​ແອັບ​ຄຣິສຕະຈັກຂອງ​ພຣະ​ເຈົ້າອົງຊົງລິດທານຸພາບສູງສຸດ

ຟັງສຽງ​ຂອງ​ພຣະ​ເຈົ້າ ​ແລະ ຍິນດີຕ້ອນຮັບ​ການສະເດັດ​ກັບ​ມາ​ຂອງ​ພຣະ​ເຍຊູເຈົ້າ!

ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 9

ເຮົາຕ້ອງການເຕືອນເຈົ້າວ່າ ເຈົ້າຕ້ອງບໍ່ຄຸມເຄືອແມ່ນແຕ່ໜ້ອຍດຽວໃນພຣະທຳຂອງເຮົາ ແລະ ຄວາມເລິນເລີ້ໃດກໍຕາມແມ່ນບໍ່ສາມາດຍອມຮັບໄດ້. ເຈົ້າຕ້ອງໃສ່ໃຈ ແລະ ເຊື່ອຟັງພຣະທຳນັ້ນ ແລະ ເຮັດສິ່ງຕ່າງໆຕາມເຈດຕະນາຂອງເຮົາ. ເຈົ້າຕ້ອງຕື່ນຕົວຢູ່ສະເໝີ ແລະ ຢ່າມີອຸປະນິໄສທີ່ອວດດີ ແລະ ຄິດວ່າຕົນເອງຊອບທຳຈັກເທື່ອ ແລະ ເຈົ້າຕ້ອງເພິ່ງພາເຮົາຢູ່ສະເໝີເພື່ອປະຖິ້ມອຸປະນິໄສເກົ່າຕາມທຳມະຊາດທີ່ອາໄສຢູ່ພາຍໃນຕົວເຈົ້າ. ເຈົ້າຄວນມີຄວາມສາມາດທີ່ຈະຮັກສາເງື່ອນໄຂປົກກະຕິຕໍ່ໜ້າເຮົາ ແລະ ມີອຸປະນິໄສທີ່ໝັ້ນຄົງ. ຄວາມຄິດຂອງເຈົ້າຕ້ອງເອົາຈິງເອົາຈັງ ແລະ ຊັດເຈນ ແລະ ບໍ່ຄວນແກວ່ງໄກວ ຫຼື ຖືກຄວບຄຸມໂດຍຄົນໃດຄົນໜຶ່ງ, ເຫດການໃດໜຶ່ງ ຫຼື ສິ່ງໃດໜຶ່ງ. ເຈົ້າຄວນສະຫງົບຢູ່ຕໍ່ໜ້າເຮົາສະເໝີ ແລະ ຮັກສາຄວາມໃກ້ຊິດ ແລະ ການສົນທະນາກັບເຮົາຢ່າງຕໍ່ເນື່ອງຢູ່ສະເໝີ. ເຈົ້າຈະສະແດງຄວາມກ້າຫານທີ່ບໍ່ຍອມແພ້ ແລະ ຍຶດໝັ້ນໃນຄຳພະຍານທີ່ເຈົ້າມີໃຫ້ກັບເຮົາ. ຈົ່ງລຸກຂຶ້ນ ແລະ ເວົ້າເພື່ອເຮົາ ແລະ ຢ່າຢ້ານສິ່ງທີ່ຄົນອື່ນຈະເວົ້າ. ໃຫ້ຕັ້ງໃຈກັບການປະຕິບັດຕາມເຈດຕະນາຂອງເຮົາ ແລະ ບໍ່ຖືກຄົນອື່ນຄວບຄຸມ. ສິ່ງທີ່ເຮົາເປີດເຜີຍໃຫ້ກັບເຈົ້າຕ້ອງເຮັດຕາມເຈດຕະນາຂອງເຮົາ ແລະ ບໍ່ສາມາດຊັກຊ້າໄດ້. ເຈົ້າຮູ້ສຶກແນວໃດຢູ່ຂ້າງໃນ? ເຈົ້າອຶດອັດບໍ? ເຈົ້າຈະເຂົ້າໃຈ. ເປັນຫຍັງເຈົ້າຈຶ່ງບໍ່ສາມາດຢືນຂຶ້ນເພື່ອເວົ້າໂດຍເຫັນແກ່ເຮົາ ແລະ ຄຳນຶງເຖິງພາລະຂອງເຮົາ? ເຈົ້າສືບຕໍ່ມີສ່ວນຮ່ວມໃນການວາງແຜນທີ່ບໍ່ສຳຄັນ, ແຕ່ເຮົາເຫັນມັນຢ່າງຊັດເຈນໝົດແລ້ວ. ເຮົາແມ່ນຜູ້ສະໜັບສະໜູນຂອງເຈົ້າ ແລະ ໂລຂອງເຈົ້າ ແລະ ທຸກສິ່ງຢູ່ໃນມືຂອງເຮົາ, ແລ້ວເຈົ້າຢ້ານຫຍັງ? ນັ້ນບໍ່ແມ່ນການເປັນເຈົ້າອາລົມເກີນໄປບໍ? ເຈົ້າຕ້ອງປະຖິ້ມອາລົມຢ່າງໄວ; ເຮົາບໍ່ໃຊ້ອາລົມ ແລະ ເຮົາໃຊ້ຄວາມຊອບທຳ. ຖ້າມັນບໍ່ມີປະໂຫຍດຫຍັງຕໍ່ຄຣິສຕະຈັກ, ແລ້ວແມ່ ແລະ ພໍ່ຂອງເຈົ້າເອງກໍບໍ່ຖືກຍົກເວັ້ນ! ເຈດຕະນາຂອງເຮົາແມ່ນຖືກເປີດເຜີຍໃຫ້ກັບເຈົ້າ ແລະ ເຈົ້າຕ້ອງບໍ່ປະຕິເສດສິ່ງເຫຼົ່ານັ້ນ. ກົງກັນຂ້າມ ເຈົ້າຕ້ອງນໍາຄວາມໃສ່ໃຈຂອງເຈົ້າທັງໝົດດເຂົ້າໃສ່ສິ່ງເຫຼົ່ານັ້ນ ແລະ ປະຖິ້ມທຸກສິ່ງເພື່ອຕິດຕາມໝົດຫົວໃຈ. ເຮົາຈະຮັກສາເຈົ້າໄວ້ໃນມືຂອງເຮົາຢູ່ສະເໝີ. ຢ່າຂີ້ຢ້ານ ແລະ ຖືກຄວບຄຸມໂດຍສາມີ ຫຼື ພັນລະຍາຂອງເຈົ້າ; ເຈົ້າຕ້ອງຍອມໃຫ້ຄວາມປະສົງຂອງເຮົາໄດ້ຮັບການປະຕິບັດ.

ຈົ່ງມີຄວາມເຊື່ອ! ຈົ່ງມີຄວາມເຊື່ອ! ເຮົາເປັນຜູ້ຊົງລິດທານຸພາບສູງສຸດຂອງເຈົ້າ. ນີ້ແມ່ນສິ່ງທີ່ເຈົ້າອາດຈະຄ່ອນຂ້າງເຂົ້າໃຈ, ແຕ່ເຈົ້າຍັງຕ້ອງລະມັດລະວັງ. ເພື່ອເຫັນແກ່ຄຣິສຕະຈັກ, ຄວາມປະສົງຂອງເຮົາ ແລະ ການຄຸ້ມຄອງຂອງເຮົາ, ເຈົ້າຕ້ອງອຸທິດຢ່າງສົມບູນ ແລະ ຄວາມລຶກລັບ ແລະ ເວລາສຸດທ້າຍທັງປວງຈະຖືກສະແດງໃຫ້ກັບເຈົ້າຢ່າງຊັດເຈນ. ຈະມີບໍ່ການຊັກຊ້າອີກຕໍ່ໄປ ແລະ ມື້ເຫຼົ່ານັັ້ນກຳລັງມາເຖິງຈຸດສຸດທ້າຍ. ແລ້ວເຈົ້າຈະເຮັດແນວໃດ? ເຈົ້າຈະສາມາດສະແຫວງຫາເພື່ອເຮັດໃຫ້ຊີວິດຂອງເຈົ້າເຕີບໃຫຍ່ໄວຂຶ້ນໄດ້ແນວໃດ? ເຈົ້າຈະເຮັດໃຫ້ຕົນເອງເປັນປະໂຫຍດຕໍ່ເຮົາຢ່າງໄວແນວໃດ? ເຈົ້າຈະເຮັດໃຫ້ຄວາມປະສົງຂອງເຮົາຖືກປະຕິບັດແນວໃດ? ການເຮັດແບບນັ້ນຈຳເປັນຕ້ອງມີການໄຕ່ຕອງຢ່າງລະອຽດ ແລະ ການສົນທະນາກັບເຮົາຢ່າງເລິກເຊິ່ງ. ຈົ່ງເພິ່ງພາເຮົາ, ຈົ່ງເຊື່ອໃນເຮົາ, ຢ່າປະໝາດ ແລະ ຈົ່ງມີຄວາມສາມາດທີ່ຈະເລີ່ມເຮັດສິ່ງຕ່າງໆຕາມການນໍາພາຂອງເຮົາ. ຄວາມຈິງຕ້ອງຖືກຈັດກຽມຢ່າງດີ ແລະ ເຈົ້າຕ້ອງກິນ ແລະ ດື່ມຄວາມຈິງນັ້ນໃຫ້ເລື້ອຍຫຼາຍຍິ່ງຂຶ້ນ. ທຸກຄວາມຈິງຕ້ອງຖືກປະຕິບັດກ່ອນທີ່ຈະສາມາດເຂົ້າໃຈມັນຢ່າງຊັດເຈນ.

ບັດນີ້ ເຈົ້າຮູ້ສຶກແລ້ວບໍວ່າບໍ່ມີເວລາພຽງພໍ? ເຈົ້າຍັງຮູ້ສຶກບໍວ່າເຈົ້າແຕກຕ່າງຢູ່ຂ້າງໃນ ເມື່ອປຽບທຽບກັບເມື່ອກ່ອນ ແລະ ພາລະຂອງເຈົ້າເບິ່ງໜັກຫຼາຍ? ເຈດຕະນາຂອງເຮົາແມ່ນກ່ຽວກັບເຈົ້າ; ເຈົ້າຕ້ອງບໍ່ສັບສົນ, ຢ່າແຍກຈາກສິ່ງເຫຼົ່ານັ້ນ ແລະ ພົວພັນກັບເຮົາຢູ່ສະເໝີ. ຈົ່ງຢູ່ໃກ້ຊິດເຮົາຕະລອດ, ສື່ສານກັບເຮົາ, ຄຳນຶງເຖິງຫົວໃຈຂອງເຮົາ ແລະ ສາມາດຮັບໃຊ້ຢ່າງພ້ອມພຽງ ເພື່ອເຈດຕະນາຂອງເຮົາຈະຖືກເປີດເຜີຍໃຫ້ກັບພວກເຈົ້າຢູ່ສະເໝີ. ຈົ່ງໃສ່ໃຈຢ່າງໃກ້ຊິດ! ຈົ່ງໃຈຢ່າງໃກ້ຊິດ! ຢ່າຂີ້ຄ້ານແມ່ນແຕ່ໜ້ອຍດຽວ; ນັ້ນແມ່ນໜ້າທີ່ຂອງເຈົ້າ ແລະ ພາລະກິດຂອງເຮົາກໍອາໄສຢູ່ໃນນັ້ນ.

ເຈົ້າອາດມີຄວາມເຂົ້າໃຈເລັກນ້ອຍໃນຈຸດນີ້ ແລະ ຮູ້ສຶກວ່ານີ້ເປັນສິ່ງທີ່ມະຫັດສະຈັນເກີນໄປ. ເຈົ້າອາດມີຂໍ້ສົງໄສໃນອະດີດ ແລະ ຮູ້ສຶກວ່າ ມັນແຕກຕ່າງກັນຢ່າງສິ້ນເຊີງຕໍ່ແນວຄິດ, ແນວຄວາມຄິດ ແລະ ຄວາມຄິດຂອງມະນຸດ, ແຕ່ບັດນີ້ ເຈົ້າເຂົ້າໃຈແທ້ໆແລ້ວ. ນີ້ແມ່ນພາລະກິດທີ່ມະຫັດສະຈັນຂອງເຮົາ ແລະ ມັນເປັນພາລະກິດທີ່ມະຫັດສະຈັນຂອງພຣະເຈົ້າເຊັ່ນກັນ. ເຈົ້າຕ້ອງຕື່ນຕົວຢູ່ສະເໝີ ແລະ ລໍຖ້າ ແລະ ຍ່າງໃນພາລະກິດນັ້ນ. ເວລາຢູ່ໃນມືຂອງເຮົາ; ຢ່າເຮັດໃຫ້ມັນສູນເປົ່າ ແລະ ຢ່າຊ້າລົງແມ່ນແຕ່ຊ່ວງເວລາດຽວ. ການເຮັດໃຫ້ເວລາສູນເປົ່າກໍລ່າຊ້າພາລະກິດຂອງເຮົາ ແລະ ຂັດຂວາງຄວາມປະສົງຂອງເຮົາທີ່ມີໃນເຈົ້າ. ເຈົ້າຕ້ອງໄຕ່ຕອງ ແລະ ສື່ສານກັບເຮົາເລື້ອຍໆ. ເຈົ້າຕ້ອງນໍາການກະທຳທຸກຢ່າງ, ການເຄື່ອນໄຫວ, ຄວາມຄິດ, ແນວຄິດ, ຄອບຄົວ, ສາມີ, ລູກຊາຍ ແລະ ລູກສາວມາຢູ່ຕໍ່ໜ້າເຮົາ. ຢ່າເພິ່ງພາຕົນເອງໃນການປະຕິບັດ, ຖ້າບໍ່ດັ່ງນັ້ນ ເຮົາຈະໃຈຮ້າຍຫຼາຍ ແລະ ຫຼັງຈາກນັ້ນ ການສູນເສຍຂອງເຈົ້າກໍຈະໃກ້ເຂົ້າມາແລ້ວ.

ຈົ່ງຍັບຍັ້ງບາດກ້າວຂອງເຈົ້າຢູ່ຕະລອດ ແລະ ຈົ່ງມີຄວາມສາມາດທີ່ຈະຍ່າງພາຍໃນພຣະທຳຂອງເຮົາ. ມັນຈະເປັນແບບນັ້ນຖ້າເຈົ້າມີສະຕິປັນຍາຂອງເຮົາ. ໃຫ້ມາຢູ່ຕໍ່ໜ້າເຮົາ ຖ້າເຈົ້າປະສົບກັບຄວາມລໍາບາກ ແລະ ເຮົາຈະມອບການນໍາພາໃຫ້ກັບເຈົ້າ. ຢ່າເຮັດຫຼິ້ນ ແລະ ສື່ສານຢ່າງເລິນເລີ້. ຖ້າຊີວິດຂອງເຈົ້າບໍ່ໄດ້ຮັບປະໂຫຍດຫຍັງ ມັນກໍເປັນຍ້ອນເຈົ້າຂາດຄວາມຮູ້ ແລະ ບໍ່ສາມາດແຍກແຍະລະຫວ່າງຄຳເວົ້າທີ່ດີ ແລະ ບໍ່ດີ. ເຈົ້າບໍ່ເຂົ້າໃຈສິ່ງນີ້ຈົນກວ່າເຈົ້າຖືກທຳຮ້າຍ ແລະ ສະພາບການຂອງເຈົ້າຕໍ່າ ແລະ ເຈົ້າປາສະຈາກການສະຖິດຂອງພຣະວິນຍານບໍລິສຸດ. ເມື່ອຮອດຕອນນັ້ນ, ມັນກໍຊ້າເກີນໄປແລ້ວ. ເວລາກຳລັງເລັ່ງໃນຕອນນີ້, ສະນັ້ນຊີວິດຂອງເຈົ້າຕ້ອງບໍ່ຊັກຊ້າແມ່ນແຕ່ໜ້ອຍດຽວ; ເຈົ້າຕ້ອງຕິດຕາມບາດກ້າວຂອງເຮົາຢ່າງໃກ້ຊິດ. ເມື່ອຄວາມຫຍຸ້ງຍາກໃດກໍຕາມເກີດຂຶ້ນ, ໃຫ້ໄຕ່ຕ່ອງເລື້ອຍໆຜ່ານການຢູ່ໃກ້ຊິດກັບເຮົາ ແລະ ສື່ສານກັບເຮົາໂດຍກົງ. ຖ້າເຈົ້າເຂົ້າໃຈເສັ້ນທາງນີ້, ທາງເຂົ້າຂອງເຈົ້າກໍຈະງ່າຍເມື່ອເຈົ້າສືບຕໍ່ໄປຂ້າງໜ້າ.

ພຣະທຳຂອງເຮົາບໍ່ໄດ້ແນ່ໃສ່ເຈົ້າ. ທຸກຄົນໃນຄຣິສຕະຈັກກຳລັງຂາດຈົນເຖງລະດັບທີ່ແຕກຕ່າງກັນໄປ. ພວກເຈົ້າຕ້ອງສື່ສານຫຼາຍຍິ່ງຂຶ້ນ, ສາມາດກິນ ແລະ ດື່ມຢ່າງເປັນອິດສະຫຼະໃນລະຫວ່າງການອຸທິດຝ່າຍວິນຍານຂອງພວກເຈົ້າເອງ ແລະ ສາມາດເຂົ້າໃຈຄວາມຈິງທີ່ສຳຄັນເພື່ອນໍາໄປປະຕິບັດທັນທີ.​ ເຈົ້າຕ້ອງມີຄວາມຮູ້ສຶກເຖິງຄວາມເປັນຈິງຂອງພຣະທຳຂອງເຮົາ. ຈົ່ງເຂົ້າໃຈແກ່ນແທ້ໆຂອງມັນ ແລະ ຫຼັກການຂອງມັນ; ຢ່າຢຸດທີ່ຈະພະຍາຍາມ. ຈົ່ງຕຶກຕອງພຣະທຳຂອງເຮົາ ແລະ ສື່ສານກັບເຮົາຢູ່ສະເໝີ ແລະ ມັນຈະຖືກເປີດເຜີຍເທື່ອລະໜ້ອຍ. ເຈົ້າບໍ່ສາມາດຍັບເຂົ້າໃກ້ພຣະເຈົ້າສຳລັບຊ່ວງເວລາໃດໜຶ່ງ ແລະ ຫຼັງຈາກນັ້ນ ກ່ອນທີ່ຫົວໃຈຂອງເຈົ້າຈະສາມາດສະຫງົບຕໍ່ພຣະເຈົ້າ, ເຈົ້າກໍຖືກລົບກວນ ເມື່ອສິ່ງອື່ນເກີດຂຶ້ນກັບເຈົ້າ. ເຈົ້າສັບສົນຢູ່ສະເໝີ ແລະ ບໍ່ຊັດເຈນກ່ຽວກັບສິ່ງຕ່າງໆ ແລະ ບໍ່ສາມາດເຫັນໜ້າຂອງເຮົາ, ສະນັ້ນ ເຈົ້າບໍ່ສາມາດເຂົ້າໃຈເຖິງຫົວໃຈຂອງເຮົາຢ່າງຊັດເຈນ. ເຖິງແມ່ນເຈົ້າສາມາດເຂົ້າໃຈໜ້ອຍດຽວ ເຈົ້າກໍຍັງບໍ່ແນ່ໃຈ ແລະ ຍັງສົງໄສ. ຈົນກວ່າເຮົາຈະຄອບຄອງຫົວໃຈຂອງເຈົ້າຢ່າງສົມບູນ ແລະ ຄວາມຄິດຂອງເຈົ້າກໍບໍ່ຖືກສິ່ງຕ່າງໆໃນໂລກລົບກວນ ແລະ ເມື່ອເຈົ້າລໍຖ້າດ້ວຍຄວາມຄິດທີ່ຊັດເຈນ ແລະ ສະຫງົບງຽບ, ມັນເປັນເວລານັ້ນເອງທີ່ເຮົາຈະເປີດເຜີຍໃຫ້ກັບພວກເຈົ້າເທື່ອລະໜ້ອຍຕາມເຈດຕະນາຂອງເຮົາ. ພວກເຈົ້າຄວນເຂົ້າໃຈເສັ້ນທາງນີ້ໃນການຍັບເຂົ້າໃກ້ເຮົາ. ໃຜກໍຕາມທີ່ໂຈມຕີ ຫຼື ສາບແຊ່ງເຈົ້າ ຫຼື ຜູ້ຄົນຈະມອບສິ່ງດີສໍ່າໃດໃຫ້ກັບເຈົ້າກໍຕາມ, ມັນກໍຍອມຮັບບໍ່ໄດ້ຖ້າພວກເຂົາຖ່ວງດຶງເຈົ້າບໍ່ໃຫ້ໃກ້ຊິດກັບພຣະເຈົ້າ. ໃຫ້ຫົວໃຈຂອງເຈົ້າຢູ່ໃນກຳມືຂອງເຮົາ ແລະ ເຈົ້າຕ້ອງບໍ່ຈາກເຮົາໄປຈັກເທື່ອ. ຍ້ອນຄວາມໃກ້ຊິດ ແລະ ການສົນທະນາແບບນີ້, ບໍ່ວ່າຈະເປັນພໍ່ແມ່, ສາມີ, ລູກໆ, ຄວມສຳພັນອື່ນໆໃນຄອບຄົວ ຫຼື ຄວາມຜູກຜັນອື່ນໆກັບທາງໂລກ,​ ສິ່ງເຫຼົ່ານັ້ນກໍຈະເລື່ອນຫາຍໄປ. ເຈົ້າຈະໄດ້ຮັບຄວາມຫວານຊື່ນທີ່ບໍ່ສາມາດບັນລະຍາຍໄດ້ໃນຫົວໃຈຂອງເຈົ້າ ແລະ ຜະເຊີນກັບລົດຊາດທີ່ຫອມຫວານ ແລະ ແຊບຫຼາຍ ແລະ ເຈົ້າຈະບໍ່ສາມາດແຍກອອກຈາກເຮົາໄດ້ຢ່າງແທ້ໆ. ຖ້າມັນເປັນແບບນີ້ຢູ່ສະເໝີ, ພວກເຈົ້າຈະເຂົ້າໃຈສິ່ງທີ່ຢູ່ໃນຫົວໃຈຂອງເຮົາ. ເຈົ້າຈະບໍ່ສູນເສຍຫົນທາງຂອງເຈົ້າເມື່ອເຈົ້າກ້າວໄປຂ້າງໜ້າ ຍ້ອນເຮົາເປັນຫົນທາງຂອງພວກເຈົ້າ ແລະ ທຸກສິ່ງມີຢູ່ກໍເພື່ອເຮົາ. ບໍ່ວ່າຊີວິດຂອງເຈົ້າຈະເຕີບໃຫຍ່ສໍ່າໃດກໍຕາມ, ເມື່ອເຈົ້າສາມາດອອກຫ່າງຈາກທາງໂລກ,​ ເມື່ອເຈົ້າສາມາດປະຖິ້ມຄວາມຮູ້ສຶກຂອງເຈົ້າ, ເມື່ອເຈົ້າສາມາດປະຖິ້ມສາມີ ແລະ ລູກໆຂອງເຈົ້າໄວ້ຢູ່ທາງຫຼັງ, ເມື່ອຊີວິດຂອງເຈົ້າເຕີບໃຫຍ່ຂຶ້ນ… ທຸກສິ່ງເຫຼົ່ານີ້ກໍສອດຄ່ອງກັບແຜນການຂອງເຮົາ. ບໍ່ຈຳເປັນຕ້ອງກັງວົນໃຈ.

ເຈົ້າຕ້ອງເຂົ້າໄປຂ້າງໃນຈາກດ້ານບວກ. ຖ້າເຈົ້າລໍຖ້າຊື່ໆ, ມັນກໍຍັງແມ່ນດ້ານລົບ. ເຈົ້າຕ້ອງຫ້າວຫັນໃນການຮ່ວມມືກັບເຮົາ; ຈົ່ງດຸໝັ່ນ ແລະ ຢ່າຂີ້ຄ້ານຈັກເທື່ອ. ຈົ່ງຢູ່ໃນການສົນທະນາກັບເຮົາຢູ່ສະເໝີ ແລະ ມີຄວາມໃກ້ຊິດເລິກເຊິ່ງກັບເຮົາ. ຖ້າເຈົ້າບໍ່ເຂົ້າໃຈ, ຢ່າໃຈຮ້ອນເພື່ອຜົນຕາມມາທີ່ໄວ. ບໍ່ແມ່ນວ່າ ເຮົາຈະບໍ່ບອກເຈົ້າ; ເຮົາຕ້ອງການເບິ່ງວ່າ ເຈົ້າຈະເພິ່ງພາເຮົາບໍ ເມື່ອເຈົ້າຢູ່ຕໍ່ໜ້າເຮົາ ແລະ ເຈົ້າຈະເພິ່ງພາເຮົາຢ່າງໝັ້ນໃຈ ຫຼື ບໍ່. ເຈົ້າຕ້ອງຢູ່ໃກ້ຊິດກັບເຮົາສະເໝີ ແລະ ວາງບັນຫາທັງໝົດໃນມືຂອງເຮົາ. ຢ່າກັບໄປໃຫ້ເສຍເປົ່າ. ຫຼັງຈາກທີ່ຢູ່ໃກ້ຊິດກັບເຮົາເປັນເວລາຊົ່ວໄລຍະໃດໜຶ່ງໂດຍບໍ່ຮູ້ຕົວ, ເຈດຕະນາຂອງເຮົາຈະຖືກເປີດເຜີຍໃຫ້ກັບເຈົ້າ. ຖ້າເຈົ້າເຂົ້າໃຈສິ່ງເຫຼົ່ານັ້ນ, ແລ້ວເຈົ້າກໍຈະຢູ່ຕໍ່ໜ້າເຮົາຢ່າງແທ້ຈິງ ແລະ ເຈົ້າຈະພົບໜ້າຂອງເຮົາຢ່າງແທ້ຈິງ. ເຈົ້າຈະຊັດເຈນ ແລະ ໝັ້ນຄົງຢູ່ພາຍໃນພໍສົມຄວນ ແລະ ເຈົ້າຈະມີສິ່ງໃຫ້ເພິ່ງພາ ແລະ ເຈົ້າຈະຍັງມີລິດອຳນາດພ້ອມກັບຄວາມໝັ້ນໃຈ. ເຈົ້າຈະມີເສັ້ນທາງໄປຂ້າງໜ້າອີກດ້ວຍ ແລະ ທຸກສິ່ງຈະມາຫາເຈົ້າຢ່າງງ່າຍດາຍ.

​ກ່ອນ​ນີ້ :ຄໍານໍາ

ຕໍ່​ໄປ:ບົດທີ 10

ເນື່ອຫາທີ່ກ່ຽວຂ້ອງ