ຄົນທີ່ຈະຖືກເຮັດໃຫ້ສົມບູນຕ້ອງຜ່ານການຫຼໍ່ຫຼອມ (ພາກທີສອງ)
ຄົນທີ່ຮັບໃຊ້ພຣະເຈົ້າບໍ່ຄວນແຕ່ຮູ້ຈັກວິທີທົນທຸກເພື່ອພຣະອົງເທົ່ານັ້ນ; ຍິ່ງໄປກວ່ານັ້ນ ພວກເຂົາຄວນເຂົ້າໃຈວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນການສະແຫວງຫາຄວາມຮັກພຣະເຈົ້າ. ພຣະເຈົ້າໃຊ້ເຈົ້າບໍ່ແມ່ນພຽງແຕ່ເພື່ອຫຼໍ່ຫຼອມເຈົ້າ ແລະ ເຮັດໃຫ້ເຈົ້າທົນທຸກເທົ່ານັ້ນ, ແຕ່ກົງກັນຂ້າມ ພຣະອົງໃຊ້ເຈົ້າ ເພື່ອວ່າເຈົ້າອາດຮູ້ຈັກການກະທຳຂອງພຣະອົງ, ຮູ້ຈັກຄວາມໝາຍທີ່ແທ້ຈິງຂອງຊີວິດມະນຸດ ແລະ ໂດຍສະເພາະແລ້ວ ເພື່ອວ່າເຈົ້າອາດຮູ້ຈັກວ່າ ການຮັບໃຊ້ພຣະເຈົ້າບໍ່ແມ່ນວຽກງານທີ່ງ່າຍ. ການມີປະສົບການກັບພາລະກິດຂອງພຣະເຈົ້າບໍ່ແມ່ນກ່ຽວກັບການໄດ້ຮັບຄວາມເມດຕາ, ແຕ່ກົງກັນຂ້າມແມ່ນການທົນທຸກຍ້ອນຄວາມຮັກທີ່ເຈົ້າມີຕໍ່ພຣະອົງ. ຍ້ອນເຈົ້າໄດ້ຮັບຄວາມເມດຕາຂອງພຣະເຈົ້າ, ເຈົ້າຍັງຕ້ອງໄດ້ຮັບການຂ້ຽນຕີຂອງພຣະອົງ; ເຈົ້າຕ້ອງຜະເຊີນກັບທຸກສິ່ງເຫຼົ່ານີ້. ເຈົ້າສາມາດຜະເຊີນກັບແສງສະຫວ່າງຂອງພຣະເຈົ້າທີ່ຢູ່ໃນຕົວເຈົ້າ ແລະ ເຈົ້າຍັງສາມາດຜະເຊີນກັບວິທີການທີ່ພຣະອົງລິຮານກັບເຈົ້າ ແລະ ພິພາກສາເຈົ້າ. ໃນລັກສະນະນີ້, ປະສົບການຂອງເຈົ້າຈະຄວບຄຸມ. ພຣະເຈົ້າໄດ້ປະຕິບັດພາລະກິດແຫ່ງການພິພາກສາ ແລະ ການຂ້ຽນຕີໃນຕົວເຈົ້າ. ພຣະທຳຂອງພຣະເຈົ້າໄດ້ລິຮານກັບເຈົ້າ, ບໍ່ພຽງແຕ່ສໍ່ານັ້ນ; ມັນຍັງໄດ້ໃຫ້ແສງສະຫວ່າງ ແລະ ເຍືອງທາງໃຫ້ແກ່ເຈົ້າ. ເມື່ອເຈົ້າຄິດລົບ ແລະ ອ່ອນແອ, ພຣະເຈົ້າກັງວົນກ່ຽວກັບເຈົ້າ. ທັງໝົດຂອງພາລະກິດນີ້ແມ່ນເພື່ອເຮັດໃຫ້ເຈົ້າຮູ້ວ່າ ທຸກສິ່ງກ່ຽວກັບມະນຸດແມ່ນຢູ່ພາຍໃຕ້ການປັ້ນແຕ່ງຂອງພຣະເຈົ້າ. ເຈົ້າອາດຈະຄິດວ່າ ການເຊື່ອໃນພຣະເຈົ້າແມ່ນກ່ຽວກັບການທົນທຸກ ຫຼື ການເຮັດທຸກສິ່ງສຳລັບພຣະອົງ; ເຈົ້າອາດຄິດວ່າ ເປົ້າໝາຍຂອງການເຊື່ອໃນພຣະເຈົ້າກໍແມ່ນເພື່ອວ່າເນື້ອໜັງຂອງເຈົ້າອາດຈະສະຫງົບສຸກ ຫຼື ໃຫ້ທຸກສິ່ງໃນຊີວິດຂອງເຈົ້າເປັນໄປດ້ວຍດີ ຫຼື ເພື່ອວ່າເຈົ້າອາດສະດວກສະບາຍ ແລະ ສະບາຍໃຈກັບທຸກສິ່ງ. ເຖິງຢ່າງໃດກໍຕາມ ບໍ່ມີຫຍັງເລີຍໃນສິ່ງເຫຼົ່ານີ້ທີ່ເປັນເປົ້າໝາຍທີ່ຜູ້ຄົນຄວນຍຶດໃນຄວາມເຊື່ອຂອງພວກເຂົາໃນພຣະເຈົ້າ. ຖ້າເຈົ້າເຊື່ອຍ້ອນເປົ້າໝາຍເຫຼົ່ານີ້, ແລ້ວທັດສະນະຂອງເຈົ້າກໍບໍ່ຖືກຕ້ອງ ແລະ ມັນເປັນໄປບໍ່ໄດ້ແທ້ໆທີ່ເຈົ້າຈະບໍ່ຖືກເຮັດໃຫ້ສົມບູນ. ການກະທຳຂອງພຣະເຈົ້າ, ອຸປະນິໄສທີ່ຊອບທຳຂອງພຣະເຈົ້າ, ສະຕິປັນຍາຂອງພຣະອົງ, ພຣະທຳຂອງພຣະອົງ ແລະ ຄວາມມະຫັດສະຈັນ ແລະ ຄວາມບໍ່ສາມາດຢັ່ງເຖິງໄດ້ຂອງພຣະອົງແມ່ນທຸກສິ່ງທີ່ຜູ້ຄົນຄວນເຂົ້າໃຈ. ການມີຄວາມເຂົ້າໃຈແບບນີ້, ເຈົ້າຄວນໃຊ້ມັນເພື່ອກຳຈັດຄວາມຮຽກຮ້ອງ, ຄວາມຫວັງ ແລະ ແນວຄິດສ່ວນຕົວທຸກຢ່າງທີ່ຢູ່ໃນຫົວໃຈຂອງເຈົ້າອອກໄປ. ໂດຍການກຳຈັດສິ່ງເຫຼົ່ານີ້ເທົ່ານັ້ນ ເຈົ້າຈຶ່ງສາມາດບັນລຸເງື່ອນໄຂທີ່ພຣະເຈົ້າຮຽກຮ້ອງ ແລະ ໂດຍການເຮັດແບບນີ້ເທົ່ານັ້ນ ເຈົ້າຈຶ່ງສາມາດມີຊີວິດ ແລະ ເຮັດໃຫ້ພຣະເຈົ້າພໍໃຈໄດ້. ເປົ້າໝາຍຂອງການເຊື່ອໃນພຣະເຈົ້າແມ່ນເພື່ອໃຫ້ພຣະອົງພໍໃຈ ແລະ ດຳລົງຊີວິດຕາມອຸປະນິໄສທີ່ພຣະອົງຮຽກຮ້ອງ, ເພື່ອວ່າການກະທຳ ແລະ ສະຫງ່າລາສີຂອງພຣະອົງອາດຖືກສະແດງອອກຜ່ານກຸ່ມຄົນທີ່ບໍ່ເໝາະສົມນີ້. ນັ້ນຄືທັດສະນະທີ່ຖືກຕ້ອງສຳລັບການເຊື່ອໃນພຣະເຈົ້າ ແລະ ນີ້ຍັງເປັນເປົ້າໝາຍທີ່ເຈົ້າຄວນສະແຫວງຫາ. ເຈົ້າຄວນມີມຸມມອງທີ່ຖືກຕ້ອງກ່ຽວກັບການເຊື່ອໃນພຣະເຈົ້າ ແລະ ເຈົ້າຄວນສະແຫວງຫາເພື່ອຮັບເອົາພຣະທຳຂອງພຣະເຈົ້າ. ເຈົ້າຈຳເປັນຕ້ອງກິນ ແລະ ດື່ມພຣະທຳຂອງພຣະເຈົ້າ ແລະ ເຈົ້າຕ້ອງສາມາດດຳລົງຊີວິດຕາມຄວາມຈິງ ແລະ ໂດຍສະເພາະແລ້ວ ເຈົ້າຕ້ອງສາມາດເຫັນການກະທຳຕົວຈິງຂອງພຣະອົງ, ການກະທຳທີ່ມະຫັດສະຈັນຂອງພຣະອົງທົ່ວຈັກກະວານທັງປວງ ພ້ອມທັງພາລະກິດຕົວຈິງທີ່ພຣະອົງປະຕິບັດໃນເນື້ອໜັງ. ຜ່ານທາງປະສົບການຕົວຈິງຂອງພວກເຂົາ, ຜູ້ຄົນສາມາດຮູ້ເຖິງຄຸນຄ່າວ່າ ພຣະເຈົ້າປະຕິບັດພາລະກິດຂອງພຣະອົງໃນພວກເຂົາໄດ້ແນວໃດ ແລະ ແມ່ນຫຍັງຄືເຈດຕະນາຂອງພຣະອົງທີ່ມີຕໍ່ພວກເຂົາ. ເປົ້າໝາຍຂອງທຸກສິ່ງເຫຼົ່ານີ້ແມ່ນເພື່ອກຳຈັດອຸປະນິໄສທີ່ເສື່ອມຊາມແບບຊາຕານຂອງຜູ້ຄົນ. ການປະຖິ້ມສິ່ງທີ່ບໍ່ສະອາດ ແລະ ຄວາມບໍ່ຊອບທຳທັງໝົດທີ່ຢູ່ໃນຕົວເຈົ້າ ແລະ ການປະຖິ້ມເຈດຕະນາທີ່ຜິດຂອງເຈົ້າ ແລະ ການພັດທະນາຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ, ດ້ວຍຄວາມເຊື່ອທີ່ແທ້ຈິງເທົ່ານັ້ນ ເຈົ້າຈຶ່ງຮັກພຣະເຈົ້າຢ່າງແທ້ຈິງໄດ້. ເຈົ້າສາມາດຮັກພຣະເຈົ້າຢ່າງແທ້ຈິງບົນພື້ນຖານຂອງຄວາມເຊື່ອທີ່ເຈົ້າມີໃນພຣະອົງເທົ່ານັ້ນ. ເຈົ້າສາມາດບັນລຸການຮັກພຣະເຈົ້າ ໂດຍບໍ່ເຊື່ອໃນພຣະອົງໄດ້ບໍ? ຍ້ອນເຈົ້າເຊື່ອໃນພຣະເຈົ້າ, ເຈົ້າບໍ່ສາມາດສັບສົນກ່ຽວກັບສິ່ງນັ້ນ. ບາງຄົນເຕັມໄປດ້ວຍຄວາມຫ້າວຫັນທັນທີທີ່ພວກເຂົາເຫັນວ່າ ຄວາມເຊື່ອໃນພຣະເຈົ້າຈະນໍາເອົາພອນມາສູ່ພວກເຂົາ, ແຕ່ແລ້ວກໍສູນເສຍກຳລັງທັນທີທີ່ພວກເຂົາຕ້ອງທົນທຸກໃນການຫຼໍ່ຫຼອມ. ນັ້ນແມ່ນການເຊື່ອໃນພຣະເຈົ້າບໍ? ໃນທີ່ສຸດແລ້ວ, ເຈົ້າຕ້ອງບັນລຸການອ່ອນນ້ອມຢ່າງຄົບຖ້ວນ ແລະ ເດັດຂາດຕໍ່ໜ້າພຣະເຈົ້າໃນຄວາມເຊື່ອຂອງເຈົ້າ. ເຈົ້າເຊື່ອໃນພຣະເຈົ້າ ແຕ່ຕ້ອງຍັງຮຽກຮ້ອງຈາກພຣະອົງ, ມີແນວຄິດຫຼາຍຢ່າງກ່ຽວກັບສາສະໜາທີ່ເຈົ້າບໍ່ສາມາດປະຖິ້ມໄດ້ ແລະ ເຈົ້າຍັງສະແຫວງຫາພອນທາງເນື້ອໜັງ ແລະ ຕ້ອງການໃຫ້ພຣະເຈົ້າຊ່ວຍເຫຼືອເນື້ອໜັງຂອງເຈົ້າ, ຊ່ວຍວິນຍານຂອງເຈົ້າໃຫ້ລອດພົ້ນ, ທຸກສິ່ງເຫຼົ່ານີ້ແມ່ນພຶດຕິກຳຂອງຜູ້ຄົນທີ່ມີທັດສະນະທີ່ຜິດ. ເຖິງແມ່ນວ່າ ຜູ້ຄົນທີ່ມີຄວາມເຊື່ອທາງສາສະໜາ ມີຄວາມເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ສະແຫວງຫາການປ່ຽນແປງດ້ານອຸປະນິໄສ ແລະ ບໍ່ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ, ແຕ່ກົງກັນຂ້າມຄືສະແຫວງຫາ ຜົນປະໂຫຍດທາງເນື້ອໜັງຂອງພວກເຂົາເທົ່ານັ້ນ. ຫຼາຍຄົນທີ່ຢູ່ທ່າມກາງພວກເຈົ້າມີຄວາມເຊື່ອທີ່ຈັດຢູ່ໃນປະເພດຄວາມເຊື່ອທາງສາສະໜາ; ນີ້ບໍ່ແມ່ນຄວາມເຊື່ອທີ່ແທ້ຈິງໃນພຣະເຈົ້າ. ເພື່ອທີ່ຈະເຊື່ອໃນພຣະເຈົ້າ, ຜູ້ຄົນຕ້ອງມີຫົວໃຈທີ່ກຽມພ້ອມທົນທຸກເພື່ອພຣະອົງ ແລະ ຄວາມຕັ້ງໃຈທີ່ຈະຖວາຍຕົນເອງ. ນອກຈາກຜູ້ຄົນຈະບັນລຸເງື່ອນໄຂສອງຢ່າງນີ້, ຄວາມເຊື່ອຂອງພວກເຂົາໃນພຣະເຈົ້າແມ່ນບໍ່ຖືກຕ້ອງ ແລະ ພວກເຂົາຈະບໍ່ສາມາດບັນລຸການປ່ຽນແປງດ້ານອຸປະນິໄສໄດ້. ມີແຕ່ຄົນທີ່ສະແຫວງຫາຄວາມຈິງໂດຍແທ້, ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າ ແລະ ສະແຫວງຫາຊີວິດເທົ່ານັ້ນ ຈຶ່ງເປັນຄົນທີ່ເຊື່ອໃນພຣະເຈົ້າຢ່າງແທ້ຈິງ.
ເມື່ອການທົດລອງມາເຖິງເຈົ້າ, ເຈົ້າຈະນໍາໃຊ້ພາລະກິດຂອງພຣະເຈົ້າເພື່ອຈັດການ,ການທົດລອງເຫຼົ່ານັ້ນແນວໃດ? ເຈົ້າຈະມີຄວາມຄິດລົບ ຫຼື ເຈົ້າຈະເຂົ້າໃຈການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າຈາກລັກສະນະທີ່ເປັນບວກໄດ້ບໍ? ເຈົ້າຈະໄດ້ຮັບຫຍັງຜ່ານການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າ? ຄວາມຮັກທີ່ເຈົ້າມີໃຫ້ພຣະເຈົ້າຈະເຕີບໃຫຍ່ບໍ? ເມື່ອເຈົ້າຕົກຢູ່ໃນການຫຼໍ່ຫຼອມ, ເຈົ້າຈະສາມາດນໍາໃຊ້ການທົດລອງຂອງໂຢບ ແລະ ມີສ່ວນຮ່ວມຢ່າງກະຕືລືລົ້ນກັບພາລະກິດທີ່ພຣະເຈົ້າປະຕິບັດໃນເຈົ້າບໍ? ເຈົ້າຈະສາມາດເຫັນວິທີທີ່ພຣະເຈົ້າທົດສອບມະນຸດຜ່ານການທົດລອງຂອງໂຢບບໍ? ການທົດລອງຂອງໂຢບຈະນໍາແຮງບັນດານໃຈແບບໃດມາສູ່ເຈົ້າ? ເຈົ້າເຕັມໃຈທີ່ຈະຢືນເປັນພະຍານໃຫ້ກັບພຣະເຈົ້າໃນລະຫວ່າງການຫຼໍ່ຫຼອມຂອງເຈົ້າບໍ ຫຼື ເຈົ້າຕ້ອງການທີ່ຈະເຮັດໃຫ້ເນື້ອໜັງພໍໃຈໃນສະພາບແວດລ້ອມທີ່ສຸກສະບາຍບໍ? ແມ່ນຫຍັງຄືທັດສະນະທີ່ແທ້ຈິງຂອງເຈົ້າຕໍ່ຄວາມເຊື່ອໃນພຣະເຈົ້າ? ມັນແມ່ນສຳລັບພຣະອົງແທ້ໆ ແລະ ບໍ່ແມ່ນສຳລັບເນື້ອໜັງບໍ? ເຈົ້າມີເປົ້າໝາຍທີ່ເຈົ້າຊອກຫາໃນການສະແຫວງຫາຂອງເຈົ້າແທ້ໆບໍ? ເຈົ້າເຕັມໃຈທີ່ຈະປະສົບກັບການຫຼໍ່ຫຼອມ ເພື່ອເຈົ້າອາດຖືກພຣະເຈົ້າເຮັດໃຫ້ສົມບູນ ຫຼື ເຈົ້າຈະຖືກພຣະເຈົ້າຂ້ຽນຕີ ແລະ ສາບແຊ່ງແທນບໍ? ແມ່ນຫຍັງຄືມຸມມອງຂອງເຈົ້າກ່ຽວກັບເລື່ອງການເປັນພະຍານໃຫ້ກັບພຣະເຈົ້າຢ່າງແທ້ຈິງ? ຜູ້ຄົນຄວນເຮັດແບບໃດໃນສະພາບແວດລ້ອມໃດໜຶ່ງ ເພື່ອເປັນພະຍານແທ້ຈິງໃຫ້ກັບພຣະເຈົ້າ? ຍ້ອນພຣະເຈົ້າຕົວຈິງໄດ້ເປີດເຜີຍຫຼາຍຢ່າງໃນພາລະກິດຕົວຈິງຂອງພຣະອົງໃນຕົວເຈົ້າ, ເປັນຫຍັງເຈົ້າຈຶ່ງຄິດທີ່ຈະຈາກໄປຢູ່ສະເໝີ? ຄວາມເຊື່ອທີ່ເຈົ້າມີໃນພຣະເຈົ້າແມ່ນເພື່ອພຣະເຈົ້າບໍ? ສຳລັບພວກເຈົ້າສ່ວນໃຫຍ່ແລ້ວ, ຄວາມເຊື່ອຂອງພວກເຈົ້າແມ່ນການຄິດໄລ່ເພື່ອຕົນເອງ, ສະແຫວງຫາເພື່ອຜົນປະໂຫຍດສ່ວນຕົວຂອງພວກເຈົ້າເອງ. ມີຄົນໜ້ອຍຫຼາຍທີ່ເຊື່ອໃນພຣະເຈົ້າ ເພື່ອພຣະເຈົ້າ; ສິ່ງນີ້ບໍ່ແມ່ນລ້ວນເປັນຄວາມກະບົດບໍ?
ເປົ້າໝາຍຂອງພາລະກິດແຫ່ງການຫຼໍ່ຫຼອມຫຼັກໆແລ້ວແມ່ນເພື່ອເຮັດໃຫ້ຄວາມເຊື່ອຂອງຜູ້ຄົນສົມບູນ ແລະ ໃນທີ່ສຸດແລ້ວ ສິ່ງທີ່ຖືກບັນລຸກໍຄືເຈົ້າຕ້ອງການໜີຈາກ ແຕ່ໃນເວລາດຽວກັນ ເຈົ້າບໍ່ສາມາດໜີຈາກໄດ້; ບາງຄົນຍັງສາມາດມີຄວາມເຊື່ອແມ່ນແຕ່ໃນຕອນທີ່ພວກເຂົາປາສະຈາກຄວາມຫວັງແມ່ນແຕ່ໜ້ອຍດຽວ; ແລະ ຜູ້ຄົນບໍ່ມີຄວາມຫວັງທີ່ກ່ຽວຂ້ອງກັບອະນາຄົດຂອງພວກເຂົາເອງອີກຕໍ່ໄປ. ໃນເວລານີ້ເທົ່ານັ້ນ ການຫຼໍ່ຫຼອມຂອງພຣະເຈົ້າຈຶ່ງຈະສິ້ນສຸດລົງ. ມະນຸດຍັງບໍ່ໄດ້ໄປເຖິງຂັ້ນຕອນຂອງການໝູນວຽນລະຫວ່າງຊີວິດ ແລະ ຄວາມຕາຍ ແລະ ພວກເຂົາຍັງບໍ່ໄດ້ຊີມລົດຊາດແຫ່ງຄວາມຕາຍ, ສະນັ້ນ ຂະບວນການຫຼໍ່ຫຼອມຈຶ່ງຍັງບໍ່ເຖິງຈຸດສິ້ນສຸດເທື່ອ. ແມ່ນແຕ່ຄົນທີ່ຢູ່ໃນບາດກ້າວຂອງຜູ້ບໍລິການກໍບໍ່ໄດ້ຖືກຫຼໍ່ຫຼອມຈົນເຖິງທີ່ສຸດ. ໂຢບໄດ້ຜ່ານການຫຼໍ່ຫຼອມຈົນເຖິງທີ່ສຸດແລ້ວ ແລະ ເພິ່ນບໍ່ມີຫຍັງໃຫ້ເພິ່ງພາເລີຍ. ຜູ້ຄົນຕ້ອງປະສົບກັບການຫຼໍ່ຫຼອມຈົນເຖິງຈຸດທີ່ພວກເຂົາບໍ່ມີຄວາມຫວັງ ແລະ ບໍ່ມີຫຍັງໃຫ້ເພິ່ງພາເລີຍ, ມີແຕ່ສິ່ງນີ້ທີ່ເປັນການຫຼໍ່ຫຼອມທີ່ແທ້ຈິງ. ໃນລະຫວ່າງເວລາຂອງຜູ້ບໍລິການ, ຖ້າຫົວໃຈຂອງເຈົ້າສະຫງົບຕໍ່ໜ້າພຣະເຈົ້າຢູ່ສະເໝີ ແລະ ຖ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ບໍ່ວ່າເຈດຕະນາຂອງພຣະເຈົ້າສຳລັບເຈົ້າຈະແມ່ນຫຍັງກໍຕາມ, ເຈົ້າອ່ອນນ້ອມຕໍ່ການຈັດແຈງຂອງພຣະອົງຢູ່ສະເໝີ, ແລ້ວໃນປາຍທາງ ເຈົ້າກໍຈະເຂົ້າໃຈທຸກສິ່ງທີ່ພຣະເຈົ້າໄດ້ກະທຳ. ເຈົ້າຜະເຊີນກັບການທົດລອງຂອງໂຢບ ແລະ ໃນເວລານັ້ນ ເຈົ້າໄດ້ຜ່ານການທົດລອງຂອງເປໂຕ. ເມື່ອໂຢບຖືກທົດສອບ, ເພິ່ນຢືນເປັນພະຍານ ແລະ ໃນທີ່ສຸດແລ້ວ ພຣະເຢໂຮວາກໍໄດ້ເປີດເຜີຍຕໍ່ເພິ່ນ. ມີແຕ່ຫຼັງຈາກທີ່ເພິ່ນໄດ້ຢືນເປັນພະຍານ ເພິ່ນຈຶ່ງສົມຄວນໄດ້ເຫັນໃບໜ້າຂອງພຣະເຈົ້າ. ເປັນຫຍັງຈຶ່ງເວົ້າວ່າ “ເຮົາລີ້ລັບຈາກດິນແດນທີ່ສົກກະປົກ ແຕ່ສຳແດງຕົວເຮົາເອງຕໍ່ອານາຈັກທີ່ບໍລິສຸດ”? ນັ້ນໝາຍຄວາມວ່າ ມີແຕ່ເມື່ອເຈົ້າບໍລິສຸດ ແລະ ຢືນເປັນພະຍານເທົ່ານັ້ນ ເຈົ້າຈຶ່ງມີສັກສີທີ່ຈະເຫັນໃບໜ້າຂອງພຣະເຈົ້າ. ຖ້າເຈົ້າບໍ່ສາມາດຢືນເປັນພະຍານໃຫ້ກັບພຣະອົງ, ເຈົ້າກໍບໍ່ມີສັກສີທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າຖອຍ ຫຼື ຕໍ່ວ່າພຣະເຈົ້າເມື່ອຜະເຊີນກັບການຫຼໍ່ຫຼອມ, ແລ້ວລົ້ມເຫຼວທີ່ຈະຢືນເປັນພະຍານໃຫ້ກັບພຣະອົງໄດ້ ແລະ ເປັນຕົວຕະລົກຂອງຊາຕານ, ແລ້ວເຈົ້າກໍຈະບໍ່ໄດ້ຮັບເອົາການປາກົດຂອງພຣະເຈົ້າ. ຖ້າເຈົ້າເປັນເໝືອນກັບໂຢບ ຜູ້ທີ່ສາບແຊ່ງເນື້ອໜັງຂອງເພິ່ນເອງໃນທ່າມກາງການທົດລອງ ແລະ ບໍ່ໄດ້ຕໍ່ວ່າພຣະເຈົ້າເລີຍ ແລະ ສາມາດກຽດຊັງເນື້ອໜັງຂອງເພິ່ນເອງ ໂດຍບໍ່ຕໍ່ວ່າ ຫຼື ເຮັດບາບຜ່ານຄຳເວົ້າຂອງເພິ່ນ, ແລ້ວເຈົ້າກໍກຳລັງຢືນເປັນພະຍານ. ເມື່ອເຈົ້າປະສົບກັບການຫຼໍ່ຫຼອມຈົນເຖິງລະດັບໃດໜຶ່ງ ແລະ ຍັງສາມາດເປັນເໝືອນກັບໂຢບ ໂດຍອ່ອນນ້ອມຢູ່ຕໍ່ໜ້າພຣະເຈົ້າຢ່າງເຕັມທີ່ ແລະ ບໍ່ມີການຮຽກຮ້ອງໃດເລີຍກ່ຽວກັບພຣະອົງ ຫຼື ແນວຄິດຂອງເຈົ້າເອງ, ແລ້ວພຣະເຈົ້າກໍຈະປາກົດຕໍ່ເຈົ້າ. ຕອນນີ້ ພຣະເຈົ້າຈະບໍ່ປາກົດຕໍ່ເຈົ້າ ເພາະວ່າ ເຈົ້າມີແນວຄິດຫຼາຍຢ່າງຂອງເຈົ້າເອງ, ຄວາມອະຄະຕິສ່ວນຕົວ, ຄວາມຄິດເຫັນແກ່ຕົວ, ຄວາມຕ້ອງການສ່ວນຕົວ ແລະ ຜົນປະໂຫຍດທາງເນື້ອໜັງ ແລະ ເຈົ້າບໍ່ເໝາະສົມທີ່ຈະເຫັນໃບໜ້າຂອງພຣະອົງ. ຖ້າເຈົ້າເຫັນພຣະເຈົ້າ, ເຈົ້າກໍຈະວັດແທກພຣະອົງດ້ວຍແນວຄິດຂອງເຈົ້າເອງ, ໂດຍການເຮັດແບບນັ້ນ, ພຣະອົງຈະຖືກເຈົ້າຄຶງໃສ່ໄມ້ກາງແຂນ. ຖ້າຫຼາຍສິ່ງເກີດຂຶ້ນກັບເຈົ້າ ໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າ ແຕ່ເຈົ້າສາມາດປະຖິ້ມສິ່ງເຫຼົ່ານີ້ ແລະ ຮັບຄວາມຮູ້ກ່ຽວກັບການກະທຳຂອງພຣະເຈົ້າຈາກສິ່ງເຫຼົ່ານີ້ ແລະ ຖ້າໃນລະຫວ່າງການຫຼໍ່ຫຼອມ ເຈົ້າເປີດເຜີຍຫົວໃຈທີ່ຮັກພຣະເຈົ້າ, ແລ້ວນີ້ແມ່ນການຢືນຢັດເປັນພະຍານຂອງທ່ານ. ຖ້າເຮືອນຂອງເຈົ້າສະຫງົບສຸກ, ເຈົ້າໄດ້ຮັບຄວາມສຸກສະບາຍທາງເນື້ອໜັງ, ບໍ່ມີໃຜຂົ່ມເຫັງເຈົ້າ ແລະ ອ້າຍເອື້ອຍນ້ອງຂອງເຈົ້າທີ່ຢູ່ໃນຄຣິສຕະຈັກກໍເຊື່ອຟັງເຈົ້າ, ເຈົ້າຈະສາມາດສຳແດງຫົວໃຈທີ່ຮັກພຣະເຈົ້າຂອງເຈົ້າໄດ້ບໍ? ສະຖານະການນີ້ຈະສາມາດຫຼໍ່ຫຼອມເຈົ້າໄດ້ບໍ? ມັນແມ່ນຜ່ານການຫຼໍ່ຫຼອມເທົ່ານັ້ນ ຄວາມຮັກທີ່ເຈົ້າມີຕໍ່ພຣະເຈົ້າຈຶ່ງຈະຖືກສະແດງອອກໄດ້ ແລະ ມັນແມ່ນຜ່ານສິ່ງທີ່ເກີດຂຶ້ນໂດຍບໍ່ສອດຄ່ອງກັບແນວຄິດຂອງເຈົ້າເທົ່ານັ້ນ ເຈົ້າຈຶ່ງສາມາດຖືກເຮັດໃຫ້ສົມບູນໄດ້. ດ້ວຍບໍລິການຂອງຫຼາຍສິ່ງທີ່ຂັດກັນ ແລະ ເປັນລົບ ແລະ ໂດຍການນໍາໃຊ້ການສຳແດງອອກທຸກຮູບແບບຂອງຊາຕານ, ການກະທຳຂອງມັນ, ການກ່າວໂທດຂອງມັນ, ການລົບກວນ ແລະ ການຫຼອກລວງຂອງມັນ, ພຣະເຈົ້າສະແດງໃບໜ້າທີ່ຊົ່ວຮ້າຍຂອງຊາຕານຢ່າງຊັດເຈນ ແລະ ດ້ວຍເຫດນັ້ນກໍເຮັດໃຫ້ຄວາມສາມາດຂອງເຈົ້າສົມບູນເພື່ອຈຳແນກຊາຕານ, ເພື່ອເຈົ້າອາດກຽດຊັງຊາຕານ ແລະ ກະບົດມັນ.
ສາມາດເວົ້າໄດ້ວ່າ ປະສົບການຫຼາຍຢ່າງຂອງເຈົ້າທີ່ກ່ຽວກັບຄວາມລົ້ມເຫຼວ, ຄວາມອ່ອນແອ ແລະ ເວລາແຫ່ງຄວາມຄິດລົບແມ່ນການທົດລອງຂອງພຣະເຈົ້າ. ນີ້ກໍຍ້ອນວ່າ ທຸກສິ່ງແມ່ນມາຈາກພຣະເຈົ້າ ແລະ ທຸກຢ່າງ ແລະ ທຸກເຫດການແມ່ນຢູ່ໃນມືຂອງພຣະອົງ. ບໍ່ວ່າເຈົ້າຈະລົ້ມເຫຼວ ຫຼື ບໍ່ວ່າເຈົ້າຈະອ່ອນແອ ແລະ ເຈົ້າຈະສະດຸດ ຫຼື ບໍ່, ມັນລ້ວນແລ້ວແຕ່ຂຶ້ນກັບພຣະເຈົ້າ ແລະ ຢູ່ພາຍໃນກຳມືຂອງພຣະອົງ. ຈາກທັດສະນະຂອງພຣະເຈົ້າ, ນີ້ແມ່ນການທົດລອງເຈົ້າ ແລະ ຖ້າເຈົ້າບໍ່ສາມາດຮັບຮູ້ສິ່ງນັ້ນໄດ້ ມັນກໍຈະກາຍມາເປັນການລໍ້ລວງ. ມີສະພາວະສອງປະເພດທີ່ຜູ້ຄົນຄວນຮັບຮູ້: ໜຶ່ງຢ່າງແມ່ນມາຈາກພຣະວິນຍານບໍລິສຸດ ແລະ ແຫຼ່ງທີ່ມາທີ່ເປັນໄປໄດ້ຂອງອີກຢ່າງແມ່ນຊາຕານ. ໜຶ່ງຢ່າງແມ່ນສະພາວະທີ່ພຣະວິນຍານບໍລິສຸດໃຫ້ແສງເຍືອງທາງກັບເຈົ້າ ແລະ ເຮັດໃຫ້ເຈົ້າຮູ້ຈັກຕົນເອງ, ກຽດຊັງ ແລະ ຮູ້ສຶກເສຍໃຈກັບຕົນເອງ ແລະ ສາມາດມີຄວາມຮັກທີ່ແທ້ຈິງໃຫ້ກັບພຣະເຈົ້າ, ວາງຫົວໃຈຂອງເຈົ້າເພື່ອເຮັດໃຫ້ພຣະອົງພໍໃຈ. ອີກສະພາວະໜຶ່ງແມ່ນ ສະພາວະທີ່ເຈົ້າຮູ້ຈັກຕົນເອງ, ແຕ່ເຈົ້າຍັງມີຄວາມຄິດລົບ ແລະ ອ່ອນແອ. ມັນສາມາດເວົ້າໄດ້ວ່າ ສະພາວະນີ້ແມ່ນການຫຼໍ່ຫຼອມຂອງພຣະເຈົ້າ ແລະ ນັ້ນຍັງແມ່ນການລໍ້ລວງຂອງຊາຕານ. ຖ້າເຈົ້າຮັບຮູ້ວ່າ ນີ້ແມ່ນຄວາມລອດພົ້ນຂອງພຣະເຈົ້າທີ່ມີໃຫ້ເຈົ້າ ແລະ ຖ້າເຈົ້າຮູ້ສຶກວ່າ ໃນຕອນນີ້ ເຈົ້າເປັນໜີ້ບຸນຄຸນພຣະອົງຢ່າງຫຼວງຫຼາຍ ແລະ ຕັ້ງແຕ່ນີ້ຕໍ່ໄປ ຖ້າເຈົ້າພະຍາຍາມທີ່ຈະຕອບແທນພຣະອົງ ແລະ ບໍ່ຕົກຢູ່ໃນຄວາມຊົ່ວຊ້າດັ່ງກ່າວອີກຕໍ່ໄປ, ຖ້າເຈົ້າໃຊ້ຄວາມພະຍາຍາມເພື່ອກິນ ແລະ ດື່ມພຣະທຳຂອງພຣະອົງ ແລະ ຖ້າເຈົ້າຄິດວ່າຕົນເອງຂາດເຂີນຢູ່ສະເໝີ ແລະ ມີຫົວໃຈແຫ່ງຄວາມປາຖະໜາ, ແລ້ວນີ້ກໍແມ່ນການທົດລອງຂອງພຣະເຈົ້າ. ຫຼັງຈາກທີ່ການທົນທຸກໄດ້ສິ້ນສຸດລົງ ແລະ ເຈົ້າໄດ້ກ້າວໄປຂ້າງໜ້າອີກຄັ້ງ, ພຣະເຈົ້າກໍຈະຍັງນໍາພາ, ເຍືອງທາງ, ໃຫ້ແສງສະຫວ່າງ ແລະ ລ້ຽງບໍາລຸງເຈົ້າ. ແຕ່ຖ້າເຈົ້າບໍ່ຮັບຮູ້ສິ່ງນັ້ນ ແລະ ເຈົ້າມີຄວາມຄິດລົບ ໂດຍປະຖິ້ມຕົນເອງໃຫ້ຢູ່ກັບຄວາມໝົດຫວັງເທົ່ານັ້ນ, ຖ້າເຈົ້າຄິດໃນລັກສະນະນີ້, ແລ້ວການລໍ້ລວງຂອງຊາຕານກໍມາເຖິງເຈົ້າແລ້ວ. ເມື່ອໂຢບປະສົບກັບການທົດລອງ, ພຣະເຈົ້າ ແລະ ຊາຕານກຳລັງເດີມພັນກັນ ແລະ ພຣະເຈົ້າອະນຸຍາດໃຫ້ຊາຕານເຮັດໃຫ້ໂຢບເຈັບປວດ. ເຖິງແມ່ນວ່າ ພຣະເຈົ້າເອງທີ່ກຳລັງທົດສອບໂຢບ, ໃນຄວາມຈິງແລ້ວ ມັນແມ່ນຊາຕານທີ່ມາຫາເພິ່ນ. ສຳລັບຊາຕານແລ້ວ ມັນກຳລັງລໍ້ລວງໂຢບ, ແຕ່ໂຢບຢູ່ຂ້າງພຣະເຈົ້າ. ຖ້າບໍ່ເປັນແບບນັ້ນ ແລ້ວເພິ່ນກໍຄົງຈະຕົກລົງສູ່ການລໍ້ລວງ. ທັນທີທີ່ຜູ້ຄົນຕົກລົງສູ່ການລໍ້ລວງ, ພວກເຂົາກໍຕົກລົງສູ່ໄພອັນຕະລາຍ. ສາມາດເວົ້າໄດ້ວ່າ ການປະສົບກັບການຫຼໍ່ຫຼອມແມ່ນການທົດລອງຈາກພຣະເຈົ້າ, ແຕ່ຖ້າເຈົ້າບໍ່ໄດ້ຢູ່ໃນສະພາວະທີ່ດີ ມັນກໍສາມາດເວົ້າໄດ້ວ່າ ເປັນການລໍ້ລວງຈາກຊາຕານ. ຖ້າເຈົ້າບໍ່ຊັດເຈນກ່ຽວກັບນິມິດ, ຊາຕານກໍຈະກ່າວຫາເຈົ້າ ແລະ ປິດບັງເຈົ້າໃນນິມິດລັກສະນະດັ່ງກ່າວ. ກ່ອນທີ່ເຈົ້າຈະຮູ້ຕົວ, ເຈົ້າແມ່ນຕົກລົງສູ່ການລໍ້ລວງແລ້ວ.
ຖ້າເຈົ້າບໍ່ມີປະສົບການກັບພາລະກິດຂອງພຣະເຈົ້າ ເຈົ້າກໍຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້ຈັກເທື່ອ. ໃນປະສົບການຂອງເຈົ້າ, ເຈົ້າຕ້ອງຍັງເຂົ້າສູ່ລາຍລະອຽດຕ່າງໆ. ຕົວຢ່າງເຊັ່ນ ແມ່ນຫຍັງຄືສິ່ງທີ່ນໍາພາໃຫ້ເຈົ້າພັດທະນາແນວຄິດ ແລະ ແຮງຈູງໃຈທີ່ຫຼາຍເກີນໄປ ແລະ ເຈົ້າຕ້ອງແກ້ໄຂບັນຫາເຫຼົ່ານີ້ດ້ວຍການປະຕິບັດທີ່ເໝາະສົມຫຍັງແດ່? ຖ້າເຈົ້າສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ, ນີ້ກໍໝາຍຄວາມວ່າ ເຈົ້າມີວຸດທິພາວະ. ຖ້າເຈົ້າພຽງແຕ່ເບິ່ງຄືວ່າມີຄວາມຫ້າວຫັນ, ນີ້ກໍບໍ່ແມ່ນວຸດທິພາວະທີ່ແທ້ຈິງ ແລະ ເຈົ້າຈະບໍ່ສາມາດຍຶດໝັ້ນໄດ້ຢ່າງແນ່ນອນ. ມີແຕ່ເມື່ອພວກເຈົ້າສາມາດຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ເຈົ້າສາມາດຜະເຊີນ ແລະ ໄຕ່ຕອງພາລະກິດຂອງພຣະເຈົ້າໃນເວລາໃດກໍຕາມ ແລະ ສະຖານທີ່ໃດກໍຕາມ, ເມື່ອໃດພວກເຈົ້າຈຶ່ງສາມາດອອກຈາກຄົນລ້ຽງແກະ, ດຳລົງຊີວິດຢ່າງເປັນອິດສະຫຼະໂດຍເພິ່ງພາພຣະເຈົ້າ ແລະ ພວກເຈົ້າສາມາດເຫັນການກະທຳທີ່ແທ້ຈິງຂອງພຣະເຈົ້າ, ມີແຕ່ເມື່ອນັ້ນ ເຈດຕະນາຂອງພຣະເຈົ້າຈຶ່ງຈະຖືກເຮັດໃຫ້ສຳເລັດ. ໃນຕອນນີ້, ຄົນສ່ວນໃຫຍ່ບໍ່ຮູ້ຈັກວິທີຜະເຊີນກັບພາລະກິດນັ້ນ ແລະ ເມື່ອພວກເຂົາພົບກັບບັນຫາ, ພວກເຂົາກໍບໍ່ຮູ້ວິທີຈັດການກັບບັນຫານັ້ນ; ພວກເຂົາບໍ່ສາມາດມີປະສົບການກັບພາລະກິດຂອງພຣະເຈົ້າ ແລະ ພວກເຂົາບໍ່ສາມາດນໍາພາຊີວິດຝ່າຍວິນຍານໄດ້. ເຈົ້າຕ້ອງນໍາພຣະທຳ ແລະ ພາລະກິດຂອງພຣະເຈົ້າເຂົ້າສູ່ຊີວິດຕົວຈິງຂອງເຈົ້າ.
ບາງເທື່ອ ພຣະເຈົ້າມອບຄວາມຮູ້ສຶກປະເພດໃດໜຶ່ງໃຫ້ກັບເຈົ້າ, ຄວາມຮູ້ສຶກທີ່ເຮັດໃຫ້ເຈົ້າສູນເສຍຄວາມສຸກພາຍໃນຂອງເຈົ້າ ແລະ ສູນເສຍການສະຖິດຂອງພຣະເຈົ້າ ຈົນເຈົ້າຕົກລົງສູ່ຄວາມມືດມົວ. ນີ້ແມ່ນການຫຼໍ່ຫຼອມຊະນິດໜຶ່ງ. ເມື່ອໃດກໍຕາມທີ່ເຈົ້າເຮັດບາງສິ່ງບາງຢ່າງ ມັນກໍຈະມີການຜິດພາດຢູ່ສະເໝີ ຫຼື ເຈົ້າຊົນຝາ. ນີ້ແມ່ນການລົງວິໄນຂອງພຣະເຈົ້າ. ບາງເທື່ອ ເມື່ອເຈົ້າເຮັດບາງສິ່ງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າ, ບໍ່ມີຜູ້ໃດອາດຮູ້ຈັກມັນໄດ້, ແຕ່ພຣະເຈົ້າຮູ້. ພຣະອົງຈະບໍ່ປ່ອຍໃຫ້ເຈົ້າໄປ ແລະ ພຣະອົງຈະລົງວິໄນເຈົ້າ. ພາລະກິດຂອງພຣະວິນຍານບໍລິສຸດມີລາຍລະອຽດຫຼາຍ. ພຣະອົງສັງເກດຄຳເວົ້າ ແລະ ການກະທຳທຸກຢ່າງຂອງຜູ້ຄົນຢ່າງລະມັດລະວັງ, ການປະພຶດ ແລະ ການເຄື່ອນໄຫວທຸກຢ່າງຂອງພວກເຂົາ ແລະ ຄວາມຄິດ ແລະ ແນວຄິດທຸກຢ່າງຂອງພວກເຂົາ ເພື່ອວ່າຜູ້ຄົນຈະສາມາດໄດ້ຮັບເອົາຄວາມສຳນຶກພາຍໃນກ່ຽວກັບສິ່ງເຫຼົ່ານີ້. ເຈົ້າເຮັດບາງສິ່ງບາງຢ່າງຄັ້ງໜຶ່ງ ແລະ ມັນກໍຜິດພາດ, ເຈົ້າເຮັດສິ່ງນັ້ນອີກຄັ້ງ ແລະ ມັນກໍຍັງຜິດພາດ ແລະ ເຈົ້າຈະມາເຂົ້າໃຈພາລະກິດຂອງພຣະວິນຍານບໍລິສຸດເທື່ອລະໜ້ອຍ. ຜ່ານການລົງວິໄນຫຼາຍຄັ້ງ, ເຈົ້າຈະຮູ້ວ່າ ຕ້ອງເຮັດແບບໃດເພື່ອໃຫ້ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ ແລະ ແມ່ນຫຍັງທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະອົງ. ໃນທີ່ສຸດແລ້ວ, ເຈົ້າຈະມີການຕອບສະໜອງທີ່ຖືກຕ້ອງຕໍ່ການນໍາພາຂອງພຣະວິນຍານບໍລິສຸດຈາກຂ້າງໃນຕົວເຈົ້າ. ບາງຄັ້ງ ເຈົ້າຈະກະບົດ ແລະ ເຈົ້າຈະຖືກພຣະເຈົ້າຕໍານິຕິຕຽນຈາກຂ້າງໃນ. ທຸກສິ່ງເຫຼົ່ານີ້ແມ່ນມາຈາກການລົງວິໄນຂອງພຣະເຈົ້າ. ຖ້າເຈົ້າບໍ່ເຊີດຊູບູຊາພຣະທຳຂອງພຣະເຈົ້າ, ຖ້າເຈົ້າດູຖູກພາລະກິດຂອງພຣະອົງ, ແລ້ວພຣະອົງຈະບໍ່ສົນໃຈເຈົ້າເລີຍ. ຍິ່ງເຈົ້າຈິງຈັງກັບພຣະທຳຂອງພຣະເຈົ້າຫຼາຍສໍ່າໃດ, ພຣະອົງຈະຍິ່ງໃຫ້ແສງສະຫວ່າງກັບເຈົ້າຫຼາຍສໍ່ານັ້ນ. ໃນຕອນນີ້, ມີບາງຄົນໃນຄຣິສຕະຈັກທີ່ມີຄວາມເຊື່ອທີ່ວຸ້ນວາຍ ແລະ ສັບສົນ ແລະ ພວກເຂົາເຮັດຫຼາຍໆສິ່ງທີ່ບໍ່ເໝາະສົມ ແລະ ປະພຶດຢ່າງບໍ່ມີວິໄນ ແລະ ດ້ວຍເຫດນີ້ ພາລະກິດຂອງພຣະວິນຍານບໍລິສຸດກໍບໍ່ສາມາດເຫັນໄດ້ຢ່າງຊັດເຈນໃນຕົວພວກເຂົາ. ບາງຄົນປະຖິ້ມໜ້າທີ່ຂອງພວກເຂົາຢູ່ເບື້ອງຫຼັງເພື່ອເຫັນແກ່ການຫາເງິນ, ອອກໄປດຳເນີນທຸລະກິດໂດຍບໍ່ຖືກລົງວິໄນ; ຄົນປະເພດນັ້ນຍິ່ງຕົກຢູ່ໃນອັນຕະລາຍຫຼາຍຂຶ້ນ. ບໍ່ແມ່ນວ່າ ພວກເຂົາຈະບໍ່ມີພາລະກິດຂອງພຣະວິນຍານບໍລິສຸດໃນປັດຈຸບັນເທົ່ານັ້ນ, ແຕ່ໃນອະນາຄົດ ພວກເຂົາຈະຖືກເຮັດໃຫ້ສົມບູນໄດ້ຍາກ. ມີຫຼາຍຄົນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດໃນຕົວພວກເຂົາ ແລະ ບໍ່ເຫັນການລົງວິໄນໃນຕົວພວກເຂົາ. ພວກເຂົາເປັນຄົນທີ່ບໍ່ຊັດເຈນໃນເຈດຕະນາຂອງພຣະເຈົ້າ ແລະ ບໍ່ຮູ້ຈັກພາລະກິດຂອງພຣະອົງ. ຄົນທີ່ສາມາດຍຶດໝັ້ນໃນລະຫວ່າງການຫຼໍ່ຫຼອມ, ຄົນທີ່ຕິດຕາມພຣະເຈົ້າບໍ່ວ່າພຣະອົງຈະເຮັດຫຍັງກໍຕາມ ແລະ ຢ່າງໜ້ອຍສຸດຄືບໍ່ສາມາດຈາກໄປໄດ້ ຫຼື ບັນລຸ 0,1% ຂອງສິ່ງທີ່ເປໂຕບັນລຸແມ່ນຖືວ່າກຳລັງເຮັດດີ, ແຕ່ພວກເຂົາບໍ່ມີຄຸນຄ່າໃນເລື່ອງການທີ່ພຣະເຈົ້າໃຊ້ພວກເຂົາ. ຫຼາຍຄົນເຂົ້າໃຈສິ່ງຕ່າງໆຢ່າງໄວວາ, ມີຄວາມຮັກທີ່ແທ້ຈິງສຳລັບພຣະເຈົ້າ ແລະ ສາມາດລື່ນລະດັບຂອງເປໂຕ ແລະ ພຣະເຈົ້າປະຕິບັດພາລະກິດແຫ່ງຄວາມສົມບູນໃນພວກເຂົາ. ການລົງວິໄນ ແລະ ການສ່ອງແສງສະຫວ່າງມາຫາຜູ້ຄົນດັ່ງກ່າວ ແລະ ຖ້າມີສິ່ງໃດໜຶ່ງໃນພວກເຂົາທີ່ບໍ່ສອດຄ່ອງກັບເຈດຕະນາຂອງພຣະເຈົ້າ, ພວກເຂົາກໍສາມາດໂຍນມັນຖິ້ມໄດ້ທັນທີ. ຄົນປະເພດນີ້ເປັນຄືກັບທອງຄຳ, ເງິນ ແລະ ຫີນທີ່ມີຄ່າ, ຄຸນຄ່າຂອງພວກເຂົາແມ່ນສູງທີ່ສຸດ! ຖ້າພຣະເຈົ້າໄດ້ກະທຳພາລະກິດຫຼາຍປະເພດ ແຕ່ເຈົ້າຍັງເປັນຄືກັບດິນຊາຍ ຫຼື ກ້ອນຫີນ, ແລ້ວເຈົ້າກໍບໍ່ມີຄ່າຫຍັງເລີຍ!
ພາລະກິດຂອງພຣະເຈົ້າໃນປະເທດຂອງມັງກອນແດງທີ່ຍິ່ງໃຫຍ່ແມ່ນເປັນຕາປະຫຼາດໃຈ ແລະ ບໍ່ສາມາດຢັ່ງເຖິງໄດ້. ພຣະອົງຈະເຮັດໃຫ້ຄົນກຸ່ມໜຶ່ງສົມບູນ ແລະ ກຳຈັດຄົນອື່ນ, ຍ້ອນມີຄົນທຸກປະເພດໃນຄຣິສຕະຈັກ, ມີຄົນທີ່ຮັກຄວາມຈິງ ແລະ ຄົນທີ່ບໍ່ຮັກ; ມີຄົນທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ ແລະ ຄົນທີ່ບໍ່ໄດ້ຜະເຊີນ; ມີຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາ ແລະ ຄົນທີ່ບໍ່ປະຕິບັດ; ມີຄົນທີ່ເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ຄົນທີ່ບໍ່ເປັນພະຍານ ແລະ ພວກເຂົາສ່ວນໜຶ່ງແມ່ນຜູ້ບໍ່ເຊື່ອ ແລະ ມະນຸດທີ່ຊົ່ວຮ້າຍ ແລະ ພວກເຂົາຈະຖືກກຳຈັດຢ່າງແນ່ນອນ. ຖ້າເຈົ້າບໍ່ຮູ້ຈັກພາລະກິດຂອງພຣະເຈົ້າຢ່າງຊັດເຈນ ແລ້ວເຈົ້າກໍຈະມີຄວາມຄິດລົບ; ນີ້ກໍເພາະວ່າພາລະກິດຂອງພຣະເຈົ້າສາມາດເຫັນໄດ້ໃນຄົນກຸ່ມນ້ອຍເທົ່ານັ້ນ. ໃນເວລານີ້ ມັນກໍຈະຊັດເຈນວ່າ ຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງແມ່ນມີພາລະກິດຂອງພຣະວິນຍານບໍລິສຸດ, ໃນຂະນະທີ່ຄົນທີ່ບໍ່ຮັກພຣະອົງຢ່າງແທ້ຈິງແມ່ນຈະຖືກເປີດເຜີຍຜ່ານແຕ່ລະບາດກ້າວຂອງພາລະກິດຂອງພຣະອົງ. ພວກເຂົາຈະກາຍມາເປັນສິ່ງທີ່ຈະຖືກກໍາຈັດ. ຄົນເຫຼົ່ານີ້ຈະຖືກເປີດໂປງຕະຫຼອດເສັ້ນທາງແຫ່ງພາລະກິດຂອງການເອົາຊະນະ ແລະ ພວກເຂົາເປັນຄົນທີ່ບໍ່ມີຄຸນຄ່າທີ່ຈະຖືກເຮັດໃຫ້ສົມບູນເລີຍ. ຄົນທີ່ຖືກເຮັດໃຫ້ສົມບູນກໍຖືກພຣະເຈົ້າຮັບເອົາຢ່າງຄົບຖ້ວນສົມບູນ ແລະ ສາມາດຮັກພຣະເຈົ້າຄືກັບເປໂຕ. ຄົນທີ່ຖືກເອົາຊະນະກໍບໍ່ມີຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈ, ມີແຕ່ຄວາມຮັກທີ່ບໍ່ດີ້ນລົນ ແລະ ພວກເຂົາແມ່ນຖືກບັງຄັບໃຫ້ຮັກພຣະເຈົ້າ. ຄວາມຮັກທີ່ເປັນໄປດ້ວຍຄວາມສະໝັກໃຈຖືກພັດທະນາຜ່ານຄວາມເຂົ້າໃຈທີ່ໄດ້ຮັບຜ່ານປະສົບການຕົວຈິງ. ຄວາມຮັກນີ້ຄອບຄອງຫົວໃຈຂອງບຸກຄົນໃດໜຶ່ງ ແລະ ເຮັດໃຫ້ພວກເຂົາອຸທິດຕົນໃຫ້ກັບພຣະເຈົ້າຢ່າງສະໝັກໃຈ; ພຣະທຳຂອງພຣະເຈົ້າກາຍມາເປັນພື້ນຖານຂອງພວກເຂົາ ແລະ ພວກເຂົາສາມາດທົນທຸກເພື່ອພຣະເຈົ້າໄດ້. ແນ່ນອນ ນີ້ແມ່ນສິ່ງທີ່ຄົນຜູ້ເຊິ່ງຖືກພຣະເຈົ້າເຮັດໃຫ້ສົມບູນມີ. ຖ້າເຈົ້າພຽງແຕ່ສະແຫວງຫາເພື່ອຖືກເອົາຊະນະ, ແລ້ວເຈົ້າກໍບໍ່ສາມາດເປັນພະຍານໃຫ້ກັບພຣະເຈົ້າໄດ້; ຖ້າພຣະເຈົ້າພຽງແຕ່ບັນລຸເປົ້າໝາຍແຫ່ງຄວາມລອດພົ້ນຂອງພຣະອົງຜ່ານການເອົາຊະນະຜູ້ຄົນ, ແລ້ວບາດກ້າວຂອງຜູ້ບໍລິການກໍຈະສຳເລັດໜ້າທີ່ດັ່ງກ່າວ. ເຖິງຢ່າງໃດກໍຕາມ, ການເອົາຊະນະຜູ້ຄົນບໍ່ແມ່ນເປົ້າໝາຍສຸດທ້າຍຂອງພຣະເຈົ້າ ເຊິ່ງແມ່ນການເຮັດໃຫ້ຜູ້ຄົນສົມບູນ. ສະນັ້ນ ແທນທີ່ຈະເວົ້າວ່າ ຂັ້ນຕອນນີ້ແມ່ນພາລະກິດແຫ່ງການເອົາຊະນະ, ໃຫ້ເວົ້າວ່າ ມັນແມ່ນພາລະກິດແຫ່ງການເຮັດໃຫ້ສົມບູນ ແລະ ການກຳຈັດ. ບາງຄົນຍັງບໍ່ຖືກເອົາຊະນະຢ່າງສົມບູນ ແລະ ໃນເສັ້ນທາງແຫ່ງການເອົາຊະນະພວກເຂົາ, ກຸ່ມຄົນໜຶ່ງຈະຖືກເຮັດໃຫ້ສົມບູນ. ພາລະກິດສອງສ່ວນນີ້ໄດ້ຖືກປະຕິບັດຄຽງຄູ່ກັນໄປ. ຜູ້ຄົນຍັງບໍ່ໄດ້ອອກເດີນທາງ ແມ່ນແຕ່ໃນຕະຫຼອດໄລຍະເວລາທີ່ຍາວນານຂອງພາລະກິດດັ່ງກ່າວ ແລະ ສິ່ງນີ້ກໍສະແດງວ່າ ເປົ້າໝາຍຂອງການເອົາຊະນະແມ່ນຖືກບັນລຸແລ້ວ, ນີ້ແມ່ນຄວາມຈິງຂອງການຖືກເອົາຊະນະ. ການຫຼໍ່ຫຼອມບໍ່ແມ່ນເພື່ອເຫັນແກ່ການເອົາຊະນະ, ແມ່ນເພື່ອເຫັນແກ່ການຖືກເຮັດໃຫ້ສົມບູນ. ຫາກປາສະຈາກການຫຼໍ່ຫຼອມ, ຜູ້ຄົນຈະບໍ່ສາມາດຖືກເຮັດໃຫ້ສົມບູນໄດ້. ສະນັ້ນ ການຫຼໍ່ຫຼອມກໍມີຄ່າແທ້ໆ! ໃນປັດຈຸບັນ, ຄົນກຸ່ມໜຶ່ງກຳລັງຖືກເຮັດໃຫ້ສົມບູນ ແລະ ຖືກຮັບເອົາ. ພອນສິບຢ່າງທີ່ກ່າວເຖິງກ່ອນໜ້ານີ້ ແມ່ນລ້ວນແລ້ວແຕ່ແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ທຸກສິ່ງທີ່ກ່ຽວກັບການປ່ຽນແປງພາບຫຼັກຂອງພວກເຂົາເທິງແຜ່ນດິນໂລກ ແມ່ນເພື່ອແນໃສ່ຄົນທີ່ຖືກເຮັດໃຫ້ສົມບູນ. ຄົນທີ່ບໍ່ຖືກເຮັດໃຫ້ສົມບູນແມ່ນບໍ່ມີຄຸນສົມບັດທີ່ຈະໄດ້ຮັບສັນຍາຂອງພຣະເຈົ້າໄດ້.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?