​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ

ຜູ້ທີ່ເຊື່ອຕ້ອງມີຊີວິດຝ່າຍວິນຍານປົກກະຕິ, ຂໍ້ນີ້ເປັນພື້ນຖານສຳລັບການມີປະສົບການກັບພຣະທຳຂອງພຣະເຈົ້າ ແລະ ການເຂົ້າສູ່ຄວາມເປັນຈິງ. ໃນປະຈຸບັນນີ້, ມີສິ່ງໃດແດ່ທີ່ສາມາດບັນລຸມາດຕະຖານຂອງການມີຊີວິດຝ່າຍວິນຍານປົກກະຕິໄດ້ ບໍ່ວ່າຈະເປັນການອະທິຖານ, ການໃກ້ຊິດກັບພຣະເຈົ້າ, ການຮ້ອງເພງ, ການສັນລະເສີນ, ການປະຕິບັດສະມາທິ ແລະ ການພະຍາຍາມຈົດຈຳພຣະທຳຂອງພຣະເຈົ້າ ທີ່ພວກເຈົ້າປະຕິບັດ? ບໍ່ມີໃຜໃນພວກເຈົ້າຊັດເຈນກ່ຽວກັບເລື່ອງນີ້. ຊີວິດຝ່າຍວິນຍານປົກກະຕິ ບໍ່ໄດ້ຈຳກັດຢູ່ທີ່ການອະທິຖານ, ສຽງເພງ, ຊີວິດຄຣີສຕະຈັກ, ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ການປະຕິບັດອື່ນໆ, ແຕ່ມັນໝາຍເຖິງການໃຊ້ຊີວິດຝ່າຍວິນຍານທີ່ສົດຊື່ນ ແລະ ຢ່າງມີຊີວິດຊີວາ. ບໍ່ແມ່ນກ່ຽວກັບວິທີການ, ແຕ່ກ່ຽວກັບຜົນຮັບ. ຜູ້ຄົນສ່ວນໃຫຍ່ຄິດວ່າ ເພື່ອໃຫ້ມີຊີວິດຝ່າຍວິນຍານປົກກະຕິ ພວກເຂົາຕ້ອງອະທິຖານ, ຮ້ອງເພງ, ກິນ ແລະ ດື່ມ ພຣະທຳຂອງພຣະເຈົ້າ ຫຼື ພະຍາຍາມຈົດຈຳພຣະທຳຂອງພຣະອົງ. ບໍ່ວ່າຈະໄດ້ຮັບຜົນແບບໃດກໍ່ຕາມ ຫຼື ຈະມີຄວາມເຂົ້າໃຈຢ່າງແທ້ຈິງກໍຕາມ, ຄົນເຫຼົ່ານີ້ແມ່ນພຽງແຕ່ແນໃສ່ການເຄື່ອນໄຫວພາຍນອກ ແລະ ບໍ່ໄດ້ແນໃສ່ຜົນຮັບ ເຊິ່ງພວກເຂົາເປັນຄົນທີ່ດຳລົງຊີວິດຢູ່ໃນພິທີກຳທາງສາສະໜາ ແລະ ບໍ່ໄດ້ດຳລົງຊີວິດຢູ່ໃນຄຣີສຕະຈັກ ແລະ ຍິ່ງໄປກ່ວານັ້ນ ພວກເຂົາບໍ່ແມ່ນໄພ່ພົນຂອງອານາຈັກ. ການອະທິຖານ, ການຮ້ອງເພງ ແລະ ການກິນ ແລະ ດື່ມພຣະທຳຂອງພຣະເຈົ້າຂອງຄົນປະເພດນີ້ ແມ່ນເປັນພຽງການເຮັດຕາມກົດເກນເທົ່ານັ້ນ, ພວກເຂົາຖືກບັງຄັບໃຫ້ປະຕິບັດ ແລ້ວກໍພາກັນປະຕິບັດຕາມກະແສ; ບໍ່ໄດ້ປະຕິບັດຢ່າງເຕັມໃຈ ຫຼື ອອກຈາກໃຈ. ບໍ່ວ່າຄົນເຫຼົ່ານີ້ຈະອະທິຖານ ຫຼື ຮ້ອງເພງຫຼາຍສ່ຳໃດກໍ່ຕາມ ກໍຈະບໍ່ມີຜົນໃດໆ, ເພາະວ່າທຸກສິ່ງທີ່ພວກເຂົາປະຕິບັດແມ່ນກົດເກນ ແລະ ພິທີກຳຕ່າງໆທາງສາດສະໜາ ແລະ ພວກເຂົາບໍ່ໄດ້ເຮັດຕາມພຣະທຳຂອງພຣະເຈົ້າ. ພວກເຂົາພຽງແຕ່ແນໃສ່ວິທີການປະຕິບັດ ແລະ ເອົາພຣະທຳຂອງພຣະເຈົ້າມາເປັນກົດເພື່ອຮັກສາເທົ່ານັ້ນ, ຄົນປະເພດນີ້ ແມ່ນບໍ່ໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າ, ແຕ່ປະຕິບັດເພື່ອເປັນທີ່ພໍໃຈຝ່າຍເນື້ອໜັງ ແລະ ເພື່ອອວດຄົນອື່ນ. ກົດເກນ ແລະ ພິທີກຳທາງສາດສະໜາເຊັ່ນນີ້ແມ່ນມາຈາກມະນຸດ, ບໍ່ໄດ້ມາຈາກພຣະເຈົ້າ. ພຣະເຈົ້າບໍ່ໄດ້ຮັກສາກົດ, ບໍ່ໄດ້ຍຶດຖືກົດໝາຍໃດໆ; ພຣະອົງກະທໍາສິ່ງໃໝ່ທຸກວັນ ແລະ ປະຕິບັດພາລະກິດຕົວຈິງ. ສ່ວນຜູ້ຄົນທີ່ຢູ່ໃນຄຣີສຕະຈັກທີ່ຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານຜູ້ທີ່ແຕ່ລະວັນຈຳກັດຕົວເອງຢູ່ກັບພິທີກໍາຍາມເຊົ້າ, ການອະທິຖານໃນຍາມແລງ, ການຂອບພຣະຄຸນກ່ອນອາຫານ, ການສະແດງຄວາມຂອບໃຈໃນທຸກສິ່ງ ແລະ ການປະຕິບັດ ອື່ນໆໃນຮູບແບບດຽວກັນນັ້ນ, ບໍ່ວ່າຜູ້ຄົນເຫຼົ່ານີ້ຈະປະຕິບັດຕົນຫຼາຍສໍ່າໃດ ຫຼື ດົນນານປານໃດກໍ່ຕາມ, ພວກເຂົາກໍຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດ. ຖ້າຜູ້ຄົນດຳລົງຊີວິດຢູ່ໃນກົດເກນຕ່າງໆ ດ້ວຍຖອກເທຫົວໃຈເຂົ້າໃນການປະຕິບັດ, ພຣະວິນຍານບໍລິສຸດກໍບໍ່ມີທາງຈະປະຕິບັດພາລະກິດໄດ້, ເພາະວ່າ ຫົວໃຈຂອງຄົນເຫຼົ່ານັ້ນເຕັມໄປດ້ວຍກົດເກນ ແລະ ແນວຄວາມຄິດຕ່າງໆຂອງມະນຸດ; ດັ່ງນັ້ນ ພຣະເຈົ້າຈຶ່ງບໍ່ມີທາງປະຕິບັດພາລະກິດ; ຜູ້ຄົນກໍຈະໄດ້ແຕ່ດຳລົງຊີວິດຢູ່ພາຍໃຕ້ການຄວບຄຸມຂອງກົດໝາຍຕະຫຼອດເວລາ ແລະ ຄົນປະເພດນີ້ ຈະບໍ່ສາມາດຮັບການຍ້ອງຍໍຈາກພຣະເຈົ້າໄດ້.

ການມີຊີວິດຝ່າຍວິນຍານປົກກະຕິຄືການດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ. ເມື່ອອະທິຖານ ມະນຸດສາມາດສະຫງົບຫົວໃຈຂອງຕົນຕໍ່ໜ້າພຣະອົງ ແລະ ຜ່ານການອະທິຖານ ມະນຸດສາມາດສະແຫວງຫາຄວາມສະຫວ່າງ ໂດຍພຣະວິນຍານບໍລິສຸດໄດ້, ຮູ້ຈັກພຣະທຳຂອງພຣະເຈົ້າ ແລະ ສາມາດເຂົ້າໃຈຄວາມປະສົງຂອງພຣະອົງ. ເມື່ອກິນ ແລະ ດື່ມ ພຣະທຳຂອງພຣະເຈົ້າ ມະນຸດສາມາດເຂົ້າໃຈຊັດເຈນ ແລະ ຈະແຈ້ງຂຶ້ນໃນສິ່ງທີ່ພຣະເຈົ້າຕ້ອງການໃຫ້ປະຕິບັດໃນຕອນນີ້ ແລະ ມະນຸດຈະສາມາດມີເສັ້ນທາງໃໝ່ຂອງການປະຕິບັດ ແລະ ບໍ່ເປັນຄົນອະນຸລັກນິຍົມ, ເພື່ອວ່າ ການປະຕິບັດທຸກຢ່າງຂອງມະນຸດຈະໄດ້ບັນລຸຈຸດປະສົງຂອງຄວາມກ້າວໜ້າໃນຊີວິດ. ຕົວຢ່າງ: ການອະທິຖານຂອງມະນຸດບໍ່ແມ່ນເພື່ອຈຸດປະສົງໃນການເວົ້າຖ້ອຍຄໍາທີ່ງົດງາມ ຫຼື ຮ້ອງໂຮ່ຕໍ່ໜ້າພຣະເຈົ້າເພື່ອສະແດງຄວາມເປັນໜີ້ບຸນຄົນ, ແຕ່ກົງກັນຂ້າມ ເພື່ອການປະຕິບັດຝ່າຍວິນຍານຂອງຕົນ, ເພື່ອສະຫງົບຈິດໃຈຕໍ່ໜ້າພຣະເຈົ້າ, ເພື່ອປະຕິບັດຄົ້ນຫາການຊີ້ນໍາຂອງພຣະເຈົ້າໃນທຸກສິ່ງ, ເພື່ອເຮັດໃຫ້ຫົວໃຈຂອງຕົນ ເປັນຫົວໃຈທີ່ສະແຫວງຫາຄວາມສະຫວ່າງໃໝ່ທຸກວັນ, ເພື່ອບໍ່ເປັນຄົນເມີນເສີຍ ຫຼື ກຽດຄ້ານ ແລະ ເພື່ອເຂົ້າສູ່ເສັ້ນທາງທີ່ຖືກຕ້ອງໃນການປະຕິບັດຕາມພຣະທຳຂອງພຣະເຈົ້າ. ໃນປະຈຸບັນນີ້ ຜູ້ຄົນສ່ວນໃຫຍ່ ແມ່ນສຸມໃສ່ວິທີການປະຕິບັດ ແລະ ບໍ່ພະຍາຍາມສະແຫວງຫາຄວາມຈິງເພື່ອບັນລຸຄວາມກ້າວໜ້າໃນຊີວິດ; ນີ້ຄືສິ່ງທີ່ຜູ້ຄົນເຮັດຢູ່ນອກຫຼັກການ. ຍັງມີຄົນຈຳນວນໜຶ່ງ ເຖິງແມ່ນວ່າພວກເຂົາຈະສາມາດຮັບເອົາຄວາມສະຫວ່າງໃໝ່, ແຕ່ວິທີການປະຕິບັດຂອງພວກເຂົາຍັງຄົງບໍ່ປ່ຽນແປງ; ພວກເຂົານໍາໃຊ້ແນວຄິດທາງສາດສະໜາໃນອາດີດ ເພື່ອຮັບພຣະທຳຂອງພຣະເຈົ້າໃນປະຈຸບັນ ແລະ ສິ່ງທີ່ພວກເຂົາໄດ້ຮັບຍັງຄົງເປັນຫຼັກຄຳສອນ ເຊິ່ງມີຄວາມເຊື່ອທາງສາດສະໜາປະກອບຢູ່ນຳ ແລະ ພວກເຂົາບໍ່ໄດ້ຮັບແສງສະຫວ່າງຂອງທຸກມື້ນີ້ຢ່າງແທ້ຈິງ. ດັ່ງນັ້ນ, ການປະຕິບັດຂອງພວກເຂົາຈຶ່ງບໍ່ບໍລິສຸດ, ພວກເຂົາຍັງປະຕິບັດຄືເກົ່າ ແຕ່ກັບຊື່ໃໝ່ ແລະ ບໍ່ວ່າການປະຕິບັດຂອງພວກເຂົາຈະດີສ່ຳໃດກໍ່ຕາມ, ມັນກໍຍັງຄົງເປັນການຫຼອກລວງ. ພຣະເຈົ້ານຳພາຜູ້ຄົນເຮັດສິ່ງໃໝ່ທຸກວັນ ແລະ ຕ້ອງການໃຫ້ຜູ້ຄົນມີຄວາມເຫັນແຈ້ງ ແລະ ຄວາມເຂົ້າໃຈໃໝ່ທຸກວັນ ແລະ ຈະບໍ່ລ້າສະໃໝ ຫຼື ໜ້າເບື່ອໜ່າຍ. ຖ້າເຈົ້າໄດ້ເຊື່ອພຣະເຈົ້າເປັນເວລາຫຼາຍປີ, ແຕ່ວິທີປະຕິບັດຂອງເຈົ້າບໍ່ມີການປ່ຽນແປງຫຍັງເລີຍ, ຖ້າເຈົ້າຍັງເອົາຈິງເອົາຈັງ ແລະ ຫຍຸ້ງຢູ່ກັບສິ່ງພາຍນອກ ແລະ ບໍ່ມາຢູ່ຕໍ່ໜ້າພຣະເຈົ້າເພື່ອຊື່ນຊົມກັບພຣະທຳຂອງພຣະອົງດ້ວຍຫົວໃຈທີ່ສະຫງົບ, ແລ້ວ ເຈົ້າຈະບໍ່ສາມາດໄດ້ຮັບສິ່ງໃດເລີຍ. ເມື່ອເວລາຮັບພາລະກິດໃໝ່ຈາກພຣະເຈົ້າ, ຖ້າເຈົ້າບໍ່ສ້າງແຜນການໃໝ່, ຖ້າເຈົ້າບໍ່ປະຕິບັດໃນທາງໃໝ່, ຖ້າເຈົ້າບໍ່ສະແຫວງຫາຄວາມເຂົ້າໃຈໃໝ່, ແຕ່ກົງກັນຂ້າມເຈົ້າຢຶດຖືກັບສິ່ງເກົ່າຈາກອະດີດ ແລະ ພຽງແຕ່ຮັບເອົາແສງສະຫວ່າງໃໝ່ທີ່ບໍ່ມີການປ່ຽນແປງວິທີການປະຕິບັດ, ສະນັ້ນ ເຖິງແມ່ນວ່າ ບຸກຄົນປະເພດນີ້ແມ່ນຢູ່ໃນກະແສດັ່ງກ່າວພຽງໃນນາມ, ແຕ່ໃນຄວາມເປັນຈິງພວກເຂົາແມ່ນເປັນພຽງແຕ່ຜູ້ທີ່ນັບຖືສາດສະໜາເໝືອນກັບພວກຟາລິຊາຍ ທີ່ຢູ່ນອກເສັ້ນທາງຂອງພຣະວິນຍານບໍລິສຸດເທົ່ານັ້ນ.

ຖ້າເຈົ້າຕ້ອງການຢ່າກມີຊີວິດຝ່າຍວິນຍານປົກກະຕິ, ເຈົ້າຈຳເປັນຕ້ອງຮັບເອົາຄວາມສະຫວ່າງໃໝ່ທຸກວັນ, ສະແຫວງຫາຄວາມເຂົ້າໃຈອັນແທ້ຈິງໃນພຣະທຳຂອງພຣະເຈົ້າ ແລະ ບັນລຸຄວາມກະຈ່າງແຈ້ງໃນເລື່ອງຄວາມຈິງ. ເຈົ້າຈຳເປັນຕ້ອງມີເສັ້ນທາງປະຕິບັດໃນທຸກສິ່ງ ແລະ ຜ່ານການອ່ານພຣະທຳຂອງພຣະເຈົ້າທຸກວັນ ເຈົ້າຈະສາມາດຄົ້ນພົບຄຳຖາມໃໝ່ ແລະ ຂໍ້ບົກພ່ອງຂອງຕົນເອງ. ສິ່ງນີ້ຈະນຳມາເຊິ່ງຫົວໃຈທີ່ກະຫາຍ ແລະ ຢາກຄົ້ນຫາເພື່ອເຮັດໃຫ້ຊີວິດທັງໝົດຂອງເຈົ້າມີການເຄື່ອນໄຫວ ແລະ ສາມາດເຂົ້າສູ່ຄວາມສະຫງົບຕໍ່ໜ້າພຣະເຈົ້າໄດ້ທຸກເວລາ ແລະ ມີຄວາມຢ້ານກົວຢ່າງເລິກ ໃນການຕົກຢູ່ກັບຄວາມລ້າຫຼັງ. ຖ້າຜູ້ຄົນສາມາດມີຄວາມກະຫາຍ, ມີຫົວໃຈຄົ້ນຫາ ແລະ ພ້ອມເຕັມໃຈປະຕິບັດຢ່າງຕໍ່ເນື່ອງໃນສິ່ງນີ້, ພວກເຂົາແມ່ນຢູ່ໃນເສັ້ນທາງທີ່ຖືກຕ້ອງສຳລັບຊີວິດຝ່າຍວິນຍານ. ທຸກຄົນທີ່ສາມາດຮັບເອົາການຖືກດົນໃຈໂດຍພຣະວິນຍານບໍລິສຸດ, ປາຖະໜາຄວາມກ້າວໜ້າ, ເຕັມໃຈສະແຫວງຫາຄວາມສົມບູນແບບໂດຍພຣະເຈົ້າ, ຜູ້ທີ່ຕ້ອງການເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງເລິກເຊິ່ງຍິ່ງຂື້ນ ແລະ ຜູ້ທີ່ບໍ່ສະແຫວງຫາສິ່ງທີ່ເໜືອທຳມະຊາດ ແຕ່ເປັນຜູ້ຍອມຈ່າຍຕາມລາຄາຕົວຈິງ, ສະແດງຄວາມເອົາໃຈໃສ່ຕໍ່ຄວາມປະສົງຂອງພຣະເຈົ້າຢ່າງແທ້ຈິງ, ເຂົ້າສູ່ຢ່າງເປັນຈິງ, ສ້າງປະສົບການພວກເຂົາຢ່າງແທ້ຈິງ ແລະ ມີຄວາມເປັນຈິງຍິ່ງຂື້ນ, ບໍ່ສະແຫວງຫາຖ້ອຍຄຳໃນຫຼັກຄໍາສອນທີ່ຫວ່າງເປົ່າ ແລະ ຜູ້ທີ່ບໍ່ສະແຫວງຫາຄວາມຮູ້ສຶກເໜືອທຳມະຊາດ ຫຼືບູຊາບຸກຄົນທີ່ຍິ່ງໃຫຍ່ໃດໆ, ຄົນໃນລັກສະນະນີ້ແມ່ນໄດ້ເຂົ້າສູ່ຊີວິດຝ່າຍວິນຍານປົກກະຕິ. ທຸກສິ່ງທີ່ພວກເຂົາປະຕິບັດແມ່ນມີຈຸດປະສົງ ເພື່ອບັນລຸຄວາມກ້າວໜ້າໃນຊີວິດ, ເພື່ອຮັກສາວິນຍານຂອງຕົນໃຫ້ມີຄວາມສົດຊື່ນ ແລະ ບໍ່ຢຸດນິ້ງ ແລະ ສາມາດເຂົ້າສູ່ທາງບວກໄດ້ສະເໝີ. ຕົວຢ່າງ: ເມື່ອພວກເຂົາອະທິຖານກ່ອນກິນອາຫານ, ພວກເຂົາບໍ່ໄດ້ຖືກບັງຄັບໃຫ້ເຮັດເຊັ່ນນັ້ນ, ແຕ່ພວກເຂົາອະທິຖານດ້ວຍຫົວໃຈທີ່ສະຫງົບຕໍ່ໜ້າພຣະເຈົ້າ, ຂອບພຣະຄຸນພຣະເຈົ້າໃນຫົວໃຈຂອງພວກເຂົາ, ເຕັມໃຈໃນຊີວິດເພື່ອພຣະເຈົ້າ, ມອບເວລາຂອງຕົນໃຫ້ກັບພຣະອົງ ແລະ ເຕັມໃຈຮ່ວມມືກັບພຣະເຈົ້າ ແລະ ເສຍສະລະເພື່ອພຣະອົງ. ຖ້າຫົວໃຈຂອງພວກເຂົາບໍ່ສາມາດມີຄວາມສະຫງົບຢູ່ຕໍ່ໜ້າພຣະເຈົ້າ, ພວກເຂົາກໍຈະບໍ່ກິນ ແຕ່ພວກເຂົາຈະສືບຕໍ່ອະທິຖານ; ດັ່ງນັ້ນ, ມັນຈຶ່ງບໍ່ແມ່ນເປັນການຍຶດຖືກົດເກນ, ແຕ່ເປັນການປະຕິບັດຕາມພຣະທຳຂອງພຣະເຈົ້າ. ຄົນບາງຄົນ, ໃນເວລາອະທິຖານກ່ອນກິນອາຫານ, ພວກເຂົາສະແດງກິລິຍາທ່າທາງ, ເບິ່ງຄືວ່າຕົນເອງເປັນຜູ້ນັບຖືສາດາສະໜາ, ແຕ່ໃນສະໝອງຂອງພວກເຂົາຊໍ້າພັດຄິດວ່າ: “ເປັນຫຍັງຂ້ອຍຈຶ່ງຕ້ອງເຮັດສິ່ງນີ້? ເຖິງບໍ່ອະທິຖານ ທຸກສິ່ງກໍດີຢູ່ແລ້ວ ບໍ່ແມ່ນບໍ? ທຸກສິ່ງກໍຍັງຄືເກົ່າພາຍຫຼັງທີ່ອະທິຖານ, ແລ້ວເປັນຫຍັງຈຶ່ງຕ້ອງອະທິຖານ?” ບຸກຄົນປະເພດນີ້ແມ່ນກຳລັງຍຶດຖືກົດເກນ ແລະ ເຖິງແມ່ນວ່າຄຳເວົ້າຂອງພວກເຂົາ ທີ່ກ່າວອອກມາມີຄວາມປະສົງຢາກເຮັດໃຫ້ພຣະເຈົ້າພໍໃຈ, ແຕ່ຫົວໃຈຂອງພວກເຂົາບໍ່ໄດ້ຢູ່ຕໍ່ໜ້າພຣະເຈົ້າ. ພວກເຂົາບໍ່ໄດ້ອະທິຖານເພື່ອເຮັດໃຫ້ຫົວໃຈຂອງຕົນສະຫງົບຕໍ່ໜ້າພຣະເຈົ້າ, ແຕ່ກົງກັນຂ້າມພວກເຂົາເຮັດເພື່ອຫຼອກລວງຄົນອື່ນ ແລະ ເຮັດເພື່ອໃຫ້ຄົນອື່ນເຫັນເທົ່ານັ້ນ. ບຸກຄົນປະເພດນີ້ເປັນບຸກຄົນທີ່ໜ້າຊື່ໃຈຄົດຢ່າງແທ້ຈິງ, ຄືກັນກັບສິດຍາພິບານທີ່ສາມາດສອນຜູ້ອື່ນໃຫ້ເຫັນແຕ່ຕົນເອງບໍ່ສາມາດຮູ້ແຈ້ງ; ບຸກຄົນປະເພດນີ້ເປັນເຈົ້າໜ້າທີ່ທາງສາສະໜາຕະຫຼອດການ! ທຸກໆວັນພຣະເຈົ້າກ່າວແຕ່ສິ່ງໃໝ່ໆ, ປະຕິບັດໃນສິ່ງໃໝ່ໆ, ແຕ່ເຈົ້າປະຕິບັດຕາມກົດເກນເກົ່າທຸກວັນ, ພະຍາຍາມຫຼອກລວງພຣະເຈົ້າ, ປະຕິບັດຕໍ່ພຣະອົງພໍເປັນພິທີ, ແລ້ວເຈົ້າບໍ່ໄດ້ເປັນຄົນທີ່ທ້າທາຍພຣະເຈົ້າບໍ່? ເຈົ້າສາມາດຮັບການອວຍພອນໃນຄະນະທີ່ປະຕິບັດຕາມກົດ ແລະ ຕໍ່ຕ້ານພຣະເຈົ້າໄດ້ບໍ? ເຈົ້າຈະບໍ່ໄດ້ຮັບການຕີສອນຈາກພຣະເຈົ້າບໍ?

ພາລະກິດຂອງພຣະເຈົ້າກຳລັງພັດທະນາຢ່າງວ່ອງໄວ, ກຳລັງປົດບັນດານັກສາດສະໜາ ຈາກສາດສະໜາຕ່າງໆ, ນິກາຍຕ່າງໆ ແລະ ບັນດາຜູ້ທີ່ມີຊື່ສຽງອອກ ຜູ້ທີ່ຮັກສາວິໄນໃນການຮັບໃຊ້ຄຣີສຕະຈັກທີ່ຢູ່ຫ່າງໄກ ແລະ ຢູ່ກະຈັດກະຈາຍຕາມສາຍລົມສີ່ທິດ ຜູ້ທີ່ເປັນອາຈານໃຫຍ່ທ່າມກາງພວກເຈົ້າ ໂດຍສະເພາະພວກທີ່ຍຶດຖືກົດເກນ. ພາລະກິດຂອງພຣະເຈົ້າບໍ່ລໍຖ້າ, ບໍ່ເພິ່ງພາອາໃສສິ່ງໃດ ແລະ ບໍ່ດໍາເນີນແບບຊ້າໆ. ບໍ່ດຶງ ຫຼື ລາກຜູ້ໃດ; ຖ້າເຈົ້າບໍ່ສາມາດປະຕິບັດຕາມ ເຈົ້າຈະຖືກປະຖີ້ມ, ບໍ່ວ່າເຈົ້າຈະເປັນຜູ້ຕິດຕາມມາໄດ້ຫຼາຍປີແລ້ວກໍຕາມ. ບໍ່ວ່າເຈົ້າຈະມີປະສົບການຄວາມຊຳນານດີພຽງໃດ, ຖ້າເຈົ້າຍຶດຖືກົດເຈົ້າຈະຖືກລົບລ້າງ. ເຮົາແນະນຳໃຫ້ຄົນປະເພດນີ້ຮູ້ດ້ວຍຕົນເອງ, ສະໝັກໃຈທີ່ຈະນັ່ງດ້ານຫຼັງ ແລະ ບໍ່ຍຶດຕິດກັບສິ່ງເກົ່າ; ການເຮັດໃຫ້ຄົນອື່ນປະຕິບັດຕາມພຣະທຳຂອງພຣະເຈົ້າ ຕາມຫຼັກການປະຕິບັດຂອງຕົນນັ້ນ ແມ່ນການພະຍາຍາມເອົາຊະນະໃຈຄົນອື່ນບໍ່ແມ່ນບໍ? ການປະຕິບັດຂອງເຈົ້າແມ່ນຍຶດຖືກົດເປັນຫຼັກ ແລະ ສອນໃຫ້ຜູ້ຄົນຮັກສາວິໄນໃນການຮັບໃຊ້ຄຣີສຕະຈັກ. ເຈົ້າເຮັດໃຫ້ຜູ້ຄົນເຮັດໃນສິ່ງທີ່ເຈົ້າປາຖະໜາຢູ່ເລື້ອຍໆ, ແລ້ວແບບນີ້ມັນບໍ່ເປັນການສ້າງພັກສ້າງພວກບໍ? ມັນບໍ່ເປັນການແບ່ງແຍກຄຣີສຕະຈັກບໍ? ແລ້ວນີ້ເຈົ້າຍັງກ້າທີ່ຈະກ່າວວ່າ ເຈົ້າເອົາໃຈໃສ່ເຮັດຕາມຄວາມປະສົງຂອງພຣະເຈົ້າໄດ້ແນວໃດ? ເຈົ້າມີຄຸນສົມບັດຫຍັງທີ່ຈະເວົ້າວ່າ ນີ້ຄືສິ່ງທີ່ຈະເຮັດໃຫ້ຜູ້ອື່ນສົມບູນແບບ? ຖ້າຫາກເຈົ້າຍັງສືບຕໍ່ນຳພາໃນຮູບການນີ້, ມັນບໍ່ເປັນການນຳພາຜູ້ຄົນເຂົ້າສູ່ພິທີກຳທາງສາດສະໜາບໍ? ຖ້າຜູ້ຄົນ ມີຊີວິດຝ່າຍວິນຍານປົກກະຕິ, ຖ້າພວກເຂົາໄດ້ຮັບຄວາມຫຼຸດພົ້ນ ແລະ ເປັນອິດສະລະໃນວິນຍານຂອງຕົນທຸກໆວັນ, ເຊັ່ນນັ້ນພວກເຂົາກໍໄດ້ປະຕິບັດຕາມພຣະທຳຂອງພຣະເຈົ້າຢ່າງເປັນອິດສະລະເພື່ອເຮັດໃຫ້ພຣະອົງພໍໃຈ ແລະ ຍິ່ງໄປກ່ວານັ້ນ ເວລາທີ່ພວກເຂົາກຳລັງອະທິຖານ, ພວກເຂົາຈະບໍ່ພຽງແຕ່ເຮັດຕາມລະບຽບວິທີ ຫຼື ຕາມຂັ້ນຕອນເທົ່ານັ້ນ, ແຕ່ພວກເຂົາຈະສາມາດຮັກສາຄວາມສະຫວ່າງໃໝ່ໃນທຸກໆວັນ. ຕົວຢ່າງ: ເມື່ອພວກເຂົາປະຕິບັດໃຈຕົນໃຫ້ສະຫງົບຕໍ່ໜ້າພຣະເຈົ້າ, ພວກເຂົາກໍຈະສາມາດເຮັດໃຫ້ໃຈຂອງຕົນສະຫງົບຕໍ່ໜ້າພຣະອົງໄດ້ຢ່າງແທ້ຈິງ ແລະ ຈະບໍ່ມີໃຜສາມາດລົບກວນພວກເຂົາໄດ້, ບໍ່ມີຜູ້ຄົນ, ເຫດການ ຫຼື ສິ່ງໃດກໍຕາມທີ່ສາມາດຜູກມັດຊີວິດຝ່າຍວິນຍານປົກກະຕິຂອງພວກເຂົາໄດ້. ການປະຕິບັດລັກສະນະນີ້ແມ່ນມີຈຸດປະສົງເພື່ອບັນລຸຜົນ, ບໍ່ແມ່ນເປັນພຽງການເອົາກົດໃຫ້ຜູ້ຄົນຍຶດຖື. ການປະຕິບັດແບບນີ້ບໍ່ແມ່ນການຍຶດຖືກົດ, ແຕ່ແມ່ນເພື່ອຄວາມກ້າວໜ້າໃນຊີວິດຂອງຜູ້ຄົນ. ຖ້າເຈົ້າເປັນພຽງແຕ່ຜູ້ຮັກສາກົດເທົ່ານັ້ນ, ແລ້ວຊີວິດຂອງເຈົ້າກໍຈະບໍ່ປ່ຽນແປງ; ຄົນອື່ນອາດຈະປະຕິບັດໃນທາງນີ້, ຄືກັນກັບເຈົ້າ, ສຸດທ້າຍ, ພວກເຂົາສາມາດຕິດຕາມບາດກ້າວການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດໄດ້, ສ່ວນເຈົ້າຈະຖືກຕັດອອກຈາກທາງຂອງພຣະວິນຍານບໍລິສຸດ. ແລ້ວເຊັ່ນນີ້ ເຈົ້າບໍ່ໄດ້ຫຼອກລວງຕົວເອງບໍ? ຈຸດປະສົງຂອງພຣະທຳບົດນີ້ແມ່ນເພື່ອເຮັດໃຫ້ໃຈຜູ້ຄົນສາມາດສະຫງົບຕໍ່ໜ້າພຣະເຈົ້າ ແລະ ຫັນເຂົ້າຫາພຣະອົງ, ເພື່ອໃຫ້ພາລະກິດຂອງພຣະເຈົ້າປະຕິບັດໃນຜູ້ຄົນຢ່າງບໍ່ຈຳກັດ ແລະ ເພື່ອໃຫ້ບັນລຸຜົນ.

​ກ່ອນ​ນີ້ :ວິທີການຮູ້ຈັກຄວາມເປັນຈິງ

ຕໍ່​ໄປ:ສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ

ເນື່ອຫາທີ່ກ່ຽວຂ້ອງ