ສິ່ງທີ່ຄວນຮູ້ກ່ຽວກັບການປ່ຽນແປງອຸປະນິໄສຂອງຄົນໃດໜຶ່ງ
ຕະຫຼອດຫຼາຍປີທີ່ຜະເຊີນໜ້າກັບພາລະກິດຂອງພຣະເຈົ້າ ແລະ ຮັບຟັງຄຳເທດສະໜາ, ມີບາງຄົນທີ່ມີຄວາມເຂົ້າໃຈບາງຢ່າງກ່ຽວກັບພວກເຂົາເອງ, ຄົນທີ່ສາມາດເວົ້າກ່ຽວກັບປະສົບການບາງຢ່າງທີ່ເປັນຈິງ ແລະ ໂອ້ລົມກ່ຽວກັບສະພາວະທີ່ແທ້ຈິງຂອງພວກເຂົາເອງ, ການເຂົ້າສ່ວນຕົວຂອງພວກເຂົາ, ຄວາມຄືບໜ້າສ່ວນຕົວຂອງພວກເຂົາ, ຂໍ້ບົກຜ່ອງຂອງພວກເຂົາ ແລະ ພວກເຂົາວາງແຜນເພື່ອເຂົ້າແນວໃດ. ແຕ່ມີບາງຄົນທີ່ບໍ່ມີຄວາມເຂົ້າໃຈກ່ຽວກັບພວກເຂົາເອງ ແລະ ຄົນທີ່ບໍ່ສາມາດເວົ້າກ່ຽວກັບປະສົບການທີ່ເປັນຈິງໃດໆເລີຍ. ພວກເຂົາພຽງແຕ່ສາມາດເວົ້າກ່ຽວກັບເລື່ອງພາຍນອກ ເຊັ່ນ: ຄຳເວົ້າທີ່ເປັນຫຼັກຄຳສອນ, ການເຮັດວຽກພາຍນອກ, ສະຖານະການປັດຈຸບັນ ແລະ ຄວາມຄືບໜ້າໃນການເຜີຍແຜ່ຂ່າວປະເສີດ, ແຕ່ບໍ່ມີຫຍັງກ່ຽວກັບການເຂົ້າສູ່ຊີວິດຢ່າງເປັນຮູບປະທຳ ຫຼື ປະສົບການສ່ວນຕົວ. ສິ່ງນີ້ສະແດງວ່າພວກເຂົາຍັງບໍ່ໄດ້ຢູ່ໃນເສັ້ນທາງທີ່ຖືກຕ້ອງເພື່ອເຂົ້າສູ່ຊີວິດ. ການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງບໍ່ແມ່ນການປ່ຽນແປງໃນພຶດຕິກຳ ຫຼື ມັນບໍ່ແມ່ນການທຳທ່າປ່ຽນແປງພຽງພາຍນອກ ຫຼື ການປັບປ່ຽນຊົ່ວຄາວທີ່ເກີດຈາກຄວາມກະຕືລືລົ້ນ. ບໍ່ວ່າການປ່ຽນແປງເຫຼົ່ານີ້ດີສໍ່າໃດກໍຕາມ, ພວກມັນບໍ່ສາມາດແທນທີ່ການປ່ຽນແປງໃນອຸປະນິໄສຊີວິດໄດ້, ເພາະການປ່ຽນແປງໃນພາຍນອກເຫຼົ່ານີ້ແມ່ນສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງມະນຸດ, ແຕ່ການປ່ຽນແປງໃນອຸປະນິໄສຊີວິດບໍ່ສາມາດບັນລຸໄດ້ຜ່ານຄວາມພະຍາຍາມຂອງຄົນໆໜຶ່ງເທົ່ານັ້ນ. ການຜະເຊີນກັບການພິພາກສາ, ການຂ້ຽນຕີ, ການທົດລອງ ແລະ ການຫຼໍ່ຫຼອມຂອງພຣະເຈົ້າເປັນສິ່ງທີ່ຈຳເປັນເພື່ອບັນລຸສິ່ງນີ້, ພ້ອມທັງການເຮັດໃຫ້ສົມບູນໂດຍພຣະວິນຍານບໍລິສຸດ. ເຖິງແມ່ນວ່າຜູ້ຄົນທີ່ເຊື່ອໃນພຣະເຈົ້າສະແດງພຶດຕິກຳດີໆບາງຢ່າງ, ບໍ່ມີແມ່ນແຕ່ຄົນດຽວໃນພວກເຂົາທີ່ເຊື່ອຟັງພຣະເຈົ້າຢ່າງແທ້ຈິງ, ຮັກພຣະເຈົ້າຢ່າງແທ້ຈິງ ຫຼື ສາມາດເຮັດຕາມຄວາມປະສົງຂອງພຣະເຈົ້າ. ເປັນຫຍັງຈຶ່ງເປັນແບບນີ້? ມັນເປັນເພາະສິ່ງນີ້ຈຳເປັນຕ້ອງມີການປ່ຽນແປງໃນອຸປະນິໄສຊີວິດເພື່ອບັນລຸ ແລະ ການປ່ຽນແປງສໍ່າໃດສໍ່າໜຶ່ງໃນພຶດຕິກຳກໍຫ່າງໄກຫຼາຍຈາກຄວາມພຽງພໍ. ການປ່ຽນແປງໃນອຸປະນິໄສໝາຍຄວາມວ່າເຈົ້າມີຄວາມຮູ້ ແລະ ປະສົບການກັບຄວາມຈິງ ແລະ ຄວາມຈິງໄດ້ກາຍມາເປັນຊີວິດຂອງເຈົ້າ, ມັນສາມາດຊີ້ນໍາ ແລະ ມີອຳນາດເໜືອຊີວິດຂອງເຈົ້າ ແລະ ທຸກສິ່ງກ່ຽວກັບເຈົ້າ. ນີ້ຄືການປ່ຽນແປງໃນອຸປະນິໄສຊີວິດຂອງເຈົ້າ. ມີພຽງແຕ່ຄົນທີ່ມີຄວາມຈິງເປັນຊີວິດແມ່ນຄົນທີ່ໄດ້ຮັບການປ່ຽນແປງໃນອຸປະນິໄສ. ໃນອະດີດ, ອາດມີຄວາມຈິງບາງຢ່າງທີ່ເຈົ້າບໍ່ສາມາດນໍາໄປປະຕິບັດໄດ້ເມື່ອເຈົ້າເຂົ້າໃຈພວກມັນ, ແຕ່ໃນຕອນນີ້ ເຈົ້າສາມາດປະຕິບັດລັກສະນະໃດໜຶ່ງໃນຄວາມຈິງທີ່ເຈົ້າເຂົ້າໃຈໂດຍບໍ່ມີອຸປະສັກ ຫຼື ຄວາມຫຍຸ້ງຍາກ. ເມື່ອເຈົ້າປະຕິບັດຄວາມຈິງ, ເຈົ້າພົບວ່າຕົນເອງເຕັມໄປດ້ວຍຄວາມສະຫງົບສຸກ ແລະ ຄວາມສຸກ, ແຕ່ຖ້າເຈົ້າບໍ່ສາມາດປະຕິບັດຄວາມຈິງ, ເຈົ້າກໍຮູ້ສຶກເຖິງຄວາມເຈັບປວດ ແລະ ຄວາມສຳນຶກຂອງເຈົ້າກໍຖືກລົບກວນ. ເຈົ້າສາມາດປະຕິບັດຄວາມຈິງໃນທຸກສິ່ງ, ດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ ແລະ ມີພື້ນຖານສຳລັບການດຳລົງຊີວິດ. ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ. ຕອນນີ້ເຈົ້າສາມາດປະຖິ້ມແນວຄິດ ແລະ ຈິນຕະນາການຂອງເຈົ້າຢ່າງງ່າຍດາຍ, ຄວາມມັກທາງເນື້ອໜັງ ແລະ ການສະແຫວງຫາຂອງເຈົ້າ ແລະ ສິ່ງເຫຼົ່ານັ້ນທີ່ເຈົ້າບໍ່ສາມາດປະຖິ້ມກ່ອນໜ້າ. ເຈົ້າຮູ້ສຶກວ່າພຣະທຳຂອງພຣະເຈົ້າດີແທ້ໆ ແລະ ການປະຕິບັດຄວາມຈິງຄືສິ່ງດີທີ່ສຸດທີ່ຕ້ອງເຮັດ. ສິ່ງນີ້ໝາຍຄວາມວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງແລ້ວ. ການປ່ຽນແປງໃນອຸປະນິໄສຟັງຄືງ່າຍຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ມັນຄືຂະບວນການທີ່ກ່ຽວຂ້ອງກັບປະສົບການຫຼາຍຢ່າງ. ໃນລະຫວ່າງຊ່ວງເວລານີ້, ຜູ້ຄົນຈຳເປັນຕ້ອງທົນທຸກກັບຄວາມລຳບາກຫຼາຍຢ່າງ, ພວກເຂົາຈຳເປັນຕ້ອງຍອມສະລະຮ່າງກາຍຂອງພວກເຂົາເອງ ແລະ ປະຖິ້ມເນື້ອໜັງຂອງພວກເຂົາ, ພວກເຂົາຍັງຈຳເປັນຕ້ອງທົນທຸກກັບການພິພາກສາ, ການຂ້ຽນຕີ, ການລິຮານ, ການຖືກຈັດການ, ການທົດລອງ ແລະ ການຫຼໍ່ຫຼອມ ແລະ ພວກເຂົາຍັງຈຳເປັນຕ້ອງຜະເຊີນກັບຄວາມລົ້ມເຫຼວຫຼາຍຢ່າງ, ການລົ້ມລົງ, ຄວາມດີ້ນລົນພາຍໃນ ແລະ ການທໍລະມານພາຍໃນຫົວໃຈຂອງພວກເຂົາ. ຫຼັງຈາກມີປະສົບການເຫຼົ່ານີ້ເທົ່ານັ້ນ, ຜູ້ຄົນຈຶ່ງສາມາດມີຄວາມເຂົ້າໃຈບາງຢ່າງກ່ຽວກັບທຳມະຊາດຂອງພວກເຂົາເອງ, ແຕ່ຄວາມເຂົ້າໃຈບາງຢ່າງບໍ່ໄດ້ກໍ່ໃຫ້ເກີດການປ່ຽນແປງທີ່ສົມບູນໃນທັນທີ; ພວກເຂົາຈຳເປັນຕ້ອງຜ່ານປະສົບການເປັນເວລາດົນກ່ອນທີ່ພວກເຂົາຈະສາມາດກຳຈັດອຸປະນິໄສທີ່ເສື່ອມຊາມຂອງພວກເຂົາອອກໄປຈາກພວກເຂົາໃນທີ່ສຸດ. ນີ້ຄືເຫດຜົນທີ່ມັນໃຊ້ເວລາຕະຫຼອດຊີວິດເພື່ອປ່ຽນແປງອຸປະນິໄສຂອງຄົນໆໜຶ່ງ. ຕົວຢ່າງ: ຖ້າເຈົ້າເປີດເຜີຍຄວາມເສື່ອມຊາມໃນເລື່ອງໜຶ່ງ, ເຈົ້າສາມາດປະຕິບັດຄວາມຈິງໃນທັນທີຫຼັງຈາກທີ່ເຈົ້າຮັບຮູ້ມັນບໍ? ເຈົ້າບໍ່ສາມາດເຮັດໄດ້. ໃນຂັ້ນຕອນນີ້ຂອງຄວາມເຂົ້າໃຈ, ຄົນອື່ນໆກໍ່ລິຮານເຈົ້າ ແລະ ຈັດການກັບເຈົ້າ ແລະ ຫຼັງຈາກນັ້ນ ສະພາບແວດລ້ອມຂອງເຈົ້າກໍ່ບີບເຈົ້າ ແລະ ບັງຄັບໃຫ້ເຈົ້າປະຕິບັດຕາມຫຼັກການແຫ່ງຄວາມຈິງ. ບາງຄັ້ງ, ເຈົ້າຍັງບໍ່ຍອມຮັບທີ່ຈະເຮັດແບບນັ້ນ ແລະ ເຈົ້າເວົ້າກັບຕົນເອງວ່າ “ຂ້ອຍຕ້ອງເຮັດມັນແບບນີ້ບໍ? ເປັນຫຍັງຂ້ອຍຈຶ່ງບໍ່ສາມາດເຮັດມັນໃນລັກສະນະທີ່ຂ້ອຍຕ້ອງການ? ເປັນຫຍັງຂ້ອຍຈຶ່ງຖືກຂໍໃຫ້ປະຕິບັດຄວາມຈິງຢູ່ສະເໝີ? ຂ້ອຍບໍ່ຕ້ອງການເຮັດສິ່ງນີ້, ຂ້ອຍເມື່ອຍກັບມັນ”. ການຜະເຊີນກັບພາລະກິດຂອງພຣະເຈົ້າຮຽກຮ້ອງໃຫ້ຜ່ານຂະບວນການດັ່ງຕໍ່ໄປນີ້: ຈາກການເປັນຄົນທີ່ລັງເລຈະປະຕິບັດຄວາມຈິງສູ່ການເຕັມໃຈທີ່ຈະປະຕິບັດຄວາມຈິງ; ຈາກຄວາມຄິດລົບ ແລະ ຄວາມອ່ອນແອສູ່ຄວາມເຂັ້ມແຂງ ແລະ ສັກກະຍາພາບເພື່ອປະຖິ້ມເນື້ອໜັງ. ເມື່ອຜູ້ຄົນໄປເຖິງຈຸດໃດໜຶ່ງຂອງປະສົບການ ແລະ ໄດ້ຜ່ານການທົດລອງບາງຢ່າງ, ການຫຼໍ່ຫຼອມ ແລະ ເລີ່ມເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ຄວາມຈິງບາງຢ່າງໃນທີ່ສຸດ, ແລ້ວພວກເຂົາກໍ່ຈະຂ້ອນຂ້າງມີຄວາມສຸກ ແລະ ເຕັມໃຈທີ່ຈະປະຕິບັດຕາມຫຼັກການຂອງຄວາມຈິງ. ໃນຕອນເລີ່ມຕົ້ນ, ຜູ້ຄົນລັງເລທີ່ຈະປະຕິບັດຄວາມຈິງ. ຍົກການປະຕິບັດໜ້າທີ່ຂອງຄົນໆໜຶ່ງຢ່າງອຸທິດຕົນເພື່ອເປັນຕົວຢ່າງ: ເຈົ້າມີຄວາມເຂົ້າໃຈບາງຢ່າງກ່ຽວກັບການປະຕິບັດໜ້າທີ່ຂອງເຈົ້າ ແລະ ການອຸທິດຕົນຕໍ່ພຣະເຈົ້າ ແລະ ເຈົ້າຍັງມີຄວາມເຂົ້າໃຈບາງຢ່າງກ່ຽວກັບຄວາມຈິງ, ແຕ່ເມື່ອໃດເຈົ້າຈິ່ງຈະສາມາດອຸທິດຕົນຕໍ່ພຣະເຈົ້າໄດ້ຢ່າງສົມບູນ? ເມື່ອໃດເຈົ້າຈິ່ງຈະສາມາດປະຕິບັດໜ້າທີ່ຂອງເຈົ້າທັງໃນນາມ ແລະ ການກະທຳໄດ້? ສິ່ງນີ້ຈຳເປັນຕ້ອງມີຂະບວນການ. ໃນລະຫວ່າງຂະບວນການນີ້, ເຈົ້າອາດທົນທຸກກັບຄວາມລຳບາກຫຼາຍຢ່າງ. ບາງຄົນອາດຈັດການກັບເຈົ້າ ແລະ ຄົນອື່ນໆອາດວິພາກວິຈານເຈົ້າ. ສາຍຕາຂອງທຸກຄົນຈະຈ້ອງເບິ່ງທີ່ເຈົ້າ, ວິເຄາະເຈົ້າຢ່າງລະອຽດ ແລະ ມີແຕ່ເມື່ອນັ້ນ ເຈົ້າຈຶ່ງຈະເລີ່ມຮັບຮູ້ວ່າເຈົ້າຜິດ ແລະ ເຈົ້າເປັນຄົນທີ່ເຮັດໄດ້ບໍ່ດີ, ການຂາດການອຸທິດຕົນໃນການປະຕິບັດໜ້າທີ່ຂອງເຈົ້າກໍ່ບໍ່ສາມາດຍອມຮັບໄດ້ ແລະ ເຈົ້າຕ້ອງບໍ່ປະໝາດ ຫຼື ເຮັດພໍເປັນພິທີ! ພຣະວິນຍານບໍລິສຸດຈະສ່ອງແສງໃຫ້ກັບເຈົ້າຈາກພາຍໃນ ແລະ ຕຳນິເຈົ້າ ເມື່ອເຈົ້າເຮັດຜິດ. ໃນລະຫວ່າງຂະບວນການນີ້, ເຈົ້າຈະເລີ່ມເຂົ້າໃຈບາງສິ່ງກ່ຽວກັບຕົວເຈົ້າເອງ ແລະ ຈະຮູ້ຈັກວ່າເຈົ້າມີຄວາມເປັນມົນທິນຫຼາຍເກີນໄປ, ເຈົ້າມີແຮງຈູງໃຈສ່ວນຕົວຫຼາຍເກີນໄປ ແລະ ມີຄວາມປາຖະໜາທີ່ເກີນຂອບເຂດ ເມື່ອກຳລັງປະຕິບັດໜ້າທີ່ຂອງເຈົ້າ. ຫຼັງຈາກທີ່ເຈົ້າເຂົ້າໃຈແກ່ນແທ້ກ່ຽວກັບສິ່ງເຫຼົ່ານີ້, ຖ້າເຈົ້າຈະສາມາດມາຢູ່ຕໍ່ໜ້າພຣະເຈົ້າເພື່ອອະທິຖານ ແລະ ມີການກັບໃຈຢ່າງແທ້ຈິງ, ເຈົ້າຈະສາມາດຖືກຊໍາລະລ້າງຈາກສິ່ງທີ່ເສື່ອມຊາມເຫຼົ່ານັ້ນ. ໃນລັກສະນະນີ້, ຖ້າເຈົ້າສະແຫວງຫາຄວາມຈິງຢູ່ເລື້ອຍໆ ເພື່ອແກ້ໄຂບັນຫາຕົວຈິງຂອງເຈົ້າເອງ, ເຈົ້າຈະກ້າວຂາໃນເສັ້ນທາງແຫ່ງຄວາມເຊື່ອທີ່ຖືກຕ້ອງເທື່ອລະໜ້ອຍ; ເຈົ້າຈະເລີ່ມມີປະສົບການຊີວິດທີ່ແທ້ຈິງ ແລະ ອຸປະນິໄສທີ່ເສື່ອມຊາມຂອງເຈົ້າກໍ່ຈະເລີ່ມຖືກຊໍາລະລ້າງໃຫ້ບໍລິສຸດເທື່ອລະໜ້ອຍ. ຍິ່ງອຸປະນິໄສທີ່ເສື່ອມຊາມຂອງເຈົ້າຖືກຊໍາລະລ້າງຫຼາຍສໍ່າໃດ, ຊີວິດ-ອຸປະນິໄສຂອງເຈົ້າກໍ່ຍິ່ງມີການປ່ຽນແປງຫຼາຍສໍ່ານັ້ນ.
ເຖິງແມ່ນວ່າໃນຕອນນີ້ ຫຼາຍຄົນກຳລັງປະຕິບັດໜ້າທີ່ຂອງພວກເຂົາ, ໃນແກ່ນແທ້ແລ້ວ ມີເທົ່າໃດຄົນທີ່ກຳລັງເຮັດໜ້າທີ່ຂອງພວກເຂົາພໍແລ້ວມືແລ້ວຕີນ? ມີເທົ່າໃດຄົນທີ່ສາມາດຍອມຮັບຄວາມຈິງ ແລະ ປະຕິບັດໜ້າທີ່ຂອງພວກເຂົາຕາມຫຼັກການແຫ່ງຄວາມຈິງ? ມີເທົ່າໃດຄົນທີ່ປະຕິບັດໜ້າທີ່ຂອງພວກເຂົາຕາມຂໍ້ກຳນົດຂອງພຣະເຈົ້າຫຼັງຈາກທີ່ອຸປະນິໄສຂອງພວກເຂົາໄດ້ຮັບການປ່ຽນແປງ? ໂດຍການກວດສອບສິ່ງເຫຼົ່ານີ້ຕື່ມອີກ, ເຈົ້າຈະສາມາດຮູ້ຈັກວ່າເຈົ້າບັນລຸມາດຕະຖານໃນການປະຕິບັດໜ້າທີ່ຂອງເຈົ້າແທ້ໆ ຫຼື ບໍ່ ແລະ ເຈົ້າຈະຍັງສາມາດເຫັນຢ່າງຊັດເຈນວ່າອຸປະນິໄສຂອງເຈົ້າໄດ້ປ່ຽນແປງ ຫຼື ບໍ່. ການບັນລຸການປ່ຽນແປງໃນອຸປະນິໄສຂອງຄົນໆໜຶ່ງບໍ່ແມ່ນເລື່ອງງ່າຍ; ມັນບໍ່ໄດ້ໝາຍເຖິງພຽງການມີການປ່ຽນແປງສອງສາມຢ່າງໃນພຶດຕິກຳ, ການໄດ້ຮັບຄວາມຮູ້ບາງຢ່າງກ່ຽວກັບຄວາມຈິງ, ການທີ່ສາມາດໂອ້ລົມໜ້ອຍໜຶ່ງກ່ຽວກັບປະສົບການຂອງຄົນໆໜຶ່ງດ້ວຍທຸກລັກສະນະຂອງຄວາມຈິງ ຫຼື ການມີການປ່ຽນແປງບາງຢ່າງ ຫຼື ການເຊື່ອຟັງໜ້ອຍໜຶ່ງຫຼັງຈາກທີ່ຖືກລົງວິໄນ. ສິ່ງເຫຼົ່ານີ້ບໍ່ປະກອບເປັນການປ່ຽນແປງໃນຊີວິດ-ອຸປະນິໄສຂອງຄົນໆໜຶ່ງ. ເປັນຫຍັງເຮົາຈຶ່ງເວົ້າແບບນີ້? ເຖິງແມ່ນວ່າເຈົ້າອາດຈະມີການປ່ຽນແປງໃນບາງຢ່າງ, ເຈົ້າກໍ່ຍັງບໍ່ໄດ້ນໍາຄວາມຈິງເຂົ້າສູ່ການປະຕິບັດຢ່າງແທ້ຈິງ. ບາງທີເພາະເຈົ້າຢູ່ໃນສະພາບແວດລ້ອມທີ່ເໝາະສົມເປັນຊ່ວງເວລາໜຶ່ງ ແລະ ສະພາບການເອື້ອອຳນວຍແບບນັ້ນ ຫຼື ສະຖານະການໃນປັດຈຸບັນຂອງເຈົ້າໄດ້ບີບບັງຄັບເຈົ້າ, ເຈົ້າປະພຶດໃນລັກສະນະນີ້. ນອກຈາກນັ້ນ, ເມື່ອເຈົ້າອາລົມດີ, ເມື່ອສະພາວະຂອງເຈົ້າປົກກະຕິ ແລະ ເມື່ອເຈົ້າມີພາລະກິດຂອງພຣະວິນຍານບໍລິສຸດ, ເຈົ້າກໍສາມາດປະຕິບັດຄວາມຈິງ. ແຕ່ສົມມຸດວ່າເຈົ້າຢູ່ທ່າມກາງການທົດລອງ, ເມື່ອເຈົ້າກຳລັງທົນທຸກຄືກັບໂຢບໃນທ່າມກາງການທົດລອງຂອງເຈົ້າ ຫຼື ເຈົ້າຜະເຊີນໜ້າກັບການທົດລອງແຫ່ງຄວາມຕາຍ. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າຍັງຈະສາມາດປະຕິບັດຄວາມຈິງ ແລະ ຍຶດໝັ້ນໃນຄຳພະຍານໄດ້ບໍ? ເຈົ້າສາມາດເວົ້າບາງສິ່ງເຊັ່ນດຽວກັບທີ່ເປໂຕໄດ້ເວົ້າວ່າ “ເຖິງແມ່ນຂ້ານ້ອຍຕ້ອງຕາຍຫຼັງຈາກທີ່ຮູ້ຈັກພຣະອົງ, ຂ້ານ້ອຍຈະບໍ່ເຮັດດ້ວຍຄວາມປິຕິຍິນດີ ແລະ ຢ່າງມີຄວາມສຸກໄດ້ແນວໃດ?” ເປໂຕເຊີດຊູຫຍັງ? ສິ່ງທີ່ເປໂຕເຊີດຊູຄືຄວາມເຊື່ອຟັງ ແລະ ເພິ່ນຖືວ່າການຮູ້ຈັກພຣະເຈົ້າເປັນສິ່ງທີ່ສຳຄັນທີ່ສຸດ, ສະນັ້ນລາວຈຶ່ງສາມາດເຊື່ອຟັງຈົນຕາຍໄດ້. ການປ່ຽນແປງໃນອຸປະນິໄສບໍ່ໄດ້ເກີດຂຶ້ນພຽງຊົ່ວຂ້າມຄືນ; ມັນໃຊ້ເວລາຂອງປະສົບການຕະຫຼອດຊີວິດເພື່ອບັນລຸ. ການເຂົ້າໃຈຄວາມຈິງກໍ່ງ່າຍກວ່າເລັກນ້ອຍ, ແຕ່ການທີ່ສາມາດປະຕິບັດຄວາມຈິງໃນຫຼາກຫຼາຍບໍລິບົດກໍ່ຍັງຍາກ. ເປັນຫຍັງຜູ້ຄົນຈຶ່ງມີບັນຫາໃນການນໍາຄວາມຈິງເຂົ້າສູ່ການປະຕິບັດ? ໃນຄວາມເປັນຈິງແລ້ວ, ຄວາມຫຍຸ້ງຍາກເຫຼົ່ານີ້ລ້ວນແລ້ວແຕ່ກ່ຽວຂ້ອງກັບອຸປະນິໄສທີ່ເສື່ອມຊາມຂອງຜູ້ຄົນໂດຍກົງ ແລະ ພວກມັນທັງໝົດເປັນສິ່ງກີດຂວາງທີ່ມາຈາກອຸປະນິໄສທີ່ເສື່ອມຊາມ. ສະນັ້ນ, ເຈົ້າຕ້ອງທົນທຸກຫຼາຍ ແລະ ຈ່າຍລາຄາເພື່ອທີ່ຈະສາມາດນໍາຄວາມຈິງໄປປະຕິບັດ. ຖ້າເຈົ້າບໍ່ມີອຸປະນິໄສທີ່ເສື່ອມຊາມ, ເຈົ້າຈະບໍ່ຕ້ອງທົນທຸກ ແລະ ຈ່າຍລາຄາເພື່ອປະຕິບັດຄວາມຈິງ. ສິ່ງນີ້ບໍ່ແມ່ນຂໍ້ແທ້ຈິງທີ່ຊັດເຈນບໍ? ບາງຄັ້ງ, ມັນອາດເບິ່ງຄືກັບວ່າເຈົ້າກຳລັງນໍາຄວາມຈິງເຂົ້າສູ່ການປະຕິບັດ, ແຕ່ໃນຄວາມເປັນຈິງ ທຳມະຊາດຂອງການກະທຳຂອງເຈົ້າບໍ່ໄດ້ສະແດງວ່າເຈົ້າກຳລັງເຮັດແບບນັ້ນ. ໃນການຕິດຕາມພຣະເຈົ້າ, ຫຼາຍຄົນສາມາດປະຖິ້ມຄອບຄົວ ແລະ ອາຊີບຂອງພວກເຂົາ ແລະ ປະຕິບັດໜ້າທີ່ຂອງພວກເຂົາ ແລະ ດ້ວຍເຫດນັ້ນ ພວກເຂົາຈຶ່ງເຊື່ອວ່າພວກເຂົາກຳລັງປະຕິບັດຄວາມຈິງ. ເຖິງຢ່າງໃດກໍ່ຕາມ, ພວກເຂົາບໍ່ເຄີຍສາມາດໃຫ້ຄຳພະຍານຈາກປະສົບການທີ່ແທ້ຈິງ. ແມ່ນຫຍັງກຳລັງເກີດຂຶ້ນໃນບ່ອນນີ້ແທ້ໆ? ເພື່ອວັດແທກພວກເຂົາໂດຍແນວຄິດຂອງມະນຸດ, ພວກເຂົາເບິ່ງຄືປະຕິບັດຄວາມຈິງ, ແຕ່ພຣະເຈົ້າບໍ່ຮັບຮູ້ວ່າສິ່ງທີ່ພວກເຂົາກຳລັງເຮັດຄືການປະຕິບັດຄວາມຈິງ. ຖ້າສິ່ງຕ່າງໆທີ່ເຈົ້າເຮັດມີແຮງຈູງໃຈສ່ວນຕົວຢູ່ເບື້ອງຫຼັງພວກມັນ ແລະ ຖືກເຈືອປົນ, ແລ້ວເຈົ້າກໍມີແນວໂນ້ມທີ່ຈະຫັນເຫອອກຈາກຫຼັກການ ແລະ ບໍ່ສາມາດເວົ້າໄດ້ວ່າເປັນການປະຕິບັດຄວາມຈິງ; ສິ່ງນີ້ເປັນພຽງຄວາມປະພຶດປະເພດໜຶ່ງ. ຖ້າຈະເວົ້າຢ່າງເຄັ່ງຄັດ, ຄວາມປະພຶດປະເພດນີ້ຂອງເຈົ້າອາດຈະຖືກປະນາມໂດຍພຣະເຈົ້າ; ມັນຈະບໍ່ຖືກຍົກຍ້ອງ ຫຼື ເປັນທີ່ລະນຶກເຖິງໂດຍພຣະອົງ. ເພື່ອສືບຕໍ່ໄຈ້ແຍກສິ່ງນີ້ໃນແກ່ນແທ້ ແລະ ຮາກເງົ້າຂອງມັນ, ເຈົ້າເປັນຄົນທີ່ເຮັດຊົ່ວ ແລະ ພຶດຕິກຳພາຍນອກເຫຼົ່ານີ້ຂອງເຈົ້າປະກອບເປັນການຕໍ່ຕ້ານພຣະເຈົ້າ. ຈາກພາຍນອກ, ເຈົ້າບໍ່ໄດ້ຂັດຂວາງ ຫຼື ລົບກວນສິ່ງໃດໆ ແລະ ເຈົ້າບໍ່ໄດ້ສ້າງຄວາມເສຍຫາຍທີ່ແທ້ຈິງ. ມັນປາກົດຄືກັບວ່າມີເຫດຜົນ ແລະ ສົມເຫດສົມຜົນ, ແຕ່ຢູ່ພາຍໃນມັນມີສິ່ງປົນເປື້ອນ ແລະ ເຈດຕະນາຂອງມະນຸດ ແລະ ແກ່ນແທ້ຂອງມັນຄືການເຮັດຊົ່ວ ແລະ ການຕໍ່ຕ້ານພຣະເຈົ້າ. ສະນັ້ນ, ເຈົ້າຄວນຕັດສິນວ່າມີການປ່ຽນແປງໃນອຸປະນິໄສຂອງເຈົ້າ ຫຼື ບໍ່ ແລະ ເຈົ້າກຳລັງນໍາຄວາມຈິງເຂົ້າສູ່ການປະຕິບັດໂດຍໃຊ້ພຣະທຳຂອງພຣະເຈົ້າ ແລະ ໂດຍເບິ່ງທີ່ແຮງຈູງໃຈທີ່ຢູ່ເບື້ອງຫຼັງການກະທຳຂອງເຈົ້າເອງ ຫຼື ບໍ່. ມັນບໍ່ໄດ້ຂຶ້ນກັບວ່າການກະທຳຂອງເຈົ້າສອດຄ່ອງກັບຈິນຕະນາການຂອງມະນຸດ ແລະ ຄວາມຄິດຂອງມະນຸດ ຫຼື ບໍ່ ຫຼື ພວກມັນເໝາະສົມກັບລົດສະນິຍົມຂອງເຈົ້າ ຫຼື ບໍ່; ສິ່ງດັ່ງກ່າວບໍ່ໄດ້ສຳຄັນ. ກົງກັນຂ້າມ, ມັນຂຶ້ນກັບພຣະເຈົ້າທີ່ເວົ້າວ່າເຈົ້າກຳລັງປະຕິບັດຕາມຄວາມປະສົງຂອງພຣະອົງ ຫຼື ບໍ່, ການກະທຳຂອງເຈົ້າມີຄວາມເປັນຈິງແຫ່ງຄວາມຈິງ ຫຼື ບໍ່ ແລະ ພວກມັນບັນລຸຕາມເງື່ອນໄຂ ແລະ ມາດຕະຖານຂອງພຣະອົງ ຫຼື ບໍ່. ການວັດແທກຕົນເອງໃສ່ເງື່ອນໄຂຂອງພຣະເຈົ້າແຕ່ຢ່າງດຽວກໍ່ຖືກຕ້ອງແລ້ວ. ການປ່ຽນແປງໃນອຸປະນິໄສ ແລະ ການນໍາຄວາມຈິງເຂົ້າສູ່ການປະຕິບັດບໍ່ໄດ້ທຳມະດາ ແລະ ງ່າຍຄືກັບທີ່ຜູ້ຄົນຈິນຕະນາການ. ຕອນນີ້ ພວກເຈົ້າເຂົ້າໃຈສິ່ງນີ້ບໍ? ພວກເຈົ້າມີປະສົບການໃດໜຶ່ງກັບສິ່ງນີ້ບໍ? ເມື່ອເວົ້າເຖິງແກ່ນແທ້ຂອງບັນຫາ, ພວກເຈົ້າກໍ່ອາດບໍ່ເຂົ້າໃຈມັນ; ທາງເຂົ້າຂອງພວກເຈົ້າເປັນແບບຜິວເຜີນເກີນໄປ. ພວກເຈົ້າແລ່ນໄປມາໝົດມື້, ນັບຕັ້ງແຕ່ອາລຸນຈົນເຖິງຍາມແລງ, ການຕື່ນນອນໄວ ແລະ ການເຂົ້ານອນຊ້າ, ແຕ່ເຈົ້າກໍ່ບໍ່ໄດ້ທັນບັນລຸການປ່ຽນແປງໃນຊີວິດ-ອຸປະນິໄສຂອງພວກເຈົ້າ ແລະ ພວກເຈົ້າບໍ່ສາມາດເຂົ້າໃຈວ່າການປ່ຽນແປງໃນອຸປະນິໄສແມ່ນຫຍັງ. ນີ້ໝາຍຄວາມວ່າທາງເຂົ້າຂອງເຈົ້າຕື້ນເກີນໄປ, ບໍ່ແມ່ນບໍ? ບໍ່ວ່າພວກເຈົ້າໄດ້ເຊື່ອໃນພຣະເຈົ້າດົນສໍ່າໃດກໍ່ຕາມ, ພວກເຈົ້າອາດບໍ່ຮູ້ສຶກເຖິງແກ່ນແທ້ ແລະ ສິ່ງຕ່າງໆທີ່ເລິກເຊິ່ງທີ່ກ່ຽວຂ້ອງກັບການປ່ຽນແປງໃນອຸປະນິໄສ. ມັນສາມາດເວົ້າໄດ້ບໍວ່າອຸປະນິໄສຂອງເຈົ້າມີການປ່ຽນແປງແລ້ວ? ເຈົ້າຈະຮູ້ໄດ້ແນວໃດວ່າພຣະເຈົ້າຍົກຍ້ອງເຈົ້າ ຫຼື ບໍ່? ຢ່າງໜ້ອຍທີ່ສຸດ, ເຈົ້າຈະຮູ້ສຶກໝັ້ນຄົງຢ່າງເປັນພິເສດກ່ຽວກັບທຸກສິ່ງທີ່ເຈົ້າເຮັດ ແລະ ເຈົ້າຈະຮູ້ສຶກວ່າພຣະວິນຍານບໍລິສຸດກຳລັງຊີ້ນໍາ ແລະ ກຳລັງສ່ອງແສງສະຫວ່າງໃຫ້ກັບເຈົ້າ ແລະ ກຳລັງເຮັດວຽກໃນຕົວເຈົ້າ ໃນຂະນະທີ່ເຈົ້າກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຮັດວຽກງານໃດໜຶ່ງໃນເຮືອນຂອງພຣະເຈົ້າ ຫຼື ໂດຍທົ່ວໄປ. ຄວາມປະພຶດຂອງເຈົ້າຈະສອດຄ່ອງກັບພຣະທຳຂອງພຣະເຈົ້າ ແລະ ຫຼັງຈາກທີ່ເຈົ້າໄດ້ຮັບປະສົບການລະດັບໃດໜຶ່ງ, ເຈົ້າກໍ່ຈະຮູ້ສຶກວ່າວິທີການທີ່ເຈົ້າປະພຶດໃນອະດີດຂ້ອນຂ້າງເໝາະສົມ. ເຖິງຢ່າງໃດກໍ່ຕາມ, ຖ້າຫຼັງຈາກທີ່ໄດ້ຮັບປະສົບການເປັນຊ່ວງເວລາໜຶ່ງ, ເຈົ້າກໍ່ຮູ້ສຶກວ່າບາງສິ່ງທີ່ເຈົ້າເຮັດໃນອະດີດບໍ່ເໝາະສົມ ແລະ ເຈົ້າບໍ່ພໍໃຈກັບພວກມັນ ແລະ ພວກມັນຮູ້ສຶກວ່າສິ່ງຕ່າງໆທີີ່ເຈົ້າເຮັດບໍ່ສອດຄ່ອງກັບຄວາມຈິງ, ແລ້ວສິ່ງນີ້ກໍ່ພິສູດວ່າທຸກສິ່ງທີ່ເຈົ້າເຮັດນັ້ນເປັນການຕໍ່ຕ້ານພຣະເຈົ້າ. ມັນຄືຫຼັກຖານທີ່ວ່າການບໍລິການຂອງເຈົ້າເຕັມໄປດ້ວຍຄວາມກະບົດ, ການຕໍ່ຕ້ານ ແລະ ວິທີການປະພຶດຂອງມະນຸດ ແລະ ເຈົ້າລົ້ມເຫຼວຢ່າງສິ້ນເຊີງທີ່ຈະບັນລຸການປ່ຽນແປງໃນອຸປະນິໄສ. ດ້ວຍການໂອ້ລົມນີ້, ຕອນນີ້ພວກເຈົ້າຊັດເຈນບໍວ່າພວກເຈົ້າຄວນເຂົ້າໃຈການປ່ຽນແປງໃນອຸປະນິໄສແນວໃດ? ພວກເຈົ້າອາດບໍ່ສົນທະນາກ່ຽວກັບການປ່ຽນແປງອຸປະນິໄສຂອງພວກເຈົ້າໂດຍປົກກະຕິ ແລະ ບໍ່ຄ່ອຍໂອ້ລົມກ່ຽວກັບປະສົບການສ່ວນຕົວ. ຢ່າງດີທີ່ສຸດ, ພວກເຈົ້າໂອ້ລົມວ່າ: “ຂ້ານ້ອຍຂີ້ຄ້ານເປັນເວລາດົນພໍສົມຄວນ. ຫຼັງຈາກນັ້ນ, ຂ້ານ້ອຍກໍອະທິຖານຫາພຣະເຈົ້າ ແລະ ພຣະອົງສ່ອງແສງສະຫວ່າງໃຫ້ແກ່ຂ້ານ້ອຍກ່ຽວກັບຂໍ້ແທ້ຈິງທີ່ຜູ້ເຊື່ອຕ້ອງຖືກທົດສອບ. ຂ້ານ້ອຍໄຕ່ຕອງສິ່ງນີ້ຊົ່ວໄລຍະໜຶ່ງ ແລະ ຄິດໄດ້ວ່ານັ້ນຄືສິ່ງທີ່ມັນເປັນ. ອີກຢ່າງ, ມີຫຼາຍດ້ານທີ່ຂ້ານ້ອຍບໍ່ຈົງຮັກພັກດີໃນຂະນະທີ່ປະຕິບັດໜ້າທີ່ຂອງຂ້ານ້ອຍ, ສະນັ້ນຂ້ານ້ອຍຈຶ່ງພຽງແຕ່ຍອມຮັບມັນ. ຫຼັງຈາກຊົ່ວໄລຍະໜຶ່ງ, ແຮງບັນດານໃຈຂອງຂ້ານ້ອຍຈຶ່ງກັບຄືນມາ ແລະ ຂ້ານ້ອຍບໍ່ຂີ້ຄ້ານອີກຕໍ່ໄປ”. ຫຼັງຈາກການໂອ້ລົມ, ຄົນອື່ນຍັງເວົ້າວ່າ “ສະພາວະຂອງພວກເຮົາຄ້າຍຄືກັນພໍສົມຄວນ, ເຊັ່ນດຽວກັບອຸປະນິໄສທີ່ເສື່ອມຊາມຂອງພວກເຮົາ”. ຖ້າເຈົ້າໂອ້ລົມກ່ຽວກັບສິ່ງເຫຼົ່ານີ້ຢູ່ສະເໝີ, ມັນຈະເປັນບັນຫາ, ເຈົ້າຈະບໍ່ເຂົ້າໃຈແກ່ນແທ້ຂອງສິ່ງຕ່າງໆ ຫຼື ເຫັນພວກມັນໄດ້ຢ່າງຊັດເຈນ. ບໍ່ວ່າເຈົ້າຈະເຊື່ອໄດ້ເປັນເວລາເທົ່າໃດປີ, ອຸປະນິໄສໃນຊີວິດຂອງເຈົ້າຈະບໍ່ສາມາດປ່ຽນແປງໄດ້.
ການປ່ຽນແປງອຸປະນິໄສ ຫຼັກໆແມ່ນໝາຍເຖິງການປ່ຽນແປງທຳມະຊາດຂອງບຸກຄົນໃດໜຶ່ງ. ສິ່ງທີ່ເປັນທຳມະຊາດຂອງບຸກຄົນໃດໜຶ່ງບໍ່ສາມາດຮັບຮູ້ໄດ້ຈາກພຶດຕິກຳພາຍນອກ. ພວກມັນກ່ຽວຂ້ອງກັບຄຸນຄ່າ ແລະ ຄວາມໝາຍຂອງການເປັນຢູ່ຂອງພວກເຂົາໂດຍກົງ, ກ່ຽວຂ້ອງກັບທັດສະນະຂອງບຸກຄົນໃດໜຶ່ງກ່ຽວກັບຊີວິດ ແລະ ຄຸນຄ່າຂອງພວກເຂົາໂດຍກົງ, ພວກມັນກ່ຽວກັບສິ່ງຕ່າງໆທີ່ຢູ່ໃນສ່ວນເລິກຈິດວິນຍານຂອງພວກເຂົາ ແລະ ກ່ຽວກັບແກ່ນແທ້ຂອງພວກເຂົາ. ຖ້າບຸກຄົນໃດໜຶ່ງບໍ່ສາມາດຍອມຮັບຄວາມຈິງ, ພວກເຂົາກໍຈະບໍ່ປະສົບກັບການປ່ຽນແປງໃນດ້ານຕ່າງໆເຫຼົ່ານີ້. ມີພຽງໂດຍປະສົບການຈາກພາລະກິດຂອງພຣະເຈົ້າ, ການເຂົ້າສູ່ຄວາມຈິງຢ່າງສົມບູນ, ການປ່ຽນແປງຄຸນຄ່າຂອງຄົນ ແລະ ທັດສະນະຄະຕິຂອງຄົນໃດໜຶ່ງກ່ຽວກັບການເປັນຢູ່ ແລະ ຊີວິດ, ການປັບທັດສະນະຂອງຄົນໆໜຶ່ງກ່ຽວກັບສິ່ງຕ່າງໆໃຫ້ເຂົ້າກັບພຣະທຳຂອງພຣະເຈົ້າ ແລະ ຄວາມສາມາດຍອມອ່ອນນ້ອມ ແລະ ອຸທິດຕໍ່ພຣະອົງທັງໝົດເທົ່ານັ້ນ, ອຸປະນິໄສຂອງຄົນຈຶ່ງຈະສາມາດເວົ້າໄດ້ວ່າ ໄດ້ຮັບການປ່ຽນແປງ. ໃນປັດຈຸບັນາ, ເຈົ້າອາດຈະເບິ່ງຄືກັບວ່າ ໄດ້ໃຊ້ຄວາມພະຍາຍາມບາງຢ່າງ ແລະ ຫົດຍືດໄດ້ເມື່ອປະສົບກັບຄວາມລຳບາກໃນຂະນະທີ່ກຳລັງປະຕິບັດໜ້າທີ່ຂອງເຈົ້າ, ເຈົ້າອາດຈະອົດທົນເມື່ອຜະເຊີນກັບຄວາມລຳບາກ, ເຈົ້າອາດຈະສາມາດປະຕິບັດພາລະກິດທີ່ຖືກຈັດແຈງຈາກເບື້ອງເທິງ ຫຼື ເຈົ້າອາດຈະສາມາດໄປໃສກໍໄດ້ທີ່ເຈົ້າຖືກສັ່ງໃຫ້ໄປ. ໃນທາງຜິວເຜີນ, ມັນອາດເບິ່ງຄືກັບວ່າເຈົ້າຂ້ອນຂ້າງເຊື່ອຟັງ, ແຕ່ເມື່ອບາງສິ່ງເກີດຂຶ້ນເຊິ່ງບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ຄວາມກະບົດຂອງເຈົ້າກໍຈະປາກົດອອກມາ. ຕົວຢ່າງ: ເຈົ້າບໍ່ຍອມຕໍ່ການຖືກລິຮານ ແລະ ການຖືກຈັດການ ແລະ ເຈົ້າເຖິງກັບຍອມຈຳນົນໜ້ອຍລົງ ເມື່ອໄພພິບັດໂຈມຕີ; ເຈົ້າເຖິງກັບຝືນຕົນເອງເພື່ອໃສ່ຮ້າຍພຣະເຈົ້າ. ສະນັ້ນ, ຄວາມເຊື່ອຟັງ ແລະ ການປ່ຽນແປງເລັກໆນ້ອຍໆຢູ່ພາຍນອກນັ້ນເປັນພຽງການປ່ຽນແປງເລັກນ້ອຍໃນພຶດຕິກຳ. ມີການປ່ຽນແປງເລັກໆນ້ອຍໆ, ແຕ່ສິ່ງນີ້ກໍບໍ່ພຽງພໍທີ່ຈະຖືວ່າເປັນການປ່ຽນແປງອຸປະນິໄສຂອງເຈົ້າ. ເຈົ້າອາດຈະສາມາດຜ່ານຫຼາຍເສັ້ນທາງ, ທົນທຸກກັບຄວາມລຳບາກຫຼາຍຢ່າງ ແລະ ອົດກັ້ນກັບຄວາມອັບອາຍຢ່າງຫຼວງຫຼາຍ; ເຈົ້າອາດຈະຮູ້ສຶກໃກ້ຊິດກັບພຣະເຈົ້າຫຼາຍ ແລະ ພຣະວິນຍານບໍລິສຸດອາດປະຕິບັດພາລະກິດບາງຢ່າງໃນເຈົ້າ. ເຖິງຢ່າງໃດກໍຕາມ, ເມື່ອພຣະເຈົ້າຮຽກຮ້ອງໃຫ້ເຈົ້າເຮັດບາງສິ່ງທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າ, ເຈົ້າອາດຈະຍັງບໍ່ຍອມເຮັດຕາມ, ກົງກັນຂ້າມ ເຈົ້າອາດຊອກຫາຂໍ້ອ້າງ, ກະບົດ ແລະ ຕໍ່ຕ້ານພຣະເຈົ້າ ແລະ ເຖິງກັບຕັ້ງຄຳຖາມ ແລະ ຕໍ່ສູ້ກັບພຣະອົງໃນສະຖານະການທີ່ຮ້າຍແຮງ. ນີ້ຈະເປັນບັນຫາທີ່ຮ້າຍແຮງຫຼາຍ! ມັນຈະສະແດງໃຫ້ເຫັນວ່າ ເຈົ້າຍັງມີທຳມະຊາດທີ່ຕໍ່ຕ້ານພຣະເຈົ້າ, ເຈົ້າບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ເຈົ້າບໍ່ມີການປ່ຽນແປງໃນຊີວິດ-ອຸປະນິໄສຂອງເຈົ້າເລີຍ. ຫຼັງຈາກທີ່ພວກເຂົາຖືກປົດວຽກ ຫຼື ຖືກກຳຈັດ, ບາງຄົນຍັງຝືນຕົນເອງເພື່ອຕັດສິນພຣະເຈົ້າ ແລະ ເວົ້າວ່າພຣະເຈົ້າບໍ່ຊອບທຳ. ພວກເຂົາເຖິງກັບໂຕ້ຖຽງກັບພຣະເຈົ້າ ແລະ ຕໍ່ສູ້ກັບ, ເຜີຍແຜ່ແນວຄິດຂອງພວກເຂົາກ່ຽວກັບພຣະເຈົ້າ ແລະ ຄວາມບໍ່ພໍໃຈກັບພຣະເຈົ້າທຸກບ່ອນທີ່ພວກເຂົາໄປ. ຄົນເຊັ່ນນີ້ເປັນມານຮ້າຍທີ່ຕໍ່ຕ້ານພຣະເຈົ້າ. ຄົນທີ່ມີທຳມະຊາດທີ່ຊົ່ວຮ້າຍຈະບໍ່ປ່ຽນແປງຈັກເທື່ອ ແລະ ຄວນຖືກປະຖິ້ມ. ມີພຽງແຕ່ຄົນທີ່ສາມາດສະແຫວງຫາ ແລະ ຍອມຮັບຄວາມຈິງໃນທຸກສະຖານະການ ແລະ ຍອມຈຳນົນຕໍ່ພາລະກິດຂອງພຣະເຈົ້າຈຶ່ງມີຄວາມຫວັງທີ່ຈະຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ. ໃນປະສົບການຂອງເຈົ້າ, ເຈົ້າຕ້ອງຮຽນຮູ້ການແຍກແຍະລະຫວ່າງສະພາວະຕ່າງໆທີ່ປາກົດເປັນປົກກະຕິຢູ່ພາຍນອກ. ເຈົ້າອາດສະອຶກສະອຶ້ນ ແລະ ຮ້ອງຫ້ອງໃນລະຫວ່າງຄຳອະທິຖານຳ ຫຼື ຮູ້ສຶກວ່າຫົວໃຈຂອງເຈົ້າຮັກພຣະເຈົ້າຫຼາຍ ແລະ ໃກ້ຊິດກັບພຣະເຈົ້າຫຼາຍ, ແຕ່ສະພາວະເຫຼົ່ານີ້ເປັນພຽງພາລະກິດຂອງພຣະວິນຍານບໍລິສຸດ ແລະ ບໍ່ມີຄວາມໝາຍວ່າເຈ້ົາເປັນຄົນທີ່ຮັກພຣະເຈົ້າ. ຖ້າເຈົ້າຍັງສາມາດຮັກ ແລະ ເຊື່ອຟັງພຣະເຈົ້າ ເຖິງແມ່ນວ່າພຣະວິນຍານບໍລິສຸດບໍ່ໄດ້ເຮັດພາລະກິດ ແລະ ເມື່ອພຣະເຈົ້າເຮັດສິ່ງຕ່າງໆທີ່ບໍ່ສອດຄ່ອງກັບແນວຄິດຂອງເຈົ້າເອງ, ໃນຕອນນັ້ນເອງ ເຈົ້າຈຶ່ງເປັນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ. ໃນຕອນນັ້ນເອງ ເຈົ້າຈຶ່ງເປັນຄົນທີ່ມີການປ່ຽນແປງໃນຊີວິດ-ອຸປະນິໄສ. ມີພຽງແຕ່ຄົນເຊັ່ນນີ້ຈຶ່ງເປັນຄົນທີ່ມີຄວາມເປັນຈິງແຫ່ງຄວາມຈິງ.
ເຈົ້າຈະເລີ່ມຕົ້ນປ່ຽນແປງອຸປະນິໄສຂອງເຈົ້າໄດ້ຈາກບ່ອນໃດ? ມັນເລີ່ມຕົ້ນຈາກການເຂົ້າໃຈທຳມະຊາດຂອງເຈົ້າເອງ. ນີ້ຄືກະແຈ. ສະນັ້ນເຈ້ົາຈະເຂົ້າໃຈທຳມະຊາດຂອງເຈົ້າໄດ້ແນວໃດ? ໂດຍການແຍກແຍະອຸປະນິໄສເສື່ອມຊາມທີ່ເຈົ້າມີ. ຫຼັງຈາກທີ່ເຈົ້າໄດ້ແຍກແຍະອຸປະນິໄສທີ່ເສື່ອມຊາມເຫຼົ່ານີ້ຢ່າງຊັດເຈນ, ເຈົ້າຈະເຂົ້າໃຈທຳມະຊາດ ແລະ ແກ່ນແທ້ຂອງເຈົ້າ. ມີບາງຄົນທີ່ຖາມວ່າ “ຂ້ານ້ອຍຈະເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງຂ້ານ້ອຍໄດ້ແນວໃດ?” ແນ່ນອນ, ເຈົ້າຕ້ອງເຂົ້າໃຈມັນຕາມພຣະທຳຂອງພຣະເຈົ້າ ແລະ ແຍກແຍະມັນຕາມຄວາມຈິງ. ສະນັ້ນເຈົ້າຈະນໍາສິ່ງນີ້ໄປປະຕິບັດໄດ້ແນວໃດ? ໂດຍການປຽບທຽບອຸປະນິໄສເສື່ອມຊາມທີ່ເຈົ້າສະແດງອອກມາກັບພຣະທຳທີ່ພຣະເຈົ້າໄດ້ເປີດເຜີຍ. ບໍ່ວ່າເຈົ້າຈະສາມາດຕາມທັນໄດ້ຫຼາຍສໍ່າໃດແມ່ນເຈົ້າຄວນແຍກແຍະຫຼາຍສໍ່າໃດ. ຖ້າເຈົ້າສາມາດຕາມທັນຫຼາຍ ແລະ ແຍກແຍະໄດ້ຫຼາຍ, ຫຼັງຈາກນັ້ນເຈົ້າຈະສາມາດເຂົ້າໃຈອຸປະນິໄສທີ່ເສື່ອມຊາມຂອງເຈົ້າ. ຕອນນີ້, ພວກເຈົ້າທີ່ເຊື່ອເປັນເວລາດົນ ແລະ ປະຕິບັດວິທີນີ້ເປັນເວລາຫຼາຍປີມີຄວາມເຂົ້າໃຈກ່ຽວກັບທຳມະຊາດຂອງເຈົ້າເອງບໍ? ອາດຈະຫ່າງໄກຈາກມັນ! ການປຽບທຽບຂອງເຈົ້າຕ້ອງຕິດຕາມເສັ້ນທາງ; ຄົນໆໜຶ່ງບໍ່ສາມາດເວົ້າສິ່ງຕ່າງໆໂດຍບໍ່ອີງໃສ່ຫຍັງເລີຍ. ເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຫຼາຍຂຶ້ນກ່ຽວກັບວ່າພຣະອົງເປີດເຜີຍແກ່ນແທ້ທີ່ເສື່ອມຊາມຂອງມະນຸດໄດ້ແນວໃດ. ເຈົ້າຕ້ອງຊອກຫາພຣະທຳທັງໝົດເຫຼົ່ານີ້, ຫຼັງຈາກນັ້ນກໍອ່ານພວກມັນຢູ່ເລື້ອຍໆ ແລະ ໄຕ່ຕອງກ່ຽວກັບຕົນເອງຢູ່ເລື້ອຍໆ, ປຽບທຽບສະພາວະຂອງເຈົ້າໃສ່ພຣະທຳ. ຫຼັງຈາກທີ່ອຸປະນິໄສທີ່ເສື່ອມຊາມຂອງເຈົ້າຕາມທັນໄດ້ຢ່າງສົມບູນ ແລະ ເຈົ້າຮູ້ສຶກວ່າພຣະທຳຂອງພຣະເຈົ້າເປີດເຜີຍສະພາວະຂອງເຈົ້າແທ້ໆ ແລະ ດ້ວຍຄວາມຖືກຕ້ອງຫຼາຍ ແລະ ມັນບໍ່ໄດ້ຜິດພາດໃນລັກສະນະໃດໜຶ່ງ, ແລ້ວເຈົ້າຈະບໍ່ເຊື່ອບໍ? ບາງຄົນເວົ້າວ່າ “ໂດຍການເຂົ້າໃຈທຳມະຊາດຂອງເຈົ້າເອງ, ເຈົ້າສາມາດປ່ຽນມັນໄດ້”. ມັນງ່າຍທີ່ຄົນໃດໜຶ່ງຈະເວົ້າເຊັ່ນນີ້. ແຕ່ເຈົ້າເຂົ້າໃຈມັນແນວໃດ? ຕ້ອງມີເສັ້ນທາງ. ຖ້າມີເສັ້ນທາງ, ແລ້ວເຈົ້າຈະຮູ້ວິທີການສ້າງປະສົບການ. ຖ້າບໍ່ມີເສັ້ນທາງ, ແລ້ວເຈົ້າພຽງແຕ່ຮ້ອງຄຳຂວັນອອກມາວ່າ “ພວກເຮົາທຸກຄົນຕ້ອງເຂົ້າໃຈທຳມະຊາດຂອງພວກເຮົາ. ທຳມະຊາດຂອງພວກເຮົາບໍ່ມີຫຍັງດີເລີຍ ແລະ ພວກມັນເປັນຂອງຊາຕານ. ເມື່ອພວກເຮົາເຂົ້າໃຈແກ່ນແທ້ ແລະ ທຳມະຊາດຂອງພວກເຮົາ, ແລ້ວພວກເຮົາສາມາດປ່ຽນແປງອຸປະນິໄສຂອງພວກເຮົາ”. ຫຼັງຈາກທີ່ເຈົ້າຮ້ອງອອກແລ້ວ, ບໍ່ເຮັດຫຍັງໄດ້ຫຼາຍກວ່ານີ້ ແລະ ບໍ່ມີຜູ້ໃດມີຄວາມເຂົ້າໃຈໃດໆ. ນີ້ຄືການເວົ້າຫຼັກຄຳສອນໂດຍບໍ່ມີເສັ້ນທາງ. ການເຮັດວຽກດ້ວຍວິທີນີ້ບໍ່ແມ່ນການສ້າງບັນຫາບໍ? ຜົນຕາມມາຈາກການເຮັດວຽກດ້ວຍວິທີນີ້ຈະເປັນແນວໃດ? ພວກເຈົ້າທຸກຄົນຮ້ອງຄຳຂວັນອອກມາຢ່າງເປັນປົກກະຕິວ່າ “ພວກເຮົາຕ້ອງເຂົ້າໃຈທຳມະຊາດຂອງພວກເຮົາ! ພວກເຮົາທຸກຄົນຕ້ອງຮັກພຣະເຈົ້າ! ພວກເຮົາທຸກຄົນຕ້ອງຍອມຈຳນົນຕໍ່ພຣະເຈົ້າ! ພວກເຮົາທຸກຄົນຕ້ອງເຮັດໃຫ້ຕົນເອງກົ້ມລົງກາບຕໍ່ໜ້າພຣະເຈົ້າ! ພວກເຮົາທຸກຄົນຕ້ອງນະມັດສະການພຣະເຈົ້າ! ຜູ້ໃດກໍຕາມທີ່ບໍ່ຮັກພຣະເຈົ້າກໍບໍ່ສາມາດຍອມຮັບໄດ້!” ການເວົ້າກ່ຽວກັບຫຼັກຄຳສອນເຫຼົ່ານີ້ບໍ່ເປັນປະໂຫຍດ ແລະ ບໍ່ແກ້ໄຂບັນຫາຕ່າງໆ. ເຈົ້າເຂົ້າໃຈທຳມະຊາດຂອງມະນຸດໄດ້ແນວໃດ? ການເຂົ້າໃຈທຳມະຊາດຂອງເຈົ້າໝາຍເຖິງການໄຈ້ແຍກສິ່ງຕ່າງໆເລິກໆຢູ່ພາຍໃນວິນຍານຂອງເຈົ້າແທ້ໆ ນັ້ນກໍຄື ສິ່ງຕ່າງໆທີ່ຢູ່ພາຍໃນຊີວິດຂອງເຈົ້າ ແລະ ເຫດຜົນ ແລະ ປັດຊະຍາທັງໝົດຂອງຊາຕານທີ່ເຈົ້າດຳລົງຊີວິດຕາມ, ເຊິ່ງເປັນຊີວິດຂອງຊາຕານທີ່ເຈົ້າດຳລົງຊີວິດຕາມ. ໂດຍການຂຸດຄົ້ນເຂົ້າໃນສ່ວນເລິກຂອງຈິດວິນຍານຂອງເຈົ້າເທົ່ານັ້ນ, ເຈົ້າຈຶ່ງຈະສາມາດເຂົ້າໃຈທຳມະຊາດຂອງເຈົ້າ. ສິ່ງເຫຼົ່ານີ້ຈະສາມາດຖືກຂຸດຄົ້ນໄດ້ແນວໃດ? ພວກມັນບໍ່ສາມາດຖືກຂຸດຄົ້ນ ຫຼື ຖືກກວດສອບໄດ້ຜ່ານໜຶ່ງ ຫຼື ສອງເລື່ອງເທົ່ານັ້ນ. ເປັນເວລາຫຼາຍຄັ້ງ ຫຼັງຈາກທີ່ເຈົ້າໄດ້ສຳເລັດໃນການເຮັດສິ່ງໃດສິ່ງໜຶ່ງ, ເຈົ້າກໍຍັງບໍ່ໄດ້ເຂົ້າໃຈ. ມັນສາມາດໃຊ້ເວລາສາມ ຫຼື ຫ້າປີກ່ອນທີ່ເຈົ້າຈະສາມາດຮັບຮູ້ ຫຼື ເຂົ້າໃຈແມ່ນແຕ່ໜ້ອຍດຽວ. ສະນັ້ນ, ໃນຫຼາຍສະຖານະການ, ເຈົ້າຕ້ອງໄຕ່ຕອງຕົນເອງ ແລະ ມາຮູ້ຈັກຕົນເອງ. ເຈົ້າຕ້ອງຂຸດເລິກ ແລະ ໄຈ້ແຍກຕົນເອງຢ່າງຖີ່ຖ້ວນຕາມພຣະທຳຂອງພຣະເຈົ້າ ເພື່ອທີ່ຈະເຫັນຜົນໄດ້ຮັບໃດໜຶ່ງ. ເມື່ອຄວາມເຂົ້າໃຈຂອງເຈົ້າກ່ຽວກັບຄວາມຈິງເຕີບໃຫຍ່ຂຶ້ນ ແລະ ເລິກເຊິ່ງຂຶ້ນ, ເຈົ້າຈະມາຮູ້ຈັກທຳມະຊາດ ແລະ ແກ່ນແທ້ຂອງເຈົ້າເອງເທື່ອລະໜ້ອຍ ຜ່ານການໄຕ່ຕອງຕົນເອງ ແລະ ການຮູ້ຈັກຕົນເອງ.
ເພື່ອຮູ້ຈັກທຳມະຊາດຂອງເຈົ້າ, ເຈົ້າຕ້ອງຮັບຄວາມເຂົ້າໃຈກ່ຽວກັບມັນຜ່ານສອງສາມຢ່າງ. ກ່ອນອື່ນ, ເຈົ້າຕ້ອງມີຄວາມເຂົ້າໃຈຢ່າງຊັດເຈນກ່ຽວກັບສິ່ງທີ່ເຈົ້າມັກ. ສິ່ງນີ້ບໍ່ໄດ້ໝາຍເຖິງສິ່ງທີ່ເຈົ້າມັກກິນ ຫຼື ນຸ່ງຫົ່ມ: ກົງກັນຂ້າມ ມັນໝາຍເຖິງປະເພດຂອງສິ່ງຕ່າງໆທີ່ເຈົ້າເພີດເພີນ, ສິ່ງຕ່າງໆທີ່ເຈົ້າອິດສາ, ສິ່ງຕ່າງໆທີ່ເຈົ້ານະມັດສະການ, ສິ່ງຕ່າງໆທີ່ເຈົ້າສະແຫວງຫາ ແລະ ສິ່ງຕ່າງໆທີ່ຫົວໃຈຂອງເຈົ້າໃຫ້ຄວາມສົນໃຈ, ປະເພດຂອງຄົນທີ່ເຈົ້າມັກພົວພັນນໍາ, ປະເພດຂອງສິ່ງຕ່າງໆທີ່ເຈົ້າມັກເຮັດ ແລະ ປະເພດຂອງຄົນທີ່ເຈົ້າຊື່ນຊົມ ແລະ ບູຊາໃນຫົວໃຈຂອງເຈົ້າ. ຕົວຢ່າງເຊັ່ນ: ຄົນສ່ວນໃຫຍ່ມັກຜູ້ຄົນທີ່ມີຖານະສູງ, ຜູ້ຄົນທີ່ມີຄຳເວົ້າ ແລະ ພຶດຕິກຳຢ່າງສວຍງາມ ຫຼື ມັກຄົນທີ່ເວົ້າແບບປະຈົບປະແຈງ ຫຼື ຄົນທີ່ທໍາທ່າສະແດງ. ສິ່ງທີ່ກ່າວມານັ້ນແມ່ນກ່ຽວກັບຄົນທີ່ພວກເຂົາມັກພົວພັນນໍາ. ແຕ່ສຳລັບສິ່ງທີ່ຜູ້ຄົນເພີດເພີນ, ສິ່ງເຫຼົ່ານີ້ແມ່ນລວມເຖິງການເຕັມໃຈເຮັດສິ່ງໃດໜຶ່ງທີ່ເຮັດໄດ້ງ່າຍ, ເພີດເພີນກັບການເຮັດສິ່ງຕ່າງໆທີ່ຄົນອື່ນຄິດວ່າດີ ແລະ ຈະເຮັດໃຫ້ຜູ້ຄົນຮ້ອງເພງສັນລະເສີນ ແລະ ຍົກຍ້ອງ. ໃນທຳມະຊາດຂອງຜູ້ຄົນ, ມີລັກສະນະທົ່ວໄປຂອງສິ່ງທີ່ພວກເຂົາມັກ. ນັ້ນກໍຄື ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ຄົນອື່ນອິດສາຍ້ອນລັກສະນະພາຍນອກ, ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເບິ່ງສວຍງາມ ແລະ ຫຼູຫຼາ ແລະ ພວກເຂົາມັກຜູ້ຄົນ, ເຫດການ ແລະ ສິ່ງຕ່າງໆທີ່ເຮັດໃຫ້ຄົນອື່ນນະມັດສະການພວກເຂົາ. ສິ່ງຕ່າງເຫຼົ່ານີ້ທີ່ຜູ້ຄົນມັກແມ່ນຍິ່ງໃຫຍ່, ແວວວາວ, ງົດງາມ ແລະ ສະຫງ່າງາມ. ທຸກຄົນບູຊາສິ່ງເຫຼົ່ານີ້. ມັນສາມາດເຫັນໄດ້ວ່າ ຜູ້ຄົນບໍ່ມີຄວາມຈິງເລີຍ ຫຼື ພວກເຂົາບໍ່ມີລັກສະນະຂອງການເປັນຢູ່ທີ່ແທ້ຈິງຂອງມະນຸດ. ການບູຊາສິ່ງເຫຼົ່ານີ້ແມ່ນບໍ່ມີຄວາມສຳຄັນແມ່ນແຕ່ໜ້ອຍດຽວ, ແຕ່ຜູ້ຄົນກໍຍັງມັກສິ່ງເຫຼົ່ານີ້. ສິ່ງຕ່າງໆເຫຼົ່ານີ້ທີ່ຜູ້ຄົນມັກເບິ່ງຄືວ່າດີເປັນພິເສດຕໍ່ຄົນທີ່ບໍ່ເຊື່ອໃນພຣະເຈົ້າ ແລະ ພວກມັນລ້ວນແລ້ວແຕ່ເປັນສິ່ງທີ່ຜູ້ຄົນເຕັມໃຈທີ່ຈະສະແຫວງຫາເປັນຢ່າງຍິ່ງ. ຍົກຕົວຢ່າງງ່າຍໆ: ມີຄົນທີ່ຫຼົງໄຫຼຢູ່ທ່າມກາງຜູ້ບໍ່ເຊື່ອ. ພວກເຂົາແລ່ນຕາມນັກສະແດງ ຫຼື ນັກຮ້ອງ, ຂໍໃຫ້ພວກເຂົາເຊັນ ແລະ ຂຽນຂໍ້ຄວາມຖິ້ມໄວ້ ຫຼື ຈັບມື ແລະ ກອດພວກເຂົາ. ສິ່ງເຫຼົ່ານີ້ມີຢູ່ໃນຫົວໃຈຂອງຜູ້ເຊື່ອບໍ? ເຈົ້າຮ້ອງເພງຂອງຄົນດັງທີ່ເຈົ້ານະມັດສະການໃນບາງຄັ້ງບາງຄາວບໍ? ຫຼື ເຈົ້າຮຽນແບບພວກເຂົາໃນບາງຄັ້ງບາງຄາວ ແລະ ແຕ່ງຕົວໃນຄວາມນິຍົມຂອງພວກເຂົາທີ່ເຈົ້າປາຖະໜາຫາບໍ? ເຈົ້າເຮັດໃຫ້ຄົນດັງ ແລະ ຄົນມີຊື່ສຽງເຫຼົ່ານີ້ເປັນເປົ້າໝາຍຂອງການນະມັດສະການຂອງເຈົ້າ ແລະ ແບບຢ່າງສຳລັບການນະມັດສະການຂອງເຈົ້າ. ສິ່ງເຫຼົ່ານີ້ແມ່ນສິ່ງທົ່ວໄປທີ່ຜູ້ຄົນໂປດປານ. ຜູ້ເຊື່ອບໍ່ນະມັດສະການສິ່ງເຫຼົ່ານີ້ທີ່ຜູ້ບໍ່ເຊື່ອນະມັດສະການຢ່າງແທ້ຈິງບໍ? ເລິກໆພາຍໃນ, ຄົົນສ່ວນໃຫຍ່ຍັງມີຫົວໃຈທີ່ຈະນະມັດສະການພວກເຂົາ. ເຈົ້າເຊື່ອໃນພຣະເຈົ້າ ແລະ ມັນເບິ່ງຄືກັບວ່າເຈົ້າບໍ່ສະແຫວງຫາສິ່ງເຫຼົ່ານັ້ນຢ່າງຊັດເຈນອີກຕໍ່ໄປ. ເຖິງຢ່າງໃດກໍຕາມ, ໃນຫົວໃຈຂອງເຈົ້າ ເຈົ້າຍັງອິດສາສິ່ງເຫຼົ່ານັ້ນ ແລະ ເຈົ້າຍັງໂປດປານສິ່ງເຫຼົ່ານັ້ນ. ເຈົ້າຄິດໃນບາງຄັ້ງບາງຄາວວ່າ: “ຂ້ານ້ອຍຍັງຕ້ອງການຮັບຟັງດົນຕີຂອງພວກເຂົາ ແລະ ຂ້ານ້ອຍຍັງຕ້ອງການຮັບຊົມລາຍການໂທລະພາບທີ່ພວກເຂົາສະແດງ. ພວກເຂົາໃຊ້ຊີວິດແນວໃດ? ຕອນນີ້ພວກເຂົາຢູ່ໃສ? ຖ້າຂ້ານ້ອຍສາມາດເຫັນພວກເຂົາ ແລະ ຈັບມືຂອງພວກເຂົາ, ແລ້ວສິ່ງນັ້ນກໍຈະດີຫຼາຍ ແລະ ເຖິງແມ່ນວ່າຂ້ານ້ອຍຕາຍ ມັນກໍຍັງຈະຄຸ້ມຄ່າ”. ບໍ່ວ່າພວກເຂົານະມັດສະການຜູ້ໃດກໍຕາມ, ທຸກຄົນມັກສິ່ງເຫຼົ່ານີ້. ບາງທີເຈົ້າບໍ່ມີໂອກາດ ຫຼື ເຈົ້າບໍ່ໄດ້ຢູ່ໃນສະພາບການທີ່ຈະມາຕິດຕໍ່ພົວພັນກັບຄົນ, ສິ່ງຂອງ ຫຼື ວັດຖຸເຫຼົ່ານີ້, ແຕ່ສິ່ງເຫຼົ່ານີ້ແມ່ນຢູ່ພາຍໃນຫົວໃຈຂອງເຈົ້າ. ສິ່ງຕ່າງໆທີ່ຜູ້ຄົນສະແຫວງຫາ ແລະ ປາດຖະໜາຫາແມ່ນເປັນຂອງແນວໂນ້ມທາງໂລກ, ສິ່ງເຫຼົ່ານີ້ເປັນຂອງຊາຕານ ແລະ ມານຮ້າຍ, ພວກມັນເປັນທີ່ລັງກຽດໂດຍພຣະເຈົ້າ ແລະ ປາສະຈາກຄວາມຈິງໃດໆ. ສິ່ງຕ່າງໆທີ່ຜູ້ຄົນມີແນວໂນ້ມທີ່ຈະປາດຖະໜາຫາເຮັດໃຫ້ສາມາດຂຸດຄົ້ນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ຄວາມມັກຂອງຜູ້ຄົນສາມາດເຫັນໄດ້ໃນລັກສະນະທີ່ພວກເຂົາແຕ່ງຕົວ: ບາງຄົນເຕັມໃຈທີ່ຈະສວມໃສ່ເສື້ອຜ້າທີ່ດຶງດູດຄວາມສົນໃຈ, ມີສີສັນ ຫຼື ລວດລາຍແປກປະຫຼາດ. ພວກເຂົາເຕັມໃຈທີ່ຈະສວມໃສ່ສິ່ງປະດັບທີ່ບໍ່ມີຜູ້ໃດເຄີຍສວມໃສ່ມາກ່ອນ ແລະ ພວກເຂົາຮັກສິ່ງຕ່າງໆທີ່ສາມາດດຶງດູດເພດກົງຂ້າມ. ການທີ່ພວກເຂົາສວມໃສ່ເສື້ອຜ້າ ແລະ ສິ່ງປະດັບກໍ່ສະແດງເຖິງຄວາມມັກທີ່ພວກເຂົາມີສຳລັບສິ່ງຕ່າງໆເຫຼົ່ານີ້ໃນຊີວິດຂອງພວກເຂົາ ແລະ ເລິກຢູ່ພາຍໃນຫົວໃຈຂອງພວກເຂົາ. ສິ່ງຕ່າງໆທີ່ພວກເຂົາມັກບໍ່ມີສັກສີ ຫຼື ບໍ່ເປັນທີ່ຍອມຮັບ. ພວກມັນບໍ່ແມ່ນສິ່ງຂອງທີ່ຄົນປົກກະຕິຄວນສະແຫວງຫາ. ໃນຄວາມຫຼົງໄຫຼຂອງພວກເຂົາສຳລັບສິ່ງເຫຼົ່ານັ້ນ, ມີຄວາມບໍ່ຊອບທຳ. ທັດສະນະຄະຕິຂອງພວກເຂົາເປັນຄືກັນກັບຄົນທາງໂລກຢ່າງແທ້ໆ. ຄົນໆໜຶ່ງບໍ່ສາມາດເຫັນສ່ວນໃດສ່ວນໜຶ່ງທີ່ສອດຄ່ອງກັບຄວາມຈິງ. ສະນັ້ນ, ສິ່ງທີ່ເຈົ້າມັກ, ສິ່ງທີ່ເຈົ້າໃຫ້ຄວາມສຳຄັນ, ສິ່ງທີ່ເຈົ້າບູຊາ, ສິ່ງທີ່ເຈົ້າອິດສາ ແລະ ສິ່ງທີ່ເຈົ້າຄິດເຖິງໃນຫົວໃຈຂອງເຈົ້າທຸກມື້ ແມ່ນລ້ວນແລ້ວແຕ່ເປັນຕົວແທນໃຫ້ແກ່ທຳມະຊາດຂອງເຈົ້າ. ຄວາມຫຼົງໄຫຼສຳລັບສິ່ງທາງໂລກເຫຼົ່ານີ້ແມ່ນພຽງພໍທີ່ຈະພິສູດວ່າທຳມະຊາດຂອງເຈົ້າມັກຄວາມບໍ່ຊອບທຳ ແລະ ໃນສະຖານະການທີ່ຮ້າຍແຮງ ທຳມະຊາດຂອງເຈົ້າແມ່ນຊົ່ວຮ້າຍ ແລະ ບໍ່ສາມາດປິ່ນປົວໄດ້. ເຈົ້າຄວນໄຈ້ແຍກທຳມະຊາດຂອງເຈົ້າໃນລັກສະນະນີ້: ກວດສອບສິ່ງທີ່ເຈົ້າມັກ ແລະ ສິ່ງທີ່ເຈົ້າປະຖິ້ມໃນຊີວິດຂອງເຈົ້າ. ເຈົ້າອາດດີກັບບາງຄົນໃນຊ່ວງເວລາໃດໜຶ່ງ, ແຕ່ສິ່ງນີ້ກໍບໍ່ໄດ້ພິສູດວ່າ ເຈົ້າມັກພວກເຂົາ. ສິ່ງທີ່ເຈົ້າມັກຢ່າງແທ້ຈິງແມ່ນສິ່ງທີ່ຢູ່ໃນທຳມະຊາດຂອງເຈົ້າ; ເຖິງແມ່ນວ່າກະດູກຂອງເຈົ້າຫັກ, ເຈົ້າກໍຍັງຈະເພີດເພີນກັບມັນ ແລະ ບໍ່ສາມາດປະຖິ້ມມັນໄດ້ຈັກເທື່ອ. ສິ່ງນີ້ບໍ່ໄດ້ງ່າຍທີ່ຈະປ່ຽນແປງ. ຕົວຢ່າງເຊັ່ນ: ການຊອກຫາຄູ່ຄອງ, ຜູ້ຄົນສະແຫວງຫາຄົນປະເພດດຽວກັນກັບພວກເຂົາເອງ. ຖ້າແມ່ຍິງຕົກຂຸມຮັກຜູ້ໃດຜູ້ໜຶ່ງແທ້ໆ, ແລ້ວບໍ່ມີຜູ້ໃດຈະສາມາດຢຸດນາງໄດ້. ເຖິງແມ່ນວ່າຂາຂອງນາງຫັກ, ນາງກໍຍັງຈະຕ້ອງການຢູ່ກັບຊາຍຄົນນັ້ນ; ນາງຈະຕ້ອງຢາກແຕ່ງດອງກັບເຂົາ ເຖິງແມ່ນມັນໝາຍຄວາມວ່າ ນາງຈະຕ້ອງຕາຍ. ເປັນແບບນີ້ໄດ້ແນວໃດ? ມັນເປັນຍ້ອນ ບໍ່ມີຜູ້ໃດສາມາດປ່ຽນແປງສິ່ງທີ່ຝັງເລິກຢູ່ພາຍໃນກະດູກຂອງຜູ້ຄົນ, ຝັງເລິກຢູ່ພາຍໃນຫົວໃຈຂອງພວກເຂົາ. ເຖິງແມ່ນວ່າບຸກຄົນໃດໜຶ່ງຕາຍ, ວິນຍານຂອງພວກເຂົາກໍຍັງຈະມັກສິ່ງນັ້ນຄືເກົ່າ; ສິ່ງເຫຼົ່ານີ້ແມ່ນທຳມະຊາດຂອງມະນຸດ ແລະ ພວກມັນສະແດງເຖິງທາດແທ້ຂອງບຸກຄົນໃດໜຶ່ງ. ສິ່ງຕ່າງໆທີ່ຜູ້ຄົນມັກຈະມີຄວາມບໍ່ຊອບທຳບາງຢ່າງ. ບາງຄົນກໍ່ເຫັນໄດ້ຊັດເຈນໃນຄວາມຫຼົງມັກຂອງພວກເຂົາສຳລັບສິ່ງເຫຼົ່ານັ້ນ, ໃນຂະນະທີ່ບາງຄົນບໍ່ສາມາດເຫັນໄດ້ຊັດເຈນ; ບາງຄົນມີຄວາມມັກຢ່າງຫຼາຍຕໍ່ສິ່ງເຫຼົ່ານັ້ນ, ໃນຂະນະຄົນອື່ນໆບໍ່ໄດ້ເປັນແບບນັ້ນ; ບາງຄົນສາມາດຄວບຄຸມຕົນເອງ, ໃນຂະນະທີ່ຄົນອື່ນໆບໍ່ສາມາດຄວບຄຸມຕົນເອງໄດ້. ບາງຄົນມີແນວໂນ້ມທີ່ຈະຈົມລົງສູ່ສິ່ງທີ່ມືດມົນ ແລະ ຊົ່ວຮ້າຍ, ເຊິ່ງພິສູດວ່າພວກເຂົາບໍ່ມີຊີວິດ. ບາງຄົນສາມາດເອົາຊະນະການລໍ້ລວງຈາກເນື້ອໜັງ ແລະ ບໍ່ຖືກຄອບງວໍາ ຫຼື ຈຳກັດໂດຍສິ່ງເຫຼົ່ານັ້ນ, ເຊິ່ງພິສູດວ່າພວກເຂົາມີວຸດທິພາວະໜ້ອຍດຽວ ແລະ ອຸປະນິໄສຂອງພວກເຂົາມີການປ່ຽນແປງໜ້ອຍດຽວ. ບາງຄົນເຂົ້າໃຈຄວາມຈິງບາງຢ່າງ ແລະ ຮູ້ສຶກວ່າພວກເຂົາມີຊີວິດ ແລະ ພວກເຂົາຮັກພຣະເຈົ້າ, ແຕ່ໃນຄວາມເປັນຈິງ, ມັນກໍ່ຍັງໄວເກີນໄປ ແລະ ການປ່ຽນແປງທີ່ກຳລັງເກີດຂຶ້ນໃນອຸປະນິໄສຂອງຄົນໆໜຶ່ງກໍ່ບໍ່ແມ່ນເລື່ອງງ່າຍ. ທຳມະຊາດ ແລະ ແກ່ນແທ້ຂອງຄົນໆໜຶ່ງງ່າຍທີ່ຈະເຂົ້າໃຈບໍ? ເຖິງແມ່ນບາງຄົນເຂົ້າໃຈໜ້ອຍໜຶ່ງ, ພວກເຂົາກໍຕ້ອງຜ່ານຄວາມຫຍຸ້ງຍາກລຳບາກຫຼາຍຢ່າງເພື່ອບັນລຸຄວາມເຂົ້າໃຈນັ້ນ ແລະ ເຖິງແມ່ນມີຄວາມເຂົ້າໃຈເລັກນ້ອຍ, ການປ່ຽນແປງກໍບໍ່ໄດ້ງ່າຍ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນຄວາມຫຍຸ້ງຍາກທີ່ຜູ້ຄົນຜະເຊີນ ແລະ ຜູ້ຄົນບໍ່ສາມາດຮູ້ຈັກຕົນເອງໂດຍທີ່ບໍ່ມີຄວາມປະສົງທີ່ຈະສະແຫວງຫາຄວາມຈິງ. ບໍ່ວ່າຜູ້ຄົນ, ເລື່ອງຕ່າງໆ ຫຼື ສິ່ງຕ່າງໆທີ່ຢູ່ອ້ອມຂ້າງເຈົ້າອາດປ່ຽນແປງແນວໃດກໍ່ຕາມ ແລະ ບໍ່ວ່າໂລກອາດປີ້ນກັບດ້ານແນວໃດກໍ່ຕາມ, ຖ້າຄວາມຈິງກຳລັງຊີ້ນໍາເຈົ້າຈາກພາຍໃນ, ຖ້າມັນຢັ່ງຮາກພາຍໃນເຈົ້າ ແລະ ພຣະທຳຂອງພຣະເຈົ້າຊີ້ນໍາຊີວິດຂອງເຈົ້າ, ຄວາມມັກ, ປະສົບການ ແລະ ການເປັນຢູ່, ໃນຈຸດນັ້ນ ເຈົ້າຈະມີການປ່ຽນແປງຢ່າງແທ້ຈິງ. ໃນຕອນນີ້, ສິ່ງທີ່ເອີ້ນວ່າການປ່ຽນແປງຂອງຜູ້ຄົນເປັນພຽງການຮ່ວມມືເລັກນ້ອຍ, ການທີ່ສາມາດຍອມຮັບການຖືກລິຮານ ແລະ ການຖືກຈັດການຢ່າງລັງເລ, ການປະຕິບັດໜ້າທີ່ຂອງພວກເຂົາຢ່າງຫ້າວຫັນ ແລະ ການມີຄວາມກະຕືລືລົ້ນ ແລະ ຄວາມເຊື່ອເລັກນ້ອຍ, ແຕ່ສິ່ງນີ້ກໍ່ບໍ່ສາມາດຖືວ່າເປັນການປ່ຽນແປງໃນອຸປະນິໄສໄດ້ ແລະ ມັນບໍ່ໄດ້ພິສູດວ່າຜູ້ຄົນມີຊີວິດ. ນີ້ເປັນພຽງຄວາມມັກ ແລະ ຄວາມນິຍົມຂອງຜູ້ຄົນ, ບໍ່ມີຫຍັງຫຼາຍໄປກວ່ານັ້ນ.
ເພື່ອໃຫ້ເຂົ້າໃຈທໍາມະຊາດ, ນອກຈາກການຄົ້ນພົບສິ່ງຕ່າງໆທີ່ຜູ້ຄົນຫຼົງມັກໃນທຳມະຊາດຂອງພວກເຂົາ, ລັກສະນະຫຼາຍຢ່າງທີ່ສຳຄັນທີ່ສຸດທີ່ກ່ຽວຂ້ອງກັບທຳມະຊາດຂອງພວກເຂົາກໍ່ຍັງຈຳເປັນຕ້ອງຖືກຂຸດອອກ. ຕົວຢ່າງເຊັ່ນ: ມຸມມອງຂອງຜູ້ຄົນໃນສິ່ງຕ່າງໆ, ວິທີການ ແລະ ເປົ້າໝາຍຂອງຜູ້ຄົນໃນຊີວິດ, ຄຸນຄ່າໃນຊີວິດຂອງຜູ້ຄົນ ແລະ ທັດສະນະຄະຕິຕໍ່ຊີວິດ ແລະ ແນວຄິດຕໍ່ທຸກສິ່ງທີ່ກ່ຽວຂ້ອງກັບຄວາມຈິງ. ສິ່ງເຫຼົ່ານີ້ລ້ວນແລ້ວແຕ່ເປັນສິ່ງທີ່ຝັງເລິກຢູ່ພາຍໃນຈິດວິນຍານຂອງຜູ້ຄົນ ແລະ ພວກມັນມີຄວາມສຳພັນໂດຍກົງກັບການປ່ຽນແປງອຸປະນິໄສ. ແລ້ວແມ່ນຫຍັງຄືທັດສະນະຄະຕິຂອງມະນຸດຊາດທີ່ເສື່ອມຊາມກ່ຽວກັບຊີວິດ? ສາມາດເວົ້າໄດ້ວ່າມັນເປັນແບບນີ້: “ມະນຸດທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”. ຜູ້ຄົນລ້ວນແລ້ວແຕ່ມີຊີວິດຢູ່ເພື່ອຕົນເອງ; ຖ້າຈະເວົ້າຢ່າງກົງໄປກົງມາ, ພວກເຂົາກຳລັງດຳລົງຊີວິດສຳລັບເນື້ອໜັງ. ພວກເຂົາພຽງແຕ່ດຳລົງຊີວິດເພື່ອໃສ່ອາຫານເຂົ້າໃນປາກຂອງພວກເຂົາ. ການເປັນຢູ່ນີ້ແຕກຕ່າງແນວໃດຈາກການເປັນຢູ່ຂອງສັດ? ບໍ່ມີຄຸນຄ່າຫຍັງເລີຍໃນການດຳລົງຊີວິດແບບນີ້, ບໍ່ຕ້ອງກ່າວເຖິງເລີຍວ່າມັນຈະມີຄວາມໝາຍຫຍັງ. ທັດສະນະຄະຕິຂອງຄົນໆໜຶ່ງຕໍ່ຊີວິດແມ່ນກ່ຽວກັບສິ່ງທີ່ເຈົ້າອາໄສໃນການດຳລົງຊີວິດເທິງໂລກ, ສິ່ງທີ່ເຈົ້າມີຊີວິດເພື່ອ ແລະ ວິທີການໃຊ້ຊີວິດຂອງເຈົ້າ ແລະ ສິ່ງເຫຼົ່ານີ້ກໍ່ລ້ວນແລ້ວແຕ່ເປັນສິ່ງທີ່ກ່ຽວຂ້ອງກັບແກ່ນແທ້ຂອງທຳມະຊາດຂອງມະນຸດ. ຜ່ານການໄຈ້ແຍກທຳມະຊາດຂອງມະນຸດ, ເຈົ້າຈະເຫັນວ່າຜູ້ຄົນລ້ວນແລ້ວແຕ່ຕໍ່ຕ້ານພຣະເຈົ້າ. ພວກເຂົາທຸກຄົນເປັນມານຮ້າຍ ແລະ ບໍ່ມີຄົນດີທີ່ແທ້ຈິງ. ໂດຍການໄຈ້ແຍກທຳມະຊາດຂອງຜູ້ຄົນເທົ່ານັ້ນ, ເຈົ້າຈຶ່ງຮູ້ຈັກເຖິງຄວາມເສື່ອມຊາມ ແລະ ແກ່ນແທ້ຂອງມະນຸດໄດ້ຢ່າງແທ້ຈິງ ແລະ ເຂົ້າໃຈວ່າຜູ້ຄົນເປັນຂອງຫຍັງແທ້ໆ, ພວກເຂົາຂາດຫຍັງແທ້ໆ, ພວກເຂົາຄວນປະກອບຕົນເອງດ້ວຍຫຍັງ ແລະ ພວກເຂົາຄວນດຳລົງຊີວິດແນວໃດຈາກລັກສະນະຂອງມະນຸດ. ການໄຈ້ແຍກທຳມະຊາດຂອງບຸກຄົນໜຶ່ງຢ່າງແທ້ຈິງບໍ່ແມ່ນເລື່ອງງ່າຍ ແລະ ບໍ່ສາມາດດຳເນີນໄດ້ໂດຍບໍ່ມີການປະສົບກັບພຣະທຳຂອງພຣະເຈົ້າ ຫຼື ການມີປະສົບການທີ່ແທ້ຈິງ.
ລະດູໃບໄມ້ປົ່ງ, ປີ 1999