ວິທີຮູ້ຈັກທໍາມະຊາດຂອງມະນຸດ
ຈະຮູ້ຈັກທຳມະຊາດຂອງຄົນໆໜຶ່ງໄດ້ແນວໃດ? ແມ່ນຫຍັງປະກອບເປັນທຳມະຊາດຂອງບຸກຄົນໜຶ່ງ? ເຈົ້າພຽງແຕ່ຮູ້ຈັກຂໍ້ຜິດພາດ, ຂໍ້ບົກຜ່ອງ, ເຈດຕະນາ, ແນວຄິດ, ແງ່ລົບ ແລະ ຄວາມບໍ່ເຊື່ອຟັງຂອງມະນຸດ, ແຕ່ເຈົ້າບໍ່ສາມາດຄົ້ນພົບສິ່ງຕ່າງໆທີ່ຢູ່ພາຍໃນທຳມະຊາດຂອງມະນຸດ. ເຈົ້າພຽງແຕ່ຮູ້ຈັກເປືອກນອກ ໂດຍບໍ່ມີຄວາມສາມາດຄົ້ນພົບຕົ້ນກຳເນີດຂອງມັນ ແລະ ສິ່ງນີ້ບໍ່ໄດ້ສະແດງເຖິງຄວາມຮູ້ກ່ຽວກັບທຳມະຊາດຂອງມະນຸດ. ບາງຄົນຍອມຮັບຂໍ້ບົກຜ່ອງ ແລະ ຄວາມຄິດລົບຕ່າງໆຂອງພວກເຂົາ ໂດຍກ່າວວ່າ “ຂ້ານ້ອຍເຂົ້າໃຈທຳມະຊາດຂອງຂ້ານ້ອຍ. ເບິ່ງແມ, ຂ້ານ້ອຍຮັບຮູ້ຄວາມອວດດີຂອງຂ້ານ້ອຍ. ນັ້ນບໍ່ແມ່ນການຮູ້ຈັກທຳມະຊາດຂອງຂ້ານ້ອຍບໍ?” ຄວາມອວດດີແມ່ນສ່ວນໜຶ່ງໃນທຳມະຊາດຂອງມະນຸດ, ສິ່ງນັ້ນແມ່ນເປັນຈິງ. ເຖິງຢ່າງໃດກໍຕາມ ມັນບໍ່ພຽງພໍທີ່ຈະຮັບຮູ້ສິ່ງນີ້ໃນດ້ານທິດສະດີ. ການຮູ້ຈັກທຳມະຊາດຂອງຕົນເອງແມ່ນຫຍັງ? ມັນສາມາດເປັນທີ່ຮູ້ຈັກໄດ້ແນວໃດ? ມັນເປັນທີ່ຮູ້ຈັກຈາກລັກສະນະໃດ? ໂດຍສະເພາະແລ້ວ ທຳມະຊາດຂອງຄົນໃດໜຶ່ງຄວນຖືກເບິ່ງຈາກສິ່ງຕ່າງໆທີ່ຄົນໆນັ້ນເປີດເຜີຍອອກມາແນວໃດ? ກ່ອນອື່ນໝົດ ເຈົ້າສາມາດເຫັນທຳມະຊາດຂອງບຸກຄົນໜຶ່ງຜ່ານຄວາມສົນໃຈຂອງເຂົາ. ຕົວຢ່າງເຊັ່ນ: ບາງຄົນມີການເຊີດຊູຄົນທີ່ມີຊື່ສຽງ ແລະ ໂດດເດັ່ນເປັນຢ່າງຍິ່ງ, ບາງຄົນມັກເຕັ້ນ, ບາງຄົນມັກນັກຮ້ອງ ຫຼື ດາລາຮູບເງົາເປັນພິເສດ ແລະ ບາງຄົນມີຄວາມມັກຫຼິ້ນເກມເປັນພິເສດ. ຈາກຄວາມມັກເຫຼົ່ານີ້, ພວກເຮົາສາມາດເຫັນໄດ້ວ່າແມ່ນຫຍັງຄືທຳມະຊາດຂອງຜູ້ຄົນເຫຼົ່ານີ້. ນີ້ຄືຕົວຢ່າງງ່າຍໆ: ບາງຄົນອາດເຫຼື້ອມໃສນັກຮ້ອງຄົນໃດໜຶ່ງແທ້ໆ ພວກເຂົາເຄົາລົບບູຊາຕົນເອງຈົນຮອດຂັ້ນໃດ? ຈົນຮອດຂັ້ນທີ່ວ່າພວກເຂົາພາກັນໝົກມຸ້ນກັບການເຄື່ອນໄຫວທຸກຢ່າງ, ຮອຍຍິ້ມ ແລະ ຄຳເວົ້າຂອງນັກຮ້ອງຄົນນີ້. ພວກເຂົາຕິດພັນກັບນັກຮ້ອງຄົນນີ້ ແລະ ເຖິງກັບຖ່າຍຮູບທຸກສິ່ງທີ່ພວກເຂົານຸ່ງ ແລະ ຫຼັງຈາກນັ້ນ ພວກເຂົາກໍໄປຮຽນແບບກັບສິ່ງນັ້ນ. ຄວາມເທີດທູນລະດັບນີ້ຕໍ່ບຸກຄົນໜຶ່ງສະແດງເຖິງບັນຫາຫຍັງ? ມັນສະແດງວ່າ ບຸກຄົນດັ່ງກ່າວມີພຽງແຕ່ສິ່ງຕ່າງໆທີ່ເປັນຂອງຜູ້ບໍ່ເຊື່ອຢູ່ໃນຫົວໃຈຂອງພວກເຂົາ ແລະ ພວກເຂົາບໍ່ມີຄວາມຈິງ, ພວກເຂົາບໍ່ມີສິ່ງດີໆ ແລະ ແຮງໄກທີ່ພວກເຂົາຈະມີພຣະເຈົ້າໃນຫົວໃຈຂອງພວກເຂົາ. ທຸກສິ່ງທີ່ບຸກຄົນນີ້ຄິດເຖິງ, ຮັກ ແລະ ສະແຫວງຫາແມ່ນກ່ຽວກັບຊາຕານ. ສິ່ງເຫຼົ່ານີ້ຄອບງໍາຫົວໃຈຂອງບຸກຄົນນີ້ ເຊິ່ງກຳລັງຈະຖືກມອບໃຫ້ກັບສິ່ງເຫຼົ່ານັ້ນ. ພວກເຈົ້າສາມາດເວົ້າໄດ້ບໍວ່າແມ່ນຫຍັງຄືແກ່ນແທ້ ແລະ ທຳມະຊາດຂອງພວກເຂົາ? ຖ້າສິ່ງໃດສິ່ງໜຶ່ງຖືກຮັກຈົນເຖິງຂັ້ນໃດໜຶ່ງ, ແລ້ວສິ່ງນັ້ນກໍຈະສາມາດກາຍມາເປັນຊີວິດຂອງຄົນໃດຄົນໜຶ່ງ ແລະ ຄອບງໍາຫົວໃຈຂອງພວກເຂົາ, ພິສູດຢ່າງສົມບູນວ່າ ບຸກຄົນດັ່ງກ່າວເປັນຄົນບູຊາພະທຽມ ເຊິ່ງບໍ່ຕ້ອງການພຣະເຈົ້າ ແລະ ຮັກມານຮ້າຍແທນ. ສະນັ້ນ ຈຶ່ງສາມາດສະຫຼຸບໄດ້ວ່າ ທຳມະຊາດຂອງບຸກຄົນດັ່ງກ່າວແມ່ນທຳມະຊາດທີ່ຮັກ ແລະ ບູຊາມານຮ້າຍ, ບໍ່ຮັກຄວາມຈິງ ແລະ ບໍ່ຕ້ອງການພຣະເຈົ້າ. ນີ້ບໍ່ແມ່ນວິທີທີ່ຖືກຕ້ອງໃນການເບິ່ງທຳມະຊາດຂອງຄົນໃດຄົນໜຶ່ງບໍ? ມັນຖືກຕ້ອງທັງໝົດ. ນີ້ແມ່ນວິທີທີ່ຄວນກວດສອບທຳມະຊາດຂອງມະນຸດ. ຕົວຢ່າງເຊັ່ນ: ໂດຍສະເພາະແລ້ວ ບາງຄົນເຫຼື້ອມໃສໂປໂລ. ພວກເຂົາມັກອອກໄປ ແລະ ກ່າວປາໄສ ແລະ ປະຕິບັດພາລະກິດ, ພວກເຂົາມັກເຂົ້າຮ່ວມການເຕົ້າໂຮມ ແລະ ເທດສະໜາ ແລະ ພວກເຂົາມັກໃຫ້ຜູ້ຄົນຟັງຄວາມພວກເຂົາ, ບູຊາພວກເຂົາ ແລະ ພົວພັນຢູ່ກັບພວກເຂົາ. ພວກເຂົາມັກທີ່ຈະຢູ່ໃນໃຈຂອງຄົນອື່ນ ແລະ ພວກເຂົາຊື່ນຊົມມັນ ເມື່ອຄົນອື່ນໃຫ້ຄຸນຄ່າແກ່ພາບລັບທີ່ພວກເຂົາສະແດງອອກ. ໃຫ້ພວກເຮົາມາວິເຄາະທຳມະຊາດຂອງພວກເຂົາຈາກພຶດຕິກຳເຫຼົ່ານີ້. ແມ່ນຫຍັງຄືທຳມະຊາດຂອງພວກເຂົາ? ຖ້າພວກເຂົາປະພຶດແບບນີ້ແທ້ໆ, ແລ້ວມັນກໍພຽງພໍແລ້ວທີ່ຈະສະແດງໃຫ້ເຫັນວ່າ ພວກເຂົາອວດດີ ແລະ ທະນົງຕົວ. ພວກເຂົາບໍ່ນະມັດສະການພຣະເຈົ້າເລີຍ; ພວກເຂົາສະແຫວງຫາສະຖານະທີ່ສູງສົ່ງ ແລະ ປາຖະໜາທີ່ຈະມີສິດອຳນາດເໜືອຄົນອື່ນ, ຄອບຄອງພວກເຂົາ ແລະ ດຳລົງຕຳແໜ່ງຢູ່ໃຈໃຈຂອງພວກເຂົາ. ນີ້ແມ່ນພາບລັກຂອງຊາຕານຢ່າງແທ້ຈິງ. ລັກສະນະຂອງທຳມະຊາດຂອງພວກເຂົາທີ່ໂດດເດັ່ນຄືຄວາມອວດດີ ແລະ ຄວາມທະນົງຕົວ, ຄວາມບໍ່ເຕັມໃຈທີ່ຈະນະມັດສະການພຣະເຈົ້າ ແລະ ຄວາມປາຖະໜາຢາກໃຫ້ຄົນອື່ນບູຊາ. ພືດຕິກຳດັ່ງກ່າວສາມາດເຮັດໃຫ້ເຈົ້າເຫັນຢ່າງຊັດເຈນຫຼາຍໃນທຳມະຊາດຂອງພວກເຂົາ. ຕົວຢ່າງ: ບາງຄົນຮັກທີ່ຈະເອົາປຽບຈາກສິ່ງຕ່າງໆຢ່າງບໍ່ຍຸຕິທຳໂດຍທີ່ຄົນອື່ນເສຍຫາຍ ແລະ ຄົນເຫຼົ່ານີ້ກໍໍພະຍາຍາມບັນລຸຜົນປະໂຫຍດຂອງພວກເຂົາເອງໃນທຸກເລື່ອງ. ແມ່ນຫຍັງກໍຕາມທີ່ພວກເຮົາເຮັດຕ້ອງສ້າງປະໂຫຍດໃຫ້ແກ່ພວກເຂົາ ຫຼື ຖ້າບໍ່ດັ່ງນັ້ນ ພວກເຂົາກໍຈະບໍ່ເຮັດມັນ. ພວກເຂົາບໍ່ສົນໃຈກັບຫຍັງເວັ້ນເສຍແຕ່ມັນຈະມອບຂໍ້ໄດ້ປຽບບາງຢ່າງໃຫ້ກັບພວກເຂົາ ແລະ ມີແຮງຈູງໃຈແອບແຝງຢູ່ເບື້ອງຫຼັງການກະທຳຂອງພວກເຂົາຢູ່ສະເໝີ. ພວກເຂົາເວົ້າດີກັບຜູ້ໃດກໍຕາມທີ່ສ້າງປະໂຫຍດໃຫ້ແກ່ພວກເຂົາ ແລະ ພວກເຂົາສົ່ງເສີມຜູ້ໃດກໍຕາມທີ່ປະຈົບປະແຈງພວກເຂົາ. ແມ່ນແຕ່ເມື່ອຄົນທີ່ພວກເຂົາໂປດປານມີບັນຫາ, ພວກເຂົາກໍຈະເວົ້າວ່າຄົນເຫຼົ່ານີ້ຖືກຕ້ອງ ແລະ ພະຍາຍາມຢ່າງໜັກປົກປ້ອງພວກເຂົາ ແລະ ປົກປິດໃຫ້ພວກເຂົາ. ຄົນເຊັ່ນນັ້ນມີທຳມະຊາດຫຍັງ? ເຈົ້າສາມາດເຫັນເຖິງທຳມະຊາດຂອງພວກເຂົາຢ່າງຊັດເຈນຈາກພຶດຕິກຳເຫຼົ່ານີ້. ພວກເຂົາພະຍາຍາມເພື່ອເອົາປຽບຢ່າງບໍ່ຍຸຕິທຳຜ່ານການກະທຳຂອງພວກເຂົາ, ມີສ່ວນຮ່ວມໃນພຶດຕິກຳທີ່ເປັນການຄ້າຂາຍໃນທຸກສະຖານະການຢູ່ສະເໝີ ແລະ ເຈົ້າສາມາດແນ່ໃຈໄດ້ເລີຍວ່າທຳມະຊາດຂອງພວກເຂົາເປັນທຳມະຊາດທີ່ປາດຖະໜາຫາຜົນກຳໄລຢູ່ໝົດໃຈ. ພວກເຂົາກະຕືລືລົ້ນໃນທຸກສິ່ງທີ່ພວກເຂົາເຮັດ. ພວກເຂົາຈະບໍ່ລຸກເຊົ້າເວັ້ນເສຍແຕ່ມັນຈະສ້າງປະໂຫຍດຕໍ່ພວກເຂົາໃນການເຮັດແບບນັ້ນ. ພວກເຂົາເປັນຄົນທີ່ເຫັນແກ່ຕົວທີ່ສຸດ ແລະ ພວກເຂົາບໍ່ຮູ້ຈັກພໍທີ່ສຸດ. ທຳມະຊາດຂອງພວກເຂົາຖືກສະແດງອອກຜ່ານການທີ່ພວກເຂົາຮັກຜົນກຳໄລ ແລະ ການຂາດຄວາມຮັກສຳລັບຄວາມຈິງ. ຜູ້ຊາຍບາງຄົນຫຼົງໄຫຼໃນແມ່ຍິງ, ຍອກຫຼິ້ນໄປມາກັບພວກເຂົາຢູ່ສະເໝີຢູ່ບ່ອນໃດກໍຕາມທີ່ພວກເຂົາໄປ. ແມ່ຍິງງາມແມ່ນເປົ້າໝາຍຂອງຄວາມສະເໜ່ຫາຂອງຄົນເຊັ່ນນັ້ນ ແລະ ຖືເປັນຄວາມພາກພູມໃຈສູງສຸດໃນຫົວໃຈຂອງພວກເຂົາ. ພວກເຂົາເຕັມໃຈທີ່ຈະມອບຊີວິດຂອງພວກເຂົາ ແລະ ເສຍສະລະທຸກຄົນສຳລັບແມ່ຍິງງາມໆ; ແມ່ຍິງຄືສິ່ງທີ່ເຕີມເຕັມຫົວໃຈຂອງພວກເຂົາ. ແມ່ນຫຍັງຄືທຳມະຊາດຂອງຜູ້ຊາຍເຫຼົ່ານີ້? ທຳມະຊາດຂອງພວກເຂົາຄືການຮັກແມ່ຍິງງາມໆ ແລະ ນະມັດສະການພວກເຂົາ ແລະ ຮັກສິ່ງຊົ່ວຮ້າຍ. ພວກເຂົາຄືຜູ້ມັກຕັນຫາທີ່ມີທຳມະຊາດທີ່ຊົ່ວຮ້າຍ ແລະ ໂລບມາກ. ເປັນຫຍັງເຮົາຈຶ່ງເວົ້າວ່ານີ້ຄືທຳມະຊາດຂອງພວກເຂົາ? ການກະທຳຂອງພວກເຂົາເປີດເຜີຍທຳມະຊາດທີ່ໂລບມາກ. ພຶດຕິກຳເຫຼົ່ານີ້ບໍ່ແມ່ນພຽງການເຮັດຜິດໃນບາງຄັ້ງບາງຄາວ ຫຼື ຜູ້ຄົນເຊັ່ນນັ້ນບໍ່ໄດ້ຮ້າຍແຮງກວ່າຄົນປົກກະຕິແຕ່ໜ້ອຍດຽວ, ໃນທາງກົງກັນຂ້າມ ພວກເຂົາເຕີບໃຫຍ່ເພື່ອເຕີມເຕັມໄປດ້ວຍສິ່ງເຫຼົ່ານີ້ຢ່າງສົມບູນ, ເຊິ່ງໄດ້ກາຍມາເປັນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາແທ້ໆ. ສະນັ້ນ, ສິ່ງເຫຼົ່ານີ້ຈະກາຍມາເປັນການສຳແດງອອກເຖິງທຳມະຊາດຂອງພວກເຂົາ. ອົງປະກອບໃນທຳມະຊາດຂອງບຸກຄົນໜຶ່ງກຳລັງເປີດເຜີຍຕົວມັນເອງຢູ່ເລື້ອຍໆ. ບໍ່ວ່າມັນຈະແມ່ນຫຍັງກໍຕາມ, ສິ່ງໃດກໍຕາມທີ່ບຸກຄົນໜຶ່ງເຮັດສາມາດເປີດເຜີຍທຳມະຊາດຂອງບຸກຄົນນັ້ນ. ຜູ້ຄົນມີແຮງຈູງໃຈ ແລະ ຈຸດປະສົງຂອງພວກເຂົາເອງສຳລັບທຸກສິ່ງທີ່ພວກເຂົາເຮັດ ແລະ ບໍ່ວ່າມັນຈະເປັນການໃຫ້ການຕ້ອນຮັບແຂກ, ການເທດສະໜາຂ່າວປະເສີດ ຫຼື ວຽກງານປະເພດໃດໜຶ່ງ, ພວກເຂົາສາມາດເປີດເຜີຍສ່ວນຕ່າງໆໃນທຳມະຊາດຂອງພວກເຂົາໂດຍບໍ່ສຳນຶກເຖິງມັນເລີຍ, ເພາະທຳມະຊາດຂອງບຸກຄົນໜຶ່ງຄືຊີວິດຂອງພວກເຂົາ ແລະ ຜູ້ຄົນຖືກຂັບເຄື່ອນໂດຍທຳມະຊາດຂອງພວກເຂົາຕາບໃດທີ່ພວກເຂົາດຳລົງຊີວິດ. ທຳມະຊາດຂອງບຸກຄົນໜຶ່ງບໍ່ໄດ້ຖືກເປີດໂປງພຽງແຕ່ໃນບາງຄັ້ງບາງຄາວ ຫຼື ໂດຍບັງເອີນ; ໃນທາງກົງກັນຂ້າມ, ມັນສາມາດເປັນຕົວແທນໃຫ້ກັບແກ່ນແທ້ຂອງບຸກຄົນໜຶ່ງຢ່າງສົມບູນ. ທຸກສິ່ງທີ່ໄຫຼອອກມາຈາກພາຍໃນກະດູກ ແລະ ເລືອດຂອງຜູ້ຄົນ ເປັນຕົວແທນໃຫ້ກັບທຳມະຊາດ ແລະ ຊີວິດຂອງພວກເຂົາ. ບາງຄົນຮັກແມ່ຍິງງາມໆ. ຄົນອື່ນກໍຮັກເງິນ. ບາງຄົນກໍມີຄວາມຮັກສະຖານະໂດຍສະເພາະ. ບາງຄົນເຊີດຊູຊື່ສຽງ ແລະ ພາບລັກສ່ວນຕົວຂອງພວກເຂົາເປັນຢ່າງຍິ່ງ. ບາງຄົນຮັກ ຫຼື ນະມັດສະການຄົນທີ່ພວກເຂົາຫຼົງໄຫຼໂດຍສະເພາະ. ແລ້ວບາງຄົນກໍອວດດີ ແລະ ທະນົງຕົວເປັນຢ່າງຍິ່ງ, ບໍ່ຍອມຜູ້ໃດໃນຫົວໃຈຂອງພວກເຂົາ ແລະ ພະຍາຍາມຢາກໄດ້ສະຖານະ, ພວກເຂົາມັກທີ່ຈະໂດດເດັ່ນຈາກຄົນອື່ນ ແລະ ມີສິດອຳນາດເໜືອພວກເຂົາ. ມີຫຼາກຫຼາຍທຳມະຊາດທີ່ແຕກຕ່າງກັນ. ພວກມັນສາມາດແຕກຕ່າງກັນໃນບັນດາຜູ້ຄົນ, ແຕ່ອົງປະກອບທົ່ວໄປຂອງພວກມັນຄືການຕໍ່ຕ້ານ ແລະ ການທໍລະຍົດພຣະເຈົ້າ. ໃນວິທີນັ້ນ, ພວກມັນລ້ວນແລ້ວແຕ່ຄ້າຍຄືກັນ.
ສຳລັບວິທີທີ່ຈະຮູ້ວ່າ ທຳມະຊາດຂອງຄົນໆໜຶ່ງເປັນແນວໃດນັ້ນ, ໃຫ້ພວກເຮົາເບິ່ງຕົວຢ່າງເພີ່ມເຕີມອີກສອງສາມຕົວຢ່າງ. ໃຫ້ເອົາຄວາມເຫັນແກ່ຕົວເປັນຕົວຢ່າງ. ສາມາດເວົ້າໄດ້ວ່າຄວາມເຫັນແກ່ຕົວແມ່ນອົງປະກອບໜຶ່ງຂອງທຳມະຊາດຂອງບຸກຄົນໜຶ່ງ. ທຸກຄົນມີອົງປະກອບນີ້ຢູ່ພາຍໃນຕົວພວກເຂົາ. ບາງຄົນກໍເຫັນແກ່ຕົວເປັນຢ່າງຍິ່ງ, ເຫັນແກ່ຕົວທີ່ສຸດ ແລະ ໃນທຸກສິ່ງ, ພວກເຂົາຄຳນຶງເຖິງແຕ່ຕົນເອງເທົ່ານັ້ນ, ບໍ່ຊອກຫາຫຍັງນອກຈາກຜົນປະໂຫຍດສ່ວນຕົວ ແລະ ພວກເຂົາບໍ່ໄດ້ຄຳນຶງເຖິງຄົນອື່ນແມ່ນແຕ່ໜ້ອຍດຽວ. ຄວາມເຫັນແກ່ຕົວນັ້ນເປັນຕົວແທນທຳມະຊາດຂອງພວກເຂົາ. ທຸກຄົນຂ້ອນຂ້າງເຫັນແກ່ຕົວ, ແຕ່ມີຄວາມແຕກຕ່າງກັນ. ເມື່ອຕິດຕໍ່ພົວພັນກັບຄົນອື່ນ, ບາງຄົນສາມາດເບິ່ງແຍງ ແລະ ຫ່ວງໃຍຄົນອື່ນ, ພວກເຂົາສາມາດເປັນຫ່ວງຄົນອື່ນ ແລະ ຄຳນຶງເຖິງຄົນອື່ນໃນທຸກສິ່ງທີ່ພວກເຂົາເຮັດ. ເຖິງຢ່າງໃດກໍຕາມ, ຄົນອື່ນບາງຄົນບໍ່ມັກແບບນີ້. ຄົນເຫຼົ່ານີ້ເຫັນແກ່ຕົວເປັນພິເສດ ແລະ ໃຈແຄບເມື່ອຮັບລ້ຽງອ້າຍເອື້ອຍນ້ອງຢູ່ສະເໝີ. ພວກເຂົາເອົາອາຫານທີ່ດີທີ່ສຸດໃຫ້ຄອບຄົວຂອງຕົນເອງໃນປະລິມານທີ່ຫຼາຍທີ່ສຸດ ແລະ ພວກເຂົາໃຫ້ອາຫານທີ່ເປັນຕາກິນໜ້ອຍກວ່າ ພ້ອມປະລິມານທີ່ໜ້ອຍກວ່າເທົ່ານັ້ນໃຫ້ແກ່ອ້າຍເອື້ອຍນ້ອງ. ເມື່ອຍາດພີ່ນ້ອງຂອງພວກເຂົາເອງມາ, ພວກເຂົາກໍຈັດແຈງໃຫ້ຍາດພີ່ນ້ອງສະດວກສະບາຍຫຼາຍ. ເຖິງຢ່າງໃດກໍຕາມ, ເມື່ອອ້າຍເອື້ອຍນ້ອງມາຫາ, ພວກເຂົາໃຫ້ນອນຢູ່ເທິງພຶ້ນ. ພວກເຂົາຄິດວ່າມັນດີພໍແລ້ວທີ່ພວກເຂົາອະນຸຍາດໃຫ້ອ້າຍເອື້ອຍນ້ອງພັກເຊົາຢ້ຽມຢາມ. ເມື່ອອ້າຍເອື້ອຍນ້ອງເຈັບປ່ວຍ ຫຼື ມີຄວາມຫຍຸ້ງຍາກອື່ນ, ຄົນເຊັ່ນນີ້ບໍ່ແມ່ນແຕ່ຈະຄໍານຶງເຖິງພວກເຂົາ, ປະພຶດຕົວຄືກັບວ່າພວກເຂົາບໍ່ສັງເກດເຫັນ. ຄົນເຊັ່ນນີ້ບໍ່ສົນໃຈ ຫຼື ເປັນຫ່ວງຄົນອື່ນແມ່ນແຕ່ໜ້ອຍດຽວ. ພວກເຂົາສົນໃຈແຕ່ຕົວເອງ ແລະ ຍາດພີ່ນ້ອງຂອງພວກເຂົາເທົ່ານັ້ນ. ທຳມະຊາດທີ່ເຫັນແກ່ຕົວຂອງພວກເຂົານີ້ແມ່ນສິ່ງທີ່ກຳນົດຄວາມບໍ່ເຕັມໃຈຂອງພວກເຂົາທີ່ຈະເບິ່ງແຍງຄົນອື່ນ. ພວກເຂົາຮູ້ສຶກວ່າການດູແລຄົນອື່ນກ່ຽວຂ້ອງກັບຄວາມທຸກທໍລະມານ ແລະ ເປັນບັນຫາຫຼາຍ. ບາງຄົນອາດຈະເວົ້າວ່າ “ຄົນເຫັນແກ່ຕົວບໍ່ຮູ້ຈັກຄໍານຶງເຖິງຄົນອື່ນ”. ຖືກຕ້ອງ. ຖ້າພວກເຂົາບໍ່ຮູ້ຈັກຄໍານຶງ, ແລ້ວເປັນຫຍັງຄົນເຫັນແກ່ຕົວຈຶ່ງດີກັບຍາດພີ່ນ້ອງຂອງຕົນເອງຫຼາຍ ແລະ ຄຳນຶງເຖິງຄວາມຕ້ອງການຂອງພວກເຂົາຢ່າງເຕັມທີ່? ເປັນຫຍັງພວກເຂົາຈຶ່ງຮູ້ຈັກສິ່ງທີ່ພວກເຂົາເອງຂາດ ແລະ ສົມຄວນທີ່ຈະໃສ່ຫຍັງ ຫຼື ກິນຫຍັງໃນຊ່ວງເວລາໃດໜຶ່ງ? ເປັນຫຍັງພວກເຂົາຈຶ່ງເປັນແບບນັ້ນກັບຄົນອື່ນບໍ່ໄດ້? ໃນຄວາມເປັນຈິງແລ້ວ, ພວກເຂົາເຂົ້າໃຈທຸກສິ່ງ, ແຕ່ພວກເຂົາເຫັນແກ່ຕົວ ແລະ ໜ້າລັງກຽດ. ສິ່ງນີ້ໄດ້ຖືກກຳນົດໄວ້ໂດຍທຳມະຊາດຂອງພວກເຂົາ. ຄົນທີ່ເຫັນແກ່ຕົວໃນທຸກສິ່ງບໍ່ສາມາດປະຕິບັດຕໍ່ຄົນອື່ນໄດ້ຢ່າງຍຸຕິທຳ. ດ້ານຄວາມຊົ່ວຮ້າຍກໍມີເຊັ່ນກັນ. ເຮືອນຂອງພຣະເຈົ້າໄດ້ກຳນົດໄວ້ວ່າ ທຸກຄົນທີ່ເຮັດຜິດປະເວນີຢ່າງຕໍ່ເນື່ອງຕ້ອງຖືກກຳຈັດອອກ. ແຕ່ສຳລັບບາງຄົນ, ມັນເປັນພຽງການລ່ວງລະເມີດຊົ່ວຄາວ. ພວກເຂົາຄວນຖືກຈັດການຄືກັນກັບຄົນທີ່ເຮັດຜິດປະເວນີຢ່າງຕໍ່ເນື່ອງບໍ? ນີ້ແມ່ນເລື່ອງຂອງຫຼັກການ. ຄົນທີ່ອາດເຮັດຜິດປະເວນີເປັນບາງໂອກາດບໍ່ສາມາດຖືວ່າເປັນຄົນມີທຳມະຊາດທີ່ຊົ່ວຮ້າຍ. ຖ້າຄົນໃດໜຶ່ງມົກໝຸ້ນຢູ່ກັບເພດກົງກັນຂ້າມຢ່າງຕໍ່ເນື່ອງບໍ່ວ່າພວກເຂົາໄປໃສກໍຕາມ ແລະ ພວກເຂົາໄຮ້ຢາງອາຍ ແລະ ບໍ່ມີສິນທຳກ່ຽວກັບມະນຸດສຳພັນ, ນີ້ແມ່ນຄົນຊົ່ວຮ້າຍ ແລະ ທຳມະຊາດຂອງພວກເຂົາແມ່ນຄວາມຊົ່ວຮ້າຍ. ຄົນເຊັ່ນນີ້ຈະເຜີຍທຳມະຊາດຂອງພວກເຂົາອອກມາ ບໍ່ວ່າພວກເຂົາຈະເຮັດຫຍັງ ຫຼື ພວກເຂົາເຮັດວຽກຫຍັງກໍຕາມ. ທຳມະຊາດຂອງພວກເຂົາແມ່ນບໍ່ສາມາດຄວບຄຸມໄດ້ ແລະ ຫົວໃຈຂອງພວກເຂົາເຕັມໄປດ້ວຍສິ່ງທີ່ເປີເປື້ອນເຫຼົ່ານີ້. ພວກເຂົາມົກໝຸ້ນຢູ່ກັບເພດກົງກັນຂ້າມບໍ່ວ່າພວກເຂົາຈະໄປໃສກໍຕາມ ແລະ ເຖິງແມ່ນວ່າພວກເຂົາຈະຢຸດຊົ່ວຂະນະ, ພວກເຂົາເຮັດເຊັ່ນນັ້ນ ຍ້ອນສະພາບແວດລ້ອມບໍ່ເອື້ອອຳນວຍ ຫຼື ນ້ອຍບໍ່ມີຄູ່ນອນທີ່ເໝາະສົມ. ສິ່ງຕ່າງໆຈາກທຳມະຊາດຂອງຄົນໆໜຶ່ງສາມາດອອກມາໄດ້ທຸກເວລາ ແລະ ທຸກບ່ອນ; ບໍ່ມີຫຍັງສາມາດຈຳກັດພວກມັນໄດ້. ບາງຄົນກໍຫຼົງໄຫຼໃນເຄື່ອງນຸ່ງ, ຄວາມງາມ ແລະ ຄວາມຟຸມເຟືອຍເປັນພິເສດ; ພວກເຂົາໄຮ້ສາລະຫຼາຍ. ມື້ໜຶ່ງພວກເຂົາປ່ຽນເຄື່ອງນຸ່ງຂອງພວກເຂົາຫຼາຍຄັ້ງ. ພວກເຂົາຊອມເບິ່ງວ່າໃຜນຸ່ງເຄື່ອງທີ່ສວຍງາມ ແລະ ໃຜທີ່ແຕ່ງຕົວດີ ແລະ ຖ້າພວກເຂົາບໍ່ສາມາດໄດ້ສິ່ງເຫຼົ່ານີ້ມາ, ພວກເຂົາກໍນອນບໍ່ຫຼັບ ແລະ ພວກເຂົາຈະຢືມເງິນ ຫຼື ຈ່າຍທຸກລາຄາເພື່ອໃຫ້ໄດ້ສິ່ງເຫຼົ່ານີ້ມາ. ຖ້າພວກເຂົາບໍ່ສາມາດໄດ້ສິ່ງເຫຼົ່ານີ້ມາ, ພວກເຂົາອາດຈະສູນເສຍຄວາມສົນໃຈທັງໝົດໃນຄວາມເຊື່ອໃນພຣະເຈົ້າ, ເຊົາຕ້ອງການເຂົ້າຮ່ວມການພົບປະ ແລະ ບໍ່ມີໃຈທີ່ຈະອ່ານພຣະທຳຂອງພຣະເຈົ້າ. ສິ່ງເຫຼົ່ານີ້ທັງໝົດຄອບງຳຄວາມຄິດຂອງພວກເຂົາ. ພວກເຂົາບໍ່ສາມາດຄິດຫາສິ່ງອື່ນອີກ. ຄົນເຊັ່ນນີ້ໄຮ້ສາລະເປັນພິເສດ, ຫຼາຍເກີນກວ່າຄົນທົ່ວໄປ. ນີ້ແມ່ນສິ່ງທີ່ຢູ່ໃນທຳມະຊາດຂອງພວກເຂົາ ແລະ ໃນກະດູກຂອງພວກເຂົາ. ທຳມະຊາດຂອງພວກເຂົານັ້ນໄຮ້ປະໂຫຍດ. ສິ່ງຕ່າງໆໃນທຳມະຊາດຂອງບຸກຄົນນັ້ນບໍ່ໄດ້ຖືກເປີດເຜີຍໃນຊ່ວງເວລາທີ່ອ່ອນແອ, ກົງກັນຂ້າມ, ພວກມັນແມ່ນການສະແດງອອກທີ່ສອດຄ່ອງກັນ. ບໍ່ວ່າຜູ້ຄົນຈະເຮັດຫຍັງກໍຕາມ, ພວກເຂົາກໍມີອົງປະກອບຕາມທຳມະຊາດຂອງພວກເຂົາ. ເຖິງແມ່ນວ່າບໍ່ສາມາດເຫັນພວກມັນໄດ້ຢ່າງຊັດເຈນທາງພາຍນອກ, ແຕ່ກໍຍັງມີສິ່ງເຈືອປົນຢູ່ພາຍໃນ. ຖ້າຄົນຫຼອກລວງເວົ້າຢ່າງກົງໄປກົງມາ, ແທ້ຈິງແລ້ວຍັງມີຄວາມໝາຍທີ່ເຊື່ອງຢູ່ໃນເບື້ອງຫຼັງຄຳເວົ້າຂອງພວກເຂົາ. ຄຳເວົ້າຂອງພວກເຂົວຍັງເຈືອປົນດ້ວຍຄວາມຫຼອກລວງ. ຄົນຫຼອກລວງນັ້ນຫຼອກລວງກັບທຸກົນ, ແມ່ນແຕ່ກັບຍາດພີ່ນ້ອງ ແລະ ລູກໆຂອງພວກເຂົາ. ບໍ່ວ່າເຈົ້າກົງໄປກົງມາກັບພວກເຂົາແນວໃດກໍຕາມ, ພວກເຂົາກໍຈະຫຼອກລວງກັບເຈົ້າ. ນີ້ແມ່ນໃບໜ້າທີ່ແທ້ຈິງຂອງພວກເຂົາ, ນີ້ແມ່ນທຳມະຊາດຂອງພວກເຂົາແທ້ໆ, ມັນບໍ່ງ່າຍທີ່ຈະປ່ຽນແປງ ແລະ ມັນຈະເປັນແບບນີ້ຢູ່ສະເໝີ. ບາງຄັ້ງຄົນສັດຊື່ເວົ້າຄຳເວົ້າທີ່ຄົດຄ້ຽວ ແລະ ຫຼອກລວງ, ແຕ່ປົກກະຕິແລ້ວພວກເຂົາສັດຊື່, ກະທຳກັບຍາດພີ່ນ້ອງດ້ວຍຄວາມຈິງໃຈ, ບໍ່ເອົາປຽບຄົນອື່ນເມື່ອປະຕິສຳພັນກັບພວກເຂົາ ແລະ ບໍ່ຕັ້ງໃຈທີ່ຈະລໍ້ລວງຄົນອື່ນເມື່ອເວົ້າກັບພວກເຂົາ. ພວກເຂົາສາມາດເປີດໃຈ ແລະ ໂອ້ລົມຈາກໃຈກັບຄົນອື່ນ ແລະ ຄົນອື່ນໆກໍເວົ້າວ່າພວກເຂົາບໍ່ມີເລຫຼ່ຽມ. ບາງຄັ້ງ ເມື່ອພວກເຂົາເວົ້າຄຳເວົ້າທີ່ຫຼອກລວງ, ນີ້ເປັນພຽງອຸປະນິໄສທີ່ເສື່ອມຊາມຂອງພວກເຂົາທີ່ເປີດເຜີຍຕົວມັນເອງ. ສິ່ງນີ້ບໍ່ໄດ້ສະແດງເຖິງທຳມະຊາດຂອງພວກເຂົາ ເພາະພວກເຂົາບໍ່ແມ່ນຄົນຫຼອກລວງ. ເພາະສະນັ້ນ, ເມື່ອເວົ້າເຖິງທຳມະຊາດຂອງບຸກຄົນໜຶ່ງ, ເຈົ້າຕ້ອງເຂົ້າໃຈວ່າແມ່ນຫຍັງຄືອົງປະກອບຂອງທຳມະຊາດນັ້ນ ແລະ ແມ່ນຫຍັງຄືອຸປະນິໄສທີ່ເສື່ອມຊາມ. ເຈົ້າຕ້ອງສາມາດໄຈ້ແຍກໄດ້ຢ່າງຊັດເຈນລະຫວ່າງທັງສອງ. ປັດຈຸບັນນີ້, ເມື່ອຜູ້ຄົນຖືກຂໍໃຫ້ວິເຄາະທຳມະຊາດຂອງພວກເຂົາເອງ, ບາງຄົນຈະເວົ້າວ່າ “ບາງຄັ້ງ ຂ້ອຍເວົ້າຢ່າງຮຸນແຮງ” ຫຼື “ຂ້ອຍບໍ່ມີວັດທະນະທຳ ແລະ ບໍ່ຮູ້ວ່າຈະປະພຶດຕົວແນວໃດ” ຫຼື “ບາງຄັ້ງກໍມີສິ່ງເຈືອປົນເມື່ອຂ້ອຍປະຕິບັດໜ້າທີ່ຂອງຂ້ອຍ”, ແຕ່ພວກເຂົາບໍ່ໄດ້ເວົ້າກ່ຽວກັບວ່າທຳມະຊາດຂອງພວກເຂົາເປັນຄືແນວໃດ ຫຼື ຄວາມເປັນມະນຸດຂອງພວກເຂົາດີ ຫຼື ບໍ່. ພວກເຂົາຫຼີກລ່ຽງສິ່ງແບບນັ້ນຢູ່ສະເໝີ ແລະ ພວກເຂົາບໍ່ສາມາດຮູ້ຈັກຕົນເອງໄດ້ຢ່າງແທ້ຈິງ. ການປົກປິດຢູ່ສະເໝີ ແລະ ການຢ້ານເສຍໜ້າເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້. ສິ່ງທີ່ຢູ່ໃນທຳມະຊາດຂອງເຈົ້າຕ້ອງຖືກຂຸດຄົ້ນອອກມາ. ຖ້າມັນບໍ່ສາມາດຖືກຂຸດຄົ້ນອອກມາໄດ້, ມັນກໍບໍ່ສາມາດຖືກເຂົ້າໃຈໄດ້ ແລະ ຖ້າມັນບໍ່ສາມາດຖືກເຂົ້າໃຈໄດ້, ມັນກໍບໍ່ສາມາດປ່ຽນແປງໄດ້. ເຈົ້າຕ້ອງເຂັ້ມງວດຫຼາຍເມື່ອເວົ້າເຖິງການຮູ້ຈັກຕົວເຈົ້າເອງ. ເຈົ້າຕ້ອງບໍ່ຫຼອກລວງຕົນເອງ ແລະ ເຈົ້າບໍ່ສາມາດເຮັດພໍແລ້ວມືແລ້ວຕີນໃນບ່ອນທີ່ສິ່ງນີ້ກ່ຽວຂ້ອງ.
ການເຂົ້າໃຈທຳມະຊາດຂອງເຈົ້າເອງນັ້ນ ຫຼັກໆແລ້ວແມ່ນກ່ຽວຂ້ອງກັບການເຂົ້າໃຈວ່າເຈົ້າເປັນຄົນປະເພດໃດແທ້ໆ. ປະເພດຄົນທີ່ເຈົ້າເປັນບົ່ງບອກວ່າເຈົ້າມີ ທຳມະຊາດຮູບແບບໃດ. ຕົວຢ່າງ: ການເວົ້າວ່າໃຜບາງຄົນເປັນຄົນແບບນີ້ແບບນັ້ນ ບົ່ງບອກເຖິງຫຼາຍທີ່ສຸດກ່ຽວກັບທຳມະຊາດຂອງພວກເຂົາ. ປະເພດທຳມະຊາດທີ່ບຸກຄົນໜຶ່ງມີ ກຳນົດປະເພດບຸກຄົນທີ່ພວກເຂົາເປັນ. ທຳມະຊາດຂອງບຸກຄົນໜຶ່ງແມ່ນຊີວິດຂອງພວກເຂົາ. ເຈົ້າສາມາດເຫັນໄດ້ແນວໃດວ່າທຳມະຊາດຂອງຄົນເປັນແນວໃດ? ເຈົ້າຕ້ອງຕິດຕໍ່ກັບພວກເຂົາເລື້ອຍໆ ແລະ ໃຊ້ເວລາສັງເກດເບິ່ງວ່າພວກເຂົາເປັນຄົນແບບໃດ. ສິ່ງໃດກໍຕາມທີ່ໂດດເດັ່ນກ່ຽວກັບພວກເຂົາຫຼາຍທີ່ສຸດ ແລະ ເປັນຕົນແທນຂອງແກ່ນແທ້ ແລະ ບຸກຄະລິກຂອງພວກເຂົາ ແມ່ນສາມາດເວົ້າໄດ້ວ່າແມ່ນທຳມະຊາດ ແລະ ແກ່ນແທ້ຂອງພວກເຂົາ. ອົງປະກອບເຫຼົ່ານັ້ນຂອງແກ່ນແທ້ຂອງພວກເຂົາປະກອບເປັນທຳມະຊາດຂອງພວກເຂົາ. ເມື່ອຈະເບິ່ງວ່າບຸກຄົນໜຶ່ງເປັນຄົນປະເພດໃດແທ້, ວິທີນີ້ຖືກຕ້ອງຫຼາຍກວ່າ. ບໍ່ວ່າແກ່ນແທ້ຂອງຄົນແມ່ນຫຍັງກໍຕາມ, ນັ້ນແມ່ນທຳມະຊາດຂອງພວກເຂົາ. ທຳມະຊາດຂອງຄົນກຳນົດວ່າພວກເຂົາເປັນຄົນແບບໃດ. ຕົວຢ່າງ: ຖ້າຄົນໃດໜຶ່ງຮັກເງິນເປັນພິເສດ, ທຳມະຊາດຂອງພວກເຂົາກໍສາມາດສະຫຼຸບໄດ້ດ້ວຍສອງສາມຄຳ: ພວກເຂົາເປັນຄົນຮັກເງິນ. ຖ້າລັກສະນະທີ່ໂດດເດັ່ນທີ່ສຸດຂອງໃຜຜູ້ໜຶ່ງແມ່ນການມີຄວາມຮັກຕໍ່ຜູ້ຍິງ ແລະ ລາວຫຼິ້ນສາວຢູ່ສະເໝີ, ຄົນໆນີ້ກໍຮັກຄວາມຊົ່ວ ແລະ ມີທຳມະຊາດທີ່ຊົ່ວຮ້າຍ. ບາງຄົນມັກກິນທີ່ສຸດ. ຖ້າເຈົ້າໃຫ້ເຫຼົ້າ ແລະ ຊີ້ນແກ່ບຸກຄົນດັ່ງກ່າວ, ພວກເຂົາກໍຈະສະໜັບສະໜູນເຈົ້າ. ເພາະສະນັ້ນ, ສິ່ງນີ້ສະແດງໃຫ້ເຫັນວ່າ ບຸກຄົນນີ້ມີທຳມະຊາດທີ່ມັກກິນຫຼາຍຄືໝູ. ທຸກຄົນມີອຸປະນິໄສທີ່ເສື່ອມຊາມ ແລະ ຂໍ້ບົກຜ່ອງອັນຮ້າຍແຮງ ແລະ ອຸປະນິໄສທີ່ເສື່ອມຊາມຄວບຄຸມພວກເຂົາໃນຊີວິດຈິງຂອງພວກເຂົາ. ພວກເຂົາດຳລົງຊີວິດຕາມອຸປະນິໄສທີ່ເສື່ອມຊາມນີ້ ແລະ ມັນສະແດງເຖິງທຳມະຊາດຂອງພວກເຂົາ. ສາມາດເວົ້າໄດ້ວ່າ ທຳມະຊາດຂອງພວກເຂົາແມ່ນສ່ວນໜຶ່ງຂອງຂໍ້ບົກຜ່ອງອັນຮ້າຍແຮງຂອງພວກເຂົາ, ຂໍ້ບົກຜ່ອງອັນຮ້າຍແຮງຂອງພວກເຂົາແມ່ນທຳມະຊາດຂອງພວກເຂົາ. ບາງຄົນເບິ່ງຄືວ່າມີຄວາມເປັນມະນຸດທີ່ສາມາດຍອມຮັບໄດ້ ແລະ ບໍ່ມີຂໍ້ບົກຜ່ອງອັນໃຫຍ່ໆໃນທາງຜິວເຜີນ, ແຕ່ຄວາມອ່ອນແອທີ່ໃຫຍ່ຫຼວງທີ່ສຸດແມ່ນຄວາມບອບບາງຂອງພວກເຂົາ. ພວກເຂົາບໍ່ມີເປົ້າໝາຍ ຫຼື ແຮງບັນດານໃຈຂອງຊີວິດ, ພວກເຂົາພຽງແຕ່ໃຊ້ຊີວິດໄປມົ້ມມື້ມົ້ມວັນ, ລົ້ມລົງດ້ວຍຄວາມພ່າຍແພ້ນ້ອຍໆ ແລະ ເລີ່ມຄິດລົບເມື່ອສິ່ງຕ່າງໆຍາກຂຶ້ນ. ຖ້າພວກເຂົາລົງເອີຍດ້ວຍແນວຄວາມຄິດ, ເຖິງຈຸດທີ່ພວກເຂົາບໍ່ຕ້ອງການມີຄວາມເຊື່ອອີກຕໍ່ໄປ, ແລ້ວຄວາມອ່ອນແອທີ່ໃຫຍ່ຫຼວງທີ່ສຸດຂອງພວກເຂົາແມ່ນຄວາມບອບບາງຂອງພວກເຂົາ; ທຳມະຊາດຂອງພວກເຂົາບອບບາງ, ພວກເຂົາໄຮ້ຄ່າ ແລະ ບໍ່ສາມາດຊ່ວຍໄດ້. ບາງຄົນມີອາລົມອ່ອນໄຫວທີ່ສຸດ. ທຸກໆມື້, ໃນທຸກສິ່ງທີ່ພວກເຂົາເວົ້າ ແລະ ໃນທຸກທາງທີ່ພວກເຂົາປະພຶດຕົວກັບຄົນອື່ນ, ພວກເຂົາດຳລົງຊີວິດຕາມຄວາມຮູ້ສຶກຂອງພວກເຂົາ. ພວກເຂົາຮູ້ສຶກຮັກຄົນນີ້ ແລະ ຄົນນັ້ນ ແລະ ພວກເຂົາໃຊ້ຊີວິດໄປແຕ່ລະມື້ດ້ວຍຄວາມສະເໜ່ຫາ. ໃນທຸກສິ່ງທີ່ພວກເຂົາພົບ, ພວກເຂົາອາໄສຢູ່ໃນຂອບເຂດຂອງຄວາມຮູ້ສຶກ. ເມື່ອຍາດພີ່ນ້ອງຜູ້ບໍ່ເຊື່ອຂອງບຸກຄົນດັ່ງກ່າວຕາຍ, ພວກເຂົາຈະຮ້ອງໄຫ້ເປັນເວລາສາມມື້. ຄົນອື່ນອາດຈະຕ້ອງການຝັງຮ່າງກາຍນັ້ນ, ແຕ່ພວກເຂົາບໍ່ອະນຸຍາດ. ພວກເຂົາຍັງມີຄວາມຮູ້ສຶກຕໍ່ຜູ້ຕາຍ ແລະ ຄວາມຮູ້ສຶກຂອງພວກເຂົາແມ່ນຮຸນແຮງເກີນໄປ. ເຈົ້າສາມາດເວົ້າໄດ້ວ່າ ຄວາມຮູ້ສຶກແມ່ນຂໍ້ບົກຜ່ອງທີ່ຮ້າຍແຮງຂອງບຸກຄົນນີ້. ພວກເຂົາຖືກຄວບຄຸມໂດຍຄວາມຮູ້ສຶກຂອງພວກເຂົາໃນທຸກເລື່ອງ, ພວກເຂົາບໍ່ສາມາດປະຕິບັດຄວາມຈິງ ຫຼື ເຮັດຕາມຫຼັກການ ແລະ ພວກເຂົາມັກຈະມີແນວໂນ້ມທີ່ຈະກະບົດຕໍ່ພຣະເຈົ້າ. ຄວາມຮູ້ສຶກແມ່ນຄວາມອ່ອນແອທີ່ໃຫຍ່ຫຼວງທີ່ສຸດຂອງພວກເຂົາ, ຂໍ້ບົກຜ່ອງອັນຮ້າຍແຮງຂອງພວກເຂົາ ແລະ ຄວາມຮູ້ສຶກຂອງພວກເຂົາສາມາດນຳພວກເຂົາສູ່ຄວາມຫາຍະນະ ແລະ ທຳລາຍພວກເຂົາຢ່າງສິ້ນເຊີງ. ຄົນທີ່ມີອາລົມຫຼາຍເກີນໄປບໍ່ສາມາດນຳຄວາມຈິງໄປປະຕິບັດ ຫຼື ເຊື່ອຟັງພຣະເຈົ້າ. ພວກເຂົາມົກໝຸ້ນຢູ່ກັບເນື້ອໜັງ ແລະ ພວກເຂົາເປັນຄົນໂງ່ ແລະ ຈ້າ. ແມ່ນທຳມະຊາດຂອງຄົນແບບນີ້ທີ່ມີອາລົມຫຼາຍ ແລະ ພວກເຂົາດຳລົງຊີວິດຕາມຄວາມຮູ້ສຶກຂອງພວກເຂົາ. ເພາະສະນັ້ນ, ຖ້າເຈົ້າຕ້ອງການສະແຫວງຫາການປ່ຽນແປງໃນອຸປະນິໄສຂອງເຈົ້າ, ເຈົ້າຕ້ອງຮູ້ຈັກທຳມະຊາດຂອງເຈົ້າ. “ເສືອດາວບໍ່ສາມາດປ່ຽນລາຍຈຸດຂອງມັນໄດ້”. ຢ່າສົມມຸດວ່າທໍາມະຊາດສາມາດປ່ຽນແປງໄດ້. ຖ້າຫາກວ່າທໍາມະຊາດຂອງບຸກຄົນໜຶ່ງບໍ່ດີເກີນໄປ, ພວກເຂົາຈະບໍ່ມີການປ່ຽນແປງໄດ້ ແລະ ພຣະເຈົ້າຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ. ການປ່ຽນແປງໃນອຸປະນິໄສໝາຍເຖິງຫຍັງ? ມັນໝາຍເຖິງ ເມື່ອຄົນທີ່ຮັກຄວາມຈິງ ໃນຂະນະທີ່ຜະເຊີນກັບພາລະກິດຂອງພຣະເຈົ້າ, ຍອມຮັບການພິພາກສາ ແລະ ການຂ້ຽນຕີໂດຍພຣະທຳຂອງພຣະອົງ ແລະ ຜ່ານການທົນທຸກ ແລະ ການຫຼໍ່ຫຼອມທຸກຮູບແບບ. ບຸກຄົນດັ່ງກ່າວຖືກຊໍາລະລ້າງຈາກພິດຂອງຊາຕານທີ່ຢູ່ພາຍໃນຕົວພວກເຂົາ ແລະ ເປັນອິດສະຫຼະຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຂົາຢ່າງສິ້ນເຊີງ, ເພື່ອວ່າພວກເຂົາຈະສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ແລະ ການປັ້ນແຕ່ງ ແລະ ການຈັດແຈງທັງໝົດຂອງພຣະອົງ, ບໍ່ກະບົດຕໍ່ພຣະອົງ ຫຼື ຕໍ່ຕ້ານພຣະອົງອີກຕໍ່ໄປ. ນີ້ແມ່ນການປ່ຽນແປງໃນອຸປະນິໄສ. ຖ້າທຳມະຊາດຂອງບຸກຄົນໜຶ່ງບໍ່ດີຫຼາຍ ແລະ ຖ້າພວກເຂົາແມ່ນຄົນຊົ່ວ, ພຣະເຈົ້າກໍຈະບໍ່ຊ່ວຍພວກເຂົາໃຫ້ລອດພົ້ນ ແລະ ພຣະວິນຍານບໍລິສຸດຈະບໍ່ເຮັດພາລະກິດໃນຕົວພວກເຂົາ. ເວົ້າອີກຢ່າງໜຶ່ງກໍຄື ມັນຄືກັບທ່ານໝໍທີ່ກຳລັງປິ່ນປົວຄົນເຈັບ: ຄົນທີ່ມີການອັກເສບສາມາດປິ່ນປົວໄດ້, ແຕ່ຄົນທີ່ເປັນມະເຮັງບໍ່ສາມາດຊ່ວຍຊີວິດໄວ້ໄດ້. ການປ່ຽນແປງໃນອຸປະນິໄສໝາຍຄວາມວ່າ ບຸກຄົນໃດໜຶ່ງ ຍ້ອນພວກເຂົາຮັກ ແລະ ສາມາດຍອມຮັບຄວາມຈິງ, ໃນທີ່ສຸດໄດ້ມາຮູ້ຈັກທຳມະຊາດຂອງພວກຂົາເຊິ່ງແມ່ນການທີ່ເສື່ອມຊາມຂອງເຂົາ ເຊິ່ງແມ່ນຄວາມບໍ່ເຊື່ອຟັງຕໍ່ພຣະເຈົ້າ ແລະ ການຕໍ່ຕ້ານພຣະເຈົ້າ. ພວກເຂົາເຂົ້າໃຈວ່າ ມະນຸດເສື່ອມຊາມຢ່າງຮຸນແຮງເກີນໄປ, ພວກເຂົາເຂົ້າໃຈຄວາມໄຮ້ເຫດຜົນ ແລະ ຄວາມຫຼອກລວງຂອງມະນຸດຊາດ ແລະ ສະພາວະທີ່ອະນາຖາ ແລະ ໜ້າເວດທະນາຂອງມະນຸດຊາດ ແລະ ພວກເຂົາໄດ້ມາເຂົ້າໃຈ ທຳມະຊາດ ແລະ ແກ່ນແທ້ຂອງມະນຸດຊາດໃນທີ່ສຸດ. ເມື່ອຮູ້ທຸກສິ່ງນີ້, ພວກເຂົາຈຶ່ງສາມາດປະຕິເສດ ແລະ ປະຖິ້ມຕົນເອງຢ່າງສິ້ນເຊີງ, ດຳລົງຊີວິດໂດຍພຣະທຳຂອງພຣະເຈົ້າ ແລະ ປະຕິບັດຄວາມຈິງໃນທຸກສິ່ງ. ນີ້ແມ່ນຄົນທີ່ຮູ້ຈັກພຣະເຈົ້າ ແລະ ແມ່ນຄົນທີ່ໄດ້ຮັບການປ່ຽນແປງອຸປະນິໄສ.
ມະນຸດຊາດທັງໝົດຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ທຳມະຊາດຂອງມະນຸດຄືການທໍລະຍົດພຣະເຈົ້າ. ເຖິງຢ່າງໃດກໍ່ຕາມ, ໃນບັນດາມະນຸດທັງປວງທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ, ມີບາງຄົນທີ່ສາມາດຍອມອ່ອນນ້ອມຕໍ່ພາລະກິດຂອງພຣະເຈົ້າ ແລະ ຍອມຮັບຄວາມຈິງ. ຄົນເຫຼົ່ານີ້ແມ່ນຄົນທີ່ສາມາດຮັບຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສ. ບາງຄົນບໍ່ໄດ້ສະແຫວງຫາຄວາມຈິງ ແລະ ພຽງແຕ່ເຮັດຕາມກະແສແທນ. ພວກເຂົາຈະເຊື່ອຟັງ ແລະ ເຮັດແມ່ນຫຍັງກໍຕາມທີ່ເຈົ້າບອກໃຫ້ພວກເຂົາເຮັດ, ພວກເຂົາສາມາດປະຖິ້ມສິ່ງຕ່າງໆ ແລະ ເສຍສະລະຕົນເອງ ແລະ ພວກເຂົາສາມາດອົດກັ້ນກັບການທົນທຸກໃດໜຶ່ງ. ຄົນເຊັ່ນນັ້ນມີຄວາມສຳນຶກ ແລະ ເຫດຜົນໜ້ອຍໜຶ່ງ ແລະ ພວກເຂົາມີຄວາມຫວັງທີ່ຈະຖືກຊ່ວຍໃຫ້ລອດພົ້ນ ແລະ ເອົາຕົວລອດ, ແຕ່ອຸປະນິໄສຂອງພວກເຂົາແມ່ນບໍ່ສາມາດປ່ຽນແປງໄດ້ ເພາະພວກເຂົາບໍ່ສະແຫວງຫາຄວາມຈິງ ແລະ ພວກເຂົາພຽງແຕ່ພໍໃຈກັບການເຂົ້າໃຈຫຼັກຄຳສອນ. ພວກເຂົາບໍ່ເວົ້າ ຫຼື ເຮັດສິ່ງຕ່າງໆທີ່ລະເມີດຄວາມສຳນຶກ, ພວກເົຂາສາມາດປະຕິບັດໜ້າທີ່ຂອງພວກເຂົາຢ່າງຈິງໃຈ ແລະ ພວກເຂົາສາມາດຍອມຮັບການໂອ້ລົມຄວາມຈິງທີ່ກ່ຽວຂ້ອງກັບບັນຫາໃດໜຶ່ງ. ເຖິງຢ່າງໃດກໍຕາມ, ພວກເຂົາບໍ່ໄດ້ພະຍາຍາມຢ່າງຈິງຈັງເພື່ອສະແຫວງຫາຄວາມຈິງ, ຄວາມຄິດຂອງພວກເຂົາສັບສົນ ແລະ ພວກເຂົາບໍ່ສາມາດເຂົ້າໃຈແກ່ນແທ້ຂອງຄວາມຈິງໄດ້ຈັກເທື່ອ. ມັນເປັນໄປບໍ່ໄດ້ທີ່ອຸປະນິໄສຂອງພວກເຂົາຈະປ່ຽນແປງ. ຖ້າເຈົ້າປາຖະໜາທີ່ຈະຖືກຊໍາລະລ້າງຈາກຄວາມເສື່ອມຊາມ ແລະ ຜະເຊີນກັບການປ່ຽນແປງໃນຊີວິດ ອຸປະນິໄສຂອງເຈົ້າ, ແລ້ວເຈົ້າຕ້ອງມີຄວາມຮັກສຳລັບຄວາມຈິງ ແລະ ຄວາມສາມາດທີ່ຈະຍອມຮັບຄວາມຈິງ. ການຍອມຮັບຄວາມຈິງໝາຍເຖິງຫຍັງ? ການຍອມຮັບຄວາມຈິງໝາຍຄວາມວ່າ ບໍ່ວ່າເຈົ້າມີອຸປະນິໄສທີ່ເສື່ອມຊາມແບບໃດກໍຕາມ ຫຼື ພິດອັນໃດຂອງມັງກອນແດງທີ່ຍິ່ງໃຫຍ່ ເຊິ່ງກໍຄືພິດຂອງຊາຕານຢູ່ໃນທຳມະຊາດຂອງເຈົ້າ, ເມື່ອພຣະທຳຂອງພຣະເຈົ້າເປີດເຜີຍສິ່ງເຫຼົ່ານີ້, ເຈົ້າຄວນຍອມຮັບພວກມັນ ແລະ ຍອມອ່ອນນ້ອມ, ເຈົ້າບໍ່ສາມາດຕັດສິນໃຈແບບອື່ນໄດ້ ແລະ ເຈົ້າຄວນຮູ້ຈັກຕົນເອງຕາມພຣະທຳຂອງພຣະເຈົ້າ. ສິ່ງນີ້ໝາຍຄວາມເຖິງການທີ່ສາມາດຍອມຮັບພຣະທຳຂອງພຣະເຈົ້າ ແລະ ຍອມຮັບຄວາມຈິງ. ບໍ່ວ່າພຣະເຈົ້າຈະເວົ້າຫຍັງກໍຕາມ, ບໍ່ວ່າພຣະຄຳຂອງພຣະອົງຮຸນແຮງສໍ່າໃດກໍຕາມ ແລະ ບໍ່ວ່າພຣະອົງຈະໃຊ້ພຣະທຳຫຍັງກໍຕາມ, ເຈົ້າກໍສາມາດຍອມຮັບພວກມັນໄດ້ ຕາບໃດທີ່ສິ່ງທີ່ພຣະອົງກ່າວແມ່ນຄວາມຈິງ ແລະ ເຈົ້າສາມາດຮັບຮູ້ພວກມັນ ຕາບໃດທີ່ພວກມັນສອດຄ່ອງກັບຄວາມເປັນຈິງ. ເຈົ້າສາມາດອ່ອນນ້ອມຕໍ່ພຣະທຳຂອງພຣະເຈົ້າ ບໍ່ວ່າເຈົ້າຈະເຂົ້າໃຈພວກມັນໄດ້ເລິກເຊິ່ງພຽງໃດກໍຕາມ ແລະ ເຈົ້າຍອມຮັບ ແລະ ອ່ອນນ້ອມຕໍ່ແສງສະຫວ່າງທີ່ຖືກເປີດເຜີຍໂດຍພຣະວິນຍານບໍລິສຸດ ແລະ ຖືກສົນທະນາໂດຍອ້າຍເອື້ອຍນ້ອງຂອງເຈົ້າ. ເມື່ອບຸກຄົນດັ່ງກ່າວໄດ້ສະແຫວງຫາຄວາມຈິງຈົນເຖິງຈຸດໃດໜຶ່ງ, ພວກເຂົາກໍສາມາດຮັບເອົາຄວາມຈິງ ແລະ ບັນລຸການປ່ຽນແປງໃນອຸປະນິໄສຂອງພວກເຂົາ. ເຖິງແມ່ນວ່າຜູ້ຄົນທີ່ບໍ່ຮັກຄວາມຈິງມີຄວາມເປັນມະນຸດໜ້ອຍໜຶ່ງ, ສາມາດເຮັດຄຸນງາມຄວາມດີບາງຢ່າງ ແລະ ສາມາດປະຖິ້ມ ແລະ ເສຍສະລະໃຫ້ກັບພຣະເຈົ້າ, ພວກເຂົາກໍສັບສົນກ່ຽວກັບຄວາມຈິງ ແລະ ບໍ່ປະຕິບັດຕໍ່ມັນຢ່າງຈິງຈັງ, ສະນັ້ນອຸປະນິໄສຊີວິດຂອງພວກເຂົາຈຶ່ງບໍ່ປ່ຽນແປງຈັກເທື່ອ. ເຈົ້າສາມາດເຫັນໄດ້ວ່າເປໂຕມີຄວາມເປັນມະນຸດແບບດຽວກັນກັບສາວົກຄົນອື່ນໆ, ແຕ່ລາວໂດດເດັ່ນໃນການທີ່ລາວສະແຫວງຫາຄວາມຈິງຢ່າງກະຕືລືລົ້ນ. ບໍ່ວ່າພຣະເຢຊູເຈົ້າຈະເວົ້າຫຍັງກໍຕາມ, ລາວໄດ້ຕຶກຕອງມັນຢ່າງຈິງໃຈ. ພຣະເຢຊູກ່າວວ່າ “ຊີໂມນ ບາໂຈນາ, ເຈົ້າຮັກເຮົາບໍ?” ເປໂຕຕອບຢ່າງຊື່ສັດວ່າ “ຂ້ານ້ອຍພຽງແຕ່ຮັກພຣະບິດາທີ່ຢູ່ໃນສະຫວັນ, ແຕ່ຂ້ານ້ອຍບໍ່ໄດ້ຮັກພຣະຜູ້ເປັນເຈົ້າທີ່ຢູ່ເທິງແຜ່ນດິນໂລກ”. ຕໍ່ມາ ລາວກໍ່ເຂົ້າໃຈ ໂດຍຄິດວ່າ “ສິ່ງນີ້ບໍ່ຖືກຕ້ອງ, ພຣະເຈົ້າຢູ່ເທິງແຜ່ນດິນໂລກແມ່ນພຣະເຈົ້າທີ່ຢູ່ໃນສະຫວັນ. ບໍ່ແມ່ນພຣະເຈົ້າຜູ້ດຽວກັນທີ່ທັງຢູ່ໃນສະຫວັນ ແລະ ເທິງແຜ່ນດິນໂລກບໍ? ຖ້າຂ້ອຍພຽງແຕ່ຮັກພຣະເຈົ້າທີ່ຢູ່ໃນສະຫວັນ, ແລ້ວຄວາມຮັກຂອງຂ້ອຍກໍ່ບໍ່ເປັນຈິງ. ຂ້ອຍຕ້ອງຮັກພຣະເຈົ້າທີ່ຢູ່ເທິງແຜ່ນດິນໂລກ, ມີພຽງແຕ່ຕອນນີ້ເທົ່ານັ້ນ ຄວາມຮັກຂອງຂ້ອຍຈຶ່ງຈະເປັນຈິງ”. ສະນັ້ນ, ເປໂຕຈຶ່ງມາເຂົ້າໃຈຄວາມໝາຍທີ່ແທ້ຈິງໃນພຣະທຳຂອງພຣະເຈົ້າຈາກສິ່ງທີ່ພຣະເຢຊູໄດ້ຖາມ. ເພື່ອທີ່ຈະຮັກພຣະເຈົ້າ ແລະ ເພື່ອໃຫ້ຄວາມຮັກນີ້ກາຍເປັນຈິງ, ຄົນໆໜຶ່ງຕ້ອງຮັກພຣະເຈົ້າທີ່ບັງເກີດເປັນມະນຸດເທິງແຜ່ນດິນໂລກ. ການຮັກພຣະເຈົ້າທີ່ເລື່ອນລອຍ ແລະ ບໍ່ສາມາດເຫັນໄດ້ບໍ່ແມ່ນສິ່ງທີ່ເປັນຈິງ ຫຼື ຕົວຈິງ, ໃນຂະນະທີ່ການຮັກພຣະເຈົ້າທີ່ເປັນຈິງ ແລະ ສາມາດເຫັນໄດ້ແມ່ນເປັນຄວາມຈິງ. ຈາກພຣະທຳຂອງພຣະເຈົ້າ, ເປໂຕໄດ້ຮັບຄວາມເຊື່ອ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າ. ເຫັນໄດ້ຢ່າງຊັດເຈນວ່າ ຄວາມເຊື່ອຂອງເປໂຕໃນພຣະເຈົ້າໃຫ້ຄວາມສຳຄັນກັບການສະແຫວງຫາຄວາມຈິງເທົ່ານັ້ນ. ໃນທີ່ສຸດແລ້ວ, ລາວໄດ້ບັນລຸຄວາມຮັກຂອງພຣະເຈົ້າທີ່ເປັນຈິງ ນັ້ນກໍ່ຄື ພຣະເຈົ້າເທິງແຜ່ນດິນໂລກ. ເປໂຕຈິງໃຈເປັນພິເສດໃນການທີ່ລາວສະແຫວງຫາຄວາມຈິງ. ແຕ່ລະຄັ້ງທີ່ພຣະເຢຊູໃຫ້ຄຳແນະນໍາແກ່ລາວ, ລາວກໍ່ໄຕ່ຕອງພຣະທຳຂອງພຣະເຈົ້າຢ່າງຈິງໃຈ. ບາງທີ ລາວໄຕ່ຕອງເປັນເວລາຫຼາຍເດືອນ, ໜຶ່ງປີ ຫຼື ແມ່ນແຕ່ຫຼາຍປີກ່ອນທີ່ພຣະວິນຍານບໍລິສຸດຈະສ່ອງແສງໃຫ້ກັບລາວ ແລະ ລາວເຂົ້າໃຈແກ່ນແທ້ໃນພຣະທຳຂອງພຣະເຈົ້າ. ໃນລັກສະນະນີ້, ເປໂຕໄດ້ເຂົ້າສູ່ຄວາມຈິງ ແລະ ເມື່ອລາວເຮັດເຊັ່ນນັ້ນ, ຊີວິດ-ອຸປະນິໄສຂອງລາວກໍ່ປ່ຽນແປງ ແລະ ເກີດໃໝ່. ຖ້າບຸກຄົນໜຶ່ງບໍ່ສະແຫວງຫາຄວາມຈິງ, ພວກເຂົາຈະບໍ່ເຂົ້າໃຈມັນຈັກເທື່ອ. ເຈົ້າສາມາດເວົ້າກ່ຽວກັບຕົວອັກສອນ ແລະ ຫຼັກຄຳສອນໄດ້ເປັນໝື່ນຄັ້ງ, ແຕ່ພວກມັນຍັງຈະເປັນພຽງຕົວອັກສອນ ແລະ ຫຼັກຄຳສອນ. ບາງຄົນກໍພຽງເວົ້າວ່າ “ພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ”. ເຖິງແມ່ນວ່າເຈົ້າເວົ້າພຣະທຳເຫຼົ່ານີ້ຊ້ຳໄປຊໍ້າມາເປັນໝື່ນຄັ້ງ, ມັນກໍຈະຍັງໄຮ້ປະໂຫຍດ; ເຈົ້າບໍ່ມີຄວາມເຂົ້າໃຈເຖິງຄວາມໝາຍຂອງພວກມັນ. ເປັນຫຍັງຈິ່ງເວົ້າວ່າພຣະຄຣິດແມ່ນຄວາມຈິງ, ຫົນທາງ ແລະ ຊີວິດ? ເຈົ້າສາມາດຖ່າຍທອດຄວາມຮູ້ທີ່ເຈົ້າໄດ້ຮັບກ່ຽວກັບເລື່ອງນີ້ຈາກປະສົບການໄດ້ບໍ? ເຈົ້າໄດ້ເຂົາສູ່ຄວາມເປັນຈິງຂອງຄວາມຈິງ, ຫົນທາງ ແລະ ຊີວິດບໍ? ພຣະເຈົ້າໄດ້ກ່າວພຣະທຳຂອງພຣະອົງ ເພື່ອໃຫ້ພວກເຈົ້າສາມາດປະສົບກັບພວກມັນ ແລະ ໄດ້ຮັບຄວາມຮູ້. ການພຽງແຕ່ເວົ້າເຖິງຕົວອັກສອນ ແລະ ຫຼັກຄຳສອນນັ້ນແມ່ນໄຮ້ປະໂຫຍດ. ເຈົ້າສາມາດຮູ້ຕົວເອງໄດ້ກໍຕໍ່ເມື່ອເຈົ້າໄດ້ເຂົ້າໃຈ ແລະ ເຂົ້າສູ່ພຣະທຳຂອງພຣະເຈົ້າ. ຖ້າເຈົ້າບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ, ແລ້ວເຈົ້າກໍຈະບໍ່ສາມາດຮູ້ຈັກຕົວເອງໄດ້. ເຈົ້າສາມາດໄດ້ຮັບການແຍກແຍະໄດ້ກໍຕໍ່ເມື່ອເຈົ້າເຂົ້າໃຈຄວາມຈິງ. ຖ້າປາສະຈາກການເຂົ້າໃຈຄວາມຈິງແລ້ວ ເຈົ້າແມ່ນບໍ່ສາມາດທີ່ຈະແຍກແຍະໄດ້. ເຈົ້າສາມາດເຫັນເລື່ອງຕ່າງໆຢ່າງຊັດເຈນໄດ້ກໍຕໍ່ເມື່ອເຈົ້າເຂົ້າໃຈຄວາມຈິງ. ຖ້າປາສະຈາກການເຂົ້າໃຈຄວາມຈິງແລ້ວ ເຈົ້າກໍຈະບໍ່ສາມາດເຫັນເລື່ອງຕ່າງໆໄດ້ຢ່າງຊັດເຈນ. ເຈົ້າສາມາດຮູ້ຕົວເອງໄດ້ກໍຕໍ່ເມື່ອເຈົ້າເຂົ້າໃຈຄວາມຈິງ. ຖ້າປາສະຈາກການເຂົ້າໃຈຄວາມຈິງແລ້ວ ເຈົ້າກໍຈະບໍ່ສາມາດຮູ້ຈັກຕົວເອງໄດ້. ອຸປະນິໄສຂອງເຈົ້າສາມາດປ່ຽນແປງໄດ້ກໍຕໍ່ເມື່ອເຈົ້າໄດ້ຮັບຄວາມຈິງ. ຖ້າປາສະຈາກຄວາມຈິງແລ້ວ ອຸປະນິໄສຂອງເຈົ້າກໍບໍ່ສາມາດປ່ຽນແປງໄດ້. ພາຍຫຼັງທີ່ເຈົ້າໄດ້ຮັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດຮັບໃຊ້ຕາມຄວາມປະສົງຂອງພຣະເຈົ້າໄດ້. ຖ້າປາສະຈາກຄວາມຈິງແລ້ວ ເຈົ້າບໍ່ສາມາດຮັບໃຊ້ຢ່າງສອດຄ່ອງກັບຄວາມປະສົງຂອງພຣະເຈົ້າໄດ້. ພາຍຫຼັງທີ່ເຈົ້າໄດ້ຮັບຄວາມຈິງເທົ່ານັ້ນ ເຈົ້າຈຶ່ງສາມາດນະມັດສະການພຣະເຈົ້າໄດ້. ຖ້າປາສະຈາກການເຂົ້າໃຈຄວາມຈິງ, ເຖິງແມ່ນວ່າເຈົ້ານະມັດສະການພຣະອົງ, ການນະມັດສະການຂອງເຈົ້າຈະບໍ່ເປັນຫຍັງທີ່ຫຼາຍໄປກວ່າການປະຕິບັດພິທີກຳທາງສາສະໜາ. ຖ້າບໍ່ມີຄວາມຈິງ, ບໍ່ມີຫຍັງທີ່ເຈົ້າເຮັດຈະເປັນຈິງ. ໂດຍການຮັບເອົາຄວາມຈິງ, ທຸກສິ່ງທີ່ເຈົ້າເຮັດກໍ່ເປັນຈິງ. ສິ່ງທັງໝົດເຫຼົ່ານີ້ຂຶ້ນຢູ່ກັບການໄດ້ຮັບຄວາມຈິງຈາກພຣະທຳຂອງພຣະເຈົ້າ. ບາງຄົນຈະຖາມວ່າ “ການໄດ້ຮັບຄວາມຈິງຈາກພຣະທຳຂອງພຣະເຈົ້າໝາຍຄວາມວ່າແນວໃດແທ້?” ມີຄວາມຈຳເປັນຕ້ອງຖາມແທ້ໆບໍ? ຄວາມຈິງລ້ວນຖືກກ່າວອອກໂດຍພຣະເຈົ້າ ແລະ ລ້ວນແລ້ວແຕ່ຢູ່ໃນພຣະທຳຂອງພຣະເຈົ້າ. ບໍ່ມີຄວາມຈິງຢູ່ນອກພຣະທຳຂອງພຣະເຈົ້າ. ມີຫຼາຍຄົນທີ່ເຊື່ອວ່າການທີ່ສາມາດເວົ້າກ່ຽວກັບຕົວອັກສອນ ແລະ ຫຼັກຄຳສອນແມ່ນການຮູ້ຈັກຄວາມຈິງ ແລະ ນີ້ເປັນເລື່ອງໄຮ້ສາລະ. ເຈົ້າບໍ່ສາມາດໄດ້ຮັບຄວາມຈິງໂດຍການພຽງແຕ່ເວົ້າຫຼັກຄຳສອນ. ຈະມີປະໂຫຍດຫຍັງທີ່ຈະພຽງແຕ່ໂອ້ລົມກ່ຽວກັບຄວາມໝາຍຕາມຕົວອັກສອນຂອງພຣະທຳຂອງພຣະເຈົ້າ? ເຈົ້າຕ້ອງເຂົ້າໃຈຄວາມໝາຍໃນພຣະທຳຂອງພຣະເຈົ້າ, ແຫຼ່ງທີ່ມາຂອງພຣະທຳຂອງພຣະເຈົ້າ ແລະ ຜົນທີ່ພວກເຂົາຕັ້ງໃຈຈະບັນລຸ. ພຣະທຳຂອງພຣະເຈົ້າປະກອບດ້ວຍຄວາມຈິງ, ຊີວິດ, ແສງສະຫວ່າງ, ຫຼັກການ ແລະ ເສັ້ນທາງ. ພຣະທຳທຸກຂໍ້ຂອງພຣະເຈົ້າປະກອບດ້ວຍຫຼາຍສິ່ງຫຼາຍຢ່າງ; ມັນບໍ່ພຽງພໍທີ່ຈະເວົ້າແຕ່ວ່າ ຄຳເວົ້າຕາມຕົວອັກສອນຂອງພວກມັນໝາຍເຖິງຫຍັງ ແລະ ກໍຈົບພຽງເທົ່ານັ້ນ. ຂ້ອຍຈະຍົກຕົວຢ່າງໃຫ້ກັບເຈົ້າ. ພຣະເຈົ້າເວົ້າວ່າ “ຈົ່ງເປັນຄົນສັດຊື່, ຢ່າເປັນຄົນຫຼອກລວງ”. ປະໂຫຍກນີ້ໝາຍເຖິງຫຍັງ? ບາງຄົນເວົ້າວ່າ “ນີ້ເປັນການບອກໃຫ້ຜູ້ຄົນສັດຊື່ ແລະ ບໍ່ຫຼອກລວງ, ບໍ່ແມ່ນບໍ?” ຖ້າເຈົ້າຖາມພວກເຂົາວ່າມັນໝາຍເຖິງຫຍັງອີກ, ພວກເຂົາຈະເວົ້າວ່າ “ມັນໝາຍຄວາມວ່າ ເຈົ້າຄວນເປັນຄົນສັດຊື່ ແລະ ບໍ່ເປັນຄົນຫຼອກລວງ. ມັນເວົ້າເຖິງສອງສິ່ງນີ້ເທົ່ານັ້ນ”. ແລ້ວເຈົ້າອາດຈະຖາມວ່າ “ການເປັນຄົນສັດຊື່ໝາຍຄວາມວ່າແນວໃດແທ້ໆ? ຄົນປະເພດໃດທີ່ນັບວ່າເປັນຄົນສັດຊື່? ແມ່ນຫຍັງຄືພຶດຕິກຳຂອງຄົນສັດຊື່? ແມ່ນຫຍັງຄືພຶດຕິກຳຂອງຄົນຫຼອກລວງ?” ພວກເຂົາຈະຕອບວ່າ “ຄົນສັດຊື່ແມ່ນຄົນທີ່ເວົ້າຢ່າງກົງໄປກົງມາ, ບໍ່ຜະສົມຄວາມບໍ່ມີສັດຈະໃນຄຳເວົ້າຂອງພວກເຂົາ ແລະ ບໍ່ເວົ້າຕົວະ. ຄົນຫຼອກລວງແມ່ນຄົນທີ່ເວົ້າແບບບິດເບືອນ, ບໍ່ເວົ້າຄວາມຈິງ, ເປື້ອນໝອງໃນຄໍາເວົ້າຂອງພວກເຂົາຢູ່ສະເໝີ ແລະ ມັກເວົ້າຕົວະ”. ທັງໝົດນີ້ແມ່ນສິ່ງທີ່ພວກເຂົາສາມາດເວົ້າໄດ້. ຄວາມຄິດຂອງມະນຸດຮຽບງ່າຍເກີນໄປ. ເຈົ້າເຄີຍສາມາດເຂົ້າສູ່ຄວາມເປັນຈິງແຫ່ງຄວາມຈິງໂດຍການອະທິບາຍຄົນສັດຊື່ຢ່າງງ່າຍດາຍບໍ? ພຣະທຳຂອງພຣະເຈົ້າເວົ້າຫຍັງກ່ຽວກັບຄົນສັດຊື່? ປະການທີໜຶ່ງ, ຄົນສັດຊື່ຄົນນັ້ນບໍ່ມີຄວາມສົງໄສກ່ຽວກັບຄົນອື່ນ ແລະ ປະການທີສອງ, ຄົນສັດຊື່ຄົນນັ້ນສາມາດຍອມຮັບຄວາມຈິງ. ສິ່ງເຫຼົ່ານີ້ແມ່ນສອງລັກສະນະຫຼັກ. ພຣະເຈົ້າໝາຍຄວາມວ່າແນວໃດໃນເລື່ອງນີ້? ເປັນຫຍັງພຣະເຈົ້າຈຶ່ງເວົ້າແບບນີ້? ຈາກພຣະທຳຂອງພຣະເຈົ້າ, ເຈົ້າສາມາດເຂົ້າໃຈຄວາມໝາຍທີ່ເລິກເຊິ່ງກວ່າວ່າຄົນສັດຊື່ແມ່ນຫຍັງ, ມັນໝາຍເຖິງຫຍັງ ແລະ ຄຳນິຍາມທີ່ແທ້ຈິງຂອງຄົນສັດຊື່ແມ່ນຫຍັງ. ຫຼັງຈາກທີ່ເຈົ້າເຂົ້າໃຈຄຳນິຍາມນີ້ຢ່າງຖືກຕ້ອງ, ແລ້ວພຣະທຳຂອງພຣະເຈົ້າ, ເຈົ້າກໍສາມາດເຫັນໄດ້ວ່າແມ່ນຫຍັງຄືການສະແດງອອກຂອງຄົນສັດຊື່, ຄົນຫຼອກລວງແມ່ນຫຍັງ ແລະ ແມ່ນຫຍັງຄືການສະແດງອອກຂອງຄົນຫຼອກລວງ. ແລ້ວຖ້າເຈົ້າປະເມີນການສະແດງອອກເຫຼົ່ານີ້, ເຈົ້າຈະເຂົ້າໃຈແທ້ໆວ່າຄົນສັດຊື່ແມ່ນຫຍັງ ພ້ອມທັງວິທີການທີ່ຄົນຫຼອກລວງປະຕິບັດຕໍ່ພຣະທຳຂອງພຣະເຈົ້າ, ວິທີການທີ່ພວກເຂົາປະຕິບັດຕໍ່ພຣະເຈົ້າ ແລະ ວິທີການທີ່ພວກເຂົາປະຕິບັດຕໍ່ຄົນອື່ນ. ດ້ວຍວິທີນີ້, ເຈົ້າຈະເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງ ແລະ ເຈົ້າຈະຮູ້ວ່າແນວຄິດຂອງຄົນສັດຊື່ ແລະ ຄົນຫຼອກລວງນັ້ນແຕກຕ່າງກັນແນວໃດຈາກສິ່ງທີ່ພຣະທຳຂອງພຣະເຈົ້າກ່າວ. ເມື່ອພຣະທຳຂອງພຣະເຈົ້າບອກເຈົ້າວ່າ “ຈົ່ງເປັນຄົນສັດຊື່, ຢ່າເປັນຄົນຫຼອກລວງ”, ມີລາຍລະອຽດຫຼາຍຢ່າງຢູ່ທີ່ນີ້. ເມື່ອເຈົ້າເຂົ້າໃຈຄວາມໝາຍຂອງພຣະທຳຢ່າງແທ້ຈິງ, ເຈົ້າຈະຮູ້ວ່າຄົນສັດຊື່ແມ່ນຫຍັງ ແລະ ຄົນຫຼອກລວງແມ່ນຫຍັງ. ເມື່ອເຈົ້າປະຕິບັດ, ເຈົ້າຈະຮູ້ວິທີປະຕິບັດໃນທາງທີ່ແນ່ນອນ ເພື່ອສະແດງໃຫ້ເຫັນເຖິງການສະແດງອອກຂອງຄົນສັດຊື່ ແລະ ເຈົ້າຈະເຫັນເສັ້ນທາງປະຕິບັດ ແລະ ຫຼັກການປະຕິບັດເພື່ອເປັນຄົນສັດຊື່ໄດ້ຢ່າງຊັດເຈນ, ເຊິ່ງຮັບປະກັນວ່າເຈົ້າຈະຜ່ານການຮ່ວມຕົວກັບພຣະເຈົ້າ. ຖ້າເຈົ້າເຂົ້າໃຈພຣະທຳເຫຼົ່ານີ້ຢ່າງແທ້ຈິງ ແລະ ນຳພວກມັນໄປປະຕິບັດ, ເຈົ້າຈະສາມາດໄດ້ຮັບການຮັບຮອງຈາກພຣະເຈົ້າ. ເຖິງຢ່າງໃດກໍຕາມ, ຖ້າເຈົ້າບໍ່ເຂົ້າໃຈພຣະທຳເຫຼົ່ານີ້, ເຈົ້າຈະບໍ່ເປັນຄົນສັດຊື່ ແລະ ເຈົ້າຈະບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າຈັກເທື່ອ. ການມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະທຳຂອງພຣະເຈົ້າບໍ່ແມ່ນເລື່ອງງ່າຍເລີຍ. ຢ່າຄິດໃນລັກສະນະນີ້: “ຂ້ານ້ອຍສາມາດຕີຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວອັກສອນ ແລະ ທຸກຄົນເວົ້າວ່າ ການຕີຄວາມໝາຍຂອງຂ້ານ້ອຍແມ່ນດີ ແລະ ຍົກໂປ້ໃຫ້ກັບຂ້ານ້ອຍ, ສະນັ້ນ ສິ່ງນີ້ຈຶ່ງໝາຍຄວາມວ່າ ຂ້ານ້ອຍເຂົ້າໃຈພຣະທຳຂອງພຣະເຈົ້າ”. ນັ້ນບໍ່ໄດ້ຄືກັນກັບຄວາມເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າໄດ້ຮັບແສງສະຫວ່າງບາງຢ່າງຈາກພາຍໃນພຣະຄຳຂອງພຣະເຈົ້າ ແລະ ເຈົ້າໄດ້ຮັບຄວາມຮູ້ສຶກກ່ຽວກັບຄວາມໝາຍໃນພຣະທຳຂອງພຣະອົງ; ແລະ ຖ້າເຈົ້າສາມາດສະແດງເຈດຕະນາທີ່ຢູ່ເບື້ອງຫຼັງພຣະທຳຂອງພຣະອົງ ແລະ ພວກມັນຈະບັນລຸຜົນຫຍັງໃນທີ່ສຸດ, ຖ້າເຈົ້າມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບທຸກສິ່ງເຫຼົ່ານີ້, ເຈົ້າກໍຖືວ່າມີຄວາມເຂົ້າໃຈໃນລະດັບໃດໜຶ່ງກ່ຽວກັບພຣະທຳຂອງພຣະເຈົ້າ. ສະນັ້ນ ການເຂົ້າໃຈພຣະທຳຂອງພຣະເຈົ້າແມ່ນບໍ່ໄດ້ງ່າຍເລີຍ. ພຽງແຕ່ຍ້ອນເຈົ້າສາມາດອະທິບາຍຄວາມໝາຍພຣະທຳຂອງພຣະເຈົ້າຕາມຕົວຢ່າງສວຍງາມໄດ້ ບໍ່ໄດ້ໝາຍຄວາມວ່າເຈົ້າເຂົ້າໃຈພຣະທຳເຫຼົ່ານັ້ນ. ບໍ່ວ່າເຈົ້າຈະສາມາດອະທິບາຍຄວາມໝາຍຕາມຕົວຂອງພຣະທຳເຫຼົ່ານັ້ນໄດ້ຫຼາຍສໍ່າໃດກໍຕາມ, ການອະທິບາຍຂອງເຈົ້າກໍຍັງອີງໃສ່ຈິນຕະນາການຂອງມະນຸດ ແລະ ວິທີການຄິດຂອງມະນຸດ. ມັນບໍ່ມີປະໂຫຍດຫຍັງເລີຍ! ເຈົ້າຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າໄດ້ແນວໃດ? ກະແຈສໍາຄັນກໍຄືການສະແຫວງຫາຄວາມຈິງຈາກພາຍໃນພຣະທຳເຫຼົ່ານັ້ນ. ພຽງແຕ່ດ້ວຍວິທີນີ້ເທົ່ານັ້ນ ເຈົ້າຈຶ່ງຈະສາມາດເຂົ້າໃຈພຣະທຳຂອງພຣະເຈົ້າຢ່າງແທ້ຈິງ. ພຣະເຈົ້າບໍ່ເຄີຍກ່າວຄຳພຣະທຳທີ່ວ່າງເປົ່າ. ເມື່ອໃດກໍຕາມທີ່ພຣະເຈົ້າກ່າວ, ແນ່ນອນ ພຣະອົງບໍ່ໄດ້ກ່າວດ້ວຍພຽງຫຼັກການທົ່ວໄປເທົ່ານັ້ນ. ແຕ່ລະປະໂຫຍກທີ່ພຣະອົງກ່າວອອກມາແມ່ນມີລາຍລະອຽດທີ່ຈະຖືກເປີດເຜີຍເພີ່ມເຕີ່ມໃນພຣະທຳຂອງພຣະອົງຢ່າງແນ່ນອນ ແລະ ພວກມັນອາດຖືກກ່າວອອກຢ່າງແຕກຕ່າງກັນ. ມະນຸດບໍ່ສາມາດຢັ່ງເຖິງວິທີທີ່ພຣະເຈົ້າສະແດງຄວາມຈິງ. ພຣະຄຳຂອງພຣະເຈົ້າແມ່ນເລິກເຊິ່ງຫຼາຍ ແລະ ບໍ່ສາມາດຖືກຢັ່ງເຖິງຢ່າງງ່າຍດາຍດ້ວຍຄວາມຄິດຂອງມະນຸດ. ຜູ້ຄົນສາມາດຄົ້ນພົບເກືອບຄວາມໝາຍທັງໝົດຂອງທຸກດ້ານຂອງຄວາມຈິງ ຕາບໃດທີ່ພວກເຂົາພະຍາຍາມ. ລາຍລະອຽດທີ່ຍັງເຫຼືອຈະຖືກເຕີມເຕັມໃຫ້ພວກເຂົາຢ່າງຄົບຖ້ວນໃນລະຫວ່າງປະສົບການທີ່ຈະຕາມມາ, ໂດຍການສ່ອງສະຫວ່າງຈາກພຣະວິນຍານບໍລິສຸດ. ສ່ວນໜຶ່ງແມ່ນການໄຕ່ຕອງ ແລະ ເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການສະແຫວງຫາເນື້ອຫາສະເພາະຂອງພວກມັນ ໂດຍການອ່ານພຣະທຳເຫຼົ່ານັ້ນ. ອີກສ່ວນແມ່ນການເຂົ້າໃຈຄວາມໝາຍພຣະທຳຂອງພຣະເຈົ້າໂດຍການປະສົບກັບພຣະທຳຂອງພຣະເຈົ້າ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດ. ຜ່ານຄວາມຄືບໜ້າຢ່າງສະໝໍ່າສະເໝີໃນສອງລັກສະນະເຫຼົ່ານີ້, ເຈົ້າສາມາດເລີ່ມເຂົ້າໃຈພຣະທຳຂອງພຣະເຈົ້າ. ຖ້າເຈົ້າຕີຄວາມໝາຍມັນໃນລະດັບຕາມຕົວອັກສອນ ແລະ ຕາມໃຈຄວາມ ຫຼື ຈາກຄວາມຄິດ ແລະ ຈິນຕະນາການຂອງເຈົ້າເອງ, ແລ້ວເຖິງແມ່ນວ່າເຈົ້າອະທິບາຍມັນຢ່າງຫຼູຫຼາ ແລະ ຢ່າງຄ່ອງແຄ້ວ, ເຈົ້າກໍຍັງບໍ່ເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ມັນຍັງລ້ວນແລ້ວແຕ່ອີງໃສ່ຄວາມຄິດ ແລະ ຈິນຕະນາການຂອງມະນຸດ. ມັນບໍ່ໄດ້ຖືກຮັບເອົາຈາກແສງສະຫວ່າງຂອງພຣະວິນຍານບໍລິສຸດ. ຜູ້ຄົນມີແນວໂນ້ມທີ່ຈະຕີຄວາມໝາຍພຣະທຳຂອງພຣະເຈົ້າໂດຍອີງໃສ່ແນວຄິດ ແລະ ຈິນຕະນາການຂອງພວກເຂົາ ແລະ ພວກເຂົາອາດເຖິງກັບຕີຄວາມໝາຍພຣະທຳຂອງພຣະເຈົ້າອອກຈາກບໍລິບົດຢ່າງຜິດໆ, ເຮັດໃຫ້ພວກເຂົາມີແນວໂນ້ມທີ່ຈະເຂົ້າໃຈຜິດ ແລະ ຕັດສິນພຣະເຈົ້າ ແລະ ນີ້ຄືບັນຫາ. ເພາະສະນັ້ນ, ຄວາມຈິງແມ່ນໄດ້ຮັບໂດຍການເຂົ້າໃຈພຣະທຳຂອງພຣະເຈົ້າ ແລະ ການໄດ້ຮັບແສງສະຫວ່າງຈາກພຣະວິນຍານບໍລິສຸດເປັນຫຼັກ. ການທີ່ສາມາດເຂົ້າໃຈ ແລະ ອະທິບາຍຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າ ບໍ່ໄດ້ໝາຍຄວາມວ່າເຈົ້າໄດ້ຮັບຄວາມຈິງ. ຖ້າການເຂົ້າໃຈຄວາມໝາຍຕາມຕົວອັກສອນໃນພຣະທຳຂອງພຣະເຈົ້າໝາຍຄວາມວ່າເຈົ້າໄດ້ເຂົ້າໃຈຄວາມຈິງ, ແລ້ວເຈົ້າກໍຈະພຽງແຕ່ຈຳເປັນຕ້ອງມີການສຶກສາ ແລະ ຄວາມຮູ້ໜ້ອຍໜຶ່ງ, ສະນັ້ນເປັນຫຍັງເຈົ້າຈຶ່ງຈຳເປັນຕ້ອງມີແສງສະຫວ່າງຂອງພຣະວິນຍານບໍລິສຸດ? ພາລະກິດຂອງພຣະເຈົ້າເປັນສິ່ງທີ່ຄວາມຄິດຂອງມະນຸດສາມາດຢັ່ງຮູ້ໄດ້ບໍ? ສະນັ້ນ, ການເຂົ້າໃຈຄວາມຈິງຈຶ່ງບໍ່ໄດ້ອີງໃສ່ແນວຄິດ ຫຼື ຈິນຕະນາການຂອງມະນຸດ. ເຈົ້າຕ້ອງການແສງສະຫວ່າງ, ແສງເຍືອງທາງ ແລະ ການຊີ້ນໍາຈາກພຣະວິນຍານບໍລິສຸດເພື່ອມີປະສົບການ ແລະ ຄວາມຮູ້ຢ່າງແທ້ຈິງ. ນີ້ຄືຂະບວນການເຂົ້າໃຈ ແລະ ຮັບເອົາຄວາມຈິງ ແລະ ມັນຍັງເປັນເງື່ອນໄຂທີ່ຈຳເປັນອີກດ້ວຍ.
ເຈົ້າເຂົ້າໃຈທໍາມະຊາດຂອງມະນຸດແນວໃດ? ສິ່ງທີ່ສໍາຄັນທີ່ສຸດແມ່ນການແຍກແຍະມັນຈາກທັດສະນະຄະຕິມຸມມອງທາງໂລກຂອງມະນຸດ, ມຸມມອງຊີວິດ ແລະ ຄຸນຄ່າ. ຜູ້ທີ່ເປັນຂອງຜີຮ້າຍແມ່ນລ້ວນແລ້ວແຕ່ດໍາລົງຊີວິດເພື່ອພວກເຂົາເອງ. ໂດຍຕົ້ນຕໍ່ແລ້ວ ມຸມມອງຊີວິດ ແລະ ຄະຕິຊີວິດຂອງພວກເຂົາແມ່ນມາຈາກຄໍາເວົ້າຂອງຊາຕານ ເຊັ່ນ: “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ”, “ມະນຸດຈະເຮັດຫຍັງກໍຕາມເພື່ອໃຫ້ລໍ້າລວຍ” ແລະ ຄວາມເຊື່ອຜິດໆອື່ນໆ. ທຸກຄຳເວົ້ານີ້ທີ່ກ່າວໂດຍພວກກະສັດຂອງກະສັດຜີຮ້າຍ, ຜູ້ທີ່ຍິ່ງໃຫຍ່ ແລະ ນັກປັດຊະຍາໄດ້ກາຍເປັນຊີວິດຂອງມະນຸດແທ້ໆ. ໂດຍສະເພາະແລ້ວ ຄໍາເວົ້າສ່ວນໃຫຍ່ຂອງຂົງຈື້ ເຊິ່ງເປັນຜູ້ທີ່ປະຊາຊົນຊາວຈີນຍົກຍ້ອງໃນຖານະເປັນ “ນັກປາດ” ໄດ້ກາຍເປັນຊີວິດຂອງມະນຸດ. ຍັງມີຄໍາສຸພາສິດທີ່ມີຊື່ສຽງຂອງສາສະໜາພຸດ ແລະ ລັດທິເຕົ໋າ ແລະ ຄໍາເວົ້າອໍາມະຕະທີ່ຖືກອ້າງເຖິງເປັນປະຈໍາຂອງບຸກຄົນທີ່ມີຊື່ສຽງຕ່າງໆ. ສິ່ງເຫຼົ່ານີ້ແມ່ນລ້ວນແລ້ວແຕ່ແມ່ນການສັງລວມປັດຊະຍາຂອງຊາຕານ ແລະ ທໍາມະຊາດຂອງຊາຕານ. ພວກມັນຍັງແມ່ນຮູບອະທິບາຍ ແລະ ຄໍາອະທິບາຍທີ່ດີທີ່ສຸດກ່ຽວກັບທໍາມະຊາດຂອງຊາຕານ. ພິດເຫຼົ່ານີ້ທີ່ຖືກສີດເຂົ້າໃນຫົວໃຈຂອງມະນຸດແມ່ນລ້ວນແລ້ວແຕ່ມາຈາກຊາຕານ ແລະ ສິ່ງເຫຼົ່ານັ້ນແມ່ນບໍ່ໄດ້ມາຈາກພຣະເຈົ້າແມ່ນແຕ່ໜ້ອຍ. ຄຳເວົ້າຊົ່ວຮ້າຍດັ່ງກ່າວຍັງຢູ່ຝ່າຍກົງກັນຂ້າມກັບພຣະທໍາຂອງພຣະເຈົ້າໂດຍກົງ. ມັນຊັດເຈນຢ່າງແນ່ນອນວ່າ ຄວາມເປັນຈິງຂອງທຸກສິ່ງທີ່ດີແມ່ນມາຈາກພຣະເຈົ້າ ແລະ ສິ່ງບໍ່ດີທັງໝົດນັ້ນເປັນພິດຕໍ່ມະນຸດແມ່ນມາຈາກຊາຕານ. ດັ່ງນັ້ນ, ເຈົ້າສາມາດຢັ່ງຮູ້ເຖິງທໍາມະຊາດຂອງບຸກຄົນ ແລະ ພວກເຂົາເປັນຄົນຂອງໃຜໂດຍການເບິ່ງມຸມມອງ ແລະ ຄຸນຄ່າຊີວິດຂອງພວກເຂົາ. ຊາຕານເຮັດໃຫ້ຜູ້ຄົນເສື່ອມຊາມຜ່ານການສຶກສາ ແລະ ອິດທິພົນຂອງລັດຖະບານແຫ່ງຊາດ ແລະ ຂອງຄົນທີ່ມີຊື່ສຽງ ແລະ ຍິ່ງໃຫຍ່. ຄຳເວົ້າທີ່ຊົ່ວຮ້າຍຂອງພວກເຂົາໄດ້ກາຍເປັນຊີວິດ ແລະ ທໍາມະຊາດຂອງມະນຸດ. “ທຸກຄົນເຮັດເພື່ອຕົນເອງ ແລະ ເຫັນແກ່ຜົນປະໂຫຍດສ່ວນຕົວ” ແມ່ນຄໍາເວົ້າຂອງຊາຕານທີ່ເປັນທີ່ຮູ້ຈັກກັນດີ ທີ່ຖືກປູກຝັງໃນທຸກຄົນ ແລະ ສິ່ງນີ້ໄດ້ກາຍເປັນຊີວິດຂອງມະນຸດ. ມີຄໍາເວົ້າອື່ນໆກ່ຽວກັບປັດຊະຍາສໍາລັບການດໍາລົງຊີວິດທີ່ຍັງຄືກັບຄໍາເວົ້ານີ້. ຊາຕານໃຊ້ວັດທະນະທໍາທາງປະເພນີຂອງຊາດເພື່ອສຶກສາອົບຮົມ, ຫຼອກລວງ ແລະ ເຮັດໃຫ້ຜູ້ຄົນເສື່ອມຊາມ, ເຮັດໃຫ້ມະນຸດຊາດຕົກຢູ່ໃນ ແລະ ຖືກອ້ອມໄປດ້ວຍຂຸມນາຮົກແຫ່ງການທໍາລາຍລ້າງທີ່ບໍ່ມີຂອບເຂດ ແລະ ໃນທີ່ສຸດແລ້ວ ຜູ້ຄົນຈະຖືກທໍາລາຍໂດຍພຣະເຈົ້າ ຍ້ອນພວກເຂົາຮັບໃຊ້ຊາຕານ ແລະ ຕໍ່ຕ້ານພຣະເຈົ້າ. ບາງຄົນຮັບໃຊ້ເປັນເຈົ້າໜ້າທີ່ລັດໃນສັງຄົມເປັນເວລາຫຼາຍທົດສະວັດ. ຈົ່ງຈິນຕະນາການວ່າ ກໍາລັງຖາມຄໍາຖາມດັ່ງຕໍ່ໄປນີ້: “ເຈົ້າເຮັດໄດ້ດີຫຼາຍດ້ວຍຄວາມສາມາດນີ້, ຄໍາເວົ້າຫຼັກໆທີ່ມີຊື່ສຽງທີ່ເຈົ້າດໍາລົງຕາມແມ່ນຫຍັງ?” ພວກເຂົາອາດເວົ້າວ່າ “ສິ່ງໜຶ່ງທີ່ຂ້ອຍເຂົ້າໃຈກໍຄື: ‘ເຈົ້າໜ້າທີ່ຈະບໍ່ເຮັດໃຫ້ສິ່ງຕ່າງໆຫຍຸ້ງຍາກສຳລັບຜູ້ທີ່ມີຂອງປະທານ ແລະ ຜູ້ຄົນທີ່ບໍ່ປະສົບຄວາມສຳເລັດ’”. ນີ້ຄືປັດຊະຍາຂອງຊາຕານທີ່ອາຊີບຂອງພວກເຂົາອີງໃສ່. ຄຳເວົ້າເຫຼົ່ານີ້ບໍ່ແມ່ນຕົວແທນຂອງທໍາມະຊາດຂອງຜູ້ຄົນດັ່ງກ່າວບໍ? ການໃຊ້ວິທີການໃດກໍຕາມທີ່ໄຮ້ສິນທຳເພື່ອຮັບເອົາຕໍາແໜ່ງໄດ້ກາຍມາເປັນທໍາມະຊາດຂອງເຂົາ, ຂ້າລາຊະການ ແລະ ຄວາມສຳເລັດທາງດ້ານອາຊີບແມ່ນເປົ້າໝາຍຂອງພວກເຂົາ. ຍັງມີພິດຂອງຊາຕານຫຼາຍໃນຊີວິດ, ການປະພຶດ ແລະ ພຶດຕິກຳຂອງຜູ້ຄົນ. ຍົກຕົວຢ່າງ: ປັດຊະຍາສໍາລັບການດໍາລົງຊີວິດຂອງພວກເຂົາ, ວິທີທາງຂອງພວກເຂົາໃນການເຮັດສິ່ງຕ່າງໆ ແລະ ຄະຕິຊີວິດຂອງພວກເຂົາແມ່ນລ້ວນແລ້ວແຕ່ເຕັມໄປດ້ວຍພິດຈາກມັງກອນແດງຜູ້ຍິ່ງໃຫຍ່ ແລະ ສິ່ງເຫຼົ່ານີ້ທັງໝົດແມ່ນມາຈາກຊາຕານ. ສະນັ້ນ, ທຸກສິ່ງທີ່ໄຫຼຜ່ານກະດູກ ແລະ ເລືອດຂອງຜູ້ຄົນແມ່ນເປັນຂອງຊາຕານ. ເຈົ້າໜ້າທີ່ທັງໝົດເຫຼົ່ານັ້ນ ເຊິ່ງແມ່ນຜູ້ທີ່ມີອໍານາດ ແລະ ຜູ້ທີ່ມີຄວາມສໍາເລັດທາງສັງຄົມຫຼາຍ ແມ່ນມີເສັ້ນທາງ ແລະ ຄວາມລັບແຫ່ງຄວາມສໍາເລັດຂອງພວກເຂົາເອງ. ຄວາມລັບດັ່ງກ່າວບໍ່ແມ່ນສິ່ງຕາງໜ້າຂອງທໍາມະຊາດຂອງພວກເຂົາຢ່າງຄົບຖ້ວນບໍ? ພວກເຂົາໄດ້ເຮັດສິ່ງຍິ່ງໃຫຍ່ດັ່ງກ່າວໃນໂລກ ແລະ ບໍ່ມີໃຜສາມາດເຫັນທະລຸແຜນການ ແລະ ກົນອຸບາຍທີ່ຖືກວາງຢູ່ເບື້ອງຫຼັງສິ່ງເຫຼົ່ານັ້ນເລີຍ. ນີ້ສະແດງໃຫ້ເຫັນວ່າ ທໍາມະຊາດຂອງພວກເຂົາມີເງື່ອນງໍາ ແລະ ເປັນພິດຮ້າຍແຮງສໍ່າໃດ. ມະນຸດຊາດຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ. ພິດຂອງຊາຕານແມ່ນໄຫຼຜ່ານເລືອດຂອງທຸກຄົນ ແລະ ມັນສາມາດເວົ້າໄດ້ວ່າ ທໍາມະຊາດຂອງມະນຸດເສື່ອມຊາມ, ຊົ່ວຮ້າຍ, ເປັນປໍລະປັກ ແລະ ຕໍ່ສູ້ກັບພຣະເຈົ້າ, ເຕັມ ແລະ ຈົມຢູ່ໃນປັດຊະຍາ ແລະ ພິດຂອງຊາຕານ. ທັງໝົດໄດ້ກາຍມາເປັນທຳມະຊາດ ແລະ ແກ່ນແທ້ຂອງຊາຕານ. ນີ້ຄືເຫດຜົນທີ່ຜູ້ຄົນຕໍ່ຕ້ານພຣະເຈົ້າ ແລະ ຢືນຢູ່ຝ່າຍກົງກັນຂ້າມກັບພຣະເຈົ້າ. ມະນຸດສາມາດເລີ່ມຮູ້ຈັກຕົນເອງໄດ້ຢ່າງງ່າຍດາຍ ຖ້າສາມາດໄຈ້ແຍກທຳມະຊາດຂອງພວກເຂົາໃນລັກສະນະນີ້.
ເມື່ອຜູ້ຄົນມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບອຸປະນິໄສຂອງພຣະເຈົ້າ, ເມື່ອພວກເຂົາສາມາດເຫັນວ່າອຸປະນິໄສຂອງຊາຕານເປັນຈິງ, ວ່າມັນບໍລິສຸດຢ່າງແທ້ຈິງ ແລະ ຊອບທຳຢ່າງແທ້ຈິງ ແລະ ເມື່ອພວກເຂົາສາມາດສັນລະເສີນຄວາມບໍລິສຸດ ແລະ ຄວາມຊອບທຳຂອງພຣະເຈົ້າຈາກໃຈຂອງພວກເຂົາ, ພວກເຂົາກໍຈະຮູ້ຈັກພຣະເຈົ້າຢ່າງແທ້ຈິງ ແລະ ພວກເຂົາຈະໄດ້ຮັບຄວາມຈິງ. ເມື່ອຜູ້ຄົນຮູ້ຈັກພຣະເຈົ້າເທົ່ານັ້ນ ພວກເຂົາຈຶ່ງດຳລົງຊີວິດໃນຄວາມສະຫວ່າງ. ຜົນກະທົບໂດຍກົງຂອງການຮູ້ຈັກພຣະເຈົ້າຢ່າງແທ້ຈິງແມ່ນການສາມາດຮັກ ແລະ ເຊື່ອຟັງພຣະເຈົ້າໄດ້ຢ່າງແທ້ຈິງ. ໃນຄົນທີ່ຮັກພຣະເຈົ້າຢ່າງແທ້ຈິງ, ເຂົ້າໃຈຄວາມຈິງ ແລະ ໄດ້ຮັບຄວາມຈິງ, ມີການປ່ຽນແປງທີ່ແທ້ຈິງໃນມຸມມອງທາງໂລກຂອງພວກເຂົາ ແລະ ທັດສະນະຕໍ່ຊີວິດ, ຕໍ່ຈາກນັ້ນແມ່ນການປ່ຽນແປງຕົວຈິງຍັງເກີດຂຶ້ນໃນອຸປະນິໄສຊີວິດຂອງພວກເຂົາອີກດ້ວຍ. ເມື່ອຄົນມີເປົ້າໝາຍຊີວິດທີ່ຖືກຕ້ອງ, ສາມາດສະແຫວງຫາຄວາມຈິງ ແລະ ປະພຶດຕົນຕາມຄວາມຈິງ, ເມື່ອພວກເຂົາຍອມອ່ອນນ້ອມຕໍ່ພຣະເຈົ້າຢ່າງແທ້ຈິງ ແລະ ດຳລົງຊີວິດຕາມພຣະທຳຂອງພຣະອົງ, ເມື່ອພວກເຂົາຮູ້ສຶກສະຫງົບສຸກ ແລະ ໄດ້ຮັບແສງສະຫວ່າງໃນສ່ວນເລິກໃນໃຈຂອງພວກເຂົາ, ເມື່ອຫົວໃຈຂອງພວກເຂົາປາສະຈາກຄວາມມືດມົວ ແລະ ເມື່ອພວກເຂົາສາມາດດຳລົງຊີວິດຢ່າງເປັນອິດສະຫຼະ ແລະ ຢ່າງເສລີໃນການສະຖິດຂອງພຣະເຈົ້າທັງໝົດ, ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງດຳລົງຊີວິດມະນຸດທີ່ແທ້ຈິງ ແລະ ມີແຕ່ເມື່ອນັ້ນ ພວກເຂົາຈຶ່ງຈະໄດ້ກາຍມາເປັນບຸກຄົນທີ່ມີຄວາມຈິງ ແລະ ຄວາມເປັນມະນຸດ. ນອກຈາກນັ້ນ ຄວາມຈິງທັງໝົດທີ່ເຈົ້າເຂົ້າໃຈ ແລະ ໄດ້ຮັບແມ່ນມາຈາກພຣະທຳຂອງພຣະເຈົ້າ ແລະ ຈາກພຣະເຈົ້າເອງ. ມີແຕ່ເມື່ອເຈົ້າໄດ້ຮັບການຮອງຮັບຈາກພຣະເຈົ້າຜູ້ສູງສຸດ ນັ້ນກໍ່ຄືພຣະຜູ້ເປັນເຈົ້າແຫ່ງການນິລະມິດສ້າງ ແລະ ພຣະອົງເວົ້າວ່າເຈົ້າເປັນສິ່ງສ້າງທີ່ມີຄຸນສົມບັດທີ່ຈະດຳລົງຊີວິດຕາມລັກສະນະຂອງມະນຸດ ຊີວິດຂອງເຈົ້າຈຶ່ງຈະມີຄວາມໝາຍທີ່ສຸດ. ການໄດ້ຮັບການຮອງຮັບຈາກພຣະເຈົ້າໝາຍຄວາມວ່າເຈົ້າໄດ້ຮັບຄວາມຈິງ ແລະ ເຈົ້າເປັນຄົນທີ່ມີຄວາມຈິງ ແລະ ຄວາມເປັນມະນຸດ. ໃນໂລກປັດຈຸບັນທີ່ຖືກຄອບງຳໂດຍຊາຕານ ແລະ ເປັນເວລາຢ່າງໜ້ອຍຫຼາຍພັນປີໃນປະຫວັດສາດ, ຜູ້ໃດທ່າມກາງມະນຸດຊາດທັງປວງທີ່ໄດ້ຮັບຊີວິດມະນຸດທີ່ແທ້ຈິງ? ບໍ່ມີຜູ້ໃດ. ຍ້ອນຜູ້ຄົນຖືກຊາຕານເຮັດໃຫ້ເສື່ອມຊາມຢ່າງເລິກເຊິ່ງ ແລະ ດຳລົງຊີວິດຕາມປັດຊະຍາຂອງຊາຕານ ແລະ ທຸກສິ່ງທີ່ພວກເຂົາເຮັດແມ່ນເປັນປໍລະປັກຕໍ່ພຣະເຈົ້າ ແລະ ທຸກຄຳເວົ້າ ແລະ ທິດສະດີຂອງພວກເຂົາແມ່ນເກີດມາຈາກຄວາມເສື່ອມຊາມຂອງຊາຕານ ແລະ ເປັນການຕໍ່ຕ້ານພຣະທຳຂອງພຣະເຈົ້າໂດຍກົງ, ດ້ວຍເຫດນີ້ ພວກເຂົາຈຶ່ງເປັນປະເພດຄົນທີ່ຕໍ່ຕ້ານພຣະເຈົ້າຢ່າງແທ້ຈິງ. ຖ້າພວກເຂົາບໍ່ຍອມຮັບຄວາມລອດພົ້ນຂອງພຣະເຈົ້າ, ພວກເຂົາກໍຈະຈົມດິ່ງລົງສູ່ຄວາມຫາຍະນະ ແລະ ຄວາມພິນາດ ໂດຍບໍ່ມີຊີວິດໃຫ້ເວົ້າເຖິງເລີຍ. ພວກເຂົາສະແຫວງຫາສັກສີ ແລະ ຜົນກຳໄລ, ພະຍາຍາມທີ່ຈະເປັນບຸກຄົນທີ່ຍິ່ງໃຫຍ່ ແລະ ມີຊື່ສຽງ ແລະ ຫວັງ “ໃຫ້ຊື່ຂອງພວກເຂົາຖືກສົ່ງຕໍ່ໃຫ້ຄົນຮຸ່ນຕໍ່ໆໄປ” ແລະ “ມີຊື່ສຽງໃນປະຫວັດສາດທັງໝົດ”. ນີ້ແມ່ນເລື່ອງໄຮ້ສາລະ ແລະ ບໍ່ສາມາດປ້ອງກັນໄດ້ຢ່າເຕັມທີ່. ຄວາມຈິງແລ້ວ, ບຸກຄົນຜູ້ຍິ່ງໃຫຍ່ ຫຼື ມີຊື່ສຽງທຸກຄົນແມ່ນສາຍເລືອດຂອງຊາຕານ ແລະ ໄດ້ຈົມລົງສູ່ນາຮົກຊັ້ນທີສິບແປດດົນແລ້ວເພື່ອຮັບການລົງໂທດ ໂດຍບໍ່ສາມາດກັບຊາດມາເກີດໄດ້ອີກຈັກເທື່ອ. ເມື່ອມະນຸດຊາດທີ່ເສື່ອມຊາມນັບຖືຄົນເຫຼົ່ານີ້ ແລະ ຍອມຮັບຄຳເວົ້າຊົ່ວຮ້າຍຂອງພວກເຂົາ ແລະ ຄວາມເຊື່ອຜິດໆຂອງພວກເຂົາ, ມະນຸດຊາດທີ່ເສື່ອມຊາມຈະກາຍເປັນເຍື່ອຂອງຊາຕານຜູ້ຊົ່ວຮ້າຍ. ສິ່ງທີ່ຖືກສ້າງຄວນນະມັດສະການພຣະຜູ້ສ້າງ. ສິ່ງນີ້ໄດ້ຖືກກຳນົດໄວ້ໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກ ເພາະມີແຕ່ພຣະເຈົ້າເທົ່ານັ້ນທີ່ເປັນຄວາມຈິງ. ພຣະເຈົ້າຄວບຄຸມສະຫວັນ ແລະ ແຜ່ນດິນໂລກ ແລະ ທຸກສິ່ງ ແລະ ປົກຄອງເໜືອທຸກສິ່ງ. ການບໍ່ເຊື່ອໃນພຣະເຈົ້າ ແລະ ການບໍ່ຍອມຕໍ່ພຣະເຈົ້າຄືການທີ່ບໍ່ສາມາດຮັບເອົາຄວາມຈິງ. ຖ້າເຈົ້າດຳລົງຊີວິດຕາມພຣະທຳຂອງພຣະເຈົ້າ, ແລ້ວໃນສ່ວນເລິກໃນຫົວໃຈຂອງເຈົ້າ, ເຈົ້າກໍ່ຮູ້ສຶກສົດໃສ ແລະ ສະບາຍໃຈ ແລະ ເຈົ້າຈະຍັງເພີດເພີນກັບຄວາມຫວານທີ່ບໍ່ສາມາດປຽບທຽບໄດ້. ເມື່ອສິ່ງນີ້ເກີດຂຶ້ນ, ເຈົ້າກໍ່ຈະໄດ້ຮັບຊີວິດຢ່າງແທ້ຈິງ. ບໍ່ວ່ານັກວິທະຍາສາດຂອງໂລກຈະປະສົບຜົນສຳເລັດຍິ່ງໃຫຍ່ສ່ຳໃດກໍຕາມ, ທັນທີ່ເມື່ອພວກເຂົາໃກ້ຈະຕາຍ, ພວກເຂົາຈະຮູ້ສຶກມືເປົ່າ ແລະ ພວກເຂົາບໍ່ໄດ້ຮັບຫຍັງ. ແມ່ນແຕ່ໄອສະຕາຍ ແລະ ນິວຕັ້ນ ເຊິ່ງເປັນປັນຍາຊົນລະດັບສູງເຫຼົ່ານີ້ກໍຍັງຮູ້ສຶກຫວ່າງເປົ່າ. ນີ້ກໍຍ້ອນວ່າ ພວກເຂົາບໍ່ມີຄວາມຈິງ ແລະ ຍ້ອນພວກເຂົາບໍ່ມີຄວາມເຂົ້າໃຈທີ່ແທ້ຈິງກ່ຽວກັບພຣະເຈົ້າ. ເຖິງແມ່ນວ່າພວກເຂົາເຊື່ອໃນພຣະເຈົ້າ, ພວກຂົາກໍເຊື່ອແຕ່ໃນການດຳລົງຢູ່ຂອງພຣະອົງເທົ່ານັ້ນ, ແຕ່ພວກເຂົາບໍ່ໄດ້ສະແຫວງຫາຄວາມຈິງ. ພວກເຂົາພຽງແຕ່ຕ້ອງການເພິ່ງພາວິທະຍາສາດ ແລະ ການຄົ້ນຄວ້າເພື່ອຄົ້ນພົບ ແລະ ພິສູດວ່າມີພຣະເຈົ້າ. ຜົນທີ່ໄດ້ຄື ພວກເຂົາແຕ່ລະຄົນໄດ້ເຮັດການຄົ້ນຄວ້າຕະຫຼອດຊີວິດໂດຍບໍ່ໄດ້ຮັບສິ່ງໃດເລີຍ ແລະ ເຖິງແມ່ນວ່າພວກເຂົາເຊື່ອໃນພຣະຈົ້າຕະຫຼອດຊີວິດຂອງພວກເຂົາ, ພວກເຂົາກໍບໍ່ເຄີຍໄດ້ຮັບຄວາມຈິງ. ພວກເຂົາສະແຫວງຫາແຕ່ຄວາມຮູ້ທາງວິທະຍາສາດເທົ່ານັ້ນ, ແຕ່ພວກເຂົາບໍ່ໄດ້ສະແຫວງຫາທີ່ຈະຮູ້ຈັກພຣະເຈົ້າ. ພວກເຂົາບໍ່ໄດ້ຮັບຄວາມຈິງ ຫຼື ພວກເຂົາບໍ່ໄດ້ຮັບຊີວິດທີ່ແທ້ຈິງ. ເສັ້ນທາງທີ່ພວກເຈົ້າກຳລັງຍ່າງຢູ່ທຸກມື້ນີ້ ບໍ່ແມ່ນເສັ້ນທາງທີ່ພວກເຂົາຍ່າງ. ສິ່ງທີ່ພວກເຈົ້າສະແຫວງຫາແມ່ນເພື່ອຮູ້ຈັກພຣະເຈົ້າ, ວິທີການຍອມອ່ອນນ້ອມຕໍ່ພຣະອົງ, ວິທີການນະມັດສະການພຣະອົງ ແລະ ວິທີການດຳລົງຊີວິດທີ່ມີຄວາມໝາຍ. ທັງໝົດນີ້ລ້ວນແລ້ວແຕ່ແຕກຕ່າງຈາກສິ່ງທີ່ພວກເຂົາສະແຫວງຫາຢ່າງສິ້ນເຊີງ. ເຖິງແມ່ນວ່າພວກເຂົາເປັນຄົນທີ່ເຊື່ອໃນພຣະເຈົ້າ, ພວກເຂົາກໍບໍ່ໄດ້ຮັບຄວາມຈິງ. ປັດຈຸບັນນີ້, ພຣະເຈົ້າທີ່ບັງເກີດເປັນມະນຸດໄດ້ບອກພວກເຈົ້າຄວາມຈິງທຸກດ້ານ ແລະ ໄດ້ມອບເສັ້ນທາງແຫ່ງຄວາມຈິງ ແລະ ຊີວິດໃຫ້ແກ່ພວກເຈົ້າ. ມັນຄົງຈະໂງ່ຈ້າສຳລັບເຈົ້າທີ່ຈະບໍ່ສະແຫວງຫາຄວາມຈິງ.
ປັດຈຸບັນນີ້, ຄວາມເຂົ້າໃຈຂອງພວກເຈົ້າກ່ຽວກັບຄວາມຈິງນັ້ນບໍ່ພຽງພໍ. ເຈົ້າສາມາດເວົ້າເຖິງແຕ່ທິດສະດີທີ່ວ່າງເປົ່າເທົ່ານັ້ນ. ເຈົ້າຍັງຮູ້ສຶກຂາດແຄນ ແລະ ບໍ່ແນ່ໃຈກ່ຽວກັບວຽກງານໃດໜຶ່ງທີ່ເຈົ້າຮັບຜິດຊອບ. ນີ້ສະແດງໃຫ້ເຫັນວ່າການເຂົ້າສູ່ຊີວິດຂອງເຈົ້ານັ້ນຜິວເຜີນເກີນໄປ ແລະ ເຈົ້າຍັງບໍ່ທັນໄດ້ຮັບຄວາມຈິງເທື່ອ. ເມື່ອເຈົ້າເຂົ້າໃຈຄວາມຈິງຢ່າງແທ້ຈິງ ແລະ ເຂົ້າສູ່ຄວາມເປັນຈິງແຫ່ງພຣະທຳຂອງພຣະເຈົ້າ, ເຈົ້າກໍຈະມີພະລັງງານ ເຊິ່ງເປັນພະລັງງານທີ່ບໍ່ຮູ້ຈັກໝົດສິ້ນທີ່ເຕີມເຕັມຮ່າງກາຍຂອງເຈົ້າ. ໃນເວລານັ້ນ, ເຈົ້າຈະຮູ້ສຶກສົດໃສຍິ່ງຂຶ້ນຢູ່ທາງໃນ ແລະ ຍິ່ງເຈົ້າຍ່າງໄປໃກ ເສັ້ນທາງກໍຍິ່ງຈະສົດໃສຍິ່ງຂຶ້ນ. ໃນປັດຈຸບັນ, ຄົນສ່ວນໃຫຍ່ທີ່ເຊື່ອໃນພຣະເຈົ້າຍັງບໍ່ໄດ້ເລີ່ມອອກຍ່າງເທິງເສັ້ນທາງທີ່ຖືກຕ້ອງ ແລະ ບໍ່ໄດ້ເຂົ້າໃຈຄວາມຈິງ, ດັ່ງນັ້ນ ພວກເຂົາຈຶ່ງຍັງຮູ້ສຶກວ່າງເປົ່າຢູ່ທາງໃນ, ຊີວິດທົນທຸກ ແລະ ພວກເຂົາບໍ່ມີເຫື່ອແຮງທີ່ຈະປະຕິບັດໜ້າທີ່ຂອງພວກເຂົາ. ນີ້ແມ່ນສິ່ງທີ່ຜູ້ເຊື່ອໃນພຣະເຈົ້າເປັນກ່ອນທີ່ພວກເຂົາຈະມີນິມິດໃນໃຈຂອງພວກເຂົາ. ຜູ້ຄົນບໍ່ໄດ້ຮັບຄວາມຈິງ ແລະ ຍັງບໍ່ທັນຮູ້ຈັກພຣະເຈົ້າເທື່ອ, ດັ່ງນັ້ນ ພວກເຂົາຈຶ່ງຍັງບໍ່ທັນຮູ້ສຶກພໍໃຈປານໃດ. ພວກເຈົ້າໄດ້ທົນທຸກກັບການຂົ່ມເຫັງ ແລະ ປະສົບກັບຄວາມຫຍຸ້ງຍາກໂດຍສະເພາະໃນການກັບເມື່ອເຮືອນ. ເມື່ອເຈົ້າທົນທຸກ, ເຈົ້າຍັງຄິດຢາກຕາຍ ແລະ ບໍ່ເຕັມໃຈທີ່ຈະມີຊີວິດຢູ່. ສິ່ງເຫຼົ່ານີ້ແມ່ນຄວາມອ່ອນແອຂອງເນື້ອໜັງ. ບາງຄົນເຖິງກັບຄິດວ່າ “ຄວາມເຊື່ອໃນພຣະເຈົ້າຄວນເປັນທີ່ໜ້າພໍໃຈ. ໃນຍຸກແຫ່ງພຣະຄຸນ, ພຣະວິນຍານບໍລິສຸດໄດ້ປະທານຄວາມສະຫງົບສຸກ ແລະ ຄວາມສຸກໃຫ້ແກ່ຜູ້ຄົນ. ປັດຈຸບັນນີ້ແມ່ນມີຄວາມສະຫງົບສຸກ ແລະ ຄວາມສຸກໜ້ອຍເກີນໄປ ແລະ ຄວາມສຸກແບບທີ່ເຄີຍມີໃນຍຸກແຫ່ງພຣະຄຸນບໍ່ມີອີກແລ້ວ. ການເຊື່ອໃນພຣະເຈົ້າໃນປັດຈຸບັນຊ່າງໜ້າວິຕົກກັງວົນທີ່ສຸດ”. ເຈົ້າຮູ້ພຽງແຕ່ວ່າ ຄວາມສຸກຂອງເນື້ອໜັງດີກວ່າສິ່ງອື່ນໃດ. ເຈົ້າບໍ່ຮູ້ວ່າພຣະເຈົ້າກຳລັງປະຕິບັດພາລະກິດຫຍັງໃນປັດຈຸບັນ. ພຣະເຈົ້າຕ້ອງປ່ອຍໃຫ້ເນື້ອໜັງຂອງເຈົ້າທົນທຸກ ເພື່ອປ່ຽນແປງອຸປະນິໄສຂອງເຈົ້າ. ເຖິງແມ່ນວ່າເນື້ອໜັງຂອງເຈົ້າຈະທົນທຸກ, ເຈົ້າກໍມີພຣະທຳຂອງພຣະເຈົ້າ ແລະ ເຈົ້າມີພອນຂອງພຣະເຈົ້າ. ເຈົ້າຕາຍບໍ່ໄດ້ເຖິງແມ່ນວ່າເຈົ້າຢາກຕາຍກໍຕາມ. ເຈົ້າສາມາດຍອມແພ້ທີ່ຈະບໍ່ຮູ້ຈັກພຣະເຈົ້າ ແລະ ບໍ່ໄດ້ຮັບຄວາມຈິງໄດ້ບໍ? ໃນປັດຈຸບັນ, ສໍາລັບສ່ວນໃຫຍ່, ມັນເປັນພຽງແຕ່ວ່າຜູ້ຄົນຍັງບໍ່ທັນໄດ້ຮັບຄວາມຈິງເທື່ອ ແລະ ພວກເຂົາບໍ່ມີຊີວິດ. ພວກເຂົາຢູ່ທ່າມກາງການສະແຫວງຫາຄວາມລອດພົ້ນ, ສະນັ້ນ ພວກເຂົາຕ້ອງທົນທຸກໜ້ອຍໜຶ່ງໃນຂະບວນການນີ້. ໃນປັດຈຸບັນ, ທຸກຄົນໃນໂລກກຳລັງຜະເຊີນກັບການທົດສອບ, ແມ່ນແຕ່ພຣະເຈົ້າກໍທົນທຸກ, ສະນັ້ນ ມັນຈຶ່ງເໝາະສຳລັບພວກເຈົ້າບໍທີ່ຈະບໍ່ທົນທຸກ? ຖ້າປາສະຈາກການຫຼໍ່ຫຼອມຜ່ານໄພພິບັດຄັ້ງໃຫຍ່ ແມ່ນບໍ່ສາມາດມີຄວາມເຊື່ອທີ່ແທ້ຈິງໄດ້ ແລະ ບໍ່ສາມາດໄດ້ຮັບຄວາມຈິງ ແລະ ຊີວິດໄດ້. ການບໍ່ມີການທົດສອບ ແລະ ການຫຼໍ່ຫຼອມນັ້ນແມ່ນບໍ່ໄດ້. ໃຫ້ເບິ່ງເປໂຕ, ໃນທີ່ສຸດລາວໄດ້ຜ່ານການທົດສອບເຈັດປີ (ຫຼັງຈາກທີ່ລາວອາຍຸໄດ້ຫ້າສິບສາມປີ). ລາວປະສົບກັບການທົດສອບເປັນຮ້ອຍໆຄັ້ງຕະຫຼອດເວລາເຈັດປີນັ້ນ. ລາວຕ້ອງຜ່ານໜຶ່ງໃນການທົດສອບເຫຼົ່ານີ້ທຸກໆສອງສາມມື້ ແລະ ພາຍຫຼັງທີ່ໄດ້ຜ່ານການທົດສອບທຸກຮູບແບບເທົ່ານັ້ນ ລາວຈຶ່ງໄດ້ຮັບຊີວິດ ແລະ ປະສົບກັບການປ່ຽນແປງອຸປະນິໄສຂອງລາວ. ເມື່ອເຈົ້າໄດ້ຮັບຄວາມຈິງຢ່າງແທ້ຈິງ ແລະ ໄດ້ມາຮູ້ຈັກພຣະເຈົ້າ, ເຈົ້າຈະຮູ້ສຶກວ່າເຈົ້າຄວນມີຊີວິດຢູ່ເພື່ອພຣະເຈົ້າ. ຖ້າເຈົ້າບໍ່ມີຊີວິດຢູ່ເພື່ອພຣະເຈົ້າ, ເຈົ້າກໍຈະເສຍໃຈ; ເຈົ້າຈະໃຊ້ຊີວິດຢູ່ໃນມື້ທີ່ຍັງເຫຼືອຂອງເຈົ້າດ້ວຍຄວາມຂົມຂື່ນ ແລະ ດ້ວຍຄວາມເສຍໃຈທີ່ສຸດ. ເຈົ້າຍັງບໍ່ສາມາດຕາຍໄດ້ເທື່ອ. ເຈົ້າຕ້ອງກຳກຳປັ້ນໃຫ້ແໜ້ນ ແລະ ໃຊ້ຊີວິດຕໍ່ໄປຢ່າງເດັດດ່ຽວ. ເຈົ້າຕ້ອງມີຊີວິດຢູ່ເພື່ອພຣະເຈົ້າ. ເມື່ອຜູ້ຄົນມີຄວາມຈິງພາຍໃນຕົວພວກເຂົາ, ພວກເຂົາກໍມີຄວາມຕັ້ງໃຈນີ້ ແລະ ບໍ່ປາຖະໜາຢາກຕາຍອີກຈັກເທື່ອ. ເມື່ອຄວາມຕາຍຄຸກຄາມເຈົ້າ, ເຈົ້າຈະເວົ້າວ່າ “ໂອ ພຣະເຈົ້າ, ຂ້ານ້ອຍບໍ່ເຕັມໃຈທີ່ຈະຕາຍ. ຂ້ານ້ອຍຍັງບໍ່ຮູ້ຈັກພຣະອົງເທື່ອ. ຂ້ານ້ອຍຍັງບໍ່ໄດ້ຕອບແທນຄວາມຮັກຂອງພຣະອົງຊ້ຳ. ຂ້ານ້ອຍບໍ່ສາມາດຕາຍໄດ້ຈົນກວ່າຂ້ານ້ອຍຈະໄດ້ຮູ້ຈັກພຣະອົງເປັນຢ່າງດີ”. ຕອນນີ້ ພວກເຈົ້າຢູ່ຈຸດນີ້ບໍ? ເຈົ້າຍັງເທື່ອ, ບໍ່ແມ່ນບໍ? ບາງຄົນຜະເຊີນກັບຄວາມເຈັບປວດຂອງຄອບຄົວ, ບາງຄົນຜະເຊີນກັບຄວາມເຈັບປວດຈາກການແຕ່ງງານ ແລະ ບາງຄົນກໍທົນທຸກຈາກການຂົ່ມເຫັງ, ຂາດແຄນແມ່ນແຕ່ບ່ອນໃຫ້ອາໄສຢູ່. ບໍ່ວ່າພວກເຂົາຈະໄປໃສ, ມັນກໍແມ່ນເຮືອນຂອງຄົນອື່ນ ແລະ ພວກເຂົາຮູ້ສຶກເຈັບປວດໃນໃຈຂອງພວກເຂົາ. ຄວາມເຈັບປວດທີ່ພວກເຈົ້າກຳລັງຜະເຊີນຢູ່ຕອນນີ້ແມ່ນຄວາມເຈັບປວດທີ່ພຣະເຈົ້າໄດ້ທົນທຸກບໍ? ພວກເຈົ້າກຳລັງທົນທຸກຮ່ວມກັບພຣະເຈົ້າ ແລະ ພຣະເຈົ້າຢູ່ຄຽງຂ້າງມະນຸດໃນການທົນທຸກ. ພວກເຈົ້າທຸກຄົນມີສ່ວນໃນຄວາມທຸກລຳບາກ, ອານາຈັກ ແລະ ຄວາມອົດກັ້ນຂອງພຣະຄຣິດໃນປະຈຸບັນ ແລະ ເຈົ້າຈະໄດ້ຮັບສະຫງ່າລາສີໃນທີ່ສຸດ! ການທົນທຸກນີ້ມີຄວາມໝາຍ. ນັ້ນບໍ່ແມ່ນສິ່ງທີ່ມັນເປັນບໍ? ເຈົ້າບໍ່ສາມາດປາສະຈາກຄວາມຕັ້ງໃຈນີ້ໄດ້. ເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການທົນທຸກໃນທຸກມື້ນີ້ ແລະ ເປັນຫຍັງເຈົ້າຈຶ່ງທົນທຸກຫຼາຍ. ເຈົ້າຕ້ອງສະແຫວງຫາຄວາມຈິງ ແລະ ບັນລຸຄວາມເຂົ້າໃຈກ່ຽວກັບຄວາມປະສົງຂອງພຣະເຈົ້າ ແລະ ຫຼັງຈາກນັ້ນເຈົ້າຈະມີຄວາມຕັ້ງໃຈທີ່ຈະທົນທຸກ. ຖ້າເຈົ້າບໍ່ເຂົ້າໃຈຄວາມປະສົງຂອງພຣະເຈົ້າ ແລະ ເຈົ້າພຽງແຕ່ຄິດກ່ຽວກັບການທົນທຸກ, ແລ້ວຍິ່ງເຈົ້າຄິດເຖິງມັນຫຼາຍສ່ຳໃດ, ເຈົ້າກໍຍິ່ງຮູ້ສຶກບໍ່ສະບາຍໃຈ ແລະ ຫົດຫູ່ໃຈຫຼາຍສ່ຳນັ້ນ, ຄືກັບວ່າເສັ້ນທາງແຫ່ງຊີວິດຂອງເຈົ້າກຳລັງຈະສິ້ນສຸດ. ເຈົ້າຈະເລີ່ມທົນທຸກກັບຄວາມທຸກທໍລະມານແຫ່ງຄວາມຕາຍ. ຖ້າເຈົ້າໃສ່ໃຈ ແລະ ທຸ້ມເທຄວາມພະຍາຍາມທັງໝົດຂອງເຈົ້າໃຫ້ກັບຄວາມຈິງ ແລະ ເຈົ້າສາມາດເຂົ້າໃຈຄວາມຈິງ, ຫົວໃຈຂອງເຈົ້າກໍຈະສົດໃສຂຶ້ນ ແລະ ເຈົ້າຈະປະສົບກັບຄວາມສຸກ. ເຈົ້າຈະພົບຄວາມສະຫງົບສຸກ ແລະ ຄວາມສຸກພາຍໃນຫົວໃຈຂອງເຈົ້າໃນຊີວິດ ແລະ ເມື່ອຄວາມເຈັບປ່ວຍ ຫຼື ຄວາມຕາຍປາກົດຂຶ້ນ, ເຈົ້າຈະເວົ້າວ່າ “ຂ້ອຍຍັງບໍ່ທັນໄດ້ຮັບຄວາມຈິງເທື່ອ, ດັ່ງນັ້ນ ຂ້ອຍຈະຕາຍບໍ່ໄດ້. ຂ້ອຍຕ້ອງອຸທິດໃຫ້ແກ່ພຣະເຈົ້າເປັນຢ່າງດີ, ເປັນພະຍານໃຫ້ແກ່ພຣະເຈົ້າເປັນຢ່າງດີ ແລະ ຕອບແທນຄວາມຮັກຂອງພຣະເຈົ້າ. ຂ້ອຍຈະຕາຍແນວໃດໃນຕອນທ້າຍແມ່ນບໍ່ສຳຄັນ ເພາະຂ້ອຍຈະໄດ້ໃຊ້ຊີວິດທີ່ໜ້າພໍໃຈ. ບໍ່ວ່າຫຍັງກໍຕາມ, ຂ້ອຍຍັງຕາຍບໍ່ໄດ້ເທື່ອ. ຂ້ອຍຕ້ອງຢືນຍັດ ແລະ ມີຊີວິດຢູ່ຕໍ່ໄປ”. ຕອນນີ້ເຈົ້າຕ້ອງມີຄວາມກະຈ່າງແຈ້ງໃນເລື່ອງນີ້ ແລະ ເຈົ້າຕ້ອງເຂົ້າໃຈຄວາມຈິງຈາກສິ່ງເຫຼົ່ານີ້. ເມື່ອຜູ້ຄົນມີຄວາມຈິງ, ພວກເຂົາກໍມີຄວາມເຂັ້ມແຂງ. ເມື່ອພວກເຂົາມີຄວາມຈິງ, ພວກເຂົາກໍມີພະລັງງານທີ່ບໍ່ຮູ້ຈັກໝົດສິ້ນທີ່ຕື່ມເຕັມຮ່າງກາຍຂອງພວກເຂົາ. ເມື່ອພວກເຂົາມີຄວາມຈິງ, ພວກເຂົາກໍມີຄວາມເດັດດ່ຽວ. ຖ້າບໍ່ມີຄວາມຈິງ, ຜູ້ຄົນກໍອ່ອນຄືກັບຜັກເນົ່າ; ເມື່ອພວກເຂົາມີຄວາມຈິງ, ພວກເຂົາກໍແຂງແກ່ນຄືກັບເຫຼັກ. ບໍ່ວ່າສິ່ງຕ່າງໆຈະຂົມຂື່ນສ່ຳໃດ, ພວກເຂົາກໍຈະບໍ່ຮູ້ສຶກຂົມຂື່ນເລີຍ. ພວກເຈົ້າຄິດວ່າຄວາມທົນທຸກນ້ອຍໆຂອງພວກເຈົ້າມີຄ່າສ່ຳໃດ? ພຣະເຈົ້າທີ່ບັງເກີດເປັນມະນຸດກໍຍັງທົນທຸກຢູ່! ພວກເຈົ້າເປັນຄົນທີ່ຖືກຊາຕານເຮັດໃຫ້ເສື່ອມຊາມ ແລະ ມີທຳມະຊາທີ່ຈະກະບົດຕໍ່ພຣະເຈົ້າ. ເຈົ້າໄດ້ເຮັດຫຼາຍສິ່ງຫຼາຍຢ່າງທີ່ກະບົດ ແລະ ຕໍ່ຕ້ານພຣະເຈົ້າໂດຍບໍ່ຮູ້ຕົວ ແລະ ເຈົ້າສົມຄວນໄດ້ຮັບການພິພາກສາ ແລະ ການຂ້ຽນຕີ. ຄືກັບຄົນປ່ວຍທີ່ຕ້ອງໄດ້ຮັບການປິ່ນປົວ, ມັນເໝາະສົມບໍທີ່ພວກເຂົາຈະຢ້ານການທົນທຸກ? ພວກເຈົ້າມີອຸປະນິໄສທີ່ເສື່ອມຊາມ, ດັ່ງນັ້ນ ພວກເຈົ້າຄິດວ່າພວກເຈົ້າສາມາດປ່ຽນແປງອຸປະນິໄສຂອງພວກເຈົ້າ ແລະ ໄດ້ຮັບຊີວິດໂດຍບໍ່ໄດ້ເຈັບປວດເລີຍໄດ້ບໍ? ຄວາມທົນທຸກຂອງພວກເຈົ້າເກີດຈາກອຸປະນິໄສທີ່ເສື່ອມຊາມຂອງພວກເຈົ້າ. ມັນສົມຄວນ ແລະ ຕ້ອງອົດທົນ. ມັນບໍ່ໄຮ້ດຽງສາ ຫຼື ຖືກກຳນົດໂດຍພຣະເຈົ້າ. ຄວາມທົນທຸກທີ່ພວກເຈົ້າຜະເຊີນຢູ່ໃນປັດຈຸບັນແມ່ນຫຼາຍກວ່າການແລ່ນ ແລະ ການເຮັດວຽກໜັກໃນໜ້າທີ່ຂອງພວກເຈົ້າໜ້ອຍໜຶ່ງ. ບາງຄັ້ງເຈົ້າກໍພົບວ່າອຸປະນິໄສທີ່ເສື່ອມຊາມຂອງເຈົ້າບໍ່ໄດ້ປ່ຽນແປງເລີຍ ແລະ ດ້ວຍເຫດນີ້ ເຈົ້າຈຶ່ງຜ່ານການຫໍ່ຫຼອມບາງຢ່າງ. ບາງຄັ້ງເຈົ້າບໍ່ເຂົ້າໃຈພຣະທຳຂອງພຣະເຈົ້າ ຫຼື ພຣະທຳດັ່ງກ່າວເຈັບປວດທີ່ໄດ້ອ່ານ ແລະ ດ້ວຍເຫດນີ້ ເຈົ້າຈຶ່ງທົນທຸກໜ້ອຍໜຶ່ງຈາກການຫຼໍ່ຫຼອມໃນພຣະທຳຂອງພຣະເຈົ້າ. ຫຼື ບາງເທື່ອ ເຈົ້າເຮັດວຽກຕົວຈິງຂອງເຈົ້າໄດ້ບໍ່ດີ ແລະ ສືບຕໍ່ເຮັດຜິດໃນໜ້າທີ່ຂອງເຈົ້າ, ເຈົ້າຮູ້ສຶກຜິດ ແລະ ກຽດຊັງຕົນເອງທີ່ບໍ່ສາມາດເຮັດວຽກຂອງເຈົ້າ ແລະ ນີ້ກໍເຮັດໃຫ້ເຈົ້າເກີດຄວາມທົນທຸກ. ບາງເທື່ອ ເຈົ້າເຫັນຄົນອື່ນມີຄວາມກ້າວໜ້າ ແລະ ຮູ້ສຶກວ່າຄວາມກ້າວໜ້າຂອງເຈົ້າເອງຊ້າເກີນໄປ, ມັນໃຊ້ເວລາດົນເກີນໄປທີ່ເຈົ້າຈະມີຄວາມກ້າວໜ້າໃນການເຂົ້າໃຈພຣະທຳຂອງພຣະເຈົ້າ, ມີແສງສະຫວ່າງໜ້ອຍເກີນໄປ ແລະ ເລື່ອງເຫຼົ່ານີ້ເຮັດໃຫ້ເຈົ້າທົນທຸກພໍສົມຄວນ. ບາງຄັ້ງ ເຈົ້າຮູ້ສຶກຖືກຄຸກຄາມໂດຍສະພາບແວດລ້ອມທີ່ບໍ່ເປັນມິດ ຍ້ອນການຈັບກຸມ ແລະ ການຂົ່ມເຫັງຂອງມັງກອນແດງໃຫຍ່ ແລະ ດ້ວຍເຫດນີ້ ເຈົ້າຈຶ່ງຮູ້ສຶກຢ້ານຢູ່ສະເໝີ, ກະວົນກະວາຍ ແລະ ໃຊ້ຊີວິດໃນຄວາມຢ້ານກົວ ແລະ ສິ່ງນີ້ເຮັດໃຫ້ເຈົ້າທົນທຸກພໍສົມຄວນ. ນອກຈາກການທົນທຸກນີ້, ເຈົ້າໄດ້ປະສົບກັບການທົນທຸກຫຍັງອີກ? ພວກເຈົ້າບໍ່ໄດ້ຖືກບັງຄັງໃຫ້ອອກແຮງງານຢ່າງໜັກ ຫຼື ພວກເຈົ້າບໍ່ມີຫົວໜ້າ ຫຼື ເຈົ້ານາຍທີ່ທຸບຕີ ແລະ ຮ້າຍດ່າພວກເຈົ້າ ແລະ ບໍ່ມີໃຜປະຕິບັດຕໍ່ພວກເຈົ້າຄືກັບຂ້າທາດ. ເຈົ້າບໍ່ໄດ້ທົນທຸກຄວາມລຳບາກດັ່ງກ່າວ. ຄວາມຈິງແລ້ວ ຄວາມລຳບາກເຫຼົ່ານີ້ທີ່ພວກເຈົ້າທົນຢູ່ບໍ່ແມ່ນຄວາມລຳບາກແທ້ໆ. ໃຫ້ຄິດເບິ່ງແມ. ນີ້ບໍ່ແມ່ນແທ້ບໍ? ພວກເຈົ້າຕ້ອງເຂົ້າໃຈຄວາມໝາຍຂອງການປະຖິ້ມຄອບຄົວຂອງເຈົ້າເພື່ອອຸທິດຕົນໃຫ້ແກ່ພຣະເຈົ້າ ແລະ ເປັນຫຍັງເຈົ້າຈຶ່ງເຮັດມັນ. ຖ້າເຈົ້າເຮັດມັນເພື່ອສະແຫວງຫາຄວາມຈິງ ແລະ ຊີວິດ, ແລ້ວໃນເວລາດຽວກັນກໍປະຕິບັດໜ້າທີ່ຂອງເຈົ້າ ແລະ ຕອບແທນຄວາມຮັກຂອງພຣະເຈົ້າ, ສິ່ງນີ້ກໍທ່ຽງທຳຢ່າງສົມບູນ. ມັນເປັນສິ່ງທີ່ດີ, ມັນຖືກກຳນົດໄວ້ໂດຍສະຫວັນ ແລະ ຮັບຮູ້ໂດຍແຜ່ນດິນໂລກ ແລະ ເຈົ້າຈະບໍ່ເສຍໃຈຈັກເທື່ອ. ບໍ່ວ່າຈະເກີດຫຍັງຂຶ້ນກັບຄອບຄົວຂອງເຈົ້າກໍຕາມ, ເຈົ້າກໍສາມາດປ່ອຍວາງໄດ້. ຖ້າເຈົ້າເຂົ້າໃຈຄວາມໝາຍນີ້ຢ່າງຊັດເຈນ, ເຈົ້າຈະບໍ່ເສຍໃຈ ແລະ ເຈົ້າຈະບໍ່ຄິດລົບ. ຖ້າເຈົ້າບໍ່ອຸທິດຕົນໃຫ້ແກ່ພຣະເຈົ້າຢ່າງແທ້ຈິງ ແລະ ພຽງແຕ່ທຸ້ມເທຕົວເອງເພື່ອໃຫ້ໄດ້ຮັບພອນ, ສິ່ງນີ້ກໍໄຮ້ຄວາມໝາຍ. ຫຼັງຈາກເຈົ້າເບິ່ງເຂົ້າໄປໃນເລື່ອງນີ້, ບັນຫາກໍໄດ້ຮັບການແກ້ໄຂ ແລະ ເຈົ້າຈະບໍ່ຈຳເປັນຕ້ອງກັງວົນກ່ຽວກັບຄອບຄົວຂອງເຈົ້າ. ທຸກສິ່ງຢູ່ໃນມືຂອງພຣະເຈົ້າ. ຕອນນີ້, ພວກເຈົ້າທຸກຄົນໄດ້ປະສົບກັບການທົດສອບບາງຢ່າງ. ບາງຄົນໄດ້ຮັບຄວາມຈິງບາງຢ່າງ, ແຕ່ບາງຄົນກໍພຽງແຕ່ເຂົ້າໃຈຫຼັກຄຳສອນບາງຂໍ້ ແຕ່ບໍ່ໄດ້ຮັບຄວາມຈິງໃດໆ. ບາງຄົນມີຄວາມສາມາດດີ ແລະ ຂ້ອນຂ້າງມີຄວາມເຂົ້າໃຈທີ່ເລິກເຊິ່ງ ແລະ ບາງຄົນທີ່ມີຄວາມສາມາດຕໍ່າກໍຂ້ອນຂ້າງມີຄວາມເຂົ້າໃຈທີ່ຕື້ນ. ບໍ່ວ່າຄວາມເຂົ້າໃຈຂອງເຈົ້າຈະເລິກ ຫຼື ຕື້ນ, ຕາບໃດທີ່ເຈົ້າເຂົ້າໃຈຄວາມຈິງບາງຢ່າງ ແລະ ສາມາດຍຶດໝັ້ນໃນການເປັນພະຍານຂອງເຈົ້າເມື່ອເຈົ້າທົນທຸກຜ່ານການທົດສອບ, ການທົນທຸກຂອງເຈົ້າກໍມີຄວາມໝາຍ ແລະ ມີຄຸນຄ່າ. ຖ້າເຈົ້າບໍ່ສາມາດຮັບເອົາສິ່ງຕ່າງໆຈາກພຣະເຈົ້າ ແລະ ເຈົ້າເຂົ້າຫາສິ່ງຕ່າງໆດ້ວຍແນວຄິດ ແລະ ຈິນຕະນາການຂອງມະນຸດຢູ່ສະເໝີ, ບໍ່ວ່າເຈົ້າຈະທົນທຸກຫຼາຍສໍ່າໃດກໍຕາມ, ເຈົ້າຈະບໍ່ມີຄຳພະຍານຈາກປະສົບການທີ່ແທ້ຈິງຈັກເທື່ອ. ການທົນທຸກຂອງເຈົ້າຈະບໍ່ມີຄຸນຄ່າ ເພາະເຈົ້າບໍ່ໄດ້ຮັບຄວາມຈິງ.
ເຈົ້າຄວນສະແຫວງຫາຄວາມປະສົງຂອງພຣະເຈົ້າໃນທຸກສິ່ງ ແລະ ເຈົ້າຕ້ອງສະແຫວງຫາຄວາມຈິງໃນທຸກສິ່ງ. ຕົວຢ່າງ: ເຈົ້າສະແຫວງຫາຄວາມຈິງແນວໃດໃນເລື່ອງຕ່າງໆເຊັ່ນ ອາຫານ, ເຄື່ອງນຸ່ງ ແລະ ເລື່ອງສ່ວນຕົວໃນຊີວິດ? ມີຄວາມຈິງໃຫ້ສະແຫວງຫາໃນສິ່ງເຫຼົ່ານີ້ບໍ? ບາງຄົນເວົ້າວ່າ “ບໍ່ວ່າເຈົ້າຈະເຊື່ອໃນພຣະເຈົ້າ ຫຼື ບໍ່, ຄວາມສຸກຄືການກິນອີ່ມ ແລະ ນຸ່ງອຸ່ນ. ຖ້າບໍ່ມີສິ່ງນັ້ນ, ທັງໝົດແມ່ນຄວາມທຸກ”. ສິ່ງນັ້ນສອດຄ່ອງກັບຄວາມຈິງບໍ? ມີຫຼາຍຄົນທີ່ໃຊ້ຊີວິດທີ່ອຸດົມສົມບູນໄປດ້ວຍອາຫານທີ່ດີ ແລະ ເຄື່ອງນຸ່ມທີ່ຈົບງາມ ທີ່ໂລບມາກໃນຄວາມສຸກທາງເນື້ອໜັງ. ພວກເຂົາຈະບໍ່ຍອມຮັບຄວາມຈິງງ່າຍໆ ຫຼື ນຳໄປປະຕິບັດ, ແລ້ວແຮງໄກທີ່ຈະຍອມປະຖິ້ມທຸກສິ່ງເພື່ອອຸທິດຕົນໃຫ້ແກ່ພຣະເຈົ້າ. ຄົນປະເພດນັ້ນຈະບໍ່ໄດ້ຮັບການຮັບຮອງຈາກພຣະເຈົ້າ ແລະ ໃນທີ່ສຸດແລ້ວ, ພວກເຂົາທຸກຄົນຈະຕົກລົງສູ່ໄພພິບັດ, ເຊັດນ້ຳຕາ ແລະ ກັດແຂ້ວຂອງຕົນ. ຄົນປະເພດນີ້ຈະມີຄວາມສຸກທີ່ຄູ່ຄວນໃຫ້ກ່າວເຖິງບໍ? ຄົນຈຳນວນຫຼາຍເກີດໃນຄອບຄົວຜູ້ໃຊ້ແຮງງານ ຫຼື ຊາວສວນ ແລະ ຂ້ອນຂ້າງທົນທຸກໜ້ອຍໜຶ່ງນັບຕັ້ງແຕ່ຍັງນ້ອຍ. ຖ້າພວກເຂົ້າສາມາດເຂົ້າໃຈຄວາມຈິງ, ພວກເຂົາມີແນວໂນ້ມທີ່ຈະຍອມຮັບມັນ ແລະ ນຳມັນໄປປະຕິບັດ ແລະ ພວກເຂົາສາມາດເສຍສະຫຼະ ແລະ ອຸທິດຕົນໃຫ້ແກ່ພຣະເຈົ້າ ໂດຍບໍ່ຢ້ານທົນທຸກ. ພວກເຂົາສາມາດອຸທິດຕົນໃຫ້ແກ່ການມອບໝາຍຂອງພຣະເຈົ້າໄດ້ຢ່າງເຕັມທີ່ ແລະ ບາງຄົນເຖິງກັບໄປໃກເຖິງກັບມອບຊີວິດຂອງພວກເຂົາໃຫ້ແກ່ພຣະເຈົ້າ. ຄົນປະເພດນນັ້ນແມ່ນເໝາະສົມທີ່ຈະຢູ່ໃນເຮືອນຂອງພຣະເຈົ້າ. ຫຼາຍຄົນສຸມໃສ່ຄວາມສຸກຂອງເນື້ອໜັງຫຼາຍ. ແທ້ຈິງແລ້ວ, ພວກເຈົ້າຈະເວົ້າບໍວ່າ ການມີອາຫານທີ່ດີ ແລະ ເຄື່ອງນຸ່ງທີ່ຈົບງາມນັ້ນສຳຄັນ? ແນ່ນອນວ່າບໍ່. ຖ້າຄົນໃດໜຶ່ງສາມາດຮູ້ຈັກພຣະເຈົ້າ ແລະ ໄດ້ຮັບຄວາມຈິງຢ່າງແທ້ຈິງ, ແລ້ວໃນທຸກສິ່ງທີ່ບຸກຄົນນັ້ນເຮັດ, ພວກເຂົາຈະເປັນພະຍານໃຫ້ແກ່ພຣະເຈົ້າ ແລະ ເຮັດໃຫ້ພຣະເຈົ້າພໍໃຈ. ບໍ່ວ່າບຸກຄົນດັ່ງກ່າວຈະກິນ ຫຼື ນຸ່ງຫົ່ມບໍ່ດີສ່ຳໃດກໍຕາມ, ກໍຍັງມີຄຸນຄ່າໃນຊີວິດຂອງພວກເຂົາ ແລະ ພວກເຂົາສາມາດໄດ້ຮັບການຮອງຮັບຈາກພຣະເຈົ້າ. ນີ້ບໍ່ແມ່ນສິ່ງທີ່ມີຄວາມໝາຍທີ່ສຸດບໍ? ການກິນດີ ຫຼື ນຸ່ງເຄື່ອງຈົບງາມບໍ່ໄດ້ຮັບປະກັນວ່າເຈົ້າຈະໄດ້ຮັບພອນ. ເຈົ້າຍັງຈະຖືກສາບແຊ່ງຖ້າເຈົ້າບໍ່ເຊື່ອຟັງພຣະເຈົ້າ ຫຼື ຍ່າງຢູ່ເສັ້ນທາງທີ່ຜິດ, ສ່ວນຄົນທີ່ແຕ່ງຕົວໂຊມໆ ແລະ ກິນອາຫານທີ່ບໍ່ດີ ແຕ່ເປັນຜູ້ທີ່ໄດ້ຮັບຄວາມຈິງກໍຈະໄດ້ຮັບພອນຈາກພຣະເຈົ້າຄືກັນ. ເພາະສະນັ້ນ, ມີຄວາມຈິງໃຫ້ສະແຫວງຫາໃນວິທີການທີ່ເຈົ້າພິຈາລະນາກ່ຽວກັບເລື່ອງອາຫານ ແລະ ເຄື່ອງນຸ່ງ ແລະ ຍິ່ງມີຄວາມຈິງໃຫ້ສະແຫວງຫາຫຼາຍຂຶ້ນໃນວິທີການທີ່ເຈົ້າຄວນປະຕິບັດຕໍ່ການປະຕິບັດໜ້າທີ່ຂອງເຈົ້າ. ວິທີທີ່ເຈົ້າພິຈາລະນາການຝາກຝັງຂອງພຣະເຈົ້າແມ່ນເລື່ອງທີ່ສຳຄັນທີ່ສຸດ ແລະ ນີ້ແມ່ນເລື່ອງທີ່ຈິງຈັງຫຼາຍ. ຖ້າເຈົ້າບໍ່ສາມາດສຳເລັດສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ກັບຜູ້ຄົນ, ແລ້ວເຈົ້າກໍບໍ່ສົມຄວນດຳລົງຊີວິດຢູ່ໃນການສະຖິດຂອງພຣະອົງ ແລະ ເຈົ້າຄວນຖືກລົງໂທດ. ມັນຖືກກຳນົດໂດຍສະຫວັນ ແລະ ຖືກຮັບຮູ້ໂດຍແຜ່ນດິນໂລກທີ່ມະນຸດຄວນສຳເລັດການຝາກຝັງທີ່ພຣະເຈົ້າໄດ້ມອບໝາຍໃຫ້ແກ່ພວກເຂົາ. ນີ້ຄືຄວາມຮັບຜິດຊອບສູງສຸດຂອງມະນຸດ ແລະ ມັນສຳຄັນສໍ່າກັບຊີວິດຂອງພວກເຂົາ. ຖ້າເຈົ້າບໍ່ຈິງຈັງກັບການຝາກຝັງຂອງພຣະເຈົ້າ, ແລ້ວເຈົ້າກໍກຳລັງທໍລະຍົດຕໍ່ພຣະອົງໃນລັກສະນະທີ່ເສົ້າໃຈທີ່ສຸດ. ໃນນີ້, ເຈົ້າແມ່ນເປັນຕາເສົ້າໃຈຫຼາຍກວ່າຢູດາ ແລະ ຄວນຖືກສາບແຊ່ງ. ຜູ້ຄົນຕ້ອງໄດ້ຮັບຄວາມເຂົ້າໃຈຢ່າງທົ່ວເຖິງກ່ຽວກັບວິທີປະຕິບັດຕໍ່ສິ່ງທີ່ພຣະເຈົ້າໄດ້ຝາກຝັງໃຫ້ແກ່ພວກເຂົາ ແລະ ຢ່າງໜ້ອຍທີ່ສຸດ ພວກເຂົາຕ້ອງຢັ່ງຮູ້ວ່າ ການຝາກຝັງທີ່ພຣະອົງມອບໝາຍໃຫ້ແກ່ມະນຸດຊາດແມ່ນການຍົກຍ້ອງ ແລະ ການເຊີດຊູທີ່ພິເສດຈາກພຣະເຈົ້າ ແລະ ພວກມັນແມ່ນສິ່ງທີ່ສະຫງ່າລາສີທີ່ສຸດ. ທຸກສິ່ງອື່ນແມ່ນສາມາດຖືກປະຖິ້ມໄດ້. ເຖິງແມ່ນບຸກຄົນໃດໜຶ່ງຕ້ອງສະຫຼະຊີວິດຂອງພວກເຂົາເອງ, ພວກເຂົາກໍຍັງຕ້ອງໄດ້ປະຕິບັດການຝາກຝັງຂອງພຣະເຈົ້າໃຫ້ສໍາເລັດ. ເບິ່ງແມ, ບໍ່ມີຄວາມຈິງໃຫ້ສະແຫວງຫາຢູ່ບ່ອນນີ້ບໍ? ການບັນລຸການປ່ຽນແປງອຸປະນິໄສຂອງເຈົ້າແມ່ນເຊື່ອມໂຍງຢ່າງໃກ້ຊິດກັບການສະແຫວງຫາຄວາມຈິງ! ຖ້າເຈົ້າເຂົ້າໃຈຄວາມຈິງວ່າເປັນຫຍັງຄົນເຮົາຈຶ່ງມີຊີວິດ ແລະ ເຈົ້າຄວນມີທັດສະນະຕໍ່ຊີວິດແນວໃດ, ແລ້ວທັດສະນະຂອງເຈົ້າກ່ຽວກັບຊີວິດຂອງເຈົ້າຈະບໍ່ປ່ຽນແປງບໍ? ມີຄວາມຈິງອີກຫຼາຍຢ່າງໃຫ້ສະແຫວງຫາຢູ່ບ່ອນນີ້ນີ້. ຄວາມຈິງໃດທີ່ສາມາດພົບເຫັນໄດ້ໃນການຮັກພຣະເຈົ້າ? ເປັນຫຍັງມະນຸດຕ້ອງຮັກພຣະອົງ? ແມ່ນຫຍັງຄືຄວາມໝາຍຂອງການຮັກພຣະອົງ? ຖ້າບຸກຄົນໜຶ່ງມີຄວາມເຂົ້າໃຈທີ່ຊັດເຈນກ່ຽວກັບຄວາມຈິງຂອງການຮັກພຣະເຈົ້າ ແລະ ພວກເຂົາສາມາດຮັກພຣະອົງໃນສ່ວນເລິກຂອງຫົວໃຈພວກເຂົາ ແລະ ມີຄວາມຮັກໜ້ອຍໜຶ່ງໃຫ້ແກ່ພຣະເຈົ້າ, ພວກເຂົາກໍມີຊີວິດທີ່ແທ້ຈິງ ແລະ ຢູ່ທ່າມກາງບັນດາຜູ້ທີ່ໄດ້ຮັບພອນທີ່ສຸດ. ຄົນທີ່ສະແຫວງຫາຄວາມຈິງໃນທຸກສິ່ງມີຄວາມກ້າວໜ້າໄວທີ່ສຸດໃນຊີວິດ ແລະ ສາມາດບັນລຸການປ່ຽນແປງອຸປະນິໄສໄດ້. ແນ່ນອນວ່າແມ່ນຜູ້ທີ່ສະແຫວງຫາຄວາມຈິງໃນທຸກສິ່ງທີ່ພຣະເຈົ້າຮັກ. ຖ້າບຸກຄົນໜຶ່ງເພິ່ງພາແນວຄວາມຄິດ ແລະ ຫຼັກຄຳສອນ ຫຼື ປະຕິບັດຕາມກົດເກນຕ່າງໆໃນທຸກສິ່ງ, ພວກເຂົາກໍຈະບໍ່ມີຄວາມກ້າວໜ້າ. ພວກເຂົາຈະບໍ່ໄດ້ຮັບຄວາມຈິງຈັກເທື່ອ ແລະ ບໍ່ໄວກໍຊ້າ ພວກເຂົາກໍຈະຖືກຂັບໄລ່ອອກ. ພຣະເຈົ້າກຽດຊັງຄົນປະເພດນີ້ທີ່ສຸດ.
ລະດູໃບໄມ້ປົ່ງ, ປີ 1999