ຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ (14)
ພວກເຮົາໄດ້ໂອ້ລົມກ່ຽວກັບຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກມາດົນປານໃດແລ້ວ? (ສີ່ເດືອນເຄິ່ງ). ຫຼັງຈາກທີ່ໄດ້ໂອ້ລົມກັນໃນເລື່ອງນີ້ເປັນເວລາດົນນານ, ຕອນນີ້ພວກເຈົ້າມີຄວາມເຂົ້າໃຈວຽກງານສະເພາະທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໄດ້ແຈ່ມແຈ້ງຂຶ້ນແລ້ວບໍ່? (ແມ່ນແລ້ວ, ຄວາມເຂົ້າໃຈຂອງພວກເຮົາກ່ຽວກັບເລື່ອງນີ້ແມ່ນແຈ່ມແຈ້ງຂຶ້ນແລ້ວ). ມັນຄວນຈະແຈ່ມແຈ້ງກວ່າແຕ່ກ່ອນ. ການໂອ້ລົມຂອງເຮົາແມ່ນສະເພາະເຈາະຈົງ ແລະ ຊັດເຈນຫຼາຍ ຈົນຖ້າໃຜຍັງບໍ່ເຂົ້າໃຈ, ມັນກໍໝາຍຄວາມວ່າພວກເຂົາມີປັນຍາທຶບ, ແມ່ນບໍ່? (ແມ່ນແລ້ວ). ເມື່ອເບິ່ງເລື່ອງນີ້ຕອນນີ້, ພວກເຈົ້າຄິດວ່າມັນງ່າຍບໍທີ່ຈະເປັນຜູ້ນໍາ ຫຼື ຜູ້ເຮັດວຽກທີ່ດີ? (ບໍ່ງ່າຍ). ຕ້ອງມີຄຸນສົມບັດຫຍັງແດ່? (ຄົນເຮົາຕ້ອງມີຄວາມສາມາດ ແລະ ຄວາມເປັນມະນຸດທີ່ຈຳເປັນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ພ້ອມທັງຄວາມຈິງຄວາມເປັນຈິງ ແລະ ມີຄວາມຮັບຜິດຊອບ). ຢ່າງໜ້ອຍທີ່ສຸດ, ຄົນເຮົາຕ້ອງມີຈິດສຳນຶກ, ເຫດຜົນ ແລະ ຄວາມຈົງຮັກພັກດີ ແລະ ຕໍ່ຈາກນັ້ນກໍຄືຄວາມສາມາດ ແລະ ຄວາມສາມາດໃນການເຮັດວຽກ. ເມື່ອຄົນໃດໜຶ່ງມີຄຸນສົມບັດທັງໝົດນີ້, ພວກເຂົາກໍສາມາດເປັນຜູ້ນໍາ ຫຼື ຜູ້ເຮັດວຽກທີ່ດີ ແລະ ປະຕິບັດຄວາມຮັບຜິດຊອບຂອງພວກເຂົາໃຫ້ສຳເລັດ.
ຂໍ້ທີສິບສອງ: ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ (ພາກທີສອງ)
ໃນການເຕົ້າໂຮມຄັ້ງກ່ອນ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຂໍ້ທີສິບສອງໃນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ: “ລະບຸຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໂດຍທັນທີ ແລະ ຢ່າງຖືກຕ້ອງ; ຢຸດຢັ້ງ ແລະ ຈຳກັດພວກເຂົາ ແລະ ພິກສະຖານະການ; ນອກຈາກນີ້, ໃຫ້ໂອ້ລົມຄວາມຈິງເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກພັດທະນາການແຍກແຍະຜ່ານສິ່ງດັ່ງກ່າວ ແລະ ຮຽນຮູ້ຈາກພວກມັນ”. ພາຍໃນຂໍ້ນີ້, ກ່ອນອື່ນໝົດ ພວກເຮົາໄດ້ໂອ້ລົມກັນເປັນຫຼັກກ່ຽວກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໃດແດ່ທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງການຢຸດຢັ້ງ ແລະ ຈຳກັດຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນພາຍໃນຄຣິສຕະຈັກ ແລະ ຕ້ອງການປະຕິບັດວຽກງານນີ້ໃຫ້ດີ, ກ່ອນອື່ນພວກເຂົາຕ້ອງຮູ້ ແລະ ເຂົ້າໃຈວ່າຄົນ, ເຫດການ ແລະ ສິ່ງຕ່າງໆໃດແດ່ທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ. ຫຼັງຈາກນັ້ນ, ພວກເຂົາຕ້ອງຈັບຄູ່ສິ່ງເຫຼົ່ານີ້ໃສ່ກັບຄົນ, ເຫດການ ແລະ ສິ່ງຕ່າງໆໃນວຽກງານຕົວຈິງຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ, ແລ້ວຈຶ່ງປະຕິບັດໜ້າວຽກຕ່າງໆ ເຊັ່ນ: ການຢຸດຢັ້ງ ແລະ ການຈຳກັດພວກເຂົາ. ນີ້ແມ່ນຂໍ້ກຳນົດສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ. ໃນການເຕົ້າໂຮມຄັ້ງກ່ອນຂອງພວກເຮົາ, ພວກເຮົາໄດ້ໂອ້ລົມກັນກ່ຽວກັບຄົນ, ເຫດການ ແລະ ສິ່ງຕ່າງໆບາງຢ່າງທີ່ລົບກວນ ແລະ ຂັດຂວາງວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກ, ໂດຍເລີ່ມຈາກສິ່ງທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ. ພວກເຮົາຍັງໄດ້ຈັດປະເພດຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໃນຊີວິດຄຣິສຕະຈັກທີ່ມີລັກສະນະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ທັງໝົດມີຈັກບັນຫາ? (ສິບເອັດຂໍ້. ໜຶ່ງ, ການມັກນອກເລື່ອງໃນເວລາໂອ້ລົມຄວາມຈິງເປັນປະຈໍາ; ສອງ, ການເວົ້າຄຳເວົ້າ ແລະ ຫຼັກຄຳສອນເພື່ອເຮັດໃຫ້ຄົນຫຼົງຜິດ ແລະ ເພື່ອໃຫ້ຄົນອື່ນນັບຖືຕົນ; ສາມ, ການເວົ້າຈາເລື່ອງຄອບຄົວ, ການສ້າງສາຍສຳພັນສ່ວນຕົວ ແລະ ການຈັດການເລື່ອງສ່ວນຕົວ; ສີ່, ການສ້າງຕັ້ງກຸ່ມກ້ອນ; ຫ້າ, ການຍາດແຍ່ງສະຖານະ; ຫົກ, ການຍຸແຍ່; ເຈັດ, ການໂຈມຕີ ແລະ ທໍລະມານຄົນ; ແປດ, ການເຜີຍແຜ່ແນວຄິດ; ເກົ້າ, ການລະບາຍຄວາມເປັນລົບ; ສິບ, ການເຜີຍແຜ່ຂ່າວລືທີ່ບໍ່ມີຄວາມຈິງ ແລະ ສິບເອັດ, ການລະເມີດຫຼັກການການເລືອກຕັ້ງ). ບັນຫາທີຫົກແມ່ນການຍຸແຍ່, ເຊິ່ງມີລັກສະນະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ແຕ່ເມື່ອທຽບກັບການກະທຳທີ່ຊົ່ວຊ້າອື່ນໆ, ມັນເປັນບັນຫາເລັກນ້ອຍ. ໃຫ້ປ່ຽນເປັນ “ການພົວພັນທີ່ບໍ່ເໝາະສົມ” ແລະ ທຳມະຊາດຂອງສິ່ງນີ້ກໍຮ້າຍແຮງກວ່າການຍຸແຍ່. ບັນຫາທີເຈັດແມ່ນການໂຈມຕີ ແລະ ທໍລະມານຄົນ. ໃຫ້ປ່ຽນເປັນ “ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມ”, ທຳມະຊາດຂອງສິ່ງນີ້ບໍ່ຮ້າຍແຮງກວ່າ, ສະເພາະເຈາະຈົງກວ່າ ແລະ ເໝາະສົມກວ່າບໍ? (ແມ່ນແລ້ວ). ການໂຈມຕີເຊິ່ງກັນແລະກັນ ແລະ ການປະທະຄາລົມແມ່ນບັນຫາປະເພດໜຶ່ງທີ່ເກີດຂຶ້ນທົ່ວໄປໃນຊີວິດຄຣິສຕະຈັກທີ່ກ່ຽວຂ້ອງກັບການຂັດຂວາງ ແລະ ການລົບກວນ. ການດັດແປງສອງບັນຫານີ້ແບບນີ້ເຮັດໃຫ້ພວກມັນເໝາະສົມກວ່າ ແລະ ໃກ້ຄຽງກັບບັນຫາທີ່ເກີດຂຶ້ນພາຍໃນຊີວິດຄຣິສຕະຈັກຫຼາຍຂຶ້ນ. ບັນຫາທີສິບເອັດແມ່ນການລະເມີດຫຼັກການການເລືອກຕັ້ງ. ໃຫ້ປ່ຽນເປັນ “ການຄວບຄຸມ ແລະ ການຂັດຂວາງການເລືອກຕັ້ງ”. ນີ້ເປັນພຽງການປ່ຽນແປງຄຳສັບ; ທຳມະຊາດຂອງມັນຍັງຄືເກົ່າ, ພຽງແຕ່ລະດັບຄວາມຮຸນແຮງໄດ້ເພີ່ມຂຶ້ນ, ຕອນນີ້ມັນກ່ຽວຂ້ອງກັບລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຫຼາຍຂຶ້ນ.
ບັນດາບຸກຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ
V. ການຍາດແຍ່ງສະຖານະ
ຄັ້ງທີ່ຜ່ານມາ, ພວກເຮົາໄດ້ໂອ້ລົມກັນເຖິງບັນຫາທີສີ່, ການສ້າງຕັ້ງກຸ່ມກ້ອນ. ຄັ້ງນີ້, ພວກເຮົາຈະໂອ້ລົມກັນຕໍ່ກ່ຽວກັບບັນຫາທີຫ້າ, ການຍາດແຍ່ງສະຖານະ. ເລື່ອງການຍາດແຍ່ງສະຖານະແມ່ນບັນຫາທີ່ເກີດຂຶ້ນເລື້ອຍໆໃນຊີວິດຄຣິສຕະຈັກ ແລະ ມັນເປັນສິ່ງທີ່ເຫັນໄດ້ທົ່ວໄປ. ສະພາວະ, ພຶດຕິກຳ ແລະ ການສະແດງອອກໃດແດ່ທີ່ເປັນຂອງການປະຕິບັດການຍາດແຍ່ງສະຖານະ? ການສະແດງອອກຂອງການຍາດແຍ່ງສະຖານະໃດແດ່ທີ່ເປັນຂອງບັນຫາການຂັດຂວາງ ແລະ ການລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ? ບໍ່ວ່າພວກເຮົາຈະໂອ້ລົມກັນກ່ຽວກັບບັນຫາ ຫຼື ໝວດໝູ່ໃດກໍຕາມ, ມັນຕ້ອງກ່ຽວຂ້ອງກັບສິ່ງທີ່ກ່າວໄວ້ໃນຂໍ້ທີສິບສອງ, ກ່ຽວກັບ “ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ລົບກວນ ແລະ ຂັດຂວາງວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ”. ມັນຕ້ອງຮອດລະດັບຂອງການຂັດຂວາງ ແລະ ການລົບກວນ ແລະ ມັນຕ້ອງກ່ຽວຂ້ອງກັບທຳມະຊາດນີ້, ເມື່ອນັ້ນຈຶ່ງຄຸ້ມຄ່າທີ່ຈະໂອ້ລົມ ແລະ ໄຈ້ແຍກ. ການສະແດງອອກຂອງການຍາດແຍ່ງສະຖານະໃດແດ່ທີ່ກ່ຽວຂ້ອງກັບທຳມະຊາດຂອງການຂັດຂວາງ ແລະ ການລົບກວນວຽກງານຂອງເຮືອນຂອງພຣະເຈົ້າ? ສິ່ງທີ່ພົບເຫັນຫຼາຍທີ່ສຸດແມ່ນຄົນທີ່ຍາດແຍ່ງສະຖານະກັບຜູ້ນໍາຄຣິສຕະຈັກ, ເຊິ່ງສະແດງອອກເປັນຫຼັກໃນການທີ່ພວກເຂົາຊອກຈັບຜິດບາງຢ່າງກ່ຽວກັບຜູ້ນໍາ ແລະ ຄວາມຜິດພາດຂອງພວກເຂົາ ເພື່ອດູຖູກ ແລະ ກ່າວໂທດພວກເຂົາ ແລະ ເຈດຕະນາເປີດໂປງການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ ແລະ ຈຸດອ່ອນ ແລະ ຂໍ້ບົກຜ່ອງໃນຄວາມເປັນມະນຸດ ແລະ ຄວາມສາມາດຂອງພວກເຂົາ, ໂດຍສະເພາະເມື່ອເວົ້າເຖິງການບ່ຽງເບນ ແລະ ຄວາມຜິດພາດທີ່ພວກເຂົາໄດ້ເຮັດໃນວຽກງານຂອງພວກເຂົາ ຫຼື ເມື່ອຈັດການກັບຜູ້ຄົນ. ນີ້ແມ່ນການສະແດງອອກທີ່ເຫັນໄດ້ທົ່ວໄປທີ່ສຸດ ແລະ ໂຈ່ງແຈ້ງທີ່ສຸດຂອງການຍາດແຍ່ງສະຖານະກັບຜູ້ນໍາຄຣິສຕະຈັກ. ນອກຈາກນີ້, ຄົນເຫຼົ່ານີ້ບໍ່ສົນໃຈວ່າຜູ້ນໍາຄຣິສຕະຈັກເຮັດວຽກຂອງພວກເຂົາໄດ້ດີສໍ່າໃດ, ພວກເຂົາກະທຳຕາມຫຼັກການ ຫຼື ບໍ່ ຫຼື ມີບັນຫາກັບຄວາມເປັນມະນຸດຂອງພວກເຂົາ ຫຼື ບໍ່ ແລະ ພຽງແຕ່ຕໍ່ຕ້ານຜູ້ນໍາເຫຼົ່ານີ້. ເປັນຫຍັງພວກເຂົາຈຶ່ງຕໍ່ຕ້ານ? ເພາະວ່າພວກເຂົາກໍຢາກເປັນຜູ້ນໍາຄຣິສຕະຈັກເຊັ່ນກັນ, ນີ້ຄືຄວາມທະເຍີທະຍານຂອງພວກເຂົາ, ຄວາມປາຖະໜາຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງຕໍ່ຕ້ານ. ບໍ່ວ່າຜູ້ນໍາຄຣິສຕະຈັກຈະເຮັດວຽກ ຫຼື ຈັດການບັນຫາແນວໃດກໍຕາມ, ຄົນເຫຼົ່ານີ້ກໍຈະຊອກຈັບຜິດພວກເຂົາຢູ່ສະເໝີ, ຕັດສິນ ແລະ ກ່າວໂທດພວກເຂົາ ແລະ ແມ່ນແຕ່ໄປໄກເຖິງຂັ້ນເຮັດເລື່ອງນ້ອຍໃຫ້ເປັນເລື່ອງໃຫຍ່, ບິດເບືອນຄວາມຈິງ ແລະ ເວົ້າເກີນຈິງຈົນເຖິງທີ່ສຸດເທົ່າທີ່ຈະເປັນໄປໄດ້. ພວກເຂົາບໍ່ໄດ້ໃຊ້ມາດຕະຖານທີ່ເຮືອນຂອງພຣະເຈົ້າຮຽກຮ້ອງຈາກຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອວັດແທກວ່າຜູ້ນໍາເຫຼົ່ານີ້ກະທຳຕາມຫຼັກການ ຫຼື ບໍ່, ພວກເຂົາເປັນຄົນທີ່ຖືກຕ້ອງ ຫຼື ບໍ່, ພວກເຂົາເປັນຄົນທີ່ສະແຫວງຫາຄວາມຈິງ ຫຼື ບໍ່ ແລະ ພວກເຂົາມີຈິດສຳນຶກ ແລະ ເຫດຜົນ ຫຼື ບໍ່. ພວກເຂົາບໍ່ໄດ້ປະເມີນຜູ້ນໍາຕາມຫຼັກການເຫຼົ່ານີ້. ແທນທີ່ຈະເປັນແນວນັ້ນ, ພວກເຂົາຊອກຈັບຜິດເລື່ອງເລັກໆນ້ອຍໆ ແລະ ສ້າງເລື່ອງຂຶ້ນມາຢູ່ສະເໝີ ໂດຍອີງໃສ່ເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາເອງ, ຊອກຫາສິ່ງທີ່ຈະໃຊ້ໂຈມຕີຜູ້ນໍາ ຫຼື ຜູ້ເຮັດວຽກ, ເຜີຍແຜ່ຂ່າວລືລັບຫຼັງກ່ຽວກັບການທີ່ພວກເຂົາເຮັດສິ່ງທີ່ບໍ່ສອດຄ່ອງກັບຄວາມຈິງ ຫຼື ເປີດໂປງຂໍ້ບົກຜ່ອງຂອງພວກເຂົາ. ຕົວຢ່າງ, ພວກເຂົາອາດຈະເວົ້າວ່າ: “ຜູ້ນໍາຊື່ນັ້ນຊື່ນີ້ເຄີຍເຮັດຜິດ ແລະ ຖືກລິຮານໂດຍເບື້ອງເທິງ ແລະ ພວກເຈົ້າບໍ່ມີໃຜຮູ້ເລີຍ. ເຫັນບໍ່, ພວກເຂົາເສແສ້ງເກັ່ງຫຼາຍ!” ພວກເຂົາບໍ່ໄດ້ພິຈາລະນາ ແລະ ສົນໃຈວ່າຜູ້ນໍາ ຫຼື ຜູ້ເຮັດວຽກຄົນນີ້ເປັນເປົ້າໝາຍໃນການເພາະປູກຂອງເຮືອນຂອງພຣະເຈົ້າ ຫຼື ບໍ່ ຫຼື ພວກເຂົາໄດ້ມາດຕະຖານໃນຖານະຜູ້ນໍາ ຫຼື ຜູ້ເຮັດວຽກ ຫຼື ບໍ່, ພວກເຂົາພຽງແຕ່ຕັດສິນພວກເຂົາຕໍ່ໄປ, ບິດເບືອນຄວາມຈິງ ແລະ ເຮັດການເຄື່ອນໄຫວເລັກໆນ້ອຍໆຕໍ່ຕ້ານພວກເຂົາລັບຫຼັງ. ແລ້ວພວກເຂົາເຮັດສິ່ງເຫຼົ່ານີ້ເພື່ອຈຸດປະສົງຫຍັງ? ກໍເພື່ອຍາດແຍ່ງສະຖານະ, ບໍ່ແມ່ນບໍ? ທຸກສິ່ງທີ່ພວກເຂົາເວົ້າ ແລະ ເຮັດລ້ວນແຕ່ມີເປົ້າໝາຍ. ພວກເຂົາບໍ່ໄດ້ຄຳນຶງເຖິງວຽກງານຂອງຄຣິສຕະຈັກ ແລະ ການປະເມີນຜູ້ນໍາ ແລະ ຜູ້ເຮັດວຽກຂອງພວກເຂົາກໍບໍ່ໄດ້ອີງໃສ່ພຣະທຳຂອງພຣະເຈົ້າ ຫຼື ຄວາມຈິງ, ແຮງໄກທີ່ຈະອີງໃສ່ການຈັດແຈງວຽກງານຂອງເຮືອນຂອງພຣະເຈົ້າ ຫຼື ຫຼັກການທີ່ພຣະເຈົ້າຮຽກຮ້ອງຈາກມະນຸດ, ແຕ່ອີງໃສ່ເຈດຕະນາ ແລະ ເປົ້າໝາຍຂອງພວກເຂົາເອງ. ພວກເຂົາໂຕ້ແຍ້ງທຸກສິ່ງທີ່ຜູ້ນໍາ ຫຼື ຜູ້ເຮັດວຽກເວົ້າ, ແລ້ວຈຶ່ງສະເໜີ “ທັດສະນະ” ຂອງພວກເຂົາເອງ. ບໍ່ວ່າສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກເວົ້າຈະສອດຄ່ອງກັບຄວາມຈິງຫຼາຍສໍ່າໃດກໍຕາມ, ພວກເຂົາກໍບໍ່ຍອມຮັບແມ່ນແຕ່ໜ້ອຍດຽວ. ພວກເຂົາໂຕ້ແຍ້ງທຸກສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກເວົ້າ ແລະ ສະເໜີຄວາມຄິດເຫັນທີ່ແຕກຕ່າງຂອງພວກເຂົາເອງ. ໂດຍສະເພາະຢ່າງຍິ່ງ, ເມື່ອຜູ້ນໍາ ຫຼື ຜູ້ເຮັດວຽກເປີດໃຈ ແລະ ເປີດເຜີຍຕົນເອງ, ເວົ້າກ່ຽວກັບການຮູ້ຈັກຕົນເອງ, ພວກເຂົາກໍຍິ່ງຮູ້ສຶກພໍໃຈຫຼາຍຂຶ້ນ ແລະ ຄິດວ່າພວກເຂົາໄດ້ພົບໂອກາດຂອງພວກເຂົາແລ້ວ. ໂອກາດຫຍັງ? ໂອກາດທີ່ຈະດູຖູກຜູ້ນໍາ ຫຼື ຜູ້ເຮັດວຽກຄົນນີ້, ເພື່ອໃຫ້ທຸກຄົນຮູ້ວ່າຜູ້ນໍາ ຫຼື ຜູ້ເຮັດວຽກຄົນນີ້ມີຄວາມສາມາດຕໍ່າ, ພວກເຂົາສາມາດອ່ອນແອໄດ້, ພວກເຂົາກໍເປັນມະນຸດທີ່ເສື່ອມຊາມເຊັ່ນກັນ, ພວກເຂົາກໍມັກຈະເຮັດຜິດພາດໃນສິ່ງທີ່ພວກເຂົາເຮັດເຊັ່ນກັນ ແລະ ພວກເຂົາກໍບໍ່ໄດ້ດີກວ່າໃຜ. ນີ້ຄືໂອກາດຂອງພວກເຂົາທີ່ຈະຊອກຫາສິ່ງທີ່ຈະໃຊ້ໂຈມຕີຜູ້ນໍາ ຫຼື ຜູ້ເຮັດວຽກຄົນນັ້ນ, ໂອກາດຂອງພວກເຂົາທີ່ຈະຍຸຍົງທຸກຄົນໃຫ້ກ່າວໂທດ, ຍຶດອຳນາດ ແລະ ໂຄ່ນລົ້ມຜູ້ນໍາ ຫຼື ຜູ້ເຮັດວຽກຄົນນັ້ນ. ແລ້ວແຮງຈູງໃຈສຳລັບພຶດຕິກຳ ແລະ ການກະທຳທັງໝົດນີ້ກໍບໍ່ແມ່ນອື່ນໃດ ນອກຈາກການຍາດແຍ່ງສະຖານະ. ຖ້າປະຕິບັດຕາມຫຼັກການການເລືອກຕັ້ງ ແລະ ຫຼັກການໃນການເພາະປູກ ແລະ ນໍາໃຊ້ຄົນໃນເຮືອນຂອງພຣະເຈົ້າ, ພາຍໃຕ້ສະຖານະການປົກກະຕິ, ຄົນເຊັ່ນນີ້ຈະບໍ່ມີທາງຖືກເລືອກຕັ້ງເປັນຜູ້ນໍາ ຫຼື ຜູ້ເຮັດວຽກເລີຍ. ນີ້ແມ່ນສິ່ງທີ່ພວກເຂົາໄດ້ເບິ່ງທະລຸ ແລະ ເຂົ້າໃຈຢ່າງແຈ່ມແຈ້ງແລ້ວ, ດັ່ງນັ້ນພວກເຂົາຈຶ່ງໃຊ້ທຸກວິທີທາງເພື່ອໂຈມຕີ ແລະ ກ່າວໂທດຜູ້ນໍາ ແລະ ຜູ້ເຮັດວຽກ. ບໍ່ວ່າໃຜກາຍມາເປັນຜູ້ນໍາ ຫຼື ຜູ້ເຮັດວຽກ, ພວກເຂົາກໍພຽງແຕ່ຕໍ່ຕ້ານພວກເຂົາ ແລະ ມັກຈະຊອກຈັບຜິດເລື່ອງເລັກໆນ້ອຍໆ ແລະ ວິພາກວິຈານພວກເຂົາຢ່າງຂາດຄວາມຮັບຜິດຊອບ. ເຖິງແມ່ນວ່າການກະທຳ ຫຼື ຄຳເວົ້າຂອງຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ຈະບໍ່ມີຫຍັງຜິດ, ພວກເຂົາກໍຍັງຊອກຫາຂໍ້ຜິດພາດຈົນໄດ້, ທີ່ຈິງແລ້ວ, ບັນຫາທີ່ພວກເຂົາຊອກມານັ້ນບໍ່ແມ່ນບັນຫາດ້ານຫຼັກການ ແຕ່ເປັນພຽງບັນຫາເລັກໆນ້ອຍໆທີ່ບໍ່ສຳຄັນ. ແລ້ວເປັນຫຍັງພວກເຂົາຈຶ່ງມັກມົກມຸ້ນຢູ່ກັບເລື່ອງເລັກໆນ້ອຍໆເຫຼົ່ານີ້? ເປັນຫຍັງພວກເຂົາຈຶ່ງສາມາດຕັດສິນ ແລະ ກ່າວໂທດຜູ້ນໍາ ແລະ ຜູ້ເຮັດວຽກຢ່າງເປີດເຜີຍດ້ວຍເລື່ອງເຊັ່ນນີ້? ພວກເຂົາມີເປົ້າໝາຍພຽງຢ່າງດຽວ, ນັ້ນກໍຄືການຍາດແຍ່ງອຳນາດ ແລະ ສະຖານະ. ບໍ່ວ່າເຮືອນຂອງພຣະເຈົ້າຈະໂອ້ລົມກ່ຽວກັບການສະແດງອອກຕ່າງໆຂອງຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິສແນວໃດກໍຕາມ, ພວກເຂົາກໍບໍ່ເຄີຍເຊື່ອມໂຍງການສະແດງອອກເຫຼົ່ານີ້ໃສ່ກັບຕົນເອງ ແຕ່ຈະເຊື່ອມໂຍງໃສ່ກັບຜູ້ນໍາ ແລະ ຜູ້ເຮັດວຽກໃນທຸກລະດັບເທົ່ານັ້ນ. ເມື່ອພວກເຂົາພົບສິ່ງທີ່ກົງກັນ, ພວກເຂົາກໍຄິດວ່າ, “ຕອນນີ້ຂ້ອຍມີຫຼັກຖານແລ້ວ; ໃນທີ່ສຸດຂ້ອຍກໍພົບສິ່ງທີ່ຈະໃຊ້ເປັນເຄື່ອງມືເພື່ອໂຈມຕີພວກເຂົາ ແລະ ໄດ້ໂອກາດດີແລ້ວ”. ຈາກນັ້ນ ພວກເຂົາກໍຍິ່ງບໍ່ມີຄວາມຢັບຢັ້ງຊັ່ງໃຈໃນການເປີດໂປງ, ຕັດສິນ, ຕຳໜິຕິຕຽນ ແລະ ກ່າວໂທດທຸກສິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກເຫຼົ່ານີ້ເຮັດ. ບັນຫາບາງຢ່າງທີ່ພວກເຂົາຍົກຂຶ້ນມາອາດຈະເບິ່ງຄືວ່າມີບັນຫາຢູ່ໜ້ອຍໜຶ່ງເມື່ອເບິ່ງຜິວເຜີນ, ແຕ່ເມື່ອວັດແທກຕາມຫຼັກການແລ້ວ, ມັນກໍບໍ່ແມ່ນເລື່ອງສຳຄັນ. ແລ້ວເປັນຫຍັງພວກເຂົາຈຶ່ງຍົກມັນຂຶ້ນມາ? ມັນບໍ່ແມ່ນຍ້ອນເຫດຜົນອື່ນໃດ ນອກຈາກເພື່ອເປີດໂປງຜູ້ນໍາ ແລະ ຜູ້ເຮັດວຽກ, ໂດຍມີເປົ້າໝາຍທີ່ຈະກ່າວໂທດ ແລະ ເຮັດໃຫ້ພວກເຂົາພັງທະລາຍ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຖືກໂຈມຕີຈົນຕົກຢູ່ໃນສະພາບຄິດລົບ, ອ້ອນວອນຂໍຄວາມເມດຕາ ແລະ ກົ້ມຫົວໃຫ້ພວກເຂົາ, ຖ້າອ້າຍເອື້ອຍນ້ອງເຫັນວ່າຜູ້ນໍາເຫຼົ່ານີ້ຄິດລົບ ແລະ ອ່ອນແອຢູ່ສະເໝີ ແລະ ມັກຈະເຮັດຜິດພາດໃນເວລາທີ່ພວກເຂົາເຮັດວຽກ ແລະ ບໍ່ເລືອກຕັ້ງພວກເຂົາເປັນຜູ້ນໍາອີກຕໍ່ໄປ, ຖ້າອ້າຍເອື້ອຍນ້ອງບໍ່ຕັ້ງໃຈຟັງຄືເກົ່າເມື່ອຜູ້ນໍາເຫຼົ່ານີ້ໂອ້ລົມຄວາມຈິງ ແລະ ຖ້າຜູ້ຄົນບໍ່ຮ່ວມມືຢ່າງຫ້າວຫັນ ແລະ ຢ່າງຈິງຈັງຄືເກົ່າເມື່ອຜູ້ນໍາເຫຼົ່ານີ້ກຳລັງຈັດຕັ້ງປະຕິບັດວຽກງານ, ແລ້ວຄົນທີ່ຍາດແຍ່ງສະຖານະກໍຈະພໍໃຈ ແລະ ພວກເຂົາກໍຈະມີໂອກາດສວຍໃຊ້. ນີ້ຄືສະຖານະການທີ່ພວກເຂົາຢາກເຫັນທີ່ສຸດ ແລະ ເປັນສິ່ງທີ່ພວກເຂົາຫວັງວ່າຈະໃຫ້ເກີດຂຶ້ນຫຼາຍທີ່ສຸດ. ເປົ້າໝາຍຂອງພວກເຂົາໃນການເຮັດທັງໝົດນີ້ແມ່ນຫຍັງ? ມັນບໍ່ແມ່ນເພື່ອຊ່ວຍໃຫ້ຜູ້ຄົນເຂົ້າໃຈຄວາມຈິງ ແລະ ແຍກແຍະຜູ້ນໍາປອມ ແລະ ພວກຕໍ່ຕ້ານພຣະຄຣິສ, ທັງບໍ່ແມ່ນເພື່ອນໍາພາຜູ້ຄົນມາຢູ່ຕໍ່ໜ້າພຣະເຈົ້າ. ແທນທີ່ຈະເປັນແນວນັ້ນ, ເປົ້າໝາຍຂອງພວກເຂົາແມ່ນເພື່ອເຮັດໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກພັງທະລາຍ ແລະ ຕົກຕໍ່າ ເພື່ອໃຫ້ທຸກຄົນເຫັນວ່າພວກເຂົາເປັນຜູ້ສະໝັກທີ່ເໝາະສົມທີ່ສຸດທີ່ຈະຮັບໃຊ້ເປັນຜູ້ນໍາ. ເມື່ອຮອດຈຸດນີ້, ເປົ້າໝາຍຂອງພວກເຂົາກໍຈະບັນລຸຜົນ ແລະ ພວກເຂົາກໍຈະພຽງແຕ່ລໍຖ້າໃຫ້ອ້າຍເອື້ອຍນ້ອງສະເໜີຊື່ພວກເຂົາເປັນຜູ້ນໍາ. ມີຄົນແບບນີ້ຢູ່ໃນຄຣິສຕະຈັກບໍ? ອຸປະນິໄສຂອງພວກເຂົາເປັນແນວໃດ? ຄົນເຫຼົ່ານີ້ມີອຸປະນິໄສທີ່ໂຫດຮ້າຍ, ພວກເຂົາບໍ່ຮັກຄວາມຈິງເລີຍ ແລະ ພວກເຂົາກໍບໍ່ປະຕິບັດມັນເຊັ່ນກັນ; ພວກເຂົາປາດຖະໜາພຽງແຕ່ຈະກຳອຳນາດ. ແລ້ວຄົນທີ່ເຂົ້າໃຈທັງຄວາມຈິງ ແລະ ມີການແຍກແຍະບາງຢ່າງເດ, ພວກເຂົາຈະຍິນດີໃຫ້ຄົນແບບນີ້ກຳອຳນາດບໍ? ພວກເຂົາຈະຍິນດີຕົກຢູ່ພາຍໃຕ້ອຳນາດຂອງພວກເຂົາບໍ? (ບໍ່). ເປັນຫຍັງຈຶ່ງບໍ່? ຖ້າຄົນສ່ວນໃຫຍ່ສາມາດເຫັນທຳມະຊາດ-ແກ່ນແທ້ຂອງຄົນເຊັ່ນນີ້ໄດ້ຢ່າງຊັດເຈນ, ພວກເຂົາຈະຍັງເລືອກຕັ້ງຄົນເຫຼົ່ານີ້ເປັນຜູ້ນໍາຢູ່ບໍ? (ບໍ່). ພວກເຂົາຈະບໍ່ເລືອກ, ເວັ້ນເສຍແຕ່ວ່າທຸກຄົນຫາກໍພົບກັນ ແລະ ຍັງບໍ່ຄຸ້ນເຄີຍກັນດີ. ແຕ່ເມື່ອພວກເຂົາຄຸ້ນເຄີຍກັນແລ້ວ ແລະ ເຫັນໄດ້ຢ່າງຊັດເຈນວ່າຄົນໃດມີຄວາມສາມາດຕໍ່າ ແລະ ເປັນຄົນເບົາປັນຍາ, ຄົນໃດເປັນຄົນຊົ່ວຊ້າທີ່ມີອຸປະນິໄສທີ່ໂຫດຮ້າຍ ແລະ ເລ່ຫຼ່ຽມ, ຄົນໃດກະຕືລືລົ້ນທີ່ຈະຍາດແຍ່ງສະຖານະ ແລະ ເດີນຕາມເສັ້ນທາງຂອງພວກຕໍ່ຕ້ານພຣະຄຣິສ, ຄົນໃດສາມາດສະແຫວງຫາຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈົງຮັກພັກດີ ແລະ ອື່ນໆ, ເມື່ອພວກເຂົາກຳແໜ້ນທຳມະຊາດ-ແກ່ນແທ້ ແລະ ປະເພດຂອງຄົນຕ່າງໆໄດ້ແລ້ວ, ການເລືອກຕັ້ງຜູ້ນໍາກໍຈະຂ້ອນຂ້າງຖືກຕ້ອງ ແລະ ສອດຄ່ອງກັບຫຼັກການ.
ຄົນສ່ວນໃຫຍ່ມັກຈະເລືອກຄົນທີ່ຍາດແຍ່ງສະຖານະຢູ່ສະເໝີມາເປັນຜູ້ນໍາ ຫຼື ພວກເຂົາຈະເລືອກຄົນທີ່ມີຄວາມສາມາດ ແລະ ມີຄວາມສາມາດໃນການເຮັດວຽກທີ່ຂ້ອນຂ້າງທຳມະດາ, ແຕ່ເປັນຄົນດຸໝັ່ນ ແລະ ໜັກແໜ້ນ? ເມື່ອຍັງບໍ່ເຫັນໄດ້ຢ່າງຊັດເຈນວ່າລັກສະນະຂອງຄົນທັງສອງນີ້ເປັນແນວໃດ, ທຳມະຊາດ-ແກ່ນແທ້ຂອງພວກເຂົາແມ່ນຫຍັງ ຫຼື ພວກເຂົາກຳລັງເດີນຕາມເສັ້ນທາງໃດ, ຄົນສ່ວນໃຫຍ່ຈະເລືອກຄົນໃດເປັນຜູ້ນໍາ? (ຄົນທີສອງ, ຄົນທີ່ໜັກແໜ້ນ). ຄົນສ່ວນໃຫຍ່ຈະເລືອກຄົນທີສອງ. ການສະແດງອອກຂອງຄົນທີ່ຍາດແຍ່ງສະຖານະຢູ່ສະເໝີແມ່ນຫຼັກຖານຂອງຄວາມເປັນມະນຸດ ແລະ ແກ່ນແທ້ຂອງພວກເຂົາ. ຄົນສ່ວນໃຫຍ່ເບິ່ງທະລຸ ແລະ ແຍກແຍະການສະແດງອອກຂອງພວກເຂົາບໍ່ໄດ້ບໍ? ຜູ້ຄົນຈະເວົ້າວ່າ: “ຄົນຜູ້ນີ້ສ້າງຄວາມລຳບາກໃຫ້ຜູ້ນໍາຄຣິສຕະຈັກຢູ່ສະເໝີ; ຄວາມທະເຍີທະຍານຂອງລາວແມ່ນຕັ້ງໄວ້ເພື່ອໃຫ້ໄດ້ສະຖານະຂອງຜູ້ນໍາຄຣິສຕະຈັກ, ລາວຕ້ອງການເປັນຜູ້ນຳແທນທີ່ຜູ້ນໍາຄົນນັ້ນ. ນັບຕັ້ງແຕ່ຄົນຜູ້ນັ້ນຖືກເລືອກຕັ້ງເປັນຜູ້ນໍາຄຣິສຕະຈັກ, ລາວກໍຕັ້ງເປົ້າໃສ່ຜູ້ນໍາຄົນນັ້ນຢູ່ສະເໝີ ແລະ ເຫັນວ່າຜູ້ນໍາຄົນນັ້ນບໍ່ເປັນທີ່ພໍໃຈ. ລາວເວົ້າສວນຜູ້ນໍາຄົນນັ້ນຢູ່ສະເໝີ ແລະ ຈັບຜິດກັບທຸກສິ່ງທີ່ຜູ້ນໍາຄົນນັ້ນເຮັດ, ຍຶດເອົາການກະທຳຂອງຜູ້ນຳຄົນນັ້ນເພື່ອໂຈມຕີເພິ່ນ ແລະ ລາວຍັງຕັດສິນຜູ້ນໍາຄົນນັ້ນ ແລະ ເປີດໂປງຂໍ້ບົກຜ່ອງຂອງຜູ້ນໍາຄົນນັ້ນລັບຫຼັງ. ໂດຍສະເພາະໃນລະຫວ່າງການເຕົ້າໂຮມ ຫຼື ເມື່ອໂອ້ລົມກ່ຽວກັບວຽກງານ, ຖ້າຜູ້ນໍາຄົນນັ້ນສະແດງອອກບໍ່ຊັດເຈນຊົ່ວຄາວ, ລາວກໍຈະເວົ້າຂັດຂຶ້ນ, ສະແດງຄວາມບໍ່ອົດທົນຢ່າງຍິ່ງ. ລາວເຖິງກັບດູຖູກ, ເຍາະເຍີ້ຍ, ເວົ້າສຽດສີ ແລະ ຫົວຂວັນໃສ່ຜູ້ນໍາຄົນນັ້ນ; ລາວສ້າງຄວາມລຳບາກໃຫ້ຜູ້ນໍາຄົນນັ້ນໃນທຸກໂອກາດ ແລະ ເຮັດໃຫ້ຜູ້ນໍາຄົນນັ້ນຕົກຢູ່ໃນສະຖານະການທີ່ໜ້າອັບອາຍ”. ດ້ວຍພຶດຕິກຳເຫຼົ່ານີ້ທີ່ຖືກເປີດເຜີຍຕໍ່ທຸກຄົນ, ຄົນສ່ວນໃຫຍ່ຈະບໍ່ສາມາດແຍກແຍະຄົນຜູ້ນີ້ໄດ້ບໍ? (ໄດ້). ແລ້ວສິ່ງນີ້ຈະເອື້ອອຳນວຍຕໍ່ການຍຶດຕຳແໜ່ງຜູ້ນໍາຂອງລາວໄດ້ບໍ? ແນ່ນອນວ່າບໍ່. ຄົນທີ່ຍາດແຍ່ງສະຖານະເຫຼົ່ານີ້ສະຫຼາດ ຫຼື ໂງ່? ເຫັນໄດ້ຊັດເຈນວ່າ, ພວກເຂົາເປັນຄົນໂງ່, ຄົນປັນຍາທຶບ. ຍັງມີບັນຫາທີ່ຮ້າຍແຮງອີກຢ່າງໜຶ່ງ: ຄົນເຫຼົ່ານີ້ເປັນມານຮ້າຍ ແລະ ທຳມະຊາດຂອງພວກເຂົາກໍປ່ຽນແປງບໍ່ໄດ້! ຄວາມປາດຖະໜາໃນອຳນາດ ແລະ ສະຖານະຂອງພວກເຂົາແມ່ນຄວບຄຸມບໍ່ໄດ້, ແມ່ນແຕ່ເຖິງຂັ້ນທີ່ພວກເຂົາເສຍສະຕິໄປແລ້ວ, ເຊິ່ງບໍ່ແມ່ນສິ່ງທີ່ຄວາມເປັນມະນຸດປົກກະຕິມີ. ຄວາມປາດຖະໜານີ້ເກີນຂອບເຂດຂອງຄຸນສົມບັດສິນທຳ ແລະ ຈິດສຳນຶກຂອງຄວາມເປັນມະນຸດປົກກະຕິ, ຈົນຮອດລະດັບທີ່ເຮັດໂດຍບໍ່ເລືອກວິທີການ. ຄົນເຫຼົ່ານີ້ຈະກະທຳແບບນີ້ໂດຍບໍ່ຄຳນຶງເຖິງເວລາ, ສະຖານທີ່ ຫຼື ສະພາບການ, ໂດຍບໍ່ຄຳນຶງເຖິງຜົນທີ່ຈະຕາມມາ, ຍິ່ງບໍ່ຕ້ອງເວົ້າເຖິງການຄຳນຶງເຖິງຜົນກະທົບຈາກການກະທຳຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນການສະແດງອອກ ແລະ ວິທີການທີ່ເປັນແບບຢ່າງທີ່ສຸດຂອງຄົນທີ່ຍາດແຍ່ງສະຖານະ. ເມື່ອໃດກໍຕາມທີ່ມີການເຕົ້າໂຮມ ຫຼື ການໂອ້ລົມກ່ຽວກັບວຽກງານ, ທັນທີທີ່ທຸກຄົນມາເຕົ້າໂຮມກັນ, ຄົນເຫຼົ່ານີ້ກໍຈະກໍ່ການລົບກວນເໝືອນແມງວັນທີ່ໜ້າລຳຄານ, ເຮັດໃຫ້ຊີວິດຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງການໂອ້ລົມຄວາມຈິງເສຍຫາຍ. ພຶດຕິກຳ ແລະ ວິທີການດັ່ງກ່າວມີລັກສະນະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ. ຄົນເຊັ່ນນີ້ບໍ່ຄວນຖືກຈຳກັດບໍ? ໃນກໍລະນີທີ່ຮ້າຍແຮງ, ພວກເຂົາບໍ່ຄວນຖືກກຳຈັດອອກ ຫຼື ຂັບໄລ່ບໍ? (ຄວນ). ບາງຄັ້ງ, ການອາໄສພຽງກຳລັງຂອງຜູ້ນໍາຄຣິສຕະຈັກເພື່ອຈຳກັດຄົນຊົ່ວຊ້າອາດຈະເປັນພຽງຄວາມພະຍາຍາມທີ່ອ່ອນແອ ແລະ ດຽວດາຍ, ຖ້າຫາກວ່າ ຫຼັງຈາກທີ່ເຫັນຄວາມຮ້າຍແຮງຂອງການຂັດຂວາງ ແລະ ການລົບກວນທີ່ເກີດຈາກຄົນຊົ່ວຊ້າຢ່າງຊັດເຈນ ແລະ ແຍກແຍະແກ່ນແທ້ຂອງພວກເຂົາຢ່າງລະອຽດໄດ້ແລ້ວ, ອ້າຍເອື້ອຍນ້ອງສາມາດຮ່ວມໃຈກັບຜູ້ນໍາຄຣິສຕະຈັກໃນການຢຸດຢັ້ງ ແລະ ຈຳກັດຄົນຊົ່ວຊ້າດັ່ງກ່າວ, ສິ່ງນີ້ຈະບໍ່ມີປະສິດທິພາບຫຼາຍກວ່າບໍ? (ມີ). ຖ້າໃຜຜູ້ໜຶ່ງເວົ້າວ່າ, “ການຈຳກັດຄົນຊົ່ວຊ້າແມ່ນຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ມັນບໍ່ກ່ຽວຫຍັງກັບພວກເຮົາທີ່ເປັນຜູ້ເຊື່ອທຳມະດາ. ພວກເຮົາຈະບໍ່ສົນໃຈມັນ! ຄົນຊົ່ວຊ້າຍາດແຍ່ງສະຖານະກັບຜູ້ນໍາຄຣິສຕະຈັກ; ພວກເຂົາຍາດແຍ່ງສະຖານະກັບຄົນທີ່ມີມັນ. ພວກເຮົາບໍ່ມີສະຖານະ; ພວກເຂົາບໍ່ໄດ້ພະຍາຍາມຍາດເອົາຫຍັງໄປຈາກພວກເຮົາ. ໃນກໍລະນີໃດກໍຕາມ, ມັນບໍ່ໄດ້ສົ່ງຜົນກະທົບຕໍ່ພວກເຮົາ. ປ່ອຍໃຫ້ພວກເຂົາຍາດແຍ່ງຕາມທີ່ພວກເຂົາຕ້ອງການ. ຖ້າຜູ້ນໍາຄຣິສຕະຈັກມີຄວາມສາມາດ, ພວກເຂົາກໍຄວນຈຳກັດຄົນເຫຼົ່ານັ້ນ; ຖ້າບໍ່, ພວກເຂົາກໍຄວນປ່ອຍໄປ. ມັນກ່ຽວຫຍັງກັບພວກເຮົາ?” ທັດສະນະນີ້ດີບໍ? (ບໍ່ດີ). ເປັນຫຍັງຈຶ່ງວ່າບໍ່ດີ? (ພວກເຂົາບໍ່ໄດ້ຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ). ເວົ້າໃຫ້ເໝາະສົມກວ່ານັ້ນ, ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກໝາຍເຖິງຫຍັງ? ມັນບໍ່ໄດ້ໝາຍເຖິງຊີວິດຄຣິສຕະຈັກທີ່ປົກກະຕິບໍ? (ແມ່ນແລ້ວ). ສິ່ງນີ້ກ່ຽວຂ້ອງກັບຊີວິດຄຣິສຕະຈັກທີ່ປົກກະຕິ ແລະ ເປັນລະບຽບ, ມັນກ່ຽວຂ້ອງກັບການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງເປັນລະບຽບ, ຊຶ່ງໝາຍຄວາມວ່າຜູ້ຄົນສາມາດອ່ານພ້ອມອະທິຖານ ແລະ ໂອ້ລົມພຣະທຳຂອງພຣະເຈົ້າ ແລະ ແບ່ງປັນປະສົບການສ່ວນຕົວ, ໃນຊີວິດຄຣິສຕະຈັກທີ່ມີພຣະວິນຍານບໍລິສຸດປະຕິບັດພາລະກິດ, ມີພຣະເຈົ້າສະຖິດຢູ່ ແລະ ມີພຣະເຈົ້ານໍາພາ ແລະ ໃນເວລາດຽວກັນ, ກໍຍັງໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາຈາກພຣະວິນຍານບໍລິສຸດ ແລະ ໄດ້ຮັບແສງສະຫວ່າງ. ນີ້ຄືສິ່ງທີ່ຜູ້ຄົນທີ່ພຣະເຈົ້າເລືອກຄວນໄດ້ຮັບໃນຊີວິດຄຣິສຕະຈັກ. ຖ້າຄົນບາງຄົນທຳລາຍຄວາມເປັນລະບຽບຮຽບຮ້ອຍປົກກະຕິນີ້, ແລ້ວພວກເຂົາກໍຄວນຖືກຢຸດຢັ້ງ ແລະ ຈຳກັດຕາມຫຼັກການ ແລະ ບໍ່ຄວນໄດ້ຮັບອະນຸຍາດ. ນີ້ບໍ່ພຽງແຕ່ເປັນຄວາມຮັບຜິດຊອບ ແລະ ພັນທະຂອງຜູ້ນໍາ ແລະ ຜູ້ເຮັດວຽກເທົ່ານັ້ນ ແຕ່ຍັງເປັນຄວາມຮັບຜິດຊອບ ແລະ ພັນທະຂອງທຸກຄົນທີ່ເຂົ້າໃຈຄວາມຈິງ ແລະ ມີການແຍກແຍະ. ແນ່ນອນ, ມັນຈະເປັນການດີທີ່ສຸດຖ້າຜູ້ນໍາຄຣິສຕະຈັກສາມາດນໍາພາວຽກງານນີ້, ໂອ້ລົມກັບອ້າຍເອື້ອຍນ້ອງກ່ຽວກັບທຳມະຊາດຂອງການກະທຳຂອງຄົນເຫຼົ່ານີ້, ຄົນເຫຼົ່ານີ້ເປັນຄົນປະເພດໃດໂດຍອີງໃສ່ການສະແດງອອກຂອງພວກເຂົາ ແລະ ອ້າຍເອື້ອຍນ້ອງຄວນແຍກແຍະ ແລະ ເບິ່ງທະລຸຄົນເຊັ່ນນີ້ແນວໃດ. ຖ້າຄົນຊົ່ວຊ້າເຫຼົ່ານີ້ບໍ່ຖືກຈຳກັດ ແລະ ອ້າຍເອື້ອຍນ້ອງທຸກຄົນຖືກລົບກວນ, ຖືກນໍາພາຢ່າງຜິດໆ ແລະ ຖືກພວກເຂົາຫຼອກລວງ ແລະ ໃນທີ່ສຸດຜູ້ນໍາຄຣິສຕະຈັກກໍຖືກແຍກອອກໄປແທນທີ່ຈະເປັນຄົນຊົ່ວຊ້າເຫຼົ່ານັ້ນ, ແລ້ວຄຣິສຕະຈັກນີ້ກໍຈະກາຍເປັນອຳມະພາດ ແລະ ຕົກຢູ່ໃນຄວາມວຸ່ນວາຍຢ່າງຫຼີກລ່ຽງບໍ່ໄດ້. ຊີວິດຄຣິສຕະຈັກທີ່ປົກກະຕິຈະສາມາດດຳເນີນຕໍ່ໄປໄດ້ບໍພາຍໃຕ້ສະຖານະການເຊັ່ນນີ້? ຖ້າມັນບໍ່ສາມາດດຳເນີນຕໍ່ໄປໄດ້, ການເຕົ້າໂຮມຂອງຄຣິສຕະຈັກຈະຍັງເກີດຜົນຢູ່ບໍ? ຜູ້ທີ່ພຣະເຈົ້າເລືອກຈະຍັງໄດ້ຮັບບາງສິ່ງບາງຢ່າງຈາກການເຕົ້າໂຮມເຊັ່ນນີ້ຢູ່ບໍ? ຖ້າຜູ້ທີ່ພຣະເຈົ້າເລືອກບໍ່ໄດ້ຮັບຫຍັງເລີຍຈາກການເຕົ້າໂຮມເຫຼົ່ານັ້ນ, ແລ້ວການເຕົ້າໂຮມເຊັ່ນນີ້ໄດ້ຮັບພຣະພອນຈາກພຣະເຈົ້າ ຫຼື ຖືກກຽດຊັງໂດຍພຣະອົງ? ແນ່ນອນ, ພວກມັນຖືກກຽດຊັງໂດຍພຣະເຈົ້າ. ການເຕົ້າໂຮມທີ່ບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີພຣະພອນຂອງພຣະເຈົ້າກໍບໍ່ສາມາດຖືວ່າເປັນຊີວິດຄຣິສຕະຈັກໄດ້ອີກຕໍ່ໄປ ແຕ່ກາຍເປັນການປະຊຸມຂອງກຸ່ມສັງຄົມ. ມີໃຜມັກຊີວິດຄຣິສຕະຈັກທີ່ບໍ່ເປັນລະບຽບບໍ? ມັນເປັນການເສີມສ້າງ ຫຼື ເປັນປະໂຫຍດຕໍ່ໃຜບໍ? (ບໍ່). ໃນລະຫວ່າງໄລຍະເວລານີ້, ຖ້າເຈົ້າບໍ່ໄດ້ຮັບຫຍັງເລີຍໃນແງ່ຂອງທາງເຂົ້າຂອງຊີວິດຂອງເຈົ້າຈາກການເຕົ້າໂຮມໃດໆ, ແລ້ວເວລານີ້ກໍບໍ່ມີຄຸນຄ່າ ຫຼື ຄວາມໝາຍຫຍັງສຳລັບເຈົ້າ; ເຈົ້າໄດ້ໃຊ້ເວລານີ້ໄປໂດຍໄຮ້ປະໂຫຍດ. ນີ້ບໍ່ໄດ້ໝາຍຄວາມວ່າທາງເຂົ້າຂອງຊີວິດຂອງເຈົ້າໄດ້ຮັບຄວາມສູນເສຍບໍ? (ແມ່ນແລ້ວ). ໃນລະຫວ່າງການເຕົ້າໂຮມ, ຖ້າມີຄົນຊົ່ວຊ້າທີ່ກຳລັງຍາດແຍ່ງສະຖານະ, ຖົກຖຽງ ແລະ ຜິດຖຽງກັບຜູ້ນໍາຄຣິສຕະຈັກ, ແລ້ວດ້ວຍເຫດນີ້ຜູ້ຄົນກໍຮູ້ສຶກກັງວົນໃຈ, ໂດຍການເຕົ້າໂຮມທັງໝົດກໍເຕັມໄປດ້ວຍບັນຍາກາດທີ່ເປັນພິດ ແລະ ເຕັມໄປດ້ວຍອິດທິພົນທີ່ຊົ່ວຮ້າຍຂອງຊາຕານ ແລະ ຖ້ານອກຈາກການໂຕ້ຖຽງກັນໃນຫົວຂໍ້ຕ່າງໆ ເຊັ່ນ: ໃຜຖືກ ແລະ ໃຜຜິດ, ບໍ່ມີໃຜມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ສະແຫວງຫາຄວາມຈິງ ແລະ ບໍ່ມີໃຜກະທຳຕາມຫຼັກການ, ແລ້ວຫຼັງຈາກການເຕົ້າໂຮມແບບນີ້, ຄວາມເຊື່ອຂອງເຈົ້າໃນພຣະເຈົ້າຈະເພີ່ມຂຶ້ນ ຫຼື ຫຼຸດລົງ? ເຈົ້າຈະເຂົ້າໃຈ ແລະ ໄດ້ຮັບຫຼາຍຂຶ້ນບໍເມື່ອເວົ້າເຖິງຄວາມຈິງ ຫຼື ຈິດໃຈຂອງເຈົ້າຈະຖືກລົບກວນໂດຍການຖົກຖຽງ, ໂດຍທີ່ເຈົ້າບໍ່ໄດ້ຮັບຫຍັງເລີຍບໍ? ບາງຄັ້ງເຈົ້າອາດຈະຄິດວ່າ, “ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງຄົນຈຶ່ງເຊື່ອໃນພຣະເຈົ້າ. ຈຸດປະສົງຂອງການເຊື່ອໃນພຣະເຈົ້າແມ່ນຫຍັງ? ຄົນເຫຼົ່ານີ້ຈະປະພຶດຕົວແບບນີ້ໄດ້ແນວໃດ? ພວກເຂົາຍັງເປັນຜູ້ທີ່ເຊື່ອໃນພຣະເຈົ້າຢູ່ບໍ?” ຍ້ອນການລົບກວນພຽງຄັ້ງດຽວໂດຍພວກຊາຕານ, ມານຮ້າຍທີ່ຊົ່ວຮ້າຍ, ຫົວໃຈຂອງຜູ້ຄົນກໍຖືກລົບກວນ ແລະ ສັບສົນ; ພວກເຂົາຮູ້ສຶກວ່າການເຊື່ອໃນພຣະເຈົ້າບໍ່ມີຄວາມໝາຍ ແລະ ບໍ່ຮູ້ຄຸນຄ່າຂອງການເຊື່ອໃນພຣະເຈົ້າ ແລະ ຈິດໃຈຂອງພວກເຂົາກໍສັບສົນວຸ້ນວາຍ. ຖ້າທຸກຄົນສາມາດລະມັດລະວັງ ແລະ ມີຄວາມຮູ້ສຶກໄວ ແລະ ຫຼັກແຫຼມເປັນພິເສດກ່ຽວກັບເລື່ອງດັ່ງກ່າວ, ແທນທີ່ຈະເປັນຄົນທີ່ບໍ່ມີຄວາມຮູ້ສຶກ ແລະ ຊັກຊ້າ, ແລ້ວເມື່ອຄົນຊົ່ວຊ້າມັກຈະເວົ້າ ຫຼື ເຮັດສິ່ງຕ່າງໆໃນຊີວິດຄຣິສຕະຈັກເພື່ອຍາດແຍ່ງສະຖານະ, ຄົນສ່ວນໃຫຍ່ກໍຈະຮັບຮູ້ໄດ້ຢ່າງໄວວາວ່າມີບັນຫາທີ່ຕ້ອງໄດ້ຮັບການແກ້ໄຂ. ພວກເຂົາຈະສາມາດແຍກແຍະໄດ້ຢ່າງໄວວາວ່າແມ່ນໃຜກຳລັງຄວບຄຸມສະຖານະການເຫຼົ່ານີ້ ແລະ ອຸປະນິໄສ-ແກ່ນແທ້ຂອງພວກເຂົາແມ່ນຫຍັງ, ພວກເຂົາຈະຮັບຮູ້ຄວາມຮ້າຍແຮງຂອງບັນຫາໄດ້ຢ່າງໄວວາ ແລະ ສາມາດຢຸດຢັ້ງ ແລະ ຈຳກັດຄົນຊົ່ວຊ້າໄດ້ໃນໄລຍະເວລາສັ້ນໆ, ສະລ້າງພວກເຂົາອອກຈາກຄຣິສຕະຈັກ ແລະ ປ້ອງກັນບໍ່ໃຫ້ພວກເຂົາສືບຕໍ່ລົບກວນ ແລະ ລະງັບຜູ້ຄົນພາຍໃນຄຣິສຕະຈັກ. ສິ່ງນີ້ຈະບໍ່ເປັນປະໂຫຍດ ແລະ ເປັນການເສີມສ້າງສຳລັບຄົນສ່ວນໃຫຍ່ບໍ? (ແມ່ນແລ້ວ).
ຖ້າພວກເຈົ້າພົບກັບສະຖານະການທີ່ຄົນຊົ່ວຊ້າກຳລັງຍາດແຍ່ງສະຖານະ, ພວກເຈົ້າຈະຈັດການກັບພວກເຂົາແນວໃດ? ທັດສະນະຂອງຄົນສ່ວນໃຫຍ່ແມ່ນຫຍັງ? (ພວກເຮົາຈະຢຸດຢັ້ງພຶດຕິກຳນີ້). ພຽງແຕ່ຢຸດຢັ້ງມັນບໍ? ພວກເຈົ້າຈະຢຸດຢັ້ງມັນແນວໃດ? ພວກເຈົ້າຈະຫ້າມບໍ່ໃຫ້ພວກເຂົາເວົ້າ ຫຼື ບອກວ່າ, “ພວກເຮົາບໍ່ມັກສິ່ງທີ່ເຈົ້າເວົ້າ, ສະນັ້ນ ຈົ່ງເວົ້າໜ້ອຍລົງໃນການເຕົ້າໂຮມຄັ້ງຕໍ່ໄປ!” ມັນຈະໄດ້ຜົນບໍ? ພວກເຂົາຈະຟັງພວກເຈົ້າບໍ? (ບໍ່). ແລ້ວພວກເຈົ້າຄວນເຮັດແນວໃດ? ພວກເຈົ້າຕ້ອງເປີດໂປງ ແລະ ໄຈ້ແຍກເຈດຕະນາ, ແຮງຈູງໃຈ ແລະ ທຳມະຊາດ-ແກ່ນແທ້ຂອງພວກເຂົາຢ່າງລະອຽດຕາມພຣະທຳຂອງພຣະເຈົ້າ ເພື່ອໃຫ້ອ້າຍເອື້ອຍນ້ອງສາມາດແຍກແຍະ ແລະ ລະວັງຄົນເຊັ່ນນີ້ ແລະ ທຳມະຊາດຂອງການກະທຳຂອງພວກເຂົາ, ແທນທີ່ຈະເປັນຄົນປະຈົບປະແຈງ ແລະ ພຽງແຕ່ລໍຖ້າໃຫ້ຜູ້ນໍາ ແລະ ຜູ້ເຮັດວຽກຂອງຄຣິສຕະຈັກເປີດໂປງຄົນຊົ່ວຊ້າ ກ່ອນທີ່ພວກເຈົ້າຈະສະແດງຈຸດຢືນ ແລະ ເວົ້າວ່າ, “ບໍ່ຄວນອະນຸຍາດໃຫ້ພວກເຂົາມາຮ່ວມການເຕົ້າໂຮມອີກຕໍ່ໄປ”. ການເປັນຄົນປະຈົບປະແຈງດີບໍ? (ບໍ່ດີ) ເມື່ອປະເຊີນກັບສະຖານະການເຊັ່ນນີ້, ຄົນສ່ວນໃຫຍ່ບໍ່ມັກທີ່ຈະຫຼີກລ້ຽງ ແລະ ບໍ່ເຂົ້າໄປຫຍຸ້ງກ່ຽວກັບເລື່ອງເຫຼົ່ານີ້, ແທນທີ່ຈະປະທະກັບຄົນຊົ່ວຊ້າເຫຼົ່ານັ້ນ, ເພື່ອທີ່ພວກເຂົາຈະສາມາດຫຼີກລ້ຽງການເຮັດໃຫ້ຄົນເຫຼົ່ານັ້ນຜິດໃຈ ແລະ ເຮັດໃຫ້ການພົວພັນກັນໃນພາຍຫຼັງເປັນເລື່ອງທີ່ໜ້າອຶດອັດໃຈບໍ? ຄົນສ່ວນໃຫຍ່ບໍ່ໄດ້ຍຶດໝັ້ນກັບຫຼັກການໃນການກະທຳທາງໂລກຂອງການເປັນຄົນປະຈົບປະແຈງບໍ? (ແມ່ນແລ້ວ). ແລ້ວນັ້ນກໍເປັນບັນຫາ. ສົມມຸດວ່າແປດສິບເປີເຊັນຂອງຄົນໃນຄຣິສຕະຈັກເປັນຄົນປະຈົບປະແຈງ ແລະ ເມື່ອພວກເຂົາເຫັນຄົນຊົ່ວຊ້າດັ່ງກ່າວຍາດແຍ່ງສະຖານະ, ຄວາມເປັນໃຫຍ່ ແລະ ຕຳແໜ່ງຜູ້ນໍາໃນຊີວິດຄຣິສຕະຈັກ, ບໍ່ມີໃຜລຸກຂຶ້ນເພື່ອຢຸດຢັ້ງ ຫຼື ຈຳກັດພວກເຂົາ, ໂດຍຄົນສ່ວນໃຫຍ່ມີທັດສະນະດັ່ງຕໍ່ໄປນີ້: “ມີບັນຫາໜ້ອຍເທົ່າໃດກໍຍິ່ງດີ. ຂ້ອຍບໍ່ສາມາດໄປຫາເລື່ອງພວກເຂົາໄດ້, ສະນັ້ນ ຂ້ອຍພຽງແຕ່ຫຼີກລ້ຽງພວກເຂົາບໍ່ໄດ້ບໍ? ຂ້ອຍຈະພຽງແຕ່ຢູ່ຫ່າງໆຈາກພວກເຂົາ ແລະ ນັ້ນກໍຈົບເລື່ອງ. ປ່ອຍໃຫ້ພວກເຂົາຍາດແຍ່ງກັນໄປ; ເມື່ອເຖິງເວລາ, ພຣະເຈົ້າຈະລົງໂທດພວກເຂົາເອງ. ມັນກ່ຽວຫຍັງກັບຂ້ອຍ!” ພາຍໃຕ້ສະຖານະການເຫຼົ່ານີ້, ຊີວິດຄຣິສຕະຈັກຈະຍັງເກີດຜົນຢູ່ບໍ? ຄົນສ່ວນໃຫຍ່ຂີ້ຄ້ານ ແລະ ມັກເພິ່ງພາຄົນອື່ນ; ເມື່ອຜູ້ນໍາຄຣິສຕະຈັກຖືກເລືອກຕັ້ງແລ້ວ, ພວກເຂົາກໍຖືວ່າວຽກຂອງພວກເຂົາສຳເລັດແລ້ວ, ແລະ ພວກເຂົາກໍພຽງແຕ່ລໍຖ້າໃຫ້ຜູ້ນໍາຄຣິສຕະຈັກເຮັດທຸກຢ່າງ. ຖ້າເຈົ້າຖາມພວກເຂົາວ່າໄດ້ມີການແຈກຢາຍໜັງສືພຣະທຳຂອງພຣະເຈົ້າໃນຄຣິສຕະຈັກຂອງພວກເຂົາ ຫຼື ບໍ່, ມີການຂັດຂວາງ ຫຼື ການລົບກວນໃດໆຕໍ່ຊີວິດຄຣິສຕະຈັກ ຫຼື ບໍ່ ຫຼື ມີໃຜທີ່ກ່າວຄຳເວົ້າ ແລະ ຫຼັກຄຳສອນຢູ່ສະເໝີ ຫຼື ຍາດແຍ່ງສະຖານະກັບຜູ້ນໍາ ຫຼື ບໍ່, ພວກເຂົາກໍເວົ້າວ່າ, “ຜູ້ນໍາຄຣິສຕະຈັກຮູ້ກ່ຽວກັບສິ່ງເຫຼົ່ານີ້ທັງໝົດ. ຂ້ອຍບໍ່ຮູ້ກ່ຽວກັບພວກມັນ ແລະ ບໍ່ຈຳເປັນຕ້ອງສົນໃຈ. ຜູ້ນໍາຈະຈັດການກັບເລື່ອງເຫຼົ່ານີ້ເອງເມື່ອເຖິງເວລາ”. ພວກເຂົາບໍ່ສົນໃຈ ຫຼື ສອບຖາມກ່ຽວກັບຫຍັງເລີຍ, ພວກເຂົາບໍ່ໄດ້ຮັບການແຈ້ງຂ່າວກ່ຽວກັບຫຍັງເລີຍ ແລະ ພວກເຂົາທັງບໍ່ຮູ້ ແລະ ບໍ່ສົນໃຈກ່ຽວກັບຜູ້ຄົນ, ເຫດການ ຫຼື ສິ່ງຕ່າງໆທີ່ກ່ຽວຂ້ອງກັບຊີວິດຄຣິສຕະຈັກ, ຊຶ່ງພວກເຂົາຄວນຈະຮູ້. ເມື່ອເວົ້າເຖິງສິ່ງທີ່ຄົນຊົ່ວຊ້າເຫຼົ່ານີ້ທີ່ປາກົດຕົວໃນຄຣິສຕະຈັກເວົ້າ ແລະ ເຮັດໃນເວລາທີ່ພວກເຂົາກຳລັງຍາດແຍ່ງສະຖານະ, ພ້ອມທັງການລົບກວນ ແລະ ຜົນກະທົບທີ່ພວກເຂົາກໍ່ຂຶ້ນຕໍ່ຊີວິດຄຣິສຕະຈັກ, ພວກເຂົາກໍບໍ່ໃສ່ໃຈເລີຍ ແລະ ພວກເຂົາບໍ່ໄດ້ສອບຖາມ ຫຼື ຖາມກ່ຽວກັບເລື່ອງເຫຼົ່ານີ້. ຫຼັງຈາກທີ່ທຸກຢ່າງຈົບລົງ, ຖ້າເຈົ້າຖາມພວກເຂົາວ່າພວກເຂົາໄດ້ຮັບການແຍກແຍະໃດໆ ຫຼື ບໍ່, ພວກເຂົາສາມາດແຍກແຍະຄົນຊົ່ວຊ້າໄດ້ ຫຼື ບໍ່ ແລະ ການສະແດງອອກຂອງຄົນຊົ່ວຊ້າແມ່ນຫຍັງ, ພວກເຂົາກໍບໍ່ສາມາດເວົ້າຫຍັງໄດ້ ນອກຈາກ, “ໄປຖາມຜູ້ນໍາຄຣິສຕະຈັກເອົາໂລດ; ພວກເຂົາຮູ້ທຸກຢ່າງ”. ຄົນເຊັ່ນນີ້ບໍ່ແມ່ນທາດບໍ? ພວກເຂົາເປັນທາດ, ພວກເຂົາຂີ້ຂາດ ແລະ ໄຮ້ປະໂຫຍດ, ແລະ ດຳລົງຊີວິດທີ່ຕໍ່າຊ້າ. ສະຖານະການທີ່ຄົນຊົ່ວຊ້າຍາດແຍ່ງສະຖານະຮຽກຮ້ອງໃຫ້ມີການແຍກແຍະ, ການຈັດການ ແລະ ການແກ້ໄຂ. ນີ້ບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກພຽງຜູ້ດຽວ; ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນມີສ່ວນຮ່ວມໃນຄວາມຮັບຜິດຊອບນີ້. ຜູ້ນໍາສ່ວນໃຫຍ່ເຂົ້າໃຈຄວາມຈິງຫຼາຍກວ່າຄົນທົ່ວໄປ, ມີຄວາມລະມັດລະວັງຕໍ່ບັນຫາເຫຼົ່ານີ້ ແລະ ສາມາດເຫັນເປົ້າໝາຍ ແລະ ແກ່ນແທ້ຂອງການກະທຳຂອງຄົນເຫຼົ່ານີ້. ໃນເວລາດຽວກັນ, ຄົນສ່ວນໃຫຍ່ກໍຄວນຮຽນຮູ້ບົດຮຽນ ແລະ ເຕີບໂຕໃນການແຍກແຍະໃນພາກປະຕິບັດ ແລະ ຮ່ວມໃຈກັນກັບຄົນໃນຄຣິສຕະຈັກທີ່ມີຄວາມຮູ້ສຶກຍຸຕິທຳ, ເຂົ້າໃຈ ແລະ ສະແຫວງຫາຄວາມຈິງ ເພື່ອດຳເນີນການທີ່ເໝາະສົມຕໍ່ຄົນຊົ່ວຊ້າເຫຼົ່ານີ້ທີ່ລົບກວນ ແລະ ຂັດຂວາງຊີວິດຄຣິສຕະຈັກ. ພວກເຂົາຄວນແຍກຕົວຄົນຊົ່ວຊ້າ ຫຼື ກຳຈັດຄົນເຫຼົ່ານັ້ນອອກ, ແທນທີ່ຈະຢືນເບິ່ງເສີຍໆ ແລະ ພຽງແຕ່ຟັງການໂອ້ລົມໜ້ອຍໜຶ່ງ, ເປີດຫູເປີດຕາໜ້ອຍໜຶ່ງ ແລະ ມີຄວາມຮັບຮູ້ກ່ຽວກັບເລື່ອງນີ້ໃນໃຈເມື່ອປະເຊີນກັບບັນຫາເຫຼົ່ານີ້, ແລ້ວຈຶ່ງຖືວ່າວຽກຂອງພວກເຂົາສຳເລັດແລ້ວ. ນີ້ກໍເພາະວ່າຊີວິດຄຣິສຕະຈັກບໍ່ແມ່ນສິ່ງທີ່ກ່ຽວຂ້ອງກັບຜູ້ນໍາຄຣິສຕະຈັກພຽງຜູ້ດຽວ ແລະ ການດຳລົງຊີວິດຄຣິສຕະຈັກທີ່ດີ ແລະ ການຮັກສາຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກກໍບໍ່ແມ່ນຄວາມຮັບຜິດຊອບຂອງຜູ້ນໍາຄຣິສຕະຈັກພຽງຜູ້ດຽວ, ມັນຮຽກຮ້ອງໃຫ້ມີຄວາມພະຍາຍາມຮ່ວມກັນຂອງທຸກຄົນທີ່ລຸກຂຶ້ນເພື່ອຮັກສາມັນໄວ້.
ຄົນທີ່ຍາດແຍ່ງສະຖານະ, ປະເພດທີ່ກ່າວເຖິງໃນບັນຫາທີຫ້າມັກຈະປາກົດຕົວໃນຊີວິດຄຣິສຕະຈັກ. ການສະແດງອອກທີ່ຊັດເຈນທີ່ສຸດຂອງພວກເຂົາແມ່ນການຍາດແຍ່ງສະຖານະກັບຜູ້ນໍາຄຣິສຕະຈັກ, ຕິດຕາມດ້ວຍການຍາດແຍ່ງສະຖານະກັບຄົນທີ່ມີຄວາມສາມາດດີ ແລະ ເຂົ້າໃຈຄວາມຈິງໄດ້ຢ່າງຂ້ອນຂ້າງບໍລິສຸດ, ຄົນທີ່ມີຄວາມເຂົ້າໃຈຝ່າຍວິນຍານ ແລະ ຄົນທີ່ເຂົ້າໃຈຫຼັກການຄວາມຈິງໃນທ່າມກາງອ້າຍເອື້ອຍນ້ອງ ໂດຍມັກຈະທ້າທາຍຄົນເຫຼົ່ານີ້. ຄົນເຫຼົ່ານີ້ມັກຈະໂອ້ລົມຄວາມເຂົ້າໃຈທີ່ບໍລິສຸດ ແລະ ແສງສະຫວ່າງບາງຢ່າງໃນຊີວິດຄຣິສຕະຈັກ, ແບ່ງປັນປະສົບການສ່ວນຕົວບາງຢ່າງທີ່ມີຄຸນຄ່າ ແລະ ສື່ເຖິງຄວາມເຂົ້າໃຈທີ່ແທ້ຈິງ; ສິ່ງນີ້ຊ່ວຍເຫຼືອ ແລະ ເສີມສ້າງອ້າຍເອື້ອຍນ້ອງຢ່າງຫຼວງຫຼາຍ. ຫຼັງຈາກທີ່ໄດ້ຟັງການໂອ້ລົມຂອງພວກເຂົາ, ອ້າຍເອື້ອຍນ້ອງກໍມີເສັ້ນທາງ, ຮູ້ວິທີປະຕິບັດ ແລະ ມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ວິທີແກ້ໄຂບັນຫາຂອງຕົນເອງ. ພວກເຂົາຮູ້ສຶກຂອບໃຈຢ່າງຍິ່ງສຳລັບການຊີ້ນໍາຂອງພຣະເຈົ້າ ແລະ ໃນເວລາດຽວກັນ, ພວກເຂົາກໍຊື່ນຊົມ ແລະ ນັບຖືຄົນທີ່ມີຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບຄວາມຈິງ ແລະ ມີປະສົບການທີ່ແທ້ຈິງ. ດັ່ງນັ້ນ, ພວກເຂົາຈຶ່ງມັກຈະນັບຖືຄົນເຫຼົ່ານີ້ຢ່າງສູງ ແລະ ໃກ້ຊິດພວກເຂົາຫຼາຍຂຶ້ນ. ການເກີດຂຶ້ນຂອງສິ່ງທີ່ເປັນບວກເຫຼົ່ານີ້ທີ່ເປັນທີ່ພໍພຣະໄທພຣະເຈົ້າໃນຊີວິດຄຣິສຕະຈັກແມ່ນສິ່ງທີ່ຄົນທີ່ຍາດແຍ່ງສະຖານະບໍ່ຢາກເຫັນທີ່ສຸດ. ເມື່ອໃດກໍຕາມທີ່ພວກເຂົາເຫັນໃຜຜູ້ໜຶ່ງໂອ້ລົມປະສົບການທີ່ແທ້ຈິງ, ພວກເຂົາກໍຮູ້ສຶກບໍ່ສະບາຍໃຈ ແລະ ອິດສາ ອຶດອັດໃຈເປັນພິເສດ. ໃນຄວາມອຶດອັດໃຈຂອງພວກເຂົາ, ພວກເຂົາສະແດງທ່າທີທີ່ຕໍ່ຕ້ານ, ດູຖູກ ແລະ ບໍ່ພໍໃຈ, ມັກຈະຄິດຄຳນວນໃນໃຈວ່າຈະເຮັດແນວໃດເພື່ອໃຫ້ຄົນທີ່ມີປະສົບການທີ່ແທ້ຈິງ ແລະ ເຂົ້າໃຈຄວາມຈິງເບິ່ງຄືຄົນໂງ່, ພ້ອມທັງເຮັດແນວໃດເພື່ອໃຫ້ອ້າຍເອື້ອຍນ້ອງເຫັນຂໍ້ບົກຜ່ອງ ແລະ ຈຸດອ່ອນຂອງພວກເຂົາ, ເພື່ອຈະບໍ່ນັບຖືພວກເຂົາຢ່າງສູງ ຫຼື ເຂົ້າໃກ້ພວກເຂົາອີກຕໍ່ໄປ. ສະນັ້ນ, ຄົນທີ່ຍາດແຍ່ງສະຖານະຈຶ່ງຈຳເປັນຕ້ອງເວົ້າບາງສິ່ງ ແລະ ກະທຳບາງຢ່າງ. ພວກເຂົາໂຈມຕີ ແລະ ກີດກັນຄົນທີ່ແບ່ງປັນຄຳພະຍານຈາກປະສົບການ ແລະ ຄົນທີ່ການໂອ້ລົມຄວາມຈິງເລື້ອຍໆຂອງພວກເຂົາເປັນການຫຼໍ່ລ້ຽງ ແລະ ຊ່ວຍເຫຼືອທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງ. ພວກເຂົາມັກຈະຊອກຫາສິ່ງທີ່ຈະໃຊ້ໂຈມຕີບຸກຄົນດ້ານບວກ ແລະ ເປີດໂປງຂໍ້ບົກຜ່ອງຂອງພວກເຂົາ, ໂດຍມີເປົ້າໝາຍທີ່ຈະເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຢູ່ຫ່າງຈາກທຸກຄົນທີ່ມັກຈະໂອ້ລົມຄວາມຈິງ ແລະ ແບ່ງປັນຄຳພະຍານຈາກປະສົບການ. ໂດຍສະຫຼຸບແລ້ວ, ຄົນທີ່ຍາດແຍ່ງສະຖານະແມ່ນບຸກຄົນດ້ານລົບ ທີ່ແຊກຊຶມເຂົ້າມາໃນຄຣິສຕະຈັກ ແລະ ຮັບບົດບາດເປັນຄົນຮັບໃຊ້ຂອງຊາຕານ.
ເອື້ອຍນ້ອງຄົນໜຶ່ງ, ຜູ້ທີ່ເຄີຍເຮັດຜິດພາດໃນເລື່ອງຄວາມສຳພັນລະຫວ່າງຍິງຊາຍກ່ອນທີ່ຈະເຊື່ອໃນພຣະເຈົ້າ, ໄດ້ກັບໃຈຫຼັງຈາກທີ່ກາຍເປັນຜູ້ເຊື່ອ ແລະ ບໍ່ເຄີຍເຮັດຜິດພາດແບບນັ້ນອີກເລີຍ. ລາວຮູ້ສຶກສຳນຶກຜິດຢ່າງຍິ່ງກ່ຽວກັບການຝ່າຝືນໃນອະດີດຂອງລາວ ແລະ ດ້ວຍເຫດນັ້ນຈຶ່ງໄດ້ເປີດໃຈ ແລະ ໂອ້ລົມກັບອ້າຍເອື້ອຍນ້ອງ. ຈຸດປະສົງ ແລະ ຫຼັກການຂອງການເປີດໃຈ ແລະ ການໂອ້ລົມແມ່ນຫຍັງ? ມັນແມ່ນເພື່ອສົ່ງເສີມຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ກຳຈັດຄວາມຫ່າງເຫີນລະຫວ່າງອ້າຍເອື້ອຍນ້ອງ. ອ້າຍເອື້ອຍນ້ອງສ່ວນໃຫຍ່, ຫຼັງຈາກທີ່ເຂົ້າໃຈຄວາມຈິງແລ້ວ, ກໍສາມາດເປີດໃຈ ແລະ ໂອ້ລົມກ່ຽວກັບການເປີດໂປງຄວາມເສື່ອມຊາມຂອງຕົນເອງ ແລະ ການຝ່າຝືນໃນອະດີດ, ພ້ອມທັງສະແດງຄວາມຂອບໃຈ ແລະ ການສັນລະເສີນຕໍ່ຄວາມລອດພົ້ນຂອງພຣະເຈົ້າ. ການເປີດໃຈ ແລະ ການໂອ້ລົມເຊັ່ນນີ້ເໝາະສົມບໍ? (ເໝາະສົມ). ຫຼັງຈາກທີ່ເຂົ້າໃຈຄວາມຈິງແລ້ວ, ອ້າຍເອື້ອຍນ້ອງສ່ວນໃຫຍ່ກໍສາມາດເປີດໃຈ ແລະ ໂອ້ລົມດ້ວຍວິທີນີ້; ສິ່ງນີ້ຖືວ່າເປັນບັນຫາບໍ? (ບໍ່). ມັນເປັນເລື່ອງປົກກະຕິຫຼາຍທີ່ຄົນເຮົາຈະເຄີຍເຮັດຜິດພາດບາງຢ່າງໃນເລື່ອງຄວາມສຳພັນລະຫວ່າງຍິງຊາຍ ຫຼື ໃນດ້ານອື່ນໆ ກ່ອນທີ່ຈະມາເຊື່ອໃນພຣະເຈົ້າ. ບາງຄົນສາມາດເວົ້າກ່ຽວກັບຄວາມຜິດພາດເຫຼົ່ານີ້, ໃນຂະນະທີ່ບາງຄົນກໍປົກປິດ ແລະ ປອມຕົວ ແລະ ບໍ່ວ່າຄົນອື່ນຈະປະຕິບັດການເປີດໃຈ ແລະ ການເປີດເຜີຍຕົນເອງແນວໃດ, ພວກເຂົາກໍບໍ່ເວົ້າຫຍັງເລີຍ. ພວກເຂົາເຊື່ອວ່າຄວາມຜິດພາດເຫຼົ່ານີ້ແມ່ນຄວາມລັບທີ່ໜ້າອັບອາຍຂອງພວກເຂົາ, ຊຶ່ງພວກເຂົາບໍ່ສາມາດໃຫ້ໃຜຮູ້ໄດ້, ຢ້ານວ່າຊື່ສຽງ, ໜ້າຕາ ແລະ ສະຖານະຂອງພວກເຂົາຈະສູນເສຍໄປ. ແນວໃດກໍຕາມ, ບາງຄົນກໍເຂົ້າໃຈສິ່ງຕ່າງໆແຕກຕ່າງອອກໄປ; ພວກເຂົາເຊື່ອວ່າເນື່ອງຈາກພວກເຂົາໄດ້ມາເຊື່ອໃນພຣະເຈົ້າ ແລະ ໄດ້ຮັບເອົາຄວາມລອດພົ້ນຂອງພຣະເຈົ້າແລ້ວ, ຕອນນີ້ພວກເຂົາກໍຄວນເປີດໃຈ ແລະ ໂອ້ລົມກ່ຽວກັບການກະທຳທີ່ຜິດໃນອະດີດ ແລະ ເສັ້ນທາງທີ່ຜິດພາດທີ່ພວກເຂົາເຄີຍຍ່າງ ແລະ ນຳມັນອອກມາເພື່ອການໄຈ້ແຍກ ແລະ ວ່າສິ່ງເຫຼົ່ານີ້ເປັນພຽງສິ່ງທີ່ພວກເຂົາໄດ້ຜ່ານຜ່າໃນຖານະມະນຸດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ. ຕອນນີ້, ພວກເຂົາສາມາດເປີດໃຈ, ເປີດເຜີຍຕົນເອງ ແລະ ໂອ້ລົມ. ບໍ່ວ່າມັນຈະແມ່ນເພື່ອສະຫຼຸບອະດີດ ຫຼື ເພື່ອຈົບສິ້ນມັນ, ຄວາມຈິງທີ່ວ່າຄົນເຫຼົ່ານີ້ສາມາດເຮັດສິ່ງນີ້ໄດ້ກໍພິສູດໃຫ້ເຫັນເຖິງທັດສະນະຄະຕິຂອງພວກເຂົາຕໍ່ການປະຕິບັດຄວາມຈິງຄື: ພວກເຂົາຍິນດີທີ່ຈະປະຕິບັດຄວາມຈິງ ແລະ ພວກເຂົາມີຄວາມຕັ້ງໃຈທີ່ຈະປະຕິບັດມັນ. ວິທີການປະຕິບັດທີ່ແນ່ນອນຂອງຄົນໃດໜຶ່ງແມ່ນຂຶ້ນກັບຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈຂອງພວກເຂົາ. ແນວໃດກໍຕາມ, ການເປີດໃຈ ແລະ ການເປີດເຜີຍຕົນເອງບໍ່ແມ່ນຄວາມຜິດພາດຢ່າງແນ່ນອນ ແລະ ຍິ່ງບໍ່ແມ່ນຄວາມບາບ. ມັນບໍ່ຄວນຖືກໃຊ້ເປັນເຄື່ອງມືຕໍ່ລອງເພື່ອໂຈມຕີໃຜຜູ້ໜຶ່ງ ແລະ ຍິ່ງບໍ່ຄວນກາຍເປັນຫຼັກຖານທີ່ຄົນອື່ນໃຊ້ເພື່ອໂຈມຕີພວກເຂົາ. ຄົນສ່ວນໃຫຍ່ສາມາດຈັດການກັບເລື່ອງນີ້ຢ່າງຖືກຕ້ອງ, ນັ້ນກໍຄື, ຄວາມເຂົ້າໃຈຂອງພວກເຂົາກ່ຽວກັບເລື່ອງນີ້ແມ່ນບໍລິສຸດ ແລະ ສອດຄ່ອງກັບຫຼັກການຄວາມຈິງ. ແນວໃດກໍຕາມ, ຄົນຊົ່ວຊ້າມີເຈດຕະນາທີ່ບໍ່ຖືກຕ້ອງ; ພວກເຂົາຢືນຢັນທີ່ຈະຊອກຈັບຜິດຄົນເພື່ອເຍາະເຍີ້ຍພວກເຂົາ, ປັ່ນຫົວພວກເຂົາ ແລະ ຕັດສິນພວກເຂົາ. ການກະທຳທີ່ຊົ່ວຊ້າດັ່ງກ່າວແມ່ນຂ້ອນຂ້າງເຫັນໄດ້ຊັດເຈນ. ຄົນທີ່ສາມາດເປີດເຜີຍຕົນເອງ, ເປີດໃຈ ແລະ ໂອ້ລົມກ່ຽວກັບຄວາມເສື່ອມຊາມຂອງພວກເຂົາ ແລະ ເສັ້ນທາງທີ່ຜິດພາດທີ່ພວກເຂົາໄດ້ເດີນ, ມີຫົວໃຈທີ່ຫິວກະຫາຍຄວາມຊອບທຳໃນການເຂົ້າຫາຄວາມຈິງ ແລະ ພຣະທຳຂອງພຣະເຈົ້າ. ດ້ວຍເຫດນີ້, ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາກໍໄດ້ຮັບຄວາມເຂົ້າໃຈທີ່ແທ້ຈິງ ແລະ ການຢັ່ງຮູ້ໂດຍບໍ່ຮູ້ຕົວ. ຄວາມເຂົ້າໃຈທີ່ແທ້ຈິງ ແລະ ການຢັ່ງຮູ້ເຫຼົ່ານີ້ຊ່ວຍໃຫ້ພວກເຂົາພົບເສັ້ນທາງແຫ່ງການປະຕິບັດໃນເວລາທີ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສະຖານະການຕ່າງໆນາໆທີ່ເກີດຂຶ້ນໃນຊີວິດຂອງພວກເຂົາ, ນໍາໄປສູ່ຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງບາງຢ່າງກ່ຽວກັບຄວາມຈິງ. ການໂອ້ລົມຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງເຫຼົ່ານີ້ເປັນການເສີມສ້າງ ແລະ ເປັນປະໂຫຍດຕໍ່ຄົນອື່ນ; ອ້າຍເອື້ອຍນ້ອງຈະເບິ່ງຄົນເຫຼົ່ານີ້ດ້ວຍຄວາມຊື່ນຊົມ ແລະ ຄວາມນັບຖື, ໂດຍກ່າວວ່າ, “ປະສົບການທີ່ແທ້ຈິງຂອງເຈົ້າແມ່ນດີເລີດແທ້ໆ. ຫຼັງຈາກທີ່ໄດ້ຟັງກ່ຽວກັບປະສົບການເຫຼົ່ານັ້ນ, ຂ້ອຍກໍສາມາດເຂົ້າໃຈຄວາມຮູ້ສຶກໄດ້ຢ່າງເລິກເຊິ່ງ. ຂ້ອຍເຫັນວ່າວິທີການປະຕິບັດຂອງເຈົ້າແມ່ນຖືກຕ້ອງ ແລະ ໄດ້ຮັບພຣະພອນຈາກພຣະເຈົ້າ. ຂ້ອຍກໍຍິນດີທີ່ຈະປະຖິ້ມແນວຄິດ ແລະ ອະຄະຕິຂອງຂ້ອຍເອງ ແລະ ປະຖິ້ມພາລະຂອງຂ້ອຍ; ຂ້ອຍຕ້ອງການປະຕິບັດຄວາມຈິງດ້ວຍວິທີທີ່ລຽບງ່າຍ ແລະ ໄດ້ຮັບຄວາມສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າຄືເຈົ້າ. ເສັ້ນທາງນີ້ແມ່ນເສັ້ນທາງທີ່ຖືກຕ້ອງ”. ການສະແດງອອກເຫຼົ່ານີ້ບໍ່ແມ່ນເລື່ອງປົກກະຕິບໍ? ມັນບໍ່ແມ່ນເລື່ອງທີ່ເໝາະສົມຫຼາຍບໍທີ່ຄວາມສຳພັນເຊັ່ນນີ້ຈະເກີດຂຶ້ນໃນທ່າມກາງອ້າຍເອື້ອຍນ້ອງ? ນີ້ແມ່ນຄວາມສຳພັນລະຫວ່າງບຸກຄົນປະເພດໜຶ່ງທີ່ແຕກຕ່າງຈາກປະເພດທີ່ພົບເຫັນໃນທ່າມກາງຄົນທີ່ບໍ່ເຊື່ອໃນພຣະເຈົ້າ; ມັນເປັນຄວາມສຳພັນທີ່ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ເປັນສິ່ງທີ່ພຣະອົງປາດຖະໜາທີ່ຈະເຫັນ. ເມື່ອມີຄວາມສຳພັນທີ່ປົກກະຕິເຊັ່ນນີ້ຢູ່ໃນທ່າມກາງອ້າຍເອື້ອຍນ້ອງເທົ່ານັ້ນ ຊີວິດຄຣິສຕະຈັກຈຶ່ງຈະເປັນປົກກະຕິໄດ້. ແນວໃດກໍຕາມ, ຈະມີຄົນຊົ່ວຊ້າບາງຄົນ ຫຼື ບາງຄົນທີ່ມີເຈດຕະນາຮ້າຍຢູ່ສະເໝີ, ຜູ້ທີ່ຈະລຸກຂຶ້ນມາໂຈມຕີ, ດູຖູກ ແລະ ກີດກັນຄົນທີ່ມີປະສົບການທີ່ແທ້ຈິງ, ຄົນທີ່ຫິວກະຫາຍຄວາມຈິງ ແລະ ຄົນທີ່ຊື່ນຊົມ ແລະ ນັບຖືຄົນທີ່ມີປະສົບການ. ເປັນຫຍັງພວກເຂົາຈຶ່ງໂຈມຕີຄົນເຫຼົ່ານີ້? ເປົ້າໝາຍຂອງພວກເຂົາບໍ່ແມ່ນອື່ນໃດ ນອກຈາກການຍາດແຍ່ງສະຖານະໃດໜຶ່ງພາຍໃນຄຣິສຕະຈັກ. ເພາະວ່າພວກເຂົາບໍ່ຮັກຄວາມຈິງ ແລະ ບໍ່ສະແຫວງຫາມັນ, ພວກເຂົາຈຶ່ງປອມຕົວເປັນຜູ້ສະແຫວງຫາຄວາມຈິງໂດຍການສ້າງປະສົບການປອມຂຶ້ນມາ ເພື່ອນໍາພາທຸກຄົນຢ່າງຜິດໆ ແລະ ໄດ້ຮັບຄວາມນັບຖືຢ່າງສູງຈາກພວກເຂົາ. ນີ້ຄືການໃຊ້ວິທີການຂອງຊາຕານໃນການນໍາພາຢ່າງຜິດໆ ແລະ ຄວບຄຸມຜູ້ຄົນ ເພື່ອໃຫ້ໄດ້ມາຊຶ່ງສະຖານະ ແລະ ອຳນາດທີ່ພວກເຂົາປາດຖະໜາ. ເຫດການດັ່ງກ່າວເກີດຂຶ້ນເລື້ອຍໆໃນຄຣິສຕະຈັກທຸກແຫ່ງ ແລະ ເປັນສິ່ງທີ່ທຸກຄົນເຫັນໄດ້. ຖ້າພວກເຈົ້າພົບວ່າອ້າຍເອື້ອຍນ້ອງບາງຄົນມີຄວາມຈິງຄວາມເປັນຈິງບາງຢ່າງ, ສາມາດໂອ້ລົມຄວາມເຂົ້າໃຈຈາກປະສົບການທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າໃນລະຫວ່າງການເຕົ້າໂຮມ, ແລະ ໄດ້ຮັບການຍ້ອງຍໍຈາກຫຼາຍຄົນ, ແຕ່ດ້ວຍເຫດຜົນບາງຢ່າງກໍຖືກໂຈມຕີ, ຖືກຕອບໂຕ້ ແລະ ຕົກຢູ່ໃນຄວາມທຸກທໍລະມານໂດຍບາງຄົນ, ແລ້ວພວກເຈົ້າກໍຄວນລະມັດລະວັງ ແລະ ແຍກແຍະວ່າຄົນປະເພດໃດທີ່ກະທຳພຶດຕິກຳນີ້. ເປັນຫຍັງຄົນທີ່ສະແຫວງຫາຄວາມຈິງຈຶ່ງມັກຖືກໂຈມຕີ ແລະ ຖືກກີດກັນ? ມີຫຍັງກຳລັງເກີດຂຶ້ນແທ້ຢູ່ທີ່ນີ້? ສິ່ງນີ້ຊີ້ໃຫ້ເຫັນເຖິງບັນຫາຢ່າງແນ່ນອນ.
ໃນຊີວິດຄຣິສຕະຈັກ, ຄວນເອົາໃຈໃສ່ຢ່າງໃກ້ຊິດຕໍ່ຜູ້ທີ່ມັກຈັບຜິດຜູ້ນໍາ ແລະ ຜູ້ເຮັດວຽກຢູ່ເລື້ອຍໆ. ນອກຈາກນີ້, ບາງຄົນກໍມັກເຍາະເຍີ້ຍ, ດູຖູກ ຫຼື ໂຈມຕີຜູ້ທີ່ຂ້ອນຂ້າງສະແຫວງຫາຄວາມຈິງ ແລະ ປາຖະໜາພຣະທຳຂອງພຣະເຈົ້າ. ບຸກຄົນດ້ານລົບເຫຼົ່ານີ້ຄວນຖືກຕິດຕາມ ແລະ ເຝົ້າລະວັງຢ່າງໃກ້ຊິດເຊັ່ນກັນ ເພື່ອເບິ່ງວ່າການກະທຳຕໍ່ໄປຂອງພວກເຂົາຈະເປັນແນວໃດ. ຖ້າຄົນໃດໜຶ່ງສາມາດເປີດໂປງຂໍ້ບົກຜ່ອງຂອງຜູ້ນໍາຄຣິສຕະຈັກ ຫຼື ໂຈມຕີບຸກຄົນທີ່ມີຄວາມຈິງຄວາມເປັນຈິງ ໂດຍບໍ່ມີສາເຫດອັນສົມຄວນ ໃນຂະນະທີ່ຮ່ວມຊີວິດຄຣິສຕະຈັກ, ມັນຕ້ອງມີບັນຫາ ແລະ ເຫດຜົນທີ່ຢູ່ເບື້ອງຫຼັງຢ່າງແນ່ນອນ; ມັນບໍ່ແມ່ນເລື່ອງໄຮ້ສາເຫດຢ່າງແນ່ນອນ. ອ້າຍເອື້ອຍນ້ອງຄວນເອົາໃຈໃສ່ຢ່າງຈິງຈັງຕໍ່ບຸກຄົນດັ່ງກ່າວ ເພາະນີ້ບໍ່ແມ່ນເລື່ອງນ້ອຍ. ບາງຄັ້ງ, ຫຼັງຈາກທີ່ຫາກໍໄດ້ຟັງຄຳພະຍານຈາກປະສົບການທີ່ແທ້ຈິງ ແລະ ຮູ້ສຶກເພີດເພີນຢ່າງເຕັມທີ່ໃນໃຈຄົນໆໜຶ່ງ ຫຼື ຫຼັງຈາກທີ່ຫາກໍໄດ້ຮັບຄວາມສະຫວ່າງ ແລະ ຄວາມເຂົ້າໃຈພຽງເລັກນ້ອຍ, ຢ່າງໃດກໍຕາມ ຄົນເຮົາສາມາດຖືກເຮັດໃຫ້ສັບສົນດ້ວຍຄຳເວົ້າທີ່ພາໃຫ້ຫຼົງພຽງບໍ່ເທົ່າໃດຄຳຂອງຄົນຊົ່ວຊ້າ, ຈົນເຮັດໃຫ້ສູນເສຍທຸກສິ່ງທີ່ຫາກໍໄດ້ຮັບມາ. ເມື່ອຫາກໍເລີ່ມສ້າງຄວາມເຊື່ອໄດ້ພຽງເລັກນ້ອຍ, ພວກເຂົາກໍຖືກຄົນຊົ່ວຊ້າລົບກວນ ແລະ ກັບຄືນສູ່ສະພາບເດີມ; ເມື່ອຫາກໍເລີ່ມມີຄວາມກະຫາຍຕໍ່ຄວາມຈິງ ແລະ ພຣະທຳຂອງພຣະເຈົ້າພຽງເລັກນ້ອຍ ພ້ອມກັບຄວາມຕັ້ງໃຈທີ່ຈະປະຕິບັດຄວາມຈິງພຽງເລັກນ້ອຍ, ພວກເຂົາກໍຖືກຄົນຊົ່ວຊ້າລົບກວນ, ຈົນສູນເສຍກຳລັງໃຈ ແລະ ແຮງຈູງໃຈ ແລະ ຈາກນັ້ນກໍຢາກຈະໜີອອກຈາກສະຖານທີ່ແຫ່ງຄວາມຂັດແຍ່ງນີ້ໂດຍໄວ. ຜົນສະທ້ອນເຫຼົ່ານີ້ຮ້າຍແຮງບໍ? ມັນຮ້າຍແຮງຫຼາຍ. ດັ່ງນັ້ນ, ໃນຄຣິສຕະຈັກ, ຖ້າມີຄົນໃດຄົນໜຶ່ງທີ່ມັກກໍ່ການຜິດຖຽງກັນຢູ່ສະເໝີຍ້ອນເລື່ອງທີ່ບໍ່ຖືກໃຈຕົນເອງ, ໂຕ້ຖຽງກັນວ່າໃຜຖືກ, ຖົກຖຽງກັນເລື່ອງຖືກຜິດ ແລະ ແມ່ນແຕ່ແຂ່ງຂັນກັນວ່າໃຜສູງສົ່ງກວ່າ ຫຼື ຕໍ່າຕ້ອຍກວ່າ, ແລ້ວບຸກຄົນດັ່ງກ່າວກໍຄວນຖືກເຝົ້າເບິ່ງຢ່າງໃກ້ຊິດ. ຈົ່ງເບິ່ງວ່າພວກເຂົາມີບົດບາດຫຍັງໃນຄຣິສຕະຈັກ, ພວກເຂົານຳເອົາຜົນສະທ້ອນຫຍັງມາ ແລະ ຜ່ານສິ່ງນີ້, ເຈົ້າກໍຈະສາມາດເບິ່ງທະລຸໄດ້ວ່າທຳມະຊາດ-ແກ່ນແທ້ຂອງພວກເຂົາແມ່ນຫຍັງ.
ໃນຊີວິດຄຣິສຕະຈັກ, ຍັງມີການສະແດງອອກອີກປະເພດໜຶ່ງຂອງການຍາດແຍ່ງສະຖານະທີ່ກ່ຽວຂ້ອງກັບການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ ແລະ ວຽກງານຂອງຄຣິສຕະຈັກ. ຕົວຢ່າງ: ບາງຄັ້ງເມື່ອອ້າຍເອື້ອຍນ້ອງກຳລັງໂອ້ລົມກັນກ່ຽວກັບບັນຫາໃດໜຶ່ງ, ການໂອ້ລົມຂອງທຸກຄົນກໍມີຄວາມສະຫວ່າງ; ຍິ່ງພວກເຂົາໂອ້ລົມກັນຫຼາຍເທົ່າໃດ, ຫຼັກການຄວາມຈິງກໍຍິ່ງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍຂຶ້ນເທົ່ານັ້ນ ແລະ ກໍເຂົ້າໃຈເສັ້ນທາງແຫ່ງການປະຕິບັດໄດ້ຢ່າງໄວວາ. ແນວໃດກໍຕາມ, ອາດຈະມີຄົນໃດໜຶ່ງນຳສະເໜີ “ແນວຄິດອັນເລີດລໍ້າ” ຂຶ້ນມາກະທັນຫັນ, ເຊິ່ງເປັນຄຳແນະນຳຂອງພວກເຂົາ, ເປັນການຂັດຈັງຫວະກະແສຂອງການໂອ້ລົມ ແລະ ປ່ຽນຫົວຂໍ້ໄປເລື່ອງອື່ນ, ເຮັດໃຫ້ການໂອ້ລົມໃນຫົວຂໍ້ຫຼັກຄ້າງຄາ. ເບິ່ງຜິວເຜີນແລ້ວ, ເບິ່ງຄືວ່າພວກເຂົາບໍ່ໄດ້ກຳລັງກໍ່ໃຫ້ເກີດການລົບກວນ, ແຮງໄກທີ່ພວກເຂົາກຳລັງຈຳກັດຄົນອື່ນຈາກການໂອ້ລົມຄວາມຈິງ, ແຕ່ພວກເຂົາບໍ່ໄດ້ເລືອກເວລາທີ່ເໝາະສົມໃນການນຳສະເໜີຫົວຂໍ້ນີ້. ໂດຍການແຊກບັນຫາໃໝ່ເຂົ້າມາເພື່ອໂອ້ລົມ ແລະ ສົນທະນາ ໃນຊ່ວງເວລາສຳຄັນທີ່ກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ບັນຫາກ່ອນໜ້ານັ້ນກໍຖືກຕັດບົດກ່ອນທີ່ຈະຖືກແກ້ໄຂຢ່າງສົມບູນ. ນີ້ບໍ່ແມ່ນການປະຖິ້ມວຽກງານກາງຄັນບໍ? ສິ່ງນີ້ບໍ່ໄດ້ເຮັດໃຫ້ການແກ້ໄຂບັນຫາຊັກຊ້າບໍ? ບໍ່ພຽງແຕ່ບັນຫາບໍ່ໄດ້ຖືກແກ້ໄຂ, ແຕ່ຄວາມເຂົ້າໃຈຄວາມຈິງຂອງຜູ້ຄົນກໍຊັກຊ້າໄປນຳ. ຄົນທີ່ມີເຫດຜົນຈະເຮັດແບບນີ້ບໍ? ມັນຈະເກີນໄປບໍ ຖ້າຈະເວົ້າວ່າສິ່ງດັ່ງກ່າວຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ? ເຮົາຄິດວ່າມັນບໍ່ເກີນໄປເລີຍ. ການລົບກວນການເຕົ້າໂຮມແບບນີ້ ໃນຂະນະທີ່ກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ນີ້ບໍ່ແມ່ນການເຈດຕະນາຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກບໍ? ຖ້າຄົນໃດໜຶ່ງມັກເຂົ້າມາເວົ້າແຊກຢູ່ສະເໝີໃນຊ່ວງເວລາສຳຄັນທີ່ກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ຖ້າພວກເຂົາພະຍາຍາມເວົ້າຕັດບົດຢູ່ສະເໝີ, ແລ້ວນີ້ກໍບໍ່ແມ່ນບັນຫາຂອງການບໍ່ມີເຫດຜົນ; ມັນຄືການເຈດຕະນາລົບກວນການເຕົ້າໂຮມ ໃນຂະນະທີ່ກຳລັງໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ, ມັນຄືການກະທຳທີ່ຊົ່ວຊ້າຂອງການຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກຢ່າງແທ້ຈິງ, ມີພຽງແຕ່ພວກຕໍ່ຕ້ານພຣະຄຣິສ ແລະ ຄົນຊົ່ວຊ້າເທົ່ານັ້ນທີ່ເຮັດແບບນີ້, ມີພຽງແຕ່ຄົນທີ່ກຽດຊັງຄວາມຈິງເທົ່ານັ້ນທີ່ເຮັດແບບນີ້. ບໍ່ວ່າສະພາບການ ຫຼື ສະຖານະການຈະເປັນແນວໃດ, ຄົນປະເພດນີ້ກໍຕ້ອງອອກມາພ້ອມກັບ “ແນວຄິດອັນເລີດລໍ້າ” ຂອງພວກເຂົາຢູ່ສະເໝີ, ພວກເຂົາຢາກດຶງດູດຄວາມສົນໃຈຂອງຄົນອື່ນຢູ່ສະເໝີ, ເພື່ອເປັນຈຸດສົນໃຈ. ບໍ່ວ່າຫົວຂໍ້ທີ່ຜູ້ຄົນກຳລັງໂອ້ລົມກັນຈະຈຳເປັນ ແລະ ສຳຄັນສໍ່າໃດ, ພວກເຂົາກໍຕ້ອງເຂົ້າມາເວົ້າແຊກສະເໝີ ເພື່ອຫັນເຫຄວາມສົນໃຈຂອງຜູ້ຄົນ ແລະ ເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ໂດຍຢາກຈະປະກົດຕົວວ່າເປັນເອກະລັກ. ພວກເຂົາກຳລັງພະຍາຍາມຫຼິ້ນລູກໄມ້ປະເພດໃດກັນແທ້? ພວກເຂົາບໍ່ໄດ້ກຳລັງຍາດແຍ່ງສະຖານະຢູ່ບໍ? ພວກເຂົາຢາກຄວບຄຸມສະຖານະການ. ພວກເຂົາບໍ່ຢາກໃຫ້ຜູ້ຄົນມີຄວາມເຂົ້າໃຈ ແລະ ຄວາມແຈ່ມແຈ້ງໃນຄວາມຈິງຫຼາຍຂຶ້ນ; ສິ່ງທີ່ພວກເຂົາໃສ່ໃຈທີ່ສຸດກໍຄືການເຮັດໃຫ້ທຸກຄົນເອົາໃຈໃສ່, ຮັບຟັງ ແລະ ເຊື່ອຟັງພວກເຂົາ ແລະ ໃຫ້ທຸກຄົນເຮັດຕາມທີ່ພວກເຂົາເວົ້າ. ນີ້ຄືການຍາດແຍ່ງສະຖານະຢ່າງຊັດເຈນ. ສຳລັບບາງຄົນ, ບໍ່ວ່າພວກເຂົາຈະເຮັດວຽກຫຍັງກໍຕາມ, ເມື່ອເຈົ້າຂໍໃຫ້ພວກເຂົາໂອ້ລົມກ່ຽວກັບແນວຄິດ ແລະ ແຜນການສະເພາະໃນການຈັດຕັ້ງປະຕິບັດບາງສິ່ງ ແລະ ຂັ້ນຕອນສະເພາະໃນການດຳເນີນການຢ່າງລະອຽດ, ພວກເຂົາກໍເວົ້າຫຍັງບໍ່ອອກ. ແຕ່ພວກເຂົາມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ, ປະກົດຕົວວ່າບໍ່ຄືໃຜ ແລະ ເຮັດສິ່ງທີ່ແປກໃໝ່ ແລະ ໜ້າຕື່ນຕາຕື່ນໃຈ. ບໍ່ວ່າສະຖານະການທີ່ຢູ່ຕໍ່ໜ້າຈະເປັນແນວໃດ, ທັນທີທີ່ມີແນວຄິດໃໝ່ໆເຂົ້າມາໃນຫົວ, ພວກເຂົາກໍນຳສະເໜີມັນຄືກັບວ່າໄດ້ຮັບການດົນໃຈ, ຮີບຮ້ອນສະເໜີມັນເພື່ອໃຫ້ຄົນອື່ນຍອມຮັບ ແລະ ເຫັນດີນຳ, ໂດຍບໍ່ມີການພິຈາລະນາຢ່າງຮອບຄອບ. ແຕ່ເມື່ອສຸດທ້າຍແລ້ວພວກເຂົາຖືກຂໍໃຫ້ສົນທະນາກ່ຽວກັບເສັ້ນທາງສະເພາະໃນການປະຕິບັດ, ພວກເຂົາກໍເວົ້າຫຍັງບໍ່ອອກ. ພວກເຂົາຂາດຄວາມສາມາດ, ແຕ່ກໍຍັງຢາກໂອ້ອວດ, ມຸ້ງຫວັງເຮັດໃຫ້ຄົນອື່ນເຫັນຢູ່ສະເໝີ. ພວກເຂົາບໍ່ເຕັມໃຈທີ່ຈະຕົກເປັນຮອງໃຜ; ພວກເຂົາບໍ່ຢາກເປັນພຽງຜູ້ຕິດຕາມທຳມະດາ. ພວກເຂົາຢ້ານຢູ່ສະເໝີວ່າຄົນອື່ນຈະດູຖູກພວກເຂົາ ແລະ ພວກເຂົາກໍຢາກຢືນຢັນການມີຕົວຕົນຂອງຕົນເອງຢູ່ສະເໝີ. ສະນັ້ນ ພວກເຂົາຈຶ່ງມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງເພື່ອໃຫ້ຄົນອື່ນເຫັນ. ແມ່ນຫຍັງຄືພຶດຕິກຳທີ່ເຮັດແບບນີ້ຢູ່ສະເໝີ? ເມື່ອມີແນວຄິດໃດໜຶ່ງເຂົ້າມາໃນຫົວ, ພວກເຂົາກໍຫຼັບຫູຫຼັບຕາຕັດສິນວ່າມັນດີ ແລະ ສົມຄວນທີ່ຈະນໍາໄປປະຕິບັດ ໂດຍບໍ່ມີການພິຈາລະນາ ຫຼື ກ່ອນທີ່ແນວຄິດນັ້ນຈະຄົບຖ້ວນສົມບູນດີ ເມື່ອພວກເຂົາຮີບຮ້ອນນຳສະເໜີແນວຄິດນີ້, ຄົນອື່ນກໍບໍ່ເຂົ້າໃຈ ແລະ ກໍຕັ້ງຄຳຖາມຂຶ້ນມາຕາມທຳມະຊາດ. ເມື່ອຕອບບໍ່ໄດ້, ພວກເຂົາກໍຍັງຢືນຢັນວ່າຄວາມຄິດເຫັນຂອງຕົນຖືກຕ້ອງ ແລະ ທຸກຄົນຄວນຍອມຮັບ. ນີ້ແມ່ນອຸປະນິໄສປະເພດໃດ? ການຢືນຢັນໃນທັດສະນະຂອງຕົນເອງໂດຍບໍ່ມີມູນຄວາມຈິງຈະນຳມາເຊິ່ງຜົນສະທ້ອນຫຍັງ? ມັນເປັນປະໂຫຍດ ຫຼື ເປັນການລົບກວນຕໍ່ວຽກງານຂອງຄຣິສຕະຈັກ? ມັນເປັນປະໂຫຍດ ຫຼື ເປັນອັນຕະລາຍຕໍ່ຜູ້ຄົນທີ່ພຣະເຈົ້າເລືອກບໍ? ພວກເຂົາສາມາດເວົ້າແບບນີ້ໄດ້ໂດຍບໍ່ມີຄວາມຮັບຜິດຊອບ, ຈຸດປະສົງຂອງພວກເຂົາແມ່ນຫຍັງ? ກໍພຽງເພື່ອສະແດງການມີຕົວຕົນຂອງຕົນເອງ. ພວກເຂົາຢ້ານວ່າຄົນອື່ນຈະບໍ່ຮູ້ວ່າພວກເຂົາມີ “ແນວຄິດອັນເລີດລໍ້າ” ເຊັ່ນນັ້ນ, ບໍ່ຮູ້ວ່າພວກເຂົາມີຄວາມສາມາດ, ສະຕິປັນຍາ ແລະ ສັກກະຍະພາບ; ພວກເຂົາພະຍາຍາມເພື່ອໃຫ້ໄດ້ຮັບການຍອມຮັບນີ້, ເພື່ອເຮັດໃຫ້ຄົນສ່ວນໃຫຍ່ຍົກຍ້ອງພວກເຂົາ. ໃນທີ່ສຸດແລ້ວເກີດຫຍັງຂຶ້ນ? ພວກເຂົາຮີບຮ້ອນໃຫ້ຄຳແນະນຳ ແລະ ໃນຕອນທຳອິດຄົນອື່ນກໍຄິດວ່າພວກເຂົາມີຄວາມສາມາດແທ້, ມີບາງສິ່ງທີ່ເປັນຂອງແທ້. ແຕ່ເມື່ອເວລາຜ່ານໄປ, ກໍເປັນທີ່ປະຈັກແຈ້ງວ່າພວກເຂົາເປັນພຽງຄົນໂງ່ຈ້າ, ຂາດຄວາມຮູ້ ຫຼື ທັກສະທີ່ແທ້ຈິງ ແຕ່ກໍຍັງຢາກເປັນຜູ້ຕັດສິນໃຈຄົນສຸດທ້າຍ. ນີ້ຄືການຍາດແຍ່ງສະຖານະ. ໂດຍບໍ່ມີຄວາມສາມາດທີ່ແທ້ຈິງ, ພວກເຂົາກໍຍັງຢາກເປັນຜູ້ຕັດສິນໃຈ; ພວກເຂົາມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງຢູ່ສະເໝີ ໂດຍບໍ່ມີການນຳສະເໜີແຜນການທີ່ເປັນຮູບປະທຳ, ຂາດເສັ້ນທາງການປະຕິບັດທີ່ຊັດເຈນ. ຈະເກີດຜົນສະທ້ອນຫຍັງຂຶ້ນ ຖ້າຄົນປະເພດນີ້ຖືກມອບໝາຍໃຫ້ເຮັດໜ້າທີ່ແທ້ໆ? ມັນຈະນຳໄປສູ່ຄວາມຊັກຊ້າຢ່າງແນ່ນອນ. ເປັນຫຍັງພວກເຂົາຈຶ່ງສະແຫວງຫາທີ່ຈະຍາດແຍ່ງສະຖານະ, ມີອຳນາດຢູ່ສະເໝີ, ທັງໆທີ່ພວກເຂົາບໍ່ສາມາດເຮັດຫຍັງໃຫ້ສຳເລັດໄດ້? ພວກເຂົາເປັນພຽງຄົນໂງ່ຈ້າທີ່ບໍ່ເຕັມບາດ; ເວົ້າໃຫ້ເປັນຄຳສຸພາບກໍຄື, ພວກເຂົາຂາດເຫດຜົນຢ່າງສິ້ນເຊີງ. ໃນທ່າມກາງຜູ້ບໍ່ມີຄວາມເຊື່ອ, ມີຄົນປະເພດນີ້ຫຼາຍເກີນໄປ, ດີແຕ່ເວົ້າແຕ່ບໍ່ລົງມືເຮັດ. ຄົນສ່ວນໃຫຍ່ກໍສາມາດແຍກແຍະຄົນປະເພດນີ້ໄດ້ແດ່. ຖ້າຄົນໃດໜຶ່ງມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ຢາກປະກົດຕົວວ່າແປກໃໝ່ຢູ່ສະເໝີ, ຄົນເຮົາຄວນລະວັງ ເພື່ອບໍ່ໃຫ້ຖືກພວກເຂົາຫຼອກລວງ. ຖ້າມີຄົນທີ່ມີແນວຄິດທີ່ເລິກເຊິ່ງແທ້ໆ ແລະ ສາມາດນຳສະເໜີແຜນການທີ່ເປັນຮູບປະທຳໄດ້, ມັນກໍຈະເປັນທີ່ຍອມຮັບໄດ້ກໍຕໍ່ເມື່ອມັນເປັນໄປໄດ້; ຖ້າພວກເຂົາເວົ້າໄດ້ພຽງແຕ່ຄຳເວົ້າທີ່ຟັງເບິ່ງສູງສົ່ງ ໂດຍບໍ່ມີການນຳສະເໜີແຜນການທີ່ເປັນຮູບປະທຳ, ແລ້ວຄົນເຮົາກໍຄວນປະຕິບັດຕໍ່ພວກເຂົາດ້ວຍຄວາມລະມັດລະວັງ. ຄວນມີການໂອ້ລົມກັນເພື່ອຕັດສິນວ່າແນວຄິດຂອງພວກເຂົາມີແນວທາງທີ່ເປັນໄປໄດ້ ຫຼື ບໍ່. ຖ້າຄົນສ່ວນໃຫຍ່ຮູ້ສຶກວ່າແນວຄິດຂອງພວກເຂົາເປັນໄປໄດ້ ແລະ ມີເສັ້ນທາງໃນການປະຕິບັດ, ແລ້ວກໍຄວນລອງປະຕິບັດເປັນໄລຍະເວລາໜຶ່ງ ເພື່ອເບິ່ງວ່າຜົນລັບເປັນແນວໃດ ກ່ອນທີ່ຈະຕັດສິນໃຈ.
ບໍ່ວ່າຄຣິສຕະຈັກຈະໂອ້ລົມກັນກ່ຽວກັບຄວາມຈິງດ້ານໃດ ຫຼື ແກ້ໄຂບັນຫາໃດກໍຕາມ, ຄົນທຸກປະເພດກໍຈະສະແດງຕົນອອກມາ. ຫຼັງຈາກທີ່ພົວພັນກັນເປັນເວລາດົນ, ຄົນເຮົາກໍສາມາດເຫັນໄດ້ວ່າໃຜຮັກ ແລະ ສາມາດຍອມຮັບຄວາມຈິງໄດ້ຢ່າງແທ້ຈິງ ແລະ ໃຜຄືຜູ້ທີ່ຂັດຂວາງ ແລະ ລົບກວນ, ບໍ່ເອົາການເອົາງານ. ພວກເຈົ້າຄິດວ່າຜູ້ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ນຳສະເໜີແນວຄິດໃໝ່ໆ ສາມາດຍອມຮັບຄວາມຈິງ ແລະ ເດີນໃນເສັ້ນທາງທີ່ຖືກຕ້ອງຂອງການເຊື່ອໃນພຣະເຈົ້າໄດ້ບໍ? ເຮົາຄິດວ່າມັນບໍ່ງ່າຍສຳລັບພວກເຂົາທີ່ຈະເຮັດແບບນີ້. ຄົນເຫຼົ່ານີ້ມີບົດບາດຫຍັງໃນຊີວິດຄຣິສຕະຈັກ? ຜົນສະທ້ອນຂອງການທີ່ພວກເຂົາມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ບໍ່ເອົາການເອົາງານແມ່ນຫຍັງ? ມັນຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ, ດັ່ງທີ່ຄົນສ່ວນໃຫຍ່ເຫັນໄດ້ ແລະ ຖ້າສິ່ງນີ້ດຳເນີນຕໍ່ໄປ, ມັນກໍຈະເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກຊັກຊ້າໃນການໄລ່ຕາມຄວາມຈິງ ແລະ ການເຂົ້າສູ່ຄວາມເປັນຈິງ. ເຖິງແມ່ນວ່າຜູ້ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງບໍ່ຈຳເປັນຕ້ອງເປັນຄົນຊົ່ວຊ້າ, ແຕ່ຜົນສະທ້ອນຈາກການກະທຳຂອງພວກເຂົາກໍເປັນອັນຕະລາຍຢ່າງຍິ່ງຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ໃນເວລາດຽວກັນ, ການກະທຳຂອງພວກເຂົາກໍຍັງເຮັດໃຫ້ວຽກງານຂອງຄຣິສຕະຈັກຊັກຊ້າ ແລະ ໄດ້ຮັບຜົນກະທົບ. ສະນັ້ນ, ບັນຫານີ້ຄວນຖືກແກ້ໄຂແນວໃດ? ຜູ້ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງ ແລະ ນຳສະເໜີແນວຄິດໃໝ່ໆຄວນຖືກຈັດການຢ່າງເໝາະສົມແນວໃດ? ວິທີທີໜຶ່ງແມ່ນ: ຖ້າພວກເຂົາມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງ ແລະ ມີຄວາມຄິດເຫັນຢູ່ສະເໝີ, ກໍປ່ອຍໃຫ້ພວກເຂົາເວົ້າກ່ອນ ແລະ ຈາກນັ້ນພິຈາລະນາແຍກແຍະ. ບໍ່ວ່າຈະເປັນໃຜ, ທຸກຄົນມີອິດສະຫຼະໃນການເວົ້າ ແລະ ສະແດງຄວາມຄິດເຫັນ; ບໍ່ມີໃຜຄວນຈຳກັດສິ່ງນີ້. ໃຜກໍຕາມທີ່ມີແນວຄິດ ແລະ ຄວາມເຂົ້າໃຈອັນສະຫຼາດສ່ອງໃສຢ່າງແທ້ຈິງ ກໍຄວນໄດ້ຮັບອະນຸຍາດໃຫ້ເວົ້າອອກມາ ແລະ ເຮັດໃຫ້ມັນແຈ່ມແຈ້ງ, ເພື່ອໃຫ້ທຸກຄົນໄດ້ເຫັນ ແລະ ຈາກນັ້ນກໍໂອ້ລົມ ແລະ ສົນທະນາກັນ ເພື່ອເບິ່ງວ່າມັນຖືກຕ້ອງ ຫຼື ບໍ່, ວ່າສອດຄ່ອງກັບຫຼັກການຄວາມຈິງ ຫຼື ບໍ່ ແລະ ມີສ່ວນໃດທີ່ສາມາດຮັບເອົາໄດ້ ຫຼື ບໍ່. ຖ້າມັນຄຸ້ມຄ່າທີ່ຈະຮຽນຮູ້ ແລະ ສາມາດໄດ້ຮັບປະໂຫຍດບາງຢ່າງຈາກມັນ, ນັ້ນກໍເປັນສິ່ງທີ່ດີ; ຖ້າຫຼັງຈາກການໂອ້ລົມ ແລະ ສົນທະນາແລ້ວ, ເປັນທີ່ຕັດສິນວ່າສິ່ງທີ່ພວກເຂົາເວົ້ານັ້ນບໍ່ມີຄຸນຄ່າ ແລະ ບໍ່ເປັນທີ່ຍອມຮັບ, ແລ້ວກໍຄວນປະຖິ້ມມັນ. ໂດຍການປະຕິບັດແບບນີ້, ທຸກຄົນກໍຈະເຕີບໂຕໃນການແຍກແຍະ; ເມື່ອໃດກໍຕາມທີ່ມີເລື່ອງໃດໜຶ່ງເກີດຂຶ້ນ, ພວກເຂົາທຸກຄົນກໍຈະຮູ້ວິທີໄຕ່ຕອງກ່ຽວກັບເລື່ອງນີ້ ແລະ ພວກເຂົາກໍຈະເຂົ້າໃຈຄົນຕ່າງໆໄດ້ດີຂຶ້ນ. ການປະຕິບັດດັ່ງກ່າວເປັນປະໂຫຍດຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຈະບໍ່ນຳການລົບກວນມາສູ່ວຽກງານຂອງຄຣິສຕະຈັກ; ວິທີການປະຕິບັດແບບນີ້ແມ່ນຖືກຕ້ອງ. ວິທີທີສອງແມ່ນ: ເມື່ອສິ່ງທີ່ເວົ້າອອກມານັ້ນບໍ່ມີຄຸນຄ່າ ແລະ ຈະບໍ່ໄດ້ຮັບປະໂຫຍດໃດໆຈາກມັນ ເຖິງແມ່ນວ່າຈະມີການໂອ້ລົມ ແລະ ສົນທະນາກັນ, ຄຳແນະນຳດັ່ງກ່າວກໍຄວນຖືກປະຕິເສດໂດຍກົງ ແລະ ບໍ່ຈຳເປັນຕ້ອງມີການໂອ້ລົມ ຫຼື ສົນທະນາໃດໆ. ຖ້າຄົນໃດໜຶ່ງຍັງຄົງຍົກບັນຫາທີ່ໄຮ້ຄ່າ ແລະ “ແນວຄິດອັນເລີດລໍ້າ” ເຊັ່ນນັ້ນຂຶ້ນມາເລື້ອຍໆ, ເຮັດໃຫ້ຜູ້ຄົນທີ່ພຣະເຈົ້າເລືອກເບື່ອໜ່າຍ ແລະ ບໍ່ເຕັມໃຈທີ່ຈະຟັງພວກເຂົາ, ຄົນປະເພດນີ້ບໍ່ຄວນຖືກຈຳກັດບໍ? ມັນຈະເປັນການດີທີ່ສຸດທີ່ຈະແນະນຳໃຫ້ພວກເຂົາສະແດງເຫດຜົນໃຫ້ຫຼາຍຂຶ້ນ, ໃຫ້ລະເວັ້ນຈາກການເວົ້າສິ່ງທີ່ບໍ່ຄວນເວົ້າ ເພື່ອຫຼີກລ່ຽງການສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າຄົນຜູ້ນີ້ຂາດເຫດຜົນ ແລະ ຢືນຢັນທີ່ຈະດຳເນີນການໃນລັກສະນະນີ້ຕໍ່ໄປ, ກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກ ແລະ ເຮັດໃຫ້ທຸກຄົນລຳຄານເປັນພິເສດ, ຈົນເຖິງຂັ້ນເຮັດໃຫ້ໃຈຮ້າຍ, ແລ້ວພວກເຂົາກໍຄືຄົນຊົ່ວຊ້າທີ່ລົບກວນຊີວິດຄຣິສຕະຈັກ. ພວກເຂົາຕ້ອງຖືກຈັດການຕາມຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການສະລ້າງຄຣິສຕະຈັກ, ນັ້ນກໍຄື ກຳຈັດພວກເຂົາອອກຈາກຄຣິສຕະຈັກ; ນີ້ແມ່ນເໝາະສົມແລ້ວ. ບອກເຮົາແດ່ວ່າ ຄົນສ່ວນໃຫຍ່ທີ່ມັກເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງແມ່ນຄົນປະເພດໃດ? ພວກເຂົາແມ່ນປະເພດທີ່ສະແຫວງຫາຄວາມຈິງບໍ? ພວກເຂົາກຳລັງເສຍສະລະຕົນເອງເພື່ອພຣະເຈົ້າຢ່າງຈິງໃຈບໍ? ແນ່ນອນວ່າບໍ່ແມ່ນ. ແລ້ວພວກເຂົາມີຈຸດປະສົງ ແລະ ເຈດຕະນາຫຍັງໃນການລົບກວນຊີວິດຄຣິສຕະຈັກເຊັ່ນນັ້ນ? ສິ່ງນີ້ຕ້ອງການການແຍກແຍະ. ຖ້າທຸກຄົນມີຄວາມເຂົ້າໃຈພຽງພໍກ່ຽວກັບຄົນປະເພດນີ້ແລ້ວ, ໂດຍຮູ້ວ່າພວກເຂົາຂາດສະຕິປັນຍາ, ຄວາມສາມາດ ແລະ ເຫດຜົນ, ວ່າພວກເຂົາເປັນພຽງຄົນໂງ່ຈ້າ, ວິທີທີ່ເໝາະສົມທີ່ສຸດໃນການຈັດການກັບພວກເຂົາ ເມື່ອພວກເຂົາສະແດງ “ແນວຄິດອັນເລີດລໍ້າ” ຂອງພວກເຂົາ ກໍຄືການຢຸດຢັ້ງ ແລະ ຈຳກັດພວກເຂົາ, ເຮັດໃຫ້ພວກເຂົາງຽບ. ຖ້າພວກເຂົາຢືນຢັນທີ່ຈະເວົ້າ, ທີ່ຈະລົບກວນຊີວິດຄຣິສຕະຈັກ, ແລ້ວພວກເຂົາກໍຄວນຖືກກຳຈັດອອກຈາກຄຣິສຕະຈັກ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຕາມມາ. ບາງຄົນເວົ້າວ່າ, “ນີ້ບໍ່ແມ່ນການທຳລາຍໂອກາດໃນການໄດ້ຮັບຄວາມລອດພົ້ນຂອງພວກເຂົາບໍ?”. ການເວົ້າແບບນີ້ແມ່ນຜິດ. ພຣະເຈົ້າຈະຊ່ວຍໃຫ້ຄົນປະເພດນີ້ລອດພົ້ນໄດ້ບໍ? ຄົນທີ່ມີອຸປະນິໄສເຊັ່ນນີ້ສາມາດຍອມຮັບຄວາມຈິງໄດ້ບໍ? ພວກເຂົາຈະສາມາດບັນລຸຄວາມລອດພົ້ນ ໂດຍທີ່ບໍ່ຍອມຮັບຄວາມຈິງເລີຍໄດ້ບໍ? ມັນບໍ່ແມ່ນຄວາມໂງ່ຈ້າ ແລະ ບໍ່ຮູ້ຄວາມຢ່າງສຸດຂີດບໍ ທີ່ບໍ່ສາມາດເບິ່ງທະລຸເລື່ອງດັ່ງກ່າວໄດ້? ຢ່າງໃດກໍຕາມ, ຜູ້ທີ່ມັກລົບກວນຊີວິດຄຣິສຕະຈັກຢູ່ເລື້ອຍໆແມ່ນຄົນຊົ່ວຊ້າ ແລະ ພຣະເຈົ້າບໍ່ຊ່ວຍໃຫ້ພວກເຂົາລອດພົ້ນ. ການເກັບຄົນທີ່ພຣະເຈົ້າບໍ່ຊ່ວຍໃຫ້ລອດພົ້ນໄວ້ໃນຄຣິສຕະຈັກ, ນັ້ນບໍ່ແມ່ນການເຈດຕະນາທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກບໍ? ຄົນທີ່ສົງສານຄົນຊົ່ວຊ້າເຊັ່ນນັ້ນເປັນຄົນທີ່ມີຄວາມຮັກຢ່າງແທ້ຈິງບໍ? ເຮົາຄິດວ່າບໍ່ແມ່ນ; ຄວາມຮັກຂອງພວກເຂົາເປັນຄວາມຮັກຈອມປອມ. ຄວາມຈິງກໍຄື ພວກເຂົາຕັ້ງໃຈທີ່ຈະທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ. ສະນັ້ນ, ຜູ້ຄົນທີ່ພຣະເຈົ້າເລືອກຕ້ອງລະວັງຕໍ່ຜູ້ໃດກໍຕາມທີ່ປົກປ້ອງຄົນຊົ່ວຊ້າ, ຢ່າໃຫ້ຖືກນຳພາຢ່າງຜິດໆດ້ວຍຄຳເວົ້າຊົ່ວຊ້າຂອງພວກເຂົາ. ບາງຄົນທີ່ມັກເວົ້າແນວຄິດທີ່ຟັງເບິ່ງສູງສົ່ງ, ເຖິງແມ່ນວ່າພວກເຂົາຈະເບິ່ງຄືວ່າບໍ່ແມ່ນຄົນຊົ່ວຊ້າ ແລະ ບໍ່ໄດ້ກະທຳການຊົ່ວຮ້າຍທີ່ເຫັນໄດ້ຊັດເຈນ, ກໍສາມາດລົບກວນຊີວິດຄຣິສຕະຈັກໄດ້ ໂດຍການເວົ້າຄຳເວົ້າທີ່ຟັງເບິ່ງສູງສົ່ງຂອງພວກເຂົາຢູ່ສະເໝີ; ຢ່າງໜ້ອຍທີ່ສຸດ, ຄົນເຫຼົ່ານີ້ກໍເປັນຄົນເບົາປັນຍາ. ພວກເຈົ້າຄິດວ່າແນວໃດ, ຄົນເບົາປັນຍາຈະໄດ້ຮັບຄວາມລອດພົ້ນໄດ້ບໍ? ແນ່ນອນວ່າບໍ່ໄດ້. ຖ້າຄົນເບົາປັນຍາລົບກວນຊີວິດຄຣິສຕະຈັກຢູ່ຕະຫຼອດ, ພວກເຂົາກໍຄວນຖືກກຳຈັດອອກຈາກຄຣິສຕະຈັກເຊັ່ນກັນ. ຄົນເບົາປັນຍາບໍ່ຍອມຮັບຄວາມຈິງ, ບໍ່ກັບໃຈເຖິງແມ່ນວ່າຕ້ອງຕາຍກໍຕາມ ແລະ ຈຸດຈົບຂອງພວກເຂົາກໍຄືກັນກັບຄົນຊົ່ວຊ້າ. ບໍ່ວ່າຈະເປັນຄົນຊົ່ວຊ້າ ຫຼື ຄົນເບົາປັນຍາ, ຖ້າພວກເຂົາມັກຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກເລື້ອຍໆ, ບໍ່ຟັງຄຳແນະນຳ ແລະ ເວົ້າບໍ່ຢຸດຄືລົດເບກແຕກ, ນີ້ບໍ່ແມ່ນສັນຍານວ່າເຫດຜົນບໍ່ປົກກະຕິບໍ? ຈະເກີດຜົນສະທ້ອນຫຍັງຂຶ້ນ ຖ້າຄົນເບົາປັນຍາປະເພດນີ້ຍັງຄົງລົບກວນຄຣິສຕະຈັກໃນລັກສະນະນີ້ຕໍ່ໄປໃນໄລຍະຍາວ? ຍິ່ງໄປກວ່ານັ້ນ, ພວກເຂົາສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ພຣະເຈົ້າຊ່ວຍໃຫ້ຄົນເບົາປັນຍາທີ່ມີເຫດຜົນຜິດປົກກະຕິແບບນີ້ລອດພົ້ນບໍ? ເມື່ອຄຳຖາມເຫຼົ່ານີ້ຖືກເຂົ້າໃຈຢ່າງລະອຽດແລ້ວ, ມັນກໍຈະແຈ່ມແຈ້ງວ່າຄວນຈັດການກັບບຸກຄົນປະເພດນີ້ຢ່າງເໝາະສົມແນວໃດ. ຄົນເບົາປັນຍາບໍ່ຮັກຄວາມຈິງຢ່າງແນ່ນອນ ແລະ ຄວາມຈິງນັ້ນເກີນກວ່າທີ່ພວກເຂົາຈະເຂົ້າເຖິງໄດ້. ຄົນເບົາປັນຍາບໍ່ສາມາດເຂົ້າໃຈພາສາມະນຸດ; ອາດເວົ້າໄດ້ວ່າ ຄົນເບົາປັນຍາຂາດຄວາມເປັນມະນຸດທີ່ປົກກະຕິ ແລະ ເປັນເຄິ່ງບ້າ, ຕາມຈິງແລ້ວ, ພວກເຂົາກໍໄຮ້ປະໂຫຍດ. ຄົນເບົາປັນຍາສາມາດຮັບໃຊ້ໄດ້ດີບໍ? ສາມາດເວົ້າໄດ້ຢ່າງແນ່ນອນວ່າ ພວກເຂົາບໍ່ສາມາດແມ່ນແຕ່ຮັບໃຊ້ໄດ້ຕາມມາດຕະຖານ ເພາະເຫດຜົນຂອງພວກເຂົາບໍ່ສົມບູນ; ພວກເຂົາເປັນຄົນທີ່ບໍ່ເຂົ້າໃຈຫຍັງເລີຍ. ຖ້າໃຜຜູ້ໜຶ່ງປາຖະໜາທີ່ຈະສະແດງຄວາມຮັກຕໍ່ຄົນເບົາປັນຍາ, ກໍໃຫ້ພວກເຂົາຄ້ຳຈູນຄົນເບົາປັນຍາເຖີດ. ທັດສະນະຄະຕິຂອງເຮືອນຂອງພຣະເຈົ້າຕໍ່ຄົນເບົາປັນຍາກໍຄື ພວກເຂົາຕ້ອງຖືກກຳຈັດອອກ. ໃຜກໍຕາມທີ່ບໍ່ຍອມຮັບຄວາມຈິງເລີຍ, ໃຜກໍຕາມທີ່ບໍ່ໄດ້ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈ, ເຮັດແບບພໍແລ້ວມືແລ້ວຕີນຢູ່ສະເໝີ, ກໍຄວນຖືກຈຳກັດ ຖ້າພວກເຂົາມັກກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກ. ຖ້າບາງຄົນໃນພວກເຂົາຮູ້ສຶກເສຍໃຈ ແລະ ເຕັມໃຈທີ່ຈະກັບໃຈ, ພວກເຂົາກໍຄວນໄດ້ຮັບໂອກາດ. ສຳລັບຜູ້ທີ່ຍັງເບິ່ງແກ່ນແທ້ບໍ່ທະລຸ ກໍຄວນເກັບໄວ້ໃນຄຣິສຕະຈັກຊົ່ວຄາວ, ເພື່ອໃຫ້ຜູ້ຄົນທີ່ພຣະເຈົ້າເລືອກໄດ້ກວດກາພວກເຂົາ, ສັງເກດເບິ່ງພວກເຂົາ ແລະ ເຕີບໂຕໃນການແຍກແຍະ. ຖ້າມີຜູ້ທີ່ຂັດຂວາງ ແລະ ລົບກວນຢ່າງສະໝໍ່າສະເໝີ ແລະ ເຖິງແມ່ນວ່າຈະຖືກລິຮານ ກໍຍັງຄົງເປັນຄົນທີ່ບໍ່ກັບໃຈເຖິງແມ່ນວ່າຕ້ອງຕາຍກໍຕາມ, ຍັງຄົງຍາດແຍ່ງຊື່ສຽງ ແລະ ຜົນປະໂຫຍດ, ໂຈມຕີ ແລະ ກີດກັນບຸກຄົນດ້ານບວກ, ໂດຍສະເພາະແມ່ນການໂຈມຕີຜູ້ທີ່ສະແຫວງຫາຄວາມຈິງ ແລະ ສາມາດແບ່ງປັນຄຳພະຍານຈາກປະສົບການ ແລະ ຜູ້ທີ່ເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈ, ແລ້ວບຸກຄົນເຫຼົ່ານີ້ກໍຄືຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສ, ພວກເຂົາຄືຜູ້ບໍ່ເຊື່ອ. ສຳລັບຄົນເຊັ່ນນີ້, ມັນບໍ່ແມ່ນພຽງແຕ່ການຢຸດຢັ້ງ ແລະ ຈຳກັດພວກເຂົາ; ພວກເຂົາຄວນຖືກກຳຈັດອອກຈາກຄຣິສຕະຈັກໂດຍທັນທີ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫາຕາມມາ. ວິທີການປະຕິບັດແບບນີ້ແມ່ນສອດຄ່ອງກັບເຈດຕະນາຂອງພຣະເຈົ້າຢ່າງສິ້ນເຊີງ.
ສິ່ງເຫຼົ່ານີ້ແມ່ນການສະແດງອອກຕ່າງໆຂອງການຍາດແຍ່ງສະຖານະບໍ່ຫຼາຍກໍໜ້ອຍ, ຕັ້ງແຕ່ການສະແດງອອກເລັກນ້ອຍໄປຈົນເຖິງການສະແດງອອກທີ່ຮ້າຍແຮງ. ຫຼັກໆແລ້ວ, ການສະແດງອອກທີ່ເລັກນ້ອຍໝາຍເຖິງການເຍາະເຍີ້ຍຜູ້ນໍາ ແລະ ຜູ້ເຮັດວຽກດ້ວຍຄຳເວົ້າທີ່ຮຸນແຮງ, ການຈັບຜິດ ແລະ ການໂຈມຕີຄວາມຫ້າວຫັນຂອງຜູ້ນໍາ ແລະ ຜູ້ເຮັດວຽກ ໂດຍມີເປົ້າໝາຍເພື່ອທຳລາຍ ແລະ ເຮັດໃຫ້ພວກເຂົາເສື່ອມເສຍຊື່ສຽງ. ການສະແດງອອກທີ່ຮ້າຍແຮງທີ່ສຸດແມ່ນການຕໍ່ຕ້ານຜູ້ນໍາ ແລະ ຜູ້ເຮັດວຽກໂດຍກົງຢ່າງເປີດເຜີຍ, ຊອກຫາສິ່ງຕ່າງໆເພື່ອໃຊ້ຕໍ່ຕ້ານພວກເຂົາ ແລະ ຕັດສິນ, ກ່າວໂທດ, ໂຈມຕີ ແລະ ກີດກັນພວກເຂົາ ແລະ ຈາກນັ້ນກໍແຍກພວກເຂົາອອກ, ບັງຄັບໃຫ້ພວກເຂົາຍອມຮັບຜິດ ແລະ ລາອອກ ເພື່ອຍຶດເອົາສະຖານະຂອງພວກເຂົາ. ສິ່ງເຫຼົ່ານີ້ແມ່ນບັນຫາທີ່ຮ້າຍແຮງທີ່ສຸດຂອງການຂັດຂວາງ ແລະ ການລົບກວນທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກ. ຜູ້ທີ່ໂວຍວາຍຕໍ່ຕ້ານຜູ້ນໍາ ຫຼື ຜູ້ເຮັດວຽກຢ່າງເປີດເຜີຍ ແລະ ຍາດແຍ່ງສະຖານະກັບພວກເຂົາ ແມ່ນຜູ້ທີ່ລົບກວນວຽກງານຂອງຄຣິສຕະຈັກ ແລະ ຕໍ່ຕ້ານພຣະເຈົ້າ, ພວກເຂົາຄືຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສ ແລະ ພວກເຂົາບໍ່ພຽງແຕ່ຕ້ອງຖືກຢຸດຢັ້ງ ແລະ ຖືກຈຳກັດ, ຖ້າສະຖານະການຮ້າຍແຮງ ແລະ ຈຳເປັນຕ້ອງກຳຈັດອອກ ຫຼື ຂັບໄລ່ພວກເຂົາ, ແລ້ວພວກເຂົາກໍຄວນຖືກຈັດການຕາມຫຼັກການ. ຍັງມີການສະແດງອອກອີກຢ່າງໜຶ່ງຂອງການຍາດແຍ່ງສະຖານະຄື: ການກີດກັນ ແລະ ການໂຈມຕີຄົນທີ່ສະແຫວງຫາຄວາມຈິງຫຼາຍກວ່າໃນຄຣິສຕະຈັກ. ເພາະຄົນທີ່ສະແຫວງຫາຄວາມຈິງມີຄວາມເຂົ້າໃຈທີ່ບໍລິສຸດ ແລະ ພວກເຂົາມີປະສົບການ ແລະ ຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ພວກເຂົາມັກຈະໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາໃນທ່າມກາງອ້າຍເອື້ອຍນ້ອງ ແລະ ດ້ວຍເຫດນັ້ນຈຶ່ງເສີມສ້າງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຄ່ອຍໆໄດ້ຮັບຊື່ສຽງໃນຄຣິສຕະຈັກ, ຄົນຊົ່ວຊ້າ ແລະ ພວກຕໍ່ຕ້ານພຣະຄຣິສເຫຼົ່ານີ້ຈຶ່ງອິດສາ ແລະ ບໍ່ຍອມຮັບ ແລະ ທ້າທາຍພວກເຂົາ ແລະ ພວກເຂົາກໍກີດກັນ ແລະ ໂຈມຕີພວກເຂົາ. ພຶດຕິກຳໃດໆທີ່ປະກອບດ້ວຍການໂຈມຕີ ຫຼື ການກີດກັນຄົນທີ່ສະແຫວງຫາຄວາມຈິງ ປະກອບເປັນການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກໂດຍກົງ. ບາງຄົນອາດຈະບໍ່ໄດ້ແນເປົ້າໃສ່ຜູ້ນໍາຄຣິສຕະຈັກໂດຍກົງ, ແຕ່ພວກເຂົາມີຄວາມກຽດຊັງ ແລະ ດູຖູກເປັນພິເສດຕໍ່ຄົນໃນຄຣິສຕະຈັກທີ່ເຂົ້າໃຈຄວາມຈິງ ແລະ ມີປະສົບການທີ່ແທ້ຈິງ. ພວກເຂົາຍັງກີດກັນ ແລະ ກົດຂີ່ຄົນປະເພດນີ້ອີກດ້ວຍ, ມັກຈະເຍາະເຍີ້ຍ ແລະ ເວົ້າສຽດສີພວກເຂົາ, ແມ່ນແຕ່ສ້າງກັບດັກ ແລະ ວາງແຜນຮ້າຍຕໍ່ພວກເຂົາ ແລະ ອື່ນໆ. ເຖິງແມ່ນວ່າບັນຫາເຊັ່ນນີ້ຈະຮ້າຍແຮງໜ້ອຍກວ່າການຍາດແຍ່ງສະຖານະກັບຜູ້ນໍາຄຣິສຕະຈັກ ໃນແງ່ຂອງທຳມະຊາດ ແລະ ສະຖານະການຂອງພວກມັນ, ພວກມັນກໍຍັງປະກອບເປັນການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ ແລະ ຄວນຖືກຢຸດຢັ້ງ ແລະ ຖືກຈຳກັດ. ຖ້າອ້າຍເອື້ອຍນ້ອງສ່ວນໃຫຍ່ໃນຄຣິສຕະຈັກໄດ້ຮັບຜົນກະທົບ ແລະ ຕົກຢູ່ໃນຄວາມຄິດລົບ ແລະ ຄວາມອ່ອນແອຢູ່ເລື້ອຍໆ, ຖ້າບັນຫານຳໄປສູ່ຜົນສະທ້ອນປະເພດນີ້, ແລ້ວພວກມັນກໍເທົ່າກັບການຂັດຂວາງ ແລະ ການລົບກວນ. ຄົນຊົ່ວຊ້າປະເພດທີ່ສ້າງການຂັດຂວາງ ແລະ ການລົບກວນບໍ່ຄວນພຽງແຕ່ຖືກຈຳກັດ, ພວກເຂົາຄວນຖືກສົ່ງໄປກຸ່ມ B ເພື່ອການແຍກດ່ຽວ ແລະ ໄຕ່ຕອງຕົນເອງ ຫຼື ບໍ່ດັ່ງນັ້ນກໍຖືກກຳຈັດອອກ. ຜູ້ທີ່ກະທຳການເຊິ່ງມີລັກສະນະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ ແມ່ນຄົນທີ່ກະທຳຄວາມຊົ່ວເປັນນິໄສ. ຄວນມີການແຍກແຍະລະຫວ່າງຄົນຊົ່ວຊ້າທີ່ກະທຳຄວາມຊົ່ວເລື້ອຍໆ ແລະ ຜູ້ທີ່ກະທຳຄວາມຊົ່ວເປັນບາງຄັ້ງຄາວ ໃນແງ່ຂອງວິທີການປະຕິບັດຕໍ່ພວກເຂົາ. ຜູ້ທີ່ກະທຳຄວາມຊົ່ວຫຼາຍປະການແມ່ນພວກຕໍ່ຕ້ານພຣະຄຣິສ; ຜູ້ທີ່ກະທຳຄວາມຊົ່ວເປັນບາງຄັ້ງຄາວແມ່ນມີຄວາມເປັນມະນຸດທີ່ບໍ່ດີ. ຖ້າຄົນສອງຄົນໂຕ້ຖຽງ ຫຼື ມີການຜິດຖຽງກັນເປັນບາງຄັ້ງຄາວ ຍ້ອນບຸກຄະລິກທີ່ບໍ່ເຂົ້າກັນ ຫຼື ຍ້ອນມີທັດສະນະທີ່ແຕກຕ່າງກັນໃນການເຮັດສິ່ງຕ່າງໆ ຫຼື ຍ້ອນມີວິທີການເວົ້າທີ່ແຕກຕ່າງກັນ, ແຕ່ຊີວິດຄຣິສຕະຈັກບໍ່ໄດ້ຮັບຜົນກະທົບ, ແລ້ວມັນກໍບໍ່ມີລັກສະນະຂອງການກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ; ມັນແຕກຕ່າງຈາກການທີ່ຄົນຊົ່ວຊ້າຂັດຂວາງ ແລະ ລົບກວນຊີວິດຄຣິສຕະຈັກ. ທຸກສິ່ງທີ່ມີລັກສະນະກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຊີວິດຄຣິສຕະຈັກ ທີ່ພວກເຮົາໄດ້ເວົ້າເຖິງ ແມ່ນການສະແດງອອກເຖິງການກະທຳຊົ່ວໂດຍຄົນຊົ່ວຊ້າ. ເມື່ອຄົນຊົ່ວຊ້າກະທຳຄວາມຊົ່ວ, ມັນເປັນນິໄສ. ສິ່ງທີ່ຄົນຊົ່ວຊ້າກຽດຊັງທີ່ສຸດແມ່ນຄົນທີ່ສະແຫວງຫາຄວາມຈິງ. ເມື່ອພວກເຂົາເຫັນວ່າຄົນທີ່ສະແຫວງຫາຄວາມຈິງສາມາດແບ່ງປັນຄຳພະຍານຈາກປະສົບການຂອງຕົນເອງ ແລະ ດ້ວຍເຫດນັ້ນຈຶ່ງໄດ້ຮັບຄວາມຊົມເຊີຍເປັນພິເສດຈາກຄົນອື່ນ, ພວກເຂົາກໍອິດສາ, ກຽດຊັງ ແລະ ຕາຂອງພວກເຂົາກໍລຸກເປັນໄຟ. ໃຜກໍຕາມທີ່ໄຕ່ຕອງ ແລະ ຮູ້ຈັກຕົນເອງ, ໃຜກໍຕາມທີ່ແບ່ງປັນປະສົບການທີ່ແທ້ຈິງຂອງພວກເຂົາ ແລະ ໃຜກໍຕາມທີ່ເປັນພະຍານຕໍ່ພຣະເຈົ້າ ກໍຈະພົບກັບການເຍາະເຍີ້ຍ, ການຈົງໃຈຫຼຸດຄຸນຄ່າ, ການກົດຂີ່, ການກີດກັນ, ການພິພາກສາ ແລະ ແມ່ນແຕ່ການຂົ່ມເຫັງຈາກຄົນຊົ່ວຊ້າເຫຼົ່ານີ້. ພວກເຂົາກະທຳໃນລັກສະນະນີ້ຈົນເປັນນິໄສ. ພວກເຂົາບໍ່ຍອມໃຫ້ໃຜດີກວ່າພວກເຂົາ, ພວກເຂົາທົນບໍ່ໄດ້ທີ່ຈະເຫັນຄົນທີ່ດີກວ່າພວກເຂົາ. ເມື່ອພວກເຂົາເຫັນຄົນທີ່ດີກວ່າພວກເຂົາ, ພວກເຂົາກໍອິດສາ, ໂກດແຄ້ນ, ຄຽດແຄ້ນ ແລະ ຄິດທີ່ຈະທຳຮ້າຍ ແລະ ທໍລະມານພວກເຂົາ. ຄົນປະເພດນີ້ໄດ້ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຢ່າງຮ້າຍແຮງຕໍ່ຊີວິດຄຣິສຕະຈັກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຄຣິສຕະຈັກແລ້ວ ແລະ ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮ່ວມມືກັບອ້າຍເອື້ອຍນ້ອງໃນການເປີດໂປງ, ຢຸດຢັ້ງ ແລະ ຈຳກັດບຸກຄົນດັ່ງກ່າວ. ຖ້າມັນເປັນໄປບໍ່ໄດ້ທີ່ຈະຈຳກັດພວກເຂົາ ແລະ ພວກເຂົາບໍ່ກັບໃຈ ຫຼື ປ່ຽນແປງແນວທາງ ຫຼັງຈາກທີ່ໄດ້ໂອ້ລົມຄວາມຈິງກັບພວກເຂົາ, ແລ້ວພວກເຂົາກໍຄືຄົນຊົ່ວຊ້າ ແລະ ຄົນຊົ່ວຊ້າຄວນຖືກວັດແທກ ແລະ ປະຕິບັດຕໍ່ຕາມຫຼັກການຂອງເຮືອນຂອງພຣະເຈົ້າສຳລັບການສະລ້າງຄຣິສຕະຈັກ. ຖ້າຜ່ານການໂອ້ລົມ, ຜູ້ນໍາ ແລະ ຜູ້ເຮັດວຽກບັນລຸຂໍ້ຕົກລົງຮ່ວມກັນ ແລະ ຕັດສິນວ່ານີ້ເທົ່າກັບຄົນຊົ່ວຊ້າກຳລັງລົບກວນຄຣິສຕະຈັກ, ແລ້ວເລື່ອງນີ້ກໍຄວນຖືກຈັດການຕາມຫຼັກການຄວາມຈິງ: ຄົນຜູ້ນັ້ນຄວນຖືກກຳຈັດອອກຈາກຄຣິສຕະຈັກ. ບໍ່ຄວນມີການຜ່ອນຜັນໃຫ້ຄົນຊົ່ວຊ້າປະເພດນີ້ທີ່ລົບກວນຊີວິດຄຣິສຕະຈັກອີກຕໍ່ໄປ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຫັນໄດ້ຊັດເຈນວ່ານີ້ເທົ່າກັບຄົນຊົ່ວຊ້າກຳລັງກໍ່ໃຫ້ເກີດການລົບກວນ, ແຕ່ພວກເຂົາກໍຍັງຄົງເຮັດເປັນບໍ່ຮູ້ບໍ່ເຫັນ ແລະ ທົນເບິ່ງຄົນຊົ່ວຊ້າກະທຳຄວາມຊົ່ວ ແລະ ກໍ່ກວນ, ແລ້ວພວກເຂົາກໍກຳລັງລົ້ມເຫຼວໃນຄວາມຮັບຜິດຊອບຂອງຕົນຕໍ່ອ້າຍເອື້ອຍນ້ອງ ແລະ ກຳລັງບໍ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຕໍ່ການຝາກຝັງຂອງພຣະເຈົ້າ.
ບາງຄົນອາດຈະເບິ່ງຄືວ່າດີ ເມື່ອສັງເກດຈາກຮູບຮ່າງພາຍນອກ, ແຕ່ໃນຄວາມເປັນຈິງແລ້ວ ລະດັບສະຕິປັນຍາຂອງພວກເຂົາກໍຄືກັບຄົນໂງ່ຈ້າ. ພວກເຂົາເວົ້າ ແລະ ເຮັດໂດຍບໍ່ເຂົ້າໃຈສິ່ງທີ່ເໝາະສົມ, ຂາດເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ຄົນປະເພດນີ້ກໍມັກຍາດແຍ່ງສະຖານະ ແລະ ຊື່ສຽງເຊັ່ນກັນ, ຕໍ່ສູ້ເພື່ອຈະໄດ້ເປັນຜູ້ຕັດສິນໃຈຄົນສຸດທ້າຍ ແລະ ແຂ່ງຂັນເພື່ອໃຫ້ຄົນອື່ນຍົກຍ້ອງ. ໃນຊີວິດຄຣິສຕະຈັກ ພວກເຂົາມັກຈະສະເໜມຸມມອງ ແລະ ຂໍ້ໂຕ້ແຍ້ງທີ່ເບິ່ງຄືວ່າສົມເຫດສົມຜົນ ແຕ່ຄວາມຈິງແລ້ວແມ່ນຂໍ້ຜິດພາດ ເພື່ອດຶງດູດຄວາມສົນໃຈ ແລະ ການຍົກຍ້ອງຈາກຄົນສ່ວນໃຫຍ່, ລົບກວນຄວາມຄິດຂອງຜູ້ຄົນ, ລົບກວນການຢັ່ງຮູ້ ແລະ ຄວາມຮູ້ທີ່ຖືກຕ້ອງກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ລົບກວນຄວາມເຂົ້າໃຈທີ່ເປັນບວກຂອງພວກເຂົາກ່ຽວກັບທຸກສິ່ງ. ເມື່ອຄົນອື່ນກຳລັງໂອ້ລົມກັນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ກ່ຽວກັບຄວາມເຂົ້າໃຈທີ່ບໍລິສຸດຂອງພວກເຂົາ, ຄົນເຫຼົ່ານີ້ກໍມັກຈະປາກົດຕົວຂຶ້ນມາຄືກັບຕົວຕະຫຼົກ ເພື່ອຢືນຢັນການມີຕົວຕົນຂອງພວກເຂົາເອງ ແລະ ເພື່ອດຶງດູດຄວາມສົນໃຈຂອງທຸກຄົນ, ຕ້ອງການສະແດງໃຫ້ອ້າຍເອື້ອຍນ້ອງເຫັນຢູ່ສະເໝີວ່າ ພວກເຂົາຮູ້ເຄັດລັບໜຶ່ງ ຫຼື ສອງຢ່າງ ແລະ ພວກເຂົາເປັນຜູ້ມີຄວາມຮູ້ດີ ແລະ ຮອບຮູ້ເປັນຢ່າງສູງ ແລະ ມີການສຶກສາ ແລະ ອື່ນໆອີກ. ເຖິງແມ່ນວ່າພວກເຂົາຍັງບໍ່ມີເປົ້າໝາຍທີ່ຊັດເຈນວ່າຈະແນເປົ້າໃສ່ຜູ້ນໍາຄົນໃດ ຫຼື ຍາດແຍ່ງຕຳແໜ່ງຂອງຜູ້ນໍາຄົນໃດ, ຄວາມປາຖະໜາ ແລະ ຄວາມທະເຍີທະຍານຂອງພວກເຂົາກໍໃຫຍ່ຫຼວງຫຼາຍ ຈົນຄຳເວົ້າ ແລະ ການກະທຳຂອງພວກເຂົາໄດ້ກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກ, ສະນັ້ນ ພວກເຂົາກໍຄວນຖືກຈຳກັດຕາມຄວາມຮ້າຍແຮງຂອງສະຖານະການ ແລະ ທຳມະຊາດຂອງມັນ. ມັນຈະເປັນການດີທີ່ສຸດທີ່ຈະໂອ້ລົມຄວາມຈິງກັບພວກເຂົາກ່ອນ ເພື່ອຊີ້ນຳພວກເຂົາຢ່າງຖືກຕ້ອງ ແລະ ໃຫ້ທິດທາງໃນການປະພຶດຕົນຂອງພວກເຂົາ, ເພື່ອເຮັດໃຫ້ພວກເຂົາສາມາດປ່ຽນແປງຕົນເອງ ແລະ ເຂົ້າໃຈວິທີດຳເນີນຊີວິດຄຣິສຕະຈັກຢ່າງປົກກະຕິ, ວິທີພົວພັນກັບຄົນອື່ນ, ວິທີຢູ່ໃນບ່ອນທີ່ເໝາະສົມຂອງພວກເຂົາ ແລະ ວິທີການເປັນຄົນມີເຫດຜົນ. ຖ້າມັນເປັນຍ້ອນອາຍຸຂອງພວກເຂົາຍັງນ້ອຍ, ຂາດການຢັ່ງຮູ້ ແລະ ຄວາມທະນົງຕົວແບບໄວໜຸ່ມ ແລະ ຖ້າພວກເຂົາໄດ້ກັບໃຈ ຫຼັງຈາກການໂອ້ລົມຊໍ້າໆ ໂດຍຮັບຮູ້ວ່າການກະທຳທີ່ຜ່ານມາຂອງພວກເຂົາເປັນສິ່ງທີ່ບໍ່ຖືກຕ້ອງ, ໜ້າອັບອາຍ, ເຮັດໃຫ້ທຸກຄົນລັງກຽດ ແລະ ນຳບັນຫາມາສູ່ທຸກຄົນ ແລະ ພວກເຂົາໄດ້ກ່າວຄຳຂໍໂທດ ແລະ ຄວາມສຳນຶກຜິດສຳລັບສິ່ງນີ້, ແລ້ວກໍບໍ່ຈຳເປັນຕ້ອງຖືໂທດພວກເຂົາ, ພຽງແຕ່ຊ່ວຍເຫຼືອພວກເຂົາດ້ວຍຄວາມຮັກກໍພໍ. ເຖິງແນວໃດກໍຕາມ, ຖ້າການກະທຳທີ່ບໍ່ຖືກຕ້ອງຂອງພວກເຂົາທີ່ລົບກວນທຸກຄົນ ບໍ່ແມ່ນຍ້ອນຄວາມທະນົງຕົວແບບໄວໜຸ່ມ ຫຼື ການຂາດຄວາມເຂົ້າໃຈກ່ຽວກັບຄວາມຈິງ, ແຕ່ພັດຂັບເຄື່ອນດ້ວຍແຮງຈູງໃຈທີ່ແອບແຝງ ແລະ ພວກເຂົາຍັງຄົງສືບຕໍ່ພຶດຕິກຳຂອງພວກເຂົາ ເຖິງແມ່ນວ່າຈະຖືກຫ້າມປາມຊໍ້າໆ; ແລະ ຍິ່ງໄປກວ່ານັ້ນ, ຖ້າພວກເຂົາໄດ້ຖືກລິຮານ ແລະ ອ້າຍເອື້ອຍນ້ອງໄດ້ໂອ້ລົມກັບພວກເຂົາກ່ຽວກັບຄວາມຮ້າຍແຮງຂອງບັນຫານີ້, ພວກເຂົາໄດ້ຮັບການໂອ້ລົມ ແລະ ການຊ່ວຍເຫຼືອທັງໃນດ້ານລົບ ແລະ ດ້ານບວກ, ແຕ່ພວກເຂົາກໍຍັງບໍ່ສາມາດຮັບຮູ້ທຳມະຊາດ-ແກ່ນແທ້ຂອງພວກເຂົາເອງ, ບໍ່ສາມາດເຫັນການລົບກວນທີ່ການກະທຳເຫຼົ່ານີ້ກໍ່ໃຫ້ເກີດຕໍ່ຄົນອື່ນ ແລະ ຜົນສະທ້ອນທີ່ຮ້າຍແຮງຂອງພວກມັນ ແລະ ຍັງສືບຕໍ່ສ້າງການລົບກວນ ແລະ ການຂັດຂວາງຕໍ່ໄປ ໂດຍການກະທຳແບບເດີມໆ ເມື່ອໃດກໍຕາມທີ່ພວກເຂົາມີໂອກາດ, ແລ້ວໃນກໍລະນີນີ້, ຈຳເປັນຕ້ອງມີມາດຕະການທີ່ເຂັ້ມງວດຂຶ້ນ. ເມື່ອໄດ້ຮັບໂອກາດຫຼາຍຄັ້ງໃຫ້ກັບໃຈ, ຖ້າພວກເຂົາບໍ່ໄຕ່ຕອງ ຫຼື ພະຍາຍາມຮູ້ຈັກຕົນເອງເລີຍ ແລະ ບໍ່ວ່າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍບໍ່ເຂົ້າໃຈ, ທັງບໍ່ຮູ້ວິທີກະທຳຢ່າງມີເຫດຜົນ ແລະ ສອດຄ່ອງກັບຫຼັກການ, ແຕ່ໃນທາງກົງກັນຂ້າມ, ພວກເຂົາກໍຍຶດໝັ້ນຢ່າງດື້ດ້ານໃນວິທີການຂອງພວກເຂົາເອງ, ແລ້ວມັນກໍມີບັນຫາກັບຄົນເຫຼົ່ານີ້. ຢ່າງໜ້ອຍທີ່ສຸດ, ຈາກທັດສະນະທີ່ເປັນເຫດຜົນ, ພວກເຂົາຂາດເຫດຜົນຂອງຄົນປົກກະຕິ. ນີ້ແມ່ນການເບິ່ງຈາກພາຍນອກ. ເມື່ອເບິ່ງໃນແງ່ຂອງແກ່ນແທ້, ບໍ່ວ່າຈະໂອ້ລົມກັບພວກເຂົາແນວໃດກໍຕາມ, ຖ້າພວກເຂົາກໍບໍ່ສາມາດຮັບຮູ້ຄວາມຮ້າຍແຮງຂອງບັນຫາ, ທັງບໍ່ສາມາດຊອກຫາບ່ອນທີ່ເໝາະສົມຂອງພວກເຂົາ, ທັງບໍ່ສາມາດຍອມຮັບການໂອ້ລົມ ແລະ ການຊ່ວຍເຫຼືອ ຫຼື ພະຍາຍາມປະຕິບັດຕາມເສັ້ນທາງທີ່ອ້າຍເອື້ອຍນ້ອງໄດ້ໂອ້ລົມກັນ ນັ້ນກໍຄື ຖ້າພວກເຂົາບໍ່ສາມາດບັນລຸໄດ້ແມ່ນແຕ່ສິ່ງເຫຼົ່ານີ້, ແລ້ວບັນຫາຂອງພວກເຂົາບໍ່ແມ່ນພຽງແຕ່ການຂາດເຫດຜົນ, ແຕ່ເປັນບັນຫາດ້ານຄວາມເປັນມະນຸດຂອງພວກເຂົາ. ເຖິງແມ່ນວ່າພວກເຂົາຈະເບິ່ງຄືວ່າກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນໂດຍບໍ່ໄດ້ຕັ້ງໃຈ, ການກະທຳເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໂດຍບໍ່ມີເຈດຕະນາຢ່າງແນ່ນອນ, ແຕ່ໃນທາງກົງກັນຂ້າມ ພວກມັນເກີດຂຶ້ນດ້ວຍຈຸດປະສົງ ແລະ ແຮງຈູງໃຈ. ໂດຍບໍ່ຕ້ອງສົນວ່າແຮງຈູງໃຈ ຫຼື ຈຸດປະສົງຂອງບຸກຄົນເຫຼົ່ານີ້ອາດເປັນຫຍັງກໍຕາມ, ຖ້າສິ່ງທີ່ພວກເຂົາເວົ້າ ແລະ ເຮັດນັ້ນຂັດຂວາງ ແລະ ລົບກວນທາງເຂົ້າຂອງຊີວິດຂອງອ້າຍເອື້ອຍນ້ອງ ແລະ ຊີວິດຄຣິສຕະຈັກຢ່າງຮ້າຍແຮງ, ຈົນນຳໄປສູ່ການທີ່ຫຼາຍຄົນບໍ່ໄດ້ຮັບຫຍັງເລີຍຈາກການດຳເນີນຊີວິດຄຣິສຕະຈັກ, ຈົນເຖິງຂັ້ນທີ່ຄົນອື່ນບໍ່ເຕັມໃຈທີ່ຈະເຕົ້າໂຮມພຽງເພາະມີພວກເຂົາຢູ່ ຫຼື ເມື່ອໃດກໍຕາມທີ່ພວກເຂົາເວົ້າ, ຜູ້ຄົນກໍເບື່ອໜ່າຍ ແລະ ຕ້ອງການຈາກໄປ, ແລ້ວທຳມະຊາດຂອງບັນຫານີ້ກໍເລີ່ມຮ້າຍແຮງ. ຄວນຈັດການກັບຄົນປະເພດນີ້ແນວໃດ? ຖ້າພວກເຂົາຍັງຄົງຢືນຢັນທີ່ຈະເຮັດສິ່ງເຫຼົ່ານີ້ ເຖິງແມ່ນວ່າຈະໄດ້ຮັບການໂອ້ລົມ ແລະ ຊ່ວຍເຫຼືອຫຼາຍຄັ້ງ ແລະ ໄດ້ຮັບໂອກາດໃຫ້ກັບໃຈ, ແລ້ວມັນກໍຄືທຳມະຊາດ-ແກ່ນແທ້ຂອງພວກເຂົາທີ່ມີບັນຫາ. ພວກເຂົາບໍ່ແມ່ນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ ແລະ ສາມາດຍອມຮັບຄວາມຈິງໄດ້, ແຕ່ກົງກັນຂ້າມ ພວກເຂົາມີວາລະອື່ນ. ເມື່ອເບິ່ງທີ່ທຳມະຊາດ-ແກ່ນແທ້ຂອງພວກເຂົາ, ການຂັດຂວາງ ແລະ ການລົບກວນທີ່ພວກເຂົາເຮັດໃຫ້ເກີດຂຶ້ນຕໍ່ຊີວິດຄຣິສຕະຈັກນັ້ນ ບໍ່ແມ່ນການກະທຳໂດຍບໍ່ໄດ້ຕັ້ງໃຈຢ່າງແນ່ນອນ, ແຕ່ໃນທາງກົງກັນຂ້າມ ຄົນເຫຼົ່ານີ້ມີຈຸດປະສົງ ແລະ ແຮງຈູງໃຈ. ຖ້າຄົນປະເພດນີ້ໄດ້ຮັບໂອກາດຕໍ່ໄປ, ມັນຍຸຕິທຳຕໍ່ຜູ້ຄົນທີ່ພຣະເຈົ້າເລືອກທີ່ກຳລັງດຳເນີນຊີວິດຄຣິສຕະຈັກຢ່າງປົກກະຕິບໍ? (ບໍ່). ບັນຫາກັບບຸກຄົນດັ່ງກ່າວໄດ້ຖືກເປີດເຜີຍເຖິງລະດັບນີ້ແລ້ວ; ຖ້າພວກເຂົາຍັງຄົງໄດ້ຮັບໂອກາດເພື່ອລໍຖ້າການກັບໃຈຂອງພວກເຂົາ, ຜົນກໍຄືພວກເຂົາກໍຈະກະທຳຄວາມຊົ່ວຫຼາຍຂຶ້ນ, ນຳພາອີກຫຼາຍຄົນໃຫ້ໄປສູ່ຄວາມຄິດລົບ, ຄວາມອ່ອນແອ ແລະ ບໍ່ມີທາງອອກ, ແລ້ວໃຜຈະຊົດເຊີຍສຳລັບຄວາມເສຍຫາຍນີ້? ສະນັ້ນ, ຖ້າບຸກຄົນເຫຼົ່ານີ້ໄດ້ຮັບການໂອ້ລົມ ແລະ ການຊ່ວຍເຫຼືອດ້ວຍຄວາມຮັກ ຫຼື ໄດ້ມີການດຳເນີນການເພື່ອຢຸດຢັ້ງ ແລະ ຈຳກັດພວກເຂົາ, ແຕ່ພວກເຂົາກໍຍັງບໍ່ປ່ຽນແປງວິທີການເກົ່າໆຂອງພວກເຂົາ ແລະ ຢືນຢັນໃນພຶດຕິກຳເດີມຂອງພວກເຂົາ, ແລ້ວພວກເຂົາກໍຄວນຖືກຈັດການຕາມຫຼັກການ: ໃນກໍລະນີທີ່ບໍ່ຮຸນແຮງ, ພວກເຂົາຄວນຖືກແຍກດ່ຽວ; ໃນກໍລະນີທີ່ຮຸນແຮງ, ພວກເຂົາຄວນຖືກກຳຈັດອອກຈາກຄຣິສຕະຈັກ. ຫຼັກການນີ້ຟັງເບິ່ງເປັນແນວໃດ? ມັນກ່ຽວກັບການຕີຄົນໃດຄົນໜຶ່ງຢ່າງໄຮ້ປານີ ໂດຍບໍ່ໃຫ້ໂອກາດພວກເຂົາກັບໃຈບໍ? ຫຼື ເປັນການຕັດສິນໃຈຕາມອຳເພີໃຈ ໂດຍບໍ່ມີການແຍກແຍະໃດໆ ແລະ ໂດຍບໍ່ເຂົ້າໃຈຢ່າງແຈ່ມແຈ້ງວ່າທຳມະຊາດ-ແກ່ນແທ້ຂອງພວກເຂົາແມ່ນຫຍັງແທ້ບໍ? (ບໍ່). ເຖິງແມ່ນວ່າຈະໄດ້ຮັບການໂອ້ລົມ ແລະ ການຊ່ວຍເຫຼືອ ແລະ ໄດ້ຮັບໂອກາດໃຫ້ກັບໃຈ, ຖ້າວິທີການ ແລະ ອຸປະນິໄສຂອງຄົນເຫຼົ່ານີ້ບໍ່ປ່ຽນແປງຫຍັງເລີຍ ແລະ ພວກເຂົາບໍ່ກັບໃຈ, ຍັງຄົງເປັນຄືເກົ່າ, ຄວາມແຕກຕ່າງພຽງຢ່າງດຽວກໍຄື ສິ່ງທີ່ພວກເຂົາເຄີຍເຮັດຢ່າງເປີດເຜີຍ ແລະ ເຫັນໄດ້ຊັດເຈນນັ້ນ ຕອນນີ້ພວກເຂົາເຮັດຢ່າງລັບໆ ແລະ ປິດບັງ, ແຕ່ການລົບກວນ ແລະ ການຂັດຂວາງກໍຍັງຄືເກົ່າ, ແລ້ວຄຣິສຕະຈັກກໍບໍ່ສາມາດເກັບພວກເຂົາໄວ້ໄດ້ອີກຕໍ່ໄປ. ຄົນປະເພດນີ້ບໍ່ແມ່ນສະມາຊິກຂອງເຮືອນຂອງພຣະເຈົ້າ; ພວກເຂົາບໍ່ແມ່ນແກະຂອງພຣະເຈົ້າ. ການມີຢູ່ຂອງພວກເຂົາໃນເຮືອນຂອງພຣະເຈົ້າແມ່ນພຽງເພື່ອສ້າງການລົບກວນ ແລະ ການຂັດຂວາງ ແລະ ພວກເຂົາຄືຄົນຮັບໃຊ້ຂອງຊາຕານ, ບໍ່ແມ່ນອ້າຍເອື້ອຍນ້ອງ. ຖ້າເຈົ້າປະຕິບັດຕໍ່ພວກເຂົາຄືກັບອ້າຍເອື້ອຍນ້ອງຢູ່ສະເໝີ, ສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາຢ່າງຕໍ່ເນື່ອງ ແລະ ໂອ້ລົມຄວາມຈິງກັບພວກເຂົາ ແລະ ມັນຈົບລົງດ້ວຍການສິ້ນເປືອງຄວາມພະຍາຍາມຫຼາຍ ໂດຍບໍ່ເກີດຜົນຫຍັງເລີຍ, ນັ້ນບໍ່ແມ່ນສິ່ງໂງ່ຈ້າບໍ? ມັນເປັນຫຼາຍກວ່າຄວາມໂງ່ຈ້າ; ມັນຄືຄວາມອັບປັນຍາ, ອັບປັນຍາທີ່ສຸດ!
ເມື່ອເບິ່ງທຳມະຊາດຂອງບັນຫາ, ໂດຍພື້ນຖານແລ້ວ ການສະແດງອອກຕ່າງໆ ແລະ ປະເພດຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກ່ຽວຂ້ອງກັບການຍາດແຍ່ງສະຖານະ ແມ່ນສາມາດແບ່ງອອກເປັນສາມປະເພດເຫຼົ່ານີ້. ການຍາດແຍ່ງສະຖານະເປັນບັນຫາທົ່ວໄປໃນຊີວິດຄຣິສຕະຈັກ, ປາກົດຂຶ້ນໃນທຸກກຸ່ມຄົນທີ່ແຕກຕ່າງກັນ ແລະ ໃນດ້ານຕ່າງໆ ຂອງຊີວິດຄຣິສຕະຈັກ. ສຳລັບຜູ້ທີ່ຍາດແຍ່ງສະຖານະ, ໃນກໍລະນີທີ່ບໍ່ຮຸນແຮງ ພວກເຂົາຄວນໄດ້ຮັບການໂອ້ລົມໃຫ້ພຽງພໍກ່ຽວກັບຄວາມຈິງ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອພວກເຂົາ ເພື່ອໃຫ້ພວກເຂົາສາມາດເຂົ້າໃຈຄວາມຈິງ ແລະ ໄດ້ຮັບໂອກາດໃຫ້ກັບໃຈ. ຖ້າກໍລະນີຮ້າຍແຮງ, ພວກເຂົາຄວນຖືກຕິດຕາມຢ່າງໃກ້ຊິດ ແລະ ທັນທີທີ່ພົບເຫັນວ່າພວກເຂົາເວົ້າ ຫຼື ເຮັດໂດຍມີເປົ້າໝາຍເພື່ອບັນລຸເຈດຕະນາທີ່ແອບແຝງໃດໜຶ່ງ, ພວກເຂົາຄວນຖືກຢຸດຢັ້ງ ແລະ ຖືກຈຳກັດທັນທີ. ຖ້າກໍລະນີຮ້າຍແຮງຍິ່ງກວ່ານັ້ນ, ພວກເຂົາຄວນຖືກຈັດການ ແລະ ຮັບມືຕາມຫຼັກການຂອງຄຣິສຕະຈັກ ສຳລັບການກຳຈັດອອກ ແລະ ການຂັບໄລ່ຄົນ. ນີ້ຄືຄວາມຮັບຜິດຊອບທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນເຮັດໃຫ້ສຳເລັດ ເມື່ອຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ທີ່ກ່ຽວຂ້ອງກັບການຍາດແຍ່ງສະຖານະ ປາກົດຂຶ້ນໃນຊີວິດຄຣິສຕະຈັກ. ແນ່ນອນ, ມັນຍັງຮຽກຮ້ອງໃຫ້ອ້າຍເອື້ອຍນ້ອງທຸກຄົນລຸກຂຶ້ນ ແລະ ຮ່ວມມືກັບຜູ້ນໍາ ແລະ ຜູ້ເຮັດວຽກໃນວຽກງານນີ້, ຮ່ວມກັນຈຳກັດພຶດຕິກຳ ແລະ ການກະທຳຕ່າງໆ ຂອງຄົນຊົ່ວຊ້າທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ຮັບປະກັນວ່າຈະບໍ່ມີການຂັດຂວາງ ຫຼື ການລົບກວນໂດຍຄົນຊົ່ວຊ້າໃນຊີວິດຄຣິສຕະຈັກອີກຕໍ່ໄປ, ພະຍາຍາມຮັບປະກັນວ່າທຸກໂອກາດຂອງຊີວິດຄຣິສຕະຈັກໄດ້ຮັບຄວາມສະຫວ່າງຈາກພຣະວິນຍານບໍລິສຸດ, ເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມຊົມຊື່ນຍິນດີ ແລະ ການຊົງສະຖິດຢູ່ຂອງພຣະເຈົ້າ ແລະ ມີພຣະພອນ ແລະ ການຊີ້ນຳຂອງພຣະເຈົ້າ ແລະ ເພື່ອຮັບປະກັນວ່າການເຕົ້າໂຮມແຕ່ລະຄັ້ງຈະເປັນຊ່ວງເວລາແຫ່ງຄວາມເພີດເພີນ ແລະ ການໄດ້ຮັບ. ນີ້ຄືຊີວິດຄຣິສຕະຈັກປະເພດທີ່ດີທີ່ສຸດ, ເປັນສິ່ງທີ່ພຣະເຈົ້າປາດຖະໜາຢາກເຫັນ. ການດຳເນີນວຽກງານນີ້ຂ້ອນຂ້າງຊັບຊ້ອນສຳລັບຜູ້ນໍາ ແລະ ຜູ້ເຮັດວຽກ, ເພາະມັນກ່ຽວຂ້ອງກັບຄວາມສຳພັນລະຫວ່າງບຸກຄົນ ແລະ ມັນກ່ຽວຂ້ອງກັບໜ້າຕາ ແລະ ຜົນປະໂຫຍດຂອງຜູ້ຄົນ ແລະ ມັນຍັງກ່ຽວຂ້ອງກັບລະດັບຄວາມເຂົ້າໃຈຂອງຜູ້ຄົນກ່ຽວກັບຄວາມຈິງອີກດ້ວຍ, ເຮັດໃຫ້ມັນທ້າທາຍຫຼາຍຂຶ້ນພໍສົມຄວນ. ເຖິງແນວໃດກໍຕາມ, ເມື່ອບັນຫາເກີດຂຶ້ນ, ຢ່າຫຼີກລ່ຽງພວກມັນ ແລະ ຢ່າຫຼຸດຄວາມສຳຄັນຂອງບັນຫາໃຫຍ່ໃຫ້ເປັນບັນຫານ້ອຍ ແລະ ສຸດທ້າຍກໍປ່ອຍໃຫ້ພວກມັນບໍ່ໄດ້ຮັບການແກ້ໄຂ; ທັງບໍ່ຄວນຈັດການພວກມັນໂດຍໃຊ້ປັດຊະຍາສຳລັບການກະທຳທາງໂລກ, ໂດຍການເຮັດເປັນບໍ່ຮູ້ບໍ່ເຫັນພວກມັນ. ຍິ່ງໄປກວ່ານັ້ນ, ຢ່າເປັນຄົນປະຈົບປະແຈງ, ແຕ່ໃນທາງກົງກັນຂ້າມ ໃຫ້ປະຕິບັດຕໍ່ຄົນປະເພດຕ່າງໆ ທີ່ຍາດແຍ່ງສະຖານະຕາມຫຼັກການຄວາມຈິງ. ການໂອ້ລົມນີ້ແຈ່ມແຈ້ງບໍ? (ແຈ່ມແຈ້ງ). ແລ້ວນີ້ກໍເປັນການສະຫຼຸບການໂອ້ລົມຂອງພວກເຮົາກ່ຽວກັບບັນຫາທີຫ້າ.
VI. ການສ້າງການພົວພັນທີ່ບໍ່ເໝາະສົມ
ບັນຫາທີຫົກທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກກໍຄືການສ້າງການພົວພັນທີ່ບໍ່ເໝາະສົມ. ຕາບໃດທີ່ຜູ້ຄົນຍັງມີການຕິດຕໍ່ພົວພັນ ແລະ ສາມາດເຕົ້າໂຮມກັນໄດ້, ກໍຈະມີຊີວິດຮ່ວມກັນ ແລະ ການພົວພັນຕ່າງໆກໍຈະເກີດຂຶ້ນຈາກສິ່ງນີ້. ແລ້ວການພົວພັນໃດແດ່ທີ່ເໝາະສົມ ແລະ ການພົວພັນໃດແດ່ທີ່ບໍ່ເໝາະສົມ? ກ່ອນອື່ນ ໃຫ້ພວກເຮົາເວົ້າເຖິງສິ່ງທີ່ປະກອບເປັນການພົວພັນທີ່ເໝາະສົມກ່ອນ ແລ້ວຈຶ່ງໂອ້ລົມກ່ຽວກັບການພົວພັນທີ່ບໍ່ເໝາະສົມ. ເມື່ອອ້າຍເອື້ອຍນ້ອງພົບປະກັນ ແລະ ທັກທາຍກັນ, ພວກເຂົາອາດຈະເວົ້າສິ່ງຕ່າງໆເຊັ່ນ: “ບໍ່ດົນມານີ້ເປັນແນວໃດແດ່? ສຸຂະພາບແຂງແຮງດີບໍ? ລູກຂອງເຈົ້າຈະເຂົ້າໂຮງຮຽນມັດທະຍົມປາຍປີໜ້າແລ້ວແມ່ນບໍ່? ທຸລະກິດຂອງຄູ່ສົມລົດເຈົ້າເປັນແນວໃດແດ່?” ການທັກທາຍເຊິ່ງກັນແລະກັນເຊັ່ນນີ້ຖືເປັນການພົວພັນທີ່ເໝາະສົມບໍ? (ແມ່ນແລ້ວ). ເປັນຫຍັງເຈົ້າຈຶ່ງເວົ້າແນວນັ້ນ? ເພາະວ່າເມື່ອຄົນສອງຄົນທີ່ບໍ່ໄດ້ພົບກັນເປັນເວລາດົນບັງເອີນມາພົບກັນ, ການກ່າວຄຳທັກທາຍສອງສາມຄຳກໍເປັນມາລະຍາດຂັ້ນພື້ນຖານທີ່ສຸດ, ທັງຍັງເປັນການສະແດງອອກເຖິງຄວາມເປັນຫ່ວງເປັນໄຍ ແລະ ການທັກທາຍຂັ້ນພື້ນຖານທີ່ສຸດ. ສິ່ງເຫຼົ່ານີ້ລ້ວນແຕ່ເປັນຄຳເວົ້າ, ການກະທຳ ແລະ ຫົວຂໍ້ທີ່ກ່ຽວຂ້ອງທີ່ຜູ້ຄົນຍົກຂຶ້ນມາເວົ້າພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ. ໂດຍຕັດສິນຈາກການສົນທະນາຂອງພວກເຂົາຈົນເຖິງຕອນນີ້, ເຫັນໄດ້ຊັດເຈນວ່າການພົວພັນຂອງພວກເຂົາຂ້ອນຂ້າງເໝາະສົມ. ການສົນທະນາຂອງພວກເຂົາແມ່ນອີງໃສ່ທັງມາລະຍາດ ແລະ ຄວາມເປັນມະນຸດທີ່ປົກກະຕິ ແລະ ຈາກສອງຈຸດນີ້, ກໍສາມາດກຳນົດໄດ້ວ່າການພົວພັນລະຫວ່າງຄົນສອງຄົນທີ່ກຳລັງສົນທະນາກັນຢູ່ນັ້ນແມ່ນເໝາະສົມ, ເຊິ່ງສະແດງເຖິງການພົວພັນລະຫວ່າງບຸກຄົນທີ່ປົກກະຕິ. ຖ້າຄົນສອງຄົນທີ່ຄຸ້ນເຄີຍກັນຫຼາຍ, ແຕ່ເມື່ອພວກເຂົາພົບກັນ, ພວກເຂົາທັງສອງຕ່າງກໍໜ້າບູດບຶ້ງ ແລະ ບໍ່ເວົ້ານຳກັນ ແລະ ເມື່ອພວກເຂົາເບິ່ງໜ້າກັນ, ສາຍຕາຂອງພວກເຂົາກໍສະແດງອອກເຖິງຄວາມເປັນປໍລະປັກກັນທີ່ຮ້າຍແຮງຢ່າງຊັດເຈນ, ການພົວພັນແບບນີ້ເປັນປົກກະຕິບໍ? (ບໍ່, ບໍ່ປົກກະຕິ). ເປັນຫຍັງມັນຈຶ່ງບໍ່ປົກກະຕິ? ມັນຄວນຈະຖືກນິຍາມແນວໃດແທ້? ເມື່ອຄົນສອງຄົນພົບກັນແຕ່ບໍ່ມີໃຜທັກທາຍອີກຝ່າຍ ຫຼື ແມ່ນແຕ່ເວົ້າວ່າ “ສະບາຍດີ”, ຍິ່ງໄປກວ່ານັ້ນກໍຄືບໍ່ມີການສົນທະນາ ແລະ ການໂອ້ລົມທີ່ປົກກະຕິ, ເຫັນໄດ້ຊັດເຈນວ່າການສະແດງອອກຂອງພວກເຂົາບໍ່ໄດ້ສະທ້ອນເຖິງສິ່ງທີ່ຄາດຫວັງຈາກຄວາມເປັນມະນຸດທີ່ປົກກະຕິ. ການພົວພັນຂອງພວກເຂົາບໍ່ແມ່ນການພົວພັນລະຫວ່າງບຸກຄົນທີ່ປົກກະຕິ; ມັນຂ້ອນຂ້າງບິດເບືອນ, ແຕ່ມັນກໍຍັງບໍ່ໄດ້ປະກອບເປັນການພົວພັນທີ່ບໍ່ເໝາະສົມ, ຍັງມີໄລຍະຫ່າງຈາກຈຸດນັ້ນຢູ່. ໂດຍທົ່ວໄປແລ້ວ, ຖ້າການພົວພັນລະຫວ່າງຜູ້ຄົນຖືກສ້າງຂຶ້ນບົນພື້ນຖານຂອງຄວາມເປັນມະນຸດທີ່ປົກກະຕິ, ບ່ອນທີ່ບຸກຄົນສາມາດພົວພັນ ແລະ ຄົບຫາສະມາຄົມກັນຢ່າງປົກກະຕິ ແລະ ຕາມຫຼັກການ ແລະ ຊ່ວຍເຫຼືອ, ສະໜັບສະໜູນ ແລະ ສະໜອງໃຫ້ກັນແລະກັນ, ສິ່ງທັງໝົດນີ້ລ້ວນແຕ່ເປັນຕົວຊີ້ບອກຂອງການພົວພັນທີ່ເໝາະສົມລະຫວ່າງຜູ້ຄົນ. ມັນໝາຍເຖິງການຈັດການເລື່ອງຕ່າງໆຕາມຫຼັກການ, ບໍ່ເອົາເລື່ອງສ່ວນຕົວມາປົນເປ, ບໍ່ແມ່ນການມີສ່ວນຮ່ວມໃນການແລກປ່ຽນ, ປາສະຈາກຜົນປະໂຫຍດທີ່ຜູກມັດກັນ, ຍິ່ງໄປກວ່ານັ້ນກໍຄືປາສະຈາກຄວາມກຽດຊັງ ແລະ ການກະທຳກໍບໍ່ໄດ້ຖືກຂັບເຄື່ອນໂດຍຄວາມປາຖະໜາທາງເນື້ອໜັງ. ສິ່ງທັງໝົດນີ້ລ້ວນແຕ່ຢູ່ໃນຂອບເຂດຂອງການພົວພັນທີ່ເໝາະສົມ. ຂອບເຂດນີ້ບໍ່ຂ້ອນຂ້າງກວ້າງຂວາງບໍ? ການພົວພັນລະຫວ່າງບຸກຄົນທີ່ປົກກະຕິກ່ຽວຂ້ອງກັບການໂອ້ລົມ ແລະ ການສື່ສານພາຍໃນຂອບເຂດຂອງຄວາມເປັນມະນຸດທີ່ປົກກະຕິ, ການພົວພັນ ແລະ ການຄົບຫາສະມາຄົມກັບຄົນອື່ນ ແລະ ການເຮັດວຽກຮ່ວມກັນໂດຍອີງໃສ່ຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ໃນລະດັບທີ່ສູງຂຶ້ນ, ມັນກ່ຽວຂ້ອງກັບການພົວພັນ ແລະ ການຄົບຫາສະມາຄົມຕາມຫຼັກການຄວາມຈິງ. ນີ້ແມ່ນຄຳນິຍາມທົ່ວໄປຂອງການພົວພັນລະຫວ່າງບຸກຄົນທີ່ເໝາະສົມລະຫວ່າງຜູ້ຄົນ. ການທັກທາຍເຊິ່ງກັນແລະກັນເມື່ອພົບປະກັນແມ່ນຮູບແບບການພົວພັນທີ່ປົກກະຕິທີ່ສຸດ. ການທີ່ສາມາດທັກທາຍ ແລະ ສົນທະນາກັນຢ່າງປົກກະຕິໂດຍບໍ່ວາງທ່າ, ບໍ່ຄິດໄປເອງວ່າຮັກແພງກັນທັງທີ່ບໍ່ມີຄວາມຮັກ, ບໍ່ວາງຕົວເໜືອຄົນອື່ນ, ເວົ້າໂດຍບໍ່ກົດຂີ່ຄົນອື່ນ ຫຼື ຍົກຕົນເອງຂຶ້ນ, ເວົ້າ ແລະ ສື່ສານກັນຢ່າງປົກກະຕິ, ນີ້ຄືວິທີທີ່ຜູ້ທີ່ມີຄວາມເປັນມະນຸດທີ່ປົກກະຕິຄວນເວົ້າ ແລະ ສື່ສານ ແລະ ມັນກໍເປັນວິທີການພົວພັນຂັ້ນພື້ນຖານພາຍໃນການພົວພັນລະຫວ່າງບຸກຄົນທີ່ປົກກະຕິ. ຜູ້ຄົນທີ່ພຣະເຈົ້າເລືອກຄວນມີຈິດສຳນຶກ ແລະ ເຫດຜົນເປັນຢ່າງໜ້ອຍ ແລະ ພົວພັນ, ຄົບຫາສະມາຄົມ ແລະ ເຮັດວຽກຮ່ວມກັບຄົນອື່ນຕາມຫຼັກການ ແລະ ມາດຕະຖານທີ່ພຣະເຈົ້າຮຽກຮ້ອງຈາກຜູ້ຄົນ. ນີ້ຄືແນວທາງທີ່ດີທີ່ສຸດ. ສິ່ງນີ້ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທໄດ້. ສະນັ້ນ, ຫຼັກການຄວາມຈິງທີ່ພຣະເຈົ້າຮຽກຮ້ອງແມ່ນຫຍັງ? ນັ້ນກໍຄືການທີ່ຜູ້ຄົນເຂົ້າໃຈຄົນອື່ນເມື່ອພວກເຂົາອ່ອນແອ ແລະ ຄິດລົບ, ໂດຍຄຳນຶງເຖິງຄວາມເຈັບປວດ ແລະ ຄວາມຫຍຸ້ງຍາກຂອງພວກເຂົາ ແລ້ວສອບຖາມກ່ຽວກັບສິ່ງເຫຼົ່ານີ້, ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ແລະ ອ່ານພຣະທຳຂອງພຣະເຈົ້າໃຫ້ພວກເຂົາຟັງເພື່ອຊ່ວຍພວກເຂົາແກ້ໄຂບັນຫາຂອງພວກເຂົາ, ເຮັດໃຫ້ພວກເຂົາສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າ ແລະ ເຊົາອ່ອນແອ ແລະ ນຳພາພວກເຂົາມາຢູ່ຕໍ່ໜ້າພຣະເຈົ້າ. ວິທີການປະຕິບັດແບບນີ້ບໍ່ສອດຄ່ອງກັບຫຼັກການບໍ? ການປະຕິບັດດ້ວຍວິທີນີ້ແມ່ນສອດຄ່ອງກັບຫຼັກການຄວາມຈິງ. ໂດຍທຳມະຊາດແລ້ວ, ການພົວພັນປະເພດນີ້ຍິ່ງສອດຄ່ອງກັບຫຼັກການຄວາມຈິງຫຼາຍຂຶ້ນ. ເມື່ອຜູ້ຄົນເຈດຕະນາກໍ່ໃຫ້ເກີດການລົບກວນ ແລະ ການຂັດຂວາງ ຫຼື ເຈດຕະນາປະຕິບັດໜ້າທີ່ຂອງຕົນແບບພໍແລ້ວມືແລ້ວຕີນ, ຖ້າເຈົ້າເຫັນສິ່ງນີ້ ແລະ ສາມາດຊີ້ແຈງສິ່ງເຫຼົ່ານີ້ໃຫ້ພວກເຂົາ, ຕຳໜິພວກເຂົາ ແລະ ຊ່ວຍເຫຼືອພວກເຂົາຕາມຫຼັກການ, ແລ້ວສິ່ງນີ້ກໍສອດຄ່ອງກັບຫຼັກການຄວາມຈິງ. ຖ້າເຈົ້າເມີນເສີຍ ຫຼື ໃຫ້ທ້າຍພຶດຕິກຳທີ່ບໍ່ດີຂອງພວກເຂົາ ແລະ ປົກປ້ອງພວກເຂົາ ແລະ ເຖິງຂັ້ນເວົ້າສິ່ງດີໆເພື່ອຍ້ອງຍໍ ແລະ ຊົມເຊີຍພວກເຂົາ, ວິທີການເຫຼົ່ານີ້ໃນການພົວພັນກັບຜູ້ຄົນ, ການຈັດການກັບປະເດັນ ແລະ ການແກ້ໄຂບັນຫາ, ເຫັນໄດ້ຊັດວ່າຂັດກັບຫຼັກການຄວາມຈິງ ແລະ ບໍ່ມີພື້ນຖານໃນພຣະທຳຂອງພຣະເຈົ້າ. ສະນັ້ນ, ວິທີການພົວພັນກັບຜູ້ຄົນ ແລະ ການຈັດການກັບປະເດັນເຫຼົ່ານີ້ແມ່ນບໍ່ເໝາະສົມຢ່າງເຫັນໄດ້ຊັດເຈນ ແລະ ສິ່ງນີ້ກໍບໍ່ແມ່ນເລື່ອງງ່າຍທີ່ຈະຄົ້ນພົບໄດ້ເລີຍ ຖ້າບໍ່ໄດ້ຮັບການໄຈ້ແຍກ ແລະ ການແຍກແຍະຕາມພຣະທຳຂອງພຣະເຈົ້າ. ຄົນທີ່ບໍ່ເຂົ້າໃຈຄວາມຈິງແມ່ນບໍ່ໜ້າຈະຮັບຮູ້ບັນຫາເຫຼົ່ານີ້ໄດ້ ແລະ ເຖິງແມ່ນວ່າພວກເຂົາຈະຍອມຮັບວ່ານີ້ແມ່ນບັນຫາ, ມັນກໍບໍ່ງ່າຍສຳລັບພວກເຂົາທີ່ຈະແກ້ໄຂພວກມັນໄດ້. ພວກເຮົາໄດ້ເວົ້າຢູ່ເລື້ອຍໆວ່າ ມວນມະນຸດທີ່ເສື່ອມຊາມທັງໝົດດຳລົງຊີວິດຕາມອຸປະນິໄສແບບຊາຕານ ແລະ ການສະແດງອອກເຫຼົ່ານີ້ກໍເປັນຫຼັກຖານຂອງສິ່ງນັ້ນ. ຕອນນີ້, ພວກເຈົ້າເຫັນແຈ້ງແລ້ວບໍ?
ຈຸດສຸມຫຼັກໃນການໂອ້ລົມຂອງພວກເຮົາໃນມື້ນີ້ແມ່ນເພື່ອເປີດໂປງການສະແດງອອກຂອງການພົວພັນທີ່ບໍ່ເໝາະສົມສີ່ປະເພດທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ. ໃຜແດ່ທີ່ເປັນຜູ້ສ້າງການພົວພັນທີ່ບໍ່ເໝາະສົມພາຍໃນຄຣິສຕະຈັກ? ສິ່ງໃດແທ້ທີ່ປະກອບເປັນການພົວພັນທີ່ບໍ່ເໝາະສົມ? ມີປະເດັນໃດແດ່ທີ່ກ່ຽວຂ້ອງກັບການສ້າງການພົວພັນທີ່ບໍ່ເໝາະສົມ? ເນື່ອງຈາກຫົວຂໍ້ຫຼັກໃນການໂອ້ລົມຂອງພວກເຮົາກ່ຽວຂ້ອງກັບຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຂັດຂວາງ ແລະ ລົບກວນວຽກງານຂອງພຣະເຈົ້າ ແລະ ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ການສົນທະນາກ່ຽວກັບການພົວພັນທີ່ບໍ່ເໝາະສົມນີ້ຈຶ່ງຈຳກັດຢູ່ສະເພາະສິ່ງທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກເທົ່ານັ້ນ. ພວກເຮົາບໍ່ໄດ້ເໝົາລວມການພົວພັນທີ່ບໍ່ເໝາະສົມທຸກປະເພດເຂົ້າກັນແບບຊະຊາຍ ແລະ ເລື່ອງຕ່າງໆທີ່ຢູ່ນອກເໜືອຈາກຊີວິດຄຣິສຕະຈັກກໍບໍ່ກ່ຽວຂ້ອງກັບພວກເຮົາ. ພວກເຈົ້າຕ້ອງຢັ່ງຮູ້ເລື່ອງນີ້ໃຫ້ຖືກຕ້ອງຕົງຕາມຄວາມຈິງ ໂດຍບໍ່ມີການບ່ຽງເບນ. ສະນັ້ນ, ເມື່ອເວົ້າເຖິງການສ້າງການພົວພັນທີ່ບໍ່ເໝາະສົມ, ປະເດັນໃດແດ່ ແລະ ການພົວພັນໃດແດ່ລະຫວ່າງຜູ້ຄົນທີ່ບໍ່ເໝາະສົມ? ການພົວພັນທີ່ບໍ່ເໝາະສົມໃດແດ່ທີ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ຄົນສ່ວນໃຫຍ່? ປະເດັນເຫຼົ່ານີ້ຄຸ້ມຄ່າທີ່ຈະໂອ້ລົມກັນບໍ? (ຄຸ້ມຄ່າ). ສິ່ງເຫຼົ່ານີ້ແມ່ນເລື່ອງທີ່ຕ້ອງນໍາມາໂອ້ລົມກັນໃຫ້ຈະແຈ້ງໃນການໂອ້ລົມຂອງພວກເຮົາ.
A. ການພົວພັນທີ່ບໍ່ເໝາະສົມລະຫວ່າງຍິງຊາຍ
ໃນຊີວິດຄຣິສຕະຈັກ, ການພົວພັນທີ່ບໍ່ເໝາະສົມປະເພດໃດທີ່ພົບເຫັນຫຼາຍທີ່ສຸດ, ເຂົ້າໃຈງ່າຍທີ່ສຸດ ແລະ ຖືກກຳນົດລັກສະນະໄດ້ງ່າຍທີ່ສຸດ? (ການພົວພັນລະຫວ່າງຍິງ ແລະ ຊາຍ). ນີ້ແມ່ນດ້ານທຳອິດທີ່ເຂົ້າມາໃນຄວາມຄິດ ເມື່ອຜູ້ຄົນຄິດເຖິງການພົວພັນທີ່ບໍ່ເໝາະສົມ. ບາງຄົນ, ເມື່ອໃດກໍຕາມທີ່ພວກເຂົາຢູ່ໃນກຸ່ມ, ພວກເຂົາມັກຈະຈີບເພດກົງກັນຂ້າມສະເໝີ; ພວກເຂົາເຮັດທ່າທາງ ແລະ ການສະແດງອອກທີ່ສໍ່ໄປໃນທາງຊູ້ສາວ, ເວົ້າດ້ວຍລັກສະນະທີ່ສະແດງອອກເປັນພິເສດ ແລະ ມັກອວດອ້າງ. ຖ້າຈະໃຊ້ຄຳທີ່ບໍ່ເໝາະສົມ, ມັນກໍຄືການອວດອ້າງສະເໜ່ທາງເພດຂອງຕົນ. ພວກເຂົາມັກສະແດງຕົນວ່າເປັນຄົນສະຫຼາດ, ມີອາລົມຂັນ, ໂຣແມນຕິກ, ເປັນສຸພາບບຸລຸດ, ເປັນວິລະບຸລຸດ, ມີສະເໜ່ ແລະ ມີຄວາມຮູ້, ໃນບັນດາຄຸນສົມບັດອື່ນໆ ຕໍ່ໜ້າເພດກົງກັນຂ້າມ; ພວກເຂົາມັກອວດອ້າງເປັນພິເສດ. ເປັນຫຍັງພວກເຂົາຈຶ່ງອວດອ້າງ? ມັນບໍ່ແມ່ນເພື່ອຍາດຊີງສະຖານະ, ແຕ່ເພື່ອດຶງດູດເພດກົງກັນຂ້າມ. ຍິ່ງມີເພດກົງກັນຂ້າມໃຫ້ຄວາມສົນໃຈພວກເຂົາຫຼາຍເທົ່າໃດ, ໂດຍການສົ່ງສາຍຕາທີ່ຊື່ນຊົມ, ເຄົາລົບນັບຖື ແລະ ຫຼົງໄຫຼມາໃຫ້, ພວກເຂົາກໍຍິ່ງຕື່ນເຕັ້ນ ແລະ ມີກຳລັງວັງຊາຫຼາຍຂຶ້ນເທົ່ານັ້ນ. ເມື່ອພວກເຂົາໃຊ້ເວລາເຂົ້າຮ່ວມໃນຊີວິດຄຣິສຕະຈັກຫຼາຍຂຶ້ນ ແລະ ໄດ້ພົບປະກັບຜູ້ຄົນຫຼາຍຂຶ້ນ, ພວກເຂົາກໍຈະເລັງເປົ້າໝາຍໄປທີ່ບຸກຄົນຈຳນວນໜຶ່ງ, ຈີບ ແລະ ແລກປ່ຽນສາຍຕາກັບເພດກົງກັນຂ້າມບາງຄົນ, ມັກຈະເວົ້າໃນລັກສະນະທີ່ຍົ້ວະເຍົ້າ, ແມ່ນແຕ່ມີລັກສະນະຂອງການລ່ວງລະເມີດທາງເພດເລັກນ້ອຍ. ການພົວພັນລະຫວ່າງຜູ້ຄົນແບບນີ້ເໝາະສົມບໍ? (ບໍ່). ສິ່ງນີ້ປະກອບເປັນການສ້າງການພົວພັນທີ່ບໍ່ເໝາະສົມ. ບຸກຄົນດັ່ງກ່າວເຖິງກັບໃຊ້ເວລາໃນການເຕົ້າໂຮມເພື່ອອວດອ້າງ, ໂດຍເວົ້າເພື່ອໃຫ້ເບິ່ງຄືວ່າສະຫຼາດ ແລະ ມີສະເໜ່ເປັນພິເສດຕໍ່ໜ້າຄົນທີ່ພວກເຂົາມັກ ຫຼື ສົນໃຈ, ເຮັດທ່າທາງ ແລະ ສົ່ງສາຍຕາທີ່ສໍ່ໄປໃນທາງຊູ້ສາວ, ສະແດງສີໜ້າຢ່າງຜູ້ມີໄຊ ແລະ ໜ້າຕື່ນເຕັ້ນ, ເຖິງກັບເຕັ້ນໄປມາ, ທັງໝົດນີ້ມີຈຸດປະສົງຫຍັງ? ມັນແມ່ນເພື່ອລໍ້ລວງເພດກົງກັນຂ້າມໃຫ້ເຂົ້າສູ່ການພົວພັນທີ່ບໍ່ເໝາະສົມ. ເຖິງວ່າອ້າຍເອື້ອຍນ້ອງຫຼາຍຄົນຈະຮູ້ສຶກລັງກຽດຕໍ່ສິ່ງນີ້ ແລະ ເຖິງແມ່ນວ່າຈະມີຄຳເຕືອນຫຼາຍຄັ້ງຈາກຄົນອ້ອມຂ້າງ, ພວກເຂົາກໍຍັງບໍ່ຢຸດ ແລະ ຍັງຄົງດື້ດຶງໃນການລໍ້ລວງຕາມອຳເພີໃຈຂອງພວກເຂົາ. ຖ້າການພົວພັນທີ່ບໍ່ເໝາະສົມດັ່ງກ່າວກ່ຽວຂ້ອງກັບຄົນພຽງສອງຄົນທີ່ກຳລັງຈີບກັນຢູ່ນອກຊີວິດຄຣິສຕະຈັກ ແລະ ບໍ່ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ ຫຼື ວຽກງານຂອງຄຣິສຕະຈັກ, ແລ້ວເລື່ອງນັ້ນກໍສາມາດປະໄວ້ກ່ອນໄດ້ໃນເວລານີ້. ແນວໃດກໍຕາມ, ຖ້າຜູ້ທີ່ສ້າງການພົວພັນທີ່ບໍ່ເໝາະສົມມີພຶດຕິກຳເຊັ່ນນີ້ເປັນນິໄສພາຍໃນຊີວິດຄຣິສຕະຈັກ ແລະ ກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ, ພວກເຂົາກໍຄວນຖືກຕັກເຕືອນ ແລະ ຖືກຈຳກັດ. ຖ້າພວກເຂົາຍັງຄົງແກ້ໄຂບໍ່ໄດ້ເຖິງວ່າຈະມີການຕັກເຕືອນຊໍ້າແລ້ວຊໍ້າອີກ ແລະ ໄດ້ລົບກວນຊີວິດຄຣິສຕະຈັກຢ່າງຮ້າຍແຮງແລ້ວ, ພວກເຂົາກໍຄວນຖືກກຳຈັດອອກຈາກຄຣິສຕະຈັກຜ່ານການລົງຄະແນນສຽງໂດຍຜູ້ຄົນທີ່ພຣະເຈົ້າເລືອກ. ແນວທາງນີ້ເໝາະສົມບໍ? (ເໝາະສົມ). ຖ້າເປັນພຽງຄົນໜຸ່ມສາວທີ່ຄົບຫາກັນຕາມປົກກະຕິ, ພວກເຂົາກໍຄວນສຳລວມໃນລະຫວ່າງການເຕົ້າໂຮມເພື່ອບໍ່ໃຫ້ກະທົບຄົນອື່ນ. ຄຣິສຕະຈັກແມ່ນສະຖານທີ່ສຳລັບການນະມັດສະການພຣະເຈົ້າ, ສຳລັບການອ່ານພ້ອມອະທິຖານພຣະທຳຂອງພຣະເຈົ້າ ແລະ ການດຳເນີນຊີວິດຄຣິສຕະຈັກ; ບໍ່ຄວນນຳເອົາຄວາມມັກຮັກສ່ວນຕົວເຂົ້າມາໃນຊີວິດຄຣິສຕະຈັກເພື່ອລົບກວນຄົນອື່ນ. ຖ້າມັນກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ, ສົ່ງຜົນກະທົບຕໍ່ອາລົມຂອງຄົນອື່ນໃນລະຫວ່າງການເຕົ້າໂຮມ, ສົ່ງຜົນກະທົບຕໍ່ການອ່ານພຣະທຳຂອງພຣະເຈົ້າຂອງຄົນອື່ນ ແລະ ຄວາມເຂົ້າໃຈ ແລະ ຄວາມຮູ້ຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ, ເຮັດໃຫ້ຄົນຈຳນວນຫຼາຍຂຶ້ນຂາດສະມາທິ ແລະ ຖືກລົບກວນ, ແລ້ວການພົວພັນດັ່ງກ່າວກໍຖືກກຳນົດລັກສະນະວ່າເປັນການພົວພັນທີ່ບໍ່ເໝາະສົມ. ແມ່ນແຕ່ການຄົບຫາກັນແບບຖືກຕ້ອງ, ຖ້າມັນກໍ່ໃຫ້ເກີດການລົບກວນຕໍ່ຄົນອື່ນ, ກໍຈະຖືກກຳນົດລັກສະນະວ່າເປັນການພົວພັນທີ່ບໍ່ເໝາະສົມ, ບໍ່ຕ້ອງເວົ້າເຖິງການລໍ້ລວງເພດກົງກັນຂ້າມນອກເໜືອຈາກການຄົບຫາກັນ. ສະນັ້ນ, ຖ້າຄົນໃດຄົນໜຶ່ງສ້າງການພົວພັນທີ່ບໍ່ເໝາະສົມພາຍໃນຊີວິດຄຣິສຕະຈັກ, ພວກເຂົາບໍ່ຄວນໄດ້ຮັບອະນຸຍາດໂດຍປະລິຍາຍ ຫຼື ຖືກຕາມໃຈ ແຕ່ຄວນໄດ້ຮັບການຕັກເຕືອນ, ການຈຳກັດ ແລະ ແມ່ນແຕ່ການກຳຈັດອອກຕາມຫຼັກການ. ນີ້ຄືວຽກງານທີ່ຜູ້ນໍາ ແລະ ຜູ້ເຮັດວຽກຄວນດຳເນີນການ. ຖ້າຫາກພົບເຫັນວ່າຄົນໃດໜຶ່ງສ້າງການພົວພັນທີ່ບໍ່ເໝາະສົມ ແລະ ໄດ້ກໍ່ໃຫ້ເກີດການລົບກວນຕໍ່ຄົນສ່ວນໃຫຍ່ໃນຄຣິສຕະຈັກ, ໂດຍການມີໜ້າຂອງພວກເຂົາພາໃຫ້ຄົນອື່ນຂາດສະມາທິ ແລະ ຕົກຢູ່ໃນບ້ວງແຫ່ງຄວາມຄິດທີ່ເຕັມໄປດ້ວຍຕັນຫາ, ເຖິງກັບພາໄປເຖິງການແຕກແຍກຂອງຄອບຄົວ ແລະ ເຮັດໃຫ້ຜູ້ເຊື່ອໃໝ່ບາງຄົນສູນເສຍຄວາມສົນໃຈໃນການເຕົ້າໂຮມ, ການອ່ານພຣະທຳຂອງພຣະເຈົ້າ ຫຼື ແມ່ນແຕ່ໃນຄວາມເຊື່ອເອງ, ແຕ່ກົງກັນຂ້າມກັບຫຼົງໄຫຼໃນຕົວຄົນທີ່ພວກເຂົາຊື່ນຊົມຫຼາຍຂຶ້ນ, ປາຖະໜາທີ່ຈະໜີຕາມກັນໄປກັບພວກເຂົາ ແລະ ໃຊ້ຊີວິດຮ່ວມກັນ ແລະ ປະຖິ້ມຄວາມເຊື່ອຂອງພວກເຂົາ, ຖ້າຄວາມຮຸນແຮງຂອງສະຖານະການໄດ້ເພີ່ມຂຶ້ນເຖິງລະດັບນີ້, ແຕ່ຜູ້ນໍາ ແລະ ຜູ້ເຮັດວຽກຍັງບໍ່ເອົາໃຈໃສ່ຢ່າງຈິງຈັງ, ໂດຍຄິດວ່າມັນເປັນພຽງຕັນຫາຂອງມະນຸດທີ່ກຳລັງອອກລິດ, ວ່າມັນບໍ່ແມ່ນເລື່ອງໃຫຍ່ ແລະ ເປັນສິ່ງທີ່ຄົນທຳມະດາທົ່ວໄປກໍເຮັດກັນ, ໂດຍບໍ່ຮັບຮູ້ເຖິງຄວາມຮ້າຍແຮງຂອງບັນຫາ ຫຼື ຍິ່ງໄປກວ່ານັ້ນກໍຄືບໍ່ຮັບຮູ້ວ່າບັນຫາສາມາດພັດທະນາໄປໄກສໍ່າໃດ, ແຕ່ກົງກັນຂ້າມກັບບໍ່ໃສ່ໃຈມັນ, ໂດຍມີປະຕິກິລິຍາທີ່ດ້ານຊາ ແລະ ສະໝອງທື້ເປັນພິເສດຕໍ່ເລື່ອງດັ່ງກ່າວ, ຈົນໃນທີ່ສຸດກໍກໍ່ໃຫ້ເກີດຜົນກະທົບທີ່ບໍ່ດີຕໍ່ຄົນສ່ວນໃຫຍ່ໃນຄຣິສຕະຈັກ, ແລ້ວລັກສະນະຂອງເຫດການເຫຼົ່ານີ້ກໍປະກອບເປັນການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງ. ເປັນຫຍັງເຮົາຈຶ່ງເວົ້າວ່າມັນປະກອບເປັນການຂັດຂວາງ ແລະ ການລົບກວນທີ່ຮ້າຍແຮງ? ເພາະວ່າເຫດການເຫຼົ່ານີ້ລົບກວນ ແລະ ສ້າງຄວາມເສຍຫາຍຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຊີວິດຄຣິສຕະຈັກ. ສະນັ້ນ, ເມື່ອບຸກຄົນດັ່ງກ່າວປາກົດຕົວຂຶ້ນໃນຄຣິສຕະຈັກ, ພວກເຂົາຄວນຖືກຈຳກັດ, ບໍ່ວ່າຈະມີຈຳນວນໜ້ອຍ ຫຼື ຫຼາຍກໍຕາມ, ໂດຍຮັບປະກັນວ່າແຕ່ລະກໍລະນີຈະຖືກຈັດການ ແລະ ຖ້າສະຖານະການຮ້າຍແຮງ, ພວກເຂົາກໍຕ້ອງຖືກແຍກອອກໄປ. ຖ້າການແຍກອອກໄປບໍ່ໄດ້ຜົນ ແລະ ພວກເຂົາຍັງຄົງສືບຕໍ່ລໍ້ລວງເພດກົງກັນຂ້າມ, ລົບກວນຊີວິດຄຣິສຕະຈັກ ແລະ ສ້າງຄວາມເສຍຫາຍຕໍ່ຄວາມເປັນລະບຽບຮຽບຮ້ອຍປົກກະຕິຂອງຄຣິສຕະຈັກ, ແລ້ວພວກເຂົາກໍຄວນຖືກກຳຈັດອອກຈາກຄຣິສຕະຈັກຕາມຫຼັກການ. ແນວທາງນີ້ເໝາະສົມບໍ? (ເໝາະສົມ). ຜົນກະທົບຂອງເລື່ອງດັ່ງກ່າວຕໍ່ຊີວິດຄຣິສຕະຈັກ ແລະ ຕໍ່ວຽກງານຂອງຄຣິສຕະຈັກແມ່ນເປັນອັນຕະລາຍຢ່າງຍິ່ງ; ພວກມັນປຽບເໝືອນໂລກລະບາດ ແລະ ຕ້ອງຖືກກຳຈັດໃຫ້ໝົດໄປ.
ທຸກຄົນທີ່ມີແນວໂນ້ມທີ່ຈະລໍ້ລວງເພດກົງກັນຂ້າມກໍຈະເຮັດເຊັ່ນນັ້ນຢູ່ທຸກບ່ອນທີ່ພວກເຂົາໄປ, ໂດຍມີສ່ວນຮ່ວມໃນພຶດຕິກຳດັ່ງກ່າວຢ່າງບໍ່ອິດເມື່ອຍ. ເປົ້າໝາຍຂອງພວກເຂົາໃນການລໍ້ລວງ ແລະ ການລວນລາມມັກຈະເປັນບຸກຄົນທີ່ໜຸ່ມນ້ອຍ ແລະ ໜ້າຕາດີ, ແຕ່ບາງຄັ້ງພວກເຂົາກໍກ່ຽວຂ້ອງກັບຄົນໄວກາງຄົນເຊັ່ນກັນ, ໃຜກໍຕາມທີ່ພວກເຂົາເຫັນວ່າໜ້າສົນໃຈ, ພວກເຂົາກໍຈະເປັນຝ່າຍຕັ້ງໜ້າຊອກຫາໂອກາດເພື່ອລໍ້ລວງ. ຖ້າພວກເຂົາຕັ້ງໃຈທີ່ຈະລໍ້ລວງຄົນອື່ນ, ບາງຄົນກໍບໍ່ສາມາດຕ້ານທານການຊັກຈູງໄດ້ ແລະ ຈະຖືກຫຼອກລວງ, ເຊິ່ງນຳໄປສູ່ການພົວພັນທີ່ບໍ່ເໝາະສົມໄດ້ຢ່າງງ່າຍດາຍ. ເພາະວ່າຄວາມເຕີບໂຕຂອງຜູ້ຄົນຍັງນ້ອຍຢູ່ ແລະ ພວກເຂົາຂາດຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ທັງຍັງຂາດຄວາມເຂົ້າໃຈໃນຄວາມຈິງ, ພວກເຂົາຈະສາມາດເອົາຊະນະການລໍ້ລວງເຫຼົ່ານີ້ ແລະ ຕ້ານທານການຊັກຈູງດັ່ງກ່າວໄດ້ແນວໃດ? ຄວາມເຕີບໂຕຂອງຜູ້ຄົນຍັງນ້ອຍຢູ່; ພວກເຂົາອ່ອນແອ ແລະ ໄຮ້ກຳລັງເປັນພິເສດເມື່ອປະເຊີນກັບການລໍ້ລວງ ແລະ ການຊັກຈູງເຫຼົ່ານີ້. ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະບໍ່ໄດ້ຮັບຜົນກະທົບ. ເຄີຍມີຜູ້ນໍາຊາຍຄົນໜຶ່ງທີ່ຈະພະຍາຍາມລໍ້ລວງຜູ້ຍິງງາມທຸກຄົນທີ່ລາວເຫັນ; ບາງຄັ້ງ, ການລໍ້ລວງພຽງຄົນດຽວກໍບໍ່ພຽງພໍ, ລາວອາດຈະລໍ້ລວງຜູ້ຍິງສາມ ຫຼື ສີ່ຄົນ, ເຮັດໃຫ້ພວກເຂົາທຸກຄົນຫຼົງໄຫຼໃນຕົວລາວຈົນກິນບໍ່ໄດ້ນອນບໍ່ຫຼັບ ແລະ ແມ່ນແຕ່ສູນເສຍຄວາມປາຖະໜາທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ນັ້ນຄື “ສະເໜ່” ຂອງຜູ້ຊາຍຄົນນີ້. ຖ້າລາວພຽງແຕ່ພົວພັນກັບຜູ້ຄົນຕາມປົກກະຕິ, ໂດຍບໍ່ໄດ້ພະຍາຍາມລໍ້ລວງພວກເຂົາໂດຍເຈດຕະນາ, ອິດທິພົນຂອງລາວກໍຄົງຈະບໍ່ກວ້າງຂວາງປານນັ້ນ. ມັນເປັນພຽງຕອນທີ່ລາວເຈດຕະນາສະແດງລະຄອນ ແລະ ລໍ້ລວງຄົນອື່ນເທົ່ານັ້ນທີ່ເຮັດໃຫ້ຄົນຕົກເປັນເຫຍື່ອຂອງລາວນັບມື້ນັບຫຼາຍຂຶ້ນ, ເພີ່ມຈຳນວນຜູ້ທີ່ຖືກລໍ້ລວງໃຫ້ມີການພົວພັນທີ່ບໍ່ເໝາະສົມກັບລາວ. ຜູ້ຄົນກາຍເປັນຄົນທີ່ໄຮ້ກຳລັງທີ່ຈະຕ້ານທານ ແລະ ຕົກຢູ່ໃນການລໍ້ລວງເຫຼົ່ານີ້. ນີ້ຄື “ສະເໜ່” ຂອງຕັນຫາ; ສິ່ງທີ່ລາວເຮັດໄດ້ສ້າງການລໍ້ລວງ, ການຊັກຈູງ ແລະ ການລົບກວນໃຫ້ທັງສອງຝ່າຍ. ຜູ້ຊາຍຄົນໜຶ່ງລໍ້ລວງຜູ້ຍິງຫຼາຍຄົນພ້ອມກັນ, ໃຈຂອງລາວປັ່ນປ່ວນ ຫຼື ບໍ່? ຄວນໃສ່ໃຈຜູ້ຍິງຄົນໃດກ່ອນ, ຄວນເຮັດໃຫ້ໃຜພໍໃຈກ່ອນ, ລາວຈະບໍ່ເມື່ອຍທາງຈິດໃຈບໍ? (ແມ່ນແລ້ວ). ຖ້າມັນເມື່ອຍປານນັ້ນ, ເປັນຫຍັງລາວຈຶ່ງຍັງຄົງປະພຶດຕົວແບບນີ້ຕໍ່ໄປ? ນີ້ຄືຄວາມຊົ່ວຮ້າຍ; ລາວກໍເປັນຄົນປະເພດນີ້ແຫຼະ, ນີ້ຄືທຳມະຊາດຂອງລາວ. ເມື່ອເຫຍື່ອຖືກລໍ້ລວງ ແລະ ຕົກຢູ່ໃນການລໍ້ລວງ, ມັນງ່າຍບໍສຳລັບພວກເຂົາທີ່ຈະຫຼຸດພົ້ນອອກຈາກການລໍ້ລວງ? ເມື່ອຕົກຢູ່ໃນການລໍ້ລວງແລ້ວ, ມັນກໍຈະເປັນການຍາກທີ່ຈະຫຼຸດພົ້ນອອກມາໄດ້. ການກິນ, ການນອນ, ການຍ່າງ, ການປະຕິບັດໜ້າທີ່, ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ຈິດໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຄິດກ່ຽວກັບຄົນຜູ້ນີ້, ຫົວໃຈຂອງພວກເຂົາກໍຖືກຄອບງຳໂດຍຄົນຜູ້ນີ້. ການລົບກວນດັ່ງກ່າວແມ່ນຮ້າຍແຮງຢ່າງຍິ່ງ! ສິ່ງທີ່ຕາມມາກໍຄືການຄິດຢູ່ຕະຫຼອດເວລາວ່າຈະເຮັດໃຫ້ຄົນຜູ້ນີ້ພໍໃຈໄດ້ແນວໃດ, ຈະສະເໜີຕົວໃຫ້ລາວແນວໃດ, ຈະເອົາຊະນະໃຈລາວໄດ້ແນວໃດ, ຈະຜູກຂາດລາວໄດ້ແນວໃດ, ຈະແຂ່ງຂັນ ແລະ ຕໍ່ສູ້ກັບຄູ່ແຂ່ງຄົນອື່ນໆແນວໃດ. ສິ່ງເຫຼົ່ານີ້ບໍ່ແມ່ນຜົນສະທ້ອນຂອງການຖືກລົບກວນບໍ? ມັນງ່າຍບໍທີ່ຈະຫຼຸດພົ້ນອອກຈາກສະພາບດັ່ງກ່າວ? (ບໍ່ງ່າຍ). ຜົນສະທ້ອນກໍກາຍເປັນເລື່ອງຮ້າຍແຮງ. ໃນເວລານີ້, ຫົວໃຈຂອງຄົນເຮົາຍັງສາມາດສະຫງົບຢູ່ຕໍ່ໜ້າພຣະເຈົ້າໄດ້ບໍ? ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ, ພວກເຂົາຍັງສາມາດຊຶມຊັບພຣະທຳເຫຼົ່ານັ້ນໄດ້ບໍ? ພວກເຂົາຍັງສາມາດມີຄວາມສະຫວ່າງໄດ້ບໍ? ໃນລະຫວ່າງການເຕົ້າໂຮມ, ພວກເຂົາຍັງຈະມີອາລົມທີ່ຈະໄຕ່ຕອງ ແລະ ໂອ້ລົມພຣະທຳຂອງພຣະເຈົ້າ ແລະ ຟັງຄົນອື່ນແບ່ງປັນພຣະທຳຂອງພຣະເຈົ້າບໍ? ພວກເຂົາຈະບໍ່ມີ; ຫົວໃຈຂອງພວກເຂົາຈະເຕັມໄປດ້ວຍຕັນຫາ, ດ້ວຍສິ່ງທີ່ພວກເຂົາເຄົາລົບບູຊາ, ປາສະຈາກເລື່ອງທີ່ຈິງຈັງໃດໆ, ແມ່ນແຕ່ພຣະເຈົ້າກໍຈະຫາຍໄປຈາກຫົວໃຈຂອງພວກເຂົາ. ສິ່ງທີ່ຕາມມາກໍຄືການຄິດໄຕ່ຕອງກ່ຽວກັບວິທີທີ່ຈະປະສົບກັບຄວາມຮັກ, ວິທີທີ່ຈະເປັນຄົນໂຣແມນຕິກ ແລະ ອື່ນໆ ແລະ ຄວາມປາຖະໜາທີ່ຈະເຊື່ອໃນພຣະເຈົ້າກໍສູນຫາຍໄປຢ່າງສິ້ນເຊີງ. ຜົນສະທ້ອນເຫຼົ່ານີ້ດີບໍ? ນີ້ແມ່ນສິ່ງທີ່ຜູ້ຄົນປາຖະໜາຢາກເຫັນບໍ? (ບໍ່). ຜົນສະທ້ອນຂອງການຖືກລໍ້ລວງ ແລະ ການຕົກຢູ່ໃນການລໍ້ລວງເປັນສິ່ງທີ່ຜູ້ຄົນສາມາດປ້ອງກັນໄດ້ບໍ? ຜູ້ຄົນສາມາດຄວບຄຸມຜົນສະທ້ອນເຫຼົ່ານີ້ໄດ້ບໍ? ມັນຂຶ້ນກັບພວກເຂົາທີ່ຈະຕັດສິນໃຈໄດ້ບໍ? ພວກເຂົາສາມາດບັນລຸລະດັບທີ່ສາມາດຢຸດໄດ້ເມື່ອພວກເຂົາປາຖະໜາໃນໃຈຂອງພວກເຂົາບໍ? ບໍ່ມີໃຜສາມາດບັນລຸສິ່ງນີ້ໄດ້. ນີ້ຄືຜົນສະທ້ອນຂອງການລົບກວນທີ່ເກີດຈາກການພົວພັນທີ່ບໍ່ເໝາະສົມດັ່ງກ່າວຕໍ່ຜູ້ຄົນ. ເມື່ອພຣະເຈົ້າບໍ່ຢູ່ໃນຫົວໃຈຂອງຄົນເຮົາ ແລະ ຄົນເຮົາບໍ່ປາຖະໜາທີ່ຈະອ່ານພຣະທຳຂອງພຣະເຈົ້າອີກຕໍ່ໄປ, ຜົນສະທ້ອນແມ່ນຫຍັງ? ຍັງມີຄວາມຫວັງສຳລັບຄວາມລອດພົ້ນຢູ່ບໍ? ຄວາມຫວັງສຳລັບຄວາມລອດພົ້ນກໍກາຍເປັນສູນ. ທຸກສິ່ງທຸກຢ່າງກໍສູນເສຍໄປ; ຫຼັກຄຳສອນເລັກໆນ້ອຍໆທີ່ເຄີຍເຂົ້າໃຈມາກ່ອນ, ຄວາມຕັ້ງໃຈ ແລະ ຄວາມຕັດສິນໃຈທີ່ຈະເສຍສະລະຕົນເອງເພື່ອພຣະເຈົ້າ ແລະ ຄວາມປາຖະໜາທີ່ຈະໄດ້ຮັບຄວາມລອດພົ້ນຂອງພຣະເຈົ້າກໍລ້ວນແຕ່ຖືກໂຍນຖິ້ມໄປ, ສິ່ງເຫຼົ່ານີ້ຄືຜົນສະທ້ອນ. ຜູ້ຄົນຕີຕົວອອກຫ່າງຈາກພຣະເຈົ້າ ແລະ ປະຕິເສດພຣະອົງໃນໃຈຂອງພວກເຂົາ ແລະ ພວກເຂົາກໍຖືກປະຕິເສດໂດຍພຣະເຈົ້າເຊັ່ນກັນ. ຜົນສະທ້ອນນີ້ບໍ່ແມ່ນສິ່ງທີ່ຜູ້ໃດທີ່ເຊື່ອ ແລະ ຕິດຕາມພຣະເຈົ້າປາຖະໜາຢາກເຫັນ, ທັງບໍ່ແມ່ນຄວາມຈິງທີ່ຜູ້ຕິດຕາມພຣະເຈົ້າຄົນໃດສາມາດຍອມຮັບໄດ້. ແນວໃດກໍຕາມ, ເມື່ອຜູ້ຄົນຕົກຢູ່ໃນການລໍ້ລວງດັ່ງກ່າວ ແລະ ຕົກຢູ່ໃນວັງວົນຂອງການພົວພັນທີ່ບໍ່ເໝາະສົມ, ພວກເຂົາກໍພົບວ່າມັນຍາກທີ່ຈະຖອນຕົວອອກມາ ແລະ ຍິ່ງໄປກວ່ານັ້ນກໍຄືບໍ່ສາມາດຄວບຄຸມຕົນເອງໄດ້. ສະນັ້ນ, ການພົວພັນທີ່ບໍ່ເໝາະສົມດັ່ງກ່າວຄວນຖືກຈຳກັດ. ໃນກໍລະນີທີ່ຮ້າຍແຮງ, ສຳລັບຜູ້ທີ່ລົບກວນ ແລະ ລວນລາມເພດກົງກັນຂ້າມຢ່າງສະໝໍ່າສະເໝີ, ພວກເຂົາຄວນຖືກສະລ້າງອອກຈາກຄຣິສຕະຈັກໂດຍທັນທີ ແລະ ຢ່າງວ່ອງໄວ, ເພື່ອບໍ່ໃຫ້ພວກເຂົາລົບກວນຊີວິດຄຣິສຕະຈັກ ແລະ ຍິ່ງໄປກວ່ານັ້ນ, ເພື່ອປ້ອງກັນບໍ່ໃຫ້ຜູ້ຄົນຈຳນວນຫຼາຍຂຶ້ນຕົກຢູ່ໃນບ້ວງແຫ່ງການລໍ້ລວງ. ແນວທາງນີ້ສົມເຫດສົມຜົນບໍ? (ສົມເຫດສົມຜົນ).
ໃນຂໍ້ທີສິບສອງຂອງຄວາມຮັບຜິດຊອບຂອງຜູ້ນໍາ ແລະ ຜູ້ເຮັດວຽກ, ຜູ້ນໍາ ແລະ ຜູ້ເຮັດວຽກຕ້ອງພະຍາຍາມຢ່າງສຸດຄວາມສາມາດໃນແຕ່ລະໜ້າວຽກເພື່ອຮັບປະກັນວ່າຜູ້ຄົນທີ່ພຣະເຈົ້າເລືອກສາມາດດຳເນີນຊີວິດຄຣິສຕະຈັກທີ່ປົກກະຕິໄດ້, ປົກປ້ອງອ້າຍເອື້ອຍນ້ອງຈາກການແຊກແຊງ ຫຼື ການລົບກວນໃດໆໃນຊີວິດຄຣິສຕະຈັກ. ນີ້ໝາຍເຖິງການປົກປ້ອງອ້າຍເອື້ອຍນ້ອງທຸກຄົນທີ່ສາມາດດຳເນີນຊີວິດຄຣິສຕະຈັກທີ່ປົກກະຕິໄດ້. ສິ່ງໃດແທ້ທີ່ຄວນໄດ້ຮັບການປົກປ້ອງ? ອ້າຍເອື້ອຍນ້ອງຄວນໄດ້ຮັບການປົກປ້ອງເພື່ອໃຫ້ພວກເຂົາສາມາດມາຢູ່ຕໍ່ໜ້າພຣະເຈົ້າດ້ວຍຄວາມສະຫງົບໃນລະຫວ່າງການເຕົ້າໂຮມ ແລະ ການອ່ານພ້ອມອະທິຖານ ແລະ ແບ່ງປັນພຣະທຳຂອງພຣະເຈົ້າຢ່າງສັນຕິ; ໃນເວລາດຽວກັນ, ອ້າຍເອື້ອຍນ້ອງຄວນສາມາດອະທິຖານຕໍ່ພຣະເຈົ້າດ້ວຍຈິດໃຈເປັນໜຶ່ງດຽວກັນ, ສະແຫວງຫາເຈດຕະນາຂອງພຣະເຈົ້າ, ສະແຫວງຫາຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງຈາກພຣະເຈົ້າ, ໄດ້ຮັບການຊົງສະຖິດຢູ່ຂອງພຣະເຈົ້າ ແລະ ໄດ້ຮັບພອນ ແລະ ການຊີ້ນໍາຈາກພຣະເຈົ້າ. ນີ້ຄືຜົນປະໂຫຍດທີ່ຍິ່ງໃຫຍ່ທີ່ສຸດ ແລະ ສໍາຄັນທີ່ສຸດຂອງອ້າຍເອື້ອຍນ້ອງທຸກຄົນ ແລະ ມັນກໍຈຳເປັນຕໍ່ທຸກຄົນ; ມັນກ່ຽວຂ້ອງກັບວ່າພວກເຂົາຈະສາມາດໄດ້ຮັບຄວາມລອດພົ້ນ ຫຼື ບໍ່ ແລະ ພວກເຂົາຈະສາມາດມີຈຸດໝາຍປາຍທາງທີ່ດີ ຫຼື ບໍ່. ສະນັ້ນ, ມັນຈຶ່ງຈຳເປັນທີ່ຈະຕ້ອງຈຳກັດ, ແຍກອອກໄປ ຫຼື ກຳຈັດອອກຜູ້ທີ່ສ້າງການພົວພັນທີ່ບໍ່ເໝາະສົມພາຍໃນຄຣິສຕະຈັກຢ່າງເຂັ້ມງວດ; ໂດຍສະເພາະ, ຜູ້ທີ່ສ້າງການພົວພັນລະຫວ່າງຍິງຊາຍຕ້ອງຖືກຕິດຕາມກວດກາຢ່າງເຂັ້ມງວດ. ການຕິດຕາມກວດກາໝາຍຄວາມວ່າແນວໃດ? ຖ້າມັນເປັນພຽງກໍລະນີເລັກນ້ອຍ, ພວກເຂົາຄວນຖືກເປີດໂປງ ແລະ ຖືກລິຮານ ແລະ ຖືກຢຸດຢັ້ງ ແລະ ຖືກຈຳກັດໂດຍທັນທີ ແລະ ຖືກປ້ອງກັນບໍ່ໃຫ້ສົ່ງຜົນກະທົບຕໍ່ຄົນອື່ນ. ຖ້າມັນເປັນກໍລະນີທີ່ຮ້າຍແຮງ, ມັນຈຳເປັນທີ່ຈະຕ້ອງກະທຳຢ່າງເດັດຂາດ ແລະ ໂດຍບໍ່ລັງເລ; ພວກເຂົາຄວນຖືກກຳຈັດອອກຈາກຄຣິສຕະຈັກໂດຍໄວເທົ່າທີ່ຈະໄວໄດ້ເພື່ອປ້ອງກັນບໍ່ໃຫ້ພວກເຂົາລົບກວນຄົນຈຳນວນຫຼາຍຂຶ້ນ. ຖ້າພວກເຂົາປາຖະໜາທີ່ຈະກໍ່ໃຫ້ເກີດການລົບກວນ, ກໍໃຫ້ພວກເຂົາເຮັດເຊັ່ນນັ້ນຢູ່ຂ້າງນອກໃນໂລກ, ລົບກວນໃຜກໍຕາມທີ່ພວກເຂົາປາຖະໜາ; ສະຫຼຸບແລ້ວກໍຄືອ້າຍເອື້ອຍນ້ອງທຸກຄົນໃນຊີວິດຄຣິສຕະຈັກທີ່ກຳລັງສະແຫວງຫາຄວາມຈິງບໍ່ຄວນຖືກພວກເຂົາລົບກວນ. ນີ້ຄືຫຼັກການ ແລະ ເປົ້າໝາຍຫຼັກສຳລັບວຽກງານຂອງຜູ້ນໍາ ແລະ ຜູ້ເຮັດວຽກໃນສ່ວນທີ່ກ່ຽວຂ້ອງກັບຄວາມຮັບຜິດຊອບທີສິບສອງນີ້.
B. ສາຍສຳພັນແບບຮັກຮ່ວມເພດ
ກ່ຽວກັບບັນຫາເລື່ອງການພົວພັນທີ່ບໍ່ເໝາະສົມ, ສິ່ງທີ່ພວກເຮົາໄດ້ໂອ້ລົມກັນເປັນຫຼັກເມື່ອກີ້ນີ້ແມ່ນການພົວພັນທີ່ບໍ່ເໝາະສົມລະຫວ່າງເພດ. ໃນກໍລະນີທີ່ມັນກ່ຽວຂ້ອງກັບການລໍ້ລວງ, ການຊັກຈູງ, ການອວດອ້າງ ແລະ ການຢອກເຢົ້າເພດກົງກັນຂ້າມ; ການຕັ້ງໜ້າເຂົ້າຫາ ແລະ ພະຍາຍາມຕີສະໜິດສະໜົມກັບພວກເຂົາ ແລະ ມັກຈະຕັ້ງໃຈ ຫຼື ບໍ່ຕັ້ງໃຈທີ່ຈະຊອກບ່ອນນັ່ງໃກ້ພວກເຂົາໃນເວລາເຕົ້າໂຮມ; ນອກຈາກນີ້, ບໍ່ພຽງແຕ່ຊັກຈູງຄົນດຽວ, ແຕ່ກໍປ່ຽນໄປຫາຄົນອື່ນຖ້າຄວາມພະຍາຍາມຄັ້ງທຳອິດລົ້ມເຫຼວ, ຈົນເຮັດໃຫ້ສະມາຊິກເພດກົງກັນຂ້າມຫຼາຍຄົນໃນຄຣິສຕະຈັກຖືກລວນລາມ, ແລ້ວບັນຫານີ້ກໍກາຍເປັນເລື່ອງຮ້າຍແຮງ. ນີ້ກວມເອົາການພົວພັນທີ່ບໍ່ເໝາະສົມລະຫວ່າງເພດ. ນອກເໜືອຈາກການພົວພັນກັບເພດກົງກັນຂ້າມ, ຍັງມີການພົວພັນທີ່ບໍ່ເໝາະສົມບາງຢ່າງໃນກຸ່ມຄົນທີ່ເປັນເພດດຽວກັນ. ຖ້າຄົນສອງຄົນທີ່ເປັນເພດດຽວກັນມີຄວາມສຳພັນທີ່ເປັນມິດກັນເປັນພິເສດ, ຮູ້ຈັກກັນມາເປັນເວລາດົນ ແລະ ຂ້ອນຂ້າງໃກ້ຊິດສະໜິດສະໜົມກັນ, ແລ້ວມັນກໍເປັນເລື່ອງທີ່ເໝາະສົມທີ່ພວກເຂົາຈະພົວພັນກັນຢູ່ເລື້ອຍໆ. ແນວໃດກໍຕາມ, ເມື່ອມັນລຸກລາມໄປເຖິງການມີການພົວພັນທາງເນື້ອໜັງທີ່ເຕັມໄປດ້ວຍຕັນຫາ, ການພົວພັນດັ່ງກ່າວກໍຄວນຖືກຈັດຢູ່ໃນປະເພດທີ່ບໍ່ເໝາະສົມເຊັ່ນກັນ. ຖ້າຫາກວ່າລະຫວ່າງຄົນສອງຄົນທີ່ເປັນເພດດຽວກັນມີການສຳຜັດທາງຮ່າງກາຍກັນຢູ່ເລື້ອຍໆ, ແມ່ນແຕ່ເຖິງຂັ້ນທີ່ພວກເຂົາມັກຈະໃຊ້ພາສາທີ່ມີລັກສະນະຍົວະຍວນຕໍ່ກັນ ແລະ ກັນເລື້ອຍໆ ແລະ ຄົນທັງສອງອາດຈະຖືກເຫັນວ່າກອດແຂນກັນ ຫຼື ສະແດງພຶດຕິກຳ ແລະ ການສະແດງອອກທີ່ຊັດເຈນຫຼາຍຂຶ້ນຢູ່ເລື້ອຍໆ, ແລ້ວເມື່ອເວລາຜ່ານໄປ, ມັນກໍກາຍເປັນທີ່ປະຈັກແກ່ທຸກຄົນວ່າ: “ມັນບໍ່ແມ່ນວ່າທັງສອງຄົນນີ້ກຳລັງຊ່ວຍເຫຼືອເຊິ່ງກັນແລະກັນ ຫຼື ມີບຸກຄະລິກກະພາບທີ່ເຂົ້າກັນໄດ້; ພວກເຂົາບໍ່ໄດ້ພົວພັນກັນໃນຂອບເຂດຂອງຄວາມເປັນມະນຸດປົກກະຕິ. ນີ້ຄືການຮັກຮ່ວມເພດ!” ຕອນນີ້, ຄົນສ່ວນໃຫຍ່ເຂົ້າໃຈວ່າການຮັກຮ່ວມເພດແມ່ນການພົວພັນທີ່ບໍ່ເໝາະສົມ, ແມ່ນແຕ່ມີລັກສະນະທີ່ຮ້າຍແຮງກວ່າ ແລະ ບໍ່ເໝາະສົມຍິ່ງກວ່າການພົວພັນທີ່ບໍ່ເໝາະສົມລະຫວ່າງເພດທີ່ຕ່າງກັນ. ຖ້າການພົວພັນດັ່ງກ່າວມີຢູ່ໃນຄຣິສຕະຈັກ, ພວກມັນກໍສາມາດແຜ່ລາມຄືກັບໂລກລະບາດ, ນໍາພາບາງຄົນເຂົ້າໄປສູ່ການລໍ້ລວງ ແລະ ການຊັກຈູງປະເພດນີ້. ບາງຄົນເວົ້າວ່າພວກເຂົາເຄີຍມີສ່ວນຮ່ວມໃນການຮັກຮ່ວມເພດໃນອະດີດ ແຕ່ບໍ່ໄດ້ເຮັດໄປໂດຍຄວາມເຕັມໃຈ. ໂດຍບໍ່ຕ້ອງຄຳນຶງວ່າພວກເຂົາເປັນຄົນຮັກຮ່ວມເພດຢ່າງແທ້ຈິງ ຫຼື ບໍ່ ຫຼື ວ່າລົດສະນິຍົມທາງເພດຂອງພວກເຂົາເປັນແນວໃດ, ຖ້າພວກເຂົາສາມາດຕົກຢູ່ໃນການລໍ້ລວງດັ່ງກ່າວພາຍໃຕ້ການຊັກຈູງ, ໂດຍປະໄວ້ກ່ອນວ່າພວກເຂົາເຮັດໄປໂດຍຄວາມເຕັມໃຈ ຫຼື ປ່ອຍໃຫ້ມັນເກີດຂຶ້ນ, ແລ້ວກ່ອນອື່ນໝົດ, ພວກເຂົາກໍຖືກມັນລົບກວນ. ໂດຍຕັດສິນຈາກຄຳອ້າງຂອງພວກເຂົາທີ່ວ່າພວກເຂົາບໍ່ໄດ້ເຮັດໄປໂດຍຄວາມເຕັມໃຈ, ພວກເຂົາກໍຄືຜູ້ເຄາະຮ້າຍ. ສະນັ້ນ, ຖ້າຄົນຮັກຮ່ວມເພດຊັກຈູງ ແລະ ລໍ້ລວງຄົນອື່ນທີ່ເປັນເພດດຽວກັນ, ຜູ້ທີ່ຖືກລໍ້ລວງ, ເຖິງແມ່ນວ່າບໍ່ຈຳເປັນຕ້ອງເປັນຄົນຮັກຮ່ວມເພດເອງກໍຕາມ, ກໍສາມາດກາຍເປັນຄົນຮັກຮ່ວມເພດໄດ້ ຫຼັງຈາກທີ່ຖືກຊັກຈູງໂດຍຄົນຮັກຮ່ວມເພດ. ນີ້ບໍ່ແມ່ນສະຖານະການທີ່ອັນຕະລາຍບໍ? ເປັນຫຍັງຈຶ່ງເວົ້າວ່າຄົນດັ່ງກ່າວເປັນຄົນຮັກຮ່ວມເພດ? ບຸກຄົນທີ່ຮັກຕ່າງເພດທີ່ຊັກຈູງຫຼາຍຄົນນັ້ນ ຕົກຢູ່ໃນໝວດໝູ່ຂອງການສຳສ່ອນທາງເພດ, ເຊິ່ງກໍປະກອບເປັນການພົວພັນທີ່ບໍ່ເໝາະສົມ. ແລ້ວເມື່ອຄົນສອງຄົນທີ່ເປັນເພດດຽວກັນທີ່ມີການພົວພັນທີ່ໃກ້ຊິດ ແລະ ເຂົ້າກັນໄດ້ດີ ຈັບມືກັນ ແລະ ກອດກັນ, ເຊິ່ງເປັນເລື່ອງປົກກະຕິທັງໝົດ, ມັນຈະລຸກລາມໄປຈົນຖືກນິຍາມວ່າເປັນຄົນຮັກຮ່ວມເພດໄດ້ແນວໃດ? ມັນແມ່ນຍ້ອນການພົວພັນທາງເພດລະຫວ່າງພວກເຂົາ, ເມື່ອການພົວພັນລະດັບນີ້ເກີດຂຶ້ນ, ມັນກໍກາຍເປັນການຮັກຮ່ວມເພດ. ເມື່ອພວກເຂົາກອດບ່າໄລ່ກັນ, ກອດຄໍກັນ ຫຼື ໂອບແອວ, ນີ້ບໍ່ແມ່ນການສຳຜັດຮ່າງກາຍທີ່ປົກກະຕິລະຫວ່າງບຸກຄົນທີ່ເປັນເພດດຽວກັນ; ແຕ່ມັນເປັນການສຳຜັດຮ່າງກາຍທີ່ຖືກຂັບເຄື່ອນດ້ວຍຕັນຫາ, ເຊິ່ງມີລັກສະນະທີ່ແຕກຕ່າງ ແລະ ດັ່ງນັ້ນຈຶ່ງຕົກຢູ່ໃນໝວດໝູ່ຂອງການພົວພັນທີ່ບໍ່ເໝາະສົມ. ສຳລັບຄົນສ່ວນໃຫຍ່ໃນຄຣິສຕະຈັກ, ການເຫັນຄົນຮັກຮ່ວມເພດດັ່ງກ່າວເປັນການເສີມສ້າງ ຫຼື ບໍ່? (ບໍ່, ບໍ່ເປັນການເສີມສ້າງ). ຄົນສ່ວນໃຫຍ່ຮູ້ສຶກຖືກລົບກວນບໍ່ ຫຼັງຈາກທີ່ເຫັນສິ່ງນີ້? ຖ້າເຈົ້າບໍ່ຮູ້ສະຖານະການ ແລະ ພວກເຂົາກອດຄໍ ຫຼື ໂອບແອວເຈົ້າ ຫຼື ແມ່ນແຕ່ຈູບແກ້ມເຈົ້າ, ເຈົ້າຈະຮູ້ສຶກຖືກລົບກວນບໍ່? (ແມ່ນແລ້ວ). ຫຼັງຈາກທີ່ຮູ້ສຶກຖືກລົບກວນແລ້ວ, ໃຈຂອງເຈົ້າຈະຮູ້ສຶກສະບາຍໃຈ ຫຼື ບໍ່ສະບາຍໃຈ? (ຂ້ານ້ອຍຈະຮູ້ສຶກລັງກຽດ). ແລ້ວມັນຈະມີຄວາມຮູ້ສຶກວ່າໄດ້ເຮັດບາບບໍ? ຖ້າເຈົ້າບໍ່ເຂົ້າໃຈວ່າແກ່ນແທ້ຂອງບັນຫາປະເພດນີ້ແມ່ນຫຍັງແທ້ ແລະ ເຈົ້າພຽງແຕ່ຖືກສຳຜັດ ຫຼື ຖືກແຕະຕ້ອງໂຕໂດຍຄົນເພດດຽວກັນ ໂດຍບໍ່ໄດ້ຄິດຫຍັງຫຼາຍຫຼັງຈາກນັ້ນ, ກໍບໍ່ມີບັນຫາຫຼາຍ. ແນວໃດກໍຕາມ, ຖ້າເຈົ້າຄິດກ່ຽວກັບມັນ ແລະ ຄິດໄປເລື້ອຍໆ, ແລ້ວເຈົ້າກໍບໍ່ສາມາດຕັດໃຈຈາກຄົນຜູ້ນີ້ໄດ້, ຄ້າຍຄືກັບຄວາມໂຫຍຫາໃນເພດກົງກັນຂ້າມ, ບໍ່ວ່າໃນຈິດສຳນຶກຂອງເຈົ້າເອງຈະຕໍ່ຕ້ານມັນ ຫຼື ບໍ່ກໍຕາມ, ແລ້ວການເກີດຂຶ້ນຂອງຄວາມຄິດດັ່ງກ່າວໃນຕົວເຈົ້າກໍຊີ້ໃຫ້ເຫັນວ່າເຈົ້າຖືກລົບກວນແລ້ວແມ່ນບໍ່? ສະນັ້ນ, ລັກສະນະຂອງການພົວພັນແບບຮັກຮ່ວມເພດ, ເຊິ່ງເປັນການພົວພັນທີ່ບໍ່ເໝາະສົມປະເພດນີ້ ຈຶ່ງຮ້າຍແຮງກວ່າຫຼາຍ. ບາງຄົນບໍ່ເຫັນຄວາມແຕກຕ່າງລະຫວ່າງການສຳສ່ອນທາງເພດໃນກຸ່ມຄົນຮັກຕ່າງເພດ ແລະ ການຮັກຮ່ວມເພດ ແລະ ປະຕິບັດຕໍ່ສອງບັນຫານີ້ເທົ່າທຽມກັນ. ທີ່ຈິງແລ້ວ, ບັນຫາການຮັກຮ່ວມເພດແມ່ນຮ້າຍແຮງກວ່າບັນຫາການສຳສ່ອນທາງເພດໃນກຸ່ມຄົນຮັກຕ່າງເພດຫຼາຍ.
ຖ້າຫາກບຸກຄົນທີ່ມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດປາກົດຕົວຂຶ້ນໃນຄຣິສຕະຈັກ ແລະ ບໍ່ຖືກຈຳກັດ, ພວກເຂົາກໍຈະເປັນໄພຂົ່ມຂູ່ ແລະ ກໍ່ໃຫ້ເກີດການລົບກວນຕໍ່ທຸກຄົນ. ການລົບກວນປະເພດໃດ? ຈາກພາຍນອກ, ຄົນສ່ວນໃຫຍ່ບໍ່ສາມາດກວດພົບບັນຫາໃດໆກັບຄວາມເປັນມະນຸດຂອງພວກເຂົາໄດ້ເມື່ອພົວພັນກັບພວກເຂົາ, ແຕ່ການພົວພັນເປັນເວລາດົນຈະເຮັດໃຫ້ຄວາມຄິດຂອງພວກເຂົາສັບສົນຂຸ່ນມົວ ແລະ ເຮັດໃຫ້ຈິດໃຈຂອງພວກເຂົາມືດມົນ. ພວກເຂົາສູນເສຍຄວາມກະຕືລືລົ້ນໃນການເຊື່ອໃນພຣະເຈົ້າ ແລະ ໂດຍບໍ່ໄດ້ພົບບັນຫາໃດໆເປັນພິເສດ, ພວກເຂົາກໍກາຍເປັນບໍ່ເຕັມໃຈທີ່ຈະເຊື່ອໃນພຣະເຈົ້າ, ສູນເສຍຄວາມສົນໃຈໃນການອ່ານພຣະທຳຂອງພຣະເຈົ້າ, ຮູ້ສຶກຫ່າງເຫີນຈາກພຣະເຈົ້າຫຼາຍຂຶ້ນເລື້ອຍໆໃນໃຈຂອງພວກເຂົາ ແລະ ເປີດຊ່ອງໃຫ້ຄວາມຄິດອັນຊົ່ວຮ້າຍທີ່ຈະປະຖິ້ມຄວາມເຊື່ອຂອງຕົນ. ສະນັ້ນ, ການພົວພັນແບບຮັກຮ່ວມເພດທີ່ບໍ່ເໝາະສົມດັ່ງກ່າວໃນຄຣິສຕະຈັກບໍ່ພຽງແຕ່ຄວນຖືກຢຸດຢັ້ງ ແລະ ຖືກຈຳກັດເທົ່ານັ້ນ; ຜູ້ທີ່ມີສ່ວນຮ່ວມໃນການພົວພັນເຫຼົ່ານັ້ນກໍຄວນຖືກສະລ້າງອອກຈາກຄຣິສຕະຈັກໂດຍທັນທີເຊັ່ນກັນ. ນີ້ເປັນເລື່ອງເດັດຂາດ. ເມື່ອໃດທີ່ບຸກຄົນດັ່ງກ່າວຖືກຄົ້ນພົບ, ໂດຍບໍ່ຄຳນຶງເຖິງໜ້າທີ່ທີ່ພວກເຂົາເຮັດ ຫຼື ສະຖານະຂອງພວກເຂົາ, ພວກເຂົາຕ້ອງຖືກສະລ້າງອອກຈາກຄຣິສຕະຈັກໂດຍທັນທີ, ໂດຍບໍ່ມີການຜ່ອນຜັນ! ນີ້ຄືລະບຽບຂອງຄຣິສຕະຈັກ. ເປັນຫຍັງຈຶ່ງມີລະບຽບນີ້? ມັນຕັ້ງຢູ່ບົນພື້ນຖານທີ່ໜັກແໜ້ນ. ພຣະເຈົ້າໄດ້ສ້າງມະນຸດເປັນເພດຊາຍ ແລະ ເພດຍິງ; ຫຼັງຈາກທີ່ສ້າງອາດາມ, ຄູ່ຄອງຂອງລາວກໍຄືເອວາ, ບໍ່ແມ່ນອາດາມອີກຄົນໜຶ່ງ. ການກະທຳດັ່ງກ່າວຕໍ່ຜູ້ທີ່ມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດແມ່ນອີງໃສ່ພຣະທຳຂອງພຣະເຈົ້າ ແລະ ມັນກໍຖືກຕ້ອງສົມບູນຢ່າງແນ່ນອນ. ບາງຄົນອາດຈະເວົ້າວ່າ, “ເປັນຫຍັງຈຶ່ງບໍ່ໃຫ້ໂອກາດຄົນເຫຼົ່ານີ້ກັບໃຈ? ພວກເຂົາຍັງໜຸ່ມ; ບໍ່ຄວນອະນຸຍາດໃຫ້ພວກເຂົາກະທຳສິ່ງທີ່ໄຮ້ສາລະບາງຢ່າງບໍ?” ບໍ່! ການກະທຳທີ່ໄຮ້ສາລະອື່ນໆອາດຈະຖືກປະຕິບັດແຕກຕ່າງກັນ ໂດຍຂຶ້ນຢູ່ກັບສະຖານະການ ແລະ ລັກສະນະ, ແຕ່ການກະທຳທີ່ໄຮ້ສາລະໂດຍສະເພາະນີ້ບໍ່ແມ່ນພຽງແຕ່ການກະທຳທີ່ໄຮ້ສາລະທຳມະດາຢ່າງແນ່ນອນ; ມັນບໍ່ສາມາດທົນໄດ້ຢ່າງເດັດຂາດ ແລະ ຜູ້ໃດກໍຕາມທີ່ກະທຳການດັ່ງກ່າວໃນຄຣິສຕະຈັກຕ້ອງຖືກສະລ້າງອອກໂດຍທັນທີ! ຖ້າຄຣິສຕະຈັກທັງໝົດປະກອບດ້ວຍຄົນຮັກຮ່ວມເພດ, ແລ້ວທຸກຄົນກໍຈະຖືກສະລ້າງອອກ. ຄຣິສຕະຈັກດັ່ງກ່າວບໍ່ເປັນທີ່ຕ້ອງການ, ແມ່ນແຕ່ຄົນດຽວກໍບໍ່ເອົາ! ນີ້ຄືຫຼັກການ. ບາງຄົນເວົ້າວ່າ, “ບາງຄົນມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດກັບຄົນພຽງຄົນດຽວ, ແຕ່ພວກເຂົາບໍ່ໄດ້ຊັກຈູງຄົນອື່ນ ຫຼື ເລີ່ມລົບກວນຜູ້ອື່ນ. ບຸກຄົນດັ່ງກ່າວຄວນຖືກຈັດການ ແລະ ຖືກກຳຈັດອອກບໍ່?” ຖ້າພວກເຂົາເປັນຄົນຮັກຮ່ວມເພດຢ່າງແທ້ຈິງ, ການປ່ອຍໃຫ້ພວກເຂົາຢູ່ໃນຄຣິສຕະຈັກກໍເທົ່າກັບການວາງລະເບີດເວລາໄວ້ທ່າມກາງຜູ້ຄົນທີ່ພຣະເຈົ້າເລືອກ, ມັນຈະຕ້ອງລະເບີດຂຶ້ນບໍ່ໄວກໍຊ້າ. ເຖິງແມ່ນວ່າພວກເຂົາຈະຍັງບໍ່ໄດ້ລົບກວນ, ຊັກຈູງ ຫຼື ລວນລາມບຸກຄົນເພດດຽວກັນໃດໆ, ນັ້ນກໍບໍ່ໄດ້ໝາຍຄວາມວ່າພວກເຂົາຈະບໍ່ເຮັດໃນອະນາຄົດ. ມັນອາດຈະເປັນຍ້ອນວ່າພວກເຂົາຍັງບໍ່ທັນພົບຄົນທີ່ພວກເຂົາຖືກໃຈ, ຄົນທີ່ພວກເຂົາມັກ ຫຼື ເວລາຍັງບໍ່ເໝາະສົມ ແລະ ທຸກຄົນຍັງຂາດຄວາມຄຸ້ນເຄີຍ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ. ແຕ່ເມື່ອໃດທີ່ເວລາຖືກຕ້ອງ ແລະ ເໝາະສົມສຳລັບຄົນດັ່ງກ່າວ, ພວກເຂົາກໍຈະລົງມື. ສະນັ້ນ, ບຸກຄົນດັ່ງກ່າວຕ້ອງບໍ່ໄດ້ຮັບການຜ່ອນຜັນ ຫຼື ອະນຸຍາດໃຫ້ຢູ່ໃນຄຣິສຕະຈັກຢ່າງເດັດຂາດ, ເນື່ອງຈາກພວກເຂົາເປັນຄົນຜິດທຳມະຊາດ ແລະ ບໍ່ແມ່ນມະນຸດ. ຄຣິສຕະຈັກບໍ່ຕ້ອງການຄົນດັ່ງກ່າວ. ການຈັດການຜູ້ທີ່ມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມດັ່ງກ່າວດ້ວຍວິທີນີ້ບໍ່ແມ່ນສິ່ງທີ່ຜິດ ຫຼື ເກີນຂອບເຂດ. ແນວໃດກໍຕາມ, ບາງຄົນເວົ້າວ່າ, “ຄົນຮັກຮ່ວມເພດບາງຄົນເບິ່ງພາຍນອກກໍຂ້ອນຂ້າງດີ; ພວກເຂົາບໍ່ໄດ້ເຮັດຫຍັງທີ່ບໍ່ດີ, ປະຕິບັດຕາມກົດໝາຍ ແລະ ລະບຽບການ, ສະແດງຄວາມເຄົາລົບຕໍ່ຜູ້ສູງອາຍຸ ແລະ ຮັກແພງເດັກນ້ອຍ, ເຮັດແຕ່ສິ່ງທີ່ດີສະເໝີ, ບາງຄົນກໍມີພອນສະຫວັນ ແລະ ທັກສະ ແລະ ບາງຄົນກໍມີໃຈກຸສົນ ແລະ ຊ່ວຍເຫຼືອຄົນອື່ນເປັນພິເສດໃນຄຣິສຕະຈັກ. ພວກເຮົາຄວນໃຫ້ພວກເຂົາຢູ່ໃນຄຣິສຕະຈັກ”. ຄວາມຄິດນີ້ຖືກຕ້ອງບໍ? (ບໍ່). ບໍ່ວ່າຄວາມຄິດຂອງເຈົ້າຈະຖືກ ຫຼື ຜິດ, ເຈົ້າຕ້ອງສາມາດເບິ່ງທະລຸແກ່ນແທ້ຂອງຄົນຮັກຮ່ວມເພດໄດ້. ຫຼັກການຂອງການປະຕິບັດຂອງຄຣິສຕະຈັກສຳລັບບຸກຄົນທີ່ມີສ່ວນຮ່ວມໃນການພົວພັນແບບຮັກຮ່ວມເພດກໍຄືການກຳຈັດພວກເຂົາອອກ. ນີ້ຄືພຣະດໍາລັດທີ່ບໍ່ມີຜູ້ໃດສາມາດລະເມີດໄດ້; ທຸກຄົນຕ້ອງປະຕິບັດຕາມຫຼັກການນີ້.
ການສະແດງອອກຂອງການພົວພັນທີ່ບໍ່ເໝາະສົມສອງປະເພດນີ້ທີ່ພວກເຮົາຫາກໍໄດ້ໂອ້ລົມກັນໄປນັ້ນ, ເປັນສິ່ງທີ່ຜູ້ຄົນແຍກແຍະ, ເບິ່ງທະລຸ ແລະ ກຳນົດລັກສະນະໄດ້ງ່າຍທີ່ສຸດ. ກ່ຽວກັບຜູ້ທີ່ມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມດັ່ງກ່າວ, ໃນດ້ານໜຶ່ງ, ຜູ້ນຳ ແລະ ຜູ້ເຮັດວຽກຕ້ອງປະຕິບັດໜ້າທີ່ຂອງຕົນ ໂດຍການໃຊ້ມາດຕະການຕ່າງໆ ເຊັ່ນ: ການຢຸດຢັ້ງ, ການຈຳກັດ, ການແຍກດ່ຽວ ແລະ ການກຳຈັດອອກ ເພື່ອຈັດການກັບພວກເຂົາ. ໃນອີກດ້ານໜຶ່ງ, ອ້າຍເອື້ອຍນ້ອງກໍຄວນແຍກແຍະ ແລະ ຢູ່ຫ່າງຈາກຜູ້ທີ່ມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມສອງປະເພດນີ້ເຊັ່ນກັນ, ເພື່ອຫຼີກລ່ຽງການຖືກຊັກຈູງ ແລະ ຕົກຢູ່ໃນການລໍ້ລວງ, ເຊິ່ງອາດຈະສົ່ງຜົນກະທົບຕໍ່ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ການສະແຫວງຫາຂອງພວກເຂົາກ່ຽວກັບຄວາມຈິງເພື່ອໄດ້ຮັບຄວາມລອດພົ້ນ. ເມື່ອຕົກຢູ່ໃນບ້ວງແຫ່ງການລໍ້ລວງແລ້ວ, ມັນກໍເປັນການຍາກທີ່ຈະປົດປ່ອຍຕົນເອງອອກມາໄດ້. ຄົນສ່ວນໃຫຍ່ຄວນຈະສາມາດແຍກແຍະຄົນສອງປະເພດນີ້ໄດ້. ຢ່າປະພຶດຕົນຄືກັບວິທີທີ່ຜູ້ຄົນປະພຶດຕົນໃນສັງຄົມ, ທີ່ທຳທ່າວ່າບໍ່ເຫັນວ່າໃຜຈີບໃຜ, ຂາດທັດສະນະ ຫຼື ຈຸດຢືນທີ່ຖືກຕ້ອງຕໍ່ຜູ້ທີ່ມີສ່ວນຮ່ວມໃນການສຳສ່ອນທາງເພດ, ສາມາດພົວພັນກັບບຸກຄົນດັ່ງກ່າວໄດ້ເປັນປົກກະຕິຕາບໃດທີ່ຜົນປະໂຫຍດຂອງຕົນເອງບໍ່ໄດ້ມີສ່ວນກ່ຽວຂ້ອງ, ເວົ້າຈາຄືກັບທີ່ເຄີຍເວົ້າເປັນປົກກະຕິ, ຄືກັບວ່າບໍ່ມີຫຍັງຜິດປົກກະຕິ. ຄົນດັ່ງກ່າວມີຫຼັກການໃນການປະຕິບັດຕໍ່ຜູ້ອື່ນບໍ? ບໍ່ມີເລີຍ. ຜູ້ບໍ່ມີຄວາມເຊື່ອທຸກຄົນດຳລົງຊີວິດດ້ວຍປັດຊະຍາສຳລັບການກະທຳທາງໂລກ, ໂດຍພະຍາຍາມບໍ່ໃຫ້ຂັດໃຈຜູ້ໃດເພື່ອປົກປ້ອງຕົນເອງ, ແຕ່ເຮືອນຂອງພຣະເຈົ້າແມ່ນແຕກຕ່າງຈາກສັງຄົມທີ່ບໍ່ເຊື່ອຢ່າງສິ້ນເຊີງ. ໃນເຮືອນຂອງພຣະເຈົ້າ, ຄວາມຈິງຄອງອຳນາດ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນປະຕິບັດຕໍ່ຜູ້ອື່ນໂດຍອີງໃສ່ຫຼັກການຄວາມຈິງ. ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນກຳລັງຮັບເອົາ ແລະ ປະກອບຕົນດ້ວຍຄວາມຈິງ ແລະ ໃຊ້ມັນເພື່ອແຍກແຍະ ແລະ ປະຕິບັດຕໍ່ຜູ້ອື່ນ, ບໍ່ພຽງແຕ່ເພື່ອຮັກສາຊີວິດຄຣິສຕະຈັກ ແລະ ປົກປ້ອງອ້າຍເອື້ອຍນ້ອງເທົ່ານັ້ນ, ແຕ່ທີ່ສຳຄັນກວ່ານັ້ນ, ກໍເພື່ອປົກປ້ອງຕົນເອງຈາກຄວາມທຸກທໍລະມານຂອງການລໍ້ລວງ ແລະ ຫຼີກລ່ຽງການຖືກຊັກຈູງເຂົ້າໄປໃນການລໍ້ລວງ. ຍິ່ງເຈົ້າສາມາດແຍກແຍະ ແລະ ຕີຕົວອອກຫ່າງຈາກບຸກຄົນດັ່ງກ່າວໄດ້ໄວເທົ່າໃດ, ເຈົ້າກໍຈະຍິ່ງສາມາດຕີຕົວອອກຫ່າງຈາກການລໍ້ລວງ ແລະ ໄດ້ຮັບການປົກປ້ອງຫຼາຍຂຶ້ນເທົ່ານັ້ນ. ນີ້ຄືວິທີທີ່ເຈົ້າຄວນປະຕິບັດຕໍ່ບຸກຄົນທີ່ມີສ່ວນຮ່ວມໃນການພົວພັນທີ່ບໍ່ເໝາະສົມ; ສິ່ງນີ້ສອດຄ່ອງກັບຫຼັກການຄວາມຈິງ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ.
C. ສາຍສຳພັນທາງຜົນປະໂຫຍດທີ່ບໍ່ເໝາະສົມ
ການພົວພັນທີ່ບໍ່ເໝາະສົມອີກປະເພດໜຶ່ງແມ່ນການພົວພັນທາງຜົນປະໂຫຍດ. ຜູ້ຄົນເຮັດສິ່ງຕ່າງໆ ເຊັ່ນ: ຍ້ອງຍໍ, ຍົກຍ້ອງ, ສັນລະເສີນ ແລະ ປະຈົບປະແຈງເຊິ່ງກັນແລະກັນເພື່ອຜົນປະໂຫຍດ. ການນຳເອົາການປະພຶດທີ່ຄົດໂກງ ແລະ ບັນຍາກາດທີ່ຊົ່ວຮ້າຍດັ່ງກ່າວເຂົ້າມາໃນຊີວິດຄຣິສຕະຈັກ ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຄົນອື່ນທີ່ກຳລັງອ່ານພຣະທຳຂອງພຣະເຈົ້າຢ່າງງຽບໆ ຫຼື ຟັງປະສົບການທີ່ແບ່ງປັນ. ເມື່ອການພົວພັນທາງຜົນປະໂຫຍດຖືກສ້າງຂຶ້ນ, ບຸກຄົນທີ່ກ່ຽວຂ້ອງກໍມັກຈະເວົ້າ ຫຼື ເຮັດສິ່ງທີ່ຂັດກັບຄວາມປາຖະໜາຂອງຕົນເອງ ເພື່ອຜົນປະໂຫຍດຂອງຕົນເອງ. ຕົວຢ່າງ: ຖ້າຄົນໃດໜຶ່ງເຫັນວ່າຄົນອື່ນສາມາດໃຫ້ຜົນປະໂຫຍດແກ່ທຸລະກິດ ຫຼື ຜົນປະໂຫຍດຂອງຕົນໃນທາງໃດທາງໜຶ່ງ, ພວກເຂົາອາດຈະເລືອກຄົນນັ້ນເປັນຜູ້ນຳ, ສະເໜີຊື່ພວກເຂົາໃຫ້ເຮັດໜ້າທີ່ສະເພາະໃດໜຶ່ງ ຫຼື ເຫັນດີກັບທຸກສິ່ງທີ່ຄົນນັ້ນເວົ້າ, ໂດຍອ້າງວ່າມັນຖືກຕ້ອງໂດຍບໍ່ຄຳນຶງວ່າມັນສອດຄ່ອງກັບຄວາມຈິງ ຫຼື ບໍ່ ເພື່ອເອົາໃຈ. ເພື່ອທີ່ຈະເອົາໃຈຄົນເຫຼົ່ານັ້ນ, ພວກເຂົາເຮັດຫຼາຍສິ່ງຫຼາຍຢ່າງທີ່ບໍ່ສອດຄ່ອງກັບຫຼັກການ ແລະ ຂັດກັບຄວາມຈິງ, ເຊິ່ງລົບກວນຜູ້ທີ່ພຣະເຈົ້າເລືອກໃນການແຍກແຍະຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆ ແລະ ການເຂົ້າສູ່ຄວາມຈິງ. ພວກເຂົາພັນລະນາສິ່ງທີ່ຜິດ ແລະ ບິດເບືອນວ່າຖືກຕ້ອງ, ພັນລະນາແນວຄິດ ແລະ ຈິນຕະນາການຂອງມະນຸດວ່າສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ອື່ນໆ, ດັ່ງນັ້ນຈຶ່ງລົບກວນຄວາມຄິດຂອງຜູ້ຄົນ ແລະ ທິດທາງ ແລະ ເປົ້າໝາຍທີ່ຖືກຕ້ອງໃນການສະແຫວງຫາຂອງພວກເຂົາ. ພຶດຕິກຳທັງໝົດເຫຼົ່ານີ້ເກີດຂຶ້ນຈາກການຮັກສາການພົວພັນທາງຜົນປະໂຫຍດຂອງພວກເຂົາ. ເພື່ອປົກປ້ອງ ແລະ ຮັກສາຜົນປະໂຫຍດຂອງຕົນເອງ, ພວກເຂົາສາມາດເວົ້າຂັດກັບຈິດສຳນຶກຂອງຕົນເອງ ແລະ ກະທຳຂັດກັບຫຼັກການ. ສິ່ງທີ່ພວກເຂົາເວົ້າ ແລະ ເຮັດກໍ່ໃຫ້ເກີດການລົບກວນ ແລະ ການທຳລາຍຕໍ່ຊີວິດຄຣິສຕະຈັກ, ໃນທີ່ສຸດກໍນຳພາໃຫ້ຄົນຈຳນວນຫຼາຍບໍ່ສາມາດໂອ້ລົມພຣະທຳຂອງພຣະເຈົ້າ, ອະທິຖານ-ອ່ານພຣະທຳຂອງພຣະເຈົ້າ ຫຼື ແບ່ງປັນປະສົບການສ່ວນຕົວໃນລັກສະນະທີ່ເປັນປົກກະຕິ ແລະ ເປັນລະບຽບ, ສົ່ງຜົນໃຫ້ເກີດການສູນເສຍຕໍ່ຄວາມກ້າວໜ້າໃນທາງເຂົ້າຊີວິດຂອງຜູ້ຄົນ. ເມື່ອຜູ້ຄົນໂອ້ລົມຄວາມເຂົ້າໃຈຈາກປະສົບການສ່ວນຕົວຂອງພວກເຂົາ, ພວກເຂົາມັກຈະພົບກັບການແຊກແຊງຈາກການພົວພັນທາງຜົນປະໂຫຍດຂອງຜູ້ຄົນ; ບາງຄັ້ງກໍເປັນການແຊກແຊງທາງວາຈາ, ບາງຄັ້ງກໍເປັນທາງພຶດຕິກຳ ແລະ ບາງຄັ້ງກໍກ່ຽວຂ້ອງກັບເປົ້າໝາຍ ແລະ ທິດທາງ. ຜູ້ຄົນມັກຈະຖືກຂັດຈັງຫວະເມື່ອໂອ້ລົມຄວາມຈິງ ແລະ ອະທິຖານ-ອ່ານພຣະທຳຂອງພຣະເຈົ້າ, ມັກຈະຖືກນຳພາອອກນອກເລື່ອງ ແລະ ມັກຈະໄດ້ຮັບຜົນກະທົບໃນລະດັບຕ່າງໆ. ສະນັ້ນ, ຜູ້ທີ່ມີສ່ວນຮ່ວມໃນການພົວພັນທາງຜົນປະໂຫຍດທີ່ບໍ່ເໝາະສົມ ແລະ ພຶດຕິກຳທີ່ກ່ຽວຂ້ອງຄວນຖືກຈຳກັດ. ຜູ້ນຳຄຣິສຕະຈັກທີ່ປະເຊີນກັບບັນຫາເຫຼົ່ານີ້ບໍ່ຄວນເຮັດບໍ່ຮູ້ບໍ່ເຫັນ ແລະ ພວກເຂົາບໍ່ຄວນອະນຸໂລມຕໍ່ການກະທຳທີ່ຊົ່ວຊ້າດັ່ງກ່າວຢ່າງແນ່ນອນ, ໂດຍຍອມໃຫ້ເລື່ອງດັ່ງກ່າວເກີດຂຶ້ນໃນຊີວິດຄຣິສຕະຈັກ. ແທນທີ່ຈະເປັນແນວນັ້ນ, ພວກເຂົາຄວນລະມັດລະວັງ ແລະ ມີໄຫວພິບ ແລະ ຢຸດຢັ້ງ ແລະ ຈຳກັດພວກເຂົາໂດຍທັນທີ.
ການມີສ່ວນຮ່ວມໃນການພົວພັນທາງຜົນປະໂຫຍດທີ່ບໍ່ເໝາະສົມ ເປັນສິ່ງທີ່ເກີດຂຶ້ນເປັນປະຈຳໃນຄຣິສຕະຈັກ. ຕົວຢ່າງ: ຖ້າຄົນໃດໜຶ່ງວາງແຜນທີ່ຈະລົງສະໝັກຮັບເລືອກຕັ້ງເປັນຜູ້ນຳຄຣິສຕະຈັກຄົນຕໍ່ໄປ, ພວກເຂົາອາດຈະດຶງຄົນກຸ່ມໜຶ່ງເຂົ້າມາ ແລະ ເປີດເຜີຍແນວຄິດຂອງພວກເຂົາໃຫ້ຄົນເຫຼົ່ານັ້ນ. ຄົນເຫຼົ່ານີ້ບໍ່ແມ່ນຄົນໂງ່; ພວກເຂົາກໍເວົ້າເປັນໄນວ່າ: “ຖ້າພວກເຮົາເລືອກຕັ້ງເຈົ້າ, ເຈົ້າຈະໃຫ້ຜົນປະໂຫຍດຫຍັງແກ່ພວກເຮົາ?” ດັ່ງນັ້ນ, ການພົວພັນທີ່ອີງໃສ່ຜົນປະໂຫຍດຈຶ່ງຖືກສ້າງຕັ້ງຂຶ້ນໃນທ່າມກາງພວກເຂົາ. ເພື່ອຮັກສາຜົນປະໂຫຍດຂອງພວກເຂົາ, ພວກເຂົາມັກຈະມີຈຸດຢືນອັນດຽວກັນໃນບັນຫາຕ່າງໆໃນລະຫວ່າງການເຕົ້າໂຮມ. ໂດຍທີ່ຄົນອື່ນບໍ່ຮູ້ໂຕ ຫຼື ບໍ່ຮູ້ເບື້ອງຫຼັງ, ພວກເຂົາກໍຈະເວົ້າສະເໝີວ່າຄົນນັ້ນດີແນວໃດ, ສິ່ງທີ່ຄົນນີ້ເຮັດນັ້ນພຣະເຈົ້າອະນຸຍາດ ແລະ ອວຍພອນແນວໃດ, ໃຜໄດ້ຖວາຍເຄື່ອງຖວາຍ ແລະ ຖວາຍຫຼາຍສໍ່າໃດ ແລະ ໃຜໄດ້ປະກອບສ່ວນຫຍັງແດ່ໃຫ້ແກ່ເຮືອນຂອງພຣະເຈົ້າ, ໂດຍຕ່າງຝ່າຍຕ່າງມັກຈະຮ້ອງເພງສັນລະເສີນ ແລະ ຍ້ອງຍໍເຊິ່ງກັນແລະກັນ. ໃນຊີວິດຄຣິສຕະຈັກ, ພວກເຂົາມັກຈະເຜີຍແຜ່ສິ່ງເຫຼົ່ານີ້ເພື່ອຮັກສາຂໍ້ຕົກລົງທີ່ພວກເຂົາໄດ້ຕົກລົງກັນໄວ້ກ່ອນໜ້ານີ້ ແລະ ເພື່ອຮັກສາຜົນປະໂຫຍດຮ່ວມກັນຂອງພວກເຂົາ. ຕົວຢ່າງ: ຄົນໃດໜຶ່ງອາດຈະເວົ້າວ່າ, “ຖ້າເຈົ້າເລືອກຕັ້ງຂ້ານ້ອຍເປັນຜູ້ນຳ, ເມື່ອຂ້ານ້ອຍໄດ້ຮັບຕຳແໜ່ງແລ້ວ, ຂ້ານ້ອຍຈະແຕ່ງຕັ້ງເຈົ້າເປັນຫົວໜ້າກຸ່ມ”. ພວກເຂົາທຸກຄົນກຳລັງຊອກຫາຜົນປະໂຫຍດສ່ວນຕົວຢູ່ບໍ່ແມ່ນບໍ? ເພື່ອໃຫ້ໄດ້ຜົນປະໂຫຍດຂອງຕົນ, ພວກເຂົາບໍ່ຈຳເປັນຕ້ອງເວົ້າບາງສິ່ງ ຫຼື ເຮັດບາງຢ່າງບໍ? ດັ່ງນັ້ນ, ພວກເຂົາຈຶ່ງສະແດງອອກໃນລັກສະນະຕ່າງໆໃນລະຫວ່າງການເຕົ້າໂຮມ, ເຊິ່ງທັງໝົດລ້ວນແຕ່ມີຈຸດປະສົງເພື່ອຮັກສາຂໍ້ຕົກລົງທີ່ພວກເຂົາໄດ້ຕົກລົງກັນໄວ້ກ່ອນໜ້ານີ້ ແລະ ຜົນປະໂຫຍດທີ່ກ່ຽວຂ້ອງ. ກ່ອນທີ່ຈະບັນລຸເປົ້າໝາຍຂອງພວກເຂົາ, ສິ່ງທີ່ພວກເຂົາເຮັດສ່ວນໃຫຍ່ແມ່ນຖືກຂັບເຄື່ອນດ້ວຍຜົນປະໂຫຍດ. ແລ້ວເຈດຕະນາ ແລະ ຈຸດປະສົງທີ່ຢູ່ເບື້ອງຫຼັງສິ່ງທີ່ພວກເຂົາເວົ້າ ແລະ ເຮັດນັ້ນ ບໍ່ເໝາະສົມຢ່າງຍິ່ງບໍ? ການພົວພັນທີ່ສ້າງຕັ້ງຂຶ້ນໃນທ່າມກາງພວກເຂົາບໍ່ແມ່ນການພົວພັນທີ່ບໍ່ເໝາະສົມບໍ? ການພົວພັນທີ່ບໍ່ເໝາະສົມດັ່ງກ່າວໃນຄຣິສຕະຈັກບໍ່ຄວນຖືກຈຳກັດບໍ? ບາງຄົນເວົ້າວ່າ, “ພວກເຮົາຈະຈຳກັດມັນໄດ້ແນວໃດ ຖ້າມັນບໍ່ຖືກຄົ້ນພົບ?” ເລື່ອງດັ່ງກ່າວ, ຖ້າບໍ່ໄດ້ເຮັດກໍແລ້ວໄປ, ແຕ່ເມື່ອໃດທີ່ໄດ້ລົງມືເຮັດແລ້ວ, ກໍສາມາດຖືກຄົ້ນພົບ ແລະ ຈະຖືກເປີດໂປງ. ຖ້າຜູ້ຄົນໂອ້ລົມຄວາມຈິງ ແລະ ຄວາມເຂົ້າໃຈ ແລະ ປະສົບການສ່ວນຕົວຂອງພວກເຂົາຢ່າງຖືກຕ້ອງ, ໂດຍບໍ່ມີການປະປົນສິ່ງໃດທີ່ບໍ່ກ່ຽວຂ້ອງກັບຄວາມຈິງ, ທຸກຄົນກໍສາມາດຮັບຮູ້ສິ່ງນີ້ໄດ້. ຖ້າມີການປະປົນ, ຜູ້ຄົນກໍສາມາດແຍກແຍະສິ່ງນີ້ໄດ້ເຊັ່ນກັນ. ສະນັ້ນ, ໃນຄຣິສຕະຈັກ, ການພົວພັນແບບແລກປ່ຽນຜົນປະໂຫຍດທີ່ເກີດຂຶ້ນເພື່ອຮັກສາຜົນປະໂຫຍດຮ່ວມກັນກໍຄວນຖືກຈຳກັດເຊັ່ນກັນ; ຢ່າງໜ້ອຍທີ່ສຸດ, ຜູ້ທີ່ກ່ຽວຂ້ອງຄວນໄດ້ຮັບການຕັກເຕືອນ ແລະ ໂອ້ລົມນຳ, ເພື່ອໃຫ້ພວກເຂົາຮັບຮູ້ບັນຫາຂອງຕົນເອງ ແລະ ເຂົ້າໃຈຜົນສະທ້ອນທີ່ຮ້າຍແຮງຂອງການມີສ່ວນຮ່ວມໃນກິດຈະກຳດັ່ງກ່າວ, ພ້ອມທັງຊ່ວຍໃຫ້ອ້າຍເອື້ອຍນ້ອງສາມາດແຍກແຍະລັກສະນະຂອງເລື່ອງເຫຼົ່ານີ້ໄດ້. ກິດຈະກຳປະເພດນີ້ມີຜົນກະທົບແນວໃດຕໍ່ຄົນສ່ວນໃຫຍ່? ມັນນຳພາໃຫ້ຜູ້ຄົນຄິດວ່າບໍ່ມີຄວາມແຕກຕ່າງຫຼາຍລະຫວ່າງຄຣິສຕະຈັກ ແລະ ສັງຄົມ, ທັງສອງເປັນສະຖານທີ່ທີ່ທຸກຄົນເອົາລັດເອົາປຽບເຊິ່ງກັນແລະກັນ ແລະ ຜູ້ຄົນມີສ່ວນຮ່ວມໃນການແລກປ່ຽນເພື່ອຜົນປະໂຫຍດຂອງຕົນເອງ. ພຶດຕິກຳນີ້ບໍ່ແມ່ນການລົບກວນທຳມະດາ ແຕ່ກໍ່ໃຫ້ເກີດການລົບກວນທີ່ຮ້າຍແຮງຕໍ່ຊີວິດຄຣິສຕະຈັກ. ບອກເຮົາມາເບິ່ງ, ຄົນທີ່ດຶງດູດຜູ້ຄົນເຂົ້າມາຢູ່ສະເໝີເພື່ອໃຫ້ໄດ້ຄະແນນສຽງໃນການເລືອກຕັ້ງ, ໂດຍນຳໃຊ້ວິທີການທີ່ຜິດປົກກະຕິເພື່ອຄວບຄຸມການເລືອກຕັ້ງ ແລະ ໄດ້ມາເຊິ່ງຕຳແໜ່ງຜູ້ນຳເປັນຄົນດີບໍ? ເຫັນໄດ້ຊັດເຈນວ່າຜູ້ນຳທີ່ຖືກເລືອກຕັ້ງດ້ວຍວິທີນີ້ບໍ່ແມ່ນຄົນດີ. ອ້າຍເອື້ອຍນ້ອງທີ່ຕົກຢູ່ໃນກຳມືຂອງພວກເຂົາຈະຄາດຫວັງສິ່ງທີ່ດີໄດ້ບໍ? ຖ້າຄົນໃດໜຶ່ງກາຍເປັນຜູ້ນຳຜ່ານວິທີການທີ່ຜິດປົກກະຕິ, ແທນທີ່ຈະຖືກເລືອກຕັ້ງໂດຍອີງໃສ່ຫຼັກການ, ຜູ້ນຳດັ່ງກ່າວກໍບໍ່ແມ່ນຄົນດີຢ່າງແນ່ນອນ. ຖ້າພວກເຂົາໄດ້ຮັບອະນຸຍາດໃຫ້ນຳພາ, ນັ້ນກໍເທົ່າກັບການມອບອ້າຍເອື້ອຍນ້ອງໃຫ້ກັບຄົນຊົ່ວຊ້າ, ໃຫ້ກັບພວກຕໍ່ຕ້ານພຣະຄຣິດຢ່າງເປີດເຜີຍ, ໂດຍຄົນສ່ວນໃຫຍ່ກໍຖືກສົ່ງມອບເຂົ້າໄປໃນກຳມືຂອງຊາຕານຢ່າງມີປະສິດທິພາບ; ໃນສະຖານະການດັ່ງກ່າວ, ຜົນໄດ້ຮັບຂອງຊີວິດຄຣິສຕະຈັກຂອງພວກເຂົາກໍຈະເປັນທີ່ປະຈັກແຈ້ງໃນຕົວມັນເອງ. ນີ້ຄືການພົວພັນທີ່ບໍ່ເໝາະສົມປະເພດໜຶ່ງທີ່ຕິດພັນກັບຜົນປະໂຫຍດ. ບໍ່ວ່າຈະເປັນລະຫວ່າງກຸ່ມ ຫຼື ບຸກຄົນ, ເມື່ອໃດທີ່ການພົວພັນລະຫວ່າງຜູ້ຄົນກ່ຽວຂ້ອງກັບຜົນປະໂຫຍດ, ພວກເຂົາກໍຈະມີແນວໂນ້ມທີ່ຈະຫັນໄປທາງຜົນປະໂຫຍດສ່ວນຕົວຫຼາຍກວ່າໃນການກະທຳຂອງພວກເຂົາ ແທນທີ່ຈະກະທຳຕາມຫຼັກການເພື່ອຮັກສາຜົນປະໂຫຍດຂອງເຮືອນຂອງພຣະເຈົ້າ. ການພົວພັນດັ່ງກ່າວບໍ່ໄດ້ຕັ້ງຢູ່ບົນພື້ນຖານຂອງຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດປົກກະຕິ ແຕ່ກົງກັນຂ້າມກັບທັງຈິດສຳນຶກ ແລະ ເຫດຜົນ ແລະ ຍິ່ງໄປກວ່ານັ້ນກໍຄືຫຼັກການຄວາມຈິງ. ສິ່ງທີ່ພວກເຂົາເວົ້າ, ເຮັດ ແລະ ສະແດງອອກ, ພ້ອມທັງເຈດຕະນາ, ຈຸດປະສົງ, ແຮງຈູງໃຈ, ຕົ້ນກຳເນີດ ແລະ ອື່ນໆຂອງພວກເຂົາ, ລ້ວນແຕ່ຖືກຂັບເຄື່ອນດ້ວຍຜົນປະໂຫຍດ; ດັ່ງນັ້ນ, ການພົວພັນເຫຼົ່ານີ້ຈຶ່ງອາດຖືກນິຍາມວ່າບໍ່ເໝາະສົມ. ເນື່ອງຈາກການສ້າງຕັ້ງການພົວພັນດັ່ງກ່າວລົບກວນຜູ້ທີ່ພຣະເຈົ້າເລືອກໃນການດຳລົງຊີວິດຄຣິສຕະຈັກ, ເຮັດໃຫ້ຄົນສ່ວນໃຫຍ່ເປັນການຍາກທີ່ຈະອ່ານພຣະທຳຂອງພຣະເຈົ້າ ແລະ ໂອ້ລົມຄວາມຈິງໃນຄວາມສະຫງົບຕໍ່ໜ້າພຣະເຈົ້າ, ການພົວພັນທີ່ບໍ່ເໝາະສົມດັ່ງກ່າວຈຶ່ງຄວນຖືກຈຳກັດໃນຄຣິສຕະຈັກ. ສຳລັບກໍລະນີທີ່ຮ້າຍແຮງ ແລະ ປະກອບເປັນພຶດຕິກຳຂອງຄົນຊົ່ວຊ້າ, ຄວນມີການຕັກເຕືອນ ແລະ ຖ້າຜູ້ທີ່ກ່ຽວຂ້ອງບໍ່ກັບໃຈບໍ່ວ່າຈະເປັນແນວໃດກໍຕາມ, ພວກເຂົາກໍຄວນຖືກກຳຈັດອອກຈາກຄຣິສຕະຈັກ.
D. ຄວາມກຽດຊັງລະຫວ່າງບຸກຄົນ
ການພົວພັນລະຫວ່າງບຸກຄົນທີ່ບໍ່ເໝາະສົມມີການສະແດງອອກທີ່ຫຼາກຫຼາຍ. ການສະແດງອອກອີກຢ່າງໜຶ່ງໃນນັ້ນກໍຄືຄວາມກຽດຊັງສ່ວນຕົວ. ຕົວຢ່າງ: ຄວາມຂັດແຍ່ງ ຫຼື ການຖົກຖຽງອາດຈະເກີດຂຶ້ນພາຍໃນຄອບຄົວລະຫວ່າງແມ່ຍ່າກັບລູກໄພ້, ລະຫວ່າງເອື້ອຍໄພ້-ນ້ອງໄພ້ ຫຼື ລະຫວ່າງອ້າຍນ້ອງ ຫຼື ອາດຈະເກີດຂຶ້ນລະຫວ່າງເພື່ອນບ້ານ. ບາງຄັ້ງສິ່ງນີ້ກໍພັດທະນາໄປເປັນຄວາມກຽດຊັງ ແລະ ຄືກັບຄູ່ອາຄາດ, ຄົນເຫຼົ່ານີ້ກໍບໍ່ສາມາດຮ່ວມມື ຫຼື ເຮັດວຽກຮ່ວມກັນໄດ້, ເຖິງຂັ້ນທີ່ພວກເຂົາບໍ່ສາມາດແມ່ນແຕ່ເບິ່ງໜ້າກັນໄດ້ ແລະ ຖົກຖຽງ ແລະ ຕໍ່ສູ້ກັນເມື່ອໃດກໍຕາມທີ່ພວກເຂົາພົບກັນ. ເມື່ອພວກເຂົາເຫັນໜ້າກັນໃນການເຕົ້າໂຮມ, ຫົວໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມກຽດຊັງເຊັ່ນກັນ ແລະ ພວກເຂົາບໍ່ສາມາດເຮັດໃຫ້ຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າເພື່ອຊື່ນຊົມພຣະທຳຂອງພຣະເຈົ້າ ແລະ ສຳຫຼວດຕົນເອງ ແລະ ມາຮູ້ຈັກຕົນເອງໄດ້ ແລະ ແນ່ນອນວ່າພວກເຂົາບໍ່ສາມາດປະຖິ້ມອະຄະຕິ ແລະ ຄວາມກຽດຊັງຂອງພວກເຂົາເພື່ອໃຫ້ມີການເຕົ້າໂຮມທີ່ປົກກະຕິໄດ້. ກົງກັນຂ້າມ, ເມື່ອໃດກໍຕາມທີ່ພວກເຂົາພົບກັນ, ພວກເຂົາກໍຈະຜິດຖຽງ ແລະ ປະທະກັນ, ພວກເຂົາເປີດໂປງຂໍ້ບົກຜ່ອງຂອງກັນແລະກັນ ແລະ ໂຈມຕີກັນ ແລະ ແມ່ນແຕ່ປ້ອຍດ່າກັນ, ເຊິ່ງສົ່ງຜົນກະທົບໃນທາງລົບຢ່າງຮ້າຍແຮງຕໍ່ຜູ້ຄົນທີ່ພຣະເຈົ້າເລືອກ. ຄົນດັ່ງກ່າວແມ່ນຜູ້ບໍ່ເຊື່ອ, ພວກເຂົາແມ່ນຄົນທີ່ບໍ່ມີຄວາມເຊື່ອ. ສໍາລັບຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ຮັກຄວາມຈິງ, ບໍ່ວ່າຈະເກີດຫຍັງຂຶ້ນ ຫຼື ພວກເຂົາຈະມີຂໍ້ຂັດແຍ່ງກັບໃຜ ຫຼື ມີອະຄະຕິຕໍ່ໃຜ, ພວກເຂົາກໍສາມາດສະແຫວງຫາຄວາມຈິງ, ສຳຫຼວດຕົນເອງ ແລະ ຮູ້ຈັກຕົນເອງ ແລະ ແກ້ໄຂບັນຫາຕາມຫຼັກການຄວາມຈິງ. ຖ້າພວກເຂົາໄດ້ເຮັດສິ່ງທີ່ຜິດ ແລະ ຮູ້ສຶກຜິດຕໍ່ໃຜຜູ້ໜຶ່ງ, ພວກເຂົາກໍສາມາດເປັນຝ່າຍຂໍໂທດ ແລະ ຍອມຮັບຄວາມຜິດພາດຂອງພວກເຂົາກ່ອນ; ພວກເຂົາຈະບໍ່ຫັນໄປໃຊ້ວິທີກໍ່ການໂຕ້ຖຽງ ຫຼື ສ້າງບັນຫາໃນການເຕົ້າໂຮມຢ່າງເດັດຂາດ. ມັນເປັນການປະພຶດຕົວບໍ່ເໝາະສົມກັບສະຖານະຂອງໄພ່ພົນຢ່າງສິ້ນເຊີງທີ່ຈະມີສ່ວນຮ່ວມໃນການໂຕ້ຖຽງ ແລະ ກໍ່ຄວາມວຸ້ນວາຍໃນຄຣິສຕະຈັກ; ພຶດຕິກຳດັ່ງກ່າວເປັນການເຮັດໃຫ້ພຣະເຈົ້າເສື່ອມເສຍກຽດຢ່າງຮ້າຍແຮງ. ຄົນທີ່ປະພຶດຕົວແບບນີ້ຂາດຄວາມເປັນມະນຸດ, ຈິດສຳນຶກ ແລະ ເຫດຜົນຢ່າງຫຼວງຫຼາຍ; ພວກເຂົາບໍ່ແມ່ນຜູ້ທີ່ເຊື່ອໃນພຣະເຈົ້າທີ່ແທ້ຈິງຢ່າງເດັດຂາດ. ບັນຫານີ້ຂ້ອນຂ້າງພົບເຫັນໄດ້ເລື້ອຍໆໃນບັນດາຜູ້ເຊື່ອໃໝ່. ເພາະວ່າຜູ້ເຊື່ອໃໝ່ບໍ່ເຂົ້າໃຈຄວາມຈິງ ແລະ ອຸປະນິໄສທີ່ເສື່ອມຊາມຂອງພວກເຂົາກໍຍັງບໍ່ໄດ້ຮັບການຊໍາລະລ້າງ, ມັນຈຶ່ງເປັນເລື່ອງງ່າຍສໍາລັບພວກເຂົາທີ່ຈະມີສ່ວນຮ່ວມໃນການໂຕ້ຖຽງກັນໃນຫຼາຍໆສິ່ງ ແລະ ແມ່ນແຕ່ປ່ອຍໃຫ້ຄວາມຫົວຮ້ອນຂອງພວກເຂົາລະເບີດອອກມາ ແລະ ເຮັດໃຫ້ພວກເຂົາຕໍ່ສູ້ກັນ. ຖ້າອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ບໍ່ໄດ້ຮັບການແກ້ໄຂ, ຜູ້ຄົນກໍຈະເກັບຄວາມກຽດຊັງໄວ້ໃນໃຈຂອງພວກເຂົາ ແລະ ແມ່ນແຕ່ເມື່ອດໍາລົງຊີວິດຄຣິສຕະຈັກ, ພວກເຂົາກໍຍັງຈະມີສ່ວນຮ່ວມໃນການໂຕ້ຖຽງທີ່ບໍ່ມີວັນສິ້ນສຸດດ້ວຍຄວາມຫົວຮ້ອນ ແລະ ຄວາມກຽດຊັງນີ້. ສິ່ງນີ້ສົ່ງຜົນກະທົບຕໍ່ຊີວິດຄຣິສຕະຈັກ, ສົ່ງຜົນກະທົບຕໍ່ການກິນ ແລະ ການດື່ມພຣະທຳຂອງພຣະເຈົ້າຂອງຜູ້ຄົນທີ່ພຣະເຈົ້າເລືອກ, ການສັນລະເສີນພຣະເຈົ້າ ແລະ ການແບ່ງປັນຄວາມເຂົ້າໃຈຈາກປະສົບການຂອງພວກເຂົາກ່ຽວກັບພຣະທຳຂອງພຣະເຈົ້າ. ມັນຍັງສົ່ງຜົນກະທົບໂດຍກົງຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ຜູ້ເຊື່ອໃໝ່ບາງຄົນຕົກຢູ່ໃນການໂຕ້ຖຽງກັນໄດ້ຢ່າງງ່າຍດາຍຍ້ອນຄວາມບໍ່ເຫັນດີເຫັນພ້ອມໃນເລື່ອງເລັກໆນ້ອຍໆ. ຕົວຢ່າງ: ກ່ອນການເຕົ້າໂຮມຈະເລີ່ມຂຶ້ນ, ບາງຄົນອາດຈະຢາກຮ້ອງເພງສັນລະເສີນບົດໜຶ່ງ ໃນຂະນະທີ່ຄົນອື່ນມັກບົດທີ່ແຕກຕ່າງອອກໄປ, ແມ່ນແຕ່ເລື່ອງເລັກນ້ອຍເຊັ່ນນີ້ກໍສາມາດນໍາໄປສູ່ການໂຕ້ຖຽງກັນໄດ້ຢ່າງງ່າຍດາຍ. ເຊັ່ນດຽວກັນ, ຄວາມຄິດເຫັນທີ່ແຕກຕ່າງກັນໃນເລື່ອງໃດໜຶ່ງບາງຄັ້ງກໍສາມາດກາຍເປັນການໂຕ້ຖຽງກັນຢ່າງວ່ອງໄວ ແລະ ແມ່ນແຕ່ການເຮັດໃຫ້ຄົນອື່ນຂຸ່ນເຄືອງໃຈເນື່ອງຈາກການຂາດຄວາມຄິດໄຕ່ຕອງໃນຄຳເວົ້າກໍສາມາດກໍ່ໃຫ້ເກີດການໂຕ້ຖຽງກັນໄດ້. ເຫດການປະເພດນີ້ແມ່ນພົບເຫັນໄດ້ເລື້ອຍໆໃນບັນດາຜູ້ເຊື່ອໃໝ່. ເມື່ອການໂຕ້ຖຽງເກີດຂຶ້ນໃນລະຫວ່າງການເຕົ້າໂຮມ, ມັນກໍລົບກວນຊີວິດຄຣິສຕະຈັກຢ່າງຫຼີກລ່ຽງບໍ່ໄດ້. ສິ່ງນີ້ບໍ່ໄດ້ລົບກວນຜູ້ຄົນທີ່ພຣະເຈົ້າເລືອກເຊັ່ນກັນບໍ? ຜູ້ທີ່ມີແນວໂນ້ມທີ່ຈະໂຕ້ຖຽງ ແລະ ຖົກຖຽງເລື່ອງຖືກຜິດແມ່ນຜູ້ທີ່ລົບກວນຊີວິດຄຣິສຕະຈັກໄດ້ງ່າຍທີ່ສຸດ. ພວກເຂົາໃສ່ໃຈພຽງແຕ່ການເຮັດໃຫ້ຄວາມທະນົງຕົວ ແລະ ໜ້າຕາຂອງຕົນເອງພໍໃຈ ໂດຍບໍ່ຄຳນຶງເຖິງຜົນປະໂຫຍດຂອງຜູ້ຄົນທີ່ພຣະເຈົ້າເລືອກ. ໂດຍການກະທຳແບບນີ້, ພວກເຂົາບໍ່ໄດ້ກໍ່ໃຫ້ເກີດການລົບກວນຕໍ່ຊີວິດຄຣິສຕະຈັກບໍ? (ແມ່ນແລ້ວ). ຄຣິສຕະຈັກແມ່ນສະຖານທີ່ທີ່ອ້າຍເອື້ອຍນ້ອງເຕົ້າໂຮມກັນເພື່ອກິນ, ດື່ມ ແລະ ຊື່ນຊົມກັບພຣະທຳຂອງພຣະເຈົ້າ; ມັນເປັນສະຖານທີ່ສຳລັບການອ່ອນນ້ອມ ແລະ ການນະມັດສະການພຣະເຈົ້າ. ມັນບໍ່ແມ່ນສະຖານທີ່ສຳລັບການລະບາຍຄວາມຄັບແຄ້ນໃຈສ່ວນຕົວຢ່າງເດັດຂາດ ແລະ ຍິ່ງບໍ່ແມ່ນສະຖານທີ່ສຳລັບການຜິດຖຽງກັນ ຫຼື ການໂຕ້ຖຽງກັນເລື່ອງຖືກຜິດ. ເມື່ອຄົນດັ່ງກ່າວກໍ່ການລົບກວນໃນລັກສະນະນີ້, ມັນຈະນຳໄປສູ່ຜົນສະທ້ອນຫຍັງແດ່? ມັນສົ່ງຜົນໂດຍກົງເຮັດໃຫ້ຂາດຄວາມຊື່ນຊົມໃນລະຫວ່າງການເຕົ້າໂຮມ; ມັນພາໃຫ້ຜູ້ຄົນທີ່ພຣະເຈົ້າເລືອກບໍ່ສາມາດໄດ້ຮັບການເສີມສ້າງ ແລະ ແມ່ນແຕ່ເຮັດໃຫ້ຄົນສ່ວນໃຫຍ່ບໍ່ສາມາດພົບຄວາມສະຫງົບ, ຕ້ອງທົນທຸກທໍລະມານຢ່າງບໍ່ສາມາດບັນລະຍາຍໄດ້. ເມື່ອເວລາຜ່ານໄປ, ບາງຄົນກໍກາຍເປັນຄົນຄິດລົບ ແລະ ອ່ອນແອ, ແມ່ນແຕ່ບໍ່ເຕັມໃຈທີ່ຈະເຂົ້າຮ່ວມການເຕົ້າໂຮມ. ສະຖານະການນີ້ແມ່ນພົບເຫັນໄດ້ທົ່ວໄປໃນຄຣິສຕະຈັກສ່ວນໃຫຍ່ ແລະ ເປັນສິ່ງທີ່ຜູ້ຄົນທີ່ພຣະເຈົ້າເລືອກທຸກຄົນໄດ້ປະສົບມາ. ແລ້ວບັນຫາການຜິດຖຽງ ແລະ ການຕໍ່ສູ້ກັນເລື້ອຍໆໃນການເຕົ້າໂຮມຄວນຖືກແກ້ໄຂແນວໃດ? ຄວນເລືອກພຣະທຳຂອງພຣະເຈົ້າຫຼາຍໆຕອນທີ່ກ່ຽວຂ້ອງກັບບັນຫານັ້ນ ແລະ ອ່ານຮ່ວມກັນຫຼາຍໆຄັ້ງໃນລະຫວ່າງການເຕົ້າໂຮມ; ຈາກນັ້ນ, ທຸກຄົນຄວນໂອ້ລົມກ່ຽວກັບຄວາມຈິງ, ແບ່ງປັນຄວາມເຂົ້າໃຈຂອງຕົນ. ແນວທາງນີ້ສາມາດໃຫ້ຜົນໄດ້ຮັບບາງຢ່າງໄດ້. ບໍ່ພຽງແຕ່ຜູ້ທີ່ມີແນວໂນ້ມທີ່ຈະໂຕ້ຖຽງສາມາດຮັບຮູ້ການຝ່າຝືນຂອງຕົນ ແລະ ຮູ້ສຶກສຳນຶກຜິດ, ແຕ່ແມ່ນແຕ່ຜູ້ສັງເກດການກໍສາມາດສຳຫຼວດໄດ້ວ່າພວກເຂົາໄດ້ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາໃນສະຖານະການທີ່ຄ້າຍຄືກັນ ຫຼື ບໍ່ ແລະ ພວກເຂົາຈະໂຕ້ຖຽງກັບຄົນອື່ນ ຫຼື ບໍ່, ດ້ວຍວິທີນີ້, ຜູ້ສັງເກດການກໍສາມາດຮູ້ຈັກຕົນເອງໄດ້ເຊັ່ນກັນ. ບໍ່ວ່າຄົນໃດຈະມີສ່ວນຮ່ວມໃນການໂຕ້ຖຽງ ຫຼື ບໍ່ກໍຕາມ, ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າຫຼາຍໆຕອນຫຼາຍໆຄັ້ງ, ພວກເຂົາກໍສາມາດຮັບຮູ້ອຸປະນິໄສທີ່ເສື່ອມຊາມຂອງຕົນເອງ ແລະ ເຫັນວ່າການດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມນັ້ນໝາຍເຖິງການຂາດຈິດສຳນຶກ ແລະ ເຫດຜົນຢ່າງແທ້ຈິງ ແລະ ບໍ່ມີຄວາມເປັນມະນຸດແມ່ນແຕ່ໜ້ອຍດຽວ. ຜົນຂອງການດຳເນີນຊີວິດຄຣິສຕະຈັກແບບນີ້ກໍດີຢູ່ແມ່ນບໍ່? ເຖິງແມ່ນວ່າອາດຈະມີການໂຕ້ຖຽງກັນໃນຕອນເລີ່ມຕົ້ນຂອງການເຕົ້າໂຮມ, ຖ້າຫາກວ່າຫຼັງຈາກນັ້ນທຸກຄົນສາມາດອ່ານພຣະທຳຂອງພຣະເຈົ້າ, ເຮັດໃຫ້ຕົນເອງສະຫງົບຢູ່ຕໍ່ໜ້າພຣະເຈົ້າເພື່ອສຳຫຼວດຕົນເອງ, ແກ້ໄຂບັນຫາດ້ວຍຄວາມຈິງ ແລະ ກັບໃຈຢ່າງແທ້ຈິງ, ຖ້າສາມາດບັນລຸຜົນໄດ້ຮັບເຫຼົ່ານີ້ໄດ້, ແລ້ວນີ້ກໍຄືຊີວິດຄຣິສຕະຈັກທີ່ປົກກະຕິ. ສະນັ້ນ, ບໍ່ວ່າຈະເກີດຫຍັງຂຶ້ນໃນລະຫວ່າງການເຕົ້າໂຮມກໍບໍ່ຈຳເປັນຕ້ອງເປັນເລື່ອງບໍ່ດີສະເໝີໄປ; ຕາບໃດທີ່ທຸກຄົນມາເຕົ້າໂຮມກັນເປັນນ້ຳໜຶ່ງໃຈດຽວກັນເພື່ອສະແຫວງຫາຄວາມຈິງ ແລະ ອ່ານພຣະທຳຂອງພຣະເຈົ້າທີ່ກ່ຽວຂ້ອງຫຼາຍໆຕອນຮ່ວມກັນສອງສາມຄັ້ງ, ເຖິງແມ່ນວ່າບັນຫາຈະບໍ່ສາມາດຖືກແກ້ໄຂໄດ້ຢ່າງສົມບູນ, ຜູ້ຄົນກໍຈະສາມາດເບິ່ງທະລຸບັນຫາເຫຼົ່ານັ້ນໄດ້ໃນລະດັບໃດໜຶ່ງ ແລະ ມີການແຍກແຍະບາງຢ່າງ, ທຸກຄົນກໍຈະໄດ້ຮັບປະໂຫຍດຈາກສິ່ງນີ້. ພວກເຈົ້າຈະເວົ້າວ່າຊີວິດຄຣິສຕະຈັກດັ່ງກ່າວເປັນສິ່ງທີ່ຫາຍາກບໍ? ນີ້ຄືການປ່ຽນສິ່ງທີ່ບໍ່ດີໃຫ້ກາຍເປັນສິ່ງທີ່ດີ, ມັນເປັນຄືກັບພອນທີ່ແອບແຝງຢູ່. ແນວໃດກໍຕາມ, ສິ່ງນີ້ບໍ່ຄວນນຳພາຜູ້ຄົນໄປສະໜັບສະໜູນແນວຄິດທີ່ວ່າການໂຕ້ຖຽງ ແລະ ການຖົກຖຽງກັນເປັນສິ່ງທີ່ໜ້າປາຖະໜາໃນຊີວິດຄຣິສຕະຈັກ; ສິ່ງນີ້ບໍ່ສາມາດຖືກສະໜັບສະໜູນໄດ້ຢ່າງເດັດຂາດ. ການໂຕ້ຖຽງ ແລະ ການຖົກຖຽງກັນສາມາດນຳໄປສູ່ການລະເບີດຂອງຄວາມຫົວຮ້ອນ ແລະ ຄວາມຂັດແຍ່ງໄດ້ຢ່າງງ່າຍດາຍ, ເຊິ່ງບໍ່ດີຕໍ່ທຸກຄົນ ແລະ ກໍ່ໃຫ້ເກີດຄວາມທຸກໃຈສ່ວນຕົວແກ່ຜູ້ທີ່ກ່ຽວຂ້ອງ. ສະນັ້ນ, ການສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາຈຶ່ງເປັນແນວທາງທີ່ດີທີ່ສຸດ ແລະ ການເຂົ້າໃຈຄວາມຈິງກໍສາມາດປ້ອງກັນເຫດການທີ່ຄ້າຍຄືກັນໃນອະນາຄົດໄດ້ຢ່າງມີປະສິດທິພາບ. ບຸກຄົນທີ່ສະຫຼາດຄວນຮັບເອົາທັດສະນະຄະຕິທີ່ອົດທົນ ແລະ ໃຈກວ້າງເມື່ອເກີດການກະທົບກະທັ່ງ ແລະ ການປະທະກັນ. ເນື່ອງຈາກພວກເຂົາກໍມີອຸປະນິໄສທີ່ເສື່ອມຊາມເຊັ່ນກັນ ແລະ ສາມາດທຳຮ້າຍຄົນອື່ນໄດ້ຢ່າງງ່າຍດາຍ, ເມື່ອພວກເຂົາເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຄວນອະທິຖານຕໍ່ພຣະເຈົ້າໂດຍທັນທີ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ດ້ວຍວິທີນີ້, ເມື່ອເຖິງເວລາເຕົ້າໂຮມ, ຄວາມຄຽດແຄ້ນ ແລະ ຄວາມກຽດຊັງສ່ວນຕົວກໍໄດ້ສະຫຼາຍໄປໝົດ, ນຳໄປສູ່ຄວາມຮູ້ສຶກເປັນອິດສະຫຼະ ແລະ ໄດ້ຮັບການປົດປ່ອຍໃນໃຈຂອງພວກເຂົາ ແລະ ເຮັດໃຫ້ງ່າຍຂຶ້ນທີ່ຈະເຂົ້າກັນໄດ້ຢ່າງເປັນມິດກັບອ້າຍເອື້ອຍນ້ອງ, ດັ່ງນັ້ນຈຶ່ງສົ່ງເສີມໃຫ້ເກີດການຮ່ວມມືທີ່ກົມກຽວກັນ. ເມື່ອໃດກໍຕາມທີ່ໃຜຜູ້ໜຶ່ງເຫັນອ້າຍນ້ອງ ຫຼື ເອື້ອຍນ້ອງເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຄວນໃຫ້ການຊ່ວຍເຫຼືອດ້ວຍຄວາມຮັກ, ບໍ່ແມ່ນຕັດສິນ, ກ່າວໂທດ ຫຼື ປະຕິເສດພວກເຂົາ. ມັນອາດຈະເກີດຂຶ້ນທີ່ບັນຫາບໍ່ໄດ້ຖືກແກ້ໄຂຫຼັງຈາກຄວາມພະຍາຍາມຊ່ວຍເຫຼືອໜຶ່ງ ຫຼື ສອງຄັ້ງ, ແຕ່ຄວາມອົດທົນ ແລະ ຄວາມອົດກັ້ນກໍຍັງເປັນສິ່ງທີ່ຈຳເປັນ. ຕາບໃດທີ່ພວກເຂົາບໍ່ລົບກວນຊີວິດຄຣິສຕະຈັກ ຫຼື ຕັ້ງໃຈກະທຳຄວາມຊົ່ວ, ພວກເຂົາກໍຄວນໄດ້ຮັບການປະຕິບັດດ້ວຍຄວາມອົດທົນ ແລະ ຄວາມອົດກັ້ນຈົນເຖິງທີ່ສຸດ, ຈະມີມື້ໜຶ່ງທີ່ພວກເຂົາຮູ້ສຶກຕົວ. ຖ້າຄົນໃດຄົນໜຶ່ງມີຄວາມເປັນມະນຸດທີ່ຊົ່ວຮ້າຍ ແລະ ປະຕິເສດການຊ່ວຍເຫຼືອໃດໆ, ບໍ່ຍອມຮັບຄວາມຈິງບໍ່ວ່າຈະໂອ້ລົມແນວໃດກໍຕາມ, ແລ້ວພວກເຂົາກໍບໍ່ໄດ້ເຊື່ອໃນພຣະເຈົ້າຢ່າງຈິງໃຈ ແລະ ມັນຈຳເປັນທີ່ຈະຕ້ອງຮັກສາໄລຍະຫ່າງຈາກບຸກຄົນດັ່ງກ່າວ. ຖ້າພວກເຂົາລົບກວນຊີວິດຄຣິສຕະຈັກຊໍ້າແລ້ວຊໍ້າອີກ, ພວກເຂົາກໍຄວນຖືກປະຕິບັດ ແລະ ຖືກຈັດການຕາມຫຼັກການ. ຖ້າພວກເຂົາບໍ່ແມ່ນຄົນຊົ່ວຊ້າ ແຕ່ພຽງແຕ່ເປີດເຜີຍອຸປະນິໄສທີ່ເສື່ອມຊາມຂອງພວກເຂົາເລື້ອຍໆ, ກຽດຊັງຕົນເອງ ແຕ່ຮູ້ສຶກບໍ່ສາມາດຄວບຄຸມຕົນເອງໄດ້ໃນເວລານີ້, ແລ້ວບຸກຄົນດັ່ງກ່າວກໍຄວນໄດ້ຮັບການຊ່ວຍເຫຼືອດ້ວຍຄວາມຮັກ; ຊ່ວຍໃຫ້ພວກເຂົາເຂົ້າໃຈຄວາມຈິງ ແລະ ແຍກແຍະ ແລະ ຮັບຮູ້ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາ, ດ້ວຍວິທີນີ້, ການເປີດເຜີຍຄວາມເສື່ອມຊາມຂອງພວກເຂົາກໍຈະຄ່ອຍໆຫຼຸດລົງ. ຖ້າອ້າຍເອື້ອຍນ້ອງໄດ້ຮັບຜົນກະທົບຈາກຄົນເຫຼົ່ານີ້ພຽງແຕ່ເປັນບາງຄັ້ງຄາວ, ພວກເຂົາກໍອາດຈະໄດ້ຮັບການໃຫ້ອະໄພ; ຕາບໃດທີ່ບໍ່ມີບັນຫາໃຫຍ່ກັບຄວາມເປັນມະນຸດຂອງພວກເຂົາ ແລະ ພວກເຂົາບໍ່ແມ່ນຄົນເລ່ຫຼ່ຽມ ຫຼື ຄົນຊົ່ວຊ້າ, ແລ້ວພວກເຂົາກໍຄວນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຜ່ານການໂອ້ລົມຄວາມຈິງ. ຖ້າພວກເຂົາສາມາດຍອມຮັບຄວາມຈິງໄດ້, ພວກເຂົາກໍຄວນໄດ້ຮັບການປະຕິບັດດ້ວຍຄວາມຮັກ. ແນວໃດກໍຕາມ, ຖ້າພວກເຂົາປະຕິເສດທີ່ຈະກັບໃຈ ແລະ ສົ່ງຜົນກະທົບໃນທາງລົບຕໍ່ຊີວິດຄຣິສຕະຈັກເປັນເວລາດົນນານ, ຜູ້ນໍາຄຣິສຕະຈັກຄວນອອກຄຳເຕືອນ ແລະ ບັງຄັບໃຊ້ຂໍ້ຈຳກັດ. ຖ້າພວກເຂົາປະຕິເສດທີ່ຈະຍອມຮັບຄວາມຈິງຢ່າງຕໍ່ເນື່ອງ, ບຸກຄົນດັ່ງກ່າວກໍແມ່ນຄົນຊົ່ວຊ້າ. ຄົນຊົ່ວຊ້າບໍ່ສາມາດເຂົ້າກັບໃຜໄດ້, ພວກເຂົາຄືປາໂຕດຽວເນົ່າເໝັນໝົດຂ້ອງ ແລະ ເປັນຜີຮ້າຍ. ການເກັບພວກເຂົາໄວ້ໃນຄຣິສຕະຈັກຈະມີແຕ່ກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນເທົ່ານັ້ນ. ສະນັ້ນ, ຜູ້ທີ່ປະຕິເສດທີ່ຈະປ່ຽນແປງເຖິງວ່າຈະມີການຕັກເຕືອນຊໍ້າແລ້ວຊໍ້າອີກກໍຄວນຖືກຈັດການໃນຖານະຄົນຊົ່ວຊ້າ ແລະ ຖືກກຳຈັດອອກຈາກຄຣິສຕະຈັກ. ໃຜກໍຕາມທີ່ລົບກວນຊີວິດຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກເລື້ອຍໆກໍແມ່ນຜູ້ບໍ່ເຊື່ອ ແລະ ເປັນຄົນຊົ່ວຊ້າ ແລະ ພວກເຂົາຕ້ອງຖືກກຳຈັດອອກຈາກຄຣິສຕະຈັກ. ບໍ່ວ່າຄົນຜູ້ນັ້ນຈະເປັນໃຜ ຫຼື ພວກເຂົາໄດ້ປະພຶດຕົວແນວໃດໃນອະດີດ, ຖ້າພວກເຂົາລົບກວນວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກເລື້ອຍໆ, ປະຕິເສດການຖືກລິຮານ ແລະ ປ້ອງກັນຕົນເອງດ້ວຍເຫດຜົນທີ່ບໍ່ຖືກຕ້ອງຢູ່ສະເໝີ, ພວກເຂົາກໍຕ້ອງຖືກກຳຈັດອອກຈາກຄຣິສຕະຈັກ. ແນວທາງນີ້ແມ່ນເພື່ອຮັກສາຄວາມຄືບໜ້າທີ່ເປັນປົກກະຕິຂອງວຽກງານຄຣິສຕະຈັກ ແລະ ປົກປ້ອງຜົນປະໂຫຍດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ສອດຄ່ອງກັບຫຼັກການຄວາມຈິງ ແລະ ເຈດຕະນາຂອງພຣະເຈົ້າຢ່າງສົມບູນ. ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ວຽກງານຂອງຄຣິສຕະຈັກບໍ່ຄວນໄດ້ຮັບຜົນກະທົບຈາກການໂຕ້ຖຽງ ແລະ ການສ້າງບັນຫາທີ່ບໍ່ມີເຫດຜົນຂອງບຸກຄົນຊົ່ວຊ້າຈຳນວນໜຶ່ງ, ມັນບໍ່ຄຸ້ມຄ່າ ແລະ ຍັງບໍ່ຍຸຕິທຳຕໍ່ຜູ້ຄົນທີ່ພຣະເຈົ້າເລືອກອີກດ້ວຍ.
ຖ້າຄົນຊົ່ວຊ້າມັກຈະກໍ່ການລົບກວນໃນຄຣິສຕະຈັກເລື້ອຍໆ, ເຊິ່ງພາໃຫ້ຊີວິດຄຣິສຕະຈັກບໍ່ມີປະສິດທິພາບ, ວິທີແກ້ໄຂທີ່ດີທີ່ສຸດແມ່ນການຈັດແບ່ງປະເພດຄົນ ແລະ ແບ່ງການເຕົ້າໂຮມອອກເປັນກຸ່ມຕ່າງໆ: ຜູ້ທີ່ຮັກຄວາມຈິງ ແລະ ປະຕິບັດໜ້າທີ່ຂອງຕົນຢ່າງຈິງໃຈກໍເຕົ້າໂຮມນຳກັນ; ຜູ້ທີ່ຢາກສະແຫວງຫາຄວາມຈິງແຕ່ບໍ່ປະຕິບັດໜ້າທີ່ຂອງຕົນກໍເຕົ້າໂຮມນຳກັນ; ແລະ ຜູ້ທີ່ມັກກໍ່ໃຫ້ເກີດການຂັດຂວາງ ແລະ ການລົບກວນ, ນິນທາຄົນອື່ນ ແລະ ຕັດສິນ ແລະ ກ່າວໂທດຄົນອື່ນກໍເຕົ້າໂຮມນຳກັນ. ດ້ວຍວິທີນີ້, ຄົນໃນຄຣິສຕະຈັກກໍຈະຖືກແບ່ງອອກເປັນສາມກຸ່ມຫຼັກໆ, ອາດຈະເວົ້າໄດ້ວ່າເປັນການຈັດແຕ່ລະຄົນຕາມປະເພດຂອງພວກເຂົາ, ດັ່ງນັ້ນຈຶ່ງຮັບປະກັນໄດ້ວ່າກຸ່ມເຫຼົ່ານີ້ຈະບໍ່ລົບກວນເຊິ່ງກັນແລະກັນໃນລະຫວ່າງການເຕົ້າໂຮມ. ຄົນທີ່ມີຄວາມເປັນມະນຸດທີ່ບໍ່ດີ, ບໍ່ວ່າພວກເຂົາຈະກະທຳຜິດຕາມອຳເພີໃຈແນວໃດກໍຕາມ, ກໍຈະບໍ່ສົ່ງຜົນກະທົບຕໍ່ຄົນອື່ນ ແຕ່ຈະທຳຮ້າຍຕົນເອງເທົ່ານັ້ນ. ບາງຄົນມີອຸປະນິໄສທີ່ໂຫດຮ້າຍ. ຖ້າໃຜຜູ້ໜຶ່ງເວົ້າບາງຢ່າງທີ່ທຳຮ້າຍ ຫຼື ເຮັດໃຫ້ພວກເຂົາຂຸ່ນເຄືອງໃຈ, ພວກເຂົາກໍຈະກຽດຊັງຄົນຜູ້ນັ້ນ ແລະ ຄິດຫາວິທີທີ່ຈະໂຈມຕີ ແລະ ແກ້ແຄ້ນພວກເຂົາ. ບໍ່ວ່າຄວາມຈິງໄດ້ຖືກໂອ້ລົມກັບພວກເຂົາແນວໃດ ຫຼື ພວກເຂົາໄດ້ຖືກລິຮານແນວໃດ, ພວກເຂົາກໍບໍ່ຍອມຮັບ. ພວກເຂົາຍອມຕາຍດີກວ່າທີ່ຈະກັບໃຈ ແລະ ຍັງຄົງລົບກວນຊີວິດຄຣິສຕະຈັກຕໍ່ໄປ. ສິ່ງນີ້ພິສູດວ່າພວກເຂົາແມ່ນຄົນຊົ່ວຊ້າ. ພວກເຮົາບໍ່ສາມາດທົນຕໍ່ຄົນຊົ່ວຊ້າປະເພດນີ້ຕໍ່ໄປໄດ້. ພວກເຂົາຄວນຖືກກຳຈັດອອກຈາກຄຣິສຕະຈັກຕາມຫຼັກການຄວາມຈິງ. ນີ້ແມ່ນວິທີດຽວທີ່ຈະແກ້ໄຂບັນຫານີ້ໄດ້ຢ່າງເຖິງຖອງ. ບໍ່ວ່າພວກເຂົາຈະໄດ້ເຮັດຜິດພາດຫຍັງ ຫຼື ເຮັດສິ່ງທີ່ບໍ່ດີຫຍັງກໍຕາມ, ຄົນທີ່ມີອຸປະນິໄສທີ່ໂຫດຮ້າຍເຫຼົ່ານັ້ນຈະບໍ່ອະນຸຍາດໃຫ້ໃຜເປີດໂປງພວກເຂົາ ຫຼື ລິຮານພວກເຂົາ. ຖ້າໃຜຜູ້ໜຶ່ງເປີດໂປງ ແລະ ເຮັດຜິດໃຈພວກເຂົາ, ພວກເຂົາກໍຈະໂກດແຄ້ນ, ແກ້ແຄ້ນ ແລະ ບໍ່ຍອມປ່ອຍວາງເລື່ອງນັ້ນ. ພວກເຂົາບໍ່ມີຄວາມອົດທົນ ແລະ ຄວາມອົດກັ້ນຕໍ່ຄົນອື່ນ ແລະ ບໍ່ສະແດງຄວາມໃຈກວ້າງຕໍ່ພວກເຂົາ. ການປະພຶດຕົນຂອງພວກເຂົາອີງໃສ່ຫຼັກການໃດ? “ຂ້ອຍຍອມທໍລະຍົດ ດີກວ່າຖືກທໍລະຍົດ”. ເວົ້າອີກຢ່າງໜຶ່ງ, ພວກເຂົາບໍ່ທົນຖືກໃຜເຮັດຜິດໃຈ. ນີ້ບໍ່ແມ່ນຮູບແບບການຄິດຂອງຄົນຊົ່ວຊ້າບໍ? ນີ້ຄືຮູບແບບການຄິດຂອງຄົນຊົ່ວຊ້າຢ່າງແທ້ຈິງ. ບໍ່ມີໃຜໄດ້ຮັບອະນຸຍາດເຮັດຜິດໃຈພວກເຂົາ. ສໍາລັບພວກເຂົາແລ້ວ, ມັນເປັນສິ່ງທີ່ຍອມຮັບບໍ່ໄດ້ທີ່ໃຜຈະມາແຕະຕ້ອງພວກເຂົາແມ່ນແຕ່ໜ້ອຍດຽວ ແລະ ພວກເຂົາກໍກຽດຊັງໃຜກໍຕາມທີ່ເຮັດເຊັ່ນນັ້ນ. ພວກເຂົາຈະຕາມລ້າງຕາມຜານຄົນຜູ້ນັ້ນ ແລະ ບໍ່ເຄີຍປ່ອຍວາງເລື່ອງນັ້ນ, ຄົນຊົ່ວຊ້າກໍເປັນແບບນັ້ນ. ເຈົ້າຄວນແຍກອອກໄປ ຫຼື ກຳຈັດຄົນຊົ່ວຊ້າອອກທັນທີທີ່ເຈົ້າຄົ້ນພົບວ່າພວກເຂົາມີແກ່ນແທ້ຂອງຄົນຊົ່ວຊ້າ, ກ່ອນທີ່ພວກເຂົາຈະສາມາດກະທຳຄວາມຊົ່ວຊ້າອັນໃຫຍ່ຫຼວງໄດ້. ສິ່ງນີ້ຈະຫຼຸດຜ່ອນຄວາມເສຍຫາຍທີ່ພວກເຂົາເຮັດໃຫ້ໜ້ອຍທີ່ສຸດ; ມັນເປັນທາງເລືອກທີ່ສະຫຼາດ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກລໍຖ້າຈົນກວ່າຄົນຊົ່ວຊ້າກໍ່ໃຫ້ເກີດໄພພິບັດບາງຢ່າງເພື່ອຈັດການກັບພວກເຂົາ, ພວກເຂົາກໍກຳລັງເປັນຝ່າຍຕັ້ງຮັບ. ນັ້ນຈະພິສູດວ່າຜູ້ນໍາ ແລະ ຜູ້ເຮັດວຽກນັ້ນໂງ່ຫຼາຍ ແລະ ບໍ່ມີຫຼັກການໃນການກະທຳຂອງພວກເຂົາ. ມີຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນທີ່ໂງ່ ແລະ ບໍ່ຮູ້ເລື່ອງແບບນີ້. ພວກເຂົາຢືນຢັນທີ່ຈະລໍຖ້າຈົນກວ່າພວກເຂົາຈະມີຫຼັກຖານທີ່ຊັດເຈນກ່ອນທີ່ຈະຈັດການກັບຄົນຊົ່ວຊ້າ ເພາະວ່າພວກເຂົາຄິດວ່ານັ້ນເປັນວິທີດຽວທີ່ເຮັດໃຫ້ພວກເຂົາສະບາຍໃຈໄດ້. ແຕ່ຄວາມຈິງແລ້ວ, ເຈົ້າບໍ່ຈຳເປັນຕ້ອງມີຫຼັກຖານທີ່ຊັດເຈນເພື່ອໃຫ້ແນ່ໃຈວ່າຄົນໃດຄົນໜຶ່ງເປັນຄົນຊົ່ວຊ້າ. ເຈົ້າສາມາດເຫັນໄດ້ຈາກຄຳເວົ້າ ແລະ ການກະທຳປະຈຳວັນຂອງພວກເຂົາ. ເມື່ອເຈົ້າແນ່ໃຈແລ້ວວ່າພວກເຂົາເປັນຄົນຊົ່ວຊ້າ, ເຈົ້າສາມາດເລີ່ມຕົ້ນໂດຍການຈຳກັດ ຫຼື ແຍກພວກເຂົາອອກໄປ. ສິ່ງນີ້ຈະຮັບປະກັນວ່າທັງວຽກງານຂອງຄຣິສຕະຈັກ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກຈະບໍ່ໄດ້ຮັບຄວາມເສຍຫາຍ. ຜູ້ນໍາ ແລະ ຜູ້ເຮັດວຽກບາງຄົນບໍ່ສາມາດແຍກແຍະໄດ້ວ່າໃຜເປັນຄົນຊົ່ວຊ້າ, ທັງບໍ່ສາມາດຈັດການກັບຄົນຊົ່ວຊ້າໄດ້ຢ່າງທັນການ. ຜົນກໍຄື, ວຽກງານຂອງຄຣິສຕະຈັກ ແລະ ຊີວິດຄຣິສຕະຈັກໄດ້ຮັບຜົນກະທົບ ແລະ ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກກໍຖືກຂັດຂວາງ. ນີ້ເປັນສິ່ງທີ່ໂງ່ຫຼາຍ. ນີ້ຄືວິທີທີ່ຜູ້ນໍາປອມດຳເນີນວຽກງານ. ດ້ານໜຶ່ງ, ພວກເຂົາຂາດການແຍກແຍະ ແລະ ອີກດ້ານໜຶ່ງ, ພວກເຂົາເປັນຄົນປະຈົບປະແຈງທີ່ຢ້ານການເຮັດຜິດໃຈຄົນອື່ນ. ເມື່ອຮັບໃຊ້ເປັນຜູ້ນໍາ, ປະການທີໜຶ່ງ, ຄົນດັ່ງກ່າວ, ບໍ່ສາມາດເຮັດວຽກຕົວຈິງໄດ້ ແລະ ປະການທີສອງ, ພວກເຂົາທຳຮ້າຍຜູ້ຄົນທີ່ພຣະເຈົ້າເລືອກ. ພວກເຂົາບໍ່ສາມາດແມ່ນແຕ່ຈະແກ້ໄຂບັນຫາການລົບກວນທີ່ເກີດຈາກຄົນຊົ່ວຊ້າໄດ້ຢ່າງທັນການ, ທັງບໍ່ສາມາດປົກປ້ອງອ້າຍເອື້ອຍນ້ອງໄດ້; ຄົນດັ່ງກ່າວບໍ່ເໝາະສົມທີ່ຈະເປັນຜູ້ນໍາ ແລະ ຜູ້ເຮັດວຽກ. ບອກເຮົາມາເບິ່ງ, ຖ້າຄົນໃດຄົນໜຶ່ງຖືກກຳນົດລັກສະນະວ່າເປັນຄົນຊົ່ວຊ້າ, ຍັງມີຄວາມຈຳເປັນທີ່ຈະຕ້ອງໂອ້ລົມຄວາມຈິງເພື່ອຊ່ວຍພວກເຂົາຢູ່ບໍ? (ບໍ່). ບໍ່ຈຳເປັນຕ້ອງໃຫ້ໂອກາດພວກເຂົາ. ບາງຄົນມີ “ຄວາມຮັກ” ຫຼາຍເກີນໄປ, ໃຫ້ໂອກາດຄົນຊົ່ວຊ້າກັບໃຈສະເໝີ, ແຕ່ວິທີນີ້ຈະໄດ້ຜົນບໍ? ມັນສອດຄ່ອງກັບຫຼັກການແຫ່ງພຣະທຳຂອງພຣະເຈົ້າບໍ? ເຈົ້າເຄີຍເຫັນຄົນຊົ່ວຊ້າຄົນໃດທີ່ສາມາດກັບໃຈຢ່າງແທ້ຈິງໄດ້ບໍ? ບໍ່ມີໃຜເຄີຍເຫັນແບບນັ້ນ. ການຫວັງໃຫ້ຄົນຊົ່ວຊ້າກັບໃຈກໍຄືກັບການສົງສານງູພິດ; ມັນຄືການສົງສານສັດຮ້າຍ. ນີ້ກໍເພາະວ່າໂດຍອີງໃສ່ແກ່ນແທ້ຂອງຄົນຊົ່ວຊ້າ, ກໍສາມາດກຳນົດໄດ້ວ່າຄົນຊົ່ວຊ້າຈະບໍ່ມີວັນຮັກສິ່ງທີ່ເປັນບວກ, ຈະບໍ່ມີວັນຍອມຮັບຄວາມຈິງ ແລະ ຈະບໍ່ມີວັນກັບໃຈ. ເຈົ້າຈະບໍ່ພົບຄຳວ່າ “ການກັບໃຈ” ໃນວັດຈະນານຸກົມຂອງພວກເຂົາ. ບໍ່ວ່າເຈົ້າຈະໂອ້ລົມຄວາມຈິງກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະບໍ່ປະຖິ້ມເຈດຕະນາ ແລະ ຜົນປະໂຫຍດຂອງຕົນເອງ ແລະ ຈະຊອກຫາເຫດຜົນ ແລະ ຂໍ້ອ້າງຕ່າງໆເພື່ອແກ້ຕົວໃຫ້ຕົນເອງ ແລະ ບໍ່ມີໃຜສາມາດຊັກຈູງພວກເຂົາໄດ້. ຖ້າພວກເຂົາໄດ້ຮັບຄວາມສູນເສຍ, ມັນກໍເປັນສິ່ງທີ່ທົນບໍ່ໄດ້ສຳລັບພວກເຂົາ ແລະ ພວກເຂົາກໍຈະນຳກວນໃຈຄົນອື່ນກ່ຽວກັບເລື່ອງນັ້ນຢ່າງບໍ່ມີວັນສິ້ນສຸດ. ຄົນເຊັ່ນນັ້ນ, ຜູ້ທີ່ບໍ່ເຕັມໃຈທີ່ຈະຮັບຄວາມສູນເສຍໃດໆ, ຈະສາມາດກັບໃຈຢ່າງແທ້ຈິງໄດ້ແນວໃດ? ຄົນທີ່ເຫັນແກ່ຕົວຢ່າງຍິ່ງແມ່ນຜູ້ທີ່ໃຫ້ຄວາມສຳຄັນກັບຜົນປະໂຫຍດຂອງຕົນເອງເໜືອສິ່ງອື່ນໃດ; ພວກເຂົາແມ່ນຄົນຊົ່ວຊ້າ ແລະ ພວກເຂົາຈະບໍ່ມີວັນກັບໃຈ. ຖ້າເຈົ້າໄດ້ຮັບຮູ້ຢ່າງລະອຽດແລ້ວວ່າຄົນເຊັ່ນນັ້ນເປັນຄົນຊົ່ວຊ້າ ແລະ ເຈົ້າຍັງໃຫ້ໂອກາດພວກເຂົາກັບໃຈ, ນັ້ນບໍ່ແມ່ນຄວາມໂງ່ຈ້າບໍ? ສິ່ງນີ້ທຽບເທົ່າກັບການເອົາງູທີ່ແຂງຍ້ອນຄວາມໜາວມາອຸ້ມໄວ້ໃນເອິກເພື່ອໃຫ້ຄວາມອົບອຸ່ນ, ພຽງເພື່ອຈະຖືກມັນກັດໃນພາຍຫຼັງ. ມີພຽງຄົນໂງ່ເທົ່ານັ້ນທີ່ຈະເຮັດສິ່ງທີ່ໂງ່ຈ້າເຊັ່ນນັ້ນ. ໃນຄຣິສຕະຈັກ, ການທີ່ຜູ້ຄົນທີ່ພຣະເຈົ້າເລືອກກຽດຊັງຄົນຊົ່ວຊ້າແມ່ນປະກົດການທີ່ປົກກະຕິ, ເພາະວ່າຄົນຊົ່ວຊ້າຂາດຄວາມເປັນມະນຸດ ແລະ ເຮັດສິ່ງທີ່ຜິດສິນທຳຢູ່ສະເໝີ. ການກຽດຊັງຄົນຊົ່ວຊ້າແມ່ນແນວຄິດທີ່ຖືກຕ້ອງ. ມັນເປັນສ່ວນໜຶ່ງຂອງສິ່ງທີ່ຜູ້ຄົນຄວນມີໃນຄວາມເປັນມະນຸດທີ່ປົກກະຕິຂອງພວກເຂົາ.
ບອກເຮົາມາເບິ່ງ, ຄົນປະເພດໃດທີ່ບໍ່ມີຄວາມຮັກຕໍ່ອ້າຍເອື້ອຍນ້ອງເລີຍ? ເປັນຫຍັງພວກເຂົາຈຶ່ງບໍ່ມີແມ່ນແຕ່ການພົວພັນລະຫວ່າງບຸກຄົນທີ່ປົກກະຕິເລັກນ້ອຍກັບອ້າຍເອື້ອຍນ້ອງ? ຄົນປະເພດນີ້, ບໍ່ວ່າພວກເຂົາຈະພົວພັນກັບໃຜ, ກໍຈະຜູກມັດການພົວພັນເຫຼົ່ານີ້ກັບຜົນປະໂຫຍດ ແລະ ການແລກປ່ຽນເທົ່ານັ້ນ; ຖ້າບໍ່ມີຜົນປະໂຫຍດ ຫຼື ການແລກປ່ຽນມາກ່ຽວຂ້ອງ, ພວກເຂົາກໍຈະບໍ່ສົນໃຈຄົນອື່ນ. ຄົນປະເພດນີ້ບໍ່ແມ່ນຄົນຊົ່ວຊ້າບໍ? ບາງຄົນບໍ່ສະແຫວງຫາຄວາມຈິງ ແລະ ດຳລົງຊີວິດໂດຍອີງໃສ່ພຽງແຕ່ຄວາມຮູ້ສຶກ; ໃຜກໍຕາມທີ່ປະຕິບັດດີຕໍ່ພວກເຂົາ, ພວກເຂົາກໍຈະສະໜິດສະໜົມນຳ ແລະ ໃຜກໍຕາມທີ່ຊ່ວຍເຫຼືອພວກເຂົາ, ພວກເຂົາກໍຄິດວ່າເປັນຄົນດີ. ຄົນດັ່ງກ່າວກໍບໍ່ມີການພົວພັນລະຫວ່າງບຸກຄົນທີ່ປົກກະຕິເຊັ່ນກັນ. ພວກເຂົາດຳລົງຊີວິດໂດຍອີງໃສ່ພຽງແຕ່ຄວາມຮູ້ສຶກ, ແລ້ວພວກເຂົາຈະສາມາດປະຕິບັດຕໍ່ອ້າຍເອື້ອຍນ້ອງຢ່າງຍຸດຕິທຳ ແລະ ເປັນທຳໄດ້ບໍ? ສິ່ງນີ້ແມ່ນບໍ່ສາມາດບັນລຸໄດ້ຢ່າງເດັດຂາດ. ສະນັ້ນ, ໃຜກໍຕາມທີ່ບໍ່ມີການພົວພັນລະຫວ່າງບຸກຄົນທີ່ປົກກະຕິກັບອ້າຍເອື້ອຍນ້ອງ ຫຼື ກັບຜູ້ທີ່ເຊື່ອໃນພຣະເຈົ້າຢ່າງຈິງໃຈ, ກໍແມ່ນຄົນທີ່ບໍ່ມີຈິດສຳນຶກ ແລະ ເຫດຜົນ, ແມ່ນຄົນທີ່ບໍ່ມີຄວາມເປັນມະນຸດທີ່ປົກກະຕິ ແລະ ແນ່ນອນວ່າບໍ່ແມ່ນຄົນທີ່ຮັກຄວາມຈິງ. ບຸກຄົນເຫຼົ່ານີ້ບໍ່ແຕກຕ່າງຈາກພວກຄົນຕ່ຳຊ້າໃນໝູ່ຜູ້ບໍ່ມີຄວາມເຊື່ອ; ພວກເຂົາພົວພັນກັບໃຜກໍຕາມທີ່ເປັນປະໂຫຍດຕໍ່ພວກເຂົາ ແລະ ບໍ່ສົນໃຈຜູ້ທີ່ບໍ່ເປັນປະໂຫຍດ. ຍິ່ງໄປກວ່ານັ້ນ, ເມື່ອພວກເຂົາເຫັນຄົນທີ່ກຳລັງໄລ່ຕາມຄວາມຈິງ ຫຼື ຄົນທີ່ສາມາດແບ່ງປັນຄຳພະຍານຈາກປະສົບການ, ຄົນທີ່ທຸກຄົນຊື່ນຊົມ ແລະ ມັກ, ພວກເຂົາກໍຈະອິດສາ ແລະ ກຽດຊັງ ແລະ ພະຍາຍາມທຸກວິທີທາງເພື່ອຊອກຫາຈັບຜິດພວກເຂົາ. ເພື່ອທີ່ຈະຕັດສິນ ແລະ ກ່າວໂທດຄົນເຫຼົ່ານີ້ທີ່ໄລ່ຕາມຄວາມຈິງ. ນີ້ບໍ່ແມ່ນສິ່ງທີ່ຄົນຊົ່ວຊ້າເຮັດບໍ? ຄົນດັ່ງກ່າວຂາດຈິດສຳນຶກ ແລະ ເຫດຜົນ, ພວກເຂົາຕໍ່າຊ້າກວ່າສັດເດຍລະສານ. ພວກເຂົາບໍ່ສາມາດປະຕິບັດຕໍ່ຜູ້ຄົນຢ່າງຖືກຕ້ອງ, ບໍ່ສາມາດເຂົ້າກັບຄົນອື່ນໄດ້ຕາມປົກກະຕິ, ບໍ່ສາມາດສ້າງການພົວພັນລະຫວ່າງບຸກຄົນທີ່ປົກກະຕິກັບຜູ້ຄົນທີ່ພຣະເຈົ້າເລືອກໄດ້ ແລະ ແມ່ນແຕ່ສາມາດກຽດຊັງຜູ້ທີ່ສະແຫວງຫາຄວາມຈິງ. ຄົນດັ່ງກ່າວຕ້ອງຮູ້ສຶກໂດດດ່ຽວ ແລະ ເປົ່າປ່ຽວຫຼາຍໃນໃຈຂອງພວກເຂົາ, ຈົ່ມວ່າໃຫ້ສະຫວັນ ແລະ ຄົນອື່ນຢູ່ສະເໝີ. ພວກເຂົາມີຄວາມສຸກ ຫຼື ຄວາມໝາຍຫຍັງໃນການດຳລົງຊີວິດ? ຄົນເຫຼົ່ານີ້ມີອຸປະນິໄສທີ່ໂຫດຮ້າຍ ແລະ ບໍ່ວ່າພວກເຂົາຈະພົວພັນກັບໃຜ, ພວກເຂົາກໍສາມາດເກີດຄວາມກຽດຊັງຍ້ອນເລື່ອງເລັກໆນ້ອຍໆ, ກ່າວໂທດ ແລະ ແກ້ແຄ້ນພວກເຂົາ, ນຳເອົາໄພພິບັດມາສູ່ພວກເຂົາ. ບຸກຄົນຊົ່ວຊ້າດັ່ງກ່າວແມ່ນມານຮ້າຍຢ່າງແທ້ຈິງ, ນຳເອົາໄພພິບັດມາສູ່ຄຣິສຕະຈັກໃນແຕ່ລະມື້ທີ່ພວກເຂົາຍັງຄົງຢູ່. ຖ້າພວກເຂົາຢູ່ເປັນເວລາດົນ, ໄພພິບັດກໍຈະບໍ່ມີວັນສິ້ນສຸດ. ມີພຽງແຕ່ການກຳຈັດພວກເຂົາອອກຈາກຄຣິສຕະຈັກເທົ່ານັ້ນຈຶ່ງຈະສາມາດຫຼີກລ່ຽງໄພພິບັດໄດ້. ນອກຈາກນີ້, ຍັງມີຜູ້ທີ່ພາຍນອກເບິ່ງຄືວ່າເປັນຄົນສຸພາບ ແຕ່ມີຄວາມມັກໃນຜົນປະໂຫຍດເປັນພິເສດ. ດັ່ງນັ້ນ, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າກໍແມ່ນເພື່ອການສະແຫວງຫາຜົນປະໂຫຍດເຊັ່ນກັນ. ຖ້າພວກເຂົາບໍ່ໄດ້ຮັບຜົນປະໂຫຍດມາໄລຍະໜຶ່ງ, ໜ້າຕາຂອງພວກເຂົາກໍຈະມືດມົວໄປດ້ວຍຄວາມເສົ້າໝອງ, ຄືກັບວ່າມີຄົນຕິດໜີ້ພວກເຂົາເປັນເງິນຈຳນວນຫຼາຍ. ໃຜກໍຕາມທີ່ເຫັນໃບໜ້າທີ່ເຕັມໄປດ້ວຍຄວາມຄຽດແຄ້ນ ແລະ ໝົດຫວັງຂອງພວກເຂົາກໍຈະໄດ້ຮັບຜົນກະທົບທາງດ້ານອາລົມທັນທີ. ພວກເຈົ້າຄິດວ່າໃບໜ້າເຊັ່ນນັ້ນຈະນຳເອົາຜົນກະທົບຫຍັງມາ ຖ້າມັນປາກົດໃນຊີວິດຄຣິສຕະຈັກ? ຜູ້ຄົນທີ່ພຣະເຈົ້າເລືອກສ່ວນໃຫຍ່ຈະຮູ້ສຶກບໍ່ສະບາຍໃຈຢ່າງແນ່ນອນທີ່ເຫັນມັນ ແລະ ການອ່ານພຣະທຳຂອງພຣະເຈົ້າ ແລະ ການໂອ້ລົມຄວາມຈິງຂອງພວກເຂົາກໍຈະຖືກລົບກວນ ແລະ ໄດ້ຮັບຜົນກະທົບໃນລະດັບທີ່ແຕກຕ່າງກັນໄປ. ໂດຍສະເພາະສຳລັບຜູ້ທີ່ຍັງບໍ່ໄດ້ຢັ່ງຮາກຕົນເອງໃນຫົນທາງທີ່ແທ້ຈິງ, ການເຫັນໃບໜ້າທີ່ຫົດຫູ່ຢູ່ຕະຫຼອດເວລານີ້ໃນຊີວິດຄຣິສຕະຈັກເລື້ອຍໆກໍຈະສົ່ງຜົນກະທົບຕໍ່ພວກເຂົາໄດ້ງ່າຍເກີນໄປ! ຄຣິສຕະຈັກຄວນມີຄົນທີ່ມີບຸກຄະລິກທີ່ເບີກບານມ່ວນຊື່ນຫຼາຍຂຶ້ນ, ຜູ້ທີ່ເວົ້າຈາຢ່າງບໍລິສຸດ ແລະ ຢ່າງເປີດເຜີຍ ແລະ ມີຄົນທີ່ມີຫົວໃຈເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມສຸກຫຼາຍຂຶ້ນ ແລະ ຜູ້ທີ່ມີຈິດໃຈ ແລະ ອາລົມເປັນອິດສະຫຼະ ແລະ ໄດ້ຮັບການປົດປ່ອຍ. ສິ່ງນີ້ຈະເຮັດໃຫ້ຊີວິດຄຣິສຕະຈັກໜ້າຊື່ນຊົມ. ຄົນໜ້າບູດບຶ້ງທີ່ຫົດຫູ່ຢູ່ຕະຫຼອດເວລາເຫຼົ່ານັ້ນຄວນອະທິຖານຕໍ່ພຣະເຈົ້າຢູ່ເຮືອນ ແລະ ປັບແນວຄິດຂອງຕົນເອງກ່ອນທີ່ຈະມາທີ່ການເຕົ້າໂຮມ. ດ້ວຍວິທີນີ້, ພວກເຂົາຈະມີອາລົມດີ ແລະ ພວກເຂົາຈະໄດ້ຮັບບາງສິ່ງບາງຢ່າງຈາກການເຕົ້າໂຮມ. ນອກຈາກນີ້, ສິ່ງນີ້ກໍຈະເປັນປະໂຫຍດຕໍ່ຄົນອື່ນເຊັ່ນກັນ; ຢ່າງໜ້ອຍທີ່ສຸດ, ພວກເຂົາກໍຈະບໍ່ຖືກລົບກວນ. ເພື່ອຮັບປະກັນວ່າຜູ້ຄົນທີ່ພຣະເຈົ້າເລືອກສາມາດດຳເນີນຊີວິດຄຣິສຕະຈັກທີ່ປົກກະຕິໄດ້, ຜູ້ນໍາ ແລະ ຜູ້ເຮັດວຽກຄວນຮຽນຮູ້ທີ່ຈະໂອ້ລົມຄວາມຈິງເພື່ອແກ້ໄຂບັນຫາ. ຖ້າໃຜຜູ້ໜຶ່ງມາງານເຕົ້າໂຮມດ້ວຍໃບໜ້າທີ່ຫົດຫູ່, ຜູ້ນໍາ ແລະ ຜູ້ເຮັດວຽກຄວນກ້າວອອກໄປຂ້າງໜ້າ ແລະ ຖາມວ່າ, “ເຈົ້າຕ້ອງການຄວາມຊ່ວຍເຫຼືອບໍ?” ນີ້ເອີ້ນວ່າການເປັນຝ່າຍເລີ່ມກ່ອນໃນການຊ່ວຍເຫຼືອຄົນອື່ນດ້ວຍຄວາມຮັກ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຫັນຄົນທີ່ມີບັນຫາ ແລະ ເມີນເສີຍ, ຫຼີກລ່ຽງ ແລະ ຢູ່ຫ່າງຈາກ “ຄົນໜ້າບູດບຶ້ງ” ເຫຼົ່ານັ້ນໂດຍບໍ່ໂອ້ລົມຄວາມຈິງເພື່ອເຮັດໃຫ້ວັນຂອງພວກເຂົາສົດໃສຂຶ້ນ, ແລ້ວພວກເຂົາກໍບໍ່ໄດ້ເຮັດວຽກຕົວຈິງ. ເພື່ອເຮັດວຽກງານຄຣິສຕະຈັກຢ່າງມີປະສິດທິພາບ, ຜູ້ນໍາ ແລະ ຜູ້ເຮັດວຽກກ່ອນອື່ນໝົດຕ້ອງຮຽນຮູ້ທີ່ຈະເປັນຄູ່ຄິດທີ່ໄວ້ໃຈໄດ້ຂອງຜູ້ຄົນທີ່ພຣະເຈົ້າເລືອກ, ຄືກັບທີ່ຜູ້ບໍ່ມີຄວາມເຊື່ອເອີ້ນວ່າເປັນພະນັກງານລັດທີ່ເບິ່ງແຍງປະຊາຊົນ. ບາງຄົນບໍ່ເຕັມໃຈທີ່ຈະຮັບບົດບາດດັ່ງກ່າວ, ມັກທີ່ຈະເປັນພຽງຜູ້ສັງເກດການຢູ່ສະເໝີ, ພວກເຂົາຈະສາມາດນຳພາຜູ້ຄົນທີ່ພຣະເຈົ້າເລືອກໃຫ້ດຳເນີນຊີວິດຄຣິສຕະຈັກທີ່ດີດ້ວຍວິທີນີ້ໄດ້ແນວໃດ? ຄວາມຈິງແລ້ວ, ບໍ່ວ່າຄົນໃດຄົນໜຶ່ງມີບັນຫາໃນໃຈ ຫຼື ບໍ່ກໍສາມາດເຫັນໄດ້ໃນລະດັບໃດໜຶ່ງຈາກການສະແດງອອກທາງສີໜ້າຂອງພວກເຂົາ. ຖ້າໃບໜ້າຂອງຄົນໃດຄົນໜຶ່ງມືດມົວຢູ່ສະເໝີ, ມັນໝາຍຄວາມວ່າຫົວໃຈຂອງພວກເຂົາດຳມືດໂດຍບໍ່ມີແສງສະຫວ່າງແມ່ນແຕ່ຈຸດດຽວ. ຖ້າພວກເຂົາຈົມຢູ່ກັບການໂຕ້ຖຽງກັນເລື່ອງຖືກຜິດໝົດມື້, ໃບໜ້າຂອງພວກເຂົາຍັງຈະມີຮອຍຍິ້ມໄດ້ຢູ່ບໍ? ໃບໜ້າຂອງຄົນເຫຼົ່ານີ້ຖືກປົກຄຸມໄປດ້ວຍເມກດຳຢູ່ສະເໝີ, ໂດຍບໍ່ມີຊ່ວງເວລາຂອງແສງແດດ ແລະ ສິ່ງນີ້ກໍສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງພວກເຂົາເຊັ່ນກັນ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກຊັກຊ້າໃນການຈັດການ ແລະ ແກ້ໄຂບັນຫານີ້, ເຊິ່ງເຮັດໃຫ້ອ້າຍເອື້ອຍນ້ອງຕ້ອງທົນທຸກທໍລະມານຈາກການລົບກວນຢ່າງຕໍ່ເນື່ອງ ແລະ ຄວາມທຸກທໍລະມານທີ່ບໍ່ສາມາດເວົ້າໄດ້, ມັນກໍພິສູດວ່າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດປະຕິບັດວຽກງານຕົວຈິງໄດ້, ບໍ່ສາມາດແກ້ໄຂບັນຫາດ້ວຍຄວາມຈິງໄດ້ ແລະ ເປັນຄົນໄຮ້ຄ່າຢ່າງສິ້ນເຊີງ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກເຂົ້າໃຈຄວາມຈິງ ແລະ ສາມາດລະບຸບັນຫາຂອງອ້າຍເອື້ອຍນ້ອງໄດ້ ແລະ ສາມາດໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໄດ້ທັນການ, ບໍ່ພຽງແຕ່ສາມາດຊ່ວຍແກ້ໄຂບັນຫາຂອງຜູ້ຄົນ, ແຕ່ຍັງສາມາດຊ່ວຍໃຫ້ຜູ້ຄົນເຂົ້າໃຈຫຼັກການຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາໄດ້, ແລ້ວການປະຕິບັດໜ້າທີ່ ແລະ ການຈັດການເລື່ອງຕ່າງໆຂອງພວກເຂົາກໍຈະມີປະສິດທິພາບ ແລະ ວຽກງານຄຣິສຕະຈັກກໍຈະບໍ່ໄດ້ຮັບຜົນກະທົບ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸ ແລະ ແກ້ໄຂບັນຫາໄດ້ທັນການ, ສິ່ງນີ້ກໍສົ່ງຜົນກະທົບຕໍ່ວຽກງານຂອງຄຣິສຕະຈັກ. ຖ້າຜູ້ນໍາ ແລະ ຜູ້ເຮັດວຽກບໍ່ສາມາດລະບຸ ແລະ ຈັດການບັນຫາໄດ້, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກ ແລະ ຂັດຂວາງທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ, ພວກເຂົາບໍ່ໄດ້ເຮັດຜິດຕໍ່ພຣະເຈົ້າ ແລະ ຜູ້ຄົນທີ່ພຣະເຈົ້າເລືອກບໍ? ພວກເຂົາບໍ່ຂາດຫຼັກການໃນການຈັດການເລື່ອງຕ່າງໆບໍ? ການຈັດການບັນຫາໂດຍທັນທີ ແລະ ໂດຍບໍ່ລັງເລຫຼັງຈາກທີ່ເບິ່ງທະລຸແກ່ນແທ້ຂອງມັນ, ນີ້ເອີ້ນວ່າການປະຕິບັດຄວາມຮັບຜິດຊອບສຸດຄວາມສາມາດ ແລະ ການເປັນຄົນທີ່ຈົງຮັກພັກດີ ແລະ ນີ້ຄືການປະຕິບັດໜ້າທີ່ຂອງຕົນໃນແບບທີ່ໄດ້ມາດຕະຖານ.
ຫົວຂໍ້ຂອງການໂອ້ລົມໃນມື້ນີ້ແມ່ນປະເດັນທີຫົກ, ການສ້າງການພົວພັນທີ່ບໍ່ເໝາະສົມ. ບັນຫາປະເພດນີ້ທີ່ເກີດຂຶ້ນໃນຊີວິດຄຣິສຕະຈັກໂດຍພື້ນຖານແລ້ວແມ່ນມີດັ່ງນີ້: ການພົວພັນທີ່ບໍ່ເໝາະສົມລະຫວ່າງຍິງ-ຊາຍ, ການພົວພັນແບບເພດດຽວກັນ, ການພົວພັນເພື່ອຮັກສາຜົນປະໂຫຍດສ່ວນຕົນ ແລະ ຄວາມກຽດຊັງລະຫວ່າງບຸກຄົນ. ບໍ່ວ່າຈະເປັນການພົວພັນທີ່ອີງໃສ່ຕັນຫາທາງເນື້ອໜັງ, ຜົນປະໂຫຍດທາງເນື້ອໜັງ ຫຼື ຄວາມຜູກພັນທາງອາລົມທີ່ຊັບຊ້ອນຂອງເນື້ອໜັງ, ພວກມັນລ້ວນແຕ່ຕົກຢູ່ໃນໝວດໝູ່ຂອງການພົວພັນທີ່ບໍ່ເໝາະສົມ ເພາະວ່າພວກມັນເກີນຂອບເຂດຂອງຈິດສຳນຶກ ແລະ ເຫດຜົນຂອງຄວາມເປັນມະນຸດທີ່ປົກກະຕິ. ການມີຢູ່ຂອງການພົວພັນທີ່ບໍ່ເໝາະສົມເຫຼົ່ານີ້ສາມາດລົບກວນຈິດໃຈຂອງຜູ້ຄົນໄດ້ໃນລະດັບໃດໜຶ່ງ. ທີ່ຮ້າຍແຮງໄປກວ່ານັ້ນ, ພວກມັນສາມາດລົບກວນທາງເຂົ້າຂອງຊີວິດຂອງຜູ້ຄົນ, ການສະແຫວງຫາຂອງພວກເຂົາກ່ຽວກັບຄວາມຈິງ ແລະ ການໄລ່ຕາມຂອງພວກເຂົາທີ່ຈະຮູ້ຈັກພຣະເຈົ້າ. ການພົວພັນທີ່ບໍ່ເໝາະສົມປະເພດຕ່າງໆເຫຼົ່ານີ້ບໍ່ໄດ້ເກີດຈາກຈິດສຳນຶກ ຫຼື ເຫດຜົນ ແລະ ພວກມັນກໍຂັດກັບຄວາມເປັນມະນຸດທີ່ປົກກະຕິ. ມັນເປັນເລື່ອງຍາກສຳລັບຜູ້ຄົນທີ່ຈະຍອມຮັບ ແລະ ປະຕິບັດຄວາມຈິງເມື່ອພວກເຂົາດຳລົງຊີວິດຢູ່ພາຍໃນການພົວພັນທີ່ຜິດປົກກະຕິເຫຼົ່ານີ້ ແລະ ສິ່ງນີ້ກໍລົບກວນພວກເຂົາໃນການດຳເນີນຊີວິດຄຣິສຕະຈັກ ແລະ ການໄລ່ຕາມການເຕີບໂຕຂອງຊີວິດ, ທັງຍັງລົບກວນຄວາມເປັນລະບຽບຮຽບຮ້ອຍຂອງຊີວິດຄຣິສຕະຈັກອີກດ້ວຍ. ສິ່ງນີ້ເປັນອັນຕະລາຍຕໍ່ທາງເຂົ້າຂອງຊີວິດຂອງຜູ້ຄົນທີ່ພຣະເຈົ້າເລືອກ ແລະ ຍັງສາມາດສ້າງຄວາມເສຍຫາຍຕໍ່ວຽກງານຂອງຄຣິສຕະຈັກໄດ້ອີກດ້ວຍ. ຍ້ອນສິ່ງທັງໝົດນີ້, ມັນຈຶ່ງເປັນສິ່ງຈຳເປັນຢ່າງຍິ່ງທີ່ຜູ້ນໍາ ແລະ ຜູ້ເຮັດວຽກຈະຕ້ອງລະບຸ ແລະ ຈັດການບັນຫາເຫຼົ່ານີ້ໂດຍທັນທີ.
ກ່ຽວກັບການພົວພັນທີ່ບໍ່ເໝາະສົມ, ພວກເຮົາໄດ້ລະບຸສະຖານະການຕ່າງໆ ແລະ ຈັດແບ່ງປະເພດພວກມັນແລ້ວ. ພວກເຈົ້າສາມາດຍົກຕົວຢ່າງບາງຢ່າງເພື່ອຝຶກຝົນການແຍກແຍະໄດ້ບໍ? ຈຸດປະສົງຂອງການຮຽນຮູ້ການແຍກແຍະແມ່ນຫຍັງ? ມັນແມ່ນເພື່ອເຮັດໃຫ້ພວກເຈົ້າສາມາດແຍກແຍະ ແລະ ກຳນົດແກ່ນແທ້ຂອງຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆໄດ້, ເພື່ອທີ່ຈະຕັດສິນຢ່າງຖືກຕ້ອງ ແລະ ຈາກນັ້ນກໍປະຕິບັດຕໍ່ພວກມັນຕາມຫຼັກການ. ນີ້ຄືຜົນຮັບສຸດທ້າຍ. ມີໃຜເຄີຍເວົ້າບໍວ່າ, “ເຈົ້າເວົ້າຢູ່ໝົດມື້ກ່ຽວກັບເລື່ອງຖືກຜິດເຫຼົ່ານີ້, ເລື່ອງປະຈຳວັນເຫຼົ່ານີ້, ພວກເຮົາບໍ່ເຕັມໃຈທີ່ຈະຟັງມັນອີກຕໍ່ໄປ; ພວກເຮົາເຖິງກັບບໍ່ຢາກມາງານເຕົ້າໂຮມອີກແລ້ວ. ເຈົ້າບໍ່ຄວນໂອ້ລົມກ່ຽວກັບຄວາມຈິງບໍ? ເປັນຫຍັງຈຶ່ງເວົ້າເຖິງສະຖານະການເຫຼົ່ານີ້ຢູ່ສະເໝີ?” ພວກເຈົ້າເຄີຍສັງເກດເຫັນຄົນເຊັ່ນນັ້ນບໍ? ພວກເຂົາແມ່ນຄົນປະເພດໃດ? (ຄົນທີ່ຂາດຄວາມເຂົ້າໃຈຝ່າຍວິນຍານ). ພວກເຮົາໂອ້ລົມດ້ວຍວິທີນີ້, ແຕ່ພວກເຂົາກໍຍັງບໍ່ສາມາດເຂົ້າໃຈຄວາມຈິງໄດ້, ສະຕິປັນຍາຂອງພວກເຂົາບໍ່ຮອດລະດັບຄົນປົກກະຕິ; ຄົນເຊັ່ນນັ້ນແມ່ນເກີນທີ່ຈະແກ້ໄຂໄດ້. ຄົນທີ່ສະຕິປັນຍາບໍ່ຮອດລະດັບຂອງມະນຸດຍັງຈະໃຫ້ລາວມາຟັງຄຳເທດສະໜາຕໍ່ໄປບໍ? ບາງທີພວກເຂົາອາດຈະສະເໜີວ່າ: “ການເຕົ້າໂຮມແມ່ນກ່ຽວກັບການໂອ້ລົມຄວາມຈິງສະເໝີ, ເວົ້າເຖິງເລື່ອງຕ່າງໆເຊັ່ນການປະຕິບັດຄວາມຈິງຢູ່ສະເໝີ, ຂ້ອຍເບື່ອທີ່ຈະຟັງເລື່ອງນີ້ແລ້ວ. ຂ້ອຍບໍ່ເຕັມໃຈທີ່ຈະມາງານເຕົ້າໂຮມອີກຕໍ່ໄປ”. ຖ້າພວກເຂົາມີທັດສະນະແບບນັ້ນແທ້, ແລ້ວພວກເຂົາກໍແມ່ນຜູ້ທີ່ເບື່ອໜ່າຍຄວາມຈິງ. ສຳລັບຄົນເຊັ່ນນັ້ນ, ເຮືອນຂອງພຣະເຈົ້າບໍ່ໄດ້ບັງຄັບໃຫ້ພວກເຂົາເຂົ້າຮ່ວມ; ໃຫ້ຟ້າວປົດພວກເຂົາອອກ. ຖ້າພວກເຂົາເອງບໍ່ເຕັມໃຈທີ່ຈະມາງານເຕົ້າໂຮມ ແລະ ບໍ່ເປີດໃຈຮັບຟັງສິ່ງທີ່ສົນທະນາກັນໃນງານ, ພວກເຮົາກໍບໍ່ໄດ້ບັງຄັບ, ພວກເຮົາບໍ່ໄດ້ຕ້ອງການເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບພວກເຂົາ. ຄົນແບບນີ້, ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າຕະຫຼອດຊີວິດ, ກໍຈະບໍ່ເຂົ້າໃຈຄວາມຈິງ ແລະ ຈະບໍ່ເຂົ້າສູ່ຄວາມເປັນຈິງ; ມັນເປັນການເສຍຄວາມພະຍາຍາມໄປລ້າໆ. ຖ້າພວກເຂົາມັກຟັງຄວາມຮູ້ທາງເທວະວິທະຍາ, ກໍໃຫ້ພວກເຂົາໄປສຶກສາຄວາມຮູ້ທາງເທວະວິທະຍາ; ມື້ໜຶ່ງ, ເມື່ອພວກເຂົາບໍ່ໄດ້ຮັບຄວາມຈິງເປັນຊີວິດ, ພວກເຂົາກໍຈະເສຍໃຈ.
ວັນທີ 29 ພຶດສະພາ 2021