ພາກພະໜວກ 3: ມະນຸດພຽງແຕ່ສາມາດໄດ້ຮັບຄວາມລອດພົ້ນທ່າມກາງການຄຸ້ມຄອງຂອງພຣະເຈົ້າເທົ່ານັ້ນ
ໃນສາຍຕາຂອງທຸກຄົນ, ການຄຸ້ມຄອງຂອງພຣະເຈົ້າເປັນສິ່ງທີ່ບໍ່ຄຸ້ນເຄີຍຫຼາຍ ຍ້ອນຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າຖືກກຳຈັດອອກຈາກພວກເຂົາຢ່າງສິ້ນເຊີງ. ຜູ້ຄົນຄິດວ່າການຄຸ້ມຄອງຂອງພຣະເຈົ້າເປັນພາລະກິດຂອງພຣະອົງເທົ່ານັ້ນ ແລະ ເປັນທຸລະຂອງພຣະເຈົ້າເທົ່ານັ້ນ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງບໍ່ສົນໃຈຕໍ່ການຄຸ້ມຄອງຂອງພຣະອົງ. ດ້ວຍເຫດນີ້, ຄວາມລອດພົ້ນຂອງມະນຸດຈຶ່ງກາຍເປັນຄວາມບໍ່ແຈ່ມແຈ້ງ ແລະ ຄວາມບໍ່ຊັດເຈນ ແລະ ຕອນນີ້ບໍ່ມີຫຍັງນອກຈາກວາທະສາດທີ່ວ່າງເປົ່າ. ເຖິງແມ່ນວ່າມະນຸດຕິດຕາມພຣະເຈົ້າເພື່ອຮັບເອົາຄວາມລອດພົ້ນ ແລະ ເຂົ້າສູ່ຈຸດໝາຍປາຍທາງທີ່ອັດສະຈັນ, ເຂົາບໍ່ໄດ້ກັງວົນກ່ຽວກັບວິທີທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ. ມະນຸດບໍ່ສົນໃຈໃນສິ່ງທີ່ພຣະເຈົ້າໄດ້ວາງແຜນ ຫຼື ໃນພາກສ່ວນທີ່ເຂົາຕ້ອງປະຕິບັດເພື່ອຈະໄດ້ລອດພົ້ນ. ສິ່ງນີ້ຈັ່ງແມ່ນໜ້າເສົ້າໃຈແທ້ເດ! ຄວາມລອດພົ້ນຂອງມະນຸດບໍ່ສາມາດຖືກແຍກອອກຈາກການຄຸ້ມຄອງຂອງພຣະເຈົ້າ ຫຼື ບໍ່ສາມາກຖືກແຍກອອກຈາກແຜນການຂອງພຣະອົງ. ແຕ່ເຖິງຢ່າງນັ້ນກໍຕາມ, ມະນຸດບໍ່ຄິດຫຍັງກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງໄດ້ຫ່າງເຫີນຈາກພຣະອົງຫຼາຍຂຶ້ນ. ສິ່ງນີ້ເຮັດໃຫ້ຜູ້ຄົນຈຳນວນເພີ່ມຂຶ້ນ ທີ່ບໍ່ຮູ້ຫຍັງຈັກຢ່າງກ່ຽວກັບບັນຫານີ້ ເຊິ່ງເຊື່ອມໂຍງຢ່າງໃກ້ຊິດກັບຄຳຖາມແຫ່ງຄວາມລອດພົ້ນ ເຊັ່ນ: ການສ້າງແມ່ນຫຍັງ, ການເຊື່ອໃນພຣະເຈົ້າແມ່ນຫຍັງ, ວິທີນະມັດສະການພຣະເຈົ້າ ແລະ ອື່ນໆອີກ, ເພື່ອກາຍເປັນສ່ວນໜຶ່ງຂອງຜູ້ຕິດຕາມຂອງພຣະອົງ. ແຕ່ນີ້ຕໍ່ໄປ, ໃນຕອນນີ້ ພວກເຮົາຕ້ອງໄດ້ສົນທະນາກັນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ ເພື່ອວ່າຜູ້ຕິດຕາມພຣະອົງແຕ່ລະຄົນຈະເຂົ້າໃຈຢ່າງຊັດເຈນເຖິງຄວາມໝາຍອັນສໍາຄັນຂອງການຕິດຕາມ ແລະ ການເຊື່ອໃນພຣະອົງ. ການເຮັດແບບນີ້ຈະຊ່ວຍໃຫ້ແຕ່ລະຄົນເລືອກເສັ້ນທາງທີ່ພວກເຂົາຄວນເດີນຢ່າງຖືກຕ້ອງຫຼາຍຂຶ້ນ, ແທນທີ່ຈະຕິດຕາມພຣະເຈົ້າເພື່ອຮັບພອນເທົ່ານັ້ນ ຫຼື ຫຼີກລ່ຽງໄພພິບັດ ຫຼື ຢູ່ຢືນຢ່າງໂດດເດັ່ນທ່າມກາງຄົນອື່ນໆ.
ເຖິງແມ່ນວ່າ ການຄຸ້ມຄອງຂອງພຣະເຈົ້າເລິກເຊິ່ງ, ມັນກໍບໍ່ໄດ້ເກີນຄວາມເຂົ້າໃຈຂອງມະນຸດ. ນີ້ກໍຍ້ອນວ່າພາລະກິດທັງໝົດຂອງພຣະເຈົ້າເຊື່ອມໂຍງກັບການຄຸ້ມຄອງຂອງພຣະອົງ ແລະ ພາລະກິດຂອງພຣະອົງເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ກ່ຽວຂ້ອງກັບຊີວິດ, ການດຳລົງຊີວິດ ແລະ ຈຸດໝາຍປາຍທາງຂອງມະນຸດຊາດ. ພາລະກິດທີ່ພຣະເຈົ້າກະທໍາໃນທ່າມກາງມະນຸດ ແລະ ຕໍ່ມະນຸດ ແມ່ນສາມາດເວົ້າໄດ້ວ່າ ມີຄວາມເປັນຈິງ ແລະ ມີຄວາມໝາຍຫຼາຍ. ມະນຸດສາມາດເບິ່ງເຫັນ ແລະ ຜະເຊີນກັບພາລະກິດນັ້ນໄດ້ ແລະ ມັນຢູ່ຫ່າງໄກຈາກສິ່ງທີ່ເປັນທິດສະດີ. ຖ້າມະນຸດບໍ່ສາມາດຮັບເອົາທຸກພາລະກິດທີ່ພຣະເຈົ້າກະທໍາ ແລ້ວແມ່ນຫຍັງຄືຄວາມໝາຍຂອງພາລະກິດຂອງພຣະອົງ? ແລ້ວການຄຸ້ມຄອງດັ່ງກ່າວຈະສາມາດນໍາພາໄປສູ່ຄວາມລອດພົ້ນຂອງມະນຸດໄດ້ແນວໃດ? ຫຼາຍຄົນທີ່ຕິດຕາມພຣະເຈົ້າພຽງສົນໃຈໃນວິທີການຮັບພອນ ຫຼື ກຳຈັດໄພພິບັດ. ທັນທີທີ່ກ່າວເຖິງພາລະກິດ ແລະ ການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາພາກັນມິດງຽບ ແລະ ບໍ່ສົນໃຈຫຍັງທັງໝົດ. ພວກເຂົາຄິດວ່າ ການເຂົ້າໃຈບັນຫາທີ່ໜ້າເບື່ອດັ່ງກ່າວຈະບໍ່ຊ່ວຍໃຫ້ຊີວິດຂອງພວກເຂົາຈະເລີນເຕີບໂຕຂຶ້ນ ຫຼື ມີຜົນປະໂຫຍດຫຍັງ. ດ້ວຍເຫດນັ້ນ ເຖິງແມ່ນວ່າ ພວກເຂົາໄດ້ຍິນກ່ຽວກັບການຄຸ້ມຄອງຂອງພຣະເຈົ້າ, ພວກເຂົາກໍສົນໃຈມັນພຽງໜ້ອຍດຽວ. ພວກເຂົາບໍ່ເຫັນວ່າມັນເປັນສິ່ງທີ່ມີຄຸນຄ່າທີ່ຈະຮັບເອົາ ແຮງໄກທີ່ພວກເຂົາຈະຮັບເອົາມັນໃຫ້ກາຍເປັນສ່ວນໜຶ່ງໃນຊີວິດຂອງພວກເຂົາ. ຜູ້ຄົນດັ່ງກ່າວມີພຽງຈຸດປະສົງໜຶ່ງດຽວໃນການຕິດຕາມພຣະເຈົ້າ ແລະ ຈຸດປະສົງນັ້ນກໍຄືການຮັບພອນ. ຜູ້ຄົນດັ່ງກ່າວບໍ່ສາມາດໃສ່ໃຈກັບສິ່ງອື່ນໃດທີ່ບໍ່ພົວພັນກັບຈຸດປະສົງນີ້ໂດຍກົງ. ສໍາລັບພວກເຂົາແລ້ວ, ບໍ່ມີເປົ້າໝາຍໃດທີ່ຖືກຕ້ອງເກີນກວ່າການເຊື່ອໃນພຣະເຈົ້າເພື່ອການຮັບພອນ, ມັນເປັນຄຸນຄ່າທີ່ແທ້ຈິງແຫ່ງຄວາມເຊື່ອຂອງພວກເຂົາ. ຖ້າມີສິ່ງໃດໜຶ່ງບໍ່ໄດ້ປະກອບສ່ວນໃນເປົ້າໝາຍນີ້, ພວກເຂົາກໍຈະບໍ່ໄດ້ຮັບການດົນບັນດານຈາກມັນທັງສິ້ນ. ນີ້ຄືກໍລະນີຂອງຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າໃນປັດຈຸບັນ. ເປົ້າໝາຍ ແລະ ເຈດຕະນາຂອງພວກເຂົາເບິ່ງຄືວ່າຖືກຕ້ອງ ຍ້ອນວ່າໃນຂະນະທີ່ພວກເຂົາເຊື່ອໃນພຣະເຈົ້າ ພວກເຂົາຍັງເສຍສະຫຼະເພື່ອພຣະເຈົ້າ, ອຸທິດຕົນຕໍ່ພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງພວກເຂົາ. ພວກເຂົາຍອມສະລະຄວາມໜຸ່ມຂອງພວກເຂົາ, ປະຖິ້ມຄອບຄົວ ແລະ ອາຊີບ ແລະ ເຖິງກັບໃຊ້ເວລາຫຼາຍປີອອກຈາກເຮືອນເພື່ອເຮັດໃຫ້ຕົນເອງຫຍຸ້ງ. ເພື່ອເຫັນແກ່ເປົ້າໝາຍອັນສູງສຸດຂອງພວກເຂົາ, ພວກເຂົາປ່ຽນຄວາມສົນໃຈຂອງພວກເຂົາເອງ, ມຸມມອງກ່ຽວກັບຊີວິດຂອງພວກເຂົາ ແລະ ເຖິງກັບປ່ຽນທິດທາງທີ່ພວກເຂົາສະແຫວງຫາ; ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍບໍ່ສາມາດປ່ຽນແປງຈຸດປະສົງແຫ່ງຄວາມເຊື່ອຂອງພວກເຂົາໃນພຣະເຈົ້າໄດ້. ພວກເຂົາວຸ້ນວາຍຫາການຄຸ້ມຄອງອຸດົມຄະຕິຂອງພວກເຂົາເອງ; ບໍ່ວ່າຫົນທາງຈະຍາວໄກພຽງໃດ ແລະ ບໍ່ວ່າລະຫວ່າງທາງຈະມີຄວາມລໍາບາກ ແລະ ອຸປະສັກຫຼາຍພຽງໃດກໍຕາມ ພວກເຂົາກໍບໍ່ຍອມຖອຍ ແລະ ບໍ່ຢ້ານຄວາມຕາຍ. ອໍານາດຫຍັງທີ່ເຮັດໃຫ້ພວກເຂົາສືບຕໍ່ອຸທິດຕົນໃນລັກສະນະນີ້? ມັນແມ່ນຄວາມສໍານຶກຂອງພວກເຂົາບໍ? ມັນແມ່ນລັກສະນະທີ່ຍິ່ງໃຫຍ່ ແລະ ສູງສົ່ງຂອງພວກເຂົາບໍ? ມັນແມ່ນຄວາມຕັ້ງໃຈເພື່ອຕໍ່ສູ້ກັບກອງກຳລັງຊົ່ວຮ້າຍຈົນເຖິງທີ່ສຸດບໍ? ມັນແມ່ນຄວາມສັດທາຂອງພວກເຂົາທີ່ຈະເປັນພະຍານໃຫ້ກັບພຣະເຈົ້າໂດຍບໍ່ຫວັງຜົນຕອບແທນບໍ? ມັນແມ່ນຄວາມຊື່ສັດຂອງພວກເຂົາທີ່ຈະເຕັມໃຈສະຫຼະທຸກສິ່ງເພື່ອບັນລຸຄວາມປະສົງຂອງພຣະເຈົ້າບໍ? ຫຼື ມັນແມ່ນຈິດວິນຍານແຫ່ງການອຸທິດຕົນ ທີ່ຍອມປະຖິ້ມຄວາມຕ້ອງການສ່ວນຕົວທີ່ເກີນຂອບເຂດບໍ? ສໍາລັບຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າທີ່ມອບຢ່າງຫຼວງຫຼາຍຂະໜາດນັ້ນ ກໍຖືວ່າເປັນສິ່ງມະຫັດສະຈັນ ໄດ້ຂ້ອນຂ້າງງ່າຍ! ສໍາລັບຊ່ວງເວລານີ້, ໃຫ້ພວກເຮົາບໍ່ສົນທະນາກັນກ່ຽວກັບວິທີທີ່ຜູ້ຄົນເຫຼົ່ານີ້ໄດ້ມອບ. ເຖິງຢ່າງໃດກໍຕາມ, ພຶດຕິກໍາຂອງພວກເຂົາແມ່ນສົມຄວນເປັນຢ່າງສູງແກ່ການວິເຄາະຂອງພວກເຮົາ. ນອກຈາກຜົນປະໂຫຍດທີ່ກ່ຽວພັນກັບພວກເຂົາຢ່າງໃກ້ຊິດແລ້ວ, ຍັງຈະມີເຫດຜົນໃດອີກທີ່ຜູ້ຄົນທີ່ບໍ່ເຄີຍເຂົ້າໃຈພຣະເຈົ້າ ຈະມອບໃຫ້ແກ່ພຣະອົງຫຼາຍຂະໜາດນັ້ນ? ໃນນີ້ ພວກເຮົາກໍຄົ້ນພົບບັນຫາທີ່ບໍ່ໄດ້ລະບຸມາກ່ອນ: ຄວາມສໍາພັນຂອງມະນຸດກັບພຣະເຈົ້າເປັນພຽງຜົນປະໂຫຍດສ່ວນຕົວທົ່ວໆໄປເທົ່ານັ້ນ. ມັນເປັນຄວາມສໍາພັນລະຫວ່າງຜູ້ຮັບ ແລະ ຜູ້ໃຫ້ພອນ. ເວົ້າງ່າຍໆກໍຄື ມັນຄ້າຍຄືຄວາມສໍາພັນລະຫວ່າງພະນັກງານ ແລະ ນາຍຈ້າງ. ພະນັກງານເຮັດວຽກເພື່ອໄດ້ຮັບລາງວັນທີ່ນາຍຈ້າງປະທານໃຫ້. ບໍ່ມີຄວາມຮັກໄຄ່ໃນຄວາມສຳພັນດັ່ງກ່າວ, ມີພຽງແຕ່ການຕິດຕໍ່ທາງທຸລະກິດ. ບໍ່ມີການຮັກ ຫຼື ການບໍ່ຖືກຮັກ, ມີພຽງການກຸສົນ ແລະ ຄວາມເມດຕາ. ບໍ່ມີຄວາມເຂົ້າໃຈ, ມີແຕ່ຄວາມໂກດແຄ້ນທີ່ຖືກປາບປາມ ແລະ ການຫຼອກລວງເທົ່ານັ້ນ. ບໍ່ມີຄວາມສະໜິດສະໜົມ, ມີແຕ່ອ່າວທະເລທີ່ບໍ່ສາມາດຂ້າມຜ່ານໄດ້. ບັດນີ້ເມື່ອສິ່ງຕ່າງໆໄດ້ມາເຖິງຈຸດນີ້ແລ້ວ, ຜູ້ໃດຈະສາມາດປີ້ນກັບເສັ້ນທາງດັ່ງກ່າວໄດ້? ແລ້ວມີຈັກຄົນທີ່ສາມາດເຂົ້າໃຈວ່າ ຄວາມສໍາພັນແບບນີ້ໄດ້ຊົ່ວຮ້າຍຫຼາຍສໍ່າໃດ? ເຮົາເຊື່ອວ່າເມື່ອຜູ້ຄົນເຮັດໃຫ້ຕົນເອງຈົມປັກຢູ່ກັບຄວາມສຸກໃນການຮັບພອນ, ບໍ່ມີໃຜສາມາດຈິນຕະນາການໄດ້ວ່າ ຄວາມສຳພັນດັ່ງກ່າວກັບພຣະເຈົ້າເປັນຕາອັບອາຍ ແລະ ເປັນຕາລັງກຽດພຽງໃດ.
ສິ່ງທີ່ໜ້າເສົ້າໃຈທີ່ສຸດກ່ຽວກັບຄວາມເຊື່ອໃນພຣະເຈົ້າກໍຄື ມະນຸດດໍາເນີນການຄຸ້ມຄອງຂອງເຂົາເອງໃນທ່າມກາງພາລະກິດຂອງພຣະເຈົ້າ ແລະ ບໍ່ສົນໃຈກັບການຄຸ້ມຄອງຂອງພຣະເຈົ້າ. ຄວາມລົ້ມເຫຼວຢ່າງໃຫຍ່ຫຼວງຂອງມະນຸດແມ່ນນອນຢູ່ກັບວິທີທີ່ມະນຸດສ້າງຈຸດໝາຍປາຍທາງຕາມອຸດົມຄະຕິຂອງເຂົາເອງ ແລະ ວາງແຜນຫາວິທີທີ່ຈະຮັບພອນອັນຍິ່ງໃຫຍ່ທີ່ສຸດ ແລະ ຈຸດໝາຍປາຍທາງທີ່ດີທີ່ສຸດ ໃນເວລາດຽວກັນກັບທີ່ສະແຫວງຫາເພື່ອຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ນະມັດສະການພຣະອົງ. ເຖິງແມ່ນຄົນໆໜຶ່ງຈະເຂົ້າໃຈວ່າ ພວກເຂົາເປັນຕາສັງເວດ, ໜ້າລັງກຽດ ແລະ ໜ້າເວດທະນາພຽງໃດ, ມີຈັກຄົນພ້ອມທີ່ຈະສາມາດປະຖິ້ມອຸດົມຄະຕິ ແລະ ຄວາມຫວັງຂອງຂອງພວກເຂົາ? ແລ້ວຜູ້ໃດສາມາດຢຸດບາດກ້າວຂອງພວກເຂົາເອງ ແລະ ຢຸດຄິດພຽງແຕ່ຜົນປະໂຫຍດຂອງຕົນເອງ? ພຣະເຈົ້າຕ້ອງການຜູ້ຄົນທີ່ຈະຮ່ວມມືກັບພຣະອົງຢ່າງໃກ້ຊິດເພື່ອສໍາເລັດການຄຸ້ມຄອງຂອງພຣະອົງ. ພຣະອົງຕ້ອງການຄົນທີ່ຈະຍອມຕໍ່ພຣະອົງໂດຍການອຸທິດຄວາມຄິດ ແລະ ຮ່າງກາຍທັງໝົດຂອງພວກເຂົາໃຫ້ກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພຣະອົງບໍ່ຕ້ອງການຜູ້ຄົນທີ່ແບມືຂໍທານຈາກພຣະອົງທຸກວັນ, ແຮງໄກທີ່ຈະຕ້ອງການຄົນທີ່ໃຫ້ໜ້ອຍດຽວ ແລະ ຫຼັງຈາກນັ້ນກໍລໍຖ້າຮັບເອົາລາງວັນ. ພຣະເຈົ້າກຽດຊັງຄົນທີ່ປະກອບສ່ວນພຽງໜ້ອຍດຽວ ແລະ ຫຼັງຈາກນັ້ນກໍນອນຢູ່ກັບກຽດຕິຍົດຂອງພວກເຂົາ. ພຣະເຈົ້າກຽດຊັງຜູ້ຄົນເລືອດເຢັນເຫຼົ່ານີ້ທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ມີແຕ່ຢາກເວົ້າກ່ຽວກັບການໄປສະຫວັນ ແລະ ການຮັບພອນ. ພຣະອົງມີຄວາມກຽດຊັງທີ່ຫຼາຍຂຶ້ນສຳລັບຄົນທີ່ສວຍໂອກາດທີ່ຖືກນຳສະເໜີໂດຍພາລະກິດທີ່ພຣະອົງປະຕິບັດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ນັ້ນກໍຍ້ອນວ່າ ຜູ້ຄົນເຫຼົ່ານີ້ບໍ່ເຄີຍສົນໃຈໃນສິ່ງທີ່ພຣະເຈົ້າປາຖະໜາຈະບັນລຸ ແລະ ໄດ້ຮັບຜ່ານພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ. ພວກເຂົາພຽງເປັນຫ່ວງກັບວິທີທີ່ພວກເຂົາສາມາດໃຊ້ໂອກາດທີ່ສະໜອງໃຫ້ໂດຍພາລະກິດຂອງພຣະເຈົ້າເພື່ອການຮັບພອນ. ພວກເຂົາບໍ່ສົນໃຈຫົວໃຈຂອງພຣະເຈົ້າ, ໝົກມຸ້ນຢູ່ກັບເລື່ອງອະນາຄົດ ແລະ ຊະຕາກໍາຂອງພວກເຂົາເອງທັງສິ້ນ. ຄົນທີ່ບໍ່ພໍໃຈກັບພາລະກິດແຫ່ງການຄຸ້ມຄອງຂອງເຈົ້າ ແລະ ບໍ່ເຄີຍສົນໃຈແມ່ນແຕ່ໜ້ອຍດຽວໃນວິທີທີ່ພຣະເຈົ້າຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ຄວາມປະສົງຂອງພຣະອົງ ແມ່ນລ້ວນແລ້ວແຕ່ເຮັດໃນສິ່ງທີ່ເຮັດໃຫ້ພວກເຂົາເອງພໍໃຈ ໃນລັກສະນະທີ່ບໍ່ກ່ຽວຂ້ອງກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າ. ພຶດຕິກຳຂອງພວກເຂົາບໍ່ໄດ້ຖືກຈົດຈໍາ ຫຼື ເຫັນດີເຫັນພ້ອມໂດຍພຣະເຈົ້າ, ແຮງໄກທີ່ພຣະອົງຈະເບິ່ງພຶດຕິກຳນັ້ນຢ່າງເພິ່ງພໍໃຈ.
ໃນຈັກກະວານອັນກວ້າງໃຫຍ່ໄພສານ ແລະ ທ້ອງຟ້າ, ສິ່ງມີຊີວິດຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນໄດ້ດໍາລົງຊີວິດ ແລະ ຂະຫຍາຍພັນ, ປະຕິບັດຕາມກົດເກນແຫ່ງຊີວິດທີ່ໝູນວຽນໄປມາ ແລະ ຍຶດໝັ້ນກັບກົດລະບຽບໜຶ່ງຢ່າງທີ່ບໍ່ເຄີຍປ່ຽນແປງ. ຜູ້ທີ່ຕາຍກໍຕາຍໄປພ້ອມເລື່ອງລາວຂອງການດຳລົງຊີວິດ ແລະ ຜູ້ທີ່ຍັງດຳລົງຊີວິດເຮັດຊໍ້າຮອຍປະຫວັດສາດທີ່ເປັນຕາສະລົດໃຈແບບດຽວກັນກັບຄົນທີ່ຈິບຫາຍ. ແລ້ວດ້ວຍເຫດນັ້ນ ມະນຸດຊາດຈຶ່ງບໍ່ສາມາດເຮັດຫຍັງໄດ້ ນອກຈາກຖາມຕົນເອງວ່າ: ເປັນຫຍັງພວກເຮົາຈຶ່ງມີຊີວິດ? ແລ້ວເປັນຫຍັງພວກເຮົາຕ້ອງຕາຍ? ແມ່ນໃຜບັນຊາການໂລກນີ້? ແມ່ນໃຜສ້າງມະນຸດຊາດນີ້? ມະນຸດຊາດຖືກສ້າງຂຶ້ນໂດຍແມ່ນທໍາມະຊາດແທ້ໆບໍ? ມະນຸດຊາດຄວບຄຸມຊະຕາກໍາຂອງເຂົາເອງແທ້ໆບໍ? ... ສິ່ງເຫຼົ່ານີ້ແມ່ນຄຳຖາມທີ່ມະນຸດຊາດໄດ້ຖາມໂດຍບໍ່ສິ້ນສຸດເປັນເວລາຫຼາຍພັນປີ. ໜ້າເສຍດາຍ ຍິ່ງມະນຸດໝົກມຸ້ນກັບຄໍາຖາມເຫຼົ່ານີ້ຫຼາຍເທົ່າໃດ, ເຂົາຍິ່ງເລີ່ມມີຄວາມກະຫາຍຫາວິທະຍາສາດຫຼາຍເທົ່ານັ້ນ. ວິທະຍາສາດສະໜອງຄວາມພໍໃຈສັ້ນໆ ແລະ ຄວາມສຸກໃຈຂອງຮ່າງກາຍພຽງຊົ່ວຄາວ, ແຕ່ບໍ່ພຽງພໍທີ່ຈະປົດປ່ອຍມະນຸດຈາກຄວາມເປົ່າປ່ຽວ, ຄວາມໂດດດ່ຽວ, ຄວາມຢ້ານກົວທີ່ຍາກຈະປົກປິດ ແລະ ຄວາມໝົດຫວັງທີ່ຝັງເລິກຢູ່ພາຍໃນວິນຍານຂອງເຂົາ. ມະນຸດຊາດພຽງໃຊ້ຄວາມຮູ້ທາງດ້ານວິທະຍາສາດທີ່ເຂົາສາມາດເບິ່ງເຫັນດ້ວຍຕາເປົ່າຂອງເຂົາ ແລະ ເຂົ້າໃຈດ້ວຍມັນສະໝອງຂອງເຂົາເພື່ອປອບໃຈຂອງເຂົາ. ແຕ່ຄວາມຮູ້ດ້ານວິທະຍາສາດດັ່ງກ່າວບໍ່ພຽງພໍທີ່ຈະຢຸດມະນຸດຈາກການຄົ້ນຄວ້າຄວາມລຶກລັບໄດ້. ມະນຸດຊາດບໍ່ຮູ້ຈັກແທ້ໆວ່າໃຜເປັນຜູ້ປົກຄອງຈັກກະວານ ແລະ ສິ່ງທັງປວງ, ແຮງໄກທີ່ພວກເຂົາຈະຮູ້ຈັກການເລີ່ມຕົ້ນ ແລະ ອະນາຄົດຂອງມະນຸດຊາດ. ມະນຸດພຽງແຕ່ໃຊ້ຊີວິດ, ດ້ວຍຄວາມຈໍາເປັນໃນທ່າມກາງກົດເກນນີ້. ບໍ່ມີໃຜສາມາດຫຼົບໜີກົດເກນນີ້ ແລະ ບໍ່ມີໃຜສາມາດປ່ຽນແປງມັນໄດ້ ເພາະວ່າໃນທ່າມກາງສິ່ງທັງປວງ ແລະ ໃນສະຫວັນ ແມ່ນມີພຣະເຈົ້າອົງດຽວຈາກນິດນິລັນສູ່ນິລັນດອນ ຜູ້ທີ່ມີອໍານາດອະທິປະໄຕເໜືອທຸກສິ່ງ. ພຣະອົງເປັນຜູ້ທີ່ມະນຸດບໍ່ເຄີຍເຫັນຈັກເທື່ອ, ເປັນຜູ້ທີ່ມະນຸດບໍ່ເຄີຍຮູ້ຈັກ, ເປັນຜູ້ທີ່ມະນຸດບໍ່ເຄີຍເຊື່ອໃນການເປັນຢູ່ຂອງພຣະອົງ, ພຣະອົງກໍເປັນຜູ້ທີ່ສູບລົມຫາຍໃຈເຂົ້າສູ່ບັນພະບຸລຸດຂອງມະນຸດຊາດ ແລະ ມອບຊີວິດໃຫ້ແກ່ມະນຸດຊາດ. ພຣະອົງຄືຜູ້ທີ່ສະໜອງ ແລະ ລໍ່ລ້ຽງມະນຸດຊາດ ປ່ອຍໃຫ້ເຂົາມີຊີວິດຢູ່; ແລະ ພຣະອົງເປັນຜູ້ທີ່ຊີ້ນໍາມະນຸດຊາດຈົນມາເຖິງທຸກວັນນີ້. ຍິ່ງໄປກວ່ານັ້ນ, ພຣະອົງ ແລະ ພຣະອົງຜູ້ດຽວຄືຜູ້ທີ່ມະນຸດຊາດເພິ່ງພາອາໄສເພື່ອຄວາມຢູ່ລອດ. ພຣະອົງຖືອໍານາດອະທິປະໄຕເໜືອສິ່ງທັງປວງ ແລະ ປົກຄອງທຸກສິ່ງທີ່ມີຊີວິດຢູ່ໃນຈັກກະວານ. ພຣະອົງບັນຊາລະດູການທັງສີ່ ແລະ ພຣະອົງເປັນຜູ້ທີ່ເອີ້ນລົມ, ນໍ້າກ້າມ, ຫິມະ ແລະ ຝົນ. ພຣະອົງນໍາແສງຕາເວັນມາໃຫ້ແກ່ມະນຸດຊາດ ແລະ ນໍາໄປສູ່ກາງຄືນ. ພຣະອົງເປັນຜູ້ທີ່ປັ້ນແຕ່ງສະຫວັນ ແລະ ແຜ່ນດິນໂລກ, ໂດຍມອບພູເຂົາ, ທະເລສາບ ແລະ ແມ່ນໍ້າລໍາທານ ແລະ ສິ່ງທັງປວງທີ່ຢູ່ພາຍໃນພວກມັນໃຫ້ແກ່ມະນຸດ. ການກະທໍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ລິດອຳນາດຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ, ສະຕິປັນຍາຂອງພຣະອົງຢູ່ທົ່ວທຸກຫົນແຫ່ງ ແລະ ສິດອໍານາດຂອງພຣະອົງຢູ່ທຸກຫົນແຫ່ງ. ແຕ່ລະກົດເກນ ແລະ ກົດລະບຽບເຫຼົ່ານີ້ຄືຈຸດສູນລວມຂອງການກະທໍາຂອງພຣະອົງ ແລະ ແຕ່ລະຢ່າງເປີດເຜີຍສະຕິປັນຍາ ແລະ ສິດອໍານາດຂອງພຣະອົງ. ມີໃຜແດ່ທີ່ສາມາດຍົກເວັ້ນຕົນເອງອອກຈາກອໍານາດອະທິປະໄຕຂອງພຣະອົງໄດ້? ແລ້ວໃຜສາມາດຍົກເວັ້ນຕົນເອງອອກຈາກການອອກແບບຂອງພຣະອົງ? ທຸກສິ່ງມີຊີວິດແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ສິ່ງທັງປວງແມ່ນຢູ່ພາຍໃຕ້ອໍານາດອະທິປະໄຕຂອງພຣະອົງ. ການກະທໍາ ແລະ ລິດອໍານາດຂອງພຣະອົງປ່ອຍໃຫ້ມະນຸດບໍ່ມີທາງເລືອກນອກຈາກຮັບຮູ້ຂໍ້ແທ້ຈິງທີ່ວ່າ ພຣະອົງດໍາລົງຢູ່ແທ້ໆ ແລະ ມີສິດອໍານາດອະທິປະໄຕສິ່ງທັງປວງ. ນອກຈາກພຣະອົງແລ້ວ ບໍ່ມີສິ່ງໃດສາມາດບັນຊາຈັກກະວານໄດ້, ແຮງໄກທີ່ສິ່ງເຫຼົ່ານັ້ນຈະສາມາດສະໜອງໃຫ້ແກ່ມະນຸດຊາດໄດ້. ບໍ່ວ່າເຈົ້າຈະສາມາດຮັບຮູ້ການກະທໍາຂອງພຣະເຈົ້າ ຫຼື ບໍ່ ແລະ ບໍ່ວ່າເຈົ້າຈະເຊື່ອໃນການເປັນຢູ່ຂອງພຣະເຈົ້າ ຫຼື ບໍ່, ບໍ່ມີຂໍ້ສົງໄສເລີຍທີ່ໂຊກຊະຕາຂອງເຈົ້າຖືກກຳນົດໂດຍພຣະເຈົ້າ ແລະ ບໍ່ມີຂໍ້ສົງໄສເລີຍທີ່ພຣະເຈົ້າມີສິດອໍານາດອະທິປະໄຕເໜືອທຸກສິ່ງຢູ່ສະເໝີ. ການເປັນຢູ່ ແລະ ສິດອໍານາດຂອງພຣະອົງບໍ່ໄດ້ຖືກສະແດງບົນຂໍ້ແທ້ຈິງທີ່ວ່າ ສິ່ງເຫຼົ່ານັ້ນຈະຖືກຮັບຮູ້ ແລະ ເຂົ້າໃຈໂດຍມະນຸດ ຫຼື ບໍ່. ພຣະອົງເທົ່ານັ້ນທີ່ຮູ້ຈັກອະດີດ, ປັດຈຸບັນ ແລະ ອະນາຄົດຂອງມະນຸດ ແລະ ມີແຕ່ພຣະອົງເທົ່ານັ້ນທີ່ສາມາດກໍານົດຊະຕາກໍາຂອງມະນຸດຊາດ. ບໍ່ວ່າເຈົ້າຈະສາມາດຍອມຮັບເອົາຄວາມຈິງນີ້ ຫຼື ບໍ່ກໍຕາມ, ມັນຈະໃຊ້ເວລາອີກບໍ່ດົນ ກ່ອນທີ່ມະນຸດຊາດຈະໄດ້ເຫັນທຸກສິ່ງນີ້ດ້ວຍຕາຂອງເຂົາເອງ ແລະ ນີ້ຄືຂໍ້ແທ້ຈິງທີ່ພຣະເຈົ້າຈະນໍາມາໃຫ້ເກີດຂຶ້ນໃນໄວໆນີ້. ມະນຸດຊາດມີຊີວິດ ແລະ ຕາຍຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ມະນຸດມີຊີວິດຢູ່ເພື່ອການຄຸ້ມຄອງຂອງພຣະເຈົ້າ ແລະ ເມື່ອຕາຂອງເຂົາຫຼັບລົງເປັນຄັ້ງສຸດທ້າຍ, ນັ້ນກໍແມ່ນຍ້ອນການຄຸ້ມຄອງນີ້ເຊັ່ນດຽວກັນທີ່ເຮັດໃຫ້ພວກມັນຫຼັບລົງ. ມະນຸດມາ ແລະ ໄປຊໍ້າແລ້ວຊໍ້າອີກ, ຄັ້ງແລ້ວຄັ້ງເລົ່າ. ໂດຍທີ່ບໍ່ມີການຍົກເວັ້ນ, ມັນເປັນສ່ວນທັງໝົດຂອງອຳນາດອະທິປະໄຕ ແລະ ການອອກແບບຂອງພຣະເຈົ້າ. ການຄຸ້ມຄອງຂອງພຣະເຈົ້າແມ່ນບໍ່ເຄີຍສິ້ນສຸດ; ມັນກ້າວໄປຂ້າງໜ້າຊົ່ວນິດນິລັນ. ພຣະອົງຈະເຮັດໃຫ້ມະນຸດຊາດຮັບຮູ້ເຖິງການມີຢູ່ຂອງພຣະອົງ, ໄວ້ວາງໃຈໃນອຳນາດອະທິປະໄຕຂອງພຣະອົງ, ເບິ່ງເຫັນການກະທໍາຂອງພຣະອົງ ແລະ ກັບຄືນສູ່ອານາຈັກຂອງພຣະອົງ. ນີ້ຄືແຜນການຂອງພຣະອົງ ແລະ ເປັນພາລະກິດທີ່ພຣະອົງໄດ້ຄຸ້ມຄອງມາເປັນເວລາຫຼາຍພັນປີ.
ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລີ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາດເວົ້າໄດ້ວ່າ ການທີ່ພຣະເຈົ້າສ້າງສັບພະທຸກສິ່ງນັ້ນແມ່ນເພື່ອມະນຸດ. ຍ້ອນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງກວມເວລາຫຼາຍພັນປີ ແລະ ບໍ່ໄດ້ຖືກເຮັດໃຫ້ສຳເລັດໃນພຽງສ້ຽວນາທີ ຫຼື ວິນາທີ ຫຼື ພຽງພັບຕາ ຫຼື ພາຍໃນປີ ຫຼື ສອງປີເທົ່ານັ້ນ, ພຣະອົງຈຳເປັນຕ້ອງໄດ້ສ້າງສິ່ງຕ່າງໆຫຼາຍຂຶ້ນທີ່ຈໍາເປັນສຳລັບຄວາມຢູ່ລອດຂອງມະນຸດ, ເຊັ່ນ: ດວງຕາເວັນ, ດວງເດືອນ, ທຸກສິ່ງທຸກຢ່າງທີ່ມີຊີວິດ, ອາຫານ ແລະ ສະພາບແວດລ້ອມທີ່ເປັນມິດ. ນີ້ຄືການເລີ່ມຕົ້ນ ແຫ່ງການຄຸ້ມຄອງຂອງພຣະເຈົ້າ.
ຫຼັງຈາກນັ້ນ ພຣະເຈົ້າໄດ້ມອບມະນຸດຊາດໃຫ້ກັບຊາຕານ, ມະນຸດໃຊ້ຊີວິດຢູ່ພາຍໃຕ້ອໍານາດຂອງຊາຕານ ເຊິ່ງພາໄປສູ່ພາລະກິດແຫ່ງຍຸກທໍາອິດຂອງພຣະເຈົ້າເທື່ອລະໜ້ອຍ: ເລື່ອງລາວຂອງຍຸກແຫ່ງພຣະບັນຍັດ... ເປັນເວລາຫຼາຍກວ່າສອງສາມພັນປີໃນລະຫວ່າງຍຸກແຫ່ງພຣະບັນຍັດນັ້ນ, ມະນຸດຊາດລຶ້ງເຄີຍກັບການນໍາພາຂອງຍຸກແຫ່ງພຣະບັນຍັດ ແລະ ຖືເບົາ. ມະນຸດໄດ້ອອກຈາກການເບິ່ງແຍງດູແລຂອງພຣະເຈົ້າເທື່ອລະໜ້ອຍ. ແລ້ວດ້ວຍເຫດນັ້ນ ໃນຂະນະທີ່ປະຕິບັດຕາມພຣະບັນຍັດ ພວກເຂົາຍັງນະມັດສະການຮູບປັ້ນບູຊາ ແລະ ປະຕິບັດການກະທຳທີ່ຊົ່ວຮ້າຍ. ພວກເຂົາປາສະຈາກການປົກປ້ອງຂອງພຣະເຢໂຮວາ ແລະ ພຽງແຕ່ໃຊ້ຊີວິດຂອງພວກເຂົາຕໍ່ໜ້າແທ່ນບູຊາໃນພຣະວິຫານເທົ່ານັ້ນ. ໃນຄວາມຈິງແລ້ວ ພາລະກິດຂອງພຣະເຈົ້າແມ່ນໄດ້ອອກຈາກພວກເຂົາແຕ່ດົນນານແລ້ວ ແລະ ເຖິງແມ່ນວ່າຊາວອິດສະຣາເອນຍັງຕິດຢູ່ກັບພຣະບັນຍັດ ແລະ ກ່າວເຖິງນາມຂອງພຣະເຢໂຮວາ ແລະ ເຖິງກັບເຊື່ອຢ່າງເລິກເຊິ່ງວ່າ ມີແຕ່ພວກເຂົາເທົ່ານັ້ນທີ່ເປັນປະຊາຊົນຂອງພຣະເຢໂຮວາ ແລະ ເປັນຄົນທີ່ຖືກເລືອກຂອງພຣະເຢໂຮວາ, ສະຫງ່າລາສີຂອງພຣະເຈົ້າຈຶ່ງໄດ້ປະຖິ້ມພວກເຂົາໄປແບບງຽບໆແລ້ວ...
ເມື່ອພຣະເຈົ້າກະທໍາພາລະກິດຂອງພຣະອົງ, ພຣະອົງອອກຈາກບ່ອນໜຶ່ງຢ່າງງຽບໆ ແລະ ຄ່ອຍດໍາເນີນພາລະກິດໃໝ່ທີ່ພຣະອົງເລີ່ມຕົ້ນຢູ່ບ່ອນອື່ນ. ນີ້ເບິ່ງຄືວ່າ ເປັນຕາເຫຼືອເຊື່ອສໍາລັບຜູ້ຄົນທີ່ຂາດຄວາມຮູ້ສຶກ. ຜູ້ຄົນມັກຈະເຊີດຊູສິ່ງເກົ່າ ແລະ ຖືວ່າສິ່ງໃໝ່, ບໍ່ຄຸ້ນເຄີຍນັ້ນເປັນສັດຕູ ຫຼື ເຫັນສິ່ງເຫຼົ່ານັ້ນເປັນສິ່ງທີ່ລຳຄານ. ແລ້ວດ້ວຍເຫດນັ້ນ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດໃໝ່ຫຍັງກໍຕາມ ຈາກຕົ້ນຈົນຈົບແລ້ວ ມະນຸດຈະເປັນຄົນສຸດທ້າຍທີ່ຢູ່ທ່າມກາງສິ່ງທັງປວງ ທີ່ຈະຮູ້ຈັກເຖິງສິ່ງນັ້ນ.
ດັ່ງທີ່ເຄີຍເປັນມາ, ຫຼັງຈາກພາລະກິດຂອງພຣະເຢໂຮວາໃນຍຸກແຫ່ງພຣະບັນຍັດ, ພຣະເຈົ້າກໍເລີ່ມຕົ້ນພາລະກິດໃໝ່ຂອງຂັ້ນຕອນທີສອງຂອງພຣະອົງ: ການສະຖິດໃນເນື້ອໜັງ ນັ້ນກໍຄື ການບັງເກີດເປັນມະນຸດເປັນຜູ້ຊາຍເປັນເວລາສິບ ຊາວປີ ແລະ ການກ່າວ ແລະ ການປະຕິບັດພາລະກິດຂອງພຣະອົງໃນທ່າມກາງຜູ້ທີ່ເຊື່ອ. ໂດຍບໍ່ມີຂໍ້ຍົກເວັ້ນ, ບໍ່ມີໃຜຮູ້ ແລະ ມີພຽງຄົນຈໍານວນໜ້ອຍທີ່ຮັບຮູ້ວ່າ ພຣະອົງເປັນພຣະເຈົ້າທີ່ກາຍເປັນເນື້ອໜັງ ຫຼັງຈາກທີ່ພຣະເຢຊູເຈົ້າໄດ້ຖືກຄຶງທີ່ໄມ້ກາງແຂນ ແລະ ຟື້ນຄືນຊີບ. ບັນຫາກໍຄື ປາກົດມີຄົນໜຶ່ງຊື່ ໂປໂລ ທີ່ຕັ້ງຕົນເອງເປັນສັດຕູທາງເນື້ອໜັງກັບພຣະເຈົ້າ. ເຖິງແມ່ນວ່າ ຫຼັງຈາກລາວຖືກຕີໃຫ້ລົ້ມລົງ ແລະ ກາຍມາເປັນອັກຄະສາວົກ, ໂປໂລກໍບໍ່ໄດ້ປ່ຽນທຳມະຊາດເດີມຂອງລາວ ແລະ ລາວໄດ້ສືບຕໍ່ຍ່າງໃນເສັ້ນທາງແຫ່ງການຕໍ່ຕ້ານພຣະເຈົ້າ. ໃນລະຫວ່າງເວລາທີ່ລາວປະຕິບັດພາລະກິດຢູ່ນັ້ນ, ໂປໂລໄດ້ຂຽນຈົດໝາຍຫຼາຍສະບັບ; ໜ້າເສຍດາຍ, ຄົນຮຸ່ນຕໍ່ມາເພີດເພີນກັບຈົດໝາຍຂອງລາວຄືດັ່ງພຣະທໍາຂອງພຣະເຈົ້າ ແລະ ພວກມັນຖືກລວມເຂົ້າໃນພຣະສັນຍາໃໝ່ ແລະ ສັບສົນກັບພຣະທໍາທີ່ພຣະເຈົ້າໄດ້ກ່າວ. ນີ້ເປັນສິ່ງທີ່ອັບອາຍທີ່ສຸດນັບຕັ້ງແຕ່ການກໍາເນີດຂອງພຣະຄໍາພີ! ແລ້ວຄວາມຜິດພາດນີ້ບໍ່ໄດ້ເກີດຂຶ້ນຍ້ອນຄວາມໂງ່ທີ່ສຸດຂອງມະນຸດບໍ? ພວກເຂົາບໍ່ຮູ້ຊໍ້າວ່າ ໃນການບັນທຶກກ່ຽວກັບພາລະກິດຂອງພຣະເຈົ້າໃນຍຸກແຫ່ງພຣະຄຸນນັ້ນ, ຈົດໝາຍ ຫຼື ບົດຂຽນຝ່າຍວິນຍານຂອງມະນຸດບໍ່ຄວນຢູ່ທີ່ນັ້ນແທ້ໆເພື່ອແອບອ້າງເປັນພາລະກິດ ແລະ ພຣະທໍາຂອງພຣະເຈົ້າ. ແຕ່ນີ້ກໍຢູ່ນອກປະເດັນ, ສະນັ້ນ ໃຫ້ພວກເຮົາກັບຄືນສູ່ຫົວຂໍ້ເດີມຂອງພວກເຮົາ. ທັນທີທີ່ຂັ້ນຕອນທີສອງຂອງພາລະກິດຂອງພຣະເຈົ້າຖືກເຮັດໃຫ້ສໍາເລັດລົງ ຫຼັງຈາກການຖືກຄຶງເທິງໄມ້ກາງແຂນ, ພາລະກິດຂອງພຣະເຈົ້າໃນການກອບກູ້ມະນຸດຈາກຄວາມຜິດບາບ (ເຊິ່ງໝາຍຄວາມວ່າ ການກອບກູ້ມະນຸດຈາກມືຂອງຊາຕານ) ແມ່ນໄດ້ສໍາເລັດລົງແລ້ວ. ແລ້ວດ້ວຍເຫດນັ້ນ, ນັບແຕ່ຊ່ວງເວລານັ້ນເປັນຕົ້ນມາ, ມະນຸດຊາດກໍຕ້ອງໄດ້ຍອມຮັບເອົາພຣະເຢຊູເຈົ້າເປັນພຣະຜູ້ຊ່ວຍໃຫ້ລອດພົ້ນ ແລະ ຄວາມຜິດບາບຂອງເຂົາກໍຈະໄດ້ຮັບການອະໄພ. ເວົ້າໂດຍທົ່ວໄປແລ້ວ, ຄວາມຜິດບາບຂອງມະນຸດກໍແມ່ນບໍ່ໄດ້ເປັນອຸປະສັກໃນການທີ່ເຂົາບັນລຸຄວາມລອດພົ້ນຂອງເຂົາ ແລະ ການມາຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ແມ່ນຂໍ້ອ້າງທີ່ຊາຕານໃຊ້ເພື່ອກ່າວໂທດມະນຸດອີກຕໍ່ໄປ. ນັ້ນກໍຍ້ອນພຣະເຈົ້າເອງໄດ້ປະຕິບັດພາລະກິດທີ່ແທ້ຈິງ, ໄດ້ກາຍມາເປັນລັກສະນະ ແລະ ການຊີມລົດຊາດຂອງເນື້ອໜັງທີ່ຜິດບາບ ແລະ ພຣະເຈົ້າເອງກໍເປັນເຄື່ອງຖວາຍແທນຄວາມຜິດບາບ. ໃນລັກສະນະນີ້, ມະນຸດໄດ້ລົງມາຈາກໄມ້ກາງແຂນ ແລະ ຖືກໄຖ່ ແລະ ຖືກຊ່ວຍໃຫ້ລອດພົ້ນຜ່ານທາງເນື້ອໜັງຂອງພຣະເຈົ້າ ເຊິ່ງກໍຄື ລັກສະນະເນື້ອໜັງທີ່ຜິດບາບນີ້. ແລ້ວສະນັ້ນ, ຫຼັງຈາກຖືກຊາຕານຈັບກຸມ, ມະນຸດຈຶ່ງເລີ່ມເຂົ້າໃກ້ການຍອມຮັບເອົາຄວາມລອດພົ້ນຂອງພຣະອົງຢູ່ຕໍ່ໜ້າພຣະເຈົ້າ. ແນ່ນອນ ຂັ້ນຕອນນີ້ຂອງພາລະກິດເລິກເຊິ່ງ ແລະ ມີການພັດທະນາຫຼາຍກວ່າການຄຸ້ມຄອງຂອງພຣະເຈົ້າໃນລະຫວ່າງຍຸກແຫ່ງພຣະບັນຍັດ.
ສິ່ງດັ່ງກ່າວແມ່ນການຄຸ້ມຄອງຂອງພຣະເຈົ້າ: ເພື່ອມອບມະນຸດຊາດໃຫ້ກັບຊາຕານ, ມະນຸດຊາດທີ່ບໍ່ຮູ້ຈັກວ່າພຣະເຈົ້າແມ່ນຫຍັງ, ພຣະຜູ້ສ້າງແມ່ນຫຍັງ, ວິທີການນະມັດສະການພຣະເຈົ້າ ຫຼື ເປັນຫຍັງມັນຈຶ່ງຈຳເປັນທີ່ຕ້ອງອ່ອນນ້ອມຕໍ່ພຣະເຈົ້າ ແລະ ປ່ອຍໃຫ້ຊາຕານເຮັດໃຫ້ເຂົາເສື່ອມຊາມ. ຫຼັງຈາກນັ້ນ ພຣະເຈົ້າກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະກ້າວ ຈົນມະນຸດນະມັດສະການພຣະເຈົ້າຢ່າງສົມບູນ ແລະ ປະຕິເສດຊາຕານ. ນີ້ຄືການຄຸ້ມຄອງຂອງພຣະເຈົ້າ. ນີ້ອາດຟັງຄືນິທານເທບນິຍາຍ ແລະ ມັນອາດເບິ່ງຄືສັບສົນ. ຜູ້ຄົນຮູ້ສຶກວ່າ ນີ້ແມ່ນນິທານເທບນິຍາຍ ຍ້ອນພວກເຂົາບໍ່ຮູ້ຫຍັງເລີຍວ່າ ມີຈັກຢ່າງແນ່ທີ່ເກີດຂຶ້ນກັບມະນຸດຕະຫຼອດເວລາຫຼາຍສອງສາມພັນປີທີ່ຜ່ານມາ ແຮງໄກທີ່ພວກເຂົາຮູ້ວ່າ ມີຈັກເລື່ອງທີ່ເກີດຂຶ້ນໃນຈັກກະວານ ແລະ ທ້ອງຟ້າ. ແລ້ວຍິ່ງໄປກວ່ານັ້ນ, ນັ້ນກໍຍ້ອນວ່າພວກເຂົາບໍ່ສາມາດຊື່ນຊົມໂລກທີ່ອັດສະຈັນຫຼາຍກວ່າ, ເປັນຕາຢ້ານກົວຫຼາຍກວ່ານີ້ ເຊິ່ງມີຢູ່ນອກເໜືອໂລກແຫ່ງວັດຖຸ ແຕ່ເປັນໂລກທີ່ຕາມະນຸດຂອງພວກເຂົາປິດບັງບໍ່ໃຫ້ພວກເຂົາເບິ່ງເຫັນ. ມັນຮູ້ສຶກວ່າເປັນສິ່ງທີ່ບໍ່ສາມາດເຂົ້າໃຈໄດ້ສຳລັບມະນຸດ ຍ້ອນມະນຸດບໍ່ມີຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນແຫ່ງຄວາມລອດພົ້ນຂອງພຣະເຈົ້າສຳລັບມະນຸດ ຫຼື ຄວາມສໍາຄັນຂອງພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ເຂົ້າໃຈໃນວິທີການທີ່ພຣະເຈົ້າປາຖະໜາໃຫ້ມະນຸດຊາດເປັນໃນທີ່ສຸດ. ມັນບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມທັງໝົດ ຄືກັບອາດາມ ແລະ ເອວາບໍ? ບໍ່! ເປົ້າໝາຍແຫ່ງການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອຮັບເອົາກຸ່ມຄົນ ທີ່ນະມັດສະການພຣະເຈົ້າ ແລະ ຍອມອ່ອນນ້ອມຕໍ່ພຣະອົງ. ເຖິງແມ່ນຜູ້ຄົນເຫຼົ່ານີ້ຖືກຊາຕານເຮັດໃຫ້ເສື່ອມຊາມ, ພວກເຂົາກໍບໍ່ເຫັນຊາຕານເປັນພໍ່ຂອງພວກເຂົາອີກຕໍ່ໄປ; ພວກເຂົາຮັບຮູ້ເຖິງໃບໜ້າທີ່ເປັນຕາລັງກຽດຂອງຊາຕານ ແລະ ປະຕິເສດມັນ ແລະ ພວກເຂົາໄດ້ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຍອມຮັບເອົາການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ. ພວກເຂົາມາຮູ້ຈັກສິ່ງທີ່ຂີ້ຮ້າຍ ແລະ ມັນແຕກຕ່າງຈາກສິ່ງທີ່ບໍລິສຸດແນວໃດ ແລະ ຮັບຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມຊົ່ວຮ້າຍຂອງຊາຕານ. ມະນຸດຊາດແບບນີ້ຈະບໍ່ປະຕິບັດພາລະກິດສຳລັບຊາຕານ ຫຼື ນະມັດສະການຊາຕານ ຫຼື ບູຊາຊາຕານ. ນີ້ກໍຍ້ອນວ່າ ພວກເຂົາເປັນກຸ່ມຄົນທີ່ຖືກຮັບເອົາໂດຍພຣະເຈົ້າຢ່າງແທ້ຈິງ. ນີ້ຄືຄວາມສໍາຄັນຂອງພາລະກິດໃນການຄຸ້ມຄອງມະນຸດຊາດຂອງພຣະເຈົ້າ. ໃນລະຫວ່າງພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນເວລານີ້, ມະນຸດຊາດຄືເປັນທັງເປົ້າໝາຍຂອງຄວາມເສື່ອມຊາມຂອງຊາຕານ ແລະ ຄວາມລອດພົ້ນຂອງພຣະເຈົ້າ ແລະ ມະນຸດຄືຜົນທີ່ພຣະເຈົ້າ ແລະ ຊາຕານຕໍ່ສູ້ກັນ. ໃນຂະນະທີ່ພຣະເຈົ້າປະຕິບັດພາລະກິດຂອງພຣະອົງ, ພຣະອົງກໍກອບກູ້ເອົາມະນຸດຈາກມືຂອງຊາຕານເທື່ອລະໜ້ອຍ ແລະ ດ້ວຍເຫດນັ້ນ ມະນຸດຈຶ່ງເຂົ້າມາໃກ້ກັບພຣະເຈົ້າຫຼາຍຂຶ້ນ...
ແລ້ວຫຼັງຈາກນັ້ນຍຸກແຫ່ງລາຊະອານາຈັກກໍມາເຖິງ ເຊິ່ງເປັນຂັ້ນຕອນທີ່ເປັນຈິງຫຼາຍຂຶ້ນຂອງພາລະກິດ ແລະ ເປັນຂັ້ນຕອນທີ່ມະນຸດຍອມຮັບໄດ້ຍາກທີ່ສຸດ. ນັ້ນກໍຍ້ອນຈາກວ່າ ຍິ່ງມະນຸດຄົນນັ້ນມາຢູ່ໃກ້ພຣະເຈົ້າຫຼາຍເທົ່າໃດ ໄມ້ຄ້ອນຂອງພຣະເຈົ້າກໍຍິ່ງເຂົ້າໃກ້ມະນຸດຫຼາຍເທົ່ານັ້ນ ແລະ ໃບຕາຂອງພຣະເຈົ້າກໍຖືກເປີດເຜີຍຢ່າງຊັດເຈນຕໍ່ມະນຸດຫຼາຍສໍ່ານັ້ນ. ພາຍຫຼັງຈາກການໄຖ່ບາບຂອງມະນຸດຊາດ, ມະນຸດໄດ້ກັບຄືນມາຫາຄອບຄົວຂອງພຣະເຈົ້າຢ່າງເປັນທາງການ. ມະນຸດຄິດວ່າຕອນນີ້ຄືເວລາສຳລັບຄວາມເພີດເພີນ ແຕ່ເຂົາກໍຕ້ອງຕົກຢູ່ພາຍໃຕ້ການໂຈມຕີໃນແນວໜ້າຢ່າງສາຫັດໂດຍພຣະເຈົ້າ ເຊິ່ງເປັນການໂຈມຕີທີ່ບໍ່ມີຜູ້ໃດເຄີຍເຫັນມາກ່ອນ: ແຕ່ມັນກາຍເປັນວ່າ ນີ້ຄືການຮັບບັບຕິດສະມາທີ່ປະຊາຊົນຂອງພຣະເຈົ້າຕ້ອງໄດ້ “ເພີດເພີນ”. ພາຍໃຕ້ການປະຕິບັດດັ່ງກ່າວ, ຜູ້ຄົນບໍ່ມີທາງເລືອກ ແຕ່ຕ້ອງໄດ້ຢຸດ ແລະ ຄິດກັບຕົນເອງວ່າ: “ຂ້ານ້ອຍເປັນລູກແກະທີ່ຫຼົງທາງເປັນເວລາຫຼາຍປີ ເຊິ່ງພຣະເຈົ້າໄດ້ເສຍສະຫຼະຫຼາຍຢ່າງເພື່ອຊື້ກັບຄືນ, ແລ້ວເປັນຫຍັງພຣະເຈົ້າຈຶ່ງປະຕິບັດຕໍ່ຂ້ານ້ອຍແບບນີ້? ມັນເປັນວິທີທີ່ພຣະເຈົ້າຫົວຂວັນຂ້ານ້ອຍ ແລະ ເປີດໂປງຂ້ານ້ອຍບໍ? ...” ຫຼັງຈາກຫຼາຍປີຜ່ານໄປ, ມະນຸດໄດ້ກາຍເປັນຄົນທີ່ຜ່ານຮ້ອນຜ່ານໜາວ, ໄດ້ຜະເຊີນກັບຄວາມລຳບາກຂອງການຫຼໍ່ຫຼອມ ແລະ ການຂ້ຽນຕີ. ເຖິງແມ່ນວ່າມະນຸດໄດ້ສູນເສຍ “ສະຫງ່າລາສີ” ແລະ “ຄວາມຮັກ” ໃນເວລາທີ່ຜ່ານໄປ, ເຂົາກໍໄດ້ມາເຂົ້າໃຈຫຼັກການແຫ່ງຄວາມປະພຶດຂອງມະນຸດໂດຍບໍ່ຮູ້ຕົວ ແລະ ໄດ້ມາຊື່ນຊົມປີແຫ່ງການອຸທິດຂອງພຣະເຈົ້າເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ. ມະນຸດເລີ່ມກຽດຊັງຄວາມໂຫດຮ້າຍຂອງເຂົາເອງຢ່າງຊ້າໆ. ເຂົາເລີ່ມຊັງຄວາມໂຫດຮ້າຍທີ່ເຂົາເປັນ, ຄວາມເຂົ້າໃຈຜິດທັງໝົດທີ່ມີຕໍ່ພຣະເຈົ້າ ແລະ ການຮຽກຮ້ອງທີ່ບໍ່ສົມເຫດສົມຜົນທີ່ເຂົາມີຕໍ່ພຣະອົງ. ໂມງບໍ່ສາມາດຫວນຄືນໄດ້. ເຫດການໃນອະດີດກາຍເປັນຄວາມຊົງຈໍາທີ່ໜ້າເສຍດາຍຂອງມະນຸດ ແລະ ພຣະທໍາ ແລະ ຄວາມຮັກຂອງພຣະເຈົ້າກາຍເປັນພະລັງຂັບເຄື່ອນໃນການມີຊີວິດໃໝ່ຂອງມະນຸດ. ບາດແຜຂອງມະນຸດຮັກສາໃຫ້ດີຂຶ້ນໃນແຕ່ລະມື້, ພາລະກໍາລັງຂອງເຂົາໄດ້ກັບຄືນມາ ແລະ ເຂົາລຸກຢືນຂຶ້ນ ແລະ ເງີຍໜ້າເບິ່ງໃບໜ້າຂອງອົງຊົງລິດທານຸພາບສູງສຸດ... ພຽງແຕ່ໄດ້ຄົ້ນພົບວ່າຮອຍຍິ້ມຂອງພຣະອົງ ແລະ ໃບໜ້າທີ່ສວຍງາມຂອງພຣະອົງຍັງມີຊີວິດຊີວາ. ຫົວໃຈຂອງພຣະອົງຍັງເປັນຫ່ວງມະນຸດຊາດທີ່ພຣະອົງສ້າງ ແລະ ມືຂອງພຣະອົງຍັງອົບອຸ່ນ ແລະ ມີພະລັງຄືທີ່ເປັນໃນຕອນເລີ່ມຕົ້ນ. ມັນເປັນຄືດັ່ງວ່າມະນຸດໄດ້ກັບຄືນສູ່ສວນເອເດັນອີກຄັ້ງ ແຕ່ເທື່ອນີ້ມະນຸດບໍ່ໄດ້ເຊື່ອຟັງການລໍ້ລວງຂອງງູອີກຕໍ່ໄປ ແລະ ບໍ່ໄດ້ຫັນໜີຈາກໃບໜ້າຂອງພຣະເຢໂຮວາອີກຕໍ່ໄປ. ມະນຸດຄຸເຂົ່າລົງຕໍ່ໜ້າພຣະເຈົ້າ, ເງີຍໜ້າເບິ່ງໃບໜ້າອັນຍິ້ມແຍ້ມຂອງພຣະເຈົ້າ ແລະ ຖວາຍການເສຍສະຫຼະທີ່ມີຄຸນຄ່າທີ່ສຸດຂອງເຂົາ, ໂອ! ພຣະຜູ້ເປັນເຈົ້າຂອງຂ້ານ້ອຍ ພຣະເຈົ້າຂອງຂ້ານ້ອຍ!
ຄວາມຮັກ ແລະ ຄວາມສົງສານຂອງພຣະເຈົ້າຊືມຜ່ານທຸກລາຍລະອຽດໃນພາລະກິດແຫ່ງການຄຸ້ມຄອງຂອງພຣະອົງ ແລະ ບໍ່ວ່າຜູ້ຄົນຈະສາມາດເຂົ້າໃຈເຈດຕະນາທີ່ດີຂອງພຣະເຈົ້າ ຫຼື ບໍ່, ພຣະອົງຍັງປະຕິບັດພາລະກິດທີ່ພຣະອົງຕັ້ງໃຈກະທໍາໃຫ້ສໍາເລັດຢ່າງບໍ່ອິດເມື່ອຍ. ບໍ່ວ່າຜູ້ຄົນຈະເຂົ້າໃຈກ່ຽວກັບການຄຸ້ມຄອງຂອງພຣະເຈົ້າຫຼາຍສໍ່າໃດກໍຕາມ, ຄວາມຊ່ວຍເຫຼືອ ແລະ ຜົນປະໂຫຍດທີ່ພາລະກິດຂອງພຣະເຈົ້າໄດ້ນໍາມາສູ່ມະນຸດ ແມ່ນສາມາດຊື່ນຊົມໂດຍທຸກຄົນ. ບາງຄັ້ງ, ໃນມື້ນີ້ ເຈົ້າບໍ່ໄດ້ຮູ້ສຶກກັບຄວາມຮັກ ຫຼື ຊີວິດທີ່ພຣະເຈົ້າສະໜອງໃຫ້, ແຕ່ຕາບໃດທີ່ເຈົ້າບໍ່ປະຖິ້ມພຣະເຈົ້າ ແລະ ບໍ່ຍອມແພ້ຕໍ່ຄວາມຕັ້ງໃຈຂອງເຈົ້າທີ່ຈະສະແຫວງຫາຄວາມຈິງ, ມັນກໍຈະມີມື້ທີ່ຮອຍຍິ້ມຂອງພຣະເຈົ້າຈະຖືກເປີດເຜີຍໃຫ້ແກ່ເຈົ້າ. ຍ້ອນວ່າຈຸດປະສົງຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າແມ່ນເພື່ອກອບກູ້ຜູ້ຄົນທີ່ຢູ່ພາຍໃຕ້ອໍານາດຂອງຊາຕານ, ບໍ່ແມ່ນເພື່ອປະຖິ້ມຜູ້ຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ຕໍ່ຕ້ານພຣະເຈົ້າ.
ວັນທີ 23 ກັນຍາ 2005