ໂດຍການມີຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆເທົ່ານັ້ນ, ຄົນໆໜຶ່ງຈຶ່ງສາມາດມີຄວາມສຳພັນທີ່ເປັນປົກກະຕິກັບພຣະອົງ

ພວກເຈົ້າສ່ວນໃຫຍ່ໄດ້ເຊື່ອໃນພຣະເຈົ້າເປັນເວລາຫຼາຍປີ ແລະ ວາງພື້ນຖານໃນຫົນທາງທີ່ແທ້ຈິງບໍ່ຫຼາຍກໍໜ້ອຍ. ຕອນນີ້ພວກເຈົ້າສາມາດປະຖິ້ມສິ່ງກີດຂວາງຈາກຄອບຄົວ ແລະ ໂລກທີ່ບໍ່ແມ່ນສາດສະໜາເພື່ອຕິດຕາມພຣະເຈົ້າ. ເຈົ້າກຳລັງຝຶກຝົນເພື່ອປະຕິບັດໜ້າທີ່ໃນເຮືອນຂອງພຣະເຈົ້າ, ເຈົ້າເຕັມໃຈທີ່ຈະເສຍສະຫຼະຕົນເອງສຳລັບພຣະເຈົ້າ ແລະ ພ້ອມທີ່ຈະດິ້ນຮົນໄປຫາຄວາມຈິງ. ນີ້ໝາຍຄວາມວ່າພວກເຈົ້າໄດ້ເລີ່ມເຂົ້າໃຈສິ່ງຕ່າງໆ ແລະ ພວກເຈົ້າມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ. ນັ້ນຄືສິ່ງທີ່ດີ. ຄວາມໝາຍສຳຄັນຂອງການປະຕິບັດໜ້າທີ່ເປັນສິ່ງທີ່ດີຫຼາຍ! ບໍ່ວ່າເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າໃຫ້ດີໄດ້ ຫຼື ບໍ່ ແມ່ນມີຄວາມສຳພັນໂດຍກົງກັບຄວາມລອດພົ້ນ ແລະ ຄວາມສົມບູນຂອງເຈົ້າ. ມັນອາດເວົ້າໄດ້ວ່າຄົນໆໜຶ່ງພຽງແຕ່ສາມາດຮັບເອົາການເຂົ້າສູ່ຊີວິດໂດຍການມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ຄົນໆໜຶ່ງພຽງແຕ່ສາມາດຮັບເອົາການເຫັນດີເຫັນພ້ອມຂອງພຣະເຈົ້າໂດຍການປະຕິບັດໜ້າທີ່ຂອງພວກເຂົາໃຫ້ດີ. ສະນັ້ນ, ການຮຽກຮ້ອງຫຼາຍຂຶ້ນໜ້ອຍໜຶ່ງຈາກພວກເຈົ້າເມື່ອກ່ຽວຂ້ອງກັບໜ້າທີ່ຂອງພວກເຈົ້າ ແລະ ການລິຮານ ແລະ ການຈັດການເຈົ້າໜ້ອຍໜຶ່ງກໍຈະເປັນປະໂຫຍດໃຫ້ພວກເຈົ້າ. ຢ່າງໜ້ອຍທີ່ສຸດ, ເຈົ້າຈະເຮັດໃຫ້ຄວາມກ້າວໜ້າໃນຊີວິດໄວຂຶ້ນ. ມັນບໍ່ແມ່ນສິ່ງບໍ່ດີທີ່ການຮຽກຮ້ອງຈາກພວກເຈົ້ານັ້ນມີສູງຫຼາຍ ແລະ ມັນບໍ່ແມ່ນສິ່ງບໍ່ດີທີ່ຈະໃຫ້ບັນຫາທີ່ຍາກລຳບາກໃຫ້ພວກເຈົ້າເພື່ອທົດສອບພວກເຈົ້າ. ທຸກສິ່ງນີ້ແມ່ນເກີດຂຶ້ນເພື່ອຊ່ວຍໃຫ້ພວກເຈົ້າເຕີບໃຫຍ່ໃນຊີວິດ ແລະ ເຮັດຄວາມປະສົງຂອງພຣະເຈົ້າ ແລະ ເພື່ອວ່າພວກເຈົ້າຈະສາມາດມີຄວາມເຂົ້າໃຈທີ່ດີຂຶ້ນກ່ຽວກັບຄວາມຮູ້ວິຊາການ ແລະ ເລີ່ມມີປະສິດທິພາບໃນໜ້າທີ່ຂອງພວກເຈົ້າ. ຖ້າບໍ່ມີການຮຽກຮ້ອງເຫຼົ່ານີ້ຕໍ່ພວກເຈົ້າ, ຜົນຮັບຈະເປັນຫຍັງ? ພວກເຈົ້າຈະພຽງແຕ່ສາມາດເທດສະໜາຫຼັກຄຳສອນ ແລະ ປະຕິບັດຕາມກົດລະບຽບ ແລະ ພວກເຈົ້າຈະເຊື່ອໃນພຣະເຈົ້າເປັນເວລາຫຼາຍປີໂດຍບໍ່ປ່ຽນແປງຫຍັງເລີຍ. ໃນກໍລະນີນັ້ນ, ເມື່ອໃດພວກເຈົ້າຈຶ່ງຈະສາມາດກ້າວໜ້າໄດ້? ພວກເຈົ້າຈະສາມາດປະຕິບັດໜ້າທີ່ຂອງພວກເຈົ້າເປັນຢ່າງດີໄດ້ແນວໃດ? ເຈົ້າບໍ່ພຽງແຕ່ຈະບໍ່ກ້າວໜ້າກ່ຽວກັບຄວາມຈິງ, ເຈົ້າຈະບໍ່ມີຄວາມກ້າວໜ້າໃນຄວາມຮູ້ວິຊາການທີ່ຈຳເປັນຕ້ອງມີໃນໜ້າທີ່ຂອງເຈົ້າ. ແລ້ວເຈົ້າຈະສາມາດເຮັດໜ້າທີ່ຂອງເຈົ້າໃຫ້ຢູ່ໃນມາດຕະຖານທີ່ສາມາດຍອມຮັບໄດ້ ແລະ ເປັນພະຍານໃຫ້ພຣະເຈົ້າໄດ້ບໍ? ເທົ່າທີ່ກ່ຽວຂ້ອງກັບວຸດທິພາວະໃນປັດຈຸບັນຂອງພວກເຈົ້າ, ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງແມ່ນຕື້ນເກີນໄປ ແລະ ພວກເຈົ້າບໍ່ໄດ້ກຳແໜ້ນຫຼັກການສຳລັບການປະຕິບັດໜ້າທີ່ຂອງພວກເຈົ້າ. ພວກເຈົ້າຍັງຫ່າງໄກຫຼາຍຈາກການໄປເຖິງມາດຕະຖານສຳລັບການປະຕິບັດໜ້າທີ່ຂອງພວກເຈົ້າຢ່າງໜ້າພໍໃຈ. ແລ້ວເຖິງຢ່າງນັ້ນກໍຕາມ, ພວກເຈົ້າບໍ່ຮູ້ສິ່ງນີ້ ແລະ ຮູ້ສຶກວ່າພວກເຈົ້າກຳລັງເຮັດໄດ້ດີ ແລະ ໃນບາງຄັ້ງພວກເຈົ້າກໍເຖິງກັບຖືວ່າຕົນເອງຊອບທຳ ແລະ ກ້າຫານທີ່ສຸດ. ຄຳເວົ້າທີ່ເຈົ້າເວົ້າ ຫຼື ສິ່ງຕ່າງໆທີ່ເຈົ້າເຮັດບໍ່ສາມາດເປີດເຜີຍຕໍ່ຄົນອື່ນໄດ້ ແລະ ພວກມັນບໍ່ສອດຄ່ອງກັບຫຼັກການແຫ່ງຄວາມຈິງ. ເມື່ອຄົນໃດໜຶ່ງຊີ້ໃຫ້ເຫັນເຖິງໜຶ່ງໃນບັນຫາຂອງເຈົ້າ, ເຈົ້າກໍບໍ່ສາມາດຍອມຮັບມັນໄດ້ ແລະ ເຈົ້າບໍ່ສະແຫວງຫາຄວາມຈິງ ແລະ ເຈົ້າເຖິງກັບຫາຂໍ້ອ້າງໃຫ້ຕົນເອງ. ແມ່ນຫຍັງຄືບັນຫາຢູ່ບ່ອນນີ້? ມັນຄືເຈົ້າບໍ່ມີແມ່ນແຕ່ຄວາມສຳນຶກທີ່ເປັນພື້ນຖານທີ່ສຸດເຊິ່ງຈຳເປັນເພື່ອປະພຶດຕົວເຈົ້າເອງຢ່າງເໝາະສົມ. ບໍ່ວ່າເຈົ້າຈະເຮັດຫຍັງກໍຕາມ, ຄົນສ່ວນໃຫຍ່ຕ້ອງຖືວ່າມັນເໝາະສົມເປັນຢ່າງໜ້ອຍທີ່ສຸດ. ເຈົ້າຕ້ອງຮັບຟັງຂໍ້ສະເໜີຂອງທຸກຄົນ, ຖ້າສິ່ງທີ່ພວກເຂົາເວົ້າຖືກຕ້ອງ, ແລ້ວເຈົ້າກໍຕ້ອງຍອມຮັບມັນ ແລະ ຈາກນັ້ນກໍແກ້ໄຂຂໍ້ຜິດພາດຂອງເຈົ້າ. ຖ້າທຸກຄົນຄິດວ່າຜົນຮັບທີ່ເຈົ້າໄດ້ຮັບນັ້ນບໍ່ມີບັນຫາຫຍັງ ແລະ ທຸກຄົນເຫັນກັບພວກມັນ, ໃນຕອນນັ້ນເອງ ການກະທຳຂອງເຈົ້າຈຶ່ງຈະຖືວ່າສາມາດຍອມຮັບໄດ້. ດ້ວຍວິທີນີ້, ໃນດ້ານໜຶ່ງ ພວກເຈົ້າຈະສາມາດເຮັດໂດຍສອດຄ່ອງກັບຫຼັກການຕ່າງໆໃນຂະນະທີ່ເຮັດໜ້າທີ່ຂອງພວກເຈົ້າ ແລະ ພວກເຈົ້າຈະເລີ່ມເປັນຜູ້ໃຫຍ່ ແລະ ມີປະສົບການໃນການຮັບມືກັບບັນຫາ. ໃນອີກດ້ານໜຶ່ງ, ພວກເຈົ້າຈະສາມາດຮຽນຮູ້ຫຼາຍຂຶ້ນ ແລະ ໃນເວລາດຽວກັນພວກເຈົ້າກໍຈະເລີ່ມເຂົ້າໃຈຄວາມຈິງ ແລະ ເຂົ້າສູ່ຊີວິດ. ແລ້ວດ້ວຍເຫດນັ້ນ ເມື່ອມີບາງຢ່າງເກີດຂຶ້ນກັບເຈົ້າ, ເຈົ້າຕ້ອງບໍ່ຖືວ່າຕົນເອງຊອບທຳ. ເຈົ້າຕ້ອງສະຫງົບຕົນເອງຕໍ່ໜ້າພຣະເຈົ້າ ແລະ ຮຽນຮູ້ເອົາບົດຮຽນ. ເຈົ້າຕ້ອງສາມາດປ່ອຍຕົນເອງໄປເພື່ອທີ່ຈະຮຽນຮູ້ເພີ່ມເຕີມ. ຖ້າເຈົ້າຄິດວ່າ “ຂ້ອຍຊຳນານໃນເລື່ອງນີ້ຫຼາຍກວ່າພວກເຈົ້າ, ສະນັ້ນຂ້ອຍຄວນຄວບຄຸມ ແລະ ພວກເຈົ້າທຸກຄົນຄວນຮັບຟັງຂ້ອຍ!” ນັ້ນແມ່ນອຸປະນິໄສປະເພດໃດ? ມັນຄືຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳ. ມັນເປັນອຸປະນິໄສທີ່ຊົ່ວຮ້າຍ ແລະ ເສື່ອມຊາມ ແລະ ມັນບໍ່ແມ່ນສິ່ງທີ່ຢູ່ພາຍໃນຂອບເຂດຄວາມເປັນມະນຸດທີ່ປົກກະຕິ. ສະນັ້ນການບໍ່ຖືວ່າຕົນເອງຊອບທຳໝາຍຄວາມວ່າແນວໃດ? (ມັນໝາຍຄວາມເຖິງການຮັບຟັງຂໍ້ສະເໜີຂອງທຸກຄົນ ແລະ ການສົນທະນາສິ່ງຕ່າງໆກັບທຸກຄົນ.) ບໍ່ວ່າຄວາມຄິດ ແລະ ຄວາມຄິດເຫັນສ່ວນຕົວຂອງເຈົ້າຈະແມ່ນຫຍັງກໍຕາມ, ຖ້າເຈົ້າຕັດສິນຢ່າງຫຼັບຫູຫຼັບຕາວ່າພວກມັນຖືກຕ້ອງ ແລະ ພວກມັນເປັນວິທີທີ່ຄວນດຳເນີນສິ່ງຕ່າງໆ, ນັ້ນຄືຄວາມອວດດີ ແລະ ການຖືວ່າຕົນເອງຊອບທຳ. ຖ້າເຈົ້າມີແນວຄິດ ຫຼື ຄວາມຄິດເຫັນບາງຢ່າງທີ່ເຈົ້າຮູ້ສຶກວ່າຖືກຕ້ອງ, ແຕ່ເຈົ້າບໍ່ມີຄວາມເຊື່ອຢ່າງສົມບູນໃນຕົນເອງ ແລະ ເຈົ້າສາມາດຢືນຢັນພວກມັນຜ່ານການສະແຫວງຫາ ແລະ ການໂອ້ລົມ, ນັ້ນຄືຄວາມໝາຍຂອງການບໍ່ຖືວ່າຕົນເອງຊອບທຳ. ການລໍຖ້າເພື່ອຮັບການສະໜັບສະໜູນ ແລະ ການເຫັນດີເຫັນພ້ອມຂອງທຸກຄົນກ່ອນທີ່ຈະດຳເນີນການເປັນວິທີການທີ່ສົມເຫດສົມຜົນໃນການເຮັດສິ່ງຕ່າງໆ. ຖ້າຄົນໃດໜຶ່ງບໍ່ເຫັນດີກັບເຈົ້າ, ເຈົ້າຄວນຕອບຮັບກັບມັນຢ່າງມີສະຕິ ແລະ ຮອບຄອບເມື່ອມັນກ່ຽວຂ້ອງກັບແງ່ມຸມວິຊາການໃນວຽກງານຂອງເຈົ້າ. ເຈົ້າບໍ່ສາມາດຫຼັບຫູຫຼັບຕາໃສ່ມັນໂດຍເວົ້າວ່າ “ເຈົ້າເຂົ້າໃຈສິ່ງນີ້ໄດ້ດີກວ່າ ຫຼື ຂ້ອຍເຂົ້າໃຈໄດ້ດີກວ່າ? ຂ້ອຍກ່ຽວພັນກັບວຽກງານຂົງເຂດນີ້ເປັນເວລາດົນແລ້ວ, ຂ້ອຍຈະບໍ່ມີຄວາມເຂົ້າໃຈກ່ຽວກັບມັນໄດ້ດີກວ່າເຈົ້າບໍ? ເຈົ້າຮູ້ຫຍັງກ່ຽວກັບມັນ? ເຈົ້າບໍ່ໄດ້ເຂົ້າໃຈມັນ!” ນັ້ນບໍ່ແມ່ນອຸປະນິໄສທີ່ດີ, ມັນອວດດີ ແລະ ຖືວ່າຕົນເອງຊອບທຳເກີນໄປ. ມັນເປັນໄປໄດ້ທີ່ຄົນໃດໜຶ່ງທີ່ບໍ່ເຫັນດີກັບເຈົ້າຈະເປັນເດັກນ້ອຍ ແລະ ພວກເຂົາບໍ່ມີຄວາມເຂົ້າໃຈທີ່ດີກ່ຽວຂ້ອງວຽກງານຂົງເຂດນັ້ນ; ເຈົ້າອາດເວົ້າຖືກ ແລະ ເຈົ້າອາດເຮັດສິ່ງຕ່າງໆຢ່າງຖືກຕ້ອງ, ແຕ່ມັນຄືອຸປະນິໄສຂອງເຈົ້າທີ່ເປັນບັນຫາ. ແລ້ວແມ່ນຫຍັງຄືວິທີທີ່ຖືກຕ້ອງໃນການປະພຶດ ແລະ ການກະທຳ? ເຈົ້າຈະສາມາດປະພຶດ ແລະ ເຮັດຕາມຫຼັກການແຫ່ງຄວາມຈິງໄດ້ແນວໃດ? ເຈົ້າຕ້ອງນໍາແນວຄິດຂອງເຈົ້າມາໃຫ້ພິຈາລະນາໄດ້ ແລະ ປ່ອຍໃຫ້ທຸກຄົນເບິ່ງວ່າມີບັນຫາຫຍັງກັບພວກມັນ ຫຼື ບໍ່. ຖ້າຄົນໃດໜຶ່ງມີຂໍ້ສະເໜີ, ເຈົ້າຕ້ອງຍອມຮັບມັນກ່ອນ ແລະ ຈາກນັ້ນກໍປ່ອຍໃຫ້ທຸກຄົນຢືນຢັນເສັ້ນທາງທີ່ຖືກຕ້ອງໃນການປະຕິບັດ. ຖ້າບໍ່ມີຜູ້ໃດມີບັນຫາກັບມັນ, ແລ້ວເຈົ້າກໍສາມາດຕັດສິນວິທີການທີ່ເໝາະສົມທີ່ສຸດເພື່ອເຮັດສິ່ງຕ່າງໆ ແລະ ເຮັດດ້ວຍວິທີນັ້ນ. ຖ້າຄົ້ນພົບບັນຫາ, ແລ້ວເຈົ້າຕ້ອງຮຽກຮ້ອງຄວາມຄິດເຫັນຂອງທຸກຄົນ ແລະ ເຈົ້າຄວນສະແຫວງຫາຄວາມຈິງ ແລະ ໂອ້ລົມກ່ຽວກັບມັນຮ່ວມກັນໂດຍສິ້ນເຊີງ ແລະ ດ້ວຍວິທີນັ້ນ ເຈົ້າຈະໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ. ເມື່ອຫົວໃຈຂອງເຈົ້າໄດ້ຮັບແສງເຍືອງທາງ ແລະ ເຈົ້າມີເສັ້ນທາງທີ່ດີກວ່າ, ຜົນຮັບທີ່ເຈົ້າບັນລຸກໍຈະດີກວ່າເມື່ອກ່ອນ. ສິ່ງນີ້ບໍ່ແມ່ນການຊີ້ນໍາຂອງພຣະເຈົ້າບໍ? ມັນເປັນສິ່ງທີ່ອັດສະຈັນ! ຖ້າເຈົ້າສາມາດຫຼີກລ່ຽງການຖືວ່າຕົນເອງຊອບທຳ, ຖ້າເຈົ້າສາມາດປ່ອຍຈິນຕະນາການ ແລະ ແນວຄິດຂອງເຈົ້າໄປ ແລະ ຖ້າເຈົ້າສາມາດຮັບຟັງຄວາມຄິດເຫັນທີ່ຖືກຕ້ອງຂອງຄົນອື່ນ, ເຈົ້າກໍຈະສາມາດຮັບເອົາແສງສະຫວ່າງຈາກພຣະວິນຍານບໍລິສຸດ. ຫົວໃຈຂອງເຈົ້າຈະໄດ້ຮັບແສງເຍືອງທາງ ແລະ ເຈົ້າຈະສາມາດຊອກຫາເສັ້ນທາງທີ່ຖືກຕ້ອງ. ເຈົ້າຈະມີຫົນທາງໄປຂ້າງໜ້າ ແລະ ເມື່ອເຈົ້ານໍາມັນໄປປະຕິບັດ, ມັນກໍຈະສອດຄ່ອງກັບຄວາມຈິງຢ່າງແນ່ນອນ. ຜ່ານການປະຕິບັດ ແລະ ປະສົບການເຫຼົ່ານັ້ນ, ເຈົ້າຈະຮຽນຮູ້ວິທີການປະຕິບັດຄວາມຈິງ ແລະ ໃນເວລາດຽວກັນ ເຈົ້າກໍຈະຮຽນຮູ້ສິ່ງໃໝ່ໆກ່ຽວກັບວຽກງານຂົງເຂດນັ້ນ. ນີ້ບໍ່ແມ່ນສິ່ງທີ່ດີບໍ? ຜ່ານສິ່ງນີ້, ເຈົ້າຈະຮັບຮູ້ວ່າເມື່ອສິ່ງຕ່າງໆເກີດຂຶ້ນກັບເຈົ້ານັ້ນ ເຈົ້າຈະຕ້ອງບໍ່ຖືວ່າຕົນເອງຊອບທຳ ແລະ ເຈົ້າຕ້ອງສະແຫວງຫາຄວາມຈິງ ແລະ ຖ້າເຈົ້າຖືວ່າຕົນເອງຊອບທຳ ແລະ ບໍ່ຍອມຮັບຄວາມຈິງ, ທຸກຄົນຈະລັງກຽດເຈົ້າ ແລະ ພຣະເຈົ້າຈະກຽດຊັງເຈົ້າຢ່າງແນ່ນອນ. ນີ້ບໍ່ແມ່ນບົດຮຽນທີ່ໄດ້ຮຽນຮູ້ບໍ? ຖ້າເຈົ້າສະແຫວງຫາດ້ວຍວິທີນີ້ ແລະ ປະຕິບັດຄວາມຈິງຢູ່ສະເໝີ, ເຈົ້າກໍຈະປາດຖະໜາຫາທັກສະວິຊາການທີ່ເຈົ້າໃຊ້ໃນໜ້າທີ່ຂອງເຈົ້າ, ເຈົ້າຈະມີຜົນຮັບທີ່ດີຂຶ້ນເລື້ອຍໆໃນໜ້າທີ່ຂອງເຈົ້າ ແລະ ພຣະເຈົ້າຈະສ່ອງແສງສະຫວ່າງ ແລະ ອວຍພອນເຈົ້າ ແລະ ເຮັດໃຫ້ເຈົ້າໄດ້ຮັບຫຼາຍຍິ່ງຂຶ້ນ. ນອກຈາກນັ້ນ, ເຈົ້າຈະມີເສັ້ນທາງສຳລັບການປະຕິບັດຄວາມຈິງ ແລະ ເມື່ອເຈົ້າຮູ້ຈັກວິທີການປະຕິບັດຄວາມຈິງ, ເຈົ້າຈະຄ່ອຍໆກຳແໜ້ນຫຼັກການ. ເມື່ອເຈົ້າຮູ້ວ່າການກະທຳໃດຈະພາໄປສູ່ແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າ, ສິ່ງໃດຈະພາໄປສູ່ຄວາມກຽດຊັງຂອງພຣະອົງ ແລະ ການປົດອອກຈາກໜ້າທີ່ ແລະ ສິ່ງໃດຈະພາໄປສູ່ການເຫັນດີເຫັນພ້ອມ ແລະ ພອນຂອງພຣະອົງ, ເຈົ້າຈະມີຫົນທາງໄປຂ້າງໜ້າ. ເມື່ອຄົນໄດ້ຮັບພອນ ແລະ ແສງສະຫວ່າງຂອງພຣະເຈົ້າ, ຄວາມກ້າວໜ້າໃນຊີວິດຂອງພວກເຂົາກໍຈະໄວຂຶ້ນ. ພວກເຂົາຈະໄດ້ຮັບແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າທຸກໆມື້ ແລະ ຈະມີຄວາມສະຫງົບສຸກ ແລະ ຄວາມສຸກໃນຫົວໃຈຂອງພວກເຂົາ. ສິ່ງນີ້ບໍ່ນໍາຄວາມພໍໃຈມາສູ່ພວກເຂົາບໍ? ເມື່ອສາມາດນໍາສະເໜີການກະທຳຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ພຣະເຈົ້າຍອມຮັບມັນ, ເຈົ້າກໍຈະຮູ້ສຶກກົດດັນໃນຫົວໃຈຂອງເຈົ້າ ແລະ ໃນພາຍໃນນັ້ນ ເຈົ້າຈະມີຄວາມສະຫງົບສຸກ ແລະ ຄວາມສຸກ. ຄວາມສະຫງົບສຸກ ແລະ ຄວາມສຸກນີ້ຄືຄວາມຮູ້ສຶກທີ່ພຣະເຈົ້າໄດ້ມອບໃຫ້ເຈົ້າ, ພວກມັນເປັນຄວາມກະຕຸ້ນທີ່ພຣະວິນຍານບໍລິສຸດປະທານໃຫ້ເຈົ້າ.

ການອວດດີ ແລະ ການຖືວ່າຕົນເອງຊອບທຳຄືອຸປະນິໄສຊົ່ວຮ້າຍທີ່ຊັດເຈນທີ່ສຸດຂອງມະນຸດ ແລະ ຖ້າຄົນບໍ່ຍອມຮັບຄວາມຈິງ, ພວກເຂົາກໍບໍ່ມີທາງເຮັດໃຫ້ມັນສະອາດໄດ້. ທຸກຄົນມີອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳ ແລະ ພວກເຂົາຫຍິ່ງຍະໂສຢູ່ສະເໝີ. ບໍ່ວ່າພວກເຂົາຈະຄິດແນວໃດກໍຕາມ ຫຼື ພວກເຂົາຈະເວົ້າຫຍັງກໍຕາມ ຫຼື ພວກເຂົາຈະເບິ່ງສິ່ງຕ່າງໆແນວໃດກໍຕາມ, ພວກເຂົາຄິດຢູ່ສະເໝີວ່າມຸມມອງຂອງພວກເຂົາເອງ ແລະ ທັດສະນະຂອງພວກເຂົາເອງເປັນສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຄົນອື່ນເວົ້າບໍ່ໄດ້ດີ ຫຼື ຖືກຕ້ອງສໍ່າສິ່ງທີ່ພວກເຂົາເວົ້າ. ພວກເຂົາຍຶດຕິດກັບຄວາມຄິດເຫັນຂອງພວກເຂົາຢູ່ສະເໝີ ແລະ ບໍ່ວ່າຜູ້ໃດຈະເວົ້າກໍຕາມ, ພວກເຂົາຈະບໍ່ຮັບຟັງຄົນເຫຼົ່ານັ້ນ. ເຖິງແມ່ນວ່າສິ່ງທີ່ຄົນອື່ນເວົ້ານັ້ນຖືກຕ້ອງ ຫຼື ສອດຄ່ອງກັບຄວາມຈິງ, ພວກເຂົາຈະບໍ່ຍອມຮັບມັນ; ພວກເຂົາຈະພຽງແຕ່ເຮັດຄືກັບຮັບຟັງ ແຕ່ພວກເຂົາຈະບໍ່ປັບໃຊ້ແນວຄິດແທ້ໆ ແລະ ເມື່ອມັນຮອດເວລາທີ່ຈະດຳເນີນການ, ພວກເຂົາຍັງຈະເຮັດສິ່ງຕ່າງໆຕາມທາງຂອງພວກເຂົາ ໂດຍຄິດຢູ່ສະເໝີວ່າສິ່ງທີ່ພວກເຂົາເວົ້າແມ່ນຖືກຕ້ອງ ແລະ ມີເຫດຜົນ. ມັນເປັນໄປໄດ້ທີ່ສິ່ງທີ່ເຈົ້າເວົ້ານັ້ນຖືກຕ້ອງ ແລະ ມີເຫດຜົນແທ້ໆ ຫຼື ສິ່ງທີ່ເຈົ້າເຮັດນັ້ນຖືກຕ້ອງ ແລະ ບໍ່ມີຂໍ້ຜິດພາດ, ແຕ່ເຈົ້າໄດ້ເປີດເຜີຍອຸປະນິໄສປະເພດໃດ? ມັນບໍ່ແມ່ນໜຶ່ງໃນອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳບໍ? ຖ້າເຈົ້າບໍ່ປະຖິ້ມອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳນີ້, ມັນຈະບໍ່ສົ່ງຜົນກະທົບຕໍ່ການທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າບໍ? ມັນຈະບໍ່ສົ່ງຜົນກະທົບຕໍ່ການທີ່ເຈົ້າປະຕິບັດຄວາມຈິງບໍ? ຖ້າເຈົ້າບໍ່ແກ້ໄຂອຸປະນິໄສທີ່ອວດດີ ແລະ ຖືວ່າຕົນເອງຊອບທຳຂອງເຈົ້າ, ມັນຈະບໍ່ກໍ່ໃຫ້ເຈົ້າມີຄວາມລົ້ມເຫຼວທີ່ຮ້າຍແຮງໃນອະນາຄົດບໍ? ເຈົ້າຈະປະສົບກັບຄວາມລົ້ມເຫຼວຢ່າງແນ່ນອນ, ນີ້ຄືສິ່ງທີ່ຫຼີກລ່ຽງບໍ່ໄດ້. ບອກເຮົາເບິ່ງວ່າ ພຣະເຈົ້າຈະສາມາດເຫັນພຶດຕິກຳແບບນັ້ນຂອງມະນຸດບໍ? ພຣະເຈົ້າຍິ່ງສາມາດເຫັນໄດ້ຫຼາຍຂຶ້ນ! ພຣະເຈົ້າຈະບໍ່ພຽງແຕ່ພິຈາລະນາກວດສອບຄວາມເລິກໃນຫົວໃຈຂອງຜູ້ຄົນ, ພຣະອົງຍັງສັງເກດທຸກຄຳເວົ້າ ແລະ ການກະທຳຂອງພວກເຂົາຕະຫຼອດເວລາ ແລະ ຢູ່ທຸກຫົນແຫ່ງ. ພຣະເຈົ້າຈະເວົ້າຫຍັງເມື່ອພຣະອົງເຫັນພຶດຕິກຳນີ້ຂອງເຈົ້າ? ພຣະເຈົ້າຈະເວົ້າວ່າ: “ເຈົ້າຫົວດື້! ມັນສາມາດເຂົ້າໃຈໄດ້ວ່າເຈົ້າອາດຍຶດຕິດກັບແນວຄິດຂອງເຈົ້າເອງ ເມື່ອເຈົ້າບໍ່ຮູ້ວ່າເຈົ້າເຮັດຜິດ, ແຕ່ເມື່ອເຈົ້າຮູ້ຢ່າງຊັດເຈນວ່າເຈົ້າຜິດພາດ ແລະ ເຈົ້າຍັງຍຶດຕິດກັບແນວຄິດຂອງເຈົ້າ ແລະ ຕ້ອງຕາຍກ່ອນຖ້າຈະໃຫ້ກັບໃຈ, ເຈົ້າກໍເປັນພຽງແຕ່ຄົນໂງ່ທີ່ດື້ດ້ານ ແລະ ເຈົ້າຕົກຢູ່ໃນບັນຫາ. ບໍ່ວ່າຜູ້ໃດຈະສະເໜີ, ຖ້າເຈົ້າປັບໃຊ້ທັດສະນະທີ່ຜິດໆ ແລະ ຕໍ່ຕ້ານຢູ່ສະເໝີ ແລະ ບໍ່ຍອມຮັບຄວາມຈິງແມ່ນແຕ່ໜ້ອຍດຽວ ແລະ ຖ້າຫົວໃຈຂອງເຈົ້າຕໍ່ຕ້ານ, ປິດກັ້ນ ແລະ ເມີນເສີຍໂດຍສິ້ນເຊີງ, ແລ້ວເຈົ້າກໍເປັນຕາຫົວຫຼາຍ, ເຈົ້າເປັນຄົນທີ່ບໍ່ມີເຫດຜົນເລີຍ! ເຈົ້າຈັດການໄດ້ຍາກເກີນໄປ!” ເຈົ້າຈັດການໄດ້ຍາກໃນລັກສະນະໃດ? ເຈົ້າຈັດການໄດ້ຍາກ ເພາະສິ່ງທີ່ເຈົ້າກຳລັງສະແດງອອກບໍ່ແມ່ນວິທີການທີ່ຜິດພາດ ຫຼື ພຶດຕິກຳທີ່ຜິດພາດ, ແຕ່ເປັນການສະແດງອອກເຖິງອຸປະນິໄສຂອງເຈົ້າ. ການສະແດງອອກເຖິງອຸປະນິໄສຫຍັງ? ອຸປະນິໄສທີ່ເຈົ້າເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ. ຫຼັງຈາກທີ່ມີການລະບຸວ່າເຈົ້າເປັນຄົນທີ່ກຽດຊັງຄວາມຈິງ, ໃນສາຍຕາຂອງພຣະເຈົ້ານັ້ນ ເຈົ້າຕົກຢູ່ໃນບັນຫາແລ້ວ ແລະ ພຣະອົງຈະລັງກຽດ, ປະຕິເສດ ແລະ ບໍ່ສົນໃຈເຈົ້າ. ຈາກທັດສະນະຂອງຜູ້ຄົນນັ້ນ, ຫຼາຍທີ່ສຸດທີ່ພວກເຂົາຈະເວົ້າກໍຄື: “ອຸປະນິໄສຂອງບຸກຄົນນີ້ບໍ່ດີ, ພວກເຂົາຫົວແຂງ, ຫົວດື້ ແລະ ອວດດີເຫຼືອເກີນ. ຄົນນີ້ເຂົ້ານໍາໄດ້ຍາກ ແລະ ບໍ່ຮັກຄວາມຈິງ. ພວກເຂົາບໍ່ຍອມຮັບຄວາມຈິງຈັກເທື່ອ ແລະ ພວກເຂົາບໍ່ນໍາຄວາມຈິງໄປປະຕິບັດ”. ຢ່າງຫຼາຍທີ່ສຸດ, ທຸກຄົນຈະໃຫ້ການປະເມີນນີ້ແກ່ເຈົ້າ ແຕ່ການປະເມີນນີ້ສາມາດກຳນົດໂຊກຊະຕາຂອງເຈົ້າບໍ? ການປະເມີນທີ່ຄົນໃຫ້ແກ່ເຈົ້າບໍ່ສາມາດຕັດສິນໂຊກຊະຕາຂອງເຈົ້າໄດ້, ແຕ່ມີສິ່ງໜຶ່ງທີ່ເຈົ້າຕ້ອງບໍ່ລືມ: ພຣະເຈົ້າພິຈາລະນາກວດສອບຫົວໃຈຂອງຜູ້ຄົນ ແລະ ໃນເວລາດຽວກັນນັ້ນ ພຣະເຈົ້າກໍສັງເກດທຸກຄຳເວົ້າ ແລະ ການກະທຳຂອງພວກເຂົາ. ຖ້າພຣະເຈົ້າຕັດສິນໃຫ້ເຈົ້າເປັນແບບນີ້ ແລະ ເວົ້າວ່າເຈົ້າກຽດຊັງຄວາມຈິງ, ຖ້າພຣະອົງບໍ່ພຽງແຕ່ເວົ້າວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມໜ້ອຍໜຶ່ງ ຫຼື ເຈົ້າບໍ່ເຊື່ອຟັງໜ້ອຍໜຶ່ງ, ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງຫຼາຍບໍ? (ມັນຮ້າຍແຮງ.) ນີ້ໝາຍຄວາມເຖິງບັນຫາ ແລະ ບັນຫານີ້ບໍ່ໄດ້ເກີດຈາກລັກສະນະທີ່ຄົນເບິ່ງເຈົ້າ ຫຼື ວິທີການທີ່ພວກເຂົາປະເມີນເຈົ້າ, ມັນເກີດຈາກວິທີການທີ່ພຣະເຈົ້າເບິ່ງອຸປະນິໄສທີ່ເສື່ອມຊາມຂອງເຈົ້າທີ່ກຽດຊັງຄວາມຈິງ. ສະນັ້ນພຣະເຈົ້າຈະເບິ່ງມັນແນວໃດ? ພຣະເຈົ້າພຽງແຕ່ຕັດສິນວ່າເຈົ້າກຽດຊັງ ແລະ ບໍ່ຮັກຄວາມຈິງ ແລະ ນັ້ນຄືທັງໝົດບໍ? ມັນງ່າຍຂະໜາດນັ້ນບໍ? ຄວາມຈິງມາຈາກໃສ? ຄວາມຈິງເປັນຕົວແທນໃຫ້ຜູ້ໃດ? (ມັນເປັນຕົວແທນໃຫ້ພຣະເຈົ້າ.) ໃຫ້ຕຶກຕອງສິ່ງນີ້: ຖ້າຄົນໃດໜຶ່ງກຽດຊັງຄວາມຈິງ, ແລ້ວຈາກທັດສະນະຂອງພຣະເຈົ້ານັ້ນ ພຣະອົງຈະເບິ່ງພວກເຂົາແນວໃດ? (ເປັນສັດຕູຂອງພຣະອົງ.) ນີ້ບໍ່ແມ່ນບັນຫາທີ່ຮ້າຍແຮງບໍ? ເມື່ອຄົນໃດໜຶ່ງກຽດຊັງຄວາມຈິງ, ພວກເຂົາກໍກຽດຊັງພຣະເຈົ້າ! ເປັນຫຍັງເຮົາຈຶ່ງເວົ້າວ່າພວກເຂົາກຽດຊັງພຣະເຈົ້າ? ພວກເຂົາສາບແຊ່ງພຣະເຈົ້າບໍ? ພວກເຂົາຕໍ່ຕ້ານພຣະເຈົ້າຢູ່ຊ່ອງໜ້າຂອງພຣະອົງບໍ? ພວກເຂົາຕັດສິນ ຫຼື ປະນາມພຣະອົງຢູ່ຫຼັບຫຼັງພຣະອົງບໍ? ບໍ່ຈຳເປັນ. ສະນັ້ນເປັນຫຍັງເຮົາຈຶ່ງເວົ້າວ່າການສະແດງອອກເຖິງອຸປະນິໄສທີ່ກຽດຊັງຄວາມຈິງເປັນການກຽດຊັງພຣະເຈົ້າ? ນີ້ບໍ່ແມ່ນການເຮັດບາງຢ່າງໃຫ້ໃຫຍ່ເກີນຄວາມເປັນຈິງ, ມັນຄືຄວາມເປັນຈິງຂອງສະຖານະການດັ່ງກ່າວ. ມັນເປັນຄືກັບພວກຟາຣີຊາຍໜ້າຊື່ໃຈຄົດທີ່ຄຶງພຣະເຢຊູເຈົ້າເທິງໄມ້ກາງ ເພາະພວກເຂົາກຽດຊັງຄວາມຈິງ ເຊິ່ງມີຜົນຕາມມາທີ່ໂຫດຮ້າຍ. ຄວາມໝາຍຂອງສິ່ງນີ້ກໍຄືຖ້າຄົນໃດໜຶ່ງມີອຸປະນິໄສທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ, ມັນອາດສະແດງອອກຈາກສິ່ງເຫຼົ່ານັ້ນໄດ້ທຸກເວລາ ແລະ ທຸກຫົນແຫ່ງ ແລະ ຖ້າພວກເຂົາໃຊ້ຊີວິດຕາມມັນ, ພວກເຂົາຈະບໍ່ຕໍ່ຕ້ານພຣະເຈົ້າບໍ? ເມື່ອພວກເຂົາປະສົບກັບບາງສິ່ງທີ່ກ່ຽວຂ້ອງກັບຄວາມຈິງ ຫຼື ການຕັດສິນໃຈ, ຖ້າພວກເຂົາບໍ່ສາມາດຍອມຮັບຄວາມຈິງ ແລະ ພວກເຂົາໃຊ້ຊີວິດຕາມອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ, ພວກເຂົາຈະຕໍ່ຕ້ານພຣະເຈົ້າໂດຍທຳມະຊາດ ແລະ ທໍລະຍົດພຣະອົງ, ເພາະອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຄືອຸປະນິໄສທີ່ກຽດຊັງພຣະເຈົ້າ ແລະ ກຽດຊັງຄວາມຈິງ. ຖ້າເຈົ້າມີອຸປະນິໄສແບບນັ້ນ, ແລ້ວເຖິງແມ່ນມັນກ່ຽວຂ້ອງກັບພຣະທຳທີ່ພຣະເຈົ້າໄດ້ເວົ້າກ່າວ ເຈົ້າກໍຈະຕັ້ງຄຳຖາມກັບພວກມັນ ແລະ ຕ້ອງການວິເຄາະ ແລະ ໄຈ້ແຍກພວກມັນ. ແລ້ວເຈົ້າກໍຈະສົງໄສພຣະທຳຂອງພຣະເຈົ້າ ແລະ ເວົ້າວ່າ “ສິ່ງເຫຼົ່ານີ້ຄືພຣະທຳຂອງພຣະເຈົ້າແທ້ໆບໍ? ພວກມັນບໍ່ເບິ່ງຄືກັບວ່າເປັນຄວາມຈິງສຳລັບຂ້ອຍ, ພວກມັນທັງໝົດບໍ່ໄດ້ເບິ່ງຄືກັບຖືກຕ້ອງສຳລັບຂ້ອຍ!” ໃນລັກສະນະນີ້, ອຸປະນິໄສຂອງເຈົ້າທີ່ກຽດຊັງຄວາມຈິງບໍ່ໄດ້ສະແດງອອກມາບໍ? ເມື່ອເຈົ້າຄິດໃນລັກສະນະນີ້, ເຈົ້າຈະສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າບໍ? ເຈົ້າບໍ່ສາມາດເຮັດໄດ້ຢ່າງແນ່ນອນ. ຖ້າເຈົ້າບໍ່ສາມາດຍອມອ່ອນນ້ອມຕໍ່ພຣະເຈົ້າ, ພຣະອົງຍັງເປັນພຣະເຈົ້າຂອງເຈົ້າບໍ? ບໍ່ແມ່ນ. ແລ້ວພຣະເຈົ້າຈະເປັນຫຍັງສຳລັບເຈົ້າ? ເຈົ້າຈະປະຕິບັດຕໍ່ພຣະອົງຄືກັບເປົ້າໝາຍການວິໄຈ, ຄົນທີ່ຕ້ອງຖືກສົງໄສ, ຄົນທີ່ຕ້ອງຖືກປະນາມ, ເຈົ້າຈະປະຕິບັດຕໍ່ພຣະອົງຄືກັບຄົນທຳມະດາ ແລະ ປົກກະຕິ ແລະ ປະນາມພຣະອົງວ່າເປັນເຊັ່ນນັ້ນ. ໃນການເຮັດເຊັ່ນນັ້ນ, ເຈົ້າຈະກາຍມາເປັນຄົນທີ່ຕໍ່ຕ້ານ ແລະ ໝິ່ນປະໝາດພຣະເຈົ້າ. ອຸປະນິໄສປະເພດໃດກໍ່ໃຫ້ເກີດສິ່ງນີ້? ມັນເກີດຂຶ້ນຈາກອຸປະນິໄສທີ່ອວດດີທີ່ພອງຂຶ້ນໃນລະດັບໃດໜຶ່ງ; ບໍ່ພຽງແຕ່ວ່າອຸປະນິໄສທີ່ຊົ່ວຮ້າຍຂອງເຈົ້າຈະສະແດງອອກຈາກຕົວເຈົ້າ, ໃບໜ້າທີ່ຊົ່ວຮ້າຍຂອງເຈົ້າຍັງຈະຖືກເປີດເຜີຍໂດຍສິ້ນເຊີງ. ເກີດຂຶ້ນຫຍັງກັບຄວາມສຳພັນລະຫວ່າງພຣະເຈົ້າ ແລະ ຄົນທີ່ໄປຮອດຂັ້ນທີ່ຕໍ່ຕ້ານພຣະເຈົ້າ ແລະ ຄົນທີ່ມີຄວາມກະບົດຕໍ່ພຣະເຈົ້າໃນລະດັບໃດໜຶ່ງ? ມັນກາຍມາເປັນຄວາມສຳພັນທີ່ເປັນປໍລະປັກ ເຊິ່ງຄົນໆໜຶ່ງວາງພຣະເຈົ້າໃຫ້ຢູ່ໃນຕຳແໜ່ງທີ່ຕໍ່ຕ້ານພວກເຂົາເອງ. ໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ, ຖ້າເຈົ້າບໍ່ສາມາດຍອມຮັບ ແລະ ເຊື່ອຟັງຄວາມຈິງ ແລ້ວພຣະເຈົ້າກໍບໍ່ແມ່ນພຣະເຈົ້າຂອງເຈົ້າ. ຖ້າເຈົ້າປະຕິເສດຄວາມຈິງ ແລະ ບໍ່ສົນໃຈມັນ, ແລ້ວເຈົ້າຈະກາຍມາເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ຖ້າເປັນເຊັ່ນນັ້ນ, ພຣະເຈົ້າຍັງສາມາດຊ່ວຍເຈົ້າໃຫ້ລອດພົ້ນບໍ? ພຣະອົງບໍ່ສາມາດເຮັດໄດ້ຢ່າງແນ່ນອນ? ພຣະເຈົ້າມອບໂອກາດໃຫ້ເຈົ້າເພື່ອຮັບເອົາຄວາມລອດພົ້ນຂອງພຣະອົງ ແລະ ບໍ່ເຫັນວ່າເຈົ້າເປັນສັດຕູ, ແຕ່ເຈົ້າບໍ່ສາມາດຍອມຮັບຄວາມຈິງ ແລະ ເຈົ້າວາງພຣະເຈົ້າໃຫ້ຢູ່ໃນຕຳແໜ່ງທີ່ຕໍ່ຕ້ານເຈົ້າ; ຄວາມບໍ່ສາມາດຂອງເຈົ້າໃນການຍອມຮັບພຣະເຈົ້າໃຫ້ເປັນຄວາມຈິງຂອງເຈົ້າ ແລະ ເປັນເສັ້ນທາງຂອງເຈົ້າຈະເຮັດໃຫ້ເຈົ້າກາຍເປັນຄົນທີ່ຕໍ່ຕ້ານພຣະເຈົ້າ. ຄວນແກ້ໄຂບັນຫານີ້ແນວໃດ? ເຈົ້າຕ້ອງກັບໃຈ ແລະ ປ່ຽນເສັ້ນທາງໃຫ້ໄວ. ຕົວຢ່າງ: ເມື່ອເຈົ້າພົບກັບບັນຫາ ຫຼື ຄວາມຫຍຸ້ງຍາກໃນຂະນະທີ່ປະຕິບັດໜ້າທີ່ຂອງເຈົ້າ ແລະ ເຈົ້າບໍ່ຮູ້ຈັກວິທີການແກ້ໄຂມັນ, ເຈົ້າຕ້ອງບໍ່ຕຶກຕອງມັນຢ່າງຫຼັບຫູຫຼັບຕາ, ເຈົ້າຕ້ອງສະຫງົບຕົນເອງຕໍ່ໜ້າພຣະເຈົ້າກ່ອນ, ອະທິຖານ ແລະ ສະແຫວງຫາຈາກພຣະອົງ ແລະ ເບິ່ງວ່າພຣະທຳຂອງພຣະເຈົ້າເວົ້າແນວໃດກ່ຽວກັບສິ່ງນັ້ນ. ຫຼັງຈາກທີ່ອ່ານພຣະທຳຂອງພຣະເຈົ້າ, ຖ້າເຈົ້າຍັງບໍ່ເຂົ້າໃຈ ແລະ ບໍ່ຮູ້ວ່າແມ່ນຫຍັງຄືຄວາມຈິງທີ່ກ່ຽວຂ້ອງກັບບັນຫານີ້, ເຈົ້າຕ້ອງຍຶດໝັ້ນກັບຫຼັກການໜຶ່ງຢ່າງ ນັ້ນກໍຄື ເຊື່ອຟັງກ່ອນ, ບໍ່ມີແນວຄິດ ຫຼື ຄວາມຄິດສ່ວນຕົວໃດໆ, ລໍຖ້າດ້ວຍຫົວໃຈທີ່ສະຫງົບສຸກ ແລະ ເບິ່ງວ່າພຣະເຈົ້າມີເຈດຕະນາ ແລະ ຕ້ອງການເຮັດແນວໃດ. ເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ, ເຈົ້າຄວນສະແຫວງຫາມັນ ແລະ ເຈົ້າຄວນລໍຖ້າພຣະເຈົ້າ, ແທນທີ່ຈະເຮັດຢ່າງຫຼັບຫູຫຼັບຕາ ແລະ ຢ່າງບໍ່ລະມັດລະວັງ. ຖ້າຄົນໃດໜຶ່ງໃຫ້ຂໍ້ສະເໜີແກ່ເຈົ້າເມື່ອເຈົ້າບໍ່ເຂົ້າໃຈຄວາມຈິງ ແລະ ບອກເຈົ້າກ່ຽວກັບວິທີການເຮັດໃຫ້ສອດຄ່ອງກັບຄວາມຈິງ, ເຈົ້າກໍຄວນຍອມຮັບມັນກ່ອນ ແລະ ປ່ອຍໃຫ້ທຸກຄົນໂອ້ລົມກ່ຽວກັບມັນ ແລະ ເບິ່ງວ່າເສັ້ນທາງນີ້ຖືກຕ້ອງ ຫຼື ບໍ່ ແລະ ມັນສອດຄ່ອງກັບຫຼັກການແຫ່ງຄວາມຈິງ ຫຼື ບໍ່. ຖ້າເຈົ້າຢືນຢັນວ່າມັນສອດຄ່ອງກັບຄວາມຈິງ, ແລ້ວປະຕິບັດດ້ວຍວິທີນັ້ນ; ຖ້າເຈົ້າຕັດສິນວ່າມັນບໍ່ສອດຄ່ອງກັບຄວາມຈິງ, ແລ້ວຢ່າປະຕິບັດດ້ວຍວິທີນັ້ນ. ມັນງ່າຍຂະໜາດນັ້ນ. ເມື່ອເຈົ້າສະແຫວງຫາຄວາມຈິງ, ເຈົ້າຄວນສະແຫວງຫາຈາກຫຼາຍຄົນ. ຖ້າຄົນໃດໜຶ່ງມີຫຍັງໃຫ້ເວົ້າ, ເຈົ້າຄວນຮັບຟັງພວກເຂົາ ແລະ ປະຕິບັດຕໍ່ຄຳເວົ້າທຸກຂໍ້ຂອງພວກເຂົາຢ່າງຈິງຈັງ. ຢ່າເມີນເສີຍ ຫຼື ດູໝິ່ນພວກເຂົາ, ເພາະສິ່ງນີ້ກ່ຽວຂ້ອງກັບເລື່ອງທີ່ຢູ່ພາຍໃນຂອບເຂດໜ້າທີ່ຂອງເຈົ້າ ແລະ ເຈົ້າຕ້ອງປະຕິບັດຕໍ່ສິ່ງນີ້ຢ່າງຈິງໃຈ. ນີ້ຄືທັດສະນະທີ່ຖືກຕ້ອງ ແລະ ສະພາວະທີ່ຖືກຕ້ອງ. ເມື່ອເຈົ້າຢູ່ໃນສະພາວະທີ່ຖືກຕ້ອງ ແລະ ເຈົ້າບໍ່ເປີດເຜີຍອຸປະນິໄສທີ່ເບື່ອໜ່າຍຄວາມຈິງ ແລະ ກຽດຊັງຄວາມຈິງ, ແລ້ວການປະຕິບັດດ້ວຍວິທີນີ້ກໍຈະເຂົ້າແທນທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ນີ້ຄືການປະຕິບັດຄວາມຈິງ. ຖ້າເຈົ້າປະຕິບັດຄວາມຈິງດ້ວຍວິທີນີ້, ມັນຈະເກີດໝາກຜົນຫຍັງ? (ພວກເຮົາຈະຖືກຊີ້ນໍາໂດຍພຣະວິນຍານບໍລິສຸດ.) ການຮັບເອົາການຊີ້ນໍາຂອງພຣະວິນຍານບໍລິສຸດຄືແງ່ມຸມໜຶ່ງ. ບາງຄັ້ງເລື່ອງຈະງ່າຍຫຼາຍ ແລະ ສາມາດບັນລຸໄດ້ໂດຍໃຊ້ຄວາມຄິດຂອງເຈົ້າເອງ; ຫຼັງຈາກທີ່ຄົນອື່ນໃຫ້ຂໍ້ສະເໜີຂອງພວກເຂົາແກ່ເຈົ້າແລ້ວ ແລະ ເຈົ້າເຂົ້າໃຈ, ເຈົ້າຈະສາມາດແກ້ໄຂສິ່ງຕ່າງໆ ແລະ ເຮັດໂດຍສອດຄ່ອງກັບຫຼັກການ. ຄົນອາດຄິດວ່ານີ້ຄືເລື່ອງນ້ອຍ, ແຕ່ສຳລັບພຣະເຈົ້າແລ້ວ ມັນເປັນເລື່ອງໃຫຍ່. ເປັນຫຍັງເຮົາຈຶ່ງເວົ້າເຊັ່ນນີ້? ເພາະເມື່ອເຈົ້າປະຕິບັດດ້ວຍວິທີນີ້, ສຳລັບພຣະເຈົ້າແລ້ວ ເຈົ້າເປັນຄົນທີ່ສາມາດປະຕິບັດຄວາມຈິງ, ເປັນຄົນທີ່ຮັກຄວາມຈິງ ແລະ ເປັນຄົນທີ່ບໍ່ເບື່ອໜ່າຍຄວາມຈິງ, ເມື່ອພຣະເຈົ້າເບິ່ງເຂົ້າໄປໃນຫົວໃຈຂອງເຈົ້າ, ພຣະອົງຍັງເບິ່ງເຫັນອຸປະນິໄສຂອງເຈົ້າ ແລະ ນີ້ຄືເລື່ອງໃຫຍ່. ເວົ້າອີກຢ່າງກໍຄື ເມື່ອເຈົ້າເຮັດໜ້າທີ່ຂອງເຈົ້າ ແລະ ດຳເນີນການຢູ່ໃນການສະຖິດຂອງພຣະເຈົ້າ, ສິ່ງທີ່ເຈົ້າດຳລົງຊີວິດຕາມ ແລະ ສະແດງອອກແມ່ນລ້ວນແລ້ວແຕ່ເປັນຄວາມເປັນຈິງແຫ່ງຄວາມຈິງທີ່ຄົນຄວນມີ. ທັດສະນະ, ຄວາມຄິດ ແລະ ສະພາວະທີ່ເຈົ້າມີໃນທຸກສິ່ງທີ່ເຈົ້າເຮັດກໍເປັນສິ່ງສຳຄັນທີ່ສຸດສຳລັບພຣະເຈົ້າ ແລະ ພວກມັນເປັນສິ່ງທີ່ພຣະເຈົ້າພິຈາລະນາກວດສອບ.

ມັນບໍ່ແມ່ນເລື່ອງຕໍ່າຊ້າບໍທີ່ບາງຄົນມັກຈັບຜິດຄົນອື່ນ ແລະ ເຮັດບາງສິ່ງຢ່າງລົມໆແລ້ງໆ ເມື່ອໃດກໍຕາມທີ່ມີບາງຢ່າງເກີດຂຶ້ນກັບພວກເຂົາ? ນີ້ແມ່ນບັນຫາທີ່ໃຫຍ່. ຄົນທີ່ມີຄວາມເຂົ້າໃຈຢ່າງຊັດເຈນຈະບໍ່ເຮັດຜິດເຊັ່ນນີ້, ແຕ່ນີ້ແມ່ນສິ່ງທີ່ຄົນບໍ່ມີເຫດຜົນເປັນ. ພວກເຂົາຈິນຕະນາການຢູ່ສະເໝີວ່າຄົນອື່ນກຳລັງເຮັດສິ່ງຕ່າງໆໃຫ້ຫຍຸ້ງຍາກສຳລັບພວກເຂົາ, ຄົນອື່ນຕັ້ງໃຈສ້າງເວລາທີ່ຍາກລຳບາກໃຫ້ພວກເຂົາ, ສະນັ້ນພວກເຂົາຈຶ່ງເປັນປໍລະປັກຄົນອື່ນຢູ່ສະເໝີ. ນີ້ບໍ່ແມ່ນຄວາມຄາດເຄື່ອນບໍ? ພວກເຂົາບໍ່ໄດ້ພະຍາຍາມເມື່ອເວົ້າເຖິງຄວາມຈິງ, ພວກເຂົາມັກເວົ້າຄຸມເຄືອກ່ຽວກັບສິ່ງທີ່ບໍ່ສຳຄັນ ເມື່ອມີບາງຢ່າງເກີດຂຶ້ນກັບພວກເຂົາ, ຮຽກຮ້ອງໃຫ້ມີຄຳອະທິບາຍ, ພະຍາຍາມບໍ່ໃຫ້ເສຍໜ້າ ແລະ ພວກເຂົາໃຊ້ວິທີແກ້ບັນຫາຂອງມະນຸດເພື່ອຮັບມືກັບເລື່ອງເຫຼົ່ານີ້ຢູ່ສະເໝີ. ນີ້ຄືອຸປະສັກທີ່ໃຫຍ່ທີ່ສຸດຕໍ່ການເຂົ້າສູ່ຊີວິດ. ຖ້າເຈົ້າເຊື່ອໃນພຣະເຈົ້າໃນລັກສະນະນີ້ ຫຼື ປະຕິບັດຕາມວິທີການນີ້, ເຈົ້າຈະບໍ່ໄດ້ຮັບຄວາມຈິງຈັກເທື່ີອ ເພາະເຈົ້າບໍ່ເຄີຍມາຢູ່ຕໍ່ໜ້າພຣະເຈົ້າຈັກເທື່ອ. ເຈົ້າບໍ່ເຄີຍມາຢູ່ຕໍ່ໜ້າພຣະເຈົ້າເພື່ອຮັບເອົາທຸກຢ່າງທີ່ພຣະເຈົ້າໄດ້ກຳນົດໄວ້ສຳລັບເຈົ້າຈັກເທື່ອ ແລະ ເຈົ້າບໍ່ໄດ້ໃຊ້ຄວາມຈິງເພື່ອຮັບມືກັບທຸກສິ່ງນີ້, ໃນທາງກົງກັນຂ້າມ ເຈົ້າໃຊ້ວິທີແກ້ໄຂບັນຫາຂອງມະນຸດເພື່ອຮັບມືກັບສິ່ງຕ່າງໆ. ສະນັ້ນ, ໃນສາຍຕາຂອງພຣະເຈົ້ານັ້ນ ເຈົ້າໄດ້ພັດຫຼົງຈາກພຣະອົງໄກຫຼາຍເກີນໄປ. ບໍ່ແມ່ນພຽງແຕ່ວ່າຫົວໃຈຂອງເຈົ້າໄດ້ພັດຫຼົງຈາກພຣະອົງ, ການເປັນຢູ່ທັງໝົດຂອງເຈົ້າບໍ່ໄດ້ດຳເນີນຢູ່ໃນການສະຖິດຂອງພຣະອົງ. ນີ້ຄືວິທີທີ່ພຣະເຈົ້າເບິ່ງຄົນທີ່ວິເຄາະສິ່ງຕ່າງໆເກີນຄວາມເປັນຈິງ ແລະ ຈັບຜິດຄົນອື່ນຢູ່ສະເໝີ. ມີຄົນທີ່ເວົ້າຄ່ອງແຄ້ວ ຫຼື ເວົ້າມ່ວນຫູ, ເປັນຄົນທີ່ຄວາມຄິດຂອງພວກເຂົາໄວ ແລະ ຫຼັກແຫຼມ, ຄົນທີ່ຄິດວ່າ “ຂ້ອຍເວົ້າໄດ້ດີ. ຄົນອື່ນທຸກຄົນຊົມເຊີຍ ແລະ ເຄົາລົບຂ້ອຍແທ້ໆ ແລະ ນັບຖືຂ້ອຍເປັນຢ່າງສູງ. ຄົນຮັບຟັງຂ້ອຍເປັນປະຈຳ”. ສິ່ງນີ້ມີປະໂຫຍດບໍ? ເຈົ້າໄດ້ສ້າງກຽດຕິຍົດໃນບັນດາຜູ້ຄົນ, ແຕ່ວິທີການທີ່ເຈົ້າປະພຶດຕໍ່ໜ້າພຣະເຈົ້າບໍ່ໄດ້ເຮັດໃຫ້ພຣະອົງພໍໃຈ. ພຣະເຈົ້າເວົ້າວ່າເຈົ້າເປັນຜູ້ບໍ່ເຊື່ອ ແລະ ເຈົ້າກຽດຊັງຄວາມຈິງ. ໃນບັນດາຜູ້ຄົນ, ເຈົ້າອາດມີປະສົບການຫຼາຍ ແລະ ເກ່ງຊຳນານ, ເຈົ້າອາດຮັບມືກັບສິ່ງຕ່າງໆໄດ້ຢ່າງດີຫຼາຍ ແລະ ເຂົ້າກັບທຸກຄົນໄດ້ດີ; ເຈົ້າອາດສາມາດຊອກຫາວິທີການເພື່ອຮັບມື ແລະ ຈັດການສິ່ງຕ່າງໆຢູ່ສະເໝີ ບໍ່ວ່າຈະເປັນສະຖານະການໃດກໍຕາມ, ແຕ່ເຈົ້າບໍ່ໄດ້ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ສະແຫວງຫາຄວາມຈິງເພື່ອແກ້ໄຂບັນຫາ. ຄົນແບບນີ້ເປັນບັນຫາຫຼາຍ. ພຣະເຈົ້າມີພຽງແຕ່ສິ່ງດຽວໃຫ້ເວົ້າໃນການປະເມີນຄົນແບບເຈົ້າ: “ເຈົ້າເປັນຜູ້ບໍ່ເຊື່ອ, ເຈົ້າພະຍາຍາມໃຊ້ປະໂຫຍດຈາກໂອກາດນີ້ເພື່ອຮັບເອົາພອນໂດຍເຮັດທຳທ່າວ່າເຊື່ອໃນພຣະເຈົ້າ. ເຈົ້າບໍ່ແມ່ນຄົນທີ່ຍອມຮັບຄວາມຈິງ”. ເຈົ້າຄິດແນວໃດກ່ຽວກັບການປະເມີນປະເພດນີ້? ມັນເປັນສິ່ງທີ່ພວກເຈົ້າຕ້ອງການບໍ? ມັນບໍ່ແມ່ນຢ່າງແນ່ນອນ. ມັນເປັນໄປໄດ້ທີ່ບາງຄົນບໍ່ສົນໃຈ ແລະ ເວົ້າວ່າ “ມັນບໍ່ສຳຄັນວ່າພຣະເຈົ້າຈະເບິ່ງພວກເຮົາເປັນແນວໃດ, ເຖິງຢ່າງໃດພວກເຮົາກໍບໍ່ສາມາດເຫັນພຣະເຈົ້າໄດ້ຢູ່ແລ້ວ. ບັນຫາທີ່ຮີບດ່ວນທີ່ສຸດຂອງພວກເຮົາກໍຄືການມີຄວາມສຳພັນທີ່ດີກັບຄົນທີ່ຢູ່ອ້ອມຂ້າງພວກເຮົາ. ຫຼັງຈາກທີ່ພວກເຮົາໄດ້ສ້າງຈຸດຢືນທີ່ໜັກແໜ້ນສຳລັບພວກເຮົາເອງ, ແລ້ວພວກເຮົາກໍສາມາດເອົາຊະນະຜູ້ນໍາ ແລະ ຜູ້ເຮັດວຽກ ເພື່ອວ່າທຸກຄົນຈະຊົມເຊີຍພວກເຮົາ”. ນີ້ແມ່ນຄົນປະເພດໃດ? ພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າບໍ? ພວກເຂົາບໍ່ແມ່ນຢ່າງແນ່ນອນ; ພວກເຂົາເປັນຜູ້ບໍ່ເຊື່ອ. ຄົນທີ່ເຊື່ອໃນພຣະເຈົ້າຕ້ອງດຳລົງຊີວິດໃນການສະຖິດຂອງພຣະເຈົ້າຢູ່ສະເໝີ; ບໍ່ວ່າພວກເຂົາຈະພົບພໍ້ບັນຫາຫຍັງກໍຕາມ, ພວກເຂົາຕ້ອງມາຢູ່ຕໍ່ໜ້າພຣະເຈົ້າເພື່ອສະແຫວງຫາຄວາມຈິງ ເພື່ອວ່າໃນທີ່ສຸດແລ້ວ ພຣະເຈົ້າຈະເວົ້າວ່າ “ເຈົ້າເປັນຄົນທີ່ຮັກຄວາມຈິງ, ຄົນທີ່ເຮັດໃຫ້ພຣະເຈົ້າພໍໃຈ ແລະ ຄົນທີ່ພຣະເຈົ້າຖືວ່າສາມາດຍອມຮັບໄດ້. ພຣະເຈົ້າໄດ້ເຫັນຫົວໃຈຂອງເຈົ້າ ແລະ ພຣະອົງຍັງໄດ້ເຫັນຄວາມເຊື່ອຟັງຂອງເຈົ້າ”. ເຈົ້າຄິດແນວໃດກ່ຽວກັບການປະເມີນປະເພດນີ້? ມີພຽງແຕ່ຄົນແບບນີ້ເທົ່ານັ້ນຈຶ່ງສາມາດຮັບເອົາການຍົກຍ້ອງຂອງພຣະເຈົ້າ. ພວກເຈົ້າສາມາດເຂົ້າໃຈສິ່ງນີ້ໄດ້ຢ່າງສົມບູນບໍ? ເຮົາບອກພວກເຈົ້າວ່າ ບໍ່ວ່າຜູ້ເຊື່ອໃນພຣະເຈົ້າຈະປະຕິບັດໜ້າທີ່ຫຍັງກໍຕາມ, ບໍ່ວ່າພວກເຂົາຈະຮັບມືກັບເລື່ອງພາຍນອກ ຫຼື ໜ້າທີ່ທີ່ກ່ຽວຂ້ອງກັບຫຼາກຫຼາຍວຽກງານ ຫຼື ຂົງເຂດຄວາມຊຳນານໃນເຮືອນຂອງພຣະເຈົ້າ, ຖ້າພວກເຂົາບໍ່ມາຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ແລະ ດຳລົງຊີວິດໃນການສະຖິດຂອງພຣະອົງ ແລະ ພວກເຂົາບໍ່ກ້າຍອມຮັບການພິເຄາະຂອງພຣະອົງ ແລະ ພວກເຂົາບໍ່ສະແຫວງຫາຄວາມຈິງຈາກພຣະເຈົ້າ, ແລ້ວພວກເຂົາກໍເປັນຜູ້ບໍ່ເຊື່ອ ແລະ ພວກເຂົາບໍ່ໄດ້ແຕກຕ່າງຫຍັງຈາກຜູ້ບໍ່ເຊື່ອ. ພວກເຈົ້າສາມາດເຂົ້າໃຈປະເດັນນີ້ບໍ? ມັນເປັນໄປໄດ້ທີ່ມີບາງຄົນທີ່ບໍ່ສາມາດປະຕິບັດໜ້າທີ່ໃນຕອນນີ້ ເພາະສະພາບແວດລ້ອມຂອງພວກເຂົາບໍ່ເອື້ອອຳນວຍ; ພວກເຂົາໃຊ້ຊີວິດໃນສະພາບແວດລ້ອມຂອງຜູ້ບໍ່ເຊື່ອ ແລະ ເຖິງຢ່າງນັ້ນ ພວກເຂົາກໍຍັງຮັບແສງສະຫວ່າງ ແລະ ການຊີ້ນໍາຂອງພຣະເຈົ້າຢູ່ເລື້ອຍໆ. ສາມາດເປັນແບບນີ້ໄດ້ແນວໃດ? ສິ່ງທີ່ຈຳເປັນຢ່າງຍິ່ງທີ່ສຸດກໍຄືພວກເຂົາສາມາດອະທິຖານຫາພຣະເຈົ້າ, ກິນ ແລະ ດື່ມພຣະທຳຂອງພຣະເຈົ້າ, ສະແຫວງຫາຄວາມຈິງ ແລະ ປະຕິບັດມັນ ແລະ ຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ສິ່ງເຫຼົ່ານີ້ຄືສິ່ງທີ່ເປັນກະແຈສູ່ການຕັດສິນວ່າຄົນໆໜຶ່ງສາມາດດຳລົງຊີວິດໃນການສະຖິດຂອງພຣະເຈົ້າຢູ່ສະເໝີ ຫຼື ບໍ່. ຖ້າເຈົ້າບໍ່ສຳຜັດພຣະເຈົ້າຢູ່ເລື້ອຍໆ ແລະ ເຈົ້າອ່ອນແອ ແລະ ຄິດລົບຢູ່ເລື້ອຍໆ ຫຼື ຖ້າເຈົ້າມີໃຈເກເລຢູ່ເລື້ອຍໆ ຫຼື ຖ້າເຈົ້າບໍ່ແບກຮັບພາລະໃດໆໃນໜ້າທີ່ຂອງເຈົ້າ ແລະ ເຈົ້າມຶນງົງຢູ່ສະເໝີ, ນີ້ຄືສະພາວະທີ່ດີ ຫຼື ສະພາວະທີ່ບໍ່ດີ? ມັນເປັນສະພາວະທີ່ດຳລົງຊີວິດຕໍ່ໜ້າພຣະເຈົ້າ ຫຼື ເປັນສະພາວະທີ່ບໍ່ໄດ້ດຳລົງຊີວິດຕໍ່ໜ້າພຣະເຈົ້າເລີຍ? (ມັນເປັນສະພາວະທີ່ບໍ່ໄດ້ດຳລົງຊີວິດຕໍ່ໜ້າພຣະເຈົ້າ.) ສະນັ້ນ, ພວກເຈົ້າຕ້ອງປະເມີນສິ່ງນີ້, ພວກເຈົ້າດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ເລື້ອຍໆ ຫຼື ບໍ່? ຖ້າພວກເຈົ້າບໍ່ຄ່ອຍເຮັດເລີຍ ແລະ ພວກເຈົ້າບໍ່ໄດ້ແມ່ນແຕ່ອະທິຖານ ຫຼື ອ່ານພຣະທຳຂອງພຣະເຈົ້າ, ສິ່ງນີ້ກໍຈະເຮັດໃຫ້ເກີດບັນຫາຢ່າງແນ່ນອນ, ມັນໝາຍຄວາມວ່າເຈົ້າເປັນຜູ້ບໍ່ເຊື່ອ. ບາງຄົນບໍ່ຄ່ອຍໃສ່ໃຈກັບເລື່ອງທີ່ເໝາະສົມ, ພວກເຂົາມີໃຈເກເລ ແລະ ໃຈແຕກ ແລະ ເມື່ອສິ່ງຕ່າງໆເກີດຂຶ້ນກັບພວກເຂົາ, ພວກເຂົາສັບສົນຢູ່ສະເໝີ ແລະ ບໍ່ຮູ້ຈັກວິທີການສະແຫວງຫາຄວາມຈິງ. ພວກເຂົາເຖິງກັບບໍ່ຮູ້ວ່າພວກເຂົາມີຜົນຮັບໃນການປະຕິບັດໜ້າທີ່ຂອງພວກເຂົາ ຫຼື ບໍ່. ພວກເຂົາບໍ່ຮູ້ວ່າອັນໃດຄືການກະທຳປະຈຳວັນຂອງພວກເຂົາທີ່ເຮັດຜິດໃຈພຣະເຈົ້າ, ອັນຄືທີ່ພຣະເຈົ້າຖືວ່າສາມາດຍອມຮັບໄດ້ ແລະ ອັນໃດທີ່ພຣະເຈົ້າລັງກຽດ. ພວກເຂົາພຽງແຕ່ຜ່ານຜ່າແບບມົ້ວໆໃນມື້ຕໍ່ມື້. ເຈົ້າຄິດແນວໃດກ່ຽວກັບສະພາວະນີ້? ຄົນທີ່ໃຊ້ຊີວິດໃນສະພາວະປະເພດເຫຼົ່ານີ້ມີຫົວໃຈທີ່ຢຳເກງພຣະເຈົ້າບໍ? ສາມາດມີຫຼັກການໃດໆໃນສິ່ງທີ່ພວກເຂົາເຮັດບໍ? ພວກເຂົາສາມາດເຮັດສິ່ງທີ່ມີເຫດຜົນບໍ? ເມື່ອພວກເຂົາກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ພວກເຂົາສາມາດເວົ້າວ່າ “ຂ້ອຍຕ້ອງສະຫງວນທີ່ທ່າ, ຂ້ອຍຕ້ອງເຮັດໜ້າທີ່ຂອງຂ້ອຍໃຫ້ດີ, ຂ້ອຍຕ້ອງເຮັດມັນສຸດໃຈຂອງຂ້ອຍ ແລະ ສຸດກຳລັງຂອງຂ້ອຍ” ບໍ? ພວກເຂົາສາມາດບັນລຸຄວາມອຸທິດຕົວບໍ? (ພວກເຂົາບໍ່ສາມາດເຮັດໄດ້.) ແລ້ວຄົນແບບນັ້ນກຳລັງເຮັດຫຍັງ? ພວກເຂົາກຳລັງໃຊ້ແຮງເທົ່ານັ້ນ! ຄົນແບບນັ້ນໄດ້ຮັບເອົາຄວາມຈິງບໍ? (ພວກເຂົາບໍ່ໄດ້ຮັບ.) ນັ້ນຄືການສູນເສຍທີ່ໃຫຍ່ຫຼວງ. ຄົນໂງ່ກຸ່ມນີ້ບໍ່ສາມາດຮູ້ວິທີການສະແຫວງຫາຄວາມຈິງໄດ້ແນວໃດ? ພວກເຂົາເຊື່ອໃນພຣະເຈົ້າເປັນເວລາສິບ ຫຼື ຊາວປີ ແລະ ໄດ້ຍິນຄຳເທດສະໜາຫຼາຍຄັ້ງ, ເຖິງຢ່າງນັ້ນ ພວກເຂົາກໍບໍ່ຮູ້ວ່າການຖືກຮັບເອົາຜ່ານຄວາມເຊື່ອໃນພຣະເຈົ້າແມ່ນຫຍັງ, ພວກເຂົາຄວນສະແຫວງຫາຄວາມຈິງແນວໃດ, ພວກເຂົາຄວນປະຕິບັດຄວາມຈິງແນວໃດ ຫຼື ພວກເຂົາຄວນປະຕິບັດໜ້າທີ່ຂອງພວກເຂົາແນວໃດ. ຖ້າພວກເຂົາບໍ່ຊັດເຈນແມ່ນແຕ່ກ່ຽວກັບສິ່ງທີ່ສຳຄັນເຫຼົ່ານີ້, ພວກເຂົາບໍ່ໄດ້ໂງ່ສໍ່າໃດສໍ່າໜຶ່ງບໍ? ພວກເຂົາຫົວຊ້າ ແລະ ມຶນຊາຫຼາຍ. ພວກເຂົາບໍ່ມີປະຕິກິລິຍາໃດໆຕໍ່ຄວາມຈິງເລີຍ ແລະ ນີ້ຄືສິ່ງທີ່ອັນຕະລາຍ. ແມ່ນຫຍັງຄືສິ່ງທີ່ສຳຄັນທີ່ສຸດກ່ຽວກັບການເຊື່ອໃນພຣະເຈົ້າ? ມັນຄືການຮັບເອົາຄວາມຈິງ. ບັນຫາຫຍັງຈະໄດ້ຮັບການແກ້ໄຂ ເມື່ອຄົນໆໜຶ່ງໄດ້ຮັບຄວາມຈິງ? ຫຼັກໆແລ້ວມັນຈະເປັນບັນຫາຄວາມຜິດບາບຂອງພວກເຂົາ ແລະ ບັນຫາໃນອຸປະນິໄສທີ່ເສື່ອມຊາມຂອງພວກເຂົາ ແລະ ຄວາມຫຍຸ້ງຍາກທັງໝົດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ ແລະ ມຸມມອງທີ່ຜິດພາດຂອງພວກເຂົາ. ບັນຫາທັງໝົດນີ້ສາມາດໄດ້ຮັບການແກ້ໄຂໄດ້. ເມື່ອຄົນໆໜຶ່ງໄດ້ຮັບຄວາມຈິງ, ພວກເຂົາຄວນນໍາມັນໄປໃຊ້ຢູ່ບ່ອນໃດ? ມັນຄວນຖືກນໍາໃຊ້ໃນການປະຕິບັດໜ້າທີ່ຂອງພວກເຂົາ ແລະ ໃນການເປັນພະຍານໃຫ້ພຣະເຈົ້າ, ສິ່ງເຫຼົ່ານີ້ຄືສິ່ງສຳຄັນທີ່ສຸດ. ໃນຕອນນີ້, ພວກເຈົ້າອາດຂາດຄວາມຮູ້ທີ່ແທ້ຈິງກ່ຽວກັບສິ່ງນີ້, ພວກເຈົ້າອາດຍັງບໍ່ທັນຮູ້ເຖິງຄຸນຄ່າ ຫຼື ຄວາມໝາຍສຳຄັນຂອງຄວາມຈິງ, ແຕ່ມື້ໜຶ່ງພວກເຈົ້າຈະຮູ້.

ພວກເຈົ້າໄດ້ອ່ານໜັງສືໂຢບແລ້ວບໍ? ເມື່ອພວກເຈົ້າກຳລັງອ່ານມັນ, ພວກເຈົ້າຮູ້ສຶກວ່າໄດ້ຮັບການດົນບັນດານບໍ? ເຈົ້າເຄີຍມີປະສົບການກັບຄວາມປາດຖະໜາປະເພດທີ່ເຮັດໃຫ້ເຈົ້າຕ້ອງການກາຍມາເປັນຄົນແບບໂຢບບໍ? (ແມ່ນ.) ສະພາວະ ແລະ ອາລົມປະເພດນີ້ສາມາດຢູ່ໄດ້ດົນສໍ່າໃດ? ໜຶ່ງມື້ ຫຼື ສອງມື້ ຫຼື ໜຶ່ງເດືອນ ຫຼື ສອງເດືອນ ຫຼື ບາງທີໜຶ່ງປີ ຫຼື ສອງປີບໍ? (ສອງ ຫຼື ສາມມື້.) ສະນັ້ນສະພາວະ ແລະ ອາລົມປະເພດນີ້ຈະຫາຍໄປຫຼັງຈາກສອງ ຫຼື ສາມມື້ບໍ? ເຈົ້າຕ້ອງອະທິຖານເມື່ອເຈົ້າຮູ້ສຶກໄດ້ຮັບການດົນບັນດານ ແລະ ບອກພຣະເຈົ້າວ່າເຈົ້າຕ້ອງການເປັນຄົນແບບໂຢບ, ເຈົ້າປາດຖະໜາທີ່ຈະເຂົ້າໃຈຄວາມຈິງ, ຮັບເອົາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ກາຍມາເປັນຄົນທີ່ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ. ເຈົ້າຕ້ອງອ້ອນວອນຫາພຣະເຈົ້າເພື່ອໃຫ້ສິ່ງນີ້ເກີດຂຶ້ນໃນຕົວເຈົ້າ, ອ້ອນວອນໃຫ້ພຣະອົງຊີ້ນໍາເຈົ້າ, ໃຫ້ເຈົ້າມີສະພາບແວດລ້ອມທີ່ຖືກຕ້ອງ, ໃຫ້ເຈົ້າມີກຳລັງ ແລະ ປົກປ້ອງເຈົ້າ ເພື່ອວ່າເຈົ້າອາດຢືນຍັດໃນທຸກສະຖານະການທີ່ເຈົ້າພົບພໍ້, ບໍ່ຕໍ່ຕ້ານພຣະເຈົ້າ ແລະ ປະຕິບັດການຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ ແລະ ຕອບສະໜອງຄວາມປະສົງຂອງພຣະອົງແທນ. ເຈົ້າຕ້ອງອະທິຖານ ແລະ ວິງວອນຫາພຣະເຈົ້າຢູ່ສະເໝີເພື່ອເຫັນແກ່ເປົ້າໝາຍນີ້ ແລະ ເພື່ອສິ່ງຕ່າງໆທີ່ເຈົ້າຫວັງຈະບັນລຸ ແລະ ເມື່ອພຣະເຈົ້າເຫັນເຖິງຫົວໃຈທີ່ເປັນຈິງຂອງເຈົ້າ, ພຣະອົງກໍຈະເຮັດ. ຢ່າຢ້ານເມື່ອພຣະເຈົ້າເຮັດ. ພຣະເຈົ້າບໍ່ສາມາດເຮັດໃຫ້ຮ່າງກາຍຂອງເຈົ້າເຕັມໄປດ້ວຍຝີ ແລະ ຍຶດເອົາທຸກສິ່ງທີ່ເຈົ້າມີໄປຈາກເຈົ້າ, ຄືກັບທີ່ພຣະອົງເຮັດເມື່ອພຣະອົງທົດສອບໂຢບ. ພຣະເຈົ້າຈະບໍ່ເຮັດເຊັ່ນນັ້ນ; ພຣະອົງຈະຄ່ອຍໆເຮັດໃຫ້ມີຫຼາຍຂຶ້ນສຳລັບເຈົ້າຕາມວຸດທິພາວະຂອງເຈົ້າ. ເຈົ້າຕ້ອງຮ້ອງຫາພຣະເຈົ້າຢ່າງຈິງໃຈ, ຢ່າພຽງແຕ່ຮ້ອງຫາພຣະອົງສອງມື້ຫຼັງຈາກທີ່ເຈົ້າອ່ານໜັງສືໂຢບ ແລະ ຍັງຮູ້ສຶກໄດ້ຮັບການດົນບັນດານຈາກມັນ ແລະ ຈາກນັ້ນກໍລືມກ່ຽວກັບມັນໃນມື້ທີສາມ ເມື່ອເຈົ້າບໍ່ໄດ້ອ່ານມັນອີກຕໍ່ໄປ ແລະ ເຊົາຮັກສາມັນໄວ້ໃນຫົວໃຈຂອງເຈົ້າ. ຖ້າເຈົ້າເຮັດ, ສິ່ງນັ້ນກໍຈະເຮັດໃຫ້ເກີດບັນຫາສຳລັບເຈົ້າຢ່າງແນ່ນອນ! ຖ້າເຈົ້າຊົມເຊີຍຄົນແບບໂຢບ ແລະ ເຈົ້າຕ້ອງການເປັນຄົນປະເພດນັ້ນ, ແລ້ວເຈົ້າກໍຕ້ອງມີເສັ້ນທາງສຳລັບວິທີການກາຍມາເປັນຄົນປະເພດນັ້ນ, ເຈົ້າຕ້ອງວາງຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ຈາກນັ້ນກໍອະທິຖານເພື່ອສິ່ງນີ້ຢູ່ເລື້ອຍໆ ແລະ ຕຶກຕອງກ່ຽວກັບມັນຢູ່ເລື້ອຍໆ ແລະ ຈາກນັ້ນກໍກິນ ແລະ ດື່ມພຣະທຳທີ່ພຣະເຈົ້າໄດ້ກ່າວກ່ຽວກັບໂຢບ, ຄຸ່ນຄິດກ່ຽວກັບພວກມັນຢ່າງສະໝໍ່າສະເໝີ ແລະ ຊໍ້າໆ ແລະ ຫຼັງຈາກນັ້ນ ເຈົ້າຕ້ອງໂອ້ລົມກັບຄົນທີ່ມີປະສົບການ ແລະ ຄວາມຮູ້ປະເພດນີ້. ເຈົ້າຕ້ອງເຮັດວຽກໜັກເພື່ອໄປຫາເປົ້າໝາຍນີ້. ເຈົ້າຄວນເຮັດວຽກໜັກແນວໃດ? ຖ້າເຈົ້າພຽງແຕ່ນັ່ງເບິ່ງ ແລະ ລໍຖ້າ, ນັ້ນບໍ່ແມ່ນການເຮັດວຽກໜັກ. ເຈົ້າຕ້ອງນໍາມັນໄປປະຕິບັດ, ເຈົ້າຕ້ອງອຸທິດຄວາມພະຍາຍາມໃຫ້ມັນ, ໃນເວລາດຽວກັນກໍແອບມີຄວາມເດັດດ່ຽວທີ່ຈະທົນຮັບການທົນທຸກ ແລະ ມີຫົວໃຈທີ່ປາດຖະໜາ ແລະ ຈາກນັ້ນກໍມອບຄຳອະທິຖານຂອງເຈົ້າໃຫ້ສິ່ງນີ້, ຂໍໃຫ້ພຣະເຈົ້າເຮັດ. ຖ້າພຣະເຈົ້າບໍ່ເຮັດ, ແລ້ວບໍ່ວ່າຄົນຈະມີແຮງຂັບເຄື່ອນຫຼາຍສໍ່າໃດກໍຕາມ, ມັນຈະບໍ່ເປັນປະໂຫຍດຫຍັງເລີຍ. ພຣະເຈົ້າຈະເຮັດແນວໃດ? ພຣະເຈົ້າຈະເລີ່ມປັ້ນແຕ່ງ ແລະ ຈັດແຈງສະພາບແວດລ້ອມໃຫ້ເຈົ້າຕາມທີ່ເໝາະສົມກັບວຸດທິພາວະຂອງເຈົ້າ. ເຈົ້າຕ້ອງບອກພຣະເຈົ້າວ່າເຈົ້າປາດຖະໜາທີ່ຈະບັນລຸເປົ້າໝາຍຫຍັງໃນຄວາມເຊື່ອຂອງເຈົ້າ ແລະ ເຈົ້າມີຄວາມເດັດດ່ຽວປະເພດໃດ. ເຈົ້າໄດ້ອະທິຖານ ແລະ ວິງວອນຫາພຣະເຈົ້າສຳລັບສິ່ງນີ້ບໍ? ເຈົ້າອະທິຖານ ແລະ ວິງວອນຫາພຣະເຈົ້າດົນສໍ່າໃດ? ຖ້າເຈົ້າພຽງແຕ່ເວົ້າຄຳອະທິຖານສອງສາມຄຳດົນໆຄັ້ງ ແລະ ເມື່ອເຈົ້າເຫັນວ່າພຣະເຈົ້າບໍ່ໄດ້ເຮັດ, ເຈົ້າກໍຄິດວ່າ “ລືມມັນໄປເທາະ, ຂ້ອຍຈະພຽງແຕ່ປ່ອຍໃຫ້ສິ່ງຕ່າງໆເປັນໄປ. ແມ່ນຫຍັງກໍຕາມຈະເກີດຂຶ້ນກໍໃຫ້ມັນເກີດຂຶ້ນ, ຂ້ອຍຈະພຽງແຕ່ໄປຕາມກະແສ. ຂ້ອຍບໍ່ສົນໃຈວ່າຈະເກີດຂຶ້ນຫຍັງກັບຂ້ອຍ”, ສິ່ງນັ້ນແມ່ນໃຊ້ການບໍ່ໄດ້ ແລະ ເຈົ້າບໍ່ໄດ້ຈິງໃຈ. ຖ້າສິ່ງດຽວທີ່ເຈົ້າມີຄືຄວາມກະຕືລືລົ້ນສອງນາທີ, ພຣະເຈົ້າສາມາດເຮັດເພື່ອເຈົ້າ ແລະ ຊ່ວຍຈັດແຈງສະພາບແວດລ້ອມສຳລັບເຈົ້າບໍ? ພຣະເຈົ້າຈະບໍ່ເຮັດແບບນັ້ນ! ພຣະເຈົ້າຕ້ອງການເຫັນຄວາມຈິງໃຈຂອງເຈົ້າ ແລະ ເບິ່ງວ່າຄວາມຈິງໃຈ ແລະ ຄວາມບາກບັ່ນຂອງເຈົ້າສາມາດຢູ່ດົນສໍ່າໃດ ແລະ ຫົວໃຈຂອງເຈົ້າເປັນຈິງ ຫຼື ບໍ່ເປັນຈິງ. ພຣະເຈົ້າຈະລໍຖ້າ. ພຣະອົງໄດ້ຍິນຄຳອະທິຖານ ແລະ ການວິງວອນຂອງເຈົ້າ, ພຣະອົງໄດ້ຍິນຄວາມເດັດດ່ຽວ ແລະ ຄວາມປາດຖະໜາທີ່ເຈ້ົາເຊື່ອໝັ້ນໃນພຣະອົງ ແຕ່ຈົນກວ່າພຣະອົງຈະໄດ້ເຫັນຄວາມເດັດດ່ຽວຂອງເຈົ້າທີ່ຈະທົນຮັບການທົນທຸກ, ພຣະອົງຈະບໍ່ເຮັດ. ຫຼັງຈາກທີ່ເຈົ້າອະທິຖານຫາພຣະເຈົ້າແລ້ວ, ຖ້າເຈົ້າພຽງແຕ່ຫາຍໄປໂດຍບໍ່ໄດ້ເຮັດຫຍັງ ພຣະເຈົ້າຈະເຮັດພາຍໃຕ້ສະຖານະການເຫຼົ່ານີ້ບໍ? ບໍ່ເຮັດຢ່າງແນ່ນອນທີ່ສຸດ. ເຈົ້າຕ້ອງອະທິຖານ ແລະ ວິງວອນຫາພຣະເຈົ້າຫຼາຍຂຶ້ນ, ພະຍາຍາມໃນສິ່ງນີ້ ແລະ ຕຶກຕອງກ່ຽວກັບມັນ ແລະ ຈາກນັ້ນກໍຊີມລົດຊາດລາຍລະອຽດ ແລະ ສະພາບແວດລ້ອມທີ່ພຣະເຈົ້າໄດ້ຈັດກຽມໃຫ້ເຈົ້າ; ພວກມັນຈະມາຫາເຈົ້າເທື່ອລະໜ້ອຍ ແລະ ພຣະເຈົ້າຈະເລີ່ມເຮັດ. ຖ້າເຈົ້າບໍ່ມີຫົວໃຈທີ່ເປັນຈິງ, ແລ້ວສິ່ງນີ້ກໍຈະບໍ່ເກີດຜົນ. ເຈົ້າອາດເວົ້າວ່າ “ຂ້ອຍຊົມເຊີຍໂຢບ ແລະ ຂ້ອຍຊົມເຊີຍເປໂຕ!” ແຕ່ການຊົມເຊີຍຂອງເຈົ້າມີຫຍັງດີ? ເຈົ້າສາມາດຊົມເຊີຍພວກເຂົາສຳລັບທຸກສິ່ງທີ່ເຈົ້າມັກ, ແຕ່ເຈົ້າບໍ່ແມ່ນພວກເຂົາ ແລະ ການຊົມເຊີຍພຽງຢ່າງດຽວຂອງເຈົ້າຈະບໍ່ເຮັດໃຫ້ພຣະເຈົ້າເຮັດພາລະກິດແບບດຽວກັນໃນຕົວເຈົ້າຄືກັບວ່າພຣະອົງເຮັດໃນພວກເຂົາ, ເພາະເຈົ້າບໍ່ແມ່ນຄົນປະເພດດຽວກັນກັບພວກເຂົາ. ເຈົ້າບໍ່ມີຄວາມເດັດດ່ຽວຂອງພວກເຂົາ ຫຼື ຄວາມເປັນມະນຸດຂອງພວກເຂົາ ຫຼື ຫົວໃຈທີ່ພວກເຂົາປາດຖະໜາ ແລະ ສະແຫວງຫາຄວາມຈິງ. ມີພຽງແຕ່ເມື່ອເຈົ້າເລີ່ມມີສິ່ງເຫຼົ່ານີ້, ພຣະເຈົ້າຈຶ່ງຈະປະທານໃຫ້ເຈົ້າຫຼາຍຂຶ້ນ.

ໃນຕອນນີ້, ພວກເຈົ້າມີຄວາມເດັດດ່ຽວທີ່ຈະສະແຫວງຫາຄວາມຈິງ, ຮັບເອົາຄວາມຈິງ ແລະ ບັນລຸຄວາມລອດພົ້ນ ແລະ ຖືກພຣະເຈົ້າເຮັດໃຫ້ສົມບູນບໍ? (ແມ່ນ.) ຄວາມເດັດດ່ຽວຂອງເຈົ້າຍິ່ງໃຫຍ່ສໍ່າໃດ? ເຈົ້າສາມາດຮັກສາມັນໃຫ້ດົນສໍ່າໃດ? (ເມື່ອຂ້ານ້ອຍຢູ່ໃນສະພາວະທີ່ດີ ຂ້ານ້ອຍມີຄວາມເດັດດ່ຽວ, ເມື່ອຂ້ານ້ອຍພົບກັບສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງຂ້ານ້ອຍ ຫຼື ຜົນປະໂຫຍດໃນເນື້ອໜັງຂອງຂ້ານ້ອຍ ຫຼື ເມື່ອຂ້ານ້ອຍຜ່ານການຫຼໍ່ຫຼອມບາງຢ່າງ ຫຼື ມີຄວາມຫຍຸ້ງຍາກບາງຢ່າງ, ຂ້ານ້ອຍກໍຕິດກັບໃນສະພາວະລົບໆ ແລະ ຄວາມເຊື່ອ ແລະ ຄວາມເດັດດ່ຽວທີ່ຂ້ານ້ອຍມີໃນຕອນເລີ່ມຕົ້ນຈະຫາຍໄປເທື່ອລະໜ້ອຍ.) ສິ່ງນີ້ແມ່ນໃຊ້ການບໍ່ໄດ້. ເຈົ້າອ່ອນແອເກີນໄປ. ເຈົ້າຕ້ອງໄປຮອດບ່ອນທີ່ບໍ່ວ່າເຈົ້າຈະພົບກັບສະຖານະການຫຍັງກໍຕາມ, ພວກມັນບໍ່ສາມາດປ່ຽນແປງຄວາມເດັດດ່ຽວຂອງເຈົ້າໄດ້. ໃນຕອນນັ້ນເອງ, ເຈົ້າຈຶ່ງຈະເປັນຄົນທີ່ຮັກ ແລະ ສະແຫວງຫາຄວາມຈິງຢ່າງແທ້ຈິງ. ເມື່ອບາງສິ່ງເກີດຂຶ້ນກັບເຈົ້າ ແລະ ເຈົ້າພົບກັບຄວາມຫຍຸ້ງຍາກໜ້ອຍໜຶ່ງ, ຖ້າເຈົ້າຖອນຕົວ, ຄິດລົບ ແລະ ຫົດຫູ່ໃຈ ແລະ ປະຖິ້ມຄວາມເດັດດ່ຽວຂອງເຈົ້າ, ສິ່ງນີ້ແມ່ນໃຊ້ການບໍ່ໄດ້. ເຈົ້າຕ້ອງມີຄວາມເຂັ້ມແຂງຂອງຄົນທີ່ພ້ອມຈະສ່ຽງຊີວິດຂອງພວກເຂົາ ແລະ ເວົ້າວ່າ “ບໍ່ວ່າຫຍັງຈະເກີດຂຶ້ນກໍຕາມ, ເຖິງແມ່ນວ່າຂ້ອຍຕາຍ ຂ້ອຍຈະບໍ່ປະຖິ້ມຄວາມຈິງ ຫຼື ເປົ້າໝາຍຂອງຂ້ອຍທີ່ຈະສະແຫວງຫາຄວາມຈິງ”. ຈາກນັ້ນບໍ່ມີຫຍັງຈະສາມາດຢຸດເຈົ້າໄດ້. ຖ້າເຈົ້າພົບກັບຄວາມຫຍຸ້ງຍາກແທ້ໆ ແລະ ເຈົ້າຖືກໄລ່ໃຫ້ຈົນມຸມ, ພຣະເຈົ້າຈະເຮັດ. ນອກຈາກນັ້ນ, ເຈົ້າຕ້ອງມີຄວາມເຂົ້າໃຈນີ້: “ບໍ່ວ່າຂ້ອຍຈະພົບຫຍັງກໍຕາມ, ພວກມັນຈະລ້ວນແລ້ວແຕ່ເປັນບົດຮຽນທີ່ຂ້ອຍຕ້ອງຮຽນຮູ້ໃນການສະແຫວງຫາຄວາມຈິງຂອງຂ້ອຍ, ພວກມັນໄດ້ຖືກຈັດແຈງໃຫ້ໂດຍພຣະເຈົ້າ. ຂ້ອຍອາດອ່ອນແອ, ແຕ່ຂ້ອຍບໍ່ໄດ້ຄິດລົບ ແລະ ຂ້ອຍຂອບຄຸນພຣະເຈົ້າທີ່ໄດ້ມອບໂອກາດໃຫ້ຂ້ອຍໄດ້ຮຽນຮູ້ບົດຮຽນເຫຼົ່ານີ້. ຂ້ອຍຂອບຄຸນພຣະເຈົ້າທີ່ໄດ້ກຳນົດສະຖານະການນີ້ໃຫ້ຂ້ອຍ. ຂ້ອຍບໍ່ສາມາດປະຖິ້ມຄວາມເດັດດ່ຽວຂອງຂ້ອຍທີ່ຈະຕິດຕາມພຣະເຈົ້າ ແລະ ຮັບເອົາຄວາມຈິງ. ຖ້າຂ້ອຍຍອມຈຳນົນ, ນັ້ນກໍຈະເປັນຄືກັບການຍອມຕໍ່ຊາຕານ, ທຳຮ້າຍຕົນເອງ ແລະ ທໍລະຍົດພຣະເຈົ້າ”. ນີ້ຄືຄວາມເດັດດ່ຽວປະເພດທີ່ເຈົ້າຕ້ອງມີ. ບໍ່ວ່າເຈົ້າຈະພົບກັບເລື່ອງນ້ອຍໆຫຍັງກໍຕາມ, ພວກມັນລ້ວນແລ້ວແຕ່ເປັນສາກນ້ອຍໆໃນການພັດທະນາຊີວິດຂອງເຈົ້າ. ເຈົ້າຕ້ອງບໍ່ປ່ອຍໃຫ້ພວກມັນປິດກັ້ນທິດທາງໃນຄວາມຄືບໜ້າຂອງເຈົ້າ. ເມື່ອເຈົ້າພົບກັບຄວາມຫຍຸ້ງຍາກທີ່ເຈົ້າສາມາດສະແຫວງຫາ ແລະ ລໍຖ້າ ແຕ່ທິດທາງໃນຄວາມຄືບໜ້າຂອງເຈົ້າຕ້ອງບໍ່ປ່ຽນແປງ, ນັ້ນບໍ່ແມ່ນສິ່ງທີ່ຖືກຕ້ອງບໍ? (ແມ່ນແລ້ວ.) ບໍ່ວ່າຄົນອື່ນຈະເວົ້າຫຍັງກໍຕາມ ຫຼື ພວກເຂົາຈະປະຕິບັດຕໍ່ເຈົ້າແນວໃດກໍຕາມ ແລະ ບໍ່ວ່າພຣະເຈົ້າຈະປະຕິບັດແນວໃດກໍຕາມກັບເຈົ້າ, ຄວາມເດັດດ່ຽວຂອງເຈົ້າຕ້ອງບໍ່ປ່ຽນແປງ. ຖ້າພຣະເຈົ້າເວົ້າວ່າ “ເຈົ້າບໍ່ຍອມຮັບຄວາມຈິງເລີຍ, ເຮົາກໍລັງກຽດເຈົ້າ” ແລະ ເຈົ້າເວົ້າວ່າ “ພຣະເຈົ້າລັງກຽດຂ້ອຍ, ແລ້ວຊີວິດຂອງຂ້ອຍມີຄວາມໝາຍຫຍັງ? ມັນຈະດີກວ່າຖ້າຂ້ອຍຕາຍ ແລະ ຈົບທຸກສິ່ງທຸກຢ່າງ!” ເຈົ້າກໍເຂົ້າໃຈພຣະເຈົ້າຜິດ. ມັນເປັນຈິງທີ່ພຣະເຈົ້າກຽດຊັງເຈົ້າ, ແຕ່ເຈົ້າຄວນຕໍ່ສູ້, ເຈົ້າຄວນຍອມຮັບຄວາມຈິງ ແລະ ເຈົ້າຄວນປະຕິບັດໜ້າທີ່ຂອງເຈົ້າ. ຈາກນັ້ນເຈົ້າຈະບໍ່ເປັນຄົນທີ່ບໍ່ມີຫຍັງດີ ແລະ ພຣະເຈົ້າຈະບໍ່ລັງກຽດ ແລະ ປະຕິເສດເຈົ້າ. ໃນຕອນນີ້, ວຸດທິພາວະຂອງພວກເຈົ້າຍັງມີໜ້ອຍເຫຼືອເກີນ ແລະ ພວກເຈົ້າຍັງບໍ່ທັນໄດ້ບັນລຸມາດຕະຖານທີ່ກຳນົດໄວ້ເພື່ອໃຫ້ພຣະເຈົ້າໄດ້ທົດສອບເຈົ້າ. ແມ່ນຫຍັງຄືສິ່ງດຽວທີ່ພວກເຈົ້າສາມາດເຮັດໄດ້? ເຈົ້າຕ້ອງອະທິຖານວ່າ: “ພຣະເຈົ້າ, ກະລຸນາຊີ້ນໍາຂ້ານ້ອຍ ແລະ ສ່ອງແສງສະຫວ່າງໃຫ້ຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະເຂົ້າໃຈຄວາມປະສົງຂອງພຣະອົງ ແລະ ຈະມີຄວາມເຊື່ອ ແລະ ຄວາມບາກບັ່ນທີ່ຈະຍ່າງໃນເສັ້ນທາງທີ່ສະແຫວງຫາຄວາມຈິງ ແລະ ເພື່ອວ່າຂ້ານ້ອຍອາດຢຳເກງພຣະເຈົ້າ ແລະ ຫຼີກເວັ້ນຈາກສິ່ງຊົ່ວຮ້າຍ. ເຖິງແມ່ນວ່າຂ້ານ້ອຍອ່ອນແອ ແລະ ວຸດທິພາວະຂອງຂ້ານ້ອຍຍັງບໍ່ເປັນຜູ້ໃຫຍ່, ຂ້ານ້ອຍຂໍໃຫ້ພຣະອົງມອບກຳລັງໃຫ້ແກ່ຂ້ານ້ອຍ ແລະ ປົກປ້ອງຂ້ານ້ອຍ ເພື່ອວ່າຂ້ານ້ອຍຈະສາມາດຕິດຕາມພຣະອົງຈົນເຖິງທີ່ສຸດ”. ເຈົ້າຕ້ອງມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານຢູ່ເລື້ອຍໆ. ຄົນອື່ນອາດປາດຖະໜາສິ່ງຂອງທາງໂລກ, ໝົກມຸ້ນໃນເນື້ອໜັງຂອງພວກເຂົາ ແລະ ຕິດຕາມກະແສທາງໂລກ, ແຕ່ເຈົ້າຕ້ອງບໍ່ເຮັດຕາມພວກເຂົາ, ພຽງແຕ່ເອົາໃຈໃສ່ກັບການປະຕິບັດໜ້າທີ່ຂອງເຈົ້າເອງ. ເມື່ອຄົນອື່ນກຳລັງຮູ້ສຶກລົບໆ ແລະ ພວກເຂົາບໍ່ປະຕິບັດໜ້າທີ່ຂອງພວກເຂົາ, ເຈົ້າຕ້ອງບໍ່ຮູ້ສຶກອຶດອັດໃຈ ແລະ ເຈົ້າຄວນສະແຫວງຫາຄວາມຈິງເພື່ອຊ່ວຍເຫຼືອພວກເຂົາ. ເມື່ອຄົນອື່ນໝົກມຸ້ນກັບຄວາມສະບາຍ ເຈົ້າຕ້ອງບໍ່ອິດສາພວກເຂົາ, ເຈົ້າຕ້ອງໃຫ້ຕົນເອງຫຍຸ້ງຢູ່ກັບການດຳລົງຊີວິດຕໍ່ໜ້າພຣະເຈົ້າເທົ່ານັ້ນ. ເມື່ອຄົນອື່ນສະແຫວງຫາກຽດຕິຍົດ, ກຳໄລ ແລະ ສະຖານະ, ເຈົ້າຄວນອະທິຖານເພື່ອພວກເຂົາ ແລະ ຊ່ວຍເຫຼືອພວກເຂົາ, ສະຫງົບຫົວໃຈຂອງເຈົ້າຕໍ່ໜ້າພຣະເຈົ້າ ແລະ ບໍ່ປ່ອຍໃຫ້ສິ່ງເຫຼົ່ານີ້ມີອິດທິພົນຕໍ່ເຈົ້າ. ບໍ່ວ່າຈະເກີດຫຍັງຂຶ້ນຢູ່ອ້ອມຂ້າງເຈົ້າ, ເຈົ້າຄວນອະທິຖານຫາພຣະເຈົ້າກ່ຽວກັບທຸກສິ່ງ. ເຈົ້າຄວນສະແຫວງຫາຄວາມຈິງຢູ່ສະເໝີ, ຄວບຄຸມຕົນເອງ, ໃຫ້ແນ່ໃຈວ່າເຈົ້າກຳລັງດຳລົງຊີວິດໃນການສະຖິດຂອງພຣະເຈົ້າ ແລະ ມີຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ. ພຣະເຈົ້າພິຈາລະນາກວດສອບຄົນຕະຫຼອດເວລາ ແລະ ພຣະວິນຍານບໍລິສຸດເຮັດພາລະກິດຢູ່ພາຍໃນຄົນປະເພດເຫຼົ່ານີ້. ພຣະເຈົ້າຈະພິຈາລະນາກວດສອບຫົວໃຈຂອງຄົນໆໜຶ່ງໄດ້ແນວໃດ? ພຣະອົງບໍ່ພຽງແຕ່ເບິ່ງດ້ວຍສາຍຕາຂອງພຣະອົງ, ພຣະອົງສ້າງສະພາບແວດລ້ອມໃຫ້ເຈົ້າ ແລະ ສຳຜັດຫົວໃຈຂອງເຈົ້າດ້ວຍມືຂອງພຣະອົງ. ເປັນຫຍັງເຮົາຈຶ່ງເວົ້າເຊັ່ນນີ້? ເພາະເມື່ອພຣະເຈົ້າສ້າງສະພາບແວດລ້ອມໃຫ້ເຈົ້າ, ພຣະເຈົ້າກໍເບິ່ງວ່າເຈົ້າບໍ່ພໍໃຈ ແລະ ກຽດຊັງມັນ ຫຼື ມັກ ແລະ ຍອມມັນ, ເຈົ້າລໍຖ້າຢູ່ຊື່ໆ ຫຼື ສະແຫວງຫາຄວາມຈິງຢ່າງຫ້າວຫັນ. ພຣະເຈົ້າເຝົ້າເບິ່ງວ່າຫົວໃຈຂອງເຈົ້າ ແລະ ຄວາມຄິດຂອງເຈົ້າປ່ຽນແປງແນວໃດ ແລະ ພວກມັນພັດທະນາໄປໃນທິດທາງໃດ. ສະພາວະຢູ່ໃນຫົວໃຈຂອງເຈົ້າເປັນບວກຢູ່ບາງຄັ້ງ ແລະ ບາງຄັ້ງກໍເປັນລົບ. ຖ້າເຈົ້າສາມາດຍອມຮັບຄວາມຈິງ, ເຈົ້າກໍຈະສາມາດຮັບຄົນ, ເຫດການ ແລະ ສິ່ງຕ່າງໆຈາກພຣະເຈົ້າ ແລະ ຫຼາກຫຼາຍສະພາບແວດລ້ອມທີ່ພຣະອົງໄດ້ກຳນົດໄວ້ໃຫ້ເຈົ້າ ແລະ ເຈົ້າຈະສາມາດຮັບມືກັບພວກມັນໄດ້ຢ່າງຖືກຕ້ອງ. ໂດຍການອ່ານພຣະທຳຂອງພຣະເຈົ້າ ແລະ ຜ່ານການຕຶກຕອງ, ຄວາມຄິດ ແລະ ແນວຄິດທັງໝົດຂອງເຈົ້າ, ຄວາມຄິດເຫັນທັງໝົດຂອງເຈົ້າ ແລະ ອາລົມທັງໝົດຂອງເຈົ້າຈະປ່ຽນແປງໂດຍອີງຕາມພຣະທຳຂອງພຣະເຈົ້າ. ເຈົ້າຈະຊັດເຈນກ່ຽວກັບສິ່ງນີ້ ແລະ ພຣະເຈົ້າຍັງຈະພິຈາລະນາກວດສອບມັນທັງໝົດ. ເຖິງແມ່ນວ່າເຈົ້າບໍ່ເວົ້າກ່ຽວກັບມັນໃຫ້ຜູ້ໃດຟັງ ຫຼື ອະທິຖານກ່ຽວກັບມັນ ແລະ ເຈົ້າຈະພຽງແຕ່ຄິດວ່າສິ່ງນີ້ຢູ່ໃນຫົວໃຈຂອງເຈົ້າ ແລະ ໃນໂລກຂອງເຈົ້າເອງ, ຈາກທັດສະນະຂອງພຣະເຈົ້ານັ້ນ ມັນກໍຊັດເຈນຫຼາຍແລ້ວ, ມັນຈະເຫັນໄດ້ຢ່າງຊັດເຈນສຳລັບພຣະອົງ. ຄົນເບິ່ງເຈົ້າດ້ວຍສາຍຕາຂອງພວກເຂົາ, ແຕ່ພຣະເຈົ້າສຳຜັດຫົວໃຈຂອງເຈົ້າດ້ວຍສາຍຕາຂອງພຣະອົງ, ນັ້ນຄືລະດັບຄວາມໃກ້ຊິດທີ່ພຣະອົງມີຕໍ່ເຈົ້າ. ຖ້າເຈົ້າສາມາດຮູ້ສຶກເຖິງການພິເຄາະຂອງພຣະເຈົ້າ, ເຈົ້າກໍກຳລັງດຳລົງຊີວິດໃນການສະຖິດຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຮູ້ສຶກເຖິງການພິເຄາະຂອງພຣະອົງເລີຍ, ເຈົ້າກໍກຳລັງໃຊ້ຊີວິດໃນໂລກຂອງເຈົ້າ ແລະ ເຈົ້າໃຊ້ຊີວິດຕາມຄວາມຮູ້ສຶກ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າເອງ ແລະ ຈາກນັ້ນເຈົ້າກໍຢູ່ໃນບັນຫາ. ຖ້າເຈົ້າບໍ່ດຳລົງຊີວິດໃນການສະຖິດຂອງພຣະເຈົ້າ, ຖ້າມີໄລຍະຫ່າງທີ່ໃຫຍ່ຫຼວງລະຫວ່າງເຈົ້າ ແລະ ພຣະເຈົ້າ ແລະ ເຈົ້າຢູ່ຫ່າງຈາກພຣະອົງ, ຖ້າເຈົ້າບໍ່ໄດ້ຄຳນຶງເຖິງຄວາມປະສົງຂອງພຣະເຈົ້າເລີຍ ແລະ ຖ້າເຈົ້າບໍ່ຍອມຮັບການພິເຄາະຂອງພຣະເຈົ້າ, ພຣະເຈົ້າກໍຈະຮູ້ທຸກສິ່ງນີ້. ມັນຈະງ່າຍເຫຼືອເກີນທີ່ພຣະອົງຈະຢັ່ງຮູ້ສິ່ງນີ້. ສະນັ້ນເມື່ອເຈົ້າມີຄວາມເດັດດ່ຽວ ແລະ ເປົ້າໝາຍ ແລະ ເຈົ້າເຕັມໃຈທີ່ຈະຖືກພຣະເຈົ້າເຮັດໃຫ້ສົມບູນ ແລະ ກາຍມາເປັນຄົນທີ່ຕິດຕາມຄວາມປະສົງຂອງພຣະເຈົ້າ ແລະ ຢຳເກງພຣະເຈົ້າ ແລະ ຫຼີກເວັ້ນສິ່ງຊົ່ວຮ້າຍ, ເມື່ອເຈົ້າມີຄວາມເດັດດ່ຽວນີ້ ແລະ ເຈົ້າສາມາດອະທິຖານ ແລະ ວິງວອນຫາສິ່ງເຫຼົ່ານີ້ຢູ່ເລື້ອຍໆ ແລະ ດຳລົງຊີວິດໃນການສະຖິດຂອງພຣະເຈົ້າ, ບໍ່ເຄີຍເຮັດໃຫ້ຕົນເອງຢູ່ຫ່າງຈາກພຣະເຈົ້າ ຫຼື ຈາກພຣະອົງໄປຈັກເທື່ອ, ເຈົ້າກໍຊັດເຈນກ່ຽວກັບສິ່ງເຫຼົ່ານີ້ ແລະ ພຣະເຈົ້າກໍຮູ້ຈັກພວກມັນເຊັ່ນກັນ. ບາງຄົນເວົ້າວ່າ “ຂ້ອຍເອງກໍຊັດເຈນກ່ຽວກັບມັນ, ແຕ່ພຣະເຈົ້າຮູ້ຈັກມັນ ຫຼື ບໍ່?” ຄຳຖາມນີ້ບໍ່ຖືກຕ້ອງ. ຖ້າເຈົ້າເວົ້າສິ່ງນີ້, ມັນກໍພິສູດວ່າເຈົ້າບໍ່ເຄີຍສື່ສານກັບພຣະເຈົ້າຈັກເທື່ອ ແລະ ບໍ່ມີຄວາມສຳພັນຫຍັງທັງສິ້ນລະຫວ່າງເຈົ້າ ແລະ ພຣະເຈົ້າ. ເປັນຫຍັງເຮົາຈຶ່ງເວົ້າບໍ່ມີຄວາມສຳພັນລະຫວ່າງເຈົ້າ ແລະ ພຣະເຈົ້າ? ເຈົ້າບໍ່ໄດ້ໃຊ້ຊີວິດຢູ່ຕໍ່ໜ້າພຣະເຈົ້າ ແລະ ດ້ວຍເຫດນັ້ນ ເຈົ້າບໍ່ສາມາດສຳນຶກໄດ້ວ່າພຣະອົງຢູ່ກັບເຈົ້າ ຫຼື ບໍ່, ພຣະອົງກຳລັງຊີ້ນໍາເຈົ້າ ຫຼື ບໍ່, ພຣະອົງກຳລັງປົກປ້ອງເຈົ້າ ຫຼື ບໍ່ ແລະ ພຣະອົງໄດ້ຕຳນິເຈົ້າ ຫຼື ບໍ່ ເມື່ອເຈົ້າເຮັດບາງຢ່າງຜິດ. ຖ້າເຈົ້າບໍ່ມີຄວາມສຳນຶກກ່ຽວກັບສິ່ງເຫຼົ່ານີ້, ແລ້ວເຈົ້າກໍບໍ່ໄດ້ດຳລົງຊີວິດຕໍ່ໜ້າພຣະເຈົ້າ, ເຈົ້າພຽງແຕ່ຈິນຕະນາການສິ່ງນີ້ຂຶ້ນ ແລະ ໝົກມຸ້ນກັບຕົນເອງ, ເຈົ້າກຳລັງໃຊ້ຊີວິດໃນໂລກຂອງເຈົ້າເອງ ແລະ ບໍ່ແມ່ນຢູ່ຕໍ່ໜ້າພຣະເຈົ້າ ແລະ ບໍ່ມີຄວາມສຳພັນຫຍັງລະຫວ່າງເຈົ້າ ແລະ ພຣະເຈົ້າ.

ຜູ້ຄົນຈະສາມາດຮັກສາຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າໄດ້ແນວໃດ? ການຮັກສາຄວາມສຳພັນນັ້ນຈະຂຶ້ນກັບຫຍັງ? ມັນຂຶ້ນກັບການທີ່ພວກເຂົາວິງວອນ, ອະທິຖານ ແລະ ມີປະຕິສຳພັນກັບພຣະເຈົ້າໃນຫົວໃຈຂອງພວກເຂົາ. ຄວາມສຳພັນປະເພດນີ້ເຮັດໃຫ້ຄົນສາມາດດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າຢູ່ສະເໝີ. ສະນັ້ນ, ເພື່ອທີ່ຈະສ້າງຄວາມສຳພັນທີ່ເປັນປົກກະຕິກັບພຣະເຈົ້າ ຄົນຕ້ອງສະຫງົບລົງກ່ອນ. ບາງຄົນເຮັດສິ່ງຕ່າງໆຢູ່ພາຍນອກຢູ່ສະເໝີ ແລະ ພຽງແຕ່ເຮັດໃຫ້ພວກເຂົາເອງຫຍຸ້ງຢູ່ກັບເລື່ອງພາຍນອກເທົ່ານັ້ນ. ຖ້າພວກເຂົາບໍ່ມີຊີວິດຝ່າຍວິນຍານໃດໆເປັນເວລາໜຶ່ງ ຫຼື ສອງມື້, ພວກເຂົາຈະບໍ່ຮັບຮູ້ມັນເລີຍ. ພວກເຂົາຍັງຈະບໍ່ຮັບຮູ້ມັນຫຼັງຈາກສາມ ຫຼື ສີ່ມື້ ຫຼື ແມ່ນແຕ່ຫຼັງຈາກໜຶ່ງ ຫຼື ສອງເດືອນ. ນີ້ເປັນເພາະພວກເຂົາບໍ່ໄດ້ອະທິຖານ ຫຼື ວິງວອນ ຫຼື ສື່ສານກັບພຣະເຈົ້າ. ການວິງວອນຄືເວລາທີ່ບາງຢ່າງເກີດຂຶ້ນກັບເຈົ້າ ແລະ ເຈົ້າຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເຈົ້າ, ຊີ້ນໍາເຈົ້າ, ຈັດໃຫ້ເຈົ້າ, ສ່ອງແສງສະຫວ່າງໃຫ້ເຈົ້າ, ເຮັດໃຫ້ເຈົ້າເຂົ້າໃຈຄວາມປະສົງຂອງພຣະອົງ, ຮູ້ຈັກວ່າຄວາມຈິງແມ່ນຫຍັງ, ເຂົ້າໃຈວ່າຫຼັກການແຫ່ງຄວາມຈິງແມ່ນຫຍັງ ແລະ ຮູ້ຈັກວິທີການປະຕິບັດຄວາມຈິງ, ນີ້ຄືການວິງວອນປະເພດທີ່ສອດຄ່ອງກັບຄວາມປະສົງຂອງພຣະເຈົ້າ. ການອະທິຖານຄອບຄຸມຂອບເຂດທີ່ກວ້າງຂວາງພໍສົມຄວນ. ບາງຄັ້ງເຈົ້າອາດເວົ້າກ່ຽວກັບສິ່ງຕ່າງໆທີ່ຢູ່ໃນຫົວໃຈຂອງເຈົ້າ, ເມື່ອເຈົ້າພົບກັບຄວາມຫຍຸ້ງຍາກ ຫຼື ເມື່ອເຈົ້າກຳລັງຮູ້ສຶກລົບໆ ແລະ ອ່ອນແອ, ເຈົ້າກໍສາມາດເວົ້າກັບພຣະເຈົ້າກ່ຽວກັບສິ່ງເຫຼົ່ານີ້ຈາກຫົວໃຈ; ເຈົ້າຍັງສາມາດອະທິຖານຫາພຣະເຈົ້າໄດ້ຕະຫຼອດເວລາເມື່ອເຈົ້າບໍ່ເຊື່ອຟັງ ຫຼື ເຈົ້າສາມາດເວົ້າກັບພຣະເຈົ້າກ່ຽວກັບສິ່ງທີ່ເກີດຂຶ້ນກັບເຈົ້າທຸກໆມື້, ທັງສິ່ງທີ່ເຈົ້າສາມາດເບິ່ງອອກໄດ້ ແລະ ສິ່ງທີ່ເຈົ້າບໍ່ສາມາດເບິ່ງອອກ, ສິ່ງນີ້ແມ່ນເອີ້ນວ່າການອະທິຖານ. ການອະທິຖານຄືການເວົ້າກັບພຣະເຈົ້າກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ ຫຼື ການສະແຫວງຫາຄວາມຈິງຈາກພຣະເຈົ້າ. ບາງຄັ້ງມັນກໍຖືກປະຕິບັດໃນເວລາທີ່ແນ່ນອນ, ບາງຄັ້ງມັນກໍບໍ່ໄດ້ຢູ່ໃນເວລາທີ່ແນ່ນອນ; ເຈົ້າສາມາດອະທິຖານໄດ້ທຸກເວລາ ແລະ ທຸກຫົນແຫ່ງ. ການໂອ້ລົມຝ່າຍວິນຍານບໍ່ໄດ້ປາກົດຮ່າງໃດໆເລີຍ: ອາດມີບາງສິ່ງທີ່ວຸ້ນວາຍເຈົ້າ ຫຼື ອາດບໍ່ມີ; ເຈົ້າອາດມີບາງສິ່ງທີ່ເຈົ້າຕ້ອງການເວົ້າ ຫຼື ເຈົ້າອາດບໍ່ມີ. ເມື່ອມີບາງຢ່າງທີ່ວຸ້ນວາຍເຈົ້າ, ເຈົ້າຄວນເວົ້າກັບພຣະເຈົ້າກ່ຽວກັບສິ່ງນັ້ນ ແລະ ກ່າວຄຳອະທິຖານ. ໂດຍປົກກະຕິແລ້ວ, ເຈົ້າຄວນພະຍາຍາມຕຶກຕອງຄຳຖາມຕ່າງໆ ເຊັ່ນ: ພຣະເຈົ້າຮັກມະນຸດແນວໃດ, ພຣະອົງກັງວົນກ່ຽວກັບມະນຸດແນວໃດ, ເປັນຫຍັງພຣະອົງຈຶ່ງລິຮານ ແລະ ຈັດການມະນຸດ, ແມ່ນຫຍັງຄືຄວາມໝາຍຂອງການເຊື່ອຟັງພຣະເຈົ້າແທ້ໆ ແລະ ອື່ນໆອີກ, ການສື່ສານກັບພຣະເຈົ້າທຸກເວລາ ແລະ ທຸກສະຖານທີ່, ການອະທິຖານຫາພຣະເຈົ້າ ແລະ ການສະແຫວງຫາຈາກພຣະອົງ. ນີ້ຄືການໂອ້ລົມຝ່າຍວິນຍານ ຫຼື “ການລົມຜ່ານວິນຍານ” ໂດຍສັ້ນໆ. ບາງຄັ້ງເຈົ້າອາດຄິດຫາບາງຢ່າງທີ່ເຮັດໃຫ້ເຈົ້າບໍ່ພໍໃຈຫຼາຍໃນຂະນະທີ່ເຈົ້າຢູ່ເທິງຖະໜົນ; ເຈົ້າບໍ່ຈຳເປັນຕ້ອງຄຸເຂົ່າ ຫຼື ຫຼັບຕາຂອງເຈົ້າ. ເຈົ້າສາມາດເວົ້າກັບພຣະເຈົ້າໃນຫົວໃຈຂອງເຈົ້າໄດ້ເລີຍວ່າ “ພຣະເຈົ້າ, ສິ່ງນີ້ເກີດຂຶ້ນກັບຂ້ານ້ອຍ ແລະ ຂ້ານ້ອຍບໍ່ຮູ້ຈັກວິທີການຮັບມືກັບມັນຢ່າງຖືກຕ້ອງ, ສະນັ້ນຂ້ານ້ອຍຈຶ່ງຂໍການຊີ້ນໍາຂອງພຣະອົງໃນເລື່ອງນີ້”. ເມື່ອເຈົ້າຮູ້ສຶກເຖິງການເຄື່ອນໄຫວໃນຫົວໃຈຂອງເຈົ້າ ແລະ ເຈົ້າກ່າວຄຳເວົ້າສອງສາມຄຳທີ່ຈິງໃຈກ່ຽວກັບມັນຕໍ່ພຣະເຈົ້າ, ແລ້ວພຣະອົງກໍຈະຮູ້. ບາງຄັ້ງເຈົ້າອາດຮູ້ສຶກຄິດຮອດບ້ານ ແລະ ເຈົ້າເວົ້າວ່າ “ພຣະເຈົ້າ, ຂ້ານ້ອຍຄິດຮອດບ້ານ”. ເຈົ້າບໍ່ເວົ້າວ່າເຈົ້າຄິດຮອດຜູ້ໃດເປັນການສະເພາະ, ມັນພຽງແຕ່ວ່າເຈົ້າຮູ້ສຶກເສົ້າ ແລະ ເຈົ້າກຳລັງບອກພຣະເຈົ້າກ່ຽວກັບມັນ. ເຈົ້າພຽງແຕ່ສາມາດແກ້ໄຂບັນຫາຂອງເຈົ້າ ຖ້າເຈົ້າອະທິຖານຫາພຣະເຈົ້າ ແລະ ບອກພຣະອົງວ່າແມ່ນຫຍັງຢູ່ໃນຫົວໃຈຂອງເຈົ້າ. ເຈົ້າສາມາດແກ້ໄຂບັນຫາຂອງເຈົ້າໂດຍການເວົ້າກັບຄົນອື່ນບໍ? ມັນກໍບໍ່ໄດ້ຂີ້ຮ້າຍຫຼາຍ ຖ້າເຈົ້າພົບກັບຄົນທີ່ເຂົ້າໃຈຄວາມຈິງ, ບໍ່ພຽງແຕ່ວ່າເຈົ້າຈະສາມາດແກ້ໄຂບັນຫາຂອງເຈົ້າເທົ່ານັ້ນ ເຈົ້າຍັງຈະໄດ້ປະໂຫຍດຈາກມັນອີກດ້ວຍ. ແຕ່ຖ້າເຈົ້າພົບກັບຄົນທີ່ບໍ່ເຂົ້າໃຈຄວາມຈິງ, ເຈົ້າຈະບໍ່ສາມາດແກ້ໄຂບັນຫາຂອງເຈົ້າ ແລະ ມັນອາດຍັງສົ່ງຜົນກະທົບຕໍ່ພວກເຂົາ. ຖ້າເຈົ້າເວົ້າກັບພຣະເຈົາ, ພຣະເຈົ້າກໍຈະປອບໃຈເຈົ້າ ແລະ ດົນບັນດານເຈົ້າ. ຖ້າເຈົ້າສາມາດສະຫງົບຕົນເອງຕໍ່ໜ້າພຣະເຈົ້າ ແລະ ອ່ານພຣະທຳຂອງພຣະອົງ ແລະ ຈາກນັ້ນກໍຕຶກຕອງ ແລະ ອະທິຖານ, ເຈົ້າກໍຈະສາມາດເຂົ້າໃຈຄວາມຈິງ ແລະ ແກ້ໄຂບັນຫາຂອງເຈົ້າໄດ້. ພຣະທຳຂອງພຣະເຈົ້າສາມາດຊ່ວຍໃຫ້ເຈົ້າຊອກຫາເສັ້ນທາງເພື່ອເອົາຊະນະຄວາມຫຍຸ້ງຍາກຂອງເຈົ້າ ແລະ ເມື່ອເຈົ້າຂ້າມຜ່ານອຸປະສັກທີ່ເລັກນ້ອຍນີ້, ເຈົ້າຈະສະດຸດ ແລະ ມັນຈະບໍ່ຄວບຄຸມເຈົ້າ ຫຼື ມັນຈະບໍ່ມີອິດທິພົນຕໍ່ການທີ່ເຈົ້າປະຕິບັດໜ້າທີ່ຂອງເຈົ້າ. ຈະມີເວລາທີ່ເຈົ້າຮູ້ສຶກເສົ້າຕົກຕໍ່າຝ່າຍວິນຍານ ແລະ ມືດມົວຂຶ້ນໜ້ອຍໜຶ່ງໃນທັນທີ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າຄວນອະທິຖານຫາພຣະເຈົ້າໃນທັນທີ ແລະ ຍັບເຂົ້າໃກ້ພຣະອົງ, ເຊິ່ງໝາຍຄວາມເຖິງການເວົ້າກັບພຣະອົງກ່ຽວກັບສິ່ງທີ່ຢູ່ໃນຫົວໃຈຂອງເຈົ້າ ແລະ ການເຊື່ອໝັ້ນໃນພຣະອົງຢູ່ຕະຫຼອດເວລາ ແລະ ບໍ່ວ່າເຈົ້າຈະຢູ່ບ່ອນໃດກໍຕາມ. ໃນລັກສະນະນີ້, ສະພາວະຂອງເຈົ້າສາມາດໄດ້ຮັບການແກ້ໄຂ. ເຈົ້າຕ້ອງມີຄວາມເຊື່ອວ່າ: “ພຣະເຈົ້າຢູ່ຂ້າງຂ້ານ້ອຍໃນທຸກຊ່ວງເວລາ, ພຣະອົງບໍ່ເຄີຍປະຖິ້ມຂ້ານ້ອຍ, ຂ້ານ້ອຍສາມາດຮູ້ສຶກເຖິງສິ່ງນັ້ນໄດ້. ບໍ່ວ່າຂ້ານ້ອຍຈະຢູ່ບ່ອນໃດ ຫຼື ຂ້ານ້ອຍກຳລັງເຮັດຫຍັງກໍຕາມ, ບໍ່ວ່າຂ້ານ້ອຍຈະຢູ່ໃນການເຕົ້າໂຮມ ຫຼື ກຳລັງປະຕິບັດໜ້າທີ່ຂອງຂ້ານ້ອຍ, ໃນຫົວໃຈຂອງຂ້ານ້ອຍ, ຂ້ານ້ອຍຮູ້ວ່າພຣະເຈົ້າກຳລັງນໍາພາຂ້ອຍດ້ວຍການຈູງມື ແລະ ພຣະອົງບໍ່ເຄີຍປະຖິ້ມຂ້ານ້ອຍຈັກເທື່ອ”. ບາງຄັ້ງ, ເມື່ອເຈົ້າຄິດຫາວ່າ ເຈົ້າຜ່ານແຕ່ລະມື້ແບບນີ້ໃນປີທີ່ຜ່ານມາໄດ້ແນວໃດ, ເຈົ້າຈະຮູ້ສຶກວ່າວຸດທິພາວະຂອງເຈົ້າເຕີບໃຫຍ່ຂຶ້ນ, ພຣະເຈົ້ານໍາພາເຈົ້າ ແລະ ຄວາມຮັກຂອງພຣະເຈົ້າປົກປ້ອງເຈົ້າຢູ່ສະເໝີ. ເມື່ອເຈົ້າຄິດຫາສິ່ງເຫຼົ່ານີ້, ແລ້ວເຈົ້າກໍອະທິຖານໃນຫົວໃຈຂອງເຈົ້າ, ໂດຍຂອບໃຈພຣະເຈົ້າ: “ໂອ ພຣະເຈົ້າ! ຂ້ານ້ອຍຂອບພຣະຄຸນພຣະອົງ! ຂ້ານ້ອຍອ່ອນແອເກີນໄປ, ຂີ້ຢ້ານ ແລະ ເສື່ອມຊາມຢ່າງຮ້າຍແຮງເຫຼືອເກີນ. ຖ້າຂ້ານ້ອຍບໍ່ມີພຣະອົງທີ່ນໍາພາຂ້ານ້ອຍແບບນີ້, ບໍ່ມີທາງທີ່ຂ້ານ້ອຍຈະຜ່ານມັນຈົນຮອດມື້ນີ້ດ້ວຍຕົນເອງ”. ນີ້ບໍ່ແມ່ນການໂອ້ລົມຝ່າຍວິນຍານບໍ? ຖ້າຜູ້ຄົນສາມາດໂອ້ລົມກັບພຣະເຈົ້າໃນລັກສະນະນີ້ຢູ່ເລື້ອຍໆ, ພວກເຂົາຈະບໍ່ມີຫຍັງຫຼາຍໃຫ້ເວົ້າກັບພຣະເຈົ້າບໍ? ພວກເຂົາຈະບໍ່ໃຊ້ຊີວິດຫຼາຍມື້ໂດຍບໍ່ມີຫຍັງຈັກຢ່າງໃຫ້ເວົ້າກັບພຣະເຈົ້າ. ເມື່ອເຈົ້າບໍ່ມີຫຍັງເວົ້າກັບພຣະເຈົ້າ, ພຣະເຈົ້າກໍຫາຍໄປຈາກຫົວໃຈຂອງເຈົ້າ. ຖ້າພຣະເຈົ້າຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າມີຄວາມເຊື່ອໃນພຣະເຈົ້າ, ແລ້ວເຈົ້າກໍຈະສາມາດກ່າວຄຳເວົ້າທຸກສິ່ງໃນຫົວໃຈຂອງເຈົ້າກ່ຽວກັບພຣະອົງ, ເຊິ່ງລວມເຖິງສິ່ງເຫຼົ່ານັ້ນທີ່ເຈົ້າຈະເວົ້າກັບມິດສະຫາຍຂອງເຈົ້າ. ໃນຄວາມເປັນຈິງແລ້ວ, ພຣະເຈົ້າຄືມິດສະຫາຍທີ່ໃກ້ຊິດທີ່ສຸດຂອງເຈົ້າ. ຖ້າເຈົ້າປະຕິບັດຕໍ່ພຣະເຈົ້າດັ່ງມິດສະຫາຍທີ່ໃກ້ຊິດທີ່ສຸດຂອງເຈົ້າ, ດັ່ງຄອບຄົວຂອງເຈົ້າທີ່ເຈົ້າເພິ່ງພາຫຼາຍທີ່ສຸດ, ທີ່ເຈົ້າຖືວ່າເພິ່ງພາໄດ້ຫຼາຍທີ່ສຸດ, ທີ່ໄວ້ໃຈຫຼາຍທີ່ສຸດ ແລະ ທີ່ເຈົ້າໃກ້ຊິດນໍາຫຼາຍທີ່ສຸດ, ແລ້ວມັນກໍອາດເປັນໄປບໍ່ໄດ້ທີ່ເຈົ້າຈະບໍ່ມີຫຍັງໃຫ້ເວົ້າກັບພຣະເຈົ້າ. ຖ້າເຈົ້າມີບາງສິ່ງທີ່ຈະເວົ້າກັບພຣະເຈົ້າຢູ່ສະເໝີ, ເຈົ້າຈະບໍ່ດຳລົງຊີວິດໃນການສະຖິດຂອງພຣະອົງຢູ່ສະເໝີບໍ? ຖ້າເຈົ້າດຳລົງຊີວິດໃນການສະຖິດຂອງພຣະເຈົ້າ, ແລ້ວເຈົ້າກໍຈະສາມາດຮູ້ສຶກວ່າພຣະເຈົ້າສ່ອງແສງສະຫວ່າງ ແລະ ນໍາພາເຈົ້າແນວໃດໃນທຸກຊ່ວງເວລາ, ພຣະອົງຫ່ວງໃຍ ແລະ ປົກປ້ອງເຈົ້າຫຼາຍສໍ່າໃດ ແລະ ນໍາພາຄວາມສະຫງົບສຸກ ແລະ ຄວາມປິຕິຍິນດີມາໃຫ້ເຈົ້າຫຼາຍສໍ່າໃດ, ພຣະອົງອວຍພອນເຈົ້າແນວໃດ ແລະ ພຣະອົງຕໍານິເຈົ້າ, ລົງວິໄນເຈົ້າ, ຂ້ຽນຕີເຈົ້າ ແລະ ພິພາກສາ ແລະ ຕິສອນເຈົ້າ. ທຸກສິ່ງນີ້ຈະຊັດເຈນ ແລະ ຈະແຈ້ງກັບເຈົ້າໃນຫົວໃຈຂອງເຈົ້າ. ຖ້າເຈົ້າພຽງແຕ່ຜ່ານຜ່າແບບມົ້ວໆໃນທຸກໆມື້, ເຊື່ອໃນພຣະເຈົ້າດ້ວຍຄຳເວົ້າເທົ່ານັ້ນ, ໂດຍບໍ່ມີພຣະເຈົ້າໃນຫົວໃຈຂອງເຈົ້າ ແລະ ຖ້າເຈົ້າພຽງແຕ່ປະຕິບັດໜ້າທີ່ຂອງເຈົ້າ ແລະ ເຂົ້າຮ່ວມການເຕົ້າໂຮມໃນລະດັບພາຍນອກ ແລະ ອ່ານພຣະທຳຂອງພຣະເຈົ້າ ແລະ ອະທິຖານທຸກມື້, ພຽງແຕ່ເຮັດສິ່ງເຫຼົ່ານີ້ພໍແລ້ວມືແລ້ວຕີນ, ແລ້ວນີ້ບໍ່ແມ່ນຄວາມເຊື່ອໃນພຣະເຈົ້າ, ບໍ່ມີຫຍັງໃນພິທີກຳທາງສາດສະໜາເຫຼົ່ານີ້ທີ່ເຈົ້າປະຕິບັດຕາມຈະມີຄວາມສຳພັນໃດໆກັບຄວາມຈິງ. ຄົນທີ່ເຊື່ອໃນພຣະເຈົ້າກໍຄວນອ່ານຂໍ້ຄວາມໃນພຣະທຳຂອງພຣະເຈົ້າຢ່າງຖີ່ຖ້ວນທຸກມື້ ແລະ ອະທິຖານ ແລະ ໂອ້ລົມພາຍໃນພຣະທຳເຫຼົ່ານີ້. ພວກເຂົາຄວນຮັບແສງເຍືອງທາງເລັກໆນ້ອຍໆຈາກພຣະທຳຂອງພຣະເຈົ້າທຸກມື້ ແລະ ເຂົ້າໃຈຄວາມຈິງໜ້ອຍໜຶ່ງ. ໂດຍສະເພາະແລ້ວ, ພວກເຂົາຄວນສາມາດສະແຫວງຫາຄວາມຈິງ ແລະ ຮັບມືກັບເລື່ອງຕ່າງໆຕາມຫຼັກການໃນຂະນະທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ສາມາດຮັບເອົາປະສົບການໃນຊີວິດທຸກໆມື້ ແລະ ມີປະສົບການກັບພາລະກິດຂອງພຣະເຈົ້າ. ນັ້ນຄືຜູ້ເຊື່ອທີ່ແທ້ຈິງ ແລະ ຄົນທີ່ຕິດຕາມພຣະເຈົ້າ.

ແມ່ນຫຍັງຄືບັນຫາທີ່ສຳຄັນທີ່ສຸດ ແລະ ຕ້ອງການການແກ້ໄຂທີ່ສຸດໃນຄວາມເຊື່ອຂອງເຈົ້າໃນພຣະເຈົ້າ? ມັນເປັນບັນຫາໃນຄວາມສຳພັນທີ່ເປັນປົກກະຕິຂອງເຈົ້າກັບພຣະເຈົ້າ. ຖ້າເຈົ້າເຊື່ອໃນພຣະເຈົ້າ, ແຕ່ພຣະອົງບໍ່ໄດ້ຢູ່ໃນຫົວໃຈຂອງເຈົ້າ ແລະ ເຈົ້າໄດ້ຕັດການເຊື່ອມຕໍ່ຄວາມສຳພັນຂອງເຈົ້າກັບພຣະອົງ ແລະ ເຈົ້າບໍ່ປະຕິບັດຕໍ່ພຣະເຈົ້າຄືກັບມິດສະຫາຍຂອງເຈົ້າ ແລະ ສະມາຊິກຄອບຄົວທີ່ໃກ້ຊິດທີ່ສຸດ ແລະ ຄົນທີ່ເຈົ້າໄວ້ໃຈ, ແລ້ວພຣະເຈົ້າກໍບໍ່ແມ່ນພຣະເຈົ້າຂອງເຈົ້າ. ປະຕິບັດຕາມພຣະທຳຂອງເຮົາຊົ່ວໄລຍະໜຶ່ງ ແລະ ກວດເບິ່ງວ່າສະພາວະພາຍໃນຂອງພວກເຈົ້າມີການປ່ຽນແປງ ຫຼື ບໍ່. ໂດຍການປະຕິບັດຕາມພຣະທຳຂອງເຮົາ, ເຈົ້າສາມາດແນ່ໃຈໄດ້ວ່າເຈົ້າດຳລົງຊີວິດໃນການສະຖິດຂອງພຣະເຈົ້າ, ເຈົ້າມີສະພາບການທີ່ເປັນປົກກະຕິກ ແລະ ສະພາວະທີ່ເປັນປົກກະຕິ. ເມື່ອສະພາວະຂອງຄົນໆໜຶ່ງເປັນປົກກະຕິ ແລະ ພວກເຂົາບໍ່ໄດ້ຮັບອິດທິພົນຈາກເຫດການ, ຄົນ ແລະ ສິ່ງໃດໆ ຫຼື ສະພາບແວດລ້ອມຕ່າງໆທີ່ເກີດຂຶ້ນກັບພວກເຂົາໃນທຸກຂັ້ນຕອນໃນປະສົບການຊີວິດຂອງພວກເຂົາ ແລະ ພວກເຂົາສາມາດຝືນປະຕິບັດໜ້າທີ່ຂອງພວກເຂົາຢ່າງເປັນປົກກະຕິ, ພວກເຂົາກໍມີວຸດທິພາວະທີ່ແທ້ຈິງ ແລະ ພວກເຂົາເປັນຄົນທີ່ໄດ້ເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງ.

ວັນທີ 20 ກຸມພາ 1992

ກ່ອນນີ້: ການຈ່າຍລາຄາເພື່ອຮັບເອົາຄວາມຈິງຄືສິ່ງທີ່ມີຄວາມໝາຍຢ່າງຍິ່ງໃຫຍ່

ຕໍ່ໄປ: ການປະຕິບັດຄວາມຈິງແມ່ນຫຍັງ

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້