າຄວາມຄິດຂອງເຈົ້າ, ຄວາມຮູ້ກ່ຽວກັບຊີວິດຂອງເຈົ້າ ແລະ ຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າບໍ່ໄດ້ສະແດງເຖິງການປ່ຽນແປງໃໝ່ ແລະ ເຈົ້າບໍ່ໄດ້ຮັບເອົາຫຍັງຢ່າງແທ້ຈິງ, ແລ້ວເຈົ້າກໍຈະບໍ່ບັນລຸຫຍັງເປັນພິເສດໃນການຮັບໃຊ້ຂອງເຈົ້າຈັກເທື່ອ! ຫາກປາສະຈາກນິມິດ ແລະ ຄວາມຮູ້ໃໝ່ກ່ຽວກັບພາລະກິດຂອງພຣະເຈົ້າ, ເຈົ້າກໍບໍ່ໄດ້ຖືກເອົາຊະນະ. ແລ້ວວິທີການຕິດຕາມພຣະເຈົ້າຂອງເຈົ້າກໍຈະເປັນຄືກັບຄົນທີ່ທົນທຸກ ແລະ ອົດອາຫານ: ມີຄຸນຄ່າໜ້ອຍດຽວ! ມັນເປັນຍ້ອນວ່າມີຄຳພະຍານເລັກນ້ອຍໃນສິ່ງທີ່ພວກເຂົາເຮັດແທ້ໆ, ເຮົາຈຶ່ງເວົ້າວ່າການຮັບໃຊ້ຂອງພວກເຂົາບໍ່ມີປະໂຫຍດ! ຕະຫຼອດຊີວິດຂອງພວກເຂົາ, ຜູ້ຄົນເຫຼົ່ານັ້ນທົນທຸກ ແລະ ໃຊ້ເວລາໃນຄຸກ; ພວກເຂົາບໍ່ເຄີຍອົດທົນ, ຮັກ ແລະ ພວກເຂົາບໍ່ເຄີຍແບກໄມ້ກາງແຂນ, ພວກເຂົາຖືກໂລກເຍາະເຍີ້ຍ ແລະ ປະຕິເສດ, ພວກເຂົາຜະເຊີນກັບຄວາມລຳບາກທຸກຢ່າງ ແລະ ເຖິງແມ່ນ ພວກເຂົາເຊື່ອຟັງຈົນເຖິງທີ່ສຸດ, ພວກເຂົາກໍຍັງບໍ່ຖືກເອົາຊະນະ ແລະ ບໍ່ສາມາດເປັນພະຍານເຖິງການຖືກເອົາຊະນະ. ພວກເຂົາໄດ້ທົນທຸກຢ່າງໜັກ, ແຕ່ຂ້າງໃນແລ້ວ ພວກເຂົາບໍ່ຮູ້ຈັກພຣະເຈົ້າເລີຍ. ຄວາມຄິດເດີມຂອງພວກເຂົາ, ແນວຄິດເດີມ, ການປະຕິບັດທາງສາສະໜາ, ຄວາມຮູ້ທີ່ມະນຸດສ້າງຂຶ້ນ ແລະ ແນວຄິດຂອງມະນຸດແມ່ນບໍ່ໄດ້ຖືກຈັດການ. ບໍ່ມີແມ່ນແຕ່ຄວາມຮູ້ໃໝ່ເລັກນ້ອຍໃນພວກເຂົາ. ຄວາມຮູ້ຂອງພວກເຂົາກ່ຽວກັບພຣະເຈົ້າແມ່ນບໍ່ຈິງ ຫຼື ຖືກຕ້ອງແມ່ນແຕ່ໜ້ອຍດຽວ. ພວກເຂົາເຂົ້າໃຈຄວາມປະສົງຂອງພຣະເຈົ້າຜິດ. ສິ່ງນີ້ແມ່ນການຮັບໃຊ້ພຣະເຈົ້າບໍ? ບໍ່ວ່າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າເປັນແນວໃດກໍຕາມໃນອະດີດ, ຖ້າມັນຍັງເໝືອນເດີມໃນປັດຈຸບັນ ແລະ ເຈົ້າສືບຕໍ່ອີງຄວາມຮູ້ກ່ຽວກັບພຣະເຈົ້າຂອງເຈົ້າຕາມແນວຄິດ ແລະ ຄວາມຄິດຂອງເຈົ້າເອງ ບໍ່ວ່າພຣະເຈົ້າເຮັດຫຍັງກໍຕາມ, ໝາຍຄວາມວ່າ ຖ້າເຈົ້າບໍ່ມີຄວາມຮູ້ທີ່ໃໝ່ ແລະ ແທ້ຈິງກ່ຽວກັບພຣະເຈົ້າ ແລະ ຖ້າເຈົ້າລົ້ມເຫຼວທີ່ຈະຮູ້ຈັກລັກສະນະ ແລະ ອຸປະນິໄສທີ່ແທ້ຈິງຂອງພຣະເຈົ້າ, ຖ້າຄວາມຮູ້ຂອງເຈົ້າກ່ຽວກັບພຣະເຈົ້າຍັງຖືກນໍາພາໂດຍຄວາມຄິດທີ່ເປັນສັກດີນາ ແລະ ງົມງວາຍ ແລະ ຍັງເກີດຈາກຈິນຕະນາການ ແລະ ແນວຄິດຂອງມະນຸດ, ແລ້ວເຈົ້າກໍບໍ່ໄດ້ຖືກເອົາຊະນະ. ພຣະທຳທັງໝົດທີ່ເຮົາກ່າວແກ່ເຈົ້າໃນຕອນນີ້ກໍ່ເພື່ອໃຫ້ເຈົ້າຮູ້ຈັກ, ເພື່ອໃຫ້ຄວາມຮູ້ນີ້ນໍາພາເຈົ້າໄປສູ່ຄວາມຮູ້ທີ່ໃໝ່ກວ່າ ແລະ ຖືກຕ້ອງ; ພວກມັນຍັງມີເຈດຕະນາເພື່ອກຳຈັດແນວຄິດເດີມ ແລະ ຄວາມຮູ້ເດີມໆໃນເຈົ້າ, ເພື່ອວ່າເຈົ້າອາດມີຄວາມຮູ້ໃໝ່. ຖ້າເຈົ້າກິນ ແລະ ດື່ມພຣະທຳຂອງເຮົາຢ່າງແທ້ຈິງ, ແລ້ວຄວາມຮູ້ຂອງເຈົ້າກໍຈະປ່ຽນແປງຢ່າງຫຼວງຫຼາຍ. ຕາບໃດທີ່ເຈົ້າກິນ ແລະ ດື່ມພຣະທຳຂອງພຣະເຈົ້າດ້ວຍຫົວໃຈແຫ່ງການເຊື່ອຟັງ, ແລ້ວທັດສະນະຂອງເຈົ້າກໍຈະກົງກັນຂ້າມ. ຕາບໃດທີ່ເຈົ້າສາມາດຍອມຮັບເອົາການຂ້ຽນຕີຕະຫຼອດ, ຄວາມຄິດເດີມຂອງເຈົ້າກໍຈະປ່ຽນແປງເທື່ອລະໜ້ອຍ. ຕາບໃດທີ່ຄວາມຄິດເດີມຂອງເຈົ້າຖືກແທນດ້ວຍຄວາມຄິດໃໝ່ທັງໝົດ, ການປະຕິບັດຂອງເຈົ້າກໍຈະປ່ຽນແປງຕາມເຊັ່ນກັນ. ໃນລັກສະນະນີ້, ການຮັບໃຊ້ຂອງເຈົ້າຈະຍິ່ງຖືກເປົ້າໄດ້ຫຼາຍຂຶ້ນເລື້ອຍໆ, ສາມາດບັນລຸຕາມຄວາມປະສົງຂອງພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ຖ້າເຈົ້າສາມາດປ່ຽນແປງຊີວິດຂອງເຈົ້າ, ຄວາມຮູ້ຂອງເຈົ້າກ່ຽວກັບຊີວິດມະນຸດ ແລະ ແນວຄິດຫຼາຍຢ່າງຂອງເຈົ້າກ່ຽວກັບພຣະເຈົ້າ, ແລ້ວທຳມະຊາດຂອງເຈົ້າກໍຈະຫາຍໄປເທື່ອລະໜ້ອຍ. ສິ່ງນີ້ ແລະ ປະມານສິ່ງນີ້ຄືຜົນສະທ້ອນ ເມື່ອພຣະເຈົ້າເອົາຊະນະຜູ້ຄົນ, ມັນຄືການປ່ຽນແປງທີ່ເກີດຂຶ້ນໃນຜູ້ຄົນ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (3)

ພາລະກິດຂອງພຣະເຢໂຮວາແມ່ນການສ້າງແຜ່ນດິນໂລກ, ມັນຄືຈຸດເລີ່ມຕົ້ນ; ພາລະກິດຂັ້ນຕອນນີ້ແມ່ນຈຸດສິ້ນສຸດຂອງພາລະກິດ ແລະ ມັນແມ່ນບົດສະຫຼຸບ. ໃນຕອນເລີ່ມຕົ້ນ, ພາລະກິດຂອງພຣະເຈົ້າຖືກປະຕິບັດທ່າມກາງປະຊາຊົນທີ່ຖືກເລືອກແຫ່ງອິດສະຣາເອນ ແລະ ມັນແມ່ນຈຸດເລີ່ມຕົ້ນຂອງຍຸກໃໝ່ໃນສະຖານທີ່ສັກສິດທີ່ສຸດ. ພາລະກິດຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນບັນດາປະເທດທີ່ບໍ່ບໍລິສຸດທີ່ສຸດ, ເພື່ອພິພາກສາໂລກ ແລະ ນໍາຍຸກດັ່ງກ່າວມາເຖິງຈຸດສິ້ນສຸດ. ໃນຂັ້ນຕອນທຳອິດ, ພາລະກິດຂອງພຣະເຈົ້າຖືກປະຕິບັດໃນສະຖານທີ່ໆສະຫວ່າງທີ່ສຸດ ແລະ ຂັ້ນຕອນສຸດທ້າຍແມ່ນຖືກປະຕິບັດໃນສະຖານທີ່ໆມືດມົນທີ່ສຸດ ແລະ ຄວາມມືດກໍຈະຖືກຂັບໄລ່ອອກໄປ, ແສງສະຫວ່າງກໍ່ສ່ອງເຂົ້າມາ ແລະ ທຸກຄົນກໍຈະຖືກເອົາຊະນະ. ເມື່ອຜູ້ຄົນໃນສະຖານທີ່ໆບໍ່ບໍລິສຸດ ແລະ ມືດມົນທີ່ສຸດໄດ້ຖືກເອົາຊະນະ ແລະ ປະຊາກອນທັງໝົດຮັບຮູ້ວ່າ ມີພຣະເຈົ້າ ເຊິ່ງເປັນພຣະເຈົ້າທີ່ແທ້ຈິງ ແລະ ທຸກຄົນໄດ້ເຊື່ອທັງໝົດ, ແລ້ວຄວາມຈິງນີ້ກໍຈະຖືກໃຊ້ເພື່ອປະຕິບັດພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງ. ພາລະກິດຂັ້ນຕອນນີ້ເປັນສັນຍາລັກ ນັ້ນກໍຄື ເມື່ອພາລະກິດແຫ່ງຍຸກນີ້ສຳເລັດລົງ, ພາລະກິດແຫ່ງການຄຸ້ມຄອງ 6.000 ປີກໍຈະມາເຖິງຈຸດສິ້ນສຸດຢ່າງສົມບູນ. ເມື່ອທຸກຄົນທີ່ຢູ່ໃນສະຖານທີ່ມືດມົນທີ່ສຸດໄດ້ຖືກເອົາຊະນະ, ແນ່ນອນ ມັນກໍຈະເປັນແບບນັ້ນໃນບ່ອນອື່ນໆເຊັ່ນດຽວກັນ. ເມື່ອເປັນແນວນັ້ນ ມີພຽງພາລະກິດແຫ່ງການເອົາຊະນະໃນປະເທດຈີນເທົ່ານັ້ນທີ່ມີຄວາມໝາຍທາງສັນຍາລັກ. ປະເທດຈີນຄືຕົວຢ່າງຂອງອໍານາດແຫ່ງຄວາມມືດທັງປວງ ແລະ ປະຊາຊົນຈີນກໍເປັນຕົວແທນໃຫ້ກັບທຸກຄົນທີ່ເປັນເນື້ອໜັງ, ເປັນຊາຕານ, ເປັນເນື້ອໜັງ ແລະ ເລືອດ. ແມ່ນຄົນຈີນນີ້ເອງທີ່ຖືກມັງກອນແດງໃຫຍ່ເຮັດໃຫ້ເສື່ອມຊາມຫຼາຍທີສຸດ, ຜູ້ເຊິ່ງຕໍ່ຕ້ານພຣະເຈົ້າຢ່າງໜັກໜ່ວງ, ຜູ້ເຊິ່ງມີຄວາມເປັນມະນຸດທີ່ຕ່ຳຕ້ອຍ ແລະ ບໍ່ບໍລິສຸດ ແລະ ສະນັ້ນ ພວກເຂົາຈຶ່ງເປັນແມ່ພິມຂອງບັນດາມະນຸດຊາດທີ່ເສື່ອມຊາມ. ນີ້ບໍ່ໄດ້ເວົ້າວ່າ ປະເທດອື່ນບໍ່ມີບັນຫາຫຍັງເລີຍ; ແນວຄິດຂອງມະນຸດກໍຄືກັນໝົດ ແລະ ເຖິງແມ່ນວ່າ ປະຊາຊົນໃນປະເທດເຫຼົ່ານີ້ອາດມີຄວາມສາມາດສູງ, ຖ້າພວກເຂົາບໍ່ຮູ້ຈັກພຣະເຈົ້າ, ແລ້ວມັນກໍໝາຍຄວາມວ່າ ພວກເຂົາຕໍ່ຕ້ານພຣະເຈົ້າ. ເປັນຫຍັງຊາວຢິວຈຶ່ງຕໍ່ຕ້ານ ແລະ ທ້າທາຍພຣະເຈົ້າເຊັ່ນກັນ? ເປັນຫຍັງພວກຟາຣີຊາຍຈຶ່ງຕໍ່ຕ້ານພຣະອົງເຊັ່ນກັນ? ເປັນຫຍັງຢູດາຈຶ່ງທໍລະຍົດພຣະເຢຊູ? ໃນເວລານັ້ນ, ສາວົກຫຼາຍຄົນບໍ່ໄດ້ຮູ້ຈັກພຣະເຢຊູ. ເປັນຫຍັງຫຼັງຈາກທີ່ພຣະເຢຊູຖືກຄຶງໃສ່ໄມ້ກາງແຂນ ແລະ ຟື້ນຄືນມາອີກ ຜູ້ຄົນກໍຍັງບໍ່ເຊື່ອໃນພຣະອົງ? ຄວາມບໍ່ເຊື່ອຟັງຂອງມະນຸດບໍ່ຄືກັນໝົດເລີຍບໍ? ພຽງແຕ່ວ່າ ປະຊາຊົນຈີນຖືກລົງໂທດໃຫ້ເປັນແບບຢ່າງ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍເປັນແບບຢ່າງ ແລະ ຕົວຢ່າງ ແລະ ຈະເຮັດໜ້າທີ່ເປັນບ່ອນອ້າງອີງໃຫ້ກັບຄົນອື່ນໆ. ເປັນຫຍັງເຮົາຈຶ່ງເວົ້າຢູ່ສະເໝີວ່າ ພວກເຈົ້າເປັນສ່ວນປະກອບໃຫ້ກັບແຜນການຄຸ້ມຄອງຂອງເຮົາບໍ? ມັນແມ່ນຢູ່ໃນປະຊາຊົນຈີນນີ້ເອງທີ່ການເສື່ອມຊາມ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ການຕໍ່ຕ້ານ ແລະ ຄວາມກະບົດຖືກສະແດງອອກຢ່າງຄົບຖ້ວນ ແລະ ຖືກເປີດເຜີຍໃນຮູບແບບຕ່າງໆນາໆ. ໃນດ້ານໜຶ່ງ ພວກເຂົາມີຄວາມສາມາດໜ້ອຍ ແລະ ໃນອີກດ້ານໜຶ່ງ, ຊີວິດ ແລະ ແນວຄວາມຄິດຂອງພວກເຂົາກໍຫຼ້າຫຼັງ ແລະ ນິໄສ, ສະພາບແວດລ້ອມທາງສັງຄົມ ແລະ ຄອບຄົວທີ່ໃຫ້ກຳເນີດພວກເຂົາ, ທຸກສິ່ງນັ້ນແມ່ນບໍ່ດີ ແລະ ຫຼ້າຫຼັງທີ່ສຸດ. ສະຖານະຂອງພວກເຂົາກໍຕໍ່າຕ້ອຍເຊັ່ນດຽວກັນ. ພາລະກິດໃນສະຖານທີ່ແຫ່ງນີ້ເປັນສັນຍາລັກ ແລະ ຫຼັງຈາກທີ່ພາລະກິດທົດສອບນີ້ຖືກປະຕິບັດຢ່າງຄົບຖ້ວນ, ພາລະກິດຂອງພຣະອົງທີ່ເກີດຂຶ້ນພາຍຫຼັງກໍຈະງ່າຍກວ່າ. ຖ້າບາດກ້າວນີ້ຂອງພາລະກິດສາມາດເຮັດສຳເລັດໄດ້ ແລ້ວພາລະກິດຕໍ່ມາກໍຈະດຳເນີນໄປຢ່າງແນ່ນອນ. ເມື່ອບາດກ້າວນີ້ຂອງພາລະກິດຖືກເຮັດໃຫ້ສຳເລັດລົງ, ຄວາມສຳເລັດທີ່ຍິ່ງໃຫຍ່ກໍຈະຖືກບັນລຸຢ່າງສົມບູນ ແລະ ພາລະກິດແຫ່ງການເອົາຊະນະທົ່ວຈັກກະວານທັງປວງກໍຈະສິ້ນສຸດລົງຢ່າງສົມບູນ. ຄວາມຈິງແລ້ວ ເມື່ອພາລະກິດທ່າມກາງພວກເຈົ້າປະສົບຜົນສຳເລັດ, ສິ່ງນີ້ກໍເທົ່າກັບຄວາມສຳເລັດທົ່ວຈັກກະວານແລ້ວ. ນີ້ຄືຄວາມໝາຍທີ່ວ່າ ເປັນຫຍັງເຮົາຈຶ່ງໃຫ້ພວກເຈົ້າເຮັດໜ້າທີ່ເປັນແບບຢ່າງ ແລະ ຕົວຢ່າງ. ຄວາມກະບົດ, ການຕໍ່ຕ້ານ, ຄວາມບໍ່ບໍລິສຸດ, ຄວາມບໍ່ຊອບທຳ, ທຸກສິ່ງແມ່ນພົບເຫັນໄດ້ໃນຜູ້ຄົນເຫຼົ່ານີ້ ແລະ ຄວາມກະບົດທັງໝົດຂອງມະນຸດຊາດກໍຖືກສະແດງອອກໃນຕົວຂອງພວກເຂົາ. ພວກເຂົາຊ່າງໜ້າປະທັບໃຈແທ້ໆ. ສະນັ້ນ ພວກເຂົາຈຶ່ງຖືກຍົກຂຶ້ນໃຫ້ເປັນຕົວຢ່າງທີ່ດີທີ່ສຸດຂອງການເອົາຊະນະ ແລະ ເມື່ອພວກເຂົາຖືກເອົາຊະນະ ພວກເຂົາກໍຈະກາຍມາເປັນຕົວຢ່າງ ແລະ ແບບຢ່າງໃຫ້ກັບຄົນອື່ນໆໂດຍທຳມະຊາດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ນິມິດແຫ່ງພາລະກິດຂອງພຣະເຈົ້າ (2)

ມະນຸດບໍ່ສົນໃຈໃນສິ່ງໃດນອກຈາກຈຸດຈົບໃນອະນາຄົດ, ຈຸດໝາຍປາຍທາງສຸດທ້າຍ ແລະ ບໍ່ວ່າຈະມີສິ່ງດີໆໃຫ້ຄາດຫວັງ ຫຼື ບໍ່. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນລະຫວ່າງພາລະກິດແຫ່ງການເອົາຊະນະ ແລະ ຖ້າກ່ອນໜ້າການເອົາຊະນະມະນຸດ, ເຂົາໄດ້ຮັບຈຸດໝາຍປາຍທາງທີ່ເໝາະສົມໃຫ້ສະແຫວງຫາ ແລ້ວການເອົາຊະນະມະນຸດຈະບໍ່ແມ່ນແຕ່ບັນລຸຜົນຂອງມັນເທົ່ານັ້ນ, ແຕ່ຜົນໄດ້ຮັບຂອງພາລະກິດແຫ່ງການເອົາຊະນະກໍຍັງຈະໄດ້ຮັບອິດທິພົນອີກດ້ວຍ. ນັ້ນໝາຍຄວາມວ່າ ພາລະກິດແຫ່ງການເອົາຊະນະບັນລຸຜົນຂອງມັນໂດຍການເອົາໂຊກຊະຕາອອກໄປ ແລະ ຄວາມຄາດຫວັງຂອງມະນຸດ ແລະ ການພິພາກສາ ແລະ ການຂ້ຽນຕີອຸປະນິໄສທີ່ກະບົດຂອງມະນຸດ. ມັນບໍ່ໄດ້ບັນລຸໂດຍການເຮັດຂໍ້ສັນຍາກັບມະນຸດ ນັ້ນກໍຄື ໂດຍການມອບພອນ ແລະ ພຣະຄຸນໃຫ້ກັບມະນຸດ ແຕ່ກົງກັນຂ້າມແມ່ນໂດຍການເປີດເຜີຍຄວາມຊື່ສັດຂອງມະນຸດຜ່ານການຍຶດເອົາ “ອິດສະຫຼະພາບ” ຂອງເຂົາ ແລະ ທຳລາຍລ້າງຄວາມຄາດຫວັງຂອງເຂົາ. ນີ້ຄືແກ່ນແທ້ຂອງພາລະກິດແຫ່ງການເອົາຊະນະ. ຖ້າມະນຸດໄດ້ຮັບຄວາມຫວັງທີ່ສວຍງາມໃນຕອນເລີ່ມຕົ້ນ ແລະ ພາລະກິດແຫ່ງການຂ້ຽນຕີ ແລະ ການພິພາກສາຖືກເຮັດໃຫ້ສຳເລັດໃນພາຍຫຼັງ ແລ້ວມະນຸດກໍຈະຍອມຮັບການຂ້ຽນຕີ ແລະ ການພິພາກສານີ້ບົນພື້ນຖານທີ່ເຂົາຄາດຫວັງ ແລະ ໃນທີ່ສຸດ ຄວາມເຊື່ອຟັງທີ່ບໍ່ມີເງື່ອນໄຂ ແລະ ການນະມັດສະການພຣະຜູ້ສ້າງໂດຍສິ່ງຖືກສ້າງທັງປວງຂອງພຣະອົງກໍຈະບໍ່ຖືກບັນລຸ; ຈະມີພຽງແຕ່ການເຊື່ອຟັງທີ່ລັບຫູລັບຕາ ແລະ ຂາດຄວາມເຂົ້າໃຈ ຫຼື ຖ້າບໍ່ດັ່ງນັ້ນ ມະນຸດກໍຈະຮຽກຮ້ອງຈາກພຣະເຈົ້າຢ່າງຕາບອດ ແລະ ມັນກໍເປັນໄປບໍ່ໄດ້ທີ່ຈະເອົາຊະນະຫົວໃຈຂອງມະນຸດຢ່າງສົມບູນ. ດັ່ງນັ້ນ ມັນຈຶ່ງເປັນໄປບໍ່ໄດ້ທີ່ພາລະກິດແຫ່ງການເອົາຊະນະດັ່ງກ່າວຈະບໍ່ສາມາດຮັບເອົາມະນຸດໄດ້ ຫຼື ຍິ່ງໄປກວ່ານັ້ນກໍເປັນພະຍານໃຫ້ກັບພຣະເຈົ້າໄດ້. ສິ່ງຖືກສ້າງດັ່ງກ່າວຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາ ແລະ ຈະພຽງແຕ່ຕໍ່ລອງກັບພຣະເຈົ້າ; ສິ່ງນີ້ຈະບໍ່ແມ່ນການເອົາຊະນະ ແຕ່ເປັນຄວາມເມດຕາ ແລະ ພອນ. ບັນຫາໃຫຍ່ທີ່ສຸດກັບມະນຸດຄື ເຂົາບໍ່ຄິດເຖິງສິ່ງອື່ນນອກຈາກໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ ແລະ ບູຊາສິ່ງເຫຼົ່ານີ້. ມະນຸດສະແຫວງຫາພຣະເຈົ້າເພື່ອຜົນປະໂຫຍດແຫ່ງໂຊກຊະຕາ ແລະ ຄວາມຄາດຫວັງຂອງເຂົາ; ເຂົາບໍ່ໄດ້ນະມັດສະການພຣະເຈົ້າ ຍ້ອນຄວາມຮັກຂອງເຂົາສຳລັບພຣະອົງ. ແລ້ວດ້ວຍເຫດນັ້ນ ໃນການເອົາຊະນະມະນຸດ, ຄວາມເຫັນແກ່ຕົວຂອງມະນຸດ, ຄວາມໂລບມາກ ແລະ ທຸກສິ່ງທີ່ເປັນອຸປະສັກຕໍ່ການທີ່ເຂົານະມັດສະການພຣະເຈົ້າແມ່ນຕ້ອງຖືກຈັດການ ແລະ ກຳຈັດທັງໝົດ. ດ້ວຍການເຮັດແບບນັ້ນ ຜົນແຫ່ງການເອົາຊະນະຂອງມະນຸດຈຶ່ງຈະຖືກບັນລຸ. ຜົນຕາມມາກໍຄື ໃນຂັ້ນຕອນທຳອິດຂອງການເອົາຊະນະມະນຸດ ມັນຈຶ່ງຈຳເປັນຕ້ອງລົບລ້າງຄວາມທະເຍີທະຍານທີ່ບ້າປ່ວງ ແລະ ຄວາມອ່ອນແອທີ່ຮ້າຍແຮງສຸດຂອງມະນຸດ ແລະ ຜ່ານສິ່ງນີ້ຈຶ່ງຈະເປີດເຜີຍຄວາມຮັກພຣະເຈົ້າຂອງມະນຸດ ແລະ ປ່ຽນແປງຄວາມຮູ້ຂອງເຂົາທີ່ກ່ຽວກັບຊີວິດຂອງມະນຸດ, ມຸມມອງຂອງເຂົາກ່ຽວກັບພຣະເຈົ້າ ແລະ ຄວາມໝາຍຂອງການມີຊີວິດຢູ່ຂອງເຂົາ. ດ້ວຍວິທີນີ້ ຄວາມຮັກພຣະເຈົ້າຂອງມະນຸດຈຶ່ງຖືກຊໍາລະລ້າງ ເຊິ່ງໝາຍຄວາມວ່າ ຫົວໃຈຂອງມະນຸດຖືກເອົາຊະນະ. ແຕ່ໃນທ່າທີຂອງພຣະເຈົ້າທີ່ມີຕໍ່ສິ່ງຖືກສ້າງທັງໝົດແລ້ວ ພຣະອົງບໍ່ໄດ້ເອົາຊະນະພຽງແຕ່ຍ້ອນຜົນປະໂຫຍດແຫ່ງການເອົາຊະນະ; ກົງກັນຂ້າມ ພຣະອົງເອົາຊະນະເພື່ອຮັບເອົາມະນຸດ, ເພື່ອຜົນປະໂຫຍດແຫ່ງສະຫງ່າລາສີຂອງພຣະອົງເອງ ແລະ ເພື່ອຟື້ນຟູລັກສະນະດັ່ງເດີມໃນຊ່ວງທຳອິດຂອງມະນຸດ. ຖ້າພຣະອົງຕ້ອງເອົາຊະນະພຽງແຕ່ເພື່ອຜົນປະໂຫຍດແຫ່ງການເອົາຊະນະເທົ່ານັ້ນ ແລ້ວຄວາມໝາຍຂອງພາລະກິດແຫ່ງການເອົາຊະນະກໍຈະສູນເສຍໄປ. ນັ້ນໝາຍຄວາມວ່າ ຖ້າຫຼັງຈາກເອົາຊະນະມະນຸດແລ້ວ ພຣະເຈົ້າລ້າງມືຂອງພຣະອົງຈາກມະນຸດ ແລະ ບໍ່ສົນໃຈຕໍ່ຊີວິດ ຫຼື ຄວາມຕາຍຂອງມະນຸດ ແລ້ວສິ່ງນີ້ກໍບໍ່ແມ່ນການຄຸ້ມຄອງມະນຸດຊາດ ຫຼື ການເອົາຊະນະມະນຸດກໍຈະບໍ່ແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນ. ມີພຽງແຕ່ການຮັບເອົາມະນຸດຫຼັງຈາກທີ່ເອົາຊະນະເຂົາ ແລະ ການທີ່ເຂົາມາເຖິງຈຸດໝາຍປາຍທາງທີ່ມະຫັດສະຈັນໃນທີ່ສຸດເທົ່ານັ້ນ ຈຶ່ງຢູ່ໃນຫົວໃຈຂອງພາລະກິດແຫ່ງຄວາມລອດພົ້ນທັງໝົດ ແລະ ດ້ວຍວິທີນີ້ເທົ່ານັ້ນຈຶ່ງຈະສາມາດບັນລຸຕາມເປົ້າໝາຍແຫ່ງຄວາມລອດພົ້ນຂອງມະນຸດໄດ້. ເວົ້າອີກຢ່າງໜຶ່ງກໍຄື ມີພຽງແຕ່ການມາເຖິງຈຸດໝາຍປາຍທາງທີ່ສວຍງາມຂອງມະນຸດ ແລະ ການທີ່ເຂົາເຂົ້າສູ່ການພັກຜ່ອນເທົ່ານັ້ນທີ່ເປັນຄວາມຄາດຫວັງທີ່ສິ່ງຖືກສ້າງທັງໝົດຄວນມີ ແລະ ເປັນພາລະກິດທີ່ພຣະຜູ້ສ້າງຄວນເຮັດໃຫ້ສຳເລັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ໃນໄລຍະຍຸກສຸດທ້າຍ ເຊິ່ງມະນຸດຈະຖືກເອົາຊະນະ ແມ່ນຍຸກສຸດທ້າຍຂອງການຕໍ່ສູ້ກັບຊາຕານ ແລະ ມັນກໍຍັງເປັນພາລະກິດຊ່ວຍໃຫ້ມະນຸດລອດພົ້ນອອກຈາກອິດທິພົນຂອງຊາຕານ. ຄວາມໝາຍແທ້ຈິງຂອງການເອົາຊະນະມະນຸດແມ່ນການສົ່ງມະນຸດໃນຮູບຮ່າງຊາຕານຄືນ, ນັ້ນກໍຄື ມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມແມ່ນໄດ້ຖືກສົ່ງຄືນໃຫ້ກັບພຣະຜູ້ສ້າງ ຫຼັງຈາກທີ່ມະນຸດຖືກເອົາຊະນະ ໂດຍຜ່ານການປະຖິ້ມຊາຕານ ແລ້ວກັບຄືນສູ່ພຣະເຈົ້າຢ່າງສົມບູນ. ດ້ວຍວິທີນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ດັ່ງນັ້ນ, ພາລະກິດແຫ່ງການເອົາຊະນະແມ່ນພາລະກິດສຸດທ້າຍໃນການຕໍ່ສູ້ກັບຊາຕານ ແລະ ເປັນຍຸກສຸດທ້າຍຂອງພາລະກິດຄຸ້ມຄອງຂອງພຣະເຈົ້າເພື່ອເອົາຊະນະຊາຕານ. ຖ້າບໍ່ມີພາລະກິດນີ້, ຄວາມລອດພົ້ນຂອງມະນຸດຢ່າງຄົບຖ້ວນຈະບໍ່ມີທາງເປັນໄປໄດ້, ການເອົາຊະນະຊາຕານຢ່າງສົມບູນກໍຈະເປັນໄປບໍ່ໄດ້ ແລະ ມະນຸດຊາດຈະບໍ່ສາມາດເຂົ້າໄປສູ່ຈຸດໝາຍປາຍທາງອັນມະຫັດສະຈັນນັ້ນໄດ້ ຫຼື ຫຼຸດພົ້ນຈາກອິດທິພົນຂອງຊາຕານໄດ້. ດັ່ງນັ້ນ ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດບໍ່ສາມາດສິ້ນສຸດໄດ້ກ່ອນສົງຄາມກັບຊາຕານຈະສິ້ນສຸດລົງ ຍ້ອນຫົວໃຈຫຼັກຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຂອງມະນຸດຊາດ. ມະນຸດຊາດໃນຊ່ວງທຳອິດແມ່ນຢູ່ໃນມືຂອງພຣະເຈົ້າ ແຕ່ຍ້ອນການລໍ້ລວງ ແລະ ຄວາມເສື່ອມຊາມຂອງຊາຕານ ມະນຸດຈຶ່ງຖືກຜູກມັດໂດຍຊາຕານ ແລະ ຕົກໄປຢູ່ໃນມືຂອງສິ່ງທີ່ຊົ່ວຮ້າຍ. ດ້ວຍເຫດນັ້ນ ຊາຕານຈຶ່ງກາຍເປັນຈຸດມຸ່ງໝາຍທີ່ພ່າຍແພ້ໃນພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ຍ້ອນຊາຕານຄອບຄອງມະນຸດ ແລະ ຍ້ອນມະນຸດເປັນຕົ້ນຕໍຂອງການຄຸ້ມຄອງຂອງພຣະເຈົ້າທັງໝົດ, ຖ້າມະນຸດຕ້ອງໄດ້ຮັບການຊ່ວຍເຫຼືອ ແລ້ວເຂົາກໍຕ້ອງຖືກຍາດຄືນຈາກມືຂອງຊາຕານ ເຊິ່ງເວົ້າໄດ້ວ່າ ຕ້ອງມີການພາມະນຸດກັບຄືນຫຼັງຈາກທີ່ຖືກຊາຕານຈັບເປັນຊະເລີຍ. ດັ່ງນັ້ນ ຊາຕານຕ້ອງຖືກເອົາຊະນະໂດຍຜ່ານການປ່ຽນແປງອຸປະນິໄສທີ່ເກົ່າແກ່ຂອງມະນຸດ ນັ້ນກໍຄືການປ່ຽນແປງທີ່ຟື້ນຟູສະຕິເດີມຂອງມະນຸດ. ດ້ວຍວິທີນີ້ ມະນຸດຜູ້ເຊິ່ງຖືກຈັບເປັນຊະເລີຍກໍສາມາດຖືກຍາດຄືນຈາກມືຂອງຊາຕານ. ຖ້າມະນຸດເປັນອິດສະຫຼະຈາກອິດທິພົນ ແລະ ການເປັນທາດຂອງຊາຕານ, ຊາຕານຈະອັບອາຍ, ມະນຸດຈະຖືກພາກັບຄືນໃນທີ່ສຸດ ແລະ ຊາຕານຈະພ່າຍແພ້. ຍ້ອນມະນຸດໄດ້ເປັນອິດສະຫຼະຈາກອິດທິພົນດ້ານມືດຂອງຊາຕານ ມະນຸດຈຶ່ງກາຍມາເປັນສິ່ງທີ່ຍາດເອົາມາຈາກສົງຄາມທັງໝົດນີ້ ແລະ ຊາຕານກໍຈະກາຍມາເປັນຈຸດມຸ່ງໝາຍທີ່ຈະຖືກລົງໂທດຫຼັງຈາກທີ່ສົງຄາມນີ້ສິ້ນສຸດລົງ ເຊິ່ງເປັນເວລາຫຼັງຈາກທີ່ພາລະກິດແຫ່ງຄວາມລອດພົ້ນຂອງມະນຸດຊາດທັງໝົດຖືກເຮັດໃຫ້ສຳເລັດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຟື້ນຟູຊີວິດປົກກະຕິຂອງມະນຸດ ແລະ ການນໍາພາເຂົາໄປສູ່ປາຍທາງທີ່ມະຫັດສະຈັນ

ພາລະກິດແຫ່ງການເອົາຊະນະທີ່ຖືກເຮັດໃນຕົວພວກເຈົ້າທຸກຄົນແມ່ນສິ່ງທີ່ສໍາຄັນທີ່ສຸດ ໃນດ້ານໜຶ່ງ, ຈຸດປະສົງຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ກຸ່ມຄົນມີຄວາມສົມບູນ ນັ້ນໝາຍຄວາມວ່າ ເພື່ອເຮັດໃຫ້ພວກເຂົາສົມບູນ, ເພື່ອວ່າພວກເຂົາອາດກາຍມາເປັນກຸ່ມຂອງຜູ້ຖືກເອົາຊະນະ, ເປັນກຸ່ມຄົນທໍາອິດທີ່ຖືກເຮັດໃຫ້ສົມບູນ ເຊິ່ງໝາຍເຖິງເປັນໝາກຜົນທໍາອິດ. ສ່ວນອີກດ້ານໜຶ່ງ, ມັນແມ່ນເພື່ອໃຫ້ສິ່ງຖືກສ້າງມີຄວາມສຸກກັບຄວາມຮັກຂອງພຣະເຈົ້າ, ໄດ້ຮັບຄວາມລອດພົ້ນຢ່າງສົມບູນ ແລະ ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ, ໃຫ້ມະນຸດບໍ່ພຽງແຕ່ມີຄວາມສຸກກັບຄວາມກະລຸນາ ແລະ ຄວາມຮັກເມດຕາເທົ່ານັ້ນ, ແຕ່ທີ່ສໍາຄັນກວ່ານັ້ນແມ່ນການຂ້ຽນຕີ ແລະ ການພິພາກສາ. ຈາກການຊົງສ້າງໂລກຈົນຮອດປັດຈຸບັນ, ທຸກສິ່ງທີ່ພຣະເຈົ້າໄດ້ກະທໍາໃນພາລະກິດຂອງພຣະອົງແມ່ນຄວາມຮັກ ໂດຍບໍ່ມີຄວາມກຽດຊັງແກ່ມະນຸດ. ແມ່ນແຕ່ການຂ້ຽນຕີ ແລະ ການພິພາກສາທີ່ເຈົ້າໄດ້ເຫັນກໍຍັງແມ່ນຄວາມຮັກ, ຄວາມຮັກທີ່ເປັນຈິງຍິ່ງຂຶ້ນ ແລະ ແທ້ຈິງຍິ່ງຂຶ້ນ, ຄວາມຮັກທີ່ນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງໃນຊີວິດມະນຸດ. ໃນອີກດ້ານໜຶ່ງ, ມັນແມ່ນເພື່ອເປັນພະຍານຕໍ່ໜ້າຊາຕານ. ແລ້ວໃນອີກດ້ານໜຶ່ງອີກ, ມັນແມ່ນເພື່ອວາງຮາກຖານສໍາລັບການເຜີຍແຜ່ພາລະກິດແຫ່ງຂ່າວປະເສີດໃນອະນາຄົດ. ພາລະກິດທັງໝົດທີ່ພຣະອົງໄດ້ກະທໍາແມ່ນເພື່ອຈຸດປະສົງຂອງການນໍາພາຜູ້ຄົນໄປສູ່ເສັ້ນທາງທີ່ຖືກຕ້ອງແຫ່ງຊີວິດມະນຸດ ເພື່ອວ່າພວກເຂົາອາດຈະມີຊີວິດດັ່ງມະນຸດທີ່ປົກກະຕິ, ຍ້ອນຜູ້ຄົນບໍ່ເຂົ້າໃຈວິທີການດໍາລົງຊີວິດ ແລະ ຫາກປາສະຈາກການນໍາພານີ້, ເຈົ້າຈະສາມາດດໍາລົງຊີວິດຢ່າງວ່າງເປົ່າເທົ່ານັ້ນ; ຊີວິດຂອງເຈົ້າປາສະຈາກຄຸນຄ່າ ຫຼື ຄວາມໝາຍ ແລະ ເຈົ້າຈະບໍ່ສາມາດເປັນຄົນທໍາມະດາຢ່າງສິ້ນເຊີງ. ນີ້ແມ່ນຄວາມສໍາຄັນທີ່ເລິກເຊິ່ງທີ່ສຸດຂອງພາລະກິດແຫ່ງການເອົາຊະນະມະນຸດ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ເບື້ອງຫຼັງແທ້ຈິງຂອງພາລະກິດແຫ່ງການເອົາຊະນະ (4)

ກ່ອນນີ້: 1. ຄວາມໝາຍຂອງພາລະກິດແຫ່ງພຣະທຳຂອງພຣະເຈົ້າ

ຕໍ່ໄປ: 3. ຄວາມໝາຍຂອງພາລະກິດແຫ່ງການພິພາກສາ ແລະ ການຕີສອນຂອງພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້