ພຣະທຳປະຈຳວັນຂອງພຣະເຈົ້າ: ການເຂົ້າສູ່ຊີວິດ | ຄັດຕອນ 550

ໃນປັດຈຸບັນ ມີການບ່ຽງເບນໃນການສະແຫວງຫາຂອງຜູ້ຄົນ; ພວກເຂົາພຽງສະແຫວງຫາທີ່ຈະຮັກພຣະເຈົ້າ ແລະ ເຮັດໃຫ້ພຣະອົງພໍໃຈເທົ່ານັ້ນ, ແຕ່ພວກເຂົາບໍ່ມີຄວາມຮູ້ໃດໆກ່ຽວກັບພຣະອົງ ແລະ ໄດ້ລະເລີຍຕໍ່ຄວາມສະຫວ່າງ ແລະ ການໃຫ້ແສງເຍື່ອງທາງຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ. ພວກເຂົາບໍ່ມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າເປັນຮາກຖານ. ໃນວິທີນີ້ ພວກເຂົາຈະສູນເສຍກຳລັງໃຈ ເມື່ອປະສົບການຂອງພວກເຂົາກ້າວໜ້າຂຶ້ນ. ທຸກຄົນທີ່ສະແຫວງຫາເພື່ອມີຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ, ເຖິງແມ່ນວ່າ ພວກເຂົາບໍ່ໄດ້ຢູ່ໃນສະພາບທີ່ດີໃນອະດີດ ແລະ ມັກຈະມີຄວາມຄິດລົບ ແລະ ຄວາມອ່ອນແອ ແລະ ມັກຫຼັ່ງນ້ຳຕາຢູ່ເລື້ອຍໆ, ຮູ້ສຶກທໍ້ແທ້ ແລະ ຜິດຫວັງ; ຕອນນີ້ຄົນເຫຼົ່ານີ້ໄດ້ມີປະສົບການຫຼາຍຂຶ້ນ, ສະພາວະຂອງພວກເຂົາກໍດີຂຶ້ນ. ຫຼັງຈາກການປະສົບກັບການຖືກລິຮານ, ຖືກເຮັດໃຫ້ແຕກຫັກ ແລະ ໄດ້ຜ່ານຂັ້ນຕອນການທົດລອງ ແລະ ການຫຼໍ່ຫຼອມ, ພວກເຂົາໄດ້ກ້າວໜ້າຢ່າງໃຫຍ່. ສະພາວະທີ່ເປັນລົບກໍຫຼຸດລົງ ແລະ ຊີວິດ-ອຸປະນິໄສຂອງພວກເຂົາກໍໄດ້ປ່ຽນແປງໄປໜ້ອຍໜຶ່ງ. ໃນຂະນະທີ່ພວກເຂົາຜ່ານຜ່າກັບການທົດລອງຫຼາຍຂຶ້ນ, ຫົວໃຈຂອງພວກເຂົາກໍເລີ່ມຮັກພຣະເຈົ້າ. ມີກົດສຳລັບການທີ່ພຣະເຈົ້າເຮັດໃຫ້ຜູ້ຄົນສົມບູນ, ເຊິ່ງພຣະອົງສ່ອງແສງສະຫວ່າງເຈົ້າໂດຍໃຊ້ພາກສ່ວນທີ່ເໝາະສົມຂອງເຈົ້າ ເພື່ອວ່າເຈົ້າຈະມີເສັ້ນທາງປະຕິບັດ ແລະ ສາມາດແຍກຕົວເຈົ້າເອງອອກຈາກສະພາວະດ້ານລົບທັງໝົດ, ຊ່ວຍວິນຍານຂອງເຈົ້າໃຫ້ໄດ້ຮັບການປົດປ່ອຍ ແລະ ເຮັດໃຫ້ເຈົ້າສາມາດຮັກພຣະອົງຫຼາຍຂຶ້ນ. ດ້ວຍວິທີນີ້ ເຈົ້າຈຶ່ງຈະສາມາດປະຖິ້ມອຸປະນິໄສອັນເສື່ອມຊາມຂອງຊາຕານນັ້ນໄດ້. ເຈົ້າເປັນຄົນຊື່ຕົງ ແລະ ເປີດເຜີຍ, ເຕັມໃຈທີ່ຈະຮູ້ຈັກຕົວເອງ ແລະ ເຕັມໃຈທີ່ຈະເອົາຄວາມຈິງໄປປະຕິບັດຕາມ. ແນ່ນອນ ພຣະເຈົ້າຈະອວຍພອນເຈົ້າ, ດັ່ງນັ້ນ ເມື່ອເຈົ້າອ່ອນແອ ແລະ ຄິດລົບ, ພຣະອົງກໍຈະສ່ອງແສງສະຫວ່າງໃຫ້ກັບເຈົ້າເປັນສອງເທົ່າ, ຊ່ວຍເຈົ້າໃຫ້ຮູ້ຈັກຕົວເຈົ້າເອງຫຼາຍຂຶ້ນ, ເຕັມໃຈທີ່ຈະກັບໃຈສໍາລັບຕົວເອງຫຼາຍຂຶ້ນ ແລະ ສາມາດປະຕິບັດສິ່ງທີ່ເຈົ້າຄວນປະຕິບັດໄດ້ຫຼາຍຂຶ້ນ. ມີພຽງວິທີນີ້ເທົ່ານັ້ນຫົວໃຈຂອງເຈົ້າຈຶ່ງຈະມີຄວາມສະຫງົບ ແລະ ສະບາຍໃຈ. ຄົນທີ່ໃຫ້ຄວາມສົນໃຈກັບການຮູ້ຈັກພຣະເຈົ້າເປັນປົກກະຕິ, ຜູ້ທີ່ໃຫ້ຄວາມສົນໃຈກັບການຮູ້ຈັກຕົວພວກເຂົາເອງ, ຜູ້ທີ່ໃຫ້ຄວາມສົນໃຈໃນການປະຕິບັດຂອງພວກເຂົາເອງຈະສາມາດໄດ້ຮັບພາລະກິດຂອງພຣະເຈົ້າຢູ່ເລື້ອຍໆ ພ້ອມທັງໄດ້ຮັບການນຳພາ ແລະ ຄວາມສະຫວ່າງຈາກພຣະເຈົ້າ. ເຖິງແມ່ນວ່າຜູ້ຄົນດັ່ງກ່າວຈະຢູ່ໃນສະພາວະດ້ານລົບ, ພວກເຂົາກໍສາມາດຫັນປ່ຽນສິ່ງຕ່າງໆທັນທີ, ບໍ່ວ່າຈະເກີດຈາກການກະທໍາດ້ວຍຈິດສໍານຶກ ຫຼື ເກີດຈາກຄວາມສະຫວ່າງຈາກພຣະທຳຂອງພຣະເຈົ້າ. ການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງຈະບັນລຸຜົນສະເໝີເມື່ອພວກເຂົາຮູ້ສະພາວະເປັນຈິງຂອງພວກເຂົາເອງ ແລະ ອຸປະນິໄສ ແລະ ພາລະກິດຂອງພຣະເຈົ້າ. ຄົນທີ່ເຕັມໃຈທີ່ຈະຮູ້ຈັກຕົວພວກເຂົາເອງ ແລະ ເປີດໃຈຈະສາມາດປະຕິບັດຄວາມຈິງໄດ້. ຄົນແບບນີ້ແມ່ນຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າ ແລະ ຄົນທີ່ຈົງຮັກພັກດີຕໍ່ພຣະເຈົ້າມີຄວາມເຂົ້າໃຈກ່ຽວກັບພຣະເຈົ້າ, ບໍ່ວ່າຄວາມເຂົ້າໃຈນີ້ຈະເລິກ ຫຼື ຕື້ນ, ໜ້ອຍ ຫຼື ຫຼາຍກໍຕາມ. ນີ້ແມ່ນຄວາມຊອບທຳຂອງພຣະເຈົ້າ ແລະ ແມ່ນບາງສິ່ງທີ່ຜູ້ຄົນບັນລຸຜົນ, ມັນແມ່ນຜົນປະໂຫຍດຂອງພວກເຂົາເອງ. ຄົນທີ່ມີຄວາມຮູ້ກ່ຽວກັບພຣະເຈົ້າແມ່ນຄົນທີ່ມີພື້ນຖານ, ເປັນຄົນທີ່ມີນິມິດ. ຄົນແບບນີ້ແມ່ນໝັ້ນໃຈກ່ຽວກັບເນື້ອໜັງຂອງພຣະເຈົ້າ ແລະ ໝັ້ນໃຈກ່ຽວກັບພຣະທຳ ແລະ ພາລະກິດຂອງພຣະເຈົ້າ. ບໍ່ວ່າພຣະເຈົ້າຈະປະຕິບັດ ຫຼື ກ່າວແນວໃດກໍຕາມ ຫຼື ຄົນອື່ນໆຈະລົບກວນພຽງໃດກໍຕາມ, ລາວກໍສາມາດຍຶດໝັ້ນໃນຈຸດຢືນຂອງຕົນ ແລະ ຢືນຢ່າງໝັ້ນຄົງໃນການເປັນພະຍານຂອງລາວໃຫ້ກັບພຣະເຈົ້າໄດ້. ຍິ່ງບຸກຄົນເປັນແບບນີ້ຫຼາຍເທົ່າໃດ ພວກເຂົາກໍຍິ່ງສາມາດປະຕິບັດຄວາມຈິງທີ່ພວກເຂົາເຂົ້າໃຈໄດ້ຫຼາຍຂຶ້ນເທົ່ານັ້ນ. ຍ້ອນວ່າພວກເຂົາປະຕິບັດຕາມພຣະທຳຂອງພຣະເຈົ້າຢູ່ສະເໝີ, ພວກເຂົາໄດ້ຮັບຄວາມເຂົ້າໃຈກ່ຽວກັບພຣະເຈົ້າຫຼາຍຂຶ້ນ ແລະ ມີຄວາມເດັດດ່ຽວທີ່ຈະຢືນຢ່າງໝັ້ນຄົງໃນການເປັນພະຍານຂອງເຈົ້າໃຫ້ກັບພຣະເຈົ້າຕະຫຼອດໄປ.

ພຣະທຳ, ເຫຼັ້ມທີ 1. ການປາກົດຕົວ ແລະ ພາລະກິດຂອງພຣະເຈົ້າ. ມີພຽງບັນດາຜູ້ທີ່ໃສ່ໃຈການປະຕິບັດເທົ່ານັ້ນທີ່ສາມາດຖືກເຮັດໃຫ້ສົມບູນ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ເນື້ອຫາທີ່ກ່ຽວຂ້ອງ

ພຣະທຳປະຈຳວັນຂອງພຣະເຈົ້າ: ປາຍທາງ ແລະ ຜົນໄດ້ຮັບ | ຄັດຕອນ 600

ແຕ່ຕົ້ນເດີມນັ້ນບໍ່ມີຄອບຄົວລະຫວ່າງມະນຸດຊາດ; ມີພຽງແມ່ຍິງ ແລະ ຜູ້ຊາຍ ເຊິ່ງນັ້ນກໍຄື ມະນຸດສອງປະເພດທີ່ແຕກຕ່າງກັນ. ບໍ່ມີປະເທດຕ່າງໆ,...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 216

ພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າເລີ່ມຕົ້ນຈາກການສ້າງໂລກ ແລະ ມະນຸດກໍຄືຈຸດສູນກາງຂອງພາລະກິດນີ້. ມັນສາມາດເວົ້າໄດ້ວ່າ...

ພຣະທຳປະຈຳວັນຂອງພຣະເຈົ້າ: ການຮູ້ຈັກພາລະກິດຂອງພຣະເຈົ້າ | ຄັດຕອນ 189

ໃນແຜນງານຂອງພຣະເຈົ້າໃນເວລາຫຼາຍພັນປີ, ພາລະກິດສອງພາກສ່ວນແມ່ນສຳເລັດໂດຍຜ່ານເນື້ອໜັງ: ສ່ວນທຳອິດແມ່ນພາລະກິດຂອງການຖືກຄຶງທີ່ໄມ້ກາງແຂນ...