ບົດທີ 21

ໃນສາຍຕາຂອງພຣະເຈົ້າ, ຜູ້ຄົນເປັນຄືກັບສັດທີ່ຢູ່ໃນໂລກຂອງສັດ. ພວກເຂົາຕີກັນເອງ, ຂ້າກັນເອງ ແລະ ມີປະຕິກິລິຍາທີ່ພິເສດຕໍ່ກັນເອງ. ໃນສາຍຕາຂອງພຣະເຈົ້າ, ພວກເຂົາຍັງເປັນຄືກັບທະນີຄົນ, ວາງແຜນຕໍ່ສູ້ກັນເອງ ບໍ່ວ່າຈະອາຍຸສໍ່າໃດ ຫຼື ເພດໃດກໍຕາມ. ດັ່ງນັ້ນ ທຸກສິ່ງທີ່ມະນຸດຊາດທັງປວງເຮັດ ແລະ ສຳແດງອອກແມ່ນບໍ່ເຄີຍຕາມໃຈພຣະເຈົ້າຈັກເທື່ອ. ເວລາທີ່ພຣະເຈົ້າປົກປິດໃບໜ້າຂອງພຣະອົງກໍຄືເວລາທີ່ຜູ້ຄົນທົ່ວໂລກຖືກທົດສອບແທ້ຈິງ. ທຸກຄົນຮ້ອງຄາງດ້ວຍຄວາມເຈັບປວດ, ພວກເຂົາທຸກຄົນດຳລົງຊີວິດຢູ່ພາຍໃຕ້ການຂົ່ມຂູ່ຂອງໄພພິບັດ ແລະ ບໍ່ມີພວກເຂົາແມ່ນແຕ່ຄົນດຽວທີ່ເຄີຍຫຼົບໜີຈາກການພິພາກສາຂອງພຣະເຈົ້າໄດ້. ຄວາມເປັນຈິງແລ້ວ ເປົ້າໝາຍຫຼັກໆຂອງພຣະເຈົ້າໃນການກາຍມາເປັນເນື້ອໜັງກໍຄືເພື່ອພິພາກສາມະນຸດ ແລະ ກ່າວໂທດເຂົາໃນເນື້ອໜັງຂອງພຣະອົງ. ໃນຄວາມຄິດຂອງພຣະເຈົ້າ ມັນໄດ້ຖືກຕັດສິນແຕ່ດົນແລ້ວວ່າ ຜູ້ໃດຈະຖືກຊ່ວຍໃຫ້ລອດພົ້ນ ຫຼື ຖືກທຳລາຍຕາມທາດແທ້ຂອງພວກເຂົາ ແລະ ສິ່ງນີ້ຈະຖືກເຮັດໃຫ້ຊັດແຈ້ງເທື່ອລະໜ້ອຍໃນໄລຍະສຸດທ້າຍ. ເມື່ອວັນ ແລະ ເດືອນໄດ້ຜ່ານໄປ, ຜູ້ຄົນກໍປ່ຽນໄປ ແລະ ຮູບຮ່າງເດີມຂອງພວກເຂົາກໍຖືກເປີດເຜີຍ. ຈະຮູ້ໄດ້ວ່າມີໄກ່ ຫຼື ເປັດຢູ່ໃນໄຂ່ ກໍເມື່ອໄຂ່ນັ້ນແຕກອອກ. ເວລາທີ່ໄຂ່ແຕກອອກແມ່ນເວລາທີ່ໄພພິບັດເທິງໂລກຈະສິ້ນສຸດລົງ. ຈາກສິ່ງນີ້ ມັນສາມາດເຫັນໄດ້ວ່າ ກ່ອນທີ່ຈະຮູ້ຈັກວ່າ ມີ “ໄກ່” ຫຼື “ເປັດ” ຢູ່ໃນໄຂ່, “ໄຂ່” ຕ້ອງຖືກເຮັດໃຫ້ແຕກອອກກ່ອນ. ນີ້ແມ່ນແຜນການໃນຫົວໃຈຂອງພຣະເຈົ້າ ແລະ ມັນຈະຕ້ອງຖືກເຮັດໃຫ້ສຳເລັດ.

“ມະນຸດຊາດທີ່ຕໍ່າຊ້າ ແລະ ເປັນຕາສົມເພດເອີຍ! ເປັນຫຍັງມະນຸດຈຶ່ງຮັກເຮົາ ແຕ່ບໍ່ສາມາດປະຕິບັດຕາມເຈດຕະນາຂອງພຣະວິນຍານຂອງເຮົາ?” ຍ້ອນສະພາວະແບບນີ້ຂອງມະນຸດ, ເຂົາຈຶ່ງຕ້ອງຜ່ານການຖືກຈັດການເພື່ອປະຕິບັດຕາມຄວາມປະສົງຂອງພຣະເຈົ້າ. ຍ້ອນວ່າ ພຣະເຈົ້າກຽດຊັງມະນຸດຊາດ, ພຣະອົງຈຶ່ງປະກາດຫຼາຍຄັ້ງວ່າ “ໂອ ມະນຸດຊາດທີ່ກະບົດທຸກຄົນເອີຍ! ພວກເຂົາຕ້ອງຖືກທຳລາຍລົງພາຍໃຕ້ຕີນຂອງເຮົາ, ພວກເຂົາຕ້ອງຫາຍໄປທ່າມກາງການຂ້ຽນຕີຂອງເຮົາ ແລະ ພວກເຂົາຕ້ອງຖືກໂຍນຖິ້ມຈາກບັນດາມະນຸດຊາດໃນມື້ທີ່ກິດຈະການອັນຍິ່ງໃຫຍ່ຂອງເຮົາຖືກເຮັດໃຫ້ສົມບູນ, ເພື່ອວ່າມະນຸດຊາດທັງປວງຈະຮູ້ຈັກໜ້າຂີ້ເຮິຂອງພວກເຂົາ”. ພຣະເຈົ້າກຳລັງກ່າວຕໍ່ມະນຸດຊາດທັງປວງໃນເນື້ອໜັງ ແລະ ກຳລັງກ່າວຕໍ່ຊາຕານໃນໂລກຝ່າຍວິນຍານອີກດ້ວຍ ນັ້ນກໍຄື ກ່າວເໜືອຈັກກະວານທັງປວງ. ນີ້ແມ່ນຄວາມປະສົງຂອງພຣະເຈົ້າ ແລະ ເປັນສິ່ງທີ່ຈະຖືກເຮັດໃຫ້ສໍາເລັດໂດຍແຜນການ 6.000 ປີຂອງພຣະເຈົ້າ.

ຕາມຄວາມຈິງແລ້ວ ພຣະເຈົ້າທຳມະດາເປັນພິເສດ ແລະ ມີບາງສິ່ງທີ່ສາມາດຖືກເຮັດໃຫ້ສຳເລັດໄດ້ກໍຕໍ່ເມື່ອພຣະອົງປະຕິບັດສິ່ງເຫຼົ່ານັ້ນດ້ວຍຕົວພຣະອົງເອງ ແລະ ເຫັນສິ່ງເຫຼົ່ານັ້ນດ້ວຍຕາຂອງພຣະອົງເອງ. ມັນບໍ່ໄດ້ເປັນຄືກັບທີ່ຜູ້ຄົນຈິນຕະນາການ, ພຣະເຈົ້າບໍ່ໄດ້ນອນຢູ່ລ້າໆ ແລ້ວທຸກສິ່ງກໍເປັນໄປຕາມທີ່ພຣະອົງປາຖະໜາ; ນີ້ແມ່ນຜົນຮັບຈາກການລົບກວນຜູ້ຄົນຂອງຊາຕານ ເຊິ່ງເຮັດໃຫ້ຜູ້ຄົນບໍ່ຊັດເຈນກ່ຽວກັບໃບໜ້າທີ່ແທ້ຈິງຂອງພຣະເຈົ້າ. ສະນັ້ນ ໃນລະຫວ່າງຍຸກສຸດທ້າຍ ພຣະເຈົ້າໄດ້ກາຍມາເປັນເນື້ອໜັງເພື່ອເປີດເຜີຍຄວາມເປັນຈິງຂອງພຣະອົງໃຫ້ກັບມະນຸດ ໂດຍບໍ່ມີການປິດບັງຫຍັງທັງສິ້ນ. ການບັນລະຍາຍບາງຢ່າງທີ່ກ່ຽວກັບອຸປະນິໄສຂອງພຣະເຈົ້າແມ່ນເປັນການເວົ້າເກີນຄວາມຈິງ ເຊັ່ນ: ການເວົ້າວ່າ ພຣະເຈົ້າສາມາທຳລາຍລ້າງໂລກໄດ້ໂດຍພຣະທຳຂໍ້ດຽວ ຫຼື ຄວາມຄິດພຽງເລັກນ້ອຍ. ຜົນຕາມມາກໍຄື ຄົນສ່ວນໃຫຍ່ເວົ້າວ່າ ເມື່ອພຣະເຈົ້າມີອຳນາດເຮັດທຸກຢ່າງໄດ້ ແຕ່ເປັນຫຍັງບໍ່ສາມາດກືນກິນຊາຕານດ້ວຍຄຳດຽວໄດ້? ຄຳເວົ້າເຫຼົ່ານີ້ບໍ່ສົມເຫດສົມຜົນເລີຍ ແລະ ສະແດງໃຫ້ເຫັນວ່າຜູ້ຄົນຍັງບໍ່ຮູ້ຈັກພຣະເຈົ້າ. ກ່ອນທີ່ພຣະເຈົ້າຈະທຳລາຍລ້າງສັດຕູຂອງພຣະອົງໄດ້ກໍຈຳເປັນຕ້ອງມີຂະບວນການ, ແຕ່ມັນກໍເປັນຈິງທີ່ຈະເວົ້າວ່າ ພຣະເຈົ້າມີໄຊຊະນະເໜືອທຸກສິ່ງ: ພຣະເຈົ້າຈະເອົາຊະນະສັດຕູຂອງພຣະອົງໃນທີ່ສຸດ. ຄືກັບເມື່ອປະເທດທີ່ເຂັ້ມແຂງເອົາຊະນະປະເທດທີ່ອ່ອນແອ, ມັນຕ້ອງບັນລຸໄຊຊະນະດ້ວຍຕົວມັນເອງ, ເທື່ອລະຂັ້ນຕອນ, ບາງຄັ້ງກໍໃຊ້ກຳລັງ, ບາງຄັ້ງກໍໃຊ້ຍຸດທະສາດ. ມີຂະບວນການ, ແຕ່ມັນບໍ່ສາມາດເວົ້າໄດ້ວ່າ ຍ້ອນປະເທດທີ່ເຂັ້ມແຂງມີອາວຸດພະລັງປະລະມະນູລຸ້ນໃໝ່ ແລະ ປະເທດທີ່ອ່ອນແອກໍດ້ອຍກວ່າຫຼາຍ, ດັ່ງນັ້ນ ປະເທດທີ່ອ່ອນແອຈຶ່ງຍອມຈໍານົນໂດຍບໍ່ຕໍ່ສູ້ເລີຍ. ນັ້ນແມ່ນການໂຕ້ຖຽງທີ່ບໍ່ສົມເຫດສົມຜົນ. ມັນມີເຫດຜົນຖ້າຈະເວົ້າວ່າ ປະເທດທີ່ເຂັ້ມແຂງນັ້ນຈະໄດ້ຮັບໄຊຊະນະຢ່າງແນ່ນອນ ແລະ ປະເທດທີ່ອ່ອນແອຈະເສຍແນ່ນອນ, ແຕ່ປະເທດທີ່ເຂັ້ມແຂງ ສາມາດເວົ້່າໄດ້ວ່າ ມີກຳລັງທີ່ໃຫຍ່ກວ່າເມື່ອມັນຮຸກຮານປະເທດທີ່ອ່ອນແອດ້ວຍຕົນເອງ. ສະນັ້ນ ພຣະເຈົ້າຈຶ່ງເວົ້າຢູ່ສະເໝີວ່າ ມະນຸດບໍ່ຮູ້ຈັກພຣະອົງ. ສະນັ້ນ ສິ່ງທີ່ເວົ້າຂ້າງເທິງນັ້ນເປັນດ້ານໜຶ່ງຂອງເຫດຜົນທີ່ວ່າເປັນຫຍັງມະນຸດຈຶ່ງບໍ່ຮູ້ຈັກພຣະເຈົ້າບໍ? ສິ່ງເຫຼົ່ານີ້ແມ່ນແນວຄິດຂອງມະນຸດບໍ? ເປັນຫຍັງພຣະເຈົ້າຈຶ່ງພຽງແຕ່ຂໍໃຫ້ມະນຸດຮູ້ຈັກຄວາມເປັນຈິງຂອງພຣະອົງ ແລະ ດ້ວຍເຫດນັ້ນຈຶ່ງກາຍມາເປັນເນື້ອໜັງດ້ວຍຕົວພຣະອົງເອງ? ສະນັ້ນ ຄົນສ່ວນໃຫຍ່ກໍພາກັນນະມັດສະການສະຫວັນຢ່າງຈິງໃຈ, ແຕ່ “ສະຫວັນບໍ່ເຄີຍໄດ້ຮັບຜົນກະທົບຈາກການກະທຳຂອງມະນຸດແມ່ນແຕ່ໜ້ອຍດຽວ ແລະ ຖ້າການປະຕິບັດຂອງເຮົາຕໍ່ມະນຸດແມ່ນອີງຕາມການກະທຳທຸກຢ່າງຂອງມະນຸດ, ແລ້ວມະນຸດຊາດທັງປວງກໍຈະດຳລົງຊີວິດທ່າມກາງການຂ້ຽນຕີຂອງເຮົາ”.

ພຣະເຈົ້າເບິ່ງທະລຸເຖິງແກ່ນແທ້ຂອງມະນຸດ. ໃນຖ້ອຍຄຳຂອງພຣະເຈົ້າ, ພຣະເຈົ້າເບິ່ງຄື “ທໍລະມານ” ຫຼາຍກັບມະນຸດ ຈົນພຣະອົງບໍ່ສົນໃຈທີ່ຈະໃສ່ໃຈກັບມະນຸດອີກເລີຍ ຫຼື ບໍ່ມີຄວາມຫວັງໃນເຂົາແມ່ນແຕ່ໜ້ອຍດຽວ; ເບິ່ງຄືກັບວ່າ ມະນຸດແມ່ນເກີນຄວາມລອດພົ້ນແລ້ວ. “ເຮົາໄດ້ເຫັນຫຼາຍຄົນທີ່ມີນໍ້າຕາໄຫຼລົງອາບແກ້ມຂອງພວກເຂົາ ແລະ ເຮົາໄດ້ເຫັນຫຼາຍຄົນຖວາຍຫົວໃຈຂອງພວກເຂົາເພື່ອແລກປ່ຽນກັບຄວາມຮັ່ງມີຂອງເຮົາ. ເຖິງແມ່ນວ່າຈະມີ ‘ຄວາມອຸທິດຕົນຢ່າງແຮງກ້າ’ ດັ່ງກ່າວ, ເຮົາກໍບໍ່ເຄີຍເຕັມໃຈມອບທັງໝົດຂອງເຮົາໃຫ້ກັບມະນຸດຍ້ອນຄວາມປາຖະໜາທັນທີທັນໃດຂອງເຂົາ, ເພາະວ່າ ມະນຸດບໍ່ເຄີຍເຕັມໃຈທີ່ຈະອຸທິດຕົນຕໍ່ໜ້າເຮົາດ້ວຍຄວາມຍິນດີ”. ເມື່ອພຣະເຈົ້າເປີດເຜີຍທຳມະຊາດຂອງມະນຸດ, ມະນຸດກໍອາຍກ່ຽວກັບຕົນເອງ, ແຕ່ນີ້ເປັນພຽງຄວາມຮູ້ຜິວເຜີນ ແລະ ເຂົາແມ່ນບໍ່ສາມາດຮູ້ຈັກທຳມະຊາດຂອງເຂົາຢ່າງແທ້ຈິງໃນພຣະທຳຂອງພຣະເຈົ້າ; ສະນັ້ນ ຄົນສ່ວນໃຫຍ່ຈຶ່ງບໍ່ຮູ້ຈັກຄວາມປະສົງຂອງພຣະເຈົ້າ, ພວກເຂົາບໍ່ສາມາດຄົ້ນພົບເສັ້ນທາງສຳລັບຊີວິດຂອງພວກເຂົາໃນພຣະທຳຂອງພຣະເຈົ້າ ແລະ ສະນັ້ນ ຍິ່ງພວກເຂົາໂງ່ຈ້າສໍ່າໃດ, ພຣະເຈົ້າກໍເຍາະເຍີ້ຍພວກເຂົາຢ່າງຮຸນແຮງສໍ່ານັ້ນ. ສະນັ້ນ ພວກເຂົາຈຶ່ງເຂົ້າສູ່ບົດບາດທີ່ເປັນຕາຢ້ານໂດຍບໍ່ຮູ້ຕົວ ແລະ ຜົນຕາມມາກໍຄື ພວກເຂົາໄດ້ມາຮູ້ຈັກກັບຕົນເອງ ເພາະພວກເຂົາຖືກແທງດ້ວຍ “ດາບອ່ອນ”. ພຣະທຳຂອງພຣະເຈົ້າເບິ່ງຄືກັບຕົບມືໃຫ້ກັບການກະທຳຂອງມະນຸດ ແລະ ສົ່ງເສີມການກະທຳຂອງມະນຸດ ແຕ່ຜູ້ຄົນຮູ້ສຶກຢູ່ສະເໝີວ່າພຣະເຈົ້າກຳລັງເຍາະເຍີ້ຍພວກເຂົາ. ແລ້ວດ້ວຍເຫດນັ້ນ ເມື່ອພວກເຂົາອ່ານພຣະທຳຂອງພຣະເຈົ້າ ກ້າມຊີ້ນທີ່ຢູ່ເທິງໃບໜ້າຂອງພວກເຂົາກໍເນັ້ງຕີງຄັ້ງແລ້ວຄັ້ງເລົ່າ ຄືກັບວ່າພວກເຂົາກຳລັງຊັກດີ້ນ. ນີ້ແມ່ນຄວາມສໍານຶກທີ່ບໍ່ບໍລິສຸດຂອງພວກເຂົາ ແລະ ມັນເປັນຍ້ອນສິ່ງນີ້ ພວກເຂົາຈຶ່ງດີ້ນໂດຍບໍ່ຕັ້ງໃຈ. ຄວາມເຈັບປວດຂອງພວກເຂົາແມ່ນສິ່ງທີ່ພວກເຂົາຢາກຫົວ ແຕ່ກໍຫົວບໍ່ໄດ້, ຢາກໄຫ້ ແຕ່ກໍໄຫ້ບໍ່ໄດ້, ຍ້ອນຄວາມເປັນຕາຫົວຂອງຜູ້ຄົນແມ່ນຖືກຫຼິ້ນເທິງເຄື່ອງຄວບຄຸມໄລຍະໄກຂອງ “ເຄື່ອງຫຼິ້ນກະແຊັດວິດີໂອ”, ແຕ່ພວກເຂົາບໍ່ສາມາດປິດມັນໄດ້ ແລະ ສາມາດເຮັດໄດ້ແຕ່ອົດທົນ. ເຖິງແມ່ນ “ການໃສ່ໃຈກັບພຣະທຳຂອງພຣະເຈົ້າ” ຖືກເທດສະໜາໃນລະຫວ່າງການຊຸມນຸມຂອງເພື່ອນຮ່ວມງານທຸກຄົນ, ຜູ້ໃດບໍ່ຮູ້ຈັກກ່ຽວກັບທຳມະຊາດຂອງລູກຂອງມັງກອນແດງໃຫຍ່ແດ່? ເມື່ອຢູ່ຕໍ່ໜ້າ ພວກເຂົາກໍເຊື່ອຟັງຄືກັບລູກແກະ, ແຕ່ເມື່ອຢູ່ລັບຫຼັງ ພວກເຂົາກໍປາເຖື່ອນຄືກັບໝາປ່າ ເຊິ່ງສາມາດເຫັນໄດ້ໃນພຣະທຳຂອງພຣະເຈົ້າທີ່ວ່າ “ຫຼາຍຄົນຮັກເຮົາຢ່າງແທ້ຈິງ ເມື່ອເຮົາສະໜອງພຣະທຳຂອງເຮົາໃຫ້, ແຕ່ບໍ່ຖະໜຸຖະໜອມພຣະທຳຂອງເຮົາໃນຈິດວິນຍານຂອງພວກເຂົາ, ກົງກັນຂ້າມ ພວກເຂົາໃຊ້ພຣະທຳເຫຼົ່ານັ້ນແບບຊົ່ວຄາວຄືກັນກັບຊັບສິນສາທາລະນະ ແລະ ໂຍນພຣະທຳເຫຼົ່ານັ້ນກັບຄືນບ່ອນເກົ່າເມື່ອໃດກໍຕາມທີ່ພວກເຂົາຮູ້ສຶກຢາກເຮັດ”. ເປັນຫຍັງພຣະເຈົ້າຈຶ່ງເປີດໂປງມະນຸດຢູ່ສະເໝີ? ສິ່ງນີ້ສະແດງໃຫ້ເຫັນວ່າທຳມະຊາດເດີມຂອງມະນຸດບໍ່ເຄີຍຫວັ່ນໄຫວແມ່ນແຕ່ໜ້ອຍດຽວ. ຄືກັບພູເຂົາທາຍ, ມັນຕັ້ງສູງຢູ່ໃນຫົວໃຈຂອງຄົນຫຼາຍຮ້ອຍລ້ານຄົນ, ແຕ່ມື້ໜຶ່ງຈະມາເຖິງ ມື້ທີ່ຢູ ກອງ ໄດ້ເຄື່ອນຍ້າຍພູເຂົານັ້ນ ແລະ ນີ້ແມ່ນແຜນການຂອງພຣະເຈົ້າ. ໃນຖ້ອຍຄຳຂອງພຣະອົງ, ບໍ່ມີໄລຍະເວລາໃດທີ່ພຣະເຈົ້າຈະບໍ່ຮຽກຮ້ອງຈາກມະນຸດ, ເຕືອນມະນຸດ, ຫຼື ຊີ້ໃຫ້ເຫັນເຖິງທຳມະຊາດຂອງມະນຸດ ເຊິ່ງຖືກເປີດເຜີຍໃນຊີວິດຂອງເຂົາ “ເມື່ອມະນຸດຫ່າງເຫີນຈາກເຮົາ ແລະ ເມື່ອເຂົາທົດສອບເຮົາ, ເຮົາກໍເຊື່ອງຊ້ອນຕົນເອງຈາກເຂົາໃນກ້ອນເມກ. ຜົນຕາມມາກໍຄື ເຂົາບໍ່ສາມາດຄົ້ນພົບຮ່ອງຮອຍຂອງເຮົາໄດ້ເລີຍ ແລະ ພຽງແຕ່ດຳລົງຊີວິດດ້ວຍມືຂອງຄົນຊົ່ວຮ້າຍ, ເຮັດທຸກສິ່ງທີ່ພວກເຂົາຮ້ອງຂໍ”. ໃນຄວາມເປັນຈິງ, ຜູ້ຄົນເກືອບຈະບໍ່ມີໂອກາດທີ່ຈະດຳລົງຊີວິດຢູ່ຕໍ່ໜ້າພຣະເຈົ້າ, ຍ້ອນພວກເຂົາມີຄວາມປາຖະໜາໜ້ອຍເກີນໄປໃນການສະແຫວງຫາ; ຜົນຕາມມາກໍຄື ເຖິງແມ່ນຄົນສ່ວນໃຫຍ່ຈະຮັກພຣະເຈົ້າ, ພວກເຂົາກໍດຳລົງຊີວິດຢູ່ພາຍໃຕ້ກໍາມືຂອງສິ່ງຊົ່ວຮ້າຍ ແລະ ທຸກສິ່ງທີ່ພວກເຂົາເຮັດກໍຖືກຊີ້ນໍາໂດຍສິ່ງຊົ່ວຮ້າຍ. ຖ້າຜູ້ຄົນດຳລົງຊີວິດຢູ່ໃນແສງສະຫວ່າງຂອງພຣະເຈົ້າຢ່າງແທ້ຈິງ, ສະແຫວງຫາພຣະເຈົ້າໃນທຸກໄລຍະເວລາ ແລະ ທຸກມື້, ມັນກໍບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າເວົ້າແບບນີ້, ແມ່ນບໍ? ເມື່ອມະນຸດປະວາງຂໍ້ຄວາມ, ພວກເຂົາກໍປະວາງພຣະເຈົ້າໄວ້ກັບໜັງສືນັ້ນ ແລະ ສະນັ້ນ ພວກເຂົາຈຶ່ງຫຍຸ້ງຕົນເອງກັບທຸລະຂອງພວກເຂົາເອງ, ຫຼັງຈາກນັ້ນ ພຣະເຈົ້າກໍຫາຍໄປຈາກຫົວໃຈຂອງພວກເຂົາ. ແຕ່ເມື່ອພວກເຂົາຈັບປຶ້ມຂຶ້ນມາອີກຄັ້ງ, ພວກເຂົາກໍນຶກຂຶ້ນໄດ້ວ່າ ພວກເຂົາໄດ້ປະພຣະເຈົ້າໄວ້ໃນດ້ານຫຼັງຄວາມຄິດຂອງພວກເຂົາ. ຊີວິດດັ່ງກ່າວຂອງມະນຸດແມ່ນ “ປາສະຈາກຄວາມຊົງຈຳ”. ຍິ່ງພຣະເຈົ້າເວົ້າຫຼາຍສໍ່າໃດ, ພຣະທຳຂອງພຣະອົງຍິ່ງສູງສົ່ງຫຼາຍສໍ່ານັ້ນ. ເມື່ອພຣະທໍາເຫຼົ່ານັ້ນໄດ້ໄປເຖິງຈຸດສູງສຸດຂອງມັນ, ພາລະກິດທຸກຢ່າງກໍຈະຖືກເຮັດໃຫ້ສຳເລັດລົງ ແລະ ຜົນຕາມມາກໍຄື ພຣະເຈົ້າຢຸດກ່າວພຣະທໍາຂອງພຣະອົງ. ຫຼັກການທີ່ພຣະເຈົ້າປະຕິບັດພາລະກິດແມ່ນເພື່ອເຮັດໃຫ້ພາລະກິດຂອງພຣະອົງສຳເລັດລົງ ເມື່ອມັນໄປເຖິງຈຸດສູງສຸດ; ພຣະອົງບໍ່ໄດ້ສືບຕໍ່ປະຕິບັດພາລະກິດ ເມື່ອມັນໄປເຖິງຈຸດສູງສຸດແລ້ວ, ແຕ່ເຊົາທັນທີ. ພຣະອົງບໍ່ເຄີຍປະຕິບັດພາລະກິດທີ່ບໍ່ຈຳເປັນ.

ກ່ອນນີ້: ບົດທີ 20

ຕໍ່ໄປ: ບົດທີ 22 ແລະ 23

ພວກເຮົາຈະສາມາດຫຼຸດພົ້ນຈາກພັນທະຂອງບາບ ແລະ ບໍ່ຢູ່ໃນສະພາບຂອງການເຮັດບາບ ແລະ ການສາລະພາບບາບອີກຕໍ່ໄປໄດ້ແນວໃດ? ພວກເຮົາຮັກທີ່ຈະໄດ້ຍິນຈາກເຈົ້າ ແລະ ຊ່ວຍໃຫ້ເຈົ້າພົບເສັ້ນທາງໃນພຣະທຳຂອງພຣະເຈົ້າ.
ຕິດຕໍ່ພວກເຮົາຜ່ານທາງ
ຕິດຕໍ່ພວກເຮົາຜ່ານທາງ Messenger

ເນື້ອຫາທີ່ກ່ຽວຂ້ອງ

ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສັດທາ?

ໃນມະນຸດມີພຽງຄຳສັບທີ່ບໍ່ແນ່ນອນກ່ຽວກັບຄວາມສັດທາ, ນອກນັ້ນມະນຸດຍັງບໍ່ຮູ້ວ່າຄວາມສັດທາປະກອບມີຫຍັງແດ່, ແລ້ວແຮງໄກຍ້ອນຫຍັງເຂົາຈຶ່ງມີຄວາມສັດທາ....

ພຣະບັນຍັດແຫ່ງຍຸກໃໝ່

ໃນການຜະເຊີນພາລະກິດຂອງພຣະເຈົ້າ, ພວກເຈົ້າຕ້ອງອ່ານພຣະທຳຂອງພຣະເຈົ້າຢ່າງລະມັດລະວັງ ແລະ ປະກອບຕົນເອງດ້ວຍຄວາມຈິງ. ແຕ່ບໍ່ວ່າພວກເຈົ້າຕ້ອງການເຮັດຫຍັງ...

ພຣະເຈົ້າເປັນແຫຼ່ງກຳເນີດແຫ່ງຊີວິດຂອງມະນຸດ

ເລີ່ມຕັ້ງແຕ່ຕອນທີ່ເຈົ້າຮ້ອງໄຫ້ເຂົ້າມາສູ່ໂລກນີ້, ເຈົ້າກໍເລີ່ມຕົ້ນປະຕິບັດໜ້າທີ່ຂອງເຈົ້າ. ໂດຍການປະຕິບັດບົດບາດຂອງເຈົ້າໃນແຜນການຂອງພຣະເຈົ້າ ແລະ...

ມີພຽງຄົນທີ່ຮູ້ຈັກພຣະເຈົ້າ ແລະ ພາລະກິດຂອງພຣະອົງເທົ່ານັ້ນທີ່ສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້

ພາລະກິດຂອງພຣະເຈົ້າທີ່ບັງເກີດເປັນມະນຸດປະກອບດ້ວຍສອງສ່ວນ. ຄັ້ງທຳອິດ ພຣະອົງໄດ້ຊົງມາເປັນມະນຸດ, ຜູ້ຄົນບໍ່ເຊື່ອໃນພຣະອົງ ຫຼື ຮູ້ຈັກພຣະອົງ ແລະ...

ການຕັ້ງຄ່າ

  • ຂໍ້ຄວາມ
  • ຊຸດຮູບແບບ

ສີເຂັ້ມ

ຊຸດຮູບແບບ

ຟອນ

ຂະໜາດຟອນ

ໄລຍະຫ່າງລະຫວ່າງແຖວ

ໄລຍະຫ່າງລະຫວ່າງແຖວ

ຄວາມກວ້າງຂອງໜ້າ

ສາລະບານ

ຄົ້ນຫາ

  • ຄົ້ນຫາຂໍ້ຄວາມນີ້
  • ຄົ້ນຫາໜັງສືເຫຼັ້ມນີ້