ບົດທີ 8
ນັບຕັ້ງແຕ່ເວລາທີ່ພຣະເຈົ້າອົງຊົງລິດທານຸພາບສູງສຸດ ກໍຄືກະສັດຂອງລາຊະອານາຈັກ ໄດ້ຮັບການເປັນພະຍານ, ຂອບເຂດຂອງການຄຸ້ມຄອງຂອງພຣະເຈົ້າໄດ້ຖືກເປີດເຜີຍ ໄປຢ່າງຄົບຖ້ວນທົ່ວທັງຈັກກະວານທັງປວງ ການປາກົດຕົວຂອງພຣະເຈົ້າບໍ່ພຽງແຕ່ໄດ້ຮັບການເປັນພະຍານຢູ່ປະເທດຈີນເທົ່ານັ້ນ ແຕ່ຊື່ຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດໄດ້ຮັບການເປັນພະຍານໃນທຸກປະເທດ ແລະ ທຸກແຫ່ງຫົນ. ພວກເຂົາທຸກຄົນ ກຳລັງຮ້ອງເອີ້ນຊື່ອັນບໍລິສຸດ, ສະແຫວງຫາທີ່ຈະສົນທະນາກັບພຣະເຈົ້າດ້ວຍທຸກວິທີທາງທີ່ເປັນໄປໄດ້, ເຂົ້າໃຈຄວາມປະສົງຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ ແລະ ຮັບໃຊ້ພຣະອົງດ້ວຍການຮ່ວມມືໃນຄຣິສຕະຈັກ. ນີ້ແມ່ນວິທີທີ່ໜ້າອັດສະຈັນໃຈທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ.
ພາສາຂອງປະເທດຕ່າງໆນັ້ນແຕກຕ່າງກັນ ແຕ່ມີພຽງພຣະວິນຍານໜຶ່ງດຽວເທົ່ານັ້ນ. ພຣະວິນຍານອົງນີ້ຮວມຄຣິສຕະຈັກຕ່າງໆທົ່ວຈັກກະວານເຂົ້າກັນ ແລະ ເປັນໜຶ່ງດຽວກັບພຣະເຈົ້າແທ້ໆ ໂດຍບໍ່ມີຄວາມແຕກຕ່າງກັນແມ່ນແຕ່ໜ້ອຍເລີຍ. ນີ້ແມ່ນສິ່ງທີ່ບໍ່ຕ້ອງສົງໄສເລີຍ. ຕອນນີ້ ພຣະວິນຍານບໍລິສຸດເອີ້ນຫາພວກເຂົາ ແລະ ສຽງຂອງພຣະອົງປຸກພວກເຂົາໃຫ້ຕື່ນ. ນີ້ແມ່ນສຽງແຫ່ງຄວາມເມດຕາຂອງພຣະເຈົ້າ. ພວກເຂົາທຸກຄົນກຳລັງຮ້ອງຫານາມອັນບໍລິສຸດຂອງພຣະເຈົ້າອົງຊົງລິດທານຸພາບສູງສຸດ! ພວກເຂົາຍັງໃຫ້ການສັນລະເສີນ ແລະ ພວກເຂົາຮ້ອງເພງ. ບໍ່ເຄີຍມີການບ່ຽງເບນໃດໆໃນພາລະກິດຂອງພຣະວິນຍານບໍລິສຸດ; ຄົນເຫຼົ່ານີ້ໄປໄກເພື່ອກ້າວໄປສູ່ເສັ້ນທາງທີ່ຖືກຕ້ອງ, ພວກເຂົາບໍ່ຍອມຖອຍຫຼັງ ເພາະສິ່ງມະຫັດສະຈັນກອງຢູ່ເທິງສິ່ງມະຫັດສະຈັນ. ນີ້ແມ່ນບາງສິ່ງທີ່ຜູ້ຄົນເຫັນວ່າຍາກທີ່ຈະຈິນຕະນາການໄດ້ ແລະ ເປັນໄປບໍ່ໄດ້ທີ່ຈະຄາດເດົາອອກ.
ພຣະເຈົ້າອົງຊົງລິດທານຸພາບສູງສຸດແມ່ນກະສັດຂອງຊີວິດໃນຈັກກະວານ! ພຣະອົງປະທັບນັ່ງຢູ່ເທິງບັນລັງອັນມີສະຫງ່າລາສີ ແລະ ພິພາກສາໂລກ, ຄອບຄອງທຸກສິ່ງ ແລະ ປົກຄອງທຸກຊາດ; ທຸກຄົນຄຸເຂົ່າລົງຕໍ່ພຣະອົງ, ອະທິຖານຫາພຣະອົງ, ເຂົ້າໃກ້ພຣະອົງ ແລະ ສື່ສານກັບພຣະອົງ. ບໍ່ວ່າເຈົ້າໄດ້ເຊື່ອໃນພຣະເຈົ້າມາດົນປານໃດກໍຕາມ, ບໍ່ວ່າສະຖານະຂອງເຈົ້າຈະສູງພຽງໃດ ຫຼື ບໍ່ວ່າຄວາມອາວຸໂສຂອງເຈົ້າຈະມີຫຼາຍພຽງໃດກໍຕາມ, ຖ້າເຈົ້າຕໍ່ຕ້ານພຣະເຈົ້າໃນໃຈຂອງເຈົ້າ ເຈົ້າກໍຈະຕ້ອງຖືກພິພາກສາ ແລະ ຕ້ອງກົ້ມຂາບລົງຕໍ່ໜ້າພຣະອົງ, ເປັ່ງສຽງຂອງການອ້ອນວອນທີ່ເຈັບປວດອອກມາ; ທີ່ຈິງແລ້ວ ນີ້ແມ່ນການເກັບກ່ຽວໝາກຜົນແຫ່ງການກະທຳຂອງຕົວເຈົ້າເອງ. ສຽງຄຳຄວນນີ້ແມ່ນສຽງຂອງການຖືກທໍລະມານໃນທະເລສາບແຫ່ງໄຟ ແລະ ມາດ, ມັນເປັນສຽງຮ້ອງຂອງການຖືກຂ້ຽນຕີໂດຍໄມ້ຄ້ອນເຫຼັກຂອງພຣະເຈົ້າ; ນີ້ແມ່ນການພິພາກສາຕໍ່ໜ້າບ່ອນນັ່ງຂອງພຣະຄຣິດ.
ບາງຄົນຢ້ານກົວ, ບາງຄົນສຳນຶກຜິດຖືກດີຊົ່ວ, ບາງຄົນຕື່ນຕົວ, ບາງຄົນເອົາໃຈໃສ່ຟັງຢ່າງຕັ້ງໃຈ, ບາງຄົນກັບໃຈ ແລະ ເລີ່ມຕົ້ນໃໝ່, ຮູ້ສຶກສຳນຶກຜິດຢ່າງທີ່ສຸດ, ບາງຄົນຮ້ອງໄຫ້ດ້ວຍຄວາມເຈັບປວດຢ່າງຂົມຂື່ນ, ບາງຄົນປະຖິ້ມທຸກສິ່ງ ແລະ ຄົ້ນຫາຢ່າງສິ້ນຫວັງ, ບາງຄົນກວດສອບຕົນເອງ ແລະ ບໍ່ກ້າເຮັດຫຍັງຢ່າງປ່າເຖື່ອນອີກຕໍ່ໄປ, ບາງຄົນສະແຫວງຫາຢ່າງຮີບດ່ວນທີ່ຈະເຂົ້າໃກ້ພຣະເຈົ້າ, ບາງຄົນກວດສອບຄວາມສຳນຶກຂອງຕົນເອງ, ຖາມວ່າເປັນຫຍັງຊີວິດຂອງພວກເຂົາຈຶ່ງບໍ່ສາມາດກ້າວໜ້າ. ບາງຄົນຍັງສັບສົນຢູ່, ບາງຄົນບໍ່ປົດໂສ້ຕີນຂອງພວກເຂົາ ແລະ ກ້າວໄປຂ້າງໜ້າຢ່າງກ້າຫານ, ເຂົ້າໃຈຫຼັກສຳຄັນ ແລະ ບໍ່ສູນເສຍເວລາໃນການເຂົ້າຮ່ວມຊີວິດຂອງພວກເຂົາ. ບາງຄົນຍັງລັງເລໃຈ ແລະ ບໍ່ຊັດເຈນຕໍ່ນິມິດ, ພາລະທີ່ພວກເຂົາແບກ ແລະ ອູ້ມໄວ້ໃນໃຈຂອງພວກເຂົານັ້ນໜັກຫຼາຍແທ້ໆ.
ຖ້າຈິດໃຈຂອງເຈົ້າບໍ່ຊັດເຈນ, ແລ້ວພຣະວິນຍານບໍລິສຸດກໍບໍ່ມີທາງທີ່ຈະປະຕິບັດພາລະກິດໃນຕົວເຈົ້າໄດ້. ທັງໝົດທີ່ເຈົ້າສຸມໃສ່, ເສັ້ນທາງທີ່ເຈົ້າຍ່າງ ແລະ ທຸກສິ່ງທີ່ຫົວໃຈຂອງເຈົ້າປາຖະໜານັ້ນແມ່ນເຕັມໄປດ້ວຍແນວຄິດຂອງເຈົ້າ ແລະ ການເຫັນວ່າຕົນເອງຊອບທຳ! ເຮົາເຜົາໄໝ້ດ້ວຍຄວາມໃຈຮ້ອນແລ້ວ, ເຮົາຫວັງວ່າເຮົາຈະສາມາດເຮັດໃຫ້ພວກເຈົ້າທຸກຄົນສົມບູນໄດ້ທັນທີ ເພື່ອວ່າເຈົ້າອາດຈະຖືກເຮັດໃຫ້ເໝາະສົມທີ່ຈະຖືກເຮົາໃຊ້ໃນໄວໆນີ້ ແລະ ເພື່ອວ່າພາລະອັນໜັກໜ່ວງຂອງເຮົາຈະສາມາດຖືກແບ່ງເບົາໄດ້. ແຕ່ເມື່ອເຫັນພວກເຈົ້າເປັນແບບນີ້, ເຮົາເຫັນວ່າມັນເປັນໄປບໍ່ໄດ້ທີ່ຈະສະແຫວງຫາຜົນຮັບໂດຍໄວ. ເຮົາເຮັດໄດ້ພຽງແຕ່ລໍຖ້າຢ່າງອົດທົນ, ຍ່າງຊ້າໆ ແລະ ສະໜັບສະໜຸນ ແລະ ນຳພາພວກເຈົ້າຢ່າງຊ້າໆ. ໂອ, ພວກເຈົ້າຄວນລ້າງຫົວຂອງພວກເຈົ້າເສຍ! ແມ່ນຫຍັງຄວນຖືກປະຖິ້ມ, ແມ່ນຫຍັງຄືສົມບັດຂອງເຈົ້າ, ແມ່ນຫຍັງຄືຈຸດອ່ອນທີ່ເຖິງຕາຍຂອງເຈົ້າ, ແມ່ນຫຍັງຄືອຸປະສັກຂອງເຈົ້າ? ໄຕ່ຕອງຄຳຖາມເຫຼົ່ານີ້ໃຫ້ຫຼາຍຂຶ້ນໃນວິນຍານຂອງເຈົ້າ ແລະ ສົນທະນາກັບເຮົາ. ສິ່ງທີ່ເຮົາຕ້ອງການແມ່ນໃຫ້ຫົວໃຈຂອງພວກເຈົ້າແນມຂຶ້ນມາຫາເຮົາຢ່າງສະຫງົບງຽບ; ເຮົາບໍ່ຕ້ອງການການຮັບໃຊ້ດ້ວຍປາກຂອງພວກເຈົ້າ. ສຳລັບບັນດາພວກເຈົ້າເຫຼົ່ານັ້ນທີ່ສະແຫວງຫາເຮົາຢ່າງແທ້ຈິງ, ເຮົາຈະເປີດເຜີຍທຸກສິ່ງໃຫ້ແກ່ເຈົ້າ. ບາດຍ່າງຂອງເຮົາໄວຂຶ້ນ; ຕາບໃດທີ່ຫົວໃຈຂອງເຈົ້າແນມເບິ່ງເຮົາ ແລະ ຕາບໃດທີ່ເຈົ້າຕິດຕາມເຮົາຕະຫຼອດເວລາ, ຄວາມປະສົງຂອງເຮົາກໍຈະສາມາດຖືກມອບໃຫ້ເຈົ້າໂດຍການດົນໃຈ ແລະ ຖືກເປີດເຜີຍໃຫ້ແກ່ເຈົ້າໄດ້ໃນທຸກເວລາ. ບັນດາຜູ້ທີ່ເອົາໃຈໃສ່ໃນການລໍຖ້າຈະໄດ້ຮັບການບຳລຸງລ້ຽງ ແລະ ຈະມີຫົນທາງຢູ່ຂ້າງໜ້າ. ຄົນທີ່ບໍ່ເອົາໃຈໃສ່ຈະພົບວ່າມັນຍາກທີ່ຈະເຂົ້າໃຈຫົວໃຈຂອງເຮົາ ແລະ ພວກເຂົາຈະຍ່າງໄປສູ່ທາງຕັນ.
ເຮົາປາຖະໜາໃຫ້ພວກເຈົ້າທຸກຄົນລຸກຂຶ້ນໂດຍໄວ ແລະ ຮ່ວມມືກັບເຮົາ ແລະ ຢູ່ໃກ້ເຮົາຕະຫຼອດເວລາ ບໍ່ແມ່ນພຽງແຕ່ມື້ດຽວ ແລະ ຄືນດຽວ. ມືຂອງເຮົາຕ້ອງດຶງພວກເຈົ້າໄວ້ ແລະ ກະຕຸ້ນພວກເຈົ້າຢູ່ສະເໝີ, ຜັກດັນພວກເຈົ້າ, ຊັກຈູງພວກເຈົ້າໃຫ້ສືບຕໍ່ ແລະ ຂໍຮ້ອງຕໍ່ພວກເຈົ້າໃຫ້ກ້າວໄປຂ້າງໜ້າ! ພວກເຈົ້າພຽງແຕ່ບໍ່ເຂົ້າໃຈຄວາມປະສົງຂອງເຮົາ. ສິ່ງກີດຂວາງຂອງແນວຄວາມຄິດຂອງຕົວພວກເຈົ້າເອງ ແລະ ສິ່ງກີດຂວາງຂອງຄວາມຫຍຸ້ງຍາກຂອງໂລກນັ້ນຮຸນແຮງເກີນໄປ ແລະ ພວກເຈົ້າບໍ່ສາມາດມີຄວາມສະໜິດສະໜົມກັບເຮົາຫຼາຍຂຶ້ນ. ເວົ້າຕາມກົງ, ພວກເຈົ້າມາຫາເຮົາເມື່ອພວກເຈົ້າມີບັນຫາ, ແຕ່ເມື່ອພວກເຈົ້າບໍ່ມີບັນຫາ ຫົວໃຈຂອງພວກເຈົ້າກໍມີບັນຫາ. ຫົວໃຈຂອງພວກເຈົ້າກາຍເປັນຄືກັບຕະຫຼາດເສລີ ແລະ ເຕັມໄປດ້ວຍອຸປະນິໄສຂອງຊາຕານ; ພວກມັນຫຍຸ້ງຢູ່ກັບສິ່ງຂອງໃນໂລກ ແລະ ພວກເຈົ້າກໍບໍ່ຮູ້ວິທີສົນທະນາກັບເຮົາ. ເຮົາຈະບໍ່ຮູ້ສຶກກັງວົນໃຈກັບພວກເຈົ້າໄດ້ແນວໃດ? ແຕ່ມັນຈະບໍ່ເຮັດໃຫ້ກັງວົນໃຈ. ເວລາກົດດັນເກີນໄປ ແລະ ໜ້າວຽກກໍເຄັ່ງຄັດເກີນໄປ. ບາດກ້າວຂອງເຮົາບິນໄປຂ້າງໜ້າ; ພວກເຈົ້າຕ້ອງຍຶດໝັ້ນໃນທຸກສິ່ງທີ່ພວກເຈົ້າມີ, ແນມເບິ່ງເຮົາຢູ່ທຸກຊ່ວງເວລາ ແລະ ສົນທະນາກັບເຮົາຢ່າງໃກ້ຊິດ. ແລ້ວຄວາມປະສົງຂອງເຮົາຈະຖືກເປີດເຜີຍໃຫ້ແກ່ເຈົ້າທຸກຊ່ວງເວລາຢ່າງແນ່ນອນ. ເມື່ອພວກເຈົ້າເຂົ້າໃຈຫົວໃຈຂອງເຮົາ, ເມື່ອນັ້ນພວກເຈົ້າຈຶ່ງມີຫົນທາງກ້າວຕໍ່ໄປ. ພວກເຈົ້າຕ້ອງບໍ່ລັງເລໃຈອີກຕໍ່ໄປ. ຈົ່ງຍຶດຖືການສົນທະນາທີ່ແທ້ຈິງກັບເຮົາ ແລະ ຢ່າພະຍາຍາມຫຼອກລວງ ຫຼື ພະຍາຍາມສະຫຼາດເກີນໄປ; ນັ້ນຈະເປັນພຽງແຕ່ການຫຼອກລວງຕົວພວກເຈົ້າເອງເທົ່ານັ້ນ ແລະ ຈະຖືກເປີດເຜີຍໄດ້ທຸກຊ່ວງເວລາຕໍ່ໜ້າບ່ອນນັ່ງຂອງພຣະຄຣິດດ້ວຍ. ຄຳແທ້ຈະບໍ່ຢ້ານການຖືກທົດລອງດ້ວຍໄຟ, ນີ້ແມ່ນຄວາມຈິງ! ຢ່າລັງເລໃຈ ແລະ ຢ່າທໍ້ໃຈ ຫຼື ອ່ອນແອ. ຈົ່ງສົນທະນາໂດຍກົງກັບເຮົາດ້ວຍວິນຍານຂອງເຈົ້າໃຫ້ຫຼາຍຂຶ້ນ, ລໍຖ້າຢ່າງອົດທົນ ແລະ ເຮົາຈະເປີດເຜີຍໃຫ້ແກ່ເຈົ້າໃນເວລາຂອງເຮົາເອງຢ່າງແນ່ນອນ. ເຈົ້າຕ້ອງເອົາໃຈໃສ່ ແລະ ບໍ່ປ່ອຍໃຫ້ຄວາມພະຍາຍາມຂອງເຮົາຕ້ອງສູນເປົ່າກັບເຈົ້າເດັດຂາດ; ຢ່າໃຫ້ເສຍໄປແມ່ນແຕ່ຄາວດຽວ. ເມື່ອຫົວໃຈຂອງເຈົ້າຢູ່ໃນການສົນທະນາກັບເຮົາຢ່າງຕໍ່ເນື່ອງ, ເມື່ອຫົວໃຈຂອງເຈົ້າມີຊີວິດຢູ່ຕໍ່ໜ້າເຮົາຢູ່ສະເໝີ ແລ້ວຈະບໍ່ມີໃຜ, ບໍ່ມີເຫດການໃດ, ບໍ່ມີສິ່ງໃດ, ບໍ່ມີຜົວ, ບໍ່ມີລູກຊາຍ ຫຼື ລູກສາວທີ່ສາມາດລົບກວນການສົນທະນາຂອງເຈົ້າກັບເຮົາທີ່ຢູ່ໃນຫົວໃຈຂອງເຈົ້າໄດ້. ເມື່ອຫົວໃຈຂອງເຈົ້າຖືກພຣະວິນຍານບໍລິສຸດຈຳກັດຢູ່ສະເໝີ ແລະ ເມື່ອເຈົ້າກຳລັງສົນທະນາກັບເຮົາຢູ່ທຸກຊ່ວງເວລາ, ຄວາມປະສົງຂອງເຮົາກໍຈະຖືກເປີດເຜີຍໃຫ້ແກ່ເຈົ້າຢ່າງແນ່ນອນ. ເມື່ອເຈົ້າຍັບເຂົ້າມາໃກ້ເຮົາເລື້ອຍໆດ້ວຍວິທີນີ້, ບໍ່ວ່າສະພາບແວດລ້ອມອ້ອມຂ້າງຂອງເຈົ້າຈະເປັນແນວໃດ ຫຼື ເຈົ້າຈະຜະເຊີນກັບບຸກຄົນໃດ, ເຫດການໃດ ຫຼື ສິ່ງໃດກໍຕາມ, ເຈົ້າຈະບໍ່ສັບສົນ ແຕ່ຈະມີຫົນທາງກ້າວຕໍ່ໄປ.
ປົກກະຕິແລ້ວ, ຖ້າເຈົ້າບໍ່ປ່ອຍໃຫ້ສິ່ງໃດໆເລື່ອນໃນເລື່ອງໃຫຍ່ ຫຼື ນ້ອຍ, ຖ້າທຸກໆຄວາມຄິດ ແລະ ແນວຄິດຂອງເຈົ້າໄດ້ຖືກເຮັດໃຫ້ບໍລິສຸດ ແລະ ຖ້າເຈົ້າສະຫງົບຢູ່ໃນວິນຍານຂອງເຈົ້າ, ແລ້ວເມື່ອໃດກໍຕາມທີ່ເຈົ້າຜະເຊີນກັບບັນຫາບາງຢ່າງ, ພຣະທຳຂອງເຮົາກໍຈະຖືກດົນໃຈທັນທີໃນຕົວເຈົ້າ ຄືກັນກັບແວ່ນແຍງທີ່ແຈ້ງສະຫວ່າງສຳລັບໃຫ້ເຈົ້າກວດເບິ່ງຕົວເຈົ້າເອງ ແລະ ຈາກນັ້ນເຈົ້າຈະມີຫົນທາງກ້າວຕໍ່ໄປ. ສິ່ງນີ້ເອີ້ນວ່າການໃຊ້ຢາຮັກສາທີ່ເໝາະສົມກັບຄວາມເຈັບປ່ວຍ! ແລ້ວອາການຈະໄດ້ຮັບການປິ່ນປົວຢ່າງແນ່ນອນ ເຊິ່ງນັ້ນແມ່ນອຳນາດອັນໄພສານຂອງພຣະເຈົ້າ. ເຮົາຈະສ່ອງສະຫວ່າງ ແລະ ເຍືອງທາງໃຫ້ແກ່ທຸກຄົນທີ່ຫິວ ແລະ ກະຫາຍຄວາມຊອບທຳ ແລະ ຜູ້ທີ່ຄົ້ນຫາດ້ວຍຄວາມຈິງໃຈຢ່າງແນ່ນອນ. ເຮົາຈະສະແດງໃຫ້ພວກເຈົ້າທຸກຄົນເຫັນຄວາມລຶກລັບຂອງໂລກຝ່າຍວິນຍານ ແລະ ເສັ້ນທາງໃນຕໍ່ໜ້າ, ເຮັດໃຫ້ເຈົ້າປະຖິ້ມອຸປະນິໄສອັນເສື່ອມຊາມເດີມໆຂອງເຈົ້າໃຫ້ໄວເທົ່າທີ່ຈະໄວໄດ້ ເພື່ອວ່າເຈົ້າອາດຈະບັນລຸຊີວິດທີ່ເຕີບໃຫຍ່ ແລະ ເໝາະສົມທີ່ຈະຖືກເຮົາໃຊ້ ແລະ ເພື່ອວ່າພາລະກິດແຫ່ງຂ່າວປະເສີດຈະດຳເນີນໄປໂດຍບໍ່ມີສິ່ງກີດຂວາງໃນໄວໆນີ້. ມີແຕ່ເມື່ອນັ້ນ ຄວາມປະສົງຂອງເຮົາຈຶ່ງຈະເປັນທີ່ພໍໃຈ, ມີແຕ່ເມື່ອນັ້ນ ແຜນການຄຸ້ມຄອງຫົກພັນປີຂອງພຣະເຈົ້າຈຶ່ງຈະສຳເລັດລົງໃນເວລາທີ່ສັ້ນທີ່ສຸດ. ພຣະເຈົ້າຈະໄດ້ຮັບອານາຈັກ ແລະ ຈະລົງມາສູ່ແຜ່ນດິນໂລກ ແລະ ພວກເຮົາຈະເຂົ້າສູ່ຄວາມສະຫງ່າລາສີພ້ອມກັນ!