​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ພາກພະໜວກ:ເບິ່ງການປາກົດຂອງພຣະເຈົ້າໃນການພິພາກສາ ແລະ ການຕີສອນຂອງພຣະອົງ

ຄືກັບຄົນຫຼາຍລ້ານຄົນທີ່ຕິດຕາມພຣະເຢຊູຄຣິດເຈົ້າ, ພວກເຮົາປະຕິບັດຕາມພຣະບັນຍັດ ແລະ ຂໍ້ຄຳສັ່ງຂອງພຣະຄຳພີ, ຮັບພຣະຄຸນທີ່ອຸດົມສົມບູນຂອງພຣະເຢຊູຄຣິດເຈົ້າ ແລະ ເຕົ້າໂຮມກັນ, ອະທິຖານ, ສັນລະເສີນ ແລະ ຮັບໃຊ້ໃນນາມພຣະເຢຊູຄຣິດເຈົ້າ. ພວກເຮົາເຮັດທຸກສິ່ງນີ້ພາຍໃຕ້ການດູແລ ແລະ ການປົກປ້ອງຂອງພຣະຜູ້ເປັນເຈົ້າ. ພວກເຮົາອ່ອນແອຕະຫຼອດ ແລະ ພວກເຮົາກໍເຂັ້ມແຂງຕະຫຼອດເຊັ່ນກັນ. ພວກເຮົາເຊື່ອວ່າການກະທຳຂອງພວກເຮົາທຸກຢ່າງແມ່ນອີງຕາມຄຳສັ່ງສອນຂອງ ພຣະຜູ້ເປັນເຈົ້າ. ເປັນທີ່ຮູ້ຈັກກັນດີຢູ່ແລ້ວ ທີ່ພວກເຮົາເຊື່ອວ່າຕົນເອງໄດ້ຢູ່ໃນເສັ້ນທາງແຫ່ງຄວາມເຊື່ອຟັງຕໍ່ຄວາມປະສົງຂອງພຣະບິດາໃນສະຫວັນ. ພວກເຮົາປາຖະໜາເຖິງການກັບມາຂອງອົງພຣະເຢຊູເຈົ້າ, ເຖິງການລົງມາຢ່າງສະຫງ່າງາມຂອງພຣະອົງ, ເຖິງການສິ້ນສຸດຂອງຊີວິດເຮົາເທິງແຜ່ນດິນໂລກ, ເຖິງການປາກົດຂອງອານາຈັກ ແລະ ເຖິງທຸກໆສິ່ງທີ່ທຳນວາຍໄວ້ໃນພຣະຄຳພີພຣະນິມິດ: ພຣະຜູ້ເປັນເຈົ້າມາເຖິງ, ພຣະອົງນໍາໄພພິບັດ, ພຣະອົງໃຫ້ລາງວັນຄົນທີ່ກະທຳດີ ແລະ ລົງໂທດຄົນທີ່ກະທຳຊົ່ວ; ພຣະອົງຮັບເອົາທຸກຄົນທີ່ຕິດຕາມພຣະອົງ ແລະ ຕ້ອນຮັບການກັບມາຂອງພຣະອົງເພື່ອໄປພົບກັບພຣະອົງໃນທ້ອງຟ້າ. ເມື່ອໃດກໍຕາມທີ່ພວກເຮົາຄິດເຖິງສີ່ງນີ້ ພວກເຮົາບໍ່ສາມາດເຮັດຫຍັງນອກຈາກປົກຄຸມດ້ວຍຄວາມຮູ້ສຶກ ແລະ ເຕັມໄປດ້ວຍຄວາມຊື່ນຊົມຍິນດີທີ່ພວກເຮົາໄດ້ເກີດໃນຍຸກສຸດທ້າຍ ແລະ ໂຊກດີທີ່ໄດ້ເປັນພະຍານການມາຂອງພຣະຜູ້ເປັນເຈົ້າ. ເຖິງແມ່ນວ່າ ພວກເຮົາໄດ້ທົນທຸກຕໍ່ການຂົມເຫັງ ພວກເຮົາກໍໄດ້ “ທີ່ຫຼໍ່ຫຼອມໃຫ້ພວກເຮົາໄດ້ຮັບລັດສະໝີຢ່າງຫຼວງຫຼາຍເກີນຄຳບັນຍາຍ ແລະ ເປັນນິດນິລັນ.” ເປັນການຕອບແທນ. ຊ່າງເປັນພອນປະເສີດແທ້ໆ! ຄວາມປາຖະໜາທັງໝົດນີ້, ພຣະຄຸນທີ່ພຣະຜູ້ເປັນເຈົ້າປະທານໃຫ້, ເຮັດໃຫ້ພວກເຮົາຮ້ອງໄຫ້ຢູ່ກັບການອະທິຖານຕະຫຼອດເວລາ ແລະ ເຮັດໃຫ້ພວກເຮົາດຸໝັ່ນໃນການເຕົ້າໂຮມກັນ. ບາງເທື່ອປີໜ້າ ບາງເທື່ອມື້ອື່ນ ແລະ ອີກຄັ້ງ ບາງເທື່ອຢູ່ໃນໄລຍະເວລາທີ່ສັ້ນເກີນກວ່າທີ່ມະນຸດສາມາດຄິດຂຶ້ນໄດ້, ພຣະຜູ້ເປັນເຈົ້າຈະລົງມາຢ່າງກະທັນຫັນ, ປາກົດຕົວທ່າມກາງກຸ່ມຄົນທີ່ກຳລັງລໍຖ້າພຣະອົງດ້ວຍຄວາມກະວົນກະວາຍໃຈຢ່າງຮ້ອນຮົນ. ພວກເຮົາຟ້າວແຊງໜ້າກັນເອງຂຶ້ນໄປ, ບໍ່ມີໃຜປະສົງທີ່ຈະຕົກໄປຢູ່ຂ້າງຫຼັງ, ເຮັດທຸກສິ່ງກໍເພື່ອໄດ້ຢູ່ໃນກຸ່ມທຳອິດທີ່ຈະເຫັນການປາກົດຂອງພຣະຜູ້ເປັນເຈົ້າ, ຢູ່ທ່າມກາງຄົນທີ່ຈະໄດ້ຮັບການຍົກຂຶ້ນສະຫວັນ. ພວກເຮົາໄດ້ມອບທຸກສິ່ງ, ໂດຍບໍ່ໃສ່ໃຈໃນສິ່ງທີ່ຕ້ອງເສຍໄປ, ເພື່ອການມາເຖິງຂອງມື້ນີ້, ບາງຄົນປະຖິ້ມວຽກງາມຂອງພວກເຂົາ, ບາງຄົນປະຖິ້ມຄອບຄົວຂອງພວກເຂົາ, ບາງຄົນປະຖິ້ມການແຕ່ງດອງ ແລະ ບາງຄົນເຖິງກັບບໍລິຈາກເງິນສະສົມຂອງພວກເຂົາທັງໝົດ. ຊ່າງເປັນການກະທຳແຫ່ງການອຸທິດແບບບໍ່ຄິດເຖິງຕົນເອງແທ້ໆ! ຄວາມຈິງໃຈ ແລະ ຄວາມຊື່ສັດດັ່ງກ່າວຢູ່ເໜືອແມ່ນແຕ່ໄພ່ພົນທີ່ຢູ່ໃນຍຸກອະດີດອີກ! ຍ້ອນພຣະຜູ້ເປັນເຈົ້າປະທານພຣະຄຸນມາຍັງໃຜກໍຕາມທີ່ພຣະອົງພໍໃຈ ແລະ ສະແດງຄວາມເມດຕາມາຍັງໃຜກໍຕາມທີ່ພຣະອົງພໍໃຈ, ຍ້ອນຕາຂອງພຣະອົງໄດ້ເບິ່ງເຫັນການກະທຳແຫ່ງການອຸທິດ ແລະ ແຫ່ງການເສຍສະລະຂອງພວກເຮົາທີ່ພວກເຮົາເຊື່ອຕັ້ງແຕ່ດົນນານມາແລ້ວ. ເຊັ່ນດຽວກັນນັ້ນ ຄຳອະທິຖານຢ່າງຈິງໃຈຂອງພວກເຮົາກໍໄດ້ໄປເຖິງຫູຂອງພຣະອົງ ແລະ ພວກເຮົາເຊື່ອວ່າ ພຣະຜູ້ເປັນເຈົ້າຈະຕອບແທນສຳລັບການອຸທິດຕົນຂອງພວກເຮົາ. ຍິ່ງໄປກວ່ານັ້ນ ພຣະເຈົ້າໄດ້ເມດຕາກັບພວກເຮົາກ່ອນທີ່ພຣະອົງສ້າງໂລກອີກ ແລະ ບໍ່ມີໃຜສາມາດນໍາພອນປະເສີດ ແລະ ພຣະສັນຍາທີ່ພຣະອົງມອບໃຫ້ກັບພວກເຮົາອອກໄປຈາກພວກເຮົາໄດ້. ພວກເຮົາທັງໝົດວາງແຜນສຳລັບອະນາຄົດ ແລະ ຍ້ອນວ່າມັນເປັນເລື່ອງປົກກະຕິຈຶ່ງໄດ້ເຮັດໃຫ້ການອຸທິດ ແລະ ການເສຍສະລະຂອງພວກເຮົາກາຍເປັນເບ້ຍ ຫຼື ຕົ້ນທຶນເພື່ອແລກປ່ຽນກັບການຖືກຍົກຂຶ້ນເມືອເພື່ອພົບກັບພຣະຜູ້ເປັນເຈົ້າໃນທ້ອງຟ້າ. ນອກຈາກນັ້ນ ພວກເຮົາໄດ້ວາງຕົນເອງເທິງບັນລັງແຫ່ງອະນາຄົດ ໂດຍບໍ່ລັ່ງເລແມ່ນແຕ່ໜ້ອຍດຽວ ເພື່ອຄວບຄຸມປະຊາຊາດທັງໝົດ ແລະ ປະຊາຊົນທັງໝົດ ຫຼື ເພື່ອປົກຄອງໃນຖານະກະສັດ. ພວກເຮົາຮັບທຸກສິ່ງຕາມທີ່ຖືກມອບໃຫ້ ແລະ ເປັນສິ່ງທີ່ຄາດຫວັງໄວ້.

ພວກເຮົາລັງກຽດທຸກຄົນທີ່ຕໍ່ຕ້ານອົງພຣະເຢຊູເຈົ້າ; ພວກເຂົາທັງໝົດຈະຈົບລົງດ້ວຍການຖືກທຳລາຍ. ແມ່ນໃຜທີ່ບອກພວກເຂົາບໍ່ໃຫ້ເຊື່ອວ່າ ພຣະເຢຊູເຈົ້າເປັນພຣະຜູ້ໄຖ່? ແນ່ນອນ ມີຫຼາຍຄັ້ງທີ່ພວກເຮົາລອກແບບພຣະເຢຊູເຈົ້າໃນການສະແດງຄວາມອີດູຕົນຕໍ່ປະຊາຊົນໃນໂລກນີ້, ຍ້ອນພວກເຂົາບໍ່ເຂົ້າໃຈ ແລະ ມັນເປັນເລື່ອງຖືກຕ້ອງທີ່ພວກເຮົາອົດກັ້ນ ແລະ ໃຫ້ອະໄພພວກເຂົາ. ທຸກສິ່ງທີ່ພວກເຮົາເຮັດແມ່ນສອດຄ່ອງກັບພຣະທຳແຫ່ງພຣະຄຳພີ, ຍ້ອນທຸກສິ່ງທີ່ບໍ່ສອດຄ່ອງກັບພຣະຄຳພີແມ່ນສິ່ງທີ່ນອກສາສະໜາ ແລະ ເປັນຄວາມເຫັນທີ່ນອກຮີດ. ຄວາມເຊື່ອປະເພດນີ້ຖືກຝັງເລິກຢູ່ໃນຈິດໃຈຂອງພວກເຮົາທຸກຄົນ. ພຣະຜູ້ເປັນເຈົ້າຂອງພວກເຮົາຢູ່ໃນພຣະຄຳພີ ແລະ ຖ້າພວກເຮົາບໍ່ອອກຈາກພຣະຄຳພີ ພວກເຮົາກໍຈະບໍ່ອອກຈາກພຣະຜູ້ເປັນເຈົ້າ; ຖ້າພວກເຮົາປະຕິບັດຕາມຫຼັກການນີ້, ພວກເຮົາຈະໄດ້ຮັບຄວາມລອດພົ້ນ. ພວກເຮົາໃຫ້ກຳລັງໃຈກັນແລະກັນ, ສົ່ງເສີມເຊິ່ງກັນແລະກັນ ແລະ ທຸກໆຄັ້ງທີ່ພວກເຮົາເຕົ້າໂຮມກັນ ພວກເຮົາຫວັງວ່າ ທຸກສິ່ງທີ່ພວກເຮົາກ່າວ ແລະ ເຮັດແມ່ນສອດຄ່ອງກັບຄວາມປະສົງຂອງພຣະຜູ້ເປັນເຈົ້າ ແລະ ຈະຖືກຍອມຮັບໂດຍພຣະຜູ້ເປັນເຈົ້າ. ເຖິງແມ່ນສະພາບແວດລ້ອມຈະເຕັມໄປດ້ວຍຄວາມຕໍ່ຕ້ານຢ່າງຮຸນແຮງ, ຫົວໃຈຂອງພວກເຮົາກໍເຕັມໄປດ້ວຍຄວາມຊື່ນຊົມຍິນດີ. ເມື່ອພວກເຮົາຄິດວ່າການໄດ້ຮັບພອນແມ່ນຢູ່ພຽງປາຍນີ້ວມືເທົ່ານັ້ນ, ມີສິ່ງໃດແດ່ທີ່ພວກເຮົາບໍ່ສາມາດຢຸດໄວ້ກ່ອນໄດ້? ມີສິ່ງໃດແດ່ທີ່ພວກເຮົາລັງເລໃຈໜີປະ? ທຸກຢ່າງແມ່ນຊັດເຈນຢູ່ແລ້ວ ແລະ ທຸກຢ່າງຢູ່ພາຍໃຕ້ສາຍຕາຂອງພຣະເຈົ້າ. ພວກເຮົາ ເຊິ່ງເປັນຄົນຂັດສົນຈຳນວນເລັກນ້ອຍທີ່ຖືກຍົກຂຶ້ນຈາກກອງຂີ້ສັດ ບໍ່ຕ່າງຫຍັງກັບຜູ້ຕິດຕາມທຳມະດາທັງໝົດຂອງພຣະເຢຊູເຈົ້າ ທີ່ມີຄວາມຝັນຈະໄດ້ຮັບການຍົກຂຶ້ນສູ່ທ້ອງຟ້າ, ໄດ້ຮັບການອວຍພອນ ແລະ ປົກຄອງປະຊາຊາດທັງໝົດ. ຄວາມເສື່ອມຊາມຂອງພວກເຮົາຖືກເປີດເຜີຍໃນສາຍຕາຂອງພຣະເຈົ້າ ແລະ ຄວາມປະຖາໜາ ແລະ ຄວາມໂລບມາກໂລພາຂອງພວກເຮົາຖືກຕັດສິນລົງໂທດໃນສາຕາຂອງພຣະເຈົ້າ. ຢ່າງໃດກໍຕາມ ທຸກສິ່ງທີ່ເກີດຂຶ້ນແມ່ນປົກກະຕິຫຼາຍ ແລະ ມີເຫດຜົນທີ່ສຸດ ແຕ່ບໍ່ມີໃຜໃນບັນດາພວກເຮົາສົນໃຈຢາກຮູ້ວ່າ ຄວາມປາຖະໜາຂອງພວກເຮົານັ້ນຖືກຕ້ອງ ຫຼື ບໍ, ຢ່າວ່າແຕ່ຄົນໜຶ່ງຄົນໃດໃນພວກເຮົາທີ່ຈະສົງໄສເຖິງຄວາມຖືກຕ້ອງໃນທຸກສິ່ງທີ່ພວກເຮົາຍຶດໝັ້ນເລີຍ. ແມ່ນໃຜທີ່ສາມາດຮູ້ຈັກຄວາມປະສົງຂອງພຣະເຈົ້າ? ແນ່ນອນ ແມ່ນຫຍັງຄືເສັ້ນທາງນີ້ທີ່ມະນຸດຍ່າງຕາມ ພວກເຮົາຍັງບໍ່ຮູ້ຈັກທີ່ຈະສະແຫວງຫາ ຫຼື ຄົ້ນຫາ, ຢ່າວ່າແຕ່ນໍາສິ່ງນັ້ນມາພົວພັນກັບພວກເຮົາເລີຍ. ຍ້ອນພວກເຮົາພຽງແຕ່ໃສ່ໃຈວ່າ ພວກເຮົາສາມາດຖືກຍົກຂຶ້ນເທິງຟ້າ ຫຼື ບໍ, ພວກເຮົາສາມາດຮັບການອວຍພອນ ຫຼື ບໍ, ມີບ່ອນຢູ່ສຳລັບພວກເຮົາໃນອານາຈັກສະຫວັນ ຫຼື ບໍ; ແລະ ພວກເຮົາຈະມີສ່ວນໄດ້ຮັບການແບ່ງປັນນໍ້າແຫ່ງຊີວິດ ແລະ ຜົນຂອງຕົ້ນໄມ້ແຫ່ງຊີວິດ ຫຼື ບໍ. ບໍ່ແມ່ນຍ້ອນຜົນປະໂຫຍດໃນການຮັບສິ່ງຕ່າງໆເຫຼົ່ານີ້ບໍ ທີ່ເຮັດໃຫ້ພວກເຮົາເຊື່ອໃນພຣຜູ້ເປັນເຈົ້າ ແລະ ກາຍມາເປັນຜູ້ຕິດຕາມຂອງພຣະອົງ? ຄວາມບາບຂອງພວກເຮົາໄດ້ຮັບການອະໄພໂທດ, ພວກເຮົາໄດ້ສຳນຶກຜິດ, ພວກເຮົາໄດ້ດື່ມຈອກເຫຼົ້າທີ່ຂົມຂື່ນ ແລະ ພວກເຮົາໄດ້ນໍາໄມ້ກາງແຂນມາແບກໄວ້ຢູ່ເທິງຫຼັງຂອງພວກເຮົາ. ແມ່ນໃຜສາມາດເວົ້າໄດ້ວ່າ ພຣະຜູ້ເປັນເຈົ້າຈະບໍ່ພໍໃຈທີ່ຈະຍອມຮັບລາຄາທີ່ພວກເຮົາຈ່າຍ? ແມ່ນໃຜສາມາດເວົ້າໄດ້ວ່າ ພວກເຮົາຍັງກຽມພ້ອມນໍ້າມັນບໍ່ພຽງພໍ? ພວກເຮົາບໍ່ປາຖະໜາທີ່ຈະເປັນຍິງພົມມະຈັນທີ່ໂງ່ຈ້າ ຫຼື ເປັນໜຶ່ງໃນບັນດາຜູ້ຄົນທີ່ຖືກປະຖິ້ມ. ຍິ່ງໄປກວ່ານັ້ນ ພວກເຮົາອະທິຖານຢ່າງສະໝໍ່າສະເໝີ, ຂໍໃຫ້ພຣະຜູ້ເປັນເຈົ້າຮັກສາພວກເຮົາຈາກການຖືກພຣະຄຣິດທຽມຫຼອກລວງ, ຍ້ອນມີຄຳກ່າວໄວ້ໃນພຣະຄຳພີວ່າ: “ແລ້ວຖ້າມີມະນຸດຄົນໃດເວົ້າກັບເຈົ້າວ່າ ເບິ່ງແມະ, ພຣະຄຣິດຢູ່ນີ້ ຫຼື ຢູ່ນັ້ນ; ຈົ່ງຢ່າເຊື່ອ. ຍ້ອນຈະເກີດມີພຣະຄຣິດປອມ ແລະ ຜູ້ປະກາດພຣະທຳປອມ ແລະ ພວກເຂົາຈະສະແດງໝາຍສຳຄັນ ແລະ ການອັດສະຈັນຫຼາຍຢ່າງ; ເພື່ອວ່າຖ້າເປັນໄປໄດ້ ພວກເຂົາຈະຫຼອກລວງແມ່ນແຕ່ຄົນທີ່ຖືກເລືອກໄວ້ແລ້ວ” (ມັດທາຍ 24:23-24). ພວກເຮົາທັງໝົດໄດ້ຈົດຈຳຂໍ້ພຣະຄຳພີເຫຼົ່ານີ້ເຂົ້າໃນຄວາມຊົງຈຳ, ພວກເຮົາຮູ້ຈັກຂໍ້ພຣະຄຳພີເຫຼົ່ານີ້ດ້ວຍໃຈ ແລະ ພວກເຮົາເຫັນຂໍ້ພຣະຄຳພີເຫຼົ່ານີ້ເປັນຊັບສົມບັດທີ່ລໍ້າຄ່າ, ເປັນຊີວິດ ແລະ ເປັນໜັງສືແຫ່ງຄວາມເຊື່ອທີ່ຕັດສິນວ່າ ພວກເຮົາສາມາໄດ້ຮັບຄວາມລອດພົ້ນ ຫຼື ການຍົກຂຶ້ນສູ່ສະຫວັນບໍ ...

ເປັນເວລາຫຼາຍພັນປີ ຄົນທີ່ມີຊີວິດຢູ່ກໍຕາຍໄປ, ນໍາຄວາມປາຖະໜາຂອງພວກເຂົາ ແລະ ຄວາມຝັນຂອງພວກເຂົາໄປນໍາພວກເຂົາ, ແຕ່ໃນເລື່ອງທີ່ວ່າ ພວກເຂົາໄປອານາຈັກສະຫວັນ ຫຼື ບໍນັ້ນ ບໍ່ມີໃຜຮູ້ຢ່າງແທ້ຈິງ. ຄົນທີ່ຕາຍໄປກໍກັບມາ, ລືມເລື່ອງລາວທຸກຢ່າງທີ່ເຄີຍເກີດຂຶ້ນ ແລະ ພວກເຂົາກໍຍັງປະຕິບັດຕາມຄຳສັ່ງສອນ ແລະ ເສັ້ນທາງຂອງບັນພະບຸລຸດຄືເກົ່າ. ໃນທຳນອງນີ້ ເວລາຫຼາຍປີຜ່ານໄປ ແລະ ວັນເວລາກໍຜ່ານໄປ, ບໍ່ມີໃຜຮູ້ຈັກວ່າ ພຣະເຢຊູເຈົ້າຂອງພວກເຮົາ ເຊິ່ງເປັນພຣະເຈົ້າຂອງພວກເຮົາ ຍອມຮັບທຸກສິ່ງທີ່ພວກເຮົາເຮັດຢ່າງແທ້ຈິງ ຫຼື ບໍ. ທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ກໍຄືຕັ້ງຕາລໍຄອຍສິ່ງທີ່ຕາມມາ ແລະ ຄາດການກ່ຽວກັບທຸກສິ່ງທີ່ຈະເກີດຂຶ້ນ. ຢ່າງໃດກໍຕາມ ພຣະເຈົ້າໄດ້ຮັກສາຄວາມມິດງຽບຂອງພຣະອົງຕະຫຼອດເວລາ ໂດຍບໍ່ປາກົດຕໍ່ພວກເຮົາ ແລະ ບໍ່ກ່າວກັບພວກເຮົາຈັກເທື່ອ. ດ້ວຍເຫດນັ້ນ ການປະຕິບັດຕາມພຣະຄຳພີ ແລະ ອີງຕາມໝາຍສຳຄັນ, ພວກເຮົາຈຶ່ງເຕັມໃຈພິພາກສາກ່ຽວກັບຄວາມປະສົງ ແລະ ອຸປະນິໄສຂອງພຣະເຈົ້າ. ພວກເຮົາໄດ້ລຶ້ງເຄີຍກັບຄວາມມິດງຽບຂອງພຣະເຈົ້າ; ພວກເຮົາໄດ້ລຶ້ງເຄີຍກັບການວັດແທກສິ່ງທີ່ຖືກ ແລະ ຜິດຂອງການປະພຶດຕົວຂອງພວກເຮົາໂດຍວິທີການຄິດຂອງພວກເຮົາເອງ; ພວກເຮົາລຶ້ງເຄີຍກັບການເພິ່ງພາຄວາມຮູ້, ແນວຄິດ ແລະ ຈັນຍາບັນທາງສິນທຳຂອງພວກເຮົາແທນສິ່ງທີ່ພຣະເຈົ້າຕ້ອງການຈາກພວກເຮົາ; ພວກເຮົາໄດ້ລຶ້ງເຄີຍກັບການຮັບພຣະຄຸນຂອງພຣະເຈົ້າ; ພວກເຮົາໄດ້ລຶ້ງເຄີຍກັບການໃຫ້ພຣະເຈົ້າຈັດຕຽມຄວາມຊ່ວຍເຫຼືອໃນເວລາທີ່ພວກເຮົາຕ້ອງການ; ພວກເຮົາໄດ້ລຶ້ງເຄີຍກັບການແບມືຂໍພຣະເຈົ້າສຳລັບທຸກໆສິ່ງ ແລະ ສັ່ງພຣະເຈົ້າໃຫ້ເຮັດນັ້ນເຮັດນີ້; ພວກເຮົາຍັງໄດ້ລຶ້ງເຄີຍກັບການປະຕິບັດຕາມກົດລະບຽບ ບໍ່ສົນໃຈວ່າ ພຣະວິນຍານບໍລິສຸດນໍາພາພວກເຮົາແນວໃດ; ແລະ ຍິ່ງໄປກວ່ານັ້ນ ພວກເຮົໄດ້ລຶ້ງເຄີຍກັບມື້ທີ່ພວກເຮົາເປັນເຈົ້ານາຍຂອງຕົນເອງ. ພວກເຮົາເຊື່ອໃນພຣະເຈົ້າທີ່ພວກເຮົາບໍ່ເຄີຍພົບຊ້ອງໜ້າ. ຄຳຖາມແບບວ່າ ອຸປະນິໄສຂອງພຣະອົງເປັນແບບໃດ, ພຣະອົງມີ ແລະ ເປັນ, ພາບຫຼັກຂອງພຣະອົງເປັນແນວໃດ, ພວກເຮົາຈະຮູ້ຈັກພຣະອົງ ຫຼື ບໍ ໃນເວລາທີ່ພຣະອົງມາ, ແລະ ອື່ນໆອີກ, ໃນນີ້ ບໍ່ມີສິ່ງໃດເລີຍທີ່ສຳຄັນ. ສິ່ງທີ່ສຳຄັນກໍຄືພຣະອົງຢູ່ໃນຫົວໃຈຂອງພວກເຮົາ ແລະ ພວກເຮົາທັງໝົດລໍຖ້າພຣະອົງ ແລະ ມັນພຽງພໍແລ້ວທີ່ພວກເຮົາສາມາດຈິນຕະນາການວ່າ ພຣະອົງເປັນແບບນີ້ ຫຼື ເປັນແບບນັ້ນ. ພວກເຮົາຍົກຍ້ອງຄວາມເຊື່ອຂອງພວກເຮົາ ແລະ ຖືສິ່ງທີ່ເປັນຝ່າຍວິນຍານວ່າເປັນສິ່ງທີ່ມີຄ່າ. ພວກເຮົາເບິ່ງທຸກສິ່ງເປັນຄືກັບຂີ້ ແລະ ຢຽບທຸກໆສິ່ງໃຫ້ຢູ່ໃຕ້ຕີນເຮົາ. ຍ້ອນພວກເຮົາເປັນຜູ້ຕິດຕາມຂອງພຣະຜູ້ເປັນເຈົ້າທີ່ສະຫງ່າລາສີ, ບໍ່ວ່າການເດີນທາງຈະດົນ ຫຼື ລຳບາກພຽງໃດ, ບໍ່ວ່າຄວາມທຸກຍາກລຳບາກ ແລະ ຄວາມອັນຕະລາຍຫຍັງຈະເກີດຂຶ້ນກັບພວກເຮົາກໍຕາມ, ບໍ່ມີສິ່ງໃດທີ່ສາມາດຢຸດບາດກ້າວຂອງພວກເຮົາໄດ້ເມື່ອພວກເຮົາຕິດຕາມພຣະຜູ້ເປັນເຈົ້າ. “ມີສາຍນໍ້າແຫ່ງຊີວິດທີ່ບໍລິສຸດ, ໃສສະອາດເໝືອນດັ່ງແກ້ວຜະລິກາ ໄຫລອອກມາຈາກ-ພຣະບັນລັງຂອງພຣະເຈົ້າ ແລະ ຂອງພຣະເມສານ້ອຍ. ຢູ່ທັງສອງຟາກຂອງແມ່ນໍ້າ ໄດ້ມີຕົ້ນໄມ້ແຫ່ງຊີວິດ ເຊິ່ງເກີດໝາກຜົນສິບສອງປະເພດ ແລະ ອອກໝາກທຸກເດືອນ ແລະ ໃບຂອງຕົ້ນໄມ້ນັ້ນມີໄວ້ເພື່ອການປີ່ນປົວປະຊາຊາດ, ຈະບໍ່ມີຄຳສາບແຊ່ງອີກຕໍ່ໄປ ມີແຕ່ບັນລັງຂອງພຣະເຈົ້າ ແລະ ຂອງພຣະເມສານ້ອຍຢູ່ໃນທີ່ນັ້ນ. ຄົນຮັບໃຊ້ຂອງພຣະອົງຈະຮັບໃຊ້ພຣະອົງ, ພວກເຂົາຈະເຫັນໜ້າຂອງພຣະອົງ ແລະ ຊື່ຂອງພຣະອົງກໍຈະຢູ່ໃນໜ້າຜາກຂອງພວກເຂົາ. ໃນທີ່ນັ້ນຈະບໍ່ມີກາງຄືນ ແລະ ພວກເຂົາບໍ່ຕ້ອງການທຽນໄຂ ຫຼື ແສງສະຫວ່າງຈາກດວງຕາເວັນ ຍ້ອນພຣະຜູ້ເປັນເຈົ້າໄດ້ມອບແສງສະຫວ່າງໃຫ້ກັບພວກເຂົາ ແລະ ພວກເຂົາຈະປົກຄອງສືບໄປເປັນນິດ” (ພະນິມິດ 22:1-5). ທຸກຄັ້ງທີ່ພວກເຮົາຮ້ອງພຣະທຳເຫຼົ່ານີ້, ຫົວໃຈຂອງພວກເຮົາເຕັມໄປດ້ວຍຄວາມຊື່ມຊົນຍິນດີ ແລະ ຄວາມພໍໃຈ ແລະ ນໍ້າຕາກໍໄຫຼຈາກຕາຂອງພວກເຮົາ. ຂອບຄຸນພຣະຜູ້ເປັນເຈົ້າທີ່ເລືອກພວກເຮົາ, ຂອບຄຸນພຣະຜູ້ເປັນເຈົ້າສຳລັບພຣະຄຸນຂອງພຣະອົງ. ໃນຊີວິນີ້ ພຣະອົງໄດ້ມອບໃຫ້ເຮົາເປັນຮ້ອຍເທົ່າ ແລະ ໄດ້ມອບຊີວິດໃຫ້ເຮົາຕະຫຼອດໄປເປັນນິດໃນໂລກທີ່ຈະມາເຖິງ. ຖ້າພຣະອົງຂໍໃຫ້ພວກເຮົາຕາຍໃນຕອນນີ້, ພວກເຮົາຈະປະຕິບັດຄາມໂດຍບໍ່ມີການຈົ່ມຕໍ່ວ່າແມ່ນແຕ່ໜ້ອຍດຽວ. ໂອ ພຣະຜູ້ເປັນເຈົ້າ! ຂໍໃຫ້ພຣະອົງກະລຸນາມາໄວໆເທີ້ນ! ຂໍໃຫ້ພຣະອົງພິຈາລະນາວ່າ ພວກເຮົາສະແຫວງຫາພຣະອົງດ້ວຍຄວາມໝົດຫວັງຫຼາຍພຽງໃດ ແລະ ປະຖິ້ມທຸກໆຢ່າງເພື່ອພຣະອົງ, ຂໍໃຫ້ພຣະອົງບໍ່ຊັກຊ້າແມ່ນແຕ່ນາທີດຽວ ຫຼື ວິນາທີດຽວອີກຕໍ່ໄປ.

ພຣະເຈົ້າມິດງຽບ ແລະ ບໍ່ເຄີຍປາກົດຕໍ່ພວກເຮົາຈັກເທື່ອ, ແຕ່ພາລະກິດຂອງພຣະອົງບໍ່ເຄີຍຢຸດ. ພຣະອົງສຳຫຼວດແຜ່ນດິນໂລກທັງໝົດ, ສັ່ງທຸກສິ່ງ, ເບິ່ງຄຳເວົ້າທຸກຄໍາ ແລະ ການກະທຳທຸກຢ່າງຂອງມະນຸດ. ພຣະອົງດຳເນີນການຄຸ້ມຄອງຂອງພຣະອົງພ້ອມດ້ວຍຂັ້ນຕອນທີ່ມີການວັດແທກ ແລະ ສອດຄ່ອງກັບແຜນການຂອງພຣະອົງ ຢ່າງງຽບໆ ແລະ ບໍ່ມີຜົນສະທ້ອນທີ່ເກີນຄວາມເປັນຈິງ, ແຕ່ບາດກ້າວຂອງພຣະອົງກ້າວໄປຂ້າງໜ້າເທື່ອລະກ້າວ, ເຂົ້າໃກ້ມະນຸດຊາດຫຼາຍຂຶ້ນ ແລະ ອໍານາດແຫ່ງການພິພາກສາຂອງພຣະອົງກໍແຜ່ຂະຫຍາຍໄປທົ່ວຈັກກະວານດ້ວຍຄວາມໄວຂອງສາຍຟ້າແມບ ຕິດຕາມດ້ວຍບັນລັງຂອງພຣະອົງລົງມາສູ່ທ່າມກາງພວກເຮົາຢ່າງກະທັນຫັນ. ຊ່າງເປັນພາບທີ່ສະຫງ່າງາມແທ້ໆ ຊ່າງເປັນສາກທີ່ມີຄວາມສະຫງ່າຜ່າເຜີຍແທ້ໆ! ພຣະວິນຍານມາທ່າມກາງພວກເຮົາຄືກັບນົກເຂົາ ແລະ ຄືກັບສິງໂຕແຜດສຽງດັງກຶກກ້ອງ. ພຣະອົງຄືສະຕິປັນຍາ, ພຣະອົງຄືຄວາມຊອບທຳ, ຄວາມສະຫງ່າງາມ ແລະ ພຣະອົງມາທ່າມກາງພວກເຮົາຢ່າງລັບໆ ໂດຍຖືສິດອຳນາດ ແລະ ເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາ. ບໍ່ມີໃຜທີ່ຮູ້ຕົວໃນການມາເຖິງຂອງພຣະອົງ, ບໍ່ມີໃຜຕ້ອນຮັບການມາເຖິງຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜຮູ້ກ່ຽວກັບທຸກສິ່ງທີ່ພຣະອົງຈະກະທໍາ. ຊີວິດຂອງມະນຸດກໍດຳເນີນຕໍ່ໄປຄືກັບແຕ່ກ່ອນ, ຫົວໃຈຂອງເຂົາບໍ່ປ່ຽນແປງ ແລະ ມື້ກໍຜ່ານໄປຕາມປົກກະຕິ. ພຣະເຈົ້າມີຊີວິດຢູ່ທ່າມກາງພວກເຮົາ, ເປັນມະນຸດຄືກັບມະນຸດຄົນອື່ນໆ, ຄືກັບຜູ້ຕິດຕາມທົ່ວໄປທີ່ບໍ່ມີຄວາມສຳຄັນຫຍັງໝົດ ແລະ ເປັນຜູ້ເຊື່ອທີ່ທຳມະດາ. ພຣະອົງມີການສະແຫວງຫາຂອງພຣະອົງເອງ, ມີເປົ້າໝາຍຂອງພຣະອົງເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງມີຄວາມເປັນພຣະເຈົ້າທີ່ມະນຸດທຳມະດາບໍ່ມີ. ບໍ່ມີໃຜສັງເກດເຫັນການເປັນຢູ່ຂອງຄວາມເປັນພຣະເຈົ້າຂອງພຣະອົງ ແລະ ບໍ່ມີໃຜຮັບຮູ້ເຖິງຄວາມແຕກຕ່າງລະຫວ່າງທາດແທ້ຂອງພຣະອົງ ແລະ ຂອງມະນຸດ. ພວກເຮົາມີຊີວິດຢູ່ຮ່ວມກັບພຣະອົງ, ບໍ່ໄດ້ຖືກບີບບັງຄັບ ແລະ ຢ້ານກົວ, ຍ້ອນໃນສາຍຕາຂອງພວກເຮົາ ພຣະອົງເປັນຜູ້ເຊື່ອທີ່ບໍ່ມີຄວາມໝາຍຫຍັງ. ພຣະອົງເບິ່ງທຸກໆການເຄື່ອນໄຫວຂອງພວກເຮົາ, ເບິ່ງຄວາມຄິດ ແລະ ແນວຄວາມຄິດທັງໝົດຂອງພວກເຮົາທີ່ເປີດເຜີຍຕໍ່ໜ້າພຣະອົງ. ບໍ່ມີໃຜສົນໃຈໃນການເປັນຢູ່ຂອງພຣະອົງ, ບໍ່ມີໃຜຈິນຕະນາການຫຍັງກ່ຽວກັບໜ້າທີ່ຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ບໍ່ມີໃຜສົງໄສກ່ຽວກັບຕົວຕົນຂອງພຣະອົງແມ່ນແຕ່ໜ້ອຍດຽວ. ທຸກສິ່ງທີ່ພວກເຮົາເຮັດກໍຄືສືບຕໍ່ໃນການສະແຫວງຫາຂອງພວກເຮົາ, ຄືກັບວ່າພຣະອົງບໍ່ມີຫຍັງກ່ຽວຂ້ອງກັບພວກເຮົາເລີຍ …

ພຣະວິນຍານບໍລິສຸດສຳແດງຂໍ້ພຣະທຳ “ຜ່ານ” ພຣະອົງໂດຍບັງເອີນ ແລະ ເຖິງແມ່ນຮູ້ສຶກວ່າ ມັນເປັນເລື່ອງທີ່ບໍ່ຄາດຝັນ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຮັບຮູ້ວ່າມັນເປັນຖ້ອຍຄຳທີ່ມາຈາກພຣະເຈົ້າ ແລະ ພ້ອມທີ່ຈະຮັບມັນຈາກພຣະເຈົ້າ. ນັ້ນກໍຍ້ອນວ່າ ບໍ່ວ່າແມ່ນໃຜກໍຕາມທີ່ສະແດງພຣະທຳເຫຼົ່ານີ້ ຖ້າແມ່ນວ່າພຣະທຳເຫຼົ່ານີ້ມາຈາກພຣະວິນຍານບໍລິສຸດ ພວກເຮົາຄວນຍອມຮັບ ແລະ ບໍ່ປະຕິເສດພຣະທຳດັ່ງກ່າວ. ຖ້ອຍຄຳຕໍ່ໄປອາດມາຜ່ານເຮົາກໍໄດ້ ຫຼື ຜ່ານເຈົ້າ ຫຼື ຜ່ານເຂົາ. ບໍ່ວ່າຈະເປັນໃຜກໍຕາມ ທຸກຢ່າງແມ່ນພຣະຄຸນຂອງພຣະເຈົ້າ. ແຕ່ບໍ່ວ່າຈະເປັນໃຜກໍຕາມ ພວກເຮົາຈະບໍ່ນະມັດສະການບຸກຄົນນີ້, ບໍໍ່ວ່າຫຍັງກໍຕາມ ບຸກຄົນນີ້ບໍ່ສາມາດເປັນພຣະເຈົ້າຂອງພວກເຮົາໄດ້ຢ່າງແນ່ນອນ ຫຼື ພວກເຮົາຈະບໍ່ເລືອກບຸກຄົນທຳມະດານີ້ເປັນພຣະເຈົ້າຂອງພວກເຮົາ ບໍ່ວ່າດ້ວຍວິທີໃດກໍຕາມ. ພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ ແລະ ສູງສົ່ງ; ບຸກຄົນທີ່ບໍ່ສຳຄັນດັ່ງກ່າວຈະສາມາດຢືນຢູ່ໃນແທນທີ່ຂອງພຣະອົງໄດ້ແນວໃດ? ຍິ່ງໄປກວ່ານັ້ນ ພວກເຮົາກຳລັງລໍຖ້າໃຫ້ພຣະເຈົ້າມາ ແລະ ນໍາພວກເຮົາກັບໄປສູ່ອານາຈັກສະຫວັນ, ສະນັ້ນຄົນທີ່ບໍ່ສຳຄັນນີ້ຈະສາມາດປະຕິບັດພາລະກິດທີ່ສຳຄັນ ແລະ ລໍາບາກເຊັ່ນນີ້ໄດ້ບໍ? ຖ້າພຣະຜູ້ເປັນເຈົ້າມາອີກຄັ້ງ, ມັນຕ້ອງເກີດຂຶ້ນເທິງເມກສີຂາວ ເພື່ອຄົນຈຳນວນຫຼວງຫຼາຍອາດເຫັນໄດ້. ຊ່າງເປັນພາບທີ່ຈະເກີດຂຶ້ນຢ່າງສະຫງ່າງາມແທ້ເດ! ແລ້ວເປັນໄປໄດ້ແນວໃດທີ່ພຣະອົງສາມາດລີ້ຢູ່ທ່າມກາງຄົນທໍາມະດາສາມັນຢ່າງລັບໆໄດ້?

ແຕ່ແມ່ນບຸກຄົນທຳມະດານີ້ແຫຼະ ທີ່ລີ້ຢູ່ທ່າມກາງປະຊາຊົນ ແລະ ເປັນຜູ້ທີ່ປະຕິບັດພາລະກິດໃໝ່ໃນການຊ່ວຍເຫຼືອພວກເຮົາ. ພຣະອົງບໍ່ໄດ້ອະທິບາຍ ຫຼື ບອກໃຫ້ພວກເຮົາຮູ້ວ່າ ເປັນຫຍັງພຣະອົງຈຶ່ງມາ, ມີພຽງແຕ່ປະຕິບັດພາລະກິດທີ່ພຣະອົງມຸ່ງໝາຍຈະປະຕິບັດດ້ວຍຂັ້ນຕອນວັດແທກ ແລະ ສອດຄ່ອງຕາມແຜນການຂອງພຣະອົງ. ພຣະທຳ ແລະ ຖ້ອຍຄຳຂອງພຣະອົງກາຍມາເປັນສິ່ງທີ່ເກີດຂຶ້ນເລື້ອຍໆ. ຈາກການປອບໃຈ, ແນະນຳ, ບອກ ແລະ ຕັກເຕືອນ, ຈົນເຖິງການຕຳນິຕິເຕືອນ ແລະ ຕິສອນໃຫ້ມີວິໄນ; ຈາກນໍ້າສຽງທີ່ອ່ອນໂຍນ ແລະ ອ່ອນຫວານ ຈົນເຖິງຄຳເວົ້າທີ່ຮຸນແຮງ ແລະ ສະຫງ່າງາມ, ບໍ່ມີໃຜທີ່ຈະມອບຄວາມເມດຕາໃຫ້ກັບມະນຸດ ແລະ ປູກຝັງຄວາມຫວັ່ນໄຫວໃນຕົວເຂົາ. ທຸກສິ່ງທີ່ພຣະອົງກ່າວຍິງຖືກຄວາມລັບທີ່ຊ້ອນເລິກຢູ່ພາຍໃນຕົວພວກເຮົາ, ພຣະທຳຂອງພຣະອົງປັກລົງທີ່ຫົວໃຈຂອງພວກເຮົາ, ປັກລົງທີ່ຈິດວິນຍານຂອງພວກເຮົາ ແລະ ປ່ອຍໃຫ້ພວກເຮົາເຕັມໄປດ້ວຍຄວາມອັບອາຍທີ່ບໍ່ສາມາດທົນໄດ້ ໂດຍບໍ່ຄ່ອຍຈະຮູ້ວ່າ ຈະເຊື່ອງຕົນເອງໄດ້ຢູ່ໃສ. ພວກເຮົາເລີ່ມຕົ້ນສົງໄສວ່າ ພຣະເຈົ້າທີ່ຢູ່ໃນຫົວໃຈຂອງບຸກຄົນນີ້ຮັກພວກເຮົາຢ່າງແທ້ຈິງບໍ ແລະ ພຣະອົງຕ້ອງການຫຍັງແທ້. ບາງເທື່ອ ພວກເຮົາສາມາດໄດ້ຮັບການຍົກຂຶ້ນສູ່ສະຫວັນຫຼັງຈາກທີ່ອົດທົນຕໍ່ການທົນທຸກເຫຼົ່ານີ້? ໃນຫົວຂອງພວກເຮົາ ພວກເຮົາກຳລັງຄຳນວນ... ກ່ຽວກັບຈຸດໝາຍປາຍທາງທີ່ຈະມາເຖິງ ແລະ ກ່ຽວກັບຊະຕາກໍາໃນອະນາຄົດຂອງພວກເຮົາ. ແຕ່ເໝືອນດັ່ງທີ່ຜ່ານມາ ບໍ່ມີໃຜໃນພວກເຮົາທີ່ເຊື່ອວ່າ ພຣະເຈົ້າໄດ້ສະຖິດໃນເນື້ອໜັງມະນຸດແລ້ວເພື່ອປະຕິບັດພາລະກິດທ່າມກາງພວກເຮົາ. ເຖິງແມ່ນພຣະອົງໄດ້ຕິດຕາມພວກເຮົາເປັນເວລາດົນນານມາແລ້ວ, ເຖິງແມ່ນພຣະອົງໄດ້ກ່າວພຣະທຳຫຼາຍໆຂໍ້ຊ່ອງໜ້າພວກເຮົາແລ້ວ, ພວກເຮົາກໍຍັງບໍ່ເຕັມໃຈຍອມຮັບມະນຸດທຳມະດາດັ່ງກ່າວນີ້ເປັນພຣະເຈົ້າແຫ່ງອະນາຄົດຂອງພວກເຮົາ ແລ້ວແຮງໄກທີ່ພວກເຮົາຈະເຕັມໃຈຝາກຝັງອະນາຄົດຂອງເຮົາ ແລະ ຊະຕາກໍາຂອງພວກເຮົາໄວ້ກັບບຸກຄົນທີ່ບໍ່ສຳຄັນນີ້ຄວມຄຸມ. ດ້ວຍພຣະອົງ ພວກເຮົາຈຶ່ງໄດ້ຮັບແຫຼ່ງນໍ້າແຫ່ງຊີວິດທີ່ບໍ່ຮູ້ຈັກໝົດ ແລະ ຜ່ານພຣະອົງ ພວກເຮົາຈຶ່ງມີຊີວິດຢູ່ຊ້ອງໜ້າພຣະເຈົ້າ.ແຕ່ພວກເຮົາພຽງແຕ່ຮູ້ສຶກຂອບຄຸນກັບພຣະຄຸນຂອງພຣະເຢຊູເຈົ້າໃນສະຫວັນ ແລະ ບໍ່ເຄີຍສົນໃຈກັບຄວາມຮູ້ສຶກຂອງບຸກຄົນທີ່ທຳມະດາຄົນນີ້ ຜູ້ເຊິ່ງມີຄວາມເປັນພຣະເຈົ້າ. ເໝືອນດັ່ງທີ່ຜ່ານມາ ພຣະອົງປະຕິບັດພາລະກິດຂອງພຣະອົງໂດຍລີ້ລັບໃນເນື້ອໜັງຢ່າງຖ່ອມຕົວ, ສຳແດງໃຫ້ເຫັນເຖິງຫົວໃຈສ່ວນເລິກຂອງພຣະອົງ, ຄືກັບວ່າບໍ່ມີຄວາມຮູ້ສຶກທີ່ມະນຸດຊາດປະຕິເສດພຣະອົງເລີຍ, ຄືກັບວ່າພຣະອົງໃຫ້ອະໄພຄວາມເປັນເດັກນ້ອຍ ແລະ ຄວາມເມີນເສີຍຂອງມະນຸດຕະຫຼອດໄປ ແລະ ອົດທົນຕໍ່ທ່າທາງບໍ່ເຄົາລົບຂອງມະນຸດທີ່ມີຕໍ່ພຣະອົງຕະຫຼອດໄປ.

ພວກເຮົາບໍ່ຮູ້ຈັກເລີຍວ່າ ມະນຸດທີ່ບໍ່ສຳຄັນຄົນນີ້ໄດ້ນໍາພາພວກເຮົາໜຶ່ງກ້າວເຂົ້າສູ່ອີກພາລະກິດໜຶ່ງຂອງພຣະເຈົ້າ. ພວກເຮົາໄດ້ຜ່ານການທົດລອງຫຼາຍຄັ້ງ, ແບກຮັບການຕີສອນຈົນນັບບໍ່ຖ້ວນ ແລະ ຖືກທົດສອບດ້ວຍຄວາມຕາຍ. ພວກເຮົາຮຽນຮູ້ເຖິງອຸປະນິໄສທີ່ຊອບທຳ ແລະ ສະຫງ່າງາມຂອງພຣະເຈົ້າ, ແລ້ວຍັງໄດ້ຮັບຄວາມຮັກ, ຄວາມເມດຕາຂອງພຣະອົງ, ໄດ້ຊື່ນຊົມລິດອຳນາດ ແລະ ສະຕິປັນຍາທີ່ຍິ່ງໃຫຍ່ຂອງພຣະເຈົ້າ, ໄດ້ເປັນພະຍານຕໍ່ຄວາມເປັນຕາຮັກຂອງພຣະເຈົ້າ ແລະ ເບິ່ງຄວາມກະຕືລືລົ້ນຂອງພຣະອົງທີ່ປາຖະໜາຊ່ວຍມະນຸດໃຫ້ລອດພົ້ນ. ໃນພຣະທຳຂອງບຸກຄົນທຳມະດາຄົນນີ້ ພວກເຮົາຮູ້ເຖິງອຸປະນິໄສ ແລະ ທາດແທ້ຂອງພຣະເຈົ້າ, ເຂົ້າໃຈຄວາມປະສົງຂອງພຣະເຈົ້າ, ຮູ້ຈັກເຖິງທຳມະຊາດ ແລະ ທາດແທ້ຂອງມະນຸດ ແລະ ເຫັນຫົນທາງສູ່ຄວາມລອດພົ້ນ ແລະ ຄວາມສົມບູນ. ພຣະທຳຂອງພຣະອົງເຮັດໃຫ້ພວກເຮົາ “ຕາຍ” ແລະ ເຮັດໃຫ້ພວກເຮົາ “ເກີດໃໝ່” ອີກຄັ້ງ; ພຣະທຳຂອງພຣະອົງນໍາຄວາມສຸກສະບາຍມາໃຫ້ພວກເຮົາ, ແຕ່ກໍຍັງປ່ອຍໃຫ້ພວກເຮົາຖືກທໍລະກໍາຢູ່ກັບຄວາມຮູ້ສຶກຜິດ ແລະ ຄວາມຮູ້ສຶກເປັນໜີ້ບຸນຄຸນ; ພຣະທຳຂອງພຣະອົງນໍາຄວາມຍິນດີ ແລະ ສັນຕິສຸກມາສູ່ພວກເຮົາ ແຕ່ຍັງນໍາຄວາມເຈັບປວດທີ່ບໍ່ມີບ່ອນສິ້ນສຸດມາເຊັ່ນກັນ. ບາງຄັ້ງ ພວກເຮົາເປັນຄືກັບລູກແກະທີ່ຈະຖືກຂ້າດ້ວຍກໍາມືຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບແກ້ວຕາດວງໃຈຂອງພຣະອົງ ແລະ ຮັບຄວາມຮັກທີ່ອ່ອນຫວານຂອງພຣະອົງ; ບາງຄັ້ງ ພວກເຮົາເປັນຄືກັບສັດຕູຂອງພຣະອົງ ແລະ ພາຍໃຕ້ສາຍຕາຂອງພຣະອົງ ພວກເຮົາຖືກເຮັດໃຫ້ກາຍເປັນຂີ້ເທົ່າດ້ວຍຄວາມໂກດຮ້າຍຂອງພຣະອົງ. ພວກເຮົາເປັນມະນຸດຊາດທີ່ພຣະອົງຊ່ວຍໃຫ້ລອດພົ້ນ, ພວກເຮົາເປັນໜອນທີ່ຢູ່ໃນຕາຂອງພຣະອົງ ແລະ ພວກເຮົາເປັນແກະທີ່ຫຼົງທາງທີ່ພຣະອົງມຸ່ງໝັ້ນຊອກຫາທັງກາງເວັນ ແລະ ກາງຄືນ. ພຣະອົງເມດຕາຕໍ່ພວກເຮົາ, ພຣະອົງກຽດຊັງພວກເຮົາ, ພຣະອົງຍົກພວກເຮົາຂຶ້ນ, ພຣະອົງປອບໂຍນ ແລະ ແນະນໍາພວກເຮົາ, ພຣະອົງນໍາພາພວກເຮົາ, ພຣະອົງສ່ອງແສງສະຫວ່າງໃຫ້ກັບພວກເຮົາ, ພຣະອົງຕີສອນ ແລະ ຝຶກວິໄນພວກເຮົາ ແລະ ພຣະອົງຍັງສາບແຊ່ງພວກເຮົາອີກ. ພຣະອົງບໍ່ເຄີຍຢຸດເປັນຫ່ວງກັງວົນກ່ຽວກັບພວກເຮົາບໍ່ວ່າກາງເວັນ ແລະ ກາງຄືນ ແລະ ປົກປ້ອງ ດູແລພວກເຮົາທັງກາງເວັນ ແລະ ກາງຄືນ, ບໍ່ເຄີຍໜີຫ່າງຈາກຂ້າງພວກເຮົາຈັກເທື່ອ, ພຣະອົງສະລະເລືອດໃນຫົວໃຈຂອງພຣະອົງເພື່ອເຫັນແກ່ພວກເຮົາ ແລະ ຈ່າຍທຸກລາຄາໃຫ້ກັບພວກເຮົາ. ຈາກຖ້ອຍຄຳຂອງຮ່າງກາຍມະນຸດທີ່ນ້ອຍ ແລະ ທຳມະດານີ້, ພວກເຮົາໄດ້ຊື່ນຊົມຄວາມສົມບູນຂອງພຣະເຈົ້າ ແລະ ເຫັນຈຸດໝາຍປາຍທາງທີ່ພຣະເຈົ້າປະທານໃຫ້ກັບພວກເຮົາ. ເຖິງຈະເປັນແບບນີ້ກໍຕາມ ຄວາມທະນົງຕົວກໍຍັງສ້າງບັນຫາໃນຫົວໃຈຂອງພວກເຮົາ ແລະ ພວກເຮົາຍັງບໍ່ເຕັມໃຈທີ່ຈະຍອມຮັບບຸກຄົນດັ່ງກ່າວຢ່າງກະຕືລືລົ້ນໃຫ້ເປັນພຣະເຈົ້າຂອງພວກເຮົາໄດ້. ເຖິງແມ່ນພຣະອົງໄດ້ມອບອາຫານມານາໃຫ້ກັບພວກເຮົາຢ່າງຫຼວງຫຼາຍ, ຫຼາຍເກີນທີ່ຈະຊື່ນຊົມ, ຈົນບໍ່ມີຫຍັງສາມາດແທນທີ່ພຣະຜູ້ເປັນເຈົ້າໃນຫົວໃຈຂອງພວກເຮົາໄດ້. ແຕ່ພວກເຮົາກໍຍັງລັ່ງເລໃຈທີ່ຈະໃຫ້ກຽດຄວາມເປັນຕົວຕົນ ແລະ ສະຖານະທີ່ເປັນພິເສດຂອງບຸກຄົນນີ້. ຖ້າ ພຣະອົງບໍ່ເປີດປາກຂອງພຣະອົງເພື່ອຂໍຮ້ອງໃຫ້ພວກເຮົາຍອມຮັບວ່າ ພຣະອົງເປັນພຣະເຈົ້າ, ພວກເຮົາກໍຈະບໍ່ມີທາງຍອມຮັບພຣະອົງດ້ວຍຕົວເອງວ່າເປັນພຣະເຈົ້າ ຜູ້ທີ່ຈະມາເຖິງໃນໄວໆນີ້ ແລະ ຜູ້ທີ່ໄດ້ປະຕິບັດພາລະກິດທ່າມກາງພວກເຮົາເປັນເວລາດົນນານມາແລ້ວ.

ພຣະເຈົ້າສືບຕໍ່ກັບຖ້ອຍຄຳຂອງພຣະອົງ, ນໍາໃຊ້ຫຼາກຫຼາຍວິທີ ແລະ ທັດສະນະເພື່ອຕັກເຕືອນກ່ຽວກັບສິ່ງທີ່ພວກເຮົາຄວນເຮັດໃນຂະນະດຽວກັນກໍເປັນສຽງໃຫ້ກັບຫົວໃຈຂອງພຣະອົງ. ພຣະທຳຂອງພຣະອົງແບກພະລັງແຫ່ງຊີວິດ, ຊື້ນໍາຫົນທາງທີ່ພວກເຮົາຄວນຍ່າງ ແລະ ເຮັດໃຫ້ພວກເຮົາເຂົ້າໃຈວ່າ ຄວາມຈິງແມ່ນຫຍັງ. ພວກເຮົາເລີ່ມຮັບການຊັກຈູງໂດຍພຣະທຳຂອງພຣະອົງ, ພວກເຮົາເລີ່ມຕົ້ນໃສ່ໃຈກັບນໍ້າສຽງ ແລະ ທ່າທາງໃນການເວົ້າຂອງພຣະອົງ ແລະ ໂດຍຈິດໃຕ້ສຳນຶກ ພວກເຮົາເລີ່ມສົນໃຈໃນຄວາມຮູ້ສຶກສ່ວນເລິກສຸດຂອງບຸກຄົນທີ່ບໍ່ໂດດເດັ່ນຄົນນີ້. ພຣະອົງລັ່ງເລືອດຈາກຫົວໃຈຂອງພຣະອົງເພື່ອປະຕິບັດພາລະກິດແທນພວກເຮົາ, ເສຍການນອນ ແລະ ຄວາມຫິວແທນພວກເຮົາ, ຮ້ອງໄຫ້ເພື່ອພວກເຮົາ, ຖອນໃຈເພື່ອພວກເຮົາ, ຄາງຍ້ອນຄວາມເຈັບປ່ວຍແທນພວກເຮົາ, ທົນຮັບຄວາມອັບອາຍຂາຍໜ້າເພື່ອຜົນປະໂຫຍດແຫ່ງຈຸດໝາຍປາຍທາງ ແລະ ຄວາມລອດພົ້ນຂອງພວກເຮົາ; ແລະ ຄວາມດື້ືືືດ້ານ ແລະ ຄວາມກະບົດຂອງພວກເຮົາທີ່ດຶງນໍ້າຕາ ແລະ ເລືອດຈາກຫົວໃຈຂອງພຣະອົງ. ບໍ່ມີມະນຸດທຳມະດາຄົນໃດທີ່ມີວິທີທາງຄວາມເປັນຢູ່ ແລະ ມີແບບນີ້ ຫຼື ບໍ່ມີມະນຸດທີ່ເສື່ອມຊາມຄົນໃດສາມາດມິ ຫຼື ບັນລຸສິ່ງນີ້ໄດ້. ພຣະອົງສຳແດງຄວາມອົດທົນ ແລະ ຄວາມອົດກັ້ນທີ່ບໍ່ມີມະນຸດທຳມະດາຄົນໃດເຮັດໄດ້ ແລະ ຄວາມຮັກຂອງພຣະອົງກໍບໍ່ແມ່ນສິ່ງທີ່ມະນຸດຄົນໃດໃຫ້ໄດ້. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຮູ້ທຸກຄວາມຄິດຂອງພວກເຮົາ ຫຼື ມີຄວາມເຂົ້າໃຈທີ່ຊັດເຈນ ແລະ ສົມບູນໃນທຳມະຊາດ ແລະ ທາດແທ້ຂອງພວກເຮົາ ຫຼື ພິພາກສາຄວາມກະບົດ ແລະ ຄວາມເສື່ອມຊາມຂອງມະນຸດຊາດ ຫຼື ເວົ້າກັບພວກເຮົາ ແລະ ປະຕິບັດພາລະກິດທ່າມກາງພວກເຮົາແບບນີ້ແທນພຣະເຈົ້າທີ່ຢູ່ໃນສະຫວັນໄດ້. ບໍ່ມີໃຜນອກຈາກພຣະອົງທີ່ມີສິດອຳນາດ, ສະຕິປັນຍາ ແລະ ສັກສີຂອງພຣະເຈົ້າ; ອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະເຈົ້າມີ ແລະ ເປັນທັງໝົດແມ່ນເກີດມາຈາກພຣະເຈົ້າ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດສຳແດງໃຫ້ພວກເຮົາເຫັນເຖິງຫົນທາງ ແລະ ນໍາແສງສະຫວ່າງມາສູ່ພວກເຮົາ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດເປີດເຜີຍສິ່ງລຶກລັບທີ່ພຣະເຈົ້າບໍ່ໄດ້ເປີດເຜີຍນັບຕັ້ງແຕ່ການເນລະມິດສ້າງຈົນຮອດປັດຈຸບັນ. ບໍ່ມີໃຜນອກຈາກພຣະອົງທີ່ສາມາດຊ່ວຍພວກເຮົາພົ້ນຈາກການເປັນທາດຂອງຊາຕານ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາເອງ. ພຣະອົງເປັນຕົວແທນຂອງພຣະເຈົ້າ. ພຣະອົງສຳແດງໃຫ້ເຫັນເຖິງຫົວໃຈໃນສ່ວນເລິກສຸດຂອງພຣະເຈົ້າ, ການຕັກເຕືອນຂອງພຣະເຈົ້າ ແລະ ພຣະທຳແຫ່ງການພິພາກສາຂອງພຣະເຈົ້າທີ່ມີຕໍ່ມະນຸດຊາດທັງໝົດ. ພຣະອົງໄດ້ເລີ່ມຕົ້ນຍຸກໃໝ່, ສະໄໝໃໝ່ ແລະ ນໍາພາໄປສູ່ສະຫວັນ ແລະ ແຜ່ນດິນໂລກໃໝ່ ແລະ ພາລະກິດໃໝ່; ແລະ ພຣະອົງນໍາຄວາມຫວັງມາສູ່ພວກເຮົາ, ສິ້ນສຸດຊີວິດທີ່ພວກເຮົາດໍາເນີນຢູ່ໃນຄວາມມືດມົວ ແລະ ເຮັດໃຫ້ການເປັນຢູ່ຂອງພວກເຮົາທັງໝົດເຫັນເຖິງເສັ້ນທາງສູ່ຄວາມລອດພົ້ນຢ່າງຊັດເຈນທີ່ສຸດ. ພຣະອົງໄດ້ເອົາຊະນະການເປັນຢູ່ທັງໝົດຂອງພວກເຮົາ ແລະ ໄດ້ຮັບຫົວໃຈຂອງພວກເຮົາ. ຈາກຊ່ວງເວລານັ້ນເປັນຕົ້ນໄປ, ຈິດໃຈຂອງພວກເຮົາເລີ່ມມີສະຕິ ແລະ ຈິດວິນຍານຂອງພວກເຮົາເລີ່ມຟື້ນຟູຂຶ້ນ: ບຸກຄົນທີ່ທຳມະດາ ແລະ ບໍ່ສຳຄັນຄົນນີ້ ຜູ້ເຊິ່ງມີຊີວິດຢູ່ທ່າມກາງພວກເຮົາ ແລະ ຖືກພວກເຮົາປະຕິເສດ, ບຸກຄົນນີ້ບໍ່ແມ່ນພຣະເຢຊູເຈົ້າບໍ ຜູ້ທີ່ຢູ່ໃນຄວາມຄິດ ໃນເວລາຕື່ນນອນ ຫຼື ໃນຄວາມຝັນຂອງພວກເຮົາສະເໝີມາ ແລະ ເປັນຜູ້ທີ່ພວກເຮົາປາຖະໜາທັງກາງເວັນ ແລະ ກາງຄືນ? ນັ້ນຄືພຣະອົງ! ຄືພຣະອົງແທ້ໆ! ພຣະອົງເປັນພຣະເຈົ້າຂອງພວກເຮົາ! ພຣະອົງເປັນຄວາມຈິງ, ເປັນຫົນທາງ ແລະ ເປັນຊີວິດ! ພຣະອົງເຮັດໃຫ້ພວກເຮົາສາມາດມີຊີວິດຢູ່ໄດ້ອີກຄັ້ງ ແລະ ໄດ້ເຫັນແສງສະຫວ່າງ ແລະ ຢຸດຫົວໃຈຂອງພວກເຮົາຈາກການຫຼົງທາງ. ພວກເຮົາໄດ້ກັບມາສູ່ເຮືອນຂອງພຣະເຈົ້າ, ພວກເຮົາໄດ້ກັບມາຢູ່ຕໍ່ໜ້າບັນລັງຂອງພຣະອົງ, ພວກເຮົາໄດ້ຢູ່ຊ້ອງໜ້າພຣະອົງ, ພວກເຮົາໄດ້ປະຈັກໃບໜ້າຂອງພຣະອົງ ແລະ ພວກເຮົາໄດ້ເຫັນຫົນທາງທີ່ຢູ່ເບື້ອງໜ້າ. ໃນເວລານີ້ ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຮົາຢ່າງສົມບູນແລ້ວ; ພວກເຮົາບໍ່ສົງໄສອີກຕໍ່ໄປວ່າ ພຣະອົງແມ່ນຫຍັງ, ບໍ່ຕໍ່ຕ້ານພາລະກິດຂອງພຣະອົງ ແລະ ພຣະທຳຂອງພຣະອົງອີກຕໍ່ໄປ ແລະ ພວກເຮົາກົ້ມລົງຂາບຕໍ່ໜ້າພຣະອົງ. ພວກເຮົາບໍ່ປາຖະໜາໄປຫຼາຍກວ່າການຕິດຕາມຮອຍບາດກ້າວຂອງພຣະເຈົ້າຕະຫຼອດຊົ່ວຊີວິດຂອງພວກເຮົາ ແລະ ຖືກເຮັດໃຫ້ສົມບູນໂດຍພຣະອົງ ແລະ ຕອບແທນພຣະຄຸນຂອງພຣະອົງ ແລະ ຕອບແທນຄວາມຮັກຂອງພຣະອົງທີ່ມີໃຫ້ກັບພວກເຮົາ; ແລະ ເຊື່ອຟັງການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງ, ຮ່ວມມືກັບພາລະກິດຂອງພຣະອົງ ແລະ ເຮັດທຸກຢ່າງທີ່ພວກເຮົາສາມາດເຮັດໄດ້ເພື່ອເຮັດໃຫ້ສິ່ງທີ່ພຣະອົງມອບໝາຍໃຫ້ກັບພວກເຮົານັ້ນສຳເລັດລົງ.

ການທີ່ຖືກເອົາຊະນະໂດຍພຣະເຈົ້າຄືກັບການແຂ່ງຂັນສິລະປະການຕໍ່ສູ່.

ພຣະທຳແຕ່ລະຂໍ້ໂຈມຕີຈຸດຕາຍຈຸດໃດຈຸດໜຶ່ງຂອງພວກເຮົາ, ເຮັດໃຫ້ພວກເຮົາເຈັບປວດ ແລະ ເຕັມໄປດ້ວຍຄວາມຢ້ານກົວ. ພຣະອົງເປີດເຜີຍຄວາມຄິດຂອງພວກເຮົາ, ຈິນຕະນາການຂອງພວກເຮົາ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ. ຈາກທຸກສິ່ງທີ່ພວກເຮົາເວົ້າ ແລະ ເຮັດ ຈົນເຖິງຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຮົາ, ທຳມະຊາດ ແລະ ທາດແທ້ຂອງພວກເຮົາຖືກເປີດເຜີຍໃນພຣະທຳຂອງພຣະອົງ, ເຮັດໃຫ້ພວກເຮົາຢູ່ໃນສະພາບຢ້ານກົວ, ເປັນສັ່ນເຊັນ ແລະ ບໍ່ມີບ່ອນທີ່ຈະປິດບັງຄວາມອັບອາຍຂອງພວກເຮົາໄດ້. ພຣະອົງບອກເຮົາແຕ່ລະຢ່າງກ່ຽວກັບທຸກການກະທຳຂອງພວກເຮົາ, ຈຸດປະສົງ ແລະ ເຈດຕະນາຂອງພວກເຮົາ, ແມ່ນແຕ່ອຸປະນິໄສທີ່ເສື່ອມຊາມທີ່ພວກເຮົາບໍ່ເຄີຍຄົ້ນພົບດ້ວຍຕົວເອງຈັກເທື່ອ ເຮັດໃຫ້ພວກເຮົາຮູ້ສຶກວ່າພວກເຮົາເປີດເຜີຍຄວາມບໍ່ສົມບູນແບບທີ່ເປັນຕາສົມເພດຂອງຕົນເອງ ແລະ ຍິ່ງໄປກວ່ານັ້ນ ພຣະອົງໄດ້ເອົາຊະນະພວກເຮົາຢ່າງສົມບູນ. ພຣະອົງພິພາກສາພວກເຮົາທີ່ຕໍ່ຕ້ານພຣະອົງ, ຕີສອນພວກເຮົາທີ່ໝິ່ນປະໝາດ ແລະ ກ່າວໂທດພຣະອົງ ແລະ ເຮັດໃຫ້ພວກເຮົາຮູ້ສຶກວ່າ ໃນສາຍຕາຂອງພຣະອົງ ພວກເຮົາບໍ່ມີຈຸດເດັ່ນແຫ່ງການໄຖ່ບາບແມ່ນແຕ່ຢ່າງດຽວ, ຮູ້ສຶກວ່າ ພວກເຮົາແມ່ນຊາຕານທີ່ມີຊີວິດຢູ່. ຄວາມຫວັງຂອງພວກເຮົາຖືກທຳລາຍ, ພວກເຮົາບໍ່ກ້າຮຽກຮ້ອງໂດຍບໍ່ມີເຫດຜົນ ຫຼື ຮັບຄວາມຫວັງຈາກພຣະອົງອີກຕໍ່ໄປ ແລະ ແມ່ນແຕ່ຄວາມຝັນຂອງພວກເຮົາກໍຫາຍໄປຂ້າມຄືນ. ນີ້ຄືຄວາມຈິງທີ່ບໍ່ມີໃຜໃນພວກເຮົາສາມາດຈິນຕະນາການໄດ້ ແລະ ບໍ່ມີໃຜໃນພວກເຮົາສາມາດຍອມຮັບໄດ້. ພາຍໃນໄລຍະຊ່ວງເວລາດຽວ, ພວກເຮົາສູນເສຍຄວາມສົມດຸນພາຍໃນຕົວພວກເຮົາ ແລະ ບໍ່ຮູ້ຈັກວ່າ ຈະສືບຕໍ່ໃນຫົນທາງທີ່ຢູ່ເບື້ອງໜ້າໄດ້ແນວໃດ ຫຼື ຈະສືບຕໍ່ໃນຄວາມເຊື່ອຂອງພວກເຮົາໄດ້ແນວໃດ. ເບິ່ງຄືກັບວ່າ ຄວາມເຊື່ອຂອງພວກເຮົາໄດ້ກັບຄືນໄປຢູ່ທີ່ຈຸດເລີ່ມຕົ້ນ ແລະ ເບິ່ງຄືກັບວ່າ ພວກເຮົາບໍ່ເຄີຍພົບພຣະເຢຊູເຈົ້າຈັກເທື່ອ ຫຼື ໄດ້ຮູ້ຈັກພຣະອົງເລີຍ. ທຸກສິ່ງທີ່ຢູ່ຕໍ່ຕາຂອງພວກເຮົາຈະເຮັດໃຫ້ພວກເຮົາເຕັມໄປດ້ວຍຄວາມມຶນງົງ ແລະ ເຮັດໃຫ້ພວກເຮົາ ສອງຈິດສອງໃຈທີ່ບໍ່ເດັດຂາດ. ພວກເຮົາຕົກຕະລຶງ, ພວກເຮົາຜິດຫວັງ ແລະ ສ່ວນເລິກໃນຫົວໃຈຂອງພວກເຮົາກໍມີຄວາມໂມໂຫ ແລະ ຄວາມອັບປະຍົດທີ່ອົດກັ້ນບໍ່ໄດ້. ພວກເຮົາພະຍາຍາມລະບາຍ, ຫາທາງອອກ ແລະ ຍິ່ງໄປກວ່ານັ້ນກໍຄື ສຶບຕໍ່ລໍຖ້າພຣະຜູ້ຊ່ວຍໃຫ້ພົ້ນພຣະເຢຊູເຈົ້າຂອງພວກເຮົາ, ເພື່ອພວກເຮົາອາດຖອກເທຫົວໃຈຂອງພວກເຮົາຮັບເອົາພຣະອົງ. ເຖິງແມ່ນວ່າ ມີຫຼາຍຄັ້ງທີ່ພວກເຮົາເບິ່ງພາຍນອກຄືກັບວ່າທຸ່ນທ່ຽງ, ບໍ່ອວດດີ ຫຼື ຖ່ອມຕົວ, ແຕ່ໃນຫົວໃຈຂອງພວກເຮົາ, ພວກເຮົາເປັນທຸກໃຈກັບຄວາມຮູ້ສຶກແຫ່ງການສູນເສຍທີ່ພວກເຮົາບໍ່ເຄີຍຮູ້ສຶກມາກ່ອນເລີຍ. ເຖິງວ່າບາງຄັ້ງ ພວກເຮົາອາດໃຈເຢັນແບບຜິດປົກກະຕິຢູ່ພາຍນອກ, ຈິດໃຈຂອງພວກເຮົາກໍຟົດຍ້ອນຄວາມທໍລະມານຄືກັບທະເລທີ່ມີພາຍຸຮ້າຍແຮງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ລົບລ້າງຄວາມຫວັງ ແລະ ຄວາມຝັນທັງໝົດຂອງພວກເຮົາ, ນໍາຈຸດສິ້ນສຸດມາສູ່ຄວາມປາຖະໜາທີ່ສິ້ນເປືອງຂອງພວກເຮົາ ແລະ ເຮັດໃຫ້ວພກເຮົາບໍ່ເຕັມໃຈທີ່ຈະເຊື່ອວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ ແລະ ສາມາດຊ່ວຍພວກເຮົາໃຫ້ລອດພົ້ນໄດ້. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເປີດອ່າວທະເລທີ່ເລິກຫຼາຍລະຫວ່າງພວກເຮົາ ແລະ ພຣະອົງເຊິ່ງແຮງເຮັດໃຫ້ບໍ່ມີໃຜເຕັມໃຈທີ່ຈະພະຍາຍາມຂ້າມໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງແມ່ນຄັ້ງທຳອິດທີ່ພວກເຮົາໄດ້ທົນທຸກກັບຄວາມຍາກລໍາບາກຢ່າງໃຫຍ່ຫຼວງ ເຊິ່ງເປັນຄວາມອັບອາຍຂາຍໜ້າທີ່ຍິ່ງໃຫຍ່ໃນຊີວິດຂອງພວກເຮົາ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍົກຍ້ອງກຽດຂອງພຣະອົງ ແລະ ຄວາມບໍ່ທົນຂອງພຣະອົງຕໍ່ການກະທໍາຜິດຂອງມະນຸດຢ່າງແທ້ຈິງ, ດ້ວຍວ່າເມື່ອປຽບທຽບກັບຄວາມຕໍ່າຊ້າ ແລະ ຄວາມບໍ່ບໍລິສຸດຂອງພວກເຮົາແລ້ວແມ່ນຍິ່ງໃຫຍ່ເຫຼືອເກີນ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຮັບຮູ້ເປັນຄັ້ງທໍາອິດວ່າ ພວກເຮົາອວດດີ ແລະ ໂອ້ອວດຫຼາຍພຽງໃດ, ແລະ ຮູ້ວ່າມະນຸດຈະບໍ່ມີທາງເທົ່າທຽມກັບພຣະເຈົ້າ ຫຼື ເທົ່າກັບພຣະເຈົ້າໄດ້ແນວໃດ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາປາຖະໜາທີ່ຈະບໍ່ມີຊີວິດຢູ່ໃນອຸປະນິໄສທີ່ເສື່ອມຊາມດັ່ງກ່າວ, ເພື່ອກຳຈັດທຳມະຊາດ ແລະ ທາດແທ້ນີ້ຈາກຕົວພວກເຮົາເອງໃຫ້ໄວເທົ່າທີ່ຈະໄວໄດ້ ແລະ ເພື່ອຢຸດຄວາມຊົ່ວຊ້າ ແລະ ສິ່ງທີ່ເປັນຕາຊັງຕໍ່ພຣະອົງ. ການພິພາກສາ ແລະ ການຕີສອນຂອງພຣະອົງໄດ້ເຮັດໃຫ້ພວກເຮົາຍິນດີທີ່ຈະເຊື່ອຟັງພຣະທຳຂອງພຣະອົງ, ບໍ່ກະບົດຕໍ່ການຈັດແຈງ ແລະ ການປັ້ນແຕ່ງຂອງພຣະອົງອີກຕໍ່ໄປ. ການພິພາກສາ ແລະ ການຕີສອນຂອງພຣະອົງມອບຄວາມປາຖະໜາໃນການສະແຫວງຊີວິດໃຫ້ກັບພວກເຮົາອີກຄັ້ງ ແລະ ເຮັດໃຫ້ພວກເຮົາຍິນດີທີ່ຈະຍອມຮັບພຣະອົງເປັນພຣະຜູ້ຊ່ວຍໃຫ້ພົ້ນ.... ພວກເຮົາໄດ້ອອກຈາກພາລະກິດແຫ່ງການເອົາຊະນະ, ອອກຈາກນະລົກ, ອອກຈາກເຫວແຫ່ງຄວາມມືດຂອງຄວາມຕາຍ.... ພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບເອົາພວກເຮົາ, ເຊິ່ງເປັນຄົນກຸ່ມນີ້! ພຣະອົງໄດ້ຮັບໄຊຊະນະເໜືອຊາຕານ ແລະ ໄດ້ເອົາຊະນະສັດຕູຈຳນວນຫຼວງຫຼາຍຂອງພຣະອົງແລ້ວ!

ພວກເຮົາເປັນພຽງກຸ່ມຄົນທຳມະດາ, ມີອຸປະນິໄສທີ່ເສື່ອຊາມຂອງຊາຕານ, ເປັນຄົນທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ລ່ວງໜ້າກ່ອນຍຸກຕ່າງໆ ແລະ ເປັນຄົນຂັດສົນທີ່ພຣະເຈົ້າໄດ້ຍົກຂຶ້ນຈາກກອງຂີ້ສັດ. ພວກເຮົາເຄີຍຖືກພຣະເຈົ້າປະຕິເສດ ແລະ ກ່າວໂທດ, ແຕ່ບັດນີ້ ພວກເຮົາຖືກພຣະເຈົ້າເອົາຊະນະ. ຈາກພຣະເຈົ້າ ພວກເຮົາໄດ້ຮັບຊີວິດ ແລະ ຫົນທາງແຫ່ງຊີວິດຕະຫຼອດໄປເປັນນິດ. ບໍ່ວ່າພວກເຮົາຈະຢູ່ໃສໃນເທິງແຜ່ນດິນໂລກ, ບໍ່ວ່າພວກເຮົາຈະອົດກັ້ນຕໍ່ການຂົມເຫັງ ແລະ ຄວາມລຳບາກຍາກແຄ້ນຫຍັງກໍຕາມ, ພວກເຮົາບໍ່ສາມາດອອກຫ່າງຈາກຄວາມລອດພົ້ນຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້. ຍ້ອນພຣະອົງເປັນພຣະຜູ້ສ້າງຂອງພວກເຮົາ ແລະ ເປັນເສັ້ນທາງໄຖ່ບາບແຫ່ງດຽວຂອງພວກເຮົາ!

ຄວາມຮັກຂອງພຣະເຈົ້າຂະຫຍາຍໄປຂ້າງໜ້າຄືກັບນໍ້າທີ່ຢູ່ໃນນໍ້າພຸ ແລະ ມັນຖືກມອບໃຫ້ກັບເຈົ້າ, ໃຫ້ກັບເຮົາ, ໃຫ້ກັບເຂົາ, ໃຫ້ກັບທຸກຄົນທີ່ສະແຫວງຫາຄວາມຈິງ ແລະ ລໍຖ້າການປາກົດຂອງພຣະເຈົ້າຢ່າງແທ້ຈິງ.

ຄືກັບດວງເດືອນທີ່ໝູນວຽນອ້ອມດວງຕາເວັນຢ່າງບໍ່ຈົບສິ້ນ, ພາລະກິດຂອງພຣະເຈົ້າກໍບໍ່ຢຸດເຊົາເຊັ່ນດຽວກັນ ແລະ ຈະປະຕິບັດໃນຕົວເຈົ້າ, ໃນຕົວເຮົາ, ໃນຕົວເຂົາ ແລະ ໃນທຸກຄົນທີ່ຕິດຕາມຮອຍບາດກ້າວຂອງພຣະເຈົ້າ ແລະ ຍອມຮັບການພິພາກສາ ແລະ ການຕີສອນຂອງພຣະອົງ.

ມີນາ 23, 2010

​ກ່ອນ​ນີ້ :ການຮູ້ຈັກພຣະເຈົ້າແມ່ນເສັ້ນທາງໃນການຍໍາເກງພຣະເຈົ້າ ແລະ ຫຼີກເວັ້ນຄວາມຊົ່ວຮ້າຍ

ເນື່ອຫາທີ່ກ່ຽວຂ້ອງ