ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 6

ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນບໍ່ສາມາດຮັບຮູ້ວ່າ ພຣະເຈົ້າສຳແດງອຸປະນິໄສຂອງພຣະອົງແນວໃດ ຫຼື ພວກເຂົາບໍ່ຮູ້ເຖິງສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ. ພວກເຂົາກໍ່ຍັງເມີນເສີຍຕໍ່ຫຼາຍໆວິທີທີ່ພຣະອົງຊ່ວຍຊີວິດຂອງມະນຸດຊາດ ແລະ ເຈດຕະນາຂອງພຣະອົງສຳລັບບັນດາມວນມະນຸດຊາດ. ພາລະກິດສາມຂັ້ນຕອນແມ່ນການສຳແດງທີ່ສົມບູນຂອງພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຈະເມີນເສີຍຕໍ່ວິທີການ ແລະ ຫຼັກການຫຼາຍຢ່າງຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນເຫຼົ່ານັ້ນທີ່ພຽງແຕ່ຍຶດຕິດຢ່າງໜຽວແໜ້ນກັບຫຼັກການທີ່ຫຼົງເຫຼືອຈາກຂັ້ນຕອນໃດໜຶ່ງຂອງພາລະກິດແມ່ນຄົນທີ່ຈຳກັດພຣະເຈົ້າໃຫ້ຢູ່ໃນຫຼັກການ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍເລື່ອນລອຍ ແລະ ບໍ່ແນ່ນອນ. ຄົນດັ່ງກ່າວຈະບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຈັກເທື່ອ. ມີພຽງແຕ່ພາລະກິດສາມຂັ້ນຕອນຂອງພຣະເຈົ້າທີ່ສາມາດສຳແດງຄວາມສົມບູນຂອງອຸປະນິໄສຂອງພຣະເຈົ້າແທ້ໆ ແລະ ສຳແດງຄວາມປະສົງຂອງພຣະເຈົ້າໃນການຊ່ວຍມະນຸດຊາດຢ່າງສົມບູນ ແລະ ຂະບວນການທັງໝົດຂອງຄວາມລອດພົ້ນຂອງມະນຸດ. ນີ້ຄືຫຼັກຖານທີ່ພິສູດວ່າ ພຣະອົງໄດ້ເອົາຊະນະຊາຕານ ແລະ ໄດ້ຮັບເອົາມະນຸດຊາດ; ມັນແມ່ນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ ແລະ ແມ່ນການສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເຂົ້າໃຈພຽງແຕ່ໜຶ່ງຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າຮູ້ຈັກພຽງແຕ່ສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ໃນແນວຄວາມຄິດຂອງມະນຸດ, ມັນງ່າຍທີ່ຈະໃຫ້ຂັ້ນຕອນອັນດຽວຂອງພາລະກິດນີ້ກາຍມາເປັນຫຼັກການ ແລະ ມັນມີຄວາມເປັນໄປໄດ້ວ່າ ມະນຸດຈະສ້າງຕັ້ງກົດລະບຽບທີ່ຕາຍຕົວກ່ຽວກັບພຣະເຈົ້າ ແລະ ນໍາໃຊ້ອຸປະນິໄສພຽງສ່ວນໜຶ່ງຂອງພຣະເຈົ້າເພື່ອໃຫ້ເປັນຕົວແທນອຸປະນິໄສທັງໝົດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຈິນຕະນາການສ່ວນຫຼາຍຂອງມະນຸດກໍປະສົມຢູ່ໃນນັ້ນ ໂດຍທີ່ມະນຸດຈຳກັດອຸປະນິໄສ, ຄວາມເປັນຢູ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງຫຼັກການພາລະກິດຂອງພຣະເຈົ້າໃຫ້ຢູ່ພາຍໃນຂອບເຂດທີ່ຈຳກັດ ໂດຍເຊື່ອວ່າ ຖ້າພຣະເຈົ້າເຄີຍເປັນແບບນີ້ ແລ້ວພຣະອົງກໍຈະຄົງເປັນຢູ່ຄືເກົ່າຕະຫຼອດເວລາ ແລະ ຈະບໍ່ປ່ຽນແປງຈັກເທື່ອ. ມີພຽງແຕ່ຄົນເຫຼົ່ານັ້ນທີ່ຮູ້ຈັກ ແລະ ຮູ້ຄຸນຄ່າຂອງພາລະກິດສາມຂັ້ນຕອນຈຶ່ງສາມາດເຂົ້າໃຈພຣະເຈົ້າຢ່າງສົມບູນ ແລະ ຖືກຕ້ອງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະບໍ່ນິຍາມພຣະເຈົ້າໃຫ້ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ຊາວຢິວ ແລະ ບໍ່ເຫັນພຣະອົງເປັນພຣະເຈົ້າທີ່ຖືກຄຶງດ້ວຍຕະປູທີ່ໄມ້ກາງແຂນໂດຍເຫັນແກ່ຜົນປະໂຫຍດຂອງມະນຸດຢູ່ສະເໝີ. ຖ້າຄົນໆໜຶ່ງພຽງແຕ່ມາຮູ້ຈັກພຣະເຈົ້າຈາກໜຶ່ງຂັ້ນຕອນຂອງພາລະກິດຂອງພຣະອົງ, ສະນັ້ນ ຄວາມຮູ້ຂອງພວກເຂົາກໍ່ມີໜ້ອຍຫຼາຍເກີນໄປ ແລະ ປະລິມານກໍ່ບໍ່ສາມາດທຽບໄດ້ກັບນໍ້າຢອດໜຶ່ງໃນມະຫາສະໝຸດ. ຖ້າບໍ່ແມ່ນ ແລ້ວເປັນຫຍັງທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາຫຼາຍຄົນຈຶ່ງຄຶງພຣະເຈົ້າດ້ວຍຕະປູເທິງໄມ້ກາງແຂນໂດຍທີ່ຍັງມີຊີວິດຢູ່? ມັນບໍ່ແມ່ນຍ້ອນມະນຸດກັກຂັງພຣະເຈົ້າພາຍໃນຂອບເຂດທີ່ແນ່ນອນບໍ? ຫຼາຍຄົນບໍ່ໄດ້ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງໄປກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກນ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອ “ຢືນຢັນ” ພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ເຊື່ອໝັ້ນວ່າພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ໂຍນອອກບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຜູ້ຮ້າຍທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາເຮັດຄືຄົນໂງ່ໃນໂລກແຫ່ງ “ການສຶກສາ” ດ້ວຍພຽງແຕ່ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກນ້ອຍ, ພວກເຂົາພະຍາຍາມກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ. ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ສົມຄວນເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກນ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມອາລົມຂອງພວກເຂົາ ແລະ ເປັນຄົນທີ່ຍັງດູຖູກ ແລະ ໝິ່ນປະໝາດ, ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີຫຼາຍ, ຄົນທີ່ທະນົງໂຕໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດສຳລັບພຣະເຈົ້າ ແຕ່ພວກເຂົາຍັງໝິ່ນປະໝາດພຣະເຈົ້າພຣະອົງເອງ. ຄົນທີ່ສິ້ນຫວັງເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະຮົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອຜູ້ຄົນເປັນແບບນັ້ນຫຼາຍສໍ່າໃດ, ພວກເຂົາກໍ່ມີແນວໂນ້ມທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຢັບຢັ້ງຕົວເອງຕັ້ງແຕ່ເກີດ ແລະ ຄົນບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ, ພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ?

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 10

ມີພຽງແຕ່ພຣະເຈົ້າອົງດຽວທີ່ປະຕິບັດພາລະກິດສາມຂັ້ນຕອນ; ນີ້ຄືນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລະ ເປັນເສັ້ນທາງສູ່ການຮູ້ຈັກພຣະເຈົ້າ....

ພຣະທຳປະຈຳວັນຂອງພຣະເຈົ້າ: ການບັງເກີດເປັນມະນຸດຂອງພຣະເຈົ້າ | ຄັດຕອນ 99

“ການບັງເກີດເປັນມະນຸດ” ແມ່ນ ການປາກົດຕົວຂອງພຣະເຈົ້າໃນເນື້ອໜັງ; ພຣະອົງປະຕິບັດພາລະກິດທ່າມກາງມະນຸດຊາດໃນລັກສະນະຂອງເນື້ອໜັງ. ສະນັ້ນ...

ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 3

ພຣະເຈົ້າບໍ່ມີເຈດຕະນາຮ້າຍຕໍ່ສິ່ງຖືກສ້າງ; ພຣະອົງພຽງແຕ່ປາຖະໜາທີ່ຈະເອົາຊະນະຊາຕານ. ພາລະກິດທັງໝົດຂອງພຣະອົງ ບໍ່ວ່າຈະເປັນການຕິສອນ ຫຼື ການພິພາກສາ...