ການຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນເສັ້ນທາງໄປສູ່ການຮູ້ຈັກພຣະເຈົ້າ (ພາກທີໜຶ່ງ)
ພາລະກິດການຄຸ້ມຄອງມະນຸດຊາດແມ່ນຖືກຈັດແບ່ງອອກເປັນສາມຂັ້ນຕອນເຊິ່ງກໍໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຖືກແບ່ງອອກເປັນສາມຂັ້ນຕອນ. ສາມຂັ້ນຕອນນີ້ບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ກົງກັນຂ້າມ ພວກມັນແມ່ນພາລະກິດສາມຂັ້ນຕອນຂອງຍຸກແຫ່ງພຣະບັນຍັດ, ຍຸກແຫ່ງພຣະຄຸນ ແລະ ຍຸກແຫ່ງອານາຈັກ. ພາລະກິດແຫ່ງການສ້າງໂລກແມ່ນພາລະກິດແຫ່ງການກໍ່ໃຫ້ເກີດບັນດາມວນມະນຸດຊາດ. ມັນບໍ່ແມ່ນພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ມີສ່ວນພົວພັນກັບພາລະກິດແຫ່ງການໄຖ່ມະນຸດຊາດ ຍ້ອນໃນຕອນທີ່ໂລກຖືກສ້າງຂຶ້ນນັ້ນ ມະນຸດຊາດຍັງບໍ່ໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ຈຶ່ງບໍ່ຕ້ອງມີການປະຕິບັດພາລະກິດແຫ່ງການໄຖ່ມະນຸດຊາດ. ພາລະກິດແຫ່ງການໄຖ່ມະນຸດຊາດພຽງແຕ່ເລີ່ມຕົ້ນຂຶ້ນເມື່ອມະນຸດຊາດໄດ້ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດກໍພຽງແຕ່ເກີດຂຶ້ນເມື່ອມະນຸດຊາດຖືກເຮັດໃຫ້ເສື່ອມຊາມແລ້ວເຊັ່ນກັນ. ສາມາດເວົ້າໄດ້ອີກວ່າ ການຄຸ້ມຄອງມະນຸດຂອງພຣະເຈົ້າເລີ່ມຕົ້ນຈາກຜົນຂອງພາລະກິດແຫ່ງການໄຖ່ມະນຸດຊາດ ແລະ ບໍ່ໄດ້ເກີດມາຈາກພາລະກິດແຫ່ງການສ້າງໂລກ. ພຽງແຕ່ຫຼັງຈາກທີ່ມະນຸດໄດ້ຮັບອຸປະນິໄສທີ່ເສື່ອມຊາມເທົ່ານັ້ນ ພາລະກິດແຫ່ງການຄຸ້ມຄອງກໍຈຶ່ງໄດ້ເກີດຂຶ້ນ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຈຶ່ງປະກອບມີສາມສ່ວນ ແທນທີ່ຈະເປັນສີ່ສ່ວນ ຫຼື ສີ່ຍຸກ. ນີ້ແມ່ນວິທີການກ່າວເຖິງການຄຸ້ມຄອງມະນຸດຂອງພຣະເຈົ້າທີ່ຖືກຕ້ອງວິທີດຽວເທົ່ານັ້ນ. ເມື່ອຍຸກສຸດທ້າຍເຂົ້າໃກ້ຈຸດສິ້ນສຸດ, ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະເຖິງຈຸດສິ້ນສຸດຢ່າງບໍລິບູນ. ການສິ້ນສຸດຂອງພາລະກິດແຫ່ງການຄຸ້ມຄອງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດຊາດຈະສຳເລັດລົງຢ່າງສົມບູນ ແລະ ດ້ວຍເຫດນັ້ນ ໄລຍະນີ້ກໍ່ຈະສິ້ນສຸດລົງສຳລັບມະນຸດຊາດ. ຖ້າປາສະຈາກພາລະກິດແຫ່ງການໄຖ່ບັນດາມວນມະນຸດຊາດ ພາລະກິດແຫ່ງການຄຸ້ມຄອງມະນຸດກໍຈະບໍ່ເກີດຂຶ້ນ ຫຼື ພາລະກິດສາມຂັ້ນຕອນກໍຈະບໍ່ມີຢູ່ເຊັ່ນດຽວກັນ. ແນ່ນອນຢູ່ແລ້ວທີ່ມັນເປັນຍ້ອນຄວາມຊົ່ວຊ້າຂອງມະນຸດຊາດ ແລະ ຍ້ອນມະນຸດຊາດຕ້ອງການຄວາມລອດພົ້ນຢ່າງຮີບດ່ວນ ຈຶ່ງເຮັດໃຫ້ພຣະເຢໂຮວາສິ້ນສຸດການສ້າງໂລກ ແລະ ເລີ່ມຕົ້ນພາລະກິດຂອງຍຸກແຫ່ງພຣະບັນຍັດ. ພາລະກິດແຫ່ງການຄຸ້ມຄອງມະນຸດເລີ່ມຕົ້ນຂຶ້ນຫຼັງຈາກຕອນນັ້ນ ເຊິ່ງໝາຍຄວາມວ່າ ພາລະກິດແຫ່ງການໄຖ່ມະນຸດໄດ້ເລີ່ມຕົ້ນຂຶ້ນຕັ້ງແຕ່ຕອນນັ້ນ. “ການຄຸ້ມຄອງມະນຸດຊາດ” ບໍ່ໄດ້ໝາຍເຖິງການນໍາພາຊີວິດຂອງມະນຸດຊາດທີ່ຫາກໍຖືກສ້າງຂຶ້ນໃໝ່ເທິງແຜ່ນດິນໂລກ (ເຊິ່ງເວົ້າໄດ້ວ່າ ມະນຸດຊາດທີ່ຍັງບໍ່ໄດ້ເສື່ອມຊາມເທື່ອ). ກົງກັນຂ້າມ, ມັນເປັນຄວາມລອດພົ້ນຂອງມະນຸດຊາດທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ເຊິ່ງເວົ້າໄດ້ວ່າ ມັນເປັນການປ່ຽນແປງມະນຸດຊາດທີ່ເສື່ອມຊາມ. ນີ້ຄືຄວາມໝາຍຂອງ “ການຄຸ້ມຄອງມະນຸດຊາດ”. ພາລະກິດແຫ່ງການໄຖ່ມະນຸດຊາດບໍ່ລວມເຖິງພາລະກິດແຫ່ງການສ້າງໂລກ ແລະ ດ້ວຍເຫດນັ້ນ ພາລະກິດແຫ່ງການຄຸ້ມຄອງມະນຸດຊາດຍັງບໍ່ໄດ້ລວມເຖິງພາລະກິດແຫ່ງການສ້າງໂລກ ແຕ່ລວມເຖິງພາລະກິດສາມຂັ້ນຕອນທີ່ແຕກຕ່າງຈາກການສ້າງໂລກເທົ່ານັ້ນ. ເພື່ອທີ່ຈະເຂົ້າໃຈພາລະກິດແຫ່ງການຄຸ້ມຄອງມະນຸດຊາດ, ມັນຈຳເປັນທີ່ຈະຕ້ອງຮັບຮູ້ກ່ຽວກັບປະຫວັດສາດຂອງພາລະກິດສາມຂັ້ນຕອນ ເຊິ່ງນີ້ກໍຄືສິ່ງທີ່ທຸກຄົນຕ້ອງຮັບຮູ້ເພື່ອຈະໄດ້ຮັບການຊ່ວຍເຫຼືອໃຫ້ລອດພົ້ນ. ໃນຖານະທີ່ເປັນສິ່ງຊົງສ້າງ, ພວກເຈົ້າຄວນຮັບຮູ້ວ່າ ມະນຸດຖືກສ້າງໂດຍພຣະເຈົ້າ ແລະ ພວກເຈົ້າຄວນຮັບຮູ້ເຖິງແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລະ ຍິ່ງໄປກວ່ານັ້ນ ຂະບວນການແຫ່ງຄວາມລອດພົ້ນຂອງມະນຸດ. ຖ້າພວກເຈົ້າພຽງແຕ່ຮູ້ວິທີການປະຕິບັດໂດຍອີງຕາມຫຼັກການ ເພື່ອພະຍາຍາມຮັບຄວາມກະລຸນາຂອງພຣະເຈົ້າ ແຕ່ບໍ່ຮູ້ຈັກແມ່ນແຕ່ໜ້ອຍດຽວວ່າ ພຣະເຈົ້າຊ່ວຍຊີວິດມະນຸດຊາດແນວໃດ ຫຼື ແຫຼ່ງກຳເນີດຂອງຄວາມເສື່ອມຊາມຂອງມະນຸດ ແລ້ວນີ້ກໍຄືສິ່ງທີ່ພວກເຈົ້າຂາດໃນຖານະທີ່ເປັນສິ່ງຊົງສ້າງ. ເຈົ້າບໍ່ຄວນພໍໃຈກັບຄວາມເຂົ້າໃຈຄວາມຈິງເຫຼົ່ານັ້ນ ເຊິ່ງເປັນສິ່ງທີ່ເຈົ້າສາມາດນໍາເຂົ້າສູ່ການປະຕິບັດຕົວຈິງໄດ້ ໃນຂະນະທີ່ເມີນເສີຍຕໍ່ຂອບເຂດຂອງພາລະກິດການຄຸ້ມຄອງຂອງພຣະເຈົ້າທີ່ກວ້າງຂຶ້ນ ເຊິ່ງຖ້າມັນເປັນແນວນີ້ ເຈົ້າກໍຈະຄິດວ່າຕົນເອງຖືກສະເໝີ. ພາລະກິດສາມຂັ້ນຕອນແມ່ນເບື້ອງໃນຂອງການຄຸ້ມຄອງມະນຸດຂອງພຣະເຈົ້າ, ການກໍາເນີດພຣະກິດຕິຄຸນທົ່ວໂລກທັງປວງ, ຄວາມລຶກລັບທີ່ຍິ່ງໃຫຍ່ໃນບັນດາມວນມະນຸດຊາດ ແລະ ພວກມັນຍັງເປັນພື້ນຖານຂອງການເຜີຍແຜ່ຂ່າວປະເສີດ. ຖ້າເຈົ້າພຽງແຕ່ໃສ່ໃຈກັບຄວາມເຂົ້າໃຈຄວາມຈິງເລັກນ້ອຍທີ່ກ່ຽວຂ້ອງກັບຊີວິດຂອງເຈົ້າ ແລະ ບໍ່ຮູ້ກ່ຽວກັບສິ່ງນີ້, ບັນດາຄວາມລຶກລັບ ແລະ ນິມິດທີ່ຍິ່ງໃຫຍ່ທີ່ສຸດ ແລ້ວຊີວິດຂອງເຈົ້າຈະບໍ່ຄືກັບຜົນຜະລິດທີ່ບໍ່ສົມບູນບໍ ເຊິ່ງບໍ່ມີຫຍັງດີເລີຍ ນອກຈາກໄດ້ແຕ່ເບິ່ງ?
ຖ້າມະນຸດພຽງແຕ່ໃສ່ໃຈກັບການປະຕິບັດຕົວຈິງ ແລະ ເຫັນພາລະກິດຂອງພຣະເຈົ້າ ແລະ ສິ່ງທີ່ມະນຸດຄວນຮູ້ເປັນເລື່ອງທີ່ຮອງລົງມາ, ນີ້ບໍ່ແມ່ນການທີ່ລະມັດລະວັງ ແລະ ປະຢັດໃນສິ່ງເລັກນ້ອຍ ແຕ່ບໍ່ຮອບຄອບ ແລະ ຟຸ້ມເຟືອຍໃນສິ່ງທີ່ໃຫຍ່ບໍ? ສິ່ງທີ່ເຈົ້າຕ້ອງຮູ້, ເຈົ້າກໍຕ້ອງຮູ້; ສິ່ງທີ່ເຈົ້າຕ້ອງນໍາເຂົ້າໃນການປະຕິບັດຕົວຈິງ, ເຈົ້າກໍຕ້ອງນໍາເຂົ້າໃນການປະຕິບັດຕົວຈິງ. ມີພຽງແຕ່ຕອນນັ້ນ ທີ່ເຈົ້າຈະເປັນຄົນທີ່ຮູ້ຈັກວິທີການສະແຫວງຫາຄວາມຈິງ. ເມື່ອຮອດເວລາທີ່ເຈົ້າຕ້ອງເຜີຍແຜ່ພຣະກິດຕິຄຸນ, ຖ້າເຈົ້າພຽງແຕ່ສາມາດເວົ້າວ່າ ພຣະເຈົ້າເປັນພຣະເຈົ້າທີ່ຍິ່ງໃຫຍ່ ແລະ ທ່ຽງທໍາ, ພຣະອົງເປັນພຣະເຈົ້າທີ່ສູງສຸດ, ພຣະເຈົ້າທີ່ບໍ່ມີມະນຸດທີ່ຍິ່ງໃຫຍ່ຄົນໃດສາມາດທຽບໄດ້ ແລະ ພຣະອົງເປັນພຣະເຈົ້າທີ່ບໍ່ມີໃຜຈະຢູ່ເໜືອ..., ຖ້າເຈົ້າພຽງແຕ່ສາມາດກ່າວຄຳເວົ້າທີ່ບໍ່ກ່ຽວຂ້ອງກັນ ໃນຂະນະທີ່ບໍ່ສາມາດກ່າວຄຳເວົ້າທີ່ມີຄວາມສຳຄັນຫຼາຍແທ້ໆ ແລະ ມີແກ່ນແທ້, ຖ້າເຈົ້າບໍ່ມີຫຍັງເວົ້າກ່ຽວກັບການຮູ້ຈັກພຣະເຈົ້າ ຫຼື ພາລະກິດຂອງພຣະອົງ ແລະ ຍິ່ງໄປກວ່ານັ້ນ ເຈົ້າບໍ່ສາມາດອະທິບາຍຄວາມຈິງ ຫຼື ຈັດກຽມສິ່ງທີ່ມະນຸດຂາດໄປ, ແລ້ວຄົນແບບເຈົ້າກໍຈະບໍ່ສາມາດປະຕິບັດໜ້າທີ່ຂອງພວກເຂົາໄດ້ເປັນຢ່າງດີ. ການເປັນພະຍານໃຫ້ກັບພຣະເຈົ້າ ແລະ ການເຜີຍແຜ່ພຣະກິດຕິຄຸນແຫ່ງອານາຈັກບໍ່ແມ່ນເລື່ອງທີ່ງ່າຍ. ກ່ອນອື່ນ ເຈົ້າຕ້ອງປະກອບດ້ວຍຄວາມຈິງ ແລະ ນິມິດທີ່ຕ້ອງເປັນທີ່ເຂົ້າໃຈໄດ້. ເມື່ອເຈົ້າມີຄວາມຊັດເຈນກ່ຽວກັບນິມິດ ແລະ ຄວາມຈິງໃນລັກສະນະທີ່ແຕກຕ່າງກັນຂອງພາລະກິດຂອງພຣະເຈົ້າ, ແລະ ໃນຫົວໃຈຂອງເຈົ້າ ເຈົ້າກໍຈະມາຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ບໍ່ວ່າພຣະອົງຈະດຳເນີນຫຍັງກໍຕາມ ບໍ່ວ່າຈະເປັນການພິພາກສາທີ່ທ່ຽງທຳ ຫຼື ການກັ່ນຕອງມະນຸດ, ເຈົ້າຈະມີນິມິດທີ່ຍິ່ງໃຫຍ່ເປັນພື້ນຖານຂອງເຈົ້າ ແລະ ເຈົ້າມີຄວາມຈິງທີ່ຖືກຕ້ອງທີ່ສາມາດນໍາເຂົ້າໃນການປະຕິບັດຕົວຈິງ ແລ້ວເຈົ້າຈະສາມາດຕິດຕາມພຣະເຈົ້າຈົນຮອດມື້ສຸດທ້າຍ. ເຈົ້າຕ້ອງຮູ້ວ່າ ບໍ່ວ່າພຣະເຈົ້າຈະປະຕິບັດພາລະກິດຫຍັງກໍຕາມ, ເຈດຕະນາຂອງພາລະກິດຂອງພຣະເຈົ້າຈະບໍ່ປ່ຽນແປງ, ຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ເຈດຕະນາຂອງພຣະອົງທີ່ມີຕໍ່ມະນຸດກໍຈະບໍ່ປ່ຽນແປງ. ບໍ່ວ່າພຣະທຳຂອງພຣະອົງຈະຮຸນແຮງຫຼາຍສໍ່າໃດ, ບໍ່ວ່າສະພາບແວດລ້ອມຈະເປັນໄພຫຼາຍສໍ່າໃດ, ຫຼັກການຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ ແລະ ຄວາມປະສົງໃນການໄຖ່ມະນຸດຂອງພຣະອົງກໍຈະບໍ່ປ່ຽນແປງ. ໂດຍມີເງື່ອນໄຂວ່າ ມັນບໍ່ແມ່ນພາລະກິດແຫ່ງການເປີດເຜີຍເຖິງຜົນໄດ້ຮັບຂອງມະນຸດ ຫຼື ປາຍທາງຂອງມະນຸດ ແລະ ບໍ່ແມ່ນພາລະກິດຂອງໄລຍະສຸດທ້າຍ ຫຼື ພາລະກິດຂອງການນໍາແຜນທັງໝົດໃນການຄຸ້ມຄອງຂອງພຣະເຈົ້າມາເຖິງຈຸດສິ້ນສຸດ ແລະ ໂດຍມີເງື່ອນໄຂວ່າ ມັນຢູ່ໃນຊ່ວງເວລາທີ່ພຣະເຈົ້າປະຕິບັດພາລະກິດໃນມະນຸດ ແລ້ວຫົວໃຈຂອງພາລະກິດຂອງພຣະອົງຈະບໍ່ປ່ຽນແປງ. ມັນຈະເປັນຄວາມລອດພົ້ນຂອງມະນຸດຊາດຢູ່ສະເໝີ. ນີ້ຄວນເປັນພື້ນຖານຂອງຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າ. ຈຸດປະສົງຂອງພາລະກິດສາມຂັ້ນຕອນແມ່ນຄວາມລອດພົ້ນຂອງບັນດາມວນມະນຸດ ເຊິ່ງນີ້ໝາຍເຖິງການໄຖ່ບາບທີ່ສົມບູນຂອງມະນຸດຈາກອຳນາດຂອງຊາຕານ. ເຖິງແມ່ນວ່າ ແຕ່ລະຂັ້ນຕອນຂອງພາລະກິດສາມຂັ້ນຕອນແມ່ນມີຈຸດປະສົງ ແລະ ຄວາມສຳຄັນທີ່ແຕກຕ່າງກັນ ແຕ່ວ່າແຕ່ລະຂັ້ນຕອນກໍເປັນສ່ວນໜຶ່ງຂອງພາລະກິດແຫ່ງການໄຖ່ມະນຸດ ແລະ ແຕ່ລະຂັ້ນຕອນກໍ່ແຕກຕ່າງຈາກພາລະກິດແຫ່ງຄວາມລອດພົ້ນທີ່ຖືກນໍາໄປປະຕິບັດໂດຍອີງຕາມຄວາມຕ້ອງການຂອງມະນຸດຊາດ. ເມື່ອເຈົ້າຮູ້ກ່ຽວກັບຈຸດປະສົງຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ເຈົ້າກໍຈະມີສະຕິເພື່ອເຂົ້າໃຈເຖິງຄວາມສຳຄັນຂອງແຕ່ລະຂັ້ນຕອນຂອງພາລະກິດ ແລະ ຈະຮັບຮູ້ວິທີການປະຕິບັດ ເພື່ອຕອບສະໜອງຕໍ່ເຈດຕະນາຂອງພຣະເຈົ້າ. ຖ້າເຈົ້າສາມາດມາຮອດຈຸດນີ້ໄດ້, ສິ່ງນີ້ ເຊິ່ງຄືນິມິດທີ່ຍິ່ງໃຫຍ່ທີ່ສຸດກໍຈະກາຍເປັນພື້ນຖານຂອງຄວາມເຊື່ອຂອງເຈົ້າທີ່ມີຕໍ່ພຣະເຈົ້າ. ເຈົ້າບໍ່ຄວນພຽງແຕ່ສະແຫວງຫາວິທີການປະຕິບັດທີ່ງ່າຍ ຫຼື ຄວາມຈິງທີ່ເລິກເຊິ່ງ ແຕ່ຄວນປະສົມນິມິດກັບການປະຕິບັດຕົວຈິງ ເພື່ອຈະມີທັງຄວາມຈິງທີ່ສາມາດນໍາເຂົ້າໃນການປະຕິບັດຕົວຈິງ ແລະ ຄວາມຮູ້ທີ່ອີງຕາມນິມິດ. ມີພຽງແຕ່ຕອນນັ້ນ ເຈົ້າຈຶ່ງຈະກາຍມາເປັນຄົນທີ່ສະແຫວງຫາຄວາມຈິງທັງໝົດ.
ພາລະກິດສາມຂັ້ນຕອນແມ່ນຫົວໃຈຂອງການຄຸ້ມຄອງທັງໝົດຂອງພຣະເຈົ້າ ແລະ ພວກມັນສຳແດງໃຫ້ເຫັນເຖິງອຸປະນິໄສຂອງພຣະເຈົ້າ ແລະ ສິ່ງທີ່ພຣະອົງເປັນ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຂອງພຣະເຈົ້າແມ່ນບໍ່ສາມາດຮັບຮູ້ວ່າ ພຣະເຈົ້າສຳແດງອຸປະນິໄສຂອງພຣະອົງແນວໃດ ຫຼື ພວກເຂົາບໍ່ຮູ້ເຖິງສະຕິປັນຍາແຫ່ງພາລະກິດຂອງພຣະເຈົ້າ. ພວກເຂົາກໍ່ຍັງເມີນເສີຍຕໍ່ຫຼາຍໆວິທີທີ່ພຣະອົງຊ່ວຍຊີວິດຂອງມະນຸດຊາດ ແລະ ເຈດຕະນາຂອງພຣະອົງສຳລັບບັນດາມວນມະນຸດຊາດ. ພາລະກິດສາມຂັ້ນຕອນແມ່ນການສຳແດງທີ່ສົມບູນຂອງພາລະກິດແຫ່ງການຊ່ວຍມະນຸດຊາດໃຫ້ລອດ. ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພາລະກິດສາມຂັ້ນຕອນຈະເມີນເສີຍຕໍ່ວິທີການ ແລະ ຫຼັກການຫຼາຍຢ່າງຂອງພາລະກິດຂອງພຣະວິນຍານບໍລິສຸດ ແລະ ຄົນເຫຼົ່ານັ້ນທີ່ພຽງແຕ່ຍຶດຕິດຢ່າງໜຽວແໜ້ນກັບຫຼັກການທີ່ຫຼົງເຫຼືອຈາກຂັ້ນຕອນໃດໜຶ່ງຂອງພາລະກິດແມ່ນຄົນທີ່ຈຳກັດພຣະເຈົ້າໃຫ້ຢູ່ໃນຫຼັກການ ແລະ ຄວາມເຊື່ອໃນພຣະເຈົ້າຂອງພວກເຂົາກໍເລື່ອນລອຍ ແລະ ບໍ່ແນ່ນອນ. ຄົນດັ່ງກ່າວຈະບໍ່ໄດ້ຮັບຄວາມລອດພົ້ນຈາກພຣະເຈົ້າຈັກເທື່ອ. ມີພຽງແຕ່ພາລະກິດສາມຂັ້ນຕອນຂອງພຣະເຈົ້າທີ່ສາມາດສຳແດງຄວາມສົມບູນຂອງອຸປະນິໄສຂອງພຣະເຈົ້າແທ້ໆ ແລະ ສຳແດງຄວາມປະສົງຂອງພຣະເຈົ້າໃນການຊ່ວຍມະນຸດຊາດຢ່າງສົມບູນ ແລະ ຂະບວນການທັງໝົດຂອງຄວາມລອດພົ້ນຂອງມະນຸດ. ນີ້ຄືຫຼັກຖານທີ່ພິສູດວ່າ ພຣະອົງໄດ້ເອົາຊະນະຊາຕານ ແລະ ໄດ້ຮັບເອົາມະນຸດຊາດ; ມັນແມ່ນຫຼັກຖານແຫ່ງໄຊຊະນະຂອງພຣະເຈົ້າ ແລະ ແມ່ນການສຳແດງເຖິງອຸປະນິໄສທັງໝົດຂອງພຣະເຈົ້າ. ຄົນເຫຼົ່ານັ້ນທີ່ເຂົ້າໃຈພຽງແຕ່ໜຶ່ງຂັ້ນຕອນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າຮູ້ຈັກພຽງແຕ່ສ່ວນໜຶ່ງຂອງອຸປະນິໄສຂອງພຣະເຈົ້າເທົ່ານັ້ນ. ໃນແນວຄວາມຄິດຂອງມະນຸດ, ມັນງ່າຍທີ່ຈະໃຫ້ຂັ້ນຕອນອັນດຽວຂອງພາລະກິດນີ້ກາຍມາເປັນຫຼັກການ ແລະ ມັນມີຄວາມເປັນໄປໄດ້ວ່າ ມະນຸດຈະສ້າງຕັ້ງກົດລະບຽບທີ່ຕາຍຕົວກ່ຽວກັບພຣະເຈົ້າ ແລະ ນໍາໃຊ້ອຸປະນິໄສພຽງສ່ວນໜຶ່ງຂອງພຣະເຈົ້າເພື່ອໃຫ້ເປັນຕົວແທນອຸປະນິໄສທັງໝົດຂອງພຣະເຈົ້າ. ຍິ່ງໄປກວ່ານັ້ນ, ຈິນຕະນາການສ່ວນຫຼາຍຂອງມະນຸດກໍປະສົມຢູ່ໃນນັ້ນ ໂດຍທີ່ມະນຸດຈຳກັດອຸປະນິໄສ, ຄວາມເປັນຢູ່ ແລະ ສະຕິປັນຍາຂອງພຣະເຈົ້າ ພ້ອມທັງຫຼັກການພາລະກິດຂອງພຣະເຈົ້າໃຫ້ຢູ່ພາຍໃນຂອບເຂດທີ່ຈຳກັດ ໂດຍເຊື່ອວ່າ ຖ້າພຣະເຈົ້າເຄີຍເປັນແບບນີ້ ແລ້ວພຣະອົງກໍຈະຄົງເປັນຢູ່ຄືເກົ່າຕະຫຼອດເວລາ ແລະ ຈະບໍ່ປ່ຽນແປງຈັກເທື່ອ. ມີພຽງແຕ່ຄົນເຫຼົ່ານັ້ນທີ່ຮູ້ຈັກ ແລະ ຮູ້ຄຸນຄ່າຂອງພາລະກິດສາມຂັ້ນຕອນຈຶ່ງສາມາດເຂົ້າໃຈພຣະເຈົ້າຢ່າງສົມບູນ ແລະ ຖືກຕ້ອງ. ຢ່າງໜ້ອຍທີ່ສຸດ, ພວກເຂົາຈະບໍ່ນິຍາມພຣະເຈົ້າໃຫ້ເປັນພຣະເຈົ້າຂອງຊາວອິດສະຣາເອນ ຫຼື ຊາວຢິວ ແລະ ບໍ່ເຫັນພຣະອົງເປັນພຣະເຈົ້າທີ່ຖືກຄຶງດ້ວຍຕະປູທີ່ໄມ້ກາງແຂນໂດຍເຫັນແກ່ຜົນປະໂຫຍດຂອງມະນຸດຢູ່ສະເໝີ. ຖ້າຄົນໆໜຶ່ງພຽງແຕ່ມາຮູ້ຈັກພຣະເຈົ້າຈາກໜຶ່ງຂັ້ນຕອນຂອງພາລະກິດຂອງພຣະອົງ, ສະນັ້ນ ຄວາມຮູ້ຂອງພວກເຂົາກໍ່ມີໜ້ອຍຫຼາຍເກີນໄປ ແລະ ປະລິມານກໍ່ບໍ່ສາມາດທຽບໄດ້ກັບນໍ້າຢອດໜຶ່ງໃນມະຫາສະໝຸດ. ຖ້າບໍ່ແມ່ນ ແລ້ວເປັນຫຍັງທະຫານຍາມເກົ່າແກ່ທີ່ເຄັ່ງສາສະໜາຫຼາຍຄົນຈຶ່ງຄຶງພຣະເຈົ້າດ້ວຍຕະປູເທິງໄມ້ກາງແຂນໂດຍທີ່ຍັງມີຊີວິດຢູ່? ມັນບໍ່ແມ່ນຍ້ອນມະນຸດກັກຂັງພຣະເຈົ້າພາຍໃນຂອບເຂດທີ່ແນ່ນອນບໍ? ຫຼາຍຄົນບໍ່ໄດ້ຕໍ່ຕ້ານພຣະເຈົ້າ ແລະ ຂັດຂວາງພາລະກິດຂອງພຣະວິນຍານບໍລິສຸດ ຍ້ອນພວກເຂົາບໍ່ຮູ້ຈັກພາລະກິດທີ່ຫຼາກຫຼາຍ ແລະ ແຕກຕ່າງຂອງພຣະເຈົ້າບໍ ແລະ ຍິ່ງໄປກວ່ານັ້ນກໍຍ້ອນພວກເຂົາມີຄວາມຮູ້ ແລະ ຫຼັກການໜ້ອຍດຽວ ເຊິ່ງໃຊ້ເພື່ອປະເມີນພາລະກິດຂອງພຣະວິນຍານບໍລິສຸດແມ່ນບໍ? ເຖິງແມ່ນວ່າ ປະສົບການຂອງຄົນດັ່ງກ່າວມີຢູ່ເລັກນ້ອຍ, ພວກເຂົາກໍອວດດີ ແລະ ປ່ອຍຕົວໃນທຳມະຊາດ ແລະ ພວກເຂົາເບິ່ງພາລະກິດຂອງພຣະວິນຍານບໍລິສຸດດ້ວຍການດູຖູກ, ເມີນເສີຍຕໍ່ລະບຽບວິໄນຂອງພຣະວິນຍານບໍລິສຸດ ແລະ ຍິ່ງໄປກວ່ານັ້ນ ພວກເຂົາໄດ້ນໍາໃຊ້ການໂຕ້ຖຽງແບບເກົ່າໆໃນເລື່ອງທີ່ບໍ່ສຳຄັນເພື່ອ “ຢືນຢັນ” ພາລະກິດຂອງພຣະວິນຍານບໍລິສຸດ. ພວກເຂົາຍັງສະແດງລະຄອນ ແລະ ໝັ້ນໃຈໃນການຮຽນຮູ້ ແລະ ຄວາມຮູ້ຢ່າງກວ້າງຂວາງຂອງຕົນເອງທັງໝົດ ແລະ ເຊື່ອໝັ້ນວ່າພວກເຂົາສາມາດທ່ອງທ່ຽວທົ່ວແຜ່ນດິນໂລກ. ຄົນດັ່ງກ່າວບໍ່ແມ່ນຄົນເຫຼົ່ານັ້ນທີ່ຖືກກຽດຊັງໂດຍພຣະວິນຍານບໍລິສຸດບໍ ແລະ ພວກເຂົາຈະບໍ່ຖືກຍຸກໃໝ່ໂຍນອອກບໍ? ຄົນເຫຼົ່ານັ້ນທີ່ມາຢູ່ຕໍ່ໜ້າພຣະເຈົ້າ ແລະ ຕໍ່ຕ້ານພຣະອົງຢ່າງເປີດເຜີຍເປັນຜູ້ຮ້າຍທີ່ໂງ່ຈ້າ ແລະ ຂາດຄວາມຮູ້ບໍ ເຊິ່ງເປັນຄົນທີ່ພຽງແຕ່ພະຍາຍາມສະແດງວ່າ ພວກເຂົາສະຫຼາດຫຼັກແຫຼມພຽງໃດ? ພວກເຂົາເຮັດຄືຄົນໂງ່ໃນໂລກແຫ່ງ “ການສຶກສາ” ດ້ວຍພຽງແຕ່ຫຼັກການທີ່ບໍ່ສຳຄັນໃນການສັ່ງສອນຄົນ ດ້ວຍຄວາມຮູ້ໃນພຣະຄຳພີພຽງເລັກນ້ອຍ, ພວກເຂົາພະຍາຍາມກັບຫົວກັບຫາງພາລະກິດຂອງພຣະວິນຍານບໍລິສຸດ ແລະ ພະຍາຍາມເຮັດໃຫ້ມັນໝູນຮອບຂະບວນການຄວາມຄິດຂອງພວກເຂົາເອງ. ຍ້ອນຄວາມບໍ່ຄິດທາງໄກທີ່ເປັນຢູ່ ພວກເຂົາກໍໄດ້ພະຍາຍາມເບິ່ງພາລະກິດ 6.000 ປີຂອງພຣະເຈົ້າດ້ວຍສາຍຕາພຽງແວບດຽວ. ຄົນເຫຼົ່ານີ້ບໍ່ມີເຫດຜົນທີ່ສົມຄວນເວົ້າເຖິງ! ຕາມຄວາມເປັນຈິງແລ້ວ, ເມື່ອຄວາມຮູ້ຂອງມະນຸດກ່ຽວກັບພຣະເຈົ້າຍິ່ງໃຫຍ່ສໍ່າໃດ ພວກເຂົາກໍຕັດສິນພາລະກິດຂອງພຣະອົງຢ່າງຊັກຊ້າຫຼາຍສໍ່ານັ້ນ. ຍິ່ງໄປກວ່ານັ້ນ, ພວກເຂົາພຽງແຕ່ກ່າວເຖິງຄວາມຮູ້ກ່ຽວກັບພາລະກິດຂອງພຣະເຈົ້າໃນປັດຈຸບັນພຽງເລັກນ້ອຍ ແຕ່ພວກເຂົາບໍ່ດ່ວນໃນການຕັດສິນ. ເມື່ອມະນຸດຮູ້ຈັກພຣະເຈົ້າໜ້ອຍສໍ່າໃດ ພວກເຂົາກໍຈະເປັນຄົນອວດດີ ແລະ ໝັ້ນໃຈໃນຕົວຫຼາຍເກີນໄປຫຼາຍສໍ່ານັ້ນ ແລະ ພວກເຂົາກໍຈະປະກາດຄວາມເປັນຢູ່ຂອງພຣະເຈົ້າແບບບໍ່ມີເຫດຜົນຫຼາຍສໍ່ານັ້ນ ແຕ່ພວກເຂົາພຽງແຕ່ກ່າວເຖິງທິດສະດີ ແລະ ບໍ່ມີຫຼັກຖານທີ່ແທ້ຈິງ. ຄົນດັ່ງກ່າວບໍ່ມີຄຸນຄ່າເລີຍ. ຄົນເຫຼົ່ານັ້ນທີ່ເຫັນພາລະກິດຂອງພຣະວິນຍານບໍລິສຸດເປັນເກມແມ່ນຄົນທີ່ບໍ່ມີຄວາມໝາຍ! ຄົນເຫຼົ່ານັ້ນທີ່ບໍ່ລະມັດລະວັງ ເມື່ອພວກເຂົາປະເຊີນກັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດ ເຊິ່ງເປັນຄົນທີ່ໃຊ້ປາກເວົ້າຫຼາຍ ແມ່ນຄົນທີ່ຕັດສິນຢ່າງໄວວາ ເຊິ່ງເປັນຄົນທີ່ຢາກປະຕິເສດຄວາມຖືກຕ້ອງຂອງພາລະກິດຂອງພຣະວິນຍານບໍລິສຸດຢ່າງມີອິດສະຫຼະຕາມອາລົມຂອງພວກເຂົາ ແລະ ເປັນຄົນທີ່ຍັງດູຖູກ ແລະ ໝິ່ນປະໝາດ, ຄົນທີ່ຂາດຄວາມເຄົາລົບນັບຖືດັ່ງກ່າວບໍ່ເມີນເສີຍຕໍ່ພາລະກິດຂອງພຣະວິນຍານບໍລິສຸດບໍ? ຍິ່ງໄປກວ່ານັ້ນ, ພວກເຂົາບໍ່ແມ່ນຄົນທີ່ອວດດີຫຼາຍ, ຄົນທີ່ທະນົງໂຕໂດຍທຳມະຊາດ ແລະ ບໍ່ສາມາດປົກຄອງໄດ້ບໍ? ເຖິງແມ່ນວ່າ ມື້ທີ່ຄົນເຫຼົ່ານັ້ນຈະຍອມຮັບພາລະກິດໃໝ່ຂອງພຣະວິນຍານບໍລິສຸດຈະມາເຖິງ, ພຣະເຈົ້າກໍຍັງຈະບໍ່ອົດທົນຕໍ່ພວກເຂົາ. ພວກເຂົາບໍ່ພຽງແຕ່ດູຖູກຄົນທີ່ປະຕິບັດພາລະກິດສຳລັບພຣະເຈົ້າ ແຕ່ພວກເຂົາຍັງໝິ່ນປະໝາດພຣະເຈົ້າພຣະອົງເອງ. ຄົນທີ່ສິ້ນຫວັງເຊັ່ນນັ້ນຈະບໍ່ໄດ້ຮັບການອະໄພ ບໍ່ວ່າຈະໃນຍຸກນີ້ ຫຼື ຍຸກທີ່ຈະມາຮອດ ແລະ ພວກເຂົາຈະພິນາດໃນນະຮົກ! ຄົນທີ່ບໍ່ມີຄວາມເຄົາລົບ ແລະ ປ່ອຍຕົວເອງໄປຕາມທຳມະຊາດເຫຼົ່ານັ້ນກຳລັງທຳທ່າວ່າ ເຊື່ອໃນພຣະເຈົ້າ ແລະ ເມື່ອຜູ້ຄົນເປັນແບບນັ້ນຫຼາຍສໍ່າໃດ, ພວກເຂົາກໍ່ມີແນວໂນ້ມທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າຫຼາຍສໍ່ານັ້ນ. ຄົນທີ່ອວດດີເຫຼົ່ານັ້ນທັງໝົດທີ່ບໍ່ຢັບຢັ້ງຕົວເອງຕັ້ງແຕ່ເກີດ ແລະ ຄົນບໍ່ເຄີຍເຊື່ອຟັງໃຜເລີຍ ລ້ວນແລ້ວແຕ່ແມ່ນທຸກຄົນທີ່ຍ່າງເທິງເສັ້ນທາງນີ້ບໍ? ພວກເຂົາບໍ່ຕໍ່ຕ້ານພຣະເຈົ້າໃນທຸກໆມື້ບໍ, ພຣະເຈົ້າທີ່ໃໝ່ຢູ່ສະເໝີ ແລະ ບໍ່ເຄີຍເກົ່າເລີຍ? ໃນປັດຈຸບັນ, ພວກເຈົ້າຄວນເຂົ້າໃຈວ່າ ເປັນຫຍັງພວກເຈົ້າຕ້ອງຮູ້ຄວາມສຳຄັນຂອງພາລະກິດສາມຂັ້ນຕອນຂອງພຣະເຈົ້າ. ພຣະທຳທີ່ເຮົາໄດ້ກ່າວກໍເພື່ອຜົນປະໂຫຍດຂອງພວກເຈົ້າ ແລະ ບໍ່ແມ່ນການເວົ້າທີ່ເປົ່າວ່າງ. ຖ້າພວກເຈົ້າພຽງແຕ່ອ່ານມັນຄືກັບການຊົມດອກໄມ້ໃນຂະນະທີ່ກຳລັງຂີ່ຜ່ານເທິງຫຼັງມ້າ, ພາລະກິດທີ່ເຮົາໄດ້ປະຕິບັດຢ່າງໜັກໜ່ວງຈະບໍ່ມີປະໂຫຍດເລີຍແມ່ນບໍ? ພວກເຈົ້າແຕ່ລະຄົນຄວນຮູ້ຈັກທຳມະຊາດຂອງພວກເຈົ້າເອງ. ພວກເຈົ້າສ່ວນຫຼາຍມີທັກສະໃນການໂຕ້ຖຽງ; ຄໍາຕອບຕໍ່ຄຳຖາມທີ່ເປັນທິດສະດີໂດຍການເວົ້າຢ່າງງ່າຍດາຍ ແຕ່ພວກເຈົ້າບໍ່ມີຫຍັງທີ່ຈະກ່າວເຖິງຕໍ່ຄຳຖາມທີ່ກ່ຽວຂ້ອງກັບແກ່ນແທ້. ເຖິງແມ່ນໃນປັດຈຸບັນ ພວກເຈົ້າຍັງປ່ອຍໃຫ້ຕົວເອງຢູ່ໃນການສົນທະນາທີ່ບໍ່ມີຄວາມໝາຍ, ບໍ່ສາມາດປ່ຽນແປງອຸປະນິໄສທີ່ເກົ່າແກ່ ແລະ ພວກເຈົ້າສ່ວນຫຼາຍບໍ່ມີເຈດຕະນາໃນການປ່ຽນແປງວິທີການສະແຫວງຫາ ເພື່ອໄດ້ຮັບຄວາມຈິງທີ່ສູງສົ່ງຂຶ້ນ, ພຽງແຕ່ດຳເນີນຊີວິດຢ່າງບໍ່ເຕັມໃຈແທນ. ຄົນເຊັ່ນນີ້ຈະສາມາດຕິດຕາມພຣະເຈົ້າຈົນຮອດມື້ສຸດທ້າຍໄດ້ແນວໃດ? ເຖິງແມ່ນວ່າ ພວກເຈົ້າຈະຢູ່ຮອດຈຸດສິ້ນສຸດຂອງເສັ້ນທາງ, ມັນຈະມີປະໂຫຍດຫຍັງໃຫ້ກັບພວກເຈົ້າ? ມັນດີກວ່າທີ່ຈະປ່ຽນແປງຄວາມຄິດຂອງພວກເຈົ້າກ່ອນທີ່ມັນຈະຊ້າເກີນໄປ ໂດຍການສະແຫວງຫາຢ່າງແທ້ຈິງ ຫຼື ບໍ່ສະນັ້ນ ກໍຖອນຕົວກ່ອນກຳນົດ. ເມື່ອເວລາຜ່ານໄປ ພວກເຈົ້າກໍຈະກາຍເປັນເຊື້ອກາຝາກທີ່ເອົາປຽບຄົນອື່ນ, ພວກເຈົ້າເຕັມໃຈທີ່ຈະຮັບບົດບາດທີ່ຕໍ່າ ແລະ ເປັນຕາໜ້າອາຍນັ້ນບໍ?
ພາລະກິດສາມຂັ້ນຕອນເປັນການບັນທຶກຂອງພາລະກິດທັງໝົດຂອງພຣະເຈົ້າ; ພວກມັນແມ່ນການບັນທຶກຂອງການໄຖ່ບາບໃຫ້ແກ່ມະນຸດຊາດຂອງພຣະເຈົ້າ ແລະ ພວກມັນບໍ່ແມ່ນເລື່ອງທີ່ຈະຈິນຕະນາການໄດ້. ຖ້າພວກເຈົ້າຕ້ອງການສະແຫວງຫາຄວາມຮູ້ຂອງອຸປະນິໄສທັງໝົດຂອງພຣະເຈົ້າຢ່າງແທ້ຈິງ, ພວກເຈົ້າກໍຕ້ອງຮູ້ຈັກພາລະກິດສາມຂັ້ນຕອນທີ່ພຣະເຈົ້າປະຕິບັດ ແລະ ຍິ່ງໄປກວ່ານັ້ນ ພວກເຈົ້າຕ້ອງບໍ່ລືມຂັ້ນຕອນໃດໜຶ່ງ. ນີ້ແມ່ນສິ່ງເລັກນ້ອຍທີ່ສຸດ ທີ່ຄົນເຫຼົ່ານັ້ນທີ່ສະແຫວງຫາເພື່ອຮູ້ຈັກພຣະເຈົ້າຈະຕ້ອງໄດ້ຮັບ. ມະນຸດເອງບໍ່ສາມາດປັ້ນແຕ່ງຄວາມຮູ້ທີ່ແທ້ຈິງກ່ຽວກັບພຣະເຈົ້າ. ມັນບໍ່ແມ່ນບາງຢ່າງທີ່ມະນຸດສາມາດຄິດຂຶ້ນໄດ້ ແລະ ມັນບໍ່ແມ່ນຜົນໄດ້ຮັບຈາກຄວາມກະລຸນາຂອງພຣະວິນຍານບໍລິສຸດທີ່ມີໃຫ້ກັບຄົນໃດໜຶ່ງຢ່າງແນ່ນອນ. ກົງກັນຂ້າມ, ມັນແມ່ນຄວາມຮູ້ທີ່ເກີດຫຼັງຈາກທີ່ມະນຸດໄດ້ປະສົບກັບພາລະກິດຂອງພຣະເຈົ້າ ແລະ ມັນແມ່ນຄວາມຮູ້ຂອງພຣະເຈົ້າທີ່ພຽງແຕ່ເກີດຂຶ້ນຫຼັງຈາກທີ່ໄດ້ປະສົບກັບຄວາມຈິງຂອງພາລະກິດຂອງພຣະເຈົ້າ. ຄວາມຮູ້ດັ່ງກ່າວບໍ່ພ້ອມທີ່ຈະສາມາດຮັບໄດ້ ຫຼື ມັນບໍ່ແມ່ນສິ່ງທີ່ສາມາດສອນໄດ້. ມັນກ່ຽວຂ້ອງກັບປະສົບການສ່ວນຕົວທັງໝົດ. ການຊ່ວຍມະນຸດຊາດໃຫ້ລອດພົ້ນໂດຍພຣະເຈົ້າແມ່ນໃຈຄວາມສຳຄັນຂອງພາລະກິດສາມຂັ້ນຕອນເຫຼົ່ານີ້ ແຕ່ປະກອບມີວິທີການປະຕິບັດພາລະກິດ ແລະ ຫຼາຍວິທີທາງທີ່ສຳແດງເຖິງອຸປະນິໄສຂອງພຣະເຈົ້າພາຍໃນພາລະກິດແຫ່ງຄວາມລອດພົ້ນ. ນີ້ແມ່ນສິ່ງທີ່ຍາກທີ່ສຸດທີ່ມະນຸດຕ້ອງຈຳແນກ ແລະ ມັນເປັນສິ່ງນີ້ທີ່ຍາກທີ່ມະນຸດຕ້ອງເຂົ້າໃຈ. ການແບ່ງແຍກລະຫວ່າງຍຸກ, ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ການປ່ຽນແປງໃນສະຖານທີ່ຂອງພາລະກິດ, ການປ່ຽນແປງຂອງຄົນທີ່ຮັບພາລະກິດນີ້ ແລະ ສິ່ງອື່ນໆ, ສິ່ງເຫຼົ່ານີ້ຖືກລວມໄວ້ໃນພາລະກິດສາມຂັ້ນຕອນ. ໂດຍສະເພາະແລ້ວ, ຄວາມແຕກຕ່າງຂອງວິທີການປະຕິບັດພາລະກິດຂອງພຣະວິນຍານບໍລິສຸດ ລວມທັງການດັດແປງຂອງອຸປະນິໄສ, ພາບລັກ, ຊື່, ຕົວຕົນຂອງພຣະເຈົ້າ ຫຼື ການປ່ຽນແປງອື່ນໆ ທັງໝົດແມ່ນສ່ວນຕ່າງໆໃນພາລະກິດສາມຂັ້ນຕອນ. ຂັ້ນຕອນໜຶ່ງຂອງພາລະກິດສາມາດພຽງແຕ່ເປັນຕົວແທນໃຫ້ກັບໜຶ່ງສ່ວນ ແລະ ມີຄວາມຈຳກັດພາຍໃນເຂດທີ່ແນ່ນອນ. ມັນບໍ່ໄດ້ກ່ຽວຂ້ອງກັບການແບ່ງແຍກຂອງຍຸກ ຫຼື ການປ່ຽນແປງໃນພາລະກິດຂອງພຣະເຈົ້າ, ຢ່າວ່າແຕ່ລັກສະນະອື່ນໆເລີຍ. ນີ້ແມ່ນຄວາມຈິງທີ່ເຫັນໄດ້ຢ່າງຊັດເຈນ. ສາມຂັ້ນຕອນແມ່ນຄວາມສົມບູນຂອງພາລະກິດຂອງພຣະເຈົ້າໃນການຊ່ວຍມະນຸດຊາດໃຫ້ລອດພົ້ນ. ມະນຸດຕ້ອງຮູ້ຈັກພາລະກິດຂອງພຣະເຈົ້າ ແລະ ອຸປະນິໄສຂອງພຣະເຈົ້າໃນພາລະກິດແຫ່ງຄວາມລອດພົ້ນ; ຖ້າປາສະຈາກຄວາມຈິງນີ້ ຄວາມຮູ້ທີ່ເຈົ້າມີກ່ຽວກັບພຣະເຈົ້າກໍ່ເປັນພຽງຄຳເວົ້າທີ່ເປົ່າວ່າງ, ບໍ່ມີຫຍັງນອກຈາກດີແຕ່ປາກ. ຄວາມຮູ້ດັ່ງກ່າວບໍ່ສາມາດຊັກຊວນ ຫຼື ເອົາຊະນະມະນຸດໄດ້; ຄວາມຮູ້ດັ່ງກ່າວບໍ່ໄດ້ສອດຄ່ອງກັບຄວາມເປັນຈິງ ແລະ ມັນບໍ່ແມ່ນຄວາມຈິງເລີຍ. ມັນອາດຈະອຸດົມສົມບູນ ແລະ ຟັງສະບາຍຫູ ແຕ່ຖ້າມັນຂັດກັບອຸປະນິໄສໂດຍທຳມະຊາດຂອງພຣະເຈົ້າ, ພຣະເຈົ້າກໍຈະບໍ່ລະເວັ້ນເຈົ້າ. ບໍ່ແມ່ນພຽງແຕ່ພຣະອົງຈະບໍ່ຍົກຍ້ອງຄວາມຮູ້ຂອງເຈົ້າ ແຕ່ພຣະອົງຍັງຈະນໍາການແກ້ແຄ້ນມາເຖິງເຈົ້າ ຍ້ອນເຈົ້າເປັນຄົນບາບທີ່ໄດ້ໝິ່ນປະໝາດພຣະອົງ. ພຣະທຳຂອງການຮູ້ຈັກພຣະເຈົ້າບໍ່ແມ່ນເວົ້າໄດ້ຢ່າງງ່າຍໆ. ເຖິງແມ່ນວ່າ ເຈົ້າຈະເວົ້າຢ່າງຄ່ອງແຄ້ວແຕ່ບໍ່ຈິງໃຈ ແລະ ເວົ້າຊັກຈູງເກັ່ງ ແລະ ເຖິງແມ່ນວ່າ ຄຳເວົ້າຂອງເຈົ້າສະຫຼາດຫຼາຍຈົນເຈົ້າສາມາດຖຽງໃຫ້ສີດຳກາຍເປັນສີຂາວ ແລະ ໃຫ້ສີຂາວກາຍມາເປັນສີດຳ, ແຕ່ເຈົ້າຍັງບໍ່ມີຄວາມຮູ້ ເມື່ອເວົ້າກ່ຽວກັບຄວາມຮູ້ຂອງພຣະເຈົ້າ. ພຣະເຈົ້າບໍ່ແມ່ນຄົນທີ່ເຈົ້າສາມາດຕັດສິນຢ່າງບໍ່ຮອບຄອບ ຫຼື ສັນລະເສີນແບບເສີຍໆ ຫຼື ດູຖູກຢ່າງເສີຍເມີຍ. ເຈົ້າສັນລະເສີນຄົນໃດໜຶ່ງ ແລະ ທຸກຄົນ ແຕ່ເຈົ້າດີ້ນລົນເພື່ອຊອກຫາຄຳເວົ້າທີ່ຖືກຕ້ອງເພື່ອບັນລະຍາຍເຖິງຄວາມກະລຸນາສູງສຸດຂອງພຣະເຈົ້າ, ນີ້ແມ່ນສິ່ງທີ່ຜູ້ຈຳນົນທຸກຄົນໄດ້ມາເຂົ້າໃຈ. ເຖິງແມ່ນວ່າມີຜູ້ຊຳນານທາງດ້ານພາສາຫຼາຍຄົນທີ່ສາມາດບັນລະຍາຍເຖິງພຣະເຈົ້າ, ຄວາມຖືກຕ້ອງຂອງສິ່ງທີ່ພວກເຂົາບັນລະຍາຍແມ່ນພຽງແຕ່ໜຶ່ງສ່ວນຮ້ອຍຂອງຄວາມຈິງທີ່ເວົ້າໂດຍຄົນທີ່ເປັນຂອງພຣະເຈົ້າ, ຄົນທີ່ມີພຽງແຕ່ຄຳສັບທີ່ຈຳກັດ, ແມ່ນມີປະສົບການທີ່ອຸດົມສົມບູນໃຫ້. ດ້ວຍເຫດນັ້ນ, ສາມາດເຫັນໄດ້ວ່າ ຄວາມຮູ້ຂອງພຣະເຈົ້າຕັ້ງຢູ່ໃນຄວາມຖືກຕ້ອງ ແລະ ຄວາມເປັນຈິງ, ບໍ່ໄດ້ຢູ່ໃນການນໍາໃຊ້ຄຳເວົ້າທີ່ສະຫຼາດ ຫຼື ຄຳສັບທີ່ອຸດົມສົມບູນ ແລະ ຄວາມຮູ້ຂອງມະນຸດ ແລະ ຄວາມຮູ້ຂອງພຣະເຈົ້າບໍ່ກ່ຽວຂ້ອງກັນເລີຍ. ບົດຮຽນຂອງການຮູ້ຈັກພຣະເຈົ້າສູງສົ່ງກວ່າວິທະຍາສາດທຳມະຊາດໃດໜຶ່ງຂອງມະນຸດຊາດ. ມັນແມ່ນບົດຮຽນທີ່ມີແຕ່ຄົນຈຳນວນໜ້ອຍດຽວຈະສາມາດໄດ້ຮັບ ເຊິ່ງເປັນຄົນທີ່ສະແຫວງຫາເພື່ອຮູ້ຈັກກັບພຣະເຈົ້າ ແລະ ຄົນທີ່ມີຄວາມສາມາດໃດໜຶ່ງຈະບໍ່ສາມາດໄດ້ຮັບ. ດ້ວຍເຫດນັ້ນ, ພວກເຈົ້າຕ້ອງບໍ່ເບິ່ງການຮູ້ຈັກກັບພຣະເຈົ້າ ແລະ ການສະແຫວງຫາຄວາມຈິງເປັນຄືກັບວ່າພວກມັນເປັນສິ່ງທີ່ເດັກນ້ອຍທຳມະດາກໍ່ສາມາດບັນລຸໄດ້. ບາງເທື່ອ ເຈົ້າອາດປະສົບຜົນສໍາເລັດຢ່າງສົມບູນໃນຊີວິດຄອບຄົວຂອງເຈົ້າ ຫຼື ອາຊີບຂອງເຈົ້າ ຫຼື ໃນການແຕ່ງງານຂອງເຈົ້າ ແຕ່ເມື່ອມັນກ່ຽວກັບຄວາມຈິງ ແລະ ບົດຮຽນຂອງການຮູ້ ຈັກກັບພຣະເຈົ້າ, ເຈົ້າບໍ່ມີຫຍັງທີ່ຈະສະແດງຕົວເອງເລີຍ ແລະ ເຈົ້າບໍ່ໄດ້ສຳເລັດຫຍັງເລີຍ. ສາມາດເວົ້າໄດ້ວ່າ ການນໍາຄວາມຈິງເຂົ້າສູ່ການປະຕິບັດຕົວຈິງ ແມ່ນສິ່ງທີ່ຫຍຸ້ງຍາກຫຼາຍທີ່ສຸດສຳລັບພວກເຈົ້າ ແລະ ການຮູ້ຈັກພຣະເຈົ້າກໍເປັນບັນຫາທີ່ຍິ່ງໃຫຍ່ກວ່າ. ນີ້ຄືຄວາມຫຍຸ້ງຍາກຂອງພວກເຈົ້າ ແລະ ນີ້ຍັງແມ່ນຄວາມຫຍຸ້ງຍາກທີ່ບັນດາມວນມະນຸດຊາດໄດ້ປະເຊີນ. ທ່າມກາງຄົນເຫຼົ່ານັ້ນທີ່ບັນລຸຄວາມສຳເລັດດ້ວຍເຫດຜົນການຮູ້ຈັກພຣະເຈົ້າ, ບໍ່ມີໃຜເລີຍທີ່ຢູ່ໃນລະດັບມາດຕະຖານ. ມະນຸດບໍ່ຮູ້ຈັກວ່າ ການຮູ້ຈັກພຣະເຈົ້າໝາຍເຖິງຫຍັງ ຫຼື ເປັນຫຍັງຈຶ່ງຕ້ອງຮູ້ຈັກພຣະເຈົ້າ ຫຼື ຄົນໆໜຶ່ງຕ້ອງໄປເຖິງລະດັບໃດເພື່ອຮູ້ຈັກພຣະເຈົ້າ. ນີ້ເປັນສິ່ງທີ່ສັບສົນໃຫ້ກັບມະນຸດຊາດ ແລະ ມັນເປັນປິດສະໜາທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດຊາດປະເຊີນຢູ່ພໍສົມຄວນ ແລະ ບໍ່ມີໃຜສາມາດຕອບຄຳຖາມນີ້ໄດ້ ຫຼື ບໍ່ມີໃຜເຕັມໃຈຕອບຄຳຖາມນີ້ ຍ້ອນວ່າ ໃນປັດຈຸບັນ ບໍ່ມີໃຜທ່າມກາງມະນຸດທີ່ປະສົບຜົນສຳເລັດໃນການສຶກສາພາລະກິດນີ້ໄດ້. ບາງເທື່ອ ເມື່ອປິດສະໜາຂອງພາລະກິດສາມຂັ້ນຕອນຖືກເຮັດໃຫ້ມະນຸດຮັບຮູ້ ມັນກໍ່ຈະປະກົດມີກຸ່ມຄົນທີ່ມີພອນສະຫວັນທີ່ຮູ້ຈັກພຣະເຈົ້າຕາມມາ. ແນ່ນອນ ເຮົາຫວັງວ່າ ມັນຈະເປັນແບບນັ້ນ ແລະ ຍິ່ງໄປກວ່ານັ້ນ ເຮົາຢູ່ໃນຂະບວນການປະຕິບັດພາລະກິດນີ້ ແລະ ຫວັງທີ່ຈະໄດ້ເຫັນການປາກົດຕົວຂອງຄົນທີ່ມີພອນສະຫວັນດັ່ງກ່າວໃນອະນາຄົດທີ່ໃກ້ໆນີ້. ພວກເຂົາຈະກາຍມາເປັນຄົນເຫຼົ່ານັ້ນທີ່ເປັນພະຍານໃຫ້ກັບຄວາມຈິງກ່ຽວກັບພາລະກິດສາມຂັ້ນຕອນເຫຼົ່ານີ້ ແລະ ແນ່ນອນ ພວກເຂົາຈະເປັນຄົນທຳອິດທີ່ເປັນພະຍານໃຫ້ກັບພາລະກິດສາມຂັ້ນຕອນເຫຼົ່ານີ້. ແຕ່ບໍ່ມີຫຍັງທີ່ຈະເປັນທຸກໃຈ ແລະ ເປັນຕາເສຍດາຍຫຼາຍກວ່າຄົນທີ່ມີພອນສະຫວັນດັ່ງກ່າວບໍ່ໄດ້ປາກົດຂຶ້ນໃນມື້ທີ່ພາລະກິດຂອງພຣະເຈົ້າໃກ້ຈະສິ້ນສຸດລົງ ຫຼື ຖ້າມີພຽງແຕ່ໜຶ່ງ ຫຼື ສອງຄົນ, ຄົນດັ່ງກ່າວໄດ້ຍອມຮັບດ້ວຍຕົວເອງ ເພື່ອໃຫ້ພຣະເຈົ້າຜູ້ທີ່ມາບັງເກີດເປັນມະນຸດເຮັດໃຫ້ສົມບູນ. ເຖິງຢ່າງໃດກໍ່ຕາມ ນີ້ເປັນພຽງກໍລະນີທີ່ຮ້າຍແຮງທີ່ສຸດ. ບໍ່ວ່າຈະເປັນກໍລະນີໃດກໍ່ຕາມ, ເຮົາຍັງຫວັງວ່າ ຄົນເຫຼົ່ານັ້ນທີ່ສະແຫວງຫາຢ່າງແທ້ຈິງຈະໄດ້ຮັບພຣະພອນນີ້. ຕັ້ງແຕ່ການເລີ່ມຕົ້ນຂອງເວລາ, ຍັງບໍ່ມີພາລະກິດທີ່ເປັນແບບນີ້ມາກ່ອນ, ພາລະໜ້າທີ່ດັ່ງກ່າວບໍ່ເຄີຍປະກົດມີໃນປະຫວັດສາດຂອງການພັດທະນາມະນຸດຈັກເທື່ອ. ຖ້າເຈົ້າສາມາດກາຍມາເປັນໜຶ່ງໃນກຸ່ມຄົນທຳອິດທີ່ຮູ້ຈັກພຣະເຈົ້າ, ສິ່ງນີ້ຈະບໍ່ເປັນກຽດຕິຍົດອັນສູງສຸດຂອງສິ່ງຊົງສ້າງທັງໝົດບໍ? ພຣະເຈົ້າຈະຍົກຍ້ອງສິ່ງຊົງສ້າງທີ່ຢູ່ທ່າມກາງມະນຸດຊາດຫຼາຍກວ່າບໍ? ພາລະກິດດັ່ງກ່າວບໍ່ງ່າຍທີ່ຈະເຮັດໃຫ້ສຳເລັດ ແຕ່ໃນທີ່ສຸດກໍຍັງຈະໄດ້ຮັບຜົນຕອບແທນ. ບໍ່ວ່າຈະເປັນເພດໃດ ຫຼື ສັນຊາດໃດກໍຕາມ, ທຸກຄົນເຫຼົ່ານັ້ນທີ່ສາມາດໄດ້ຮັບຄວາມຮູ້ຂອງພຣະເຈົ້າຈະໄດ້ຮັບກຽດຕິຍົດທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າໃນທີ່ສຸດ ແລະ ຈະເປັນພຽງຄົນດຽວທີ່ມີສິດອຳນາດຂອງພຣະອົງ. ນີ້ຄືພາລະກິດໃນປັດຈຸບັນ ແລະ ມັນເປັນພາລະກິດສຳລັບອະນາຄົດເຊັ່ນກັນ; ມັນເປັນພາລະກິດສຸດທ້າຍ ແລະ ສູງສົ່ງທີ່ສຸດທີ່ຈະຖືກເຮັດໃຫ້ສຳເລັດໃນຊ່ວງເວລາ 6.000 ປີແຫ່ງພາລະກິດ ແລະ ມັນເປັນວິທີການປະຕິບັດພາລະກິດທີ່ເປີດເຜີຍມະນຸດແຕ່ລະປະເພດ. ຜ່ານພາລະກິດທີ່ເຮັດໃຫ້ມະນຸດມາຮູ້ຈັກພຣະເຈົ້າ, ລະດັບຊັ້ນທີ່ແຕກຕ່າງກັນຂອງມະນຸດແມ່ນຖືກເປີດເຜີຍອອກ: ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຄຸນສົມບັດໃນການໄດ້ຮັບພຣະພອນຈາກພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ ໃນຂະນະທີ່ຄົນເຫຼົ່ານັ້ນເຊິ່ງບໍ່ຮູ້ຈັກພຣະເຈົ້າບໍ່ມີຄຸນສົມບັດໃນການຮັບພຣະພອນຂອງພຣະເຈົ້າ ແລະ ຮັບສັນຍາຂອງພຣະອົງ. ຄົນເຫຼົ່ານັ້ນທີ່ຮູ້ຈັກພຣະເຈົ້າແມ່ນຜູ້ໃກ້ຊິດຂອງພຣະເຈົ້າ ແລະ ຄົນເຫຼົ່ານັ້ນທີ່ບໍ່ຮູ້ຈັກພຣະເຈົ້າບໍ່ສາມາດເອີ້ນໄດ້ວ່າເປັນຜູ້ໃກ້ຊິດຂອງພຣະເຈົ້າ; ຜູ້ໃກ້ຊິດຂອງພຣະເຈົ້າສາມາດຮັບພຣະພອນຂອງພຣະເຈົ້າ ແຕ່ຄົນເຫຼົ່ານັ້ນທີ່ບໍ່ແມ່ນຜູ້ໃກ້ຊິດຂອງພຣະອົງບໍ່ສົມຄວນໄດ້ຮັບພາລະກິດໃດໆຂອງພຣະອົງ. ບໍ່ວ່າຈະເປັນຄວາມລໍາບາກຍາກແຄ້ນ, ການຫຼໍ່ຫຼອມ ຫຼື ການພິພາກສາ, ທຸກສິ່ງເຫຼົ່ານີ້ກໍ່ມີເພື່ອໃຫ້ມະນຸດໄດ້ຮັບເອົາຄວາມຮູ້ຂອງພຣະເຈົ້າໃນທີ່ສຸດ ແລະ ເພື່ອມະນຸດຈະຍອມຢູ່ພາຍໃຕ້ພຣະເຈົ້າ, ນີ້ເປັນພຽງຜົນສະທ້ອນທີ່ຈະເຮັດໃຫ້ສຳເລັດໃນທີ່ສຸດ. ບໍ່ມີຂັ້ນຕອນໃດໃນພາລະກິດສາມຂັ້ນຕອນເປັນສິ່ງທີ່ລີ້ລັບ ແລະ ນີ້ເປັນຜົນປະໂຫຍດຕໍ່ຄວາມຮູ້ທີ່ມະນຸດມີກ່ຽວກັບພຣະເຈົ້າ ແລະ ຊ່ວຍໃຫ້ມະນຸດໄດ້ຮັບຄວາມຮູ້ທີ່ສົມບູນ ແລະ ຮອບຄອບຂຶ້ນກ່ຽວກັບພຣະເຈົ້າ. ພາລະກິດທັງໝົດນີ້ແມ່ນເພື່ອຜົນປະໂຫຍດຂອງມະນຸດ.
ໄພພິບັດຕ່າງໆເກີດຂຶ້ນເລື້ອຍໆ ສຽງກະດິງສັນຍານເຕືອນແຫ່ງຍຸກສຸດທ້າຍໄດ້ດັງຂຶ້ນ ແລະຄໍາທໍານາຍກ່ຽວກັບການກັບມາຂອງພຣະຜູ້ເປັນເຈົ້າໄດ້ກາຍເປັນຈີງ ທ່ານຢາກຕ້ອນຮັບການກັບຄືນມາຂອງພຣະເຈົ້າກັບຄອບຄົວຂອງທ່ານ ແລະໄດ້ໂອກາດປົກປ້ອງຈາກພຣະເຈົ້າບໍ?