​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 70

ສິ່ງທີ່ເຮັດໃຫ້ຄວາມລຶກລັບຂອງເຮົາຖືກເປີດເຜີຍ ແລະ ຖືກສຳແດງອອກຢ່າງເປີດເຜີຍ ໂດຍບໍ່ລີ້ລັບອີກຕໍ່ໄປ ກໍແມ່ນຍ້ອນພຣະຄຸນ ແລະ ຄວາມກະລຸນາຂອງເຮົາທັງໝົດ. ສິ່ງທີ່ເຮັດໃຫ້ພຣະທຳຂອງເຮົາປະກົດຂຶ້ນທ່າມກາງມະນຸດ ໂດຍບໍ່ລີ້ລັບອີກຕໍ່ໄປ ກໍຍິ່ງແມ່ນຍ້ອນພຣະຄູນ ແລະ ຄວາມກະລຸນາຂອງເຮົາ. ເຮົາຮັກທຸກຄົນທີ່ເສຍສະຫຼະພວກເຂົາເອງໃຫ້ກັບເຮົາ ແລະ ອຸທິດພວກເຂົາເອງໃຫ້ເຮົາຢ່າງຈິງໃຈ. ເຮົາກຽດຊັງທຸກຄົນທີ່ເກີດຈາກເຮົາ ແຕ່ບໍ່ຮູ້ຈັກເຮົາ ຍິ່ງໄປກວ່ານັ້ນຍັງຕໍ່ຕ້ານເຮົາ. ເຮົາຈະບໍ່ປະຖິ້ມຄົນໃດກໍຕາມທີ່ສະໜັບສະໜູນເຮົາດ້ວຍຄວາມຈິງໃຈ ແຕ່ເຮົາຈະເພີ່ມການອວຍພອນໃຫ້ກັບພວກເຂົາເປັນສອງເທົ່າ. ສຳລັບຄົນເຫຼົ່ານັ້ນທີ່ບໍ່ຮູ້ບຸນຄຸນ ເຮົາຈະລົງໂທດເປັນສອງເທົ່າ ແລະ ບໍ່ປ່ອຍໄປຢ່າງງ່າຍດາຍ. ໃນອານາຈັກຂອງເຮົາຈະບໍ່ມີຄວາມບໍ່ຊື່ສັດ ຫຼື ການຫຼອກຫຼອງ, ບໍ່ມີຄວາມຮອບຮູ້ໃນທາງໂລກ, ນັ້ນກໍຄື ບໍ່ມີກິ່ນເໝັນຂອງຄົນຕາຍ ແຕ່ທຸກສິ່ງແມ່ນຄວາມຍຸຕິທຳ, ຄວາມທ່ຽງທຳ, ທຸກສິ່ງແມ່ນຄວາມບໍລິສຸດ, ຄວາມເປີດເຜີຍ, ບໍ່ມີການເຊື່ອງຊ້ອນ, ບໍ່ມີປິດບັງ; ທຸກສິ່ງແມ່ນສິ່ງທີ່ສົດຊື່ນ, ທຸກສິ່ງແມ່ນຄວາມສຸກເພີດເພີນ, ທຸກສິ່ງແມ່ນການອົບຮົມສັ່ງສອນ. ຖ້າຄົນໃດເກັບຮັກສາກິ່ນເໝັ່ນຂອງຄົນຕາຍ ເຂົາກໍບໍ່ສາມາດຄົງຢູ່ໃນອານາຈັກຂອງເຮົາໄດ້ຢ່າງແນ່ນອນ ແຕ່ຈະຖືກຕັດສິນດ້ວຍຄ້ອນເຫຼັກຂອງເຮົາ. ຄວາມລຶກລັບທັງໝົດທີ່ບໍ່ສິ້ນສຸດຕັ້ງແຕ່ສະໄໝບູຮານຈົນຮອດປັດຈຸບັນແມ່ນຖືກເປີດເຜີຍໃຫ້ກັບພວກເຈົ້າຢ່າງສົມບູນ ເຊິ່ງເປັນຄົນທີ່ຖືກເຮົາຮັບໃນຍຸກສຸດທ້າຍ ແລ້ວເຈົ້າບໍ່ຮູ້ສຶກໄດ້ຮັບພອນບໍ? ມື້ແຫ່ງການສຳແດງຢ່າງເປີດເຜີຍຍິ່ງເປັນມື້ທີ່ພວກເຈົ້າຮ່ວມໃນການປົກຄອງຂອງເຮົາ.

ຄົນທີ່ປົກຄອງເປັນກະສັດຢ່າງແທ້ຈິງແມ່ນຂຶ້ນກັບການກຳນົດລ່ວງໜ້າ ແລະ ການຄັດເລືອກຂອງເຮົາ, ແລະ ຕ້ອງບໍ່ມີວັດຖຸປະສົງຂອງມະນຸດຄົນໃດເລີຍ. ຖ້າຄົນໃດຄົນໜຶ່ງກ້າທີ່ຈະມີສ່ວນໃນສິ່ງນີ້ ເຂົາຕ້ອງພະເຊີນໝັດມືຂອງເຮົາ ແລະ ເຂົາແມ່ນຈຸດມຸ້ງໝາຍຂອງໄຟທີ່ລຸກໄໝ່ຢ່າງເຕັມທີຂອງເຮົາ; ນີ້ຄືອີກດ້ານໜຶ່ງຂອງຄວາມທ່ຽງທໍາ ແລະ ຄວາມສະຫງ່າງາມຂອງເຮົາ. ເຮົາໄດ້ກ່າວວ່າ ເຮົາປົກຄອງທຸກສິ່ງທຸກຢ່າງ, ເຮົາເປັນພຣະເຈົ້າທີ່ມີສະຕິປັນຍາ ຜູ້ເຊິ່ງມີອຳນາດຢ່າງສົມບູນ, ແລະ ເຮົາບໍ່ຜ່ອນຜັນໃຫ້ກັບໃຜ, ບໍ່ມີຄວາມປານີ, ບໍ່ມີຄວາມຮູ້ສຶກສ່ວນຕົວ. ເຮົາປະຕິບັດຕໍ່ຄົນໃດກໍຕາມ (ບໍ່ວ່າ ເຂົາຈະເວົ້າໄດ້ດີສໍ່າໃດ, ເຮົາກໍຈະບໍ່ປ່ອຍເຂົາໄປ) ດ້ວຍຄວາມທ່ຽງທຳ, ຄວາມຍຸຕິທຳ ແລະ ຄວາມສະຫງ່າງາມຂອງເຮົາ, ໃນຂະນະດຽວກັນນັ້ນກໍເຮັດໃຫ້ທຸກຄົນເຫັນຄວາມມະຫັດສະຈັນຂອງການກະທຳຂອງເຮົາໄດ້ດີຂຶ້ນ, ໃຫ້ເຫັນວ່າ ການກະທຳຂອງເຮົາໝາຍເຖິງຫຍັງ. ເຮົາລົງໂທດການກະທຳທຸກຢ່າງຂອງວິນຍານຊົ່ວຮ້າຍແຕ່ລະໂຕ, ໂຍນພວກມັນແຕ່ລະໂຕລົງເຫວເລິກທີ່ບໍ່ມີຈຸດສິ້ນສຸດ. ເຮົາສຳເລັດພາລະກິດນີ້ກ່ອນທີ່ເວລາເລີ່ມຕົ້ນຂຶ້ນ ໂດຍປະໃຫ້ພວກມັນບໍ່ມີບ່ອນຢູ່, ປະໃຫ້ພວກມັນບໍ່ມີບ່ອນປະຕິບັດພາລະກິດຂອງພວກມັນ. ທຸກຄົນທີ່ຖືກເລືອກຂອງເຮົາ ເຊິ່ງຄົນເຫຼົ່ານັ້ນທີ່ຖືກກຳນົດໄວ້ລ່ວງໜ້າ ແລະ ຖືກເຮົາຄັດເລືອກ ບໍ່ສາມາດຖືກພວກມັນຄອບງວໍາໄດ້ຈັກເທື່ອ ບໍ່ວ່າໃນເວລາໃດກໍຕາມ ແຕ່ພວກເຂົາຈະບໍລິສຸດຢູ່ສະເໝີ. ຄົນເຫຼົ່ານັ້ນທີ່ເຮົາບໍ່ໄດ້ກຳນົດລ່ວງໜ້າ ແລະ ຄັດເລືອກ ເຮົາມອບໃຫ້ກັບຊາຕານ ແລະ ບໍ່ປະໃຫ້ພວກເຂົາຄົງຢູ່ຕໍ່ໄປອີກ. ທຸກລັກສະນະໃນພຣະບັນຍັດແຫ່ງການຄຸ້ມຄອງຂອງເຮົາແມ່ນກ່ຽວຂ້ອງກັບຄວາມທ່ຽງທຳຂອງເຮົາ, ຄວາມສະຫງ່າງາມຂອງເຮົາ. ເຮົາຈະບໍ່ປ່ອຍແມ່ນແຕ່ຄົນດຽວທີ່ຖືກຊາຕານປະຕິບັດເຮັດພາລະກິດ ແຕ່ໂຍນພວກເຂົາພ້ອມກັບຮ່າງກາຍຂອງພວກເຂົາລົງໄປສູ່ແດນມໍລະນາ ຍ້ອນເຮົາກຽດຊັງຊາຕານ. ເຮົາຈະບໍ່ມີທາງປ່ອຍມັນໄປຢ່າງງ່າຍດາຍ ແຕ່ຈະທຳລາຍມັນທັງໝົດ ແລະ ບໍ່ປ່ອຍໃຫ້ມັນມີໂອກາດແມ່ນແຕ່ໜ້ອຍດຽວເພື່ອປະຕິບັດພາລະກິດຂອງມັນ. ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມໃນລະດັບທີ່ແນ່ນອນ (ຄົນເຫຼົ່ານັ້ນທີ່ເປັນຈຸດມຸ້ງໝາຍຂອງຄວາມຈິບຫາຍ) ກໍຈະຖືກລົງໂທດແບບດຽວກັນດ້ວຍການຈັດກຽມທີ່ເຕັມໄປດ້ວຍສະຕິປັນຍາຂອງມືຂອງເຮົາເອງ. ຢ່າຄິດວ່າ ມັນເປັນຍ້ອນຄວາມໂຫດຮ້າຍຂອງຊາຕານ ແຕ່ຈົງຮູ້ໄວ້ວ່າ ເຮົາເປັນພຣະເຈົ້າອົງຊົງລິດທານຸພາບສູງສຸດທີ່ປົກຄອງທຸກສິ່ງທຸກຢ່າງໃນຈັກກະວານ! ຍ້ອນເຮົາ ຈຶ່ງບໍ່ມີບັນຫາທີ່ບໍ່ສາມາດແກ້ໄຂໄດ້ ຢ່າວ່າແຕ່ມີສິ່ງໃດທີ່ບໍ່ສາມາດເຮັດໃຫ້ສຳເລັດໄດ້ ຫຼື ພຣະທຳຂໍ້ໃດທີ່ບໍ່ສາມາດກ່າວໄດ້ເລີຍ. ມະນຸດຕ້ອງບໍ່ປະຕິບັດຕົວເປັນທີ່ປຶກສາຂອງເຮົາ. ຈົ່ງລະໝັດລະວັງທີ່ຈະຖືກມືຂອງເຮົາໂຈມຕີ ແລະ ໂຍນລົງໄປສູ່ແດນມໍລະນາ. ເຮົາບອກເຈົ້າແລ້ວ! ໃນປັດຈຸບັນ ຄົນທີ່ຮ່ວມມືກັບເຮົາຢ່າງເອົາທ່າທີເປັນຄົນທີ່ສະຫຼາດສຸດ ເຊິ່ງຫຼີກລ້ຽງການສູນເສຍ ຫຼົບໜີຈາກຄວາມເຈັບປວດແຫ່ງຄຳພິພາກສາ. ທຸກສິ່ງນີ້ແມ່ນຢູ່ໃນການຈັດກຽມຂອງເຮົາ ການກຳນົດລ່ວງໜ້າຂອງເຮົາ, ຢ່າສະແດງຂໍ້ສັງເກດຢ່າງບໍ່ຮອບຄອບ ໂດຍເວົ້າໂອ້ອວດ ແລະ ຄິດວ່າເຈົ້າເປັນຄົນທີ່ຍິ່ງໃຫຍ່ຫຼາຍ. ມັນບໍ່ແມ່ນຍ້ອນການກຳນົດລ່ວງໜ້າຂອງເຮົາບໍ? ເຈົ້າຜູ້ທີ່ຈະເປັນທີ່ປຶກສາຂອງເຮົາບໍ່ຮູ້ຈັກລະອາຍໃຈເລີຍ! ເຈົ້າບໍ່ຮູ້ຈັກວຸດທິພາວະຂອງເຈົ້າເອງ ເຈົ້າຊ່າງເປັນຄົນຕໍ່າຕ້ອຍທີ່ເປັນຕາເວດທະນາ! ເຖິງຢ່າງນັ້ນກໍຕາມ ເຈົ້າເຮັດຄືກັບມັນເປັນເລື່ອງງ່າຍໆ ແລະ ບໍ່ເຈົ້າໃຈຕົວເຈົ້າເອງ. ຫຼາຍຄັ້ງຫຼາຍຫົນທີ່ພວກເຈົ້າຫັນຫູທີ່ໜວກເພື່ອຟັງພຣະທຳຂອງເຮົາ, ປ່ອຍໃຫ້ຄວາມພຽນພະຍາຍາມຂອງເຮົາເສຍລ້າ ໂດຍບໍ່ຄ່ອຍຈະຄິດວ່າ ມັນຄືພຣະຄຸນ ແລະ ຄວາມກະລຸນາຂອງເຮົາ. ກົງກັນຂ້າມ ເຈົ້າສະແດງຄວາມສະຫຼາດຂອງເຈົ້າເອງຄັ້ງແລ້ວຄັ້ງເລົ່າ. ​ ເຈົ້າຈື່ສິ່ງນີ້ບໍ? ຄົນທີ່ຄິດວ່າພວກເຂົາສະຫຼາດຕ້ອງຮັບການລົງໂທດແບບໃດ? ຍ້ອນບໍ່ສົນໃຈ ແລະ ບໍ່ສັດຊື່ຕໍ່ພຣະທຳຂອງເຮົາ ໂດຍບໍ່ສະຫຼັກພຣະທຳຂອງເຮົາໃສ່ຫົວໃຈຂອງເຈົ້າ ເຈົ້າໃຊ້ຂໍ້ອ້າງຂອງເຮົາເພື່ອເຮັດນີ້ເຮັດນັ້ນ. ຜູ້ເຮັດການຊົ່ວ! ເມື່ອໃດເຈົ້າຈຶ່ງສາມາດຄຳນຶງເຖິງຫົວໃຈຂອງເຮົາຢ່າງເຕັມປ່ຽມ? ເຈົ້າບໍ່ຄຳນຶງເຖິງຫົວໃຈຂອງເຮົາ ແລະ ດ້ວຍເຫດນັ້ນ ການເອີ້ນພວກເຈົ້າວ່າ ຜູ້ເຮັດການຊົ່ວ ກໍບໍ່ແມ່ນການປະຕິບັດຕໍ່ພວກເຈົ້າຢ່າງໂຫດຮ້າຍ. ມັນເໝາະສົມກັບເຈົ້າແທ້ໆ!

ໃນປັດຈຸບັນ ເຮົາສະແດງໃຫ້ພວກເຈົ້າເຫັນເຖິງສິ່ງທີ່ເຄີຍລີ້ລັບເທື່ອລະຢ່າງ. ມັງກອນແດງໃຫຍ່ຖືກໂຍນລົງເຫວເລິກທີ່ບໍ່ມີສິ້ນສຸດ ແລະ ຖືກທຳລາຍແທ້ໆ ຍ້ອນການຮັກສາມັນໄວ້ກໍບໍ່ໄດ້ເປັນປະໂຫຍດຫຍັງເລີຍ ເຊິ່ງໝາຍຄວາມວ່າ ມັນບໍ່ສາມາດເຮັດບໍລິການເພື່ອພຣະຄຣິດ. ຈາກນີ້ຕໍ່ໄປ ຈະບໍ່ມີເລື່ອງລາວຂອງມັງກອນແດງໃຫຍ່ອີກແລ້ວ; ມັນຕ້ອງອ່ອນແອລົງໄປເທື່ອລະໜ້ອຍຈົນບໍ່ເຫຼືອຫຍັງ. ເຮົາເຮັດໃນສິ່ງທີ່ເຮົາກ່າວອອກໄປ; ມັນຄືຄວາມສຳເລັດຄົບຖ້ວນຂອງພາລະກິດຂອງເຮົາ. ຈົ່ງກຳຈັດແນວຄິດຂອງມະນຸດ, ທຸກຢ່າງທີ່ເຮົາກ່າວອອກໄປ, ເຮົາໄດ້ເຮັດໃຫ້ສຳເລັດແລ້ວ. ໃຜກໍຕາມທີ່ພະຍາຍາມເປັນຄົນສະຫຼາດກໍກຳລັງນໍາຄວາມທຳລາຍມາສູ່ເຂົາເອງ, ນໍາການດູຖູກມາສູ່ເຂົາເອງ ແລະ ບໍ່ຢາກດຳລົງຊີວິດຢູ່. ສະນັ້ນ ເຮົາຈະເຮັດໃຫ້ເຈົ້າພໍໃຈ ແລະ ຈະບໍ່ເກັບຮັກສາຄົນປະເພດດັ່ງກ່າວຢ່າງແນ່ນອນ. ຈາກນີ້ຕໍ່ໄປ ປະຊາກອນຈະເພີ່ມຂຶ້ນຢ່າງດີເລີດ ໃນຂະນະທີ່ຄົນເຊິ່ງບໍ່ຮ່ວມມືກັບເຮົາຢ່າງເອົາທ່າທີ່ຈະຖືກກຳຈັດອອກໄປຈົນບໍ່ເຫຼືອຫຍັງ. ຄົນທີ່ເຮົາເຫັນດີນໍາແມ່ນຄົນທີ່ເຮົາຈະເຮັດໃຫ້ສົມບູນ. ເຮົາຈະບໍ່ໂຍນຖິ້ມແມ່ນແຕ່ຄົນດຽວ. ບໍ່ມີຂໍ້ໂຕ້ແຍ້ງໃນສິ່ງທີ່ເຮົາກ່າວອອກໄປ. ຄົນເຫຼົ່ານັ້ນທີ່ບໍ່ຮ່ວມມືກັບເຮົາຢ່າງເອົາທ່າທີ່ຈະທົນທຸກກັບການຕີສອນ ແຕ່ໃນທີ່ສຸດ ເຮົາຈະຊ່ວຍພວກເຂົາໃຫ້ລອດພົ້ນຢ່າງແນ່ນອນ ແຕ່ໃນເວລານັ້ນ ຂອບເຂດຂອງຊີວິດຂອງພວກເຂົາກໍຈະແຕກຕ່າງພໍສົມຄວນ. ເຈົ້າຕ້ອງການເປັນຄົນແບບນັ້ນບໍ? ຈົ່ງລຸກຂຶ້ນ ແລະ ຮ່ວມມືກັບເຮົາ! ເຮົາຈະບໍ່ປະຕິບັດຢ່າງບໍ່ຍຸຕິທຳກັບຄົນທີ່ເສຍສະຫຼະຕົນເອງເພື່ອເຮົາຢ່າງຈິງໃຈ. ສຳລັບຄົນທີ່ອຸທິດພວກເຂົາເອງໃຫ້ກັບເຮົາຢ່າງຈິງໃຈ ເຮົາຈະປະທານການອວຍພອນທຸກຢ່າງຂອງເຮົາໃຫ້ເຈົ້າ. ຈົ່ງຖວາຍຕົວເຈົ້າເອງໃຫ້ກັບເຮົາທັງໝົດ! ສິ່ງທີ່ເຈົ້າກິນ, ສິ່ງທີ່ເຈົ້ານຸ່ງ ແລະ ອະນາຄົດຂອງເຈົ້າທັງໝົດຢູ່ໃນກຳມືຂອງເຮົາ, ເຮົາຈະຈັດກຽມມັນທັງໝົດຢ່າງເໝາະສົມສຳລັບຄວາມສຸກເພີດເພີນທີ່ບໍ່ມີທາງສິ້ນສຸດ ແລະ ບໍ່ຮູ້ຈັກໝົດຂອງເຈົ້າ, ຍ້ອນເຮົາໄດ້ກ່າວວ່າ “ສຳລັບຄົນທີ່ເສຍສະຫຼະເພື່ອເຮົາຢ່າງຈິງໃຈ, ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍແນ່ນອນ.” ການອວຍພອນທັງໝົດມາເຖິງທຸກໆຄົນທີ່ເສຍສະຫຼະຕົວເຂົາເອງເພື່ອເຮົາ.

​ກ່ອນ​ນີ້ :ບົດທີ 69

ຕໍ່​ໄປ:ບົດທີ 71

ເນື່ອຫາທີ່ກ່ຽວຂ້ອງ