​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ວ່າດ້ວຍເລື່ອງຈຸດໝາຍປາຍທາງ

ເມື່ອໃດກໍຕາມທີ່ເວົ້າເຖິງຈຸດໝາຍປາຍທາງ ພວກເຈົ້າປະຕິບັດກັບມັນດ້ວຍຄວາມຈິງຈັງເປັນພິເສດ; ພວກເຈົ້າທຸກຄົນອ່ອນໄຫວເປັນພິເສດໃນບັນຫານີ້. ບາງຄົນບໍ່ສາມາດລໍຖ້າທີ່ຈະຄຸເຂົ່າໃຫ້ກັບພຣະເຈົ້າເພື່ອລົງເອີຍດ້ວຍຈຸດໝາຍປາຍທາງທີ່ດີ. ເຮົາສາມາດພິສູດຄວາມກະຕືລືລົ້ນຂອງພວກເຈົ້າ ເຊິ່ງບໍ່ຈຳເປັນຕ້ອງສະແດງອອກເປັນຄຳເວົ້າກໍໄດ້. ພວກເຈົ້າບໍ່ຕ້ອງການໃຫ້ເນື້ອໜັງຂອງພວກເຈົ້າຕົກລົງສູ່ໄພພິບັດຢ່າງແນ່ນອນ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າບໍ່ຕ້ອງການຖືກລົງໂທດຢ່າງຍາວນານໃນອະນາຄົດ. ພວກເຈົ້າພຽງແຕ່ຫວັງທີ່ຈະດຳລົງຊີວິດຢ່າງລຽບງ່າຍ ແລະ ເປັນອິດສະລະຫຼາຍຂຶ້ນ. ສະນັ້ນ ພວກເຈົ້າຈຶ່ງຮູ້ສຶກກັງວົນໃຈເປັນພິເສດ ເມື່ອເວລາເວົ້າເຖິງຈຸດໝາຍປາຍທາງ ໂດຍຢ້ານຢູ່ໃນໃຈວ່າ ຖ້າພວກເຈົ້າບໍ່ຕັ້ງໃຈພໍ ພວກເຈົ້າອາດຈະລ່ວງເກີນພຣະເຈົ້າ ແລະ ຈະປະສົບກັບຜົນກຳສະໜອງທີ່ສົມຄວນ. ພວກເຈົ້າບໍ່ລັ່ງເລທີ່ຈະອ່ອນນ້ອມເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ພວກເຈົ້າທັງຫຼາຍທີ່ເຄີຍຄົດໂກງ ແລະ ບໍ່ຈິງຈັງມາກ່ອນ ກໍກາຍເປັນຄົນທີ່ອ່ອນໂຍນເປັນພິເສດ ແລະ ມີຄວາມຈິງໃຈໃນທັນທີທັນໃດ; ຍິ່ງໄປກວ່ານັ້ນ ຄວາມຈິງໃຈຂອງພວກເຈົ້າແມ່ນເປັນຕາຢ້ານກົວຫຼາຍ. ບໍ່ວ່າຫຍັງກໍຕາມ, ພວກເຈົ້າທຸກຄົນມີຫົວໃຈທີ່ “ສັດຊື່” ແລະ ຕັ້ງແຕ່ຕົ້ນຈົນຈົບ ພວກເຈົ້າໄດ້ເປີດໃຈກັບເຮົາ ໂດຍບໍ່ໄດ້ເຊື່ອງຄວາມລັບຫຍັງໄວ້ໃນຫົວໃຈຂອງພວກເຈົ້າເລີຍ, ບໍ່ວ່າຈະເປັນການກ່າວໂທດ, ການຫຼອກລວງ ຫຼື ການອຸທິດຕົນ. ໂດຍລວມແລ້ວ ພວກເຈົ້າໄດ້ “ສາລະພາບ” ຕໍ່ເຮົາຈາກສ່ວນເລິກຫົວໃຈຂອງພວກເຈົາ ແບບກົງໄປກົງມາກ່ຽວກັບສິ່ງທີ່ສໍາຄັນເຫຼົ່ານັ້ນ . ແນ່ນອນ, ເຮົາບໍ່ເຄີຍຫຼີກເວັ້ນສິ່ງດັ່ງກ່າວ ເພາະພວກມັນໄດ້ກາຍມາເປັນເລື່ອງທຳມະດາສຳລັບເຮົາ. ພວກເຈົ້າແມ່ນຍອມລົງສູ່ທະເລໄຟເພື່ອຈຸດໝາຍປາຍທາງຂອງພວກເຈົ້າ ແຕ່ບໍ່ຍອມສູນເສຍເສັ້ນຜົມແມ່ນແຕ່ເສັ້ນດຽວເພື່ອຮັບເອົາການເຫັນດີຂອງພຣະເຈົ້າ. ບໍ່ແມ່ນວ່າເຮົາແຂງກະດ້າງກັບພວກເຈົ້າຫຼາຍເກີນໄປ; ມັນເປັນຍ້ອນວ່າ ຫົວໃຈແຫ່ງການອຸທິດຕົນຂອງພວກເຈົ້ານັ້ນບໍ່ພຽງພໍຫຼາຍເກີນໄປທີ່ຈະຜະເຊີນກັບທຸກສິ່ງທຸກຢ່າງທີ່ເຮົາກະທຳ. ພວກເຈົ້າອາດບໍ່ເຂົ້າໃຈເຖິງສິ່ງທີ່ເຮົາໝາຍເຖິງ ສະນັ້ນ ເຮົາຂໍອະທິບາຍແບບງ່າຍໆໃຫ້ພວກເຈົ້າເຂົ້າໃຈ ນັ້ນກໍຄື ສິ່ງທີ່ພວກເຈົ້າຕ້ອງການບໍ່ແມ່ນຄວາມຈິງ ແລະ ຊີວິດ; ມັນບໍ່ແມ່ນຫຼັກການແຫ່ງການປະພຶດຕົວຂອງພວກເຈົ້າ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນພາລະກິດທີ່ເຮົາປາຖະໜາ. ສິ່ງທີ່ພວກເຈົ້າຕ້ອງການແມ່ນທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃນເນື້ອໜັງ ນັ້ນກໍຄື ຄວາມຮັ່ງມີ, ຖານະ, ຄອບຄົວ, ການແຕ່ງດອງ ຯລຯ. ພວກເຈົ້າບໍ່ພິຈາລະນາເຖິງພຣະທຳ ແລະ ພາລະກິດຂອງເຮົາຢ່າງແທ້ຈິງ, ສະນັ້ນ ເຮົາຈຶ່ງສາມາດສະຫຼຸບຄວາມເຊື່ອຂອງພວກເຈົ້າເປັນຄຳດຽວວ່າ ຄວາມບໍ່ຈິງຈັງ. ພວກເຈົ້າຈະເຮັດທຸກສິ່ງເພື່ອບັນລຸສິ່ງຕ່າງໆທີ່ພວກເຈົ້າອຸທິດຕົວໃຫ້ຢ່າງເຕັມທີ່, ແຕ່ເຮົາຄົ້ນພົບວ່າ ພວກເຈົ້າບໍ່ເອົາໃຈໃສ່ໃນທຸກຢ່າງ ເພື່ອເຫັນແກ່ຄວາມເຊື່ອຂອງພວກເຈົ້າທີ່ມີຕໍ່ພຣະເຈົ້າ. ກົງກັນຂ້າມ, ພວກເຈົ້າຊື່ສັດພໍປະມານ ແລະ ຈິງຈັງພໍປະມານ. ນັ້ນຄືເຫດຜົນທີ່ເຮົາເວົ້າວ່າ ຄົນທີ່ຂາດຫົວໃຈທີ່ຈິງໃຈທີ່ສຸດກໍຄືຄົນທີ່ລົ້ມເຫຼວໃນຄວາມເຊື່ອຕໍ່ພຣະເຈົ້າ. ໃຫ້ຄິດຢ່າງຖີ່ຖ້ວນວ່າ ມີຄວາມລົ້ມເຫຼວທ່າມກາງພວກເຈົ້າຫຼາຍບໍ?

ພວກເຈົ້າຄວນຮຸ້ວ່າ ຄວາມສຳເລັດໃນການເຊື່ອພຣະເຈົ້ານັ້ນ ແມ່ນສໍາເລັດໂດຍຈາກການກະທຳຂອງພວກເຈົ້າເອງ; ເມື່ອຜູ້ຄົນລົ້ມເຫຼວ, ນັ້ນກໍຍ້ອນການກະທຳຂອງພວກເຈົ້າເອງ, ບໍ່ແມ່ນຜົນມາຈາກປັດໄຈໃດໆ. ເຮົາເຊື່ອວ່າ ພວກເຈົ້າຕ້ອງເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ບາງສິ່ງສຳເລັດ ເຖິງແມ່ນວ່າ ສິ່ງນັ້ນຈະຫຍຸ້ງຍາກກວ່າ ແລະ ທົນທຸກທໍລະມານຫຼາຍກວ່າການເຊື່ອໃນພຣະເຈົ້າ ແລະ ພວກເຈົ້າກໍຈະເຮັດກັບມັນຢ່າງຈິງຈັງ. ຍິ່ງໄປກວ່ານັ້ນ ພວກເຈົ້າກໍຈະຕັ້ງໃຈເຮັດໂດຍປາດສະຈາກຂໍ້ຜິດພາດໃດໆເລີຍ; ສິ່ງເຫຼົ່ານີ້ແມ່ນຄວາມພະຍາຍາມຢ່າງບໍ່ທໍ້ຖອຍ ທີ່ພວກເຈົ້າທຸກຄົນໄດ້ນໍາເຂົ້າສູ່ຊີວິດຂອງພວກເຈົ້າເອງ. ນອກຈາກນັ້ນ ພວກເຈົ້າຍັງສາມາດຫຼອກລວງເຮົາທາງຝ່າຍເນື້ອໜັງ ແຕ່ບໍ່ສາມາດຫຼອກລວງຄົນໃນຄອບຄົວຂອງພວກເຈົ້າເອງ. ນີ້ແມ່ນການປະພຶດທີ່ບໍ່ປ່ຽນແປງຂອງພວກເຈົ້າ ແລະ ຫຼັກການທີ່ພວກເຈົ້ານໍາໄປໃຊ້ໃນຊີວິດຂອງພວກເຈົ້າ. ພວກເຈົ້າບໍ່ໄດ້ສ້າງພາບຈອມປອມເພື່ອຫຼອກລວງເຮົາບໍ ໂດຍເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ເພື່ອຈະໄດ້ມີຈຸດໝາຍປາຍທາງທີ່ສວຍງາມ ແລະ ຢ່າງມີຄວາມສຸກ? ເຮົາຮູ້ວ່າ ການອຸທິດຕົນຂອງພວກເຈົ້າ ແລະ ຄວາມຈິງໃຈຂອງພວກເຈົ້າເປັນສິ່ງຊົ່ວຄາວ; ຄວາມທະເຍີທະຍານຂອງພວກເຈົ້າ ແລະ ລາຄາທີ່ພວກເຈົ້າຈ່າຍນັ້ນແມ່ນພຽງແຕ່ເພື່ອປັດຈຸບັນ ແລະ ບໍ່ແມ່ນສຳລັບອະນາຄົດບໍ່ແມ່ນບໍ? ພວກເຈົ້າພຽງແຕ່ຕ້ອງການໃຊ້ຄວາມພະຍາຍາມຄັ້ງສຸດທ້າຍເພື່ອຮັກສາຈຸດໝາຍປາຍທາງທີ່ສວຍງາມ. ເປົ້າໝາຍຂອງພວກເຈົ້າກໍເປັນພຽງການຄ້າຂາຍເທົ່ານັ້ນ; ມັນບໍ່ແມ່ນຍ້ອນພວກເຈົ້າເປັນໜີ້ກັບຄວາມຈິງ ແລະ ໂດຍສະເພາະແລ້ວ ມັນບໍ່ແມ່ນການຕອບແທນເຮົາສຳລັບລາຄາທີ່ເຮົາໄດ້ຈ່າຍ. ສະຫຼຸບກໍຄືພວກເຈົ້າພຽງແຕ່ເຕັມໃຈທີ່ຈະໃຊ້ຄວາມສະຫຼາດຂອງພວກເຈົ້າ, ແຕ່ພວກເຈົ້າບໍ່ເຕັມໃຈທີ່ຈະຕໍ່ສູ້ເພື່ອສິ່ງນັ້ນ. ນີ້ບໍໍ່ແມ່ນຄວາມປາຖະໜາທີ່ແທ້ຈິງຂອງພວກເຈົ້າບໍ? ພວກເຈົ້າຕ້ອງບໍ່ປິດບັງຕົວພວກເຈົ້າເອງ ແລະ ຍິ່ງໄປກວ່ານັ້ນ ຕ້ອງບໍ່ຄິດໜັກເກີນໄປກ່ຽວກັບຈຸດໝາຍປາຍທາງຂອງພວກເຈົ້າ ຈົນເຖິງຈຸດທີ່ວ່າ ພວກເຈົ້າບໍ່ສາມາດກິນ ແລະ ນອນຫຼັບໄດ້. ເພາະວ່າ ຄວາມຈິງແລ້ວຈຸດໝາຍປາຍທາງຂອງພວກເຈົ້າແມ່ນຈະຖືກກຳນົດໃນເວລາສຸດທ້າຍຢູ່ດີບໍ່ແມ່ນບໍ? ພວກເຈົ້າຄວນປະຕິບັດໜ້າທີ່ຂອງພວກເຈົ້າເອງດ້ວຍຄວາມສາມາດ ແລະ ດ້ວຍຫົວໃຈທີ່ເປີດເຜີຍ, ຊື່ສັດ ແລະ ຄວາມເຕັມໃຈ. ດັ່ງທີ່ພວກເຈົ້າໄດ້ກ່າວ ເມື່ອມື້ນັ້ນມາເຖິງ ພຣະເຈົ້າຈະປະຕິບັດຢ່າງດີກັບໃຜກໍຕາມທີ່ໄດ້ທົນທຸກ ຫຼື ເສຍສະລະເພື່ອພຣະອົງ. ຄວາມເຊື່ອໝັ້ນແບບນີ້ແມ່ນສົມຄວນແກ່ການຍຶດໝັ້ນ ແລະ ພວກເຈົ້າບໍ່ຄວນລືມມັນຈັກເທື່ອ. ດ້ວຍວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈກ່ຽວກັບພວກເຈົ້າ. ບໍ່ດັ່ງນັ້ນ ເຮົາຈະບໍ່ສະບາຍໃຈກ່ຽວກັບພວກເຈົ້າ ແລະ ພວກເຈົ້າກໍຈະເປັນສິ່ງທີ່ເຮົາເບື່ອໜ່າຍຕະຫຼອດໄປ. ຖ້າພວກເຈົ້າທຸກຄົນສາມາດປະຕິບັດຕາມຄວາມສຳນຶກຂອງພວກເຈົ້າ ແລະ ມອບທຸກສິ່ງທຸກຢ່າງທີ່ພວກເຈົ້າມີໃຫ້ກັບເຮົາ, ທຸ້ມເທຄວາມພະຍາຍາມໃຫ້ກັບພາລະກິດຂອງເຮົາ ແລະ ອຸທິດທັງຊີວິດເພື່ອພາລະກິດຂ່າວປະເສີດຂອງເຮົາ, ຖ້າພວກເຈົ້າເຮັດໄດ້ແບບນັ້ນ ແລ້ວຫົວໃຈຂອງເຮົາຈະບໍ່ໂດດເຕັ້ນດ້ວຍຄວາມປິຕິຍິນດີໃຫ້ກັບພວກເຈົ້າຢູ່ຕະຫຼອດເວລາບໍ? ເຮົາຈະບໍ່ສາມາດສະບາຍໃຈກັບພວກເຈົ້າໄດ້ແທ້ບໍ? ມັນເປັນຕາອັບອາຍແທ້ໆ ເພາະສິ່ງທີ່ພວກເຈົ້າສາມາດເຮັດໄດ້ກໍມີພຽງແຕ່ສ່ວນທີ່ເປັນຕາສົມເພດ ແລະ ມີພຽງສິ່ງເລັກນ້ອຍທີ່ເຮົາຄາດຫວັງເທົ່ານັ້ນ; ໃນກໍລະນີນີ້, ພວກເຈົ້າຍັງຈະໜ້າດ້ານສະແຫວງຫາຈາກເຮົາໃນສິ່ງທີ່ພວກເຈົ້າຄາດຫວັງໄດ້ແນວໃດ?

ຈຸດໝາຍປາຍທາງຂອງພວກເຈົ້າ ແລະ ໂຊກຊະຕາຂອງພວກເຈົ້າສຳຄັນກັບພວກເຈົ້າຫຼາຍ ນັ້ນກໍຄື ມັນໜ້າກັງວົນທີ່ສຸດ. ພວກເຈົ້າເຊື່ອວ່າ ຖ້າພວກເຈົ້າບໍ່ໄດ້ເຮັດສິ່ງຕ່າງໆດ້ວຍຄວາມລະມັດລະວັງ, ມັນກໍຈະເທົ່າກັບວ່າ ພວກເຈົ້າຂາດຈຸດໝາຍປາຍທາງ ແລະ ໂຊກຊະຕາກໍາຂອງພວກເຈົ້າກໍຈະພົບແຕ່ຄວາມພິນາດ. ແຕ່ພວກເຈົ້າເຄີຍຄິດຢູ່ບໍວ່າ ຖ້າຄົນໜຶ່ງພະຍາຍາມເສຍສະລະ ເພື່ອພຽງເຫັນແກ່ຈຸດໝາຍປາຍທາງຂອງຕົນ, ຄວາມພະຍາຍາມຂອງເຂົາແມ່ນຈະບໍ່ເກີດຜົນປະໂຫຍດຫຍັງ? ຄວາມພະຍາຍາມດັ່ງກ່າວແມ່ນບໍ່ຈິງໃຈ ນັ້ນກໍຄື ພວກມັນຈອມປອມ ແລະ ຫຼອກລວງ. ຖ້າເປັນແນວນັ້ນ ຄົນທີ່ປະຕິບັດພາລະກິດເພື່ອຈຸດໝາຍປາຍທາງຂອງພວກເຂົາກໍຈະໄດ້ຮັບຄວາມຜ່າຍແພ້ຢ່າງແນ່ນອນ ຍ້ອນວ່າ ຄວາມລົ້ມເຫຼວໃນຄວາມເຊື່ອຂອງຜູ້ຄົນທີ່ມີຕໍ່ພຣະເຈົ້າເກີດຂຶ້ນຍ້ອນການຫຼອກລວງ. ເຮົາໄດ້ເວົ້າກ່ອນໜ້ານີ້ແລ້ວວ່າ ເຮົາບໍ່ມັກທີ່ຜູ້ຄົນມາປະຈົບປະແຈງ ຫຼື ລູບແຂ່ງເລຍຂາ ຫຼື ປະຕິບັດຕໍ່ເຮົາດ້ວຍຄວາມຕື່ນເຕັ້ນດີໃຈຊື່ໆ. ເຮົາມັກຄົນທີ່ຊື່ສັດເພື່ອຕໍ່ສູ້ກັບຄວາມຈິງ ແລະ ຄວາມຄາດຫວັງຂອງເຮົາ. ຍິ່ງໄປກວ່ານັ້ນ ເຮົາມັກເວລາທີ່ຄົນສາມາດສະແດງຄວາມລະອຽດອ່ອນທີ່ສຸດ ແລະ ຄຳນຶງເຖິງຫົວໃຈຂອງເຮົາ ແລະ ຍິ່ງໄປກວ່ານັ້ນກໍຄື ເຮົາມັກເວລາທີ່ພວກເຂົາສາມາດເສຍສະລະທຸກສິ່ງທຸກຢ່າງເພື່ອເຫັນແກ່ເຮົາ. ມີພຽງແຕ່ວິທີນີ້ເທົ່ານັ້ນ ເຮົາຈຶ່ງຈະສະບາຍໃຈ. ໃນປັດຈຸບັນນີ້ ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາບໍ່ມັກຫຼາຍສໍ່າໃດ? ມີສິ່ງຕ່າງໆກ່ຽວກັບພວກເຈົ້າທີ່ເຮົາມັກຫຼາຍສໍ່າໃດ? ໃນບັນດາພວກເຈົ້າບໍ່ມີໃຜເລີຍບໍ ທີ່ສຳນຶກເຖິງຄວາມໜ້າລັງກຽດທີ່ພວກເຈົ້າສຳແດງອອກມາເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າ?

ໃນຫົວໃຈຂອງເຮົາ, ເຮົາບໍ່ປາຖະໜາທີ່ຈະທໍາລາຍຫົວໃຈຂອງຜູ້ຄົນທີ່ເປັນບວກ ແລະ ໄດ້ຮັບແຮງຈູງໃຈ, ໂດຍສະເພາະແລ້ວ ເຮົາບໍ່ປາຖະໜາທີ່ຈະເຮັດໃຫ້ຜູ້ຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາດ້ວຍຄວາມຊື່ສັດນັ້ນໝົດກໍາລັງໃຈ; ຢ່າງໃດກໍຕາມ ເຮົາຕ້ອງເຕືອນພວກເຈົ້າແຕ່ລະຄົນໄວ້ກ່ອນກ່ຽວກັບຄວາມບົກຜ່ອງຂອງພວກເຈົ້າ ແລະ ຈິດວິນຍານສົກກະປົກທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງພວກເຈົ້າ. ຈຸດປະສົງໃນການເຮັດແບບນີ້ກໍຫວັງວ່າ ພວກເຈົ້າຈະສາມາດຖວາຍຫົວໃຈທີ່ແທ້ຈິງເພື່ອຜະເຊີນກັບພຣະທຳຂອງເຮົາ ເພາະວ່າ ສິ່ງທີ່ເຮົາກຽດຊັງທີ່ສຸດກໍຄືການຫຼອກລວງຂອງຜູ້ຄົນ. ເຮົາພຽງແຕ່ຫວັງວ່າ ໃນພາລະກິດຂັ້ນຕອນສຸດທ້າຍຂອງເຮົານັ້ນ ພວກເຈົ້າຈະສາມາດປະຕິບັດໄດ້ຢ່າງໂດດເດັ່ນ, ອຸທິດຕົນຢ່າງເຕັມທີ່ ແລະ ບໍ່ເປັນຄົນທີ່ບໍ່ຈິງໃຈອີກຕໍ່ໄປ. ແນ່ນອນ ເຮົາຍັງຫວັງໃຫ້ພວກເຈົ້າທຸກຄົນມີຈຸດໝາຍປາຍທາງທີ່ດີ. ຢ່າງໃດກໍຕາມ ເຮົາຍັງມີເງື່ອນໄຂຂອງເຮົາ ເຊິ່ງນັ້ນກໍຄື ການໃຫ້ພວກເຈົ້າຕັດສິນໃຈຢ່າງດີທີ່ສຸດທີ່ຈະຖວາຍການອຸທິດຕົນຄັ້ງດຽວ ແລະ ຄັ້ງສຸດທ້າຍ. ຖ້າບາງຄົນບໍ່ມີການອຸທິດໃນຄັ້ງນີ້, ຄົນນັ້ນກໍຈະເປັນຊັບສົມບັດຂອງຊາຕານຢ່າງແນ່ນອນ ແລະ ເຮົາກໍຈະບໍ່ສືບຕໍ່ນໍາໃຊ້ເຂົາ. ເຮົາຈະສົ່ງເຂົາກັບເຮືອນເພື່ອໃຫ້ພໍ່ແມ່ຂອງເຂົາດູແລ. ພາລະກິດຂອງເຮົາເປັນປະໂຫຍດໃຫ້ກັບພວກເຈົ້າຫຼາຍ; ສິ່ງທີ່ເຮົາຫວັງໄດ້ຮັບຈາກພວກເຈົ້າກໍຄືຫົວໃຈທີ່ຊື່ສັດ ແລະ ຢູ່ໃນທາງບວກ, ແຕ່ຈົນຮອດປັດຈຸບັນນີ້ ມືຂອງເຮົາກໍຍັງວ່າງເປົ່າເໝືອນເດີມ. ໃຫ້ລອງຄິດກ່ຽວກັບສິ່ງນີ້ເບິ່ງ: ຖ້າມື້ໜຶ່ງ ເຮົາຍັງຄົງຂົມຂື່ນເໜືອຄຳບັນຍາຍແບບນີ້ ທ່າທີ່ຂອງເຮົາທີ່ມີຕໍ່ພວກເຈົ້າຈະເປັນແນວໃດ? ເຮົາຈະຍັງເປັນມິດຢູ່ບໍ່? ຫົວໃຈຂອງເຮົາຈະມີສັນຕິສຸກຢູ່ບໍ? ພວກເຈົ້າເຂົ້າໃຈເຖິງຄວາມຮູ້ສຶກຂອງຄົນທີ່ປູກເຂົ້າຢ່າງພາກພຽນ ແຕ່ບໍ່ໄດ້ເກັບກ່ຽວເມັດເຂົ້າແມ່ນແຕ່ເມັດດຽວບໍ່? ພວກເຈົ້າເຂົ້າໃຈບໍ່ວ່າ ຄວາມເຈັບປວດຂອງບາງຄົນທີ່ຖືກຕີຢ່າງໜັກເປັນແນວໃດ? ພວກເຈົ້າສາມາດຊີມລົດຊາດແຫ່ງຄວາມເຈັບປວດຂອງຄົນທີ່ເຕັມໄປດ້ວຍຄວາມຫວັງ ຜູ້ເຊິ່ງຕ້ອງຈາກບາງຄົນໄປບົນເງື່ອນໄຂທີ່ບໍ່ຈົບງາມບໍ? ພວກເຈົ້າເຄີຍເຫັນຄວາມໂກດຮ້າຍຂອງຄົນທີ່ຖືກເຮັດໃຫ້ໃຈຮ້າຍບໍ? ພວກເຈົ້າສາມາດຮູ້ຈັກເຖິງຄວາມຮູ້ສຶກຮີບດ່ວນໃນການຕ້ອງການແກ້ແຄ້ນຂອງຄົນທີ່ຖືກປະຕິບັດນໍາດ້ວຍຄວາມໂຫດຮ້າຍ ແລະ ຫຼອກລວງບໍ? ຖ້າພວກເຈົ້າເຂົ້າໃຈເຖິງຄວາມຄິດຂອງຄົນເຫຼົ່ານີ້, ເຮົາຄິດວ່າ ມັນກໍບໍ່ຍາກທີ່ພວກເຈົ້າຈະຈິນຕະນາການເຖິງທ່າທີຂອງພຣະເຈົ້າໃນເວລາແຫ່ງການແກ້ແຄ້ນຂອງພຣະອົງ. ສຸດທ້າຍນີ້ ເຮົາຫວັງໃຫ້ພວກເຈົ້າທຸກຄົນພະຍາຍາມຢ່າງຈິງຈັງເພື່ອເຫັນແກ່ຈຸດໝາຍປາຍທາງຂອງພວກເຈົ້າເອງ; ຢ່າງໃດກໍຕາມ, ພວກເຈົ້າບໍ່ຄວນນໍາໃຊ້ວິທີທີ່ຫຼອກລວງເຂົ້າໃນຄວາມພະຍາຍາມຂອງພວກເຈົ້າ ຫຼື ບໍ່ດັ່ງນັ້ນ ໃນຫົວໃຈຂອງເຮົາກໍຍັງຄົງຜິດຫວັງກັບພວກເຈົ້າ. ຄວາມຜິດຫວັງດັ່ງກ່າວຈະນໍາໄປສູ່ສິ່ງໃດ? ພວກເຈົ້າບໍ່ໄດ້ກຳລັງຫຼອກລວງຕົນເອງບໍ? ຄົນທີ່ຄິດເຖິງຈຸດໝາຍປາຍທາງຂອງພວກເຂົາ ແຕ່ທຳລາຍມັນ ຈະບໍ່ສາມາດໄດ້ຮັບຄວາມລອດພົ້ນຢ່າງແນ່ນອນ. ເຖິງແມ່ນຜູ້ຄົນດັ່ງກ່າວຈະໂກດຮ້າຍພຽງໃດ, ແລ້ວມີໃຜຈະເຫັນອົກເຫັນໃຈພວກເຂົາ? ສະຫຼຸບແລ້ວ ເຮົາຍັງເຕັມໃຈທີ່ຈະປາຖະໜາໃຫ້ພວກເຈົ້າມີຈຸດໝາຍປາຍທາງທີ່ເໝາະສົມ ແລະ ດີ. ຍິ່ງໄປກວ່ານັ້ນ ເຮົາຫວັງວ່າ ຈະບໍ່ມີຜູ້ໃດໃນພວກເຈົ້າປະສົບກັບຄວາມພິນາດ.

​ກ່ອນ​ນີ້ :ເຈົ້າຈົງຮັກພັກດີຕໍ່ໃຜ?

ຕໍ່​ໄປ:ພຣະໂອວາດສາມຂໍ້

ເນື່ອຫາທີ່ກ່ຽວຂ້ອງ