ການຈ່າຍລາຄາເພື່ອຮັບເອົາຄວາມຈິງຄືສິ່ງທີ່ມີຄວາມໝາຍຢ່າງຍິ່ງໃຫຍ່
ຈຸດປະສົງຂອງການເຊື່ອໃນພຣະເຈົ້າແມ່ນເພື່ອຮັບເອົາຄວາມລອດພົ້ນ, ແຕ່ການຮັບເອົາຄວາມລອດພົ້ນເປັນເລື່ອງງ່າຍບໍ? ແມ່ນຫຍັງຄືສິ່ງທີ່ຍາກທີ່ສຸດກ່ຽວກັບມັນ? ມີຫຼາຍຄົນທີ່ບໍ່ສາມາດເຫັນສິ່ງນີ້ໄດ້ຢ່າງຊັດເຈນ, ແຕ່ການຮັບເອົາຄວາມຈິງເປັນສ່ວນທີ່ຫຍຸ້ງຍາກທີ່ສຸດແທ້ໆໃນການຮັບເອົາຄວາມລອດພົ້ນ. ສະນັ້ນ, ການທົນທຸກກັບຄວາມເຈັບປວດຫຼາຍຢ່າງ ແລະ ການຈ່າຍລາຄາເພື່ອທີ່ຈະຮັບເອົາຄວາມຈິງແມ່ນກຸ້ມຄ່າຢູ່ສະເໝີ, ບໍ່ວ່າເຈົ້າຈະໄດ້ຮັບຫຼາຍສໍ່າໃດກໍຕາມ. ສະນັ້ນເຈົ້າຕ້ອງທົນທຸກກັບຫຍັງເພື່ອທີ່ຈະຮັບເອົາຄວາມຈິງ? ເຈົ້າຕ້ອງທົນທຸກຜ່ານການພິພາກສາ ແລະ ການຂ້ຽນຕີ, ການທົດສອບ ແລະ ການຫຼໍ່ຫຼອມ ແລະ ການຖືກລິຮານ ແລະ ການຖືກຈັດການ, ເຈົ້າຕ້ອງທົນທຸກກັບການຂົ່ມເຫັງ ແລະ ຄວາມລຳບາກຍາກແຄ້ນທີ່ເກີດຂຶ້ນຈາກການຕິດຕາມພຣະເຈົ້າ, ເຈົ້າຕ້ອງທົນທຸກຜ່ານການຖືກຂັງຄຸກ ແລະ ການໃສ່ຮ້າຍ ແລະ ການປະນາມຈາກໂລກສາສະໜາ. ເຈ້ົາຕ້ອງອົດກັ້ນກັບຄວາມລຳບາກທັງໝົດນີ້. ຖ້າເຈົ້າສາມາດອົດທົນຜ່ານພວກມັນທັງໝົດ, ເຈົ້າກໍຈະສາມາດຮັບເອົາຄວາມຈິງໄດ້. ໃນຕອນນີ້, ຄົນສ່ວນໃຫຍ່ເຕັມໃຈທີ່ຈະສະແຫວງຫາຄວາມຈິງ. ພວກເຂົາເອົາໃຈໃສ່ກັບການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ພວກເຂົາຕ້ອງການຝຶກຝົນໃນການປະຕິບັດຄວາມຈິງໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ເພື່ອຮັບເອົາຄວາມຈິງ. ການເຊື່ອໃນພຣະເຈົ້າ ແລະ ການເຮັດໜ້າທີ່ຂອງຄົນໆໜຶ່ງຄືເສັ້ນທາງທີ່ຖືກຕ້ອງໃນຊີວິດ. ມັນເປັນສິ່ງທີ່ຖືກຕ້ອງທີ່ຈະເລືອກເສັ້ນທາງນີ້ ແລະ ມັນເປັນສິ່ງທີ່ຈະໄດ້ຮັບພອນຈາກພຣະເຈົ້າຫຼາຍທີ່ສຸດ. ຜູ້ຄົນສາມາດສະຫຼະຕົນເອງເພື່ອພຣະອົງຢ່າງຈິງໃຈ ແລະ ປະຕິບັດໜ້າທີ່ຂອງສິ່ງຖືກສ້າງ. ນີ້ຄືຄວາມກະລຸນາ ແລະ ພອນທີ່ຍິ່ງໃຫຍ່ຂອງພຣະເຈົ້າ. ມີບາງຄົນທີ່ບໍ່ເຫັນຄວາມໝາຍສຳຄັນໃນການປະຕິບັດໜ້າທີ່ຢ່າງຊັດເຈນ, ຄົນທີ່ພະຍາຍາມຕໍ່ລອງກັບພຣະເຈົ້າຢູ່ສະເໝີ. ບໍ່ວ່າແມ່ນຫຍັງຈະເກີດຂຶ້ນກັບພວກເຂົາກໍຕາມ, ພວກເຂົາສາມາດຖືກຈຳກັດ ແລະ ລົບກວນໄດ້ຢູ່ສະເໝີ, ພວກເຂົາສາມາດຢູ່ພາຍໃຕ້ອິດທິພົນ ແລະ ແກວ່ງໄປມາຢູ່ສະເໝີ, ເຊິ່ງພາໃຫ້ພວກເຂົາບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງເປັນປົກກະຕິ ຈົນເຖິງຂອບເຂດທີ່ພວກເຂົາເຖິງກັບປະຖິ້ມໜ້າທີ່ຂອງພວກເຂົາ ແລະ ແລ່ນໜີ. ນັ້ນຄືສິ່ງທີ່ໜ້າເສົ້າໃຈ! ພວກເຂົາອາດຈະບໍ່ຮູ້ສຶກເສຍໃຈຫຼາຍ ແຕ່ເມື່ອໄພພິບັດເລີ່ມໃຫຍ່ຂຶ້ນ ແລະ ພາລະກິດຂອງພຣະເຈົ້າສິ້ນສຸດລົງ ແລະ ພຣະອົງເລີ່ມຕົ້ນໃຫ້ລາງວັນແກ່ຄົນດີ ແລະ ລົງໂທດຄົນຊົ່ວຮ້າຍ, ພວກເຂົາຈະຮູ້ຈັກເຖິງຜົນຕາມມາຈາກການກະທຳນີ້. ນັ້ນຄືເຫດຜົນທີ່ພວກເຈົ້າຕ້ອງອະທິຖານຮ່ວມກັນຢູ່ເລື້ອຍໆ, ສະຫງົບຕົນເອງຢູ່ຕໍ່ໜ້າພຣະເຈົ້າ, ອ່ານພຣະທຳຂອງພຣະອົງຫຼາຍຂຶ້ນ ແລະ ໂອ້ລົມຫຼາຍຂຶ້ນກ່ຽວກັບຄວາມຈິງ. ໃຫ້ປະຖິ້ມບັນຫາເຫຼົ່ານີ້ທີ່ບໍ່ມີຫຍັງກ່ຽວຂ້ອງກັບການສະແຫວງຫາຄວາມຈິງໃນຕອນນີ້, ເຊິ່ງເປັນສິ່ງທີ່ບໍ່ຄວນຖືກພິຈາລະນາໃນຕອນນີ້. ການແຕ່ງດອງ, ການເຮັດວຽກ, ອະນາຄົດຂອງຄົນໆໜຶ່ງ ແລະ ການປັກຫຼັກສ້າງຖານບໍ່ແມ່ນເລື່ອງດຽວທີ່ສຳຄັນໃນຊີວິດ ຫຼື ການຊອກຫາຕຳແໜ່ງຂອງຄົນໆໜຶ່ງໃນສັງຄົມ ແລະ ການມີກິນຢ່າງພຽງພໍກໍບໍ່ແມ່ນ. ບໍ່ມີຫຍັງໃນບັນດາສິ່ງເຫຼົ່ານີ້ທີ່ເປັນເລື່ອງສຳຄັນທີ່ສຸດໃນຊີວິດ. ສິ່ງທີ່ສຳຄັນທີ່ສຸດໃນຊີວິດແມ່ນຫຍັງ? ມັນຄືການປະຕິບັດໜ້າທີ່ ແລະ ການເຮັດໜ້າວຽກທີ່ສິ່ງຖືກສ້າງຄວນປະຕິບັດ ແລະ ດຳເນີນພາລະກິດຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງຝາກຝັງໃຫ້ແກ່ເຈົ້ານັ້ນສຳເລັດ. ນັ້ນຄືສິ່ງທີ່ມີຄວາມໝາຍທີ່ສຸດ. ນັ້ນຄືຄວາມເດັດດ່ຽວທີ່ຜູ້ຄົນຄວນມີ.
ໃນຕອນນີ້, ພວກເຈົ້າທີ່ເຊື່ອໃນພຣະເຈົ້າສາມາດກິນ ແລະ ດື່ມພຣະທຳຂອງພຣະອົງໃນທຸກໆມື້ ແລະ ຄົນທີ່ສະແຫວງຫາຄວາມຈິງຫຼາຍຂຶ້ນກໍປະຕິບັດໜ້າທີ່ອີກດ້ວຍ. ນີ້ຄືຈຸດເລີ່ມຕົ້ນທີ່ຖືກຕ້ອງສຳລັບທິດທາງຂອງເຈົ້າໃນຊີວິດ, ສະນັ້ນເຈົ້າຄວນສືບຕໍ່ຍ່າງໃນເສັ້ນທາງນີ້ແນວໃດ? (ພວກເຮົາຄວນວາງພື້ນຖານໃນເສັ້ນທາງເຂົ້າສູ່ຊີວິດ.) ແມ່ນແລ້ວ, ຖ້າເຈົ້າຕ້ອງການຮັບເອົາຄວາມຈິງ ແລະ ຊີວິດ, ເຈົ້າກໍຕ້ອງວາງພື້ນຖານເທິງພຣະທຳຂອງພຣະເຈົ້າ. ສິ່ງນີ້ຈະເຮັດໃຫ້ເຈົ້າສາມາດເລີ່ມຍ່າງໃນເສັ້ນທາງແຫ່ງການສະແຫວງຫາຄວາມຈິງ, ເຊິ່ງເປັນສິ່ງດຽວທີ່ເປັນເປົ້າໝາຍ ແລະ ທິດທາງໃນຊີວິດ. ເຈົ້າຈະເປັນພຽງໜຶ່ງໃນຄົນທີ່ຖືກເລືອກ ແລະ ຖືກກຳນົດໄວ້ລ່ວງໜ້າຂອງພຣະເຈົ້າຢ່າງແທ້ຈິງ ຖ້າເຈົ້າປ່ອຍໃຫ້ພຣະທຳຂອງພຣະອົງ ແລະ ຄວາມຈິງວາງພື້ນຖານໃນຫົວໃຈຂອງເຈົ້າ. ໃນຕອນນີ້, ພື້ນຖານຂອງພວກເຈົ້າຍັງບໍ່ໝັ້ນຄົງ. ຖ້າແມ່ນແຕ່ການລໍ້ລວງໜ້ອຍໜຶ່ງຈາກຊາຕານເກີດຂຶ້ນກັບເຈົ້າ, ບໍ່ຕ້ອງເວົ້າເຖິງໄພພິບັດ ຫຼື ການທົດສອບທີ່ຍິ່ງໃຫຍ່, ພວກເຈົ້າສາມາດສັ່ນຄອນ ແລະ ສະດຸດ. ນີ້ຄືການຂາດພື້ນຖານ, ເຊິ່ງເປັນສິ່ງທີ່ອັນຕະລາຍຫຼາຍ! ຫຼາຍຄົນສະດຸດ ແລະ ທໍລະຍົດພຣະເຈົ້າເມື່ອການຂົ່ມເຫັງ ຫຼື ຄວາມລຳບາກຍາກແຄ້ນເກີດຂຶ້ນກັບພວກເຂົາ. ບາງຄົນເລີ່ມປະພຶດຢ່າງປະໝາດເລິນເລີ້ຫຼັງຈາກທີ່ພວກເຂົາໄດ້ຮັບສະຖານະບາງຢ່າງ ແລະ ຫຼັງຈາກນັ້ນ ພວກເຂົາກໍຖືກເປີດໂປງ ແລະ ຖືກຂັບໄລ່ອອກ. ພວກເຈົ້າທຸກຄົນສາມາດເຫັນສິ່ງເຫຼົ່ານີ້ໄດ້ຢ່າງຊັດເຈນຫຼາຍ. ສະນັ້ນ, ໃນຕອນນີ້ ພວກເຈົ້າຄວນກຳນົດທິດທາງ ແລະ ເປົ້າໝາຍທີ່ພວກເຈົ້າຄວນສະແຫວງຫາໃນຊີວິດກ່ອນ, ພ້ອມທັງເສັ້ນທາງທີ່ພວກເຈົ້າຄວນຍ່າງ ແລະ ຫຼັງຈາກນັ້ນກໍສະຫງົບຈິດໃຈຂອງພວກເຈົ້າ ແລະ ເຮັດວຽກໜັກ, ສະຫຼະຕົນເອງ, ທຸ້ມເທພະຍາຍາມ ແລະ ຈ່າຍລາຄາເພື່ອເປົ້າໝາຍນັ້ນ. ປະຖິ້ມສິ່ງອື່ນໆສຳລັບຕອນນີ້. ຖ້າເຈົ້າສືບຕໍ່ໄຕ່ຕອງກ່ຽວກັບພວກມັນ, ມັນຈະສົ່ງຜົນກະທົບຕໍ່ການປະຕິບັດໜ້າທີ່ຂອງເຈົ້າ ແລະ ມັນຈະສົ່ງຜົນກະທົບຕໍ່ເລື່ອງທີ່ສຳຄັນຢ່າງຍິ່ງໃນການທີ່ເຈົ້າສະແຫວງຫາຄວາມຈິງ ແລະ ຄວາມລອດພົ້ນຂອງເຈົ້າ. ຖ້າເຈົ້າຕ້ອງຄິດກ່ຽວກັບການຊອກຫາວຽກ, ການຫາເງິນ ແລະ ການກາຍມາເປັນຄົນລວຍ ແລະ ກ່ຽວກັບການສ້າງຖານະທີ່ໝັ້ນຄົງໃນສັງຄົມ ແລະ ກ່ຽວກັບການຊອກຫາຕຳແໜ່ງຂອງເຈົ້າ, ຖ້າເຈົ້າຕ້ອງຄິດກ່ຽວກັບການແຕ່ງດອງ ແລະ ການຊອກຫາຄູ່ສົມລົດ ແລະ ກ່ຽວກັບການຮັບເອົາຄວາມຮັບຜິດຊອບໃນການສະໜັບສະໜູນຄອບຄົວ ແລະ ການເຮັດໃຫ້ພວກເຂົາມີຊີວິດທີ່ດີ ແລະ ຖ້າເຈົ້າຍັງຕ້ອງການຮຽນຮູ້ທັກສະໃໝ່ໆບາງຢ່າງ, ເປັນເລີດ ແລະ ດີກວ່າຄົນອື່ນ, ການຄິດກ່ຽວກັບທັງໝົດນີ້ຈະບໍ່ເປັນເລື່ອງທີ່ອິດເມື່ອຍບໍ? ມີເທົ່າໃດຢ່າງທີ່ສາມາດເຂົ້າໄປໃນຄວາມຄິດຂອງເຈົ້າ? ບຸກຄົນໜຶ່ງມີພະລັງງານຫຼາຍສໍ່າໃດໃນຕະຫຼອດຊີວິດຂອງພວກເຂົາ? ຄົນໆໜຶ່ງມີປີດີໆເທົ່າໃດປີ? ໃນຊີວິດນີ້, ຜູ້ຄົນມີພະລັງງານຫຼາຍທີ່ສຸດລະຫວ່າງອາຍຸຊາວປີ ແລະ ສີ່ສິບປີ. ໃນຊ່ວງເວລານີ້, ພວກເຈົ້າຕ້ອງຊຳນານເລື່ອງຄວາມຈິງທີ່ຜູ້ເຊື່ອໃນພຣະເຈົ້າຄວນເຂົ້າໃຈ ແລະ ຫຼັງຈາກນັ້ນກໍເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ ແລະ ຍອມຮັບການພິພາກສາ ແລະ ການຂ້ຽນຕີຂອງພຣະເຈົ້າ, ພ້ອມທັງການຫຼໍ່ຫຼອມ ແລະ ການທົດສອບຂອງພຣະອົງ ແລະ ໄປຮອດຈຸດທີ່ເຈົ້າບໍ່ປະຕິເສດພຣະເຈົ້າ, ບໍ່ວ່າຈະເປັນສະຖານະການຫຍັງກໍຕາມ. ນີ້ຄືສິ່ງພື້ນຖານທີ່ສຸດ. ຍິ່ງໄປກວ່ານັ້ນ, ບໍ່ວ່າຜູ້ໃດຈະໃຊ້ຄວາມຮັກ ແລະ ການແຕ່ງດອງເພື່ອລໍ້ລວງ ແລະ ຫຼອກລໍ້ເຈົ້າ ຫຼື ຄົນໃດໜຶ່ງຈະໃຫ້ຊື່ສຽງ, ຄວາມຮັ່ງມີ, ສະຖານະ ຫຼື ຜົນປະໂຫຍດກັບເຈົ້າຫຼາຍສໍ່າໃດກໍຕາມ, ເຈົ້າບໍ່ຄວນປະຖິ້ມໜ້າທີ່ຂອງເຈົ້າ ຫຼື ສິ່ງທີ່ສິ່ງຖືກສ້າງຄວນເຮັດ. ເຖິງແມ່ນວ່າພຣະເຈົ້າບໍ່ຕ້ອງການເຈົ້າໃນເວລາຕໍ່ມາ, ເຈົ້າກໍຍັງຄວນສະແຫວງຫາຄວາມຈິງ, ເຈົ້າກໍຍັງຄວນພະຍາຍາມຍ່າງຕາມເສັ້ນທາງແຫ່ງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ. ເຈົ້າຕ້ອງໄປເຖິງຈຸດສູງນີ້ໃຫ້ໄດ້. ໃນລັກສະນະນັ້ນ, ຫຼາຍປີທີ່ເຈົ້າສະຫຼະຕົນເອງເພື່ອພຣະເຈົ້າຈະບໍ່ເສຍເປົ່າ. ຖ້າເຈົ້າໃຊ້ເວລາຫຼາຍປີທີ່ດີທີ່ສຸດຂອງເຈົ້າເພື່ອຄິດກ່ຽວກັບການຊອກຫາວຽກດີໆ ຫຼື ການຊອກຫາຄູ່ສົມລົດ, ການຫວັງທີ່ຈະມີຄວາມສຸກກັບຊີວິດໃນເນື້ອໜັງໃນຂະນະທີ່ເຊື່ອໃນພຣະເຈົ້າ, ເຮັດທັງສອງຢ່າງໃນເວລາດຽວກັນ, ແລ້ວຫຼັງຈາກສອງສາມປີ, ເຈົ້າອາດຈະຊອກຫາຄູ່ສົມລົດ, ແຕ່ງດອງ, ມີລູກ ແລະ ສ້າງເຮືອນ ແລະ ອາຊີບ ແຕ່ເຈົ້າຈະບໍ່ໄດ້ຮັບຫຍັງຈາກການເຊື່ອໃນພຣະເຈົ້າຕະຫຼອດປີເຫຼົ່ານັ້ນ, ເຈົ້າຈະບໍ່ໄດ້ຮັບຄວາມຈິງໃດໆ, ຫົວໃຈຂອງເຈົ້າຈະຮູ້ສຶກຫວ່າງເປົ່າ ແລະ ປີທີ່ດີທີ່ສຸດຂອງເຈົ້າຈະຫຼຸດລອຍໄປ. ເມື່ອເຈົ້າຫວນກັບໄປເບິ່ງຊ່ວງອາຍຸສີ່ສິບປີ, ເຈົ້າຈະມີຄອບຄົວ, ເຈົ້າຈະມີລູກ ແລະ ເຈົ້າຈະບໍ່ຢູ່ຄົນດຽວ, ແຕ່ເຈົ້າຈະຕ້ອງສະໜັບສະໜູນຄອບຄົວຂອງເຈົ້າ. ນັ້ນຄືຕ່ອງໂສ້ທີ່ເຈົ້າບໍ່ສາມາດເປັນອິດສະຫຼະໄດ້. ຖ້າເຈົ້າຕ້ອງການປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າຈະຕ້ອງເຮັດເຊັ່ນນັ້ນໃນຂະນະທີ່ຖືກລ່າມໃສ່ຕ່ອງໂສ້ຄອບຄົວຂອງເຈົ້າ. ບໍ່ວ່າຫົວໃຈຂອງເຈົ້າຈະໃຫຍ່ສໍ່າໃດກໍຕາມ, ເຈົ້າບໍ່ສາມາດເຮັດທັງສອງຢ່າງ. ເຈົ້າຈະບໍ່ສາມາດຕິດຕາມພຣະເຈົ້າໝົດໃຈ ແລະ ເຮັດໜ້າທີ່ຂອງເຈົ້າໄດ້ເປັນຢ່າງດີ. ມີຫຼາຍຄົນທີ່ປະຖິ້ມຄອບຄົວ ແລະ ສິ່ງທາງໂລກ, ແຕ່ຫຼັງຈາກທີ່ເຊື່ອໃນພຣະເຈົ້າໄດ້ສອງສາມປີ ພວກເຂົາຍັງສະແຫວງຫາຊື່ສຽງ, ກຳໄລ ແລະ ສະຖານະເທົ່ານັ້ນ. ພວກເຂົາບໍ່ໄດ້ຮັບຄວາມຈິງ ແລະ ພວກເຂົາເຖິງກັບບໍ່ມີຄຳພະຍານທີ່ເປັນຈິງກ່ຽວກັບປະສົບການໃດໆ. ສິ່ງນີ້ເປັນຄືກັນກັບການທີ່ພວກເຂົາເສຍເວລາຂອງພວກເຂົາ. ເມື່ອພວກເຂົາປະຕິບັດໜ້າທີ່ຂອງພວກເຂົາໃນຕອນນີ້, ພວກເຂົາບໍ່ເຂົ້າໃຈແມ່ນແຕ່ສ່ວນນ້ອຍໆໃນຄວາມຈິງ ແລະ ເມື່ອບາງສິ່ງເກີດຂຶ້ນກັບພວກເຂົາ, ພວກເຂົາບໍ່ຮູ້ວິທີທີ່ຈະຜະເຊີນໜ້າກັບມັນ. ສະນັ້ນພວກເຂົາເລີ່ມຮ້ອງໄຫ້ນໍ້າມູກໄຫຼ ແລະ ພວກເຂົາເຕັມໄປດ້ວຍຄວາມເສຍໃຈຫຼາຍ. ເມື່ອພວກເຂົາຄິດກັບໄປຫາຕອນເລີ່ມຕົ້ນ, ໄປຫາຄົນໜຸ່ມທຸກຄົນທີ່ດຳລົງຊີວິດໃນຄຣິສຕະຈັກຮ່ວມ, ເຮັດໜ້າທີ່ຂອງພວກເຂົາ, ຮ້ອງເພງນະມັດສະການ ແລະ ສັນລະເສີນພຣະເຈົ້າຮ່ວມກັນ, ພວກເຂົາກໍຄິດກ່ຽວກັບວ່າມື້ເຫຼົ່ານັ້ນດີແນວໃດ ແລະ ພວກເຂົາຕ້ອງການກັບຄືນໄປຫາເວລານັ້ນຫຼາຍສໍ່າໃດ! ໜ້າເສຍດາຍທີ່ໃນໂລກນີ້ບໍ່ມີວິທີຮັກສາສຳລັບຄວາມເສຍດາຍ. ບໍ່ມີຜູ້ໃດສາມາດຍ້ອນກັບເວລາໄດ້, ເຖິງແມ່ນວ່າພວກເຂົາຈະຕ້ອງການ. ບໍ່ມີທາງທີ່ຈະກັບໄປຫາຕອນເລີ່ມຕົ້ນ ແລະ ດຳລົງຊີວິດອີກຄັ້ງ. ນັ້ນຄືເຫດຜົນທີ່ວ່າຫຼັງຈາກໂອກາດໄດ້ຜ່ານໄປ, ມັນຈະບໍ່ກັບມາອີກຄັ້ງ. ຊີວິດຂອງບຸກຄົນໜຶ່ງຢູ່ໄດ້ດົນພຽງສອງສາມທົດສະວັດ, ຖ້າເຈົ້າພາດເວລາທີ່ເໝາະສົມທີ່ສຸດນີ້ໃນການສະແຫວງຫາຄວາມຈິງ, ຄວາມເສຍດາຍຂອງເຈົ້າຈະໄຮ້ປະໂຫຍດ. ບາງຄົນເຊື່ອໃນພຣະເຈົ້າຈົນເຖິງທຸກມື້ນີ້ ແລະ ພວກເຂົາຍັງສັບສົນ. ພວກເຂົາບໍ່ຮູ້ແທ້ໆວ່າພາລະກິດຂອງພຣະເຈົ້າໄປຮອດຂັ້ນຕອນໃດ. ໄພພິບັດທີ່ຍິ່ງໃຫຍ່ໄດ້ມາເຖິງ ແລະ ຄົນເຫຼົ່ານີ້ຍັງໃຊ້ຊີວິດໃນຄວາມຝັນໂດຍຄິດວ່າ: “ຍັງເຫຼືອເວລາອີກຫຼາຍກ່ອນທີ່ພຣະເຈົ້າຈະສຳເລັດພາລະກິດຂອງພຣະອົງ! ຕອນນີ້ຜູ້ຄົນຍັງກິນ, ດື່ມ ແລະ ແຕ່ງດອງຕາມປົກກະຕິ. ຂ້ານ້ອຍຕ້ອງຟ້າວ ແລະ ມີຄວາມສຸກກັບຊີວິດ, ຂ້ານ້ອຍບໍ່ສາມາດພາດໄດ້!” ພວກເຂົາຍັງປາຖະໜາຢາກໄດ້ຄວາມສະບາຍທາງເນື້ອໜັງ ໂດຍບໍ່ມີຄວາມກະຫາຍຫາຄວາມຈິງໃນຫົວໃຈຂອງພວກເຂົາແມ່ນແຕ່ໜ້ອຍດຽວ. ດ້ວຍວິທີນີ້, ພວກເຂົາພາດໂອກາດຄັ້ງດຽວໃນຊີວິດຂອງພວກເຂົາທີ່ຈະໄດ້ຮັບຄວາມລອດພົ້ນ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າເຮັດພາລະກິດເພື່ອຊ່ວຍມະນຸດຊາດໃຫ້ລອດພົ້ນ ແລະ ເມື່ອພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງສຳເລັດ, ເຖິງແມ່ນວ່າມີພຽງຄົນດຽວທີ່ລອດ, ພຣະເຈົ້າຈະບໍ່ຄິດວ່ານີ້ແມ່ນຈຳນວນໜ້ອຍເກີນໄປ. ພຣະເຈົ້າຈະຮັບເອົາໜຶ່ງຄົນນັ້ນ ແລະ ຄົນທີ່ເຫຼືອທັງໝົດຈະຖືກປະໄວ້ທາງຫຼັງ. ນີ້ຄືອຸປະນິໄສຂອງພຣະເຈົ້າ, ເຊິ່ງບໍ່ມີຜູ້ໃດສາມາດເຫັນໄດ້ຢ່າງຊັດເຈນ. ໃນຕອນທີ່ພຣະເຈົ້າຈະທຳລາຍໂລກດ້ວຍນໍ້າຖ້ວມ, ພຣະອົງໄດ້ສັ່ງໃຫ້ໂນອາສ້າງເຮືອໃຫຍ່ເພື່ອຊ່ວຍຄົນທີ່ເຊື່ອໃນພຣະອົງ. ເມື່ອເຮືອໃຫຍ່ສຳເລັດແລ້ວ, ມີພຽງແຕ່ສະມາຊິກແປດຄົນໃນຄອບຄົວຂອງໂນອາທີ່ເຂົ້າສູ່ເຮືອໃຫຍ່ ແລະ ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າ. ເກີດຫຍັງຂຶ້ນກັບທຸກຄົນທີ່ເຫຼືອ? ພວກເຂົາທຸກຄົນຈົມຢູ່ໃນນໍ້າຖ້ວມ ແລະ ຕາຍໃນໄພພິບັດ. ໃນປັດຈຸບັນ, ມີຫຼາຍຄົນທີ່ເຫັນພຣະເຈົ້າກ່າວຄວາມຈິງທັງໝົດນີ້, ຄົນທີ່ຮູ້ເປັນຢ່າງດີວ່າພຣະເຈົ້າກຳລັງເຮັດພາລະກິດແຫ່ງຄວາມລອດພົ້ນ, ແຕ່ພວກເຂົາຍັງສົງໄສ, ມີແນວຄິດຂອງພວກເຂົາເອງ ແລະ ປະຕິເສດທີ່ຈະຍອມຮັບມັນ. ຄົນປະເພດນີ້ພໍໃຈກັບພວກເຂົາເອງ, ແຕ່ເມື່ອໄພພິບັດທີ່ຍິ່ງໃຫຍ່ມາເຖິງ, ພວກເຂົາຈະຖືກທຳລາຍ ແລະ ພວກເຂົາຈະກ່າວໂທດໃສ່ຜູ້ໃດສຳລັບສິ່ງນີ້? ໃນສາຍຕາຂອງພຣະເຈົ້າ, ຄົນທີ່ບໍ່ຍອມຮັບຄວາມລອດພົ້ນຂອງພຣະອົງຄືແມງໄມ້, ພວກເຂົາເປັນຜີທີ່ມີຊີວິດ, ພວກເຂົາແຮງຕໍ່າກວ່າສັດຮ້າຍ! ໃນຊ່ວງເວລາຄວາມລອດພົ້ນຂອງພຣະເຈົ້າ, ອຸປະນິໄສຂອງພຣະອົງມີຄວາມເມດຕາ, ມີຄວາມຮັກ ແລະ ໃຫ້ອະໄພ, ແຕ່ເມື່ອພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງສິ້ນສຸດລົງ, ພຣະອົງຈະບໍ່ໃຫ້ອະໄພມະນຸດອີກຕໍ່ໄປ. ພຣະເຈົ້າຈະເອົາມັນຄືນ ແລະ ຜູ້ຄົນຈະຜະເຊີນໜ້າກັບຄວາມໂກດຮ້າຍ ແລະ ຄວາມສະຫງ່າຜ່າເຜີຍຂອງພຣະອົງເທົ່ານັ້ນ. ໃນຕອນນີ້, ພວກເຈົ້າຍັງທັນເວລາສຳລັບຊ່ວງເວລາທີ່ຍິ່ງໃຫຍ່ນີ້. ພຣະເຈົ້າກຳລັງເຮັດພາລະກິດແຫ່ງການພິພາກສາໃນຍຸກສຸດທ້າຍ. ນີ້ຄືໂອກາດຄັ້ງໜຶ່ງ ແລະ ຄັ້ງດຽວທີ່ຜູ້ຄົນຈະຖືກຊ່ວຍໃຫ້ລອດພົ້ນ ແລະ ຖືກເຮັດໃຫ້ສົມບູນໂດຍພຣະເຈົ້າ. ພວກເຈົ້າທຸກຄົນປະຕິບັດໜ້າທີ່ໃນຊ່ວງເວລາທີ່ສຳຄັນນີ້ໃນການທີ່ພຣະເຈົ້າແຜ່ຂະຫຍາຍຂ່າວປະເສີດແຫ່ງອານາຈັກ. ນີ້ຄືຄວາມດີອົກດີໃຈທີ່ພິເສດຂອງພຣະເຈົ້າສຳລັບພວກເຈົ້າແທ້ໆ. ບໍ່ວ່າເຈົ້າຈະໄດ້ສຶກສາສາຂາຫຍັງກໍຕາມ ຫຼື ບໍ່ວ່າເຈົ້າຈະມີຂົງເຂດຄວາມຮູ້ຫຍັງກໍຕາມ ຫຼື ບໍ່ວ່າເຈົ້າຈະມີຂອງປະທານ ຫຼື ຄວາມຊຳນານຫຍັງກໍຕາມ, ໃນກໍລະນີໃດໜຶ່ງ ພຣະເຈົ້າກຳລັງສະແດງຄວາມກະລຸນາໃຫ້ແກ່ເຈົ້າໂດຍອະນຸຍາດໃຫ້ເຈົ້າໃຊ້ຄວາມຊຳນານນີ້ປະຕິບັດໜ້າທີ່ໃນເຮືອນຂອງພຣະອົງ. ນັ້ນຄືໂອກາດທີ່ເກີດຂຶ້ນໄດ້ຍາກ. ເມື່ອພຣະເຈົ້າກະທຳການ, ພຣະອົງບໍ່ມີອະຄະຕິຕໍ່ບຸກຄົນໃດໜຶ່ງ, ພຣະອົງປະຕິບັດຕໍ່ທຸກຄົນຢ່າງເທົ່າທຽມ. ພຣະເຈົ້າປະຕິບັດຕໍ່ຄົນໃດໜຶ່ງທີ່ຍອມຮັບ ແລະ ປະຕິບັດຄວາມຈິງດ້ວຍຄວາມກະລຸນາ ແລະ ພຣະອົງກຽດຊັງ ແລະ ປະຕິເສດຄົນໃດກໍຕາມທີ່ບໍ່ຮັກຄວາມຈິງ, ຄົນທີ່ເບື່ອໜ່າຍຄວາມຈິງ ແລະ ປະຕິເສດຄວາມຈິງ. ພຣະເຈົ້າທ່ຽງທຳຕໍ່ທຸກຄົນ. ຕາບໃດທີ່ເຈົ້າສາມາດຍອມຮັບຄວາມຈິງ ແລະ ຍອມຈຳນົນຕໍ່ພຣະເຈົ້າ, ພຣະເຈົ້າຈະປະຕິບັດຕໍ່ເຈົ້າດ້ວຍຄວາມກະລຸນາ ແລະ ພຣະອົງຈະບໍ່ໃຫ້ເຈົ້າຮັບຜິດຊອບສຳລັບການເຮັດຜິດໃນອະດີດຂອງເຈົ້າ. ບໍ່ວ່າພຣະເຈົ້າຈະເປີດທາງຊະນິດໃດກໍຕາມໃຫ້ແກ່ເຈົ້າ, ບໍ່ວ່າພຣະອົງຈະປະຕິບັດຕໍ່ເຈົ້າດ້ວຍຄວາມກະລຸນາຫຼາຍສໍ່າໃດກໍຕາມ, ໃນທີ່ສຸດແລ້ວ ພຣະອົງມີຄວາມປາຖະໜາດຽວ, ເຊິ່ງເປັນການເຮັດໃຫ້ເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງ, ຮຽນຮູ້ບົດຮຽນ ແລະ ເຂົ້າໃຈຄວາມຈິງໃນສະພາບແວດລ້ອມທີ່ເໝາະສົມກັບຄວາມກ້າວໜ້າໃນຊີວິດຂອງເຈົ້າ. ຫຼັງຈາກທີ່ພຣະທຳ ແລະ ຄວາມຈິງຂອງພຣະເຈົ້າໄດ້ສ້າງຂຶ້ນຢູ່ພາຍໃນເຈົ້າ ແລະ ກາຍມາເປັນຊີວິດຂອງເຈົ້າ ແລະ ເຈົ້າປະຕິບັດຕໍ່ພຣະເຈົ້າດັ່ງພໍ່ແມ່ທີ່ໃຫ້ກຳເນີດຄືນໃໝ່ຂອງເຈົ້າ ແລະ ເຈົ້າສາມາດບັນລຸການຍອມອ່ອນນ້ອມຕໍ່ພຣະເຈົ້າ ແລະ ການຢຳເກງພຣະເຈົ້າ, ເຈົ້າຈະເຮັດຕາມຄວາມປະສົງຂອງພຣະເຈົ້າ. ເຖິງແມ່ນວ່າພວກເຈົ້າສ່ວນໃຫຍ່ຂ້ອນຂ້າງໜຸ່ມ, ຖ້າພວກເຈົ້າທຸກຄົນໄດ້ຮັບຄວາມເດັດດ່ຽວ, ເຈົ້າເຕີບໃຫຍ່ໃນຊີວິດ, ເຈົ້າມີຄວາມຢຳເກງພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ເຈົ້າສາມາດຍຶດໝັ້ນເມື່ອການທົດສອບ ແລະ ຄວາມລຳບາກຍາກແຄ້ນເກີດຂຶ້ນກັບເຈົ້າ ໂດຍການອ່ານພຣະທຳຂອງພຣະເຈົ້າ ແລະ ການເຂົ້າໃຈຄວາມຈິງ, ເຈົ້າກໍຈະມີວຸດທິພາວະ ແລະ ພຣະເຈົ້າຈະພໍໃຈ. ພຣະເຈົ້າຈະເວົ້າວ່າພຣະອົງບໍ່ໄດ້ຈ່າຍລາຄາທີ່ພຽນພະຍາຍາມຢ່າງສູນເປົ່າ ເມື່ອພຣະອົງປະຕິບັດຕໍ່ເຈົ້າດ້ວຍຄວາມກະລຸນາ. ພຣະອົງຈະເກັບກ່ຽວລາງວັນ, ພຣະອົງຈະເຫັນໝາກຜົນຈາກພາລະກິດຂອງພຣະອົງໃນເຈົ້າ ແລະ ພຣະອົງຈະຫຼຽວເບິ່ງສິ່ງນີ້ດ້ວຍຄວາມພໍໃຈ ແລະ ຄວາມປິຕິຍິນດີ. ຜົນຮັບນີ້ແມ່ນຖືກບັນລຸໂດຍພາລະກິດຂອງພຣະເຈົ້າທັງສິ້ນ; ມັນບໍ່ແມ່ນສິ່ງທີ່ມະນຸດຈະໂອ້ອວດໄດ້.
ພຣະເຈົ້າບໍ່ພຽງແຕ່ຈ່າຍລາຄາສຳລັບແຕ່ລະຄົນໃນຫຼາຍທົດສະວັດນັບຕັ້ງແຕ່ທີ່ພວກເຂົາເກີດຈົນເຖິງປັດຈຸບັນ. ດັ່ງທີ່ພຣະເຈົ້າເຫັນມັນ, ເຈົ້າໄດ້ມາສູ່ໂລກນີ້ຫຼາຍຄັ້ງຈົນນັບບໍ່ຖ້ວນ ແລະ ໄດ້ເກີດໃໝ່ຫຼາຍຄັ້ງຈົນນັບບໍ່ຖ້ວນ. ຜູ້ໃດຮັບຜິດຊອບເລື່ອງນີ້? ພຣະເຈົ້າຮັບຜິດຊອບເລື່ອງນີ້. ເຈົ້າບໍ່ມີທາງທີ່ຈະຮູ້ຈັກສິ່ງເຫຼົ່ານີ້ໄດ້. ແຕ່ລະຄັ້ງທີ່ເຈົ້າມາໃນໂລກນີ້, ພຣະເຈົ້າກໍດຳເນີນການຈັດແຈງສຳລັບເຈົ້າດ້ວຍຕົວເອງ: ພຣະອົງຈັດແຈງວ່າເຈົ້າຈະດຳລົງຊີວິດໄດ້ເທົ່າໃດປີ, ເຈົ້າຈະເກີດໃນຄອບຄົວປະເພດໃດ, ເຈົ້າຈະສ້າງເຮືອນ ແລະ ມີອາຊີບໃນເມື່ອໃດ, ພ້ອມທັງສິ່ງທີ່ເຈົ້າຈະເຮັດໃນໂລກນີ້ ແລະ ເຈົ້າຈະຫາລ້ຽງຊີບໄດ້ແນວໃດ. ພຣະເຈົ້າຈັດແຈງຫົນທາງໃຫ້ເຈົ້າໄດ້ຫາລ້ຽງຊີບ ເພື່ອວ່າເຈົ້າຈະສາມາດສຳເລັດພາລະກິດຂອງເຈົ້າໃນຊີວິດນີ້ໂດຍບໍ່ມີຫຍັງຂັດຂວາງ. ແລ້ວສຳລັບສິ່ງທີ່ເຈົ້າຄວນເຮັດໃນການເກີດໃໝ່ຄັ້ງຕໍ່ໄປຂອງເຈົ້າ, ພຣະເຈົ້າໄດ້ຈັດແຈງ ແລະ ສົ່ງມອບຊີວິດນັ້ນໃຫ້ແກ່ເຈົ້າຕາມສິ່ງທີ່ເຈົ້າຄວນມີ ແລະ ສິ່ງທີ່ຄວນມອບໃຫ້ແກ່ເຈົ້າ... ພຣະເຈົ້າໄດ້ດຳເນີນການຈັດແຈງເຫຼົ່ານີ້ເພື່ອເຈົ້າຫຼາຍຄັ້ງ ແລະ ໃນທີ່ສຸດແລ້ວ ເຈົ້າກໍເກີດໃນຍຸກສຸດທ້າຍ, ໃນຄອບຄົວປັດຈຸບັນຂອງເຈົ້າ. ພຣະເຈົ້າໄດ້ຈັດແຈງສະພາບແວດລ້ອມໃຫ້ແກ່ເຈົ້າເພື່ອວ່າເຈົ້າຈະສາມາດເຊື່ອໃນພຣະອົງ, ພຣະອົງອະນຸຍາດໃຫ້ເຈົ້າໄດ້ຍິນສຽງຂອງພຣະອົງ ແລະ ກັບມາຢູ່ຕໍ່ໜ້າພຣະອົງ ເພື່ອວ່າເຈົ້າຈະສາມາດຕິດຕາມພຣະອົງ ແລະ ປະຕິບັດໜ້າທີ່ໃນເຮືອນຂອງພຣະອົງ. ດ້ວຍການຊີ້ນໍາເຊັ່ນນັ້ນຈາກພຣະເຈົ້າເທົ່ານັ້ນ, ເຈົ້າຈຶ່ງໃຊ້ຊີວິດຈົນເຖິງມື້ນີ້. ເຈົ້າບໍ່ຮູ້ວ່າເຈົ້າໄດ້ເກີດເທົ່າໃດຄັ້ງຢູ່ທ່າມກາງມະນຸດ ຫຼື ລັກສະນະພາຍນອກຂອງເຈົ້າມີການປ່ຽນແປງເທົ່າໃດຄັ້ງ ຫຼື ເຈົ້າມີເທົ່າໃດຄອບຄົວ ຫຼື ເຈົ້າໄດ້ມີຊີວິດຕະຫຼອດເທົ່າໃດຍຸກ ແລະ ເທົ່າໃດລາຊະວົງ, ແຕ່ມືຂອງພຣະເຈົ້າຄໍ້າໜູນເຈົ້າຢູ່ຕະຫຼອດເວລາ ແລະ ພຣະອົງເຝົ້າເບິ່ງເຈົ້າຢູ່ສະເໝີ. ພຣະເຈົ້າເຮັດວຽກໜັກຫຼາຍເພື່ອຄົນໆໜຶ່ງ! ບາງຄົນເວົ້າວ່າ “ຂ້ານ້ອຍອາຍຸຫົກສິບປີ. ເປັນເວລາຫົກສິບປີ, ພຣະເຈົ້າໄດ້ເຝົ້າເບິ່ງຂ້ານ້ອຍ, ປົກປ້ອງຂ້ານ້ອຍ ແລະ ຊີ້ນໍາຂ້ານ້ອຍ. ເມື່ອຂ້ານ້ອຍເຖົ້າ, ຖ້າຂ້ານ້ອຍບໍ່ສາມາດປະຕິບັດໜ້າທີ່ ແລະ ຂ້ານ້ອຍບໍ່ເຮັດຫຍັງໄດ້, ພຣະເຈົ້າຍັງຈະດູແລຂ້ານ້ອຍບໍ?” ນີ້ບໍ່ແມ່ນສິ່ງທີ່ໂງ່ໆທີ່ຈະເວົ້າບໍ? ພຣະເຈົ້າບໍ່ໄດ້ມີອຳນາດສູງສຸດເໜືອໂຊກຊະຕາຂອງບຸກຄົນໜຶ່ງ ແລະ ເຝົ້າເບິ່ງພວກເຂົາ ແລະ ປົກປ້ອງພວກເຂົາພຽງແຕ່ຊົ່ວຊີວິດໜຶ່ງເທົ່ານັ້ນ. ຖ້າມັນເປັນເລື່ອງຊົ່ວຊີວິດໜຶ່ງ, ຕະຫຼອດຊີວິດໜຶ່ງເທົ່ານັ້ນ, ສິ່ງນັ້ນຈະບໍ່ສາມາດສະແດງໃຫ້ເຫັນວ່າພຣະເຈົ້າມີລິດທານຸພາບສູງສຸດ ແລະ ມີອຳນາດສູງສຸດເໜືອທຸກສິ່ງ. ແຮງງານທີ່ພຣະເຈົ້າໄດ້ເຮັດ ແລະ ລາຄາທີ່ພຣະອົງໄດ້ຈ່າຍສຳລັບບຸກຄົນໜຶ່ງບໍ່ແມ່ນພຽງແຕ່ເພື່ອຈັດແຈງສິ່ງທີ່ພວກເຂົາເຮັດໃນຊີວິດນີ້, ແຕ່ເພື່ອຈັດແຈງຈຳນວນຊີວິດທີ່ນັບບໍ່ຖ້ວນໃຫ້ແກ່ພວກເຂົາ. ພຣະເຈົ້າຮັບຜິດຊອບສຳລັບທຸກວິນຍານທີ່ເກີດໃໝ່ຢ່າງສົມບູນ. ພຣະອົງເຮັດພາລະກິດຢ່າງເອົາໃຈໃສ່, ຈ່າຍລາຄາຊີວິດຂອງພຣະອົງ, ຊີ້ນໍາທຸກຄົນ ແລະ ຈັດແຈງຊີວິດຂອງພວກເຂົາແຕ່ລະຄົນ. ພຣະເຈົ້າເຮັດວຽກໜັກ ແລະ ຈ່າຍລາຄາໃນລັກສະນະນີ້ເພື່ອມະນຸດ ແລະ ພຣະອົງປະທານຄວາມຈິງທັງໝົດນີ້ ແລະ ຊີວິດນີ້ໃຫ້ແກ່ມະນຸດ. ຖ້າຜູ້ຄົນບໍ່ປະຕິບັດໜ້າທີ່ຂອງສິ່ງທີ່ຖືກສ້າງຂຶ້ນໃນຍຸກສຸດທ້າຍເຫຼົ່ານີ້ ແລະ ພວກເຂົາບໍ່ກັບມາຢູ່ຕໍ່ໜ້າພຣະຜູ້ສ້າງ, ຖ້າໃນທີ່ສຸດແລ້ວ ບໍ່ວ່າພວກເຂົາຈະໄດ້ໃຊ້ຊີວິດຜ່ານຊີວິດ ແລະ ຮຸ່ນຄົນຫຼາຍສໍ່າໃດ, ພວກເຂົາຈະບໍ່ເຮັດໜ້າທີ່ຂອງພວກເຂົາໃຫ້ດີ ແລະ ພວກເຂົາຈະບໍ່ສາມາດບັນລຸຄວາມຮຽກຮ້ອງຂອງພຣະເຈົ້າ, ແລ້ວໜີ້ຂອງພວກເຂົາຕໍ່ພຣະເຈົ້າຈະບໍ່ມີຫຼາຍເກີນໄປບໍ? ພວກເຂົາບໍ່ຄູ່ຄວນກັບລາຄາທັງໝົດທີ່ພຣະເຈົ້າໄດ້ຈ່າຍບໍ? ພວກເຂົາຂາດຄວາມສຳນຶກຫຼາຍ, ພວກເຂົາບໍ່ສົມຄວນທີ່ຈະຖືກເອີ້ນວ່າຜູ້ຄົນ ຍ້ອນໜີ້ຂອງພວກເຂົາຕໍ່ພຣະເຈົ້າຈະມີຫຼາຍເກີນໄປ. ສະນັ້ນ, ໃນຊີວິດນີ້, ເຮົາບໍ່ໄດ້ເວົ້າກ່ຽວກັບຊີວິດກ່ອນໜ້າຂອງເຈົ້າ, ແຕ່ໃນຊີວິດນີ້ ຖ້າເຈົ້າບໍ່ສາມາດປະຖິ້ມສິ່ງຕ່າງໆທີ່ເຈົ້າຮັກ ຫຼື ສິ່ງພາຍນອກເພື່ອພາລະກິດຂອງເຈົ້າ, ເຊັ່ນ: ຄວາມສຸກທາງວັດຖຸ ແລະ ຄວາມຮັກ ແລະ ຄວາມປິຕິຍິນດີຂອງຄອບຄົວ, ຖ້າເຈົ້າບໍ່ປະຖິ້ມຄວາມສຸກໃນເນື້ອໜັງເພື່ອລາຄາທີ່ພຣະເຈົ້າຈ່າຍໃຫ້ແກ່ເຈົ້າ ຫຼື ຕອບແທນຄວາມຮັກຂອງພຣະເຈົ້າ, ເຈົ້າກໍຊົ່ວຮ້າຍຢ່າງແທ້ຈິງ! ໃນຄວາມເປັນຈິງແລ້ວ, ລາຄາໃດໜຶ່ງທີ່ເຈົ້າຈ່າຍໃຫ້ແກ່ພຣະເຈົ້າກໍກຸ້ມຄ່າ. ເມື່ອທຽບໃສ່ລາຄາທີ່ພຣະເຈົ້າຈ່າຍໃຫ້ເຈົ້າ, ຈຳນວນໜ້ອຍໆທີ່ເຈົ້າຖວາຍ ຫຼື ສະຫຼະໃຫ້ນັ້ນທຽບເທົ່າກັບຫຍັງ? ສ່ວນໜ້ອຍໆທີ່ເຈົ້າທົນທຸກທຽບເທົ່າກັບຫຍັງ? ເຈົ້າຮູ້ບໍວ່າພຣະເຈົ້າທົນທຸກຫຼາຍສໍ່າໃດ? ສ່ວນໜ້ອຍໆທີ່ເຈົ້າທົນທຸກບໍ່ສົມຄວນແກ່ການກ່າວເຖິງເລີຍ ເມື່ອທຽບມັນໃສ່ສິ່ງທີ່ພຣະເຈົ້າໄດ້ທົນທຸກ. ຍິ່ງໄປກວ່ານັ້ນ, ໂດຍການເຮັດໜ້າທີ່ຂອງເຈົ້າໃນຕອນນີ້ ເຈົ້າກຳລັງຮັບເອົາຄວາມຈິງ ແລະ ຊີວິດ ແລະ ໃນທີ່ສຸດແລ້ວ ເຈົ້າຈະຢູ່ລອດ ແລະ ເຂົ້າສູ່ອານາຈັກຂອງພຣະເຈົ້າ. ນັ້ນຊ່າງເປັນພອນທີ່ຍິ່ງໃຫຍ່! ໃນຂະນະທີ່ເຈົ້າຕິດຕາມພຣະເຈົ້າ, ບໍ່ວ່າເຈົ້າຈະທົນທຸກ ຫຼື ຈ່າຍລາຄາ, ເຈົ້າກໍກຳລັງເຮັດພາລະກິດກັບພຣະເຈົ້າແທ້ໆ. ບໍ່ວ່າພຣະເຈົ້າຈະຂໍໃຫ້ພວກເຮົາເຮັດຫຍັງກໍຕາມ, ພວກເຮົາຮັບຟັງພຣະທຳຂອງພຣະເຈົ້າ ແລະ ປະຕິບັດຕາມພວກມັນ. ຢ່າຂັດຂືນກັບພຣະເຈົ້າ ຫຼື ເຮັດຫຍັງກໍຕາມທີ່ນໍາເອົາຄວາມໂສກເສົ້າມາຫາພຣະອົງ. ເພື່ອທີ່ຈະເຮັດວຽກກັບພຣະເຈົ້າ, ເຈົ້າຕ້ອງທົນທຸກໜ້ອຍໜຶ່ງ ແລະ ເຈົ້າຕ້ອງປະຕິເສດ ແລະ ປ່ອຍວາງບາງຢ່າງ. ເຈົ້າຕ້ອງປະຖິ້ມຊື່ສຽງ ແລະ ຜົນປະໂຫຍດ, ສະຖານະ, ເງິນ ແລະ ຄວາມສຸກທາງໂລກ. ເຈົ້າເຖິງກັບຕ້ອງປະຖິ້ມສິ່ງຕ່າງໆ ເຊັ່ນ: ການແຕ່ງດອງ, ການເຮັດວຽກ ແລະ ຄວາມຄາດຫວັງຂອງເຈົ້າໃນໂລກ. ພຣະເຈົ້າຮູ້ບໍວ່າເຈົ້າໄດ້ປະຖິ້ມສິ່ງເຫຼົ່ານີ້? ພຣະເຈົ້າສາມາດເຫັນທຸກສິ່ງນີ້ບໍ? (ແມ່ນແລ້ວ). ພຣະເຈົ້າຈະເຮັດແນວໃດ ເມື່ອພຣະອົງເຫັນວ່າເຈົ້າໄດ້ປະຖິ້ມສິ່ງເຫຼົ່ານີ້? (ພຣະເຈົ້າຈະສະບາຍໃຈ ແລະ ພຣະອົງຈະພໍໃຈ). ພຣະເຈົ້າຈະບໍ່ພຽງແຕ່ພໍໃຈ ແລະ ເວົ້າວ່າ “ລາຄາທີ່ເຮົາໄດ້ຈ່າຍນັ້ນເກີດໝາກຜົນແລ້ວ. ຜູ້ຄົນເຕັມໃຈທີ່ຈະເຮັດວຽກຄຽງຂ້າງກັບເຮົາ, ພວກເຂົາມີຄວາມເດັດດ່ຽວນີ້ ແລະ ເຮົາໄດ້ຮັບເອົາພວກເຂົາແລ້ວ”. ບໍ່ວ່າພຣະເຈົ້າພໍໃຈ ຫຼື ມີຄວາມສຸກ, ເພິ່ງພໍໃຈ ຫຼື ສະບາຍໃຈ, ພຣະເຈົ້າບໍ່ໄດ້ມີພຽງແຕ່ທັດສະນະນັ້ນ. ພຣະອົງຍັງກະທຳການ ແລະ ພຣະອົງຕ້ອງການເຫັນຜົນຮັບທີ່ພາລະກິດຂອງພຣະອົງບັນລຸ, ຖ້າບໍ່ດັ່ງນັ້ນສິ່ງທີ່ພຣະອົງຮຽກຮ້ອງຈາກຜູ້ຄົນກໍຈະໄຮ້ຄວາມໝາຍ. ຄວາມກະລຸນາ, ຄວາມຮັກ ແລະ ຄວາມເຫັນອົກເຫັນໃຈທີ່ພຣະເຈົ້າສະແດງໃຫ້ແກ່ມະນຸດບໍ່ແມ່ນພຽງທັດສະນະປະເພດໃດໜຶ່ງ, ພວກມັນຄືຂໍ້ແທ້ຈິງເຊັ່ນກັນ. ນັ້ນແມ່ນຂໍ້ແທ້ຈິງຫຍັງ? ມັນເປັນເພາະພຣະເຈົ້າໃສ່ພຣະທຳຂອງພຣະອົງຢູ່ພາຍໃນເຈົ້າ, ສ່ອງແສງສະຫວ່າງໃຫ້ແກ່ເຈົ້າ ເພື່ອວ່າເຈົ້າອາດຈະເຫັນສິ່ງທີ່ເປັນຕາຮັກກ່ຽວກັບພຣະອົງ ແລະ ເຫັນວ່າໂລກນີ້ລ້ວນແລ້ວແຕ່ກ່ຽວກັບຫຍັງແທ້ໆ, ເພື່ອວ່າຫົວໃຈຂອງເຈົ້າຈະເຕັມໄປດ້ວຍແສງສະຫວ່າງ, ເຮັດໃຫ້ເຈົ້າເຂົ້າໃຈພຣະທຳຂອງພຣະອົງ ແລະ ຄວາມຈິງ. ດ້ວຍວິທີນີ້, ໂດຍທີ່ບໍ່ຮັບຮູ້ມັນ ເຈົ້າກໍໄດ້ຮັບຄວາມຈິງ. ພຣະເຈົ້າເຮັດພາລະກິດຫຼາຍຢ່າງໃນຕົວເຈົ້າໃນວິທີການທີ່ເປັນຈິງຫຼາຍ, ເຮັດໃຫ້ເຈົ້າສາມາດຮັບເອົາຄວາມຈິງ. ເມື່ອເຈົ້າໄດ້ຮັບຄວາມຈິງ, ເມື່ອເຈົ້າໄດ້ຮັບສິ່ງທີ່ລໍ້າຄ່າທີ່ສຸດເຊິ່ງເປັນຊີວິດຕະຫຼອດໄປເປັນນິດ, ຄວາມປະສົງຂອງພຣະເຈົ້າກໍບັນລຸແລ້ວ. ເມື່ອພຣະເຈົ້າເຫັນວ່າຜູ້ຄົນກຳລັງສະແຫວງຫາຄວາມຈິງ ແລະ ເຕັມໃຈທີ່ຈະຮ່ວມມືກັບພຣະອົງ, ພຣະອົງກໍມີຄວາມສຸກ ແລະ ພໍໃຈ. ຫຼັງຈາກນັ້ນພຣະອົງກໍມີທັດສະນະ ແລະ ໃນຂະນະທີ່ພຣະອົງມີທັດສະນະເຊັ່ນນັ້ນ, ພຣະອົງກໍໄປເຮັດພາລະກິດ ແລະ ຊົມເຊີຍ ແລະ ໃຫ້ພອນມະນຸດ. ພຣະອົງເວົ້າວ່າ “ເຮົາຈະໃຫ້ລາງວັນແກ່ເຈົ້າດ້ວຍພອນທີ່ເຈົ້າສົມຄວນໄດ້ຮັບ”. ແລ້ວຫຼັງຈາກນັ້ນ ເຈົ້າກໍຈະໄດ້ຮັບຄວາມຈິງ ແລະ ຊີວິດ. ເມື່ອເຈົ້າມີຄວາມຮູ້ກ່ຽວກັບພຣະຜູ້ສ້າງ ແລະ ເຈົ້າໄດ້ຮັບການຍົກຍ້ອງຈາກພຣະອົງ, ເຈົ້າຈະຍັງຮູ້ສຶກຫວ່າງເປົ່າໃນຫົວໃຈຂອງເຈົ້າບໍ? ເຈົ້າຈະບໍ່ຮູ້ສຶກ. ເຈົ້າຈະຮູ້ສຶກເຕັມລົ້ມ ແລະ ມີຄວາມຮູ້ສຶກສະໜຸກສະໜານ. ນີ້ບໍ່ແມ່ນຄວາມໝາຍຂອງການທີ່ຊີວິດຂອງຄົນໆໜຶ່ງມີຄຸນຄ່າບໍ? ນີ້ຄືສິ່ງທີ່ມີຄຸນຄ່າ ແລະ ມີຄວາມໝາຍທີ່ສຸດ.
ໃຫ້ເບິ່ງທີ່ໂຢບ: ເພິ່ນເຄີຍອະທິຖານຂໍໃຫ້ພຣະເຈົ້າມອບພູເຂົາທີ່ເຕັມໄປດ້ວຍປະສຸສັດ ແລະ ຄວາມລໍ້າລວຍຢ່າງຫຼວງຫຼາຍໃຫ້ແກ່ເພິ່ນບໍ? (ບໍ່). ເພິ່ນສະແຫວງຫາຫຍັງ? (ເພິ່ນສະແຫວງຫາເພື່ອຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ). ພຣະອົງເບິ່ງ “ການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ” ເປັນແນວໃດ? ພຣະເຈົ້າເວົ້າວ່າ: “ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ”. ເມື່ອຜູ້ຄົນສະແຫວງຫາເພື່ອຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ, ມັນນໍາຄວາມປິຕິຍິນດີຫຼາຍທີ່ສຸດມາໃຫ້ພຣະເຈົ້າ ແລະ ມັນເປັນສິ່ງທີ່ພຣະອົງໃຫ້ພອນ. ພຣະເຈົ້າພຽງແຕ່ເວົ້າພຣະທຳເຫຼົ່ານີ້ ແລະ ບໍ່ໄດ້ເຮັດຫຍັງຕື່ມອີກບໍ? ພຣະເຈົ້າເຮັດຫຍັງອີກກັບໂຢບ? (ພຣະອົງທົດສອບໂຢບ). ພຣະເຈົ້າສົ່ງຊາຕານມາລໍ້ລວງໂຢບ ເພື່ອເອົາພູເຂົາທີ່ເຕັມດ້ວຍປະສຸສັດຂອງເພິ່ນ, ຄວາມລໍ້າລວຍທີ່ຫຼວງຫຼາຍຂອງເພິ່ນ, ລູກໆຂອງເພິ່ນ, ຄົນຮັບໃຊ້ຂອງເພິ່ນ, ພຣະອົງໄດ້ທົດສອບເພິ່ນ. ພຣະເຈົ້າຕ້ອງການບັນລຸຫຍັງຜ່ານການທົດສອບເພິ່ນ? ພຣະເຈົ້າຕ້ອງການຄຳພະຍານຂອງໂຢບ. ພຣະເຈົ້າໄດ້ມອບຫຍັງໃຫ້ແກ່ໂຢບໃນເວລານັ້ນ? ຜູ້ຄົນໄຕ່ຕອງວ່າ: “ພຣະເຈົ້າມອບຫຍັງໃຫ້ແກ່ໂຢບ? ປະສຸສັດ ແລະ ຄວາມລໍ້າລວຍທີ່ຫຼວງຫຼາຍຂອງເພິ່ນໄດ້ຖືກເອົາໄປ ແລະ ເພິ່ນເຫຼືອຫຍັງ? ພຣະເຈົ້າບໍ່ໄດ້ມອບຫຍັງໃຫ້ແກ່ເພິ່ນ!” ໃນທາງຜິວເຜີນ, ມັນເບິ່ງຄືກັບວ່າສິ່ງທີ່ພຣະເຈົ້າມອບໃຫ້ແກ່ໂຢບ, ພຣະອົງເອົາພວກມັນໄປ ແລະ ມັນປາກົດວ່າເຖິງແມ່ນໂຢບບໍ່ມີຫຍັງເຫຼືອ, ແຕ່ການທີ່ພຣະເຈົ້າເອົາໄປນັ້ນເອງກໍເປັນລາງວັນທີ່ຍິ່ງໃຫຍ່ກວ່າ. ບໍ່ມີຜູ້ໃດເຫັນຢ່າງຊັດເຈນເຖິງສິ່ງທີ່ພຣະເຈົ້າໃຫ້ລາງວັນແກ່ໂຢບ. ພຣະເຈົ້າຕ້ອງການຄຳພະຍານຂອງໂຢບ ແລະ ພຣະອົງກໍມອບໂອກາດໃຫ້ແກ່ໂຢບ. ນັ້ນເປັນໂອກາດປະເພດໃດ? ມັນເປັນໂອກາດທີ່ໂຢບຈະເປັນພະຍານໃຫ້ແກ່ພຣະເຈົ້າຢູ່ຕໍ່ໜ້າຊາຕານ ແລະ ທຸກຄົນ, ເປັນພະຍານເຖິງຄວາມເປັນຈິງໃນການທີ່ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ, ເປັນພະຍານເຖິງຂໍ້ແທ້ຈິງທີ່ເພິ່ນຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ, ເປັນພະຍານວ່າເພິ່ນເປັນມະນຸດທີ່ສົມບູນ ແລະ ທ່ຽງທຳ. ພຣະເຈົ້າບໍ່ໄດ້ມອບສິ່ງນີ້ໃຫ້ແກ່ໂຢບບໍ? ຖ້າພຣະເຈົ້າບໍ່ໄດ້ມອບໂອກາດນີ້ໃຫ້ແກ່ໂຢບ, ຊາຕານຈະກ້າເຄື່ອນໄຫວຕໍ່ຕ້ານໂຢບບໍ? (ບໍ່). ຊາຕານຈະບໍ່ກ້າຢ່າງແນ່ນອນ, ນັ້ນຄືສິ່ງທີ່ແນ່ນອນທີ່ສຸດ. ຖ້າຊາຕານບໍ່ກ້າລໍ້ລວງໂຢບ, ໂຢບຈະມີໂອກາດນີ້ບໍ? ເພິ່ນກໍຄົງຈະບໍ່ມີໂອກາດນີ້. ນັ້ນຄືເຫດຜົນທີ່ພຣະເຈົ້າມອບໂອກາດເຊັ່ນນັ້ນໃຫ້ແກ່ໂຢບ ເພື່ອພິສູດຕໍ່ທຸກຄົນວ່າເສັ້ນທາງທີ່ເພິ່ນຍ່າງ ນັ້ນກໍຄື ເສັ້ນທາງໃນການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ເປັນເສັ້ນທາງທີ່ຖືກຕ້ອງ, ພຣະເຈົ້າພົບວ່າມັນເປັນສິ່ງທີ່ສາມາດຍອມຮັບໄດ້ ແລະ ໂຢບເປັນມະນຸດທີ່ທ່ຽງທຳ ແລະ ສົມບູນ. ທຸກຄົນເຫັນສິ່ງເຫຼົ່ານີ້, ພຣະເຈົ້າກໍເຫັນພວກມັນເຊັ່ນກັນ ແລະ ໂຢບບໍ່ໄດ້ເຮັດໃຫ້ພຣະເຈົ້າຜິດຫວັງໃນທ່າມກາງໂອກາດນີ້. ເພິ່ນເປັນພະຍານໃຫ້ແກ່ພຣະເຈົ້າ, ເພິ່ນເອົາຊະນະຊາຕານ ແລະ ພຣະເຈົ້າເຫັນວ່າມັນຄືສິ່ງທີ່ດີ. ພຣະເຈົ້າໃຫ້ລາງວັນໂຢບໃນທີ່ສຸດບໍ? (ພຣະອົງໃຫ້). ແມ່ນຫຍັງຄືລາງວັນທີສອງຂອງພຣະເຈົ້າສຳລັບໂຢບ? ພຣະເຈົ້າເວົ້າວ່າການທີ່ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍເປັນສິ່ງທີ່ສາມາດຍອມຮັບໄດ້ສຳລັບພຣະເຈົ້າ. ໂຢບເປັນພະຍານໃຫ້ແກ່ພຣະເຈົ້າຢູ່ຕໍ່ໜ້າຊາຕານ ແລະ ພຣະເຈົ້າເຫັນວ່າທັງໝົດນີ້ເປັນສິ່ງທີ່ດີ. ພຣະອົງທັງປຶ້ມໃຈ ແລະ ພໍໃຈ ແລະ ພຣະອົງມີທັດສະນະລັກສະນະໃດໜຶ່ງ. ຫຼັງຈາກທີ່ພຣະເຈົ້າມີທັດສະນະນີ້, ພຣະອົງບໍ່ໄດ້ເຮັດຫຍັງອີກບໍ? ພຣະອົງເຮັດຫຍັງອີກ? ມັນເບິ່ງຄືກັບວ່າພວກເຈົ້າບໍ່ລຶ້ງເຄີຍກັບໜັງສືໂຢບຫຼາຍ. ພາຍໃຕ້ສະຖານະການຫຍັງທີ່ໂຢບເວົ້າວ່າ: “ຂ້ານ້ອຍໄດ້ຍິນຈາກພຣະອົງດ້ວຍການຟັງ ແຕ່ບັດນີ້ ຕາຂອງຂ້ານ້ອຍເຫັນພຣະອົງແລ້ວ”? ເພິ່ນກ່າວຄຳເວົ້າເຫຼົ່ານີ້ຫຼັງຈາກທີ່ເພິ່ນຮັບຟັງພຣະທຳທີ່ພຣະເຈົ້າກ່າວຕໍ່ເພິ່ນ. ໂຢບເຫັນພຣະເຈົ້າກ່ອນໜ້ານີ້ບໍ? (ບໍ່). ສຳລັບໂຢບ, ການໄດ້ຍິນສຽງຂອງພຣະເຈົ້າເປັນສິ່ງດຽວກັນກັບການເຫັນໃບໜ້າຂອງພຣະອົງ ແລະ ນັ້ນບໍ່ແມ່ນພອນທີ່ສິ່ງຖືກສ້າງປາຖະໜາຢາກໄດ້ຫຼາຍທີ່ສຸດບໍ? (ແມ່ນແລ້ວ). ໂຢບໄດ້ຮັບສິ່ງນີ້. ພວກເຈົ້າອິດສາເພິ່ນບໍ? (ແມ່ນແລ້ວ). ພອນນີ້ບໍ່ແມ່ນຮັບໄດ້ງ່າຍໆ. ສະນັ້ນເຈົ້າຈະສາມາດໄດ້ຮັບໂອກາດນີ້ ແລະ ຮັບຄວາມກະລຸນາ ແລະ ລາງວັນປະເພດນີ້ໄດ້ແນວໃດ? ເຈົ້າຕ້ອງເປັນພະຍານໃຫ້ແກ່ພຣະເຈົ້າ ເຊິ່ງຄວາມໝາຍວ່າເຈົ້າຕ້ອງເປັນພະຍານໃຫ້ແກ່ພຣະເຈົ້າໃນທ່າມກາງການລໍ້ລວງຂອງຊາຕານ. ເຈົ້າຕ້ອງຍ່າງໃນເສັ້ນທາງຂອງການຢຳເກງພຣະເຈົ້າ ແລະ ການຫຼີກເວັ້ນຈາກສິ່ງຊົ່ວຮ້າຍ. ເຈົ້າຕ້ອງເຮັດໃຫ້ພຣະເຈ້ົາເວົ້າວ່າ “ພຣະເຈົ້າເຫັນວ່າມັນເປັນສິ່ງທີ່ດີ”. ເມື່ອພຣະເຈົ້າຮູ້ສຶກປຶ້ມໃຈ ແລະ ພໍໃຈ ແລະ ພຣະອົງເຫັນວ່າຄຳພະຍານຂອງເຈົ້າ ແລະ ທຸກສິ່ງທີ່ເຈົ້າເຮັດແມ່ນເປັນສິ່ງທີ່ດີ, ເມື່ອພຣະເຈົ້າເວົ້າວ່າເຈົ້າເປັນຄົນທີ່ສົມບູນແບບ ແລະ ເປັນຄົນທີ່ສະແຫວງຫາຄວາມຈິງ, ເຈົ້າກໍຈະສາມາດໄດ້ຮັບພອນຂອງພຣະອົງ. ຫຼັງຈາກທີ່ໂຢບໄດ້ຍິນສຽງຂອງພຣະເຈົ້າ, ພຣະເຈົ້າເຮັດຫຍັງອີກ? ພຣະອົງມອບໃຫ້ໂຢບຫຼາຍກວ່າທີ່ພຣະອົງເຄີຍເຮັດມາກ່ອນ. ໂຢບຮັ່ງມີກວ່າທີ່ເພິ່ນເປັນໃນເມື່ອກ່ອນ. ຖ້າເພິ່ນເປັນມະຫາເສດຖີຫຼາຍລ້ານກ່ອນໜ້າ, ເພິ່ນອາດຈະເປັນມະຫາເສດຖີພັນລ້ານຫຼັງຈາກນັ້ນ. ເຈົ້າເຫັນແລ້ວວ່າຖ້າບຸກຄົນໜຶ່ງຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ, ມັນເປັນສິ່ງງ່າຍໆສຳລັບພວກເຂົາທີ່ຈະກາຍມາເປັນມະຫາເສດຖີພັນລ້ານ; ມັນເປັນເລື່ອງຄຳເວົ້າດຽວສຳລັບພຣະເຈົ້າ. ນັ້ນຄືຄວາມກະລຸນາຂອງພຣະເຈົ້າ. ໂຢບຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ເພິ່ນໄດ້ຮັບພອນຂອງພຣະເຈົ້າ.
ສິ່ງທີ່ພຣະເຈົ້າມອບໃຫ້ແກ່ຜູ້ຄົນມີຫຼາຍກວ່າສິ່ງທີ່ພວກເຂົາສາມາດຮ້ອງຂໍ ຫຼື ຈິນຕະນາການ, ແຕ່ຖ້າເຈົ້າຕ້ອງການຮັບລາງວັນທີ່ຫຼາຍກວ່າສິ່ງໃດກໍຕາມທີ່ເຈົ້າສາມາດຮ້ອງຂໍ ຫຼື ຈິນຕະນາການໄດ້, ເຈົ້າຕ້ອງປະຕິບັດຕາມວີທີທາງຂອງພຣະເຈົ້າ. ການປະຕິບັດຕາມວິທີທາງຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍ. ຜູ້ຄົນຕ້ອງຈ່າຍລາຄາ, ແຕ່ລາຄານັ້ນບໍ່ໄດ້ຈ່າຍຢ່າງສູນເປົ່າ, ມັນຈະໄດ້ຮັບລາງວັນ. ຜູ້ຄົນຄິດວ່າພຣະເຈົ້າພຽງແຕ່ມີທັດສະນະປະເພດໃດໜຶ່ງຕໍ່ພວກເຂົາ, ພຣະອົງບໍ່ເຮັດຫຍັງ, ພຣະອົງເຝົ້າເບິ່ງພວກເຂົາຢູ່ສະເໝີ, ເບິ່ງວ່າພວກເຂົາປະພຶດແນວໃດ. ນັ້ນແມ່ນລັກສະນະທີ່ມັນເປັນແທ້ໆບໍ? ບໍ່ແມ່ນ. ພຣະເຈົ້າເປັນຄືກັບພໍ່ແມ່ແທ້ໆ. ຖ້າເຈົ້າຮັບຟັງພໍ່ແມ່ຂອງເຈົ້າ, ຖ້າເຈົ້າມີເຫດຜົນ, ຖ້າເຈົ້າເອົາໃຈໃສ່ກັບໜ້າທີ່ທີ່ເໝາະສົມຂອງເຈົ້າ ແລະ ທົນທຸກໃນຈຳນວນທີ່ບໍ່ໜ້ອຍເພື່ອຕິດຕາມເສັ້ນທາງທີ່ຖືກຕ້ອງ, ພໍ່ແມ່ຂອງເຈົ້າຈະຮູ້ສຶກແນວໃດ? ພໍ່ແມ່ຂອງເຈົ້າຈະຮູ້ສຶກຮັກ ແລະ ໂສກເສົ້າສຳລັບເຈົ້າ. ພວກເຂົາພຽງແຕ່ກະຕືລືລົ້ນເກີນໄປທີ່ຈະປະຖິ້ມຊີວິດຂອງພວກເຂົາເພື່ອລູກໆຂອງພວກເຂົາ ແລະ ບັນເທົາຄວາມທົນທຸກຂອງລູກໆຂອງພວກເຂົາ, ເພື່ອໃຫ້ແນ່ໃຈວ່າພວກເຂົາກິນດີ, ສວມໃສ່ເສື້ອຜ້າທີ່ດີໆ ແລະ ມີຄວາມສຸກກັບຊີວິດ. ແລ້ວພວກເຂົາກໍພໍໃຈ. ພວກເຂົາບໍ່ຕ້ອງການໃຫ້ເຈົ້າທົນທຸກເລີຍ. ນີ້ຄືຫົວໃຈຂອງພໍ່ແມ່. ເມື່ອທຽບໃສ່ຫົວໃຈຂອງພໍ່ແມ່, ຫົວໃຈຂອງພຣະເຈົ້າດີກວ່ານັ້ນແທ້ໆ, ສວຍງາມກວ່າ, ມີເມດຕາກວ່າ. ຫົວໃຈຂອງພຣະອົງບໍ່ສາມາດມີໜ້ອຍກວ່າສິ່ງນີ້ໄດ້. ພວກເຈົ້າທຸກຄົນສາມາດເຂົ້າໃຈໜ້ອຍໜຶ່ງກ່ຽວກັບຫົວໃຈຂອງພໍ່ແມ່ຂອງພວກເຈົ້າ. ພວກເຈົ້າທຸກຄົນຮູ້ເປັນຢ່າງດີຫຼາຍວ່າພໍ່ແມ່ຂອງພວກເຈົ້າດີແນວໃດກັບພວກເຈົ້າ ແລະ ພວກເຈົ້າທຸກຄົນຕ້ອງການໃຫ້ກຽດພໍ່ແມ່ຂອງພວກເຈົ້າ. ສະນັ້ນ, ເຈົ້າຄວນໃຊ້ຄວາມກະຕັນຍູນັ້ນເພື່ອພິຈາລະນາເຖິງຫົວໃຈຂອງພຣະເຈົ້າ. ຄົນທີ່ເຮັດເຊັ່ນນັ້ນກໍມີຄວາມສຳນຶກຈຳນວນຫຼາຍທີ່ສຸດ. ເດັກນ້ອຍສາມາດຮູ້ສຶກເຖິງຄວາມຮັກທີ່ພໍ່ແມ່ຂອງພວກເຂົາມີໃຫ້ພວກເຂົາ, ແຕ່ຜູ້ຄົນຄວນທີ່ຈະສາມາດຮູ້ສຶກເຖິງຄວາມຮັກທີ່ພຣະເຈົ້າມີໃຫ້ພວກເຂົາຫຼາຍຂຶ້ນ ເພາະທຸກສິ່ງທີ່ພວກເຂົາມີແມ່ນຖືກຈັດແຈງ ແລະ ປັ້ນແຕ່ງໂດຍພຣະເຈົ້າ. ມີພຽງແຕ່ພຣະເຈົ້າທີ່ສາມາດຕັດສິນໃຈທຸກສິ່ງສຳລັບບຸກຄົນໜຶ່ງ. ພໍ່ແມ່ບໍ່ສາມາດຕັດສິນໃຈທຸກຢ່າງສຳລັບລູກ, ບໍ່ວ່າຄວາມຮັກຂອງພວກເຂົາຈະມີຫຼາຍສໍ່າໃດກໍຕາມ. ຢ່າງໜ້ອຍທີ່ສຸດ, ພໍ່ແມ່ບໍ່ມີຄວາມຈິງ. ຄວາມຮັກຂອງພວກເຂົາເກີດຈາກເນື້ອໜັງ ແລະ ຄວາມຮູ້ສຶກ; ມັນບໍ່ສາມາດຊ່ວຍໃຫ້ຄົນໃດໜຶ່ງອອກຈາກຄວາມເສື່ອມຊາມຢ່າງແນ່ນອນ ຫຼື ມັນບໍ່ສາມາດໃຫ້ພວກເຂົາມີການເຕີບໃຫຍ່ໃນຊີວິດແມ່ນແຕ່ໜ້ອຍດຽວ. ມີພຽງແຕ່ຄວາມຮັກຂອງພຣະເຈົ້າຈຶ່ງສາມາດຊ່ວຍຜູ້ຄົນໃຫ້ລອດພົ້ນໄດ້. ພຣະທຳຂອງພຣະເຈົ້າສາມາດນໍາພາຜູ້ຄົນ ແລະ ບຳລຸງລ້ຽງພວກເຂົາ ເພື່ອວ່າພວກເຂົາອາດຈະຍ່າງໃນເສັ້ນທາງທີ່ຖືກຕ້ອງໃນຊີວິດ. ເຈົ້າສາມາດເຫັນໄດ້ວ່າຄວາມຮັກຂອງພຣະເຈົ້າຫຼາຍກວ່າຄວາມຮັກຂອງພໍ່ແມ່ສໍ່າໃດ. ພຣະເຈົ້າສະແດງໃຫ້ຜູ້ຄົນເຫັນການຄຳນຶງທຸກຢ່າງ! ພໍ່ແມ່ຂອງເຈົ້າໃຫ້ກຳເນີດເຈົ້າ ແລະ ສຳລັບພວກເຂົາແລ້ວ ເຈົ້າກໍເປັນເນື້ອໜັງ ແລະ ເລືອດຂອງພວກເຂົາເອງ. ພວກເຂົາດູແລເຈົ້າ, ທະນຸຖະໜອມ ແລະ ປົກປ້ອງເຈົ້າຫຼາຍ, ສະນັ້ນເຈົ້າຄິດວ່າພຣະເຈົ້າເບິ່ງມະນຸດແນວໃດ, ເຊິ່ງເປັນຜູ້ທີ່ພຣະອົງສ້າງຂຶ້ນດ້ວຍມືຂອງພຣະອົງເອງ? ພຣະເຈົ້າທະນຸຖະໜອມມະນຸດຄືກັບວ່າພວກເຂົາເປັນລູກຂອງພຣະອົງເອງ; ຜູ້ຄົນເປັນເນື້ອໜັງ ແລະ ເລືອດຂອງພຣະອົງ. ມັນບໍ່ເປັນຄືກັບແນວຄິດຂອງມະນຸດທີ່ພໍ່ແມ່ໃຫ້ກຳເນີດລູກ ແລະ ມີຄວາມເຊື່ອມໂຍງກັນໂດຍສາຍພົວພັນທາງເລືອດ. ພຣະເຈົ້າໄດ້ສ້າງຜູ້ຄົນດ້ວຍມືຂອງພຣະອົງເອງ, ແຕ່ພຣະອົງເປົ່າລົມຫາຍໃຈຂອງພຣະອົງເຂົ້າໃສ່ພວກເຂົາ ແລະ ພຣະອົງມີຄວາມຄາດຫວັງສຳລັບພວກເຂົາ. ພຣະເຈົ້າໄດ້ຝາກຝັງຜູ້ຄົນດ້ວຍຄວາມຫວັງຂອງພຣະອົງ; ພຣະອົງມີຂໍ້ຮຽກຮ້ອງຈາກພວກເຂົາ ແລະ ພຣະອົງໄດ້ຝາກຝັງສິ່ງຕ່າງໆກັບພວກເຂົາ. ພຣະເຈົ້າບໍ່ພຽງແຕ່ສ້າງມະນຸດ, ເປົ່າລົມຫາຍໃຈເຂົ້າໃສ່ພວກເຂົາ, ເຮັດໃຫ້ພວກເຂົາມີຊີວິດ ແລະ ຫຼັງຈາກນັ້ນພາລະກິດຂອງພຣະອົງກໍສຳເລັດ. ມັນບໍ່ໄດ້ເປັນຄືກັບວ່າມະນຸດຊາດບໍ່ດີ, ພຣະເຈົ້າພຽງແຕ່ສາມາດສ້າງມັນຂຶ້ນໃໝ່ ເພາະພຣະເຈົ້າມີລິດອຳນາດ ແລະ ມີອຳນາດໄພສານທີ່ສຸດ. ຫຼັງຈາກທີ່ພຣະເຈົ້າສ້າງມະນຸດ, ພຣະອົງຮູ້ສຶກກັງວົນສຳລັບພວກເຂົາ. ມະນຸດຄືເນື້ອໜັງ ແລະ ເລືອດຂອງພຣະອົງ, ພວກເຂົາເປັນເພື່ອນເດີນທາງຂອງພຣະອົງ ແລະ ໃນເວລາດຽວກັນໃນແຜນການຄຸ້ມຄອງຂອງພຣະອົງ, ພວກເຂົາກໍເປັນຜູ້ທີ່ເຊື່ອໃຈໄດ້ ແລະ ຜູ້ແບກຮັບຄວາມຫວັງທັງໝົດຂອງພຣະອົງ. ໃນທີ່ສຸດແລ້ວ, ພຣະອົງຕ້ອງການທີ່ຈະເຫັນຄວາມຫວັງໃນຄົນເຫຼົ່ານີ້ ແລະ ຮັບເອົາຜົນຮັບ. ອີງໃສ່ສິ່ງນີ້, ຖ້າພວກເຈົ້າສາມາດສະແດງຄວາມເຂົ້າໃຈບາງຢ່າງສຳລັບເຈດຕະນາ ແລະ ຄວາມປະສົງຂອງພຣະເຈົ້າ, ສິ່ງນັ້ນຈະບໍ່ເຮັດໃຫ້ຄວາມເຂົ້າໃຈຂອງພວກເຈົ້າເລິກເຊິ່ງຂຶ້ນໜ້ອຍໜຶ່ງບໍ? (ແມ່ນແລ້ວ, ມັນຈະເປັນເຊັ່ນນັ້ນ). ດັ່ງທີ່ພໍ່ແມ່ທີ່ຕ້ອງການໃຫ້ລູກໆຂອງພວກເຂົາຮໍ່າຮຽນ ແລະ ເປັນເລີດໃນຊີວິດ, ຄົນທີ່ຢູ່ຂ້າງລູກໆຂອງພວກເຂົາໃນຂະນະທີ່ພວກເຂົາຮໍ່າຮຽນ, ວີລົມໃຫ້ພວກເຂົາ, ເຫຍັ້້ນນໍ້າຊາໃຫ້ແກ່ພວກເຂົາໃນຊ່ວງເວລາຕໍ່ມາ, ເຮັດອາຫານທີ່ລົດຊາດດີຈຳນວນໜຶ່ງໃຫ້ແກ່ພວກເຂົາເມື່ອຮອດເວລາກິນ. ພໍ່ແມ່ເຫຼົ່ານັ້ນບໍ່ຮູ້ຈັກວ່າຈະເຮັດແນວໃດໃຫ້ດີກວ່ານີ້, ຄວາມຄິດຂອງພວກເຂົາໝຸນຢູ່ອ້ອມລູກໆຂອງພວກເຂົາຢູ່ສະເໝີ. ພໍ່ແມ່ຂອງເຈົ້າບໍ່ປະຕິບັດຕໍ່ເຈົ້າເຊັ່ນນີ້ ເພາະພວກເຂົາມີຄວາມຄາດຫວັງຈາກເຈົ້າ, ເພາະພວກເຂົາໄດ້ວາງຄວາມຫວັງຂອງພວກເຂົາໄວ້ໃນຕົວເຈົ້າບໍ? ຖ້າເຈົ້າບໍ່ຮັບຟັງພວກເຂົາ ແລະ ສືບຕໍ່ບໍ່ເຊື່ອຟັງພວກເຂົາ, ສິ່ງນັ້ນຈະບໍ່ເຮັດໃຫ້ພວກເຂົາເຈັບປວດບໍ? ພວກເຂົາຈະບໍ່ເສົ້າໃຈບໍ? (ພວກເຂົາຈະເສົ້າໃຈ). ແລ້ວໃຫ້ໄຕ່ຕອງກ່ຽວກັບຄວາມປະສົງຂອງພຣະເຈົ້າໂດຍອີງໃສ່ແນວຄິດນີ້. ເມື່ອພຣະເຈົ້າເບິ່ງມະນຸດ, ບໍ່ວ່າພວກເຂົາຈະອາຍຸເຖົ້າສໍ່າໃດກໍຕາມ, ພວກເຂົາກໍເປັນເດັກນ້ອຍໃນສາຍຕາຂອງພຣະອົງ. ຖ້າເຈົ້າເວົ້າວ່າ “ຂ້ານ້ອຍອາຍຸແປດສິບປີ”, ພຣະເຈົ້າຈະເວົ້າວ່າເຈົ້າເປັນເດັກນ້ອຍ. ຖ້າເຈົ້າເວົ້າວ່າ “ຂ້ານ້ອຍອາຍຸຊາວປີ”, ເຈົ້າກໍຍິ່ງເປັນເດັກນ້ອຍຫຼາຍຂຶ້ນ. ບໍ່ວ່າເຈົ້າຈະແປດສິບ, ແປດຮ້ອຍ ຫຼື ແປດພັນປີ, ມະນຸດທຸກຄົນກໍເປັນເດັກນ້ອຍໃນສາຍຕາຂອງພຣະເຈົ້າ. ຈາກມຸມມອງຂອງພຣະເຈົ້າ, ອາຍຸບໍ່ໄດ້ສ້າງຄວາມແຕກຕ່າງຫຍັງເລີຍ. ໃນສາຍຕາຂອງພຣະເຈົ້າ, ທຸກຄົນເປັນເດັກນ້ອຍແຮກເກີດ ແລະ ເປັນເດັກນ້ອຍ; ນັ້ນຄືວິທີການທີ່ພຣະເຈົ້າເບິ່ງມະນຸດຊາດ. ນັ້ນຄືເຫດຜົນທີ່ວ່າໃນສາຍຕາຂອງພຣະເຈົ້າ, ເຈົ້າຄືເນື້ອໜັງ ແລະ ເລືອດຂອງພຣະອົງ ແລະ ເປັນໜຶ່ງໃນເພື່ອນເດີນທາງຂອງພຣະອົງ. ແລ້ວເຈົ້າຈະສາມາດມີຄຸນສົມບັດທີ່ຈະກາຍມາເປັນເນື້ອໜັງ ແລະ ເລືອດຂອງພຣະອົງ, ເປັນເພື່ອນເດີນທາງຂອງພຣະອົງ, ເປັນບຸກຄົນທີ່ສະແຫວງຫາຫົວໃຈພຣະອົງເອງ, ເພື່ອເຮັດໃຫ້ພຣະອົງພໍໃຈໄດ້ແນວໃດ? ນີ້ບໍ່ແມ່ນຄຳຖາມທີ່ຄູ່ຄວນແກ່ການພິຈາລະນາ ແລະ ການໄຕ່ຕອງຂອງມະນຸດຊາດບໍ? (ແມ່ນແລ້ວ). ພຣະເຈົ້າປະຕິບັດຕໍ່ມະນຸດຊາດຄືກັບເນື້ອໜັງ ແລະ ເລືອດຂອງພຣະອົງ, ເພື່ອນເດີນທາງຂອງພຣະອົງ, ຜູ້ແບກຮັບລາຄາ ແລະ ເລືອດທີ່ພຣະອົງໄດ້ຈ່າຍ. ພຣະເຈົ້າມີຄວາມຮັກປະເພດໃດສຳລັບມະນຸດ? ພຣະອົງມີວິທີຄິດປະເພດໃດ? ພຣະອົງປະຕິບັດຕໍ່ຜູ້ຄົນທີ່ພຣະອົງມີຄວາມສຳພັນໃນລະດັບນີ້ໄດ້ແນວໃດ? ມະນຸດສາມາດເຂົ້າໃຈແມ່ນແຕ່ໜ້ອຍດຽວບໍເຖິງປະເພດຄວາມຮັກທີ່ພຣະເຈົ້າມີສຳລັບຄົນເຫຼົ່ານີ້? ບາງຄົນເວົ້າວ່າ: “ຂ້ານ້ອຍບໍ່ເຄີຍເຫັນພຣະເຈົ້າ ແລະ ຂ້ານ້ອຍບໍ່ສາມາດຮູ້ສຶກເຖິງສິ່ງຕ່າງໆທີ່ພຣະອົງໄດ້ເຮັດໃຫ້ແກ່ຂ້ານ້ອຍໃນຊີວິດຊາດກ່ອນຂອງຂ້ານ້ອຍ”. ເຈົ້າມີຊີວິດແລ້ວໃນຕອນນີ້, ສະນັ້ນເຈົ້າຈະບໍ່ສາມາດຮູ້ສຶກເຖິງການຊີ້ນໍາຂອງພຣະເຈົ້າ ແລະ ລາຄາທີ່ພຣະອົງໄດ້ຈ່າຍສຳລັບເຈົ້າບໍ? ເຈົ້າສາມາດຢັ່ງຮູ້ພວກມັນບໍ? (ແມ່ນແລ້ວ). ຖ້າເຈົ້າສາມາດຢັ່ງຮູ້ພວກມັນ, ນັ້ນຄືສິ່ງທີ່ຖືກຕ້ອງຢ່າງສົມບູນ, ມັນພິສູດວ່າເຈົ້າມີຫົວໃຈ ແລະ ວິນຍານ. ຖ້າເຈົ້າສາມາດຢັ່ງຮູ້ຫຼາຍສໍ່ານີ້, ມັນກໍພຽງພໍແລ້ວ. ມັນກຸ້ມຄ່າທີ່ເຈົ້າຈະປະຖິ້ມທຸກສິ່ງເພື່ອຕິດຕາມພຣະເຈົ້າ.
ວັນທີ 29 ພຶດສະພາ 2017