ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ຜູ້ທີ່​ສະແຫວງ​ຫາ​ຄວາ​ມຈິງ​ທຸກ​ຄົ​ນໃຫ້​ຕິດ​ຕໍ່​ຫາ​ພວກ​ເຮົາ.

ພຣະທໍາປາກົດໃນຮ່າງກາຍ

​ສີ​ເຂັ້ມ

​ຊຸດ​ຮູບ​ແບບ

ຟອນ

​ຂະໜາດ​ຟອນ

​ໄລຍະ​ຫ່າງ​​ລະຫວ່າງແຖວ

​ຄວາມ​ກວ້າງ​ຂອງ​ໜ້າ

0 ຜົນ​ໄດ້​ຮັບ

ບໍ່ພົບຂໍ້ຄວາມທີ່ຄົ້ນຫາ

ບົດທີ 32

ພຣະທຳຂອງພຣະເຈົ້າປ່ອຍໃຫ້ຜູ້ຄົນເກົາຫົວ; ມັນຄືກັບວ່າເມື່ອພຣະອົງກ່າວ ພຣະເຈົ້າກຳລັງຫຼີກເວັ້ນມະນຸດ ແລະ ກ່າວຕໍ່ອາກາດ, ຄືກັບວ່າພຣະອົງບໍ່ມີຄວາມຄິດທີ່ຈະໃສ່ໃຈການກະທຳຂອງມະນຸດອີກເລີຍ ແລະ ບໍ່ສົນໃຈຕໍ່ວຸດທິພາວະຂອງມະນຸດຢ່າງສິ້ນເຊີງ, ຄືກັບວ່າພຣະທຳທີ່ພຣະອົງກ່າວບໍ່ໄດ້ແນໃສ່ແນວຄິດຂອງຜູ້ຄົນ, ແຕ່ຫຼີກເວັ້ນມະນຸດ ຄືກັບເຈດຕະນາເດີມຂອງພຣະເຈົ້າ. ຍ້ອນເຫດຜົນຫຼາຍຢ່າງ ທີ່ມະນຸດບໍ່ສາມາດເຂົ້າໃຈ ແລະ ເຂົ້າເຖິງພຣະທຳຂອງພຣະເຈົ້າໄດ້. ສິ່ງນີ້ບໍ່ແມ່ນເລື່ອງປະຫຼາດ. ຈຸດປະສົງເດີມຂອງພຣະທຳທຸກຂໍ້ຂອງພຣະເຈົ້າບໍ່ແມ່ນໃຫ້ຜູ້ຄົນໄດ້ຮັບຄວາມຮູ້ ຫຼື ຄວາມສາມາດພິເສດຈາກພຣະທຳເຫຼົ່ານັ້ນ; ກົງກັນຂ້າມ ສິ່ງເຫຼົ່ານັ້ນເປັນວິທີທາງໜຶ່ງທີ່ພຣະເຈົ້າໄດ້ປະຕິບັດພາລະກິດຕັ້ງແຕ່ຕອນເລີ່ມຕົ້ນຈົນເຖິງປັດຈຸບັນ. ແນ່ນອນ ຈາກພຣະທຳຂອງພຣະເຈົ້າ ຜູ້ຄົນຮັບເອົາສິ່ງຕ່າງໆທີ່ກ່ຽວຂ້ອງກັບຄວາມເລິກລັບ ຫຼື ສິ່ງຕ່າງໆທີ່ກ່ຽວພັນກັບເປໂຕ, ໂປໂລ ແລະ ໂຢບ, ແຕ່ນີ້ແມ່ນສິ່ງທີ່ພວກເຂົາຄວນບັນລຸ ແລະ ສິ່ງທີ່ພວກເຂົາສາມາດບັນລຸໄດ້ ແລະ ຕາມທີ່ເໝາະສົມກັບວຸດທິພາວະຂອງພວກເຂົາ, ສິ່ງນີ້ໄດ້ໄປເຖິງຈຸດສູງສຸດຂອງມັນແລ້ວ. ເປັນຫຍັງຜົນທີ່ພຣະເຈົ້າຮຽກຮ້ອງໃຫ້ບັນລຸຈຶ່ງບໍ່ສູງ, ແຕ່ເຖິງຢ່າງນັ້ນ ພຣະອົງກໍຍັງກ່າວພຣະທຳຫຼາຍຂໍ້? ສິ່ງນີ້ແມ່ນພົວພັນກັບການຂ້ຽນຕີທີ່ພຣະອົງກ່າວ ແລະ ໂດຍທຳມະຊາດແລ້ວ ມັນລ້ວນແລ້ວແຕ່ຖືກບັນລຸໂດຍທີ່ຜູ້ຄົນບໍ່ຮູ້. ໃນປັດຈຸບັນ ຜູ້ຄົນອົດກັ້ນກັບການທົນທຸກຫຼາຍຂຶ້ນພາຍໃຕ້ການໂຈມຕີຈາກພຣະທຳຂອງພຣະເຈົ້າ. ໂດຍຜິວເຜີຍແລ້ວ, ບໍ່ມີໃຜໃນບັນດາພວກເຂົາ ຄືກັບວ່າ ຖືກຈັດການແລ້ວ, ຜູ້ຄົນໄດ້ເລີ່ມເປັນອິດສະຫຼະໃນການປະຕິບັດພາລະກິດຂອງພວກເຂົາ ແລະ ຜູ້ບໍລິການຖືກຍົກລະດັບໃຫ້ເປັນປະຊາຊົນຂອງພຣະເຈົ້າ ແລະ ໃນສິ່ງນີ້, ປາກົດວ່າ ພວກເຂົາໄດ້ເຂົ້າສູ່ຄວາມສຸກແລ້ວ. ແທ້ຈິງແລ້ວ, ຄວາມເປັນຈິງກໍຄື ຈາກການຫຼໍ່ຫຼອມ ພວກເຂົາທຸກຄົນໄດ້ເຂົ້າສູ່ການຂ້ຽນຕີຢ່າງຮຸນແຮງຍິ່ງຂຶ້ນ. ດັ່ງທີ່ພຣະເຈົ້າກ່າວວ່າ “ຂັ້ນຕອນຂອງພາລະກິດຂອງເຮົາແມ່ນເຊື່ອມໂຍງກັບຂັ້ນຕອນຕໍ່ໄປຢ່າງຕໍ່ເນື່ອງ, ແຕ່ລະຂັ້ນຕອນແມ່ນສູງຂຶ້ນເລື້ອຍໆ”. ພຣະເຈົ້າຍົກຜູ້ບໍລິການອອກຈາກເຫວເລິກທີ່ສຸດ ແລະ ໂຍນພວກເຂົາລົງສູ່ທະເລສາບແຫ່ງໄຟ ແລະ ມາດ, ເຊິ່ງເປັນບ່ອນທີ່ການຂ້ຽນຕີຍິ່ງຮ້າຍແຮງຫຼາຍຂຶ້ນ. ສະນັ້ນ ພວກເຂົາຈຶ່ງທົນທຸກກັບຄວາມລໍາບາກຫຼາຍຍິ່ງຂຶ້ນ ໂດຍທີ່ພວກເຂົາເກືອບບໍ່ສາມາດຫຼົບໜີໄດ້. ການຂ້ຽນຕີດັ່ງກ່າວບໍ່ຮ້າຍແຮງກວ່າເກົ່າບໍ? ເມື່ອໄດ້ເຂົ້າສູ່ອານາຈັກທີ່ສູງກວ່າ, ເປັນຫຍັງຜູ້ຄົນຈຶ່ງຮູ້ສຶກເສຍໃຈແທນທີ່ຈະມີຄວາມສຸກ? ເປັນຫຍັງຈຶ່ງເວົ້າວ່າ ເມື່ອຖືກໄຖ່ຈາກມືຂອງຊາຕານ, ພວກເຂົາແມ່ນຖືກມອບໃຫ້ກັບມັງກອນແດງໃຫຍ່? ເຈົ້າຈື່ບໍ ໃນເວລາພຣະເຈົ້າເວົ້າວ່າ “ສ່ວນສຸດທ້າຍຂອງພາລະກິດແມ່ນຖືກເຮັດໃຫ້ສຳເລັດໃນເຮືອນຂອງມັງກອນແດງໃຫຍ່? ເຈົ້າຈື່ບໍ ເມື່ອພຣະເຈົ້າເວົ້າວ່າ “ຄວາມລຳບາກສຸດທ້າຍກໍຄືການເປັນພະຍານທີ່ໜັກແໜ້ນ ແລະ ກຶກກ້ອງໃຫ້ກັບພຣະເຈົ້າຕໍ່ໜ້າມັງກອນແດງໃຫຍ່?” ຖ້າຜູ້ຄົນບໍ່ໄດ້ຖືກມອບໃຫ້ກັບມັງກອນແດງໃຫຍ່, ພວກເຂົາຈະສາມາດເປັນພະຍານຕໍ່ໜ້າມັນໄດ້ແນວໃດ? ໃຜເຄີຍເວົ້າຄຳເວົ້າທີ່ວ່າ “ຂ້ານ້ອຍໄດ້ເອົາຊະນະຜີຮ້າຍ” ຫຼັງຈາກທີ່ໄດ້ຂ້າຕົວເອງ? ຂ້າຕົວຕາຍຫຼັງຈາກເຫັນວ່າ ເນື້ອໜັງຂອງພວກເຂົາເປັນສັດຕຸ, ຄວາມໝາຍແທ້ຈິງຂອງສິ່ງນີ້ມີຢູ່ໃສ? ເປັນຫຍັງພຣະເຈົ້າຈຶ່ງເວົ້າແບບນັ້ນ? ເຮົາບໍ່ຫຼຽວເບິ່ງຮອຍແປ້ວຂອງຜູ້ຄົນ, ແຕ່ຫຼຽວເບິ່ງສ່ວນໃດໃນພວກເຂົາທີ່ບໍ່ມີຮອຍແປ້ວ ແລະ ຈາກສິ່ງນີ້ ເຮົາກໍພໍໃຈ. ຖ້າພຣະເຈົ້າປາຖະໜາທີ່ຈະໃຫ້ຄົນທີ່ບໍ່ມີຮອຍແປ້ວເປັນການສະແດງອອກຂອງພຣະອົງ, ເປັນຫຍັງພຣະອົງຈຶ່ງກ່າວພຣະທຳຫຼາຍຂໍ້ຢ່າງໃຈເຢັນ ແລະ ຢ່າງຈິງໃຈຈາກທັດສະນະຂອງມະນຸດເພື່ອໂຕ້ຕອບກັບແນວຄິດຂອງຜູ້ຄົນ? ເປັນຫຍັງພຣະອົງຈຶ່ງວິຕົກກັງວົນກ່ຽວກັບສິ່ງນັ້ນ? ເປັນຫຍັງພຣະອົງຈຶ່ງລຳບາກໃນການເຮັດສິ່ງດັ່ງກ່າວ? ສະນັ້ນ ຈຶ່ງສະແດງໃຫ້ເຫັນວ່າ ມັນມີຄວາມໝາຍທີ່ແທ້ຈິງໃນການບັງເກີດເປັນມະນຸດຂອງພຣະເຈົ້າ, ພຣະອົງຈະບໍ່ “ເມີນເສີຍ” ຕໍ່ເນື້ອໜັງຫຼັງຈາກທີ່ກາຍມາເປັນເນື້ອໜັງ ແລະ ເຮັດໃຫ້ພາລະກິດຂອງພຣະອົງສຳເລັດ. ເປັນຫຍັງຈຶ່ງເວົ້າວ່າ “ທອງຄຳບໍ່ສາມາດບໍລິສຸດໄດ້ ແລະ ມະນຸດບໍ່ສາມາດສົມບູນໄດ້?” ພຣະທຳເຫຼົ່ານີ້ຈະສາມາດອະທິບາຍໄດ້ແນວໃດ? ພຣະທໍາຂອງພຣະອົງແມ່ນໝາຍເຖິງຫຍັງເມື່ອພຣະເຈົ້າກ່າວເຖິງທາດແທ້ຂອງມະນຸດ? ໃນສາຍຕາຂອງຜູ້ຄົນ, ເນື້ອໜັງປາກົດວ່າບໍ່ມີຄວາມສາມາດເຮັດຫຍັງໄດ້ເລີຍ ຫຼື ບໍ່ດັ່ງນັ້ນກໍຂາດເຂີນເກີນໄປ. ໃນສາຍຕາຂອງພຣະເຈົ້າ, ສິ່ງນີ້ບໍ່ໄດ້ສຳຄັນເລີຍ, ແຕ່ສຳລັບຜູ້ຄົນ, ມັນເປັນບັນຫາອັນຍິ່ງໃຫຍ່. ມັນເປັນຄືກັບວ່າ ພວກເຂົາບໍ່ສາມາດແກ້ໄຂສິ່ງນີ້ໄດ້ທັງໝົດ ແລະ ຕ້ອງຖືກຈັດການໂດຍຮ່າງກາຍຈາກສະຫວັນໂດຍກົງ, ສິ່ງນີ້ບໍ່ແມ່ນແນວຄິດຂອງຜູ້ຄົນບໍ? “ໃນສາຍຕາຂອງຜູ້ຄົນ, ເຮົາເປັນພຽງ ‘ດາວດວງນ້ອຍ’ ທີ່ໄດ້ລົງມາຈາກທ້ອງຟ້າ, ເຮົາເປັນພຽງບຸກຄົນທີ່ຕໍ່າຕ້ອຍທີ່ສຸດໃນສະຫວັນ ແລະ ການທີ່ເຮົາມາເຖິງແຜ່ນດິນໂລກໃນມື້ນີ້ກໍຍ້ອນໄດ້ຖືກມອບໝາຍໜ້າທີ່ໂດຍພຣະເຈົ້າ. ຜົນຕາມມາກໍຄື ຜູ້ຄົນພາກັນຕີຄວາມໝາຍອອກໄປຕ່າງໆນາໆກ່ຽວກັບຄຳວ່າ ‘ເຮົາ’ ແລະ ‘ພຣະເຈົ້າ’”. ຍ້ອນມະນຸດບໍ່ໄດ້ເທົ່າທຽມກັບຫຍັງເລີຍ, ແລ້ວເປັນຫຍັງພຣະເຈົ້າຈຶ່ງຈະເປີດເຜີຍແນວຄິດຂອງພວກເຂົາຈາກທັດສະນະທີ່ແຕກຕ່າງ? ສິ່ງນີ້ກໍຍັງແມ່ນສະຕິປັນຍາຂອງພຣະເຈົ້າຢູ່ບໍ? ແລ້ວພຣະທຳດັ່ງກ່າວບໍ່ເປັນຕາຢາກຫົວບໍ? ດັ່ງທີ່ພຣະເຈົ້າເວົ້າວ່າ “ເຖິງແມ່ນມີຫ້ອງທີ່ເຮົາໄດ້ສ້າງຂຶ້ນໃນຫົວໃຈຂອງຜູ້ຄົນ, ພວກເຂົາກໍບໍ່ຕ້ອງການໃຫ້ເຮົາອາໄສຢູ່ໃນນັ້ນ. ກົງກັນຂ້າມ, ພວກເຂົາລໍຖ້າ ‘ຜູ້ສັກສິດ’ ໃນຫົວໃຈຂອງພວກເຂົາໃຫ້ມາເຖິງໃນໄວໆ. ຍ້ອນຕົວຕົນຂອງເຮົາ ‘ຕໍ່າຕ້ອຍ’ ເກີນໄປ, ເຮົາຈຶ່ງບໍ່ເໝາະສົມກັບຄວາມຮຽກຮ້ອງຂອງຜູ້ຄົນ ແລະ ສະນັ້ນຈຶ່ງຖືກພວກເຂົາກຳຈັດຖິ້ມ”. ເພາະຍ້ອນຜູ້ຄົນປະເມີນພຣະເຈົ້ານັ້ນ “ສູງເກີນໄປ”, ພຣະເຈົ້າຈຶ່ງ “ບໍ່ສາມາດບັນລຸ” ຫຼາຍໆສິ່ງ ເຊິ່ງໄດ້ເຮັດໃຫ້ພຣະອົງຕົກຢູ່ໃນ “ຄວາມຫຍຸ້ງຍາກ”. ຜູ້ຄົນບໍ່ຮູ້ຈັກເລີຍວ່າ ສິ່ງທີ່ພວກເຂົາຮຽກຮ້ອງໃຫ້ພຣະເຈົ້າເປັນນັ້ນ ແມ່ນອີງຕາມແນວຄິດຂອງພວກເຂົາ. ແລ້ວສິ່ງນີ້ບໍ່ແມ່ນຄວາມໝາຍແທ້ຈິງຂອງຄໍາວ່າ “ຄົນສະຫຼາດອາດຕົກເປັນເຫຍື່ອແຫ່ງຄວາມສະຫຼາດຂອງຕົນເອງບໍ?” ນີ້ແມ່ນກໍລະນີທີ່ວ່າ “ສະຫຼາດດັ່ງກົດລະບຽບ, ແຕ່ເທື່ອນີ້ເປັນຄົນໂງ່!” ໃນການເທດສະໜາຂອງພວກເຈົ້າ, ພວກເຈົ້າຮ້ຽກຮ້ອງໃຫ້ຜູ້ຄົນຈັດການກັບພຣະເຈົ້າທີ່ມາຈາກແນວຄິດຂອງພວກເຂົາ ແລະ ແລ້ວພຣະເຈົ້າທີ່ມາຈາກແນວຄິດຂອງພວກເຈົ້າກໍໄດ້ໝົດໄປຢູ່ບໍ່? ພຣະທຳຂອງພຣະເຈົ້າທີ່ວ່າ “ເຮົາບໍ່ໄດ້ຮຽກຮ້ອງຫຼາຍຈາກມະນຸດ” ຈະສາມາດຕີຄວາມໝາຍວ່າແນວໃດ? ພຣະທຳເຫຼົ່ານັ້ນບໍ່ແມ່ນເພື່ອເຮັດໃຫ້ຜູ້ຄົນຄິດລົບ ແລະ ເປັນຄົນເສເພ, ແຕ່ເພື່ອມອບຄວາມເຂົ້າໃຈທີ່ບໍລິສຸດກ່ຽວກັບພຣະທຳຂອງພຣະເຈົ້າໃຫ້ກັບພວກເຂົາ, ພວກເຈົ້າເຂົ້າໃຈບໍ? ພຣະເຈົ້າທີ່ບັງເກີດເປັນມະນຸດ ແມ່ນ “‘ເຮົາ’ ຜູ້ທີ່ສູງສົ່ງ ແລະ ຍິ່ງໃຫຍ່” ດັ່ງທີ່ຜູ້ຄົນຈິນຕະນາການແທ້ບໍ?

ເຖິງແມ່ນມີຄົນທີ່ໄດ້ອ່ານພຣະທຳທັງໝົດທີ່ພຣະເຈົ້າກ່າວ ແລະ ສາມາດໃຫ້ໂຄງຮ່າງທົ່ວໄປຂອງພຣະທຳເຫຼົ່ານັ້ນ, ມີຜູ້ໃດສາມາດເວົ້າໄດ້ບໍ່ວ່າ ຈຸດປະສົງສຸດທ້າຍຂອງພຣະເຈົ້າແມ່ນຫຍັງ? ນີ້ແມ່ນສິ່ງທີ່ມະນຸດຊາດຂາດ. ບໍ່ວ່າພຣະເຈົ້າຈະເວົ້າຈາກທັດສະນະຫຍັງກໍຕາມ, ຈຸດປະສົງໂດຍລວມຂອງພຣະອົງກໍຄືເຮັດໃຫ້ຜູ້ຄົນຮູ້ຈັກພຣະເຈົ້າທີ່ຢູ່ໃນເນື້ອໜັງ. ຖ້າບໍ່ມີຫຍັງກ່ຽວກັບຄວາມເປັນມະນຸດ, ຖ້າທຸກສິ່ງທີ່ພຣະອົງມີຄືລັກສະນະຂອງພຣະເຈົ້າທີ່ຢູ່ໃນສະຫວັນ, ແລ້ວກໍບໍ່ຈຳເປັນທີ່ຈະໃຫ້ພຣະເຈົ້າເວົ້າຫຼາຍແບບນັ້ນ. ມັນສາມາດເວົ້າໄດ້ວ່າ ສິ່ງທີ່ຜູ້ຄົນຂາດແມ່ນຖືກໃຊ້ເປັນເຄື່ອງມື ມືໜຶ່ງທີ່ກ່ຽວພັນກັບພຣະທຳຂອງພຣະເຈົ້າ. ນັ້ນໝາຍຄວາມວ່າ ສິ່ງທີ່ຖືກສະແດງອອກໃນມະນຸດຄືເບື້ອງຫຼັງທີ່ພຣະເຈົ້າເວົ້າກ່ຽວກັບແນວຄິດຂອງຜູ້ຄົນ ແລະ ສະນັ້ນ ຜູ້ຄົນຈຶ່ງຮັບຟັງຖ້ອຍຄຳຂອງພຣະເຈົ້າ. ໂດຍທຳມະຊາດແລ້ວ ສິ່ງນີ້ແມ່ນອີງຕາມສິ່ງທີ່ພຣະເຈົ້າເວົ້າກ່ຽວກັບແນວຄິດຂອງມະນຸດ, ມີພຽງແຕ່ໃນວິທີນີ້ເທົ່ານັ້ນ ສິ່ງນີ້ຈຶ່ງສາມາດເວົ້າໄດ້ວ່າເປັນການປະສົມປະສານລະຫວ່າງທິດສະດີ ແລະ ຄວາມເປັນຈິງ, ມີພຽງແຕ່ເມື່ອນັ້ນ ຜູ້ຄົນຈຶ່ງຈະຖືກເຮັດໃຫ້ຈິງຈັງກ່ຽວກັບການຮູ້ຈັກຕົນເອງຢ່າງມີປະສິດຕິພາບຫຼາຍຂຶ້ນ. ມັນຈະມີປະໂຫຍດຫຍັງຖ້າພຣະເຈົ້າທີ່ຢູ່ໃນເນື້ອໜັງສາມາດເຂົ້າກັບແນວຄິດຂອງຜູ້ຄົນໄດ້ ແລະ ພຣະເຈົ້າຍັງເປັນພະຍານເຖິງພຣະອົງ? ມັນເປັນຍ້ອນສິ່ງນີ້ແທ້ໆທີ່ພຣະເຈົ້າຕ້ອງປະຕິບັດພາລະກິດຈາກດ້ານລົບ ໂດຍໃຊ້ແນວຄິດຂອງຜູ້ຄົນເພື່ອສະແດງເຖິງລິດອຳນາດທີ່ຍິ່ງໃຫຍ່ຂອງພຣະອົງ. ສິ່ງນີ້ບໍ່ແມ່ນສະຕິປັນຍາຂອງພຣະເຈົ້າບໍ? ທຸກສິ່ງທີ່ພຣະເຈົ້າເຮັດສຳລັບທຸກຄົນແມ່ນດີໝົດ, ແລ້ວເປັນຫຍັງຈຶ່ງບໍ່ສັນລະເສີນໃນເວລານີ້? ຖ້າສິ່ງນີ້ໄປເຖິງຈຸດໃດໜຶ່ງ ຫຼື ມື້ນັ້ນມາເຖິງ, ເຈົ້າຈະສາມາດກ່າວຄຳອະທິຖານຈາກສ່ວນເລິກທີ່ຢູ່ພາຍໃນຕົນເອງ ໃນທ່າມກາງການທົດລອງຄືກັບເປໂຕບໍ? ມີພຽງແຕ່ ເມື່ອເຈົ້າຢູ່ໃນກໍາມືຂອງຊາຕານ ແລ້ວຍັງສາມາດສັນລະເສີນພຣະເຈົ້າຄືກັບເປໂຕ, ມັນຈຶ່ງຈະເປັນຄວາມໝາຍທີ່ແທ້ຈິງຂອງ “ການເປັນອິດສະຫຼະຈາກການເປັນທາດຂອງຊາຕານ, ການເອົາຊະນະເນື້ອໜັງ ແລະ ການເອົາຊະນະຊາຕານ”. ສິ່ງນີ້ບໍ່ແມ່ນການເປັນພະຍານແທ້ຈິງສຳລັບພຣະເຈົ້າບໍ? ມີພຽງແຕ່ສິ່ງນີ້ເທົ່ານັ້ນທີ່ບັນລຸຜົນໂດຍ “ຄວາມເປັນພຣະເຈົ້າທີ່ມາເພື່ອປະຕິບັດ ແລະ ພຣະວິນຍານທີ່ຮຸນແຮງເຈັດເທົ່າທີ່ກຳລັງປະຕິບັດພາລະກິດໃນມະນຸດ” ແລະ ເຊັ່ນດຽວກັນ ທຸກສິ່ງນີ້ກໍບັນລຸຜົນໂດຍ “ພຣະວິນຍານທີ່ອອກມາຈາກເນື້ອໜັງ” ເຊັ່ນກັນ. ແລ້ວການກະທຳດັ່ງກ່າວບໍ່ໄດ້ເປັນຈິງບໍ? ເຈົ້າເຄີຍໃສ່ໃຈກັບຄວາມເປັນຈິງ, ແຕ່ເຈົ້າມີຄວາມຮູ້ທີ່ແທ້ຈິງກ່ຽວກັບຄວາມເປັນຈິງໃນປັດຈຸບັນບໍ? “ເຮົາບໍ່ໄດ້ຮຽກຮ້ອງຈາກມະນຸດຫຼາຍ, ແຕ່ຜູ້ຄົນກໍເຊື່ອອີກແບບໜຶ່ງ. ສະນັ້ນ ‘ຄວາມຖ່ອມຕົນ’ ຂອງພວກເຂົາຈຶ່ງຖືກເປີດເຜີຍຢູ່ໃນການເຄື່ອນໄຫວທຸກຢ່າງຂອງພວກເຂົາ. ພວກເຂົາມັກຮັບຜິດຊອບຍ່າງໄປກ່ອນເຮົາເພື່ອນໍາທາງເຮົາຢູ່ສະເໝີ ໂດຍຢ້ານຢູ່ເລິກໆວ່າເຮົາຈະຫຼົງທາງ, ຢ້ານວ່າເຮົາຈະຍ່າງຫຼົງໄປໃນປ່າເກົ່າແກ່ທີ່ຢູ່ເລິກໃນພູເຂົາ. ຜົນຕາມມາກໍຄື ຜູ້ຄົນນໍາທາງເຮົາໄປຂ້າງໜ້າຢູ່ຕະຫຼອດເວລາ ໂດຍຢ້ານຢ່າງເລິກໆວ່າເຮົາຈະຍ່າງເຂົ້າສູ່ຄຸກມືດໃຕ້ດິນ”. ແມ່ນຫຍັງຄືຄວາມຮູ້ຂອງພວກເຈົ້າກ່ຽວກັບພຣະທຳທີ່ງ່າຍດາຍເຫຼົ່ານີ້, ພວກເຈົ້າສາມາດເຂົ້າໃຈແກ່ນແທ້ຂອງພຣະທຳຂອງພຣະເຈົ້າທີ່ຢູ່ໃນຄວາມຮູ້ເຫຼົ່ານັ້ນແທ້ບໍ? ພວກເຈົ້າໄດ້ໃສ່ໃຈກັບແນວຄິດຂອງພວກເຈົ້າທີ່ພຣະເຈົ້າໄດ້ກ່າວເຖິງຢູ່ບໍ? ຄວາມສົນໃຈຂອງພວກເຈົ້າໃນແຕ່ລະມື້ແມ່ນຢູ່ໃນຈຸດສຳຄັນນີ້ບໍ? ໃນປະໂຫຍກທຳອິດຂອງພາກຕໍ່ໄປ ເຊິ່ງຕາມມາຢ່າງຕໍ່ເນື່ອງ, ພຣະເຈົ້າກ່າວວ່າ “ແຕ່ຜູ້ຄົນບໍ່ຮູ້ຈັກຄວາມປະສົງຂອງເຮົາ ແລະ ສືບຕໍ່ອະທິຖານສຳລັບສິ່ງຕ່າງໆຈາກເຮົາ, ຄືກັບວ່າຄວາມມັ່ງຄັ້ງທີ່ເຮົາໄດ້ປະທານໃຫ້ກັບພວກເຂົານັ້ນບໍ່ສາມາດສະໜອງຕາມເງື່ອນໄຂຂອງພວກເຂົາໄດ້, ຄືກັບວ່າອຸປະສົງມີຫຼາຍກວ່າອຸປະທານ”. ໃນປະໂຫຍກນີ້ສາມາດເຫັນໄດ້ວ່າແນວຄິດທີ່ຢູ່ພາຍໃນພວກເຈົ້າແມ່ນຫຍັງ. ພຣະເຈົ້າບໍ່ຈື່ ຫຼື ສືບສວນໃນສິ່ງທີ່ພວກເຈົ້າເຮັດໃນອະດິດ, ສະນັ້ນ ບໍ່ຕ້ອງຄິດເຖິງເລື່ອງທີ່ຢູ່ໃນອະດີດອີກຕໍ່ໄປ. ສິ່ງທີ່ສຳຄັນໄປຫຼາຍກວ່ານັ້ນກໍຄື ພວກເຈົ້າຈະສາມາດສ້າງ “ຈິດວິນຍານຂອງເປໂຕໃນຍຸກສຸດທ້າຍ” ໃນເສັ້ນທາງແຫ່ງອະນາຄົດໄດ້ ຫຼື ບໍ່, ພວກເຈົ້າມີຄວາມເຊື່ອທີ່ຈະບັນລຸສິ່ງນີ້ໄດ້ບໍ? ສິ່ງທີ່ພຣະເຈົ້າຮຽກຮ້ອງຈາກມະນຸດບໍ່ມີຫຍັງຫຼາຍໄປກວ່າການຮຽນເອົາແບບຢ່າງເປໂຕ, ໃນທີ່ສຸດ ຜູ້ຄົນອາດເດີນຕາມເສັ້ນທາງນີ້ເພື່ອນໍາຄວາມອັບອາຍມາສູ່ມັງກອນແດງໃຫຍ່. ມັນເປັນຍ້ອນສິ່ງນີ້ ພຣະເຈົ້າຈຶ່ງເວົ້າວ່າ “ເຮົາຫວັງພຽງແຕ່ວ່າໃຫ້ຜູ້ຄົນມີຄວາມຕັ້ງໃຈທີ່ຈະຮ່ວມມືກັບເຮົາ. ເຮົາບໍ່ໄດ້ຮຽກຮ້ອງໃຫ້ພວກເຂົາຄົວອາຫານດີໆໃຫ້ກັບເຮົາກິນ ຫຼື ຈັດກຽມບ່ອນນອນທີ່ເໝາະສົມໃຫ້ເຮົາໄດ້ວາງຫົວນອນ...” ໃນແຜ່ນດິນໂລກ, ຜູ້ຄົນຖືກຮຽກຮ້ອງໃຫ້ມີ “ວິນຍານຂອງເລີຍ ເຟິງ” ໃນຊຸ່ມປີ 1990, ແຕ່ໃນຄົວເຮືອນຂອງພຣະເຈົ້າ, ພຣະເຈົ້າຮຽກຮ້ອງໃຫ້ພວກເຈົ້າສ້າງ “ລັກສະນະທີ່ເປັນເອກະລັກຂອງເປໂຕ”. ພວກເຈົ້າເຂົ້າໃຈຄວາມປະສົງຂອງພຣະເຈົ້າບໍ່? ພວກເຈົ້າສາມາດພະຍາຍາມເພື່ອສິ່ງນີ້ໄດ້ແທ້ບໍ່?

“ເຮົາເຄື່ອນໄຫວຢູ່ເໜືອຈັກກະວານ ແລະ ໃນຂະນະທີ່ເຮົາຍ່າງ ເຮົາກໍສັງເກດເບິ່ງຜູ້ຄົນຂອງຈັກກະວານທັງປວງ. ທ່າມກາງຝູງຊົນເທິງແຜ່ນດິນໂລກ, ບໍ່ເຄີຍມີຜູ້ໃດທີ່ເໝາະສົມສຳລັບພາລະກິດຂອງເຮົາ ຫຼື ຄົນທີ່ຮັກເຮົາຢ່າງແທ້ຈິງ. ສະນັ້ນ, ໃນຊ່ວງເວລານີ້ ເຮົາຈຶ່ງຫາຍໃຈໃຫຍ່ດ້ວຍຄວາມຜິດຫວັງ ແລະ ຜູ້ຄົນກໍພາກັນແຕກກະຈາຍໄປທົ່ວດ້ວຍທັນທີທັນໃດ, ບໍ່ຊຸມນຸມກັນອີກຕໍ່ໄປ ໂດຍຢ້ານຢູ່ເລິກໆວ່າເຮົາຈະ ‘ຈັບພວກເຂົາທັງໝົດດ້ວຍແຫອັນດຽວ’” ບາງເທື່ອ, ຄົນສ່ວນໃຫຍ່ຄົ້ນພົບວ່າພຣະທຳເຫຼົ່ານີ້ແມ່ນຍາກທີ່ຈະເຂົ້າໃຈ. ພວກເຂົາຖາມວ່າເປັນຫຍັງພຣະເຈົ້າຈຶ່ງບໍ່ຮຽກຮ້ອງຈາກມະນຸດຫຼາຍໆ, ແຕ່ພຣະອົງກໍຫາຍໃຈໃຫຍ່ດ້ວຍຄວາມຜິດຫວັງ ຍ້ອນບໍ່ມີໃຜເໝາະສົມສຳລັບພາລະກິດຂອງພຣະອົງ. ມີຂໍ້ຂັດແຍ້ງໃນທີ່ນີ້ບໍ? ເວົ້າຕາມກົງກໍຄື ມັນມີ, ແຕ່ໃນຄວາມເປັນຈິງແມ່ນບໍ່ມີຂໍ້ຂັດແຍ້ງ. ບາງເທື່ອ ເຈົ້າຍັງສາມາດຈື່ໄດ້ເມື່ອພຣະເຈົ້າກ່າວວ່າ “ພຣະທໍາທຸກຂໍ້ຂອງເຮົາຈະມີຜົນດັ່ງທີ່ເຮົາປາຖະໜາ”. ເມື່ອພຣະເຈົ້າປະຕິບັດພາລະກິດໃນເນື້ອໜັງ ຜູ້ຄົນກໍເອົາໃຈໃສ່ໃນທຸກການກະທຳຂອງພຣະອົງເພື່ອເບິ່ງວ່າພຣະອົງກຳລັງຈະເຮັດຫຍັງແທ້. ເມື່ອພຣະເຈົ້າປະຕິບັດພາລະກິດໃໝ່ຂອງພຣະອົງຕໍ່ຊາຕານໃນອານາຈັກຝ່າຍວິນຍານ, ເວົ້າອີກຢ່າງໜຶ່ງກໍຄື ເກີດມີແນວຄິດທຸກຮູບແບບທ່າມກາງຜູ້ຄົນເທິງແຜ່ນດິນໂລກ ຍ້ອນພຣະເຈົ້າທີ່ຢູ່ໃນເນື້ອໜັງ. ເມື່ອພຣະເຈົ້າຫາຍໃຈໃຫຍ່ດ້ວຍຄວາມຜິດຫວັງ ນັ້ນກໍຄື ເມື່ອພຣະອົງເວົ້າເຖິງແນວຄິດຂອງມະນຸດທັງໝົດ, ຜູ້ຄົນກໍພະຍາຍາມຢ່າງເຕັມທີ່ເພື່ອຈັດການກັບສິ່ງເຫຼົ່ານັ້ນ ແລະ ເຖິງກັບມີຄົນທີ່ເຊື່ອວ່າ ພວກເຂົາບໍ່ມີຄວາມຫວັງແລ້ວ, ຍ້ອນພຣະເຈົ້າເວົ້າວ່າ ທຸກຄົນທີ່ມີແນວຄິດກ່ຽວກັບພຣະອົງແມ່ນສັດຕູຂອງພຣະອົງ ແລະ ແລ້ວຜູ້ຄົນຈະບໍ່ “ແຕກກະຈາຍ” ໄປຍ້ອນສິ່ງນີ້ໄດ້ແນວໃດ? ໂດຍສະເພາະໃນປັດຈຸບັນ, ເມື່ອການຂ້ຽນຕີມາເຖິງ, ຜູ້ຄົນກໍຍິ່ງຢ້ານຫຼາຍຂຶ້ນວ່າພຣະເຈົ້າຈະກວດລ້າງພວກເຂົາຖິ້ມ. ພວກເຂົາເຊື່ອວ່າຫຼັງຈາກທີ່ພວກເຂົາຖືກຂ້ຽນຕີ, ພຣະເຈົ້າຈະ “ຈັບພວກເຂົາທັງໝົດດ້ວຍແຫອັນດຽວ”. ແຕ່ຄວາມຈິງບໍ່ແມ່ນແບບນັ້ນ: ດັ່ງທີ່ພຣະເຈົ້າເວົ້າວ່າ “ເຮົາບໍ່ປາຖະໜາທີ່ຈະ ‘ກັກຂັງ’ ຜູ້ຄົນທ່າມກາງການຂ້ຽນຕີຂອງເຮົາ ແລະ ບໍ່ເຄີຍຫຼົບໜີ. ຍ້ອນການຄຸ້ມຄອງຂອງເຮົາຂາດການກະທຳຂອງມະນຸດ, ມັນຈຶ່ງເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພາລະກິດຂອງເຮົາປະສົບຜົນສຳເລັດ ແລະ ມັນເຮັດໃຫ້ພາລະກິດຂອງເຮົາດຳເນີນໄປແບບບໍ່ມີປະສິດຕິພາບ”. ຄວາມປະສົງຂອງພຣະເຈົ້າບໍ່ແມ່ນເພື່ອໃຫ້ພາລະກິດຂອງພຣະອົງສິ້ນສຸດລົງທັນທີທີ່ທຸກຄົນຖືກຂ້າໃຫ້ຕາຍ, ແບບນັ້ນຈະມີປະໂຫຍດຫຍັງ? ໂດຍການປະຕິບັດພາລະກິດໃນຜູ້ຄົນ ແລະ ຂ້ຽນຕີພວກເຂົາ, ພຣະເຈົ້າໄດ້ເຮັດໃຫ້ການກະທຳຂອງພຣະອົງຊັດເຈນຜ່ານທາງພວກເຂົາ. ເພາະຜູ້ຄົນບໍ່ເຄີຍເຂົ້າໃຈວ່າໄດ້ມີການຂ້ຽນຕີໃນນໍ້າສຽງພຣະທຳຂອງພຣະເຈົ້າແລ້ວ, ພວກເຂົາຈຶ່ງບໍ່ເຄີຍມີການເຂົ້າສູ່ໃນຄວາມສຳນຶກຂອງພວກເຂົາ. ຜູ້ຄົນບໍ່ສາມາດສະແດງຄວາມເດັດດ່ຽວຂອງພວກເຂົາ ແລະ ສະນັ້ນ ພຣະເຈົ້າຈຶ່ງບໍ່ສາມາດເວົ້າຫຍັງໄດ້ຕໍ່ໜ້າຊາຕານທີ່ຢຸດພາລະກິດຂອງພຣະເຈົ້າບໍ່ໃຫ້ກ້າວໄປຂ້າງໜ້າ. ສະນັ້ນ ພຣະເຈົ້າເວົ້າວ່າ “ເຮົາເຄີຍເຊີນຊວນມະນຸດໃຫ້ມາເປັນແຂກທີ່ເຮືອນຂອງເຮົາ, ແຕ່ເຂົາກໍແລ່ນໄປນີ້ ແລະ ໄປນັ້ນ ຍ້ອນການເອີ້ນຂອງເຮົາ, ຄືກັບວ່າແທນທີ່ຈະເຊີນຊວນເຂົາໃຫ້ມາເປັນແຂກ, ເຮົາໄດ້ເອີ້ນເອົາເຂົາໄປສູ່ບ່ອນປະຫານຊີວິດ. ສະນັ້ນ ເຮືອນຂອງເຮົາຈຶ່ງຖືກປະຖິ້ມໃຫ້ວ່າງເປົ່າ ຍ້ອນມະນຸດໄດ້ຫຼົບຫຼີກເຮົາຢູ່ສະເໝີ ແລະ ລະມັດລະວັງຕົວຈາກເຮົາຢູ່ສະເໝີ. ສິ່ງນີ້ໄດ້ເຮັດໃຫ້ເຮົາບໍ່ມີວິທີທີ່ຈະປະຕິບັດພາລະກິດຂອງເຮົາບາງພາກສ່ວນ.” ມັນເປັນຍ້ອນຄວາມຜິດພາດຂອງມະນຸດທີ່ພຣະເຈົ້າໄດ້ວາງເງື່ອນໄຂຂອງພຣະອົງໃຫ້ກັບມະນຸດ. ມັນເປັນຍ້ອນຜູ້ຄົນລົ້ມເຫຼວທີ່ຈະເຮັດໃຫ້ຂັ້ນຕອນນີ້ຂອງພາລະກິດສໍາເລັດ, ພຣະເຈົ້າຈຶ່ງເພີ່ມຖ້ອຍຄໍາຕື່ມອີກ ເຊິ່ງເປັນຖ້ອຍຄໍາທີ່ວ່າ “ອີກສ່ວນໜຶ່ງຂອງພາລະກິດໃນມະນຸດ” ທີ່ພຣະເຈົ້າກ່າວເຖິງ. ແຕ່ເຮົາຈະບໍ່ອະທິບາຍກ່ຽວກັບ ““ການຈັບພວກເຂົາທັງໝົດດ້ວຍແຫອັນດຽວ” ທີ່ພຣະເຈົ້າກ່າວເຖິງ ຍ້ອນວ່າສິ່ງນີ້ບໍ່ມີບົດບາດຫຍັງເລີຍຕໍ່ພາລະກິດໃນປັດຈຸບັນ. ໂດຍທຳມະຊາດແລ້ວ, ໃນ “ພຣະທຳຂອງພຣະເຈົ້າຕໍ່ຈັກກະວານທັງປວງ”, ພຣະທຳຫຼາຍຂໍ້ຂອງພຣະອົງຈັດການກັບມະນຸດ, ແຕ່ຜູ້ຄົນຕ້ອງເຂົ້າໃຈຄວາມປະສົງຂອງພຣະເຈົ້າ; ບໍ່ວ່າພຣະອົງຈະເວົ້າຫຍັງກໍຕາມ, ເຈດຕະນາຂອງພຣະອົງແມ່ນດີຢູ່ສະເໝີ. ສາມາດເວົ້າໄດ້ວ່າ ຍ້ອນວິທີທາງທີ່ພຣະເຈົ້າກ່າວແມ່ນມີຫຼາກຫຼາຍວິທີ, ຜູ້ຄົນຈຶ່ຶງບໍ່ໝັ້ນໃຈຮ້ອຍເປີເຊັນກ່ຽວກັບພຣະທຳຂອງພຣະເຈົ້າ ແລະ ເຊື່ອວ່າພຣະທຳສ່ວນໃຫຍ່ຂອງພຣະເຈົ້າແມ່ນຖືກກ່າວຍ້ອນຄວາມຈຳເປັນຂອງພາລະກິດຂອງພຣະອົງ ແລະ ປະກອບມີສ່ວນເລັກນ້ອຍທີ່ເປັນຈິງ ເຊິ່ງເຮັດໃຫ້ພວກເຂົາສັບສົນ ແລະ ຄິດໜັກຍ້ອນຄວາມຄິດຂອງພວກເຂົາ, ຍ້ອນວ່າ ໃນຄວາມຄິດຂອງພວກເຂົານັ້ນ ພຣະເຈົ້າແມ່ນມີສະຕິປັນຍາຫຼາຍ, ພຣະອົງຢູ່ເໜືອການຢັ່ງເຖິງຂອງພວກເຂົາແທ້ໆ, ມັນເປັນຄືກັບວ່າ ພວກເຂົາບໍ່ຮູ້ຈັກຫຍັງເລີຍ ແລະ ພວກເຂົາບໍ່ມີຄວາມຮູ້ໃດເລີຍກ່ຽວກັບວິທີກິນພຣະທຳຂອງພຣະເຈົ້າ. ຜູ້ຄົນເຮັດໃຫ້ພຣະທຳຂອງພຣະເຈົ້າເປັນນາມມະທຳ ແລະ ຊັບຊ້ອນ, ດັ່ງທີ່ພຣະເຈົ້າເວົ້າວ່າ “ຜູ້ຄົນປາຖະໜາທີ່ຈະເພີ່ມລົດຊາດໃສ່ໃນຖ້ອຍຄຳຂອງເຮົາຢູ່ສະເໝີ”. ຍ້ອນແນວຄວາມຄິດຂອງພວກເຂົາສັບສົນເກີນໄປ ແລະ ພຣະເຈົ້າ “ເກືອບບໍ່ສາມາດບັນລຸໄດ້”, ສ່ວນໜຶ່ງຂອງພຣະທຳຂອງພຣະເຈົ້າຈຶ່ງຖືກມະນຸດຈຳກັດໄວ້, ປ່ອຍໃຫ້ພຣະອົງບໍ່ມີທາງເລືອກ ນອກຈາກກ່າວໃນລັກສະນະກົງໄປກົງມາ. ເພາະການຮຽກຮ້ອງຈາກຜູ້ຄົນ “ສູງເກີນໄປ” ແລະ ຍ້ອນຈິນຕະນາການຂອງພວກເຂົາອຸດົມສົມບູນເກີນໄປ, ຄືກັບວ່າ ພວກເຂົາສາມາດຂ້າມສູ່ອານາຈັກຝ່າຍວິນຍານເພື່ອເບິ່ງການກະທຳຂອງຊາຕານໄດ້, ສິ່ງນີ້ໄດ້ຫຼຸດຜ່ອນພຣະທຳຂອງພຣະເຈົ້າ, ຍ້ອນຍິ່ງພຣະເຈົ້າເວົ້າຫຼາຍສໍ່າໃດ, ໜ້າຂອງຜູ້ຄົນກໍຍິ່ງເປັນທຸກຫຼາຍສໍ່ານັ້ນ. ເປັນຫຍັງພວກເຂົາຈຶ່ງບໍ່ເຊື່ອຟັງໂດຍງ່າຍດາຍ, ແທນທີ່ຈະຕຶກຕອງເຖິງຕອນຈົບຂອງພວກເຂົາ? ຜົນປະໂຫຍດໃນສິ່ງນີ້ມີຢູ່ໃສ?

​ກ່ອນ​ນີ້ :ບົດທີ 30

ຕໍ່​ໄປ:ບົດທີ 31

ເນື່ອຫາທີ່ກ່ຽວຂ້ອງ