ຄວາມເລິກລັບແຫ່ງການບັງເກີດເປັນມະນຸດ (4) ພາກທີໜຶ່ງ

ພວກເຈົ້າຄວນຮູ້ຈັກເລື່ອງລາວທີ່ຢູ່ເບື້ອງຫຼັງພຣະຄຳພີ ແລະ ກ່ຽວກັບການສ້າງພຣະຄໍາພີ. ຄວາມຮູ້ນີ້ບໍ່ແມ່ນເປັນຂອງຄົນທີ່ບໍ່ຍອມຮັບເອົາພາລະກິດໃໝ່ຂອງພຣະເຈົ້າ. ພວກເຂົາບໍ່ຮູ້ຈັກ. ຖ້າເຈົ້າເວົ້າກ່ຽວກັບແກ່ນແທ້ໃນເລື່ອງນີ້ຕໍ່ພວກເຂົາຢ່າງຊັດເຈນ, ພວກເຂົາກໍຈະບໍ່ເຂັ້ມງວດກ່ຽວກັບພຣະຄຳພີກັບເຈົ້າອີກຕໍ່ໄປ. ພວກເຂົາຂຸດຄົ້ນໃນສິ່ງທີ່ຖືກທຳນາຍໄວ້ແລ້ວຢູ່ຕະຫຼອດເວລາ: ຂໍ້ຄວາມນີ້ໄດ້ເກີດຂຶ້ນແລ້ວບໍ? ຂໍ້ຄວາມນັ້ນໄດ້ເກີດຂຶ້ນແລ້ວບໍ? ການທີ່ພວກເຂົາຍອມຮັບຂ່າວປະເສີດແມ່ນອີງຕາມພຣະຄຳພີ; ແລະ ພວກເຂົາເທດສະໜາຂ່າວປະເສີດຕາມພຣະຄຳພີ. ຄວາມເຊື່ອທີ່ພວກເຂົາມີໃນພຣະເຈົ້າແມ່ນນອນຢູ່ໃນພຣະທຳຂອງພຣະຄຳພີ; ຫາກປາສະຈາກພຣະຄຳພີ, ພວກເຂົາຈະບໍ່ເຊື່ອໃນພຣະເຈົ້າ. ນີ້ແມ່ນລັກສະນະທີ່ພວກເຂົາດຳລົງຊີວິດຢູ່, ວິເຄາະພຣະຄຳພີແບບບໍ່ມີເຫດຜົນ. ເມື່ອພວກເຂົາມາຂຸດຄົ້ນເລື່ອງພຣະຄຳພີອີກຄັ້ງ ແລະ ຂໍໃຫ້ເຈົ້າອະທິບາຍ, ເຈົ້າເວົ້າວ່າ “ກ່ອນອື່ນ ພວກເຮົາບໍ່ຕ້ອງສໍາຫຼວດຂໍ້ຄວາມແຕ່ລະຂໍ້. ກົງກັນຂ້າມ ຂໍໃຫ້ພວກເຮົາຫຼຽວເບິ່ງວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດ. ໃຫ້ພວກເຮົາຮັບເອົາເສັ້ນທາງທີ່ພວກເຮົາຍ່າງ ແລະ ປຽບທຽບເສັ້ນທາງນັ້ນກັບຄວາມຈິງເພື່ອເບິ່ງວ່າເສັ້ນທາງແມ່ນພາລະກິດຂອງພຣະວິນຍານບໍລິສຸດຢ່າງທີ່ຈິງ ຫຼື ບໍ່ ແລະ ໃຊ້ພາລະກິດຂອງພຣະວິນຍານບໍລິສຸດເພື່ອກວດເບິ່ງວ່າເສັ້ນທາງດັ່ງກ່າວຖືກຕ້ອງ ຫຼື ບໍ່. ແຕ່ສຳລັບຂໍ້ຄວາມນີ້ ຫຼື ຂໍ້ຄວາມນັ້ນໄດ້ເກີດຂຶ້ນຕາມການທຳນາຍ ຫຼື ບໍ່ນັ້ນ, ພວກເຮົາຜູ້ເປັນມະນຸດບໍ່ຄວນສອດຮູ້ໃນສິ່ງນັ້ນ. ກົງກັນຂ້າມ ມັນຈະດີກວ່າຖ້າພວກເຮົາພາກັນເວົ້າເຖິງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພາລະກິດຫຼ້າສຸດທີ່ພຣະເຈົ້າກຳລັງປະຕິບັດ”. ຄຳທຳນາຍທີ່ຢູ່ໃນພຣະຄຳພີແມ່ນພຣະທຳຂອງພຣະເຈົ້າທີ່ຖ່າຍທອດໃນເວລານັ້ນ ໂດຍຜູ້ປະກາດພຣະທຳ ແລະ ພຣະທຳທີ່ຖືກຂຽນໂດຍຄົນທີ່ພຣະເຈົ້າໃຊ້, ຮັບເອົາຄວາມປາຖະໜາ; ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດອະທິບາຍພຣະທຳເຫຼົ່ານັ້ນໄດ້, ມີພຽງແຕ່ພຣະວິນຍານບໍລິສຸດເທົ່ານັ້ນທີ່ສາມາດເຮັດໃຫ້ຄວາມໝາຍຂອງພຣະທຳເຫຼົ່ານັ້ນເປັນທີ່ຮູ້ຈັກ ແລະ ມີພຽງແຕ່ພຣະເຈົ້າເອງເທົ່ານັ້ນທີ່ສາມາດທຳລາຍຕາປະທັບທັງເຈັດ ແລະ ມາຍໜັງສືມ້ວນໄດ້. ເຈົ້າເວົ້າວ່າ: “ເຈົ້າບໍ່ແມ່ນພຣະເຈົ້າ ແລະ ເຮົາກໍບໍ່ແມ່ນເຊັ່ນກັນ, ສະນັ້ນ ຜູ້ໃດກ້າອະທິບາຍພຣະທຳຂອງພຣະເຈົ້າໄດ້ຢ່າງງ່າຍດາຍແດ່? ເຈົ້າກ້າອະທິບາຍພຣະທຳເຫຼົ່ານັ້ນບໍ? ເຖິງແມ່ນຜູ້ປະກາດພຣະທຳ ເຢເຣມີຢາ, ໂຢຮັນ ແລະ ເອລີຢາຕ້ອງກັບຄືນມາ, ພວກເຂົາກໍຈະບໍ່ກ້າທົດລອງ ແລະ ອະທິບາຍພຣະທຳເຫຼົ່ານັ້ນ, ຍ້ອນພວກເຂົາບໍ່ແມ່ນພຣະເມສານ້ອຍ. ມີພຽງແຕ່ພຣະເມສານ້ອຍເທົ່ານັ້ນທີ່ສາມາດທຳລາຍຕາປະທັບທັງເຈັດ ແລະ ມາຍໜັງສືມ້ວນອອກໄດ້ ແລະ ບໍ່ມີຜູ້ໃດສາມາດອະທິບາຍພຣະທຳຂອງພຣະອົງໄດ້. ເຮົາບໍ່ກ້າທີ່ຈະຍາດແຍ້ງເອົາພຣະນາມຂອງພຣະເຈົ້າ, ແລ້ວແຮງໄກທີ່ເຮົາຈະພະຍາຍາມອະທິບາຍພຣະທຳຂອງພຣະເຈົ້າ. ເຮົາພຽງແຕ່ສາມາດເປັນຄົນທີ່ອ່ອນນ້ອມຕໍ່ພຣະເຈົ້າເທົ່ານັ້ນ. ເຈົ້າເປັນພຣະເຈົ້າບໍ? ບໍ່ມີສິ່ງຊົງສ້າງໃດໆຂອງພຣະເຈົ້າທີ່ຈະກ້າມາຍໜັງສືມ້ວນນັ້ນອອກໄດ້ ຫຼື ອະທິບາຍພຣະທຳເຫຼົ່ານັ້ນໄດ້ ແລະ ສະນັ້ນ ເຮົາຈຶ່ງບໍ່ກ້າອະທິບາຍພຣະທຳເຫຼົ່ານັ້ນເຊັ່ນກັນ. ເຈົ້າບໍ່ຄວນພະຍາຍາມອະທິບາຍພຣະທຳເຫຼົ່ານັ້ນ. ທຸກຄົນບໍ່ຄວນພະຍາຍາມອະທິບາຍມັນ. ພວກເຮົາຄວນເວົ້າກ່ຽວກັບພາລະກິດຂອງພຣະວິນຍານບໍລິສຸດ; ນີ້ແມ່ນສິ່ງທີ່ມະນຸດສາມາດເຮັດໄດ້ຫຼາຍທີ່ສຸດ. ເຮົາຮູ້ຈັກກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ພຣະເຢຊູເລັກນ້ອຍ, ແຕ່ໃນເມື່ອເຮົາບໍ່ມີປະສົບການສ່ວນຕົວກ່ຽວກັບພາລະກິດດັ່ງກ່າວ, ເຮົາພຽງແຕ່ສາມາດເວົ້າເຖິງພາລະກິດດັ່ງກ່າວໃນຂອບເຂດຈໍາກັດເທົ່ານັ້ນ. ສໍາລັບຄວາມໝາຍຂອງພຣະທຳທີ່ເອຊາຢາ ຫຼື ພຣະເຢຊູກ່າວໃນເວລາຂອງພວກເຂົາ, ເຮົາຈະບໍ່ຂໍອະທິບາຍ. ເຮົາບໍ່ໄດ້ສຶກສາພຣະຄຳພີ; ກົງກັນຂ້າມ ເຮົາຕິດຕາມພາລະກິດໃນປັດຈຸບັນຂອງພຣະເຈົ້າ. ແທ້ຈິງແລ້ວ ເຈົ້າຖືພຣະຄຳພີເປັນພຽງໜັງສືມ້ວນນ້ອຍໆ, ແຕ່ວ່າມັນບໍ່ແມ່ນສິ່ງທີ່ມີພຽງພຣະເມສານ້ອຍສາມາດເປີດໄດ້ບໍ? ນອກຈາກພຣະເມສານ້ອຍແລ້ວ ຜູ້ໃດສາມາດເຮັດໄດ້ແດ່? ເຈົ້າບໍ່ແມ່ນພຣະເມສານ້ອຍ ແລະ ແຮງໄກທີ່ເຮົາຈະກ້າອ້າງວ່າເປັນພຣະເຈົ້າເອງ, ສະນັ້ນ ໃຫ້ພວກເຮົາບໍ່ວິເຄາະພຣະຄຳພີ ຫຼື ວິພາກວິຈານພຣະຄຳພີຢ່າງບໍ່ມີເຫດຜົນ. ມັນຈະເປັນການດີທີ່ສຸດທີ່ເຮົາມາສົນທະນາກ່ຽວກັບພາລະກິດທີ່ພຣະວິນຍານບໍລິສຸດປະຕິບັດ ນັ້ນກໍຄື ພາລະກິດໃນປັດຈຸບັນທີ່ພຣະເຈົ້າເອງປະຕິບັດ. ໃຫ້ພວກເຮົາເບິ່ງວ່າ ແມ່ນຫຍັງຄືຫຼັກການທີ່ພຣະເຈົ້າປະຕິບັດພາລະກິດ ແລະ ແມ່ນຫຍັງຄືແກ່ນແທ້ແຫ່ງພາລະກິດຂອງພຣະອົງ, ໃຊ້ສິ່ງເຫຼົ່ານີ້ເພື່ອພິສູດວ່າ ເສັ້ນທາງທີ່ພວກເຮົາຍ່າງໃນປັດຈຸບັນນີ້ຖືກຕ້ອງ ຫຼື ບໍ່ ແລະ ໃນລັກສະນະນີ້ ຈຶ່ງຈະໝັ້ນໃຈກ່ຽວກັບສິ່ງນັ້ນ”. ຖ້າພວກເຈົ້າປາຖະໜາທີ່ຈະເທດສະໜາຂ່າວປະເສີດ ໂດຍສະເພາະກັບຜູ້ຄົນທີ່ຢູ່ໃນໂລກແຫ່ງສາສະໜາ, ພວກເຈົ້າຕ້ອງເຂົ້າໃຈພຣະຄຳພີ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເລື່ອງລາວພາຍໃນ; ບໍ່ດັ່ງນັ້ນຈະບໍ່ມີທາງໃຫ້ເຈົ້າເທດສະໜາຂ່າວປະເສີດໄດ້. ຫຼັງຈາກທີ່ເຈົ້າໄດ້ເຂົ້າໃຈພາບລວມຢ່າງເລິກເຊິ່ງແລ້ວ ແລະ ເຊົາວິພາກວິຈານຂໍ້ພຣະທຳທີ່ຕາຍແລ້ວໃນພຣະຄຳພີແບບບໍ່ໃຫ້ຄວາມສຳຄັນ, ແຕ່ພຽງເວົ້າເຖິງພາລະກິດຂອງພຣະເຈົ້າ ແລະ ຊີວິດ-ຄວາມຈິງ, ເຈົ້າກໍຈະສາມາດຮັບເອົາຄົນທີ່ສະແຫວງຫາດ້ວຍຫົວໃຈທີ່ແທ້ຈິງ.

ພາລະກິດຂອງພຣະເຢໂຮວາ ພຣະບັນຍັດທີ່ພຣະອົງສ້າງຂຶ້ນ ແລະ ຫຼັກການທີ່ພຣະອົງຊີ້ນໍາມະນຸດໃນການດໍາລົງຊີວິດຂອງພວກເຂົາ; ເນື້ອໃນຂອງພາລະກິດທີ່ພຣະອົງປະຕິບັດໃນຍຸກແຫ່ງພຣະບັນຍັດ, ຄວາມໝາຍທີ່ພຣະອົງສ້າງພຣະບັນຍັດ, ຄວາມສໍາຄັນຂອງພາລະກິດຂອງພຣະອົງຕໍ່ຍຸກແຫ່ງພຣະຄຸນ ແລະ ພາລະກິດທີ່ພຣະອົງປະຕິບັດໃນຍຸກສຸດທ້າຍນີ້: ສິ່ງເຫຼົ່ານີ້ເປັນສິ່ງທີ່ພວກເຈົ້າຄວນເຂົ້າໃຈ. ຂັ້ນຕອນທໍາອິດແມ່ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ຂັ້ນຕອນທີສອງແມ່ນພາລະກິດຂອງຍຸກແຫ່ງພຣະຄຸນ ແລະ ຂັ້ນຕອນທີ່ສາມແມ່ນພາລະກິດຂອງຍຸກສຸດທ້າຍ. ພວກເຈົ້າຕ້ອງຊັດເຈນກ່ຽວກັບຂັ້ນຕອນຂອງພາລະກິດເຫຼົ່ານີ້ຂອງພຣະເຈົ້າ. ຕັ້ງແຕ່ການເລີ່ມຕົ້ນຈົນເຖິງຈຸດສິ້ນສຸດ, ທັງໝົດແມ່ນມີສາມຂັ້ນຕອນ. ແມ່ນຫຍັງຄືແກ່ນແທ້ຂອງແຕ່ລະຂັ້ນຕອນຂອງພາລະກິດ? ມີຈັກຂັ້ນຕອນທີ່ຖືກປະຕິບັດໃນພາລະກິດຂອງແຜນການຄຸ້ມຄອງຫົກພັນປີ? ຂັ້ນຕອນເຫຼົ່ານີ້ຈະຖືກປະຕິບັດແນວໃດ ແລະ ເປັນຫຍັງແຕ່ລະຂັ້ນຕອນຈຶ່ງຖືກປະຕິບັດໃນລັກສະນະສະເພາະຂອງມັນ? ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄຳຖາມທີ່ສຳຄັນ. ພາລະກິດຂອງແຕ່ລະຍຸກມີຄຸນຄ່າໃນການເປັນຕົວແທນຂອງຍຸກນັ້ນໆ. ພຣະເຢໂຮວາປະຕິບັດພາລະກິດຫຍັງ? ເປັນຫຍັງພຣະອົງຈຶ່ງປະຕິບັດພາລະກິດໃນລັກສະນະນັ້ນ? ເປັນຫຍັງພຣະອົງຈຶ່ງຖືກເອີ້ນວ່າພຣະເຢໂຮວາ? ເຊັ່ນດຽວກັນ ພຣະເຢຊູປະຕິບັດພາລະກິດຫຍັງໃນຍຸກແຫ່ງພຣະຄຸນ ແລະ ພຣະອົງປະຕິບັດພາລະກິດດັ່ງກ່າວນັ້ນໃນລັກສະນະໃດ? ມີອຸປະນິໄສຂອງພຣະເຈົ້າໃນດ້ານໃດແດ່ທີ່ສະແດງອອກໃນແຕ່ລະຂັ້ນຕອນຂອງພາລະກິດ ແລະ ໃນແຕ່ລະຍຸກ? ດ້ານໃດຂອງອຸປະນິໄສຂອງພຣະອົງທີ່ສະແດງອອກມາໃນຍຸກແຫ່ງພຣະບັນຍັດ? ແລ້ວດ້ານໃດສະແດງອອກໃນຍຸກແຫ່ງພຣະຄຸນ? ແລ້ວໃນຍຸກສຸດທ້າຍເດ? ສິ່ງເຫຼົ່ານີ້ແມ່ນຄຳຖາມຈຳເປັນທີ່ພວກເຈົ້າຕ້ອງເຂົ້າໃຈຢ່າງຈະແຈ້ງ. ອຸປະນິໄສທັງໝົດຂອງພຣະເຈົ້າແມ່ນຖືກເປີດເຜີຍອອກຕະຫຼອດແຜນການຄຸ້ມຄອງຫົກພັນປີຂອງພຣະອົງ. ມັນບໍ່ໄດ້ຖືກເປີດເຜີຍພຽງແຕ່ໃນຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດເທົ່ານັ້ນ, ແລ້ວແຮງໄກທີ່ຈະຖືກເປີດເຜີຍພຽງແຕ່ຢູ່ໃນຍຸກສຸດທ້າຍເທົ່ານັ້ນ. ພາລະກິດທີ່ຖືກປະຕິບັດໃນຍຸກສຸດທ້າຍແມ່ນເປັນຕົວແທນໃຫ້ກັບການພິພາກສາ, ຄວາມໂກດຮ້າຍ ແລະ ການຂ້ຽນຕີ. ພາລະກິດທີ່ປະຕິບັດໃນຍຸກສຸດທ້າຍບໍ່ສາມາດແທນ ພາລະກິດຂອງຍຸກແຫ່ງພຣະບັນຍັດໄດ້ ຫຼື ແທນຍຸກແຫ່ງພຣະຄຸນໄດ້. ເຖິງຢ່າງໃດກໍຕາມ ສາມຂັ້ນຕອນເຊື່ອມໂຍງກັນເປັນອັນໜຶ່ງອັນດຽວ ແລະ ຂັ້ນຕອນທັງໝົດແມ່ນພາລະກິດຂອງພຣະເຈົ້າອົງດຽວ. ຕາມທໍາມະຊາດແລ້ວ ການປະຕິບັດພາລະກິດນີ້ຖືກແບ່ງອອກເປັນຍຸກທີ່ແຕກຕ່າງກັນ. ພາລະກິດທີ່ສໍາເລັດໃນຍຸກສຸດທ້າຍເປັນພາລະກິດທີ່ນໍາທຸກສິ່ງໄປສູ່ການສິ້ນສຸດ; ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະບັນຍັດແມ່ນພາລະກິດແຫ່ງການເລີ່ມຕົ້ນ ແລະ ພາລະກິດທີ່ສໍາເລັດໃນຍຸກແຫ່ງພຣະຄຸນແມ່ນພາລະກິດແຫ່ງການໄຖ່ບາບ. ສໍາລັບນິມິດຂອງພາລະກິດທີ່ຢູ່ໃນແຜນການຄຸ້ມຄອງຫົກພັນປີນີ້, ບໍ່ມີຜູ້ໃດສາມາດຮັບເອົາຄວາມຮູ້ ຫຼື ຄວາມເຂົ້າໃຈ ແລະ ນິມິດເຫຼົ່ານີ້ກໍຍັງເປັນປິດສະໜາຢູ່. ໃນຍຸກສຸດທ້າຍ ມີພຽງພາລະກິດຂອງພຣະທໍາເທົ່ານັ້ນທີ່ຖືກປະຕິບັດເພື່ອນໍາໄປສູ່ຍຸກແຫ່ງອານາຈັກ, ແຕ່ຍຸກສຸດທ້າຍບໍ່ແມ່ນຕົວແທນຂອງຍຸກທັງໝົດ. ຍຸກສຸດທ້າຍກໍເປັນຍຸກສຸດທ້າຍ ແລະ ຍຸກແຫ່ງອານາຈັກກໍຄືຍຸກແຫ່ງອານາຈັກ ເຊິ່ງບໍ່ແມ່ນຕົວແທນຂອງຍຸກແຫ່ງພຣະຄຸນ ຫຼື ຍຸກແຫ່ງພຣະບັນຍັດ. ນັ້ນຄືຄວາມຈິງ, ໃນລະຫວ່າງຍຸກສຸດທ້າຍ ພາລະກິດທັງໝົດໃນແຜນການຄຸ້ມຄອງຫົກພັນປີແມ່ນຖືກເປີດເຜີຍໃຫ້ພວກເຈົ້າເຫັນ. ນີ້ແມ່ນການເປີດເຜີຍເຖິງຄວາມລຶກລັບ. ຄວາມເລິກລັບປະເພດນີ້ແມ່ນສິ່ງທີ່ບໍ່ມີມະນຸດຄົນໃດສາມາດເປີດເຜີຍໄດ້. ບໍ່ວ່າຄວາມເຂົ້າໃຈຂອງມະນຸດກ່ຽວກັບພຣະຄຳພີຈະຍິ່ງໃຫຍ່ສໍ່າໃດ, ມັນກໍຍັງເປັນພຽງຄຳເວົ້າເທົ່ານັ້ນ, ຍ້ອນມະນຸດບໍ່ເຂົ້າໃຈແກ່ນແທ້ຂອງພຣະຄຳພີ. ໃນການອ່ານພຣະຄຳພີ, ມະນຸດອາດເຂົ້າໃຈຄວາມຈິງບາງຢ່າງ, ອະທິບາຍພຣະທຳບາງຂໍ້ ຫຼື ວິເຄາະຂໍ້ຄວາມບາງຂໍ້ ແລະ ບາງບົດທີ່ໂດດເດັ່ນຢ່າງເຂັ້ມງວດ, ແຕ່ເຂົາຈະບໍ່ສາມາດແກະຄວາມໝາຍທີ່ຢູ່ພາຍໃນພຣະທຳເຫຼົ່ານັ້ນ, ຍ້ອນສິ່ງທີ່ມະນຸດເຫັນແມ່ນເປັນພຽງພຣະທຳທີ່ຕາຍແລ້ວ, ບໍ່ແມ່ນເຫດການກ່ຽວກັບພາລະກິດຂອງພຣະເຢໂຮວາ ແລະ ຂອງພຣະເຢຊູ ແລະ ມະນຸດບໍ່ມີທາງໄຂຄວາມເລິກລັບຂອງພາລະກິດນີ້ໄດ້. ສະນັ້ນ ຄວາມເລິກລັບຂອງແຜນການຄຸ້ມຄອງຫົກພັນປີຈຶ່ງເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດ, ເປັນຄວາມລີ້ລັບທີ່ສຸດ ແລະ ມະນຸດບໍ່ສາມາດຢັ່ງເຖິງໄດ້ທັງໝົດ. ບໍ່ມີໃຜສາມາດເຂົ້າໃຈເຈດຕະນາຂອງພຣະເຈົ້າໂດຍກົງ, ນອກຈາກພຣະອົງເອງຈະອະທິບາຍ ແລະ ເປີດເຜີຍສິ່ງເຫຼົ່ານັ້ນໃຫ້ກັບມະນຸດ; ບໍ່ດັ່ງນັ້ນ ສິ່ງເຫຼົ່ານີ້ຈະຍັງເປັນປິດສະໜາຕໍ່ມະນຸດຕະຫຼອດໄປ, ເປັນຄວາມເລິກລັບທີ່ຖືກປົກປິດໄວ້ຕະຫຼອດໄປ. ບໍ່ຕ້ອງຫ່ວງສໍາລັບຄົນທີ່ຢູ່ໃນໂລກສາດສະໜາ; ຖ້າພວກເຈົ້າບໍ່ໄດ້ຮັບຮູ້ໃນມື້ນີ້, ພວກເຈົ້າກໍຈະບໍ່ເຂົ້າໃຈມັນເຊັ່ນກັນ. ພາລະກິດຫົກພັນປີນີ້ຍິ່ງເລິກລັບຫຼາຍກວ່າຄຳທຳນາຍທັງໝົດຂອງຜູ້ປະກາດພຣະທຳ. ມັນເປັນຄວາມເລິກລັບທີ່ຍິ່ງໃຫຍ່ທີ່ສຸດຕັ້ງແຕ່ການເນລະມິດສ້າງຈົນເຖິງປັດຈຸບັນ ແລະ ບໍ່ມີໃຜທ່າມກາງຜູ້ປະກາດພຣະທຳທົ່ວຍຸກຕ່າງໆສາມາດຢັ່ງເຖິງຄວາມເລິກລັບນັ້ນໄດ້, ຍ້ອນຄວາມເລິກລັບນີ້ແມ່ນຈະຖືກເປີດເຜີຍອອກໃນຍຸກສຸດທ້າຍເທົ່ານັ້ນ ແລະ ບໍ່ເຄີຍຖືກເປີດເຜີຍມາກ່ອນ. ຖ້າພວກເຈົ້າສາມາດເຂົ້າໃຈຄວາມເລິກລັບນີ້ໄດ້ ແລະ ຖ້າພວກເຈົ້າສາມາດເຂົ້າໃຈຄວາມເລິກລັບນີ້ໄດ້ທັງໝົດ, ແລ້ວບຸກຄົນໃນສາສະໜາທຸກຄົນກໍຈະຖືກເອົາຊະນະໂດຍຄວາມເລິກລັບນີ້. ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ເປັນນິມິດທີ່ຍິ່ງໃຫຍ່ທີ່ສຸດ; ມັນເປັນສິ່ງທີ່ມະນຸດປາຖະໜາຢາກເຂົ້າໃຈຫຼາຍທີ່ສຸດ ແຕ່ມັນກໍເປັນສິ່ງທີ່ບໍ່ຈະແຈ້ງສໍາລັບເຂົາຫຼາຍທີ່ສຸດ. ເມື່ອພວກເຈົ້າຢູ່ໃນຍຸກແຫ່ງພຣະຄຸນ, ພວກເຈົ້າບໍ່ເຂົ້າໃຈວ່າພຣະເຢຊູປະຕິບັດພາລະກິດຫຍັງ ຫຼື ພຣະເຢໂຮວາປະຕິບັດພາລະກິດກ່ຽວກັບຫຍັງ. ຜູ້ຄົນບໍ່ເຂົ້າໃຈວ່າເປັນຫຍັງພຣະເຢໂຮວາຈຶ່ງກຳນົດກົດບັນຍັດ, ເປັນຫຍັງພຣະອົງຈຶ່ງຂໍໃຫ້ປວງຊົນຮັກສາກົດບັນຍັດ ຫຼື ເປັນຫຍັງພຣະວິຫານຈຶ່ງຖືກສ້າງຂຶ້ນ ແລະ ແຮງໄກທີ່ຜູ້ຄົນຈະເຂົ້າໃຈວ່າ ເປັນຫຍັງຊາວອິດສະຣາເອນຈຶ່ງຖືກນໍາພາຈາກເອຢິບໄປສູ່ຖິ່ນແຫ້ງແລ້ງກັນດານ ແລະ ຫຼັງຈາກນັ້ນກໍໄປສູ່ການາອານ. ຈົນເຖິງປັດຈຸບັນ ບັນຫາເຫຼົ່ານີ້ຈຶ່ງໄດ້ຖືກເປີດເຜີຍອອກ.

ພາລະກິດໃນຍຸກສຸດທ້າຍເປັນຂັ້ນຕອນສຸດທ້າຍຂອງສາມຂັ້ນຕອນ. ມັນເປັນພາລະກິດຂອງອີກຍຸກໃໝ່ ແລະ ບໍ່ແມ່ນຕົວແທນຂອງພາລະກິດແຫ່ງການຄຸ້ມຄອງທັງໝົດ. ແຜນການຄຸ້ມຄອງຫົກພັນປີຖືກແບ່ງອອກເປັນສາມຂັ້ນຕອນຂອງພາລະກິດ. ບໍ່ມີຂັ້ນຕອນໃດສາມາດເປັນຕົວແທນພາລະກິດທັງສາມຍຸກໄດ້, ແຕ່ເປັນພຽງພາກສ່ວນໜຶ່ງຂອງພາລະກິດທັງໝົດ. ຊື່ຂອງພຣະເຢໂຮວາບໍ່ສາມາດເປັນຕົວແທນໃຫ້ກັບອຸປະນິໄສຂອງພຣະເຈົ້າທັງໝົດໄດ້. ຄວາມຈິງທີ່ວ່າ ພຣະອົງໄດ້ປະຕິບັດພາລະກິດຂອງພຣະອົງໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະເຈົ້າເປັນພຽງພຣະເຈົ້າທີ່ຢູ່ພາຍໃຕ້ພຣະບັນຍັດເທົ່ານັ້ນ. ພຣະເຢໂຮວາສ້າງຕັ້ງພຣະບັນຍັດເພື່ອມະນຸດ ແລະ ວາງຂໍ້ພຣະບັນຍັດເຫຼົ່ານັ້ນໃຫ້ກັບພວກເຂົາ, ຮຽກຮ້ອງໃຫ້ມະນຸດສ້າງພຣະວິຫານ ແລະ ແທ່ນບູຊາ; ພາລະກິດທີ່ພຣະອົງປະຕິບັດພຽງແຕ່ເປັນຕົວແທນໃຫ້ກັບຍຸກແຫ່ງພຣະບັນຍັດເທົ່ານັ້ນ. ພາລະກິດນີ້ທີ່ພຣະອົງປະຕິບັດບໍ່ໄດ້ພິສູດໃຫ້ເຫັນວ່າ ພຣະອົງເປັນພຽງພຣະເຈົ້າທີ່ຮຽກຮ້ອງໃຫ້ມະນຸດຮັກສາພຣະບັນຍັດ ຫຼື ພຣະອົງເປັນພຣະເຈົ້າພຽງໃນພຣະວິຫານ ຫຼື ພຣະອົງເປັນພຽງພຣະເຈົ້າຕໍ່ໜ້າແທ່ນບູຊາເທົ່ານັ້ນ. ການເວົ້າແບບນັ້ນຈະບໍ່ແມ່ນຄວາມຈິງ. ພາລະກິດທີ່ສໍາເລັດພາຍໃຕ້ພຣະບັນຍັດກໍເປັນຕົວແທນໃຫ້ພຽງແຕ່ຍຸກໃດໜຶ່ງ. ດັ່ງນັ້ນ ຖ້າພຣະເຈົ້າພຽງແຕ່ປະຕິບັດພາລະກິດໃນຍຸກແຫ່ງພຣະບັນຍັດເທົ່ານັ້ນ ມະນຸດກໍຈະກຳນົດພຣະເຈົ້າໃນຄວາມໝາຍດັ່ງຕໍ່ໄປນີ້ ໂດຍເວົ້າວ່າ “ພຣະເຈົ້າເປັນພຣະເຈົ້າໃນພຣະວິຫານ ແລະ ເພື່ອຮັບໃຊ້ພຣະເຈົ້າ ພວກເຮົາຕ້ອງນຸ່ງເສື້ອຄຸມປະໂລຫິດ ແລະ ເຂົ້າໄປໃນພຣະວິຫານ”. ຖ້າພາລະກິດໃນຍຸກແຫ່ງພຣະຄຸນບໍ່ໄດ້ເກີດຂຶ້ນ ແລະ ຍຸກແຫ່ງພຣະບັນຍັດໄດ້ສືບຕໍ່ມາຈົນເຖິງທຸກມື້ນີ້ ມະນຸດຈະບໍ່ຮູ້ວ່າ ພຣະເຈົ້າຍັງມີຄວາມເມດຕາ ແລະ ຄວາມຮັກ. ຖ້າພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ປະຕິບັດໃຫ້ສໍາເລັດ ແລະ ກົງກັນຂ້າມ ມີພຽງແຕ່ພາລະກິດໃນຍຸກແຫ່ງພຣະຄຸນເທົ່ານັ້ນ ແລ້ວມວນມະນຸດກໍຈະຮູ້ແຕ່ວ່າພຣະເຈົ້າພຽງແຕ່ສາມາດໄຖ່ບາບໃຫ້ກັບມະນຸດ ແລະ ອະໄພຄວາມຜິດບາບໃຫ້ມະນຸດເທົ່ານັ້ນ. ມະນຸດຈະຮູ້ພຽງແຕ່ວ່າພຣະອົງເປັນອົງບໍລິສຸດ ແລະ ອົງໄຮ້ດຽງສາ ແລະ ຍ້ອນເຫັນແກ່ມະນຸດ ພຣະອົງຈຶ່ງສາມາດສະຫຼະພຣະອົງເອງ ແລະ ຍອມຖືກຄຶງໃສ່ເທິງໄມ້ກາງແຂນ. ມະນຸດຈະຮູ້ແຕ່ພຽງສິ່ງເຫຼົ່ານີ້ ແຕ່ຈະບໍ່ເຂົ້າໃຈໃນສິ່ງອື່ນໃດເລີຍ. ສະນັ້ນແຕ່ລະຍຸກສະແດງໃຫ້ເຫັນສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າ. ແຕ່ສໍາລັບສ່ວນໃດຂອງອຸປະນິໄສຂອງພຣະເຈົ້າຄືຕົວແທນໃນຍຸກແຫ່ງພຣະບັນຍັດ, ສ່ວນໃດຄືຕົວແທນຍຸກແຫ່ງພຣະຄຸນ ແລະ ສ່ວນໃດຄືຕົວແທນໃນຍຸກປັດຈຸບັນ ແມ່ນຂຶ້ນຢູ່ກັບທັງສາມຍຸກ. ເມື່ອສາມຍຸກໄດ້ລວມເຂົ້າກັນເປັນອັນໜຶ່ງອັນດຽວກັນແລ້ວ ທັງສາມຍຸກຈະສາມາດເປີດເຜີຍອຸປະນິໄສຂອງພຣະເຈົ້າໄດ້ທັງໝົດ. ພຽງແຕ່ເມື່ອມະນຸດໄດ້ມາຮູ້ຈັກທັງສາມຂັ້ນຕອນນີ້ທັງໝົດ ພວກເຂົາຈຶ່ງຈະສາມາດເຂົ້າໃຈຢ່າງແທ້ຈິງ. ບໍ່ມີຂັ້ນຕອນໃດໃນສາມຂັ້ນຕອນທີ່ສາມາດຕັດອອກໄດ້. ຫລັງຈາກໄດ້ຮູ້ຈັກພາລະກິດສາມຂັ້ນຕອນເຫຼົ່ານີ້ແລ້ວ ເຈົ້າຈະເຫັນອຸປະນິໄສທັງໝົດຂອງພຣະເຈົ້າ. ຄວາມຈິງທີ່ພຣະເຈົ້າສໍາເລັດພາລະກິດໃນຍຸກແຫ່ງພຣະບັນຍັດບໍ່ໄດ້ພິສູດວ່າ ພຣະອົງເປັນພຣະເຈົ້າພາຍໃຕ້ພຣະບັນຍັດ ແລະ ຄວາມຈິງທີ່ວ່າ ພຣະອົງສຳເລັດພາລະກິດແຫ່ງການໄຖ່ບາບບໍ່ໄດ້ໝາຍຄວາມວ່າ ພຣະເຈົ້າຈະໄຖ່ບາບມະນຸດຊາດຕະຫຼອດໄປ. ສິ່ງເຫຼົ່ານີ້ແມ່ນເປັນການສະຫຼຸບໂດຍມະນຸດເອງ. ຍຸກແຫ່ງພຣະຄຸນໄດ້ສິ້ນສຸດລົງ ແຕ່ເຈົ້າບໍ່ສາມາດເວົ້າວ່າ ພຣະເຈົ້າເປັນພຽງໄມ້ກາງແຂນເທົ່ານັ້ນ ແລະ ໄມ້ກາງແຂນເທົ່ານັ້ນທີ່ເປັນຕົວແທນຄວາມລອດພົ້ນຂອງພຣະເຈົ້າ. ການເວົ້າແບບນັ້ນກໍຈະເປັນການຕໍ່ຕ້ານພຣະເຈົ້າ. ໃນຂັ້ນຕອນປັດຈຸບັນ ພຣະເຈົ້າພຽງປະຕິບັດພາລະກິດກ່ຽວກັບພຣະທໍາເປັນສ່ວນໃຫຍ່ ແຕ່ເຈົ້າບໍ່ສາມາດເວົ້າວ່າພຣະເຈົ້າບໍ່ເຄີຍມີຄວາມເມດຕາຕໍ່ມະນຸດຈັກເທື່ອ ແລະ ສິ່ງທີ່ພຣະອົງນໍາມາມີພຽງການຕີສອນ ແລະ ການພິພາກສາເທົ່ານັ້ນ. ພາລະກິດໃນຍຸກສຸດທ້າຍເປີດເຜີຍພາລະກິດຂອງພຣະເຢໂຮວາ, ພຣະເຢຊູ ແລະ ຄວາມລຶກລັບທັງໝົດທີ່ມະນຸດບໍ່ສາມາດເຂົ້າໃຈມັນໄດ້, ພ້ອມທັງເປີດເຜີຍຈຸດໝາຍປາຍທາງ ແລະ ຈຸດຈົບຂອງມະນຸດຊາດ ແລະ ສິ້ນສຸດພາລະກິດແຫ່ງຄວາມລອດພົ້ນທັງໝົດທ່າມກາງມະນຸດຊາດ. ຂັ້ນຕອນຂອງພາລະກິດໃນຍຸກສຸດທ້າຍນີ້ຈະນໍາພາທຸກສິ່ງໄປສູ່ການສິ້ນສຸດ. ຄວາມລຶກລັບທັງໝົດທີ່ມະນຸດບໍ່ເຂົ້າໃຈຈະໄດ້ຖືກເປີດເຜີຍເພື່ອວ່າມະນຸດຈະໄດ້ຢັ່ງເຖິງຄວາມລຶກລັບດັ່ງກ່າວຢ່າງເລິກເຊິ່ງ ແລະ ມີຄວາມເຂົ້າໃຈຢ່າງແຈ່ມແຈ້ງ. ດ້ວຍວິທີນີ້ເທົ່ານັ້ນ ມະນຸດຊາດຈຶ່ງຈະສາມາດຖືກຈັດແບ່ງອອກຕາມປະເພດຂອງໃຜມັນ. ມີພຽງແຕ່ຫລັງຈາກແຜນການຄຸ້ມຄອງຫົກພັນປີໄດ້ສໍາເລັດລົງ ມະນຸດຈຶ່ງຈະສາມາດເຂົ້າໃຈເຖິງອຸປະນິໄສຂອງພຣະເຈົ້າທັງໝົດ ເພາະວ່າໃນຕອນນັ້ນການຄຸ້ມຄອງຂອງພຣະອົງກໍຈະສິ້ນສຸດລົງເຊັ່ນກັນ. ບັດນີ້ ພວກເຈົ້າໄດ້ຜະເຊີນກັບພາລະກິດຂອງພຣະເຈົ້າໃນຍຸກສຸດທ້າຍ, ແມ່ນຫຍັງຄືອຸປະນິໄສຂອງພຣະເຈົ້າ? ເຈົ້າກ້າເວົ້າບໍວ່າພຣະເຈົ້າເປັນພຣະເຈົ້າທີ່ພຽງແຕ່ກ່າວພຣະທຳ ແລະ ບໍ່ເຮັດສິ່ງອື່ນອີກ? ເຈົ້າຈະບໍ່ກ້າສະຫຼຸບແບບນັ້ນ. ບາງຄົນເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ເປີດເຜີຍຄວາມເລິກລັບ, ພຣະເຈົ້າເປັນພຣະເມສານ້ອຍ ແລະ ຜູ້ທີ່ທຳລາຍຕາປະທັບທັງເຈັດ. ແຕ່ບໍ່ມີໃຜກ້າສະຫຼຸບແບບນັ້ນ. ຄົນອື່ນອາດເວົ້າວ່າ ພຣະເຈົ້າເປັນເນື້ອໜັງທີ່ບັງເກີດເປັນມະມຸດ, ແຕ່ສິ່ງນີ້ກໍຍັງບໍ່ຖືກຕ້ອງ. ຍັງມີຄົນອື່ນອາດເວົ້າວ່າ ພຣະເຈົ້າທີ່ບັງເກີດເປັນມະນຸດພຽງແຕ່ກ່າວພຣະທຳເທົ່ານັ້ນ ແລະ ບໍ່ເຮັດໝາຍສຳຄັນ ແລະ ການອັດສະຈັນ, ແຕ່ເຈົ້າຈະກ້າເວົ້າໃນລັກສະນະນີ້ອີກຢູ່ບໍ, ຍ້ອນພຣະເຢຊູກາຍມາເປັນເນື້ອໜັງ ແລະ ພຣະອົງໄດ້ເຮັດໝາຍສຳຄັນ ແລະ ການອັດສະຈັນ, ດັ່ງນັ້ນ ເຈົ້າຈະບໍ່ກ້າກຳນົດພຣະເຈົ້າຢ່າງງ່າຍໆແບບນີ້ອີກ. ພາລະກິດທັງໝົດທີ່ຖືກປະຕິບັດດ້ວຍແຜນການຄຸ້ມຄອງຫົກພັນປີແມ່ນຫາກໍມາເຖິງຈຸດສິ້ນສຸດ. ມີພຽງແຕ່ຫຼັງຈາກທີ່ພາລະກິດທັງໝົດຖືກເປີດເຜີຍອອກໃຫ້ກັບມະນຸດ ແລະ ຖືກປະຕິບັດໃນທ່າມກາງມະນຸດ ມະນຸດຊາດທັງປວງຈຶ່ງຈະຮູ້ຈັກອຸປະນິໄສທຸກຢ່າງຂອງພຣະອົງ ແລະ ສິ່ງທີ່ພຣະອົງມີ ແລະ ເປັນ. ເມື່ອພາລະກິດໃນຂັ້ນຕອນນີ້ຖືກເຮັດໃຫ້ສຳເລັດຢ່າງສົມບູນ, ຄວາມເລິກລັບທັງປວງທີ່ມະນຸດບໍ່ເຂົ້າໃຈກໍຈະຖືກເປີດເຜີຍອອກ, ຄວາມຈິງທຸກຢ່າງທີ່ບໍ່ເຂົ້າໃຈກ່ອນໜ້ານີ້ກໍຈະຖືກເຮັດໃຫ້ຈະແຈ້ງຂຶ້ນ ແລະ ມະນຸດຊາດຈະຮັບຮູ້ເຖິງເສັ້ນທາງ ແລະ ຈຸດໝາຍປາຍທາງໃນອະນາຄົດຂອງພວກເຂົາ. ນີ້ແມ່ນພາລະກິດທັງໝົດທີ່ຈະຖືກປະຕິບັດໃນຂັ້ນຕອນປັດຈຸບັນ. ເຖິງແມ່ນວ່າເສັ້ນທາງທີ່ມະນຸດເດີນໃນປັດຈຸບັນເປັນເສັ້ນທາງແຫ່ງໄມ້ກາງແຂນ ແລະ ເສັ້ນທາງແຫ່ງຄວາມທຸກທໍລະມານ ແຕ່ສິ່ງທີ່ມະນຸດປະຕິບັດ ແລະ ສິ່ງທີ່ມະນຸດກິນ ດື່ມ ແລະ ຊື່ນຊົມທຸກມື້ນີ້ແມ່ນແຕກຕ່າງຢ່າງສິ້ນເຊີງຈາກສິ່ງທີ່ມະນຸດໄດ້ຮັບຢູ່ພາຍໃຕ້ພຣະບັນຍັດ ແລະ ໃນຍຸກແຫ່ງພຣະຄຸນ. ສິ່ງທີ່ມະນຸດຮຽກຮ້ອງໃນປັດຈຸບັນບໍ່ຄືກັບສິ່ງທີ່ຮຽກຮ້ອງໃນອະດີດ ແລະ ຍິ່ງໄປກວ່ານັ້ນກໍບໍ່ຄືກັບສິ່ງທີ່ໄດ້ຮຽກຮ້ອງຈາກມະນຸດໃນຍຸກພຣະບັນຍັດ. ແລ້ວແມ່ນຫຍັງຄືສິ່ງທີ່ຮຽກຮ້ອງຈາກມະນຸດພາຍໃຕ້ກົດພຣະບັນຍັດໃນເວລາທີ່ພຣະອົງປະຕິບັດພາລະກິດຂອງພຣະອົງໃນດິນແດນອິດສະຣາເອນ? ມັນກໍບໍ່ມີຫຍັງຫຼາຍໄປກວ່າໃຫ້ມະນຸດຮັກສາວັນຊະບາໂຕ ແລະ ພຣະບັນຍັດຂອງພຣະເຢໂຮວາ. ໃນຍຸກນັ້ນບໍ່ມີຜູ້ໃດເຮັດວຽກໃນວັນຊະບາໂຕ ແລະ ລະເມີດພຣະບັນຍັດຂອງພຣະເຢໂຮວາ. ແຕ່ໃນປັດຈຸບັນບໍ່ເປັນແບບນັ້ນ. ໃນວັນຊະບາໂຕ ມະນຸດຈະເຮັດວຽກ, ຊຸມນຸມ ແລະ ອະທິຖານເປັນປົກກະຕິ ແລະ ບໍ່ມີຂໍ້ຫ້າມໃດໆສໍາລັບພວກເຂົາ. ສ່ວນຄົນທີ່ຢູ່ໃນຍຸກແຫ່ງພຣະຄຸນ ນັ້ນແມ່ນຕ້ອງໄດ້ຮັບບັບຕິດສະມາ ແລະ ຍິ່ງໄປກວ່ານັ້ນ ພວກເຂົາຍັງຕ້ອງໄດ້ຖືກຮຽກຮ້ອງໃຫ້ອົດອາຫານ, ຫັກເຂົ້າຈີ່, ດື່ມເຫຼົ່າ, ຜ້າປົກຄຸມຫົວ ແລະ ໃຫ້ພວກເຂົາລ້າງຕີນໃຫ້ຄົນອື່ນ. ໃນປັດຈຸບັນ ກົດເກນເຫຼົ່ານີ້ຖືກຍົກເລີກໄປໝົດແລ້ວ ແຕ່ຄວາມຮຽກຮ້ອງຕ້ອງການຈາກມະນຸດແມ່ນເພິ່ມຫຼາຍຂຶ້ນ ເນື່ອງຈາກວ່າ ພາລະກິດຂອງພຣະເຈົ້າໄດ້ລົງເລິກເຂົ້າໄປຢ່າງບໍ່ສິ້ນສຸດ ແລະ ທາງເຂົ້າຂອງມະນຸດແມ່ນຍິ່ງສູງຂຶ້ນ. ໃນອະດີດ ພຣະເຢຊູວາງມືຂອງພຣະອົງໃສ່ມະນຸດ ແລະ ອະທິຖານ ແຕ່ປັດຈຸບັນເມື່ອທຸກສິ່ງໄດ້ກ່າວໄປໝົດແລ້ວ ຈະມີປະໂຫຍດຫຍັງກັບການວາງມືໃສ່ມະນຸດ? ພຽງພຣະທໍາເທົ່ານັ້ນກໍສາມາດບັນລຸຜົນໄດ້ແລ້ວ. ເມື່ອພຣະອົງວາງມືຂອງພຣະອົງໃສ່ມະນຸດໃນອະດີດ, ມັນແມ່ນການໃຫ້ພອນມະນຸດ ແລະ ຍັງເປັນການຮັກສາເຂົາໃຫ້ຫາຍຈາກໂລກໄພໄຂ້ເຈັບ. ນີ້ແມ່ນວິທີທີ່ພຣະວິນຍານບໍລິສຸດປະຕິບັດພາລະກິດໃນເວລານັ້ນ, ແຕ່ມັນບໍ່ແມ່ນແບບນັ້ນໃນປັດຈຸບັນ. ທຸກມື້ນີ້ ພຣະວິນຍານບໍລິສຸດໃຊ້ພຣະທຳເພື່ອປະຕິບັດພາລະກິດ ແລະ ເພື່ອບັນລຸຜົນ. ພຣະທຳຂອງພຣະອົງຖືກເຮັດໃຫ້ຊັດເຈນຕໍ່ພວກເຈົ້າ ແລະ ພວກເຈົ້າຄວນນໍາພຣະທຳເຫຼົ່ານັ້ນເຂົ້າສູ່ການປະຕິບັດດັ່ງທີ່ພວກເຈົ້າໄດ້ຖືກມອບໝາຍໄວ້. ພຣະທຳຂອງພຣະອົງຄືເຈດຕະນາຂອງພຣະອົງ; ສິ່ງເຫຼົ່ານັ້ນແມ່ນພາລະກິດທີ່ພຣະອົງປາຖະໜາທີ່ຈະປະຕິບັດ. ຜ່ານທາງພຣະທຳຂອງພຣະອົງ, ເຈົ້າຈະເຂົ້າໃຈເຈດຕະນາຂອງພຣະອົງ ແລະ ສິ່ງທີ່ພຣະອົງຮຽກຮ້ອງໃຫ້ເຈົ້າບັນລຸ ແລະ ເຈົ້າພຽງແຕ່ນໍາພຣະທຳຂອງພຣະອົງເຂົ້າສູ່ການປະຕິບັດໂດຍກົງ ໂດຍບໍ່ຈຳເປັນຕ້ອງວາງມືໃສ່ໃຜ. ບາງຄົນເວົ້າວ່າ “ຂໍໃຫ້ວາງມືຂອງພຣະອົງໃສ່ຂ້ານ້ອຍ! ຂໍໃຫ້ວາງມືຂອງພຣະອົງໃສ່ຂ້ານ້ອຍເພື່ອຂ້ານ້ອຍຈະໄດ້ຮັບພອນຈາກພຣະອົງ ແລະ ເພື່ອຂ້ານ້ອຍຈະເປັນສ່ວນໜຶ່ງຂອງພຣະອົງ”. ທຸກສິ່ງເຫຼົ່ານີ້ແມ່ນການປະຕິບັດທີ່ຫຼ້າສະໄໝໃນອະດີດ, ປັດຈຸບັນນີ້ໄດ້ເຊົາໃຊ້ແລ້ວ, ເພາະວ່າຍຸກໄດ້ປ່ຽນແປງໄປ. ພຣະວິນຍານບໍລິສຸດປະຕິບັດພາລະກິດຕາມຍຸກ, ບໍ່ໄດ້ປະຕິບັດໂດຍບັງເອີນ ຫຼື ປະຕິບັດໃຫ້ສອດຄ່ອງກັບກົດລະບຽບໃດໜຶ່ງທີ່ກໍານົດຂຶ້ນ. ຍຸກໄດ້ປ່ຽນໄປ ແລະ ຍຸກໃໝ່ຈຳເປັນຕ້ອງມີພາລະກິດໃໝ່. ສິ່ງນີ້ເປັນຄວາມຈິງຂອງທຸກຂັ້ນຕອນຂອງພາລະກິດ ແລະ ສະນັ້ນ ພາລະກິດຂອງພຣະອົງຈຶ່ງບໍ່ເຄີຍຖືກເຮັດຊໍ້າກັນຈັກເທື່ອ. ໃນຍຸກແຫ່ງພຣະຄຸນ, ພຣະເຢຊູປະຕິບັດພາລະກິດປະເພດດັ່ງກ່າວຫຼາຍພໍສົມຄວນ ເຊັ່ນ: ການຮັກສາຄົນເຈັບປ່ວຍ, ການຂັບໄລ່ຜີຮ້າຍ, ການວາງມືຂອງພຣະອົງໃສ່ມະນຸດເພື່ອອະທິຖານໃຫ້ກັບເຂົາ ແລະ ປະທານພອນໃຫ້ແກ່ມະນຸດ. ແຕ່ການປະຕິບັດແບບນັ້ນອີກຄັ້ງຈະບໍ່ມີຄວາມໝາຍຫຍັງໃນປັດຈຸບັນ. ໃນເວລານັ້ນ ພຣະວິນຍານບໍລິສຸດປະຕິບັດພາລະກິດໃນລັກສະນະນັ້ນກໍຍ້ອນວ່າ ມັນເປັນຍຸກແຫ່ງພຣະຄຸນ ແລະ ໃນຍຸກນັ້ນແມ່ນມີຄວາມເມດຕາກະລຸນາຕໍ່ມະນຸດຢ່າງຫຼວງຫຼາຍ. ບໍ່ມີການຮຽກຮ້ອງໃຫ້ເຂົາຈ່າຍລາຄາ ບໍ່ວ່າໃນຮູບແບບໃດກໍຕາມ ແລະ ຕາບໃດທີ່ເຂົາມີຄວາມເຊື່ອ ເຂົາກໍຈະໄດ້ຮັບຄວາມກະລຸນາ. ທຸກຄົນຖືກປະຕິບັດດ້ວຍຄວາມເມດຕາຢ່າງຫຼວງຫຼາຍ. ປັດຈຸບັນນີ້ ຍຸກໄດ້ປ່ຽນແປງແລ້ວ ແລະ ພາລະກິດຂອງພຣະເຈົ້າໄດ້ກ້າວໜ້າຂຶ້ນ. ການຕໍ່ຕ້ານຂອງມະນຸດ ແລະ ສິ່ງທີ່ສົກກະປົກພາຍໃນມະນຸດຈະຖືກລົບລ້າງຜ່ານການຕີສອນ ແລະ ການພິພາກສາ. ຂັ້ນຕອນນັ້ນເປັນຂັ້ນຕອນແຫ່ງການໄຖ່ບາບ, ພຣະເຈົ້າຈໍາເປັນຕ້ອງປະຕິບັດພາລະກິດດ້ວຍວິທີນັ້ນ ເຊິ່ງພຣະອົງໄດ້ສະແດງພຣະຄຸນຢ່າງພຽງພໍໃຫ້ມະນຸດໄດ້ຊື່ນຊົມ ເພື່ອວ່າມະນຸດຈະໄດ້ຮັບການໄຖ່ບາບ ແລະ ດ້ວຍວິທີທາງແຫ່ງພຣະຄຸນ ພວກເຂົາຈະໄດ້ຮັບການອະໄພຈາກຄວາມຜິດບາບຂອງພວກເຂົາ. ແຕ່ຂັ້ນຕອນປັດຈຸບັນນີ້ແມ່ນເພື່ອເປີດເຜີຍຄວາມບໍ່ຊອບທໍາພາຍໃນມະນຸດດ້ວຍວິທີການຕີສອນ, ການພິພາກສາ, ການລົງໂທດດ້ວຍພຣະທໍາ ພ້ອມດ້ວຍວິໄນ ແລະ ການເປີດເຜີຍພຣະທໍາ ເພື່ອມະນຸດຈະໄດ້ລອດພົ້ນ. ນີ້ແມ່ນພາລະກິດທີ່ເລິກເຊິ່ງກວ່າການໄຖ່ບາບ. ຄວາມກະລຸນາໃນຍຸກແຫ່ງພຣະຄຸນແມ່ນພຽງພໍສໍາລັບການຊື່ນຊົມຂອງມະນຸດ; ບັດນີ້ເມື່ອມະນຸດໄດ້ສໍາຜັດກັບພຣະຄຸນນີ້ແລ້ວ, ພວກເຂົາບໍ່ຈໍາເປັນຕ້ອງຊື່ນຊົມມັນອີກຕໍ່ໄປ. ພາລະກິດນີ້ໄດ້ຜ່ານໄປແລ້ວ ແລະ ບໍ່ຕ້ອງປະຕິບັດມັນອີກຕໍ່ໄປ. ບັດນີ້ ມະນຸດຈະຖືກຊ່ວຍໃຫ້ລອດພົ້ນຜ່ານການພິພາກສາແຫ່ງພຣະທໍາ. ຫລັງຈາກທີ່ມະນຸດຖືກຕັດສິນ, ຕີສອນ ແລະ ຊໍາລະລ້າງ ຈາກນັ້ນອຸປະນິໄສຂອງພວກເຂົາກໍໄດ້ຮັບການປ່ຽນແປງ. ທັງໝົດນີ້ບໍ່ແມ່ນຍ້ອນພຣະທໍາທີ່ເຮົາໄດ້ກ່າວບໍ? ແຕ່ລະຂັ້ນຕອນຂອງພາລະກິດແມ່ນຖືກປະຕິບັດອີງຕາມຄວາມກ້າວໜ້າຂອງມວນມະນຸດຊາດ ແລະ ອີງຕາມຍຸກສະໄໝນັ້ນ. ພາລະກິດທັງໝົດມີຄວາມສໍາຄັນ ແລະ ຖືກປະຕິບັດເພື່ອຜົນປະໂຫຍດແຫ່ງຄວາມລອດພົ້ນຄັ້ງສຸດທ້າຍ ເພື່ອມະນຸດອາດມີຈຸດໝາຍປາຍທາງທີ່ດີໃນອະນາຄົດ ແລະ ເພື່ອມະນຸດຊາດຈະໄດ້ຖືກຈັດແບ່ງອອກອີງຕາມປະເພດຂອງພວກເຂົາໃນທີ່ສຸດ.

ພາລະກິດແຫ່ງຍຸກສຸດທ້າຍແມ່ນເພື່ອກ່າວພຣະທໍາ. ການປ່ຽນແປງຄັ້ງຍິ່ງໃຫຍ່ຈະເກີດຜົນໃນມະນຸດໂດຍຜ່ານວິທີທາງແຫ່ງພຣະທໍາ. ການປ່ຽນແປງໃນປັດຈຸບັນແມ່ນມີຜົນຕໍ່ຜູ້ຄົນທີ່ຍອມຮັບເອົາພຣະທໍາຫຼາຍກວ່າຕໍ່ຜູ້ຄົນທີ່ຍອມຮັບເອົາໝາຍສຳຄັນ ແລະ ຄວາມອັດສະຈັນຂອງຍຸກແຫ່ງພຣະຄຸນ. ເນື່ອງຈາກວ່າ ໃນຍຸກແຫ່ງພຣະຄຸນນັ້ນ ພວກມານຮ້າຍແມ່ນຖືກຂັບໄລ່ອອກຈາກມະນຸດໂດຍການເອົາມືວາງໃສ່ມະນຸດ ແລ້ວອະທິຖານ ແຕ່ການຂັບໄລ່ມານຮ້າຍແບບນັ້ນບໍ່ໄດ້ລົບລ້າງຄວາມເສື່ອມຊາມອອກຈາກຈິດໃຈຂອງມະນຸດເລີຍ ມະນຸດໄດ້ຮັບການຮັກສາຈາກຄວາມເຈັບປ່ວຍຂອງເຂົາ ແລະ ຮັບການອະໄພຈາກຄວາມບາບຂອງເຂົາ ແຕ່ສໍາລັບວິທີການລົບລ້າງອຸປະນິໄສອັນເສື່ອມຊາມແບບຊາຕານໃນມະນຸດນັ້ນ, ພາລະກິດນີ້ຍັງບໍ່ໄດ້ປະຕິບັດເທື່ອ. ມະນຸດພຽງແຕ່ໄດ້ຮັບຄວາມພົ້ນ ແລະ ໄດ້ຮັບການອະໄພຈາກຄວາມບາບຂອງພວກເຂົາຍ້ອນຄວາມເຊື່ອເທົ່ານັ້ນ ແຕ່ທໍາມະຊາດຄວາມຜິດບາບຂອງມະນຸດບໍ່ໄດ້ຖືກທໍາລາຍ ແລະ ຍັງຝັງຢູ່ໃນຈິດໃຈຂອງພວກເຂົາ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານກິດຈະການຂອງພຣະເຈົ້າຜູ້ທີ່ບັງເກີດເປັນມະນຸດ ແຕ່ນີ້ບໍ່ໄດ້ໝາຍຄວາມວ່າ ມະນຸດບໍ່ມີຄວາມບາບໃນພວກເຂົາອີກຕໍ່ໄປ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພຜ່ານເຄື່ອງບູຊາໄຖ່ບາບ ແຕ່ສໍາລັບວິທີທີ່ຈະເຮັດໃຫ້ມະນຸດບໍ່ມີຄວາມຜິດບາບອີກຕໍ່ໄປ ແລະ ວິທີທີ່ຈະທຳລາຍລ້າງ ແລະ ປ່ຽນແປງທໍາມະຊາດຄວາມຜິດບາບຂອງພວກເຂົາຢ່າງສິ້ນເຊີງນັ້ນ ມະນຸດບໍ່ມີວິທີແກ້ໄຂບັນຫານີ້ເລີຍ. ຄວາມຜິດບາບຂອງມະນຸດໄດ້ຮັບການອະໄພ ແລະ ນີ້ກໍຍ້ອນພາລະກິດແຫ່ງການຖືກຄຶງທີ່ໄມ້ກາງແຂນຂອງພຣະເຈົ້າ ແຕ່ມະນຸດຍັງສືບຕໍ່ດໍາລົງຊີວິດຢູ່ກັບອຸປະນິໄສອັນເສື່ອມຊາມແບບຊາຕານຄືເກົ່າ. ເມື່ອເປັນເຊັ່ນນີ້ ມະນຸດຕ້ອງໄດ້ຊ່ວຍໃຫ້ລອດພົ້ນຢ່າງສົມບູນຈາກອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງພວກເຂົາ ເພື່ອທໍາມະຊາດແຫ່ງຄວາມຜິດບາບຂອງພວກເຂົາຈະໄດ້ຖືກທຳລາຍລ້າງຢ່າງສົມບູນ ແລະ ຈະບໍ່ມີຄວາມເສື່ອມຊາມເກີດຂຶ້ນອີກຕໍ່ໄປ, ດ້ວຍວິທີນີ້ຈະເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່. ແຕ່ມະນຸດຕ້ອງເຂົ້າໃຈຫົນທາງແຫ່ງການເຕີບໂຕຂອງຊີວິດ, ຕ້ອງເຂົ້າໃຈຫົນທາງແຫ່ງຊີວິດ ແລະ ເຂົ້າໃຈຫົນທາງໃນການປ່ຽນແປງອຸປະນິໄສຂອງພວກເຂົາ. ຍິ່ງໄປກວ່ານັ້ນ ມະນຸດຕ້ອງໄດ້ປະຕິບັດຕາມເສັ້ນທາງດັ່ງກ່າວນີ້ ເພື່ອອຸປະນິໄສຂອງພວກເຂົາຈະໄດ້ຮັບການປ່ຽນແປງເທື່ອລະໜ້ອຍ ແລະ ໃຊ້ຊີວິດຢູ່ພາຍໃຕ້ແສງສະຫວ່າງ ເພື່ອທຸກສິ່ງທີ່ພວກເຂົາປະຕິບັດຈະສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ເພື່ອພວກເຂົາຈະປະຖິ້ມອຸປະນິໄສຊົ່ວຮ້າຍທີ່ເສື່ອມໂຊມ, ເພື່ອພວກເຂົາຈະໄດ້ເປັນອິດສະຫຼະຈາກອິດທິພົນແຫ່ງຄວາມມືດຂອງຊາຕານ ແລະ ຫຼຸດພົ້ນອອກຈາກຄວາມຜິດບາບຢ່າງສົມບູນ. ເມື່ອນັ້ນມະນຸດຈະໄດ້ຮັບຄວາມລອດພົ້ນຢ່າງຄົບຖ້ວນ. ໃນເວລາທີ່ພຣະເຢຊູປະຕິດບັດພາລະກິດຂອງພຣະອົງນັ້ນ ຄວາມຮູ້ຂອງມະນຸດກ່ຽວກັບພຣະອົງຍັງມືດມົວຢູ່ ແລະ ບໍ່ທັນແຈ່ມແຈ້ງເທື່ອ. ມະນຸດເຊື່ອສະເໝີວ່າ ພຣະອົງເປັນບຸດຊາຍຂອງເດວິດ ແລະ ປະກາດພຣະອົງໃຫ້ເປັນສາສະດາທີ່ຍິ່ງໃຫຍ່ ເປັນພຣະຜູ້ເປັນເຈົ້າທີ່ມີຄວາມເມດຕາກະລຸນາທີ່ໄຖ່ບາບໃຫ້ກັບມະນຸດ. ຍ້ອນຄວາມເຊື່ອຂອງພວກເຂົາ ບາງຄົນກໍໄດ້ຮັບການປິ່ນປົວພຽງແຕ່ໄດ້ຈັບບາຍຂອບເສື້ອຜ້າຂອງພຣະອົງ; ຄົນຕາບອດກໍສາມາດເຫັນ ແລະ ແມ່ນແຕ່ຄົນຕາຍຍັງສາມາດຟື້ນຄືນໄດ້. ເຖິງຢ່າງໃດກໍຕາມ ມະນຸດບໍ່ສາມາດຄົ້ນພົບອຸປະນິໄສຊົ່ວຮ້າຍອັນເສື່ອມຊາມທີ່ຝັງເລິກຢູ່ພາຍໃນຕົວພວກເຂົາ ຫຼື ພວກເຂົາບໍ່ຮູ້ວິທີທາງກໍາຈັດອຸປະນິໄສນັ້ນອອກໄປ. ມະນຸດໄດ້ຮັບພຣະກະລຸນາຢ່າງໃຫຍ່ຫຼວງ ເຊັ່ນ: ຄວາມສະຫງົບສຸກ, ຄວາມສຸກຂອງຮ່າງກາຍ, ຄວາມສັດທາພຽງຄົນດຽວກໍນໍາການອວຍພອນມາເຖິງຄອບຄົວທັງໝົດ, ການຮັກສາຄວາມເຈັບປ່ວຍ ແລະ ອື່ນໆ. ສ່ວນທີ່ເຫຼືອແມ່ນເປັນການກະທໍາດີຂອງມະນຸດ ແລະ ການມີສິນທໍາ. ຖ້າມະນຸດສາມາດດໍາລົງຊີວິດບົນພື້ນຖານສິ່ງເຫຼົ່ານີ້ ພວກເຂົາຖືວ່າເປັນຜູ້ເຊື່ອທີ່ເໝາະສົມທີ່ສຸດ. ມີພຽງຜູ້ເຊື່ອແບບນີ້ເທົ່ານັ້ນເມື່ອຕາຍໄປຈະໄດ້ໄປສູ່ສະຫວັນ ເຊິ່ງໝາຍຄວາມວ່າພວກເຂົາໄດ້ຖືກຊ່ວຍໃຫ້ພົ້ນແລ້ວ. ແຕ່ວ່າ ໃນຊີວິດຂອງພວກເຂົາ ຜູ້ຄົນເຫຼົ່ານີ້ບໍ່ເຄີຍເຂົ້າໃຈຫົນທາງແຫ່ງຊີວິດເລີຍ. ພວກເຂົາສ້າງແຕ່ຄວາມບາບ ສ້າງບາບແລ້ວກໍສາລະພາບບາບ. ເຮັດແບບນັ້ນຊໍ້າແລ້ວຊໍ້າອີກໂດຍບໍ່ມີການຄົ້ນຄິດຫາເສັ້ນທາງເພື່ອປ່ຽນແປງອຸປະນິໄສຂອງພວກເຂົາເລີຍ. ນັ້ນຄືສະພາບຂອງມະນຸດໃນຍຸກແຫ່ງພຣະຄຸນ. ແລ້ວມະນຸດໄດ້ຮັບຄວາມລອດພົ້ນຢ່າງສົມບູນບໍ? ບໍ່! ສະນັ້ນ ຫລັງຈາກພາລະກິດຍຸກນັ້ນໄດ້ສິ້ນສຸດລົງ ກໍຍັງມີພາລະກິດຂອງການພິພາກສາ ແລະ ການຕີສອນ. ພາລະກິດຍຸກນີ້ແມ່ນເພື່ອເຮັດໃຫ້ມະນຸດບໍລິສຸດໂດຍວິທີທາງແຫ່ງພຣະທໍາ ແລະ ເປັນການມອບຫົນທາງໃຫ້ມະນຸດປະຕິບັດຕາມ. ຍຸກນີ້ຈະບໍ່ມີຜົນປະໂຫຍດ ຫຼື ມີຄວາມໝາຍ ຖ້າຍັງມີການສືບຕໍ່ກໍາຈັດມານຮ້າຍ ເພາະວ່າມັນຈະເຮັດໃຫ້ການລົບລ້າງທໍາມະຊາດແຫ່ງຄວາມຜິດບາບຂອງມະນຸດລົ້ມເຫຼວ ແລະ ມະນຸດກໍຈະຢຸດຢູ່ໃນການໃຫ້ອະໄພບາບຂອງພວກເຂົາ. ໂດຍຜ່ານການຖວາຍບາບ ມະນຸດໄດ້ຮັບການໃຫ້ອະໄພຈາກຄວາມຜິດບາບຂອງພວກເຂົາ ນັ້ນກໍຄືຍ້ອນພາລະກິດຂອງການໄຖ່ບາບດ້ວຍການຄຶງເທິງໄມ້ກາງແຂນໄດ້ສິ້ນສຸດລົງ ແລະ ຍ້ອນພຣະເຈົ້າໄດ້ເອົາຊະນະຊາຕານ ມະນຸດຈຶ່ງໄດ້ຮັບການໃຫ້ອະໄພຄວາມຜິດບາບ. ແຕ່ອຸປະນິໄສທີ່ເສື່ອມຊາມຂອງມະນຸດຍັງຄົງເສື່ອມຊາມຢູ່ ມະນຸດຍັງສາມາດສ້າງບາບ ແລະ ຕໍ່ຕ້ານພຣະເຈົ້າ ແລະ ພຣະເຈົ້າຍັງບໍ່ໄດ້ຖືກຮັບເອົາໂດຍມະນຸດ. ດ້ວຍເຫດນັ້ນ ໃນຂັ້ນຕອນນີ້ຂອງພາລະກິດ ພຣະເຈົ້າຈຶ່ງໃຊ້ພຣະທໍາເພື່ອເປີດເຜີຍອຸປະນິໄສທີ່ເສື່ອຊາມຂອງມະນຸດ ເພື່ອເຮັດໃຫ້ພວກເຂົາປະຕິບັດຕາມເສັ້ນທາງທີ່ຖືກຕ້ອງ. ຂັ້ນຕອນນີ້ແມ່ນມີຄວາມໝາຍກວ່າຂັ້ນຕອນທີ່ຜ່ານມາ ພ້ອມທັງມີຜົນປະໂຫຍດຫຼາຍກວ່າ ເພາະວ່າເປັນຍຸກແຫ່ງພຣະທໍາທີ່ສະໜອງຊີວິດຂອງມະນຸດໂດຍກົງ ແລະ ເຮັດໃຫ້ອຸປະນິໄສຂອງມະນຸດໄດ້ຮັບການປ່ຽນແປງໃໝ່ທັງໝົດ; ເປັນຂັ້ນຕອນຂອງພາລະກິດທີ່ລະອຽດຂຶ້ນຫຼາຍ. ສະນັ້ນ ການບັງເກີດເປັນມະນຸດໃນຍຸກສຸດທ້າຍໄດ້ສໍາເລັດຄວາມໝາຍຂອງການບັງເກີດເປັນມະນຸດຂອງພຣະເຈົ້າ ແລະ ສໍາເລັດແຜນການຄຸ້ມຄອງຂອງພຣະເຈົ້າຢ່າງສົມບູນເພື່ອຄວາມລອດພົ້ນຂອງມະນຸດ.

ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?