ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ພາກທີສອງ
ການຊ່ວຍມະນຸດໃຫ້ລອດພົ້ນຂອງພຣະເຈົ້າບໍ່ໄດ້ປະຕິບັດໂດຍໃຊ້ວິທີການຂອງພຣະວິນຍານ ແລະ ຕົວຕົນຂອງພຣະວິນຍານໂດຍກົງ, ຍ້ອນມະນຸດບໍ່ສາມາດສຳຜັດ ຫຼື ເຫັນພຣະວິນຍານຂອງພຣະອົງໄດ້ ຫຼື ມະນຸດບໍ່ສາມາດຫຍັບເຂົ້າໃກ້ໄດ້. ຖ້າພຣະອົງພະຍາຍາມຊ່ວຍມະນຸດໃຫ້ລອດພົ້ນໃນລັກສະນະຂອງພຣະວິນຍານ, ມະນຸດກໍຈະບໍ່ສາມາດຮັບເອົາຄວາມລອດພົ້ນຂອງພຣະອົງໄດ້. ຖ້າພຣະເຈົ້າບໍ່ໄດ້ສວມໃສ່ຮູບຮ່າງພາຍນອກຂອງມະນຸດທີ່ຖືກສ້າງ, ມັນກໍຈະບໍ່ມີທາງທີ່ມະນຸດຈະຮັບເອົາຄວາມລອດພົ້ນນີ້ໄດ້. ຍ້ອນມະນຸດບໍ່ມີຫົນທາງໃນການເຂົ້າຫາພຣະອົງ, ເຊັ່ນດຽວກັນ ບໍ່ມີຜູ້ໃດສາມາດເຂົ້າໃກ້ກ້ອນເມກຂອງພຣະເຢໂຮວາໄດ້. ມີພຽງການກາຍມາເປັນມະນຸດທີ່ຖືກສ້າງເທົ່ານັ້ນ, ນັ້ນກໍຄື ມີພຽງແຕ່ການເອົາພຣະທຳຂອງພຣະອົງສະຖິດເຂົ້າໃນຮ່າງກາຍຂອງມະນຸດທີ່ພຣະອົງບັງເກີດເຂົ້າສູ່ເທົ່ານັ້ນ ພຣະອົງຈຶ່ງຈະສາມາດປະຕິບັດພາລະກິດພຣະທຳໃນທຸກຄົນທີ່ຕິດຕາມພຣະອົງໄດ້ເປັນການສ່ວນຕົວ. ແລ້ວເມື່ອນັ້ນ ມະນຸດຈຶ່ງຈະສາມາດເຫັນ ແລະ ໄດ້ຍິນພຣະທຳຂອງພຣະອົງດ້ວຍຕົວເຂົາເອງ ແລະ ຍິ່ງໄປກວ່ານັ້ນກໍຈະໄດ້ຮັບພຣະທຳຂອງພຣະອົງ ແລະ ດ້ວຍວິທີນີ້ຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຢ່າງສົມບູນ. ຖ້າພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ, ບໍ່ມີມະນຸດຄົນໃດທີ່ມາຈາກເນື້ອໜັງ ແລະ ເລືອດເນື້ອສາມາດຮັບເອົາຄວາມລອດພົ້ນອັນຍິ່ງໃຫຍ່ດັ່ງກ່າວນີ້ໄດ້ ຫຼື ບໍ່ມີມະນຸດແມ່ນແຕ່ຄົນດຽວທີ່ຈະຖືກຊ່ວຍໃຫ້ລອດພົ້ນໄດ້. ຖ້າພຣະວິນຍານຂອງພຣະເຈົ້າປະຕິບັດພາລະກິດໂດຍກົງໃນທ່າມກາງມະນຸດ, ມະນຸດຊາດທັງປວງກໍຈະຖືກໂຈມຕີໃຫ້ລົ້ມລົງ ຫຼື ບໍ່ດັ່ງນັ້ນ ພວກເຂົາກໍບໍ່ມີທາງຈະໄດ້ສຳຜັດກັບພຣະເຈົ້າ, ພວກເຂົາຈະຖືກຊາຕານຈັບເປັນຊະເລີຍຢ່າງສົມບູນ. ການບັງເກີດຄັ້ງທີໜຶ່ງແມ່ນເພື່ອໄຖ່ມະນຸດໃຫ້ລອດພົ້ນຈາກຄວາມຜິດບາບ, ເພື່ອໄຖ່ບາບເຂົາໂດຍຜ່ານຮ່າງກາຍທີ່ເປັນເນື້ອໜັງຂອງພຣະເຢຊູ ນັ້ນກໍຄື ພຣະອົງຊ່ວຍມະນຸດໃຫ້ລອດພົ້ນຈາກໄມ້ກາງແຂນ, ແຕ່ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຍັງຄົງຢູ່ພາຍໃນມະນຸດ. ການບັງເກີດຄັ້ງທີສອງບໍ່ແມ່ນເພື່ອເຮັດໜ້າທີ່ເປັນເຄື່ອງບູຊາໄຖ່ບາບອີກຕໍ່ໄປ ແຕ່ກົງກັນຂ້າມ ມັນແມ່ນເພື່ອຊ່ວຍຄົນທີ່ຖືກໄຖ່ຈາກຄວາມຜິດບາບຢ່າງສົມບູນ. ເຮັດແບບນີ້ກໍເພື່ອວ່າຄົນທີ່ໄດ້ຮັບອະໄພໂທດຈະລອດພົ້ນຈາກຄວາມບາບຂອງພວກເຂົາ ແລະ ຄວາມຜິດບາບຂອງພວກເຂົາອາດຈະຖືກເຮັດໃຫ້ບໍລິສຸດຢ່າງສົມບູນ ແລະ ເພື່ອພວກເຂົາອາດຈະໄດ້ຮັບການປ່ຽນແປງທາງດ້ານອຸປະນິໄສ, ກາຍເປັນຄົນທີ່ລອດພົ້ນຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ມີແຕ່ໃນວິທີນີ້ເທົ່ານັ້ນ ມະນຸດຈຶ່ງຈະໄດ້ພົ້ນຈາກບາບຢ່າງສົມບູນ. ຫຼັງຈາກຍຸກແຫ່ງພຣະບັນຍັດໄດ້ມາເຖິງຈຸດສິ້ນສຸດ ແລະ ເລີ່ມຕົ້ນຍຸກແຫ່ງພຣະຄຸນ, ພຣະເຈົ້າກໍເລີ່ມຕົ້ນພາລະກິດແຫ່ງຄວາມລອດພົ້ນ ເຊິ່ງສືບຕໍ່ຈົນເຖິງຍຸກສຸດທ້າຍທີ່ພຣະອົງຈະເຮັດໃຫ້ມະນຸດຊາດບໍລິສຸດຢ່າງສົມບູນຜ່ານການພິພາກສາ ແລະ ການຂ້ຽນຕີມະນຸດຊາດຍ້ອນຄວາມກະບົດຂອງພວກເຂົາ. ພຽງແຕ່ເມື່ອນັ້ນ ພຣະເຈົ້າຈຶ່ງຈະສິ້ນສຸດພາລະກິດແຫ່ງຄວາມລອດພົ້ນຂອງພຣະອົງ ແລະ ເຂົ້າສູ່ການພັກຜ່ອນ. ສະນັ້ນ ໃນທັງສາມຂັ້ນຕອນຂອງພາລະກິດ, ພຣະເຈົ້າກາຍມາເປັນເນື້ອໜັງພຽງແຕ່ສອງຄັ້ງເພື່ອປະຕິບັດພາລະກິດຂອງພຣະອົງທ່າມກາງມະນຸດດ້ວຍຕົວພຣະອົງເອງ. ນັ້ນກໍເພາະວ່າ ມີພຽງໜຶ່ງໃນສາມຂັ້ນຕອນຂອງພາລະກິດເທົ່ານັ້ນທີ່ເປັນການນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ, ໃນຂະນະທີ່ອີກສອງຂັ້ນຕອນປະກອບດ້ວຍພາລະກິດແຫ່ງຄວາມລອດພົ້ນ. ມີພຽງແຕ່ການກາຍມາເປັນເນື້ອໜັງເທົ່ານັ້ນ ພຣະເຈົ້າຈຶ່ງສາມາດດຳລົງຊີວິດຢູ່ຄຽງຂ້າງກັບມະນຸດ, ຜະເຊີນກັບການທົນທຸກໃນໂລກ ແລະ ດຳລົງຊີວິດໃນຮ່າງກາຍເນື້ອໜັງທຳມະດາ. ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ພຣະອົງຈຶ່ງສາມາດສະໜອງຫົນທາງທີ່ເປັນຈິງໃຫ້ກັບມະນຸດໄດ້ ເຊິ່ງເປັນສິ່ງທີ່ພວກເຂົາຕ້ອງການໃນຖານະສິ່ງຖືກສ້າງ. ມັນແມ່ນຜ່ານການບັງເກີດເປັນມະນຸດຂອງພຣະເຈົ້າ ມະນຸດຈຶ່ງໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຢ່າງສົມບູນ ແລະ ບໍ່ແມ່ນໄດ້ຮັບມາຈາກສະຫວັນໂດຍກົງຍ້ອນຄໍາອະທິຖານຂອງເຂົາ. ມະນຸດແມ່ນເນື້ອໜັງ ແລະ ເລືອດ, ເຂົາຈຶ່ງບໍ່ມີທາງເຫັນພຣະວິນຍານຂອງພຣະເຈົ້າໄດ້, ແຮງໄກທີ່ເຂົາຈະເຂົ້າເຖິງພຣະວິນຍານຂອງພຣະອົງ, ສະນັ້ນ ສິ່ງທີ່ເຂົາສຳຜັດລ້ວນແລ້ວແຕ່ເປັນເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າ. ມີພຽງແຕ່ວິທີນີ້ເທົ່ານັ້ນ ມະນຸດຈຶ່ງສາມາດເຂົ້າໃຈຫົນທາງທັງໝົດ ແລະ ຄວາມຈິງທັງໝົດ ແລະ ຮັບເອົາຄວາມລອດພົ້ນຢ່າງສົມບູນ. ການບັງເກີດຄັ້ງທີສອງແມ່ນພຽງພໍທີ່ຈະກຳຈັດຄວາມຜິດບາບຂອງມະນຸດ ແລະ ເພື່ອເຮັດໃຫ້ເຂົາບໍລິສຸດຢ່າງສົມບູນ. ສະນັ້ນ ຍ້ອນການບັງເກີດເປັນມະນຸດຄັ້ງທີສອງ ພາລະກິດທັງໝົດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງຈຶ່ງຈະນໍາໄປສູ່ຈຸດສິ້ນສຸດ ແລະ ສຸດທ້າຍ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າກໍຈະຖືກເຮັດໃຫ້ສໍາເລັດ. ຫຼັງຈາກນັ້ນ ພາລະກິດຂອງພຣະເຈົ້າທີ່ຢູ່ໃນເນື້ອໜັງກໍຈະສິ້ນສຸດລົງທັງໝົດ. ຫຼັງຈາກການເກີດເປັນມະນຸດຄັ້ງທີສອງ, ພຣະອົງຈະບໍ່ເກີດເປັນມະນຸດເປັນຄັ້ງທີສາມເພື່ອປະຕິບັດພາລະກິດຂອງພຣະອົງ. ນັ້ນກໍຍ້ອນວ່າ ການຄຸ້ມຄອງທັງໝົດຂອງພຣະອົງແມ່ນເຖິງຈຸດສິ້ນສຸດແລ້ວ. ການບັງເກີດເປັນມະນຸດໃນຍຸກສຸດທ້າຍແມ່ນການຮັບເອົາຄົນທີ່ພຣະອົງໄດ້ເລືອກໄວ້ຢ່າງສົມບູນ ແລະ ມະນຸດຊາດທັງປວງໃນຍຸກສຸດທ້າຍແມ່ນຈະຖືກແບ່ງອອກຕາມປະເພດຂອງພວກເຂົາ. ພຣະອົງຈະບໍ່ປະຕິບັດພາລະກິດແຫ່ງຄວາມລອດພົ້ນອີກຕໍ່ໄປ ຫຼື ພຣະອົງຈະບໍ່ກັບຄືນສູ່ເນື້ອໜັງເພື່ອປະຕິບັດພາລະກິດໃດໜຶ່ງອີກ. ໃນພາລະກິດຂອງຍຸກສຸດທ້າຍ, ອໍານາດແຫ່ງພຣະທຳແມ່ນຍິ່ງໃຫຍ່ກວ່າການສະແດງໝາຍສຳຄັນ ແລະ ຄວາມອັດສະຈັນ ແລະ ສິດອຳນາດຂອງພຣະທຳກໍຢູ່ເໜືອໝາຍສຳຄັນ ແລະ ສິ່ງອັດສະຈັນທັງປວງ. ພຣະທຳເປີດໂປງອຸປະນິໄສທີ່ເສື່ອມຊາມທັງໝົດທີ່ຖືກຝັງເລິກຢູ່ໃນຫົວໃຈຂອງມະນຸດ. ເຈົ້າບໍ່ມີທາງຮູ້ສິ່ງເຫຼົ່ານັ້ນດ້ວຍຕົວເຈົ້າເອງໄດ້. ເມື່ອສິ່ງເຫຼົ່ານັ້ນຖືກເປີດເຜີຍອອກຕໍ່ໜ້າເຈົ້າຜ່ານພຣະທຳ, ເຈົ້າກໍຈະຄົ້ນພົບສິ່ງເຫຼົ່ານັ້ນໂດຍທຳມະຊາດ; ເຈົ້າຈະບໍ່ສາມາດປະຕິເສດສິ່ງເຫຼົ່ານັ້ນໄດ້ ແລະ ເຈົ້າກໍຈະເຊື່ອຢ່າງແທ້ຈິງ. ນີ້ບໍ່ແມ່ນສິດອຳນາດຂອງພຣະທຳບໍ? ນີ້ແມ່ນຜົນທີ່ພາລະກິດແຫ່ງພຣະທຳໄດ້ບັນລຸໃນປັດຈຸບັນ. ສະນັ້ນ ມັນບໍ່ແມ່ນຜ່ານການຮັກສາຄົນເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ ມະນຸດຈຶ່ງຈະຖືກຊ່ວຍໃຫ້ລອດພົ້ນຈາກຄວາມຜິດບາບຂອງເຂົາຢ່າງສົມບູນ ຫຼື ມັນບໍ່ແມ່ນຜ່ານການສະແດງໝາຍສໍາຄັນ ແລະ ການເຮັດໃນສິ່ງອັດສະຈັນທີ່ພວກເຂົາສາມາດຖືກເຮັດໃຫ້ສົມບູນຢ່າງແທ້ຈິງໄດ້. ລິດອຳນາດໃນການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍນັ້ນເປັນພຽງການໃຫ້ຄວາມເມດຕາກະລຸນາຕໍ່ມະນຸດເທົ່ານັ້ນ, ແຕ່ເນື້ອໜັງຂອງມະນຸດຍັງເປັນຂອງຊາຕານ ແລະ ອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມກໍຍັງຄົງຢູ່ພາຍໃນມະນຸດ. ເວົ້າອີກຢ່າງໜຶ່ງກໍຄື ສິ່ງທີ່ຍັງບໍ່ຖືກເຮັດໃຫ້ສະອາດກໍຍັງເປັນສ່ວນໜຶ່ງຂອງຄວາມຜິດບາບ ແລະ ຄວາມສົກກະປົກຢູ່. ມີພຽງແຕ່ຫຼັງຈາກທີ່ເຂົາຖືກເຮັດໃຫ້ບໍລິສຸດຜ່ານການປະຕິບັດຂອງພຣະທຳ ເຂົາຈຶ່ງຈະສາມາດຖືກຮັບເອົາໂດຍພຣະເຈົ້າ ແລະ ກາຍມາເປັນມະນຸດທີ່ສັກສິດ. ເມື່ອມານຮ້າຍຖືກຂັບໄລ່ອອກຈາກມະນຸດ ແລະ ພວກເຂົາຖືກໄຖ່ບາບ, ສິ່ງນີ້ພຽງແຕ່ໝາຍຄວາມວ່າ ພວກເຂົາໄດ້ລອດພົ້ນຈາກມືຂອງຊາຕານ ແລະ ກັບຄືນສູ່ພຣະເຈົ້າ. ເຖິງຢ່າງໃດກໍຕາມ ຫາກປາສະຈາກການຖືກເຮັດໃຫ້ບໍລິສຸດ ຫຼື ຖືກປ່ຽນແປງໂດຍພຣະເຈົ້າ, ພວກເຂົາກໍຍັງຈະເປັນມະນຸດທີ່ເສື່ອມຊາມ. ພາຍໃນມະນຸດກໍຍັງຈະມີຄວາມສົກກະປົກ, ມີການຕໍ່ຕ້ານ ແລະ ກະບົດ; ມະນຸດພຽງແຕ່ກັບຄືນຫາພຣະເຈົ້າຜ່ານການໄຖ່ບາບຂອງພຣະອົງເທົ່ານັ້ນ, ແຕ່ເຂົາບໍ່ມີຄວາມຮູ້ແມ່ນແຕ່ໜ້ອຍດຽວກ່ຽວກັບພຣະເຈົ້າ ແລະ ຍັງສາມາດຕໍ່ຕ້ານ ແລະ ກະບົດຕໍ່ພຣະອົງ. ກ່ອນທີ່ມະນຸດຈະຖືກໄຖ່ບາບ, ພິດຫຼາຍຢ່າງຂອງຊາຕານຖືກຝັງເລິກພາຍໃນໃຈຂອງເຂົາແລ້ວ ແລະ ຫຼັງຈາກເວລາຫຼາຍພັນປີທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ສິ່ງນັ້ນກາຍເປັນທໍາມະຊາດຢ່າງໝັ້ນຄົງຂອງມະນຸດໃນການຕໍ່ຕ້ານພຣະເຈົ້າ. ສະນັ້ນ ເມື່ອມະນຸດຖືກໄຖ່ບາບ, ມັນກໍບໍ່ຕ່າງຫຍັງຈາກການໄຖ່ບາບທີ່ມະນຸດໄດ້ຊື້ມາດ້ວຍລາຄາສູງ, ແຕ່ທຳມະຊາດທີ່ເປັນພິດຢູ່ພາຍໃນເຂົາແມ່ນບໍ່ໄດ້ຖືກກຳຈັດ. ມະນຸດທີ່ສົກກະປົກຫຼາຍຕ້ອງໄດ້ຜ່ານການປ່ຽນແປງກ່ອນພວກເຂົາຈະເໝາະສົມໃນການຮັບໃຊ້ພຣະເຈົ້າ. ດ້ວຍວິທີຂອງພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີນີ້, ມະນຸດຈະຮູ້ຈັກແກ່ນແທ້ທີ່ສົກກະປົກ ແລະ ເສື່ອມຊາມທີ່ຢູ່ພາຍໃນຕົວເຂົາເອງຢ່າງສົມບູນ ແລະ ເຂົາຈະສາມາດປ່ຽນແປງຢ່າງຄົບຖ້ວນ ແລະ ບໍລິສຸດຂຶ້ນ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຈຶ່ງເໝາະສົມທີ່ຈະກັບຄືນມາຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ. ພາລະກິດທັງໝົດທີ່ປະຕິບັດໃນມື້ນີ້ແມ່ນເພື່ອໃຫ້ມະນຸດຖືກເຮັດໃຫ້ບໍລິສຸດ ແລະ ເພື່ອຮັບການປ່ຽນແປງ; ຜ່ານການພິພາກສາ ແລະ ການຂ້ຽນຕີຈາກພຣະທຳ ພ້ອມກັບຜ່ານການຫຼໍ່ຫຼອມ ມະນຸດສາມາດລຶບລ້າງຄວາມເສື່ອມຊາມຂອງເຂົາ ແລະ ຖືກເຮັດໃຫ້ເປັນຄົນບໍລິສຸດ. ເຖິງແມ່ນວ່າ ຂັ້ນຕອນນີ້ຂອງພາລະກິດຈະຖືວ່າເປັນການຊ່ວຍໃຫ້ລອດພົ້ນ, ແຕ່ມັນອາດຈະເໝາະສົມກວ່າ ທີ່ຈະເວົ້າວ່າ ເປັນພາລະກິດແຫ່ງການຊໍາລະລ້າງໃຫ້ບໍລິສຸດ. ໃນຄວາມຈິງແລ້ວ, ຂັ້ນຕອນນີ້ແມ່ນຂັ້ນຕອນຂອງການເອົາຊະນະ ເຊັ່ນກັນກັບຂັ້ນຕອນທີສອງໃນພາລະກິດແຫ່ງຄວາມລອດພົ້ນ. ຜ່ານການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳ ມະນຸດຈຶ່ງມາເຖິງຈຸດຖືກຮັບເອົາໂດຍພຣະເຈົ້າ; ແລະ ມັນແມ່ນຜ່ານການໃຊ້ພຣະທຳເພື່ອຫຼໍ່ຫຼອມ, ພິພາກສາ ແລະ ເປີດເຜີຍ ທຸກສິ່ງທີ່ບໍ່ບໍລິສຸດ, ແນວຄິດ, ແຮງຈູງໃຈ ແລະ ຄວາມປາຖະໜາພາຍໃນຫົວໃຈຂອງມະນຸດຈຶ່ງຖືກເປີດເຜີຍອອກຢ່າງຄົບຖ້ວນ. ສຳລັບທຸກສິ່ງທີ່ເຮັດໃຫ້ມະນຸດຖືກໄຖ່ໃຫ້ພົ້ນ ແລະ ໄດ້ຮັບອະໄພຄວາມຜິດບາບ, ສາມາດພິຈາລະນາໄດ້ວ່າ ພຣະເຈົ້າບໍ່ຈົດຈໍາການລ່ວງລະເມີດຂອງມະນຸດ ແລະ ບໍ່ປະຕິບັດຕໍ່ມະນຸດຕາມການລ່ວງລະເມີດຂອງເຂົາ. ເຖິງຢ່າງໃດກໍຕາມ ເມື່ອມະນຸດທີ່ດຳລົງຊີວິດຢູ່ໃນຮ່າງກາຍຂອງເນື້ອໜັງບໍ່ໄດ້ເປັນອິດສະຫຼະຈາກຄວາມຜິດບາບ, ເຂົາກໍຈະສືບຕໍ່ສ້າງບາບ ແລະ ເປີດເຜີຍອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຢ່າງບໍ່ມີວັນສິ້ນສຸດ. ນີ້ແມ່ນຊີວິດທີ່ມະນຸດໄດ້ດຳລົງຢູ່, ເປັນວົງຈອນຂອງການສ້າງບາບ ແລະ ໄດ້ຮັບອະໄພບາບຢ່າງບໍ່ສິ້ນສຸດ. ມະນຸດສ່ວນໃຫຍ່ສ້າງບາບໃນຕອນກາງເວັນ ແລ້ວກໍພາກັນສາລະພາບບາບໃນຕອນແລງ. ດ້ວຍເຫດນີ້, ເຖິງແມ່ນວ່າ ການຖວາຍຄວາມຜິດບາບຈະມີຜົນສຳລັບມະນຸດຕະຫຼອດໄປກໍຕາມ, ມັນກໍຈະບໍ່ສາມາດຊ່ວຍໃຫ້ມະນຸດລອດພົ້ນຈາກຄວາມຜິດບາບໄດ້. ມີພຽງແຕ່ເຄິ່ງໜຶ່ງຂອງພາລະກິດແຫ່ງຄວາມລອດພົ້ນຖືກເຮັດໃຫ້ສຳເລັດ, ຍ້ອນມະນຸດຍັງມີອຸປະນິໄສທີ່ເສື່ອມຊາມ. ຕົວຢ່າງເຊັ່ນ ເມື່ອຜູ້ຄົນເຂົ້າໃຈວ່າ ພວກເຂົາສືບເຊື້ອສາຍມາຈາກໂມອາບ, ພວກເຂົາໄດ້ແຕ່ຕໍ່ວ່າ, ພາກັນເຊົາສະແຫວງຫາຊີວິດ ແລະ ເປັນກຸ່ມຄົນທີ່ຄິດລົບທີ່ສຸດ. ສິ່ງນີ້ບໍ່ໄດ້ສະແດງໃຫ້ເຫັນບໍວ່າ ມະນຸດຊາດບໍ່ສາມາດຍອມຢູ່ພາຍໃຕ້ອຳນາດຂອງພຣະເຈົ້າໄດ້ຢ່າງສົມບູນ? ນີ້ບໍ່ແມ່ນອຸປະນິໄສຊົ່ວຮ້າຍທີ່ເສື່ອມຊາມຂອງພວກເຂົາແທ້ບໍ? ເມື່ອເຈົ້າບໍ່ໄດ້ຕົກຢູ່ພາຍໃຕ້ການຂ້ຽນຕີ, ພາຍໃຕ້ການພິພາກສາ, ເຈົ້າກໍຈະຍົກມືຂຶ້ນສູງກວ່າຄົນອື່ນ, ຍົກສູງກວ່າພຣະເຢຊູອີກ. ແລ້ວກໍພາກັນໂຮ່ຮ້ອງອອກມາຢ່າງແຮງວ່າ “ຈົ່ງເປັນບຸດຊາຍອັນເປັນທີ່ຮັກຂອງພຣະເຈົ້າ! ຈົ່ງເປັນມິດສະຫາຍຂອງພຣະເຈົ້າ! ພວກຂ້ານ້ອຍຈະຂໍຕາຍດີກວ່າກົ້ມຫົວລົງໃຫ້ກັບຊາຕານ! ຈົ່ງກະບົດຕໍ່ຊາຕານເຖົ້າ! ຈົ່ງກະບົດຕໍ່ມັງກອນແດງໃຫຍ່! ຂໍໃຫ້ມັງກອນແດງໃຫຍ່ສູນເສຍອຳນາດຢ່າງໜ້າສັງເວດ! ຂໍໃຫ້ພຣະເຈົ້າຈົ່ງເຮັດໃຫ້ພວກຂ້ານ້ອຍສົມບູນ!” ສຽງຮ້ອງໂຮ່ຂອງເຈົ້າແມ່ນກ້ອງດັງກວ່າຄົນອື່ນໆ. ແຕ່ເມື່ອເຖິງເວລາແຫ່ງການຂ້ຽນຕີ, ນິໄສອັນເສື່ອມຊາມຂອງມະນຸດຊາດກໍສະແດງອອກມາໃຫ້ເຫັນອີກຄັ້ງ. ສຽງຮ້ອງໂຮ່ຂອງພວກເຂົາກໍມິດລົງ ແລະ ຄວາມເດັດດ່ຽວຂອງພວກເຂົາກໍລົ້ມເຫຼວ. ນີ້ແມ່ນຄວາມເສື່ອມຊາມຂອງມະນຸດ ທີ່ຝັງເລິກກວ່າຄວາມຜິດບາບ, ມັນແມ່ນສິ່ງທີ່ຊາຕານໄດ້ປູກຝັງໄວ້ ແລະ ໄດ້ຝັງເລິກຢູ່ພາຍໃນມະນຸດ. ມັນບໍ່ງ່າຍທີ່ມະນຸດຈະມາຮູ້ຈັກກັບຄວາມຜິດບາບຂອງເຂົາ; ເຂົາບໍ່ມີທາງຮູ້ຈັກທຳມະຊາດທີ່ຝັງແໜ້ນໃນຕົວເຂົາ ແລະ ຕ້ອງເພິ່ງພາການພິພາກສາຂອງພຣະທຳເພື່ອບັນລຸຜົນນີ້. ມີພຽງແຕ່ດ້ວຍວິທີນີ້ ມະນຸດຈຶ່ງຈະຖືກປ່ຽນແປງເທື່ອລະໜ້ອຍຈາກຈຸດນີ້ເປັນຕົ້ນໄປ. ໃນອະດີດ ມະນຸດຮ້ອງຂຶ້ນແບບນັ້ນກໍເພາະວ່າເຂົາບໍ່ມີຄວາມເຂົ້າໃຈກ່ຽວກັບອຸປະນິໄສທີ່ເສື່ອມຊາມໂດຍທຳມະຊາດຂອງເຂົາ. ສິ່ງເຫຼົ່ານີ້ແມ່ນຄວາມບໍ່ບໍລິສຸດທີ່ມີຢູ່ພາຍໃນມະນຸດ. ທົ່ວທັງໄລຍະເວລາທີ່ຍາວນານແຫ່ງການພິພາກສາ ແລະ ການຂ້ຽນຕີ, ມະນຸດດຳລົງຊີວິດຢູ່ໃນບັນຍາກາດຄວາມຕຶງຄຽດ. ສິ່ງນີ້ລ້ວນແລ້ວແຕ່ບໍ່ໄດ້ຖືກບັນລຸຜ່ານການປະຕິບັດງານຂອງພຣະທຳບໍ? ເຈົ້າບໍ່ໄດ້ຮ້ອງອອກເປັນສຽງດັງກ່ອນການທົດລອງຂອງຜູ້ເຮັດບໍລິການບໍ? “ຈົ່ງເຂົ້າສູ່ອານາຈັກ! ທຸກຄົນທີ່ຍອມຮັບເອົານາມນີ້ຈະເຂົ້າສູ່ອານາຈັກ! ທຸກຄົນຈະມີສ່ວນຮ່ວມກັບພຣະເຈົ້າ!” ເມື່ອການທົດລອງຂອງຜູ້ເຮັດບໍລິການມາເຖິງ, ເຈົ້າຈະບໍ່ຮ້ອງອອກສຽງດັງອີກຕໍ່ໄປ. ໃນເບື້ອງຕົ້ນນັ້ນ, ທຸກຄົນຮ້ອງອອກມາວ່າ “ໂອພຣະເຈົ້າ! ບໍ່ວ່າພຣະອົງຈະວາງຂ້ານ້ອຍໄວ້ຢູ່ໃສກໍຕາມ, ຂ້ານ້ອຍຈະຍອມໃຫ້ພຣະອົງນໍາພາ”. ຫຼັງຈາກທີ່ໄດ້ອ່ານພຣະທຳຂອງພຣະເຈົ້າທີ່ວ່າ “ຜູ້ໃດຈະເປັນໂປໂລຂອງເຮົາ?” ມະນຸດກໍເວົ້າວ່າ “ຂ້ານ້ອຍເຕັມໃຈ!” ແລ້ວເຂົາກໍເຫັນພຣະທຳທີ່ວ່າ “ແລ້ວຄວາມເຊື່ອຂອງໂຢບເດ?” ແລະ ເວົ້າວ່າ “ຂ້ານ້ອຍເຕັມໃຈທີ່ຈະຮັບເອົາຄວາມເຊື່ອຂອງໂຢບ. ພຣະເຈົ້າກະລຸນາທົດສອບຂ້ານ້ອຍດ້ວຍເຖີດ!” ເມື່ອການທົດລອງຂອງຜູ້ເຮັດບໍລິການມາເຖິງ, ເຂົາກໍລົ້ມລົງທັນທີ ແລະ ເກືອບບໍ່ສາມາດລຸກຂຶ້ນອີກຄັ້ງ. ຫຼັງຈາກນັ້ນ ຄວາມບໍ່ບໍລິສຸດທີ່ຢູ່ໃນຫົວໃຈຂອງມະນຸດກໍຫຼຸດລົງເທື່ອລະໜ້ອຍ. ສິ່ງນີ້ບໍ່ແມ່ນຖືກບັນລຸຜົນຜ່ານທາງພຣະທຳບໍ? ດັ່ງນັ້ນ ສິ່ງທີ່ພວກເຈົ້າໄດ້ຜະເຊີນໃນປັດຈຸບັນນີ້ ແມ່ນຜົນສໍາເລັດຜ່ານທາງພຣະທຳ, ເຊິ່ງຍິ່ງໃຫຍ່ກວ່າສິ່ງທີ່ຜູ້ຄົນໄດ້ຮັບຜ່ານການສະແດງໝາຍສໍາຄັນ ແລະ ສິ່ງອັດສະຈັນຂອງພຣະເຢຊູ. ຄວາມສະຫງ່າລາສີຂອງພຣະເຈົ້າທີ່ເຈົ້າເຫັນ ແລະ ລິດອຳນາດຂອງພຣະເຈົ້າທີ່ເຈົ້າເຫັນບໍ່ແມ່ນພຽງເຫັນຈາກວິທີການຄຶງໃສ່ໄມ້ກາງແຂນ, ຈາກວິທີແຫ່ງການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ຜີຮ້າຍ, ແຕ່ໄດ້ເຫັນດ້ວຍວິທີແຫ່ງການພິພາກສາຈາກພຣະທຳຂອງພຣະອົງ. ສິ່ງນີ້ສະແດງໃຫ້ເຈົ້າເຫັນວ່າ ລິດອຳນາດ ແລະ ລິດທານຸພາບຂອງພຣະເຈົ້າບໍ່ໄດ້ປະກອບດ້ວຍການສ້າງໝາຍສຳຄັນ, ການຮັກສາຄວາມເຈັບປ່ວຍ ແລະ ການຂັບໄລ່ມານຮ້າຍ, ແຕ່ປະກອບດ້ວຍການພິພາກສາໂດຍພຣະທຳເຊິ່ງເປັນວິທີການທີ່ສາມາດເປັນຕົວແທນໃຫ້ກັບລິດອຳນາດຂອງພຣະເຈົ້າ ແລະ ເປີດເຜີຍຄວາມຊົງລິດທານຸພາບສູງສຸດຂອງພຣະອົງໄດ້ດີກວ່າ.
ສິ່ງທີ່ມະນຸດໄດ້ບັນລຸໃນປັດຈຸບັນ, ວຸດທິພາວະ, ຄວາມຮູ້, ຄວາມຮັກ, ຄວາມຊື່ສັດ, ຄວາມອ່ອນນ້ອມ ແລະ ຄວາມເຂົ້າໃຈໃນປັດຈຸບັນຂອງເຂົາ, ສິ່ງເຫຼົ່ານີ້ແມ່ນຜົນມາຈາກການພິພາກສາຂອງພຣະທຳ. ການທີ່ເຈົ້າສາມາດມີຄວາມຊື່ສັດ ແລະ ຍັງຄົງຢືນຢູ່ຈົນເຖິງທຸກມື້ນີ້ກໍແມ່ນມາຈາກການປະຕິບັດຂອງພຣະທຳ. ບັດນີ້ ມະນຸດເຫັນວ່າພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດແມ່ນພິເສດແທ້ໆ ແລະ ມີຫຼາຍສິ່ງໃນພາລະກິດດັ່ງກ່າວນັ້ນທີ່ມະນຸດບໍ່ສາມາດບັນລຸໄດ້; ສິ່ງເຫຼົ່ານີ້ແມ່ນຄວາມເລິກລັບ ແລະ ການອັດສະຈັນ. ສະນັ້ນ ຫຼາຍຄົນຈຶ່ງຍອມຈຳນົນ. ບາງຄົນບໍ່ເຄີຍຍອມຕໍ່ມະນຸດຄົນໃດຈັກເທື່ອຕັ້ງແຕ່ມື້ເກີດຂອງພວກເຂົາ, ແຕ່ເມື່ອພວກເຂົາໄດ້ເຫັນພຣະທຳຂອງພຣະເຈົ້າໃນມື້ນີ້ ພວກເຂົາກໍຍອມຢ່າງສົມບູນໂດຍບໍ່ຮູ້ສຶກຕົວ ແລະ ບໍ່ກ້າກວດສອບ ຫຼື ເວົ້າສິ່ງອື່ນໆອີກ. ມະນຸດຊາດໄດ້ຕົກຢູ່ພາຍໃຕ້ພຣະທຳ ແລະ ນອນກາບລົງພາຍໃຕ້ການພິພາກສາຂອງພຣະທຳ. ຖ້າພຣະວິນຍານຂອງພຣະເຈົ້າກ່າວຕໍ່ມະນຸດໂດຍກົງ, ແລ້ວມະນຸດທຸກຄົນກໍຍິນຍອມຕໍ່ສຽງຂອງພຣະອົງ ແລະ ກົ້ມຫົວລົ້ມລົງໂດຍບໍ່ມີການເປີດເຜີຍຂໍ້ພຣະທໍາໃດໆ ຄ້າຍຄືກັບທີ່ໂປໂລລົ້ມລົງຂາບພື້ນພາຍໃຕ້ແສງສະຫວ່າງໃນຫົນທາງໄປສູ່ເມືອງດາມັສກັດ. ຖ້າພຣະເຈົ້າສືບຕໍ່ປະຕິບັດພາລະກິດແບບນີ້, ມະນຸດກໍຈະບໍ່ສາມາດຮູ້ຈັກຄວາມເສື່ອມຊາມຂອງເຂົາເອງຜ່ານທາງການພິພາກສາໂດຍພຣະທຳ ແລະ ກໍບໍ່ສາມາດຮັບເອົາຄວາມລອດພົ້ນໄດ້. ມີພຽງແຕ່ໂດຍການກາຍມາເປັນເນື້ອໜັງ ພຣະອົງຈຶ່ງສາມາດກ່າວພຣະທຳຂອງພຣະອົງເຂົ້າໃສ່ຫູຂອງມະນຸດແຕ່ລະຄົນດ້ວຍຕົວພຣະອົງເອງໄດ້, ເພື່ອວ່າທຸກຄົນທີ່ມີຫູກໍຈະໄດ້ຍິນພຣະທຳຂອງພຣະອົງ ແລະ ຮັບເອົາພາລະກິດແຫ່ງການພິພາກສາໂດຍພຣະທຳຂອງພຣະອົງ. ມີພຽງແຕ່ດ້ວຍວິທີນີ້ຈຶ່ງຈະໄດ້ຮັບຜົນຈາກພຣະທຳຂອງພຣະອົງ, ແທນທີ່ຈະໃຫ້ພຣະວິນຍານປາກົດຕົວຂຶ້ນເພື່ອເຮັດໃຫ້ມະນຸດຢ້ານຈົນຍອມຈຳນົນ. ມີພຽງຜ່ານທາງພາລະກິດຕົວຈິງ ແລະ ພິເສດນີ້ເທົ່ານັ້ນ ອຸປະນິໄສເກົ່າຂອງມະນຸດ ທີ່ຝັງເລິກຢູ່ພາຍໃນເປັນເວລາຫຼາຍປີ ຈຶ່ງຈະສາມາດຖືກເປີດເຜີຍຢ່າງສົມບູນ, ເພື່ອວ່າມະນຸດຈະຮູ້ຈັກສິ່ງນັ້ນ ແລະ ປ່ຽນແປງມັນ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນພາລະກິດຕົວຈິງຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ເຊິ່ງພຣະອົງຈະບັນລຸຜົນແຫ່ງການພິພາກສາຕໍ່ມະນຸດໂດຍພຣະທຳ ດ້ວຍການເວົ້າ ແລະ ການປະຕິບັດການພິພາກສາໃນລັກສະນະຕົວຈິງ. ນີ້ແມ່ນລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ແລະ ຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ. ມັນຖືກປະຕິບັດເພື່ອເຮັດໃຫ້ລິດອຳນາດຂອງພຣະເຈົ້າທີ່ບັງເກີດເປັນມະນຸດເປັນທີ່ຮູ້ຈັກ, ເພື່ອເຮັດໃຫ້ຜົນຮັບທີ່ມາຈາກພາລະກິດແຫ່ງພຣະທຳເປັນທີ່ຮູ້ຈັກ ແລະ ເພື່ອເຮັດໃຫ້ເປັນທີ່ຮູ້ຈັກວ່າພຣະວິນຍານໄດ້ມາຢູ່ໃນເນື້ອໜັງ ແລະ ສະແດງລິດອຳນາດຂອງພຣະອົງຜ່ານການພິພາກສາມະນຸດໂດຍພຣະທຳ. ເຖິງແມ່ນເນື້ອໜັງຂອງພຣະອົງເປັນຮູບລັກສະນະພາຍນອກຂອງຄວາມເປັນມະນຸດທີ່ປົກກະຕິ ແລະ ທຳມະດາ, ແຕ່ສິ່ງນັ້ນກໍຄືຜົນຮັບມາຈາກພຣະທຳຂອງພຣະອົງ ເພື່ອສະແດງໃຫ້ມະນຸດເຫັນວ່າ ພຣະອົງເຕັມໄປດ້ວຍລິດອຳນາດ, ພຣະອົງເປັນພຣະເຈົ້າເອງ ແລະ ພຣະທຳຂອງພຣະອົງເປັນການສະແດງອອກຂອງພຣະອົງເອງ. ດ້ວຍສິ່ງນີ້ ມະນຸດຊາດທັງປວງກໍຈະໄດ້ເຫັນວ່າພຣະອົງເປັນພຣະເຈົ້າ, ພຣະອົງເປັນພຣະເຈົ້າທີ່ກາຍມາເປັນເນື້ອໜັງ ແລະ ບໍ່ມີໃຜສາມາດລ່ວງເກີນພຣະອົງໄດ້ ແລະ ບໍ່ມີໃຜສາມາດຢູ່ເໜືອການພິພາກສາໂດຍພຣະທຳຂອງພຣະອົງ ແລະ ບໍ່ມີກອງກຳລັງແຫ່ງຄວາມມືດໃດສາມາດເອົາຊະນະລິດອຳນາດຂອງພຣະອົງໄດ້. ຄວາມອ່ອນນ້ອມຂອງມະນຸດທີ່ມີຕໍ່ພຣະອົງແມ່ນເນື່ອງຈາກການທີ່ພຣະອົງແມ່ນພຣະທຳທີ່ກາຍມາເປັນເນື້ອໜັງ, ເນື່ອງຈາກລິດອຳນາດຂອງພຣະອົງ ແລະ ເນື່ອງຈາກການພິພາກສາໂດຍພຣະທຳຂອງພຣະອົງ. ພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະອົງໄດ້ນໍາມາລິດອຳນາດທີ່ພຣະອົງມີ. ເຫດຜົນທີ່ວ່າ ເປັນຫຍັງພຣະອົງຈຶ່ງກາຍມາເປັນເນື້ອໜັງກໍຍ້ອນເນື້ອໜັງຍັງສາມາດມີສິດອຳນາດ ແລະ ພຣະອົງກໍສາມາດປະຕິບັດພາລະກິດໃນລັກສະນະຕົວຈິງທ່າມກາງມະນຸດຊາດ, ໃນລັກສະນະທີ່ມະນຸດສາມາດເຫັນ ແລະ ຈັບຕ້ອງໄດ້. ພາລະກິດນີ້ແມ່ນເປັນຈິງຫຼາຍກວ່າພາລະກິດທີ່ພຣະວິນຍານຂອງພຣະເຈົ້າປະຕິບັດໂດຍກົງ ຜູ້ເຊິ່ງມີສິດອຳນາດທັງໝົດ ແລະ ຜົນຕາມມາຂອງພາລະກິດນັ້ນກໍເຫັນໄດ້ຢ່າງຊັດເຈນ. ນີ້ກໍຍ້ອນວ່າ ເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າສາມາດເວົ້າ ແລະ ປະຕິບັດພາລະກິດໃນລັກສະນະຕົວຈິງ. ຮູບຮ່າງພາຍນອກຂອງເນື້ອໜັງຂອງພຣະອົງບໍ່ມີລິດອຳນາດ ແລະ ມະນຸດກໍ່ສາມາດເຂົ້າເຖິງໄດ້, ໃນຂະນະທີ່ແກ່ນແທ້ຂອງພຣະອົງມີລິດອຳນາດ, ແຕ່ບໍ່ມີໃຜສາມາດເຫັນລິດອຳນາດຂອງພຣະອົງໄດ້. ເມື່ອພຣະອົງກ່າວ ແລະ ປະຕິບັດພາລະກິດ, ມະນຸດບໍ່ສາມາດກວດພົບລິດອຳນາດຂອງພຣະອົງໄດ້; ສິ່ງນີ້ຊ່ວຍໃຫ້ພຣະອົງປະຕິບັດພາລະກິດທີ່ແທ້ຈິງຂອງພຣະອົງ. ແລ້ວພາລະກິດທີ່ເປັນຈິງທັງໝົດນີ້ແມ່ນສາມາດບັນລຸຜົນໄດ້ຢ່າງສົມບູນ. ເຖິງແມ່ນບໍ່ມີໃຜຮູ້ວ່າພຣະອົງມີລິດອຳນາດ ຫຼື ເຫັນວ່າພຣະອົງບໍ່ຄວນຖືກລ່ວງເກີນ ຫຼື ເຫັນເຖິງຄວາມໂກດຮ້າຍຂອງພຣະອົງ, ພຣະອົງກໍບັນລຸຜົນຕາມເຈດຕະນາຂອງພຣະທຳຂອງພຣະອົງຜ່ານລິດອຳນາດທີ່ລີ້ລັບຂອງພຣະອົງ, ຜ່ານຄວາມໂກດຮ້າຍທີ່ລີ້ລັບຂອງພຣະອົງ ແລະ ຜ່ານພຣະທຳທີ່ພຣະອົງກ່າວຢ່າງເປີດເຜີຍ. ເວົ້າອີກຢ່າງໜຶ່ງກໍຄື ຜ່ານທາງນໍ້າສຽງຂອງພຣະອົງ, ຄວາມເດັດຂາດຂອງຖ້ອຍຄຳຂອງພຣະອົງ ແລະ ສະຕິປັນຍາທັງໝົດຂອງພຣະທຳຂອງພຣະອົງ, ມະນຸດຈຶ່ງພາກັນເຊື່ອຢ່າງສິ້ນເຊີງ. ໃນລັກສະນະນີ້ ມະນຸດຍອມອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າທີ່ບັງເກີດເປັນມະນຸດ ຜູ້ທີ່ເບິ່ງຄືວ່າ ບໍ່ມີລິດອຳນາດ, ດ້ວຍເຫດນັ້ນຈຶ່ງບັນລຸຕາມເປົ້າໝາຍຂອງພຣະເຈົ້າໃນການຊ່ວຍມະນຸດໃຫ້ລອດພົ້ນ. ນີ້ແມ່ນອີກດ້ານໜຶ່ງຂອງຄວາມໝາຍຂອງການບັງເກີດເປັນມະນຸດ: ເພື່ອກ່າວໃນລັກສະນະທີ່ເປັນຈິງຫຼາຍຂຶ້ນ ແລະ ປ່ອຍໃຫ້ຄວາມເປັນຈິງແຫ່ງພຣະທຳຂອງພຣະອົງມີຜົນສະທ້ອນໃນມະນຸດ, ເພື່ອວ່າ ມະນຸດຈະໄດ້ເປັນພະຍານເຖິງລິດອຳນາດແຫ່ງພຣະທຳຂອງພຣະເຈົ້າ. ສະນັ້ນ ພາລະກິດນີ້ ຖ້າບໍ່ຖືກປະຕິບັດຜ່ານການບັງເກີດເປັນມະນຸດ ມັນກໍຈະບໍ່ສາມາດບັນລຸຜົນໄດ້ແມ່ນແຕ່ໜ້ອຍດຽວ ແລະ ບໍ່ສາມາດຊ່ວຍຄົນຜິດບາບໃຫ້ລອດພົ້ນໄດ້ຢ່າງສົມບູນ. ຖ້າພຣະເຈົ້າບໍ່ກາຍມາເປັນເນື້ອໜັງ, ພຣະອົງກໍຈະຍັງຄົງເປັນພຣະວິນຍານທີ່ມະນຸດບໍ່ສາມາດເຫັນ ແລະ ຈັບຕ້ອງໄດ້. ຍ້ອນມະນຸດເປັນສິ່ງທີ່ສ້າງຈາກເນື້ອໜັງ, ເຂົາ ແລະ ພຣະເຈົ້າຈຶ່ງຢູ່ໃນໂລກສອງໂລກທີ່ແຕກຕ່າງກັນ ແລະ ມີທຳມະຊາດທີ່ແຕກຕ່າງກັນ. ພຣະວິນຍານຂອງພຣະເຈົ້າບໍ່ສາມາດເຂົ້າກັນກັບມະນຸດໄດ້ ຜູ້ທີ່ມີເນື້ອໜັງ ແລະ ບໍ່ມີທາງທີ່ຈະສ້າງຄວາມສຳພັນລະຫວ່າງພວກເຂົາໄດ້, ສ່ວນທີ່ວ່າມະນຸດບໍ່ສາມາດກາຍເປັນວິນຍານໄດ້ນັ້ນ ແມ່ນບໍ່ຕ້ອງເວົ້າເຖິງ. ເມື່ອເປັນແບບນີ້ ພຣະວິນຍານຂອງພຣະເຈົ້າກໍຕ້ອງກາຍມາເປັນສິ່ງທີ່ຖືກສ້າງເພື່ອປະຕິບັດພາລະກິດເດີມຂອງພຣະອົງ. ພຣະເຈົ້າສາມາດຂຶ້ນເມືອຍັງສະຖານທີ່ໆສູງທີ່ສຸດ ແລະ ຖ່ອມຕົວພຣະອົງລົງມາເພື່ອກາຍເປັນມະນຸດທີ່ຖືກສ້າງ, ປະຕິບັດພາລະກິດທ່າມກາງມະນຸດ ແລະ ດຳລົງຊີວິດຢູ່ທ່າມກາງພວກເຂົາ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຖານທີ່ໆສູງທີ່ສຸດ ແລະ ກາຍມາເປັນວິນຍານ ແລະ ແຮງໄກທີ່ເຂົາຈະສາມາດລົງໄປສູ່ສະຖານທີ່ໆຕໍ່າທີ່ສຸດ. ນີ້ຄືເຫດຜົນທີ່ວ່າເປັນຫຍັງພຣະເຈົ້າຈຶ່ງຕ້ອງກາຍມາເປັນເນື້ອໜັງເພື່ອປະຕິບັດພາລະກິດຂອງພຣະອົງ. ເຊັ່ນດຽວກັນ ໃນລະຫວ່າງການບັງເກີດເປັນມະນຸດຄັ້ງທຳອິດ ມີພຽງແຕ່ເນື້ອໜັງທີ່ບັງເກີດເປັນມະນຸດເທົ່ານັ້ນທີ່ສາມາດໄຖ່ມະນຸດຜ່ານການຄຶງໃສ່ໄມ້ກາງແຂນໄດ້, ເພາະວ່າ ບໍ່ມີທາງທີ່ຈະສາມາດຄຶງພຣະວິນຍານຂອງພຣະເຈົ້າໃສ່ໄມ້ກາງແຂນເພື່ອເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດໄດ້. ພຣະເຈົ້າສາມາດກາຍມາເປັນເນື້ອໜັງໂດຍກົງເພື່ອເຮັດໜ້າທີ່ເປັນເຄື່ອງຖວາຍບູຊາບາບໃຫ້ກັບມະນຸດ, ແຕ່ມະນຸດບໍ່ສາມາດຂຶ້ນເມືອສະຫວັນໂດຍກົງເພື່ອຮັບເອົາເຄື່ອງຖວາຍບູຊາບາບທີ່ພຣະເຈົ້າໄດ້ຈັດກຽມໄວ້ໃຫ້ເຂົາ. ເມື່ອເປັນດັ່ງນີ້ ສິ່ງທີ່ເປັນໄປໄດ້ກໍຄືໃຫ້ພຣະເຈົ້າສະເດັດໄປມາສອງສາມຄັ້ງລະຫວ່າງສະຫວັນ ແລະ ແຜ່ນດິນໂລກ, ບໍ່ໃຫ້ມະນຸດຂຶ້ນເມືອສະຫວັນເພື່ອຮັບເອົາຄວາມລອດພົ້ນນີ້, ຍ້ອນມະນຸດໄດ້ຫຼົ້ມຈົມ ແລະ ຍິ່ງໄປກວ່ານັ້ນ ມະນຸດບໍ່ສາມາດຂຶ້ນເມືອສະຫວັນໄດ້ຢ່າງແນ່ນອນ ແລ້ວແຮງໄກທີ່ຈະຮັບເອົາເຄື່ອງຖວາຍບູຊາບາບ. ສະນັ້ນ ມັນຈຶ່ງຈຳເປັນຕ້ອງໃຫ້ພຣະເຢຊູສະເດັດມາຢູ່ທ່າມກາງມະນຸດ ແລະ ປະຕິບັດພາລະກິດທີ່ມະນຸດບໍ່ສາມາດເຮັດໃຫ້ສຳເລັດໄດ້. ທຸກຄັ້ງທີ່ພຣະເຈົ້າກາຍມາເປັນເນື້ອໜັງແມ່ນເກີດຈາກຄວາມຈຳເປັນ. ຖ້າຂັ້ນຕອນໃດໜຶ່ງຖືກປະຕິບັດໂດຍພຣະວິນຍານຂອງພຣະເຈົ້າໂດຍກົງ, ພຣະອົງກໍຈະບໍ່ຍອມຕໍ່ຄວາມອັບອາຍໃນການບັງເກີດເປັນມະນຸດເຊັ່ນນີ້.
ໃນຂັ້ນຕອນສຸດທ້າຍຂອງພາລະກິດ, ຜົນແມ່ນຖືກບັນລຸຜ່ານພຣະທຳ. ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ເຂົ້າໃຈຄວາມເລິກລັບຫຼາຍຢ່າງ ແລະ ພາລະກິດທີ່ພຣະເຈົ້າໄດ້ປະຕິບັດຜ່ານຄົນຮຸ່ນອະດີດ; ຜ່ານທາງພຣະທຳ, ມະນຸດຈຶ່ງໄດ້ຮັບແສງສະຫວ່າງໂດຍພຣະວິນຍານບໍລິສຸດ; ຜ່ານພຣະທຳ, ມະນຸດຈຶ່ງເຂົ້າໃຈຄວາມເລິກລັບຕ່າງໆທີ່ຄົນຮຸ່ນຜ່ານມາບໍ່ເຄີຍເປີດເຜີຍໄດ້ຈັກເທື່ອ ພ້ອມທັງພາລະກິດຂອງຜູ້ປະກາດພຣະທຳ ແລະ ອັກຄະສາວົກໃນອະດີດ ແລະ ຫຼັກການທີ່ພວກເຂົາປະຕິບັດພາລະກິດກໍລ້ວນແລ້ວແຕ່ຜ່ານທາງພຣະທໍາ; ຜ່ານທາງພຣະທຳ ມະນຸດຈຶ່ງເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າ ພ້ອມທັງເຂົ້າໃຈຄວາມກະບົດ ແລະ ການຕໍ່ຕ້ານຂອງມະນຸດ ແລະ ເຂົາມາຮູ້ຈັກທາດແທ້ຂອງຕົນເອງ. ຜ່ານທາງຂັ້ນຕອນເຫຼົ່ານີ້ຂອງພາລະກິດ ແລະ ຜ່ານທາງພຣະທຳທັງໝົດທີ່ໄດ້ກ່າວອອກມາ, ມະນຸດຈຶ່ງມາເຂົ້າໃຈພາລະກິດຂອງພຣະວິນຍານ, ເຂົ້າໃຈພາລະກິດຂອງເນື້ອໜັງທີ່ບັງເກີດເປັນມະນຸດຂອງພຣະເຈົ້າໄດ້ປະຕິບັດ ແລະ ຍິ່ງໄປກວ່ານັ້ນກໍຄື ເຂົ້າໃຈອຸປະນິໄສທັງໝົດຂອງພຣະອົງ. ຄວາມຮູ້ຂອງເຈົ້າກ່ຽວກັບພາລະກິດແຫ່ງການຄຸ້ມຄອງຂອງພຣະເຈົ້າໃນຫົກພັນປີຍັງຖືກໄດ້ຮັບຜ່ານທາງພຣະທຳ. ຄວາມຮູ້ກ່ຽວກັບແນວຄິດຜ່ານມາຂອງເຈົ້າ ແລະ ຄວາມສຳເລັດໃນການປະຖິ້ມແນວຄິດດັ່ງກ່າວນັ້ນກໍບໍ່ແມ່ນຍ້ອນພຣະທຳບໍ? ໃນຂັ້ນຕອນທີ່ຜ່ານມາ, ພຣະເຢຊູສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນ, ແຕ່ໃນຂັ້ນຕອນນີ້ແມ່ນບໍ່ມີໝາຍສຳຄັນ ແລະ ສິ່ງອັດສະຈັນໃດໆ. ຄວາມເຂົ້າໃຈຂອງເຈົ້າທີ່ວ່າ ເປັນຫຍັງພຣະອົງຈຶ່ງບໍ່ເປີດເຜີຍໝາຍສຳຄັນ ແລະ ສິ່ງອັດສະຈັນ ແມ່ນບໍ່ໄດ້ຖືກບັນລຸຜ່ານທາງພຣະທຳເຊັ່ນກັນບໍ? ສະນັ້ນ ພຣະທຳທີ່ກ່າວໃນຂັ້ນຕອນນີ້ຈຶ່ງຢູ່ເໜືອພາລະກິດທີ່ອັກຄະສາວົກ ແລະ ຜູ້ປະກາດພຣະທຳໃນຍຸກອະດີດປະຕິບັດກັນ. ແມ່ນແຕ່ການທຳນາຍຂອງຜູ້ປະກາດພຣະທຳທີ່ໄດ້ທໍານາຍໄວ້ກໍບໍ່ສາມາດບັນລຸຜົນນີ້ໄດ້. ຜູ້ປະກາດພຣະທຳກ່າວພຽງແຕ່ຄຳທຳນາຍ, ພວກເຂົາກ່າວເຖິງສິ່ງທີ່ຈະເກີດຂຶ້ນໃນອະນາຄົດ, ແຕ່ບໍ່ແມ່ນກ່ຽວກັບພາລະກິດທີ່ພຣະເຈົ້າປາຖະໜາຈະປະຕິບັດໃນເວລານັ້ນ ຫຼື ພວກເຂົາບໍ່ໄດ້ກ່າວເພື່ອນໍາພາຊີວິດມະນຸດ ຫຼື ເພື່ອມອບຄວາມຈິງໃຫ້ກັບມະນຸດ ຫຼື ເພື່ອເປີດເຜີຍຄວາມເລິກລັບໃຫ້ກັບພວກເຂົາ, ແລ້ວແຮງໄກທີ່ພວກເຂົາຈະມອບຊີວິດໃຫ້ກັບມະນຸດ. ຈາກບັນດາພຣະທຳທີ່ໄດ້ກ່າວໃນຂັ້ນຕອນນີ້, ມີການທຳນາຍ ແລະ ຄວາມຈິງ, ແຕ່ພຣະທຳເຫຼົ່ານີ້ແມ່ນເຮັດໜ້າທີ່ເພື່ອມອບຊີວິດໃຫ້ກັບມະນຸດເປັນຫຼັກ. ພຣະທຳໃນປັດຈຸບັນບໍ່ຄືກັນກັບຄຳທຳນາຍຂອງຜູ້ປະກາດພຣະທຳ. ນີ້ແມ່ນຂັ້ນຕອນຂອງພາລະກິດສຳລັບຊີວິດຂອງມະນຸດ, ເພື່ອປ່ຽນແປງອຸປະນິໄສຂອງມະນຸດ ແລະ ບໍ່ແມ່ນເພື່ອກ່າວຄຳທຳນາຍ. ຂັ້ນຕອນທຳອິດແມ່ນພາລະກິດຂອງພຣະເຢໂຮວາ: ພາລະກິດຂອງພຣະອົງແມ່ນເພື່ອຈັດກຽມເສັ້ນທາງໃຫ້ມະນຸດໄດ້ນະມັດສະການພຣະເຈົ້າເທິງແຜ່ນດິນໂລກ. ມັນແມ່ນພາລະກິດແຫ່ງການເລີ່ມຕົ້ນເພື່ອຄົ້ນຫາແຫຼ່ງກຳເນີດຂອງພາລະກິດເທິງແຜ່ນດິນໂລກ. ໃນເວລານັ້ນ ພຣະເຢໂຮວາສັ່ງສອນຊາວອິດສະຣາເອນໃຫ້ຮັກສາວັນຊະບາໂຕ, ນັບຖືພໍ່ແມ່ຂອງພວກເຂົາ ແລະ ດຳລົງຊີວິດຮ່ວມກັນຢ່າງສະຫງົບສຸກ. ນີ້ກໍຍ້ອນວ່າ ມະນຸດໃນເວລານັ້ນບໍ່ເຂົ້າໃຈສິ່ງທີ່ເປັນມະນຸດ ຫຼື ພວກເຂົາບໍ່ເຂົ້າໃຈວິທີການດຳລົງຊີວິດເທິງແຜ່ນດິນໂລກ. ມັນຈຳເປັນສຳລັບພຣະອົງໃນຂັ້ນຕອນທຳອິດຂອງພາລະກິດທີ່ຕ້ອງໄດ້ນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ. ທຸກສິ່ງທີ່ພຣະເຢໂຮວາກ່າວກັບພວກເຂົາແມ່ນບໍ່ໄດ້ເປັນທີ່ຮູ້ຈັກຕໍ່ມະນຸດຊາດມາກ່ອນ ຫຼື ບໍ່ເຄີຍໄດ້ຢູ່ໃນການຄອບຄອງຂອງພວກເຂົາ. ໃນເວລານັ້ນ ພຣະເຈົ້າຍົກຜູ້ປະກາດພຣະທຳຫຼາຍຄົນຂຶ້ນເພື່ອກ່າວຄຳທຳນາຍ ແລະ ພວກເຂົາທຸກຄົນກໍເຮັດພາຍໃຕ້ການນໍາພາຂອງພຣະເຢໂຮວາ. ນີ້ແມ່ນສ່ວນໜຶ່ງຂອງພາລະກິດຂອງພຣະເຈົ້າເທົ່ານັ້ນ. ໃນຂັ້ນຕອນທຳອິດ, ພຣະເຈົ້າບໍ່ໄດ້ກາຍມາເປັນເນື້ອໜັງ ແລະ ດ້ວຍເຫດນັ້ນ ພຣະອົງຈຶ່ງສັ່ງສອນທຸກຊົນເຜົ່າ ແລະ ທຸກຊາດຜ່ານຜູ້ປະກາດພຣະທຳ. ເມື່ອພຣະເຢຊູປະຕິບັດພາລະກິດໃນເວລາຂອງພຣະອົງ, ພຣະອົງບໍ່ໄດ້ກ່າວພຣະທໍາຫຼາຍຄືກັບໃນຍຸກປັດຈຸບັນ. ຂັ້ນຕອນນີ້ພາລະກິດແຫ່ງພຣະທຳໃນຍຸກສຸດທ້າຍນີ້ແມ່ນບໍ່ເຄີຍຖືກປະຕິບັດມາກ່ອນໃນຍຸກຕ່າງໆ ແລະ ດ້ວຍຜູ້ຄົນໃນອະດີດ. ເຖິງແມ່ນເອຊາຢາ, ດານີເອນ ແລະ ໂຢຮັນກ່າວຄຳທຳນາຍຫຼາຍຢ່າງ, ຄຳທຳນາຍຂອງພວກເຂົາແມ່ນແຕກຕ່າງຈາກພຣະທຳທີ່ກ່າວໃນປັດຈຸບັນຢ່າງສິ້ນເຊີງ. ສິ່ງທີ່ພວກເຂົາເວົ້າແມ່ນເປັນພຽງຄຳທຳນາຍ, ແຕ່ພຣະທຳທີ່ກ່າວໃນປັດຈຸບັນບໍ່ແມ່ນຄໍາທໍານາຍ. ຖ້າເຮົາປ່ຽນທຸກສິ່ງທີ່ເຮົາກ່າວໃນປັດຈຸບັນໃຫ້ກາຍເປັນຄຳທຳນາຍ, ພວກເຈົ້າຈະສາມາດເຂົ້າໃຈໄດ້ບໍ? ສົມມຸດວ່າສິ່ງທີ່ເຮົາກ່າວເຖິງແມ່ນກ່ຽວກັບເລື່ອງທີ່ເກີດຂຶ້ນຫຼັງຈາກທີ່ເຮົາຈາກໄປແລ້ວ, ເຈົ້າຈະສາມາດເຂົ້າໃຈໄດ້ແນວໃດ? ພາລະກິດຂອງພຣະທຳບໍ່ເຄີຍຖືກປະຕິບັດໃນເວລາຂອງພຣະເຢຊູ ຫຼື ໃນຍຸກແຫ່ງພຣະບັນຍັດ. ບາງເທື່ອ ບາງຄົນຈະເວົ້າວ່າ “ພຣະເຢໂຮວາບໍ່ໄດ້ກ່າວພຣະທຳໃນເວລາພຣະອົງປະຕິບັດພາລະກິດຂອງພຣະອົງເຊັ່ນກັນບໍ? ນອກຈາກການຮັກສາຄົນເຈັບປ່ວຍ, ຂັບໄລ່ຜີຮ້າຍ ແລະ ສ້າງໝາຍສຳຄັນ ແລະ ສິ່ງອັດສະຈັນແລ້ວ, ພຣະເຢຊູບໍ່ໄດ້ກ່າວພຣະທຳໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງເຊັ່ນກັນບໍ?” ມີຄວາມແຕກຕ່າງກັນລະຫວ່າງສິ່ງຕ່າງໆທີ່ຖືກເວົ້າອອກມາ. ແມ່ນຫຍັງຄືແກ່ນແທ້ຂອງພຣະທຳທີ່ພຣະເຢໂຮວາກ່າວ? ພຣະອົງພຽງແຕ່ນໍາພາມະນຸດໃຫ້ດຳລົງຊີວິດຂອງພວກເຂົາເທິງແຜ່ນດິນໂລກ ເຊິ່ງບໍ່ໄດ້ສຳຜັດເຖິງເລື່ອງຝ່າຍວິນຍານໃນຊີວິດເລີຍ. ເປັນຫຍັງຈຶ່ງເວົ້າວ່າ ເມື່ອພຣະເຢໂຮວາກ່າວ ພຣະອົງກ່າວເພື່ອສັ່ງສອນປະຊາຊົນຈາກທຸກຫົນແຫ່ງ? ພຣະທຳທີ່ວ່າ “ສັ່ງສອນ” ໝາຍເຖິງການບອກຢ່າງເປີດເຜີຍ ແລະ ການບັນຊາໂດຍກົງ. ພຣະອົງບໍ່ໄດ້ສະໜອງຊີວິດໃຫ້ກັບມະນຸດ; ກົງກັນຂ້າມ ພຣະອົງພຽງແຕ່ຈັບມືມະນຸດ ແລະ ສອນມະນຸດໃຫ້ຢໍາເກງນັບຖືພຣະອົງ ໂດຍບໍ່ມີການໃຊ້ຄໍາອຸປະມາພໍສໍ່າໃດ. ພາລະກິດທີ່ພຣະເຢໂຮວາປະຕິບັດໃນອິດສະຣາເອນບໍ່ແມ່ນເພື່ອລິຮານ ຫຼື ລົງວິໄນມະນຸດ ຫຼື ການພິພາກສາ ແລະ ການຂ້ຽນຕີ; ພາລະກິດຂອງພຣະອົງແມ່ນເພື່ອນໍາພາມະນຸດ. ພຣະເຢໂຮວາສັ່ງໃຫ້ໂມເຊບອກກັບປະຊາຊົນຂອງພຣະອົງໃຫ້ຊອກຫາອາຫານມານາໃນຖິ່ນແຫ້ງແລ້ງກັນດານ. ທຸກເຊົ້າກ່ອນຕະເວັນຂຶ້ນ ພວກເຂົາຕ້ອງຊອກຫາເກັບມານາໃຫ້ພໍກິນສຳລັບພວກເຂົາໃນມື້ນັ້ນ. ມານາບໍ່ສາມາດຖືກເກັບໄວ້ຈົນຮອດມື້ຕໍ່ໄປໄດ້ ເພາະມັນຈະຂຶ້ນລາ. ພຣະອົງບໍ່ໄດ້ສັ່ງສອນມະນຸດ ຫຼື ເປີດໂປງທຳມະຊາດຂອງພວກເຂົາ ຫຼື ພຣະອົງບໍ່ໄດ້ເປີດເຜີຍແນວຄິດ ແລະ ຄວາມຄິດຂອງພວກເຂົາ. ພຣະອົງບໍ່ໄດ້ປ່ຽນແປງມະນຸດ ແຕ່ກົງກັນຂ້າມພຣະອົງນໍາພາມະນຸດໃນການດຳລົງຊີວິດຂອງພວກເຂົາ. ມະນຸດໃນເວລານັ້ນເປັນຄືກັບເດັກນ້ອຍ, ບໍ່ເຂົ້າໃຈຫຍັງເລີຍ ແລະ ພຽງແຕ່ມີຄວາມສາມາດໃນການເຄື່ອນໄຫວໄປມາຄ້າຍຄືຈັກກົນ; ດ້ວຍເຫດນັ້ນ ພຣະເຢໂຮວາຈຶ່ງພຽງແຕ່ບັນຍັດຂໍ້ກົດໝາຍເພື່ອນໍາພາປວງຊົນ.
ເພື່ອເຜີຍແຜ່ຂ່າວປະເສີດ, ເພື່ອໃຫ້ທຸກຄົນທີ່ສະແຫວງຫາດ້ວຍຫົວໃຈທີ່ແທ້ຈິງໄດ້ຮັບຄວາມຮູ້ກ່ຽວກັບພາລະກິດທີ່ເຮັດໃນມື້ນີ້ ແລະ ເຊື່ອໝັ້ນຢ່າງທົ່ວເຖິງ, ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບເລື່ອງລາວພາຍໃນ, ແກ່ນແທ້ ແລະ ຄວາມໝາຍຂອງພາລະກິດທີ່ໄດ້ປະຕິບັດໃນແຕ່ລະຂັ້ນຕອນ. ການເຮັດແບບນັ້ນກໍເພື່ອວ່າ ໃນເວລາຟັງການສົນທະນາຂອງເຈົ້າ ຄົນອື່ນອາດເຂົ້າໃຈພາລະກິດຂອງພຣະເຢໂຮວາ, ພາລະກິດຂອງພຣະເຢຊູ ແລະ ແມ່ນແຕ່ພາລະກິດທັງໝົດຂອງພຣະເຈົ້າໃນປັດຈຸບັນ ພ້ອມກັບການເຊື່ອມໂຍງ ແລະ ເຂົ້າໃຈຄວາມແຕກຕ່າງລະຫວ່າງສາມຂັ້ນຕອນຂອງພາລະກິດ. ການເຮັດແບບນັ້ນກໍເພື່ອວ່າ ຫຼັງຈາກທີ່ພວກເຂົາໄດ້ຟັງຈົບແລ້ວ ຄົນອື່ນຈະເຫັນວ່າທັງສາມຂັ້ນຕອນບໍ່ໄດ້ຂັດຂວາງກັນ ແຕ່ທັງໝົດແມ່ນພາລະກິດຂອງພຣະວິນຍານອົງດຽວ. ເຖິງແມ່ນພຣະອົງທັງສາມປະຕິບັດພາລະກິດໃນຍຸກທີ່ແຕກຕ່າງກັນ, ເນື້ອຫາຂອງພາລະກິດທີ່ພຣະອົງທັງສາມປະຕິບັດກໍແຕກຕ່າງກັນ ແລະ ພຣະທຳທີ່ພຣະອົງທັງສາມກ່າວກໍຍັງແຕກຕ່າງກັນ, ແຕ່ຫຼັກການທີ່ພຣະອົງທັງສາມປະຕິບັດພາລະກິດແມ່ນອັນໜຶ່ງອັນດຽວກັນ. ສິ່ງເຫຼົ່ານີ້ແມ່ນນິມິດທີ່ຍິ່ງໃຫຍ່ທີ່ສຸດທີ່ທຸກຄົນທີ່ຕິດຕາມພຣະເຈົ້າຄວນເຂົ້າໃຈ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?