​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ສົນທະນາກ່ຽວກັບຊີວິດຄຣິສຕະຈັກ ແລະ ຊີວິດທີ່ເປັນຈິງ

ຜູ້ຄົນຮູ້ສຶກວ່າ ພວກເຂົາພຽງແຕ່ສາມາດປ່ຽນແປງພາຍໃນຊີວິດຄຣິສຕະຈັກຂອງພວກເຂົາເທົ່ານັ້ນ ແລະ ຖ້າພວກເຂົາບໍ່ດຳລົງຊິວິດຢູ່ພາຍໃນຄຣິສຕະຈັກ, ການປ່ຽນແປງກໍບໍ່ສາມາດເປັນໄປໄດ້, ພວກເຂົາກໍບໍ່ສາມາດບັນລຸການປ່ຽນແປງໃນຊີວິດທີ່ເປັນຈິງຂອງພວກເຂົາໄດ້. ພວກເຈົ້າຮູ້ຈັກບໍ່ວ່າ ບັນຫານີ້ແມ່ນຫຍັງ? ເຮົາໄດ້ເວົ້າກ່ຽວກັບການນໍາເອົາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ ແລະ ນີ້ແມ່ນເສັ້ນທາງສຳລັບຄົນທີ່ເຊື່ອໃນພຣະເຈົ້າທີ່ຈະເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ. ຕາມຄວາມເປັນຈິງແລ້ວ, ຊີວິດຄຣິສຕະຈັກເປັນພຽງຫົນທາງບາງສ່ວນໃນການເຮັດໃຫ້ມະນຸດສົມບູນ. ເງື່ອນໄຂຫຼັກທີ່ຈະເຮັດໃຫ້ມະນຸດສົມບູນກໍຍັງແມ່ນຊີວິດທີ່ເປັນຈິງ. ນີ້ແມ່ນການປະຕິບັດ ແລະ ການຝຶກຝົນທີ່ແທ້ຈິງທີ່ເຮົາເວົ້າເຖິງ ເຊິ່ງເຮັດໃຫ້ມະນຸດບັນລຸຊີວິດແຫ່ງການເປັນມະນຸດປົກກະຕິ ແລະ ດຳລົງຊີວິດຕາມລັກສະນະຂອງບຸກຄົນທີ່ແທ້ຈິງໃນຊີວິດປະຈຳວັນ. ແງ່ມຸມໜຶ່ງກໍຄື ຜູ້ຄົນຕ້ອງມີການສຶກສາເພື່ອຍົກສູງລະດັບການສຶກສາຂອງພວກເຂົາ, ສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ບັນລຸຄວາມສາມາດທີ່ຈະເຂົ້າໃຈໄດ້. ອີກແງ່ມຸມໜຶ່ງກໍຄື ຜູ້ຄົນຕ້ອງປະກອບມີຄວາມຮູ້ພື້ນຖານທີ່ຈຳເປັນໃນການດຳລົງຊີວິດແບບມະນຸດ ເພື່ອບັນລຸຄວາມເຂົ້າໃຈ ແລະ ເຫດຜົນຂອງການເປັນມະນຸດປົກກະຕິ ເພາະວ່າມະນຸດເກືອບຂາດເຂີນໝົດໃນຂອບເຂດນີ້. ຍິ່ງໄປກວ່ານັ້ນ, ຜູ້ຄົນຍັງຕ້ອງໄດ້ມາຊີມລົດຊາດພຣະທຳຂອງພຣະເຈົ້າຜ່ານທາງຊີວິດຄຣິສຕະຈັກອີກດ້ວຍ ແລະ ເລີ່ມມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບຄວາມຈິງເທື່ອລະເລັກເທື່ອລະນ້ອຍ.

ເປັນຫຍັງຈຶ່ງເວົ້າວ່າ ໃນການເຊື່ອໃນພຣະເຈົ້າ ຜູ້ຄົນຕ້ອງນໍາເອົາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ? ບໍ່ແມ່ນແຕ່ຊີວິດແຫ່ງຄຣິສຕະຈັກສາມາດປ່ຽນແປງມະນຸດເທົ່ານັ້ນ, ແຕ່ສຳຄັນໄປກວ່ານັ້ນກໍຄື ມະນຸດຄວນເຂົ້າສູ່ຄວາມເປັນຈິງໃນຊີວິດທີ່ເປັນຈິງ. ພວກເຈົ້າເຄີຍລົມກ່ຽວກັບສະພາວະຝ່າຍວິນຍານ ແລະ ບັນຫາຝ່າຍວິນຍານຂອງພວກເຈົ້າຢູ່ສະເໝີ ໃນຂະນະທີ່ເບິ່ງຂ້າມການຝຶກຝົນໃນຫຼາຍສິ່ງຢ່າງທີ່ຢູ່ໃນຊີວິດຈິງ ພ້ອມທັງເບິ່ງຂ້າມທາງເຂົ້າສູ່ສິ່ງເຫຼົ່ານັ້ນອີກດ້ວຍ. ພວກເຈົ້າຂຽນທຸກມື້, ພວກເຈົ້າຟັງທຸກມື້ ແລະ ພວກເຈົ້າອ່ານທຸກມື້. ໃນຂະນະທີ່ພວກເຈົ້າຄົວກິນຢູ່ນັ້ນ ພວກເຈົ້າອະທິຖານວ່າ “ໂອ ພຣະເຈົ້າ! ຂໍໃຫ້ພຣະອົງກາຍມາເປັນຊີວິດພາຍໃນຂອງຂ້ານ້ອຍດ້ວຍເທີດ. ຂ້ານ້ອຍຄວນຜ່ານມື້ນີ້ໄປໄດ້ແນວໃດ? ຂໍໃຫ້ອວຍພອນຂ້ານ້ອຍ, ສ່ອງແສງສະຫວ່າງໃຫ້ກັບຂ້ານ້ອຍ. ບໍ່ວ່າພຣະອົງຈະໃຫ້ຄວາມສະຫວ່າງຫຍັງກໍຕາມກັບຂ້ານ້ອຍໃນມື້ນີ້, ຂໍໃຫ້ຂ້ານ້ອຍເຂົ້າໃຈສິ່ງນັ້ນໃນຊ່ວງເວລານີ້ດ້ວຍ ເພື່ອວ່າພຣະທຳຂອງພຣະອົງອາດຈະສະຖິດຢູ່ໃນຊີວິດຂອງຂ້ານ້ອຍ.” ໃນຂະນະທີ່ພວກເຈົ້າກໍາລັງກິນເຂົ້າແລງຢູ່ນັ້ນ ພວກເຈົ້າກໍຍັງອະທິຖານວ່າ “ໂອ ພຣະເຈົ້າ! ພຣະອົງໄດ້ປະທານອາຫານນີ້ໃຫ້ກັບພວກຂ້ານ້ອຍ. ຂໍໃຫ້ພຣະອົງອວຍພອນພວກຂ້ານ້ອຍ. ອາເມນ! ຂໍໃຫ້ພວກຂ້ານ້ອຍເພິ່ງພາພຣະອົງໃນການດໍາລົງຊີວິດຂອງພວກຂ້ານ້ອຍດ້ວຍເທິດ. ຂໍໃຫ້ພຣະອົງສະຖິດຢູ່ກັບພວກຂ້ານ້ອຍ. ອາເມນ!” ຫຼັງຈາກທີ່ພວກເຈົ້າໄດ້ກິນເຂົ້າແລງແລ້ວ ແລະ ກຳລັງລ້າງຖ້ວຍ, ພວກເຈົ້າກໍເລີ່ມຈົ່ມອີກຄັ້ງວ່າ “ໂອ ພຣະເຈົ້າ! ຂ້ານ້ອຍແມ່ນຖ້ວຍໃບນີ້. ພວກຂ້ານ້ອຍຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ເປັນເໝືອນກັບຖ້ວຍທີ່ຖືກໃຊ້ແລ້ວ ແລະ ຕ້ອງລ້າງໃຫ້ສະອາດດ້ວຍນໍ້າ. ພຣະອົງເປັນນໍ້າ, ພຣະທຳຂອງພຣະອົງເປັນນໍ້າແຫ່ງຊີວິດທີ່ສະໜອງຊີວິດໃຫ້ກັບຂ້ານ້ອຍ.” ກ່ອນທີ່ພວກເຈົ້າຈະຮູ້ຕົວ, ມັນກໍເຖິງເວລານອນ ແລ້ວ ພວກເຈົ້າກໍເລີ່ມຈົ່ມອີກຄັ້ງວ່າ “ໂອ ພຣະເຈົ້າ! ພຣະອົງໄດ້ອວຍພອນຂ້ານ້ອຍ ແລະ ນໍາພາຂ້ານ້ອຍໃຫ້ຜ່ານພົ້ນມື້ນີ້ໄປໄດ້. ຂ້ານ້ອຍຂອບພຣະຄຸນພຣະອົງດ້ວຍໃຈຈິງ…” ນີ້ແມ່ນວິທີທີ່ພວກເຈົ້າປະຕິບັດໃນແຕ່ລະມື້ກ່ອນເຂົ້າບ່ອນນອນຂອງວພກເຈົ້າ. ຫຼາຍຄົນດຳລົງຊີວິດແບບນີ້ທຸກມື້ ແລະ ແມ່ນແຕ່ໃນປັດຈຸບັນ ພວກເຂົາກໍບໍ່ໄດ້ໃສ່ໃຈຕໍ່ການເຂົ້າສູ່ທີ່ແທ້ຈິງ, ມີພຽງແຕ່ໃສ່ໃຈກັບການອະທິຖານແຕ່ປາກເທົ່ານັ້ນ. ນີ້ແມ່ນຊີວິດທີ່ຜ່ານມາຂອງມະນຸດ, ນີ້ຄືຊິວິດເກົ່າຂອງພວກເຂົາ. ຫຼາຍຄົນເປັນແບບນີ້, ຂາດການຝຶກຝົນທີ່ແທ້ຈິງ ແລະ ພວກເຂົາມີການປ່ຽນແປງທີ່ແທ້ຈິງພຽງເລັກນ້ອຍ. ພວກເຂົາອະທິຖານແຕ່ປາກເທົ່ານັ້ນ, ເຂົ້າຫາພຣະເຈົ້າຜ່ານຄຳເວົ້າຂອງພວກເຂົາ ແຕ່ຂາດການຢັ່ງເລິກໃນຄວາມເຂົ້າໃຈຂອງພວກເຂົາ. ໃຫ້ພວກເຮົາຍົກຕົວຢ່າງທີ່ງ່າຍທີ່ສຸດ ນັ້ນກໍຄື ການອະນາໄມເຮືອນຂອງພວກເຈົ້າ. ພວກເຈົ້າເຫັນເຮືອນຂອງພວກເຈົ້ານັ້ນເປື້ອນ ແລ້ວພວກເຈົ້າກໍນັ່ງຢູ່ບ່ອນນັ້ນ ແລະ ອະທິຖານວ່າ “ໂອ ພຣະເຈົ້າ! ໃຫ້ເບິ່ງຄວາມເສື່ອມຊາມທີ່ຊາຕານໄດ້ນໍາມາສູ່ຂ້ານ້ອຍ. ຂ້ານ້ອຍສົກກະປົກເໝືອນກັບເຮືອນຫຼັງນີ້. ໂອ ພຣະເຈົ້າ! ຂ້ານ້ອຍສັນລະເສີນ ແລະ ຂອບພຣະຄຸນພຣະອົງ. ຫາກປາສະຈາກຄວາມລອດພົ້ນ ແລະ ແສງສະຫວ່າງຂອງພຣະອົງ ຂ້ານ້ອຍກໍຈະບໍ່ເຂົ້າໃຈຄວາມຈິງນີ້ເລີຍ.” ພວກເຈົ້າພຽງແຕ່ນັ່ງຢູ່ບ່ອນນັ້ນ ແລະ ຈົ່ມໄປເລື້ອຍ ໂດຍອະທິຖານເປັນເວລາດົນນານ ຫຼັງຈາກນັ້ນພວກເຈົ້າກໍເຮັດຄືກັບວ່າບໍ່ມີຫຍັງເກີດຂຶ້ນ, ພາກັນປະພຶດຕົວຄືກັບຜູ້ເຖົ້າຂີ້ຈົ່ມ. ພວກເຈົ້າຜ່ານພົ້ນຊີວິດຝ່າຍວິນຍານຂອງພວກເຈົ້າໃນລັກສະນະນີ້ ໂດຍບໍ່ໄດ້ເຂົ້າສູ່ຄວາມຈິງຢ່າງແທ້ຈິງທັງສິ້ນ ພ້ອມກັບການປະຕິບັດທີ່ຜີວເຜີນເກີນໄປ! ໃນການຝຶກຝົນເພື່ອເຂົ້າສູ່ຄວາມຈິງນັ້ນ, ມັນກ່ຽວພັນກັບຊີວິດທີ່ເປັນຈິງຂອງຜູ້ຄົນ ແລະ ມັນກ່ຽວຂ້ອງກັບຄວາມຫຍຸ້ງຍາກໃນການປະຕິບັດຂອງພວກເຂົາ ນ້ັນກໍຄື ມີພຽງສິ່ງນີ້ເທົ່ານັ້ນທີ່ສາມາດປ່ຽນແປງພວກເຂົາໄດ້. ຫາກປາສະຈາກຊີວິດທີ່ເປັນຈິງ, ມະນຸດກໍບໍ່ສາມາດໄດ້ຮັບການປ່ຽນແປງ. ການທີ່ພວກເຂົາອະທິຖານແຕ່ປາກຈະຊ່ວຍຫຍັງໄດ້? ຫາກປາສະຈາກຄວາມເຂົ້າໃຈທຳມະຊາດຂອງມະນຸດແລ້ວ, ທຸກສິ່ງກໍເປັນການເສຍເວລາ ແລະ ຫາກປາສະຈາກເສັ້ນທາງສຳລັບການປະຕິບັດ ທຸກສິ່ງກໍເປັນຄວາມພະຍາຍາມທີ່ສູນເປົ່າ! ຄຳອະທິຖານທີ່ຖືກຕ້ອງສາມາດຮັກສາສະພາວະທີ່ຖືກຕ້ອງໄວ້ພາຍໃນຜູ້ຄົນ, ແຕ່ມັນບໍ່ສາມາດປ່ຽນແປງພວກເຂົາໄດ້ທັງໝົດ. ການຮູ້ຈັກຄວາມຄິດຂອງມະນຸດທີ່ຖືວ່າຕົນເອງຊອບທຳ, ຄວາມຈອງຫອງ, ຄວາມອວດດີ, ຄວາມທະນົງໂຕ ແລະ ອຸປະນິໄສທີ່ເສື່ອມຊາມ ເຊິ່ງຄວາມຮູ້ກ່ຽວກັບສິ່ງເຫຼົ່ານີ້ບໍ່ໄດ້ມາຈາກຄຳອະທິຖານ, ແຕ່ພວກມັນຖືກຄົ້ນພົບຜ່ານການຊີມລົດຊາດພຣະທຳຂອງພຣະເຈົ້າ ແລະ ຮູ້ຈັກຜ່ານແສງສະຫວ່າງຂອງພຣະວິນຍານບໍລິສຸດໃນຊີວິດທີ່ເປັນຈິງ. ທຸກຄົນໃນປັດຈຸບັນສາມາດເວົ້າໄດ້ດີ ແລະ ພວກເຂົາໄດ້ຟັງຄຳເທດສະໜາທີ່ສູງສົ່ງທີ່ສຸດ, ສູງສົ່ງກວ່າຄຳເທດສະໜາອື່ນໆທົ່ວຍຸກຕ່າງໆ ແຕ່ມີພຽງໜ້ອຍດຽວທີ່ຖືກນໍາໄປປະຕິບັດຢ່າງແທ້ຈິງໃນຊີວິດທີ່ເປັນຈິງຂອງພວກເຂົາ. ໝາຍຄວາມວ່າ ໃນຊີວິດທີ່ເປັນຈິງຂອງຜູ້ຄົນ ແມ່ນບໍ່ມີພຣະເຈົ້າ ແລະ ພວກເຂົາກໍຂາດຊີວິດຂອງມະນຸດໃໝ່ຫຼັງຈາກການປ່ຽນແປງ. ບໍ່ມີການດຳລົງຊີວິດຕາມຄວາມຈິງໃນຊີວິດທີ່ເປັນຈິງຂອງພວກເຂົາ ແລະ ບໍ່ມີການນໍາພຣະເຈົ້າເຂົ້າສູ່ຊີວິດທີ່ເປັນຈິງ. ຊີວິດຂອງຜູ້ຄົນດຳລົງໄປຄືກັບວ່າ ພວກເຂົາເປັນລູກຊາຍຂອງນະລົກ. ສິ່ງນີ້ບໍ່ແມ່ນການອອກນອກທາງຢ່າງເຫັນໄດ້ງ່າຍບໍ?

ເພື່ອຟື້ນຟູລັກສະນະຂອງຄົນປົກກະຕິ ນັ້ນກໍຄື ເພື່ອບັນລຸການມີຄວາມເປັນມະນຸດປົກກະຕິ, ຜູ້ຄົນບໍ່ສາມາດເຮັດໃຫ້ພຣະເຈົ້າພໍໃຈດ້ວຍຄຳເວົ້າຂອງພວກເຂົາເທົ່ານັ້ນ. ພວກເຂົາກຳລັງທຳຮ້າຍຕົນເອງໂດຍການເຮັດແບບນັ້ນ ແລະ ມັນກໍບໍ່ໄດ້ນໍາຜົນປະໂຫຍດຫຍັງມາສູ່ທາງເຂົ້າ ແລະ ການປ່ຽນແປງຂອງພວກເຂົາ. ສະນັ້ນ, ເພື່ອບັນລຸການປ່ຽນແປງ, ຜູ້ຄົນຕ້ອງປະຕິບັດເທື່ອລະໜ້ອຍ, ເຂົ້າສູ່ຢ່າງຊ້າໆ, ສະແຫວງຫາ ແລະ ຄົ້ນຫາເທື່ອລະໜ້ອຍ, ເຂົ້າໄປຂ້າງໃນດ້ວຍຄວາມຄິດບວກ ແລະ ດຳລົງຊີວິດຕາມຄວາມເປັນຈິງ ແລະ ອີງຕາມຊີວິດຂອງໄພ່ພົນຂອງພຣະເຈົ້າ. ຕັ້ງແຕ່ນີ້ຕໍ່ໄປ, ມັນກ່ຽວຂ້ອງກັບບັນຫາທີ່ແທ້ຈິງ, ສິ່ງທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງ ໂດຍປ່ອຍໃຫ້ຜູ້ຄົນມີການຝຶກຝົນຕາມຄວາມເປັນຈິງ. ມັນບໍ່ໄດ້ຮຽກຮ້ອງໃຫ້ພວກເຂົາເວົ້າແຕ່ປາກ; ກົງກັນຂ້າມ, ມັນຮຽກຮ້ອງການຝຶກຝົນໃນສະພາບແວດລ້ອມທີ່ເປັນຈິງ. ເມື່ອຜູ້ຄົນໄດ້ຮູ້ວ່າ ພວກເຂົາມີຄວາມສາມາດຕໍ່າ ແລະ ຫຼັງຈາກນັ້ນ ພວກເຂົາກໍກິນ ແລະ ດື່ມພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ, ເຂົ້າສູ່ຢ່າງຖືກຕ້ອງ ແລະ ປະຕິບັດຢ່າງຖືກຕ້ອງ; ນີ້ແມ່ນວິທີທີ່ພວກເຂົາໄດ້ຮັບຄວາມເປັນຈິງ ແລະ ສິ່ງນີ້ແມ່ນວິທີທີ່ເຮັດໃຫ້ການເຂົ້າສູ່ເກີດຂຶ້ນຢ່າງໄວວາຫຼາຍຍິ່ງຂຶ້ນ. ເພື່ອປ່ຽນແປງຜູ້ຄົນ, ຕ້ອງມີການປະຕິບັດຕົວຈິງບາງຢ່າງ, ພວກເຂົາຕ້ອງປະຕິບັດກັບບັນຫາທີ່ເປັນຈິງ, ສິ່ງທີ່ເປັນຈິງ ແລະ ສະພາບແວດລ້ອມທີ່ເປັນຈິງ. ຖ້າພຽງແຕ່ເພິ່ງພາຊີວິດຄຣິສຕະຈັກຢ່າງດຽວ, ມັນເປັນໄປໄດ້ບໍທີ່ຈະບັນລຸການຝຶກຝົນຢາງແທ້ຈິງໄດ້? ມະນຸດສາມາດເຂົ້າສູ່ຄວາມເປັນຈິງໄດ້ບໍ? ບໍ່. ຖ້າມະນຸດບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ, ແລ້ວພວກເຂົາກໍບໍ່ສາມາດປ່ຽນແປງວິທີເຮັດສິ່ງຕ່າງໆ ແລະ ການດຳລົງຊີວິດແບບດັ່ງເດີມຂອງພວກເຂົາ. ມັນບໍ່ແມ່ນຍ້ອນຄວາມຂີ້ຄ້ານຂອງມະນຸດ ຫຼື ການເພິ່ງພາອາໄສທີ່ແຂງແກ່ນຂອງພວກເຂົາທັງໝົດ, ແຕ່ກົງກັນຂ້າມ ມັນແມ່ນຍ້ອນມະນຸດບໍ່ມີຄວາມສາມາດໃນການດຳລົງຊີວິດເລີຍ ແລະ ຍິ່ງໄປກວ່ານັ້ນ ພວກເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບມາດຕະຖານຂອງການເປັນມະນຸດປົກກະຕິທີ່ພຣະເຈົ້າຮຽກຮ້ອງ. ໃນອະດີດ, ຜູ້ຄົນລົມ, ເວົ້າ ແລະ ມີການສົນທະນາກັນຢູ່ສະເໝີ ແລະ ພວກເຂົາເຖິງກັບກາຍເປັນ “ຜູ້ກ່າວຄຳປາໄສ” ແຕ່ບໍ່ມີພວກເຂົາຈັກຄົນທີ່ສະແຫວງຫາການປ່ຽນແປງຊິວິດຈິດໃຈຂອງພວກເຂົາເລີຍ; ພວກເຂົາພຽງແຕ່ຢືນຢັນທີ່ຈະສະແຫວງຫາທິດສະດີທີ່ເລິກເຊິ່ງເທົ່ານັ້ນ. ສະນັ້ນ, ໃນປັດຈຸບັນ ເຈົ້າຕ້ອງປ່ຽນແປງຊີວິດແຫ່ງສາສະໜານີ້ທີ່ກ່ຽວກັບການເຊື່ອໃນພຣະເຈົ້າ. ເຈົ້າຕ້ອງເຂົ້າສູ່ ແລະ ປະຕິບັດໂດຍແນໃສ່ສິ່ງດຽວ, ບັນຫາດຽວ ແລະ ຄົນດຽວ. ເຈົ້າຕ້ອງເຮັດສິ່ງຕ່າງໆດ້ວຍຄວາມເອົາໃຈໃສ່, ແລ້ວເມື່ອນັ້ນ ເຈົ້າຈຶ່ງຈະສາມາດບັນລຸຜົນໄດ້. ເພື່ອປ່ຽນແປງຜູ້ຄົນ, ຕ້ອງເລີ່ມຕົ້ນດ້ວຍທາດແທ້ຂອງພວກເຂົາ. ພາລະກິດຕ້ອງແນໃສ່ທາດແທ້ຂອງຜູ້ຄົນ, ແນໃສ່ຊີວິດຂອງພວກເຂົາ, ແນໃສ່ຄວາມຂີ້ຄ້ານ, ການເພິ່ງພາອາໄສ ແລະ ຄວາມເປັນທາດຂອງຜູ້ຄົນ; ດ້ວຍວິທີນີ້ເທົ່ານັ້ນ ພວກເຂົາຈຶ່ງຈະສາມາດໄດ້ຮັບການປ່ຽນແປງໄດ້.

ເຖິງແມ່ນວ່າຊີວິດແຫ່ງຄຣິສຕະຈັກຈະສາມາດໄດ້ຮັບຜົນໃນບາງຂອບເຂດ, ກະແຈສຳຄັນຍັງແມ່ນຊີວິດທີ່ເປັນຈິງທີ່ສາມາດປ່ຽນແປງຜູ້ຄົນໄດ້ ແລະ ທຳມະຊາດເດີມຂອງພວກເຂົາບໍ່ສາມາດໄດ້ຮັບການປ່ຽນແປງໂດຍປາສະຈາກຊີວິດທີ່ເປັນຈິງ. ໃຫ້ພວກເຮົາເວົ້າເຖິງພາລະກິດຂອງພຣະເຢຊູໃນລະຫວ່າງຍຸກແຫ່ງພຣະຄຸນ. ເມື່ອພຣະເຢຊູລົບລ້າງກົດໝາຍກ່ອນໜ້ານັ້ນ ແລະ ສ້າງຕັ້ງພຣະບັນຍັດແຫ່ງຍຸກໃໝ່, ພຣະອົງກ່າວໂດຍຜ່ານຕົວຢ່າງແຫ່ງຊີວິດທີ່ເປັນຈິງ. ເມື່ອພຣະເຢຊູນໍາພາສາວົກຂອງພຣະອົງຜ່ານທົ່ງນາໃນວັນຊະບາໂຕ, ເມື່ອສາວົກເຫຼົ່ານັ້ນຫິວເຂົ້າ ແລະ ພວກເຂົາໄດ້ເດັດ ແລະ ກິນຮວງເຂົ້າ ພວກຟາລິຊາຍເຫັນສິ່ງນີ້ ແລະ ເວົ້າວ່າ ພວກເຂົາບໍ່ໄດ້ຮັກສາວັນຊະບາໂຕເລີຍ. ພວກເຂົາຍັງເວົ້າວ່າ ຜູ້ຄົນບໍ່ໄດ້ຮັບອະນຸຍາດໃຫ້ຊ່ວຍລູກງົວທີ່ຕົກລົງຂຸມໃນວັນຊະບາໂຕ ໂດຍກ່າວວ່າ ບໍ່ມີການປະຕິບັດວຽກງານໃດໆໃນລະຫວ່າງວັນຊະບາໂຕ. ພຣະເຢຊູນໍາໃຊ້ເຫດການເຫຼົ່ານີ້ເພື່ອປະກາດໃຊ້ພຣະບັນຍັດແຫ່ງຍຸກໃໝ່ເທື່ອລະໜ້ອຍ. ໃນເວລານັ້ນ, ພຣະອົງໃຊ້ສິ່ງທີ່ເປັນປະໂຫຍດຫຼາຍຢ່າງເພື່ອເຮັດໃຫ້ຜູ້ຄົນເຂົ້າໃຈ ແລະ ປ່ຽນແປງ. ນີ້ແມ່ນຫຼັກການທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດຂອງພຣະອົງ ແລະ ມັນເປັນວິທີດຽວທີ່ສາມາດປ່ຽນແປງຜູ້ຄົນໄດ້. ເມື່ອຂາດສິ່ງທີ່ເປັນຈິງແລ້ວ, ຜູ້ຄົນພຽງແຕ່ສາມາດໄດ້ຮັບຄວາມເຂົ້າໃຈໃນທິດສະດີ ແລະ ພວກເຂົາພຽງແຕ່ສາມາດເຂົ້າໃຈສິ່ງຕ່າງໆດ້ວຍປັນຍາ, ນີ້ບໍ່ແມ່ນວິທີທີ່ມີປະສິດຕິພາບໃນການປ່ຽນແປງຜູ້ຄົນ. ເມື່ອເວົ້າເຖິງການໄດ້ຮັບສະຕິປັນຍາ ແລະ ຄວາມເຂົ້າໃຈຜ່ານການຝຶກຝົນແລ້ວ, ສິ່ງນີ້ຈະສາມາດບັນລຸຜົນໄດ້ແນວໃດ? ມະນຸດຈະສາມາດໄດ້ຮັບສະຕິປັນຍາ ແລະ ຄວາມເຂົ້າໃຈຈາກການຟັງ, ການອ່ານ ແລະ ການພັດທະນາຄວາມຮູ້ຂອງເຂົາໄດ້ບໍ? ສິ່ງນີ້ຈະນໍາໄປສູ່ການໄດ້ຮັບສະຕິປັນຍາ ແລະ ຄວາມເຂົ້າໃຈໄດ້ແນວໃດ? ມະນຸດຕ້ອງພະຍາຍາມເຂົ້າໃຈ ແລະ ຜະເຊີນຜ່ານທາງຊີວິດທີ່ເປັນຈິງ. ສະນັ້ນ, ບໍ່ສາມາດຂາດການຝຶກຝົນໄດ້ ແລະ ຜູ້ຄົນກໍບໍ່ສາມາດອອກຈາກຊິວິດທີ່ເປັນຈິງໄດ້. ມະນຸດຕ້ອງເອົາໃຈໃສ່ກັບລັກສະນະທີ່ແຕກຕ່າງກັນ ແລະ ມີການເຂົ້າສູ່ຫຼາຍດ້ານທີ່ແຕກຕ່າງ ເຊັ່ນ: ລະດັບການສຶກສາ, ການສະແດງອອກ, ຄວາມສາມາດເບິ່ງເຫັນສິ່ງຕ່າງໆ, ການແຍກແຍະ, ຄວາມສາມາດເຂົ້າໃຈພຣະທຳຂອງພຣະເຈົ້າ, ສາມັນສຳນຶກ ແລະ ກົດເກນຂອງຄວາມເປັນມະນຸດ ແລະ ສິ່ງອື່ນໆທີ່ກ່ຽວຂ້ອງກັບຄວາມເປັນມະນຸດທີ່ມະນຸດຕ້ອງມີ. ຫຼັງຈາກທີ່ໄດ້ບັນລຸຄວາມເຂົ້າໃຈໃນສິ່ງເຫຼົ່ານີ້ແລ້ວ, ມະນຸດຕ້ອງເອົາໃຈໃສ່ໃນການເຂົ້າສູ່ ແລະ ພຽງເມື່ອນັ້ນ ການປ່ຽນແປງຈຶ່ງຈະສາມາດບັນລຸຜົນໄດ້. ຖ້າມະນຸດໄດ້ຮັບຄວາມເຂົ້າໃຈ ແຕ່ເບິ່ງຂ້າມການປະຕິບັດ, ການປ່ຽນແປງຈະເກີດຂຶ້ນໄດ້ແນວໃດ? ປັດຈຸບັນນີ້, ມະນຸດໄດ້ເຂົ້າໃຈຫຼາຍສິ່ງ, ແຕ່ພວກເຂົາບໍ່ໄດ້ໃຊ້ຊີວິດຕາມຄວາມເປັນຈິງ, ສະນັ້ນ ພວກເຂົາຈຶ່ງສາມາດມີຄວາມເຂົ້າໃຈຢ່າງແທ້ຈິງພຽງເລັກນ້ອຍກ່ຽວກັບພຣະທຳຂອງພຣະເຈົ້າ. ເຈົ້າໄດ້ຮັບແສງສະຫວ່າງພຽງເລັກນ້ອຍ; ເຈົ້າໄດ້ຮັບແສງເຍືອງທາງພຽງເລັກນ້ອຍຈາກພຣະວິນຍານບໍລິສຸດ, ແຕ່ເຈົ້າບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ຫຼື ເຈົ້າອາດຈະບໍ່ສົນໃຈໃນການເຂົ້າສູ່, ສະນັ້ນເຈົ້າຈະໄດ້ຮັບການປ່ຽນແປງພຽງເລັກນ້ອຍເທົ່ານັ້ນ. ຫຼັງຈາກເວລາອັນຍາວນານດັ່ງກ່າວ, ຜູ້ຄົນເຂົ້າໃຈຫຼາຍຢ່າງ ແລະ ພວກເຂົາສາມາດເວົ້າຫຼາຍຢ່າງກ່ຽວກັບຄວາມຮູ້ໃນທິດສະດີຂອງພວກເຂົາ, ແຕ່ອຸປະນິໄສພາຍນອກຂອງພວກເຂົາຍັງຄົງເປັນຄືເກົ່າ ແລະ ຄວາມສາມາດດັ່ງເດີມຂອງພວກເຂົາກໍຍັງຄ້າງຢູ່ບ່ອນເກົ່າ ໂດຍບໍ່ມີການຍົກລະດັບແມ່ນແຕ່ໜ້ອຍດຽວ. ຖ້າເປັນເຊັ່ນນີ້, ແລ້ວເມື່ອໃດເຈົ້າຈຶ່ງຈະໄດ້ເຂົ້າສູ່ຢ່າງແທ້ຈິງ?

ຊີວິດຄຣິສຕະຈັກເປັນພຽງຊີວິດແບບໜຶ່ງທີ່ມະນຸດພາກັນຮ່ວມຊຸມນຸມກັນເພື່ອຊີມລົດຊາດພຣະທຳຂອງພຣະເຈົ້າ ແລະ ມັນເປັນພຽງເສດສ່ວນເລັກນ້ອຍໃນຊີວິດຂອງບຸກຄົນໜຶ່ງ. ຖ້າຊີວິດທີ່ເປັນຈິງຂອງບຸກຄົນໜຶ່ງສາມາດເປັນເໝືອນກັບຊີວິດຄຣິສຕະຈັກຂອງເຂົາ ລວມເຖິງຊີວິດຝ່າຍວິນຍານທີ່ຖືກຕ້ອງ, ການຊີມລົດຊາດພຣະທຳຂອງພຣະເຈົ້າຢ່າງຖືກຕ້ອງ, ການອະທິຖານ ແລະ ໃກ້ຊິດກັບພຣະເຈົ້າຢ່າງຖືກຕ້ອງ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງໄດ້ຮັບການປະຕິບັດຕາມຄວາມປະສົງຂອງພຣະເຈົ້າ, ການດຳລົງຊີວິດທີ່ເປັນຈິງ ເຊິ່ງທຸກສິ່ງໄດ້ຮັບການປະຕິບັດຕາມຄວາມຈິງ, ການດຳລົງຊີວິດທີ່ເປັນຈິງແຫ່ງການປະຕິບັດຄຳອະທິຖານ ແລະ ການສະຫງົບຕໍ່ໜ້າພຣະເຈົ້າ, ການຮ້ອງເພງສັນລະເສີນ ແລະ ການເຕັ້ນລຳ, ມີພຽງຊີວິດດັ່ງກ່າວນັ້ນຈຶ່ງຈະນໍາພາມະນຸດເຂົ້າສູ່ຊີວິດແຫ່ງພຣະທຳຂອງພຣະເຈົ້າໄດ້. ຄົນສ່ວນໃຫຍ່ພຽງແຕ່ໃສ່ໃຈກັບຊີວິດຄຣິສຕະຈັກຂອງພວກເຂົາ ໂດຍບໍ່ມີ “ການໃສ່ໃຈ” ກັບຊີວິດທີ່ຢູ່ນອກຊົ່ວໂມງເຫຼົ່ານັ້ນ, ເໝືອນກັບວ່າພວກເຂົາບໍ່ສົນໃຈມັນເລີຍ. ຍັງມີຫຼາຍຄົນທີ່ເຂົ້າສູ່ຊີວິດຂອງໄພ່ພົນ ໃນເວລາກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ຮ້ອງເພງສັນລະເສີນ ຫຼື ອະທິຖານ ແລະ ຫຼັງຈາກນັ້ນ ພວກເຂົາກໍກັບຄືນສູ່ສະພາບເດີມຂອງຕົວພວກເຂົາເອງທີ່ຢູ່ນອກເວລາເຫຼົ່ານັ້ນ. ຊີວິດດັ່ງກ່າວບໍ່ສາມາດປ່ຽນແປງຜູ້ຄົນໄດ້ ແລະ ຊີວິດດັ່ງກ່າວຈະບໍ່ເຮັດໃຫ້ພວກເຂົາຮູ້ຈັກພຣະເຈົ້າໄດ້. ໃນການເຊື່ອໃນພຣະເຈົ້າ, ຖ້າມະນຸດປາຖະໜາການປ່ຽນແປງໃນອຸປະນິໄສຂອງພວກເຂົາ ແລ້ວພວກເຂົາຕ້ອງບໍ່ແຍກຕົນເອງອອກຈາກຊີວິດທີ່ເປັນຈິງ. ໃນຊີວິດທີ່ເປັນຈິງ, ກ່ອນເຈົ້າຈະສາມາດບັນລຸການປ່ຽນແປງໄດ້ເທື່ອລະໜ້ອຍ ເຈົ້າຕ້ອງຮູ້ຈັກຕົນເອງ, ຕໍ່ຕ້ານກັບຕົນເອງ, ປະຕິບັດຄວາມຈິງ ພ້ອມທັງຮຽນຮູ້ຫຼັກການ, ສາມັນສຳນຶກ ແລະ ກົດເກນແຫ່ງການປະພຶດຕົນໃນທຸກສິ່ງ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມຮູ້ໃນທາງທິດສະດີ ແລະ ພຽງແຕ່ດຳລົງຊີວິດທ່າມກາງພິທີກຳທາງສາສະໜາ ໂດຍບໍ່ເຂົ້າສູ່ຄວາມເປັນຈິງຢ່າງເລິກເຊິ່ງ, ໂດຍບໍ່ມີການເຂົ້າສູ່ຊີວິດທີ່ເປັນຈິງ ແລ້ວເຈົ້າຈະບໍ່ໄດ້ເຂົ້າສູ່ຄວາມເປັນຈິງຈັກເທື່ອ, ເຈົ້າຈະບໍ່ຮູ້ຈັກຕົນເອງ, ບໍ່ຮູ້ຈັກຄວາມຈິງ ຫຼື ພຣະເຈົ້າຈັກເທື່ອ ແລະ ເຈົ້າຈະເປັນຄົນຕາບອດ ແລະ ໂງ່ຈ້າຢູ່ສະເໝີ. ຈຸດປະສົງທີ່ພຣະເຈົ້າປັ້ນມະນຸດ ບໍ່ແມ່ນເພື່ອເຮັດໃຫ້ເຂົາມີຊີວິດມະນຸດທີ່ເໝາະສົມພຽງໃນເວລາສອງສາມຊົ່ວໂມງຂອງມື້ໜຶ່ງເທົ່ານັ້ນ ແລ້ວໃຊ້ເວລາທີ່ເຫຼື່ອດໍາລົງຊີວິດທາງຝ່າຍເນື້ອໜັງ. ມັນບໍ່ແມ່ນເພື່ອປ່ຽນແປງຄວາມຮູ້ຂອງມະນຸດທີ່ກ່ຽວກັບທິດສະດີ. ກົງກັນຂ້າມ, ມັນແມ່ນເພື່ອປ່ຽນແປງອຸປະນິໄສເດີມຂອງມະນຸດ, ເພື່ອປ່ຽນແປງຊີວິດເດີມທັງໝົດຂອງເຂົາ, ເພື່ອປ່ຽນແປງຄວາມຄິດຂອງເຂົາທີ່ລ້າສະໄໝ ແລະ ທັດສະນະທາງຄວາມຄິດຂອງເຂົາ. ການໃສ່ໃຈກັບຊີວິດຄຣິສຕະຈັກແຕ່ພຽງຢ່າງດຽວ ຈະບໍ່ປ່ຽນແປງນິໄສເດີມໃນຊີວິດຂອງມະນຸດ ຫຼື ປ່ຽນແປງວິທີທີ່ເຂົາດຳລົງຊີວິດເປັນເວລາດົນນານມາແລ້ວ. ບໍ່ວ່າຫຍັງກໍຕາມ, ມະນຸດຕ້ອງບໍ່ອອກຈາກຊີວິດທີ່ເປັນຈິງ. ພຣະເຈົ້າຮຽກຮ້ອງໃຫ້ຜູ້ຄົນດຳລົງຊີວິດຢູ່ໃນຊີວິດທີ່ເປັນຈິງດ້ວຍຄວາມເປັນມະນຸດປົກກະຕິ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາດຳລົງຊີວິດຢູ່ໃນຊີວິດທີ່ເປັນຈິງດ້ວຍຄວາມຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ; ພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຊີວິດທີ່ເປັນຈິງ, ບໍ່ແມ່ນແຕ່ໃນຊີວິດຄຣິສຕະຈັກ. ເພື່ອເຂົ້າສູ່ຄວາມເປັນຈິງ, ຜູ້ຄົນຕ້ອງຫັນທຸກສິ່ງມາທາງຊີວິດທີ່ເປັນຈິງ. ຖ້າຜູ້ເຊື່ອໃນພຣະເຈົ້າບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ ແລະ ຮູ້ຈັກຕົນເອງໄດ້ ຫຼື ດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິໃນຊີວິດທີ່ເປັນຈິງ, ພວກເຂົາກໍກາຍເປັນຄວາມລົ້ມເຫຼວ. ຄົນທີ່ບໍ່ເຊື່ອຟັງພຣະເຈົ້າລ້ວນແລ້ວແຕ່ເປັນຄົນທີ່ບໍ່ສາມາດເຂົ້າສູ່ຊີວິດທີ່ເປັນຈິງ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມເປັນມະນຸດ ແຕ່ດຳລົງຊີວິດຕາມທຳມະຊາດຂອງຜີຮ້າຍ. ພວກເຂົາລ້ວນແລ້ວແຕ່ເປັນຄົນທີ່ເວົ້າເຖິງຄວາມຈິງ ແຕ່ດຳລົງຊີວິດຕາມທິດສະດີແທນ. ຄົນທີ່ບໍ່ສາມາດຳລົງຊີວິດໃນຊີວິດທີ່ເປັນຈິງດ້ວຍຄວາມຈິງ ແມ່ນຄົນທີ່ເຊື່ອໃນພຣະເຈົ້າ ແຕ່ຖືກພຣະອົງກຽດຊັງ ແລະ ປະຕິເສດ. ເຈົ້າຕ້ອງປະຕິບັດການເຂົ້າສູ່ຊີວິດທີ່ເປັນຈິງ, ຮູ້ຈັກຂໍ້ບົກຜ່ອງ, ຄວາມບໍ່ເຊື່ອຟັງ ແລະ ຄວາມໂງ່ຈ້າຂອງເຈົ້າເອງ ແລະ ຮູ້ຈັກຄວາມເປັນມະນຸດທີ່ບໍ່ປົກກະຕິ ແລະ ຄວາມອ່ອນແອຂອງເຈົ້າ. ດ້ວຍວິທີນັ້ນ, ຄວາມຮູ້ທັງໝົດຂອງເຈົ້າຈະໄດ້ນໍາໃຊ້ເຂົ້າສູ່ສະຖານະການ ແລະ ຄວາມຫຍຸ້ງຍາກທີ່ແທ້ຈິງຂອງເຈົ້າ. ມີແຕ່ຄວາມຮູ້ປະເພດນີ້ເທົ່ານັ້ນ ທີ່ເປັນຈິງ ແລະ ສາມາດເຮັດໃຫ້ເຈົ້າເຂົ້າໃຈສະພາບຂອງເຈົ້າເອງຢ່າງແທ້ຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງເຈົ້າ.

ບັດນີ້ ເມື່ອການເຮັດໃຫ້ມະນຸດຊາດສົມບູນໄດ້ເລີ່ມຕົ້ນຢ່າງເປັນທາງການແລ້ວ, ຜູ້ຄົນຕ້ອງເຂົ້າສູ່ຊີວິດທີ່ເປັນຈິງ. ສະນັ້ນ, ເພື່ອທີ່ຈະບັນລຸການປ່ຽນແປງ, ຜູ້ຄົນຕ້ອງເລີ່ມຕົ້ນຈາກການເຂົ້າສູ່ຊີວິດທີ່ເປັນຈິງ ແລະ ປ່ຽນແປງເທື່ອລະໜ້ອຍ. ຖ້າເຈົ້າຫຼີກເວັ້ນຊີວິດປົກກະຕິຂອງມະນຸດ ແລະ ມີແຕ່ເວົ້າກ່ຽວກັບບັນຫາຝ່າຍວິນຍານເທົ່ານັ້ນ, ແລ້ວສິ່ງຕ່າງໆກໍຈະເປັນຕາໜ້າເບື່ອ ແລະ ບໍ່ເປັນຕາສົນໃຈ, ພວກມັນກໍກາຍເປັນສິ່ງທີ່ບໍ່ເປັນຈິງ ແລະ ມະນຸດຈະສາມາດປ່ຽນແປງໄດ້ແນວໃດ? ບັດນີ້ ເຈົ້າຖືກສັ່ງໃຫ້ເຂົ້າສູ່ຊີວິດທີ່ເປັນຈິງເພື່ອການປະຕິບັດ ແລະ ເພື່ອສ້າງຕັ້ງພື້ນຖານໃນການເຂົ້າສູ່ປະສົບການທີ່ແທ້ຈິງ. ນີ້ແມ່ນໜຶ່ງໃນສິ່ງທີ່ມະນຸດຄວນເຮັດ. ສ່ວນໃຫຍ່ແລ້ວ ພາລະກິດຂອງພຣະວິນຍານບໍລິສຸດແມ່ນເພື່ອການນໍາພາ, ສ່ວນສໍາລັບສິ່ງອື່ນໆແມ່ນຂຶ້ນຢູ່ກັບການປະຕິບັດ ແລະ ການເຂົ້າສູ່ຂອງມະນຸດ. ທຸກຄົນອາດບັນລຸການເຂົ້າສູ່ຊີວິດທີ່ເປັນຈິງຜ່ານເສັ້ນທາງຕ່າງໆ ຈົນພວກເຂົາສາມາດນໍາພຣະເຈົ້າເຂົ້າສູ່ຊິວິດທີ່ເປັນຈິງໄດ້ ແລະ ດຳລົງຊີວິດຕາມຄວາມເປັນມະນຸດປົກກະຕິຢ່າງແທ້ຈິງ. ມີແຕ່ສິ່ງນີ້ເທົ່ານັ້ນທີ່ເປັນຊິວິດທີ່ມີຄວາມໝາຍ!

​ກ່ອນ​ນີ້ :ກ່ຽວກັບຊີວິດຝ່າຍວິນຍານປົກກະຕິ

ຕໍ່​ໄປ:ສໍາລັບທຸກຄົນທີ່ປະຕິບັດໜ້າທີ່ຂອງຕົນ

ເນື່ອຫາທີ່ກ່ຽວຂ້ອງ