ພຣະທຳປະຈຳວັນຂອງພຣະເຈົ້າ: ສາມຂັ້ນຕອນຂອງພາລະກິດ | ຄັດຕອນ 31
ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື...
ພວກເຮົາຕ້ອນຮັບຜູ້ສະແຫວງທຸກຄົນທີ່ປາຖະໜາການປາກົດຕົວຂອງພຣະເຈົ້າ!
ພຣະເຈົ້າເຮັດໃຫ້ມະນຸດສົມບູນແບບດ້ວຍວິທີໃດ? ອຸປະນິໄສຂອງພຣະເຈົ້າແມ່ນຫຍັງ? ອຸປະນິໄສຂອງພຣະອົງແມ່ນມີຫຍັງແນ່? ຖ້າມີໃຜບາງຄົນສາມາດອະທິບາຍສິ່ງທັງໝົດເຫຼົ່ານີ້: ສິ່ງດັ່ງກ່າວນີ້ກໍແມ່ນການເຜີຍແຜ່ພຣະນາມຂອງພຣະເຈົ້າຢ່າງຊັດເຈນ, ອີກຄົນຈະເອີ້ນມັນວ່າ ເປັນການປະຈັກພະຍານໃຫ້ພຣະເຈົ້າ ແລະ ມັນແມ່ນການສັນລະເສີນພຣະເຈົ້າ. ບົນພື້ນຖານການຮູ້ຈັກກັບພຣະເຈົ້າ, ໃນທີ່ສຸດ ອຸປະນິໄສໃນຊີວິດຂອງມະນຸດກໍຈະຖືກປ່ຽນແປງ. ຍິ່ງມະນຸດຖືກລິຮານ ແລະ ຖືກເຮັດໃຫ້ບໍລິສຸດຫຼາຍພຽງໃດ, ເຂົາຍິ່ງມີພະລັງຫຼາຍຂຶ້ນເທົ່ານັ້ນ; ຍິ່ງຂັ້ນຕອນພາລະກິດຂອງພຣະເຈົ້າຫຼາຍຂຶ້ນເທົ່າໃດ, ມະນຸດຍິ່ງຖືກເຮັດໃຫ້ສົມບູນແບບຫຼາຍຂຶ້ນເທົ່ານັ້ນ. ໃນປັດຈຸບັນ, ໃນປະສົບການຂອງມະນຸດ, ທຸກຂັ້ນຕອນຂອງພາລະກິດຂອງພຣະເຈົ້າຈະກັບມາຕາມແນວຄິດຂອງເຂົາ ແລະ ເປັນທຸກສິ່ງທີ່ຢູ່ເໜືອຄວາມສະຫຼາດຂອງມະນຸດ ແລະ ຢູ່ນອກເໜືອຄວາມຄາດຫວັງຂອງເຂົາ. ພຣະເຈົ້າສະໜອງທຸກສິ່ງທຸກຢ່າງທີ່ມະນຸດຕ້ອງການ ແລະ ສິ່ງນີ້ແມ່ນຂັດແຍ້ງກັບແນວຄິດຂອງເຂົາໃນທຸກໆດ້ານ. ພຣະເຈົ້າຊົງເອີ່ຍພຣະທໍາຂອງພຣະອົງໃນຊ່ວງເວລາທີ່ເຈົ້າອ່ອນແອ; ດ້ວຍວິທີນີ້ເທົ່ານັ້ນ ທີ່ພຣະອົງສາມາດສະໜອງຊີວິດຂອງເຈົ້າ. ໂດຍຍ້ອນກັບໄປທີ່ແນວຄິດຂອງເຈົ້າ, ພຣະອົງຈະເຮັດໃຫ້ເຈົ້າຍອມຮັບໃຫ້ພຣະເຈົ້າລິຮານ; ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈິ່ງສາມາດຫຼຸດພົ້ນອອກຈາກຄວາມເສື່ອມຊາມຂອງເຈົ້າໄດ້. ໃນມື້ນີ້, ພຣະເຈົ້າຜູ້ຊົງບັງເກີດເປັນມະນຸດແມ່ນປະຕິບັດພາລະກິດຂອງພຣະອົງໃນສະພາບຂອງພຣະເຈົ້າໃນດ້ານໜຶ່ງ, ແຕ່ໃນອີກດ້ານໜຶ່ງ ພຣະອົງປະຕິບັດພາລະກິດຂອງພຣະອົງໃນສະພາບຂອງມະນຸດທຳມະດາ. ເມື່ອເຈົ້າຢຸດປະຕິເສດພາລະກິດໃດໆຂອງພຣະເຈົ້າ, ເມື່ອເຈົ້າຍອມຮັບສິ່ງທີ່ພຣະເຈົ້າກ່າວ ບໍ່ວ່າຈະແມ່ນສິ່ງຫຍັງກໍຕາມ ຫຼື ກະທຳສິ່ງໃດໃນສະພາບຂອງມະນຸດທຳມະດາ, ເມື່ອເຈົ້າສາມາດຍອມຮັບ ແລະ ເຂົ້າໃຈຄວາມປົກກະຕິປະເພດໃດກໍຕາມ ທີ່ພຣະອົງຊົງສະແດງ ແລະ ເມື່ອເຈົ້າໄດ້ຮັບປະສົບການຕົວຈິງແລ້ວ: ເມື່ອນັ້ນເຈົ້າຈິ່ງສາມາດໝັ້ນໃຈໄດ້ວ່າ ພຣະອົງແມ່ນພຣະເຈົ້າ, ເມື່ອນັ້ນເຈົ້າຈະຢຸດສ້າງແນວຄິດຕ່າງໆ ແລະ ເມື່ອນັ້ນເຈົ້າຈິ່ງຈະສາມາດຕິດຕາມພຣະອົງຈົນຈົບ. ພາລະກິດຂອງພຣະເຈົ້າແມ່ນມີຄວາມສະຫຼຽວສະຫຼາດ ແລະ ພຣະອົງຮູ້ວິທີທີ່ຈະເຮັດໃຫ້ມະນຸດລຸກຢືນຂຶ້ນຢ່າງໄວ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ພຣະອົງຊົງຮູ້ວ່າຈຸດອ່ອນສຳຄັນຂອງມະນຸດຢູ່ບ່ອນໃດ. ພຣະທໍາທີ່ພຣະອົງກ່າວສາມາດຕີທີ່ຈຸດອ່ອນທີ່ສຳຄັນຂອງເຈົ້າ, ແຕ່ພຣະອົງຍັງໃຊ້ພຣະທໍາອັນໜ້າເກງຂາມ ແລະ ສະຫຼາດຂອງພຣະອົງ ເພື່ອເຮັດໃຫ້ເຈົ້າຢືນຢັດຢ່າງໝັ້ນຄົງໃນການເປັນປະຈັກພະຍານໃຫ້ພຣະອົງ. ນັ້ນແມ່ນການກະທຳອັນຢ່າງມີປະຕິຫານຂອງພຣະເຈົ້າ. ພາລະກິດທີ່ພຣະເຈົ້າປະຕິບັດນັ້ນເກີນກວ່າທີ່ຄວາມສະຫຼາດຂອງມະນຸດຈະຈິນຕະນາການໄດ້. ມະນຸດ ເຊິ່ງກໍ່ຄືເນື້ອໜັງ ແມ່ນມີຄວາມເສື່ອມຊາມປະເພດໃດ ແລະ ສິ່ງໃດທີ່ເປັນທາດແທ້ຂອງມະນຸດ ເຊິ່ງທັງໝົດນີ້ແມ່ນຈະຖືກເປີດເຜີຍຜ່ານການພິພາກສາຂອງພຣະເຈົ້າ ເຊິ່ງຈະເຮັດໃຫ້ມະນຸດບໍ່ມີບ່ອນລີ້ຈາກຄວາມອັບອາຍຂອງເຂົາໄດ້.
ພຣະເຈົ້າຊົງກະທໍາພາລະກິດແຫ່ງການພິພາກສາ ແລະ ການລົງໂທດ ເພື່ອວ່າມະນຸດຈະສາມາດໄດ້ຮັບຄວາມຮູ້ກ່ຽວກັບພຣະອົງ ແລະ ເພື່ອເປັນປະຈັກພະຍານໃຫ້ພຣະອົງ. ຖ້າບໍ່ມີການພິພາກສາຂອງພຣະອົງ ຕໍ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດ, ມະນຸດຈະບໍ່ສາມາດຮູ້ອຸປະນິໄສທີ່ທ່ຽງທໍາຂອງພຣະອົງ ເຊິ່ງຈະບໍ່ຍອມຮັບເອົາຄວາມຜິດ ແລະ ເຂົາຈະບໍ່ສາມາດປ່ຽນແປງຄວາມຮູ້ເດີມກ່ຽວກັບພຣະເຈົ້າໄປເປັນຄວາມຮູ້ ໃໝ່ໄດ້. ເພື່ອປະໂຫຍດຂອງການເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ເພື່ອການຄຸ້ມຄອງຂອງພຣະອົງ, ພຣະອົງຊົງເປີດເຜີຍຄວາມເປັນພຣະອົງທັງໝົດສູ່ສາທາລະນະຊົນ, ສະນັ້ນ ການປາກົດຕົວຂອງພຣະອົງໃນສາທາລະນະຊົນ ຈິ່ງໄດ້ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງ ແລະ ເພື່ອການເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ. ການປ່ຽນແປງອຸປະນິໄສຂອງມະນຸດ ແມ່ນເຮັດໄດ້ຜ່ານພາລະກິດຫຼາຍປະເພດຂອງພຣະເຈົ້າ; ຖ້າບໍ່ມີການປ່ຽນແປງດັ່ງກ່າວຕໍ່ອຸປະນິໄສຂອງມະນຸດ, ມະນຸດຈະບໍ່ສາມາດເປັນປະຈັກພະຍານໃຫ້ແກ່ພຣະເຈົ້າໄດ້ ແລະ ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງມະນຸດບົ່ງບອກວ່າ ມະນຸດໄດ້ຫຼຸດພົ້ນອອກຈາກການເປັນທາດຂອງຊາຕານ ແລະ ອອກຈາກອິດທິພົນຂອງຄວາມມືດ ແລະ ໄດ້ກາຍເປັນແບບຢ່າງ ແລະ ຕົວຢ່າງຂອງພາລະກິດຂອງພຣະເຈົ້າ, ເປັນພະຍານຂອງພຣະເຈົ້າ ແລະ ເປັນຜູ້ຄົນທີ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ. ໃນທຸກມື້ນີ້, ພຣະເຈົ້າຜູ້ບັງເກີດເປັນມະນຸດ ໄດ້ຊົງສະເດັດມາເພື່ອກະທໍາພາລະກິດຂອງພຣະອົງໃນແຜ່ນດິນໂລກ ແລະ ພຣະອົງຊົງກໍານົດໃຫ້ມະນຸດມີຄວາມຮູ້ກ່ຽວກັບພຣະອົງ, ອ່ອນນ້ອມຕໍ່ພຣະອົງ ແລະ ເປັນພະຍານໃຫ້ແກ່ພຣະອົງ ໂດຍທີ່ຮູ້ຈັກພາລະກິດແທ້ ແລະ ພາລະກິດປົກກະຕິຂອງພຣະອົງ, ພວກເຂົາຈະອ່ອນນ້ອມຕໍ່ທຸກພຣະທໍາ ແລະ ພາລະກິດຂອງພຣະອົງ ເຊິ່ງບໍ່ໄດ້ສອດຄ່ອງກັບແນວຄິດຂອງມະນຸດ ແລະ ພວກເຂົາຈະເປັນປະຈັກພະຍານຕໍ່ພາລະກິດທັງໝົດທີ່ພຣະອົງຊົງກະທໍາເພື່ອຊ່ວຍໃຫ້ມະນຸດລອດພົ້ນ ພ້ອມດ້ວຍການກະທໍາທັງໝົດທີ່ພຣະອົງຊົງກະທໍາສໍາເລັດໃນການປົກຄອງມະນຸດ. ຜູ້ຄົນທີ່ເປັນປະຈັກພະຍານໃຫ້ແກ່ພຣະເຈົ້າຕ້ອງມີຄວາມຮູ້ກ່ຽວກັບພຣະເຈົ້າ; ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ຖືກຕ້ອງ ແລະ ເປັນຈິງ ແລະ ມີພຽງການເປັນປະຈັກພະຍານແບບນີ້ເທົ່ານັ້ນທີ່ສາມາດເຮັດໃຫ້ຊາຕານອັບອາຍໄດ້. ພຣະເຈົ້າຊົງນໍາໃຊ້ຜູ້ຄົນທີ່ມາຮູ້ຈັກພຣະອົງຜ່ານປະສົບການພິພາກສາຂອງພຣະອົງ ແລະ ຜ່ານການລົງໂທດ ແລະ ລິຮານ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງຊົງນໍາໃຊ້ຜູ້ຄົນທີ່ຊາຕານເຮັດໃຫ້ເສື່ອມຊາມ ເພື່ອໃຫ້ເປັນປະຈັກພະຍານໃຫ້ແກ່ພຣະອົງ ແລະ ພ້ອມນັ້ນ ພຣະອົງຍັງຊົງນໍາໃຊ້ຜູ້ທີ່ໄດ້ປ່ຽນແປງອຸປະນິໄສ ແລະ ຜູ້ທີ່ໄດ້ຮັບພອນຈາກພຣະອົງ ເພື່ອເປັນປະຈັກພະຍານໃຫ້ແກ່ພຣະອົງ. ພຣະອົງບໍ່ຕ້ອງການໃຫ້ມະນຸດມາສັນລະເສີນພຣະອົງດ້ວຍປາກຂອງເຂົາ ແລະ ພຣະອົງຊົງບໍ່ຕ້ອງການຄໍາສັນລະເສີນ ແລະ ຄຳພະຍານຂອງຈຳພວກຊາຕານ ເຊິ່ງເປັນຜູ້ທີ່ພຣະອົງບໍ່ໄດ້ຊ່ວຍໃຫ້ລອດພົ້ນ. ມີແຕ່ຜູ້ທີ່ຮູ້ຈັກພຣະເຈົ້າເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້ ແລະ ມີແຕ່ຜູ້ທີ່ໄດ້ປ່ຽນແປງອຸປະນິໄສຂອງຕົນເທົ່ານັ້ນ ທີ່ມີຄຸນສົມບັດເປັນພະຍານໃຫ້ແກ່ພຣະອົງໄດ້. ພຣະເຈົ້າຈະບໍ່ອະນຸຍາດໃຫ້ມະນຸດນໍາເອົາຄວາມອັບອາຍມາສູ່ພຣະນາມຂອງພຣະອົງໂດຍເຈດຕະນາ.
ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງຄົນທີ່ຮູ້ຈັກພຣະເຈົ້າເທົ່ານັ້ນທີ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?
ຍຸກສຸດທ້າຍແມ່ນເວລາທີ່ທຸກສິ່ງຈະຖືກຈັດແບ່ງຕາມປະເພດໂດຍຜ່ານການເອົາຊະນະ. ການເອົາຊະນະແມ່ນພາລະກິດຂອງຍຸກສຸດທ້າຍ; ເວົ້າອີກຢ່າງໜຶ່ງກໍຄື...
ເປັນເວລາຫຼາຍປີ, ວິທີຄວາມເຊື່ອຕາມປະເພນີຂອງຜູ້ຄົນ (ຂອງສາສະໜາຄຣິດ ເຊິ່ງເປັນໜຶ່ງໃນສາມສາສະໜາຫຼັກຂອງໂລກ) ກໍຄືການອ່ານພຣະຄຳພີ;...
ຜູ້ຄົນມັກເວົ້າເຖິງການໃຫ້ພຣະເຈົ້າເປັນຊີວິດຂອງພວກເຂົາ ແຕ່ປະສົບການຂອງພວກເຂົາຍັງບໍ່ໄດ້ມາເຖິງຈຸດນັ້ນເທື່ອ. ເຈົ້າພຽງແຕ່ເວົ້າວ່າ...
ພຣະເຈົ້າໄດ້ລົງມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດ, ເພື່ອເປີດເຜີຍຕົວພຣະອົງເອງເປັນການສ່ວນຕົວຕໍ່ມະນຸດ ແລະ...