ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 183

ພຣະເຢຊູຢູ່ເທິງແຜ່ນດີນໂລກນີ້ເປັນເວລາສາມສິບສາມປີເຄິ່ງ, ພຣະອົງມາປະຕິບັດພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນ ແລະ ຜ່ານການຖືກຄຶງໃສ່ໄມ້ກາງແຂນນັ້ນ ພຣະເຈົ້າໄດ້ຮັບໜຶ່ງສ່ວນຂອງຄວາມສະຫງ່າລາສີຂອງພຣະອົງ. ເມື່ອພຣະເຈົ້າສະຖິດເຂົ້າສູ່ເນື້ອໜັງ ພຣະອົງສາມາດທີ່ຈະອ່ອນນ້ອມ ແລະ ລີ້ລັບ ແລະ ສາມາດທົນທຸກທໍລະມານໄດ້ຢ່າງຫຼວງຫຼາຍ. ເຖິງແມ່ນວ່າພຣະອົງເປັນພຣະເຈົ້າເອງ, ພຣະອົງກໍຍັງຕ້ອງອົດທົນຕໍ່ຄວາມອັບອາຍທຸກຢ່າງ ແລະ ທຸກການຂົ່ມເຫັງ ແລະ ພຣະອົງອົດທົນຕໍ່ຄວາມເຈັບປວດແສນສາຫັດໃນການຖືກຄຶງໃສ່ໄມ້ກາງແຂນເພື່ອໃຫ້ສຳເລັດພາລະກິດການໄຖ່ບາບ. ພາຍຫລັງທີ່ພາລະກິດໃນໄລຍະນີ້ສິ້ນສຸດລົງ, ເຖິງແມ່ນວ່າ ຜູ້ຄົນໄດ້ເຫັນວ່າ ພຣະເຈົ້າໄດ້ຮັບຄວາມສະຫງ່າລາສີອັນຍິ່ງໃຫຍ່ກໍຕາມ, ສິ່ງນີ້ກໍບໍ່ໄດ້ແມ່ນຄວາມສະຫງ່າລາສີທັງໝົດຂອງພຣະອົງ; ມັນເປັນພຽງຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ເຊິ່ງພຣະອົງໄດ້ຮັບຈາກພຣະເຢຊູ. ເຖິງແມ່ນວ່າ ພຣະເຢຊູຈະສາມາດທົນທຸກຕໍ່ຄວາມຍາກລໍາບາກນາໆປະການກໍຕາມ, ສາມາດອ່ອນນ້ອມ ແລະ ລີ້ລັບ, ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຈົ້າກໍພຽງແຕ່ໄດ້ຮັບຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະອົງເທົ່ານັ້ນ ແລະ ຄວາມສະຫງ່າລາສີຂອງພຣະອົງໃນອິດສະຣາເອນ. ພຣະເຈົ້າຍັງມີຄວາມສະຫງ່າລາສີສ່ວນອື່ນໆອີກ: ການມາເທິງແຜ່ນດິນໂລກເພື່ອປະຕິບັດພາລະກິດຢ່າງແທ້ຈິງ ແລະ ສ້າງກຸ່ມຄົນໃຫ້ສົມບູນ. ໃນລະຫວ່າງຂັ້ນຕອນພາລະກິດຂອງພຣະເຢຊູ, ພຣະອົງໄດ້ເຮັດສິ່ງເໜືອທຳມະຊາດ ແຕ່ຂັ້ນຕອນຂອງພາລະກິດດັ່ງກ່າວນັ້ນແມ່ນເພື່ອປະຕິບັດໝາຍສໍາຄັນ ແລະ ສິ່ງມະຫັດສະຈັນເທົ່ານັ້ນ. ໂດຍພື້ນຖານແລ້ວ ແມ່ນເພື່ອສະແດງໃຫ້ເຫັນວ່າ ພຣະເຢຊູສາມາດທົນຕໍ່ຄວາມເຈັບປວດ ແລະ ຖືກຄຶງໃສ່ໄມ້ກາງແຂນເພື່ອພຣະເຈົ້າ, ພຣະເຢຊູສາມາດຮັບເອົາຄວາມເຈັບປວດອັນໃຫຍ່ຫຼວງນັ້ນໄດ້ ຍ້ອນວ່າພຣະອົງຮັກພຣະເຈົ້າ ແລະ ເຖິງແມ່ນວ່າ ພຣະເຈົ້າໄດ້ປະຖິ້ມພຣະອົງ, ພຣະອົງກໍຍັງເຕັມໃຈທີ່ຈະເສຍສະຫຼະຊີວິດຂອງພຣະອົງເພື່ອຄວາມປະສົງຂອງພຣະເຈົ້າ. ພາຍຫຼັງທີ່ພຣະເຈົ້າໄດ້ສຳເລັດພາລະກິດຢູ່ປະເທດອິດສະຣາເອນ ແລະ ພຣະເຢຊູໄດ້ຖືກຕອກໃສ່ໄມ້ກາງແຂນ, ພຣະເຈົ້າກໍ່ໄດ້ຮັບສະຫງ່າລາສີ ແລະ ພຣະອົງໄດ້ເປັນປະຈັກພະຍານຕໍ່ໜ້າຊາຕານ. ພວກເຈົ້າບໍ່ເຄີຍຮູ້ ຫຼື ບໍ່ເຄີຍເຫັນວິທີທີ່ພຣະເຈົ້າໄດ້ກາຍເປັນເນື້ອໜັງຢູ່ປະເທດຈີນ ແລ້ວພວກເຈົ້າຈະສາມາດເຫັນວ່າພຣະເຈົ້າໄດ້ຮັບຄວາມສະຫງ່າລາສີໄດ້ແນວໃດ? ເມື່ອພຣະເຈົ້າປະຕິບັດພາລະກິດແຫ່ງການເອົາຊະນະໃນຕົວພວກເຈົ້າຢ່າງຫຼວງຫຼາຍ ແລະ ພວກເຈົ້າຕັ້ງໝັ້ນ ແລ້ວພາລະກິດໃນຂັ້ນຕອນນີ້ຂອງພຣະເຈົ້າກໍຈະສຳເລັດຜົນ ແລະ ນີ້ກໍເປັນຄວາມສະຫງ່າລາສີສ່ວນໜຶ່ງຂອງພຣະເຈົ້າເຊັ່ນກັນ. ພວກເຈົ້າເຫັນສະເພາະແຕ່ໃນສິ່ງນີ້ ແລະ ພວກເຈົ້າຍັງບໍ່ທັນໄດ້ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າເທື່ອ ແລະ ພວກເຈົ້າບໍ່ໄດ້ມອບຫົວໃຈທັງໝົດໃຫ້ກັບພຣະເຈົ້າເທື່ອ. ພວກເຈົ້າຍັງບໍ່ເຫັນຄວາມສະຫງ່າລາສີທັງໝົດຂອງພຣະເຈົ້າ; ພວກເຈົ້າເຫັນພຽງແຕ່ວ່າ ພຣະເຈົ້າໄດ້ເອົາຊະນະຫົວໃຈຂອງພວກເຈົ້າ, ພວກເຈົ້າຈະບໍ່ສາມາດຈາກພຣະອົງໄປຈັກເທື່ອ ແລະ ຈະຕິດຕາມພຣະອົງໄປຈົນເຖິງທີ່ສຸດ ແລະ ຫົວໃຈຂອງພວກເຈົ້າກໍຈະບໍ່ປ່ຽນແປງ ແລະ ສິ່ງນີ້ຄືຄວາມສະຫງ່າລາສີຂອງພຣະເຈົ້າ. ເຈົ້າເຫັນຄວາມສະຫງ່າລາສີຂອງພຣະເຈົ້າໃນຫຍັງແດ່? ຈາກຜົນພາລະກິດຂອງພຣະອົງໃນຜູ້ຄົນ. ຜູ້ຄົນເຫັນວ່າ ພຣະເຈົ້າໜ້າຮັກຫຼາຍ, ພວກເຂົາມີພຣະເຈົ້າຢູ່ໃນຫົວໃຈຂອງພວກເຂົາ ແລະ ບໍ່ເຕັມໃຈທີ່ຈະຈາກພຣະອົງໄປ ແລະ ນີ້ແມ່ນຄວາມສະຫງ່າລາສີຂອງພຣະເຈົ້າ. ເມື່ອຄວາມເຂັ້ມແຂງຂອງອ້າຍເອື້ອຍນ້ອງຢູ່ໃນຄຣິສຕະຈັກເກີດຂຶ້ນ ແລະ ພວກເຂົາສາມາດຮັກພຣະເຈົ້າຈາກຫົວໃຈຂອງພວກເຂົາ, ເຫັນເຖິງກຳລັງສູງສຸດຂອງພາລະກິດທີ່ພຣະເຈົ້າປະຕິບັດ ແລະ ກຳລັງຂອງພຣະທຳຂອງພຣະເຈົ້າທີ່ບໍ່ມີຫຍັງທຽບທານໄດ້, ເມື່ອພວກເຂົາເຫັນວ່າ ພຣະທຳຂອງພຣະອົງມີອຳນາດ ແລະ ພຣະອົງສາມາດລົງມືປະຕິບັດພາລະກິດຂອງພຣະອົງຢູ່ເມືອງຜີຂອງປະເທດຈີນແຜ່ນດິນໃຫຍ່ໄດ້, ໃນເວລາທີ່ເຖິງແມ່ນວ່າຜູ້ຄົນຈະອ່ອນແອ, ຫົວໃຈຂອງພວກເຂົາກົ້ມລົງຕໍ່ໜ້າພຣະເຈົ້າ ແລະ ພວກເຂົາເຕັມໃຈທີ່ຈະຍອມຮັບເອົາພຣະທຳຂອງພຣະເຈົ້າ ແລະ ເຖິງແມ່ນວ່າ ເມື່ອພວກເຂົາອ່ອນແອ່ ແລະ ບໍ່ຄູ່ຄວນ, ພວກເຂົາກໍຍັງສາມາດເຫັນໄດ້ວ່າ ພຣະທຳຂອງພຣະເຈົ້າ ເປັນສິ່ງທີ່ໜ້າຮັກຫຼາຍ ແລະ ຄູ່ຄວນແກ່ການຊື່ນຊົມຂອງພວກເຂົາ, ແລ້ວນີ້ຄືຄວາມສະຫງ່າລາສີຂອງພຣະເຈົ້າ. ເມື່ອມື້ນັ້ນມາເຖິງ ຜູ້ຄົນກໍໄດ້ຖືກເຮັດໃຫ້ສົມບູບໂດຍພຣະເຈົ້າ ແລະ ສາມາດຍອມຕໍ່ພຣະອົງ ແລະ ສາມາດອ່ອນນ້ອມຕໍ່ພຣະເຈົ້າຢ່າງສິ້ນເຊີງ ແລະ ປະຄວາມຫວັງ ແລະ ຊະຕາກຳໄວ້ໃນກໍາມືຂອງພຣະເຈົ້າ ແລ້ວຄວາມສະຫງ່າລາສີສ່ວນທີສອງຂອງພຣະເຈົ້າຈຶ່ງຈະຖືກຮັບເອົາຢ່າງສິ້ນເຊີງ ເຊິ່ງນັ້ນໝາຍຄວາມວ່າ ເມື່ອພາລະກິດຂອງພຣະເຈົ້າທີ່ແທ້ຈິງ ໄດ້ຮັບຜົນສຳເລັດທັງໝົດແລ້ວ, ພາລະກິດຂອງພຣະອົງຢູ່ໃນປະເທດຈີນແຜ່ນດິນໃຫຍ່ກໍຈະສິ້ນສຸດລົງ. ເວົ້າອີກຢ່າງໜຶ່ງກໍຄື ເມື່ອຜູ້ທີ່ພຣະເຈົ້າໄດ້ກຳນົດຊະຕາກໍາໄວ້ແລ້ວ ແລະ ຜູ້ທີ່ຖືກເລືອກໄດ້ຖືກເຮັດໃຫ້ສົມບູນແລ້ວນັ້ນ, ພຣະເຈົ້າກໍ່ຈະໄດ້ຮັບສະຫງ່າລາສີ. ພຣະເຈົ້າໄດ້ກ່າວວ່າ ພຣະອົງໄດ້ນຳເອົາຄວາມສະຫງ່າລາສີສ່ວນທີສອງຂອງພຣະອົງມາສູ່ທິດຕາເວັນອອກ ແຕ່ສິ່ງນີ້ຍັງບໍ່ສາມາດເຫັນໄດ້ດ້ວຍຕາເປົ່າ. ພຣະເຈົ້າໄດ້ນຳເອົາພາລະກິດຂອງພຣະອົງມາສູ່ທິດຕາເວັນອອກ: ພຣະອົງໄດ້ມາຢູ່ທິດຕາເວັນອອກແລ້ວ ແລະ ນີ້ແມ່ນຄວາມສະຫງ່າລາສີຂອງພຣະເຈົ້າ. ໃນປັດຈຸບັນນີ້, ເຖິງແມ່ນວ່າ ພາລະກິດຂອງພຣະອົງຍັງບໍ່ໄດ້ຖືກເຮັດໃຫ້ສຳເລັດ ຍ້ອນພຣະເຈົ້າໄດ້ຕັດສິນໃຈທີ່ຈະປະຕິບັດ, ມັນຈະຕ້ອງສຳເລັດຢ່າງແນ່ນອນ. ພຣະເຈົ້າໄດ້ຕັດສິນໃຈວ່າ ພຣະອົງຈະເຮັດສຳເລັດພາລະກິດນີ້ຢູ່ໃນປະເທດຈີນ ແລະ ພຣະອົງຕັ້ງໃຈຈະເຮັດໃຫ້ພວກເຈົ້າສົມບູນ. ດັ່ງນັ້ນ, ພຣະອົງຈຶ່ງເຮັດໃຫ້ພວກເຈົ້າບໍ່ມີທາງເລືອກ, ພຣະອົງໄດ້ເອົາຊະນະຫົວໃຈຂອງພວກເຈົ້າແລ້ວ ແລະ ເຈົ້າກໍຕ້ອງໄດ້ສືບຕໍ່ ບໍ່ວ່າເຈົ້າຕ້ອງການ ຫຼື ບໍ່ກໍຕາມ ແລະ ເມື່ອພວກເຈົ້າຖືກຮັບເອົາໂດຍພຣະເຈົ້າ, ພຣະເຈົ້າກໍ່ຈະໄດ້ຮັບສະຫງ່າລາສີ. ໃນປັດຈຸບັນນີ້, ພຣະເຈົ້າຍັງບໍ່ທັນໄດ້ຮັບສະຫງ່າລາສີຢ່າງສົມບູນເທື່ອ ຍ້ອນວ່າ ພວກເຈົ້າຍັງບໍ່ໄດ້ຖືກເຮັດໃຫ້ສົມບູນເທື່ອ. ເຖິງແມ່ນວ່າຫົວໃຈຂອງພວກເຈົ້າໄດ້ກັບມາຫາພຣະເຈົ້າແລ້ວກໍຕາມ ແຕ່ຍັງມີຄວາມອ່ອນແອຫຼາຍຢ່າງຢູ່ໃນເນື້ອໜັງຂອງພວກເຈົ້າ, ພວກເຈົ້າຍັງບໍ່ສາມາດທີ່ຈະເຮັດໃຫ້ພຣະເຈົ້າເພິ່ງພໍໃຈ, ພວກເຈົ້າບໍ່ສາມາດຄຳນຶງເຖິງເຈດຕະນາຂອງພຣະເຈົ້າ ແລະ ພວກເຈົ້າຍັງມີສິ່ງທີ່ບໍ່ດີຫຼາຍຢ່າງທີ່ຕ້ອງໄດ້ກຳຈັດອອກຈາກຕົວພວກເຈົ້າ ແລະ ພວກເຈົ້າຕ້ອງຜ່ານການທົດລອງ ແລະ ການຂັດເກົາຫຼາຍຢ່າງ. ມີພຽງທາງນັ້ນ ວິຖີຊີວິດຂອງເຈົ້າຈຶ່ງຈະປ່ຽນແປງ ແລະ ເຈົ້າຈຶ່ງຈະສາມາດຖືກຮັບໂດຍພຣະເຈົ້າ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ການສົນທະນາສັ້ນໆກ່ຽວກັບ “ອານາຈັກພັນປີມາຮອດແລ້ວ”

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 521

ມີຈຸດສູງສຸດໃນປະສົບການຂອງເປໂຕ ເມື່ອຮ່າງກາຍຂອງລາວຕ້ອງອ່ອນເພຍໄປໝົດ ແຕ່ພຣະເຢຊູຍັງໃຫ້ການໜູນໃຈແກ່ລາວຈາກພາຍໃນ. ແລ້ວມີຄັ້ງໜຶ່ງ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການເປີດໂປງແນວຄິດທາງສາສະໜາ | ຄັດຕອນ 286

ພວກເຈົ້າຕ້ອງການຮູ້ເຖິງຕົ້ນຕໍຂອງເຫດຜົນທີ່ພວກຟາລີຊາຍຕໍ່ຕ້ານພຣະເຢຊູບໍ? ພວກເຈົ້າຕ້ອງການຮູ້ທາດແທ້ຂອງພວກຟາລີຊາຍບໍ່?...