ຄວາມສຳຄັນ ແລະ ການປະຕິບັດການອະທິຖານ
ໃນຕອນນີ້, ພວກເຈົ້າອະທິຖານຫາພຣະເຈົ້າແນວໃດ? ມັນດີຂຶ້ນຈາກການອະທິຖານທາງສາສະໜາແນວໃດ? ໃນຄວາມເປັນຈິງແລ້ວ, ພວກເຈົ້າເຂົ້າໃຈຫຍັງກ່ຽວກັບຄວາມໝາຍຂອງການອະທິຖານ? ພວກເຈົ້າໄດ້ໄຕ່ຕອງກ່ຽວກັບຄຳຖາມເຫຼົ່ານີ້ບໍ? ທຸກຄົນທີ່ບໍ່ອະທິຖານກໍຢູ່ຫ່າງຈາກພຣະເຈົ້າ ແລະ ທຸກຄົນທີ່ບໍ່ອະທິຖານກໍເຮັດຕາມຄວາມປະສົງຂອງພວກເຂົາເອງ. ການຂາດການອະທິຖານມີຄວາມໝາຍເຖິງການຢູ່ຫ່າງຈາກພຣະເຈົ້າ ແລະ ການທໍລະຍົດພຣະເຈົ້າ. ແມ່ນຫຍັງຄືປະສົບການຕົວຈິງຂອງພວກເຈົ້າກັບການອະທິຖານ? ຄວາມສຳພັນລະຫວ່າງພຣະເຈົ້າ ແລະ ມະນຸດແມ່ນສາມາດເຫັນໄດ້ຈາກຄຳອະທິຖານຂອງຜູ້ຄົນ. ເຈົ້າປະພຶດແນວໃດ ເມື່ອອ້າຍເອື້ອຍນ້ອງຊື່ນຊົມ ແລະ ຍົກຍ້ອງເຈົ້າສຳລັບຜົນຮັບທີ່ເຈົ້າມີໃນວຽກງານຂອງເຈົ້າ? ເຈົ້າຈະມີປະຕິກິລິຍາແນວໃດ ເມື່ອຜູ້ຄົນໃຫ້ຄໍາແນະນໍາແກ່ເຈົ້າ? ເຈົ້າອະທິຖານຕໍ່ໜ້າພຣະເຈົ້າບໍ? ພວກເຈົ້າທຸກຄົນໃຊ້ເວລາເພື່ອອະທິຖານ ເມື່ອພວກເຈົ້າປະສົບກັບບັນຫາ ຫຼື ຄວາມຫຍຸ້ງຍາກ, ແຕ່ພວກເຈົ້າຂໍການຊ່ວຍເຫຼືອຈາກພຣະເຈົ້າໃນການອະທິຖານບໍ ເມື່ອພວກເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ? ພວກເຈົ້າອະທິຖານບໍ ເມື່ອພວກເຈົ້າເປີດເຜີຍຄວາມເສື່ອມຊາມ? ພວກເຈົ້າອະທິຖານຢ່າງແທ້ຈິງບໍ? ຖ້າເຈົ້າບໍ່ອະທິຖານຢ່າງແທ້ຈິງ, ເຈົ້າຈະບໍ່ກ້າວໜ້າ. ໂດຍສະເພາະໃນການເຕົ້າໂຮມ, ເຈົ້າຄວນອະທິຖານ ແລະ ສັນລະເສີນ. ບາງຄົນເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ແຕ່ເປັນເລື່ອງທີ່ໜ້າເສຍດາຍທີ່ພວກເຂົາບໍ່ອະທິຖານຢູ່ເລື້ອຍໆ. ພວກເຂົາເຂົ້າໃຈຫຼັກຄຳສອນສອງສາມຄຳ ແລະ ເລີ່ມອວດດີ, ຄິດວ່າພວກເຂົາເຂົ້າໃຈຄວາມຈິງ, ພວກເຂົາໄດ້ຮັບວຸດທິພາວະ ແລະ ພວກເຂົາຮູ້ສຶກພໍໃຈກັບຕົນເອງຫຼາຍ. ຜົນຕາມມາກໍຄືພວກເຂົາເລີ່ມກິ້ງເກືອກໃນສະພາວະທີ່ຜິດປົກກະຕິປະເພດນີ້ ແລະ ເມື່ອພວກເຂົາມາອະທິຖານໃນເວລາຕໍ່ມາ, ພວກເຂົາກໍພົບວ່າຕົນເອງບໍ່ມີຫຍັງເວົ້າ ແລະ ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ເມື່ອຄົນໆໜຶ່ງບໍ່ສາມາດຄວບຄຸມສະພາວະຂອງພວກເຂົາ, ພວກເຂົາອາດຈະມີຄວາມສຸກກັບໝາກຜົນຈາກການໃຊ້ແຮງງານຫຼັງຈາກທີ່ເຮັດວຽກໜ້ອຍໜຶ່ງ ຫຼື ພວກເຂົາຈະອາດເລີ່ມຄິດລົບ, ເລີ່ມຂີ້ຄ້ານໃນວຽກງານຂອງພວກເຂົາ ແລະ ເຊົາເຮັດໜ້າທີ່ຂອງພວກເຂົາ ເມື່ອພວກເຂົາປະສົບກັບຄວາມຫຍຸ້ງຍາກໜ້ອຍໜຶ່ງ ເຊິ່ງເປັນສິ່ງທີ່ອັນຕະລາຍຫຼາຍ. ນີ້ແມ່ນລັກສະນະທີ່ຄົນທີ່ບໍ່ມີຈິດສຳນຶກ ຫຼື ເຫດຜົນເປັນ. ຄົນສ່ວນໃຫຍ່ພຽງແຕ່ໃຊ້ເວລາເພື່ອອະທິຖານ ເມື່ອພວກເຂົາມີຄວາມຫຍຸ້ງຍາກ ຫຼື ເມື່ອພວກເຂົາບໍ່ສາມາດເຂົ້າໃຈເລື່ອງໃດໜຶ່ງໄດ້ຢ່າງຄົບຖ້ວນ. ພວກເຂົາພຽງແຕ່ອະທິຖານ ເມື່ອຂໍ້ສົງໄສ ແລະ ຄວາມລັງເລລົບກວນພວກເຂົາ ຫຼື ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມ. ພວກເຂົາພຽງແຕ່ອະທິຖານ ເມື່ອພວກເຂົາມີຄວາມຕ້ອງການ. ນີ້ຄືສິ່ງທີ່ປົກກະຕິ. ເຖິງຢ່າງໃດກໍຕາມ, ເຈົ້າຍັງຕ້ອງອະທິຖານ ແລະ ຂອບໃຈພຣະເຈົ້າ ເມື່ອເຈົ້າມີຜົນຮັບໃນວຽກງານຂອງເຈົ້າ. ຖ້າເຈົ້າພຽງແຕ່ສົນໃຈກ່ຽວກັບການມີຄວາມສຸກ ແລະ ບໍ່ອະທິຖານ, ປິຕິຍິນດີຢູ່ສະເໝີ, ມີຄວາມສຸກກັບຄວາມຮູ້ສຶກເຫຼົ່ານີ້ຢູ່ສະເໝີ, ແຕ່ເຈົ້າລືມຄວາມກະລຸນາຂອງພຣະເຈົ້າ, ນີ້ຄືການສູນເສຍເຫດຜົນຢ່າງສິ້ນເຊີງ. ເມື່ອເຈົ້າອອກຫ່າງຈາກພຣະເຈົ້າຫຼາຍເກີນໄປ, ບາງຄັ້ງເຈົ້າຈະຖືກເຮັດໃຫ້ທົນທຸກກັບການລົງວິໄນ; ຫຼື ບາງເທື່ອເຈົ້າປະສົບກັບອຸປະສັກ ເມື່ອເຈົ້າພະຍາຍາມເຮັດສິ່ງຕ່າງໆ; ຫຼື ເຈົ້າເຮັດຜິດ ແລະ ຖືກຈັດການ, ຖືກເຮັດໃຫ້ຮັບຟັງຄຳເວົ້າທີ່ສຽບແທງຫົວໃຈ ແລະ ເຈົ້າທົນຮັບຄວາມກົດດັນ ຫຼື ຄວາມລຳເຄັນ, ໂດຍບໍ່ຮູ້ຢ່າງຄັກແນ່ເລີຍວ່າເຈົ້າໄດ້ເຮັດຫຍັງທີ່ລ່ວງເກີນພຣະເຈົ້າ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າໃຊ້ປະໂຫຍດຈາກສະພາບແວດລ້ອມພາຍນອກເພື່ອລົງວິໄນເຈົ້າຢູ່ເລື້ອຍໆ, ເຮັດໃຫ້ເຈົ້າເຈັບປວດ ແລະ ຫຼໍ່ຫຼອມເຈົ້າ ແລະ ໃນທີ່ສຸດເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ໄຕ່ຕອງ, ເຈົ້າກໍຈະຮັບຮູ້ວ່າສະພາວະຂອງເຈົ້າບໍ່ຖືກຕ້ອງ, ອີ່ມອົກອີ່ມໃຈ, ເຊື່ອໝັ້ນໃນຕົນເອງ ແລະ ເຕັມໄປດ້ວຍການຍົກຍ້ອງຕົນເອງ, ບາງຄັ້ງເຈົ້າກໍຂີ້ດຽດຕົນເອງ ແລະ ສຳນຶກຜິດໂດຍສິ້ນເຊີງ. ຫຼັງຈາກທີ່ເຈົ້າອະທິຖານຫາພຣະເຈົ້າ ແລະ ສາລະພາບ, ເຈົ້າກໍເລີ່ມລັງກຽດຕົນເອງ ແລະ ປາດຖະໜາທີ່ຈະກັບໃຈ ແລະ ໃນເວລານີ້ສະພາວະທີ່ບໍ່ຖືກຕ້ອງຂອງເຈົ້າກໍເລີ່ມແກ້ໄຂຕົວມັນເອງ. ເມື່ອຄົນອະທິຖານຢ່າງແທ້ຈິງ, ພຣະວິນຍານບໍລິສຸດກໍເຮັດພາລະກິດຂອງພຣະອົງ, ໃຫ້ຄວາມຮູ້ສຶກບາງຢ່າງ ຫຼື ແສງສະຫວ່າງ ເຊິ່ງເຮັດໃຫ້ພວກມັນປາກົດອອກຈາກສະພາວະທີ່ບໍ່ປົກກະຕິ. ການອະທິຖານບໍ່ແມ່ນພຽງແຕ່ການສະແຫວງຫາໜ້ອຍໜຶ່ງ, ການປະຕິບັດຕາມພິທີການສອງສາມຢ່າງຢ່າງ ແລະ ຈາກນັ້ນກໍໝົດແຕ່ສໍ່ານັ້ນ. ມັນບໍ່ແມ່ນການກ່າວຄຳເວົ້າອະທິຖານສອງສາມຄຳ ເມື່ອເຈົ້າຕ້ອງການພຣະເຈົ້າ ແລະ ຈາກນັ້ນກໍບໍ່ມີຄຳອະທິຖານ ເມື່ອເຈົ້າບໍ່ຕ້ອງການ. ຖ້າເຈົ້າປ່ອຍໃຫ້ເວລາຜ່ານໄປດົນໂດຍບໍ່ໄດ້ອະທິຖານ, ເຖິງແມ່ນວ່າສະພາວະຂອງເຈົ້າຈະເບິ່ງຄືເປັນປົກກະຕິຈາກພາຍນອກ, ແຕ່ເຈົ້າຈະເພິ່ງພາຄວາມປະສົງຂອງເຈົ້າເອງໃນການປະຕິບັດໜ້າທີ່ຂອງເຈົ້າ, ເຮັດແມ່ນຫຍັງກໍຕາມທີ່ເຈົ້າຕ້ອງການ ແລະ ດ້ວຍວິທີນີ້ ເຈົ້າຈະບໍ່ສາມາດປະຕິບັດຕາມຫຼັກການຕ່າງໆ. ຖ້າເຈົ້າປ່ອຍໃຫ້ເວລາຜ່ານໄປດົນໂດຍບໍ່ໄດ້ອະທິຖານຫາພຣະເຈົ້າ, ເຈົ້າຈະບໍ່ໄດ້ຮັບແສງສະຫວ່າງ ຫຼື ແສງເຍືອງທາງຈາກພຣະວິນຍານບໍລິສຸດຈັກເທື່ອ. ເຖິງແມ່ນວ່າເຈົ້າຈະເຮັດໜ້າທີ່ຂອງເຈົ້າ, ແຕ່ເຈົ້າກໍພຽງແຕ່ປະຕິບັດຕາມກົດລະບຽບ ແລະ ການປະຕິບັດໜ້າທີ່ຂອງເຈົ້າໃນລັກສະນະນີ້ຈະບໍ່ເຮັດໃຫ້ເກີດໝາກຜົນແຫ່ງຄຳພະຍານໃຫ້ພຣະເຈົ້າ.
ເຮົາໄດ້ເວົ້າກ່ອນໜ້ານີ້ວ່າຫຼາຍຄົນຈັດການທຸລະກິດຂອງພວກເຂົາເອງ ແລະ ມີສ່ວນຮ່ວມໃນກິດຈະການຂອງພວກເຂົາເອງໃນລະຫວ່າງການເຮັດໜ້າທີ່ຂອງພວກເຂົາ ແລະ ຜູ້ຄົນຍັງຄົງເປັນເຊັ່ນນີ້ໃນປັດຈຸບັນ. ຫຼັງຈາກທີ່ເຮັດວຽກຊົ່ວໄລຍະໜຶ່ງ, ພວກເຂົາກໍເຊົາອະທິຖານ ແລະ ພຣະເຈົ້າກໍບໍ່ຢູ່ໃນຫົວໃຈຂອງພວກເຂົາອີກຕໍ່ໄປ. ພວກເຂົາຄິດວ່າ “ຂ້ອຍຈະພຽງແຕ່ເຮັດຕາມທີ່ສັ່ງການໄວ້ໃນການຈັດແຈງວຽກງານ. ໃນກໍລະນີໃດກໍຕາມ, ຂ້ອຍບໍ່ໄດ້ເຮັດຜິດ ແລະ ຂ້ອຍບໍ່ໄດ້ສ້າງການລົບກວນ ຫຼື ການຂັດຂວາງໃດໆ...”. ເມື່ອເຈົ້າເຮັດສິ່ງຕ່າງໆໂດຍບໍ່ອະທິຖານ ແລະ ຖ້າເຈົ້າບໍ່ຂອບໃຈພຣະເຈົ້າເມື່ອສິ່ງຕ່າງໆດຳເນີນໄປໄດ້ດີ, ມັນກໍມີບັນຫາກັບສະພາວະຂອງເຈົ້າ. ຖ້າເຈົ້າຮູ້ວ່າສະພາວະຂອງເຈົ້າບໍ່ຖືກຕ້ອງ ແຕ່ເຈົ້າບໍ່ສາມາດປັບປ່ຽນມັນດ້ວຍຕົນເອງ ແລະ ຜົນຕາມມາກໍຄືເຈົ້າເພິ່ງພາຄວາມປະສົງຂອງເຈົ້າເອງຢູ່ສະເໝີໃນການກະທຳຂອງເຈົ້າ, ແລ້ວແມ່ນແຕ່ໃນເວລາທີ່ເຈົ້າເຂົ້າໃຈຄວາມຈິງ, ເຈົ້າກໍຈະບໍ່ສາມາດນໍາມັນໄປປະຕິບັດໄດ້. ເຈົ້າຄິດຢູ່ສະເໝີວ່າວິທີການຄິດຂອງເຈົ້າຖືກຕ້ອງ ແລະ ເຈົ້າຍຶດຕິດກັບມັນຢູ່ສະເໝີ, ເຈົ້າເຮັດຕາມສິ່ງທີ່ເຈົ້າມັກ, ເຈົ້າບໍ່ສົນໃຈວິທີການເຮັດພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າໃຫ້ຄວາມສຳຄັນກັບຄວາມບາກບັ່ນຂອງເຈົ້າເອງຫຼາຍເກີນໄປ ແລະ ຜົນຕາມມາກໍຄື ພຣະວິນຍານບໍລິສຸດປະຖິ້ມເຈົ້າ. ຫຼັງຈາກທີ່ພຣະວິນຍານບໍລິສຸດປະຖິ້ມເຈົ້າ, ເຈົ້າຈະຮູ້ສຶກມືດມົນ ແລະ ຫ່ຽວແຫ້ງ. ເຈົ້າຈະບໍ່ສາມາດຮູ້ສຶກເຖິງການບຳລຸງລ້ຽງ ຫຼື ຄວາມສຸກໃດໆເລີຍ. ມີຫຼາຍຄົນທີ່ບໍ່ອະທິຖານຢ່າງແທ້ຈິງແມ່ນແຕ່ຄັ້ງດຽວໃນຮອບເຄິ່ງປີ. ຄົນປະເພດນີ້ບໍ່ມີພຣະເຈົ້າພາຍໃນຫົວໃຈຂອງພວກເຂົາອີກຕໍ່ໄປ. ບາງຄົນບໍ່ອະທິຖານເປັນປະຈຳ ແລະ ພວກເຂົາພຽງແຕ່ອະທິຖານ ເມື່ອພວກເຂົາຕົກຢູ່ໃນອັນຕະລາຍ ຫຼື ກຳລັງທົນທຸກຈາກຄວາມເດືອດຮ້ອນ. ເຖິງແມ່ນວ່າພວກເຂົາຍັງປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາກໍຮູ້ສຶກຫ່ຽວແຫ້ງໃນວິນຍານ, ສະນັ້ນພວກເຂົາຈຶ່ງມີຄວາມຄິດລົບໆຢ່າງຫຼີກລ່ຽງບໍ່ໄດ້. ບາງຄັ້ງພວກເຂົາຄິດວ່າ “ເມື່ອໃດຂ້ອຍຈຶ່ງຈະເຮັດໜ້າທີ່ຂອງຂ້ອຍໃຫ້ແລ້ວໃນທີ່ສຸດ?” ແມ່ນແຕ່ຄວາມຄິດເຊັ່ນນີ້ອາດຈະປາກົດຂຶ້ນ ເຊິ່ງລ້ວນແລ້ວແຕ່ເປັນເພາະພວກເຂົາບໍ່ໄດ້ອະທິຖານເປັນເວລາດົນ ແລະ ເລີ່ມຢູ່ຫ່າງຈາກພຣະເຈົ້າ. ຖ້າສິ່ງນີ້ເຮັດໃຫ້ເກີດຫົວໃຈທີ່ບໍ່ເຊື່ອ ແລະ ຊົ່ວຮ້າຍ, ມັນກໍອັນຕະລາຍຫຼາຍ. ການອະທິຖານຈຳເປັນຢ່າງຍິ່ງ! ຊີວິດທີ່ບໍ່ມີການອະທິຖານກໍແຫ້ງຄືກັບຂີ້ຝຸ່ນ ແລະ ບໍ່ສາມາດຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ; ຄົນແບບນັ້ນບໍ່ມີຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ພວກເຂົາໄດ້ຕົກລົງສູ່ຄວາມມືດມົວແລ້ວ. ສະນັ້ນ, ເຈົ້າຈຳເປັນຕ້ອງອະທິຖານ ແລະ ໂອ້ລົມກ່ຽວກັບພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ, ເພື່ອວ່າເຈົ້າຈະສາມາດມີຄວາມສຸກກັບພາລະກິດຂອງພຣະວິນຍານບໍລິສຸດ ແລະ ຍົກຍ້ອງພຣະເຈົ້າຈາກຫົວໃຈຂອງເຈົ້າ. ດ້ວຍວິທີນີ້ເທົ່ານັ້ນ, ຊີວິດຂອງເຈົ້າຈຶ່ງຈະເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີ. ພຣະວິນຍານບໍລິສຸດເຮັດພາລະກິດຢ່າງໜັກແໜ້ນເປັນຢ່າງຍິ່ງໃນຄົນທີ່ອະທິຖານ ແລະ ຍົກຍ້ອງໃນທຸກສິ່ງ. ພະລັງທີ່ພຣະວິນຍານບໍລິສຸດມອບໃຫ້ຜູ້ຄົນນັ້ນແມ່ນບໍ່ສິ້ນສຸດ ແລະ ຄົນບໍ່ສາມາດໃຊ້ມັນຈົນໝົດ ຫຼື ໃຊ້ມັນຈົນກ້ຽງຈັກເທື່ອ. ຄົນອາດຈະເວົ້າ ແລະ ເທດສະໜາຢ່າງບໍ່ສິ້ນສຸດ ແລະ ພວກເຂົາອາດຈະເຂົ້າໃຈຫຼັກຄຳສອນຫຼາຍຢ່າງ, ແຕ່ມັນໄຮ້ປະໂຫຍດ ແລະ ບໍ່ມີເປົ້າໝາຍຫຍັງເລີຍ ຖ້າປາດສະຈາກພາລະກິດຂອງພຣະວິນຍານບໍລິສຸດ. ມີຫຼາຍກໍລະນີທີ່ຄົນອາດຈະໃຊ້ເວລາເຄິ່ງມື້ຂອງພວກເຂົາເພື່ອອະທິຖານ, ແຕ່ສາມາດເວົ້າສອງສາມຄຳເທົ່ານັ້ນໃນຂະນະທີ່ອະທິຖານ, ເຊັ່ນ: “ພຣະເຈົ້າ, ຂ້ານ້ອຍຂອບໃຈພຣະອົງ ແລະ ຍົກຍ້ອງພຣະອົງ!” ຫຼັງຈາກຊົ່ວໄລຍະໜຶ່ງ, ພວກເຂົາອາດຈະເວົ້າປະໂຫຍກເດີມໆອອກມາອີກ. ພວກເຂົາບໍ່ສາມາດຄິດຫຍັງໄດ້ອີກເພື່ອເວົ້າກັບພຣະເຈົ້າ, ພວກເຂົາບໍ່ມີຄວາມຄິດພາຍໃນທີ່ຈະບອກພຣະອົງ. ນີ້ຄືສິ່ງທີ່ອັນຕະລາຍຫຼາຍ! ຖ້າຄົນທີ່ເຊື່ອໃນພຣະເຈົ້າເຖິງກັບບໍ່ສາມາດກ່າວຄຳເວົ້າເພື່ອຍົກຍ້ອງ, ຂອບໃຈ ແລະ ສັນລະເສີນພຣະອົງ, ຈະສາມາດໄດ້ວ່າພວກເຂົາມີບ່ອນຢູ່ສຳລັບພຣະອົງໃນຫົວໃຈຂອງພວກເຂົາໄດ້ແນວໃດ? ເຈົ້າອາດຈະອ້າງວ່າເຊື່ອໃນພຣະເຈົ້າ ແລະ ຮັບຮູ້ພຣະອົງໃນຫົວໃຈຂອງເຈົ້າ, ແຕ່ເຈົ້າບໍ່ມາຢູ່ຕໍ່ໜ້າພຣະອົງ, ເຈົ້າບໍ່ສາມາດບອກພຣະອົງເຖິງສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ ເມື່ອເຈົ້າອະທິຖານ ແລະ ຫົວໃຈຂອງເຈົ້າຢູ່ຫ່າງຈາກພຣະເຈົ້າຫຼາຍເກີນໄປ ແລະ ດ້ວຍເຫດນັ້ນພຣະວິນຍານບໍລິສຸດຈຶ່ງຈະບໍ່ເຮັດພາລະກິດຂອງພຣະອົງ. ເມື່ອພວກເຈົ້າຕື່ນນອນທຸກໆເຊົ້າ, ພວກເຈົ້າຕ້ອງເປີດຫົວໃຈຂອງເຈົ້າຢ່າງຈິງໃຈໃນຄຳອະທິຖານ, ອ່ານພຣະທຳຂອງພຣະເຈົ້າ ແລະ ຈາກນັ້ນກໍຕຶກຕອງກ່ຽວກັບພວກມັນຈົນກວ່າພວກເຈົ້າຈະພົບເຫັນແສງສະຫວ່າງ ແລະ ມີເສັ້ນທາງແຫ່ງການປະຕິບັດ. ໃຫ້ເຮັດເຊັ່ນນີ້ ແລະ ມື້ນັ້ນຈະດີ ແລະ ໜ້າປະທັບໃຈເປັນຢ່າງຍິ່ງ ແລະ ເຈົ້າຈະຮູ້ສຶກວ່າພຣະວິນຍານບໍລິສຸດຢູ່ກັບເຈົ້າ, ປົກປ້ອງເຈົ້າຢູ່ສະເໝີ.
ເຮົາໄດ້ສັງເກດວ່າຫຼາຍຄົນມີບັນຫາທີ່ຄ້າຍຄືກັນ. ເມື່ອພວກເຂົາມີບັນຫາ, ພວກເຂົາກໍມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແຕ່ເມື່ອບໍ່ມີຫຍັງວຸ້ນວາຍພວກເຂົາ, ພວກເຂົາກໍບໍ່ສົນໃຈພຣະເຈົ້າ. ພວກເຂົາຍຶດຕິດກັບຄວາມສຸກທາງເນື້ອໜັງຕາມທີ່ພວກເຂົາຕ້ອງການ, ແຕ່ບໍ່ຕື່ນຈັກເທື່ອ. ນີ້ຄືການເຊື່ອໃນພຣະເຈົ້າບໍ? ນີ້ຄືການມີຄວາມເຊື່ອທີ່ແທ້ຈິງບໍ? ການຂາດຄວາມເຊື່ອທີ່ແທ້ຈິງຄືການຂາດເສັ້ນທາງໃນການຍ່າງ. ຖ້າບໍ່ມີຄວາມເຊື່ອທີ່ແທ້ຈິງ, ຄົນໆໜຶ່ງຈະບໍ່ສາມາດຮູ້ໄດ້ວ່າແມ່ນຫຍັງຄືການກະທຳຈາກຄວາມເຊື່ອໃນພຣະເຈົ້າທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຫຼື ຄົນໆໜຶ່ງອາດຈະຮັບເອົາຄວາມຈິງ ຫຼື ເຕີບໃຫຍ່ໃນຊີວິດຈາກການກະທຳໃດ. ຖ້າປາດສະຈາກຄວາມເຊື່ອ, ຄົນໆໜຶ່ງກໍຕາບອດ, ຖືກຄອບງໍາໂດຍຄວາມປາດຖະໜາຢາກສະແຫວງຫາ ແຕ່ຂາດທິດທາງ ແລະ ເປົ້າໝາຍ. ສະນັ້ນຄວາມເຊື່ອເກີດຂຶ້ນໄດ້ແນວໃດ? ຄວາມເຊື່ອເກີດຂຶ້ນຈາກການອະທິຖານ ແລະ ການໂອ້ລົມກັບພຣະເຈົ້າ ແລະ ຍິ່ງໄປກວ່ານັ້ນກໍເກີດຂຶ້ນຈາກການອ່ານພຣະທຳຂອງພຣະເຈົ້າ ແລະ ການຮັບເອົາແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຍິ່ງເຈົ້າເຂົ້າໃຈຄວາມຈິງຫຼາຍສໍ່າໃດ, ເຈົ້າກໍຈະມີຄວາມເຊື່ອຫຼາຍສໍ່ານັ້ນ. ຄົນທີ່ຂາດຄວາມເຂົ້າໃຈກ່ຽວກັບຄວາມຈິງບໍ່ມີຄວາມເຊື່ອເລີຍ ແລະ ເຖິງແມ່ນວ່າພວກເຂົາຈະເຂົ້າຮ່ວມກັບຄຣິສຕະຈັກ, ພວກເຂົາກໍເປັນຜູ້ບໍ່ເຊື່ອ. ຄົນທີ່ເຊື່ອໃນພຣະເຈົ້າບໍ່ສາມາດເຮັດເຊັ່ນນັ້ນໄດ້ ໂດຍປາດສະຈາກການອະທິຖານ ແລະ ການອ່ານພຣະທຳຂອງພຣະເຈົ້າ. ຖ້າພວກເຂົາພຽງແຕ່ເຂົ້າຮ່ວມການພົບປະກັນ, ແຕ່ເກືອບບໍ່ເຄີຍອະທິຖານຢ່າງຈິງໃຈ ພວກເຂົາກໍຈະພົບວ່າຕົນເອງຢູ່ຫ່າງອອກຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆ. ພວກເຈົ້າທຸກຄົນບໍ່ຄ່ອຍອະທິຖານຢ່າງຈິງໃຈ ແລະ ບາງຄົນຍັງບໍ່ຮູ້ວິທີການອະທິຖານ. ຂໍ້ແທ້ຈິງກໍຄືການອະທິຖານນັ້ນແມ່ນກ່ຽວກັບການເວົ້າຈາກຫົວໃຈຂອງເຈົ້າເປັນຫຼັກ. ນີ້ຄືການເປີດຫົວໃຈຂອງເຈົ້າໃຫ້ພຣະເຈົ້າ ແລະ ການເປີດໃຈຕໍ່ໜ້າພຣະອົງເທົ່ານັ້ນ. ຖ້າຫົວໃຈຂອງຄົນໆໜຶ່ງເປັນປະເພດທີ່ຖືກຕ້ອງ, ພວກເຂົາກໍຈະສາມາດເວົ້າຈາກຫົວໃຈ ແລະ ໃນລັກສະນະນີ້ ພຣະເຈົ້າກໍຮັບຟັງ ແລະ ຍອມຮັບຄຳອະທິຖານຂອງພວກເຂົາ. ບາງຄົນຮູ້ພຽງແຕ່ການຂໍເມື່ອພວກເຂົາອະທິຖານຫາພຣະເຈົ້າ. ພວກເຂົາຂໍຄວາມກະລຸນາຈາກພຣະເຈົ້າຢ່າງຕໍ່ເນື່ອງ ໂດຍບໍ່ເວົ້າຫຍັງອີກເລີຍ ແລະ ດ້ວຍເຫດນັ້ນ ຍິ່ງພວກເຂົາອະທິຖານຫຼາຍສໍ່າໃດ, ພວກເຂົາກໍຮູ້ສຶກເຫືອດແຫ້ງຫຼາຍສໍ່ານັ້ນ. ເມື່ອເຈົ້າອະທິຖານ, ບໍ່ວ່າເຈົ້າຈະປາດຖະໜາຢາກໄດ້ບາງສິ່ງ, ຕ້ອງການບາງສິ່ງຈາກພຣະເຈົ້າ, ຂໍໃຫ້ພຣະເຈົ້າມອບສະຕິປັນຍາ ແລະ ກຳລັງໃຫ້ແກ່ເຈົ້າໃນເລື່ອງທີ່ເຈົ້າກຳລັງຮັບມື ເຊິ່ງເຈົ້າບໍ່ສາມາດເຫັນໄດ້ຢ່າງຊັດເຈນ ຫຼື ຂໍໃຫ້ພຣະເຈົ້າມອບແສງສະຫວ່າງ, ເຈົ້າກໍຕ້ອງມີຄວາມຮູ້ສຶກເປັນມະນຸດຢ່າງປົກກະຕິ. ຖ້າບໍ່ມີຄວາມຮູ້ສຶກ, ເຈົ້າຈະລົ້ມຄູ້ເຂົ່າລົງ ແລະ ເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຂໍໃຫ້ພຣະອົງມອບຄວາມເຊື່ອ ແລະ ກຳລັງໃຫ້ຂ້ານ້ອຍ, ຂ້ານ້ອຍຂໍໃຫ້ພຣະອົງສ່ອງແສງສະຫວ່າງໃຫ້ຂ້ານ້ອຍ ແລະ ເຮັດໃຫ້ຂ້ານ້ອຍເຫັນທຳມະຊາດຂອງຂ້ານ້ອຍ, ຂ້ານ້ອຍຂໍໃຫ້ພຣະອົງເຮັດພາລະກິດ ແລະ ມອບຄວາມກະລຸນາ ແລະ ພອນໃຫ້ຂ້ານ້ອຍ”. ນີ້ຄືຂໍ້ສັງເກດທີ່ເປັນການບີບບັງຄັບໃນຄຳວ່າ “ຂໍ” ນີ້. ນີ້ເປັນວິທີການກົດດັນພຣະເຈົ້າ, ການບອກພຣະອົງວ່າເລື່ອງນີ້ຕ້ອງເຮັດໃຫ້ສຳເລັດ, ຄືກັບວ່າມັນຖືກກຳນົດໄວ້ລ່ວງໜ້າ. ນີ້ບໍ່ແມ່ນຄຳອະທິຖານທີ່ຈິງໃຈ. ສຳລັບພຣະວິນຍານບໍລິສຸດແລ້ວ, ເມື່ອເຈົ້າໄດ້ກຳນົດເງື່ອນໄຂ ແລະ ຕັດສິນໃຈວ່າເຈົ້າຕ້ອງການເຮັດຫຍັງແລ້ວ, ເຈົ້າຈະບໍ່ພຽງແຕ່ເຮັດພໍແລ້ວມືແລ້ວຕີນບໍ? ນີ້ບໍ່ແມ່ນການສໍ້ໂກງພຣະເຈົ້າບໍ? ຄົນໆໜຶ່ງຄວນອະທິຖານດ້ວຍຫົວໃຈທີ່ສະແຫວງຫາ ແລະ ອ່ອນນ້ອມ? ຕົວຢ່າງຄື ເມື່ອບາງສິ່ງເກີດຂຶ້ນກັບເຈົ້າ ແລະ ເຈົ້າບໍ່ແນ່ໃຈວ່າຕ້ອງຈັດການກັບມັນແນວໃດ, ເຈົ້າອາດເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍບໍ່ຮູ້ວ່າຈະເຮັດແນວໃດກ່ຽວກັບສິ່ງນີ້. ຂ້ານ້ອຍປາຖະໜາທີ່ຈະເຮັດໃຫ້ພຣະອົງພໍໃຈໃນເລື່ອງນີ້ ແລະ ສະແຫວງຫາຄວາມປະສົງຂອງພຣະອົງ. ຂ້ານ້ອຍປາຖະໜາທີ່ຈະເຮັດຕາມຄວາມປະສົງຂອງພຣະອົງ, ບໍ່ແມ່ນຕາມທີ່ຂ້ານ້ອຍຕ້ອງການ. ພຣະອົງຮູ້ວ່າຄວາມປະສົງຂອງມະນຸດຂັດກັບເຈດຕະນາຂອງພຣະອົງ, ຕໍ່ຕ້ານພຣະອົງໂດຍສິ້ນເຊີງ ແລະ ບໍ່ສອດຄ່ອງກັບຄວາມຈິງ. ຂໍໃຫ້ພຣະອົງສ່ອງແສງໃຫ້ແກ່ຂ້ານ້ອຍ, ມອບການຊີ້ນໍາໃຫ້ແກ່ຂ້ານ້ອຍໃນເລື່ອງນີ້ ແລະ ປ່ອຍໃຫ້ຂ້ານ້ອຍບໍ່ເຮັດຜິດຕໍ່ພຣະອົງ...” ນີ້ແມ່ນນໍ້າສຽງທີ່ເໝາະສົມສຳລັບຄຳອະທິຖານ. ຖ້າເຈົ້າເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຂໍໃຫ້ພຣະອົງຊ່ວຍຂ້ານ້ອຍ, ຊີ້ນໍາຂ້ານ້ອຍ, ກະກຽມສະພາບແວດລ້ອມທີ່ຖືກຕ້ອງ ແລະ ຜູ້ຄົນທີ່ຖືກຕ້ອງ ແລະ ເຮັດໃຫ້ຂ້ານ້ອຍເຮັດວຽກຂອງຂ້ານ້ອຍໄດ້ເປັນຢ່າງດີ”, ຫຼັງຈາກຄຳອະທິຖານຂອງເຈົ້າ, ເຈົ້າກໍ່ຍັງລົ້ມເຫຼວທີ່ຈະເຂົ້າໃຈເຈດຕະນາຂອງພຣະເຈົ້າ, ເພາະເຈົ້າກຳລັງຂໍໃຫ້ພຣະເຈົ້າປະຕິບັດຕາມຄວາມປະສົງຂອງເຈົ້າ. ຕອນນີ້, ເຈົ້າຕ້ອງແນ່ໃຈວ່າຄຳເວົ້າທີ່ເຈົ້າໃຊ້ໃນຄຳອະທິຖານນັ້ນສົມເຫດສົມຜົນ ຫຼື ບໍ່ ແລະ ພວກມັນມາຈາກຫົວໃຈ ຫຼື ບໍ່. ຖ້າຄຳອະທິຖານຂອງເຈົ້າບໍ່ສົມເຫດສົມຜົນ, ບໍ່ວ່າມັນຈະເນື່ອງມາຈາກຄວາມໂງ່ຂອງເຈົ້າ ຫຼື ໂດຍການອອກແບບ, ພຣະວິນຍານບໍລິສຸດກໍ່ຈະບໍ່ປະຕິບັດພາລະກິດໃນຕົວເຈົ້າ. ສະນັ້ນ, ເມື່ອເຈົ້າອະທິຖານ, ເຈົ້າກໍ່ຕ້ອງເວົ້າຢ່າງສົມເຫດສົມຜົນ ແລະ ດ້ວຍນໍ້າສຽງທີ່ເໝາະສົມ. ໃຫ້ເວົ້າວ່າ “ພຣະເຈົ້າ, ພຣະອົງຮູ້ເຖິງຄວາມອ່ອນແອຂອງຂ້ານ້ອຍ ແລະ ຄວາມກະບົດຂອງຂ້ານ້ອຍ. ຂ້ານ້ອຍພຽງແຕ່ຂໍໃຫ້ພຣະອົງມອບກຳລັງໃຫ້ແກ່ຂ້ານ້ອຍ ແລະ ຊ່ວຍໃຫ້ຂ້ານ້ອຍອົດທົນຕໍ່ສະຖານະການຂອງຂ້ານ້ອຍ, ແຕ່ໃຫ້ສອດຄ່ອງກັບຄວາມປະສົງຂອງພຣະອົງ. ຂ້ານ້ອຍບໍ່ຮູ້ວ່າຄວາມປະສົງຂອງພຣະອົງຄືຫຍັງ ແລະ ຂ້ານ້ອຍພຽງແຕ່ຮ້ອງຂໍສິ່ງນີ້. ເຖິງຢ່າງໃດກໍຕາມ, ຂໍໃຫ້ຄວາມປະສົງຂອງພຣະອົງສຳເລັດດ້ວຍເທີ້ນ. ເຖິງແມ່ນວ່າຂ້ານ້ອຍຖືກສ້າງເພື່ອໃຫ້ບໍລິການ ຫຼື ເຮັດໜ້າທີ່ຕົວປະກອບ, ຂ້ານ້ອຍກໍ່ເຕັມໃຈເຮັດຕາມ. ຂ້ານ້ອຍຂໍໃຫ້ພຣະອົງມອບກຳລັງ ແລະ ສະຕິປັນຍາໃຫ້ແກ່ຂ້ານ້ອຍ ແລະ ປ່ອຍໃຫ້ຂ້ານ້ອຍເຮັດໃຫ້ພຣະອົງພໍໃຈໃນເລື່ອງນີ້. ຂ້ານ້ອຍຕ້ອງການພຽງແຕ່ຍອມຕໍ່ການຈັດແຈງຂອງພຣະອົງ...” ຫຼັງຈາກຄຳອະທິຖານ, ເຈົ້າຈະຮູ້ສຶກສະບາຍໃຈເປັນຢ່າງຍິ່ງ. ຖ້າສິ່ງດຽວທີ່ເຈົ້າເຮັດມີພຽງແຕ່ຂໍ, ແລ້ວບໍ່ວ່າເຈົ້າຈະເວົ້າຫຼາຍສໍ່າໃດກໍ່ຕາມ, ມັນກໍ່ລ້ວນແລ້ວແຕ່ເປັນຄຳເວົ້າທີ່ວ່າງເປົ່າ; ພຣະເຈົ້າຈະບໍ່ເຮັດພາລະກິດເພື່ອຕອບສະໜອງຕໍ່ຄຳຮ້ອງຂໍຂອງເຈົ້າ, ເພາະເຈົ້າໄດ້ຕັດສິນໃຈລ່ວງໜ້າແລ້ວວ່າເຈົ້າຕ້ອງການຫຍັງ. ເມື່ອເຈົ້າຄຸເຂົ່າແລ້ວອະທິຖານ, ໃຫ້ເວົ້າວ່າ “ພຣະເຈົ້າ, ພຣະອົງຮູ້ຈັກເຖິງຄວາມອ່ອນແອຂອງມະນຸດ ແລະ ພຣະອົງຮູ້ຈັກເຖິງສະພາວະຂອງມະນຸດ. ຂ້ານ້ອຍຂໍໃຫ້ພຣະອົງສ່ອງແສງແກ່ຂ້ານ້ອຍໃນເລື່ອງນີ້. ເຮັດໃຫ້ຂ້ານ້ອຍເຂົ້າໃຈຄວາມປະສົງຂອງພຣະອົງ. ຂ້ານ້ອຍຕ້ອງການພຽງແຕ່ຍອມຕໍ່ທຸກສິ່ງທີ່ພຣະອົງຈັດແຈງ ແລະ ຫົວໃຈຂອງຂ້ານ້ອຍເຕັມໃຈທີ່ຈະເຊື່ອຟັງພຣະອົງ...” ໃຫ້ອະທິຖານແບບນັ້ນ ແລະ ພຣະວິນຍານບໍລິສຸດຈະດົນບັນດານເຈົ້າ. ຖ້າເຈດຕະນາຂອງເຈົ້າບໍ່ຖືກຕ້ອງເມື່ອເຈົ້າອະທິຖານ ແລະ ເຈົ້າຮຽກຮ້ອງຈາກພຣະເຈົ້າຢູ່ສະເໝີ ໂດຍອີງໃສ່ຄວາມປະສົງຂອງເຈົ້າເອງ, ຄຳອະທິຖານຂອງເຈົ້າກໍຈະເຫືອດແຫ້ງ ແລະ ບໍ່ເກີດຜົນ ແລະ ພຣະວິນຍານບໍລິສຸດກໍຈະບໍ່ດົນບັນດານເຈົ້າ. ຖ້າເຈົ້າພຽງແຕ່ຫຼັບຕາຂອງເຈົ້າ ແລະ ເປັ່ງບາງຄຳເວົ້າຊໍ້າໆຊາກໆທີ່ທຳມະດາອອກມາກັບພຣະເຈົ້າເພື່ອໃຫ້ຜ່ານໄປແບບມົ້ວໆ, ພຣະວິນຍານບໍລິສຸດຈະດົນບັນດາເຈົ້າແບບນັ້ນບໍ? ເມື່ອຄົນມາຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາຕ້ອງປະພຶດໃນລັກສະນະທີ່ເຊື່ອຟັງ ແລະ ມີທັດສະນະທີ່ເຫຼື້ອມໃສ. ເຈົ້າມາຢູ່ຕໍ່ໜ້າພຣະເຈົ້າທີ່ແທ້ຈິງອົງດຽວ, ເວົ້າກັບພຣະຜູ້ສ້າງ. ເຈົ້າບໍ່ຄວນເຫຼື້ອມໃສບໍ? ມັນບໍ່ແມ່ນເລື່ອງງ່າຍທີ່ຈະອະທິຖານ. ເມື່ອຄົນມາຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາກໍແກວ່ງແຂ້ວຍາວແຫຼມ ແລະ ກົງເລັບຂອງພວກເຂົາໄປມາ, ຂາດຄວາມເຫຼື້ອມໃສໂດຍສິ້ນເຊີງ; ແລະ ເມື່ອພວກເຂົາອະທິຖານ, ພວກເຂົາກໍນອນຫງາຍໃນເຮືອນຂອງພວກເຂົາ, ກ່າວສອງສາມຄຳເວົ້າທີ່ທຳມະດາ ແລະ ພໍເປັນພິທີ ແລະ ພວກເຂົາຄິດວ່າພວກເຂົາກຳລັງອະທິຖານ ແລະ ພຣະເຈົ້າຈະສາມາດໄດ້ຍິນພວກເຂົາ, ນີ້ບໍ່ແມ່ນການຫຼອກລວງຕົນເອງບໍ? ຈຸດປະສົງຂອງເຮົາໃນການເວົ້າສິ່ງນີ້ບໍ່ແມ່ນເພື່ອຮຽກຮ້ອງໃຫ້ຄົນຍຶດຖືຕາມກົດລະບຽບທີ່ສະເພາະບາງຢ່າງ. ເຖິງຢ່າງໃດກໍຕາມ, ຢ່າງໜ້ອຍສຸດທີ່ຄົນໆໜຶ່ງສາມາດເຮັດໄດ້ກໍຄືການມີຫົວໃຈທີ່ເຊື່ອຟັງພຣະເຈົ້າ ແລະ ມາຢູ່ຕໍ່ໜ້າພຣະເຈົ້າດ້ວຍທັດສະນະທີ່ເຫຼື້ອມໃສ. ຄຳອະທິຖານຂອງພວກເຈົ້າຂາດເຫດຜົນໃນຫຼາຍຄັ້ງ. ພວກເຈົ້າອະທິຖານດ້ວຍນໍ້າສຽງດັ່ງຕໍ່ໄປນີ້ຢູ່ສະເໝີ: “ໂອ ພຣະເຈົ້າ! ເນື່ອງຈາກວ່າພຣະອົງໃຫ້ຂ້ານ້ອຍປະຕິບັດໜ້າທີ່ນີ້, ເຮັດໃຫ້ທຸກສິ່ງທີ່ຂ້ານ້ອຍເຮັດນັ້ນເໝາະສົມ, ເພື່ອວ່າພາລະກິດຂອງພຣະອົງຈະບໍ່ຖືກລົບກວນ ແລະ ຜົນປະໂຫຍດໃນຄອບຄົວຂອງພຣະອົງຈະບໍ່ໄດ້ຮັບຄວາມເສຍຫາຍໃດໆ. ພຣະອົງຕ້ອງປົກປ້ອງຂ້ານ້ອຍ...” ຄຳອະທິຖານດັ່ງກ່າວບໍ່ສົມເຫດສົມຜົນເກີນໄປ, ບໍ່ແມ່ນບໍ? ພຣະເຈົ້າຈະປະຕິບັດພາລະກິດໃນເຈົ້າບໍ ຖ້າເຈົ້າມາຢູ່ຕໍ່ໜ້າພຣະອົງ ແລະ ອະທິຖານໃນລັກສະນະດັ່ງກ່າວ? ເຮົາຈະຟັງບໍ ຖ້າເຈົ້າມາຢູ່ຕໍ່ໜ້າເຮົາ ແລະ ເວົ້າຢ່າງບໍ່ມີເຫດຜົນ? ຖ້າເຈົ້າລັງກຽດເຮົາ, ເຮົາຈະເຕະເຈົ້າອອກຈາກປະຕູໂດຍກົງ! ເຈົ້າບໍ່ໄດ້ເປັນແບບດຽວກັນເມື່ອຢູ່ຕໍ່ໜ້າພຣະວິນຍານຄືກັບທີ່ເຈົ້າຢູ່ຕໍ່ໜ້າພຣະຄຣິດບໍ? ເມື່ອເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ເຈົ້າຕ້ອງພິຈາລະນາວ່າເຈົ້າອາດເວົ້າຢ່າງມີເຫດຜົນແນວໃດ ແລະ ເຈົ້າອາດປັບປ່ຽນສະພາວະພາຍໃນຂອງພວກເຂົາແນວໃດ ເພື່ອບັນລຸຄວາມເຫຼື້ອມໃສ ແລະ ສາມາດຍອມອ່ອນນ້ອມ. ຫຼັງຈາກທີ່ເຈົ້າເຮັດເຊັ່ນນັ້ນ, ການອະທິຖານອີກຄັ້ງກໍຈະດີ ແລະ ເຈົ້າຈະຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ. ຫຼາຍຄັ້ງ, ຜູ້ຄົນຄຸເຂົ່າລົງແລ້ວອະທິຖານ; ພວກເຂົາຫຼັບຕາຂອງພວກເຂົາ ແລະ ສິ່ງດຽວທີ່ພວກເຂົາສາມາດເຮັດໄດ້ກໍຄືຮ້ອງໄຫ້ອອກມາວ່າ “ໂອ ພຣະເຈົ້າ! ໂອ ພຣະເຈົ້າ!” ເປັນຫຍັງພວກເຂົາຈຶ່ງຮ້ອງອອກມາໂດຍບໍ່ປາກບໍ່ເວົ້າຫຍັງແບບນີ້ເປັນເວລາດົນນານ? ນີ້ເປັນຍ້ອນຄວາມຄິດທີ່ບໍ່ຖືກຕ້ອງ ແລະ ສະພາວະທີ່ຜິດປົກກະຕິຂອງຜູ້ຄົນ. ເມື່ອຄົນໆໜຶ່ງບໍ່ສາມາດໄປຫາພຣະເຈົ້າໃນຫົວໃຈຂອງພວກເຂົາ, ຄຳອະທິຖານຂອງພວກເຂົາກໍບໍ່ມີຄຳເວົ້າຫຍັງ. ພວກເຈົ້າເຄີຍເຮັດສິ່ງນີ້ບໍ? ຕອນນີ້, ພວກເຈົ້າໄດ້ຮູ້ເຖິງລະດັບວັດແທກຂອງພວກເຈົ້າເອງ, ແຕ່ເມື່ອສະພາວະຂອງພວກເຈົ້າຜິດປົກກະຕິ, ພວກເຈົ້າກໍບໍ່ໄຕ່ຕອງກ່ຽວກັບຕົນເອງ ຫຼື ສະແຫວງຫາຄວາມຈິງ ແລະ ພວກເຈົ້າບໍ່ເຕັມໃຈທີ່ຈະມາຢູ່ຕໍ່ໜ້າພຣະເຈົ້າດ້ວຍການຄຳອະທິຖານ ຫຼື ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ. ນີ້ຄືສິ່ງທີ່ອັນຕະລາຍ. ບໍ່ວ່າສະພາວະຂອງຄົນໆໜຶ່ງຈະເປັນປົກກະຕິ ຫຼື ບໍ່ ຫຼື ບໍ່ວ່າຈະເກີດບັນຫາຫຍັງກໍຕາມ, ພວກເຂົາຕ້ອງບໍ່ຫຼົງຈາກການອະທິຖານ. ຖ້າເຈົ້າບໍ່ອະທິຖານ, ເຖິງແມ່ນວ່າສະພາວະຂອງເຈົ້າຈະເປັນປົກກະຕິໃນຕອນນີ້, ແຕ່ເມື່ອເວລາຜ່ານໄປດົນເຕີບ ມັນຈະເລີ່ມຜິດປົກກະຕິ. ການອະທິຖານ ແລະ ການອ່ານພຣະທຳຂອງພຣະເຈົ້າຕ້ອງເປັນປົກກະຕິ. ການອ່ານພຣະທຳຂອງພຣະເຈົ້າເພື່ອສະແຫວງຫາຄວາມຈິງສາມາດນໍາໄປສູ່ການອະທິຖານທີ່ແທ້ຈິງ, ການອະທິຖານສາມາດຮັບເອົາແສງສະຫວ່າງຂອງພຣະເຈົ້າ ແລະ ສິ່ງນີ້ກໍເຮັດໃຫ້ຄົນໆໜຶ່ງສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ. ໃນການອະທິຖານຫາພຣະເຈົ້າ, ສິ່ງສຳຄັນທີ່ສຸດກໍຄືການແກ້ໄຂຄວາມຄິດຂອງເຈົ້າກ່ອນ. ນີ້ຄືຫຼັກການຂອງການອະທິຖານ. ຖ້າຄວາມຄິດຂອງເຈົ້າບໍ່ຖືກຕ້ອງ, ເຈ້ົາຈະບໍ່ເຫຼື້ອມໃສ, ເຈົ້າພຽງແຕ່ຈະເຮັດໃຫ້ພໍແລ້ວມືແລ້ວຕີນ ແລະ ເຈົ້າຈະສໍ້ໂກງພຣະເຈົ້າ. ຖ້າເຈົ້າມີຄວາມຢຳເກງພຣະເຈົ້າ ແລະ ການເຊື່ອຟັງພຣະເຈົ້າຢູ່ພາຍໃນຫົວໃຈຂອງເຈົ້າ ແລະ ເຈົ້າອະທິຖານຫາພຣະເຈົ້າ, ໃນຕອນນັ້ນເອງ ຫົວໃຈຂອງເຈົ້າຈຶ່ງຈະສະຫງົບສຸກ. ສະນັ້ນ, ເມື່ອເຈົ້າອະທິຖານ ເຈົ້າຕ້ອງມີຄວາມຄິດທີ່ຖືກຕ້ອງ ແລະ ການອະທິຖານຂອງເຈົ້າຈະເກີດຜົນ. ຖ້າເຈົ້າປະຕິບັດວິທີນີ້ຢູ່ເລື້ອຍໆ, ບອກພຣະເຈົ້າສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າຢ່າງແທ້ຈິງ ເມື່ອເຈົ້າອະທິຖານ ແລະ ເວົ້າສິ່ງທີ່ຫົວໃຈຂອງເຈົ້າຕ້ອງການເວົ້າກັບພຣະເຈົ້າຫຼາຍທີ່ສຸດ, ເຈົ້າຈະສາມາດອະທິຖານຫາພຣະເຈົ້າ ແລະ ເຈົ້າຈະສາມາດໂອ້ລົມກັບພຣະເຈົ້າຢ່າງເປັນປົກກະຕິ ໂດຍທີ່ບໍ່ໄດ້ສັງເກດເຫັນແມ່ນແຕ່ໜ້ອຍດຽວ.
ຄຳອະທິຖານບໍ່ໄດ້ຮຽກຮ້ອງໃຫ້ເຈົ້າມີການສຶກສາ ຫຼື ມີວັດທະນະທຳ ແລະ ມັນບໍ່ແມ່ນສ້າງບົດຄວາມ. ພຽງແຕ່ເວົ້າຢ່າງຈິງໃຈດ້ວຍຄວາມສຳນຶກຂອງຄົນປົກກະຕິ. ໃຫ້ພິຈາລະນາຄຳອະທິຖານຂອງພຣະເຢຊູ. ໃນສວນເກັດເຊມະເນ, ພຣະອົງອະທິຖານວ່າ “ຖ້າເປັນໄປໄດ້...” ນັ້ນກໍ່ຄື “ຖ້າມັນສາມາດຖືກເຮັດໃຫ້ສຳເລັດໄດ້”. ສິ່ງນີ້ຖືກເວົ້າໂດຍເປັນສ່ວນໜຶ່ງຂອງການສົນທະນາ. ພຣະອົງບໍ່ໄດ້ເວົ້າວ່າ “ຂ້ານ້ອຍອ້ອນວອນພຣະອົງ”. ດ້ວຍຫົວໃຈທີ່ອ່ອນນ້ອມ ແລະ ໃນສະພາວະທີ່ອ່ອນນ້ອມ, ພຣະອົງອະທິຖານວ່າ “ຖ້າເປັນໄດ້ຂໍໃຫ້ຈອກນີ້ເລື່ອນພົ້ນໄປຈາກລູກທ້ອນ ບໍ່ແມ່ນເປັນຕາມທີ່ຂ້ານ້ອຍປະສົງ, ແຕ່ຕາມຄວາມປະສົງຂອງພຣະອົງ”. ພຣະອົງສືບຕໍ່ອະທິຖານແບບນີ້ເປັນຄັ້ງທີສອງ ແລະ ຄັ້ງທີສາມພຣະອົງອະທິຖານວ່າ “ຂໍໃຫ້ຄວາມປະສົງຂອງພຣະອົງສຳເລັດລົງ”. ເມື່ອເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າພຣະບິດາ, ພຣະອົງກ່າວວ່າ “ຂໍໃຫ້ຄວາມປະສົງຂອງພຣະອົງສຳເລັດລົງ”. ພຣະອົງສາມາດຍອມອ່ອນອ້ອມຢ່າງສົມບູນ, ໂດຍບໍ່ມີທາງເລືອກສ່ວນຕົວເລີຍ. ໃນຄຳອະທິຖານ, ພຣະເຢຊູເວົ້າວ່າ “ຖ້າມັນເປັນໄປໄດ້, ຂໍໃຫ້ຈອກນີ້ຜ່ານໄປຈາກເຮົາ”. ນັ້ນໝາຍຄວາມວ່າແນວໃດ? ພຣະອົງອະທິຖານໃນລັກສະນະນີ້ ເພາະພຣະອົງຄິດເຖິງຄວາມທົນທຸກອັນຍິ່ງໃຫຍ່ທີ່ຈະເສຍເລືອດເທິງໄມ້ກາງແຂນຈົນເຖິງລົມຫາຍໃຈສຸດທ້າຍຂອງພຣະອົງ, ສິ່ງນີ້ກ່ຽວຂ້ອງກັບເລື່ອງເປັນເລື່ອງຕາຍ ແລະ ເພາະພຣະອົງຍັງບໍ່ທັນໄດ້ເຂົ້າໃຈເຖິງເຈດຕະນາຂອງພຣະເຈົ້າພຣະບິດາຢ່າງສົມບູນ. ການອະທິຖານເຊັ່ນນັ້ນ ເຖິງວ່າຈະມີຄວາມຄິດເຖິງຄວາມທົນທຸກດັ່ງກ່າວ, ໄດ້ສະແດງເຖິງຄວາມເລິກຊຶ້ງທີ່ໃຫຍ່ຍິ່ງໃນການຍອມຂອງພຣະອົງ. ລັກສະນະຄຳອະທິຖານຂອງພຣະອົງກໍ່ປົກກະຕິ. ພຣະອົງບໍ່ໄດ້ສະເໜີເງື່ອນໄຂໃດໜຶ່ງໃນຄຳອະທິຖານຂອງພຣະອົງ ຫຼື ພຣະອົງບໍ່ໄດ້ບອກໃຫ້ເອົາຈອກອອກໄປ. ກົງກັນຂ້າມ, ຈຸດປະສົງຂອງພຣະອົງຄືການສະແຫວງຫາຄວາມປະສົງຂອງພຣະເຈົ້າໃນສະຖານະການທີ່ພຣະອົງບໍ່ເຂົ້າໃຈ. ຄັ້ງທຳອິດທີ່ພຣະອົງອະທິຖານ, ພຣະອົງບໍ່ເຂົ້າໃຈ ແລະ ພຣະອົງເວົ້າວ່າ “ຖ້າເປັນໄປໄດ້... ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງເຖີດ” ພຣະອົງອະທິຖານຫາພຣະເຈົ້າໃນສະພາວະທີ່ອ່ອນນ້ອມ. ຄັ້ງທີສອງ, ພຣະອົງອະທິຖານໃນລັກສະນະດຽວກັນ. ໂດຍລວມແລ້ວ, ພຣະອົງອະທິຖານສາມຄັ້ງ ແລະ ໃນຄຳອະທິຖານຄັ້ງສຸດທ້າຍຂອງພຣະອົງ, ພຣະອົງມາເຂົ້າໃຈເຖິງຄວາມປະສົງຂອງພຣະເຈົ້າຢ່າງສົມບູນ, ຫຼັງຈາກນັ້ນ ພຣະອົງກໍ່ບໍ່ຮຽກຮ້ອງຫຍັງອີກຕໍ່ໄປ. ໃນຄຳອະທິຖານສອງຄັ້ງທຳອິດຂອງພຣະອົງ, ພຣະອົງພຽງແຕ່ສະແຫວງຫາ ແລະ ພຣະອົງສະແຫວງຫາໃນສະພາວະທີ່ອ່ອນນ້ອມ. ເຖິງຢ່າງໃດກໍ່ຕາມ, ຜູ້ຄົນພຽງແຕ່ບໍ່ອະທິຖານແບບນັ້ນ. ໃນຄຳອະທິຖານຂອງພວກເຂົາ, ຜູ້ຄົນເວົ້າຢູ່ສະເໝີວ່າ “ພຣະເຈົ້າ, ຂ້ານ້ອຍຂໍໃຫ້ພຣະອົງເຮັດນີ້ ແລະ ເຮັດນັ້ນ ແລະ ຂ້ານ້ອຍຮ້ອງຂໍໃຫ້ພຣະອົງຊີ້ນໍາຂ້ານ້ອຍໃນສິ່ງນີ້ ແລະ ສິ່ງນັ້ນ ແລະ ຂ້ານ້ອຍຮ້ອງຂໍໃຫ້ພຣະອົງເຮັດໃຫ້ເງື່ອນໄຂຕ່າງໆກຽມພ້ອມສຳລັບຂ້ານ້ອຍ...” ບາງເທື່ອພຣະເຈົ້າຈະບໍ່ກະກຽມສະພາບການທີ່ເໝາະສົມສຳລັບເຈົ້າ. ບາງເທື່ອພຣະເຈົ້າຈະເຮັດໃຫ້ເຈົ້າທົນທຸກກັບຄວາມລຳບາກເພື່ອເປັນວິທີການສັ່ງສອນບົດຮຽນ. ຖ້າເຈົ້າອະທິຖານແບບນີ້ຢູ່ສະເໝີວ່າ “ພຣະເຈົ້າ, ຂ້ານ້ອຍຂໍໃຫ້ພຣະອົງກະກຽມໃຫ້ຂ້ານ້ອຍ ແລະ ມອບກຳລັງໃຫ້ຂ້ານ້ອຍ”, ມັນຈະບໍ່ສົມເຫດສົມຜົນທີ່ສຸດ! ເມື່ອເຈົ້າອະທິຖານຫາພຣະເຈົ້າ, ເຈົ້າຕ້ອງມີເຫດຜົນ ແລະ ເຈົ້າຄວນອະທິຖານຫາພຣະເຈົ້າດ້ວຍຫົວໃຈທີ່ເຊື່ອຟັງ. ຢ່າພະຍາຍາມກຳນົດວ່າເຈົ້າຈະເຮັດຫຍັງ. ຖ້າເຈົ້າພະຍາຍາມກຳນົດວ່າຈະເຮັດຫຍັງກ່ອນທີ່ເຈົ້າຈະອະທິຖານ, ນີ້ບໍ່ແມ່ນການເຊື່ອຟັງພຣະເຈົ້າ. ໃນການອະທິຖານ, ຫົວໃຈຂອງເຈົ້າຕ້ອງເຊື່ອຟັງ ແລະ ເຈົ້າຕ້ອງສະແຫວງຫາພຣະເຈົ້າກ່ອນ. ດ້ວຍວິທີນີ້, ຫົວໃຈຂອງເຈົ້າຈະສົດໃສຂຶ້ນຢ່າງເປັນທຳມະຊາດໃນລະຫວ່າງການອະທິຖານ ແລະ ເຈົ້າຈະຮູ້ວ່າແມ່ນຫຍັງຄືສິ່ງເຮັດໄດ້ຢ່າງເໝາະສົມ. ການອອກຈາກແຜນການຂອງເຈົ້າກ່ອນການອະທິຖານຈົນເຖິງການປ່ຽນແປງທີ່ເກີດຂຶ້ນໃນຫົວໃຈຂອງເຈົ້າຫຼັງຈາກການອະທິຖານຄືຜົນຮັບຈາກພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າໄດ້ຕັດສິນໃຈດ້ວຍຕົວເຈົ້າເອງແລ້ວ ແລະ ກຳນົດສິ່ງທີ່ຈະເຮັດ ແລະ ຈາກນັ້ນເຈົ້າອະທິຖານເພື່ອຂໍໃຫ້ພຣະເຈົ້າອະນຸຍາດ ຫຼື ຂໍໃຫ້ພຣະເຈົ້າເຮັດສິ່ງທີ່ເຈົ້າຕ້ອງການ, ການອະທິຖານປະເພດນີ້ແມ່ນບໍ່ສົມເຫດສົມຜົນ. ມີຫຼາຍຄັ້ງທີ່ຄຳອະທິຖານຂອງຜູ້ຄົນບໍ່ໄດ້ຮັບຄຳຕອບຈາກພຣະເຈົ້າ ເພາະພວກເຂົາຕັດສິນໃຈກ່ຽວກັບສິ່ງທີ່ຈະເຮັດແລ້ວ ແລະ ພຽງແຕ່ຂໍໃຫ້ພຣະເຈົ້າອະນຸຍາດ. ພຣະເຈົ້າເວົ້າວ່າ “ຍ້ອນເຈົ້າໄດ້ຕັດສິນໃຈກ່ຽວກັບສິ່ງທີ່ຈະເຮັດແລ້ວ, ເປັນຫຍັງຈຶ່ງຂໍເຮົາ?” ຄຳອະທິຖານປະເພດນີ້ຮູ້ສຶກຄືກັບເປັນການສໍ້ໂກງພຣະເຈົ້າຢູ່ໜ້ອຍໜຶ່ງ ແລະ ດ້ວຍເຫດນັ້ນ ຄຳອະທິຖານຂອງພວກເຂົາຈຶ່ງເຫືອດແຫ້ງ.
ເຖິງແມ່ນວ່າຄົນຈະເວົ້າກັບພຣະເຈົ້າເມື່ອພວກເຂົາຄູ້ເຂົ່າລົງເພື່ອອະທິຖານ, ເຈົ້າກໍຕ້ອງເຫັນຢ່າງຊັດເຈນ: ການອະທິຖານເປັນວິທີທາງທີ່ພຣະວິນຍານບໍລິສຸດຈະເຮັດພາລະກິດໃນຜູ້ຄົນ. ພຣະວິນຍານບໍລິສຸດສ່ອງແສງສະຫວ່າງ, ສ່ອງແສງເຍືອງທາງ ແລະ ນໍາພາຜູ້ຄົນໃນຂະນະທີ່ພວກເຂົາອະທິຖານຢູ່ສະເໝີ. ຖ້າຄົນອະທິຖານ ແລະ ສະແຫວງຫາໃນຂະນະທີ່ພວກເຂົາຢູ່ໃນສະພາວະທີ່ຖືກຕ້ອງ, ພຣະວິນຍານບໍລິສຸດກໍຈະເຮັດພາລະກິດໃນເວລາດຽວກັນ. ນີ້ຄືຂໍ້ສັນຍາທີ່ບໍ່ສາມາດອະທິບາຍໄດ້ລະຫວ່າງພຣະເຈົ້າ ແລະ ມະນຸດ; ເຈົ້າຍັງສາມາດເວົ້າໄດ້ວ່າແມ່ນພຣະເຈົ້າທີ່ຊ່ວຍຜູ້ຄົນໃຫ້ຈັດການກັບເລື່ອງຕ່າງໆ. ການອະທິຖານເປັນວິທີການທີ່ຜູ້ຄົນຈະມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຮ່ວມມືກັບພຣະອົງ. ມັນຍັງເປັນວິທີການທີ່ພຣະເຈົ້າຈະຊ່ວຍຜູ້ຄົນໃຫ້ລອດພົ້ນ ແລະ ຊໍາລະລ້າງພວກເຂົາ. ຍິ່ງໄປກວ່ານັ້ນ, ມັນເປັນເສັ້ນທາງໃນການເຂົ້າສູ່ຊີວິດ; ມັນບໍ່ແມ່ນພິທີກຳ. ການອະທິຖານບໍ່ແມ່ນພຽງແຕ່ວິທີທີ່ຈະສ້າງແຮງຜັກດັນໃຫ້ຜູ້ຄົນ ແລະ ມັນບໍ່ແມ່ນວິທີຮຽນແບບເພື່ອເຮັດໃຫ້ພຣະເຈົ້າພໍໃຈ. ຄວາມຄິດແບບນີ້ແມ່ນບໍ່ຖືກຕ້ອງ. ການອະທິຖານເປັນສິ່ງທີ່ມີຄວາມໝາຍຢ່າງເລິກເຊິ່ງ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດຍ່າງໜີຈາກການອະທິຖານ ແລະ ການອ່ານພຣະທຳຂອງພຣະເຈົ້າ. ຜ່ານການອະທິຖານ, ພຣະວິນຍານບໍລິສຸດເຮັດພາລະກິດໃນຜູ້ຄົນ, ສ່ອງແສງສະຫວ່າງໃຫ້ພວກເຂົາ ແລະ ນໍາພາພວກເຂົາ. ຖ້າຄົນບໍ່ອະທິຖານຫາພຣະເຈົ້າ, ພວກເຂົາຈະພົບກັບຄວາມຫຍຸ້ງຍາກໃນການຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ. ຖ້າເຈົ້າອະທິຖານຢູ່ເລື້ອຍໆ, ປະຕິບັດການອະທິຖານຢູ່ເລື້ອຍໆ ແລະ ອະທິຖານດ້ວຍຫົວໃຈທີ່ຍອມຕໍ່ພຣະເຈົ້າຢູ່ເລື້ອຍໆ, ສະພາວະພາຍໃນຂອງເຈົ້າກໍຈະເປັນປົກກະຕິ. ເມື່ອເຈົ້າອະທິຖານ, ຖ້າໂດຍປົກກະຕິແລ້ວ ມັນເປັນພຽງສອງສາມປະໂຫຍກທີ່ເປັນຫຼັກຄຳສອນ ແລະ ເຈົ້າບໍ່ເປີດໃຈຂອງເຈົ້າໃຫ້ພຣະເຈົ້າ ຫຼື ສະແຫວງຫາຄວາມຈິງ ຫຼື ເຈົ້າບໍ່ຕຶກຕອງຄວາມປະສົງ ແລະ ຂໍ້ຮຽກຮ້ອງຂອງພຣະເຈົ້າ, ເຈົ້າກໍບໍ່ໄດ້ອະທິຖານຢ່າງແທ້ຈິງ. ມີພຽງແຕ່ຄົນທີ່ຕຶກຕອງຄວາມຈິງຢູ່ເລື້ອຍໆ, ຄົນທີ່ມີຫົວໃຈທີ່ໃກ້ຊິດກັບພຣະເຈົ້າຢູ່ເລື້ອຍໆ ແລະ ຄົນທີ່ໃຊ້ຊີວິດໃນພຣະທຳຂອງພຣະເຈົ້າຢູ່ເລື້ອຍໆຈຶ່ງມີການອະທິຖານທີ່ແທ້ຈິງ, ມີຄຳເວົ້າໃນຫົວໃຈຂອງພວກເຂົາເພື່ອເວົ້າກັບພຣະເຈົ້າ ແລະ ສາມາດສະແຫວງຫາຄວາມຈິງຈາກພຣະເຈົ້າ. ເພື່ອຮຽນຮູ້ວິທີການອະທິຖານ, ເຈົ້າຕ້ອງຕຶກຕອງພຣະທຳຂອງພຣະເຈົ້າຢູ່ເລື້ອຍໆ. ຖ້າເຈົ້າສາມາດເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ເຈົ້າກໍຈະມີອີກຫຼາຍສິ່ງໃນຫົວໃຈຂອງເຈົ້າເພື່ອເວົ້າກັບພຣະອົງ ແລະ ເຈົ້າຈະສາມາດເຂົ້າໃຈວ່າຄຳເວົ້າໃດທີ່ເປັນຄຳອະທິຖານທີ່ສົມເຫດສົມຜົນ ແລະ ຄຳເວົ້າໃດທີ່ບໍ່ສົມເຫດສົມຜົນ; ຄຳອະທິຖານໃດທີ່ເປັນການນະມັດສະການຢ່າງແທ້ຈິງ ແລະ ຄຳເວົ້າໃດທີ່ບໍ່ແມ່ນການນະມັດສະການ; ຄຳອະທິຖານໃດທີ່ເປັນການພະຍາຍາມເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄຳອະທິຖານໃດທີ່ເຈົ້າໄດ້ຕັດສິນໃຈແລ້ວ ແລະ ພຽງແຕ່ຂໍການອະນຸຍາດຈາກພຣະເຈົ້າເທົ່ານັ້ນ. ຖ້າເຈົ້າບໍ່ເຄີຍຈິງຈັງກັບເລື່ອງເຫຼົ່ານີ້, ການອະທິຖານຂອງເຈົ້າກໍຈະບໍ່ສຳເລັດຈັກເທື່ອ ແລະ ສະພາວະພາຍໃນຂອງເຈົ້າກໍຈະຜິດປົກກະຕິຢູ່ສະເໝີ. ສຳລັບສິ່ງທີ່ເປັນເຫດຜົນທີ່ເປັນປົກກະຕິ, ແມ່ນຫຍັງຄືສິ່ງທີ່ເປັນຄວາມເຊື່ອຟັງທີ່ແທ້ຈິງ, ແມ່ນຫຍັງຄືສິ່ງທີ່ເປັນການນະມັດສະການຢ່າງແທ້ຈິງ ແລະ ຄົນໆໜຶ່ງຄວນມີຕຳແໜ່ງຫຍັງໃນຂະນະທີ່ອະທິຖານ, ບົດຮຽນທັງໝົດນີ້ກ່ຽວພັນກັບຄວາມຈິງໃນການອະທິຖານ. ພວກມັນເປັນເລື່ອງທີ່ລະອຽດທັງສິ້ນ. ເພາະຄົນສ່ວນໃຫຍ່ບໍ່ສາມາດເຫັນເຮົາໄດ້ຢ່າງແທ້ຈິງ, ພວກເຂົາຈຶ່ງຖືກຈຳກັດໃຫ້ອະທິຖານຕໍ່ໜ້າພຣະວິນຍານ. ຫຼັງຈາກທີ່ເຈົ້າເລີ່ມອະທິຖານ, ມັນຈະກາຍມາເປັນຄຳຖາມທີ່ວ່າຄຳເວົ້າທີ່ເຈົ້າເວົ້ານັ້ນມີເຫດຜົນ ຫຼື ບໍ່, ຄຳເວົ້າຂອງເຈົ້າເຕັມໄປດ້ວຍຄວາມເຄົາລົບ ຫຼື ບໍ່, ສິ່ງທີ່ເຈົ້າຮ້ອງຂໍບັນເປັນໄປຕາມເກນການຮອງຮັບຂອງພຣະເຈົ້າ ຫຼື ບໍ່, ການອະທິຖານຂອງເຈົ້າມີອົງປະກອບທີ່ເປັນການຕໍ່ລອງ ຫຼື ເຈືອປົນດ້ວຍມົນທິນຂອງມະນຸດ ຫຼື ບໍ່, ຄຳອະທິຖານ ແລະ ຄຳເວົ້າຂອງເຈົ້າສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ ຫຼື ບໍ່, ເຈົ້າມີຄວາມຢຳເກງ, ຄວາມເຄົາລົບ ແລະ ຄວາມເຊື່ອຟັງທີ່ພິເສດຕໍ່ພຣະເຈົ້າ ຫຼື ບໍ່ ແລະ ເຈົ້າກຳລັງປະຕິບັດຕໍ່ພຣະເຈົ້າຄືກັບເປັນພຣະເຈົ້າແທ້ໆ ຫຼື ບໍ່. ເຈົ້າຕ້ອງຈິງຈັງກ່ຽວກັບສິ່ງທີ່ເຈົ້າເວົ້າໃນຄຳອະທິຖານ, ຮູ້ສຶກເຖິງຄວາມປະສົງຂອງພຣະເຈົ້າ ແລະ ເຮັດສອດຄ່ອງກັບຂໍ້ຮຽກຮ້ອງຂອງພຣະອົງ. ໂດຍການອະທິຖານໃນລັກສະນະນີ້ເທົ່ານັ້ນ, ເຈົ້າຈຶ່ງຈະຮູ້ຈັກເຖິງຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີໃນຫົວໃຈຂອງເຈົ້າ. ໂດຍເຮັດແບບນີ້ເທົ່ານັ້ນ, ເຈົ້າຈຶ່ງຈະສາມາດມີເຫດຜົນທີ່ເປັນປົກກະຕິເມື່ອເຈົ້າມາຢູ່ຕໍ່ໜ້າພຣະຄຣິດ. ຖ້າເຈົ້າບໍ່ອະທິຖານ ຫຼື ເວົ້າສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າຕໍ່ໜ້າພຣະວິນຍານ, ແລ້ວເມື່ອເຈົ້າມາຢູ່ຕໍ່ໜ້າພຣະຄຣິດ, ເຈົ້າກໍຈະມີແນວໂນ້ມທີ່ຈະຄິດຫາແນວຄິດຕ່າງໆ, ກະບົດ ແລະ ຕໍ່ຕ້ານພຣະອົງ ຫຼື ເຈົ້າຈະເວົ້າຢ່າງບໍ່ມີເຫດຜົນ, ເວົ້າຢ່າງບໍ່ກົງໄປກົງມາ ຫຼື ສ້າງຄວາມລົບກວນຢູ່ສະເໝີດ້ວຍຄຳເວົ້າ ແລະ ການກະທຳຂອງເຈົ້າ ແລະ ຫຼັງຈາກນັ້ນເຈົ້າກໍຈະທົນທຸກກັບການຕິຕຽນຢູ່ສະເໝີ. ເປັນຫຍັງເຈົ້າຈຶ່ງທົນທຸກກັບການຕິຕຽນຢູ່ສະເໝີ? ເພາະໂດຍທົ່ວໄປແລ້ວເຈົ້າຂາດຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບຄວາມຈິງໃນວິທີການນະມັດສະການ ຫຼື ປະຕິບັດຕໍ່ພຣະເຈົ້າ ແລະ ດ້ວຍເຫດນັ້ນ ເມື່ອເຈົ້າພົບກັບບັນຫາ, ເຈົ້າກໍເລີ່ມສັບສົນ, ບໍ່ຮູ້ວິທີການປະຕິບັດ ແລະ ມີຂໍ້ຜິດພາດຢູ່ສະເໝີ. ຄົນທີ່ເຊື່ອໃນພຣະເຈົ້າຄວນມາຢູ່ຕໍ່ໜ້າພຣະອົງແນວໃດ? ແນ່ນອນວ່າມັນຄວນຜ່ານການອະທິຖານ. ຖ້າເຈົ້າໄດ້ແກ້ໄຂທັດສະນະຂອງເຈົ້າເມື່ອເຈົ້າອະທິຖານ ແລະ ຫົວໃຈຂອງເຈົ້າສະຫງົບສຸກ, ເຈົ້າກໍຈະໄດ້ມາຢູ່ຕໍ່ໜ້າພຣະເຈົ້າ. ຫຼັງຈາກການອະທິຖານ, ເຈົ້າຕ້ອງໄຕ່ຕອງກ່ຽວກັບວ່າພຣະທຳທີ່ກ່າວອອກມາໃນຄຳອະທິຖານເປັນສິ່ງທີ່ມີເຫດຜົນ ຫຼື ບໍ່, ເຈົ້າຢູ່ໃນຕຳແໜ່ງທີ່ເໝາະສົມ ຫຼື ບໍ່, ເຈົ້າມີຄວາມເຊື່ອຟັງພຣະເຈົ້າ ຫຼື ບໍ່ ແລະ ເຈົ້າມີຄວາມບໍ່ບໍລິສຸດ ຫຼື ຄວາມບໍ່ຊື່ສັດຂອງມະນຸດ ຫຼື ບໍ່. ຖ້າເຈົ້າພົບເຫັນບັນຫາບາງຢ່າງ, ເຈົ້າກໍຕ້ອງສືບຕໍ່ອະທິຖານຫາພຣະເຈົ້າ ແລະ ເຈົ້າຕ້ອງຍອມຮັບຄວາມບໍ່ບໍລິສຸດ ແລະ ຂໍ້ບົກຜ່ອງຂອງເຈົ້າຕໍ່ໜ້າພຣະເຈົ້າ. ໂດຍການເວົ້າສິ່ງທີ່ຢູ່ໃນໃຈຂອງເຈົ້າຕໍ່ພຣະເຈົ້າໃນລັກສະນະນີ້, ສະພາວະຂອງເຈົ້າຈະເລີ່ມເປັນປົກກະຕິຂຶ້ນເລື້ອຍໆ, ເຈົ້າຈະເລີ່ມມີສະຕິ ແລະ ມີເຫດຜົນຂຶ້ນເລື້ອຍໆ ແລະ ສະພາວະທີ່ບໍ່ຖືກຕ້ອງຂອງເຈົ້າຈະມີໜ້ອຍລົງເລື້ອຍໆ. ຫຼັງຈາກທີ່ເຈົ້າປະຕິບັດໃນລັກສະນະນີ້ຊົ່ວໄລຍະໜຶ່ງ, ຄຳອະທິຖານຂອງເຈົ້າຈະດີຂຶ້ນ ແລະ ພຣະເຈົ້າຈະຮັບຟັງ ແລະ ຍອມຮັບພວກມັນເກືອບຕະຫຼອດເວລາ. ຄົນທີ່ສາມາດອະທິຖານເປັນປະຈໍາຫາພຣະເຈົ້າໃນລັກສະນະນີ້ແມ່ນເປັນຄົນທີ່ມາໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າບໍ່ຈິງຈັງກັບຄຳອະທິຖານ ຫຼື ແກ້ໄຂວິທີການອະທິຖານທີ່ບໍ່ຖືກຕ້ອງຂອງເຈົ້າ, ເຈົ້າກໍຈະບໍ່ຮູ້ວິທີການອະທິຖານ. ຜົນຕາມມາຂອງການບໍ່ຮູ້ວິທີການອະທິຖານກໍຄື ເຈົ້າຈະພົບວ່າມັນຍາກທີ່ຈະໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ. ຄົນປະເພດນີ້ຈະບໍ່ມີການເຂົ້າສູ່ຊີວິດໃດໆ ແລະ ພວກເຂົາຈະຢູ່ນອກພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ຮູ້ວິທີການອະທິຖານ ຫຼື ເວົ້າຕໍ່ໜ້າພຣະເຈົ້າ, ຖ້າເຈົ້າບໍ່ຈິງຈັງເມື່ອເຈົ້າເວົ້າ ໂດຍເວົ້າຫຍັງກໍຕາມທີ່ເຈົ້າຕ້ອງການ ແລະ ເຈົ້າບໍ່ຮູ້ສຶກວ່າມີບັນຫາຫຍັງເມື່ອເຈົ້າເວົ້າສິ່ງທີ່ບໍ່ຖືກຕ້ອງ ແລະ ຖ້າເຈົ້າປະໝາດ ແລະ ເຮັດໂງ່ໆຢູ່ສະເໝີ, ຜົນຕາມມາກໍຄືເມື່ອເຈົ້າມາຢູ່ຕໍ່ໜ້າພຣະຄຣິດ ເຈົ້າຈະຢ້ານທີ່ຈະເວົ້າ ຫຼື ເຮັດສິ່ງທີ່ບໍ່ຖືກຕ້ອງ. ຍິ່ງເຈົ້າຢ້ານທີ່ຈະເຮັດສິ່ງຕ່າງໆທີ່ບໍ່ຖືກຕ້ອງຫຼາຍສໍ່າໃດ, ເຈົ້າກໍຍິ່ງຈະເຮັດຜິດພາດຫຼາຍສໍ່ານັ້ນ ແລະ ເຈົ້າຈະບໍ່ສາມາດຊົດເຊີຍສຳລັບສິ່ງເຫຼົ່ານັ້ນໄດ້ຈັກເທື່ອ. ເພາະຄົນບໍ່ສາມາດສຳຜັດກັບພຣະຄຣິດຢູ່ສະເໝີ ຫຼື ໄດ້ຍິນພຣະຄຣິດເວົ້າກັບພວກເຂົາຊ່ອງໜ້າຢູ່ເລື້ອຍໆ, ເພາະເຮົາບໍ່ສາມາດມາຢູ່ຕໍ່ໜ້າພວກເຈົ້າຢູ່ເລື້ອຍໆ, ສິ່ງດຽວທີ່ພວກເຈົ້າສາມາດເຮັດໄດ້ຄືການສະແຫວງຫາຄວາມຈິງ ແລະ ເວົ້າຈາກໃຈຂອງພວກເຈົ້າຕໍ່ໜ້າພຣະວິນຍານໃນຄຳອະທິຖານທີ່ປະຈຳ ແລະ ມັນພຽງພໍແລ້ວ ຖ້າເຈົ້າມີໃນທີ່ອ່ອນນ້ອມ ແລະ ຢຳເກງພຣະເຈົ້າ. ເຖິງແມ່ນວ່າເຮົາຈະເວົ້າກັບພວກເຈົ້າຊ່ອງໜ້າ, ມັນກໍຂຶ້ນກັບພວກເຈົ້າທີ່ຈະຍອມຮັບ ແລະ ສະແຫວງຫາຄວາມຈິງ ແລະ ຍ່າງໃນເສັ້ນທາງແຫ່ງການຕິດຕາມພຣະເຈົ້າ. ນັບແຕ່ນີ້ເປັນຕົ້ນໄປ, ພວກເຈົ້າຕ້ອງເອົາໃຈໃສ່ຫຼາຍຂຶ້ນກັບສິ່ງທີ່ພວກເຈົ້າເວົ້າເມື່ອພວກເຈົ້າອະທິຖານ. ໃຊ້ເວລາຂອງພວກເຈົ້າເພື່ອອະທິຖານ, ໄຕ່ຕອງ ແລະ ຮູ້ສຶກ. ຈາກນັ້ນຫຼັງຈາກທີ່ພຣະວິນຍານບໍລິສຸດສ່ອງແສງສະຫວ່າງໃຫ້ພວກເຈົ້າ, ພວກເຈົ້າຈຶ່ງຈະມີຄວາມກ້າວໜ້າ. ຄວາມຮູ້ສຶກທີ່ພວກເຈົ້າຮັບເມື່ອພຣະວິນຍານບໍລິສຸດສ່ອງແສງສະຫວ່າງໃຫ້ພວກເຈົ້າແມ່ນລະອຽດອ່ອນເປັນພິເສດ. ຫຼັງຈາກທີ່ມີຄວາມຮູ້ສຶກທີ່ລະອຽດອ່ອນ ແລະ ຄວາມຮູ້ທີ່ລະອຽດອ່ອນຈໍານວນໜຶ່ງເຫຼົ່ານີ້, ຖ້າເຈົ້າເຮັດສິ່ງໃດໜຶ່ງ ຫຼື ຖ້າເຈົ້າຕິດຕໍ່ກັບພຣະຄຣິດເພື່ອຮັບມືກັບເລື່ອງໃດໜຶ່ງ, ຈາກນັ້ນເຈົ້າກໍຈະສາມາດຮັບຮູ້ໄດ້ວ່າຄຳເວົ້າໃດແມ່ນເວົ້າດ້ວຍຄວາມຮູ້ສຶກດີ ແລະ ຄຳເວົ້າໃດບໍ່ແມ່ນ, ສິ່ງໃດແມ່ນເຮັດດ້ວຍຄວາມຮູ້ສຶກດີ ແລະ ສິ່ງໃດບໍ່ແມ່ນ. ສະນັ້ນ, ເຈົ້າຈຶ່ງຈະບັນລຸຈຸດປະສົງໃນການອະທິຖານ.
ພຣະຄຳພີໄດ້ບັນທຶກຄຳອະທິຖານຂອງຫຼາຍຄົນທີ່ບໍ່ໄດ້ກຳນົດເງື່ອນໄຂຂອງພວກເຂົາເອງໃນຄຳອະທິຖານເຫຼົ່ານັ້ນ. ໃນທາງກົງກັນຂ້າມ, ພວກເຂົາໃຊ້ຄຳອະທິຖານເພື່ອສະແຫວງຫາ ແລະ ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ປ່ອຍໃຫ້ພຣະວິນຍານບໍລິສຸດຕັດສິນ. ຕົວຢ່າງ: ຄົນອິດສະຣາເອນໂຈມຕີເມືອງເຢຣິໂກຜ່ານຄຳອະທິຖານ. ປະຊາຊົນໃນເມືອງນິນາເວຍັງກັບໃຈ ແລະ ຮັບເອົາການອະໄພຂອງພຣະເຈົ້າຜ່ານຄຳອະທິຖານ. ການອະທິຖານບໍ່ແມ່ນພິທີກຳປະເພດໃດໜຶ່ງ. ມັນຄືການເຂົ້າຮ່ວມທີ່ແທ້ຈິງລະຫວ່າງບຸກຄົນໃດໜຶ່ງ ແລະ ພຣະເຈົ້າ ແລະ ມັນມີຄວາມສຳຄັນຢ່າງເລິກເຊິ່ງ. ຈາກການອະທິຖານຂອງຜູ້ຄົນ, ຄົນໆໜຶ່ງສາມາດເຫັນໄດ້ວ່າ ພວກເຂົາກຳລັງຮັບໃຊ້ພຣະເຈົ້າໂດຍກົງ. ຖ້າເຈົ້າເບິ່ງວ່າຄຳອະທິຖານເປັນພິທີກຳ, ຄຳອະທິຖານຂອງເຈົ້າກໍຈະບໍ່ມີປະສິດທິພາບ ແລະ ມັນຈະບໍ່ເປັນຄຳອະທິຖານທີ່ແທ້ຈິງ ເພາະເຈົ້າບໍ່ໄດ້ເວົ້າຄວາມຮູ້ສຶກໃນສ່ວນເລິກຂອງເຈົ້າຕໍ່ພຣະເຈົ້າ ຫຼື ເປີດໃຈຂອງເຈົ້າໃຫ້ພຣະອົງ. ສະນັ້ນຕາມມຸມມອງຂອງພຣະເຈົ້າ, ຄຳອະທິຖານຂອງເຈົ້າບໍ່ສຳຄັນ. ເຈົ້າບໍ່ໄດ້ຢູ່ໃນໃຈຂອງພຣະເຈົ້າ. ແລ້ວພຣະວິນຍານບໍລິສຸດຈະປະຕິບັດພາລະກິດໃນຕົວເຈົ້າໄດ້ແນວໃດ? ຜົນຕາມມາຈາກສິ່ງນີ້ກໍຄື ຫຼັງຈາກທີ່ປະຕິບັດພາລະກິດເປັນຊ່ວງເວລາໃດໜຶ່ງ, ເຈົ້າກໍຈະເລີ່ມອິດເມື່ອຍ. ນັບຕັ້ງແຕ່ນີ້ເປັນຕົ້ນໄປ, ຫາກປາສະຈາກການອະທິຖານ, ເຈົ້າຈະບໍ່ສາມາດປະຕິບັດພາລະກິດໄດ້. ມັນຄືການອະທິຖານທີ່ກໍ່ໃຫ້ເກີດພາລະກິດ ແລະ ການອະທິຖານທີ່ກໍ່ໃຫ້ເກີດການຮັບໃຊ້. ຖ້າເຈົ້າເປັນຜູ້ນໍາ, ຄົນທີ່ຮັບໃຊ້ພຣະເຈົ້າ ແຕ່ເຈົ້າບໍ່ເຄີຍອຸທິດຕົນເອງໃຫ້ກັບການອະທິຖານຈັກເທື່ອ ຫຼື ຈິງຈັງກັບຄຳອະທິຖານ, ເຈົ້າກໍຈະບໍ່ມີຄວາມຄິດທີ່ຈະສະແດງອອກຫາພຣະເຈົ້າ ແລະ ໃນລັກສະນະນີ້ ເຈົ້າກໍມີແນວໂນ້ມທີ່ຈະເຮັດຜິດເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າມີແນວໂນ້ມທີ່ຈະສະດຸດເມື່ອເຈົ້າອາໄສເຈດຕະນາຂອງເຈົ້າໃນການກະທຳຂອງເຈົ້າຢູ່ສະເໝີ. ມັນບໍ່ສາມາດຮັບໄດ້ທີ່ຈະເຊື່ອໃນພຣະເຈົ້າໂດຍບໍ່ອະທິຖານຢ່າງພຽງພໍ. ບາງຄົນບໍ່ຄ່ອຍອະທິຖານ ໂດຍຄິດວ່າຍ້ອນພຣະເຈົ້າບັງເກີດເປັນມະນຸດ, ມັນຈຶ່ງພຽງພໍທີ່ຈະອ່ານພຣະທຳຂອງພຣະເຈົ້າໂດຍກົງ. ໃນສິ່ງນີ້, ເຈົ້າຄິດງ່າຍເກີນໄປ. ເຈົ້າສາມາດໄດ້ຮັບແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດພຽງແຕ່ໂດຍການອ່ານພຣະທຳຂອງພຣະເຈົ້າໂດຍບໍ່ອະທິຖານຫາພຣະອົງບໍ? ຖ້າຄົນໆໜຶ່ງບໍ່ເຄີຍອະທິຖານຫາພຣະເຈົ້າຈັກເທື່ອ, ເຊິ່ງໃນສິ່ງນັ້ນເອງ ພວກເຂົາບໍ່ໄດ້ເວົ້າ ຫຼື ໂອ້ລົມກັບພຣະເຈົ້າຢ່າງແທ້ຈິງ ແລ້ວພວກເຂົາຈະພົບວ່າມັນຍາກຫຼາຍທີ່ຈະປະຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ເຮັດໃຫ້ພຣະເຈົ້າພໍໃຈໃນການປະຕິບັດໜ້າທີ່ຂອງພວກເຂົາ. ແມ່ນແຕ່ພຣະເຈົ້າທີ່ບັງເກີດເປັນມະນຸດກໍອະທິຖານບາງຄັ້ງ! ເມື່ອພຣະເຢຊູມາບັງເກີດເປັນມະນຸດ, ພຣະອົງຍັງອະທິຖານເຊັ່ນກັນ ເມື່ອເວົ້າເຖິງເລື່ອງທີ່ຮ້າຍແຮງ. ພຣະອົງອະທິຖານເທິງພູເຂົາ, ເທິງເຮືອ ແລະ ໃນສວນ. ພຣະອົງຍັງນໍາພາສາວົກຂອງພຣະອົງໃນການອະທິຖານເຊັ່ນກັນ. ຖ້າເຈົ້າມາຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ອະທິຖານຫາພຣະອົງ, ສິ່ງນີ້ກໍພິສູດວ່າເຈົ້າປະຕິບັດຕໍ່ພຣະເຈົ້າດັ່ງພຣະເຈົ້າ. ຖ້າເຈົ້າເຮັດຕາມຄວາມປາດຖະໜາຂອງເຈົ້າເອງຢູ່ເລື້ອຍໆ ແລະ ເຈົ້າປະລະການອະທິຖານຢູ່ເລື້ອຍໆ ແລະ ເຮັດສິ່ງຕ່າງໆທີ່ຫຼາກຫຼາຍລັບຫຼັງພຣະອົງ, ແລ້ວເຈົ້າກໍບໍ່ໄດ້ຮັບໃຊ້ພຣະເຈົ້າ, ເຈົ້າພຽງແຕ່ມີສ່ວນຮ່ວມໃນຄວາມບາກບັ່ນຂອງເຈົ້າເອງ. ຍ້ອນແນວນັ້ນ, ເຈົ້າຈະບໍ່ຖືກກ່າວໂທດບໍ? ຈາກພາຍນອກແລ້ວ ມັນຈະບໍ່ປາກົດຄືກັບວ່າ ເຈົ້າໄດ້ເຮັດຫຍັງທີ່ແຕກແຍກ ຫຼື ມັນຈະບໍ່ເບິ່ງຄືກັບວ່າເຈົ້າໝິ່ນປະໝາດພຣະເຈົ້າ, ແຕ່ເຈົ້າພຽງແຕ່ຈະຈັດການກັບເລື່ອງຕ່າງໆຂອງເຈົ້າເອງ. ເຈົ້າຈະມີສ່ວນໃນຄວາມບາກບັ່ນຂອງເຈົ້າເອງ ແລະ ສະແຫວງຫາຊື່ສຽງ, ຜົນໄດ້ຮັບ ແລະ ສະຖານະ ແລະ ຜົນປະໂຫຍດສ່ວນຕົວ. ນີ້ບໍ່ແມ່ນການຂັດຂວາງວຽກງານຂອງຄຣິສຕະຈັກບໍ? ໃນທາງຜິວເຜີນແລ້ວ, ເຖິງແມ່ນມັນປາກົດຄືວ່າເຈົ້າບໍ່ໄດ້ກຳລັງລົບກວນ, ໃນແກ່ນແທ້ນັ້ນ ການກະທຳຂອງເຈົ້າກຳລັງເຈົ້າຕໍ່ຕ້ານພຣະເຈົ້າ. ຖ້າເຈົ້າບໍ່ເຄີຍກັບໃຈ ຫຼື ປ່ຽນແປງຈັກເທື່ອ, ເຈົ້າກໍຈະຕົກຢູ່ໃນອັນຕະລາຍ.
ທຸກຄົນຢູ່ໃນສະພາວະທີ່ເຈັບປວດ ແລະ ທຸກທໍລະມານເມື່ອບາງສິ່ງທີ່ບໍ່ເປັນຕາພໍໃຈໄດ້ເກີດຂຶ້ນ ແລະ ບໍ່ຕ້ອງການເວົ້າກັບຄົນໃດອີກ. ຫຼັງຈາກຊົ່ວໄລຍະໜຶ່ງ, ພວກເຂົາກໍຮູ້ສຶກດີຂຶ້ນ ແຕ່ສະພາວະນີ້ບໍ່ໄດ້ຮັບການແກ້ໄຂ. ບາງຄັ້ງພວກເຂົາກໍເປີດເຜີຍອຸປະນິໄສທີ່ເສື່ອມຊາມໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ພວກເຂົາຖ່ວງດຶງພາລະກິດ ຫຼື ພວກເຂົາຖືກລິຮານ ແລະ ຈັດການ, ພວກເຂົາເຈັບປວດ ແລະ ໂສກເສົ້າເສຍໃຈ, ແຕ່ຖ້າຄົນໆໜຶ່ງບໍ່ສະແຫວງຫາຄວາມຈິງເພື່ອແກ້ໄຂສິ່ງນີ້ ແລ້ວສະພາວະທີ່ຜິດປົກກະຕິນີ້ກໍຈະບໍ່ໄດ້ຮັບການແກ້ໄຂ. ມີເທົ່າໃດຄັ້ງທີ່ພວກເຈົ້າໄດ້ມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມເຈັບປວດ ແລະ ຄວາມໂສກເສົ້າເສຍໃຈຂອງພວກເຈົ້າເພື່ອອະທິຖານ? ພວກເຈົ້າທຸກຄົນມີແນວຄິດທີ່ຜ່ອນຄາຍ ແລະ ພຽງແຕ່ເຮັດມັນພໍແລ້ວມືແລ້ວຕີນ. ໃນລັກສະນະນີ້, ມີຫຼາຍຄົງທີ່ອ້າງວ່າເຊື່ອໃນພຣະເຈົ້າ ແຕ່ບໍ່ມີພຣະເຈົ້າໃນຫົວໃຈຂອງພວກເຂົາ. ບໍ່ວ່າພວກເຂົາຈະປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະພົບພໍ້ກັບບັນຫາໃດກໍຕາມ, ພວກເຂົາບໍ່ເຄີຍອະທິຖານ ຫຼື ສະແຫວງຫາຄວາມຈິງຈັກເທື່ອ. ພວກເຂົາອາໄສຄວາມປະສົງຂອງພວກເຂົາເອງເພື່ອເຮັດສິ່ງຕ່າງໆຢ່າງຫຼັບຫູຫຼັບຕາ, ຄືກັບວ່າພວກເຂົາທົນຮັບການທົນທຸກ ແລະ ໃຊ້ພາລະກຳລັງ ແລະ ພວກເຂົາຄິດວ່າພວກເຂົາກຳລັງເຮັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ, ເຖິງແມ່ນວ່າພວກເຂົາບໍ່ໄດ້ເກີດຜົນຫຍັງ ແລະ ຄວາມພະຍາຍາມຂອງພວກເຂົາສູນເປົ່າ. ຄົນມັກເພິ່ງພາຄວາມປະສົງຂອງພວກເຂົາເອງ ແລະ ພັດຫຼົງໃນຂະນະທີ່ພວກເຂົາຍ່າງ. ຫຼັງຈາກທີ່ພວກເຂົາເຮັດວຽກງານໄດ້ໜ້ອຍໜຶ່ງ, ພວກເຂົາກໍເລີ່ມອວດດີ, ຮູ້ສຶກວ່າພວກເຂົາມີຕົ້ນທຶນ ແລະ ຈາກນັ້ນພວກເຂົາກໍບໍ່ມີບ່ອນໃຫ້ພຣະເຈົ້າໃນໃຈຂອງພວກເຂົາ. ຈາກສິ່ງນີ້, ຄົນໆໜຶ່ງສາມາດເຫັນໄດ້ວ່າທຳມະຊາດຂອງຜູ້ຄົນຄືການທໍລະຍົດ. ຄົນເຖິງກັບຄິດວ່າ “ຈະບໍ່ສາມາດມີບ່ອນໃຫ້ພຣະເຈົ້າໃນໃຈຂອງຂ້ອຍໄດ້ແນວໃດ ຖ້າຂ້ອຍເຊື່ອໃນພຣະອົງ? ຂ້ອຍບໍ່ໄດ້ເຮັດວຽກໃຫ້ຄຣິສຕະຈັກບໍໃນຕອນນີ້? ພຣະເຈົ້າຈະສາມາດປະຖິ້ມຂ້ອຍໄດ້ແນວໃດ?” ມັນບໍ່ແມ່ນວ່າພຣະເຈົ້າຕ້ອງການປະຖິ້ມເຈົ້າ, ມັນພຽງແຕ່ວ່າເຈົ້າບໍ່ມີບ່ອນໃຫ້ພຣະເຈົ້າໃນໃຈຂອງເຈົ້າ. ບໍ່ວ່າເຈົ້າຈະເຮັດວຽກຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ສາມາດໄຖ່ຕົນເອງຈາກການເຮັດສິ່ງນີ້, ເຈົ້າຈະບໍ່ມີທາງຮັບເອົາພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ເຈົ້າຈະສືບຕໍ່ເຮັດໃຫ້ຕົນເອງຫ່າງຈາກພຣະເຈົ້າ ແລະ ທໍລະຍົດພຣະອົງ. ບົດຮຽນແຫ່ງການອະທິຖານນີ້ເປັນສິ່ງທີ່ເລິກເຊິ່ງທີ່ສຸດ. ຖ້າເຈົ້າເຮັດໜ້າທີ່ຂອງເຈົ້າໂດຍບໍ່ໄດ້ອະທິຖານເລີຍ, ການປະຕິບັດຂອງເຈົ້າກໍຈະບໍ່ໄດ້ມາດຕະຖານ ແລະ ການເຮັດວຽກໜັກຂອງເຈົ້າກໍຈະສູນເປົ່າ. ຍິ່ງສະພາວະຂອງເຈົ້າຜິດປົກກະຕິສໍ່າໃດ, ເຈົ້າກໍຄວນອະທິຖານຫຼາຍສໍ່ານັ້ນ. ຖ້າບໍ່ມີການອະທິຖານ, ສະພາວະຂອງເຈົ້າພຽງແຕ່ຈະຮ້າຍແຮງຂຶ້ນເລື້ອຍໆ ແລະ ໜ້າທີ່ຂອງເຈົ້າຈະບໍ່ມີປະສິດທິພາບ. ການອະທິຖານບໍ່ໄດ້ຂຶ້ນກັບວ່າເຈົ້າເວົ້າສິ່ງດີໆສໍ່າໃດ. ໃນທາງກົງກັນຂ້າມ, ມັນຮຽກຮ້ອງໃຫ້ເວົ້າຈາກໃຈຂອງເຈົ້າ, ເວົ້າຄວາມຈິງຈາກຄວາມຫຍຸ້ງຍາກຂອງເຈົ້າເອງ, ເວົ້າຈາກຕຳແໜ່ງຂອງສິ່ງທີ່ຖືກສ້າງ ແລະ ຈາກທັດສະນະຂອງການເຊື່ອຟັງ: “ພຣະເຈົ້າ, ພຣະອົງຮູ້ວ່າມະນຸດເຂັ້ມແຂງສໍ່າໃດ. ກະລຸນາຊີ້ນໍາຂ້ານ້ອຍໃນເລື່ອງນີ້. ພຣະອົງຮູ້ວ່າຂ້ານ້ອຍອ່ອນແອ, ຂ້ານ້ອຍຂາດເຂີນຢ່າງຮ້າຍແຮງ, ຂ້ານ້ອຍບໍ່ເໝາະສົມໃຫ້ພຣະອົງໃຊ້, ຂ້ານ້ອຍກະບົດ ແລະ ເມື່ອໃດກໍຕາມທີ່ຂ້ານ້ອຍກະທຳການ, ຂ້ານ້ອຍກໍຂັດຂວາງພາລະກິດຂອງພຣະອົງ ແລະ ເຮັດສິ່ງຕ່າງໆທີ່ບໍ່ສອດຄ່ອງກັບຄວາມປະສົງຂອງພຣະອົງ. ຂ້ານ້ອຍຂໍໃຫ້ພຣະອົງເຮັດພາລະກິດຂອງພຣະອົງ, ຂ້ານ້ອຍພຽງແຕ່ປາດຖະໜາທີ່ຈະເຊື່ອຟັງ ແລະ ໃຫ້ການຮ່ວມມື...”. ຖ້າເຈົ້າບໍ່ສາມາດກ່າວແມ່ນແຕ່ຄຳເວົ້າເຫຼົ່ານີ້, ກໍບໍ່ມີຄວາມຫວັງສຳລັບເຈົ້າ. ບາງຄົນຄິດວ່າ “ເມື່ອຂ້ອຍອະທິຖານ, ຂ້ອຍຍັງຈຳເປັນຕ້ອງແຍກແຍະວ່າຂ້ອຍອະທິຖານດ້ວຍເຫດຜົນ ຫຼື ບໍ່. ແລ້ວຂ້ອຍຄວນອະທິຖານແນວໃດ?” ມັນໃຊ້ເວລາດົນບໍເພື່ອແຍກແຍະວ່າເຈົ້າມີເຫດຜົນ ຫຼື ບໍ່? ຫຼັງຈາກການອະທິຖານແຕ່ລະຄັ້ງ, ໃຫ້ໄຕ່ຕອງຢ່າງຈິງໃຈ ແລະ ເຈົ້າຈະພົບກັບຄວາມຊັດເຈນ. ເມື່ອເຈົ້າເຮັດສິ່ງນີ້, ເຈົ້າຈະເລີ່ມມີເຫດຜົນຫຼາຍຂຶ້ນໃນການອະທິຖານຕໍ່ມາ ເພາະເມື່ອເຈົ້າອະທິຖານ, ເຈົ້າຈະຮູ້ວ່າບາງຄຳເວົ້າບໍ່ເໝາະສົມ. ເມື່ອມະນຸດອະທິຖານ, ຄວາມສຳພັນຂອງພວກເຂົາກັບພຣະເຈົ້າຊື່ກົງທີ່ສຸດ ແລະ ໃກ້ຊິດທີ່ສຸດ. ເຈົ້າສາມາດຄູ້ເຂົ່າລົງຢ່າງເປັນປົກກະຕິ ແລະ ອະທິຖານໄດ້ທັນທີບໍ ເມື່ອເຈົ້າເຮັດສິ່ງຕ່າງໆ? ບໍ່ສະເໝີໄປ; ມັນຂຶ້ນກັບສະພາບແວດລ້ອມ. ເມື່ອເຈົ້າຢູ່ເຮືອນຄົນດຽວ ແລະ ເຈົ້າຄູ້ເຂົ່າລົງ ແລະ ອະທິຖານຫາພຣະເຈົ້າ, ຄວາມສຳພັນຂອງເຈົ້າກັບພຣະເຈົ້າກໍໃກ້ຊິດທີ່ສຸດ. ເຈົ້າສາມາດເວົ້າແມ່ນຫຍັງກໍຕາມທີ່ຢູ່ໃນໃຈຂອງເຈົ້າ ແລະ ເຈົ້າຮູ້ສຶກປິຕິຍິນດີທີ່ສຸດ. ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ, ຖ້າເຈົ້າອະທິຖານກ່ອນ, ການອ່ານພຣະທຳຂອງພຣະເຈົ້າກໍຈະເຮັດໃຫ້ຮູ້ສຶກແຕກຕ່າງ. ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ໃຫ້ອະທິຖານ ແລະ ສະແຫວງຫາກ່ອນ, ຈາກນັ້ນໃຈຂອງເຈົ້າຈະຈິງຈັງ ແລະ ເມື່ອເຈົ້າປະຕິບັດໜ້າທີ່ຂອງເຈົ້າ, ຜົນຮັບຈະມີຄວາມແຕກຕ່າງ. ຖ້າເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ພົບແສງສະຫວ່າງ, ຈາກນັ້ນໃຫ້ອະທິຖານຫາພຣະເຈົ້າ ແລະ ເຈົ້າຈະພົບກັບຄວາມປິຕິຍິນດີຫຼາຍຂຶ້ນ. ຖ້າເຈົ້າບໍ່ເຄີຍອະທິຖານຈັກເທື່ອ, ເຈົ້າຈະບໍ່ຮູ້ສຶກເຖິງການສະຖິດຢູ່ຂອງພຣະເຈົ້າ ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງເຈົ້າ. ໃນບາງຄັ້ງ, ການອ່ານພຣະທຳຂອງພຣະເຈົ້າຈະບໍ່ສ່ອງແສງສະຫວ່າງໃຫ້ເຈົ້າ ແລະ ຫຼັງຈາກທີ່ອ່ານພຣະທຳຂອງພຣະອົງ, ຈະບໍ່ມີຜົນສະທ້ອນທີ່ຊັດເຈນ. ບໍ່ມີຫຍັງທີ່ເຈົ້າເຮັດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າທີ່ຈະສາມາດເກີດຂຶ້ນໂດຍບໍ່ມີການອະທິຖານ. ຖ້າເຈົ້າອະທິຖານຫາພຣະເຈົ້າຢູ່ເລື້ອຍໆ ແລະ ຄວາມສຳພັນຂອງເຈົ້າກັບພຣະເຈົ້າກາຍມາເປັນປົກກະຕິ, ເຈົ້າຈະມີການເຂົ້າສູ່ຊີວິດ ແລະ ຄວາມເຊື່ອຂອງເຈົ້າຈະເລີ່ມເຂັ້ມແຂງຂຶ້ນ. ຖ້າເຈົ້າບໍ່ອະທິຖານເປັນເວລາດົນ, ເຈົ້າຈະສູນເສຍຄວາມເຊື່ອຂອງເຈົ້າ ແລະ ຈາກນັ້ນເຈົ້າຈະບັນລຸການເຂົ້າສູ່ຊີວິດໄດ້ແນວໃດ? ຄົນທີ່ມີຄວາມເຊື່ອທີ່ແທ້ຈິງຮັບເອົາມັນໄດ້ໂດຍການໃຊ້ຊີວິດຕໍ່ໜ້າພຮະເຈົ້າຜ່ານການອະທິຖານ ແລະ ການສະແຫວງຫາຄວາມຈິງຜ່ານການອະທິຖານ. ຫຼາຍຄົນພຽງແຕ່ເຮັດແລ້ວມືແລ້ວຕີນເມື່ອພວກເຂົາອະທິຖານ ແລະ ບໍ່ສະແຫວງຫາຄວາມຈິງ. ພວກເຂົາພຽງແຕ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ຂໍເມື່ອບາງສິ່ງເກີດຂຶ້ນ ແລະ ພວກເຂົາບໍ່ສາມາດເຮັດຫຍັງໄດ້ອີກ. ພວກເຂົາບັງຄັບໃຫ້ພຣະເຈົ້າເຮັດຕາມທີ່ພວກເຂົາປາດຖະໜາ ແລະ ເຮັດໃຫ້ພວກເຂົາພໍໃຈ. ນີ້ຄືການອະທິຖານທີ່ແທ້ຈິງບໍ? ພຣະເຈົ້າຮັບຟັງຄຳອະທິຖານເຊັ່ນນີ້ບໍ? ການອະທິຖານ ແລະ ການສະແຫວງຫາໃນການສະຖິດຂອງພຣະເຈົ້າບໍ່ແມ່ນເລື່ອງການບັງຄັບໃຫ້ພຣະເຈົ້າເຮັດສິ່ງທີ່ເຈົ້າຕ້ອງການ, ແຮງໄກທີ່ຈະຮຽກຮ້ອງໃຫ້ພຣະອົງເຮັດນີ້ ຫຼື ເຮັດນັ້ນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນການສະແດງອອກເຖິງການຂາດຄວາມສຳນຶກ. ແມ່ນຫຍັງຄືຄຳອະທິຖານທີ່ສົມເຫດສົມຜົນ? ແມ່ນຫຍັງຄືຄຳອະທິຖານທີ່ບໍ່ສົມເຫດສົມຜົນ? ເຈົ້າຈະຮູ້ຈັກສິ່ງເຫຼົ່ານີ້ຈາກປະສົບການຫຼັງຈາກຊົ່ວໄລຍະໜຶ່ງ. ຕົວຢ່າງເຊັ່ນ: ຫຼັງຈາກທີ່ເຈົ້າອະທິຖານ, ເຈົ້າອາດຮູ້ສຶກວ່າພຣະວິນຍານບໍລິສຸດບໍ່ເຮັດຕາມສິ່ງທີ່ເຈົ້າອະທິຖານຂໍ ຫຼື ຊີ້ນໍາເຈົ້າຕາມທີ່ເຈົ້າອະທິຖານຂໍ. ຄັ້ງຕໍ່ໄປທີ່ເຈົ້າອະທິຖານ, ເຈົ້າກໍ່ຈະອະທິຖານຢ່າງແຕກຕ່າງ. ເຈົ້າຈະບໍ່ພະຍາຍາມບັງຄັບພຣະເຈົ້າຄືກັບທີ່ເຈົ້າພະຍາຍາມຄັ້ງກ່ອນ ຫຼື ຮຽກຮ້ອງຈາກພຣະອົງ ໂດຍອີງໃສ່ຄວາມປາຖະໜາຂອງເຈົ້າເອງ. ເຈົ້າຈະເວົ້າວ່າ “ໂອ ພຣະເຈົ້າ! ຂໍໃຫ້ທຸກສິ່ງສຳເລັດຕາມຄວາມປະສົງຂອງພຣະອົງ”. ຕາບໃດທີ່ເຈົ້າໃຫ້ຄວາມສຳຄັນກັບວິທີການນີ້, ແລ້ວຫຼັງຈາກເຂົ້າໃຈໄດ້ຊົ່ວໄລຍະໜຶ່ງ, ເຈົ້າຈະຮູ້ວ່າການອະທິຖານທີ່ມີເຫດຜົນແມ່ນຫຍັງ ແລະ ການອະທິຖານທີ່ບໍ່ມີເຫດຜົນແມ່ນຫຍັງ. ຍັງມີສະພາວະທີ່ເມື່ອເຈົ້າອະທິຖານຕາມຄວາມປາຖະໜາຂອງເຈົ້າເອງ, ເຈົ້າຮູ້ສຶກໃນວິນຍານຂອງເຈົ້າວ່າຄຳອະທິຖານຂອງເຈົ້າຈະບໍ່ມີຊີວິດຊີວາ ແລະ ໃນອີກບໍ່ດົນເຈົ້າຈະພົບວ່າຕົນເອງບໍ່ມີຫຍັງໃຫ້ເວົ້າ. ຍິ່ງເຈົ້າພະຍາຍາມເວົ້າຫຼາຍສໍ່າໃດ, ມັນກໍຍິ່ງຂັດຫູຫຼາຍສໍ່ານັ້ນ. ສິ່ງນີ້ພິສູດວ່າ ເມື່ອເຈົ້າອະທິຖານແບບນີ້, ເຈົ້າກໍ່ກຳລັງເຮັດຕາມເນື້ອໜັງຢ່າງສົມບູນ ແລະ ພຣະວິນຍານບໍລິສຸດຈະບໍ່ປະຕິບັດພາລະກິດ ຫຼື ຊີ້ນໍາເຈົ້າໃນລັກສະນະນັ້ນ. ສິ່ງນີ້ກໍ່ເປັນເລື່ອງການຄົ້ນຫາ ແລະ ປະສົບການເຊັ່ນກັນ. ເມື່ອເຈົ້າຜະເຊີນກັບເລື່ອງດັ່ງກ່າວຫຼາຍຂຶ້ນ, ເຈົ້າຈະເລີ່ມເຂົ້າໃຈພວກເຂົາຢ່າງເປັນທຳມະຊາດ.
ຫຼັກໆແລ້ວ ຄຳອະທິຖານແມ່ນກ່ຽວກັບການເວົ້າຢ່າງກົງໄປກົງມາກັບພຣະເຈົ້າ ແລະ ບອກພຣະອົງສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ. ເຈົ້າເວົ້າວ່າ “ພຣະເຈົ້າ! ພຣະອົງຮູ້ຈັກຄວາມເສື່ອມຊາມຂອງມະນຸດ. ມື້ນີ້, ຂ້ານ້ອຍໄດ້ເຮັດອີກສິ່ງທີ່ບໍ່ສົມເຫດສົມຜົນ. ຂ້ານ້ອຍເຊື່ອງເຈດຕະນາໜຶ່ງ ນັ້ນກໍ່ຄື ຂ້ານ້ອຍເປັນຄົນທີ່ຫຼອກລວງ. ຂ້ານ້ອຍບໍ່ໄດ້ປະຕິບັດຕາມຄວາມປະສົງຂອງພຣະອົງ ຫຼື ຄວາມຈິງ. ຂ້ານ້ອຍເຮັດຕາມທີ່ຂ້ານ້ອຍຕ້ອງການ ແລະ ພະຍາຍາມແກ້ຕົວໃຫ້ກັບຕົນເອງ. ຕອນນີ້, ຂ້ານ້ອຍຮັບຮູ້ເຖິງຄວາມເສື່ອມຊາມຂອງຂ້ານ້ອຍ. ຂ້ານ້ອຍຂໍໃຫ້ພຣະອົງສ່ອງແສງແກ່ຂ້ານ້ອຍຫຼາຍຂຶ້ນ ແລະ ຍອມໃຫ້ຂ້ານ້ອຍເຂົ້າໃຈຄວາມຈິງ, ນໍາຄວາມຈິງນັ້ນເຂົ້າສູ່ການປະຕິບັດ ແລະ ໂຍນຄວາມເສື່ອມຊາມນີ້ຖິ້ມ”. ໃຫ້ອະທິຖານໃນລັກສະນະນີ້; ລະບຸສິ່ງທີ່ເປັນຈິງ ແລະ ເວົ້າໃນລັກສະນະທີ່ເປັນຈິງ. ເມື່ອຄົນສ່ວນໃຫຍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ, ຄຳເວົ້າສ່ວນໃຫຍ່ຂອງພວກເຂົາກໍເປັນຄຳເວົ້າແຫ່ງຫຼັກຄຳສອນ. ພວກມັນບໍ່ແມ່ນຄຳອະທິຖານທີ່ແທ້ຈິງຈາກໃຈ. ມັນພຽງແຕ່ເປັນເລື່ອງການຄິດວ່າພວກເຂົາມີຄວາມຮູ້ໜ້ອຍໜຶ່ງ ແລະ ໃຈຂອງພວກເຂົາເຕັມໃຈທີ່ຈະກັບໃຈ ແຕ່ພວກເຂົາບໍ່ໄດ້ທຸ່ມເທຄວາມພະຍາຍາມຫຍັງໃນການຕຶກຕອງ ຫຼື ການເຂົ້າໃຈຄວາມຈິງຢ່າງສົມບູນ. ສິ່ງນີ້ສົ່ງຜົນກະທົບຕໍ່ຄວາມກ້າວໜ້າໃນຊີວິດຂອງພວກເຂົາ. ຖ້າເຈົ້າສາມາດຕຶກຕອງພຣະທຳຂອງພຣະເຈົ້າ ແລະ ສະແຫວງຫາຄວາມຈິງເມື່ອເຈົ້າອະທິຖານ ແລະ ໃຫ້ພຣະວິນຍານບໍລິສຸດສ່ອງແສງສະຫວ່າງໃຫ້ເຈົ້າ, ມັນກໍກຸ້ມຄ່າຫຼາຍກວ່າການຄິດກ່ຽວກັບມັນ ແລະ ການເຂົ້າໃຈມັນເທົ່ານັ້ນ; ເຈົ້າຈະສາມາດເຂົ້າໃຈຫຼັກການແຫ່ງຄວາມຈິງ. ພຣະວິນຍານບໍລິສຸດດົນບັນດານຜູ້ຄົນເມື່ອພຣະອົງເຮັດພາລະກິດ ແລະ ພຣະອົງສ່ອງແສງສະຫວ່າງ ແລະ ໃຫ້ແສງເຍືອງທາງແກ່ຜູ້ຄົນໃນພຣະທຳຂອງພຣະເຈົ້າ ເພື່ອວ່າຜູ້ຄົນຈະມີຄວາມເຂົ້າໃຈທີ່ແທ້ຈິງ ແລະ ການກັບໃຈທີ່ແທ້ຈິງ ເຊິ່ງເລິກເຊິ່ງຫຼາຍກວ່າຄວາມຄິດ ແລະ ຄວາມເຂົ້າໃຈຂອງຜູ້ຄົນຫຼາຍ. ເຈົ້າຕ້ອງເຂົ້າໃຈສິ່ງນີ້ໄດ້ຢ່າງຖີ່ຖ້ວນ. ຖ້າເຈົ້າພຽງແຕ່ມີຄວາມຄິດ ແລະ ການກວດສອບທີ່ຕື້ນໆ ແລະ ຕາມອຳເພີໃຈ, ເຈົ້າບໍ່ມີເສັ້ນທາງທີ່ເໝາະສົມໃຫ້ປະຕິບັດຫຼັງຈາກນັ້ນ ແລະ ເຈົ້າຈະບັນລຸການເຂົ້າສູ່ຄວາມຈິງທີ່ເລັກໆນ້ອຍໆ, ແລ້ວເຈົ້າຈະຍັງບໍ່ສາມາດມີການປ່ຽນແປງ. ຕົວຢ່າງເຊັ່ນ: ມີຫຼາຍຄັ້ງທີ່ເຈົ້າຕັດສິນໃຈສະຫຼະຕົນເອງຢ່າງຈິງໃຈໃຫ້ກັບພຣະເຈົ້າ ແລະ ຕອບແທນຄວາມຮັກຂອງພຣະອົງຢ່າງຈິງໃຈ. ເຖິງຢ່າງໃດກໍຕາມ, ເຖິງແມ່ນຈະຄິດຫາຄວາມປາຖະໜານີ້, ເຈົ້າອາດບໍ່ສະຫຼະຄວາມພະຍາຍາມຫຼາຍສໍ່ານັ້ນ ແລະ ຫົວໃຈຂອງເຈົ້າອາດບໍ່ອຸທິດຕໍ່ຄວາມພາກພຽນຢ່າງສົມບູນ. ເຖິງຢ່າງໃດກໍ່ຕາມ, ຖ້າໄດ້ອະທິຖານ ແລະ ຖືກດົນບັນດານແລ້ວ, ເຈົ້າກໍ່ເດັດຂາດ ແລະ ເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍເຕັມໃຈທີ່ຈະອົດກັ້ນຕໍ່ຄວາມລຳບາກ. ຂ້ານ້ອຍເຕັມໃຈທີ່ຈະຍອມຮັບການທົດລອງຂອງພຣະອົງ; ແລະ ຂ້ານ້ອຍເຕັມໃຈທີ່ຈະຍອມອ່ອນນ້ອມຕໍ່ພຣະອົງຢ່າງສົມບູນ. ບໍ່ວ່າຄວາມທົນທຸກຂອງຂ້ານ້ອຍຈະມີຫຼາຍສໍ່າໃດ, ຂ້ານ້ອຍເຕັມໃຈທີ່ຈະຕອບແທນຄວາມຮັກຂອງພຣະອົງ. ຂ້ານ້ອຍໄດ້ຮັບຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ ແລະ ພຣະອົງໄດ້ຍົກຂ້ານ້ອຍຂຶ້ນ. ດ້ວຍເຫດນີ້, ຂ້ານ້ອຍຂອບໃຈພຣະອົງຈາກສ່ວນເລິກຫົວໃຈຂອງຂ້ານ້ອຍ ແລະ ມອບສະຫງ່າລາສີທັງໝົດໃຫ້ແກ່ພຣະອົງ”, ຫຼັງຈາກທີ່ໄດ້ອະທິຖານແບບນັ້ນ, ຮ່າງກາຍທັງໝົດຂອງເຈົ້າກໍ່ຈະມີພະລັງ ແລະ ເຈົ້າຈະມີເສັ້ນທາງໃຫ້ປະຕິບັດ. ນີ້ແມ່ນຜົນຂອງຄຳອະທິຖານ. ຫຼັງຈາກບຸກຄົນໜຶ່ງອະທິຖານ, ພຣະວິນຍານບໍລິສຸດກໍ່ຕັ້ງໃຈທີ່ຈະປະຕິບັດພາລະກິດໃນພວກເຂົາ, ໂດຍສ່ອງແສງ, ເຍືອງທາງ ແລະ ຊີ້ນໍາພວກເຂົາ, ມອບຄວາມເຊື່ອ ແລະ ຄວາມກ້າຫານ ແລະ ເຮັດໃຫ້ພວກເຂົາສາມາດນໍາຄວາມເຊື່ອເຂົ້າການປະຕິບັດໃຫ້ແກ່ພວກເຂົາ. ມີຄົນທີ່ອ່ານພຣະທຳຂອງພຣະເຈົ້າໃນປະຈຳວັນ ໂດຍບໍ່ບັນລຸຜົນດັ່ງກ່າວ. ເຖິງຢ່າງໃດກໍຕາມ, ຫຼັງຈາກທີ່ພວກເຂົາໄດ້ອ່ານພຣະທຳເຫຼົ່ານັ້ນ, ພວກເຂົາໂອ້ລົມກ່ຽວກັບພຣະທຳເຫຼົ່ານັ້ນ ແລະ ຫົວໃຈຂອງພວກເຂົາກໍ່ສົດຊື່ນຂຶ້ນ ແລະ ພວກເຂົາກໍ່ຄົ້ນພົບບາງສິ່ງໃນເສັ້ນທາງຢູ່ຂ້າງໜ້າ. ນອກຈາກນັ້ນ, ຖ້າພຣະວິນຍານບໍລິສຸດດົນບັນດານເຈົ້າ ແລະ ໃຫ້ພາລະບາງຢ່າງແກ່ເຈົ້າ, ພ້ອມທັງພາລະໜ້ອຍໜຶ່ງ, ຜົນໄດ້ຮັບກໍ່ຈະແຕກຕ່າງກັນຫຼາຍຢ່າງແນ່ນອນ. ເມື່ອເຈົ້າອ່ານພຣະທຳຂອງພຣະເຈົ້າ, ເຈົ້າອາດໄດ້ຮັບການດົນບັນດານພໍສົມຄວນ ແລະ ໃນເວລານັ້ນເຈົ້າອາດຮ້ອງໄຫ້. ຫຼັງຈາກຊົ່ວໄລຍະໜຶ່ງ, ຄວາມຮູ້ສຶກນັ້ນຈະຜ່ານໄປ. ແຕ່ຖ້າຄຳອະທິຖານທີ່ເຈົ້າໃຫ້ນັ້ນມີນໍ້າຕາ, ກະຕືລືລົ້ນ, ແທ້ຈິງ ແລະ ຈິງໃຈ ແລະ ເຈົ້າກໍຈະໄດ້ຮັບການດົນບັນດານໂດຍພຣະວິນຍານບໍລິສຸດ, ແລ້ວຫົວໃຈຂອງເຈົ້າຈະມີຄວາມປິຕິຍິນດີເປັນເວລາຫຼາຍມື້. ນີ້ແມ່ນຜົນຂອງຄຳອະທິຖານ. ຈຸດປະສົງຂອງຄຳອະທິຖານຄືການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຍອມຮັບສິ່ງທີ່ພຣະອົງຈະມອບໃຫ້ຜູ້ຄົນ. ຖ້າເຈົ້າອະທິຖານຢູ່ເລື້ອຍໆ, ຖ້າເຈົ້າມາຢູ່ຕໍ່ໜ້າພຣະເຈົ້າເພື່ອສົນທະນາກັບພຣະອົງຢູ່ເລື້ອຍໆ ແລະ ມີຄວາມສຳພັນທີ່ປົກກະຕິກັບພຣະອົງ, ແລ້ວເຈົ້າຈະໄດ້ຮັບການດົນບັນດານໂດຍພຣະອົງຢູ່ສະເໝີ. ຖ້າເຈົ້າໄດ້ຮັບການຈັດແຈງຂອງພຣະອົງ ແລະ ຍອມຮັບຄວາມຈິງ, ເຈົ້າຈະຖືກປ່ຽນແປງ ແລະ ສະພາບການຂອງເຈົ້າກໍ່ດີຂຶ້ນຢ່າງຕໍ່ເນື່ອງ. ໂດຍສະເພາະແລ້ວ, ເມື່ອອ້າຍເອື້ອຍນ້ອງອະທິຖານຮ່ວມກັນ, ກຳລັງທີ່ຍິ່ງໃຫຍ່ເປັນພິເສດກໍ່ເກີດຂຶ້ນໃນພາຍຫຼັງ ແລະ ພວກເຂົາຮູ້ສຶກວ່າພວກເຂົາໄດ້ຮັບຢ່າງຫຼວງຫຼາຍ. ໃນຄວາມເປັນຈິງແລ້ວ, ພວກເຂົາອາດບໍ່ໄດ້ໂອ້ລົມກັນຫຼາຍໃນເວລາທີ່ພວກເຂົາຢູ່ຮ່ວມກັນ, ແຕ່ມັນຄືຄຳອະທິຖານທີ່ກະຕຸ້ນພວກເຂົາ, ຈົນພວກເຂົາບໍ່ສາມາດລໍຖ້າໄດ້ແມ່ນແຕ່ໜຶ່ງວິນາທີດົນກວ່ານີ້ ເພື່ອທີ່ຈະປະຖິ້ມຄອບຄົວຂອງພວກເຂົາ ແລະ ໂລກ ແລະ ພວກເຂົາບໍ່ຕ້ອງການຫຍັງ ແລະ ການມີພຣະເຈົ້າພຽງຢ່າງດຽວກໍ່ພຽງພໍແລ້ວ. ຊ່າງເປັນຄວາມເຊື່ອທີ່ຍິ່ງໃຫຍ່! ຄວາມເຂັ້ມແຂງທີ່ພາລະກິດຂອງພຣະວິນຍານບໍລິສຸດມອບໃຫ້ແກ່ຜູ້ຄົນສາມາດໄດ້ຮັບໂດຍບໍ່ມີທີ່ສິ້ນສຸດ! ເຈົ້າສາມາດໄປໄກໄດ້ສໍ່າໃດໂດຍການອວດອົງທະນົງຕົວ ແລະ ການເພິ່ງພາຄວາມດື້ດ້ານຂອງເຈົ້າ ແທນທີ່ຈະເພິ່ງພາຄວາມເຂັ້ມແຂງທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ? ເຈົ້າຈະພຽງແຕ່ຍ່າງໄປເລື້ອຍໆ ແລະ ໝົດພາລະກຳລັງ ແລະ ຈາກນັ້ນເມື່ອເຈົ້າພົບກັບບັນຫາ ຫຼື ຄວາມຫຍຸ້ງຍາກ, ເຈົ້າກໍຈະບໍ່ມີທາງໃຫ້ໄປ. ເຈົ້າຈະລົ້ມລົງ ແລະ ເສື່ອມຖອຍກ່ອນທີ່ເຈົ້າຈະໄປຮອດຈຸດສິ້ນສຸດ. ມີຫຼາຍຄົນທີ່ໄດ້ລົ້ມແຫຼວ ແລະ ລົ້ມລົງໃນເສັ້ນທາງຂອງການຕິດຕາມພຣະເຈົ້າ; ຖ້າບໍ່ມີຄວາມຈິງ ພວກເຂົາກໍບໍ່ສາມາດຢືນຍັດໄດ້. ສະນັ້ນ, ຜູ້ຄົນຕ້ອງອະທິຖານຫາພຣະເຈົ້າຢູ່ສະເໝີ, ເພິ່ງພາພຣະເຈົ້າ ແລະ ຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າຈົນເຖິງທີ່ສຸດ. ແຕ່ໃນຂະນະທີ່ມະນຸດຍ່າງໄປ, ພວກເຂົາກໍ່ພັດພາກໄກຈາກພຣະເຈົ້າ. ພຣະເຈົ້າເປັນພຣະເຈົ້າ, ມະນຸດຊາດກໍ່ເປັນມະນຸດຊາດ. ແຕ່ລະຄົນຕິດຕາມເສັ້ນທາງຂອງພວກເຂົາເອງ. ພຣະເຈົ້າກ່າວພຣະທຳຂອງພຣະເຈົ້າ ແລະ ມະນຸດຊາດຍ່າງຕາມເສັ້ນທາງຂອງມັນເອງ, ເຊິ່ງບໍ່ແມ່ນເສັ້ນທາງດຽວກັນກັບເສັ້ນທາງຂອງພຣະເຈົ້າ. ເມື່ອບຸກຄົນໜຶ່ງສູນເສຍກຳລັງໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ, ພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າເພື່ອກ່າວຄຳອະທິຖານສອງສາມຄຳ ແລະ ຢືມກຳລັງພໍສໍ່າໃດໜຶ່ງ. ຫຼັງຈາກທີ່ພວກເຂົາໄດ້ຮັບກຳລັງບາງຢ່າງ, ພວກເຂົາກໍ່ຈາກໄປອີກຄັ້ງ. ຫຼັງຈາກຊົ່ວໄລຍະໜຶ່ງ, ພວກເຂົາບໍ່ມີເຊື້ອເພີງ ແລະ ກັບຄືນມາຫາພຣະເຈົ້າເພື່ອຂໍເພີ່ມ. ບຸກຄົນໜຶ່ງບໍ່ສາມາດແບກຮັບການເຮັດສິ່ງຕ່າງໆໃນລັກສະນະນີ້ເປັນເວລາດົນນານ. ຖ້າບຸກຄົນໜຶ່ງອອກຈາກພຣະເຈົ້າ, ພວກເຂົາກໍ່ບໍ່ມີຫົນທາງໄປຂ້າງໜ້າ.
ຕອນນີ້ເຮົາໄດ້ຄົ້ນພົບວ່າຄວາມສາມາດຂອງຫຼາຍຄົນໃນການຄວບຄຸມພວກເຂົາເອງແມ່ນມີຕໍ່າເປັນຢ່າງຍິ່ງ. ແມ່ນຫຍັງຄືສາເຫດ? ນີ້ເປັນເພາະຜູ້ຄົນບໍ່ເຂົ້າໃຈຄວາມຈິງໃນຕອນທຳອິດ ແລະ ຖ້າພວກເຂົາບໍ່ອະທິຖານ, ພວກເຂົາກໍມີແນວໂນ້ມຫຼາຍທີ່ສຸດທີ່ຈະເສເພ. ພວກເຂົາພຽງແຕ່ເຂົ້າໃຈຕົວອັກສອນທີ່ເປັນຫຼັກຄຳສອນ, ເຊິ່ງໃຊ້ບໍ່ໄດ້ ແລະ ພວກເຂົາບໍ່ສາມາດຄວບຄຸມຕົນເອງເລີຍ. ໃນສະພາວະເຊັ່ນນັ້ນ, ເຈົ້າພຽງແຕ່ສາມາດຮັບເອົາແສງສະຫວ່າງ ແລະ ແສງເຍືອງທາງຈາກພຣະວິນຍານບໍລິສຸດຜ່ານການອະທິຖານ ແລະ ຖ້າເຈົ້າເຂົ້າໃຈຄວາມຈິງບາງຢ່າງເທົ່ານັ້ນ, ເຈົ້າຈຶ່ງຈະສາມາດຖືກຄວບຄຸມດ້ວຍວິທີການບາງຢ່າງ ແລະ ມີລັກສະນະຂອງມະນຸດໜ້ອຍໜຶ່ງ. ຜູ້ເຊື່ອໃນພຣະເຈົ້າຕ້ອງອ່ານພຣະທຳຂອງພຣະອົງຢູ່ເລື້ອຍໆ, ໃຫ້ຄວາມສຳຄັນກັບຄວາມຈິງ ແລະ ອະທິຖານຢູ່ເລື້ອຍໆ. ໃນຕອນນັ້ນເອງຄົນຈຶ່ງຈະດີຂຶ້ນ, ກໍ່ໃຫ້ເກີດການປ່ຽນແປງ ແລະ ດຳລົງຊີວິດຕາມລັກສະນະບາງຢ່າງທີ່ຄ້າຍຄືກັບມະນຸດ. ຖ້າເຈົ້າພຽງແຕ່ເວົ້າກ່ຽວກັບການຮູ້ຈັກຕົນເອງ ແລະ ການໃຊ້ຊີວິດຕາມຄວາມເປັນມະນຸດທີ່ປົກກະຕິ, ນັ້ນບໍ່ເປັນສິ່ງທີ່ດີ; ຖ້າບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ, ມັນຈະບໍ່ມີຜົນຮັບຫຍັງເລີຍ. ທີ່ແນ່ນອນກໍຄືຖ້າເຈົ້າເບິ່ງຂ້າມການທີ່ພຣະວິນຍານບໍລິສຸດເຮັດພາລະກິດ ແລະ ດົນບັນດານຜູ້ຄົນ ແລະ ການທີ່ຜູ້ຄົນຄວນສະແຫວງຫາ ແລະ ປະຕິບັດຄວາມຈິງໃນຊີວິດປະຈຳວັນຂອງພວກເຂົາ, ເຈົ້າຈະສາມາດເຊື່ອໃນພຣະເຈົ້າໄດ້ແນວໃດ? ເຈົ້າສາມາດເຮັດໜ້າທີ່ຫຍັງ? ຖ້າໃນຫົວໃຈຂອງພວກເຂົາ, ຄົນພຽງແຕ່ເຊື່ອໃນການມີຢູ່ຂອງພຣະເຈົ້າ, ຖ້າສິ່ງດຽວທີ່ຫຼົງເຫຼືອໃນຄວາມເຊື່ອຂອງພວກເຂົາເປັນພຽງການຮັບຮູ້ພຣະເຈົ້າ ແລະ ຖ້າຕ້ອງປະພຣະທຳ ແລະ ຄວາມຈິງຂອງພຣະອົງໄວ້, ພວກເຂົາກໍຈະບໍ່ມີການເຂົ້າສູ່ຊີວິດ ແລະ ຈະບໍ່ມີທັງພຣະເຈົ້າ ແລະ ຄວາມຈິງໃນຫົວໃຈຂອງພວກເຂົາ. ຄວາມຄິດ ແລະ ແນວຄິດຂອງຜູ້ຄົນຈະເຕັມໄປດ້ວຍໂລກວັດຖຸເທົ່ານັ້ນ. ຄວາມເຊື່ອໃນພຣະເຈົ້າປະເພດນີ້ໄດ້ກາຍມາເປັນພິທີກຳທາງສາສະໜາ. ຄົນທີ່ບໍ່ຮັກຄວາມຈິງກໍເຖິງກັບສາມາດຍອມຮັບອະເທວານິຍົມ ຫຼື ວັດຖຸນິຍົມ ແລະ ພວກເຂົາອາດຈະຕັ້ງຄຳຖາມເທື່ອລະໜ້ອຍກ່ຽວກັບວ່າພຣະເຈົ້າມີຢູ່ ຫຼື ບໍ່ ແລະ ປະຕິເສດໂລກຝ່າຍວິນຍານ ແລະ ເລື່ອງຊີວິດຝ່າຍວິນຍານ. ສິ່ງນີ້ແມ່ນແຕກຕ່າງຈາກຫົນທາງທີ່ແທ້ຈິງຢ່າງສົມບູນ ແລະ ພວກເຂົາໄດ້ຕົກລົງສູ່ຂຸມເລິກທີ່ບໍ່ສິ້ນສຸດ. ຖ້າບໍ່ມີຄຳອະທິຖານ, ຄວາມປາດຖະໜາຂອງຜູ້ຄົນທີ່ຈະປະຕິບັດຄວາມຈິງກໍເປັນພຽງຄວາມປາດຖະໜາສ່ວນຕົວເທົ່ານັ້ນ; ພວກເຂົາພຽງແຕ່ຈະຍຶດຕິດກັບກົດລະບຽບເທົ່ານັ້ນ. ເຖິງແມ່ນວ່າເຈົ້າຈະດຳເນີນການຕາມການຈັດແຈງຈາກເບື້ອງເທິງ ແລະ ບໍ່ລ່ວງເກີນພຣະເຈົ້າ, ເຈົ້າກໍພຽງແຕ່ຈະຍຶດຕິດກັບກົດລະບຽບ ແລະ ດ້ວຍເຫດນັ້ນ ເຈົ້າຈະບໍ່ປະຕິບັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີຈັກເທື່ອ. ວິນຍານຂອງຜູ້ຄົນລ້ວນແລ້ວແຕ່ມຶນຊາ ແລະ ຂີ້ຄ້ານໃນຕອນນີ້. ມີຄວາມລະອຽດອ່ອນຫຼາຍຢ່າງໃນຄວາມສຳພັນຂອງຜູ້ຄົນກັບພຣະເຈົ້າ, ເຊັ່ນ: ການຖືກດົນບັນດານ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານ ແຕ່ຄົນບໍ່ສາມາດຮູ້ສຶກເຖິງພວກມັນໄດ້, ພວກເຂົາມຶນຊາເກີນໄປ! ຖ້າຄົນບໍ່ອ່ານພຣະທຳຂອງພຣະເຈົ້າ ຫຼື ອະທິຖານ ແລະ ບໍ່ເຄີຍປະສົບກັບເລື່ອງຊີວິດຝ່າຍວິນຍານຈັກເທື່ອ ແລະ ບໍ່ສາມາດຍຶດໝັ້ນກັບສະພາວະຂອງພວກເຂົາເອງໄດ້, ພວກເຂົາກໍບໍ່ມີທາງທີ່ຈະຮັບປະກັນໄດ້ວ່າພວກເຂົາກຳລັງດຳລົງຊີວີດຢູ່ຕໍ່ໜ້າພຣະເຈົ້າ. ຖ້າເຈົ້າຕ້ອງການໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ, ມັນເປັນສິ່ງທີ່ຮັບບໍ່ໄດ້ທີ່ຈະບໍ່ອະທິຖານ ແລະ ຍິ່ງໄປກວ່ານັ້ນທີ່ຈະບໍ່ອ່ານພຣະທຳຂອງພຣະເຈົ້າ. ການບໍ່ໃຊ້ຊີວິດໃນຄຣິສຕະຈັກກໍເປັນສິ່ງທີ່ຮັບບໍ່ໄດ້ເຊັ່ນກັນ. ຖ້າຄົນໆໜຶ່ງຍ່າງໜີຈາກພຣະທຳຂອງພຣະເຈົ້າ, ພວກເຂົາກໍບໍ່ເຊື່ອໃນພຣະອົງອີກຕໍ່ໄປ ແລະ ການຍ່າງໜີຈາກການອະທິຖານກໍຄືການຍ່າງໜີຈາກພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ, ຄົນໆໜຶ່ງຕ້ອງອະທິຖານ. ຫາກບໍ່ມີການອະທິຖານ, ກໍ່ບໍ່ມີລັກສະນະພາຍນອກທີ່ຄ້າຍຄືກັນກັບຄວາມເຊື່ອໃນພຣະເຈົ້າ. ເຮົາໄດ້ເວົ້າວ່າເຈົ້າບໍ່ຈຳເປັນຕ້ອງຍຶດຖືຕາມກົດລະບຽບ ແລະ ເຈົ້າອາດອະທິຖານໃນບ່ອນໃດໜຶ່ງ ແລະ ໃນເວລາໃດໜຶ່ງ, ມີບາງຄົນທີ່ບໍ່ຄ່ອຍອະທິຖານ. ພວກເຂົາບໍ່ອະທິຖານໃນຕອນເຊົ້າ ເມື່ອພວກເຂົາຕື່ນຂຶ້ນ, ແຕ່ອ່ານຖ້ອຍຄຳສອງສາມຂໍ້ໃນພຣະທຳຂອງພຣະເຈົ້າ ແລະ ຟັງເພງສັນລະເສີນແທນ. ໃນລະຫວ່າງມື້, ພວກເຂົາເຮັດໃຫ້ຕົນເອງຫຍຸ້ງກັບເລື່ອງຕ່າງໆພາຍນອກ ແລະ ພວກເຂົາບໍ່ອະທິຖານກ່ອນທີ່ພວກເຂົາຈະລົ້ມລົງນອນໃນຕອນກາງຄືນ. ພວກເຈົ້າບໍ່ຮູ້ສຶກວ່າມັນເປັນຈິງບໍ ຖ້າເຈົ້າພຽງແຕ່ອ່ານພຣະທຳຂອງພຣະເຈົ້າ ແລະ ບໍ່ອະທິຖານ, ແລ້ວເຈົ້າຈະບໍ່ໄດ້ເປັນຄືກັບຄົນທີ່ບໍ່ເຊື່ອທີ່ກຳລັງອ່ານພຣະທຳຂອງພຣະເຈົ້າ, ໂດຍທີ່ພຣະທຳບໍ່ໄດ້ຝັງລົງເລິກບໍ? ຖ້າຄົນບໍ່ອະທິຖານ, ຫົວໃຈຂອງພວກເຂົາກໍບໍ່ສາມາດເຂົ້າສູ່ພຣະທຳຂອງພຣະເຈົ້າ ແລະ ພວກເຂົາຈະບໍ່ໄດ້ຮັບແສງສະຫວ່າງຈາກການອ່ານພວກມັນ. ພວກເຂົາຈະບໍ່ມີຄວາມຮູ້ສຶກທີ່ລະອຽດອ່ອນໃນວິນຍານ ແລະ ວິນຍານຂອງພວກເຂົາຈະບໍ່ໄດ້ຮັບການດົນບັນດານ. ພວກເຂົາມຶນຊາ ແລະ ຂີ້ຄ້ານ; ພວກເຂົາພຽງແຕ່ໃຫ້ການໂອ້ລົມແບບຜິວເຜີນກ່ຽວກັບວຽກງານໃນຄຣິສຕະຈັກ ແລະ ການປະຕິບັດໜ້າທີ່ຂອງພວກເຂົາ. ເມື່ອບາງສິ່ງເກີດຂຶ້ນ, ພວກເຂົາບໍ່ສາມາດເຂົ້າໃຈຄວາມຮູ້ສຶກສ່ວນເລິກທີ່ສຸດໃນໃຈຂອງພວກເຂົາ. ສິ່ງນີ້ບໍ່ໄດ້ມີອິດທິພົນຕໍ່ຄວາມສຳພັນທີ່ເປັນປົກກະຕິທີ່ສຸດກັບພຣະເຈົ້າບໍ? ບໍ່ມີບ່ອນໃຫ້ພຣະເຈົ້າໃນໃຈຂອງພວກເຂົາແລ້ວ ແລະ ເຖິງວ່າພວກເຂົາຈະອະທິຖານຕາມທີ່ພວກເຂົາຕ້ອງການ, ບໍ່ມີຄຳເວົ້າທີ່ຈະອອກມາ ແລະ ພວກເຂົາຈະບໍ່ສາມາດຮູ້ສຶກເຖິງພຣະເຈົ້າໄດ້. ນີ້ຄືສິ່ງທີ່ອັນຕະລາຍຫຼາຍແລ້ວ. ມັນໝາຍຄວາມວ່າພວກເຂົາໄດ້ພະເນຈອນຫ່າງຈາກພຣະເຈົ້າເກີນໄປ. ໃນຄວາມເປັນຈິງແລ້ວ, ການຖອຍເຂົ້າໄປໃນວິນຍານຂອງເຈົ້າເພື່ອອະທິຖານຈະບໍ່ລົບກວນເຈົ້າຈາກໜ້າວຽກພາຍນອກໃນວຽກງານ; ມັນຈະບໍ່ເຮັດໃຫ້ສິ່ງຕ່າງໆຊັກຊ້າເລີຍ. ຖ້າເກີດບັນຫາ ແລະ ມັນບໍ່ໄດ້ຮັບການແກ້ໄຂ, ສິ່ງຕ່າງໆກໍຈະຊັກຊ້າ. ການອະທິຖານຫາພຣະເຈົ້າແມ່ນແນໃສ່ການແກ້ໄຂບັນຫາ ແລະ ເຮັດໃຫ້ຄົນສາມາດດຳລົງຊີວິດຕໍ່ໜ້າຂອງພຣະເຈົ້າ ແລະ ມີຄວາມສຸກກັບພຣະທຳຂອງພຣະອົງ. ນີ້ຄືສິ່ງທີ່ເປັນປະໂຫຍດຫຼາຍກວ່າໃນການປະຕິບັດໜ້າທີ່ຂອງຜູ້ຄົນ ແລະ ການເຂົ້າສູ່ຊີວິດຂອງພວກເຂົາ.
1998