ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 99
“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພາລະກິດໃນປັດຈຸບັນໄດ້ຊຸກຍູ້ພາລະກິດຂອງຍຸກແຫ່ງພຣະຄຸນ ນັ້ນກໍຄືພາລະກິດພາຍໃຕ້ແຜນການຄຸ້ມຄອງຫົກພັນປີທັງໝົດໄດ້ສືບຕໍ່ກ້າວໄປຂ້າງໜ້າ. ເຖິງແມ່ນວ່າ ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ມັນກໍມີຄວາມຄືບໜ້າຕໍ່ໄປໃນພາລະກິດຂອງພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າແລ້ວເວົ້າອີກວ່າພາລະກິດຍຸກນີ້ສ້າງຂຶ້ນບົນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ? ຍ້ອນພາລະກິດທຸກມື້ນີ້ແມ່ນການສືບຕໍ່ຈາກພາລະກິດທີ່ປະຕິບັດໃນຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງພຣະບັນຍັດ. ສາມຍຸກແມ່ນເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ ໂດຍທີ່ແຕ່ລະຂໍ້ຕໍ່ໃນໂສ້ເຊື່ອມໂຍງກັນຢ່າງໃກ້ຊິດ. ເປັນຫຍັງເຮົາຈຶ່ງເວົ້າອີກວ່າ ພາລະກິດຍຸກນີ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ? ສົມມຸດວ່າພາລະກິດຍຸກນີ້ບໍ່ໄດ້ສ້າງຂຶ້ນດ້ວຍການກະທໍາຂອງພຣະເຢຊູ ການໄຖ່ບາບດ້ວຍການຄຶງໃສ່ໄມ້ກາງແຂນກໍຈະເກີດຂຶ້ນອີກໃນຍຸກນີ້ ແລະ ພາລະກິດການໄຖ່ບາບຈາກຍຸກຜ່ານມາກໍຈະຕ້ອງໄດ້ເຮັດຄືນໃໝ່ໝົດ. ນີ້ຈະບໍ່ມີຄວາມໝາຍຫຍັງໝົດ. ນັ້ນໝາຍຄວາມວ່າພາລະກິດບໍ່ໄດ້ເຮັດສໍາເລັດທັງໝົດ ແຕ່ຍຸກນີ້ພັດກ້າວໄປຂ້າງໜ້າ ເຮັດໃຫ້ລະດັບຂອງພາລະກິດຍົກສູງຂຶ້ນຫຼາຍກວ່າເກົ່າ. ມັນສາມາດເວົ້າໄດ້ອີກວ່າ ພາລະກິດຍຸກນີ້ແມ່ນສ້າງຂຶ້ນບົນຮາກຖານຂອງຍຸກແຫ່ງພຣະບັນຍັດ ແລະ ເທິງກ້ອນຫີນແຫ່ງພາລະກິດການໄຖ່ບາບຂອງພຣະເຢຊູ. ພາລະກິດຂອງພຣະເຈົ້າຖືກສ້າງຂຶ້ນເທື່ອລະຍຸກ ແລະ ຍຸກນີ້ບໍ່ແມ່ນຍຸກເລີ່ມຕົ້ນ. ການປະສົມປະສານກັນລະຫວ່າງພາລະກິດສາມຍຸກເທົ່ານັ້ນຈຶ່ງສາມາດຖືວ່າເປັນແຜນການຄຸ້ມຄອງຫົກພັນປີ. ພາລະກິດໃນຂັ້ນຕອນນີ້ແມ່ນປະຕິບັດບົນພື້ນຖານຂອງພາລະກິດຂອງຍຸກແຫ່ງພຣະຄຸນ. ຖ້າສອງຂັ້ນຕອນຂອງພາລະກິດເຫຼົ່ານີ້ບໍ່ກ່ຽວຂ້ອງກັນ ແລ້ວເຫດໃດການຖືກຄຶງເທິງໄມ້ກາງແຂນຈຶ່ງບໍ່ເກີດຂຶ້ນອີກໃນຍຸກນີ້? ເປັນຫຍັງເຮົາຈຶ່ງບໍ່ແບກຮັບເອົາບາບຂອງມະນຸດ, ແຕ່ກົງກັນຂ້າມ ເຮົາໄດ້ມາເພື່ອພິພາກສາ ແລະ ຂ້ຽນຕີມະນຸດໂດຍກົງ? ຖ້າພາລະກິດຂອງເຮົາໃນການພິພາກສາ ແລະ ຂ້ຽນຕີມະນຸດບໍ່ໄດ້ຕິດຕາມການຖືກຄຶງເທິງໄມ້ກາງແຂນ, ໂດຍທີ່ການມາເຖິງຂອງເຮົາໃນຕອນນີ້ບໍ່ໄດ້ເກີດຂຶ້ນຈາກພຣະວິນຍານບໍລິສຸດ, ແລ້ວເຮົາກໍຈະບໍ່ມີຄຸນສົມບັດໃຫ້ພິພາກສາ ແລະ ຂ້ຽນຕີມະນຸດ. ມັນເປັນຍ້ອນເຮົາເປັນໜຶ່ງດຽວກັບພຣະເຢຊູແທ້ໆ ເຮົາຈຶ່ງມາເພື່ອຂ້ຽນຕີ ແລະ ພິພາກສາມະນຸດໂດຍກົງ. ພາລະກິດໃນຂັ້ນຕອນນີ້ແມ່ນສ້າງຂຶ້ນທັງໝົດອີງຕາມພາລະກິດໃນຂັ້ນຕອນຜ່ານມາ. ເພາະສະນັ້ນ ມີພຽງພາລະກິດປະເພດນີ້ເທົ່ານັ້ນທີ່ສາມາດນໍາພາມະນຸດເຂົ້າສູ່ຄວາມລອດພົ້ນໄດ້ ໂດຍເທື່ອລະກ້າວ. ພຣະເຢຊູ ແລະ ເຮົາມາຈາກພຣະວິນຍານອົງດຽວກັນ. ເຖິງແມ່ນວ່າ ພວກເຮົາບໍ່ໄດ້ກ່ຽວຂ້ອງກັນໃນເນື້ອໜັງພວກເຮົາ, ແຕ່ວ່າພຣະວິນຍານຂອງພວກເຮົາແມ່ນອົງດຽວກັນ; ເຖິງແມ່ນວ່າເນື້ອຫາຂອງສິ່ງທີ່ພວກເຮົາກະທໍາ ແລະ ພາລະກິດທີ່ພວກເຮົາດໍາເນີນຈະບໍ່ຄືກັນ, ແຕ່ພວກເຮົາແມ່ນຄືກັນໃນດ້ານແກ່ນແທ້; ເນື້ອໜັງຂອງພວກເຮົາແມ່ນຢູ່ໃນຮູບແບບທີ່ແຕກຕ່າງກັນ, ແຕ່ນີ້ແມ່ນຍ້ອນການປ່ຽນແປງໃນຍຸກ ແລະ ຄວາມຕ້ອງການຂອງພາລະກິດຂອງພວກເຮົາທີ່ແຕກຕ່າງກັນ; ພັນທະກິດຂອງພວກເຮົາບໍ່ຄືກັນ ດັ່ງນັ້ນພາລະກິດທີ່ພວກເຮົານໍາມາ ແລະ ອຸປະນິໄສທີ່ພວກເຮົາເປີດເຜີຍຕໍ່ມະນຸດແມ່ນແຕກຕ່າງເຊັ່ນກັນ. ນັ້ນຄືເຫດຜົນທີ່ມະນຸດເຫັນ ແລະ ເຂົ້າໃຈວ່າ ມື້ນີ້ແມ່ນບໍ່ຄືສິ່ງທີ່ຜ່ານມາ, ນີ້ເປັນຍ້ອນການປ່ຽນແປງໃນຍຸກ. ເຖິງວ່າພຣະອົງທັງສອງຈະມີຄວາມແຕກຕ່າງທາງເພດ ແລະ ຮູບຮ່າງດ້ານເນື້ອໜັງພຣະອົງທັງສອງ ເຊິ່ງພຣະອົງທັງສອງບໍ່ໄດ້ບັງເກີດຈາກຄອບຄົວດຽວກັນ, ແຮງໄກທີ່ຢູ່ໃນຊ່ວງເວລາດຽວກັນອີກ, ແຕ່ເຖິງຢ່າງນັ້ນກໍຕາມ ພຣະວິນຍານຂອງພຣະອົງທັງສອງແມ່ນເປັນອົງດຽວກັນ. ເຖິງວ່າເນື້ອໜັງຂອງພຣະອົງທັງສອງບໍ່ໄດ້ມີເລືອດ ຫຼື ຄວາມສຳພັນທາງຮ່າງກາຍຊະນິດໃດໜຶ່ງ, ແຕ່ມັນກໍບໍ່ສາມາດປະຕິເສດໄດ້ວ່າ ພຣະອົງທັງສອງຄືເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໃນສອງຊ່ວງເວລາທີ່ແຕກຕ່າງກັນ. ການທີ່ພຣະອົງທັງສອງບັງເກີດເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້ານັ້ນ ເປັນຄວາມຈິງທີ່ໂຕ້ແຍ້ງບໍ່ໄດ້. ເຖິງຢ່າງໃດກໍ່ຕາມ ພຣະອົງທັງສອງບໍ່ແມ່ນສາຍເລືອດດຽວກັນ ແລະ ບໍ່ໄດ້ເວົ້າພາສາດຽວກັນ (ຜູ້ໜຶ່ງເປັນເພດຊາຍທີ່ເວົ້າພາສາຢີວ ແລະ ອີກຄົນໜຶ່ງເປັນເພດຍິງທີ່ເວົ້າແຕ່ພາສາຈີນເທົ່ານັ້ນ). ຍ້ອນສາເຫດເຫຼົ່ານີ້ ທີ່ພຣະອົງທັງສອງຈຶ່ງໄດ້ດໍາລົງຊີວິດຢູ່ໃນປະເທດທີ່ແຕກຕ່າງກັນ ແລະ ໃນຊ່ວງເວລາທີ່ແຕກຕ່າງກັນເຊັ່ນກັນ ເພື່ອປະຕິບັດພາລະກິດທີ່ເຮັດໃຫ້ແຕ່ລະອົງໄດ້ປະຕິບັດ. ເຖິງແມ່ນວ່າ ພຣະອົງທັງສອງຈະເປັນພຣະວິນຍານອົງດຽວກັນກໍຕາມ, ມີແກ່ນແທ້ຄືກັນ, ແຕ່ຮູບຮ່າງພາຍນອກຂອງພຣະອົງທັງສອງແມ່ນບໍ່ມີຄວາມຄ້າຍຄືກັນຈັກໜ້ອຍເລີຍ. ສິ່ງທີ່ພຣະອົງທັງສອງມີຄວາມຄ້າຍຄືກັນກໍມີພຽງຄວາມເປັນມະນຸດເທົ່ານັ້ນ, ແຕ່ເທົ່າທີ່ກ່ຽວກັບລັກສະນະພາຍນອກຂອງເນື້ອໜັງຂອງພຣະອົງທັງສອງ ແລະ ສະພາບການກໍາເນີດຂອງພຣະອົງທັງສອງ, ພຣະອົງທັງສອງແມ່ນບໍ່ຄືກັນ. ສິ່ງເຫຼົ່ານີ້ບໍ່ໄດ້ມີຜົນກະທົບຕໍ່ພາລະກິດໃຜລາວຂອງພຣະອົງທັງສອງ ຫຼື ຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະອົງທັງສອງ, ຍ້ອນວ່າ ໃນການວິເຄາະຂັ້ນສຸດທ້າຍກໍຈະເຫັນວ່າ ພຣະອົງທັງສອງແມ່ນເປັນພຣະວິນຍານອົງດຽວກັນ ແລະ ບໍ່ມີໃຜສາມາດແຍກພຣະອົງທັງສອງອອກຈາກກັນໄດ້. ເຖິງແມ່ນວ່າພຣະອົງທັງສອງຈະບໍ່ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ຊີວິດທັງໝົດຂອງພຣະອົງທັງສອງແມ່ນຄວບຄຸມພຣະວິນຍານຂອງພຣະອົງທັງສອງ ເຊິ່ງມອບໝາຍພາລະກິດທີ່ແຕກຕ່າງກັນໃຫ້ພຣະອົງທັງສອງນໍາໄປປະຕິບັດຢູ່ໃນຊ່ວງເວລາທີ່ແຕກຕ່າງກັນ ແລະ ເນື້ອໜັງຂອງພຣະອົງທັງສອງກໍ່ມາຈາກສາຍເລືອດທີ່ຕ່າງກັນ. ພຣະວິນຍານຂອງພຣະເຢໂຮວາກໍບໍ່ແມ່ນພໍ່ຂອງພຣະວິນຍານຂອງພຣະເຢຊູ ແລະ ພຣະວິນຍານຂອງພຣະເຢຊູກໍບໍ່ແມ່ນບຸດຊາຍຂອງພຣະວິນຍານຂອງພຣະເຢໂຮວາ: ພຣະອົງທັງສອງຄືໜຶ່ງດຽວ ແລະ ເປັນພຣະວິນຍານອົງດຽວກັນ. ໃນທຳນອງດຽວກັນ ພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດໃນປັດຈຸບັນ ແລະ ພຣະເຢຊູບໍ່ໄດ້ກ່ຽວຂ້ອງກັນທາງສາຍເລືອດ, ແຕ່ພຣະອົງທັງສອງຄືອົງດຽວກັນ ນີ້ກໍຍ້ອນວ່າພຣະວິນຍານຂອງພຣະອົງທັງສອງແມ່ນອັນດຽວກັນ. ພຣະເຈົ້າສາມາດປະຕິບັດພາລະກິດແຫ່ງຄວາມເມດຕາ ແລະ ຄວາມຮັກກະລຸນາ ພ້ອມດ້ວຍການພິພາກສາທີ່ທ່ຽງທໍາ ແລະ ການຂ້ຽນຕີມະນຸດ ແລະ ການສາບແຊ່ງມະນຸດ; ແລະໃນທີ່ສຸດ ພຣະອົງສາມາດປະຕິບັດພາລະກິດແຫ່ງການທໍາລາຍໂລກ ແລະ ລົງໂທດຄົນຊົ່ວ. ພຣະອົງບໍ່ໄດ້ກະທໍາທັງໝົດນີ້ດ້ວຍຕົນເອງບໍ? ແລ້ວນີ້ບໍ່ແມ່ນອຳນາດອັນໄພສານຂອງພຣະເຈົ້າບໍ? ພຣະອົງສາມາດປະກາດໃຊ້ກົດເກນເພື່ອມະນຸດ ແລະ ອອກກົດບັນຍັດໃຫ້ແກ່ພວກເຂົາ ແລະ ພ້ອມນີ້ ພຣະອົງຍັງສາມາດນໍາພາຊາວອິດສະຣາເອນຊ່ວງທຳອິດໃຊ້ຊີວິດຂອງພວກເຂົາເທິງແຜ່ນດິນໂລກ ແລະ ຊີ້ນໍາພວກເຂົາໃຫ້ສ້າງພຣະວິຫານ ແລະ ແທ່ນບູຊາ, ຄຸມຊາວອິດສະຣາເອນທຸກຄົນໃຫ້ຢູ່ພາຍໃຕ້ອຳນາດຂອງພຣະອົງ. ດ້ວຍສິດອໍານາດຂອງພຣະອົງ, ພຣະອົງດໍາລົງຢູ່ເທິງແຜ່ນດິນໂລກນີ້ກັບຊາວອິດສະຣາເອນເປັນເວລາສອງພັນປີ. ຊາວອິດສະຣາເອນບໍ່ກ້າກະບົດຕໍ່ພຣະອົງ; ທຸກຄົນຢໍາເກງພຣະເຢໂຮວາ ແລະ ປະຕິບັດຕາມກົດບັນຍັດຂອງພຣະອົງ. ນີ້ແມ່ນພາລະກິດທີ່ໄດ້ກະທໍາອີງຄຸນງາມຄວາມດີແຫ່ງສິດອໍານາດຂອງພຣະອົງ ແລະ ອຳນາດອັນໄພສານຂອງພຣະອົງ. ຫລັງຈາກນັ້ນ ໃນລະຫວ່າງຍຸກແຫ່ງພຣະຄຸນ ພຣະເຢຊູລົງມາເພື່ອໄຖ່ບາບໃຫ້ກັບມະນຸດຊາດທີ່ເສື່ອມໂຊມ (ແລະ ບໍ່ມີແຕ່ຊົນຊາດອິດສະຣາເອນເທົ່ານັ້ນ). ພຣະອົງສະແດງຄວາມເມດຕາ ແລະ ຄວາມຮັກກະລຸນາຕໍ່ມະນຸດ. ພຣະເຢຊູທີ່ມະນຸດເຫັນໃນຍຸກແຫ່ງພຣະຄຸນນັ້ນ ແມ່ນເຕັມໄປດ້ວຍຄວາມຮັກກະລຸນາ ແລະ ມີຄວາມຮັກໄຄ່ຕໍ່ມະນຸດສະເໝີ ດ້ວຍວ່າພຣະອົງໄດ້ລົງມາເພື່ອຊ່ວຍມະນຸດໃຫ້ພົ້ນບາບ. ພຣະອົງສາມາດອະໄພບາບໃຫ້ແກ່ມະນຸດ ຈົນກວ່າການໄຖ່ບາບທີ່ຖືກຄຶງໃສ່ໄມ້ກາງແຂນຂອງພຣະອົງໄດ້ໄຖ່ມະນຸດຈາກຄວາມບາບຢ່າງສົມບູນ. ໃນໄລຍະນີ້ ພຣະເຈົ້າປາກົດຕົວຕໍ່ໜ້າມະນຸດດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ ນັ້ນກໍຄື ພຣະອົງກາຍເປັນຜູ້ຖວາຍບາບໃຫ້ແກ່ມະນຸດ ແລະ ຖືກຄຶງໃສ່ໄມ້ກາງແຂນເພື່ອໄຖ່ບາບໃຫ້ແກ່ມະນຸດ ເພື່ອວ່າພວກເຂົາຈະໄດ້ຮັບການໃຫ້ອະໄພເປັນນິດລັນດອນ. ພຣະອົງມີຄວາມເມດຕາ, ຄວາມກະລຸນາ, ຄວາມອົດທົນ ແລະ ຄວາມຮັກ. ເຊັ່ນດຽວກັນ ຜູ້ຄົນທີ່ຕິດຕາມພຣະເຢຊູໃນຍຸກແຫ່ງພຣະຄຸນ ແມ່ນພາກັນສະແຫວງຫາຄວາມໝັ້ນຄົງ ແລະ ຄວາມຮັກໃນທຸກໆສິ່ງ. ພວກເຂົາໄດ້ທົນທຸກທໍມະມານ ແລະ ບໍ່ເຄີຍ ຕອບໂຕ້ຄືນເມື່ອຖືກຕົບຕີ, ຖືກປ້ອຍດ່າ ຫຼື ຖືກແກວ່ງໝາກຫີນໃສ່. ແຕ່ວ່າ, ໃນລະຫວ່າງຂັ້ນຕອນສຸດທ້າຍນີ້ຈະບໍ່ເປັນແບບນັ້ນອີກຕໍ່ໄປ. ເຖິງແມ່ນວ່າພຣະວິນຍານຂອງພຣະອົງທັງສອງຈະເປັນອົງດຽວກັນ, ແຕ່ພາລະກິດຂອງພຣະເຢຊູ ແລະ ພຣະເຢໂຮວາແມ່ນບໍ່ໄດ້ຄືກັນທັງໝົດ. ພາລະກິດຂອງພຣະເຢໂຮວາບໍ່ແມ່ນເພື່ອນໍາເອົາຍຸກໄປສູ່ການສິ້ນສຸດ ແຕ່ເພື່ອຊີ້ນໍາຍຸກ, ເລີ່ມຕົ້ນຊີວິດຂອງມະນຸດຊາດເທິງແຜ່ນດິນໂລກ ແລະ ພາລະກິດໃນມື້ນີ້ແມ່ນເພື່ອເອົາຊະນະຄົນທີ່ຢູ່ຕ່າງຊາດທີ່ຖືກເຮັດໃຫ້ເສື່ອມຊາມຢ່າງຮຸນແຮງ ແລະ ບໍ່ພຽງແຕ່ເພື່ອນໍາພາຜູ້ຄົນທີ່ຖືກເລືອກໃນປະເທດຈີນ ແຕ່ຈັກກະວານທັງປວງ ແລະ ມະນຸດຊາດທັງປວງ. ເຈົ້າອາດເຫັນວ່າພາລະກິດນີ້ແມ່ນກໍາລັງປະຕິບັດຢູ່ໃນປະເທດຈີນເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ, ພາລະກິດດັ່ງກ່າວນີ້ໄດ້ເລີ່ມຂະຫຍາຍໄປຍັງຕ່າງປະເທດແລ້ວ. ເຫດໃດຜູ້ຄົນທີ່ຢູ່ນອກປະເທດຈີນຈຶ່ງສະແຫວງຫາຫົນທາງທີ່ແທ້ຈິງນີ້ຄັ້ງແລ້ວຄັ້ງເລົ່າ? ນັ້ນກໍຍ້ອນວ່າ ພຣະວິນຍານໄດ້ຕຽມພ້ອມປະຕິບັດພາລະກິດແລ້ວ ແລະ ພຣະທໍາທີ່ກໍາລັງກ່າວໃນປັດຈຸບັນແມ່ນແນໃສ່ຜູ້ຄົນທົ່ວຈັກກະວານ. ດ້ວຍວິທີນີ້ ເຄິ່ງໜຶ່ງຂອງພາລະກິດແມ່ນກໍາລັງດໍາເນີນການ. ເລີ່ມແຕ່ການສ້າງໂລກຈົນເຖິງປັດຈຸບັນ ພຣະວິນຍານຂອງພຣະເຈົ້າໄດ້ດຳເນີນພາລະກິດອັນຍິ່ງໃຫຍ່ນີ້ ແລະ ຍິ່ງໄປກວ່ານັ້ນ ພຣະອົງຍັງໄດ້ກະທໍາຕ່າງພາລະກິດທີ່ແຕກຕ່າງກັນໃນຍຸກທີ່ແຕກຕ່າງກັນ ແລະ ທ່າມກາງຊາດຕ່າງໆອີກດ້ວຍ. ຜູ້ຄົນໃນແຕ່ລະຍຸກຈະເຫັນອຸປະນິໄສຂອງພຣະອົງທີ່ແຕກຕ່າງກັນໄປ ເຊິ່ງຖືກເປີດເຜີຍຢ່າງທຳມະຊາດຜ່ານພາລະກິດແຕກຕ່າງກັນທີ່ພຣະອົງກະທໍາ. ພຣະອົງຄືພຣະເຈົ້າທີ່ເຕັມໄປດ້ວຍຄວາມເມດຕາ ແລະ ຄວາມຮັກກະລຸນາ; ພຣະອົງເປັນເຄື່ອງບູຊາແທນຄວາມຜິດບາບໃຫ້ແກ່ມະນຸດ ແລະ ເປັນຜູ້ເບິ່ງແຍງດູແລມະນຸດ; ແຕ່ພຣະອົງຍັງເປັນການພິພາກສາ, ການຂ້ຽນຕີ ແລະ ການສາບແຊ່ງຂອງມະນຸດອີກດ້ວຍ. ພຣະອົງສາມາດນໍາພາມະນຸດໃຊ້ຊີວິດຢູ່ໃນແຜ່ນດິນໂລກເປັນເວລາສອງພັນປີ ແລະ ພຣະອົງຍັງສາມາດໄຖ່ມະນຸດຊາດທີ່ເສື່ອມໂຊມຈາກຄວາມຜິດບາບ. ປັດຈຸບັນນີ້, ພຣະອົງຍັງສາມາດເອົາຊະນະມະນຸດຊາດຜູ້ທີ່ບໍ່ຮູ້ຈັກພຣະອົງ ແລະ ເຮັດໃຫ້ພວກເຂົາມາຢູ່ພາຍໃຕ້ອຳນາດຂອງພຣະອົງ ເພື່ອວ່າທຸກຄົນຈະຍອມອ່ອນນ້ອມຕໍ່ພຣະອົງຢ່າງສົມບູນ. ໃນທີ່ສຸດ ພຣະອົງຈະເຜົາທໍາລາຍທຸກສິ່ງທີ່ບໍ່ສະອາດ ແລະ ບໍ່ທ່ຽງທໍາໃນບັນດາມະນຸດທົ່ວຈັກກະວານ ເພື່ອສະແດງໃຫ້ພວກເຂົາເຫັນວ່າ ພຣະອົງບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີຄວາມເມດຕາ ແລະ ຄວາມຮັກ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ມີສະຕິປັນຍາ ແລະ ຄວາມມະຫັດສະຈັນ, ບໍ່ແມ່ນພຽງແຕ່ເປັນພຣະເຈົ້າທີ່ສັກສິດ, ແຕ່ວ່າຍິ່ງໄປກວ່ານັ້ນ ພຣະອົງຄືພຣະເຈົ້າຜູ້ຕັດສິນມະນຸດ. ສໍາລັບຜູ້ທີ່ຊົ່ວຊ້າທັງຫຼາຍໃນບັນດາມະນຸດ ພຣະອົງຄືການເຜົາທໍາລາຍ, ການພິພາກສາ ແລະ ການລົງໂທດ; ສຳລັບຜູ້ທີ່ຈະຖືກເຮັດໃຫ້ສົມບູນແບບ ພຣະອົງຄືຄວາມລຳບາກຍາກແຄ້ນ, ການຫຼໍ່ຫຼອມ ແລະ ການທົດລອງ ພ້ອມດ້ວຍໃຫ້ຄວາມອົບອຸ່ນ, ການສະໜັບສະໜູນ, ການສະໜອງແຫ່ງພຣະທໍາ ແລະ ການລິຮານ. ແລະ ສໍາລັບຜູ້ທີ່ຈະຖືກກຳຈັດ, ພຣະອົງຄືການລົງໂທດ ແລະ ຄວາມລໍາບາກຍາກແຄ້ນ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການບັງເກີດເປັນມະນຸດທັງສອງຄັ້ງໄດ້ເຮັດໃຫ້ຄວາມສຳຄັນຂອງການບັງເກີດເປັນມະນຸດສຳເລັດ
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ...
ຫຼັງຈາກປະຕິບັດພາລະກິດຫົກພັນປີຂອງພຣະອົງຈົນມາເຖິງປັດຈຸບັນ, ພຣະເຈົ້າໄດ້ເປີດເຜີຍການກະທໍາຫຼາຍຢ່າງຂອງພຣະອົງ...
ຊ່ວງເວລາທີສາມ: ການເປັນອິດສະຫຼະ ຫຼັງຈາກທີ່ຜູ້ຄົນໄດ້ຂ້າມຜ່ານໄວເດັກ ແລະ ໄວໜຸ່ມ ແລະ ສຸດທ້າຍກໍກ້າວເຂົ້າສູ່ການເປັນຜູ້ໃຫຍ່ຢ່າງຫຼີກເວັ້ນບໍ່ໄດ້,...
ພວກເຈົ້າທຸກຄົນຄວນກວດສອບຊີວິດຂອງພວກເຈົ້າໃໝ່ ໃນການເຊື່ອໃນພຣະເຈົ້າ ເພື່ອເບິ່ງວ່າ ໃນການຕິດຕາມພຣະເຈົ້ານັ້ນ ເຈົ້າໄດ້ເຂົ້າໃຈຢ່າງແທ້ຈິງ,...