ທຳມະຊາດທີ່ຈອງຫອງແມ່ນຢູ່ທີ່ຮາກເຫງົ້າແຫ່ງການຕໍ່ຕ້ານພຣະເຈົ້າຂອງມະສຸດ

ມື້ນີ້, ເຮົາຈະເວົ້າກ່ຽວກັບບັນຫາທຳມະຊາດ, ແກ່ນແທ້ ແລະ ອຸປະນິໄສຂອງມະນຸດຊາດທີ່ເສື່ອມຊາມ. ແມ່ນຫຍັງຄືທຳມະຊາດ? ທຳມະຊາດຄືແກ່ນແທ້ໂດຍທຳມະຊາດຂອງມະນຸດ, ເປັນສິ່ງທີ່ຢູ່ພາຍໃນພວກເຂົາທີ່ສ້າງຜົນຄວບຄຸມ ແລະ ກຳນົດທິດທາງ. ສິ່ງທີ່ຄົນໃດໜຶ່ງດູຖູກ, ກຽດຊັງ ຫຼື ມັກກໍລ້ວນແລ້ວແຕ່ເປັນຕົວແທນໃຫ້ອຸປະນິໄສຂອງພວກເຂົາ, ເຊິ່ງກ່ຽວຂ້ອງກັບທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາໂດຍກົງ. ໃນຄວາມເປັນຈິງແລ້ວ, ທຳມະຊາດຄືແກ່ນແທ້ ແລະ ທຳມະຊາດຂອງຄົນໆໜຶ່ງກໍກຳນົດແກ່ນແທ້ຂອງພວກເຂົາ. ອຸປະນິໄສຄືສິ່ງທີ່ສະແດງອອກຈາກແກ່ນແທ້ ແລະ ທຳມະຊາດຂອງຄົນໆໜຶ່ງ. ອຸປະນິໄສທີ່ຄົນເປີດເຜີຍໃນຄຳເວົ້າ, ການກະທຳ ແລະ ຄວາມປະພຶດຂອງພວກເຂົາຄືຕົວແທນຂອງທຳມະຊາດພວກເຂົາ, ເຊິ່ງເປັນແກ່ນແທ້ຂອງພວກເຂົາ. ນີ້ຄືແນວຄວາມຄິດຂອງທຳມະຊາດ. ນັ້ນໝາຍຄວາມວ່າສິ່ງທີ່ຄົນໃດໜຶ່ງມັກ, ກຽດຊັງ ຫຼື ດູຖູກ ແລະ ສິ່ງທີ່ຄົນໃດໜຶ່ງສະແຫວງຫາລ້ວນແລ້ວແຕ່ເປັນຕົວແທນຂອງທຳມະຊາດພວກເຂົາ. ສິ່ງເຫຼົ່ານີ້ຄືສິ່ງສຳຄັນທີ່ຕ້ອງພິຈາລະນາເພື່ອເບິ່ງວ່າທຳມະຊາດ ແລະ ແກ່ນແທ້ຂອງຄົນໆໜຶ່ງດີ ຫຼື ບໍ່ດີໃນທີ່ສຸດ. ຕົວຢ່າງ: ຖ້າຄົນໃດໜຶ່ງມັກເຮັດຊົ່ວ, ແລ້ວທຳມະຊາດ ແລະ ແກ່ນແທ້ຂອງຄົນນັ້ນຂ້ອນຂ້າງບໍ່ດີ; ຖ້າພວກເຂົາມັກເຮັດດີ ແລະ ເຮັດຢ່າງຊອບທຳ, ແລ້ວທຳມະຊາດ ແລະ ແກ່ນແທ້ຂອງຄົນນັ້ນກໍດີ. ເມື່ອໄດ້ເວົ້າສິ່ງນີ້, ພວກເຈົ້າທຸກຄົນເຂົ້າໃຈແນວຄວາມຄິດຂອງທຳມະຊາດບໍ? ທຳມະຊາດຄືແກ່ນແທ້. ເມື່ອກ່ອນ, ມີການເວົ້າວ່າຄົນມີແກ່ນແທ້ແບບດຽວກັນກັບວິນຍານຂອງພວກເຂົາ. ບໍ່ວ່າວິນຍານຫຍັງກໍຕາມຈະຢູ່ໃນພວກເຂົາ, ວິນຍານປະເພດໃດກໍຕາມ, ນັ້ນຄືປະເພດຂອງທຳມະຊາດທີ່ພວກເຂົາມີ. ແນ່ນອນນັ້ນບໍ່ຖືກຕ້ອງ, ແຕ່ຕອນນີ້ການເວົ້າພຽງແຕ່ວ່າວິນຍານນັ້ນຈະກຳນົດທຳມະຊາດກໍຈະຄຸມເຄືອໜ້ອຍໜຶ່ງ ແລະ ບໍ່ເປັນຈິງ. ຕອນນີ້ເຮົາຕ້ອງໃຊ້ຫຍັງເພື່ອອະທິບາຍມັນ? ເຮົາຈະໃຊ້ອຸປະນິໄສເພື່ອອະທິບາຍທຳມະຊາດ ແລະ ແກ່ນແທ້ຂອງມະນຸດ, ເພາະອຸປະນິໄສຄືສິ່ງທີ່ສະແດງອອກ, ເຊິ່ງຄົນສາມາດເຫັນ, ຈັບຕ້ອງ ແລະ ສຳຜັດໄດ້, ສະນັ້ນມັນຈຶ່ງເປັນຮູບປະທຳ ແລະ ກົງໄປກົງມາຫຼາຍກວ່າ. ສຳລັບວິນຍານນັ້ນ, ຄົນຄິດວ່າມັນມີຄຸນນະພາບທີ່ຄຸມເຄືອໃນສິ່ງນັ້ນ, ມັນເລິກລັບ ແລະ ຂ້ອນຂ້າງຫວ່າງເປົ່າ, ເຊິ່ງລ້ວນແລ້ວແຕ່ເປັນເພາະພວກເຂົາບໍ່ສາມາດຈິນຕະນາການມັນໄດ້ ແລະ ພວກເຂົາບໍ່ສາມາດເຫັນ ຫຼື ສຳຜັດມັນໄດ້ ແລະ ພວກເຂົາບໍ່ມີທາງສະແດງມັນອອກໄດ້. ການເວົ້າເຖິງຈິດໃຈ ແລະ ວິນຍານຢູ່ສະເໝີກໍຈະບໍ່ເໝາະສົມ ແລະ ມັນບໍ່ຈຳເປັນ. ພວກເຮົາບໍ່ຈຳເປັນຕ້ອງມີມັນເພື່ອອະທິບາຍຄຳຖາມຂອງທຳມະຊາດ, ເພາະສິ່ງເຫຼົ່ານີ້ບໍ່ສາມາດເບິ່ງເຫັນໄດ້, ບໍ່ເປັນຮູບປະທຳ. ສິ່ງທີ່ພວກເຮົາສົນທະນາໃນຕອນນີ້ເປັນຮູບປະທຳ ແລະ ເປັນຈິງທີ່ສຸດ ແລະ ມັນສາມາດແກ້ໄຂບັນຫາໃນຄວາມເສື່ອມຊາມຂອງຜູ້ຄົນ. ໂດຍການໃຊ້ພາສາປະເພດນີ້ເພື່ອສະແດງ ແລະ ອະທິບາຍບັນຫານີ້, ພວກເຮົາສາມາດບັນລຸຜົນຮັບ.

ພວກເຮົາຫາກໍເວົ້າກ່ຽວກັບແນວຄວາມຄິດຂອງທຳມະຊາດ, ແຕ່ທຳມະຊາດຂອງມະນຸດແມ່ນຫຍັງແທ້ໆ? ພວກເຈົ້າຮູ້ຈັກບໍ? ຍ້ອນມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມ, ທຳມະຊາດຂອງພວກເຂົາ, ເຊິ່ງຍັງເປັນແກ່ນແທ້ຂອງພວກເຂົາ, ກໍມີການປ່ຽນແປງ. ແລ້ວສະນັ້ນແກ່ນແທ້ຂອງມະນຸດແມ່ນຫຍັງ? ສິ່ງທີ່ເຮົາເວົ້າເຖິງໃນຕອນນີ້ເປັນແກ່ນແທ້ ແລະ ທຳມະຊາດຂອງທຸກຄົນ ແລະ ບໍ່ໄດ້ແນໃສ່ບຸກຄົນໃດໜຶ່ງ. ຍ້ອນຄວາມເສື່ອມຊາມຂອງມະນຸດຊາດທີ່ຊາຕານເຮັດ, ທຳມະຊາດຂອງຜູ້ຄົນຈຶ່ງໄດ້ເລີ່ມເສື່ອມສະພາບ ແລະ ພວກເຂົາກໍໄດ້ຄ່ອຍໆສູນເສຍຄວາມຮູ້ສຶກທີ່ຜູ້ຄົນປົກກະຕິມີ. ຕອນນີ້, ພວກເຂົາບໍ່ເຮັດໜ້າທີ່ເປັນມະນຸດໃນຕໍາແໜ່ງຂອງມະນຸດອີກຕໍ່ໄປ, ແຕ່ເຕັມໄປດ້ວຍຄວາມປາຖະໜາທີ່ບ້າປ່ວງ; ພວກເຂົາໄດ້ຢູ່ເກີນສະຖານະຂອງມະນຸດ ແຕ່ຍັງຕ້ອງການທີ່ຈະຂຶ້ນໄປໃຫ້ສູງສົ່ງກວ່າອີກ. ຄຳວ່າ “ສູງກວ່າ” ນີ້ໝາຍເຖິງຫຍັງ? ພວກເຂົາປາຖະໜາຢູ່ເໜືອພຣະເຈົ້າ, ຢູ່ເໜືອສະຫວັນ ແລະ ຢູ່ເໜືອທຸກສິ່ງ. ແມ່ນຫຍັງຄືສາຍເຫດຂອງເຫດຜົນທີ່ຜູ້ຄົນທໍລະຍົດອຸປະນິໄສດັ່ງກ່າວ? ເມື່ອພິຈາລະນາເບິ່ງທຸກຢ່າງແລ້ວ, ທຳມະຊາດຂອງມະນຸດແມ່ນຈອງຫອງເກີນໄປ. ຄົນສ່ວນໃຫຍ່ເຂົ້າໃຈຄວາມໝາຍຂອງຄຳວ່າ “ຄວາມຈອງຫອງ”. ມັນເປັນຄຳດູຖູກ. ຖ້າຄົນໃດໜຶ່ງສະແດງຄວາມຈອງຫອງ, ຄົນອື່ນກໍຄິດວ່າພວກເຂົາບໍ່ແມ່ນຄົນດີ. ເມື່ອໃດກໍຕາມທີ່ຄົນໃດໜຶ່ງຈອງຫອງທີ່ສຸດ, ຄົນອື່ນຄິດຢູ່ສະເໝີວ່າພວກເຂົາເປັນຜູ້ເຮັດການຊົ່ວ. ບໍ່ມີຜູ້ໃດຕ້ອງການໃຫ້ໃຊ້ຄຳສັບນີ້ກັບພວກເຂົາ. ເຖິງຢ່າງໃດກໍຕາມ, ໃນຄວາມເປັນຈິງແລ້ວ ທຸກຄົນຈອງຫອງ ແລະ ມະນຸດທີ່ເສື່ອມຊາມທຸກຄົນແມ່ນມີແກ່ນແທ້ນີ້. ບາງຄົນເວົ້າວ່າ “ຂ້ອຍບໍ່ໄດ້ຈອງຫອງແມ່ນແຕ່ໜ້ອຍດຽວ. ຂ້ອຍບໍ່ເຄີຍຕ້ອງການເປັນອັກຄະເທວະດາ ຫຼື ຂ້ອຍບໍ່ເຄີຍຕ້ອງການຢູ່ເໜືອພຣະເຈົ້າ ຫຼື ຢູ່ເໜືອທຸກສິ່ງ. ຂ້ອຍເປັນຄົນທີ່ປະພຶດດີ ແລະ ເຊື່ອຟັງເປັນພິເສດ”. ບໍ່ຈຳເປັນ; ຄຳເວົ້າເຫຼົ່ານີ້ບໍ່ຖືກຕ້ອງ. ຫຼັງຈາກທີ່ຜູ້ຄົນເລີ່ມມີທຳມະຊາດ ແລະ ແກ່ນແທ້ທີ່ຈອງຫອງ, ພວກເຂົາມັກຈະບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ, ບໍ່ໃສ່ໃຈພຣະທຳຂອງພຣະອົງ, ສ້າງແນວຄິດກ່ຽວກັບພຣະອົງ, ເຮັດສິ່ງທີ່ທໍລະຍົດພຣະອົງ ແລະ ສິ່ງທີ່ຍົກຍ້ອງ ແລະ ເປັນພະຍານໃຫ້ກັບຕົນເອງ. ເຈົ້າເວົ້າວ່າເຈົ້າບໍ່ຈອງຫອງ, ແຕ່ສົມມຸດວ່າ ເຈົ້າໄດ້ຮັບຄຣິດຕະຈັກ ແລະ ໄດ້ຮັບອະນຸຍາດໃຫ້ນໍາພາຄຣິດຕະຈັກນັ້ນ; ສົມມຸດວ່າເຮົາບໍ່ໄດ້ຈັດການກັບເຈົ້າ ແລະ ບໍ່ມີຜູ້ໃດໃນຄອບຄົວຂອງພຣະເຈົ້າຕໍານິ ຫຼື ຊ່ວຍເຈົ້າ: ຫຼັງຈາກທີ່ນໍາພາຄຣິດຕະຈັກນັ້ນຊົ່ວໄລຍະໜຶ່ງ, ເຈົ້າກໍຈະເຮັດໃຫ້ຜູ້ຄົນກົ້ມລົງໃສ່ຕີນຂອງເຈົ້າ ແລະ ເຮັດໃຫ້ພວກເຂົາຍອມຢູ່ຕໍ່ໜ້າເຈົ້າ, ຈົນເຖິງກັບຊົມເຊີຍ ແລະ ເຄົາລົບເຈົ້າ. ແລ້ວເປັນຫຍັງເຈົ້າຈຶ່ງເຮັດແບບນັ້ນ? ສິ່ງນີ້ແມ່ນຖືກກຳນົດໂດຍທຳມະຊາດຂອງເຈົ້າ; ມັນບໍ່ແມ່ນສິ່ງໃດອື່ນນອກຈາກການເປີດເຜີຍໂດຍທຳມະຊາດ. ເຈົ້າບໍ່ມີຄວາມຈຳເປັນຕ້ອງຮຽນຮູ້ສິ່ງນີ້ຈາກຄົນອື່ນ ຫຼື ບໍ່ມີຄວາມຈຳເປັນໃດໆທີ່ພວກເຂົາຕ້ອງສັ່ງສອນມັນກັບເຈົ້າເປັນພິເສດ. ເຈົ້າບໍ່ຈຳເປັນຕ້ອງໃຫ້ຄົນອື່ນແນະນຳ ຫຼື ບັງຄັບໃຫ້ເຈົ້າເຮັດສິ່ງນີ້; ສະຖານະການແບບນີ້ຈະເກີດຂຶ້ນໂດຍທຳມະຊາດ. ທຸກສິ່ງທີ່ເຈົ້າເຮັດເປັນການເຮັດໃຫ້ຜູ້ຄົນຍົກຍ້ອງເຈົ້າ, ສັນລະເສີນເຈົ້າ, ນະມັດສະການເຈົ້າ, ຍອມຕໍ່ເຈົ້າ ແລະ ຮັບຟັງເຈົ້າໃນທຸກສິ່ງ. ການອະນຸຍາດໃຫ້ເຈົ້າເປັນຜູ້ນຳໂດຍທຳມະຊາດເຮັດໃຫ້ເກີດມີສະຖານະການນີ້ ແລະ ບໍ່ສາມາດປ່ຽນແປງໄດ້. ແລ້ວສະຖານະການນີ້ເກີດຂຶ້ນໄດ້ແນວໃດ? ມັນໄດ້ຖືກກຳນົດໂດຍທຳມະຊາດທີ່ຈອງຫອງຂອງມະນຸດ. ການສະແດງອອກເຖິງຄວາມຈອງຫອງຄືການກະບົດ ແລະ ການຕໍ່ຕ້ານພຣະເຈົ້າ. ເມື່ອຜູ້ຄົນຈອງຫອງ, ຖືວ່າຕົນເອງສຳຄັນ ແລະ ຖືວ່າຕົນເອງຊອບທຳ, ພວກເຂົາກໍມີແນວໂນ້ມທີ່ຈະສ້າງຕັ້ງອານາຈັກຂອງພວກເຂົາເອງ ແລະ ເຮັດສິ່ງຕ່າງໆດ້ວຍວິທີໃດກໍຕາມທີ່ພວກເຂົາຕ້ອງການ. ພວກເຂົາຍັງເຮັດໃຫ້ຄົນອື່ນມາຢູ່ໃນກໍາມືຂອງພວກເຂົາ ແລະ ດຶງດູດຄົນເຫຼົ່ານັ້ນເຂົ້າມາໃນອ້ອມກອດຂອງພວກເຂົາ. ສໍາລັບຜູ້ຄົນທີ່ສາມາດເຮັດສິ່ງທີ່ອວດດີດັ່ງກ່າວ, ມັນພຽງແຕ່ພິສູດວ່າແກ່ນແທ້ຂອງທຳມະຊາດທີ່ຈອງຫອງຂອງພວກເຂົາແມ່ນຂອງຊາຕານ; ແມ່ນຂອງອັກຄະເທວະດາໄປແລ້ວ. ເມື່ອຄວາມຈອງຫອງ ແລະ ການຖືວ່າຕົນເອງສຳຄັນຂອງພວກເຂົາໄດ້ໄປເຖິງລະດັບໃດໜຶ່ງ, ພວກເຂົາບໍ່ມີບ່ອນສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາອີກຕໍ່ໄປ ແລະ ພຣະເຈົ້າໄດ້ຖືກປະຖິ້ມ. ແລ້ວພວກເຂົາກໍປາຖະໜາທີ່ຈະເປັນພຣະເຈົ້າ, ເຮັດໃຫ້ຜູ້ຄົນເຊື່ອຟັງພວກເຂົາ ແລະ ພວກເຂົາກາຍເປັນອັກຄະເທວະດາ. ຖ້າເຈົ້າມີທຳມະຊາດທີ່ອວດດີແບບຊາຕານເຊັ່ນນັ້ນ, ພຣະເຈົ້າຈະບໍ່ມີບ່ອນໃນຫົວໃຈຂອງເຈົ້າ. ເຖິງແມ່ນວ່າເຈົ້າເຊື່ອໃນພຣະເຈົ້າ, ພຣະເຈົ້າບໍ່ຮັບຮູ້ເຈົ້າອີກຕໍ່ໄປ, ຈະເບິ່ງວ່າເຈົ້າເປັນຜູ້ເຮັດການຊົ່ວ ແລະ ຈະຂັບໄລ່ເຈົ້າອອກ.

ພວກເຮົາໄດ້ເທດສອນພຣະກິດຕິຄຸນຊ້ຳແລ້ວຊ້ຳເລົ່າແກ່ຜູ້ນຳຫຼາຍຄົນພາຍໃນແວດວົງສາສະໜາ, ແຕ່ບໍ່ວ່າພວກເຮົາຈະສົນທະຖາເຖິງຄວາມຈິງກັບພວກເຂົາແນວໃດ, ພວກເຂົາກໍບໍ່ຍອມຮັບມັນ. ເປັນຫຍັງຈິ່ງເປັນແບບນີ້? ເປັນຍ້ອນຄວາມຈອງຫອງຂອງພວກເຂົາກາຍເປັນທຳມະຊາດອັນທີສອງຂອງພວກເຂົາ ແລະ ພຣະເຈົ້າບໍ່ມີບ່ອນຢູ່ໃນຫົວໃຈຂອງພວກເຂົາອີກຕໍ່ໄປ. ບາງຄົນອາດເວົ້າວ່າ “ຜູ້ຄົນທີ່ຢູ່ພາຍໃຕ້ການນຳພາຂອງສິດຍາພິບານບາງຄົນ ທີ່ຢູ່ໃນໂລກແຫ່ງສາສະໜາແມ່ນມີແຮງຜັກດັນຫຼາຍແທ້ໆ; ຄືກັບວ່າພວກເຂົາມີພຣະເຈົ້າຢູ່ທ່າມກາງພວກເຂົາ”. ເຈົ້າຖືເອົາການມີຄວາມກະຕືລືລົ້ນເປັນການມີແຮງຜັກດັນບໍ? ບໍ່ວ່າທິດສະດີຂອງສິດຍາພິບານເຫຼົ່ານັ້ນອາດສູງສົ່ງພຽງໃດ, ພວກເຂົາຮູ້ຈັກພຣະເຈົ້າບໍ? ຖ້າພວກເຂົາຢຳເກງພຣະເຈົ້າໃນສ່ວນເລິກແທ້ໆ, ພວກເຂົາຈະເຮັດໃຫ້ຜູ້ຄົນຕິດຕາມພວກເຂົາ ແລະ ສັນລະເສີນພວກເຂົາບໍ? ພວກເຂົາຈະສາມາດຄວບຄຸມຄົນອື່ນບໍ? ພວກເຂົາຈະກ້າກີດກັ້ນຄົນອື່ນຈາກການສະແຫວງຫາຄວາມຈິງ ແລະ ກວດສອບເສັ້ນທາງທີ່ແທ້ຈິງບໍ? ຖ້າພວກເຂົາເຊື່ອວ່າແກະຂອງພຣະເຈົ້າເປັນຂອງພວກເຂົາແທ້ ແລະ ພວກມັນທຸກໂຕຄວນຟັງພວກເຂົາ, ແລ້ວໃນກໍລະນີດັ່ງກ່າວ ບໍ່ແມ່ນພວກເຂົາຖືຕົນເອງວ່າເປັນພຣະເຈົ້າບໍ? ຄົນເຊັ່ນນີ້ແຮງຊົ່ວກວ່າພວກຟາຣີຊາຍອີກຊ້ຳ. ພວກເຂົາບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດທີ່ແທ້ຈິງບໍ? ສະນັ້ນ, ຄວາມອວດດີຂອງພວກເຂົາຈຶ່ງຮ້າຍແຮງ ແລະ ສາມາດພາໃຫ້ພວກເຂົາເຮັດສິ່ງທີ່ທໍລະຍົດໄດ້. ສິ່ງເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໃນທ່າມກາງພວກເຈົ້າບໍ? ພວກເຈົ້າສາມາດດັກຈັບຜູ້ຄົນໄດ້ໃນດ້ວຍວິທີນີ້ບໍ? ເຈົ້າສາມາດເຮັດໄດ້, ມັນພຽງແຕ່ວ່າເຈົ້າບໍ່ໄດ້ຮັບໂອກາດ ແລະ ເຈົ້າຖືກລິຮານ ແລະ ຖືກຈັດການຢ່າງບໍ່ຢຸດເຊົາ, ສະນັ້ນເຈົ້າຈຶ່ງຈະບໍ່ກ້າ. ບາງຄົນຍັງຍົກຍ້ອງພວກເຂົາເອງໃນລັກສະນະທີ່ອ້ອມໄປອ້ອມມາ, ແຕ່ພວກເຂົາເວົ້າຢ່າງສະຫຼາດຫຼາຍ, ສະນັ້ນຄົນປົກກະຕິຈຶ່ງບໍ່ສາມາດແຍກແຍະມັນໄດ້. ບາງຄົນອວດດີຫຼາຍຈົນພວກເຂົາເວົ້າວ່າ: “ມັນບໍ່ສາມາດຍອມຮັບໄດ້ທີ່ຄົນອື່ນຈະນໍາພາຄຣິສຕະຈັກນີ້! ພຣະເຈົ້າຈຳເປັນຕ້ອງຜ່ານຂ້ອຍເພື່ອໄປຫາບ່ອນນັ້ນ ແລະ ພຣະອົງພຽງແຕ່ສາມາດເທດສະໜາກັບພວກເຈົ້າຫຼັງຈາກທີ່ຂ້ອຍໄດ້ອະທິບາຍສະຖານະການຂອງຄຣິສຕະຈັກນີ້ໃຫ້ພຣະອົງ. ນອກຈາກຂ້ອຍແລ້ວ, ບໍ່ມີຜູ້ໃດຈະສາມາດມາຢູ່ບ່ອນນີ້ ແລະ ລ້ຽງດູພວກເຈົ້າ”. ແມ່ນຫຍັງຄືເຈດຕະນາທີ່ຢູ່ເບື້ອງຫຼັງຂອງການເວົ້າເຊັ່ນນີ້? ສິ່ງນີ້ເປີດເຜີຍເຖິງອຸປະນິໄສປະເພດໃດ? ມັນຄືຄວາມອວດດີ. ເມື່ອຄົນເຮັດເຊັ່ນນີ້, ຄວາມປະພຶດຂອງພວກເຂົາກໍຕໍ່ຕ້ານ ແລະ ກະບົດຕໍ່ພຣະເຈົ້າ. ສະນັ້ນທຳມະຊາດທີ່ອວດດີຂອງຄົນຈຶ່ງກຳນົດວ່າພວກເຂົາຈະຍົກຍ້ອງຕົນເອງ, ກະບົດ ແລະ ທໍລະຍົດພຣະເຈົ້າ, ດັກຈັບຄົນອື່ນ, ທຳລາຍຄົນອື່ນ ແລະ ທຳລາຍຕົນເອງ. ຖ້າພວກເຂົາຕາຍໂດຍບໍ່ໄດ້ກັບໃຈ, ແລ້ວພວກເຂົາຈະຖືກໂຍນຖິ້ມໃນທີ່ສຸດ. ມັນບໍ່ອັນຕະລາຍບໍທີ່ຄົນໃດໜຶ່ງຈະມີອຸປະນິໄສທີ່ອວດດີ? ຖ້າພວກເຂົາມີອຸປະນິໄສທີ່ອວດດີ ແຕ່ພວກເຂົາສາມາດຍອມຮັບຄວາມຈິງ, ແລ້ວຍັງມີໂອກາດເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ. ພວກເຂົາຕ້ອງຜ່ານຜ່າການພິພາກສາ ແລະ ການຂ້ຽນຕີ ແລະ ໂຍນຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ເພື່ອທີ່ຮັບເອົາຄວາມລອດພົ້ນຢ່າງແທ້ຈິງ.

ບາງຄົນເວົ້າຢູ່ສະເໝີວ່າ: “ເປັນຫຍັງພຣະເຈົ້າຈຶ່ງໃຊ້ການພິພາກສາ ແລະ ການຂ້ຽນຕີເພື່ອຊ່ວຍຄົນໃຫ້ລອດພົ້ນໃນຍຸກສຸດທ້າຍ? ເປັນຫຍັງພຣະທຳແຫ່ງການພິພາກສາຈຶ່ງຮຸນແຮງຫຼາຍ?” ມີຄຳເວົ້າທີ່ພວກເຈົ້າອາດຮູ້: “ພາລະກິດຂອງພຣະເຈົ້າມີຄວາມຫຼາກຫຼາຍໃນແຕ່ລະບຸກຄົນ; ມັນຫົດຍືດໄດ້ ແລະ ພຣະເຈົ້າບໍ່ປະຕິບັດຕາມກົດລະບຽບ”. ພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີໃນຍຸກສຸດທ້າຍແມ່ນແນໃສ່ທຳມະຊາດທີ່ອວດດີຂອງຜູ້ຄົນເປັນຫຼັກ. ຄວາມອວດດີຄອບຄຸມຫຼາຍສິ່ງ, ອຸປະນິໄສທີ່ເສື່ອມຊາມຫຼາຍຢ່າງ; ການພິພາກສາ ແລະ ການຂ້ຽນຕີມາຫາຄຳເວົ້ານີ້ “ຄວາມອວດດີ” ໂດຍກົງ, ເພື່ອທີ່ຈະກຳຈັດອຸປະນິໄສທີ່ອວດດີຂອງຜູ້ຄົນຢ່າງສົມບູນ. ໃນທີ່ສຸດແລ້ວ, ຄົນຈະບໍ່ກະບົດຕໍ່ພຣະເຈົ້າ ແລະ ຕໍ່ຕ້ານພຣະອົງ, ສະນັ້ນພວກເຂົາຈຶ່ງບໍ່ບາກບັ່ນທີ່ຈະສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງ ແລະ ພວກເຂົາຈະບໍ່ຍົກຍ້ອງ ຫຼື ເປັນພະຍານໃຫ້ຕົນເອງ ແລະ ພວກເຂົາຈະບໍ່ເຮັດຢ່າງຕໍ່າຊ້າ ແລະ ພວກເຂົາຈະບໍ່ມີການຮຽກຮ້ອງທີ່ຟູມເຟືອຍຕໍ່ພຣະເຈົ້າ, ດ້ວຍວິທີນີ້ ພວກເຂົາຈຶ່ງໄດ້ໂຍນຖິ້ມອຸປະນິໄສທີ່ອວດດີຂອງພວກເຂົາ. ຄວາມອວດດີມີການສຳແດງອອກຫຼາຍຢ່າງ. ຕົວຢ່າງ: ສົມມຸດວ່າຄົນໃດໜຶ່ງທີ່ເຊື່ອໃນພຣະເຈົ້າຮຽກຮ້ອງຄວາມກະລຸນາຂອງພຣະອົງ, ເຈົ້າສາມາດຮຽກຮ້ອງມັນບົນພື້ນຖານຫຍັງ? ເຈົ້າເປັນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ເປັນສິ່ງຖືກສ້າງ; ຂໍ້ແທ້ຈິງທີ່ວ່າເຈົ້າໃຊ້ຊີວິດ ແລະ ຫາຍໃຈຄືຄວາມກະລຸນາທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ. ເຈົ້າສາມາດຮັບເອົາທຸກສິ່ງທີ່ພຣະເຈົ້າໄດ້ສ້າງເທິງໂລກ. ພຣະເຈົ້າໄດ້ໃຫ້ເຈົ້າຢ່າງພຽງພໍ, ສະນັ້ນເປັນຫຍັງເຈົ້າຈຶ່ງຮຽກຮ້ອງຈາກພຣະອົງຫຼາຍຂຶ້ນ? ມັນເປັນເພາະຄົນບໍ່ພໍໃຈກັບສະຖານະການຂອງພວກເຂົາຈັກເທື່ອ. ພວກເຂົາຄິດຢູ່ສະເໝີວ່າພວກເຂົາດີກວ່າຄົນອື່ນ, ພວກເຂົາຄວນມີຫຼາຍກວ່າ, ສະນັ້ນພວກເຂົາຈຶ່ງຮຽກຮ້ອງມັນຈາກພຣະເຈົ້າຢູ່ສະເໝີ. ນີ້ຄືຕົວແທນຂອງອຸປະນິໄສທີ່ອວດດີຂອງພວກເຂົາ. ເຖິງແມ່ນວ່າປາກຂອງພວກເຂົາອາດບໍ່ເວົ້າເຖິງມັນ, ເມື່ອຜູ້ຄົນເລີ່ມເຊື່ອໃນພຣະເຈົ້າໃນຕອນທຳອິດ, ໃນຫົວໃຈຂອງພວກເຂົານັ້ນ ພວກເຂົາອາດຄິດວ່າ “ຂ້ອຍຕ້ອງການໄປສະຫວັນ, ບໍ່ແມ່ນນະຮົກ. ຂ້ອຍບໍ່ພຽງແຕ່ຕ້ອງການໃຫ້ຕົນເອງໄດ້ຮັບພອນ, ແຕ່ໝົດຄອບຄົວຂອງຂ້ອຍ. ຂ້ອຍຕ້ອງການກິນອາຫານດີໆ, ສວມໃສ່ເຄື່ອງນຸ່ງທີ່ດີໆ, ມີຄວາມສຸກກັບສິ່ງດີໆ. ຂ້ອຍຕ້ອງການຄອບຄົວທີ່ດີ, ຜົວ (ຫຼື ເມຍ) ທີ່ດີ ແລະ ລູກທີ່ດີ. ໃນທີ່ສຸດແລ້ວ, ຂ້ອຍຕ້ອງການປົກຄອງດັ່ງກະສັດ”. ມັນລ້ວນແລ້ວແຕ່ກ່ຽວຂ້ອງກັບເງື່ອນໄຂ ແລະ ການຮຽກຮ້ອງຂອງພວກເຂົາ. ອຸປະນິໄສນີ້ຂອງພວກເຂົາ, ສິ່ງເຫຼົ່ານີ້ທີ່ພວກເຂົາຄິດໃນຫົວໃຈຂອງພວກເຂົາ, ຄວາມປາດຖະໜາທີ່ຟູມເຟືອຍເຫຼົ່ານີ້, ພວກມັນທັງໝົດເປັນລັກສະນະປົກກະຕິຂອງທຳມະຊາດທີ່ອວດດີຂອງມະນຸດ. ແມ່ນຫຍັງເຮັດໃຫ້ເຮົາເວົ້າສິ່ງນີ້? ມັນເປັນຍ້ອນສະຖານະຂອງຜູ້ຄົນ. ມະນຸດເປັນສິ່ງຖືກສ້າງທີ່ມາຈາກຂີ້ຝຸ່ນ; ພຣະເຈົ້າສ້າງມະນຸດຈາກດິນດາກ ແລະ ເປົ່າລົມຫາຍໃຈແຫ່ງຊີວິດໃສ່ໃນຕົວເຂົາ. ນັ້ນຄືສະຖານະທີ່ຕ້ອຍຕໍ່າຂອງມະນຸດ, ແຕ່ຄົນຍັງມາຢູ່ຕໍ່ໜ້າພຣະເຈົ້າ ແລ້ວຕ້ອງການສິ່ງນີ້ ແລະ ສິ່ງນັ້ນ. ສະຖານະຂອງມະນຸດຊົ່ວຊ້າຫຼາຍ, ເຂົາບໍ່ຄວນອ້າປາກຂອງເຂົາ ແລະ ຮຽກຮ້ອງຫຍັງຈາກພຣະເຈົ້າ. ສະນັ້ນຄົນຄວນເຮັດຫຍັງ? ພວກເຂົາຄວນເຮັດວຽກໜັກບໍ່ວ່າຈະມີການວິຈານຫຍັງກໍຕາມ, ວາງຄວາມໜັກໜ່ວງໃສ່ບ່າຂອງພວກເຂົາ ແລະ ເຊື່ອຟັງຢ່າງຍິນດີ. ມັນບໍ່ແມ່ນຄຳຖາມກ່ຽວກັບການຮັບເອົາຄວາມຖ່ອມຕົວຢ່າງຍິນດີ, ຢ່າຮັບເອົາຄວາມຖ່ອມຕົວຢ່າງຍິນດີ; ນີ້ຄືສະຖານະທີ່ຄົນເກີດມາພ້ອມ; ພວກເຂົາຄວນເຊື່ອຟັງ ແລະ ຖ່ອມຕົວໂດຍກຳເນີດ, ຍ້ອນສະຖານະຂອງພວກເຂົາມີລັກສະນະຕ້ອຍຕໍ່າ ແລະ ສະນັ້ນພວກເຂົາຈຶ່ງບໍ່ຄວນຮຽກຮ້ອງສິ່ງຕ່າງໆຈາກພຣະເຈົ້າ ແລະ ມີຄວາມປາດຖະໜາທີ່ຟູມເຟືອຍຕໍ່ພຣະເຈົ້າ. ບໍ່ຄວນຄົ້ນພົບສິ່ງດັ່ງກ່າວໃນພວກເຂົາ. ນີ້ແມ່ນຕົວຢ່າງງ່າຍໆ. ຄົວເຮືອນທີ່ຮັ່ງມີໃດໜຶ່ງໄດ້ຈ້າງຜູ້ຮັບໃຊ້. ຕຳແໜ່ງຂອງຜູ້ຮັບໃຊ້ນີ້ໃນຄົວເຮືອນທີ່ຮັ່ງມີກໍຕ້ອຍຕໍ່າເປັນຢ່າງຍິ່ງ, ແຕ່ເຖິງຢ່າງນັ້ນ ພວກເຂົາກໍເວົ້າກັບເຈົ້ານາຍຂອງເຮືອນວ່າ: “ຂ້ອຍຕ້ອງການສວມໃສ່ໝວກຂອງລູກຊາຍເຈົ້າ, ຂ້ອຍຕ້ອງການກິນເຂົ້າຂອງເຈົ້າ, ຂ້ອຍຕ້ອງການສວມໃສ່ເຄື່ອງນຸ່ງຂອງເຈົ້າ ແລະ ຂ້ອຍຕ້ອງນອນເທິງຕຽງຂອງເຈົ້າ. ບໍ່ວ່າເຈົ້າຈະໃຊ້ຫຍັງກໍຕາມ, ບໍ່ວ່າຈະເປັນຄຳ ຫຼື ເງິນ, ຂ້ອຍຕ້ອງການພວກມັນ! ຂ້ອຍປະກອບສ່ວນຫຼາຍໃນວຽກງານຂອງຂ້ອຍ ແລະ ຂ້ອຍໃຊ້ຊີວິດໃນເຮືອນຂອງເຈົ້າ, ສະນັ້ນຂ້ອຍຈຶ່ງຕ້ອງການພວກມັນ!” ເຈົ້ານາຍຄວນປະຕິບັດຕໍ່ພວກເຂົາແນວໃດ? ເຈົ້ານາຍຈະເວົ້າວ່າ: “ເຈົ້າຄວນຮູ້ວ່າເຈົ້າເປັນສິ່ງຂອງປະເພດໃດ, ບົດບາດຂອງເຈົ້າແມ່ນຫຍັງ: ເຈົ້າເປັນຜູ້ຮັບໃຊ້. ຂ້ອຍເອົາສິ່ງທີ່ລູກຂ້ອຍຕ້ອງການໃຫ້ເຂົາ, ເພາະນັ້ນຄືສະຖານະຂອງເຂົາ. ແມ່ນຫຍັງຄືສະຖານະຂອງເຈົ້າ, ຕົວຕົນຂອງເຈົ້າ? ເຈົ້າບໍ່ມີຄຸນສົມບັດທີ່ຈະຮ້ອງຂໍສິ່ງເຫຼົ່ານີ້. ເຈົ້າຄວນໄປ ແລະ ເຮັດສິ່ງທີ່ເຈົ້າຄວນເຮັດ, ໄປປະຕິບັດພັນທະຂອງເຈົ້າ, ຕາມສະຖານະ ແລະ ຕົວຕົນຂອງເຈົ້າ”. ຄົນແບບນັ້ນມີຄວາມສຳນຶກໃດໆບໍ? ມີຫຼາຍຄົນທີ່ເຊື່ອໃນພຣະເຈົ້າທີ່ບໍ່ມີຄວາມສຳນຶກຫຼາຍຂະໜາດນັ້ນ. ຈາກຕອນຕົ້ນທີ່ເຊື່ອໃນພຣະເຈົ້າ, ພວກເຂົາມີແຮງຈູງໃຈແອບແຝງ ແລະ ສືບຕໍ່ເວົ້າ, ພວກເຂົາຮຽກຮ້ອງຈາກພຣະເຈົ້າຢ່າງບໍ່ຢຸດເຊົາ. “ຂ້ານ້ອຍຕ້ອງໃຫ້ພາລະກິດຂອງພຣະວິນຍານບໍລິສຸດຕິດຕາມຂ້ອຍເມື່ອຂ້ານ້ອຍເຜີຍແຜ່ຂ່າວປະເສີດ! ພຣະອົງຍັງຕ້ອງໃຫ້ອະໄພ ແລະ ອົດກັ້ນກັບຂ້ານ້ອຍ ເມື່ອຂ້ານ້ອຍເຮັດສິ່ງທີ່ບໍ່ດີ! ຖ້າຂ້ານ້ອຍເຮັດວຽກງານຫຼາຍຢ່າງ, ພຣະອົງຕ້ອງໃຫ້ລາງວັນຂ້ານ້ອຍ!” ເວົ້າສັ້ນໆແລ້ວ ຄົນຕ້ອງການສິ່ງຕ່າງໆຈາກພຣະເຈົ້າຢູ່ສະເໝີ, ພວກເຂົາໂລບມາກຢູ່ສະເໝີ. ບາງກຄົນທີ່ເຮັດວຽກງານເລັກໆນ້ອຍໆ ແລະ ນໍາພາຄຣິສຕະຈັກໄດ້ຂ້ອນຂ້າງດີກໍຄິດວ່າພວກເຂົາຢູ່ເໜືອຄົນອື່ນ ແລະ ມັກເຜີຍແຜ່ຄຳເວົ້າຕ່າງໆ ເຊັ່ນ: “ເປັນຫຍັງພຣະເຈົ້າຈຶ່ງວາງຂ້ອຍໄວ້ໃນຕຳແໜ່ງທີ່ສຳຄັນ? ເປັນຫຍັງພຣະອົງຈຶ່ງເວົ້າເຖິງຊື່ຂອງຂ້ອຍຢ່າງຕໍ່ເນື່ອງ? ເປັນຫຍັງພຣະອົງຈຶ່ງເວົ້າກັບຂ້ອຍຢ່າງຕໍ່ເນື່ອງ? ພຣະເຈົ້າເຊີດໜ້າຊູຕາຂ້ອຍ ເພາະຂ້ອຍມີຄວາມສາມາດ ແລະ ເພາະຂ້ອຍຢູ່ເໜືອຄົນປົກກະຕິ. ພວກເຈົ້າເຖິງກັບອິດສາວ່າພຣະເຈົ້າປະຕິບັດຕໍ່ຂ້ອຍໄດ້ດີກວ່າ. ພວກເຈົ້າມີຫຍັງໃຫ້ອິດສາ? ພວກເຈົ້າບໍ່ສາມາດເຫັນບໍວ່າຂ້ອຍເຮັດວຽກງານຫຼາຍສໍ່າໃດ ແລະ ຂ້ອຍໄດ້ເສຍສະຫຼະຫຼາຍສໍ່າໃດ? ພວກເຈົ້າບໍ່ຄວນອິດສາສິ່ງດີໆຫຍັງກໍຕາມທີ່ພຣະເຈົ້າມອບໃຫ້ຂ້ອຍ, ເພາະຂ້ອຍສົມຄວນໄດ້ຮັບພວກມັນ. ຂ້ອຍໄດ້ເຮັດວຽກເປັນເວລາຫຼາຍປີ ແລະ ທົນທຸກຫຼາຍຢ່າງ. ຂ້ອຍສົມຄວນໄດ້ຮັບຄວາມໄວ້ວາງໃຈ ແລະ ມີຄຸນສົມບັດ”. ມີຄົນອື່ນທີ່ເວົ້າວ່າ: “ພຣະເຈົ້າປ່ອຍໃຫ້ຂ້ອຍເຂົ້າຮ່ວມໃນການປະຊຸມເພື່ອນຮ່ວມງານ ແລະ ຮັບຟັງການໂອ້ລົມຂອງພຣະອົງ. ຂ້ອຍມີຄຸນສົມບັດນີ້, ພວກເຈົ້າມີສິ່ງນັ້ນບໍ? ກ່ອນອື່ນໝົດ, ຂ້ອຍມີຄວາມສາມາດສູງ ແລະ ຂ້ອຍສະແຫວງຫາຄວາມຈິງຫຼາຍກວ່າທີ່ພວກເຈົ້າເຮັດ. ຍິ່ງໄປກວ່ານັ້ນ, ຂ້ອຍເສຍສະຫຼະຕົນເອງຫຼາຍກວ່າພວກເຈົ້າ ແລະ ຂ້ອຍສາມາດເຮັດວຽກງານຂອງພຣະເຈົ້າໃຫ້ສຳເລັດ, ພວກເຈົ້າສາມາດເຮັດໄດ້ບໍ?” ນີ້ຄືຄວາມອວດດີ. ຜົນຮັບໃນການທີ່ຄົນປະຕິບັດໜ້າທີ່ຂອງພວກເຂົາ ແລະ ວຽກງານຂອງພວກເຂົາແມ່ນແຕກຕ່າງກັນ. ບາງຄົນມີຜົນຮັບທີ່ດີ, ໃນຂະນະທີຄົນອື່ນມີຜົນຮັບທີ່ບໍ່ດີ. ບາງຄົນເກີດມາພ້ອມກັບຄວາມສາມາດທີ່ດີ ແລະ ຍັງສາມາດສະແຫວງຫາຄວາມຈິງ, ສະນັ້ນຜົນຮັບຈາກໜ້າທີ່ຂອງພວກເຂົາຈຶ່ງປັບປຸງຂຶ້ນໄດ້ໄວ. ສິ່ງນີ້ເປັນຍ້ອນຄວາມສາມາດທີ່ດີຂອງພວກເຂົາ, ເຊິ່ງຖືກກຳນົດໄວ້ລ່ວງໜ້າໂດຍພຣະເຈົ້າ. ແຕ່ຈະແກ້ໄຂບັນຫາຜົນຮັບທີ່ບໍ່ດີຈາກການປະຕິບັດໜ້າທີ່ຂອງຄົນໆໜຶ່ງໄດ້ແນວໃດ? ເຈົ້າຕ້ອງສະແຫວງຫາຄວາມຈິງ ແລະ ເຮັດວຽກຢ່າງໜັກຢູ່ສະເໝີ, ແລ້ວເຈົ້າກໍຈະສາມາດຄ່ອຍໆບັນລຸຜົນຮັບທີ່ດີເຊັ່ນກັນ. ຕາບໃດທີ່ເຈົ້າດິ້ນຮົນໄປຫາຄວາມຈິງ ແລະ ບັນລຸຂີດຈຳກັດໃນຄວາມສາມາດຂອງເຈົ້າ, ພຣະເຈົ້າກໍຈະຮອງຮັບ. ແຕ່ບໍ່ວ່າຜົນຮັບໃນວຽກຂອງເຈົ້າຈະດີ ຫຼື ບໍ່, ເຈົ້າຄວນບໍ່ມີແນວຄິດທີ່ຜິດພາດ. ຢ່າຄິດວ່າ “ຂ້ອຍມີຄຸນສົມບັດທີ່ຈະທຽບເທົ່າກັບພຣະເຈົ້າ”, “ຂ້ອຍມີຄຸນສົມບັດທີ່ຈະໄດ້ຮັບສິ່ງທີ່ພຣະເຈົ້າມອບໃຫ້ຂ້ອຍ”, “ຂ້ອຍມີຄຸນສົມບັດທີ່ຈະເຮັດໃຫ້ພຣະເຈົ້າຍົກຍ້ອງຂ້ອຍ”, “ຂ້ອຍມີຄຸນສົມບັດທີ່ຈະນໍາພາຄົນອື່ນ” ຫຼື “ຂ້ອຍມີຄຸນສົມບັດທີ່ຈະສັ່ງສອນຄົນອື່ນ”. ຢ່າເວົ້າວ່າເຈົ້າມີຄຸນສົມບັດ. ຄົນບໍ່ຄວນມີຄວາມຄິດເຫຼົ່ານີ້. ຖ້າເຈົ້າມີຄວາມຄິດເຫຼົ່ານີ້, ມັນກໍພິສູດວ່າເຈົ້າບໍ່ໄດ້ຢູ່ໃນບ່ອນທີ່ຊອບທຳຂອງເຈົ້າ ແລະ ເຈົ້າເຖິງກັບບໍ່ໄດ້ມີຄວາມສຳນຶກພື້ນຖານທີ່ມະນຸດຄວນມີ. ສະນັ້ນເຈົ້າຈະສາມາດປະຖິ້ມອຸປະນິໄສທີ່ອວດດີຂອງເຈົ້າໄດ້ແນວໃດ? ເຈົ້າບໍ່ສາມາດເຮັດໄດ້.

ບາງຄົນເວົ້າວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ, ພວກເຂົາບໍ່ໄດ້ອວດດີ. ຄົນເຫຼົ່ານີ້ເປັນຄົນແບບໃດ? ຄົນເຫຼົ່ານີ້ເປັນຄົນທີ່ບໍ່ມີຄວາມຮູ້ສຶກ ແລະ ພວກເຂົາຍັງເປັນຄົນທີ່ໂງ່ຈ້າ ແລະ ອວດດີທີ່ສຸດໃນບັນດາຄົນທັງປວງ. ໃນຄວາມເປັນຈິງແລ້ວ, ພວກເຂົາອວດດີ ແລະ ກະບົດຫຼາຍກວ່າຄົນອື່ນ; ຍິ່ງຄົນໃດໜຶ່ງເວົ້າວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມຫຼາຍປານໃດ, ພວກເຂົາຍິ່ງອວດດີ ແລະ ຖືວ່າຕົນເອງຊອບທຳຫຼາຍສ່ຳນັ້ນ. ເປັນຫຍັງຄົນອື່ນຈຶ່ງສາມາດຮູ້ຈັກຕົນເອງ ແລະ ຍອມຮັບການພິພາກສາຂອງພຣະເຈົ້າ, ແຕ່ເຈົ້າກັບບໍ່ເປັນເຊັ່ນນັ້ນ? ເຈົ້າຄືຂໍ້ຍົກເວັ້ນບໍ? ເຈົ້າເປັນໄພ່ພົນບໍ? ເຈົ້າອາໄສຢູ່ໃນສູນຍາກາດບໍ? ເຈົ້າບໍ່ຮັບຮູ້ວ່າມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງຮ້າຍແຮງ, ທຸກຄົນມີອຸປະນິໄສທີ່ເສື່ອມຊາມ. ນີ້ໝາຍຄວາມວ່າເຈົ້າບໍ່ເຂົ້າໃຈຄວາມຈິງເລີຍ ແລະ ເຈົ້າເປັນຄົນທີ່ກະບົດ, ໂງ່ ແລະ ອວດດີທີ່ສຸດໃນບັນດາຄົນທັງປວງ. ອີງຕາມເຈົ້າແລ້ວ, ມີຄົນດີຫຼາຍຄົນໃນໂລກ ແລະ ມີພຽງແຕ່ຄົນບໍ່ດີສອງສາມຄົນ, ສະນັ້ນເປັນຫຍັງມັນຈຶ່ງເຕັມໄປດ້ວຍຄວາມມືດມົວ, ເຕັມໄປດ້ວຍຄວາມສົກກະປົກ ແລະ ຄວາມເສື່ອມຊາມ, ເຕັມໄປດ້ວຍຄວາມຂັດແຍ່ງ? ໃນໂລກຂອງມະນຸດ, ເປັນຫຍັງທຸກຄົນຈຶ່ງຮັບ ແລະ ລັກຈາກກັນເອງ? ແມ່ນແຕ່ຜູ້ເຊື່ອໃນພຣະເຈົ້າກໍບໍ່ຍົກເວັ້ນ. ຄົນດິ້ນຮົນຢູ່ສະເໝີ ແລະ ຕໍ່ສູ້ກັນເອງ. ແລ້ວຄວາມດິ້ນຮົນນີ້ແຕກໜໍ່າມາຈາກໃສ? ແນ່ນອນ, ມັນເປັນຜົນຜະລິດຈາກທຳມະຊາດທີ່ເສື່ອມຊາມຂອງພວກເຂົາ, ເປັນການສະແດງອອກເຖິງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາແທ້ໆ. ຄົນທີ່ມີທຳມະຊາດທີ່ເສື່ອມຊາມກໍມີຄວາມອວດດີ ແລະ ຄວາມກະບົດທີ່ສະແດງອອກຈາກພວກເຂົາ; ຄົນທີ່ໃຊ້ຊີວິດໃນອຸປະນິໄສທີ່ຊົ່ວຮ້າຍກໍເປັນປໍລະປັກ ແລະ ພ້ອມຕໍ່ສູ້. ຄົນທີ່ເປັນປໍລະປັກ ແລະ ພ້ອມຕໍ່ສູ້ກັບເປັນຄົນທີ່ອວດດີທີ່ສຸດໃນບັນດາຄົນທັງປວງ, ພວກເຂົາບໍ່ຍອມອ່ອນນ້ອມຕໍ່ຄົນໃດໆ. ເປັນຫຍັງຄົນຈຶ່ງມັກສາລະພາບບາບຂອງພວກເຂົາ ແຕ່ບໍ່ກັບໃຈ? ເປັນຫຍັງພວກເຂົາຈຶ່ງເຊື່ອໃນພຣະເຈົ້າ ແຕ່ບໍ່ສາມາດນໍາຄວາມຈິງໄປປະຕິບັດ? ເປັນຫຍັງພວກເຂົາຈຶ່ງເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແຕ່ບໍ່ສາມາດເຮັດໄດ້ສອດຄ່ອງກັບພຣະອົງ? ທຸກສິ່ງນີ້ເກີດຂຶ້ນໂດຍທຳມະຊາດທີ່ອວດດີຂອງຜູ້ຄົນ. ມະນຸດຊາດໄດ້ກະບົດ ແລະ ຕໍ່ຕ້ານພຣະເຈົ້າຢູ່ສະເໝີ, ບໍ່ເຕັມໃຈທີ່ຈະຍອມຮັບຄວາມຈິງໂດຍສິ້ນເຊີງ ແລະ ເຖິງກັບກຽດຊັງ ແລະ ປະຕິເສດຄວາມຈິງ. ນີ້ບໍ່ແມ່ນເພາະຂໍ້ຮຽກຮ້ອງຂອງພຣະເຈົ້າຕໍ່ມະນຸດນັ້ນສູງເກີນໄປ, ແຕ່ກົງກັນຂ້າມ ຄົນຕໍ່ຕ້ານພຣະເຈົ້າຢ່າງກ້ຽວກາດ ແລະ ຢ່າງໄຮ້ປານີເກີນໄປ, ຫຼາຍຈົນພວກເຂົາຈະເຮັດໃຫ້ພຣະເຈົ້າເປັນສັດຕູຂອງພວກເຂົາ ແລະ ຄຶງພຣະອົງເທິງໄມ້ກາງແຂນ. ມະນຸດຊາດທີ່ເສື່ອມຊາມດັ່ງກ່າວບໍ່ໄດ້ກ້ຽວກາດ, ອວດດີ ແລະ ບໍ່ສົມເຫດສົມຜົນເກີນໄປບໍ? ພຣະເຈົ້າສະແດງຄວາມຈິງຫຼາຍຢ່າງ, ພຣະອົງມີຄວາມເຫັນໃຈ ແລະ ຊ່ວຍຄົນໃຫ້ລອດພົ້ນ ແລະ ອະໄພຄວາມຜິດບາບຂອງພວກເຂົາ, ແຕ່ມະນຸດຊາດບໍ່ໄດ້ຍອມຮັບຄວາມຈິງເລີຍ, ພວກເຂົາປະນາມ ແລະ ຕໍ່ຕ້ານພຣະເຈົ້າຢູ່ສະເໝີ ແລະ ເຮັດໃຫ້ຕົນເອງບໍ່ສາມາດເຂົ້າກັບພຣະເຈົ້າໄດ້. ຕອນນີ້, ຄວາມສຳພັນຂອງມະນຸດຊາດກັບພຣະເຈົ້າຢູ່ໃນລະດັບໃດ? ມະນຸດໄດ້ກາຍມາເປັນສັດຕູຂອງພຣະເຈົ້າ, ເປັນຜູ້ຂັດແຍ່ງຂອງພຣະອົງ. ພຣະເຈົ້າສະແດງຄວາມຈິງເພື່ອເປີດເຜີຍ, ພິພາກສາ ແລະ ຊ່ວຍຄົນໃຫ້ລອດພົ້ນ; ຄົນບໍ່ຍອມຮັບມັນ ຫຼື ສົນໃຈພຣະອົງເລີຍ. ຄົນບໍ່ເຮັດສິ່ງທີ່ພຣະເຈົ້າຮຽກຮ້ອງຈາກພວກເຂົາ; ກົງກັນຂ້າມ, ພວກເຂົາໄປ ແລະ ເຮັດສິ່ງຕ່າງໆທີ່ພຣະອົງກຽດຊັງ ແລະ ດູຖູກ. ພຣະເຈົ້າສະແດງຄວາມຈິງ, ແຕ່ຄົນປະຖິ້ມມັນ. ພຣະເຈົ້າພິພາກສາ ແລະ ຂ້ຽນຕີອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນ ແລະ ບໍ່ພຽງແຕ່ວ່າພວກເຂົາບໍ່ຍອມຮັບຄວາມຈິງ, ແຕ່ພວກເຂົາໂຕ້ຖຽງ ແລະ ກະບົດຕໍ່ພຣະອົງ. ຄົນອວດດີສໍ່າໃດ? ມະນຸດຊາດທີ່ເສື່ອມຊາມປະຕິເສດ ແລະ ຕໍ່ຕ້ານພຣະເຈົ້າຢ່າງໜ້າດ້ານ. ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກເຂົາກໍສະແຫວງຫາໂຊກຊະຕາທີ່ຍິ່ງໃຫຍ່, ລາງວັນ ແລະ ການເຂົ້າສູ່ອານາຈັກສະຫວັນຢູ່ສະເໝີ; ພວກເຂົາຍັງຕ້ອງການເປັນຜູ້ປົກຄອງ ແລະ ມີອຳນາດ. ນີ້ຄືແບບຢ່າງການເປັນຕົວແທນເຖິງຄວາມອວດດີ, ອຸປະນິໄສທີ່ເສື່ອມຊາມແທ້ໆຂອງມະນຸດ.

ພຣະເຈົ້າໄດ້ກາຍມາເປັນເນື້ອໜັງເພື່ອຊ່ວຍພວກເຂົາໃຫ້ລອດພົ້ນ, ແຕ່ເພື່ອເປັນການຕອບແທນສຳລັບການຮັບເອົາພຣະເຈົ້າ, ຄົນຮຽກຮ້ອງຄ່າໃຊ້ຈ່າຍໃນການດຳລົງຊີບ, ລາງວັນ, ການອວຍພອນ ແລະ ພວກເຂົາເຖິງກັບໄປໂອ້ອວດວ່າພວກເຂົາໄດ້ຮັບພຣະເຈົ້າ ແລະ ເວົ້າວ່າພວກເຂົາເປັນທີ່ຮັກຂອງພຣະເຈົ້າ, ເພື່ອວ່າຄົນອື່ນຈະເຊີດໜ້າຊູຕາພວກເຂົາ. ຄົນຈຳນວນນ້ອຍຮັບຮູ້ຢ່າງຊັດເຈນວ່າຜູ້ທີ່ພວກເຂົາໄດ້ຮັບຄືພຣະເຈົ້າ, ແຕ່ຮຽກຮ້ອງເງິນຈາກຄຣິສຕະຈັກເປັນການຕອບແທນ. ຄົນອວດດີເຫຼົ່ານັ້ນເວົ້າວ່າພວກເຂົາບໍ່ມີອຸປະນິໄສທີ່ເສື່ອມຊາມ ແລະ ຄວາມເຊື່ອຂອງພວກເຂົາແມ່ນຢູ່ເໜືອຂອງຄົນອື່ນ, ພວກເຂົາອຸທິດຕົວຕໍ່ພຣະເຈົ້າຫຼາຍກວ່າຄົນອື່ນ ແລະ ເຮັດໄດ້ດີກວ່າຄົນອື່ນ. ບາງຄົນໂອ້ອວດກ່ຽວກັບພວກເຂົາເອງ: “ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຊາວປີ. ເມື່ອຂ້ອຍມາເຊື່ອໃນຕອນທຳອິດ, ບໍ່ມີຄຣິສຕະຈັກ, ຂ້ອຍໄດ້ເຜີຍແຜ່ຂ່າວປະເສີດຢູ່ທຸກບ່ອນທີ່ຂ້ອຍໄປ!” ເປັນຫຍັງເຈົ້າຈຶ່ງໂອ້ອວດກ່ຽວກັບຕົນເອງ? ເຈົ້າບໍ່ມີຫຍັງທີ່ຄູ່ຄວນໃຫ້ໂອ້ອວດ. ອີງໃສ່ພຶດຕິກຳປັດຈຸບັນຂອງເຈົ້າ, ເຈົ້າຄວນຕົບໜ້າຕົນເອງ, ສາບແຊ່ງຕົນເອງ, ດູຖູກຕົນເອງ ແລະ ກຽດຊັງຕົນເອງ. ສະນັ້ນເປັນຫຍັງເຈົ້າຈຶ່ງໂອ້ອວດກ່ຽວກັບຕົນເອງ? ອຸປະນິໄສທີ່ອວດດີຂອງເຈົ້າມີຮ້າຍແຮງເກີນໄປ, ເຈົ້າໄດ້ໄປຮອດຈຸດສູງສຸດ, ຈຸດສຸດຍອດແລ້ວ! ບໍ່ວ່າຄົນຈະເວົ້າຫຼາຍ ຫຼື ເວົ້າໜ້ອຍ, ນໍ້າສຽງຂອງພວກເຂົາ, ເຈດຕະນາຂອງພວກເຂົາ ແລະ ຄຳເວົ້າຂອງພວກເຂົາກໍລ້ວນແລ້ວແຕ່ມີລົດຊາດ ແລະ ແກ່ນແທ້ທີ່ອວດດີ. ເຮົາຈະຍົກຕົວຢ່າງງ່າຍໆ. ສົມມຸດວ່າຄຣິສຕະຈັກມີຄົນໜຶ່ງທີ່ຫາກໍເລີ່ມເຊື່ອ, ຄົນທີ່ຂ້ອນຂ້າງເພິ່ງພາໄດ້, ຄົນທີ່ສະແຫວງຫາຢ່າງຈິງໃຈ. ບາງຄົນອາດດູຖູກພວກເຂົາ, ເວົ້າກັບພວກເຂົາຢ່າງຖືຕົວວ່າ: “ເຈົ້າເປັນຜູ້ເຊື່ອໄດ້ຈັກປີແລ້ວ? ເຈົ້າມາແຕ່ໃສ? ເຈົ້າມີແນວຄິດບາງຢ່າງບໍ? ເຈົ້າຍັງບໍ່ຊັດເຈນໃນຄວາມຈິງອັນໃດ? ເຈົ້າປະກອບດ້ວຍຄວາມຈິງພື້ນຖານເຫຼົ່ານີ້ບໍ? ຫຼັງຈາກທີ່ເຈົ້າປະກອບມີ, ເຈົ້າຄວນໄປເຜີຍແຜ່ຂ່າວປະເສີດ!” ເຈົ້າມີຄຸນສົມບັດຫຍັງທີ່ຈະສັ່ງສອນຄົນແບບນີ້? ເຈົ້າກໍເປັນມະນຸດເຊັ່ນກັນ, ມັນພຽງແຕ່ວ່າເຈົ້າໄດ້ຍອມຮັບກ່ອນໜ້າໜ້ອຍໜຶ່ງ. ເຖິງຢ່າງນັ້ນກໍຕາມ ເຈົ້າຍັງບໍ່ໄດ້ໂຍນຖິ້ມຄວາມອວດດີທີ່ຢູ່ໃນແກ່ນແທ້ຂອງອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ. ເຈົ້າມີຄຸນສົມບັດຫຍັງທີ່ຈະສັ່ງສອນຄົນອື່ນ? ແນ່ນອນ, ເຈົ້າອາດໂອ້ລົມກັບພວກເຂົາ ແຕ່ທັດສະນະ ແລະ ເຈດຕະນາຂອງເຈົ້າແມ່ນບໍ່ຖືກຕ້ອງ, ທ່າທີ່ຂອງເຈົ້າບໍ່ຖືກຕ້ອງ ແລະ ລັກສະນະຂອງເຈົ້າເປັນຕາລັງກຽດ! ບາງຄົນມີເບື້ອງເທິງໃຫ້ພົວພັນກັບພວກເຂົາເພື່ອທີ່ຈະເຂົ້າໃຈສະຖານະການຂອງວຽກງານຂ່າວປະເສີດ, ຖາມພວກເຂົາວ່າມີຄວາມຫຍຸ້ງຍາກໃນການເຜີຍແຜ່ຂ່າວປະເສີດ ຫຼື ບໍ່ ຫຼື ຈຳເປັນຕ້ອງແກ້ໄຂບັນຫາຫຍັງໃນວຽກງານຂ່າວປະເສີດ. ພວກເຂົາເວົ້າວ່າ: “ວຽກງານແມ່ນປົກກະຕິ, ບໍ່ມີບັນຫາ” ແລະ ປັບໃຊ້ທ່າທີ່ທີ່ຕັ້ງໃຈບໍ່ສົນໃຈ. ພວກເຂົາບໍ່ຄ່ອຍລາຍງານວ່າມີບັນຫາໃດໃນວຽກງານຂ່າວປະເສີດ ຫຼື ຈະແກ້ໄຂພວກມັນແນວໃດ, ແຮງໄກທີ່ຈະມີຄວາມຫຍຸ້ງຍາກເຊິ່ງຈຳເປັນຕ້ອງໄດ້ຮັບການແກ້ໄຂໂດຍເບື້ອງເທິງ. ນີ້ແມ່ນບັນຫາປະເພດໃດ? ນີ້ແມ່ນການສຳແດງອອກເຖິງການເຮັດໜ້າທີ່ຂອງຄົນໆໜຶ່ງຢ່າງມີຄວາມຮັບຜິດຊອບບໍ? ນີ້ແມ່ນການສຳແດງອອກເຖິງຄວາມຈົງຮັກພັກດີຕໍ່ພຣະເຈົ້າບໍ? ພວກເຂົາເວົ້າຊໍ້າຢູ່ເລື້ອຍໆວ່າພວກເຂົາຍອມອ່ອນນ້ອມ ແລະ ຕິດຕາມພຣະເຈົ້າ ແລະ ພວກເຂົາເວົ້າວ່າພວກເຂົາໄດ້ເຫັນພຣະເຈົ້າທີ່ແທ້ຈິງ, ພວກເຂົາຍອມອ່ອນນ້ອມຢ່າງແທ້ຈິງ, ພວກເຂົາເຕັມໃຈຢ່າງແທ້ຈິງທີ່ຈະເສຍສະຫຼະເພື່ອພຣະເຈົ້າ, ຈ່າຍລາຄາ, ແຕ່ໃນທີ່ສຸດແລ້ວ ພວກເຂົາສາມາດສະແດງອຸປະນິໄສດັ່ງກ່າວ ແລະ ກ່າວຄຳເວົ້າດັ່ງກ່າວ, ພວກເຈົ້າຄິດວ່າຄົນປະເພດນີ້ມີແກ່ນແທ້ຫຍັງແທ້ໆ? ຜົນຮັບຂອງຄົນໆໜຶ່ງອາດແມ່ນຫຍັງ? ພວກເຂົາຄູູ່ຄວນກັບຫຍັງ? ຖ້າເຮົາບໍ່ໄດ້ກ່າວຄຳເວົ້າເຫຼົ່ານີ້, ຖ້າເຮົາບໍ່ສະແດງຄວາມສົນໃຈໃດໆໃນເລື່ອງຕ່າງໆເຊັ່ນນີ້, ແລ້ວພວກເຈົ້າຈະເວົ້າວ່າຄົນແບບນັ້ນຈະສາມາດໄປຮອດຈຸດໃດ? ຜົນຕາມມາແມ່ນເປັນຕາຢ້ານເກີນໄປທີ່ຈະຕຶກຕອງ. ເມື່ອເຮົາເວົ້າ ແລະ ສົນທະນາກັບບາງຄົນດ້ວຍນໍ້າສຽງທີ່ເປັນປົກກະຕິ, ພວກເຂົາກໍເລີ່ມອວດດີ, ຄິດວ່າເຮົາເປັນຄົນທຳມະດາ. ພວກເຂົາຕື່ນເຕັ້ນ ແລະ ເລີ່ມເວົ້າໂອ້ອວດ, ຕ້ອງການເວົ້າແຊກການສົນທະນາ ແລະ ປະເມີນທຸກສິ່ງ ແລະ ຕ້ອງການສະແດງອອກຢູ່ສະເໝີ. ເມື່ອເຮົາເຫັນວ່າພວກເຂົາເປັນຄົນແບບນັ້ນ, ເຮົາກໍບໍ່ສົນໃຈພວກເຂົາເລີຍ. ຖ້າຈະເວົ້າດ້ວຍຄວາມຈິງກັບພວກເຈົ້າແລ້ວ, ເຮົາເຫັນວ່າຄົນສ່ວນໃຫຍ່ຂ້ອນຂ້າງເປັນຕາຂີ້ດຽດ. ທັນທີຫຼັງຈາກທີ່ພົບກັບພວກເຂົາ, ເຮົາເວົ້າສາມປະໂຫຍກຍັງບໍ່ທັນແລ້ວກ່ອນທີ່ພວກເຂົາຈະເລີ່ມງຶກຫົວ ແລະ ຫົວຂວັນ; ເປັນເວລາໜ້ອຍກວ່າໜຶ່ງອາທິດຫຼັງຈາກທີ່ພົບກັບພວກເຂົາ, ພວກເຂົາກໍກ້າສັ່ງສອນພຣະເຈົ້າແລ້ວ. ຫຼັງຈາກທີ່ຮູ້ຄົນແບບນັ້ນຊົ່ວໄລຍະໜຶ່ງ, ເຮົາບໍ່ມັກພວກເຂົາ, ເຮົາບໍ່ສົນໃຈພວກເຂົາ ແລະ ຕໍ່ມາເຮົາກໍໄດ້ຍິນວ່າພວກເຂົາໄດ້ເຮັດບາງຢ່າງທີ່ບໍ່ຖືກຕ້ອງ, ພວກເຂົາຊົ່ວຮ້າຍ. ລອງເອົາຕົວເອງໄປຢູ່ໃນສະຖານະການຂອງຄົນອື່ນ ແລະ ຄິດຊົ່ວໄລຍະໜຶ່ງ: ຖ້າພວກເຈົ້າພົບກັບສະຖານະການປະເພດນີ້ໃນຂະນະທີ່ລ້ຽງລູກຂອງພວກເຈົ້າ, ພວກເຈົ້າຈະຮູ້ສຶກແນວໃດ? ຄົນລ້ຽງເດັກເພື່ອວ່າເດັກເຫຼົ່ານັ້ນຈະດູແລພວກເຂົາໄດ້ເມື່ອພວກເຂົາອາຍຸສູງ ແລະ ຝັງພວກເຂົາຢ່າງເໝາະສົມ; ຖ້າລູກຂອງພວກເຂົາບໍ່ສົນໃຈພວກເຂົາເມື່ອພວກເຂົາເຖົ້າຂຶ້ນ, ວາງໂຕ ແລະ ສັ່ງສອນພວກເຂົາ ຫຼື ປ່ອຍໃຫ້ພວກເຂົາໄດ້ຮັບການປະຕິບັດຢ່າງຜິດໆ ແລະ ເອົາປຽບພວກເຂົາ, ບໍ່ມີຄວາມກະຕັນຍູແມ່ນແຕ່ໜ້ອຍດຽວ, ແລ້ວພວກເຂົາຈະຮູ້ສຶກແນວໃດ? ພວກເຂົາຈະບໍ່ຮູ້ສຶກທັງໃຈຮ້າຍ ແລະ ເສົ້າໃຈບໍ? ພວກເຈົ້າຍັງໜຸ່ມໃນຕອນນີ້, ມີລະດັບປະສົບການຕື້ນໆ ແລະ ພວກເຈົ້າບໍ່ສາມາດເຂົ້າໃຈສິ່ງນີ້ໄດ້ເທື່ອ. ເຮົາໄດ້ໄປຫຼາຍບ່ອນ ແລະ ພົບກັບຫຼາຍຄົນ. ໃນບັນດາຄົນເຫຼົ່ານັ້ນ, ໃນບັນດາຄົນທີ່ເຮົາສາມາດນັ່ງຢ່າງເທົ່າທຽມ ແລະ ໂອ້ລົມ, ສົນທະນາກ່ຽວກັບຊີວິດ, ບໍ່ມີຜູ້ໃດໃນບັນດາພວກເຂົາທີ່ເວົ້າວ່າ: “ພຣະເຈົ້າດີກັບຂ້ອຍ. ຂ້ອຍຕ້ອງມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ, ຂ້ອຍຈະບໍ່ເຮັດຫຍັງທີ່ລະເມີດຄວາມສຳນຶກຂອງຂ້ອຍ”. ຄົນບໍ່ສາມາດແມ່ນແຕ່ເຮັດສິ່ງເລັກໆນ້ອຍໆດ້ວຍຄວາມສຳນຶກ ຫຼື ຄວາມເປັນມະນຸດ. ພວກເຂົາເຖິງກັບບໍ່ສາມາດເວົ້າຈາກຕຳແໜ່ງຂອງພວກເຂົາເອງ ຫຼື ສືບຕໍ່ເຮັດໜ້າທີ່ຂອງພວກເຂົາ, ບໍ່ໄດ້ເວົ້າຫຍັງເຖິງການປະຕິບັດຄວາມຈິງ, ເຊິ່ງພວກເຂົາກໍບໍ່ສາມາດເຮັດໄດ້ເຊັ່ນກັນ. ຖ້າຄົນເລີ່ມອວດດີເກີນໄປ, ພວກເຂົາຈະຮ້າຍແຮງກວ່າອັກຄະເທວະດາຫຼາຍ, ໄປໄກອີກໜຶ່ງກ້າວ.

ບາງຄົນມີຄວາມສາມາດທີ່ດີກວ່າໜ້ອຍໜຶ່ງ; ພວກເຂົາສາມາດເຮັດວຽກງານເລັກໆນ້ອຍໆ ແລະ ພວກເຂົາຖືກເລືອກໃຫ້ກາຍມາເປັນຜູ້ນໍາຄຣິສຕະຈັກ. ຫຼັງຈາກທີ່ກາຍມາເປັນຜູ້ນໍາ, ພວກເຂົາບໍ່ໄດ້ເຮັດວຽກງານທີ່ເປັນຈິງຫຼາຍກ່ອນທີ່ພວກເຂົາຈະເລີ່ມອວດດີ. ຄົນບໍ່ກ້າຈັດການ ຫຼື ຊີ້ໃຫ້ເຫັນເຖິງຂໍ້ຜິດພາດຂອງພວກເຂົາ; ຖ້າເຈົ້າເວົ້າຢ່າງຮຸນແຮງ ຫຼື ຢ່າງຮ້າຍແຮງໜ້ອຍໜຶ່ງກັບພວກເຂົາ, ພວກເຂົາກໍຈະໃຈຮ້າຍ ແລະ ເວົ້າວ່າ: “ຂ້ອຍຈະບໍ່ເຮັດມັນ. ບໍ່ວ່າເຈົ້າຈະຕ້ອງການຜູ້ໃດກໍຕາມໃຫ້ເຮັດ, ກໍໃຫ້ພວກເຂົາເຮັດມັນ. ຂ້ອຍຈະເຫັນວ່າຈະມີຄົນໃດເຮັດໄດ້ດີກວ່າຂ້ອຍ ຫຼື ບໍ່. ປ່ອຍໃຫ້ພຣະວິນຍານບໍລິສຸດເປີດເຜີຍພວກມັນ!” ຄຳເວົ້າເຫຼົ່ານີ້ຊ່າງອວດດີ! ຄົນກະບົດແນວໃດ? ພວກເຂົາບໍ່ມີຄວາມຮູ້ສຶກເລີຍກ່ຽວກັບຄຳເວົ້າເຫຼົ່ານີ້ທີ່ພວກເຂົາເວົ້າ ຫຼື ສິ່ງຕ່າງໆທີ່ພວກເຂົາເຮັດ, ພວກເຂົາກໍບໍ່ຮູ້ໂດຍສິ້ນເຊີງ. ເມື່ອເຮົາວິເຄາະຄຳເວົ້າທີ່ອວດດີຂອງພວກເຂົາ, ການກະທຳທີ່ອວດດີຂອງພວກເຂົາ, ແຮງຈູງໃຈທີ່ພວກເຂົາມີໃນຫົວໃຈຂອງພວກເຂົາ ແລະ ຄວາມຂີ້ຮ້າຍທີ່ພວກເຂົາເປີດເຜີຍເທື່ອລະໜ້ອຍ, ຄົນກໍຈະເລີ່ມເຂົ້າໃຈຕົນເອງ. ນັ້ນຄືວ່າຜູ້ຄົນມຶນຊາສໍ່າໃດ. ຖ້າບໍ່ມີການວິເຄາະ ແລະ ການຊີ້ແຈງແບບນັ້ໜ, ຄົນຈະສາມາດຮູ້ຈັກຕົນເອງບໍ? ພວກເຂົາຈະສາມາດເຮັດຫຍັງທີ່ມີມະນຸດສະທຳບໍ? ພວກເຂົາຈະພຽງແຕ່ປະພຶດດີຫຼາຍຂຶ້ນໜ້ອຍໜຶ່ງ ຖ້າເຮົາຕີພວກເຂົາດ້ວຍທ່ອນໄມ້ຢູ່ສະເໝີ, ນັ້ນຄືວ່າຄົນໄຮ້ຄ່າສໍ່າໃດ! ຄົນຢູ່ໃນລະດັບຄວາມອວດດີນີ້ແລ້ວ, ວິໄນຄືສິ່ງທີ່ໄຮ້ປະໂຫຍດໂດຍສິ້ນເຊີງ. ບາງຄົນເວົ້າວ່າ: “ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າຫຼາຍຂໍ້, ຂ້ອຍກໍຮູ້ສຶກວ່າພວກມັນເປັນຄວາມຈິງ ແລະ ພຣະທຳທີ່ພຣະອົງເປີດເຜີຍກ່ຽວກັບມະນຸດແມ່ນຖືກຕ້ອງ, ແຕ່ຂ້ອຍເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ, ສະນັ້ນເປັນຫຍັງພຣະອົງຈະບໍ່ລົງວິໄນຂ້ອຍ?” ພວກເຈົ້າຄິດແນວໃດ: ເມື່ອອັກຄະເທວະດາທໍລະຍົດພຣະເຈົ້າ, ຖ້າພຣະເຈົ້າລົງວິໄນ ແລະ ລົງໂທດມັນໃນທັນທີ, ມັນຈະສາມາດທໍລະຍົດພຣະເຈົ້າບໍ? ທຳມະຊາດທີ່ທໍລະຍົດຂອງມັນຈະສາມາດໄດ້ຮັບການແກ້ໄຂບໍ? ອຸປະນິໄສທີ່ອວດດີຂອງມັນຈະສາມາດຖືກກຳຈັດຖິ້ມບໍ? ມັນບໍ່ສາມາດເຮັດໄດ້! ສະນັ້ນຄົນທຸກມື້ນີ້ອວດດີຈົນເຖິງຈຸດທີ່ອວດດີສິບ ຫຼື ຊາວເທົ່າຫຼາຍກວ່າອັກຄະເທວະດາ. ການລົງວິໄນພຽງຢ່າງດຽວບໍ່ພຽງພໍ, ພວກເຂົາຕ້ອງຍອມຮັບການພິພາກສາ ແລະ ການຂ້ຽນຕີ, ພວກເຂົາຕ້ອງຍອມຮັບ ແລະ ສະແຫວງຫາຄວາມຈິງ, ໃນຕອນນັ້ນເອງ ພຣະເຈົ້າຈຶ່ງສາມາດເຮັດພາລະກິດໃນພວກເຂົາ, ໃນຕອນນັ້ນເອງ ພຣະອົງຈຶ່ງສາມາດທົດລອງ ແລະ ຫຼໍ່ຫຼອມພວກເຂົາ. ຖ້າເຈົ້າບໍ່ສາມາດຍອມຮັບຄວາມຈິງ, ແລ້ວມັນບໍ່ກ່ຽວກັບວ່າເຈົ້າຈະເຊື່ອຈັກປີກໍຕາມ, ເພາະພຣະເຈົ້າຈະບໍ່ເຮັດພາລະກິດໃນຕົວເຈ້ົາ. ຖ້າເຈົ້າບໍ່ມີຄວາມສຳນຶກ ຫຼື ເຫດຜົນໃດໆ, ແລ້ວເຈົ້າກໍເປັນໜຶ່ງໃນສັດຮ້າຍ; ພຣະອົງບໍ່ມີຫຍັງໃຫ້ເວົ້າກັບເຈົ້າ, ເຈົ້າບໍ່ມີວິໄນ ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ ແລະ ຖ້າເຈົ້າລົບກວນຄຣິສຕະຈັກ, ເຈົ້າກໍຈະຖືກກຳຈັດອອກ. ຫຼັງຈາກທີ່ເວົ້າຄວາມຈິງຫຼາຍຢ່າງ, ໃຫ້ເບິ່ງວ່າຄົນສະແຫວງຫາມັນ ຫຼື ບໍ່. ຖ້າເຈົ້າເວົ້າວ່າ: “ຂ້ອຍບໍ່ເຕັມໃຈທີ່ຈະສະແຫວງຫາໂດຍສິ້ນເຊີງ, ຂ້ອຍຕ້ອງການເກືອກກິ້ງໃນຄວາມເສື່ອມຊາມ. ຂ້ອຍເຕັມໃຈທີ່ຈະເສື່ອມຖອຍ”, ແລ້ວເຈົ້າກໍກຳລັງລໍຖ້າເພື່ອຮັບການລົງໂທດ. ເຮົາບໍ່ໄດ້ລົງວິໄນຜູ້ໃດໃນຕອນນີ້, ເຮົາພຽງແຕ່ເວົ້າກັບພວກເຂົາ, ເປີດເຜີຍ ແລະ ພິພາກສາຄວາມເສື່ອມຊາມຂອງພວກເຂົາ. ຖ້າເຈົ້າເອົາໃຈໃສ່ກັບມັນ, ແລ້ວເຈົ້າກໍກຳລັງສະແຫວງຫາໃນທິດທາງທີ່ເຮັດໃຫ້ເຕີບໃຫຍ່, ຖ້າເຈົ້າບໍ່ເອົາໃຈໃສ່ກັບມັນ, ແລ້ວເຈົ້າກໍກຳລັງລໍຖ້າການລົງໂທດໃນເວລາຕໍ່ມາ. ຕອນນີ້, ນອກຈາກການບຳລຸງລ້ຽງຈາກຄວາມຈິງ, ຍັງມີການເປີດເຜີຍ, ການພິພາກສາ ແລະ ການຂ້ຽນຕີ ແລະ ຈາກນັ້ນກໍຄືມີການລົງໂທດ ແລະ ຜົນກຳສະໜອງ. ແນ່ນອນ, ຜົນກຳສະໜອງ ແລະ ການລົງໂທດຈະມາເຖິງບໍ່ໄວກໍຊ້າ; ຜູ້ໃດຈະຮູ້ວ່າເຈົ້າອາດລະເມີດບົດບັນຍັດບໍລິຫານໃນມື້ໃດ, ແລ້ວເຈົ້າກໍຈະຕາຍ. ເຖິງຢ່າງນັ້ນກໍຕາມ, ເຮົາຕັກເຕືອນພວກເຈົ້າແຕ່ລະຄົນ, ບໍ່ລໍຖ້າໃຫ້ການລົງໂທດມາເຖິງເພື່ອທີ່ຈະຕື່ນຂຶ້ນ ແລະ ສະແຫວງຫາ; ໃນຈຸດນັ້ນ, ມັນຈະຊ້າພໍສົມຄວນທີ່ຈະເສຍໃຈ ແລະ ເຈົ້າຈະຖືກສາບແຊ່ງ. ຈະບໍ່ມີໂອກາດໃຫ້ກັບໃຈອີກ. ໃນຈຸດນັ້ນ, ມັນຈະຊ້າເກີນໄປທີ່ຈະສະແຫວງຫາ ແລະ ຍັງໄຮ້ປະໂຫຍດ. ເຈົ້າອາດໃຊ້ປະໂຫຍດຈາກປັດຈຸບັນເພື່ອຕື່ນກ່ອນກຳນົດເຊັ່ນກັນ, ເພື່ອເຮັດບາງຢ່າງທີ່ມີມະນຸດສະທຳ, ບາງຢ່າງທີ່ມີຄວາມສຳນຶກ. ຢ່າງຍຶດຕິດກັບເສັ້ນທາງທີ່ຜິດຢ່າງຫົວແຂງ.

ບາງຄົນໂຄສະນາພວກເຂົາເອງວ່າມີຄວາມເປັນມະນຸດທີ່ດີ, ແຕ່ຖ້າເຈົ້າມີຄວາມເປັນມະນຸດຢ່າງແທ້ຈິງ, ແລ້ວເປັນຫຍັງເຈົ້າຈຶ່ງເຮັດສິ່ງຕ່າງໆທີ່ອວດດີ? ເປັນຫຍັງເຈົ້າຈຶ່ງບໍ່ສາມາດເຮັດສິ່ງໃດໜຶ່ງທີ່ມີມະນຸດສະທຳ? ເປັນຫຍັງເຈົ້າຈຶ່ງບໍ່ມີຄວາມສຳນຶກ ຫຼື ເຫດຜົນແມ່ນແຕ່ໜ້ອຍດຽວ? ຄົນອວດດີຫຼາຍຈົນພວກເຂົາຕ້ອງການທຸກສິ່ງຍົກເວັ້ນພຣະເຈົ້າ; ພວກເຂົາເທີດທູນດວງດາວທຸກດວງ, ມານຮ້າຍ ແລະ ຊາຕານ, ແຕ່ພວກເຂົາບໍ່ເຄີຍນະມັດສະການພຣະເຈົ້າ ຫຼື ຍອມອ່ອນນ້ອມຕໍ່ພຣະອົງ; ພວກເຂົາສາມາດເຮັດສິ່ງທີ່ບໍ່ດີໄດ້. ເຮົາໄດ້ໄປຫຼາຍບ່ອນ. ບາງຄົນທີ່ໄດ້ຮັບເຮົາກໍຮຽກເກັບເງິນຈຳນວນຫຼວງຫຼາຍສຳລັບອາຫານ ແລະ ການພັກເຊົາ ແລະ ຍິ່ງໄປກວ່ານັ້ນ ອາຫານ ແລະ ລາຍການປະຈຳວັນແມ່ນຈ່າຍໂດຍຄຣິສຕະຈັກ. ເຮົາຖາມເຈົ້າວ່າ ຄົນເຫຼົ່ານີ້ບໍ່ມີຄວາມສຳນຶກໃດໆບໍ? ເຮົາບໍ່ມີຄຸນສົມບັດທີ່ຈະກິນອາຫານທີ່ພວກເຂົາໄດ້ກະກຽມບໍ? ພວກເຂົາເວົ້າໃນເມື່ອກ່ອນວ່າພວກເຂົາເຕັມໃຈທີ່ຈະຮັບເອົາເຮົາ, ແຕ່ເມື່ອເຮົາມາຮອດ ພວກເຂົາກໍປະພຶດຢ່າງໄຮ້ຢາງອາຍເຊັ່ນນີ້. ພວກເຂົາຍັງເປັນມະນຸດບໍ? ພວກເຂົາຍັງມີຄວາມເປັນມະນຸດບໍ? ຢ່າເວົ້າຄືຄ່ອງແຄ້ວ, ເຈົ້າບໍ່ສາມາດເຮັດມັນໄດ້, ເຈົ້າບໍ່ມີຄວາມເປັນມະນຸດ ແລະ ເຈົ້າເປັນສັດຮ້າຍ. ທຳມະຊາດຂອງເຈົ້າ ແລະ ຄວາມອວດດີຂອງເຈົ້າປະນາມເຈົ້າ. ຄົນມີຄວາມເຊື່ອໜ້ອຍເກີນໄປ. ພວກເຂົາອວດດີ ແລະ ກະບົດຫຼາຍຈົນພວກເຂົາບໍ່ມີບ່ອນເຫຼືອສຳລັບພຣະເຈົ້າ! ຄົນໃດໜຶ່ງທີ່ເສື່ອມຊາມຈົນເຖິງລະດັບນີ້ຈະຄູ່ຄວນທີ່ຈະຖືກເອີ້ນວ່າມະນຸດບໍ? ນີ້ຄືແບບຈຳລອງຂອງມານຮ້າຍ, ຊາຕານແທ້ໆ. ຄົນຄິດວ່າ: “ເຖິງແມ່ນວ່າພຣະອົງມີຄວາມຈິງ, ພຣະອົງກໍຍັງເປັນພຽງຄົນໜຶ່ງ, ສະນັ້ນພຣະອົງຈະສາມາດເຮັດຫຍັງໄດ້? ພຣະອົງຈະສາມາດຊ່ວຍເຫຼືອຫຍັງຂ້ານ້ອຍໄດ້? ພຣະອົງຈະສາມາດເຮັດຫຍັງກັບຂ້ານ້ອຍໄດ້? ພຣະອົງຈະສາມາດພາຂ້ານ້ອຍໄປໃສໄດ້? ຂ້ານ້ອຍດູຖູກພຣະອົງ. ຂ້ານ້ອຍບໍ່ສົນໃຈວ່າພຣະອົງຈະເປັນພຣະເຈົ້າ ຫຼື ບໍ່”. ພວກເຂົາບໍ່ສົນໃຈກ່ຽວກັບສິ່ງນີ້. ເຮົາຄາດເດົາວ່າຖ້າຜູ້ນໍາບໍລິສັດຂອງພວກເຈົ້າຕ້ອງໄປເຮືອນຂອງເຈົ້າ, ເຈົ້າຈະບໍ່ປ່ອຍໃຫ້ພວກເຂົາຈາກໄປ ເຖິງແມ່ນວ່າພວກເຂົາພະຍາຍາມ; ເຈົ້າຈະເຮັດໃຫ້ພວກເຂົາຢູ່ໃນເຮືອນຂອງເຈົ້າເປັນເວລາສອງມື້ ແລະ ເຈົ້າຈະປະຕິບັດຕໍ່ພວກເຂົາເປັນຢ່າງດີ. ສະນັ້ນຄົນບໍ່ຄວນເວົ້າຢ່າງອວດດີຢູ່ສະເໝີ, ບໍ່ຄວນເວົ້າວ່າພວກເຂົາຕ້ອງການພຣະເຈົ້າຫຼາຍກວ່າຄົນອື່ນໃດ, ພວກເຂົາປະຕິບັດຄວາມຈິງໄດ້ດີກວ່າຄົນອື່ນໃດ, ພວກເຂົາເສຍສະຫຼະຕົນເອງໄດ້ດີກວ່າຄົນອື່ນໃດ, ພວກເຂົາໄດ້ຈ່າຍລາຄາຫຼາຍກວ່າຄົນອື່ນໃດ ແລະ ພວກເຂົາຈົງຮັກພັກດີຫຼາຍກວ່າຄົນອື່ນໃດ. ຢ່າໂອ້ອວດກ່ຽວກັບຕົນເອງ, ເຈົ້າບໍ່ມີຄຸນສົມບັດທີ່ຈະເຮັດເຊັ່ນນັ້ນ ແລະ ເຈົ້າບໍ່ໄດ້ຈ່າຍລາຄານັ້ນ ແລະ ເຈົ້າບໍ່ໄດ້ເຮັດວຽກງານທີ່ເປັນຈິງຫຼາຍຢ່າງ. ເຖິງແມ່ນວ່າເຈົ້າໄດ້ເຮັດວຽກໜ້ອຍໜຶ່ງ, ມັນບໍ່ໄດ້ເທົ່າກັບການເສຍສະຫຼະຕົນເອງຢ່າງຈິງໃຈສຳລັບພຣະເຈົ້າ, ແຮງໄກທີ່ຈະເທົ່າກັບຄວາມຈົງຮັກພັກດີຕໍ່ພຣະເຈົ້າໂດຍສິ້ນເຊີງ ແລະ ການຍອມອ່ອນນ້ອມເຖິງແມ່ນວ່າຕ້ອງຕາຍ. ເຈົ້າສາມາດທົນເຮັດໄດ້ສາມຫາຫ້າປີ, ແຕ່ເມື່ອເວລາຜ່ານໄປ ເຈົ້າຈະບໍ່ສາມາດທົນເຮັດໄດ້ຕໍ່ໄປ, ສະນັ້ນເຈົ້າຈະເຮັດພໍເປັນພິທີ ແລະ ເຈົ້າຈະຈົ່ມຕໍ່ວ່າ. ຢ່າຄິດວ່າເຈົ້າສູງສົ່ງກວ່າຄົນອື່ນ. ເມື່ອທຽບໃສ່ຄົນອື່ນ, ເຈົ້າບໍ່ໄດ້ຢູ່ໃນມາດຕະຖານທີ່ສູງສົ່ງ, ເຈົ້າຕ້ອຍຕໍ່າກວ່າພວກເຂົາຫຼາຍ; ແຮງໄກທີ່ເຈົ້າຈະສາມາດປຽບທຽບຕົນເອງກັບໄພ່ພົນແຫ່ງຍຸກຕ່າງໆ. ເຈົ້າມີຄຸນສົມບັດທີ່ຈະໂອ້ອວດກ່ຽວກັບສິ່ງໃດໜຶ່ງແທ້ໆບໍ? ພວກເຈົ້າທຸກຄົນຈະເວົ້າວ່າ: “ຖ້າຂ້ອຍຕິດຕໍ່ກັບພຣະເຈົ້າໃນພາຍຫຼັງ, ຂ້ອຍກໍຮັບປະກັນວ່າຂ້ອຍຈະບໍ່ຫຼອກລວງພຣະອົງ”. ການຮັບປະກັນຂອງເຈົ້າຈຳເປັນຕ້ອງຖືກທົດສອບຊົ່ວໄລຍະໜຶ່ງ. ເຮົາບໍ່ເຕັມໃຈທີ່ຈະຕິດຕໍ່ກັບອີກຫຼາຍຄົນ; ການຕິດຕໍ່ກັບພວກເຂົາ ແລະ ການເຫັນເຖິງຄວາມປະພຶດຂອງພວກເຂົາແມ່ນພຽງພໍເພື່ອເຮັດໃຫ້ເຮົາໃຈຮ້າຍ! ບາງຄົນໃນບັນດາພວກເຈົ້າອາດຮູ້ຈັກວ່າເຮົາໃຈຮ້າຍຍ້ອນເລື່ອງນີ້. ເຮົາໃຈຮ້າຍເປັນຢ່າງຍິ່ງເມື່ອເຮົາເຫັນຄົນເຫຼົ່ານີ້ທີ່ບໍ່ສະແຫວງຫາຄວາມຈິງເລີຍ, ຄົນທີ່ຕ້ອງການໃຊ້ອຳນາດຄວບຄຸມຄົນອື່ນຢູ່ສະເໝີ. ເຮົາກຽດຊັງພວກເຂົາ. ທຸກຄົນທີ່ບໍ່ສະແຫວງຫາຄວາມຈິງເລີຍກໍຂ້ອນຂ້າງຊົ່ວ, ພວກເຂົາບໍ່ມີຄວາມເປັນມະນຸດ, ເຮົາຈະບໍ່ຕິດຕໍ່ຄົນແບບນັ້ນຢ່າງແທ້ຈິງ. ເມື່ອຄົນແບບນັ້ນເຫັນວ່າເຮົາບໍ່ສົນໃຈກັບພວກເຂົາ, ພວກເຂົາອາດຈົ່ມຕໍ່ວ່າ. ຄົນເຫຼົ່ານີ້ໄຮ້ເຫດຜົນຫຼາຍ! ຕອນນີ້, ຄົນສ່ວນໃຫຍ່ທີ່ບໍ່ຮູ້ຈັກວິທີການສະແຫວງຫາຄວາມຈິງ, ວຸດທິພາວະຂອງພວກເຂົາກໍມີໜ້ອຍເກີນໄປ ແລະ ຄວາມເປັນມະນຸດ ແລະ ເຫດຜົນເລັກໆນ້ອຍໆທີ່ພວກເຂົາມີກໍໜ້ອຍເກີນໄປ, ສະນັ້ນເຮົາຈຶ່ງບໍ່ມີທາງພົວພັນກັບພວກເຂົາ. ຖ້າເຈົ້າມີສ່ວນຮ່ວມກັບຄົນແບບນັ້ນເປັນເວລາສອງມື້, ພວກເຂົາຈະດູຖູກເຈົ້າ, ເລີ່ມອວດດີ, ອວດດີຢ່າງສຸດຂີດ ແລະ ພວກເຂົາຈະບໍ່ຮັບຟັງ, ບໍ່ວ່າເຈົ້າຈະເວົ້າຫຍັງກໍຕາມ.

ມີຄັ້ງໜຶ່ງ, ເຮົາເຄີຍຍ່າງຜ່ານຄຣິສຕະຈັກຕ່າງໆ, ເຫັນຄອບຄົວເຈົ້າພາບທຸກປະເພດ ແລະ ຜູ້ເຊື່ອໃນພຣະເຈ້ົາທຸກປະເພດ. ເປັນຫຍັງເຮົາຈຶ່ງບໍ່ເຕັມໃຈທີ່ຈະພົວພັນກັບຄົນຫຼາຍເກີນໄປອີກຕໍ່ໄປ? ຄົນຊົ່ວເກີນໄປ, ພວກເຂົາສ່ວນໃຫຍ່ບໍ່ມີຄວາມສຳນຶກ ແລະ ເຫດຜົນ, ພວກເຂົາບໍ່ມີບ່ອນວ່າງສຳລັບພຣະເຈົ້າ ແລະ ພວກເຂົາວາງອຸບາຍໃສ່ພຣະອົງຢູ່ສະເໝີ, ສະນັ້ນເຮົາຈຶ່ງເລືອກທີ່ຈະຢູ່ຫ່າງຈາກຜູ້ຄົນ ແລະ ພຽງແຕ່ເຮັດພາລະກິດທີ່ເຮົາຄວນເຮັດ. ບາງຄົນເວົ້າວ່າ: “ພຣະເຈົ້າບໍ່ໄດ້ດຳລົງຊີວິດຢູ່ທ່າມກາງມະນຸດບໍ?” ຂ້ອຍດຳລົງຊີວິດຢູ່ທ່າມກາງມະນຸດ, ບໍ່ມີຫຍັງຜິດພາດ, ແຕ່ຂ້ອຍບໍ່ສາມາດດຳລົງຊີວິດທ່າມກາງຄົນຊົ່ວຮ້າຍ, ມັນອັນຕະລາຍເກີນໄປ. ມັນຈະບໍ່ເປັນຫຍັງຖ້າຂ້ອຍມີຮ່າງກາຍຝ່າຍວິນຍານ, ຂ້ອຍສາມາດເຮັດຫຍັງກໍຕາມໃນທ່າມກາງຜູ້ຄົນ, ຮ່າງກາຍຝ່າຍວິນຍານດັ່ງພຣະເຢຊູກໍຈະບໍ່ເປັນຫຍັງ, ພຣະອົງສາມາດເຮັດຕາມທີ່ພຣະອົງພໍໃຈ ແລະ ຄົນຈະບໍ່ກ້າຂົ່ມເຫັງ, ແຕ່ຕອນນີ້ຂ້ອຍມີຮ່າງກາຍເນື້ອໜັງປົກກະຕິ, ຮ່າງກາຍເນື້ອໜັງປົກກະຕິຢ່າງຍິ່ງ, ບໍ່ມີຫຍັງທີ່ເໜືອທຳມະຊາດກ່ຽວກັບສິ່ງນັ້ນ, ສະນັ້ນຄົນຈຶ່ງບໍ່ສາມາດຍອມຮັບສິ່ງນີ້ໄດ້; ພວກເຂົາມີແນວຄິດຢູ່ສະເໝີ ແລະ ຕ້ອງການກວດສອບພຣະເຈົ້າ. ຖ້າຄົນປະເພດນີ້ທີ່ມີອຸປະນິໄສປະເພດນີ້ຕ້ອງຮັບການລົງວິໄນ ແລະ ການລົງໂທດເລັກໆນ້ອຍໆ, ໄດ້ຮັບອາການເຈັບຫົວດົນເຖິງໜຶ່ງເດືອນ, ພວກເຈົ້າຈະຄິດວ່ານັ້ນຈະເປັນປະໂຫຍດບໍ? ມັນຈະໄຮ້ປະໂຫຍດ. ພວກເຂົາຈະລຸກຂຶ້ນຄືນຫຼັງຈາກອາການເຈັບຫົວດົນເຖິງໜຶ່ງເດືອນ ແລະ ລະບາຍຄວາມໃຈຮ້າຍຂອງເຂົາເຈົ້າ. ພວກເຈົ້າຄິດວ່າການລົງວິໄນພຽງຢ່າງດຽວສາມາດກໍ່ໃຫ້ເກີດການປ່ຽນແປງບໍ? ບໍ່ສາມາດເຮັດໄດ້. ສະນັ້ນມີຫຼາຍຄົນທີ່ເຮົາໄດ້ພົວພັນໃນອະດີດ, ແຕ່ມີພວກເຂົາຈຳນວນໜ້ອຍຫຼາຍທີ່ຮັກຄວາມຈິງ. ເຮົາພຽງແຕ່ສາມາດເວົ້າກັບພວກເຈົ້າໄດ້ວ່າຄົນບໍ່ຄວນເຊື່ອໃນພຣະເຈົ້າເພື່ອຮັບບາງຢ່າງຈາກພຣະອົງ. ເຈົ້າຄວນພຽງແຕ່ສົນໃຈກ່ຽວກັບການເຮັດໜ້າທີ່ຂອງເຈົ້າໃຫ້ດີ, ກ່ຽວກັບການໃຊ້ກຳລັງທັງໝົດຂອງເຈົ້າ. ຖ້າຄວາມສາມາດຂອງເຈົ້າມີໜ້ອຍເກີນໄປ, ບໍ່ເໝາະສົມສຳລັບການນໍາໃຊ້, ແລ້ວເຈົ້າຄວນຟ້າວ ແລະ ລົງຈາກຕຳແໜ່ງ. ເຈົ້າຄວນເຊື່ອຟັງ ແລະ ປະພຶດຕົວໃຫ້ດີ, ເຮັດສິ່ງທີ່ເຈົ້າຄວນເຮັດ, ບໍ່ເຮັດສິ່ງທີ່ເຈົ້າບໍ່ຄວນເຮັດ ແລະ ເຈົ້າຄວນມີເຫດຜົນ. ເຈົ້າເປັນຄົນໆໜຶ່ງ. ຖ້າພຣະເຈົ້າບໍ່ໃຫ້ລົມຫາຍໃຈ, ຊີວິດ ແລະ ກຳລັງແກ່ເຈົ້າ, ເຈົ້າຈະບໍ່ສາມາດເຮັດຫຍັງໄດ້. ຄົນບໍ່ຄວນຂໍຫຍັງ ຫຼື ປຽບທຽບຄຸນສົມບັດຕ່າງໆ; ການມີຄຸນສົມບັດຄືສິ່ງທີ່ໄຮ້ປະໂຫຍດສຳລັບເຈົ້າ! ຖ້າຄຣິສຕະຈັກເຮັດໃຫ້ເຈົ້າເປັນຜູ້ນໍາຂອງຄຣິສຕະຈັກ, ແລ້ວນັ້ນຄືຄວາມຮັບຜິດຊອບຂອງເຈົ້າ ແລະ ຖ້າຄົນໃດໜຶ່ງຖືກເຮັດໃຫ້ເປັນຜູ້ນໍາ, ແລ້ວນັ້ນຄືຄວາມຮັບຜິດຊອບຂອງພວກເຂົາ. ແນ່ນອນເທົ່າທີ່ກ່ຽວຂ້ອງກັບວຽກງານ, ເຈົ້າຄວນໂອ້ລົມ ແຕ່ເຈົ້າບໍ່ຄວນປຽບທຽບຄຸນສົມບັດຕ່າງໆ ໂດຍຄິດວ່າ: “ຂ້ອຍມີຄຸນສົມບັດໃນຄຣິສຕະຈັກຕັ້ງແຕ່ດົນມາແລ້ວ, ພວກເຂົາຄວນເຄົາລົບຂ້ອຍ. ຂ້ອຍເປັນຜູ້ອາວຸໂສສຸດ, ເຈົ້າອາວຸໂສຮອງ”. ຢ່າເວົ້າສິ່ງດັ່ງກ່າວ, ມັນບໍ່ສົມເຫດສົມຜົນເກີນໄປ. ບາງຄົນຍັງເວົ້າວ່າ: “ຂ້ອຍໄດ້ປ່ອຍວາງວຽກງານຂອງຂ້ອຍເອງເພື່ອເສຍສະຫຼະຕົນເອງສຳລັບພຣະເຈົ້າ, ຂ້ອຍໄດ້ປ່ອຍວາງຄອບຄົວຂອງຂ້ອຍ ແລະ ຂ້ອຍຈະໄດ້ຮັບຫຍັງ? ຂ້ອຍບໍ່ໄດ້ຮັບຫຍັງ ແລະ ພຣະເຈົ້າຍັງສັ່ງສອນຜູ້ຄົນ”. ເຈົ້າຄິດແນວໃດກ່ຽວກັບພຣະທຳເຫຼົ່ານີ້? ຄົນຄວນຢືນໃນຕຳແໜ່ງທີ່ຖືກຕ້ອງ ແລະ ຊັດເຈນກ່ອນກ່ຽວກັບຂໍ້ແທ້ຈິງທີ່ວ່າພວກເຂົາເປັນມະນຸດ, ພວກເຂົາຍັງເປັນມະນຸດຊາດທີ່ເສື່ອມຊາມ. ຖ້າເຈົ້າຖືກເຮັດໃຫ້ເປັນຜູ້ນໍາ, ແລ້ວກໍໃຫ້ເປັນຜູ້ນໍາ; ຖ້າເຈົ້າບໍ່ໄດ້ຖືກເຮັດໃຫ້ເປັນຜູ້ນໍາ, ແລ້ວໃຫ້ເປັນຜູ້ຕິດຕາມທຳມະດາ; ຖ້າເຈົ້າໄດ້ຮັບວຽກງານໃຫ້ເຮັດ, ແລ້ວເຈົ້າກໍມີໂອກາດທີ່ຈະເຮັດບາງຢ່າງ; ຖ້າເຈົ້າບໍ່ໄດ້ຮັບວຽກງານໃຫ້ເຮັດ, ແລ້ວເຈົ້າກໍສາມາດທີ່ຈະບໍ່ເຮັດຫຍັງ. ຢ່າເວົ້າອວດ, ການເວົ້າອວດເປັນສັນຍານທີ່ບໍ່ດີ, ເຊິ່ງພິສູດວ່າເຈົ້າກຳລັງຍ່າງໄປສູ່ຄວາມສຸດໂຕ່ງ, ສູ່ຄວາມຕາຍ. ຢ່າເວົ້າອວດວ່າ: “ຂ້ອຍໄດ້ຮັບຄົນກຸ່ມໜຶ່ງໃນບ່ອນໃດໜຶ່ງ, ພວກເຂົາເປັນໝາກຜົນຂອງຂ້ອຍ. ຖ້າຂ້ອຍບໍ່ໄປ, ບໍ່ມີຜູ້ໃດສາມາດເຮັດມັນໄດ້. ເມື່ອຂ້ອຍໄປ, ພຣະວິນຍານບໍລິສຸດກໍເຮັດພາລະກິດທີ່ຍິ່ງໃຫຍ່!” ຢ່າເວົ້າອວດໃນລັກສະນະນີ້. ໃນທາງກົງກັນຂ້າມ, ເຈົ້າຄວນເວົ້າວ່າ: “ການຮັບເອົາຄົນເຫຼົ່ານີ້ເປັນໝາກຜົນຂອງພຣະວິນຍານບໍລິສຸດທີ່ກຳລັງເຮັດພາລະກິດ, ຄົນໆໜຶ່ງພຽງແຕ່ສາມາດເຮັດວຽກງານໄດ້ໜ້ອຍໜຶ່ງ. ຖ້າພວກເຮົາສຳເລັດການເຜີຍແຜ່ຂ່າວປະເສີດ ແລະ ພຣະເຈົ້າສົ່ງພວກເຮົາເມືອເຮືອນ, ແລ້ວພວກເຮົາກໍຈະເມືອເຮືອນ”. ຢ່າເວົ້າວ່າ: “ຂ້ານ້ອຍເຮັດຫຍັງຜິດຈຶ່ງເຮັດໃຫ້ພຣະອົງສົ່ງຂ້ານ້ອຍເມືອເຮືອນ? ຖ້າພຣະອົງບໍ່ສາມາດບອກເຫດຜົນໄດ້, ແລ້ວຂ້ານ້ອຍກໍຈະບໍ່ເມືອເຮືອນ!” ຢ່າມີຂໍ້ຮຽກຮ້ອງນີ້. ຖ້າເຈົ້າມີຂໍ້ຮຽກຮ້ອງນີ້, ມັນກໍພິສູດວ່າອຸປະນິໄສຂອງເຈົ້າອວດດີເປັນຢ່າງຍິ່ງ. ຖ້າເຈົ້າບໍ່ໄດ້ເຮັດຜິດ, ເຈົ້າຈະບໍ່ສາມາດຖືກສົ່ງເມືອເຮືອນບໍ? ຖ້າເຈົ້າເຮັດຢ່າງຖືກຕ້ອງ, ເຈົ້າຈະບໍ່ສາມາດຖືກສົ່ງເມືອເຮືອນບໍ? ເຖິງແມ່ນວ່າເຈົ້າເຮັດຢ່າງຖືກຕ້ອງ ແລະ ເຮັດໄດ້ດີ, ຖ້າເຈົ້າຖືກສົ່ງເມືອເຮືອນ, ເຈົ້າຕ້ອງກັບເມືອເຮືອນ. ຖ້າເຈົ້າຖືກຈັດການ, ເຈົ້າກໍຄວນຍອມຮັບມັນ ແລະ ຍອມອ່ອນນ້ອມ. ນີ້ຄືພັນທະ, ຄວາມຮັບຜິດຊອບ ແລະ ເຈົ້າບໍ່ຄວນປົກປ້ອງຕົນເອງ. ໂຢບເຊື່ອໃນພຣະເຈົ້າ ແລະ ພຽງແຕ່ໃຫ້ຄວາມສຳຄັນກັບການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນສິ່ງຊົ່ວຮ້າຍ. ໂຢບບໍ່ໄດ້ຮ້ອງຂໍຫຍັງ ແລະ ພຣະເຢໂຮວາອວຍພອນເພິ່ນ. ບາງຄົນເວົ້າວ່າ: “ນັ້ນຄືເຫດຜົນທີ່ໂຢບດີກັບພຣະເຈົ້າ, ສະນັ້ນພຣະເຈົ້າຈຶ່ງອວຍພອນຢ່າງແນ່ນອນ; ມັນເປັນການແລກປ່ຽນກັບຄວາມເຊື່ອຂອງໂຢບ ແລະ ວຽກງານທີ່ຊອບທຳ”. ນີ້ແມ່ນບໍ່ຖືກຕ້ອງ, ມັນບໍ່ແມ່ນການແລກປ່ຽນ, ພຣະເຢໂຮວາຄືຜູ້ທີ່ຕ້ອງການອວຍພອນເພິ່ນ. ເປັນຫຍັງເພິ່ນຈຶ່ງບໍ່ຈົ່ມຕໍ່ວ່າ ເມື່ອພຣະເຢໂຮວາເອົາທຸກສິ່ງໄປຈາກເພິ່ນ? ເປັນຫຍັງເພິ່ນຈຶ່ງບໍ່ເວົ້າວ່າ: “ຂ້ານ້ອຍເຮັດຢ່າງຊອບທຳ, ຂ້ານ້ອຍມີຄຸນສົມບັດຫຼາຍ, ສະນັ້ນພຣະອົງບໍ່ຄວນປະຕິບັດຕໍ່ຂ້ານ້ອຍໃນລັກສະນະນີ້”? ນີ້ບໍ່ແມ່ນເລື່ອງສິ່ງທີ່ຄວນເຮັດ ແລະ ສິ່ງທີ່ບໍ່ຄວນເຮັດ! ເມື່ອມັນກ່ຽວກັບຄວາມເຊື່ອໃນພຣະເຈົ້າ, ຖ້າຄົນມີຕົວເລືອກຂອງພວກເຂົາເອງຢູ່ສະເໝີ ແລະ ເວົ້າກ່ຽວກັບແນວຄິດຂອງມະນຸດ ແລະ ຫຼັກຄຳສອນຢູ່ສະເໝີ, ນັ້ນຈະບໍ່ຖືກຕ້ອງ. ນີ້ຄືຄວາມອວດດີຂອງມະນຸດ, ຄວາມກະບົດຂອງມະນຸດ. ການຕັດສິນໃຈຂອງມະນຸດຄືຄວາມເຈືອປົນຂອງມະນຸດ.

ພວກເຈົ້າຮັບຮູ້ມັນບໍເມື່ອເຈົ້າເປີດເຜີຍອຸປະນິໄສທີ່ອວດດີຂອງພວກເຈົ້າເອງ? ບາງຄົນບໍ່ຮູ້ ແລະ ພວກເຂົາເວົ້າວ່າ: “ຂ້ອຍບໍ່ໄດ້ອວດດີ, ຂ້ອຍບໍ່ເຄີຍເວົ້າຫຍັງທີ່ອວດດີມາກ່ອນ”. ໃນຄວາມເປັນຈິງແລ້ວ, ເຖິງແມ່ນວ່າເຈົ້າບໍ່ຮູ້ຕົວ, ເຈົ້າກໍຍັງຈະມີອຸປະນິໄສທີ່ອວດດີ, ມັນພຽງແຕ່ບໍ່ໄດ້ສະແດງອອກ. ຂໍ້ແທ້ຈິງທີ່ເຈົ້າບໍ່ເປີດເຜີຍມັນອອກມາບໍ່ໄດ້ພິສູດວ່າເຈົ້າບໍ່ມີອຸປະນິໄສທີ່ອວດດີ; ມັນເປັນໄປໄດ້ທີ່ຫົວໃຈຂອງເຈົ້າອວດດີຫຼາຍກວ່າຂອງຄົນອື່ນ, ມັນພຽງແຕ່ວ່າເຈົ້າຮູ້ຈັກວິທີການທຳທ່າ, ສະນັ້ນມັນຈຶ່ງບໍ່ສະແດງອອກມາ ແຕ່ຄົນທີ່ມີການຢັ່ງຮູ້ກໍສາມາດເຫັນມັນໄດ້. ສະນັ້ນທຸກຄົນມີອຸປະນິໄສທີ່ອວດດີ, ນີ້ຄືທຳມະຊາດທີ່ມັກເກີດຂຶ້ນຂອງມະນຸດຊາດ. ຜູ້ຄົນທີ່ມີທຳມະຊາດທີ່ຈອງຫອງແມ່ນສາມາດບໍ່ເຊື່ອຟັງພຣະເຈົ້າ, ຕໍ່ຕ້ານພຣະອົງ, ເຮັດການກະທຳທີ່ຕັດສິນພຣະອົງ ແລະ ທໍລະຍົດພຣະອົງ ແລະ ເຮັດສິ່ງຕ່າງໆທີ່ຍົກຍ້ອງພວກເຂົາເອງ ແລະ ເປັນການພະຍາຍາມສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງ. ສົມມຸດວ່າມີຄົນຫຼາຍສິບພັນຄົນໃນປະເທດໜຶ່ງທີ່ໄດ້ຍອມຮັບພາລະກິດຂອງພຣະເຈົ້າ ແລະ ເຮືອນຂອງພຣະເຈົ້າສົ່ງເຈົ້າໄປທີ່ນັ້ນເພື່ອນຳພາ ແລະ ລ້ຽງດູຄົນທີ່ຖືກເລືອກຂອງພຣະເຈົ້າ. ແລ້ວສົມມຸດວ່າເຮືອນຂອງພຣະເຈົ້າມອບສິດອຳນາດໃຫ້ເຈົ້າ ແລະ ອະນຸຍາດໃຫ້ເຈົ້າກະທຳດ້ວຍຕົວເຈົ້າເອງໂດຍບໍ່ມີການຄວບຄຸມໂດຍເຮົາ ຫຼື ຄົນໃດໜຶ່ງ. ຫຼັງຈາກຫຼາຍເດືອນຜ່ານໄປ ເຈົ້າຈະໄດ້ກາຍເປັນຄືກັບຜູ້ປົກຄອງສູງສຸດ, ອຳນາດທັງໝົດຈະຢູ່ໃນມືເຈົ້າ, ນະມັດສະການເຈົ້າ, ເຊື່ອຟັງເຈົ້າຄືກັບວ່າເຈົ້າເປັນພຣະເຈົ້າ, ຮ້ອງສັນລະເສີນເຈົ້າດ້ວຍທຸກຄຳເວົ້າ, ເວົ້າວ່າເຈົ້າເທດສະໜາຢ່າງມີຄວາມເຂົ້າໃຈ ແລະ ອ້າງຢ່າງຕໍ່ເນື່ອງວ່າຖ້ອຍຄຳຂອງເຈົ້າເປັນສິ່ງທີ່ພວກເຂົາຕ້ອງການ, ເຈົ້າສາມາດສະໜອງໃຫ້ພວກເຂົາ ແລະ ນໍາພາພວກເຂົາ ແລະ ຫົວໃຈຂອງພວກເຂົາຈະບໍ່ມີບ່ອນຫວ່າງສຳລັບພຣະເຈົ້າ. ວຽກງານປະເພດນີ້ຈະບໍ່ເປັນບັນຫາບໍ? ເຈົ້າຈະເຮັດວຽກມັນໃຫ້ສຳເລັດໄດ້ແນວໃດ? ການທີ່ຜູ້ຄົນເຫຼົ່ານີ້ສາມາດມີປະຕິກິລິຍາດັ່ງກ່າວແມ່ນໄດ້ພິສູດໃຫ້ເຫັນວ່າວຽກງານທີ່ເຈົ້າກຳລັງເຮັດບໍ່ໄດ້ກ່ຽວຂ້ອງກັບການເປັນພະຍານໃຫ້ກັບພຣະເຈົ້າເລີຍ; ກົງກັນຂ້າມ, ມັນເປັນພຽງແຕ່ການເປັນພະຍານໃຫ້ກັບເຈົ້າເອງ ແລະ ການໂອ້ອວດຕົວເຈົ້າເອງ. ເຈົ້າສາມາດບັນລຸຜົນຕາມມາດັ່ງກ່າວໄດ້ແນວໃດ? ບາງຄົນເວົ້າວ່າ “ສິ່ງທີ່ຂ້ານ້ອຍໂອ້ລົມເປັນຄວາມຈິງ; ຂ້ານ້ອຍບໍ່ເຄີຍເປັນພະຍານໃຫ້ກັບຕົນເອງຢ່າງແນ່ນອນ!” ທ່າທີນັ້ນຂອງເຈົ້າ ນັ້ນກໍຄື ມາລະຍາດນັ້ນ ແມ່ນໜຶ່ງໃນການທີ່ພະຍາຍາມໂອ້ລົມກັບຜູ້ຄົນຈາກຕໍາແໜ່ງຂອງພຣະເຈົ້າ ແລະ ມັນບໍ່ແມ່ນໜຶ່ງໃນການຢືນຢູ່ໃນຕຳແໜ່ງຂອງມະນຸດທີ່ເສື່ອມຊາມ. ທຸກສິ່ງທີ່ເຈົ້າເວົ້າເປັນການເວົ້າທີ່ໂອ້ອວດ ແລະ ຮຽກຮ້ອງຈາກຄົນອື່ນ; ມັນບໍ່ກ່ຽວຂ້ອງຫຍັງເລີຍກັບເຈົ້າເອງ. ສະນັ້ນ, ຜົນຕາມມາທີ່ເຈົ້າຈະບັນລຸແມ່ນການເຮັດໃຫ້ຜູ້ຄົນນະມັດສະການເຈົ້າ ແລະ ອິດສາເຈົ້າ ຈົນໃນທີ່ສຸດພວກເຂົາທຸກຄົນຈະຍອມອ່ອນນ້ອມເຈົ້າ, ເປັນພະຍານໃຫ້ກັບເຈົ້າ, ຍົກຍ້ອງເຈົ້າ ແລະ ສັນລະເສີນເຈົ້າເປັນດັ່ງສະຫວັນເບື້ອງສູງໃນທີ່ສຸດ. ເມື່ອສິ່ງນັ້ນເກີດຂຶ້ນ, ເຈົ້າກໍຈະຈົບສິ້ນລົງ; ເຈົ້າຈະລົ້ມເຫຼວ! ສິ່ງນີ້ບໍ່ແມ່ນເສັ້ນທາງທີ່ພວກເຈົ້າທຸກຄົນເດີນຕາມໃນຕອນນີ້ບໍ? ຖ້າເຈົ້າຖືກຂໍໃຫ້ນໍາພາຜູ້ຄົນສອງສາມພັນຄົນ ຫຼື ສອງສາມໝື່ນຄົນ, ເຈົ້າກໍຈະຮູ້ສຶກປິຕິຍິນດີ. ຫຼັງຈາກນັ້ນ ເຈົ້າກໍຈະເກີດຄວາມຈອງຫອງ ແລະ ເລີ່ມພະຍາຍາມຍຶດເອົາຕໍາແໜ່ງຂອງພຣະເຈົ້າ ໂດຍເວົ້າ ແລະ ສະແດງທ່າທາງ ແລະ ເຈົ້າຈະບໍ່ຮູ້ວ່າຈະສວມໃສ່ຫຍັງ, ຈະກິນຫຍັງ ຫຼື ຈະຍ່າງແນວໃດ. ເຈົ້າຈະມີຄວາມສຸກໃນຄວາມສະດວກສະບາຍຂອງຊີວິດ ແລະ ຖືຕົວເອງໃຫ້ສູງສົ່ງ, ບໍ່ຍອມພົບກັບອ້າຍເອື້ອຍນ້ອງຄົນທຳມະດາ. ເຈົ້າຈະເສື່ອມໂຊມລົງໃນທີ່ສຸດ ແລະ ຈະຖືກເປີດເຜີຍ ແລະ ໂຍນຖິ້ມ, ໂຈມຕີຄືກັບອັກຄະເທວະດາ. ພວກເຈົ້າທຸກຄົນສາມາດເຮັດສິ່ງນີ້ໄດ້, ບໍ່ແມ່ນບໍ? ສະນັ້ນ ພວກເຈົ້າຄວນເຮັດແນວໃດ? ຖ້າມື້ໜຶ່ງການຈັດແຈງຖືກມອບໝາຍໃຫ້ກັບພວກເຈົ້າເພື່ອຮັບຜິດຊອບສຳລັບວຽກງານຂ່າວປະເສີດໃນທຸກປະເທດ ແລະ ພວກເຈົ້າສາມາດຍ່າງໃນເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ, ແລ້ວວຽກງານຈະຖືກຂະຫຍາຍໄດ້ແນວໃດ? ສິ່ງນີ້ຈະບໍ່ສ້າງບັນຫາບໍ? ແລ້ວຜູ້ໃດຈະກ້າປ່ອຍໃຫ້ເຈົ້າອອກໄປເຮັດວຽກໃນທີ່ນັ້ນ? ຫຼັງຈາກຖືກສົ່ງໄປໃນທີ່ນັ້ນ, ເຈົ້າກໍຈະບໍ່ກັບຄືນມາອີກຈັກເທື່ອ; ເຈົ້າຈະບໍ່ໃສ່ໃຈກັບສິ່ງໃດໆທີ່ພຣະເຈົ້າເວົ້າ ແລະ ເຈົ້າຈະພຽງແຕ່ສືບຕໍ່ໂອ້ອວດ ແລະ ເປັນພະຍານໃຫ້ກັບຕົນເອງ, ຄືກັບວ່າເຈົ້າກຳລັງນໍາຄວາມລອດພົ້ນມາໃຫ້ຜູ້ຄົນ, ກຳລັງເຮັດພາລະກິດຂອງພຣະເຈົ້າ ແລະ ກຳລັງເຮັດໃຫ້ຜູ້ຄົນຮູ້ສຶກຄືກັບວ່າພຣະເຈົ້າໄດ້ປາກົດຕົວ ແລະ ກຳລັງເຮັດພາລະກິດໃນທີ່ນີ້ ແລະ ເມື່ອຜູ້ຄົນນະມັດສະການເຈົ້າ, ເຈົ້າກໍຈະມີຄວາມປິຕິຍິນດີຍິ່ງຂຶ້ນ ແລະ ເຈົ້າກໍຈະເຖິງກັບວ່າ ຍິນດີນໍາ ຖ້າພວກເຂົາປະຕິບັດຕໍ່ເຈົ້າຄືກັບພຣະເຈົ້າ. ຫຼັງຈາກທີ່ເຈົ້າໄປເຖິງຂັ້ນຕອນນັ້ນ, ເຈົ້າກໍຈະຈົບສິ້ນລົງ; ເຈົ້າຈະຖືກບົດໃຫ້ເປັນຕ່ອນນ້ອຍໆ. ໂດຍທີ່ເຈົ້າບໍ່ຮູ້ຕົວ, ທຳມະຊາດທີ່ຈອງຫອງແບບນີ້ຈະກາຍເປັນຄວາມຫາຍະນະຂອງເຈົ້າ. ນີ້ແມ່ນຕົວຢ່າງຂອງຄົນທີ່ຍ່າງຕາມເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດ. ຄົນທີ່ໄປຮອດຈຸດນີ້ໄດ້ສູນເສຍຄວາມຮັບຮູ້ທັງໝົດ; ຄວາມສຳນຶກ ແລະ ຄວາມຮູ້ສຶກຂອງພວກເຂົາແມ່ນເຊົາເຮັດໜ້າທີ່ໃດໜຶ່ງ ແລະ ພວກເຂົາບໍ່ຮູ້ຈັກແມ່ນແຕ່ຈະອະທິຖານ ຫຼື ຊອກຫາ. ຢ່າລໍຖ້າຈົນກວ່າຈະຮອດຕອນທີ່ຄິດວ່າ: “ຂ້ອຍຕ້ອງຈັບຕາເຝົ້າເບິ່ງຕົນເອງຢ່າງໃກ້ຊິດ, ຂ້ອຍຕ້ອງອະທິຖານຢ່າງຈິງໃຈ!” ໃນຕອນນັ້ນເອງ, ມັນຈະຊ້າເກີນໄປ. ເຈົ້າຈຳເປັນຕ້ອງຮູ້ຈັກກ່ຽວກັບເລື່ອງນີ້ກ່ອນລ່ວງໜ້າ; ເຈົ້າຈຳເປັນຕ້ອງສະແຫວງຫາ: “ຂ້ອຍຄວນເຮັດແນວໃດເພື່ອເປັນພະຍານໃຫ້ພຣະເຈົ້າ, ເພື່ອເຮັດວຽກງານຂອງຂ້ອຍໃຫ້ດີ, ໂດຍບໍ່ເປັນພະຍານໃຫ້ຕົນເອງ? ຂ້ອຍຕ້ອງໃຊ້ວິທີການຫຍັງເພື່ອໂອ້ລົມກັບຄົນອື່ນ, ເພື່ອນໍາພາພວກເຂົາ?” ນີ້ຄືວິທີທີ່ເຈົ້າຕ້ອງກະກຽມ. ຖ້າມື້ໜຶ່ງ, ມີການຈັດແຈງສຳລັບພວກເຈົ້າໃຫ້ອອກໄປ ແລະ ເຮັດວຽກແທ້ໆ ແລະ ພວກເຈົ້າຍັງສາມາດຍົກຍ້ອງ ແລະ ເປັນພະຍານໃຫ້ຕົນເອງ, ເຊິ່ງພາໃຫ້ເກີດການທຳລາຍຫຼາຍຄົນທີ່ຢູ່ໃນມືຂອງເຈົ້າ, ເຈົ້າກໍຈະຢູ່ໃນບັນຫາ ແລະ ຈະທົນທຸກກັບການລົງໂທດຂອງພຣະເຈົ້າໃນພາຍຫຼັງ. ມັນບໍ່ເປັນຫຍັງບໍທີ່ເຮົາຈະບໍ່ເວົ້າພຣະທຳເຫຼົ່ານີ້ກັບພວກເຈົ້າ? ກ່ອນທີ່ເຮົາຈະເວົ້າມັນ, ພວກເຈົ້າກໍສາມາດເຮັດເຊັ່ນນັ້ນໄດ້; ຖ້າພວກເຈົ້າຍັງສາມາດເຮັດເຊັ່ນນັ້ນຫຼັງຈາກທີ່ເຮົາໄດ້ເວົ້າມັນ, ເຈົ້າຈະບໍ່ຢູ່ໃນບັນຫາບໍ? ພວກເຈົ້າທຸກຄົນຕ້ອງຄິດກ່ຽວກັບວິທີການເຮັດວຽກງານຂອງເຈົ້າ, ວິທີການປະພຶດຕົນເອງຢ່າງເໝາະສົມທີ່ສຸດ. ສິ່ງດຽວທີ່ເຈົ້າເວົ້າ ແລະ ເຮັດ, ທຸກການກະທຳ ແລະ ທຸກການເຄື່ອນໄຫວ, ທຸກຄຳເວົ້າ ແລະ ການກະທຳ ແລະ ທຸກເຈດຕະນາໃນຫົວໃຈຂອງເຈົ້າຕ້ອງລ້ວນແລ້ວແຕ່ສອດຄ່ອງກັບມາດຕະຖານ; ບໍ່ມີຜູ້ໃດຈະສາມາດປະໄວ້ໄດ້ ແລະ ເຈົ້າບໍ່ສາມາດໃຊ້ປະໂຫຍດຈາກຊ່ອງຫວ່າງໃດໆ. ເຖິງແມ່ນວ່າຄວາມອວດດີຄືທຳມະຊາດຂອງມະນຸດ ແລະ ມັນບໍ່ງ່າຍທີ່ຈະປ່ຽນແປງ, ຄົນຍັງຈຳເປັນຕ້ອງຮູ້ຈັກກ່ຽວກັບອຸປະນິໄສທີ່ອວດດີຂອງພວກເຂົາ, ມີຫຼັກການແຫ່ງການປະຕິບັດ. ເຈົ້າຕ້ອງເຂົ້າໃຈວ່າ: “ຖ້າຂ້ອຍໄດ້ຮັບຄຣິສຕະຈັກບາງແຫ່ງແທ້ໆ, ຂ້ອຍຈຳເປັນຕ້ອງເຮັດແນວໃດເພື່ອທີ່ຈະເອົາຕຳແໜ່ງຂອງພຣະເຈົ້າ? ຂ້ອຍຈຳເປັນຕ້ອງເຮັດແນວໃດເພື່ອທີ່ຈະບໍ່ອວດດີ? ຂ້ອຍຈະເຮັດຢ່າງເໝາະສົມໄດ້ແນວໃດ? ຂ້ອຍຈະເຮັດແນວໃດເພື່ອນໍາຄົນມາຢູ່ຕໍ່ໜ້າພຣະເຈົ້າ, ເພື່ອເປັນພະຍານຂອງພຣະອົງ?” ເຈົ້າຕ້ອງຕຶກຕອງກ່ຽວກັບສິ່ງເຫຼົ່ານີ້ຈົນກວ່າພວກມັນຈະຊັດເຈນ. ສົມມຸດວ່າຄົນໃດໜຶ່ງຖາມວ່າ “ເຈົ້າສາມາດນໍາພາຄຣິສຕະຈັກໄດ້ເປັນຢ່າງດີບໍ?” ແລະ ເຈົ້າເວົ້າວ່າ “ຂ້ອຍສາມາດເຮັດໄດ້”, ແຕ່ກົງກັນຂ້າມ ເຈົ້ານໍາພາຜູ້ຄົນໃຫ້ເຂົ້າສູ່ການສະຖິດຂອງເຈົ້າເອງ, ພວກເຂົາຈະຍອມອ່ອນນ້ອມຕໍ່ເຈົ້າ ແຕ່ບໍ່ແມ່ນພຣະເຈົ້າ, ສິ່ງນີ້ຈະບໍ່ເປັນບັນຫາບໍ? ໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ, ຖ້າເຈົ້າບໍ່ຮູ້ວ່າແມ່ນຫຍັງຈະນໍາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ ຫຼື ເພື່ອນໍາເອົາພວກເຂົາມາຢູ່ຕໍ່ໜ້າຕົນເອງ, ແລ້ວເຈົ້າຈະສາມາດຮັບໃຊ້ພຣະເຈົ້າໄດ້ບໍ? ເຈົ້າສາມາດເໝາະສົມທີ່ຈະໃຫ້ພຣະເຈົ້າໃຊ້ງານບໍ? ບໍ່ແມ່ນຢ່າງແນ່ນອນ. ຄົນທີ່ສາມາດນໍາຄົນອື່ນມາຢູ່ຕໍ່ໜ້າຕົນເອງບໍ່ແມ່ນຜູ້ຕໍ່ຕ້ານພຣະຄຣິດທຸກຄົນບໍ? ຖ້າຄົນໃດໜຶ່ງເຊື່ອໃນພຣະເຈົ້າ, ແຕ່ພວກເຂົາບໍ່ມີບ່ອນສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ, ພວກເຂົາບໍ່ຢຳເກງພຣະເຈົ້າ, ພວກເຂົາບໍ່ມີຫົວໃຈທີ່ຍອມອ່ອນນ້ອມຕໍ່ພຣະອົງ ຫຼື ຄວາມປະສົງທີ່ຈະຍອມອ່ອນນ້ອມຕໍ່ພຣະອົງ, ແລ້ວຄົນໆນັ້ນກໍບໍ່ເຊື່ອໃນພຣະເຈົ້າ. ສະນັ້ນພວກເຂົາເຊື່ອໃນຜູ້ໃດແທ້ໆ? ໃຫ້ວິເຄາະມັນດ້ວຍຕົວເຈົ້າເອງ. ຢ່າເວົ້າໃນພາຍຫຼັງວ່າ: “ຂ້ອຍບໍ່ອວດດີ, ຂ້ອຍເປັນຄົນດີ, ຂ້ອຍພຽງແຕ່ເຮັດສິ່ງດີໆ”, ຄຳເວົ້າເຫຼົ່ານີ້ເປັນເດັກນ້ອຍຫຼາຍ! ທຸກຄົນທີ່ເຫຼືອແມ່ນອວດດີ ແຕ່ເຈົ້າບໍ່ແມ່ນບໍ? ສະນັ້ນເຈົ້າໄດ້ຖືກເປີດເຜີຍແລ້ວ, ແຕ່ເຈົ້າຍັງບໍ່ຮູ້ຈັກຕົນເອງ ແລະ ເຈົ້າຍັງເວົ້າວ່າເຈົ້າບໍ່ອວດດີ, ເຈົ້າໄຮ້ຢາງອາຍຫຼາຍ! ເຈົ້າມຶນຊາຫຼາຍຈົນມັນບໍ່ສຳຄັນວ່າເຈົ້າຈະຖືກເປີດເຜີຍແນວໃດ! ພວກເຈົ້າຮູ້ຈັກຈຸດປະສົງທີ່ເຮົາເວົ້າຄຳເວົ້າເຫຼົ່ານີ້? ເປັນຫຍັງເຮົາຈຶ່ງບໍ່ເປີດໂປງຜູ້ຄົນ? ຖ້າເຮົາບໍ່ເປີດໂປງດ້ວຍວິທີນີ້, ພວກເຂົາຈະມາຮູ້ຈັກຕົນເອງບໍ? ຖ້າເຮົາບໍ່ເປີດໂປງດ້ວຍວິທີນີ້, ຄົນຈະຍັງຄິດວ່າພວກເຂົາຂ້ອນຂ້າງດີ, ພວກເຂົາເຮັດວຽກງານຂອງພວກເຂົາໄດ້ຂ້ອນຂ້າງດີ, ພວກເຂົາບໍ່ມີຂໍ້ບົກຜ່ອງໃຫ້ບົ່ງຊີ້ ແລະ ພວກເຂົາດີຮອບດ້ານ. ເຖິງແມ່ນວ່າພວກເຂົາທຸກຄົນດີ, ພວກເຂົາບໍ່ຄວນຢູ່ໃນສະພາວະທີ່ອວດດີ ແລະ ພວກເຂົາບໍ່ຄວນຄິດວ່າພວກເຂົາມີຄຸນສົມບັດ ແລະ ພວກເຂົາບໍ່ຄວນເວົ້າອວດ. ເຮົາເປີດໂປງສະພາວະຂອງຄົນດ້ວຍວິທີນີ້ ບໍ່ແມ່ນເພື່ອຕັດສິນລົງໂທດໃຫ້ພວກເຂົາຕາຍ ແລະ ເພື່ອບອກພວກເຂົາວ່າພວກເຂົາບໍ່ສາມາດຖືກຊ່ວຍໃຫ້ລອດພົ້ນໄດ້, ແຕ່ກົງກັນຂ້າມ ມັນແມ່ນເພື່ອປ່ອຍໃຫ້ພວກເຂົາຮູ້ຈັກຕົນເອງແທ້ໆ, ເຂົ້າໃຈແກ່ນແທ້ ແລະ ທຳມະຊາດທີ່ເສ່ືອມຊາມຂອງພວກເຂົາເອງ, ເພື່ອວ່າພວກເຂົາຈະສາມາດບັນລຸຄວາມຮູ້ກ່ຽວກັບຕົນເອງຢ່າງແທ້ຈິງ. ສິ່ງນີ້ເປັນປະໂຫຍດເມື່ອພວກເຂົາພະຍາຍາມໂຍນຖິ້ມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ. ຖ້າພວກເຈົ້າສາມາດປະຕິບັດພຣະທຳແຫ່ງການເປີດໂປງ ແລະ ການຈັດການຂອງເຮົາໃນລັກສະນະທີ່ຖືກຕ້ອງ, ສາມາດຫຼີກລ່ຽງການຂີ້ຄ້ານ, ສາມາດເຮັດໜ້າທີ່ຂອງເຈົ້າຢ່າງເປັນປົກກະຕິ, ສາມາດເຮັດໃຫ້ເລື່ອງຕ່າງໆໃນເຮືອນຂອງພຣະເຈົ້າເປັນຂອງເຈົ້າເອງ ແລະ ຖ້າເຈົ້າສາມາດຮັບຜິດຊອບ, ບໍ່ເຮັດພໍເປັນພິທີ, ຖ້າເຈົ້າສາມາດຈົງຮັກພັກດີຕໍ່ພຣະເຈົ້າ, ແລ້ວທ່າທີ່ນີ້ກໍຖືກຕ້ອງ ແລະ ເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ.

ມີບາງຄົນທີ່ລະເມີດຫຼັກການເມື່ອພວກເຂົາເຮັດຢູ່ເລື້ອຍໆ. ພວກເຂົາບໍ່ຍອມຮັບການຖືກລິຮານ ຫຼື ການຖືກຈັດການ, ພວກເຂົາຮູ້ໃນຫົວໃຈຂອງພວກເຂົາວ່າສິ່ງຕ່າງໆທີ່ຄົນອື່ນເວົ້າແມ່ນສອດຄ່ອງກັບຄວາມຈິງ, ແຕ່ພວກເຂົາບໍ່ຍອມຮັບພວກມັນ. ຄົນແບບນັ້ນອວດດີ ແລະ ຖືວ່າຕົນເອງຊອບທຳຫຼາຍ! ເປັນຫຍັງພວກເຂົາຈຶ່ງອວດດີ? ຖ້າພວກເຂົາບໍ່ຍອມຮັບການຖືກລິຮານ ຫຼື ການຖືກຈັດການ, ແລ້ວພວກເຂົາກໍບໍ່ເຊື່ອຟັງ ແລະ ຄວາມບໍ່ເຊື່ອຟັງບໍ່ແມ່ນຄວາມອວດດີບໍ? ພວກເຂົາຄິດວ່າພວກເຂົາກຳລັງເຮັດໄດ້ເປັນຢ່າງດີ, ພວກເຂົາບໍ່ຄິດວ່າພວກເຂົາເຮັດຜິດ, ເຊິ່ງໝາຍຄວາມວ່າພວກເຂົາບໍ່ຮູ້ຈັກຕົນເອງ, ເຊິ່ງເປັນຄວາມອວດດີ. ສະນັ້ນມີບາງສິ່ງທີ່ເຈົ້າຈຳເປັນຕ້ອງວິເຄາະຢ່າງຈິງໃຈ, ຂຸດຄົ້ນເທື່ອລະໜ້ອຍ. ໃນຂະນະທີ່ພວກເຈົ້າເຮັດວຽກງານຂອງຄຣິສຕະຈັກ, ຖ້າເຈົ້າຮັບເອົາການຊົມເຊີຍຈາກຄົນອື່ນ ແລະ ພວກເຂົາໃຫ້ຂໍ້ສະເໜີແກ່ເຈົ້າ ແລະ ພວກເຂົາເປີດໃຈຂອງພວກເຂົາເອງກັບເຈົ້າໃນການໂອ້ລົມ, ສິ່ງນີ້ກໍພິສູດວ່າເຈົ້າເຮັດວຽກງານຂອງເຈົ້າໄດ້ດີ. ຖ້າຄົນຖືກເຈົ້າຄວບຄຸມຢູ່ສະເໝີ, ແລ້ວພວກເຂົາຈະເລີ່ມຄ່ອຍໆວິເຄາະເຈົ້າ ແລະ ພວກເຂົາຈະເຮັດໃຫ້ຕົນເອງຫ່າງຈາກເຈົ້າ, ເຊິ່ງພິສູດວ່າເຈົ້າບໍ່ມີຄວາມເປັນຈິງແຫ່ງຄວາມຈິງ, ສະນັ້ນທຸກສິ່ງທີ່ເຈົ້າເວົ້າເປັນພຽງຄຳເວົ້າທີ່ເປັນຫຼັກຄຳສອນຢ່າງແນ່ນອນ, ເຊິ່ງເຈດຕະນາເພື່ອຄວບຄຸມຄົນອື່ນ. ຜູ້ນໍາຄຣິສຕະຈັກບາງຄົນຖືກປ່ຽນແທນ ແລະ ເປັນຫຍັງພວກເຂົາຈຶ່ງຖືກປ່ຽນແທນ? ມັນເປັນເພາະພວກເຂົາພຽງແຕ່ກ່າວຄຳເວົ້າທີ່ເປັນຫຼັກຄຳສອນ, ໂອ້ອວດ ແລະ ເປັນພະຍານໃຫ້ຕົນເອງຢູ່ສະເໝີ. ພວກເຂົາເວົ້າວ່າການຕໍ່ຕ້ານພວກເຂົາຄືການຕໍ່ຕ້ານພຣະເຈົ້າ ແລະ ຜູ້ໃດກໍຕາມທີ່ລາຍງານສະຖານະການຕໍ່ເບື້ອງເທິງກໍເປັນການລົບກວນວຽກງານຂອງຄຣິສຕະຈັກ. ນີ້ແມ່ນອຸປະນິໄສປະເພດໃດ? ຄົນເຫຼົ່ານີ້ເລີ່ມອວດດີຫຼາຍແລ້ວຈົນພວກເຂົາບໍ່ມີຄວາມສຳນຶກອີກຕໍ່ໄປ. ສິ່ງນີ້ບໍ່ໄດ້ສະແດງເຖິງທາດແທ້ຂອງພວກເຂົາວ່າເປັນຜູ້ຕໍ່ຕ້ານພຣະຄຣິດບໍ? ສິ່ງນີ້ຈະບໍ່ພັດທະນາເປັນການເລີ່ມສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງບໍ? ບາງຄົນທີ່ຫາກໍເລີ່ມເຊື່ອກໍຈະນະມັດສະການພວກເຂົາ ແລະ ເປັນພະຍານໃຫ້ພວກເຂົາ ແລະ ພວກເຂົາຈະໄດ້ຮັບສິ່ງນີ້ຢ່າງຫຼວງຫຼາຍ ແລະ ຮູ້ສຶກພໍໃຈຫຼາຍ. ຄົນໃດໜຶ່ງທີ່ອວດດີຂະໜາດນີ້ແມ່ນຖືກສາບແຊ່ງແລ້ວ. ຄົນໃດໜຶ່ງທີ່ສາມາດເວົ້າວ່າ “ການຕໍ່ຕ້ານຂ້ອຍຄືການຕໍ່ຕ້ານພຣະເຈົ້າ” ໄດ້ກາຍມາເປັນໂປໂລສະໄໝໃໝ່ແລ້ວ; ບໍ່ມີຄວາມແຕກຕ່າງຫຍັງລະຫວ່າງສິ່ງນີ້ ແລະ ເມື່ອໂປໂລເວົ້າວ່າ: “ສຳລັບຂ້ານ້ອຍແລ້ວ, ການມີຊີວິດຢູ່ກໍ່ຄືພຣະຄຣິດ”. ຄົນທີ່ເວົ້າເຊັ່ນນີ້ບໍ່ໄດ້ຕົກຢູ່ໃນອັນຕະລາຍຄັ້ງໃຫຍ່ບໍ? ເຖິງແມ່ນວ່າພວກເຂົາບໍ່ສ້າງຕັ້ງອານາຈັກເອກະລາດ, ພວກເຂົາກໍຍັງເປັນຜູ້ຕໍ່ຕ້ານພຣະຄຣິດທີ່ເປັນຈິງ. ຖ້າຄົນແບບນັ້ນຕ້ອງນໍາພາຄຣິສຕະຈັກ, ຄຣິສຕະຈັກຈະກາຍມາເປັນອານາຈັກຂອງຜູ້ຕໍ່ຕ້ານພຣະຄຣິດໂດຍໄວ. ຫຼັງຈາກທີ່ພວກເຂົາກາຍມາເປັນຜູ້ນໍາຄຣິສຕະຈັກ, ບາງຄົນເອົາໃຈໃສ່ເປັນພິເສດກັບການເວົ້າຄຳເທດສະໜາທີ່ສູງສົ່ງ ແລະ ການໂອ້ອວດ, ການເວົ້າຄວາມເລິກລັບເປັນພິເສດ ເພື່ອວ່າຄົນຈະເທີດທູນພວກເຂົາ ແລະ ຜົນຮັບກໍຄືພວກເຂົາອອກຫ່າງຈາກຄວາມເປັນຈິງແຫ່ງຄວາມຈິງຫຼາຍເລື້ອຍໆ. ສິ່ງນີ້ພາໃຫ້ຄົນສ່ວນໃຫຍ່ນະມັດສະການທິດສະດີຝ່າຍວິນຍານ. ຜູ້ໃດກໍຕາມທີ່ເວົ້າຢ່າງສູງສົ່ງ, ນັ້ນຄືຄົນທີ່ຜູ້ຄົນຮັບຟັງ; ຄົນໃດກໍຕາມທີ່ເວົ້າກ່ຽວກັບການເຂົ້າສູ່ຊີວິດ, ຜູ້ຄົນກໍບໍ່ສົນໃຈພວກເຂົາ. ນີ້ບໍ່ແມ່ນການນໍາພາໃຫ້ຜູ້ຄົນຫຼົງທາງບໍ? ຖ້າຄົນໃດໜຶ່ງໂອ້ລົມກ່ຽວກັບຄວາມເປັນຈິງແຫ່ງຄວາມຈິງ, ບໍ່ມີຜູ້ໃດຮັບຟັງ ເຊິ່ງເປັນບັນຫາ. ບໍ່ມີຄົນໃດແບບນີ້ຈະສາມາດນໍາພາຄຣິສຕະຈັກ, ເພາະທຸກຄົນນະມັດສະການທິດສະດີຝ່າຍວິນຍານ; ຄົນທີ່ບໍ່ສາມາດເວົ້າກ່ຽວກັບທິດສະດີຝ່າຍວິນຍານກໍບໍ່ສາມາດຢືນຍັດ. ຄຣິສຕະຈັກດັ່ງກ່າວຍັງຮັບເອົາພາລະກິດຂອງພຣະວິນຍານບໍລິສຸດບໍ? ຄົນສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງບໍ? ເປັນຫຍັງການໂອ້ລົມກ່ຽວກັບຄວາມຈິງ ແລະ ການເວົ້າກ່ຽວກັບປະສົບການທີ່ເປັນຈິງຈຶ່ງຖືກປະຕິເສດ, ຈົນເຖິງຈຸດທີ່ພວກເຂົາບໍ່ເຕັມໃຈຈະຮັບຟັງເຮົາໂອ້ລົມກ່ຽວກັບຄວາມຈິງ? ມັນພິສູດວ່າພວກເຂົາໄດ້ຫຼອກລວງ ແລະ ຄວບຄຸມຄົນເຫຼົ່ານີ້ແລ້ວ. ຄົນເຫຼົ່ານີ້ຮັບຟັງ ແລະ ຍອມອ່ອນນ້ອມຕໍ່ພວກເຂົາ, ແທນທີ່ຈະຍອມອ່ອນນ້ອມຕໍ່ພຣະເຈົ້າ. ມັນເຫັນໄດ້ຢ່າງຊັດເຈນວ່າຄົນເຫຼົ່ານີ້ເປັນປະເພດທີ່ຍອມອ່ອນນ້ອມຕໍ່ຜູ້ນໍາຂອງພວກເຂົາ, ແທນທີ່ຈະຍອມອ່ອນນ້ອມຕໍ່ພຣະເຈົ້າ. ເພາະຄົນທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ສະແຫວງຫາຄວາມຈິງບໍ່ແມ່ນປະເພດທີ່ຈະນະມັດສະການ ຫຼື ຕິດຕາມມະນຸດ; ພວກເຂົາມີບ່ອນຫວ່າງສຳລັບພຣະເຈົ້າໃນຫົວໃຈຂອງພວກເຂົາ ແລະ ພວກເຂົາຢຳເກງພຣະເຈົ້າ, ສະນັ້ນພວກເຂົາຈະສາມາດຖືກມະນຸດຄວບຄຸມໄດ້ແນວໃດ? ພວກເຂົາຈະສາມາດຍອມອ່ອນນ້ອມຢ່າງເຊື່ອຟັງຕໍ່ຜູ້ນໍາຈອມປອມທີ່ບໍ່ມີຄວາມເປັນຈິງແຫ່ງຄວາມຈິງໄດ້ແນວໃດ? ສິ່ງທີ່ຜູ້ນໍາຈອມປອມຢ້ານກົວທີ່ສຸດກໍຄືຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ, ຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ຖ້າຄົນໃດໜຶ່ງບໍ່ມີຄວາມຈິງ ແລະ ເຖິງຢ່າງນັ້ນພວກເຂົາກໍຕ້ອງການເຮັດໃຫ້ຄົນອື່ນເຊື່ອຟັງພວກເຂົາ, ນັ້ນບໍ່ແມ່ນມານຮ້າຍ ຫຼື ຊາຕານທີ່ອວດດີທີ່ສຸດບໍ? ຖ້າເຈົ້າຜູກຂາດຄຣິສຕະຈັກ ຫຼື ຄວບຄຸມຄົນຖືກເລືອກຂງພຣະເຈົ້າ, ແລ້ວເຈົ້າກໍເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ ແລະ ທຳລາຍຕົນເອງ ແລະ ເຈົ້າອາດບໍ່ມີໂອກາດທີ່ຈະກັບໃຈເລີຍ. ພວກເຈົ້າທຸກຄົນຕ້ອງລະມັດລະວັງ; ນີ້ຄືເລື່ອງທີ່ອັນຕະລາຍຫຼາຍ, ເປັນສິ່ງທີ່ຄົນໃດໜຶ່ງສາມາດເຮັດໄດ້ຢ່າງງ່າຍດາຍຫຼາຍ. ອາດມີບາງຄົນທີ່ເວົ້າວ່າ: “ຂ້ອຍພຽງແຕ່ຈະບໍ່ເຮັດເຊັ່ນນັ້ນ, ຂ້ອຍຈະບໍ່ເປັນພະຍານໃຫ້ຕົນເອງ!” ນັ້ນເປັນພຽງແຕ່ເພາະເຈົ້າໄດ້ເຮັດວຽກເປັນເວລາສັ້ນໆເທົ່ານັ້ນ. ຕໍ່ມາເຈົ້າຈະກ້າເຮັດມັນ. ເຈົ້າຈະກ້າຂຶ້ນຢ່າງຊ້າໆ, ຍິ່ງເຈົ້າເຮັດມັນຫຼາຍສໍ່າໃດ, ເຈົ້າກໍຈະຍິ່ງກ້າສໍ່ານັ້ນ. ຖ້າຄົນທີ່ເຈົ້ານໍາພາເວົ້າອວດ ແລະ ຮັບຟັງເຈົ້າ, ເຈົ້າຈະຮູ້ສຶກໂດຍທຳມະຊາດວ່າເຈົ້າຢູ່ໃນຕຳແໜ່ງສູງສົ່ງ, ເຈົ້າປະຫຼາດໃຈວ່າ: “ເບິ່ງຂ້ອຍແມະ, ຂ້ອຍດີພໍສົມຄວນ. ຂ້ອຍສາມາດນໍາພາທຸກຄົນເຫຼົ່ານີ້ ແລະ ພວກເຂົາທຸກຄົນຮັບຟັງຂ້ອຍ; ຄົນທີ່ບໍ່ຮັບຟັງຂ້ອຍ, ຂ້ອຍກໍປາບ. ສິ່ງນີ້ພິສູດວ່າຂ້ອຍມີຄວາມສາມາດບາງຢ່າງທີ່ຈະເຮັດວຽກ ແລະ ຂ້ອຍເໝາະສົມກັບວຽກງານຂອງຂ້ອຍ”. ເມື່ອເວລາຜ່ານໄປ, ອົງປະກອບທີ່ອວດດີໃນທຳມະຊາດຂອງເຈົ້າຈະເລີ່ມສະແດງອອກ ແລະ ເຈົ້າຈະເລີ່ມອວດດີຫຼາຍຈົນເຈົ້າສູນເສຍເຫດຜົນຂອງເຈົ້າ ແລະ ເຈົ້າຈະຕົກຢູ່ໃນອັນຕະລາຍ. ເຈົ້າສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນບໍ? ເຈົ້າຕົກຢູ່ໃນບັນຫາທັນທີທີ່ເຈົ້າເປີດເຜີຍອຸປະນິໄສທີ່ອວດດີ ແລະ ບໍ່ເຊື່ອຟັງຂອງເຈົ້າ. ເຈົ້າບໍ່ຮັບຟັງແມ່ນແຕ່ເມື່ອເຮົາເວົ້າ, ເຮືອນຂອງພຣະເຈົ້າປ່ຽນເຈົ້າ ແລະ ເຈົ້າກໍຍັງກ້າເວົ້າວ່າ: “ປ່ອຍໃຫ້ພຣະວິນຍານບໍລິສຸດເປີດເຜີຍມັນ”. ຂໍ້ແທ້ຈິງທີ່ເຈົ້າຈະເວົ້ານັ້ນກໍພິສູດວ່າເຈົ້າບໍ່ຍອມຮັບຄວາມຈິງ. ຄວາມກະບົດຂອງເຈົ້າມີຫຼາຍເກີນໄປ, ມັນໄດ້ເປີດໂປງທຳມະຊາດ ແລະ ແກ່ນແທ້ຂອງເຈົ້າ. ເຈົ້າບໍ່ຮູ້ຈັກພຣະເຈົ້າເລີຍ. ສະນັ້ນ, ເຮົາຈຶ່ງເວົ້າທຸກສິ່ງນີ້ກັບພວກເຈົ້າໃນມື້ນີ້ເພື່ອວ່າພວກເຈົ້າຈະຈັບຕາເຝົ້າເບິ່ງຕົນເອງຢ່າງໃກ້ຊິດ. ຢ່າຍົກຍ້ອງ ຫຼື ເປັນພະຍານໃຫ້ຕົນເອງ. ມັນມີແນວໂນ້ມທີ່ຄົນຈະພະຍາຍາມ ແລະ ສ້າງຕັ້ງອານາຈັກເອກະລາດຂອງພວກເຂົາເອງ, ເພາະພວກເຂົາທຸກຄົນມັກຕຳແໜ່ງ, ຄວາມຮັ່ງມີ ແລະ ສະຫງ່າລາສີ, ຄວາມທະນົງຕົວ, ເປັນຜູ້ຮັບໃຊ້ທີ່ມີສະຖານະສູງສົ່ງ ແລະ ສະແດງເຖິງອຳນາດ: “ເບິ່ງວ່າຂ້ອຍກ່າວຄຳເວົ້າເຫຼົ່ານັ້ນຢ່າງເຂັ້ມງວດສໍ່າໃດ. ໃນຊ່ວງເວລາທີ່ຂ້ອຍເຮັດການຂົ່ມຂູ່, ພວກເຂົາກໍຢ້ານກົວຈົນສັ່ນ ແລະ ເລີ່ມຫົວອ່ອນ”. ຢ່າສະແດງອຳນາດປະເພດນີ້; ມັນໄຮ້ປະໂຫຍດ ແລະ ມັນບໍ່ໄດ້ພິສູດຫຍັງເລີຍ. ມັນພຽງແຕ່ພິສູດວ່າເຈົ້າອວດດີເປັນຢ່າງຍິ່ງ ແລະ ເຈົ້າມີອຸປະນິໄສທີ່ບໍ່ດີ; ມັນບໍ່ພິສູດວ່າເຈົ້າມີຄວາມສາມາດໃດໆ, ແຮງໄກທີ່ເຈົ້າຈະມີຄວາມເປັນຈິງແຫ່ງຄວາມຈິງ. ຫຼັງຈາກທີ່ຮັບຟັງຄຳເທດສະໜາໄດ້ສອງສາມປີ, ພວກເຈົ້າທຸກຄົນຮູ້ຈັກຕົນເອງບໍ? ພວກເຈົ້າບໍ່ຮູ້ສຶກບໍວ່າພວກເຈົ້າຢູ່ໃນສະຖານະການທີ່ອັນຕະລາຍ? ຖ້າບໍ່ແມ່ນຍ້ອນການທີ່ພຣະເຈົ້າເວົ້າ ແລະ ເຮັດພາລະກິດເພື່ອຊ່ວຍມະນຸດໃຫ້ລອດພົ້ນ, ພວກເຈົ້າຈະບໍ່ສ້າງຕັ້ງອານາຈັກເອກະລາດບໍ? ພວກເຈົ້າບໍ່ຕ້ອງການຜູກຂາດຄຣິສຕະຈັກທີ່ພວກເຈົ້າຮັບຜິດຊອບ, ນໍາຄົນເຫຼົ່ານັ້ນມາຢູ່ພາຍໃຕ້ອິດທິພົນຂອງເຈົ້າບໍ, ເພື່ອວ່າຈະບໍ່ມີຜູ້ໃດທີ່ສາມາດຫຼົບໜີຈາກການຄວບຄຸມຂອງເຈົ້າ, ສະນັ້ນພວກເຂົາຈຶ່ງຕ້ອງຮັບຟັງເຈົ້າ? ຖ້າເຈົ້າຄວບຄຸມຄົນທັນທີທີ່ເຈົ້າເຮັດສິ່ງນີ້, ແລ້ວເຈົ້າກໍເປັນມານຮ້າຍ, ເປັນຊາຕານ. ມັນອັນຕະລາຍຫຼາຍສຳລັບເຈົ້າທີ່ຈະມີຄວາມຄິດເຫຼົ່ານັ້ນ; ເຈົ້າໄດ້ກ້າວເຂົ້າສູ່ເສັ້ນທາງຂອງຜູ້ຕໍ່ຕ້ານພຣະຄຣິດແລ້ວ. ຖ້າເຈົ້າບໍ່ໄຕ່ຕອງກ່ຽວກັບຕົນເອງ ແລະ ຖ້າເຈົ້າບໍ່ສາມາດສາລະພາບຄວາມຜິດບາບຂອງເຈົ້າໃຫ້ພຣະເຈົ້າ ແລະ ກັບໃຈ, ແລ້ວເຈົ້າຈະບໍ່ໄດ້ຮັບຄວາມສົນໃຈຢ່າງແນ່ນອນ ແລະ ພຣະເຈົ້າຈະບໍ່ເອົາໃຈໃສ່ກັບເຈົ້າເລີຍ. ເຈົ້າຄວນຮູ້ຈັກວິທີການກັບໃຈ, ວິທີການປ່ຽນແປງຕົນເອງເພື່ອທີ່ຈະສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ, ເພື່ອທີ່ຈະຮັບປະກັນວ່າເຈົ້າບໍ່ເຮັດຜິດຕໍ່ອຸປະນິໄສຂອງພຣະເຈົ້າ. ຢ່າລໍຖ້າຈົນກວ່າເຮືອນຂອງພຣະເຈົ້າຈະຕັດສິນວ່າເຈົ້າເປັນຜູ້ຕໍ່ຕ້ານພຣະຄຣິດ ແລະ ຂັບໄລ່ເຈົ້າ, ໃນຕອນນັ້ນເອງ ມັນຈະຊ້າເກີນໄປ.

ລະດູໃບໄມ້ຫຼົ່ນ, ປີ 1997

ກ່ອນນີ້: ລັກສະນະທີ່ສອງແຫ່ງຄວາມສຳຄັນຂອງການບັງເກີດເປັນມະນຸດ

ຕໍ່ໄປ: ຄວາມສຳຄັນ ແລະ ການປະຕິບັດການອະທິຖານ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້