ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 33

ໃນຄວາມຈິງແລ້ວ ໂດຍອີງຕາມສິ່ງທີ່ພຣະເຈົ້າໄດ້ປະຕິບັດໃນຜູ້ຄົນ ແລະ ໄດ້ມອບໃຫ້ພວກເຂົາ ພ້ອມກັບສິ່ງທີ່ຜູ້ຄົນມີ ແມ່ນສາມາດເວົ້າໄດ້ວ່າ ຄວາມຕ້ອງການຂອງພຣະອົງຈາກຜູ້ຄົນແມ່ນບໍ່ໄດ້ມີຫຼາຍ ເຊິ່ງພຣະອົງບໍ່ໄດ້ຂໍຫຍັງຫຼາຍຈາກພວກເຂົາ. ແລ້ວພວກເຂົາຈະບໍ່ສາມາດພະຍາຍາມເຮັດໃຫ້ພຣະເຈົ້າພໍໃຈໄດ້ແນວໃດ? ພຣະເຈົ້າມອບຮ້ອຍເປີເຊັນໃຫ້ແກ່ມະນຸດ ແຕ່ພຣະອົງພຽງແຕ່ຕ້ອງການສ່ວນເປີເຊັນນ້ອຍໆຈາກຜູ້ຄົນ. ນີ້ແມ່ນການຂໍຫຼາຍເກີນໄປບໍ? ພຣະເຈົ້າກໍາລັງສ້າງເລື່ອງທີ່ບໍ່ເປັນເລື່ອງບໍ? ຜູ້ຄົນບໍ່ຮູ້ຈັກຕົວເອງ, ພວກເຂົາບໍ່ຄ່ອຍກວດສອບຕົວເອງເມື່ອຢູ່ຕໍ່ໜ້າພຣະເຈົ້າ ແລະ ສະນັ້ນ ຈຶ່ງມີໄລຍະທີ່ພວກເຂົາຕິດແຫ້ວເປັນປະຈໍາ ເມື່ອເປັນເຊັ່ນນັ້ນແລ້ວຈະສາມາດຖືເອົາສິ່ງນີ້ເປັນການຮ່ວມມືກັບພຣະເຈົ້າໄດ້ແນວໃດ? ຖ້າເວລາໃດໜຶ່ງທີ່ພຣະເຈົ້າບໍ່ໄດ້ມອບພາລະທີ່ໜັກໜ່ວງໃຫ້ແກ່ຜູ້ຄົນ, ພວກເຂົາກໍຈະແຕກພັງທະລາຍລົງຄືກັບຂີ້ຕົມ ແລະ ຈະບໍ່ມີຄວາມພະຍາຍາມດ້ວຍຕົວເອງເພື່ອຊອກຫາແນວເຮັດ. ບໍ່ວ່າ ຈະໃນທາງບວກ ຫຼື ທາງລົບ ຜູ້ຄົນແມ່ນເປັນແບບນັ້ນ, ບໍ່ສາມາດຮ່ວມມືກັບພຣະເຈົ້າຢ່າງຫາວຫັນ ແລະ ຊອກຫາເຫດຜົນທາງລົບຕະຫຼອດເພື່ອຍອມຈໍານົນກັບຕົວເອງ. ເຈົ້າແມ່ນຄົນທີ່ເຮັດທຸກຢ່າງ ທີ່ບໍ່ແມ່ນເພື່ອຕົວເອງ ແຕ່ເພື່ອເຮັດໃຫ້ພຣະເຈົ້າພໍໃຈຢ່າງແທ້ຈິງບໍ? ເຈົ້າແມ່ນຄົນທີ່ບໍ່ອີງໃສ່ອາລົມ, ຜູ້ທີ່ບໍ່ມີຄວາມຕ້ອງການສ່ວນຕົວ ແລະ ຜູ້ທີ່ປະຕິບັດຕາມຄວາມຕ້ອງການຂອງພາລະກິດຂອງພຣະເຈົ້າຢ່າງແທ້ຈິງບໍ? “ເປັນຫຍັງພວກເຂົາຈຶ່ງພະຍາຍາມຕໍ່ລອງກັບເຮົາຕະຫຼອດເວລາ? ເຮົາແມ່ນຜູ້ຈັດການທົ່ວໄປຂອງສູນການຄ້າບໍ? ເປັນຫຍັງເຮົາຈຶ່ງຕ້ອງເຮັດສິ່ງທີ່ຜູ້ຄົນຕ້ອງການໃຫ້ສໍາເລັດຢ່າງພໍໃຈ ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ?” ເປັນຫຍັງພຣະເຈົ້າຈຶ່ງຂໍສິ່ງດັ່ງກ່າວຫຼາຍຄັ້ງຢ່າງຕໍ່ເນື່ອງ? ເປັນຫຍັງພຣະອົງຈຶ່ງຮ້ອງໄຫ້ດ້ວຍຄວາມທໍ້ໃຈ? ພຣະເຈົ້າບໍ່ໄດ້ຮັບຫຍັງໃນຜູ້ຄົນ, ສິ່ງດຽວທີ່ພຣະອົງເຫັນແມ່ນພາລະກິດທີ່ພວກເຂົາຄັດເລືອກເອງ. ເປັນຫຍັງພຣະເຈົ້າຈຶ່ງເວົ້າວ່າ “ແຕ່ສິ່ງທີ່ເຮົາຂໍຈາກມະນຸດແມ່ນບໍ່ມີຜົນຫຍັງ”? ຖາມຕົວພວກເຈົ້າເອງເບິ່ງວ່າ: ນັບແຕ່ຕົ້ນຈົນຈົບ ແມ່ນໃຜສາມາດເຮັດໜ້າທີ່ຂອງພວກເຂົາໂດຍທີ່ບໍ່ຕ້ອງເລືອກ? ເປັນຫຍັງຄືບໍ່ເຮັດດ້ວຍຄວາມຮູ້ສຶກທີ່ຢູ່ພາຍໃນໃຈຂອງພວກເຂົາ? ຜູ້ຄົນໃຫ້ອິດສະຫຼະແກ່ບຸກຄະລິກກະພາບຂອງຕົວເອງ ໂດຍບໍ່ເຄີຍພະຍາຍາມໃນສິ່ງທີ່ພວກເຂົາເຮັດ ຄືກັບວ່າ ກໍາລັງຕຶກປາເປັນເວລາ 3 ມື້ ແລະ ຖິ້ມແຫຂອງພວກເຂົາໄວ້ ແລະ ໃຊ້ເວລາອີກ 2 ມື້ຕໍ່ໄປໂດຍທີ່ບໍ່ເຮັດຫຍັງ. ພວກເຂົາທັງຮ້ອນ ແລະ ເຢັນ: ເມື່ອພວກເຂົາຮ້ອນ ພວກເຂົາສາມາດເຜົາທຸກສິ່ງຢູ່ເທິງແຜ່ນດິນໂລກ ແລະ ເມື່ອພວກເຂົາເຢັນ ພວກເຂົາສາມາດເຮັດໃຫ້ນໍ້າທັງໝົດຢູ່ເທິງແຜ່ນດິນໂລກແຂງກະດ້າງໄດ້. ນີ້ບໍ່ແມ່ນພາລະໜ້າທີ່ຂອງມະນຸດ ແຕ່ແມ່ນການປຽບທຽບທີ່ເໝາະສົມທີ່ສຸດກ່ຽວກັບສະພາບຂອງມະນຸດ. ນີ້ບໍ່ແມ່ນຄວາມຈິງບໍ? ບາງເທື່ອເຮົາມີ “ແນວຄວາມຄິດ” ກ່ຽວກັບຜູ້ຄົນ, ບາງເທື່ອເຮົາກໍປະນາມພວກເຂົາ ແຕ່ຢ່າງໃດກໍຕາມ “ກັບຄວາມຈິງ ເຈົ້າໄປໄດ້ທົ່ວໂລກ; ປາສະຈາກຄວາມຈິງ ເຈົ້າຈະໄປໃສບໍ່ໄດ້”. ເຖິງວ່າ ນີ້ແມ່ນສຸພາສິດສັ້ນໆຂອງມະນຸດ ເຮົາກໍຄິດວ່າ ມັນເໝາະສົມທີ່ຈະໃຊ້ຢູ່ນີ້. ເຮົາບໍ່ໄດ້ຈົງໃຈຖອກນໍ້າເຢັນໃສ່ຜູ້ຄົນ ແລະ ປະຕິເສດການກະທໍາຂອງພວກເຂົາ. ຂໍໃຫ້ເຮົາໄດ້ປຶກສາກັບພວກເຈົ້າ ກ່ຽວກັບບາງຄໍາຖາມ: ມີໃຜເຫັນພາລະກິດຂອງພຣະເຈົ້າເປັນພາລະກິດໃນໜ້າທີ່ຂອງພວກເຂົາເອງແດ່? ມີໃຜສາມາດເວົ້າວ່າ “ຕາບໃດທີ່ຂ້ານ້ອຍສາມາດເຮັດໃຫ້ພຣະເຈົ້າພໍໃຈໄດ້ ຂ້ານ້ອຍກໍຈະເຮັດສຸດຄວາມສາມາດຂອງຂ້ານ້ອຍ”? ມີໃຜສາມາດເວົ້າວ່າ “ບໍ່ວ່າ ຄົນອື່ນຈະເປັນແນວໃດກໍຕາມ ຂ້ານ້ອຍຈະເຮັດທຸກຢ່າງທີ່ພຣະເຈົ້າຕ້ອງການ ແລະ ບໍ່ວ່າ ໄລຍະຄວາມຍາວຂອງພາລະກິດຂອງພຣະເຈົ້າຈະຍາວ ຫຼື ສັ້ນກໍຕາມ ຂ້ານ້ອຍກໍຈະເຮັດໜ້າທີ່ຂອງຂ້ານ້ອຍໃຫ້ສໍາເລັດ; ການເຮັດໃຫ້ພາລະກິດຂອງພຣະອົງສິ້ນສຸດແມ່ນໜ້າທີ່ຂອງພຣະອົງ, ມັນບໍ່ແມ່ນສິ່ງທີ່ຂ້ານ້ອຍຄິດໄຕ່ຕອງ”? ມີໃຜສາມາດມີຄວາມຮູ້ດັ່ງກ່າວ? ມັນບໍ່ສໍາຄັນວ່າ ພວກເຈົ້າຈະຄິດແນວໃດ. ບາງເທື່ອເຈົ້າອາດຈະມີການຢັ່ງຮູ້ຢ່າງສູງ ເຊິ່ງໃນກໍລະນີນີ້ ເຮົາກໍຂໍຍອມ, ເຮົາຍອມຮັບຄວາມປະລາໄຊ ແຕ່ເຮົາຕ້ອງບອກພວກເຈົ້າວ່າ ສິ່ງທີ່ພຣະເຈົ້າຕ້ອງການແມ່ນຈິດໃຈທີ່ຈົງຮັກພັກດີຢ່າງຈິງໃຈ ແລະ ມີຄວາມກະຕຶລືລົ້ນ ແລະ ບໍ່ແມ່ນຈິດໃຈຂອງໝາປ່າທີ່ເນລະຄຸນ. ພວກເຈົ້າຮູ້ຫຍັງກ່ຽວກັບ “ການຕໍ່ລອງ” ນີ້ບໍ່? ນັບແຕ່ຕົ້ນຈົນຈົບ ພວກເຈົ້າໄດ້ “ເດີນທາງໄປທົ່ວໂລກ”. ບຶດໜຶ່ງພວກເຈົ້າໄປຢູ່ “ກຸນໝິງ” ກັບນໍ້າພຸທີ່ໄຫຼຢູ່ຕະຫຼອດເວລາ ແລະ ໃນກະພິບຕາ ພວກເຈົ້າກໍໄປຮອດ “ຂົ້ວໂລກໃຕ້” ທີ່ໜາວຈັດ ແລະ ປົກຄຸມໄປດ້ວຍຫິມະ. ແມ່ນໃຜບໍ່ເຄີຍທໍລະຍົດຕໍ່ຕົນເອງແດ່? ສິ່ງທີ່ພຣະເຈົ້າຂໍແມ່ນຈິດໃຈທີ່ “ບໍ່ຢຸດພັກຈົນເຖິງຄວາມຕາຍ”, ສິ່ງທີ່ພຣະອົງຕ້ອງການແມ່ນສິ່ງທີ່ຜູ້ຄົນ “ບໍ່ຫວນກັບຄືນຈົນກວ່າພວກເຂົາຈະຕໍາກໍາແພງທາງໃຕ້”. ໂດຍທໍາມະຊາດແລ້ວ ພຣະເຈົ້າບໍ່ໄດ້ມີເຈດຕະນາໃຫ້ຜູ້ຄົນຍ່າງໃນເສັ້ນທາງທີ່ຜິດ ແຕ່ໃຫ້ຮັບເອົາຈິດໃຈດັ່ງກ່າວ. ດັ່ງທີ່ພຣະເຈົ້າໄດ້ກ່າວໄວ້ວ່າ “ເມື່ອເຮົາສົມທຽບ ‘ຂອງຂວັນ’ ທີ່ພວກເຂົາໄດ້ມອບໃຫ້ ກັບສິ່ງຕ່າງໆຂອງເຮົາ, ຜູ້ຄົນກໍຮູ້ເຖິງຄວາມມີຄ່າຂອງເຮົາທັນທີ ແລະ ຫຼັງຈາກນັ້ນ ພວກເຂົາຈຶ່ງເຫັນຄວາມບໍ່ມີຂອບເຂດຈໍາກັດຂອງເຮົາ”. ພຣະທໍາເຫຼົ່ານີ້ສາມາດຖືກນໍາມາອະທິບາຍໄດ້ແນວໃດ? ບາງເທື່ອ ການອ່ານພຣະທໍາຂ້າງເທິງອາດມອບຄວາມຮູ້ບາງຢ່າງໃຫ້ກັບເຈົ້າ ເນື່ອງຈາກວ່າ ພຣະເຈົ້າເອົາຫົວໃຈທັງໝົດຂອງມະນຸດອອກມາເພື່ອວິເຄາະຢ່າງລະອຽດໃນເວລາທີ່ຜູ້ຄົນຮູ້ຈັກພຣະທໍາເຫຼົ່ານີ້. ແຕ່ຍ້ອນຄວາມໝາຍພາຍໃນທີ່ເລິກເຊິ່ງຂອງພຣະທໍາຂອງພຣະເຈົ້າ ຜູ້ຄົນຈຶ່ງຍັງບໍ່ມີຄວາມຊັດເຈນກ່ຽວກັບເນື້ອໜັງເກົ່າ ເນື່ອງຈາກວ່າ ພວກເຂົາບໍ່ໄດ້ສຶກສາຢູ່ມະຫາວິທະຍາໄລແພດສາດ ຫຼື ພວກເຂົາບໍ່ແມ່ນນັກບູຮານຄະດີ ແລະ ສະນັ້ນ ພວກເຂົາຈຶ່ງຮູ້ສຶກວ່າ ຄໍາສັບໃໝ່ແມ່ນເປັນສິ່ງທີ່ບໍ່ສາມາດຈະເຂົ້າໃຈໄດ້ ແລະ ພຽງຫຼັງຈາກນັ້ນ ພວກເຂົາຈຶ່ງໄດ້ຍິນຍອມເລັກນ້ອຍ. ເນື່ອງຈາກວ່າ ຜູ້ຄົນບໍ່ມີພະລັງເມື່ອຢູ່ຕໍ່ໜ້າເນື້ອໜັງເກົ່າ; ເຖິງແມ່ນວ່າ ມັນຈະບໍ່ຄ້າຍຄືກັບສັດຮ້າຍ ຫຼື ບໍ່ສາມາດທໍາລາຍລ້າງມະນຸດຊາດຄືກັບລະເບີດປະລະມານູ ພວກເຂົາກໍບໍ່ຮູ້ວ່າຈະຈັດການກັບມັນຢ່າງໃດດີ ຄືກັບວ່າ ພວກເຂົາບໍ່ມີພະລັງ. ແຕ່ສໍາລັບເຮົາແລ້ວ ແມ່ນມີວິທີໃນການຈັດການກັບເນື້ອໜັງເກົ່າໄດ້. ການທີ່ມະນຸດບໍ່ເຄີຍພະຍາຍາມຄິດກ່ຽວກັບວິທີການຕອບໂຕ້ ແມ່ນໄດ້ນໍາໄປສູ່ຄວາມຜິດປົກກະຕິຂອງມະນຸດທີ່ມັນແມບເຫຼື້ອມຢ່າງຕໍ່ເນື່ອງຢູ່ຕໍ່ໜ້າສາຍຕາຂອງເຮົາ; ດັ່ງທີ່ພຣະເຈົ້າໄດ້ກ່າວວ່າ: “ໃນເວລາທີ່ເຮົາສະແດງຄວາມສົມບູນຂອງເຮົາໃຫ້ແກ່ພວກເຂົາ, ພວກເຂົາກໍເບິ່ງເຮົາດ້ວຍຕາທີ່ເປີດກວ້າງ, ຢືນຢູ່ຕໍ່ໜ້າເຮົາແບບບໍ່ເໜັງຕີງ ຄືກັບເສົາຫິນເກືອ. ເມື່ອເຮົາເຫັນຄວາມແປກປະຫຼາດຂອງພວກເຂົາ ເຮົາຈຶ່ງເກືອບບໍ່ສາມາດຢຸດຕົວເອງຈາກການຫົວຂວັນ. ຍ້ອນພວກເຂົາກໍາລັງພະຍາຍາມຂໍສິ່ງຕ່າງໆຈາກເຮົາ, ເຮົາຈຶ່ງມອບສິ່ງຕ່າງໆທີ່ຢູ່ໃນມືຂອງເຮົາໃຫ້ແກ່ພວກເຂົາ ແລະ ພວກເຂົາກໍອຸ້ມເອົາສິ່ງເຫຼົ່ານັ້ນໃສ່ເອິກຂອງພວກເຂົາ ຖະໜຸຖະໜອມສິ່ງເຫຼົ່ານັ້ນຄືກັບເດັກເກີດໃໝ່, ນັ້ນຄືສິ່ງທີ່ພວກເຂົາເຮັດ ແຕ່ເຮັດພຽງໃນຊ່ວງໄລຍະໜຶ່ງ”. ສິ່ງເຫຼົ່ານີ້ບໍ່ແມ່ນການກະທໍາຂອງເນື້ອໜັງເກົ່າບໍ? ໃນປັດຈຸບັນ ໃນເມື່ອຜູ້ຄົນໄດ້ເຂົ້າໃຈ ແລ້ວເປັນຫຍັງພວກເຂົາແທນທີຈະປະຖິ້ມ ແຕ່ຊໍ້າພັດຍັງຄົງສືບຕໍ່ຢູ່? ທີ່ຈິງແລ້ວ ສ່ວນໜຶ່ງຂອງຄວາມຕ້ອງການຂອງພຣະເຈົ້າ ແມ່ນສາມາດບັນລຸໄດ້ໂດຍມະນຸດ ແຕ່ຜູ້ຄົນບໍ່ສົນໃຈສິ່ງເຫຼົ່ານັ້ນ ເນື່ອງຈາກ “ເຮົາຈຶ່ງບໍ່ຂ້ຽນຕີມະນຸດແບບເບົາໆ. ມັນເປັນເພາະເຫດຜົນນີ້ ມະນຸດຈຶ່ງໃຫ້ອິດສະຫຼະແກ່ເນື້ອໜັງຂອງພວກເຂົາຕະຫຼອດເວລາ. ພວກເຂົາບໍ່ສັງເກດເບິ່ງຄວາມປະສົງຂອງເຮົາ ແຕ່ໄດ້ຫຼອກລວງເຮົາຢູ່ຕໍ່ໜ້າບັນລັງພິພາກສາຂອງເຂົາ”. ນີ້ບໍ່ແມ່ນຄຸນວຸດທິຂອງມະນຸດບໍ? ບໍ່ແມ່ນວ່າ ພຣະເຈົ້າຈົງໃຈຈັບຜິດໄປໝົດທຸກຢ່າງ ແຕ່ນີ້ແມ່ນຄວາມເປັນຈິງ. ພຣະເຈົ້າຕ້ອງໄດ້ອະທິບາຍສິ່ງນີ້ບໍ? ດັ່ງທີ່ພຣະເຈົ້າໄດ້ກ່າວວ່າ ມັນເປັນເພາະວ່າ ‘ຄວາມເຊື່ອ’ ຂອງຜູ້ຄົນແມ່ນຍິ່ງໃຫຍ່ຫຼາຍ ຈົນພວກເຂົາ ‘ເປັນຕານັບຖື’”. ຍ້ອນເຫດຜົນນີ້ ເຮົາຈຶ່ງເຮັດຕາມການຈັດແຈງຂອງພຣະເຈົ້າ ແລະ ດ້ວຍເຫດນີ້ ເຮົາຈຶ່ງບໍ່ເວົ້າໃນສິ່ງນີ້ຫຼາຍ; ຍ້ອນຄວາມເຊື່ອຂອງຜູ້ຄົນ ເຮົາຈຶ່ງຄວ້າເອົາສິ່ງນີ້ ແລ້ວນໍາໃຊ້ຄວາມເຊື່ອຂອງພວກເຂົາ ເພື່ອເຮັດໃຫ້ພວກເຂົາປະຕິບັດພາລະໜ້າທີ່ຂອງພວກເຂົາ ໂດຍບໍ່ຕ້ອງໃຫ້ເຮົາເຕືອນພວກເຂົາ. ການເຮັດສິ່ງນີ້ຜິດບໍ? ນີ້ບໍ່ແມ່ນສິ່ງທີ່ພຣະເຈົ້າຕ້ອງການຢ່າງແນ່ນອນບໍ? ບາງເທື່ອ ເມື່ອໄດ້ຍິນພຣະທໍາດັ່ງກ່າວ ບາງຄົນອາດຮູ້ສຶກເບື່ອ. ສະນັ້ນ ເຮົາຈະເວົ້າສິ່ງອື່ນແທນ ເພື່ອອະນຸໂລມໃຫ້ກັບພວກເຂົາ. ເມື່ອທຸກຄົນທີ່ຖືກພຣະເຈົ້າເລືອກທົ່ວຈັກກະວານໄດ້ຜ່ານການຂ້ຽນຕີ ແລະ ເມື່ອສະພາບພາຍໃນມະນຸດຖືກແກ້ໄຂ ຜູ້ຄົນຈະດີໃຈຢ່າງລັບໆຢູ່ໃນໃຈຂອງພວກເຂົາ ຄືກັບວ່າ ພວກເຂົາໄດ້ໜີພົ້ນຈາກຄວາມລໍາບາກຍາກແຄ້ນ. ໃນຂະນະນີ້ ຜູ້ຄົນຈະບໍ່ເລືອກເພື່ອຕົວເອງອີກຕໍ່ໄປ ຍ້ອນວ່າ ນີ້ແມ່ນຜົນສໍາເລັດຢ່າງແນ່ນອນໃນລະຫວ່າງການປະຕິບັດພາລະກິດສຸດທ້າຍຂອງພຣະເຈົ້າ. ເມື່ອບາດກ້າວຂອງພຣະອົງໄດ້ກ້າວເຂົ້າສູ່ປັດຈຸບັນ ບຸດຊາຍ ແລະ ປະຊາຊົນຂອງພຣະເຈົ້າທຸກຄົນກໍຈະເຂົ້າສູ່ການຂ້ຽນຕີ ແລະ ຊາວອິດສະຣາແອນກໍຈະບໍ່ສາມາດໜີພົ້ນຈາກໄລຍະນີ້ເຊັ່ນກັນ ເນື່ອງຈາກວ່າ ຜູ້ຄົນແມ່ນມີຄວາມບໍ່ບໍລິສຸດຢູ່ພາຍໃນ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງນໍາພາທຸກຄົນເຂົ້າສູ່ເຕົາຫຼໍ່ທີ່ຍິ່ງໃຫຍ່ ເພື່ອຫຼໍ່ຫຼອມໃຫ້ບໍລິສຸດ ເຊິ່ງມັນເປັນເສັ້ນທາງທີ່ຈໍາເປັນ. ເມື່ອສິ່ງນີ້ໄດ້ຜ່ານພົ້ນໄປ ຜູ້ຄົນຈະຟື້ນຄືນຈາກຄວາມຕາຍ ເຊິ່ງກໍແມ່ນສິ່ງທີ່ພຣະເຈົ້າໄດ້ບອກລ່ວງໜ້າຢ່າງແນ່ນອນໃນ “ພຣະວັດຈະນະແຫ່ງພຣະວິນຍານທັງເຈັດ”. ເພື່ອບໍ່ໃຫ້ກາຍເປັນສັດຕູກັບຜູ້ຄົນ ເຮົາຈະບໍ່ເວົ້າກ່ຽວກັບສິ່ງນີ້ອີກ. ຍ້ອນວ່າ ພາລະກິດຂອງພຣະເຈົ້າມະຫັດສະຈັນ ການທໍານວາຍທີ່ກ່າວຈາກປາກຂອງພຣະເຈົາກໍຈະເກີດເປັນຈິງໃນທີ່ສຸດ; ເມື່ອພຣະເຈົ້າຂໍໃຫ້ຜູ້ຄົນເວົ້າກ່ຽວກັບແນວຄວາມຄິດຂອງພວກເຂົາອີກຄັ້ງ ພວກເຂົາກໍຕົກຕະລຶງຈົນປາກບໍ່ອອກ ແລະ ສະນັ້ນ ທຸກຄົນບໍ່ຄວນກັງວົນ ແລະ ກະວົນກະວາຍ. ດັ່ງທີ່ເຮົາໄດ້ກ່າວວ່າ “ຈາກພາລະກິດທັງໝົດຂອງເຮົາ ເຄີຍມີບາດກ້າວໃດບໍ ທີ່ຖືກປະຕິບັດດ້ວຍມືຂອງມະນຸດ?” ເຈົ້າເຂົ້າໃຈແກ່ນແທ້ຂອງພຣະທໍາເຫຼົ່ານີ້ບໍ?

​ກ່ອນ​ນີ້ :ບົດທີ 32

ຕໍ່​ໄປ:ບົດທີ 36

ເນື່ອຫາທີ່ກ່ຽວຂ້ອງ